Home Blog Page 114

ບໍ່ໃຫ້ເຫຼືອ! ທຳລາຍສວນຝິ່ນ ຫຼາຍກວ່າ 153 ເຮັກຕ່າ

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໂພນທອງ ທຳລາຍສວນຝິ່ນ ທີ່ປະຊາຊົນລັກລອບປູກ ຫຼາຍກວ່າ 153 ເຮັກຕ່າ

ໃນທ້າຍເດືອນມັງກອນ – ຫາຕົ້ນເດືອນກຸມພາ 2022 ນີ້ ເຈົ້າໜ້າທີ່ ກອງບັນຊາການ ປ້ອງກັນຄວາມສະຫງົບ (ປກສ) ເມືອງໂພນທອງ ແຂວງຫຼວງພະບາງ ຮ່ວມກັບເຈົ້າໜ້າທີກອງບັນຊາການ ປກສ ແຂວງ, ກອງບັນຊາການທະຫານແຂວງ-ເມືອງ ແລະອົງການປົກ ຄອງບ້ານ ລົງທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ຈຳນວນ 14 ບ້ານ, ເຊີ່ງຜ່ານມາເຈົ້າໜ້າທີ່ ໄດ້ສົມທົບກັບອົງການປົກຄອງເມືອງ ແລະ ບ້ານ ດຳເນີນການສຶກສາອົບຮົມ ແລະເຮັດບົດບັນ ທຶກ ກັບການປົກຄອງບ້ານ ລວມທັງເຈົ້າຂອງສວນຝິ່ນທັງ 14 ບ້ານ ໃຫ້ຢຸດເຊົາ ແລະໄດ້ອະທິບາຍໃຫ້ຮູ້ເຖີງລະບຽບກົດໝາຍ ເພື່ອບໍ່ໃຫ້ສືບຕໍ່ມີການລັກລອບປູກຝິ່ນຕື່ມອີກ, ແຕ່ຍັງພົບເຫັນປະຊາຊົນຈຳນວນໜຶ່ງ ຍັງບໍ່ປະຕິບັດຕາມບົດບັນທຶກ ໂດຍສືບຕໍ່ປູກຝິ່ນ ເຊີ່ງເປັນການສ້າງປະກົດການຫຍໍ້ທໍ້ໃນສັງຄົມ ແລະຜິດຕໍ່ລະ ບຽບກົດໝາຍຂອງ ສປປ ລາວ.

ການໄປທຳລາຍສວນຝິ່ນໃນຄັ້ງນີ້ ໄດ້ແບ່ງອອກເປັນ 05 ຈຸ ເຊີ່ງພົບຄວາມຫຍຸ້ງຍາກຫຼາຍປະການ ເປັນຕົ້ນ ສະພາບດິນຟ້າອາກາດບໍ່ອຳນວຍ ອາກາດໜາວ ມີຝົນຕົກ, ເສັ້ນທາງໄປຫາພື້ນທີປູກຝິ່ນ ຢູ່ໄກ ພູຜາສູງຊັນ ທຸລະ ກັນດານ ຕ້ອງໃຊ້ເວລາຍ່າງ 4-5 ຊົ່ວໂມງ ຕາມການກວດກາ ແລະສໍາຫຼວດຕົວຈິງ ທັງ 5 ຈຸດ ພົບເຫັນພື້ນທີປູກຝິ່ນປະມານ 153,74 ເຮັກຕາ, ມີ 23 ຈຸດ ໄດ້ທຳລາຍສຳເລັດ ແລະຍັງອີກຈຳນວນໜຶ່ງ ແມ່ນບໍ່ສາ ມາດທຳລາຍໄດ້ຍ້ອນກົກຢາຝິ່ນຍັງນ້ອຍ ມີເນື້ອທີປະມານ 42,1 ເຮັກຕາ ເຊີ່ງເຈົ້າໜ້າທີ່ ໄດ້ເຮັດບົດບັນທຶກໃຫ້ເຈົ້າຂອງສວນຝິ່ນ ເພື່ອໃຫ້ເຂົາເຈົ້າ ຕື່ນຕົວທຳລາຍເອງ.

