Home Blog Page 168

ດ່ວນ! ມີເດັກນ້ອຍຈົມນໍ້າ ຢູ່ນ້ຳຮຸ່ງ ເມືອງໄຊຍະບູລີ

ວັນທີ 30 ກັນຍາ 2021 ກູ້ໄພ 1624 ແຂວງໄຊຍະບູລີ ໄດ້ຮັບລາຍງານ ມີເດັກນ້ອຍ ເພດຊາຍ ອາຍຸ 10 ປີ ຈົມນໍ້າຮຸ່ງ ທີ່ ເມືອງໄຊຍະບູລີ ດັ່ງນັ້ນເຈົ້າໜ້າທີ່ຈິງໄດ້ປະຕິບັັດການຄົ້ນຫາເດັກນ້ອຍອາຍຸ 10 ປີ ຈົມນໍ້າຮຸ່ງ ທີ່ເມືອງໄຊຍະບູລີ.

ປະຈຸບັນເຈົ້າໜ້າທີ່ພວມແຍກກັນອອກຄົ້ນຫາ ແລະປະຕິບັດທຸກວິທີທາງເພື່ອໄວຕໍ່ການຄົ້ນຫາ.

ຂໍໃຫ້ພົບນ້ອງໄວໆນີ້

ລາຍລະອຽດຈະລາຍງານພາຍຫຼັງ

ນົມແມ່ ເປັນແຫຼ່ງອາຫານທີ່ສໍາຄັນຕໍ່ສຸຂະພາບທີ່ດີຂອງຊາດ

ນົມແມ່ ເປັນແຫຼ່ງອາຫານທີ່ສໍາຄັນຕໍ່ສຸຂະພາບທີ່ດີຂອງຊາດ

ນາງ ອ່ຽນ ເປັນຄົນຊົນເຜົ່າພູນ້ອຍ ອາຍຸ 21 ປີ ອາໄສຢູ່ນໍາຄອບຄົວສາມີກັບລູກສອງຄົນ ລວມກັນທັງໝົດເປັນຫ້າຄົນທີ່ບ້ານ ຢາປຸງ, ເມືອງຜົ້ງສາລີ. ກິດຈະກໍາຫຼັກສຳລັບການດໍາລົງຊີວິດພວກຂອງເຂົາແມ່ນການເກັບກ່ຽວ ແລະ ຂາຍໃບຊາຂຽວ. “ເນື່ອງຈາກການເກັບໃບຊາຂຽວຕ້ອງໄດ້ໃຊ້ເວລາດົນ, ຂ້ອຍເລີຍເອົາເຂົ້າກັບນົມຜົງໃຫ້ລູກຄົນທໍາອິດກິນຕອນລາວມີອາຍຸໄດ້ສາມເດືອນ. ແຕ່ເມື່ອອາສາສະໝັກໃຫ້ຄຳປຶກສາ ໂຄງການຮ່ວມມືປັບປຸງດ້ານໂພຊະນາການ SCALING ທີ່ສະໜັບສະໜູນໂດຍ ສະຫະພາບ ເອີຣົບ ໄດ້ມາອະທິບາຍສູ່ຟັງກ່ຽວກັບວິທີການ ແມ່ຄວນປະຕິບັດ ໃນເວລາຖືພາ ແລະ ເວລາມີລູກນ້ອຍ. ດຽວນີ້ຂ້ອຍມີລູກນ້ອຍເປັນຜູ້ທີສອງ ລາວມີອາຍຸໄດ້ເກົ້າເດືອນແລ້ວ ແລະ ຂ້ອຍໄດ້ສືບຕໍ່ລູກກີນນົມແມ່ ແລະ ເອົາອາຫານເສີມໃຫ້ລາວກີນຄຽງຄູ່ກັນໄປ. ຂ້ອຍສັງເກດເຫັນວ່າລາວມີການເຕີບໂຕໄວ ແລະ ມີສຸຂະພາບແຂງແຮງດີ”.

ໂຄງການຮ່ວມມືປັບປຸງດ້ານໂພຊະນາການ (SCALING) ແມ່ນເລັງໃສ່ການປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການຂອງ 420 ບ້ານໃນ 14 ເມືອງ ຂອງແຂວງຫົວພັນ, ຫຼວງນໍ້າທາ, ຫຼວງພະບາງ ແລະ ແຂວງຜົ້ງສາລີ ໃນພາກເໜືອຂອງປະເທດລາວ ໂດຍເນັ້ນໜັກໃສ່ເດັກຍິງ, ແມ່ຍິງຖືພາ ແມ່ຍິງທີ່ພວມໃຫ້ນົມລູກ ແລະ ເດັກນ້ອຍອາຍຸ 5 ປີ ລົງມາ.

ທ່ານຮູ້ບໍ່ວ່າການໃຫ້ນົມລູກໃນໄລຍະໜຶ່ງຊົ່ວໂມງຫຼັງເກີດ (ນໍ້ານົມເຫຼືອງ) ຈະຊ່ວຍປ້ອງກັນເດັກເກີດໃໝ່ຈາກການຕິດເຊື້ອ ແລະ ສາມາດຊ່ວຍຊີວິດໄດ້?

ການລ້ຽງລູກດ້ວຍນົມແມ່ ເປັນເຄື່ອງມືປ້ອງກັນທາງທຳມະຊາດ ແລະ ເປັນຕົວຊ່ວຍຕ້ານກັບບັນດາພະຍາດຕິດຕໍ່ ແລະ ພະຍາດທີ່ຕິດຕໍ່ບໍ່ໄດ້ ຫຼາຍຊະນິດໃຫ້ແກ່ແມ່ ແລະ ເດັກອ່ອນ. ນໍ້ານົມແມ່ຈະຊ່ວຍຫຼຸດຄວາມສ່ຽງຂອງພະຍາດຖອກທ້ອງ, ພະຍາດທາງລະບົບຫາຍໃຈ, ການຕິດເຊື້ອຫູກາງ, ມະເຮັງເມັດເລືອດຂາວ ແລະ ພະຍາດຫືດໃນເດັກນ້ອຍ ພ້ອມທັງປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ລະບົບພູມຄຸ້ມກັນ ໂດຍຜ່ານສານພູມຕ້ານທານທີ່ໄດ້ຈາກນໍ້ານົມແມ່. ນອກນີ້, ການລ້ຽງລູກດ້ວຍນົມແມ່ຍັງຊ່ວຍຫຼຸດຄວາມສ່ຽງໃນການເປັນມະເຮັງເຕົ້ານົມໃຫ້ຜູ້ເປັນແມ່.

ການລ້ຽງລູກດ້ວຍນົມແມ່ ມີຄວາມສໍາຄັນຕໍ່ສຸຂະພາບໃນທຸກຊ່ວງຊີວິດຂອງເດັກ ແລະ ຊ່ວຍຫຼຸດຄ່າໃຊ້ຈ່າຍໃຫ້ແກ່ລະບົບສາທາລະນະສຸກ ແລະ ຄອບຄົວ. ການລ້ຽງລູກດ້ວຍນົມແມ່ ຍັງມີສ່ວນຊ່ວຍປັບປຸງການພັດທະນາສະໝອງ ແລະ ການເຂົ້າໂຮງຮຽນ ເຊິ່ງຕິດພັນໄປເຖິງການສາມາດມີລາຍຮັບທີ່ສູງຂຶ້ນເມື່ອເດັກເຕີບໂຕເປັນຜູ້ໃຫຍ່.

