Home Blog Page 159

ນໍາເຂົ້າ 5 ຊຸມຊົນ 280 ຕິດເຊື້ອລາຍງານ 18 ຕຸລາ 2021

ວັນທີ 17/10/21 ໄດ້ກວດວິເຄາະທັງໝົດ 3637 ຕົວຢ່າງ, ນະຄອນຫຼວງ 1454 ຕົວຢ່າງ, ສະຫວັນນະເຂດ 376, ຈໍາປາສັກ 104, ຫຼວງພະບາງ 569, ຄໍາມ່ວນ 243. ນໍາເຂົ້າ 5 , ຕິດໃນຊຸມຊົນ 280.

ກວດພົບເຊື້ອ 285 ຕົວຢ່າງ ມີດັ່ງນີ້:

  1. – ນະຄອນຫຼວງ: 85 ໃນນີ້ມີ 2 (ນໍາເຂົ້າ) ແລະ 83 (ຊຸມຊົນ)
  2. – ຫຼວງພະບາງ: 101 (ຊຸມຊົນ)
  3. – ໄຊຍະບູລີ: 2 (ນໍາເຂົ້າ)
  4. – ບໍ່ແກ້ວ: 3 (ຊຸມຊົນ)
  5. – ຫຼວງນໍ້າທາ: 8 (ຊຸມຊົນ)
  6. – ອຸດົມໄຊ: 1 (ຊຸມຊົນ)
  7. – ວຽງຈັນ: 17 (ຊຸມຊົນ)
  8. – ບໍລິຄໍາໄຊ: 1 (ຊຸມຊົນ)
  9. – ໄຊສົມບູນ: 1 (ຊຸມຊົນ)
  10. – ຄໍາມ່ວນ: 24 (ຊຸມຊົນ)
  11. – ສາລະວັນ: 14 (ຊຸມຊົນ)
  12. – ສະຫວັນນະເຂດ: 16 ໃນນີ້ມີ 1 (ນໍາເຂົ້າ) ແລະ 15 (ຊຸມຊົນ)
  13. ຈໍາປາສັກ: 12 ຊູມຊົນ

.

ລາຍງານມື້ນີ້ ເສຍຊີວິດ +2 ຄົນ ຕິດເຊື້ອໃໝ່ +296 ຄົນ

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 17 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດຈາກໂຄວິດ-19 ເພີ່ມອີກ 2 ຄົນ ແລະ ກວດພົບຕິດເຊື້ອໃໝ່ທັງໝົດ 296 ຄົນ (ນຳເຂົ້າ 13 ຄົນ)

-ລາຍລະອຽດຄົນເຈັບເສຍຊີວິດ 2 ຄົນ ດັ່ງນີ້:

-ຜູ້ທີ່ 1:

  • ເພດຊາຍ, ອາຍຸ 69 ປີອາຊີບ: ນັກທຸລະກິດ
  • ບ້ານຈອມມະນີ, ເມືອງໄຊເສດຖາ,
  • ນະຄອນຫລວງວຽງຈັນ, ຜ່ານມາ ຍັງບໍ່ໄດ້ຮັບວັກຊີນປ້ອງກັນເຊື້ອໂຄວິດ-19.
  • ພະຍາດປະຈໍາຕົວ ມີພະຍາດຊັກບ້າຫມູ, ເບົາຫວານ ແລະ ຄວາມດັນເລືອດສູງ.
  • ຜູ້ກ່ຽວເປັນຄົນເຈັບນອນປິ່ນປົວຢູ່ພະແນກລະບົບປະສາດ ຂອງໂຮງຫມໍມິດຕະພາບ ແຕ່ວັນທີ 26/09/2021
  • ວັນທີ 29 ກັນຍາ 2021 ໄດ້ກວດຊອກຫາເຊື້ອໂຄວິດ-19 ແລະ ຜົນກວດພົບເຊື້ອ ຈິ່ງໄດ້ຍ້າຍ ເຂົ້ານອນປິ່ນປົວຢູ່ພະແນກຊືມເຊື້ອໂຮງຫມໍມິດຕະພາບ ໃນວັນທີ 02/10/2021.
  • ມາຮອດເວລາ 06:14 ນາທີ ຂອງວັນທີ 16/10/2021 ຜູ້ກ່ຽວໄດ້ເສຍຊີວິດ.

-ຜູ້ທີ 2:

  • ເພດຊາຍ, 33 ປີ, ອາຊີບ: ຫວ່າງງານ, ສັນຊາດ ມຽນມາ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.
  • ຜູ້ກ່ຽວ ມີພະຍາດປະຈໍາຕົວ ເບົາຫວານ, ຜ່ານມາຍັງບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19.
  • ມີອາການໄຂ້, ໄອ ແລະ ເຈັບຄໍ ໄດ້ປະມານ 01 ອາທິດ ແຕ່ຜູ້ກ່ຽວຊື້ຢາກິນເອງ
  • ວັນທີ 25/09/2021: ໄດ້ເກັບຕົວຢ່າງມາກວດເພື່ອຊອກຫາພະຍາດໂຄວິດ-19
  • ວັນທີ 26/09/2021: ຜົນກວດພົບເຊື້ອໂຄວິດ-19 ແລະ ໄດ້ເຂົ້ານອນປິ່ນປົວຢູ່ໂຮງຫມໍສະຫນາມ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ໄລຍະເວລານອນປິ່ນປົວ ຢູ່ມໍລະສຸມຂອງໂຮງຫມໍດັ່ງກ່າວ (ຜູ້ກ່ຽວ ບໍ່ໄດ້ໃຫ້ການຮ່ວມໃນການປິ່ນປົວເທົ່າທີ່ຄວນ). ວັນທີ 15/10/2021 ເວລາ 2ໂມງ ຜູ້ກ່ຽວໄດ້ເສຍຊີວິດ ຢູ່ໂຮງຫມໍສະຫນາມເຂດເສດຖະກິດພິເສດສາມຫຼ່ຽມຄໍາ.

ສຳລັບຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃຫມ່ 296 ຄົນ ມີດັ່ງນີ້:

ສໍາລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 13 ຄົນ ຄື: ນະຄອນຫຼວງ 7 ຄົນ, ສະຫວັນນະເຂດ 4 ຄົນ, ສາລະວັນ 1 ຄົນ ແລະ ໄຊຍະບູລີ 1 ຄົນ ນັ້ນແມ່ນ ໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິ ເວນ ຂອງແຕລະ ແຂວງ ເລີ້ມ ແຕ່ມື້ເດີນທາງເຂົ້າມາສປປລາວ, ເມືອຜົນກວດເປັນບວກພວກກ່ຽວຈະ ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້

-ການຕິດເຊື້ອພາຍໃນປະເທດ ຈໍານວນ 283 ຄົນ ເຊິ່ງຈະລາຍງານຈາກແຂວງຕາມລໍາດັບທີ່ມີການຕິເຊື້ອສູງຄືດັ່ງນີ້:

1.ນະຄອນຫຼວງ 105 ຄົນ ມາຈາກ 42 ບ້ານ, ໃນ 8 ເມືອງ:

  • ເມືອງຈັນທະບູລີ ມີ 03 ບ້ານ (04 ກໍລະນີ)
  • ເມືອງສີໂຄດຕະບອງ ມີ 10 ບ້ານ (16 ກໍລະນີ)
  • ເມືອງໄຊເສດຖາ ມີ 10 ບ້ານ (14 ກໍລະນີ)
  • ເມືອງສີສັດຕະນາກມີ 09 ບ້ານ (16 ກໍລະນີ)
  • ເມືອງນາຊາທອງ ມີ 01 ບ້ານ (26 ກໍລະນີ) ເມືອງໄຊທານີ ມີ 04 ບ້ານ (18 ກໍລະນີ)
  • ເມືອງຫາດຊາຍຟອງ ມີ 04 ບ້ານ (05 ກໍລະນີ)
  • ເມືອງ ປາກງື່ມ ມີ 01 ບ້ານ (01 ກໍລະນີ)
  • ສືບຕໍ່ເອົາຂໍ້ມູນ 12 ກໍລະນີ

2.ຫຼວງພະບາງ 49 ຄົນ

  • ນະຄອນຫຼວງພະບາງ ມີ 9 ບ້ານ (37 ກໍລະນີ) – ບ້ານຜາສຸກ ມີ 12 ກໍລະນີ, ບ້ານຜາໂອ ມີ 12 ກໍລະນີ ບ້ານນາສໍາພັນ ມີ 4 ກໍລະນີ, ບ້ານໂພສີ ມີ 3 ກໍລະນີ ບ້ານໂພນສະອາດ ມີ 2 ກໍລະນີ, ບ້ານຂາມຢ່ອງ, ບ້ານຄົກວ່າ, ບ້ານນາຫຼວງ, ບ້ານປ່ອງຄໍາ ມີ ບ້ານລະ 1 ກໍລະນີ.
  • ເມືອງຊຽງເງິນ ມີ 1 ບ້ານ (ບ້ານ ດອນໂມ ມີ 3 ກໍລະນີ) • ເມືອງງອຍ ມີ 3 ບ້ານ (3 ກໍລະນີ), ວັດສົບຮຸນ, ບ້ານຫນອງຂຽວ ແລະ ບ້ານພູຫຼວງ ມີ ບ້ານ ລະ 1 ກໍລະນີ
  • ເມືອງຈອມເພັດ ມີ 1 ບ້ານ ຫນອງຈອງ) ມີ 3 ກໍລະນີ • ເມືອງນ້ໍາບາກ ມີ 1 ບ້ານ (ບ້ານໂພສະອາດ) ມີ 2 ກໍລະນີ