ຂໍ້ມູນຈາກ: ຄວາມສະຫງົບ Lao Security News

ລາວໄດ້ຮັບວັກຊີນໂຄວິດ-19 ແລະ ວັດຖຸອຸປະກອນຕ້ານພະຍາດຈາກຈີນ ຢູ່ດ່ານບໍ່ໍຫານ

ຕາມການລາຍງານຈາກສຳນັກຂ່າວ CRI ໃຫ້ຮູ້ວ່າ: ໃນວັນທີ 14 ກຸມພາ ຜ່ານມາ, ພິທີມອບ-ຮັບວັກຊິນໂຄວິດ-19 ແລະ ອຸປະກອນຕ້ານພະຍາດໃຫ້ລາວໄດ້ຈັດຂຶ້ນຢູ່ດ່ານບໍ່ໍຫານ ກິ່ງແຂວງສິບສອງພັ່ນນາແຂວງຢູນນານປະເທດຈີນ.

ຂ່າວແຈ້ງວ່າ, ເທື່ອນີ້ ຈີນໄດ້ມອບວັກຊິນໂຄວິດ-19 ເຊື້ອຕາຍໃຫ້ລາວ 177 ຫີບ ມີ 423.200 ຫຼອດ, ພ້ອມທັງສະແລັງສັກຢາ 133 ຫີບ ມີຈຳນວນທັງໝົດ 425,600 ອັນ, ເຄື່ອງດັ່ງກ່າວຈະຂົນສົ່ງອອກຈາກດ່ານພາສີບໍ່ຫານຂອງຈີນ ແລະ ຈະສົ່ງໄປຮອດ 3 ແຂວງພາກເໜືອຂອງລາວໃນໄວໆນີ້.

ອົງການກາແດງລົງມອບເຄື່ອງຊ່ວຍເຫຼືອບັນເທົ່າທຸກຄອບຄົວຖືກໄຟໃໝ້

ໃນຕອນແລງຂອງວັນທີ14 ກຸມພາ ປີ2022 ອົງການກາແດງແຂວງອຸດົມໄຊໄດ້ລົງມອບເຄື່ອງຊ່ວຍເຫຼືອບັນເທົ່າທຸກສຸກເສີນໃຫ້ແກ່ຄອຍຄົວທີຖືກອັກຄີໄພ ໃນວັນທີ 11 ກຸມພາ 2022 ຜ່ານມາ, ຈຳນວນ 1 ຄອບຄົວ ຢູ່ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊ.

ການລົງມອບເຄື່ອງໃນຄັ້ງນີ້ໂດຍແມ່ນທ່ານ ນ.ບຸນທອນ ພິມມະວົງ ຫົວໜ້າອົງການກາແດງແຂວງອຸດົມໄຊ ແລະ ຮັບໂດຍຄອບຄົວທີຖຶກອັກຄີໄພໂດຍມີອົງການການປົກຄອງບ້ານເຂົ້າຮ່ວມ.ເຄື່ອງທີນຳມາມອບໃນຄັ້ງນີ້ມີເຄື່ອງຄົວເຮືອນ ແລະ ເຄື່ອງນຸງຈຳນວນໜຶງລ່ວມມູນຄ່າ 1.227.000 ກີບ.