ການຕະຫຼາດທີ່ຊັກຈູງໃຫ້ນໍາໃຊ້ຜະລິດຕະພັນແທນນໍ້ານົມແມ່ ເປັນໄພຂົ່ມຂູ່ຕໍ່ກັບຫຼັກການປະຕິບັດທາງທໍາມະຊາດ ທີ່ມີຄວາມສໍາຄັນນີ້. ເປົ້າໝາຍຫຼັກຂອງບັນດາບໍລິສັດຜະລິດອາຫານຂະໜາດໃຫຍ່ແມ່ນເຮັດການຕະຫຼາດສຳລັບຜະລິດຕະພັນຂອງຕົນເທົ່ານັ້ນ ໂດຍບໍ່ໄດ້ໃສ່ໃຈ ແລະ ຄຳນືງເຖີງຜົນຕາມມາພາຍຫຼັງ. ເວົ້າອີກຢ່າງໜຶ່ງຄື ຜູ້ຜະລິດນົມຜົງສໍາລັບເດັກນ້ອຍມີໜ້າທີ່ເພີ່ມຍອດຂາຍນົມຜົງ ແລະ ຊັກຈູງໃຫ້ແມ່ທີ່ເກີດລູກໃໝ່ເຂົ້າໃຈວ່າຜົນປະໂຫຍດຂອງຜະລິດຕະພັນທາງໂພຊະນາການຂອງພວກເຂົາທຽບເທົ່າໄດ້ກັບການລ້ຽງລູກດ້ວຍນົມແມ່. ແຜນການຫາກຳໄລເພີ່ມຂອງບໍລິສັດເຫຼົ່ານີ້ໄດ້ສົ່ງຜົນກະທົບດ້ານລົບຕໍ່ສຸຂະພາບ ຍ້ອນການໂຄສະນາຊວນເຊື່ອທີ່ຊັກຈູງໄປທາງທີ່ຜິດ ແລະ ບໍ່ຖືກຕ້ອງ.

ລັດຖະບານແຫ່ງ ສປປ ລາວ ໄດ້ບັນລຸຈຸດໝາຍສໍາຄັນໃນການຄວບຄຸມຄວາມເສຍຫາຍດັ່ງກ່າວ ດ້ວຍການຮັບຮອງເອົາກົດລະບຽບສາກົນໃນການເຮັດການຕະຫຼາດສິນຄ້າທົດແທນນໍ້ານົມແມ່ ໃນເດືອນທັນວາ 2019 ກໍ່ຄື “ດຳລັດວ່າດ້ວຍຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສຳລັບເດັກອ່ອນ ແລະ ເດັກນ້ອຍ”.

ດຳລັດສະບັບດັ່ງກ່າວແມ່ນເພື່ອປົກປ້ອງ ແລະ ສົ່ງເສີມການລ້ຽງລູກດ້ວຍນົມແມ່ ໂດຍຫ້າມບໍ່ໃຫ້ມີກິດຈະກໍາເຄື່ອນໄຫວທາງການຕະຫຼາດທີ່ຊັກຈູງການປ່ຽນແທນນໍ້ານົມແມ່. ຜ່ານການປະຕິບັດນຳໃຊ້ກົດລະບຽບລະດັບສາກົນ ແລະ ລະດັບຊາດ, ຜົນກະທົບທີ່ເກີດຈາກການຊັກຈູງໃຫ້ໃຊ້ນົມຜົງ ທີ່ເປັນອັນຕະລາຍຕໍ່ຄວາມສໍາເລັດໃນການລ້ຽງລູກດ້ວຍນົມແມ່ຈະຖືກຫຼຸດຜ່ອນຈໍາກັດລົງ, ຊ່ວຍສະກັດກັ້ນການສ້າງຄວາມເຂົ້າໃຈທີ່ຜິດໆແກ່ຜູ້ເປັນແມ່ກ່ຽວກັບຜົນປະໂຫຍດຂອງການໃຊ້ນົມຜົງ.

ແນວໃດກໍ່ຕາມ, ເຖິງແມ່ນວ່າມີກົດໝາຍຫຼາຍສະບັບ ແລະ ລະບຽບການສາກົນທີ່ຊ່ວຍປົກປ້ອງຄວາມສໍາຄັນຂອງການລ້ຽງລູກດ້ວຍນົມແມ່, ແຕ່ການປະຕິບັດນໍາໃຊ້ກົດລະບຽບເຫຼົ່ານີ້ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. ສະນັ້ນ, ການຈັດຕັ້ງປະຕິບັດ ແລະ ຊຸກຍູ້ໃຫ້ລ້ຽງລູກດ້ວຍນົມແມ່ໃນທົ່ວປະເທດຈະສາມາດປະກອບສ່ວນຢ່າງສໍາຄັນເຂົ້າໃນການປັບປຸງສຸຂະພາບຂອງແມ່ ແລະ ເດັກ ແລະ ຫຼຸດຜ່ອນພາລະຂອງການເຈັບເປັນ ແລະ ອັດຕາການເສຍຊີວິດທີ່ເກີດຂຶ້ນໃນສອງກຸ່ມປະຊາກອນນີ້.

ໃນໄລຍະ 10 ປີທີ່ຜ່ານມາ ສະພາບໂພຊະນາການຂອງເດັກອາຍຸຕໍ່າກວ່າ 5 ປີ ຢູ່ ສປປ ລາວ ໄດ້ຮັບການປັບປຸງໃຫ້ດີຂຶ້ນໃນຫຼາຍດ້ານ. ເຖິງຢ່າງໃດກໍ່ຕາມ, ອັດຕາການລ້ຽງລູກດ້ວຍນົມແມ່ຍັງຕໍ່າ; ມີພຽງ 45% ຂອງເດັກນ້ອຍລຸ່ມ 6 ເດືອນທີ່ໄດ້ກິນນົມແມ່ພຽງຢ່າງດຽວ (ສູນສະຖິຕິແຫ່ງຊາດ ແລະ ກະຊວງສາທາລະນະສຸກ, 2016).

ການຮ່ວມມືຂອງ ສະຫະພາບ ເອີຣົບ ຢູ່ ສປປ ລາວ ໄດ້ເອົາໃຈໃສ່ເປັນພິເສດຕໍ່ວຽກງານໂພຊະນາການ ໂດຍສະເພາະການໃຫ້ຄວາມສໍາຄັນຕໍ່ 1,000 ວັນທໍາອິດຂອງເດັກ. ຜ່ານການສະໜອງການຊ່ວຍເຫຼືອແບບຫຼາຍມິຕິ, ບັນດາໂຄງການໃນ ສປປ ລາວ ທີ່ໄດ້ຮັບການສະໜັບສະໜູນຈາກ ສະຫະພາບ ເອີຣົບ ໄດ້ຊ່ວຍຈັດຕັ້ງປະຕິບັດ ຍຸດທະສາດ ແຫ່ງຊາດ ດ້ານໂພຊະນາການ (2016-2025) ນັບແຕ່ຂັ້ນສູນກາງລົງໄປເຖິງຂັ້ນບ້ານ ແລະ ແກ້ໄຂບັນຫາວຽກງານໂພຊະນາການ ຜ່ານການປ່ຽນແປງທາງພຶດຕິກໍາ, ການສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ, ຄວາມສະເໝີພາບທາງດ້ານບົດບາດຍິງ-ຊາຍ, ສິ່ງອໍານວຍຄວາມສະດວກດ້ານສຸຂາພິບານ ແລະ ນໍ້າສະອາດ, ການກະສິກໍາເພື່ອໂພຊະນາການ ແລະ ການປະສານງານໃນແຕ່ລະກະຊວງ.