3.ແຂວງວຽງຈັນ 47 ຄົນ

  • ເມືອງແກ້ວອຸດົມ, ມີ 35 ຄົນ, 13 ບ້ານ: ບ້ານແສງສະຫວ່າງ ມີ 10 ຄົນ, ບ້ານພູເຂົາຄໍາ ມີ 06 ຄົນ, ບ້ານໂພນຄໍາ ມີ 04 ຄົນ, ມີ 12 ຄົນຈາກບ້ານຖິ່ນແກ້ວ, ບ້ານທ່າຊັນ, ບ້ານນາປູນ, ບ້ານວຽງແກ້ວ, ບ້ານຫ້ວຍໂຂງ ແລະ ບ້ານຫາດທາ ມີບ້ານລະ 02 ຄົນ, ມີ 04 ຄົນ ຈາກບ້ານທ່າລາດ, ບ້ານນາແຊະ, ບ້ານໂພນມ່ວງ ແລະ ບ້ານໃຫມ່ ມີບ້ານລະ 11 ຄົນ
  • ເມືອງໂພນໂຮງ, ມີ 08 ຄົນ, 02 ບ້ານ: ມີ 06 ຄົນຈາກບ້ານນາໂພໃຕ້ ແລະ ບ້ານໂພນງາມ ມີບ້ານລະ 03 ຄົນ – ມີ 02 ຄົນ ຈາກບ້ານນາເລົ່າ ແລະ ບ້ານໂພນໂຮງ ມີບ້ານລະ 01 ຄົນ ເມືອງວຽງຄໍາ, ມີ 02 ຄົນ, 02 ບ້ານ ມີ 02 ຄົນ ຈາກບ້ານໂພນຫມີ ແລະ ບ້ານນາມິນ ມີບ້ານລະ 01 ຄົນ
  • ເມືອງທຸລະຄົມ, ບ້ານນາແພງ ມີ 02 ຄົນ

4.ຈໍາປາສັກ 24 ຄົນ:

  • ເມືອງໂພນທອງ ມີ 13 ຄົນ: 03 ບ້ານ ບ້ານສະຫມໍລຽບ ມີ 08 ຄົນ, ບ້ານໂພໄຊ ມີ 04 ຄົນ ບ້ານວັດຫໍພະແກ້ວ ມີ 01 ຄົນ
  • ນະຄອນປາກເຊ ມີ 06 ຄົນ, 03 ບ້ານ: ບ້ານປາກເຊ ມີ 03 ຄົນ – ບ້ານສະຫນາມໄຊ ມີ 02 ຄົນ – ບ້ານໂພນງາມ ມີ 01 ຄົນ, ເມືອງບາຈຽງຈະເລີນສຸກ, ບ້ານຫ້ວຍລືສີ ມີ 03 ຄົນ, ເມືອງຊະນະສົມບູນ, ບ້ານສະຜ່າຍກາງ ມີ 61 ຄົນ
  • ເມືອງປາກຊ່ອງ, ບ້ານຫຼັກ 48 ມີ 01 ຄົນ

5.ບໍ່ແກ້ວ 20 ຄົນ

  • ເມືອງຕົ້ນເຜີ້ງ ມີ 15 ຄົນ
  • ເຂດພັດທະນາສາມລຽມຄໍາ ມີ 14 ຄົນ – ບ້ານຄ້ວານສາມຫຼ່ຽມຄໍາ ມີ 01 ຄົນ
  • ເມືອງຫ້ວຍຊາຍ, ບ້ານນ້ໍາປ່ອງ ມີ 03 ຄົນ,
  • ເມືອງຜາອຸດົມ, ບ້ານໂພນໄຊ ມີ 02 ຄົນ ມີປະຫວັດເດີນທາງມາແຕ່ນະຄອນຫລວງວຽງຈັນຄົນ

6.ຄໍາມ່ວນ 15 ຄົນ

  • ເມືອງທ່າແຂກ ມີ 08 ຄົນ ບ້ານສຸກສະຫວັນ ມີ 3 ຄົນ, ບ້ານຫນອງຜື ມີ 3 ຄົນ ບໍລິສັດຕັງຈະເລີນ (ກວດຄັ້ງທີ 2) ມີ 2 ຄົນ
  • ເມືອງຄູນຄໍາ, ບ້ານຜາຊ້າງ ມີ 6 ຄົນ
  • ເມືອງຫນອງບົກ, ບ້ານຫນອງບົກ ມີ 1 ຄົນ

7.ສາລະວັນ 12 ຄົນ

  • ມືອງສາລະວັນ ມີ 12 ຄົນ, 04 ບ້ານ, ບ້ານນາກົກໂພ ມີ 05 ຄົນ – ບ້ານເຕົ້າປູນ 65 ຄົນ, ມີ 02 ຄົນ ຈາກບ້ານຫຼັກສອງ ແລະ ບ້ານໂພນແກ້ວ ມີບ້ານລະ 01 ຄົນ

8.ສະຫວັນນະເຂດ 8 ຄົນ ເມືອງອຸທຸມພອນ, ບ້ານໄຊຍະເພັດ ມີ 05 ຄົນ

9.ບໍລິຄໍາໄຊ 2 ຄົນ

  • ເມືອງປາກກະດິງ ມີ 02 ຄົນ, 02 ບ້ານ, ບ້ານນ້ໍາສ້າງ ມີ 01 ຄົນ – ບ້ານທົ່ງນາມີ ມີ 61 ຄົນ

10.ຫຼວງນໍ້າທາ 1 ຄົນ ບ້ານດອນຄູນ, ເມືອງນ້ໍາທາ, ແຂວງຫຼວງນໍ້າທາ ຊື່ງໄດ້ສໍາຜັດໄກ້ຊິດກັບກໍລະນີຕິດເຊື້ອ ບ້ານຂອນ, ເມືອງນ້ໍາທາ, ແຂວງຫຼວງນ້ໍາທາ ທີ່ໄດ້ເດີນທາງມາຈາກນະຄອນຫຼວງພະບາງ, ແຂວງຫລວງພະບາງ ເພື່ອກັບແຂວງຫຼວງນໍ້າທາ.

Nissan TERRA ລຸ້ນສືບທອດລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ

ລົດ SUV ຂະໜາດ 7 ບ່ອນນັ່ງ ເພື່ອຕອບສະໜອງຄວາມຕ້ອງການລົດ SUV ອະເນກປະສົງທີ່ເພີ່ມຂຶ້ນໃນອາຊີຕາເວັນອອກສຽງໃຕ້.

ເດືອນຕຸລາ ປີ 2021 – ບໍລິສັດ Tan Chong Motor (Lao) Co. Ltd. (“TCML”), ຕົວແທນຈໍາໜ່າຍພາຫະນະຂອງ Nissan ພຽງໜຶ່ງດຽວ ໃນ ສປປ ລາວ ແລະ ເປັນບໍລິສັດລູກຂອງ Tan Chong Motor Holdings Berhad (Malaysia), ມີແຜນຈະເປີດໂຕແລະວາງຈໍາໜ່າຍລົດ Nissan Terra ລຸ້ນໃໝ່ໃນໄວໆນີ້ ຫຼັງຈາກເປີດໂຕໄປແລ້ວໃນບາງປະເທດເຂດອາຊີຕາເວັນອອກສຽງໃຕ້.

ລົດ Nissan Terra ໃໝ່ ແມ່ນເປັນລຸ້ນສືບທອດຕະກຸນລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ ທີ່ປະກອບມີບັນດາລຸ້ນຕ່າງໆທີ່ໜ້າຈົດຈໍາເຊັ່ນ: Nissan Patrol, Nissan Safari, Nissan Terrano ແລະ Nissan Xterra.

ລຸ້ນ “Patrol” ເປັນລຸ້ນທໍາອິດທີ່ຖືກວາງຈໍາໜ່າຍໃນປີ 1951 ແລະ ມີຍອດຂາຍດີຕະຫຼອດຈົນຮອດປີ 1980.

ລຸ້ນ Nissan Safari 4WD Hardtop Standard roof AD ຖືກຜະລິດຈໍຳໜ່າຍຕັ້ງແຕ່ປີ 1980 ຮອດປີ 1985.

ລຸ້ນ Nissan Terrano ເປັນລົດ SUV ຂະໜາດກາງທີ່ຖືກຜະລິດຈໍຳໜ່າຍນັບຕັ້ງແຕ່ປີ 1986 ຫາປີ 1995.

ລຸ້ນ Nissan Terrano II ຖືກຜະລິດຈໍຳໜ່າຍນັບຕັ້ງແຕ່ປີ 1993 ຫາປີ 2006.

Nissan ໄດ້ນໍາສະເໜີລຸ້ນ X-Terra’s ສູ່ທ້ອງຕະຫຼາດ ນັບຕັ້ງແຕ່ປີ 1999 ເຖິງປີ 2015.

Nissan ໄດ້ເປີດໂຕລົດ premium SUV ໃນປີ 2018, ລົດ all-new Nissan Terra ດັ່ງກ່າວ ຖືກຜະລິດທີ່ໂຮງງານຜະລິດທີ່ປະເທດໄທ ເພື່ອຈໍາໜ່າຍໃນຕະຫຼາດອາຊີຕາເວັນອອກສຽງໃຕ້ ທີ່ລວມເອົາເຄື່ອງຍົນທີ່ມີຄຸນະພາບລະດັບຕົ້ນໆ ໃສ່ກັບດ້ານໃນຂອງລົດທີ່ກວ້າງຂວາງສະດວກສະບາຍ ແລະ ມີລະບົບຂັບເຄື່ອນລົດທີ່ທັນສະໄໝອັນລ່າສຸດຂອງ Nissan ທີ່ໃຫ້ລູກຄ້າສາມາດເດີນທາງດ້ວຍຄວາມໝັ້ນໃຈໃນທຸກໆການເດີນທາງ.

ປີ 2021 – ລຸ້ນ New Nissan TERRA ໃໝ່ ຈະຖືກວາງຈໍາໜ່າຍໃນ ສປປ ລາວ ໃນໄວໆນີ້ ແລະ ຈະບໍ່ພຽງແຕ່ຮັກສາມາດຕະຖານໃນການປະຢັດນໍ້າມັນ, ການປະຕິບັດງານ, ຄວາມນິ້ມນວນ, ຄວາມສະດວກສະບາຍ, ເທັກໂນໂລຢີ AI, ຄວາມປອດໄພ, ຄວາມຫຼູຫຼາ ແລະ ຄວາມປະທັບໃຈໃນການຂັບຂີ່ ເທົ່ານັ້ນ, ແຕ່ຍັງມີລາຄາທີ່ເປັນມິດ ແລະ ມີລາຍລະອຽດພາຍນອກ ແລະ ພາຍໃນທີ່ສະດຸດຕາ ອີກດ້ວຍ.  