ແຫຼ່ງຂ່າວ: ຂ່າວປະຈຳວັນ Daily News Oudomxay

ຮູ້ເຖິງຜົນຮ້າຍຂອງການຄ້າມະນຸດ

ຕາມການລາຍງານຂອງ Khammouane News ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 09 -10 ກຸມພາ 2022 ຜ່ານມານີ້ ພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງຄໍາມ່ວນ ໄດ້ ສົມທົບກັບ ປກສ ເມືອງເຊບັ້ງໄຟ ແລະ ພາກສ່ວນທີ່ກ່ຽວຂ້ອງລົງໂຄສະນາ ເຜີຍແຜຜົນຮ້າຍ ຂອງການຄ້າມະນຸດໃຫ້ອຳນາດການປົກຄອງ ພໍ່ແມ່ປະຊາຊົນ ພະນັກງານຄູອາຈານ ແລະ ນ້ອງນ້ອຍນັກຮຽນຢູ ສອງ ຈຸດຄື: ຢູ່ໂຮງຮຽນ ມສ ປົ້ງກີ່ວ-ຍາງໃຫຍ່ ແລະ ໂຮງຮຽນ ມສ ຍາງຄຳ ເມືອງເຊບັ້ງໄຟ ໂດຍການເຂົ້າຮ່ວມຂອງ ທ່ານ ລົດວິໄລ ຈັນທະນຸວົງ ຮອງເຈົ້າເມືອງໆເຊບັ້ງໄຟ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ພັຕ ລັດສະໝີ ໄຊຍະສອນ ຮອງພະແນກຕຳຫຼວດສະກັດກັ້້ນ ແລະ ຕ້ານການຄ້າມະນຸດ, ທ່ານ ພທ ບຸນທົງ ໄຊປັນຍາ ຮອງຫົວໜ້າກອງບັນຊາການ ປກສ ເມືອງໂດຍມີຄະນະກອງບັນຊາການ ປກສ ເມືອງ, ສະຫະພັນແມ່ຍິງແຂວງ, ເມືອງ , ອຳນາດການປົກຄອງບ້ານຕະຫຼອດຮອດ ພໍ່ແມ່ປະ ຊາຊົນ ແລະ ນ້ອງນ້ອຍນັກຮຽນພາຍໃນບ້ານດັ່ງກ່າວເຂົ້າຮວ່ມຢ່າງພ້ອມພຽງ.

ໃນພິທີ ທ່ານ ພັຕ ລັດສະໝີ ໄຊຍະສອນ ຮອງພະແນກຕຳຫຼວດສະກັດກັ້້ນ ແລະ ຕ້ານການຄ້າມະນຸດ ແຂວງ ເຜີຍແຜ່ຜົນຮ້າຍຂອງການຄ້າມະນຸດ, ທ່ານ ລໍາເງິນ ເພັດພູທອນ ຫົວໜ້າຂະແໜງສັງຄົມສົງເຄາະ ພະແນກແຮງງານສະຫວັດດີການ-ສັງຄົແຂວງ, ເຜີຍແຜ່ ການໄປອອກແຮງງານທີ່ຖືກຕ້ອງຕາມລະບຽບກົດໝາຍ, ທ່ານ ນາງ ມອນຕາ ສຸວັນດີ ຫົວໜ້າຂະ ແໜງປົກປ້ອງໃຫ້ຄຳປຶກສາຄວາມກ້າວໜ້າແມ່ຍິງແຂວງ ເຜີຍແຜ່ການປົກປ້ອງສິດທິເດັກ.

ໄດ້ຜັດປ່ຽນກັນ ຂຶ້ນເຜີຍແຜ່ໃນຄັ້ງນີ້ ຈຸດປະສົງກໍ່ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນຮ້າຍຂອງການຄ້າມະນຸດໃຫ້ພໍ່ແມ່ປະຊາຊົນພະນັກງານ ຄູ-ອາຈານ ນ້ອງນ້ອຍນັກຮຽນ ໄດ້ຮັບຮູ້ຢ່າງທົ່ວເຖິງກ່ຽວກັບຜົນກະທົບຮູບແບບ ເລ່ລຽ່ມກົນອຸບາຍຕ່າງໆຂອງກຸ່ມຄົນບໍ່ດີ ທີ່ຫັວງມາຕົວະຍົວະແມ່ຍິງ ແລະ ເດັກນ້ອຍໃນຮູບແບບຕ່າງໆ.