ການສະໜັບສະໜູນດ້ານງົບປະມານ ແມ່ນເປັນປັດໄຈສໍາຄັນຂອງການຮ່ວມມືສາກົນຂອງ ສະຫະພາບ ເອີຣົບ; ການຊ່ວຍເຫຼືອດັ່ງກ່າວຕິດພັນກັບການໂອນທຶນຊ່ວຍເຫຼືອໄປທີ່ຄັງເງິນແຫ່ງຊາດເພື່ອຊ່ວຍປະຕິຮູບການພັດທະນາແບບຍືນຍົງ. ໃນ ສປປ ລາວ, ການຮ່ວມມືຂອງ ສະຫະພາບ ເອີຣົບ ໄດ້ຊ່ວຍສະໜັບສະໜູນງົບປະມານຂອງລັດແບບໂດຍກົງເພື່ອບັນລຸເປົ້າໝາຍຂອງວຽກງານໂພຊະນາການເຖິງປີ 2022, ລວມທັງດໍາລັດວ່າດ້ວຍ “ການຄວບຄຸມຜະລິດຕະພັນຂອງເດັກອ່ອນ ແລະ ເດັກນ້ອຍ” ແລະ ອື່ນໆ (ດໍາລັດວ່າດ້ວຍຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສຳລັບເດັກອ່ອນ ແລະ ເດັກນ້ອຍ).

ການຮ່ວມມືຂອງສະຫະພາບ ເອີຣົບ ຈະສືບຕໍ່ສະໜັບສະໜູນວຽກງານໂພຊະນາການຂອງຊຸມຊົນຜ່ານການເຜີຍແຜ່ ແລະ ຕິດຕາມກວດກາ ດຳລັດວ່າດ້ວຍຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສຳລັບເດັກອ່ອນ ແລະ ເດັກນ້ອຍໃນທົ່ວປະເທດໃນແຕ່ລະຂັ້ນການປົກຄອງ ເພື່ອປົກປ້ອງການລ້ຽງລູກດ້ວຍນົມແມ່ ແລະ ສົ່ງເສີມໂພຊະນາການ ແລະ ຊີວິດການເປັນຢູ່ທີ່ດີຂອງປວງຊົນລາວທຸກທົ່ວໜ້າ.

ເຈົ້າເມືອງ ເມືອງອຸທຸມພອນອອກແຈ້ງການໃຫ້ປິດຕະຫຼາດທຸກແຫ່ງ

ແຈ້ງການ ຈາກເຈົ້າເມືອງ ເມືອງອຸທຸມພອນ ເລື່ອງ : ປິດຕະຫຼາດຫມົດທຸກແຫ່ງ ແລະ ປິດຮ້ານຂາຍທັງຫມົດທີ່ຢູ່ຂອບເຂດເມືອງອຸທຸມພອນ ແຕ່ວັນທີ 29/9/ 2021 – 8 / 10 / 2021

– ເຈົ້າເມືອງອຸທຸມພອນອອກແຈ້ງການ ດັ່ງນີ້ :

1. ເຫັນດີໃຫ້ມີດຕະຫຼາດທັງຫມົດທົ່ວເມືອງ ນັບແຕ່ວັນທີ່ 29 / 9/ 2021 – 8 / 10 / 2021

2. ເຫັນດີໃຫ້ວິຕຮ້ານຄ້າຂາຍເຄຶ່ອງທັງຫມົດທົ່ວເມືອງ ນັບແຕ່ວັນທີ 29 / 9 / 9021 – 8 / 10 / 2021

ມອບໃຫ້ຄະນະໂຄສະນາເດີອນທິປະຊາສໍາພັນແຈ້ງການສະບັບນີ້ ໃຫ້ທົ່ວເຖິງ ແລະ ມອບໃຫ້ຄະນະກໍາມະການ ປິດຮ້ານ ເຄື່ອນໄຫວກວດກາລາດຕະເວນເບິ່ງຄວາມເປັນລະບຽບຮຽບຮ້ອຍໃນທົ່ວເມືອງ ແລະ ສັ່ງປິດຮ້ານທີ່ຍັງບໍ່ທັນ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງທຸກພາກສ່ວນເພື່ອຊາບ ແລະ ຈັດຕັ້ງປະຕິບັັັດຕາມເນື້ອໃນຢ່າງເຂັ້ມງວດ.

ພົບຕິດເຊື້ອເພີ່ມ +24 ອົງ ວັດບ້ານໂພໄຊ ນະຄອນໄກສອນ

ລາຍງານ 30 ກັນຍາ 2021 ສະຫວັນນະເຂດຕິດເຊື້ອໃໝ່ຊຸມຊົນ +35 ຄົນ

  • ວັດບ້ານໂພໄຊ, ນະຄອນໄກສອນ ມີ 24 ກໍລະນີ, ທັງໝົດເປັນຄູບາ ແລະ ເນນ ຊື່ງພົວພັນໃກ້ຊິດກັບກໍລະນີ ຕິດເຊື້ອລາຍງານໃນວັນທີ 27 ກັນຍາ 2021. ວັດດັ່ງກ່າວ ມີພະສົງທັງໜົດ 64 ອົງ, ຮອດປະຈຸບັນນີ້ ມີຄູບາໃນວັດດັ່ງກ່າວຕິດເຊື້ອທັງໝົດ 32 ກໍລະນີ
  • ນະຄອນໄກສອນ ມີ 08 ກໍລະນີ
  • ບ້ານສະພານໃຕ້ ມີ 07 ກໍລະນີ
  • ບ້ານໂນນສະຫວາດ ມີ 01 ກໍລະນີ
  • ຄ້າຍທະຫານຢູ່ເຂດບ້ານຈະເລີນສຸກ 3 ຄົນ, ເມືອງອຸທຸມພອນ
  • ບ້ານໂນນຍາງ, ເມືອງອຸທຸມພອນ ມີ 01 ກໍລະນີ (ເປັນເພດຍິງ, ອາຍຸ 28 ປີ, ອາຊີບ: ພະນັກງານບໍລິສັດນິກຄອນ)

ລາຍລະອຽດຜູ້ເສຍຊີວິດໃໝ່ ລາຍງານ 30 ກັນຍາ 2021

ລາຍງານ ຈາກຄະນະສະເພາະກິດປະຈຳວັນທີ 30 ກັນຍາ 2021 ໃຫ້ຮູ້ວ່າ: ມີຜູ້ເສຍຊີວິດໃໝ່ຈຳນວນໜື່ງຄົນ ເຊິ່ງມີລາຍລະອຽດດັ່ງນີ້:

– ເພດຊາຍ, ອາຍຸ 75 ປີ, ບ້ານແກ້ງຢາງ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ

– ວັນທີ 17/09/2021: ເຂົ້າມາກວດຢູ່ໂຮງໝໍມິດຕະພາບ ຍ້ອນອາການຂອງໝາກໄຂ່ຫລັງຊຸດໂຊມ ແລະ ນອນໂຮງໝໍດັ່ງກ່າວ ຮອດວັນທີ 29/09/2021  ແລະ ໄດ້ເກັບຕົວຢ່າງກວດໂຄວິດ ພົບເຊື້ອ

– ຄອບຄົວຂໍເອົາຜູ້ກ່ຽວກັບບ້ານ ກ່ອນຜົນກວດຈະອອກ ຍ້ອນວ່າສະພາບອາການຂອງຄົນເຈັບມີອາການໜັກຫລາຍ ປະມານຕອນສວຍ (ບໍ່ຈື່ໂມງ)

– ເສຍຊີວິດຕອນເວລາ 14:30 ໂມງ ຂອງວັນທີ 29 ກັນຍາ 2021 (ເສຍຊີວິດຢູ່ບ້ານ) ແລະ ປະຈຸບັນນີ້ ສົບຂອງຜູ້ກ່ຽວ ແມ່ນຢູ່ບ້ານ ແລະ ຈັດງານຕາມຮິດຄອງປະເພນີ

ໝາຍເຫດ: ໄລຍະນອນປິ່ນປົວ ຢູ່ໂຮງໝໍມິດຕະພາບ ໄດ້ນອນຫ້ອງດຽວກັນກັບຜູ້ຕິດເຊື້ອໂຄວິດ-19 ທີ່ໄດ້ລາຍງານກ່ອນໜ້ານັ້ນ.