ລົດລຸ້ນ New Nissan TERRA ໃໝ່ ຈະມີການວາງຈໍາໜ່າຍພາຍໃນ 2-3 ອາທິດນີ້, ລົດລຸ້ນດັ່ງກ່າວ ມີການອອກແບບຮູບຊົງດ້ານໜ້າແບບ V-motion  ທີ່ໃຫຍ່ ແລະ ເງົາງາມຂຶ້ນ ພ້ອມດ້ວຍອົງປະກອບພາຍໃນທີ່ມີຄຸນະພາບສູງ. ພ້ອມນີ້, ເທັກໂນໂລຢີໃນການຂັບເຄື່ອນອັດຊະລິຍະລ່າສຸດຂອງ Nissan ກໍຖືກນໍາມາໃຊ້ໃນລົດ SUV ໃໝ່ນີ້.

ທ່ານສາມາດເຂົ້າຢ້ຽມຊົມໃນເວັບໄຊທ໌ www.nissan-lao.la/ ຫຼື ຕິດຕາມ Facebook Page ຂອງ Nissan Laos ທີ່ fb.com/NissanLaos/ ເພື່ອເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບລົດ Nissan ທຸກໆລຸ້ນ.

ລາຍງານໂຄວິດ-19 ເສຍຊີວິດໃໝ່ເພີ່ມອີກ 2 ຄົນ, ຕິດເຊື້ອໃໝ່ +548 ຄົນ

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 16 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດເພີ່ມຈາກໂຄວິດ-19 ເພີ່ມອີກ 2 ກໍລະນີ ເຊິ່ງມີລາຍລະອຽດດັ່ງນີ້:

ຜູ້ທີ 1: ເພດຍິງ, ອາຍຸ 70 ປີ,

  • ບ້ານ ນາໂພ, ເມືອງລ້ອງຊານ, ແຂວງໄຊສົມບູນ
  • ພະຍາດປະຈໍາຕົວ ມະເຮັງທໍ່ບີອັກເສບໄລຍະສດທ້າຍ
  • ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19.
  • ວັນທີ 27 ກັນຍາ 2021 ເຂົ້າປິ່ນປົວຢູ່ໂຮງຫມໍແຂວງ
  • ວັນທີ 28 ກັນຍາ 2021 ໄດ້ສັ່ງມາໂຮງຫມໍມະໂຫສົດ ເກັບຕົວຢ່າງໂຄວິດ-19 ຜົນເປັນລົບ,
  • ວັນທີ 5 ຕຸລາ 2021 ເກັບຕົວຢ່າງໂຄວິດ-19 ຜົນເປັນລົບ ແລະ ຜ່າຕັດມະເຮັງທໍ່ນໍາບີ
  • ວັນທີ 10 ຕຸລາ 2021 ພາກັບບ້ານ ແລະ ຕິດຕາມພະຍາດຢູ່ລ້ອງຊານ
  • ວັນທີ 12 ຕຸລາ 2021 ເກັບຕົວຢ່າງຕື່ມອີກ
  • ວັນທີ 15 ຕຸລາ 2021 ຜົນອອກເປັນບວກ ມີອາການແຮງ ແລະ ເສຍຊີວິດ

ຜູ້ທີ 2: ເພດຍິງ, ອາຍຸ 75 ປີ

  • ບ້ານ ບໍ່ນາງົວ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ
  • ພະຍາດປະຈໍາຕົວ ຄື ຄວາມດັນເລືອດສູງ
  • ສັກຢາວັກຊີນປ້ອງກັນໂຄວິດ-19
  • ວັນທີ 4 ຕຸລາ 2021 ເຂົ້າຮັບການປິ່ນປົວ ຍ້ອນພະຍາດປະຈໍາຕົວແຊກແຊງ ເຮັດໃຫ້ອາການປ່ວຍໂຄວິດ-19 ຮຸນແຮງຂຶ້ນເລື້ອຍໆ
  • ວັນທີ 15 ຕຸລາ 2021 ຜູ້ປ່ວຍເສຍຊີວິດ

1.ຄໍາມ່ວນ 241 ຄົນ

  • ເມືອງທ່າແຂກ ມີ 240 ຄົນ: ຢູ່ໃນສະຖານທີ່ຄຸມຂັງ: 239 ຄົນ, ພະນັກງານຢູ່ໃນ ສະຖານທີ່ຄຸມຂັງ ມີ 1 ຄົນ
  • ເມືອງຫີນບູນ, ບ້ານຄໍາແກ້ວ ມີ 1 ຄົນ

2.ນະຄອນຫຼວງ 164 ຄົນ: ມາຈາກ 74 ບ້ານ, ໃນ 7 ເມືອງ

  • ເມືອງຈັນທະບູລີ ມີ 10 ບ້ານ (34 ຄົນ)
  • ເມືອງສີໂຄດຕະບອງ ມີ 16 ບ້ານ (22 ຄົນ)
  • ເມືອງໄຊເສດຖາ ມີ 12 ບ້ານ (39 ຄົນ)
  • ເມືອງສີສັດຕະນາກມີ 11 ບ້ານ (15 ຄົນ)
  • ເມືອງນາຊາທອງ ມີ 97 ບ້ານ (18 ຄົນ)
  • ເມືອງໄຊທານີ ມີ 12 ບ້ານ (23 ຄົນ) ( ບ. ສົມສະຫວັນ ສູນຫຼັກ 27 ມີ 05 ຄົນ)
  • ເມືອງຫາດຊາຍຟອງ ມີ 05 ບ້ານ (08 ຄົນ)

• ສືບຕໍ່ເອົາຂໍ້ມູນ 05 ຄົນ

3.ວຽງຈັນ 43 ຄົນ :

-ເມືອງແກ້ວອຸດົມ, ມີ 32 ຄົນ, 08 ບ້ານ

  • ບ້ານພູເຂົາຄໍາ ມີ 10 ຄົນ
  • ບ້ານແສງສະຫວ່າງ ມີ 07 ຄົນ
  • ບ້ານທ່າຊັນ ມີ 04 ຄົນ
  • ບ້ານນາປູນ ມີ 03 ຄົນ
  • ບ້ານທ່າລາດ ມີ 03 ຄົນ
  • ບ້ານສາມັກຄີໄຊ ມີ 02 ຄົນ
  • ບ້ານຖິ່ນແກ້ວ ມີ 02 ຄົນ
  • ບ້ານໂພນຄໍາ

-ເມືອງວັງວຽງ ມີ 0 ຄົນ, 06 ບ້ານ

  • ບ້ານນ້ໍາງາດ ມີ 02 ຄົນ
  • ບ້ານວຽງແກ້ວ ມີ 02 ຄົນ
  • ມີ 04 ຄົນ ຈາກບ້ານນາມອນ
  • ບ້ານຫ້ວຍແຍ້
  • ບ້ານໂພນສະຫວ່າງ 1
  • ບ້ານໂພນເພັງ 1

-ເມືອງໂພນໂຮງ: ບ້ານນາໂພໃຕ້ ມີ 03 ຄົນ

4.ຫຼວງພະບາງ 42 ຄົນ

-ນະຄອນຫຼວງພະບາງ ມີ 12 ບ້ານ (26 ຄົນ)

  • ວັດຜາໂອ ມີ 5 ຄົນ
  • ບ້ານຫາດຮ່ຽນ ມີ 4 ຄົນ
  • ບ້ານປ່ອງຄໍາ ມີ 3 ຄົນ
  • ບ້ານຜາສູກ ມີ 2 ຄົນ
  • ບ້ານປົ່ງຫວ້ານ ມີ 2 ຄົນ
  • ບ້ານເມືອງງາ ມີ 3 ຄົນ
  • ບ້ານພູຊ້າງຄໍາ ມີ 2 ຄົນ
  • ບ້ານຄົກວາ,ບ້ານດອນໃຫມ່, ບ້ານນາວຽງຄໍາ, ບ້ານນາຫຼວງ, ບ້ານໂພນ ສະອາດ ມີ ບ້ານລະ 1 ຄົນ

-ເມືອງນ້ໍາບາກ ມີ 4 ບ້ານ (6 ຄົນ)

  • ບ້ານນ້ໍາຖ້ວມໃຕ້ ມີ 2 ຄົນ
  • ບ້ານທ່າຊູ້ ມີ 2 ຄົນ
  • ບ້ານນ້ໍາຖ້ວມເຫນືອ ແລະ ບ້ານຫ້ວຍຍາງ ມີ ບ້ານ ລະ 1 ຄົນ

-ເມືອງປາກອູ ມີ 1 ບ້ານ (ບ້ານສ້ຽວ) ມີ 7 ຄົນ

-ເມືອງວຽງຄໍາ ມີ 1 ບ້ານ (ບ້ານວຽງຄາ) ມີ 2 ຄົນ

-ເມືອງງອຍ ມີ 1 ບ້ານ (ບ້ານສົບຮຸນ) ມີ 1 ຄົນ 

5.ບໍ່ແກ້ວ 10 ຄົນ:

  • ເມືອງຫ້ວຍຊາຍ 7 ຄົນ, 02 ບ້ານ, ບ້ານປາກຮາວເຫນືອ ມີ 6 ຄົນ, ບ້ານນ້ໍາປອງ ມີ 1 ຄົນ
  • ເມືອງຕົ້ນເຜີ້ງ, ບ້ານຄ້ວານສາມຫຼ່ຽມຄໍາ ມີ 03 ຄົນ

6.ຫຼວງນ້ໍາທາ 9 ຄົນ:

– 05 ຄົນເປັນສັນຊາດລາວ ແລະ ອີກ 04 ຄົນ ເປັນຄົນສັນຊາດຈີນ (ເດີນທາງຈາກ ນະຄອນຫລວງວຽງຈັນ ມີ 07 ຄົນ (ເປັນຄົນຈີນ 04 ຄົນ ແລະ ຄົນລາວ 03 ຄົນ) ແລະ ອີກ 02 ຄົນ ເປັນຄົນລາວເດີນທາງຈາກແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ເພື່ອໄປ ເຮັກວຽກຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.