ດັ່ງນັ້ນທຸກຄົນຕ້ອງໃຫ້ມີສະຕິຕື່ນຕົວເປັນເຈົ້າການ ນຳກັນ ໃນການປ້ອງກັນສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ຮູ້ທັນວິທີການ ເລ່ລຽມຂອງຜູ້ຄ້າມະນຸດ ເພື່ອປ້ອງກັນບໍ່ໃຫ້ຕົນເອງ ຫຼື ລູກຫຼານຕົກເປັນເຫຍື່ອ ຮູບແບບຂອງການຄ້າ, ນອກນັ້ນການລົງໂຄສະນາຄັ້ງນີ້ ຍັງຍົກໃຫ້ເຫັນບັນຫາຫຼັກໆທີ່ພາໃຫ້ເກີດມີການຄ້າມະ ນຸດເຊັ່ນ: ຍ້ອນສະພາບຄວາມທຸກຍາກ, ການສຶກສາຮ່ຳຮຽນຕ່ຳ, ຄົນຫວ່າງງານເປັນຈຳນວນຫຼວງຫຼາຍ,ບໍ່ມີຄວາມສະຫງົບໃນຄອບຄົວ, ຢາກປັບປຸງຊິວິດຂອງຕົນໃຫ້ດີຂຶ້ນ, ຢາກມີຄົນຮັກ ແລະ ແຕ່ງງານກັບຄົນທີ່ມີຖານະທີ່ດີ,ເຕັກໂນໂລຊີທີ່ທັນສະໄໝ ແລະ ການຈະເລີນກ້າວໜ້າຂອງບ້ານເມືອງ ຈຶ່ງເຮັດໃຫ້ຜູ້ຄົນເກີດມີຄວາມຢາກມີຢາກໄດ້ຈຶ່ງເກີດມີການແຂ່ງຂັນກັນ ເຮັດໃຫ້ບຸກຄົນດັ່ງກ່າວຕົກເປັນເຫຍື່ອຂອງການຄ້າມະນຸດເປັນຈຳນວນຫຼວງຫຼາຍ.

ລາວຈະມີແຜນຂະຫຍາຍການສັກວັກຊິນໃນກຸ່ມອາຍຸ 6 ຫາ 11​ ປີ

ອີງຕາມບົດຖະແຫຼງຂ່າວຈາກຄະນະສະເພາະກິດປະຈຳວັນທີີ 15 ກຸມພາ 2022 ເຊິ່ງຖະແຫຼງຂ່າວໂດຍ ດຣ. ຣັດຕະນະໄຊ ເພັດສຸວັນ ໃຫ້ຮູ້ວ່າ: ເລີ່ມຈາກຕົ້ນເດືອນມີນາ ຈະມີການຂະຫຍາຍການສັກວັກຊິນໃນກຸ່ມອາຍຸ 6 ຫາ 11​ປີ.

ມາຮອດມື້ນີ້ ທົ່ວປະເທດລາວ ສັກວັກຊີນ ທັງໝົດ: ເຂັມທີ 1 ສັກໄດ້ 4.823.889 (ອັດຕາປົກຄຸມ 65,74 %) ແລະ ທຸກເຂັມທີ່ແນະນໍາ 4.245.954 (ອັດຕາປົກຄຸມ 57,86 %)

ເມື່ອບໍ່ດົນມານີ້, ດຣ ນາງ ຈັນໃສ ປະທໍາມະວົງ, ຮອງຫົວໜ້າໂຄງການສັກຢາແຫ່ງຊາດ ໃຫ້ສໍາພາດຕໍ່ສື່ມວນຊົນ ວ່າ: ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ເດັກນ້ອຍໃນກຸ່ມອາຍຸລະຫວ່າງ 6-11 ປີ ໃນຄັ້ງນີ້ ແມ່ນໄດ້ຖອດຖອນບົດຮຽນຈາກຕ່າງປະເທດທີ່ສັກວັກຊີນດັ່ງກ່າວໃຫ້ເດັກນ້ອຍມາແລ້ວ, ລວມເຖີງຖອດຖອນບົດຮຽນຈາກການທົດລອງສັກວັກຊີນໃຫ້ເດັກນ້ອຍຢູ່ແຂວງຜົ້ງສາລີ ທີ່ດໍາເນີນມາກ່ອນໜ້ານີ້ເຊັ່ນດຽວກັນ.