ທາງເຮົາກໍຂໍສະແດງຄວາມເສຍໃຈມາຍັງຍາດຜູ້ເສຍຊີວິດ, ຂໍໃຫ້ດວງວິຍານພໍ່ຕູ້ໄປສູ່ສຸຂະຕິ.

ຢ່າເບິ່ງຂ້າມ ຄໍາແນະນໍາ ຂອງການຈັດງານສົບໄລຍະນີ້:

ກ. ສໍາລັບສະຖານທີ່ຈັດງານສົບ:

  1. ຈັດຕັ້ງໃຫ້ມີການວັດແທກອຸນຫະພູມຢູ່ປະຕູທາງເຂົ້າງານ, ມີຜ້າອັດປາກ-ດັງ, ເຈວລ້າງມື ແລະ ເຫຼົ້າສໍາລັບຂ້າເຊື້ອໄວ້ປະຕູທາງເຂົ້າ;
  2. ສະຖານທີ່ຕັ້ງໂລງສົບ ຄວນຢູ່ຫ້ອງທີ່ບໍ່ແອອັດ ມີການລະບາຍອາກາດເປັນຢ່າງດີ;
  3. ປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ ລະຫວ່າງເຈົ້າພາບ ແລະ ແຂກທີ່ມາຮ່ວມກິນທານ
  4. ສໍາລັບຜູ້ສູງອາຍຸ, ຜູ້ທີ່ມີພະຍາດປະຈໍາຕົວ ແມ່ນຜູ້ທີ່ມີຄວາມສ່ຽງສູງ ຕ້ອງໄດ້ປະຕິບັດມາດຕະການການປ້ອງກັນ ່ ການຕິດເຊື້ອຢ່າງເຄັ່ງຄັດ ໂດຍເວັ້ນໄລຍະຫ່າງ ແລະ ຈໍາກັດເວລາການເຂົ້າຮ່ວມໃນງານ;
  5. ຈັດຫາບ່ອນລ້າງມືດ້ວຍນ້ໍາສະອາດພ້ອມສະບູ, ເຈ້ຍເຊັດມື້ສໍາລັບແຂກ, ຖັງຂີ້ເຫຍື້ອທີ່ມີຝາປິດ, ຕິດປ້າຍເຕືອນທຸກຄົນລ້າງມືເລື້ອຍໆ;
  6. ທຸກຄົນທີ່ມາຮ່ວມໃນງານ ຫຼື ຮັບໃຊ້ໃນງານ ຕ້ອງໄດ້ໃສ່ຜ້າອັດປາກ-ດັ່ງ ຕະຫຼອດເວລາ, ລັ່ນລ້າງມືໃສ່ສະບູ ່ ດ້ວຍນ້ໍາສະອາດ ຫຼື ເຈວລ້າງມືທີ່ມີປະສົມທາດເຫຼົ້າ 70% ຂຶ້ນໄປ ແລະ ຮັກສາໄລຍະຫ່າງ;
  7. ຈັດບ່ອນນັ່ງໃຫ້ພະສົງ, ເຈົ້າພາບ, ແຂກທີ່ມາຮ່ວມໃນງານ ໃຫ້ມີໄລຍະຫ່າງຢ່າງຫນ້ອຍ 1 ແມັດຂຶ້ນໄປ;
  8. ພິທີການຕ່າງໆ ຄວນເຮັດໃຫ້ກະທັດຮັດ ແລະ ໃຊ້ເວລາສັ້ນ;
  9. ໃນແຕ່ລະວັນເຈົ້າພາບ ຕ້ອງໄດ້ປະຕິບັດຫຼັກການອະນາໄມ ແລະ ຂ້າເຊື້ອ, ກໍາຈັດຂີ້ເຫຍື້ອຢ່າງຖືກວິທີ;

ຂ. ສໍາລັບແຂກທີ່ມາຮ່ວມໃນງານ:

  1. ແຂກທຸກທ່ານທີ່ມາອົບອຸ່ນຢູ່ໃນສະຖານທີ່ງານສົບ ຕ້ອງໄດ້ຜ່ານກັ່ນກອງໂດຍການວັດແທກອຸນຫະພູມ ແລະ ລ້າງມືດ້ວຍເຫຼົ້າ 75% ຫຼື ເຈວລ້າງມື, ຖ້າມີອຸນຫະພູມເກີນ 37,5 ອົງສາ ຫຼື ມີອາການທາງລະບົບຫາຍໃຈ ແລະເດີນທາງມາຈາກເຂດທີ່ມີການລະບາດໃນຊຸມຊົນ ແມ່ນບໍ່ໃຫ້ເຂົ້າໃນງານ;
  2. ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ, ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ ຢ່າງຫນ້ອຍ 1 ແມັດ, ອະນາໄມມືເລື້ອຍໆ ຫຼັງຈາກມີການສໍາຜັດກັບວັດຖຸສິ່ງຂອງ;
  3. ລ້າງມືທຸກຄັ້ງກ່ອນ ແລະ ຫຼັງຮັບປະທານອາຫານ, ການນັ່ງຮັບປະທານອາຫານຕ້ອງຮັບປະກັນການຮັກສາໄລຍະຫ່າງ, ບໍ່ໃຫ້ໃຊ້ຈອກ, ຈານ, ຖ້ວຍ, ບ່ວງ, ສ້ອມ ຫຼື ໄມ້ດູ່ ຮ່ວມກັບຄົນອື່ນ, ອາຫານຕ້ອງສຶກດີ ແລະ ປະຕິບັດຖືກຕ້ອງຕາມຫຼັກການອະນາໄມ;
  4. ຫ້າມຫຼິ້ນການພະນັນທຸກປະເພດໃນງານ;
  5. ກ່ອນຈະອອກຈາກງານສົບຕ້ອງລ້າງມືດ້ວຍເຫຼົ້າ 75% ຫຼື ເຈວລ້າງມື້.