7.ສະຫວັນນະເຂດ 8 ຄົນ

-ນະຄອນໄກສອນ ມີ 07 ຄົນ ຈາກ 04 ບ້ານ

  • ບ້ານດຸດົມວິໄລ ມີ 03 ຄົນ
  • ບ້ານບືງວະ ມີ 02 ຄົນ
  • ມີ 02 ຄົນ ຈາກບ້ານນາເຊັງ ແລະ ບ້ານໂພນສະຫວ່າງເຫນືອ ມີບ້ານລະ 1 ຄົນ

-ເມືອງຈໍາພອນ, ບ້ານຫຼັກ 35 ມີ 61 ຄົນ

8.ບໍລິຄໍາໄຊ 8 ຄົນ

  • ເມືອງປາກຊັນ (ບ້ານກ້ວຍອຸດົມ, ບ້ານນ້ໍາງຽບ)
  • ເມືອງປາກກະດິງ (ບ້ານໂພນຈະເລີນ, ບ້ານທົ່ງນາມີ, ບ້ານຫ້ວຍໄຮ)

9. ຈໍາປາສັກ 7 ຄົນ

  • ນະຄອນປາກເຊ ມີ 04 ຄົນ, 04 ບ້ານ- ມີ 04 ຄົນ ຈາກບ້ານພັດທະນາ , ບ້ານດົງເກາະໂລງ, ບ້ານແກ ແລະ ບ້ານໂຊກອໍານວຍ ມີບ້ານລະ 01 ຄົນ
  • ບາຈຽງຈະເລີນສຸກ ມີ 02 ຄົນ, ຈາກບ້ານໄຊສະຫວ່າງ 01 ຄົນ ແລະ ບ້ານຫມື່ນຫລວງ 01 ຄົນ
  • ເມືອງປະທຸມພອນ: ບ້ານນ້ໍາໃສເທິງ ມີ 1 ຄົນ

10. ໄຊສົມບູນ 5 ຄົນ:

  • ເມືອງລອງຊານ: ບ້ານຄອນວັດ ມີ 03 ຄົນ, ບ້ານຖ້ໍາດິນ ມີ 1 ຄົນ
  • ເມືອງທ່າໂທມ: ບ້ານຊຽງຄົນ ມີ 01 ຄົນ

11.ສາລະວັນ 5 ຄົນ: ບ້ານໂພນແກ້ວ ມີ 04 ຄົນ ບ້ານນາດອນຂວາງ ມີ 1 ຄົນ

ສືບຕໍ່ມາດຕະການຮອດ 30 ຕຸລາ 2021

ຂປລ. ລັດຖະບານ ໄດ້ເພີ່ມຄວາມເຂັ້ມງວດ ແລະ ສືບຕໍ່ປະຕິບັດບັນດາມາດຕະການໄປຕື່ມອີກ 15 ວັນ, ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 16 ຕຸລາ ຫາ ເວລາ 24:00 ໂມງ ຂອງວັນທີ 30 ຕຸລາ 2021

ເພື່ອເຮັດແນວໃດ ບໍ່ໃຫ້ພົນລະເມືອງລາວ ກໍຄື ຊາວຕ່າງດ້າວ ທີ່ອາໄສຢູ່ດິນແດນລາວ ຕິດເຊື້ອພະຍາດໂຄວິດ-19 ແລະ ເສຍຊິວິດໃຫ້ໜ້ອຍທີ່ສຸດ. ພ້ອມກັນນີ້, ກໍເພື່ອໃຫ້ມີການສົມດຸນ ແລະ ກົມກຽວກັນ ໃນ 3 ມາດຕະການ ລະຫວ່າງ “ມາດຕະການດ້ານການແພດ, ມາດຕະການດ້ານການບໍລິຫານ ແລະ ມາດຕະການດ້ານເສດຖະກິດ’’.

ນອກຈາກນີ້, ກໍຕ້ອງໄດ້ຄຳນຶງເຖິງຜົນກະທົບທາງລົບ ຕໍ່ການພັດທະນາເສດຖະກິດ ແລະ ການດຳລົງຊິວິດຂອງປະຊາຊົນ, ໂດຍພະຍາ ຍາມສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ທຳມາຫາກິນ ແລະ ດຳລົງຊິວິດປົກກະຕິໃນເງື່ອນໄຂໃໝ່ (ດຳລົງຊິວິດປົກກະຕິແບບໃໝ່) ພ້ອມທັງ, ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດຖະບານ.

ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແຫລງຂ່າວ ໃນວັນທີ 15 ຕຸລາ 2021 ທີ່ກະຊວງສາທາລະນະສຸກ ວ່າ:

ລັດຖະບານ ມີຄວາມຈຳເປັນຕ້ອງໄດ້ເພີ່ມຄວາມເຂັ້ມງວດ ແລະ ສືບຕໍ່ປະຕິບັດບັນດາມາດຕະການ, ເຊິ່ງມາດຕະການລວມ 3 ຂໍ້ ແລະ ມາດຕະການສະເພາະ ໃນເຂດທີ່ມີການລະບາດໃນຊຸມຊົນ 11 ຂໍ້, ພ້ອມທັງໄດ້ກໍານົດມາດຕະການຜ່ອນ ຜັນ 13 ຂໍ້ ດັ່ງນີ້:

ສຳລັບມາດຕະການຕ້ອງເພີ່ມທະວີ ການຈັດຕັ້ງປະຕິບັດໃນບາງດ້ານ ໂດຍສະເພາະມາດຕະ ການລວມ:

1) ສືບຕໍ່ສຸມໃສ່ການສັກວັກຊິນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້ ດ້ວຍການກຳນົດແຜນອັນລະອຽດ, ມີແຜນຕິດຕາມທີ່ເປັນລະບົບຄົບຊຸດ ແລະ ດຳເນີນໃຫ້ໄວຂຶ້ນກວ່າເກົ່າ; ສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃນສະຖານທີ່ຕ່າງໆທີ່ກະກຽມໄວ້ ໃຫ້ຖືກຕ້ອງຕາມຫລັກວິຊາການ.

2) ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທາງບົກ ແລະ ທາງນໍ້າ ສໍາລັບບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ. ສ່ວນພາຫະນະຂົນ ສົ່ງສິນຄ້າ ໃຫ້ປະຕິບັດຕາມມາດຕະການໃນຂໍ້ 3.11 ຂອງແຈ້ງການສະບັບນີ້.

3) ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆ ຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ ທີ່ມີຄວາມຈຳເປັນ ເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ທີ່ເປັນບູລິມະສິດ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະ ການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສ່ວນການຈຳກັດບໍລິເວນ ແມ່ນອະນຸຍາດ ໃຫ້ຂັ້ນເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ ນຳໃຊ້ທີ່ພັກຂອງຕົນເອງໄດ້, ສ່ວນຂັ້ນຖັດລົງມາ ແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດ ກຳນົດໄວ້ເທົ່ານັ້ນ.

ສ່ວນມາດຕະການສະເພາະ ໃນເຂດທີ່ມີການລະບາດໃນຊຸມຊົນແມ່ນ

2) ຫ້າມເປີດຮ້ານນວດ, ຮ້ານເສີມຄວາມງາມ, ຮ້ານຕັດຜົມ, ຮ້ານເສີມສວຍ, ຕະຫລາດກາງຄືນ, ສວນອາຫານ ແລະ ສະ ຖານທີ່ທ່ອງທ່ຽວ;

3) ປິດບັນດາໂຮງງານອຸດສາຫະກໍາ ແລະ ບັນດາວິສາຫະກິດ ຢູ່ເຂດທີ່ມີການລະ ບາດພາຍໃນໂຮງງານ ແລະ ໃນຊຸມຊົນ, ຍົກເວັ້ນໂຮງງານທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ, ໂຮງງານທີ່ຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ ແລະ ອຸປະກອນການແພດ, ແຕ່ໃຫ້ມີການຄຸ້ມຄອງຮັບປະກັນຕາມມາດຕະການ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ຖ້າຫົວໜ່ວຍທຸລະກິດໃດບໍ່ໃຫ້ການຮ່ວມມື ແລະ ບໍ່ປະຕິບັດຕົວຈິງຕໍ່ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດຂອງໂຄວິດ-19 ຕ້ອງໂຈະຊົ່ວຄາວ ຈຶ່ງຈະພິຈາລະນາຄືນ;

4) ຫ້າມບຸກຄົນເດີນ ທາງ ເຂົ້າ-ອອກ ຕາມການກໍານົດຂອງຄະນະສະເພາະກິດ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ການຂົນສົ່ງສິນຄ້າ;

5) ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງ ຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມອອກກຳລັງກາຍຕາມສວນສາທາລະນະຕ່າງໆ;

6) ຫ້າມຈັດງານສັງສັນ ຫລື ຊຸມແຊວທຸກຮູບແບບຢູ່ທຸກສະຖານທີ່;

7) ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆ ທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ;

8) ປິດການສັນຈອນຂອງພາຫະນະ ຢູ່ນະຄອນຫລວງວຽງຈັນ ແລະ ບັນ ດາແຂວງ ທີ່ມີການລະບາດໃນຊຸມຊົນ ຕັ້ງແຕ່ເວລາ 22:00 ໂມງ-05:00 ໂມງເຊົ້າ, ຍົກເວັ້ນລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດລົດຂອງເຈົ້າໜ້າທີ່ປະຕິບັດງານ ແລະ ລົດທີ່ໄດ້ຮັບອະນຸຍາດຈາກຄະນະສະ ເພາະກິດ;

9) ປິດການຮຽນ-ການສອນ ສຳລັບການສຶກສາທຸກຊັ້ນທຸກສາຍ ແລະ ສືບຕໍ່ເລື່ອນການເປີດສົກຮຽນ ສຳລັບການສຶກສາທຸກຊັ້ນທຸກສາຍ ແລະ ການເສັງເຂົ້າຮຽນສາຍອາຊີວະສຶກສາ, ການສຶກສາຄູ ແລະ ການສຶກສາຊັ້ນສູງ;

10) ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫລື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫລາຍກວ່າ 20 ຄົນ ເປັນຕົ້ນ ກິດຈະກໍາທາງສາສະໜາ, ງານບຸນປະເພນີ, ງານດອງ, ກໍລະນີຈໍາເປັນຕ້ອງຈັດກອງປະຊຸມ ແລະ ງານລ້ຽງທາງການ ແມ່ນໃຫ້ຂໍອະນຸຍາດຈາກຄະນະສະ ເພາະກິດຂັ້ນສູນກາງ ຫລື ຂັ້ນແຂວງ. ສຳລັບບັນດາກະຊວງ-ອົງການທຽບເທົ່າທີ່ຈະດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກຕົນ ແມ່ນໃຫ້ສະເໜີແຜນປ້ອງກັນ ແລະ ຄວບຄຸມ ພະຍາດໂຄວິດ-19 ໃນໄລຍະດໍາເນີນກອງປະຊຸມ, ແລ້ວສະເໜີ ຫາຄະນະສະເພາະກິດ ພິຈາລະນາເປັນແຕ່ລະກໍລະນີ;

11) ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ວິສາຫະກິດ ຢູ່ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ອະນຸຍາດໃຫ້ພະນັກງານ ແລະ ລັດຖະກອນ ຜັດປ່ຽນກັນມາປະຈຳການ ຫລື ເຮັດວຽກຢູ່ເຮືອນ ຜ່ານລະບົບເອເລັກໂຕຣນິກ, ສໍາລັບຜູ້ທີ່ມີຄວາມສ່ຽງ ແລະ ຜູ້ຍິງຖືພາ ທີ່ບໍ່ສາມາດຮັບວັກຊິນໄດ້ ແມ່ນໃຫ້ເຮັດວຽກຢູ່ເຮືອນ.

ສຳລັບມາດຕະການສືບຕໍ່ຜ່ອນຜັນ

1. ໃຫ້ສືບຕໍ່ອະນຸຍາດໃຫ້ເປີດ ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫລາດສົດ, ຕະຫລາດຂາຍອາຫານ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫລື ເຈວລ້າງມື, ມີການຈັດສັນທາງເຂົ້າ-ອອກ ໃຫ້ເປັນລະບຽບ ແລະ ໂດຍເປີດການບໍລິການຂອງຕົນ ແມ່ນບໍ່ເກີນເວລາ 20:00 ໂມງ ຢ່າງເດັດຂາດ.

2. ການຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດ ເລກທີ 4291/ສພກ, ລົງວັນທີ 15 ກັນຍາ 2021 ຢ່າງເຂັ້ມງວດ.

3. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ໂດຍໃຫ້ບໍ ລິການສະເພາະຕັດແຕ່ງຜົມເທົ່ານັ້ນ, ສ່ວນການບໍລິການອື່ນໆ ແມ່ນຫ້າມເດັດຂາດ ແລະ ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ. ສໍາລັບເຈົ້າຂອງຮ້ານ, ພະນັກງານບໍລິການ ແລະ ຜູ້ມາໃຊ້ບໍລິການ ຕ້ອງໄດ້ຮັບວັກຊິນຄົບກ່ອນ, ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ, ແຜ່ເຊື້ອຢ່າງເຂັ້ມງວດ ແລະ ໃຫ້ເປີດບໍລິການບໍ່ເກີນ 19:00 ໂມງ ຢ່າງເດັດຂາດ.

4. ສືບຕໍ່ອະນຸຍາດໃຫ້ເປີດຮ້ານນວດ, ຮ້ານເສີມສວຍ, ຮ້ານເສີມຄວາມງາມ, ຮ້ານຕັດຜົມ ຢູ່ທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມຊົນ ໂດຍຜູ້ໃຫ້ບໍລິການ ແລະ ຜູ້ຮັບບໍລິການ ຕ້ອງໄດ້ຮັບວັກຊິນຄົບ, ທັງໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ ແລະ ໃຫ້ເປິດບໍລິ ການບໍ່ເກີນ ເວລາ 20:00 ໂມງ ຢ່າງເດັດຂາດ.

5. ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ ແລະ ຮ້ານກາເຟ ຢູ່ເຂດທີ່ບໍ່ມີການລະບາດໃນຊຸມຊົນ ໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ແມັດຂຶ້ນໄປ ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດ ຢ່າງເດັດຂາດ ແລະ ຕ້ອງປະ ຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສໍາລັບເຂດທີ່ມີການລະບາດ ແມ່ນອະນຸຍາດໃຫ້ຊື້ກັບເມືອເຮືອນເທົ່ານັ້ນ.

6. ອະນຸຍາດໃຫ້ເປີດໂຮງຈັກໂຮງງານ ແລະ ວິສາຫະກິດ ຢູ່ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ ເພື່ອດຳເນີນກິດຈະການໄດ້ ໂດຍພະນັກງານ, ກໍາມະກອນ ຕ້ອງໄດ້ຮັບວັກຊິນຄົບກ່ອນ ແລະ ບໍ່ໄດ້ພັກພາອາໄສ ຢູ່ພື້ນທີ່ທີ່ມີການລະບາດໃນຊຸມຊົນ (ເຂດແດງ). ສໍາລັບໂຮງງານໃດ ທີ່ມີເງື່ອນໄຂ ກໍໃຫ້ຈັດທີ່ພັກອາໄສກັບທີ່ໃຫ້ແຮງງານຂອງຕົນ ເພື່ອຫລຸດຜ່ອນຄວາມສ່ຽງໃນການຕິດເຊື້ອ. ໃຫ້ສ້າງແຜນການປ້ອງກັນລະອຽດ ແລ້ວຂໍອະນຸຍາດຈາກຄະນະສະເພາະກິດທີ່ກ່ຽວຂ້ອງ.

7. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມຢູ່ສະຖານທີ່ ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນ ຫະພູມ, ການຮັກສາໄລຍະຫ່າງຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫລື ເຈວລ້າງມື, ໄດ້ຮັບວັກຊິນຄົບ ໂດຍບໍ່ກວດຫາເຊື້ອພະຍາດ ໂຄວິດ-19. ກໍລະນີການຈັດປະຊຸມຢູ່ຕ່າງແຂວງ ແມ່ນຕ້ອງຂໍອະນຸຍາດຄະນະສະເພາະກິດແຂວງດັ່ງກ່າວລ່ວງໜ້າ.

8. ໃຫ້ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດ ໃນໄລຍະເວລາແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມ ທົບກັບ ກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກໍານົດຈຳນວນເຮືອຫາປາ ກ່ອນອອກເຄື່ອນໄຫວແຕ່ລະມື້ ໂດຍໃຫ້ມີການບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ແລະ ເຂັ້ມງວດ.

9. ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນໄດ້ປົກກະຕິ.

10. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງແຂວງຕໍ່ແຂວງ ທີ່ບໍ່ມີການລະບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ. ສຳລັບຄົນຕ່າງປະເທດທີ່ເດີນທາງເຂົ້າສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ, ໃບຢັ້ງຢືນການຈໍາກັດບໍລິເວນ ຄົບ 14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນຢູ່ແຂວງປາຍທາງ. ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫລື ໄດ້ດຳລົງຊີວິດຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະ ເມືອງລາວ. ສໍາລັບຜູ້ໂດຍສານ ແລະ ຜູ້ຂັບຂີ່ລົດ ເຂົ້າ-ອອກ ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຈາກແຂວງຕົ້ນທາງ ແລະ ປາຍທາງ.

11. ສືບຕໍ່ອະນຸຍາດໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າ ສາມາດສົ່ງສິນຄ້າເຂົ້າ-ອອກ ລະຫວ່າງແຂວງ ຫາແຂວງ ແລະ ນະຄອນຫລວງວຽງຈັນ ຫາແຂວງປາຍທາງໄດ້ ໂດຍບໍ່ຈຳ ເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດໂຄວິດ-19 ແລະ ບໍ່ຈໍາກັດບໍລິເວນ ຢູ່ແຂວງປາຍທາງ, ແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ໂດຍໃຫ້ສືບຕໍ່ດຳເນີນການຂົນສົ່ງລະຫວ່າງປະເທດ ໂດຍປະຕິບັດຕາມມາດຕະການທີ່ລະບຸໄວ້ໃນແຈ້ງການ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021 ຢ່າງເຂັ້ມງວດ ແລະ ເປັນເອກະພາບ, ພ້ອມດຽວກັນນັ້ນ ຄົນຂັບລົດສິນຄ້າລະຫວ່າງປະເທດ ທີ່ຈຳເປັນຕ້ອງຂັບລົດເຂົ້າມາໃນ ສປປ ລາວ ຕ້ອງໄດ້ຮັບວັກຊິນຄົບ.

13. ສືບຕໍ່ອະນຸຍາດໃຫ້ເປີດບໍລິການສູນກິລາໃນຮົ່ມ ແລະ ກາງແຈ້ງ ຢູ່ທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມຊົນ. ແຕ່ຕ້ອງແມ່ນສູນກິລາ ທີ່ໄດ້ຮັບອະນຸຍາດຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ, ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫລົ້າ ແລະ ໃຫ້ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ເຊື້ອ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ຍິນດີນຳເດີ້! ຜູ້ໂຊກດີໄດ້ຮັບເງິນລາງວັນ 1,207,000,000 ກີບ

ສະແດງຄວາມຍິນດີນຳເດີ້! ຖືກຫວຍ 6 ໂຕ 3,000 ກີບ ແລະ 3 ໂຕ 14,000ກີບ ລວມມູນຄ່າ 1,207,000,000 ກີບ

ຜູ້ໂຊກດີ ຊື່ ທ້າວ ຄອນສະຫວັນ ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຖືກຫວຍ 6 ໂຕ 3,000 ກີບ ແລະ 3 ໂຕ 14,000ກີບ ລວມມູນຄ່າ 1,207,000,000 ກີບ ຈາກ ຫວຍທັນສະໄຫມ ໂຊກໄຊ ສາຂາ 4

ຄໍ່າວັນທີ 14 ຕຸລາ 2021 ທີ່ ບ້ານຂາມງ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທ້າວ ຄອນສະຫວັນ ອາຊີບຄ້າຂາຍໄດ້ ຖືກຫວຍ 6 ໂຕ 3,000 ກີບ ແລະ 3 ໂຕ 14,000ກີບ ລວມມູນຄ່າ 1,207,000,000 ກີບ ຈາກ ຫວຍທັນສະໄຫມ ໂຊກໄຊ ສາຂາ 4.