ສໍາລັບເດັກໃນກຸ່ມເປົ້າໝາຍທີ່ຈະສັກໃນຄັ້ງນີ້ ທົ່ວປະເທດ ມີ 957.042 ຄົນ. ສ່ວນວັກຊີນທີ່ຈະນໍາມາສັກ ແມ່ນມີພຽງພໍກັບຄວາມຕ້ອງການ ເພາະມາຮອດປັດຈຸບັນ ສປປ ລາວ ໄດ້ຮັບການຊ່ວຍເຫລືອວັກຊີນປ້ອງກັນພະຍາດໂຄວິດ-19 ຫລາຍຊະນິດຈາກຕ່າງປະ ເທດ ແລະ ອົງການຈັດຕັ້ງສາກົນ ທັງຮູບແບບຊ່ວຍເຫລືອໂດຍກົງ ແລະ ການຊ່ວຍເຫລືອຜ່ານໂຄງການໂຄແວັກ ຫລາຍກວ່າ 18 ລ້ານໂດສ. ດຣ ນາງ ຈັນໃສ ປະທໍາມະວົງ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ ແລະ ຜູ້ປົກຄອງນໍາເອົາລູກຫລານທີ່ຢູ່ໃນເກນອາຍຸດັ່ງກ່າວ ໄປສັກວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ຈຸດບໍລິການຕ່າງໆ ເມື່ອຄະນະສະເພາະກິດແຕ່ລະທ້ອງຖິ່ນທົ່ວປະເທດເປີດສັກຕົວຈິງພາຍໃນຕົ້ນ ເດືອນມີນາ ທີ່ຈະມາເຖີງນີ້ ເພື່ອສ້າງພູມຄຸ້ມກັນພະຍາດດັ່ງກ່າວໃຫ້ແກ່ເດັກນ້ອຍ, ທັງເປັນການປະກອບສ່ວນເຮັດໃຫ້ອັດຕາການສັກວັກຊີນຢູ່ລາວ ບັນລຸຫລາຍກວ່າ 80% ພາຍໃນປີ 2022.

ກັກມົ້ວສຸມ 5 ຄ້າຂາຍຢາບ້າ 2 ຄົນ ເຂດບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ

ຕາມການລາຍນງານຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເວລາ 13: 00 ໂມງ, ວັນທີ 9 ກຸມພາ 2022 ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງວ່າ: ມີກຸ່ມຄົນເຄື່ອນໄຫວຄ້າຂາຍ ແລະ ມົ້ວສຸມຢາເສບຕິດ ຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ນວ, ຈາກນັ້ນ ກອງບັນຊາການ ປກສ ເມືອງຈັນ ທະບູລີ ສົມທົບກັບພາກສ່ວນກ່ຽວຂ້ອງແກ້ໄຂ ແລະ ເຂົ້າກັກຕົວ ທ້າວ ແສງແກ້ວ ອາຍຸ 43 ປີ ກຳມະກອນ ຢູ່ບ້ານໂພນຕ້ອງຈອມມະນີ, ທ້າວ ຊ້າງນ້ອຍ ອາຍຸ 23 ປີ ກຳມະກອນ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ແລະ ພວກມົ້ວສຸມເສບອີກ 5 ຄົນ.

ພັທ ພົມມີ ແສນຈົ່ງຮັກ ຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຈັນທະບູລີ ນວ ໃຫ້ຮູ້ວ່າ: ກອງບັນຊາການ ປກສ ເມືອງຈັນທະບູລີ ນວ ສົບທົບກັບ ປກສ ກຸ່ມ 4 ແລະ ອຳນາດການປົກຄອງບ້ານໂພນຕ້ອງຈອມມະນີ ລົງແກ້ໄຂຈຸດຄ້າຂາຍ ແລະ ມົ້ວສຸມຢາເສບຕິດ ພາຍຫຼັງໄດ້ຮັບແຈ້ງ ຈິ່ງທຳການແກ້ໄຂ ສາມາດກັກຕົວ ທ້າວ ແສງແກ້ວ ກວດຄົ້ນ ພົບເຫັນ ຢາບ້າ 11,436 ເມັດ, ຢາໄອ້ 3,1 ກຼາມ ແລະ ທ້າວ ຊ້າງນ້ອຍ ພົບເຫັນ ຢາບ້າ 295 ເມັດ ມາດໍາເນີນຄະດີ.