ຄ. ສໍາລັບສະຖານທີ່ຊາປະນາກິດສົບ:

  1. ຄະນະຮັບຜິດຊອບງານຊາປະນາກິດສົບ ຫຼື ເຈົ້າພາບ ຕ້ອງມີການກະກຽມສະຖານທີ່ ໃຫ້ ມີຄວາມເປັນລະບຽບຮຽບຮ້ອຍ ແນ່ໃສ່ບໍ່ໃຫ້ມີຄວາມແອອັດຂອງຜູ້ເຂົ້າມາຮ່ວມໃນງານ ໂດຍມີການຈັດສັນທາງເຂົ້າ-ອອກແລະ ປະກາດໃຫ້ແຂກທີ່ເຂົ້າມາຮ່ວມໃນງານ ໄດ້ພ້ອມກັນປະຕິບັດຢ່າງເຄັ່ງຄັດ;
  2. ຕ້ອງກະກຽມຜ້າອັດປາກ-ດັງ ສໍາຮອງໄວ້ ເພື່ອໃຫ້ທຸກທ່ານທີ່ເຂົ້າມາຮ່ວມໃນງານໄດ້ໃສ່ຜ້າອັດປາກ-ດັງ;
  3. ປະຕິບັດໄລຍະຫ່າງຢ່າງຫນ້ອຍ 1 ແມັດຂຶ້ນໄປ ໃນເວລານັ່ງ ແລະ ເວລາຍ່າງໄປວາງດອກໄມ້ທູບທຽນ;
  4. ຫຼັງຈາກສໍາເລັດການວາງດອກໄມ້ທູບທຽນ ຕ້ອງລ້າງມື ແລະ ຂ້າເຊື້ອດ້ວຍເຫຼົ້າ 75% ຫຼື ເຈວລ້າງມື ເຊິ່ງທາງ
  5. ຄະນະຮັບຜິດຊອບງານຊາປະນາກິດສົບ ຫຼື ເຈົ້າພາບ ໄດ້ກຽມໄວ້ໃຫ້ຢູ່ທາງອອກ; 5. ຕ້ອງມີການເກັບມ້ຽນ ແລະ ກໍາຈັດຂີ້ເຫຍື້ອ ຢູ່ໃນງານຊາປະນາກິດສົບ ຢ່າງຖືກວິທີ.

ງ. ສໍາລັບສະຖານທີ່ເລິກມົງຄຸນຫຼື ເຈວລ້າງມື,

  1. ຜູ້ທີ່ເຂົ້າມາຮ່ວມໃນງານ ຕ້ອງໄດ້ຜ່ານການກັ່ນກອງ ໂດຍການວັດແທກອຸນຫະພູມ ແລະ ລ້າງມືດ້ວຍເຫຼົ້າ 75%ຖ້າອຸນຫະພູມເກີນ 37,5% ອົງສາ ຫຼື ມີອາການທາງລະບົບຫາຍໃຈ ແລະ ເດີນທາງມາຈາກເຂດທີ່ມີການລະບາດໃນຊຸມຊົນ ແມ່ນບໍ່ໃຫ້ເຂົ້າໃນງານ;
  2. ທຸກຄົນຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ, ໃສ່ຜ້າອັດປາກ-ດັງ, ເວັ້ນໄລຍະຫ່າງຢ່າງຫນ້ອຍ 1 ແມັດ, ອະນາໄມ ລ້າງມືເລື້ອຍໆ ຫຼັງຈາກມີການສໍາຜັດກັບວັດຖຸສິ່ງຂອງ;
  3. ການໃສ່ບາດໃຫ້ມີການຮັກສາໄລຍະຫ່າງຢ່າງຫນ້ອຍ 1 ແມັດຂຶ້ນໄປ;

ຂໍ້ມູນຜູ້ຕິດເຊື້ອໃໝ່ +547 (ຊຸມຊົນ+535)ລາຍງານ 29 ກັນຍາ 2021

ຕາມການລາຍງານ ຂອງຄະນະສະເພາະກິດ ລາຍງານ ວັນທີ29 ກັນຍາ 2021 ໃຫ້ຮູ້ວ່າ: ພາບການການຕິດເຊື້ອພະຍາດໂຄວິດ19 ຢູ່ປະເທດເຮົາ ໃນປະຈຸບັນເຫັນວ່າ ມີການຕົວ ເລກການຕີດເຊື້ອໃນຊຸມຊົນເພີ້ມຂຶ້ນຫຼາຍ, ໃນມື້ວານນີ້ ວັນທີ 28 ກັນຍາ 2011 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງຫມົດ 7,075 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 547 ຄົນ ( ຊຸມຊົນ = 535 ຄົນ ດີນທາງຈາກຕ່າງປະເທດ 12 ຄົນ ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ 19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 23,488 ຄົນ, ເສຍຊີວິດສະສົມ 17 (01ໃຫມ່) ຍັງສືບຕໍ່ປິ່ນປົວ 4,766 ຄົນ.

ຂໍ້ມູນໂດຍຫຍໍ້ ກ່ຽວກັບຕິດເຊື້ອໃຫມ່ 547 ຄົນ ມີດັ່ງນີ້ ໐ ການຕິດເຊື້ອໃນຊຸມຊົນມີຈໍານວນ 535 ຄົນ ຄື:

  • ນະຄອນຫຼວງ 173 ຄົນ, ລາຍລະອຽດມີດັ່ງນີ້:
  • ພະນັກງານໂຮງງານ Trio 52 ຄົນ
  • ພະນັກງານໂຮງງານ Alpilao 4 ຄົນ
  • ໂຮງງານເຄບີ 1 ຄົນ
  • ໂຮງງານຊໍາເກດ (ດຽບວູ) 1 ຄົນ
  • ພະນັກງານໂຮງຫມໍມິດຕະພາບ 1 ຄົນ
  • ຕໍາຫຼວດ 3 ຄົນ ແລະ ທະຫານ 6
  • ແມ່ຄ້າພໍ່ຄ້າຕະຫຼາດ , 18 ຄົນ (ຕະຫ າດອົດຊີ 7, ທົ່ງຂັນຄໍາ 4)
  • ຜູ້ສໍາຜັດກັບຄົນຕິດເຊື້ອຜ່ານມາ 51 ຄົນ
  • ທີມງານກໍາລັງສັງລວມເອົາຂໍ້ມູນເພີ່ມເຕີມ 36 ຄົນ

+ຄໍາມ່ວນ 141 ຄົນ:

  • 15 ຄົນ (ບໍລິສັດໄຄຢວນ 9 ຄົນ ແລະ ຊຸມຊົນທົ່ວໄປ 6 ຄົນ),
  • ເມືອງທ່າແຂກ 116 ຄົນ;
  • ເມືອງ ຫີນບູນ 1 ຄົນ;
  • ເມືອງຫນອງບົກ 3 ຄົນ;
  • ເມືອງ ຍົມມະລາດ1 ຄົນ;
  • ເມືອງເຊບັ້ ງໄຟ1 ຄົນ ;
  • ເມືອງ ໄຊບົວທອງ1 ຄົນ ;
  • ເມືອງ ມະຫາໄຊ 1 ຄົນ;

+ຈໍາປາສັກ 61 ຄົນ:

  • ນະຄອນປາກເຊ 17 ຄົນເມືອງບາຈຽງ 28 ຄົນ (ກໍາມະກອນໂຮງງານດັກລັກ 8 ຄົນ, ບໍລິສັດສະຫວັນນາລີ 3 ຄົນ, ຫ້ວຍລືສີ 17 ຄົນ)
  • ເມືອງປະທຸມພອນ 15 ຄົນ
  • ເມືອງປາກຊ່ອງ 1 ຄົນ 3.ສະຫວັນນະເຂດ 50 ຄົນ: – ທະຫານຄ້າຍ 644 ບ້ານຈະເລີນສຸກ ເມືອງ ອຸທຸມພອນ ມີ 30 ຄົນ
  • ບ້ານໂພໄຊ ນະຄອນໄກສອນ 3 ຄົນ
  • ບ້ານຈະເລີນສຸກ ເມືອງອຸທຸມພອນ 1 ຄົນ , ເປັນພະນັກງານແພດ
  • ບ້ານໄຊມຸງຄຸນ ເມືອງປະທຸມພອນ 1 ຄົນ , ເປັນພະນັກງານແພດອາສາ (ທັງຫມົດເປັນຜູ້ສໍາຜັດກັບຜູ້ຕິດເຊື້ອຜ່ານມາ)