ໃນຄໍ່າຄືນຂອງວັນທີ 14ຕຸລາທີ່ຜ່ານມາ ເອື້ອຍຂອງທ້າວຄອນສະຫວັນໄດ້ອັບຮູບນ້ອງຊາຍຂອງຕົນລົງເຟສບຸກພ້ອມຂຽນຂໍ້ຄວາມວ່າ: ບາດນີ້ແມ່ນທີຈົວ ລະເດີ້ພີ່ນ້ອງ ນ້ອງຊາຍຖືກ 6 ໂຕ3ພັນ 3ໂຕ 14ພັນ ເຊິ່ງໂພດດັ່ງກ່າວກໍໄດ້ມີຊາວເນັດເຂົ້າໄປສະແດງຄວາມຍິນດີຢ່າງຫຼວງຫຼາຍ ເຊິ່ງທ້າວຄອນສະຫວັນ ກໍໄດ້ເຂົ້າໄປຂຶ້ນເງິນຢູ່ ຫວຍທັນສະໄໝໂຊກໄຊສາຂາ 4 ໃນຕອນເຊົ້າຂອງວັນທີ ​15 ຕຸລາ 2021 ເປັນທີ່ຮຽບຮ້ອຍແລ້ວ.

ທ້າວຄອນສະຫວັນໄດ້ບອກວ່າ: ຕົນແມ່ນໄດ້ຊື້ເລກຕາມທະບຽນລົດຂອງຕົນ ບວກດ້ວຍທີ່ໂຕເອງ ຂາຍຊິ້ນໝູເລີຍນໍາມາຕີເປັນເລກດັ່ງກ່າວເພີ່ນຍັງໄດ້ບອກອີກວ່າ: ຈະເອົາເງິນຈຳນວນນີ້ໄປຂະຫຍາຍທຸລະກິດ ແລະ ເຖິງແມ່ນວ່າຈະໄດ້ເງິນຈຳນວນຫຼວງຫຼາຍກໍຍັງຈະສຶບຕໍ່ຂາຍຊີ້ນໝູຄືດັ່ງທີ່ຜ່ານມາ. ກາຍເປັນເສດຖີໃນຂ້າມຄືນ ເຖິງຢາງໄດກໍຕາມທາງພວກເຮົາກໍ່ຂໍສະແດງຄວາມຍິນດີນຳເດີ້

ຍິນດີນຳຜູ້ໂຊກດີຫຼາຍເດີ້!

ຝາກຢາເສບຕິດນຳຂົນສົ່ງ ຈາກນະຄອນຫຼວງມາສະຫວັນນະເຂດ

ປກສ ນະຄອນ ໄກສອນພົມວິຫານ ແຂວງສະຫວັນນະເຂດ ກັກຕົວຜູ້ຖືກຫາ 03 ຄົນ ພ້ອມຂອງກາງຢາບ້າຈໍານວນ 17 ມັດ.

ໃນວັນທີ 11 ຕຸລາ 2021 ທີ່ຜ່ານນີ້,ທາງເຈົ້າໜ້າທີ່ ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ໄດ້ມີເຄື່ອງທີ່ສົງໃສວ່າເປັນຢາເສບຕິດຝາກມາແຕ່ ນະຄອນຫຼວງວຽງຈັນ ເຊິ່ງຝາກມາທາງບໍລິສັດຂົນສົ່ງເຄື່ອງແຫ່ງໜຶ່ງ ສາຂາສະຫວັນນະເຂດ ຈາກນັ້ນທາງເຈົ້າໜ້າທີ່ ວິຊາສະເພາະຈຶ່ງລົງກວດພິສູດແຫລ່ງຂ່າວ ແມ່ນມີມູນຄວາມຈິງແທ້.

ຮອດເວລາປະມານ 15 ໂມງ ຈຶ່ງພົບເຫັນເປົ້າໜາຍສົງໃສເປັນຊາຍ 02 ຄົນຂີ່ລົດຈັກເວບ ສີ ປອນ ປ້າຍທະບຽນ ຈຕ 4807 ສະຫວັນນະເຂດ ເຂົ້າມາຈອດຢູ່ໜ້າ ບໍລິສັດຂົນສົ່ງເຄື່ອງ ແລ້ວເຂົ້າໄປຮັບເອົາເຄື່ອງຝາກດັ່ງກ່າວ, ທາງເຈົ້າໜ້າທີ່ຈຶ່ງເຂົ້າຈັບຕົວພວກກ່ຽວ ແລ້ວກວດເບິ່ງແກັດເຄື່ອງຝາກ ຈຶ່ງຮູ້ວ່າເປັນຢາເສບ ຕິດ(ຢາບ້າ) ຈາກນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ນຳຕົວ ທ້າວ ຄອນສະຫວັນ (ບີດ) ອາຍຸ 24 ປີ ອາຊີບ ນັກສຶກສາ ບ້ານ ສອນໄຊ ນະຄອນ ໄກສອນ ພົມວິຫານ ແລະ ທ້າວ ວັນມະນີ (ຕາໂລ້) ອາຍຸ 23 ປີ ບ້ານ ໂພນສະອາດ ນະຄອນ ໄກສອນ ພ້ອມຂອງກາງຢາເສບຕິດ(ຢາບ້າ) ມີ10 ຖົງນ້ອຍ ຈຳນວນ 2.023 ເມັດ(ສອງພັນຊາວສາມເມັດ) ໄດ້ເຂົ້າມາ ປກສ ນະຄອນ ຜ່ານການສືບສວນ-ສອບສວນ ພວກກ່ຽວທັງສອງໃຫ້ການຮັບສາລະພາບວ່າຢາເສບຕິດ(ຢາບ້າ)ຈຳນວນດັ່ງກ່າວແມ່ນເປັນຂອງທ້າວ ຄອນສະຫວັນ (ບີດ) ໄດ້ສັ່ງຊື້ມາຈຳໜ່າຍຂາຍໃຫ້ລູກຄ້າ. ຮອດເວລາ 17 ໂມງ ຂອງວັນດຽວກັນ ໄດ້ມີນາງ ສຸດໃຈ ໂທລະສັບມາຫາ ທ້າວ ຄອນສະຫວັນ(ບີດ) ວ່າໄດ້ມີລູກຄ້າຝາກເຄື່ອງ(ຢາບ້າ) ມາແຕ່ນະຄອນຫຼວງວຽງ ຈັນອີກ,ມາໃຫ້ລູກຄ້າຢູ່ສະຫວັນນະເຂດ ຊຶ່ງເມື່ອເຄື່ອງມາຮອດໃຫ້ຜູ້ກ່ຽວມາຮັບແລ້ວເອົາເຄື່ອງໄປສົ່ງໃຫ້ ທ້າວ ແອ ຄົນບ້ານໃຜ່ ເມືອງຈຳພອນ ແຂວງສະຫວັນນະເຂດ ຢູ່ຫຼັກ 35, ທ້າວ ຄອນສະ ຫວັນ(ບີດ) ຈິ່ງໄດ້ຕອບຕົກລົງ.

ຮອດໃນວັນທີ 12 /10/2021 ເວລາປະມານ 16 ໂມງທາງເຈົ້າທີ່ໄດ້ກັກຕົວ ທ້າວ ສູນທອນ ຄໍາໃສ ອາຍຸ 36 ປີ ອາຊີບ ກໍາມະກອນ ບ້ານ ທ່າພະລານໄຊ ເມືອງ ສີສັດຕະນາດ ນະຄອນຫຼວງວຽງຈັນ ພ້ອມດ້ວຍລົດ ຍີ່ຫໍ້ ອີສຸຊຸ ຫົກລໍ້,ສີປອນ,ເລກ ບຂ 9250 ກໍາແພງນະຄອນ. ເຊິ່ງຜ່ານການກວດກາຄົ້ນລົດຄັນດັ່ງກ່າວແມ່ນພົບເຫັນຂອງກາງ ຢາເສບຕິດ(ຢາບ້າ) 17 ມັດ (ສິບເຈັດມັດ) ແລະ ອີກ 28 ເມັດ(ຊາວແປດເມັດ) ແລະມີຈໍານວນທັງໜົດ 34.028 ເມັດ(ສາມສິບສີ່ພັນຊາວແປດເມັດ) ທີ່ໃສ່ໄວ້ໃນແກັດນ້ຳດື່ມຫົວເສືອປະໄວ້ຢູ່ຂ້າງບ່ອນນັ່ງຄົນຂັບ,ເຊິ່ງຈຸດກັກຕົວແມ່ນຢູ່ເສັ້ນທາງເລກ09 ຂອບເຂດບ້ານ ອຸດົມວິໄລ ນະຄອນ ໄກສອນ ພົມວິຫານ ແລະ ພາຍຫຼັງເຈົ້າໜ້າທີ່ກັກຕົວ ທ້າວ ສູນທອນ ຄຳໃສ ແລ້ວ ເຊິ່ງທາງເຈົ້າໜ້າຈິ່ງໄດ້ໃຫ້ທ້າວ ຄອນສະຫວັນ (ບີດ)ໂທລະສັບຫາ ທ້າວ ແອ ໃຫ້ມາຮັບເອົາເຄື່ອງ(ຢາບ້າ) ຢູ່ທີ່ປໍ້ານໍ້າມັນ ປຕທ ຂອບເຂດບ້ານ ຫຼັກ 35 ເມືອງ ຈຳພອນ.