ຜ່ານການສອບສວນເບື້ອງຕົ້ນ ທ້າວ ແສງແກ້ວ ແລະ ທ້າວ ຊ້າງນ້ອຍ ໃຫ້ການຕໍ່ເຈົ້າໜ້າທີ່ວ່າ ພວກຕົນ ໄດ້ເຄື່ອນໄຫວຄ້າຂາຍຢາບ້າ ແລະ ຢາໄອ້ ມາແຕ່ເດືອນກັນຍາ ປີ 2021 ຫຼາຍຄັ້ງ ແລະ ຂອງກາງ ທີ່ເຈົ້າໜ້າທີ່ກວດພົບໃນເວລາເຂົ້າກັກຕົວ ເປັນຂອງພວກກ່ຽວແທ້ ຊື້ນຳຊາຍຄົນໜຶ່ງບໍ່ຮູ້ຊື່ ແລະ ທີ່ຢູ່ແນ່ນອນ. ປັດຈຸບັນເຈົ້າໜ້າທີ່ ພວກສືບຄົ້ນຫາກຸ່ມແກ້ງຮ່ວມຂະບວນການຄ້າຂາຍຢາເສບຕິດ ເພື່ອນຳຕົວມາດຳເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ; ຕໍ່ກັບກຸ່ມມົ້ວສຸມທັງ 5 ຄົນເຈົ້າໜ້າທີ່ ໄດ້ສຶກສາອົບຮົມ ແລະ ມອບໃຫ້ຜູ້ປົກຄອງຄຸ້ມຄອງ ແລະ ຄວບຄຸມການປະພຶດຕໍ່ໄປ

ລາຍງານມື້ນີ້ຕິດເຊື້ອພາຍໃນ +415 ນຳເຂົ້າ +26

ລາຍງານຈາກສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 15/02/2022

ຜູ້ໂດຍສານຢາກໃຫ້ບໍລິສັດທາງລົດໄຟລາວ-ຈີນ ແກ້ໄຂບັນຫາການຊື້ປີ້ຂອງພະນັກງານປະຈຳສະຖານີໄວ້ໃຫ້ຄົນຕົນເອງ

ດັ່ງທີ່ເຮົາເຫັນປັດຈຸບັນ, ການຊື້ປີ້ລົດໄຟຍັງເປັນສິ່ງທ້າທາຍສຳລັບຜູ້ໂດຍສານທີ່ຕ້ອງການຊື້ປີ້ເພື່ອເດີນທາງໄປແຂວງທີ່ຕົນຕ້ອງການເດີນທາງໄປ ເພາະເມື່ອທຽບກັບເດີນທາງດ້ວຍລົດເມ ແລະ ລົດສ່ວນໂຕ ແມ່ນເຫັນໄດ້ວ່າການຂີ່ລົດໄຟແມ່ນປະຢັດເວລາຫຼາຍ.

ເມື່ອບໍ່ດົນມານີ້, ຕາມການລາຍງານຂອງໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່າ: ພົບເຫັນພະນັກງານປ້ອງກັນ, ເຈົ້າຫນ້າທີ່ຕໍາຫຼວດ, ພະນັກງານບໍລິສັດທ່ອງທ່ຽວ ລວມທັງພະນັກງານໂຮງແຮມຈໍານວນຫນຶ່ງທີ່ປະຈໍາຢູ່ສະຖານີລົດໄຟລາວ-ຈີນບາງແຫ່ງທີ່ຮັບແລ່ນຊື້ປີ້ລົດໄຟລ່ວງຫນ້າໃຫ້ຄົນຕົນເອງ ຫຼື ຜູ້ທີ່ີຮູ້ຈັກໂດຍບໍ່ຈໍາເປັນມາຊື້ດ້ວຍຕົວເອງ ເຊິ່ງມີການຮັບເອົາຄ່າບໍລິການ 30.000 – 50.000 ກີບ/ຄົນ.

ບັນຫາດັ່ງກ່າວແມ່ນໄດ້ມີຜູ້ ໂດຍສານຈໍານວນຫຼາຍໄດ້ລາຍງານມາຍັງຫນັງສືພິມວຽງຈັນທາຍ ເພື່ອໃຫ້ອອກຂ່າວ ແລະ ຕ້ອງການໃຫ້ບໍລິສັດທາງລົດໄຟລາວ-ຈີນ ເລັ່ງແກ້ໄຂບັນຫາປະກົດການຫຍໍ້ທໍ້ດັ່ງກ່າວດ່ວນ.

ສະເພາະກ່ອນທີ່ຂີ່ລົດໄຟ ລາວ-ຈີນ ຜູ້ໂດຍສານຕ້ອງໄດ້ຈອງປີ້ລ່ວງຫນ້າ 3 ວັນ ໂດຍໃຊ້ເວລາໃນການລຽນຄິວບໍ່ຕໍ່າກວ່າ 2-3 ຊົ່ວໂມງ ແຕ່ເມື່ອຮອດຄິວ ພະນັກງານຂາຍປີ້ພັດເວົ້າວ່າປີ້ໝົດແລ້ວ, ທັງທີ່ຜູ້ທີ່ມາລຽນຄິວຊື້ປີ້ນັ້ນກໍ່ມີໜ້ອຍກວ່າຈໍານວນປີ້ທີ່ໃຫ້ຈອງໃນແຕ່ລະວັນ.

ນອກນັ້ນ, ຍັງມີຜູ້ໂດຍສານຈໍານວນຫຼາຍທີ່ມາແຕ່ 6 ໂມງເຊົ້າ ກໍຍັງບໍ່ສາມາດຊື້ປີໄດ້ ຍ້ອນວ່າພະນັກງານດັ່ງກ່າວ ມີການຊື້ປີ້ລ່ວງຫນ້າໄວ້ໃຫ້ຄົນຂອງເຂົາເຈົ້າກ່ອນແລ້ວ.

ພິທີປະກາດການແຕ່ງຕັ້ງ, ຍົກຍ້າຍ ແລະ ມອບ-ຮັບໜ້າທີ່ ການນຳຂັ້ນສູງກະຊວງປ້ອງກັນປະເທດ

ພິທີປະກາດການແຕ່ງຕັ້ງ, ຍົກຍ້າຍ ແລະ ມອບ-ຮັບໜ້າທີ່ ການນຳຂັ້ນສູງກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 11 ກຸມພາ 2022, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະນຳກະຊວງ ເຂົ້າຮ່ວມ.

ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈຳພັກກະຊວງ, ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ ໄດ້ຜ່ານຄໍາສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການຍົກຍ້າຍ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ວ່າການຫົວໜ້າກົມໃຫຍ່ເສນາທິການກອງທັບ ໄປຮັບໜ້າທີ່ໃໝ່ ເປັນຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ; ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພົນຕີຄໍາລຽງ ອຸທະໄກສອນ ເປັນຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ທັງເປັນຫົວໜ້າກົມໃຫຍ່ເສນາທິການກອງທັບ; ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ເປັນກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ແລະ ຄໍາສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ໄປຮັບໜ້າທີ່ໃໝ່ ເປັນຮອງເລຂາພັກແຂວງ ໄຊສົມບູນ.

ໃນພິທີມອບ-ຮັບໜ້າທີ່ໃໝ່ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມ ຍ້ອງຍໍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາຂອງແຕ່ລະສະ ຫາຍ, ເຊິ່ງມີຜົນສຳເລັດຫລາຍດ້ານ ພ້ອມນັ້ນຍັງເນັ້ນໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ນຳພາ-ຊີ້ນຳການເມືອງແນວຄິດໃຫ້ແກ່ພະນັກງານ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງ, ເອົາ ໃຈໃສ່ປັບປຸງແບບແຜນວີທີເຮັດວຽກ, ແບບແຜນວິທີນຳພາໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ກຳແໜ້ນ ແລະ ປະຕິບັດຫລັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງ ແລະ ເອົາໃຈໃສ່ປັບປຸງວຽກງານກໍ່ສ້າງພັກ-ກໍ່ສ້າງພະ ນັກງານໃຫ້ ມີຄວາມກ້າວໜ້າ ແລະ ບັນຫາອື່ນໆ.

ແຫຼ່ງຂ່າວ: ຂປລ