+ຫຼວງພະບາງ 49 ຄົນ:

  • ເມືອງງອຍ 43 ຄົນ (ບ້ານຫນອງຂຽວ 27 ຄົນ ໃນນີ້ມີພະນັກງານແພດ 1 ຄົນ ແລະ ນັກສືກສາແພດ 1 ຄົນ) ພົວພັນກັບຜູ້ຕິດເຊື້ອຜ່ານມາ
  • ເມືອງຊຽງເງີນ ບ້ານປາກຂັ້ນ 2 ຄົນ – ເມືອງນ້ໍາບາກ ບ້ານ້ໍາຖ້ວມໃຕ້ 1 ຄົນ
  • ເມືອງນານ ບ້ານ ປ່າໃຜ 1 ຄົນ 5.ແຂວງວຽງຈັນ 19 ຄົນ: – ເມືອງວຽງຄໍາ ມີ 10 ຄົນ – ເມືອງແກ້ວອຸດົມ 3 ຄົນ
  • ເມືອງຫມື່ນ 3 ຄົນ – ເມືອງໂພນໂຮງ 2 ຄົນ 6.ສາລະວັນ 15 ຄົນ
  • ບ້ານນາໂດນ 5 ຄົນ ເປັນຄອບຄົວກັບຜູ້ຕິດເຊື້ອຜ່ານມາ
  • ບ້ານຫັກສອງ 5 ຄົນ ເປັນຄອບຄົວກັບຜູ້ຕິດເຊື້ອຜ່ານມາ
  • ບ້ານ ໂພນແກ້ວ 5 ຄົນ ເປັນຄອບຄົວກັບຜູ້ຕິດເຊື້ອຜ່ານມາ

+ບໍ່ແກ້ວ 11 ຄົນ: ທັງຫມົດເປັນຄົນລາວ 7 ຄົນ ແລະ ຄົນຈີນ 3 ຄົນ

  • ຈາກບ້ານພຽງງາມເມືອງຕົ້ນຜີ້ງ 9 ຄົນ
  • ຈາກບ້ານດອນມຸນ 1 ຄົນ
  • ເຂດເສດຖະກິດພິເສດ 1 ຄົນ

+ບໍລິຄໍາໄຊ 6 ຄົນ: ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ

+ໄຊສົມບູນ 4 ຄົນ: ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ

+ອັດຕະປື 2 ຄົນ: ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ

+ເຊກອງ 2 ຄົນ: ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ

+ຫຼວງນ້ໍາທາ 1 ຄົນ: ຄົນຈີນທີ່ລັກລອບເຂົ້າເມືອງ

+ຊຽງຂວາງ 1 ຄົນ: ເປັນພະນັກງານງານເຄື່ອນໄຟ້ານ້ໍາງຽບ ບ້ານສົບຂາມ ເມືອງຜາໄຊ

ສໍາລັບຜູ້ຕິດເຊື້ອໃນຊຸມຊົນເຫຼົ່ານີ້ແມ່ນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະມີລົດໄປຮັບເພື່ອເຂົ້ານອນ ຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້ຂອງແຂວງ ( ດັ່ງນັ້ນໃຫ້ຖືສໍາຄັນໃນເວລາທີ່ໄປກວດ ຕົວຢ່າງຕ້ອງແຈ້ງເບີໂທລະ ສັບທີ່ໃຊ້ເປັນປະຈໍາໃຫ້ແພດຫມໍຢູ່ບ່ອນເກັບຕົວຢ່າງ ເພື່ອສາມາດຕິດຕໍ່ຫາ ທ່ານໂດຍທັນທີ ຖ້າຫາກຜົນກວດ ເປັນບວກ)

ສ່ວນການຕິດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 12 ຄົນ ຄື: ນະຄອນຫຼວງ 01 ຄົນ, ສະຫວັນນະເຂດ 03, ສາລະວັນ 03 ຄົນ ແລະ ຈໍາປາສັກ 05 ຄົນ.

ສຳລັບຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີກເສຍຊີວິດໃຫມ່ 01 ຄົນ:

  • ເພດຍີງ 57 ປີ ອາຊີບ ປະຊາຊົນ ບ້ານ ໂພນໂຮງ, ເມືອງໂພນໂຮງ ແຂວງວຽງຈັນ, ຜູ້ກ່ຽວຕິດເຊື້ອຈາກໄປ ເພາະທານບ້ານໂພນຫໍທີ່ມີ ລາຍງານການຕິດເຊື້ອມາກ່ອນ.
  • ວັນທີ່ເລີ່ມເຈັບ ວັນທີ່ 26 ກັນຍາ 2021 ໃນເບື້ອງຕົ້ນ ບໍ່ມີອາການຮ້າຍແຮງ ແຕ່ຜູ້ກ່ຽວ
  • ມີພະຍາດປະຈໍາໂຕ ເປັນເບົາຫວານ ແລະ ຕັງຊົງ – ວັນທີ່ 27 ກັນຍາ 2001 ພາຍຫຼັງກວດພົບເຊື້ອໄດ້ໄປປິ່ນປົວຢູ່ໂຮງຫມໍພາກສະຫນາມ ແຂວງ ແລະ ຕໍ່ມາອາການຫາຍໃຈຍາກ ແລະ ໄດ້ໃສ່ທໍ່ຊ່ວຍຫາຍໃຈແຕ່ອາການຂອງ ຜູ້ກ່ຽວບໍ່ດີຂື້ນ
  • ວັນທີ່ 28 ກັນຍາ 2001 ຜູ້ກ່ຽວບໍ່ຕອບສະຫນອງ ແລະ ເສຍຊີວິດໃນເວລາຕໍ່ມາ , ທາງແຂວງໄດ້ເຮັດພິທີສົ່ງສະການມ້ຽນສົບຕາມລະບຽບການ.

ຜູ້ເສຍຊີວິດຄົນທີ 17 ຈາກໂຄວິດ-19 ໃນລາວ

ຂ່າວເສົ້າ! ໃນວັນທີ 28 ກັນຍາ 2021 (ມື້ວານ) ໄດ້ມີຜູ້ເສຍຊີວິດເພີ່ມ ຈາກໂຄວິດ-19 ເປັນ ເພດຍິງ ອາຍຸ 57 ປີ, ບ້ານໂພນໂຮງ, ເມືອງໂພນໂຮງ ແຂວງວຽງຈັນ.

ຜູ້ກ່ຽວເຂົ້າໂຮງໝໍວັນທີ 27 ກັນຍາ 2021, ຄົນເຈັບມີພະຍາດປະຈຳໂຕ DM ຊັກ insulin (ພະຍາດເບົາຫວານຂັ້ນຮຸນແຮງ) ຫຼັງຈາກນັ້ນ ໄດ້ຍ້າຍມາຈາກສູນພະຍາບານສາດ ໃນເວລາ 24 ໂມງ ຂອງວັນທີ 27 ກັນຍາ 2021.

ຜູ້ກ່ຽວມີອາການໄອ ອິດເມື່ອຍຫາຍໃຈຫອບ, ການປິ່ນປົວ ແມ່ນໄດ້ໃຫ້ຢາຕາມຄູ່ມືການປິ່ນປົວ ໃຫ້ອົກຊີ ຈົນຮອດເວລາປະມານ 16 ໂມງ ຂອງວັນທີ 27 ກັນຍາ 2021, ຄົນເຈັບຫາຍໃຈຍາກຂຶ້ນ ມີອາການກະວົນກະວາຍອາການ ໄດ້ໃສ່ທໍ່ຊ່ວຍຫາຍໃຈ ຕິດຕາມຈົນຮອດເວລາ 23 ໂມງ ຄົນເຈັບຫົວໃຈຕີຊ້າລົງ ແລະ ໄດ້ເສຍຊີວິດໃນເວລາ 23:20 ວັນທີ 28 ກັນຍາ 2021.

ຂໍສະແດງຄວາມເສຍໃຈມາຍັງຍາດພີ່ນ້ອງຜູ້ເສຍຊີວິດ ຂໍໃຫ້ດຽວວິນຍານເພິ່ນໄປສູ່ຂະຕິ.

ຄຳສັ່ງລັອກດາວ ຈາກເຈົ້າເມືອງ ເມືອງຊຽງເງິນ ແຂວງຫຼວງພະບາງ

ເພື່ອເປັນການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID- 19 ບໍ່ໃຫ້ມີການແຜ່ ຂະຫຍາຍອອກເປັນວົງກວ້າງນັ້ນ, ເຫັນວ່າມີຄວາມຈໍາເປັນຈະຕ້ອງໄດ້ປະຕິບັດມາດຕະການປິດເມືອງ (Lok down) ເປັນ – ເວລາ 14 ວັນ (ເລີ່ມແຕ່ວັນທີ 28/9/2021 ຫາ ວັນທີ 12/10/2021) ເຈົ້າເມືອງຊຽງເງິນ ອອກຄໍາສັ່ງ: 

1. ຫ້າມບໍ່ໃຫ້ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ພໍ່ແມ່ປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ ແລະ ຊາວ ຕ່າງປະເທດ ທີ່ດໍາລົງຊີວິດຢູ່ພາຍໃນເມືອງຊຽງເງິນ ເດີນທາງເຂົ້າ-ອອກ ຈາກເມືອງຢ່າງເດັດຂາດ (Lok down) ຍົກເວັ້ນ ກໍລະນີຈໍາເປັນເຊັ່ນ: ໄປຊື້ເຄື່ອງອຸປະໂພກ, ບໍລິໂພກ, ໄປໂຮງຫມໍ ແລະ ພະນັກງານ-ລັດຖະກອນ ໄປປະຕິບັດຫນ້າທີ່ວຽກງານ ຂອງພັກ-ລັດ, ພະນັກງານທີ່ເຮັດວຽກຢູ່ນໍາບັນດາໂຄງການຂອງລັດຖະບານເປັນຕົ້ນ: ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໂຄງການກໍ່ສ້າງບ້ານຈັດສັນເສັ້ນທາງລົດໄຟລາວ-ຈີນ, ສູນຂໍ້ມູນດາຕ້າ, ແຕ່ຕ້ອງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ.

2. ຫ້າມບຸກຄົນທີ່ດໍາລົງຊີວິດຢູ່ແຕ່ລະບ້ານພາຍໃນເມືອງເດີນທາງເຂົ້າ-ອອກຢ່າງເດັດຂາດ, ພ້ອມທັງຕັ້ງຈຸດກວດກາຄົນ ເຂົ້າ-ອອກພາຍໃນບ້ານຂອງຕົນ ຕະຫຼອດ 24 ຊົ່ວໂມງ, ໃນກໍລະນີທີ່ມີຄວາມຈໍາເປັນໄປຊື້ເຄື່ອງອຸປະໂພກ, ບໍລິໂພກ, ໄປໂຮງ ຫມໍ ແມ່ນຕ້ອງມີເອກະສານອະນຸມັດຈາກບ້ານ ແລະ ຖືບັດສັກຢາວັກຊີນພະຍາດໂຄວິດ-19 ຕິດຕົວໄປພ້ອມ (ຍົກເວັ້ນລົດ ບັນທຸກສິນຄ້າທີ່ຈໍາເປັນເຊັ່ນ: ລົດຂາຍເຂົ້າສານ, ລົດນ້ໍາດື່ມ ແມ່ນອະນຸຍາດໃຫ້ເຂົ້າບ້ານໄດ້ແຕ່ຕ້ອງປະຕິບັດມາດຕະການປ້ອງ ກັນຢ່າງເຂັ້ມງວດ ໂດຍໃຊ້ຜ້າປິດປາກ ແລະ ຮັກສາໄລຍະຫ່າງ).

ກໍລະນີ, ຫາກມີບຸກຄົນໃດອອກຈາກບ້ານ, ຈາກເມືອງໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງບ້ານ, ຈາກຄະນະ ສະເພາະກິດໃນເມືອງ ແລະ ໃນເວລາກັບຄືນມາໄດ້ນໍາເອົາເຊື້ອພະຍາດມາແຜ່ເຊື່ອໃນຊຸມຊົນ ແມ່ນຈະຖືກລົງໂທດຕາມ ລະບຽບກົດຫມາຍ.

3 ຫ້າມບໍ່ໃຫ້ຈັດກິດຈະກໍາຕ່າງໆ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອເຊັ່ນ: ກິນເຂົ້າສາມັກຄີ, ຕັ້ງວົງຊຸມແຊວ, ຈັດງານດອງ ງານກ່ວັນ ງານຂື້ນເຮືອນໃຫມ່ ແລະ ຫ້າມໄປມາຫາສູ່ກັນລະຫວ່າງຄອບຄົວຢ່າງເດັດຂາດ

4.ໃຫ້ປິດບັນຕາຫ້າງຮ້ານ ແລະ ກິດຈະການອື່ນໆເຊັ່ນ ຮ້ານຄາລາໂອເກະ ຮ້ານບັນເທິງ, ຮ້ານກິນດື່ມ, ຮ້ານອາຫານ, ເຮືອນພັກ, ຕະຫຼາດຊຸມຊົນ(ບ້ານຮຽນຫຼວງ), ຕະຫຼາດຊຸມຊົນ(ບ້ານປາກແວດ), ຕະຫຼາດຊຸມຊົນ(ບ້ານປາກຂັ້ນ), ຕະຫຼາດນັດ (ກ່ວກະຈໍາ), ຂາຍເຄື່ອງຕາມແຄມທາງ ແລະ ການຊື້-ຂາຍປະເພດສິນຄ້າອື່ນໆ (ຍົກເວັ້ນຮ້ານຂາຍເຄື່ອງອຸປະໂພກ ບໍລິໂພກທີ່ມີຄວາມຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນແມ່ນອະນຸຍາດໃຫ້ຂາຍໄດ້ ແຕ່ຕ້ອງຂາຍຢູ່ໃນເຮືອນຂອງຕົນເອງ ແລະ ປະຕິບັດ ມາດຕະການປ້ອງກັນຢ່າງເຂັ້ມງວດ ໂດຍໃຊ້ຜ້າປິດຢາກ ແລະ ໃຊ້ເຊືອກຟາງກັ້ນໄລຍະຫ່າງ).

5 ໃຫ້ແຕ່ລະສໍານັກງານ-ອົງການພາຍໃນເມືອງ ຈັດຕັ້ງປ່ຽນຜຽນກັນມາປະຈໍາການຂອງພະນັກງານຕາມຄວາມເຫມາະສົມ (ສ່ວນຫົວຫນ້າ ແລະ ຄະນະແມ່ນໃຫ້ມາປະຈໍາການເປັນປົກກະຕິ) ແນໃສ່ເພື່ອແກ້ໄຂວຽກງານໃຫ້ທັນກັບເວລາ. ຍົກເວັ້ນ ພະນັກງານແພດຫມໍ, ທະຫານ, ຕໍາຫຼວດ, ໄຟຟ້າ, ນ້ໍາປະປາ ແມ່ນໃຫ້ມາປະຈໍາການເປັນປົກກະຕິ.

– ກໍລະນີ, ມີພະນັກງານ-ລັດຖະກອນຂອງຕົນ ຫາກມີການໄປພົວພັນ ໃກ້ຊິດກັບຜູ້ທີ່ຕິດເຊື້ອພະຍາຕໂຄວິຕ–19 ແຈ້ງໃຫ້ ຈະບໍ່ໃຫ້ມາປະຈໍາການ ໂດຍຈໍາກັດບໍລິເວນຕົນເອງຢູ່ເຮືອນ 14 ວັນຄົບຕາມກໍານົດເວລາ, ຈຶ່ງໃຫ້ກັບມາປະຈໍາການ 1 ກະດີ. ່ 

6. ມອບໃຫ້ຄະນະກະເຫມາະກິດຂັ້ນເມືອງ ຮີບຮ້ອນລົງສົມທົບກັບຄະນະພັກຮາກຖານກຸ່ມບ້ານ, ອົງການປົກຄອງແຕ່ລະ ບ້ານ ໃນການຕິດຕາມ, ເກັບກໍາຂໍ້ມູນຜູ້ທີ່ມີຄວາມສ່ຽງໄປສໍາພັດໃກ້ສິດ ກັບຜູ້ທີ່ຕິດເຊື້ອພະຍາຕໃຫ້ລະອຽດ, ຈະແຈ້ງແລ້ວ ລາຍງານໃຫ້ການນໍາເມືອງຮັບຊາບ ເພື່ອແກ້ໄຂໃຫ້ທັນກັບສະພາບການ.

7. ມອບໃຫ້ ກອງບັນຊາການ ປກຊ-ປກສ ເມືອງ, ຫ້ອງການວັດທະນະທ່າຖະແຫຼງຂ່າວເມືອງ, ຫ້ອງຄະນະບໍລິຫານງານ ຊາວຫນຸ່ມເມືອງ ເຂັ້ມງວດໃນການເຄື່ອນໄຫວລາຕຕະເວນຢ່າງເປັນປົກກະຕິ ພ້ອມທັງນໍາໃຊ້ລົດລົງໂຄສະນາເຄື່ອນທີ່ຢູ່ບັນດາ ບ້ານທີ່ມີຄວາມສ່ຽງ, ແນ່ໃສ່ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ຕໍ່ໄພອັນຕະລາຍຂອງ ພະບາດໂວິດ-19

ກໍລະນີ, ທາງການຈັດຕັ້ງບ້ານ, ເຈົ້າຫນ້າທີ່ກວດພົບເຫັນບຸກຄົນໃດຝ່າຝືນ ຫຼື ລະເມີດບັນດາຂໍ້ຫ້າມ ໃນຄໍາສັ່ງສະບັບນີ້ ແມ່ນຈະຖືກປັບໃຫມ ຄັ້ງລະ 1.000.000 ກີບ, ພ້ອມທັງນໍາບຸກຄົນດັ່ງກ່າວມາກັກຕົວຢູ່ກອງຄະດີເມືອງ.

8.ຄໍາສັ່ງສະບັບນີ້ ເລີ່ມຈັດຕັ້ງປະຕິບັດແຕ່ ເວລາ 6 ໂມງ 00 ນາທີ ຂອງວັນທີ 28/9/2021 ຫາເວລາ 6 ໂມງ 00 ນາທີ ຂອງວັນທີ 12/9/2001. (ໃນກໍລະນີຫາກມີການປ່ຽນແປງ ຄະນະສະເພາະກິດຂັ້ນເມືອງ ຈະໄດ້ແຈ້ງໃຫ້ຊາບຕື່ມເປັນແຕ່ລະໄລຍະ.

ໃກ້ແລ້ວ! ບໍລິສັດ ໄຟເຊີ ໄດ້ເລີ່ມທົດລອງຢາປ້ອງກັນໂຄວິດ-19 ຊະນິດເມັດໃນຂັ້ນຕອນສຸດທ້າຍ

ບໍລິສັດ ໄຟເຊີ ໄດ້ເລີ່ມທົດລອງຢາປ້ອງກັນໂຄວິດ-19 ຊະນິດເມັດໃນຂັ້ນຕອນສຸດທ້າຍ

ໃນວັນທີ 28 ກັນຍາ 2021 ບໍລິສັດ ໄຟເຊີ ໄດ້ເລີ່ມທົດລອງຢາປ້ອງກັນໂຄວິດ-19 ຊະນິດເມັດໃນຂັ້ນຕອນສຸດທ້າຍ ໃຫ້ແກ່ບຸກຄົນທີ່ຢູ່ທ່າມກາງການລະບາດຂອງພະຍາດໂຄວິດ-19 ທີ່ສະແດງອາການ ໂດຍຢາຊະນິດເມັດນີ້ມີຊື່ເອີ້ນວ່າ PF-07321332. ຢາເມັດຂອງບໍລິສັດໄຟເຊີເອີ້ນໄດ້ວ່າເປັນຢາປະເພດ protease inhibitors ທີ່ເຮັດວຽກໂດຍການຄັດລອກໂຕເອງພາຍໃນຮ່າງກາຍຂອງມະນຸດ ຈຶ່ງເຮັດໃຫ້ບໍ່ສາມາດກໍ່ໃຫ້ເກີດການຕິດເຊື້ອໂຄວິດ-19 ຮອບໃໝ່ໄດ້.

ທີມນັກວິທະຍາສາດຂອງບໍລິສັດໄຟເຊີຈະມີການທົດສອບຢາຊະນິດເມັດໃນຂັ້ນຕອນສຸດທ້າຍກັບອາສາສະໝັກທີ່ຮ່າງກາຍແຂງແຮງຈໍານວນ 2,660 ຄົນ ອາຍຸ 18 ປີຂຶ້ນໄປ ທີ່ອາໄສຢູ່ໃນບ່ອນພັກທີ່ມີຜູ້ຕິດເຊື້ອໂຄວິດ-19  ເຊິ່ງອາສາສະໝັກຖືກແບ່ງອອກເປັນສອງກຸ່ມ ໂດຍກຸ່ມໜຶ່ງໃຫ້ກິນຢາເມັດຂອງບໍລິສັດໄຟເຊີ ແລະ ຕ້ອງກິນຢາມື້ລະສອງເມັດເປັນເວລາ 5-10 ມື້ ແລະ ກິນກຸ່ມໜຶ່ງແມ່ນໃຫ້ກິນຢາທີ່ບໍ່ມີຜົນຫຍັງ(ຢາປອມ). ຈາກນັ້ນນັກວິທະຍາສາດຈະປະເມີນປະສິດທິພາບຂອງຢາ PF-07321332 ໃນການປ້ອງກັນການຕິດເຊື້ອ ແລະ ອາການຕ່າງໆ ພາຍໃນ 14 ມື້ ຫຼັງຈາກທີ່ອາໄສຢູ່ຮ່ວມກັບຜູ້ຕິດເຊື້ອໂຄວິດ-19.

ນອກຈາກນີ້, ບໍລິສັດໄຟເຊີ ຍັງໄດ້ເລີ່ມສຶກສາຢາປ້ອງກັນໂຄວິດ-19 ກັບຜູ້ຕິດເຊື້ອໃນໄວຜູ້ໃຫຍ່ ທີ່ມີອາການບໍ່ຮຸນແຮງ ແລະ ລວມທັງຜູ້ປ່ວຍທີ່ຕິດເຊື້ອໂຄວິດ-19 ນໍາອີກດ້ວຍ.

ແຫຼ່ງຂ່າວ: Thairath