ຮອດເວລາປະມານ 19 ໂມງຂອງວັນດຽວກັນ ໄດ້ມີ ທ້າວ ສັກດາ (ຕົ້ນ) ອອກມາຮັບເອົາເຄື່ອງ(ຢາບ້າ)ຈຳນວນດັ່ງກ່າວ ເຊິ່ງແມ່ນ ທ້າວ ແອ ເປັນຄົນບອກໃຫ້ອອກມາຮັບເອົາເຄື່ອງ ຢູ່ຈຸດປ້ຳນ້ຳມັນຕາມທີ່ໄດ້ນັດກັນ ດັ່ງນັ້ນຈຶ່ງຖືກເຈົ້າທີ່ກັກຕົວ ແລະ ສ່ວນທ້າວ ແອ ເຈົ້າຂອງເຄື່ອງ (ຢາບ້າ)ແມ່ນໄດ້ເອົາຕົວຫຼົບໜີ ປັດຈຸບັນທາງເຈົ້າໜ້າທີ່ແມ່ນຈະໄດ້ນຳຕົວຜູ້ກ່ຽວມາດໍາເນີນຄະດີຕາມບະບຽບກົດໝາຍບ້ານເມືອງຕໍ່ໄປ.

ຂໍ້ມູນ: Lao National Radio

ເຫດລົດກະບະເສຍຫຼັກຕົກໜອງນ້ຳ ລະຫວ່າງເມືອງຊຳເໜືອ ຫາ ເມືອງວຽງໄຊ

ເກີດອຸປະຕິເຫດລົດໃຫຍ່ເສຍຫຼັກຕົກໜອງນ້ຳເສຍຊີວິດ 01 ຄົນ

ຕາມການລາຍງານຂອງເຈົ້າໜ້າທີ່ ປກສ ແຂວງຫົວພັນ ໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 14 ຕຸລາ 2021 ນີ້ ທີ່ຜ່ານມາ, ໄດ້ເກີດອຸປະຕິເຫດລົດໃຫຍ່ກະບະ ເສຍຫຼັກຕົກລົງໜອງນ້ຳຂ້າງທາງ ຢູ່ກິໂລແມັດທີ 9 ເສັ້ນທາງລະຫວ່າງເມືອງຊຳເໜືອ ຫາ ເມືອງວຽງໄຊ ແຂວງຫົວພັນ.

ຜ່ານການລົງເກັບກຳຂໍ່້ມູນຂອງເຈົ້າໜ້າທີ່ໄດ້ພົບເຫັນ ລົດໃຫຍ່ກະບະ ຍີ່ຫໍ້ ອີຊຸຊຸ ດີແມັກ ທະບຽນລົດ ກຈ 4579 ກຳແພງນະຄອນ ເຊິ່ງຜູ້ຂັບຂີ່ແມ່ນ ທ້າວ ບຸນມາ ຈັນມີໄຊ ພະນັກງານ ຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຊຽງຄໍ້ ແຂວງຫົວພັນ, ໄດ້ເກີດອຸປະຕິເຫດ ຂັບຂີ່ລົດໃຫຍ່ເສຍຫຼັກຕົກລົງໜອງນ້ຳຂ້າງທາງ ຢູ່ລະຫວ່າງກິໂລແມັດທີ່ 9 ເສັ້ນທາງ ເມືອງຊຳເໜືອຫາເມືອງວຽງໄຊ ແຂວງຫົວພັນ ເຮັດໃຫ້ຜູ້ກ່ຽວເສຍຊີວິດຄາທີ່, ສ່ວນຂໍ່້ມູນ ເຫດການລາຍລະອຽດທີ່ພາໃຫ້ເກີດອຸບັດຕິເຫດນັ້ນ ທາງເຈົ້າໜ້າທີ່ກຳລັງສືບສວນ-ສອບສວນ.

ຈາກເຫດການທີ່ເກີດຂຶ້້ນໃນຄັ້ງນີ້ ທາງທິມງານຂອງພວກເຮົາ ຂໍສະແດງຄວາມເສຍໃຈ ມາຍັງຍາດຕິພີ່ນ້ອງຂອງຜູ້ກ່ຽວ ແລະ ຮຽກຮ້ອງມາຍັງຜູ້ນຳໃຊ້ລົດ, ເສັ້ນທາງໃນການສັນຈອນໄປມາ ຈົ່ງພ້ອມກັນຂັບຂີ່ລົດດ້ວຍຄວາມລະມັດລະວັງ ເພື່ອຄວາມປອດໄພ.

ຍັງໜ້າເປັນຫ່ວງ! ຜູ້ຕິດເຊື້ຶ້ອພາຍໃນຂອງບາງແຂວງຍັງເພີ່ມຂຶ້ນ

ລາຍງານວັນທີ 15 ຕຸລາ 2021, ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,512 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 573 ຄົນ (ຕິດເຊື້ອພາຍໃນ ມີ 571 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ)ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 571 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

1.ຄໍາມ່ວນ 161 ຄົນ

– ເມືອງທ່າແຂກ ມີ 158 ຄົນ

  • ບ້ານນາບົງ: 1 ຄົນ
  • ສະຖານທີ່ຄຸມຂັງ 157 ຄົນ

-ເມືອງຄູນຄໍາ, ບ້ານຜາຊ້າງ 3 ຄົນ

2.ນະຄອນຫຼວງ 145 ຄົນ: ມາຈາກ 73 ບ້ານ, ໃນ 7 ເມືອງ

  • ເມືອງຈັນທະບູລີ ມີ 13 ບ້ານ (31 ຄົນ)
  • ເມືອງສີໂຄດຕະບອງ ມີ 10 ບ້ານ (21 ຄົນ)
  • ເມືອງໄຊເສດຖາ ມີ 07 ບ້ານ (14 ຄົນ)
  • ເມືອງສີສັດຕະນາກມີ 14 ບ້ານ (44 ຄົນ)
  • ເມືອງນາຊາທອງ ມີ 01 ບ້ານ (02 ຄົນ)
  • ເມືອງໄຊທານີ ມີ 11 ບ້ານ (18 ຄົນ) ( ບ້ານ ສົມສະຫວັນ ສູນຫຼັກ 27 ມີ 06 ຄົນ )
  • ເມືອງຫາດຊາຍຟອງ ມີ 6 ບ້ານ (11 ຄົນ)
  • ສືບຕໍ່ເອົາຂໍ້ມູນ 03 ຄົນ

3.ວຽງຈັນ 86 ຄົນ

-ເມືອງແກ້ວອຸດົມ ມີ 35 ຄົນ, 07 ບ້ານ

  • ບ້ານແສງສະຫວ່າງ ມີ 15 ຄົນ
  • ບ້ານທ່າລາດ ມີ 08 ຄົນ
  • ບ້ານທ່າຊັນ ມີ 06 ຄົນ
  • ບ້ານໂພນມ່ວງ ມີ 02 ຄົນ
  • ມີ 03 ຄົນຈາກບ້ານພູເຂົາຄໍາ, ບ້ານແກ້ວກູ່, ບ້ານໂພນຄໍາ ມີບ້ານລະ 01 ຄົນ

-ເມືອງຫີນເຫີບ ມີ 22 ຄົນ, 03 ບ້ານ

  • ບ້ານມຸກ ມີ 19 ຄົນ
  • ບ້ານຫີນຕິດ ມີ 02 ຄົນ
  • ບ້ານນາທອງ ມີ 01 ຄົນ
  • ເມືອງວັງວຽງ ມີ 10 ຄົນ, 04 ບ້ານ
  • ບ້ານວຽງແກ້ວ ມີ 07 ຄົນ
  • ມີ 03 ຄົນ ຈາກບ້ານຫ້ວຍແຍ້, ບ້ານໂພນຊູ ແລະ ໂຮງໝໍ 108 ມີບ່ອນລະ 01 ຄົນ

-ເມືອງກາສີ ມີ 08 ຄົນ, 02 ບ້ານ

  • ບ້ານວຽງແກ້ວ ມີ 07 ຄົນ
  • ບ້ານພູຄໍາ ມີ 01 ຄົນ

-ເມືອງໂພນໂຮງ ມີ 07 ຄົນ, 03 ບ້ານ

  • ບ້ານໂຮງ (ບ້ານໂພນໂຮງ) ມີ 03 ຄົນ
  • ບ້ານຫຼັກ 52 ມີ 02 ຄົນ
  • ບ້ານໜອງປຸງ ມີ 02 ຄົນ
  • ບ້ານນາແພງ, ເມືອງທຸລະຄົນ ມີ 01 ຄົນ

4.ຫຼວງພະບາງ 45 ຄົນ

-ນະຄອນຫຼວງພະບາງ ມີ 10 ບ້ານ (20 ຄົນ)

  • ບ້ານພູໝອກ ມີ 3 ຄົນ
  • ບ້ານໂພສີ ມີ 3 ຄົນ
  • ບ້ານຜາສຸກ ມີ 3 ຄົນ
  • ບ້ານປ່ອງຄຳ ມີ 3 ຄົນ
  • ບ້ານນາສ້າງເຫວີຍ ມີ 2 ຄົນ
  • ບ້ານເມືອງງາ ມີ 2 ຄົນ
  • ບ້ານຄົກວາ, ບ້ານມະໂນ, ບ້ານໝື່ນນາ, ບ້ານໂພນໄຊ ມີ ບ້ານລະ 1 ຄົນ

-ເມືອງ ນໍ້າບາກ ມີ  5 ບ້ານ  (12 ຄົນ)

  • ບ້ານບົມ ມີ 5 ຄົນ
  • ບ້ານຟ້າ ມີ 4 ຄົນ
  • ບ້ານຫົວນາ, ບ້ານແນ່ ແລະ ບ້ານໂພນສະອາດ ບ້ານ ລະ 1 ຄົນ

–  ເມືອງ ຊຽງເງິນ ມີ 2 ບ້ານ (5 ຄົນ)

  • ບ້ານປາກຂັນ ມີ 4 ຄົນ
  • ບ້ານດອນໂມ ມີ 1 ຄົນ

–  ເມືອງງອຍ ມີ 2 ບ້ານ (3 ຄົນ)

  • ບ້ານສົບຮຸນ ມີ 2 ຄົນ
  • ບ້ານໜອງຂຽວ ມີ 1 ຄົນ

–  ເມືອງຈອມເພັດ ມີ 2 ບ້ານ ( 3 ຄົນ)

  • ບ້ານຫ້ວຍຖ້ຳ ມີ 3 ຄົນ
  • ບ້ານໜອງຈອງ ມີ 1 ຄົນ
  • ເມືອງໂພນໄຊ ມີ 1 ຄົນ ມາຈາກ ບ້ານ ປາກງາ

5.ສະຫວັນນະເຂດ  42 ຄົນ

–   ນະຄອນໄກສອນ ມີ 32 ຄົນ

  • ຈາກ 09 ບ້ານບ້ານດົງນາຄໍາ ມີ 22 ຄົນ
  • ໂພນສະຫວ່າງເໜືອ ມີ 03 ຄົນ (ນັກຮຽນ 02 ຄົນ ແລະ ຄ້າຂາຍ)
  • ບ້ານສະພານເໜຶອ, ບ້ານສະພານໃຕ້, ບ້ານທ່າແຮ່ ແລະ ບ້ານອຸດົມວິໄລ (ມີບ້ານລະ 01 ຄົນ), ບ້ານທາດອີຮັງ, ບ້ານາແກ ແລະ ບ້ານຫົວເມືອງໃຕ້  

–  ເມືອງອຸທຸມພອນ ມີ 10 ຄົນ, ຈາກ 06 ບ້ານ

  • ບ້ານໄຊຍະເພັດ ມີ 04 ຄົນ
  • ບ້ານຈະເລີນສຸກ ມີ 02 ຄົນ
  • ບ້ານສະໜາມໄຊ, ບ້ານຊະຄຶນໃຕ້, ບ້ານວົງພັນສີ ແລະ ບ້ານມະນີວົງໄຊ

6.ບໍລິຄໍາໄຊ 31 ຄົນ

  • ບ້ານ ທົ່ງນາມີ ມີ 16 ຄົນ
  • ບ້ານຫ້ວຍໄຮ ມີ 15 ຄົນ

7.ຈໍາປາສັກ 25 ຄົນ

– ນະຄອນປາກເຊ ມີ 10 ຄົນ, 07 ບ້ານ

  • ບ້ານຫ້ວຍລືສີ ມີ 03 ຄົນ
  • ບ້ານສະໜາມໄຊ ມີ 02 ຄົນ
  • ມີ 05 ຄົນ ຈາກບ້ານໂພນງາມ ແລະ ບ້ານໂພນສະຫວັນ, ບ້ານທ່າຫີນ, ບ້ານໂພນກຸງ ແລະ ບ້ານໂນນສະຫວ່າງ

 -ບາຈຽງຈະເລີນສຸກ ມີ 09 ຄົນ, 03 ບ້ານ

  • ບ້ານລົ່ມສັກເໜຶອ ມີ 04 ຄົນ
  • ບ້ານຫົວແຊ ມີ 04 ຄົນ
  • ບ້ານຫ້ວຍລືສີ ມີ 01 ຄົນ
  • ບ້ານຫ້ວຍນາ, ເມືອງຈໍາປາສັກ ມີ 06 ຄົນ

8.ໄຊສົມບູນ 21 ຄົນ

-ເມືອງອະນຸວົງ ມີ 09 ຄົນ, 03 ບ້ານ

  • ບ້ານກອງພັນ 15 ມີ 06 ຄົນ 
  • ບ້ານທົ່ງຄູນ ມີ 02 ຄົນ 
  • ບ້ານໂພນພະ ມີ 01 ຄົນ

-ເມືອງລ້ອງຊານ ມີ 07 ຄົນ, 03 ບ້ານ

  • ບ້ານສັນປາຕອງ ມີ 04 ຄົນ 
  • ບ້ານຖໍ້າດິນ ມີ 02 ຄົນ 
  • ບ້ານນາໂພ ມີ 01 ຄົນ

-ເມືອງທ່າໂທມ ມີ 05 ຄົນ, 02 ບ້ານ

  • ບ້ານໂພນໂຮມ ມີ 04 ຄົນ 
  • ບ້ານທ່າວຽງໄຊ ມີ 01 ຄົນ

9.ບໍ່ແກ້ວ 10 ຄົນ:

  • ເມືອງ ປາກທາ 08 ຄົນ  ທັງໝົດເດີນທາງມາແຕ່ນະຄອນຫຼວງວຽງຈັນ (07 ຄົນ ແມ່ນກຳມະກອນ ກໍ່ສ້າງຂົວ ຢູ່ບ້ານກ້ອນຕຶນ; ແລະ ອີກ 01 ຄົນ ຈາກບ້ານໂພນທອງ ເມືອງປາກທາ)
  • ເມືອງ ຫ້ວຍຊາຍ 02 ຄົນ

10.ສາລະວັນ 4 ຄົນ:

  • ເມືອງສາລະວັນ ມີ 03 ຄົນ, 03 ບ້ານ: ບ້ານາເຫຼັກ, ບ້ານເຕົາປູນ ແລະ ບ້ານນາກົກໂພ ມີບ້ານລະ 01 ຄົນ, ບ້ານສັນໂນ, ເມືອງເລົ່າງາມ ມີ 01 ຄົນ

11. ອັດຕະປື 1 ຄົນ ຈາກບ້ານຫົມ, ເມືອງສາມັກຄີໄຊ, ມີປະຫັວດເດີນທາງມາຈາກແຂວງຈໍາປາສັກ.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 2 ຄົນ: 1 ຄົນຈາກ ແຂວງ ສາລະວັນ ແລະ 1 ຄົນຈາກແຂວງສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 14 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 31,188  ຄົນ, ເສຍຊີວິດສະສົມ 36 ຄົນ (ໃໝ່ 0), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 231 ຄົນ, ກໍາລັງປິ່ນປົວ 7,529 ຄົນ.

ອ່ານໄວ້! ເງື່ອນໄຂການເຂົ້າ-ອອກ ແຂວງຫົວພັນໄລຍະນີ້

ແຂວງຫົວພນແຈ້ງການແນະນໍາເພີ່ມເຕີມ ເລື່ອງ: ສຶບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດໂດວິດ-19 ຢູ່ທົ່ວແຂວງຫົວພັນ ໃນໄລຍະວັນທີ 15/10/2001 – 02/10/2021

ເຈົ້າແຂວງຫົວພັນ ອອກແຈ້ງການແນະນໍາດັ່ງນີ້: ສືບຕໍ່ປະຕິບັດບັນດາມາດຕະການ ທີ່ລະບຸໄວ້ໃນແຈ້ງການແນະນໍາ ສະບັບເລກທີ 289/ຈຂ.ຫພ,ລົງວັນທີ 19 ກັນຍາ 2001 ແລະ ແຈ້ງການແນະນໍາ ສະບັບເລທີ 297/ຈຂ.ຫພ, ລົງວັນທີ 23 ກັນຍາ 2021 ບວກກັບບັນດາມາດຕະການທີ່ທຸກພາກສ່ວນຈະຕ້ອງໄດ້ຈັດຕັ້ງ ປະຕິບັດ ດັ່ງລຸ່ມນີ້:

1. ສໍາລັບພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານ ບໍລິສັດ, ອົງການຕ່າງໆ ແລະ ປະຊາຊົນບັນດາເຜົ່າ ທີ່ມີຄວາມຈໍາເປັນທີ່ຈະເດີນທາງເຂົ້າ-ອອກແຂວງຫົວພັນໃນໄລຍະນີ້ ແມ່ນຈະຕ້ອງໄດ້ປະຕິບັດຕາມມາດຕະການດັ່ງນີ້:

  • ສໍາລັບບຸກຄົນທີ່ໄດ້ສັກຢາວັກຊິນຄົບໂດສ (ຕາມຊະນິດວັກຊິນ) ແລະ ເດີນທາງມາຈາກເຂດບ້ານສີຂຽວແມ່ນຕ້ອງໄດ້ກັກຕົວຢູ່ສູນກັກກັ້ນຂອງຄະນະສະເພາະກິດກໍານົດໄວ້ເປັນເວລາ 14 ວັນ.
  • ສໍາລັບບຸກຄົນທີ່ໄດ້ສັກຢາວັກຊິນຄົບໂດສ ແຕ່ເດີນທາງມາຈາກເຂດບ້ານສີແດງ ຫຼື ຜູ້ທີ່ຍັງບໍ່ໄດ້ສັກຢາວັກຊິນ ແຕ່ເດີນເດີນທາງມາຈາກເຂດບ້ານສີຂຽວ ແມ່ນຕ້ອງໄດ້ເຂົ້ານສູນກັກຕົວຢູ່ສູນກັກກັ່ນ ທີ່ຄະນະສະເພາະກິດກໍານົດ ໄວ້ເປັນເວລາ 21 ວັນ
  • ສໍາລັບບຸກຄົນທີ່ບໍ່ໄດ້ສັກຢາວັກຊິນ ເດີນທາງມາຈາກເຂດສີແດງ ແມ່ນແຂວງຈະບໍ່ອະນຸຍາດໃຫ້ເດີນທາງເຂົ້າມາແຂວງຫົວພັນຢ່າງເດັດຂາດ.

2. ປິດການຂົນສົ່ງລົດໂດຍສານ ແລະ ສາຍການບິນໂດຍສານ ເຂົ້າແຂວງຫົວພັນ (ອະນຸຍາດໃຫ້ເປີດບໍລິການລົດຂົນສົ່ງໂດຍສານພາຍໃນແຂວງສາເມືອງ ຢ່າງເປັນປົກກະຕິ).

3. ອະນຸຍາດໃຫ້ ລົດບັນທຸກສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າ-ອອກ ແຂວງຫົວພັນໄດ້ ແຕ່ຕ້ອງປະຕິບັດການ ປ່ຽນຖ່າຍໂຊເຟີລົດຢູ່ຈຸດກວດກາ ຫຼື ດ່ານຊາຍແດນ ລະຫ່ວາງປະເທດ ພ້ອມສິດຢາຂ້າເຊື້ອລົດຄັກແນ່ແລ້ວຈິ່ງສາມາດ ເຂົ້າແຂວງຫົວພັນໄດ້.

+ ກໍລະນີບໍ່ສາມາດປ່ຽນຖ່າຍໂຊເຟີລົດໄດ້ (ສໍາລັບຄົນລາວ)ຕ້ອງປະຕິບັດມາດຕະການໄດ້ກໍານົດໄວ້ດັ່ງນີ້: