Home Blog Page 170

ກະຊວງສາທາລະນະສຸກ ອະນຸມັດໃຫ້ນໍາໃຊ້ ຊຸດກວດແບບໄວ ໂດຍໄດ້ນຳໃຊ້ຕາມທີ່ອົງການອະນາໄມໂລກຮອງຮັບໃນເຫດການພາວະສຸກເສີນເທົ່ານັ້ນ

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 27 ກັນຍາ 2021: ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ກ່າວໃນລາຍງານວ່າ: ເພື່ອຊອກຄົ້ນຫາພະຍາດໃຫ້ໄດ້ໄວທີ່ສຸດ, ກະຊວງສາທາລະນະສຸກ ຈຶ່ງໄດ້ອະນຸມັດ ໃຫ້ນໍາໃຊ້ ຊຸດກວດແບບໄວ,  ໂດຍໄດ້ນຳໃຊ້ຕາມທີ່ອົງການອະນາໄມໂລກຮອງຮັບໃນເຫດການພາວະສຸກເສີນເທົ່ານັ້ນ ແລະ ໃຊ້ສະເພາະໃນສະຖານທີ່ບໍລິການສາທາລະນະສຸກ ທີ່ແພດໄດ້ຮັບການຝຶກອົບຮົມ.

ພາບປະກອບເຄື່ອງກວດໂຄວິດແບບໄວ

ປັດຈຸບັນ ມີຫຼາຍພາກສ່ວນ ໄດ້ສວຍໂອກາດ ອອກມາໂຄສະນາຂາຍ ໂດຍສະເພາະໃນສື່ສັງຄົມອອນລາຍຕ່າງໆ, ເຊິ່ງການນຳໃຊ້ນັ້ນ ຕ້ອງໄດ້ຄຳນຶງເຖິງຄຸນນະພາບ ແລະ ປະສິດຕິພາບ ອີກດ້ວຍ ເພາະອາດຈະໃຫ້ຜົນລົບປອມໄດ້.

ພ້ອມດຽວກັນນັ້ນ ການນຳໃຊ້ຊຸດເຄື່ອງກວດ ທີ່ບໍ່ໄດ້ຮັບການອະນຸມັດຈາກກະຊວງສາທາລະນະສຸກ ຖືວ່າ ເປັນການກະທໍາທີ່ຜິດຕໍ່ລະບຽບກົດໝາຍ ເພາະ ຊຸດກວດທີ່ນໍາມາຂາຍອາດເປັນຂອງປອມ, ບໍ່ໄດ້ມາດຕາຖານ ແລະ ທີ່ສໍາຄັນທີ່ສຸດ ການເກັບມ້ຽນສິ່ງເສດເຫຼືອ-ຂີ້ເຫຍື້ອ ຈາກການນໍາໃຊ້ຊຸດກວດແບບໄວ້ນີ້ ແມ່ນຕ້ອງໄດ້ປະຕິບັດຢ່າງເຄັ່ງຄັດ ຖ້າເຮັດບໍ່ຖືກຕ້ອງມັນຈະແຜ່ເຊື້ອໄປສູ່ຄົນອ້ອມຂ້າງຕື່ມອີກ;

ລາຍລະອຽດຜູ້ຕິດເຊື້ອໃໝ່ລາຍງານວັນທີ 27 ກັນຍາ 2021

ລາຍງານຈາກຄະນະສະເພາະກິດ ລາຍງານວັນທີ 27 ກັນຍາ 2021 ໃຫ້ຮູ້ວ່າ: ໄດ້ກວດວິເຄາະທັງໝົດ6,066 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 622 ຄົນ: ກໍລະນີນໍາເຂົ້າ ມີ 12 ຄົນ ຈາກ ແຂວງ ສະຫວັນນະເຂດ 7 ຄົນ, ຄໍາມ່ວນ 3 ຄົນ, ສາລະວັນ 1 ຄົນ ແລະ ຈໍາປາສັກ 1 ຄົນ. ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 610 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:

1.ນະຄອນຫຼວງ 315 ຄົນ, ລາຍລະອຽດມີດັ່ງນີ້

  • ເມືອງນາຊາຍທອງ 9 ຄົນ
  • ຈຸດເກັບຕົວຢ່າງບຶງຂະຫຍອງ 12 ຄົນ
  • ມສ ເຈົ້າອານຸວົງ 6 ຄົນ
  • ມສ ລາວຫວຽດ 3​ ຄົນ
  • ສະຖາບັນປັດສະເຕີ້ລາວ 11 ຄົນ
  • ເມືອງນາຊາຍທອງ, ບ້ານປາກແຮດ 6 ຄົນ
  • ເມືອງຈັນທະບູລີ, ບ້ານຫ້ວຍຫົງ 2 ຄົນ
  • ໂຮງງານຕັດຫຍິບກຽນວິໄລ 3 ຄົນ
  • ໂຮງງານອານພິລາວ 54 ຄົນ
  • ສູນຫຼັກ 27 ມີ 26 ຄົນ (ສຳຜັດໃກ້ຊິດກັບໂຮງງານອານພິລາວ)
  • ຈຸດເກັບຕົວຢ່າງສີເກີດ 60 ຄົນ
  • ເມືອງໄຊທານີ 14 ຄົນ

ເຫຼືອນັ້ນ ທີມງານກຳລັງເກັບກຳຂໍ້ມູນລະອຽດ ຈະລາຍງານໃຫ້ບັນດາທ່ານຊາບຕື່ມພາຍຫຼັງ

2.ຄຳມ່ວນ 152 ຄົນ: ມາຈາກກຳມະກອນບໍລິສັດ ຄ້າຍຢວນ (ໃນນັ້ນ ເກືອບ 90 ເປີເຊັນ ແມ່ນ ກຳມະກອນຄົນລາວ)

3.ຈໍາປາສັກ 59 ຄົນ:

  • ປາກເຊ 38 ຄົນ, ບາຈຽງ 10 ຄົນ, ປະທຸມພອນ 10 ຄົນ (ທະຫານ 5 ຄົນ) ແລະ ຊະນະສົມບູນ 1 ຄົນ
  • ເມືອງໂຂງ 1 ຄົນ (ແຮງງານຢູ່ສູນເມືອງ)

4.ຫຼວງພະບາງ 35 ຄົນ:

  • ເມືອງງອຍ 17 ຄົນ, ນ້ຳບາກ 14 ຄົນ, ນານ 3 ຄົນ ແລະ   ຈອມເພັດ 1 ຄົນ

5.ແຂວງວຽງຈັນ 13 ຄົນ:

  • ເມືອງໂພນໂຮງ ມີ 12 ກໍລະນີ, ຊື່ງທັງໜົດ ແມ່ນມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຜ່ານມາ ໂດຍສະເພາະ ຮ່ວມງານເຮືອນດີ
  • ບ້ານນາຊູ ມີ 05 ກໍລະນີ
  • ວັດບ້ານນາຊູ ມີ 01 ກໍລະນີ
  • ບ້ານໂພນຂາມ 2 ກໍລະນີ ແລະ ບ້ານໂພນໂຮງ 02 ກໍລະນີ
  • ບ້ານນາໂພເໜຶອ 01 ກໍລະນີ ແລະ ບ້ານສ້າງໃຫ່ຍ 01 ກໍລະນີ
  • ເມືອງທຸລະຄົມ ມີ 01 ກໍລະນີ (ບ້ານໂພນແຮ່)

6.ບໍ່ແກ້ວ 11 ຄົນ: ບ້ານ ພຽງງາມ 09 ຄົນ, ບ້ານຄວ້ານ 01 ຄົນ ເມືອງຕົ້ນເຜີ້ງ ແລະ ເຂດເສດຖະກິດພິເສດ 01ຄົນ

7.ບໍລິຄໍາໄຊ 7 ຄົນ:

  • ບ້ານໂພນຈະເລີນ, ເມືອງປາກກະດີງ ມີ 07 ກໍລະນີ, ທັງໝົດເຮັດວຽກຢູ່ເຂື່ອນໄຟຟ້ານ້ຳເທີນ 1 ແລະ ພັກຢູ່ຫໍພັກຂອງເຂື່ອນດັ່ງກ່າວ (ອາຊີບເປັນແມ່ຄົວ ມີ 02 ກໍລະນີ, ສັນຊາດ ລາວ 01, ແລະ ສັນຊາດ ຈີນ 01 ຄົນ);  ກໍາມະກອນ ມິ 05 ກໍລະນີ (ສັນຊາດ ລາວ 01 ຄົນ; ແລະ ສັນຊາດ ຈີນ 04 ຄົນ)

8.ສາລະວັນ 7 ຄົນ

9.ສະຫວັນນະເຂດ 5 ຄົນ:

  • ພະນັກງານເອຄອນ ມີ 02 ກໍລະນີ; ບ້ານໂພນທັນ, ເມືອງໄຊບູລີ ແລະ ບ້ານຍາງສູງ, ນະຄອນໄກສອນ
  • ບ້ານແກ້ງຢາງ, ເມືອງເຊໂປນ ມີ 02 ກໍລະນີ, ທັງສອງຄົນອາຊີບເປັນຊິບປີງ, ແລ່ນເອກະສານຢູ່ແດນສະຫວັນ
  • ບ້ານວົງພັນສີ, ເມືອງອຸທຸມພອນ ມີ 01 ກໍລະນີ, ຊື່ງພົວພັນກັບຜູ້ຕິດເຊື້ອຢູ່ບ້ານດຽວກັນໃນໄລຍະຜ່ານມາ ແລະ ໄດ້ລາຍງານໃນວັນທີ 23 ກັນຍາ 2021.

10.ໄຊສົມບູນ 3 ຄົນ:

  • ບ້ານຊຽງຄົງ, ເມືອງທ່າໂທມ ມີ 02 ກໍລະນີ (ເປັນສາມີ-ພັນລະຍາ)  ໄດ້ໄປສົ່ງສະການພໍ່ຕູ້ຢູ່ບ້ານຖໍ້າດິນ, ເມືອງລ້ອງຊານ ແລະ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ງານເຮືອນດີ ທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021
  • ບ້ານວັງໄຮ່, ເມືອງທ່າໂທມ ມີ 01 ກໍລະນີ ໄດ້ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ (ເປັນໝູ່ ເຮັດວຽກຢູ່ໂຮງງານອານພີລາວ)

11.ຫຼວງນໍ້າທາ 3 ຄົນ:

  • ຄົນລາວ ​1 ຄົນ ແລະ ຄົນຈີນ ​2 ຄົນ(ມາຈາກ ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ)
  • ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 22,441 ຄົນ, ເສຍຊີວິດສະສົມ16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,271 ຄົນ.  

ປິດຕະຫຼາດທົ່ງຂັນຄຳ ແຕ່ວັນທີ 27-30 ກັນຍານີ້

ເພື່ອເປັນການປະຕິບັດຄໍາສັ່ງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 016/ຈນວ, ລົງວັນທີ​ 19 ກັນຍາ 2021 ໃຫ້ມີຄວາມເຂັ້ມງວດ ແລະ ໜັກແໜ້ນຕໍ່ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ເຊິ່ງປະຈຸບັນໄດ້ມີການແຜ່ລະບາດເຂົ້າຫາຊຸມຊົນເປັນຈຳນວນຫຼວງຫຼາຍ, ສຳລັບຕະຫຼາດພາກເຊົ້າ 1, ບ້ານ ທົ່ງຂັນຄຳ, ເມືອງຈັນທະບູລີ.

ເຊີ່ງມີຊາວຄ້າຂາຍມີຜູ້ຕິດເຊື້ອ ພະຍາດໂຄວິດ – 19 ຕາມຜົນກວດອອກມາ ຄັ້ງວັນທີ 26 ກັນຍາ 2021 (ຜົນອອກມາເປັນບວກ), ຄະນະສະເພາະກິດເມືອຈັນທະບູລີ ຈື່ງຂໍຄວາມຮ່ວມມື ແລະ ຂໍຖືເປັນກຽດແຈ້ງມາຍັງທ່ານ ດັ່ງນີ້:

1. ໃຫ້ໂຈະຊົ່ວຄາວການເປີດບໍລິການຕະຫຼາດພາກເຊົ້າ 1, ຕະຫຼາດພາກເຊົ້າ 2 ຕັ້ງຢູ່ບ້ານ ທົ່ງຂັນຄຳ, ເມືອງຈັນທະບູລີ ນັບແຕ່ວັນທີ 27 – 30 ກັນຍາ 2021 ເປັນຕົ້ນໄປ ເພື່ອໃຫ້ດຳເນີນການສີດຢາຂ້າເຊື້ອ ແລະ ເຮັດອານາໄມຄວາມສະອາດ ໃນທົ່ວບໍລິເວນຕະຫຼາດ ແລະ ຈຸດຂາຍສິນຄ້າ ຕາມມາດຕະການທີ່ຄະນະສະເພາະກິດວາງອອກ, ໃຫ້ຊາວຄ້າຂາຍທັງໝົດຢູ່ໃນ ຕະຫຼາດ ແລະ ຂອບເຂດດ້ານນອກຕະຫຼາດ ໃນວົງລັດສະໝີ ທີ່ຂະແໜງສາທາລະນະສຸກກຳນົດ ໃຫ້ໄປກວດຫາເຊື້ອພະຍາດ ໂຄວິດ-19 ແລະ ແຈ້ງເຈົ້າຂອງຕະຫຼາດ, ຈັດສັນຕະຫຼາດ, ໂຄສະນາເຜີຍແຜ່​ ແລະ ແຈ້ງໃຫ້ຊາວຄ້າຂາຍ, ພະນັກງານຂອງຕົນບໍ່ ໃຫ້ແຕກຕື່ນ ແລະ​ ຕິດຕາມອາການຂອງຕົນເອງຢູ່ບ້ານ (ໃນໄລຍະນີ້ບໍ່ໃຫ້ຊາວຄ້າຂາຍດັ່ງກ່າວໄປຂາຍຢູ່ຈຸດອື່ນໆ ເນື່ອງຈາກຈະເປັນການແຜ່ເຊື້ອ).

ປະຫວັດໂດຍຫຍໍ້ຜູ້ຕິດເຊື້ອຊຸມຊົນ ວັນທີ 26 ກັນຍາ 2021

ລາຍກງານຈາກຄະນະສະເພາະກິດປະຈຳວັນ: ຮອດປະຈຸບັນເຫັນວ່າ ສະພາບການການຕິດເຊື້ອພະຍາດໂຄວິດ19 ໃນຊຸມຊົນຢູ່ປະເທດ ເຮົາແມ່ນມີຈໍານວນເພີ້ມຂຶ້ນຫຼາຍ ໃນມື້ວານນີ້ ວັນທີ 25 ກັນຍາ 2021 ທົ່ວປະເທດ ໄດ້ມີການ ເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງຫມົດ 4,816 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 292 ຄົນ ( ຊຸມຊົນ = 280 ຄົນ ດີນທາງຈາກຕ່າງປະເທດ 12 ຄົນ ) ເຮັດໃຫ້ຕົວ ເລກຜູ້ຕິດເຊື້ອ ພະຍາດໂຄວິດ 19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 21,819 ຄົນ, ເສຍຊີວິດສະສົມ 16 ຍັງສືບຕໍ່ປິ່ນປົວ 4,492 ຄົນ.

ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີຕິດເຊື້ອໃຫມ່ 292 ຄົນ ມີດັ່ງນີ້

ການຕິດເຊື້ອໃນຊຸມຊົນມີຈໍານວນ 280 ຄົນ ຄື:

1. ນະຄອນຫຼວງວຽງຈັນ ແຍກຕາມ ແຫຼ່ງທີ່ມາຂອງການຕິດເຊື້ອໃນຊຸມຊົນ ທັງຫມົດ 135 ຄົນ

, ລາຍລະອຽດມີດັ່ງນີ້:

– ພະນັກງານໂຮງງານ Trio : 63 ຄົນ – ພະນັກງານສາງ DKSH: 1 ຄົນ – ພະນັກງານທະຫານຕໍາຫຼວດ: 3 ຄົນ (ຕາຫຼວດ ຂ) – ພະນັກງານໂຮງງານໂຮຢ້າ: 1 ຄົນ – ພະນັກງານເດີນກ໊ອບແລັກວິວ: 1 ຄົນ

– ສ່ວນທີ່ເຫຼືອແມ່ນທີມງານກໍາລັງສັງລວມຂໍ້ມູນ 66 ຄົນ 2. ຄໍາມ່ວນ 85 ຄົນ:

– ກໍາມະກອນບໍລິສັດຄາຍຢວນ 83 ຄົນ;

– ຊຸມຊົນທົ່ວໄປ 2 ຄົນ 3.ແຂວງວຽງຈັນ 16 ຄົນ: – ເມືອງໂພນໂຮງ ມີ 10 ຄົນ (ບ້ານໂພນຫໍ ມີ 03 ຄົນ; ບ້ານໂພນແກ້ວ ມີ 02 ຄົນ; ບ້ານ

ນາແພງ 1 ຄົນ, ບ້ານໂນນສະຫວາດ 1 ຄົນ, ນ້ໍາລິນ 1 ຄົນ, ບ້ານຊ່າງໃຫ່ຍ 1 ຄົນ ແລະ

ບ້ານນາໂພພະລາດ 1 ຄົນ) – ເມືອງວັງວຽງ ມີ 03 ຄົນ (ບ້ານຂັນຫນາກ ມີ 02 ຄົນ ແລະ ບ້ານວຽງແກ້ວ ມີ 01 ຄົນ)

ເມືອງວຽງຄໍາ ມີ 03 ຄົນ (ບ້ານໂພນຫມີ)

4.ສະຫວັນນະເຂດ 14 ຄົນ:

– ຄ້າຍຄຸມຂັງຫຼັກຫົກ 3 ຄົນ ( ພະນັກງານຕໍາຫລວດ 02 ຄົນ, ນັກໂທດ 01 ຄົນ)

– ນັກບວດ 1 ຄົນ (ເພດຊາຍ, ອາຍຸ 18 ປີ) ຢູ່ວັດໂພໄຊ, ນະຄອນໄກສອນ ແລະ ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ – ພະນັກງານແພດ ມີ 01 ຄົນ, ເຮັດວຽກຢູ່ເມືອງອາດສະພອນ ຊື່ງເຂົ້າປະຈໍາສູນຫຼັກ 9 ແລະ ຢູ່ຊ່ວງກັກໂຕພາຍຫຼັງອອກປະຈໍາການ – ພະນັກງານທະຫານຄ້າຍ 644, ບ້ານຈະເລີນສຸກ, ເມືອງອຸທຸມພອນ ທີ 01 ກໍລະນີ – ຜູ້ປະຈໍາຢູ່ ມສ ພິນ ຂື້ນກັບເມືອງອຸທຸມພອນ 06 ຄົນ: (ພະນັກງານຕໍາຫລວດ ມີ 03 ຄົນ, ນາຍບ້ານ ມີ 02 ຄົນ, ພະນັກງານປົກຄອງເມືອງ ມີ 91 ຄົນ) – ປະຊາຊົນບ້ານວົງພັນສີ, ເມືອງອຸທຸມພອນ ມີ 02 ຄົນ (ເພດຊາຍ 41 ປີ ແລະ ເພດຍິງ 29 ປີ) ຊື່ງເປັນຄົນໃນຄອບຄົວຂອງພະນັກງານຕໍາຫລວດ ທີ່ຕິດເຊື້ອຜ່ານມາ.

5.ຈໍາປາສັກ 12 ຄົນ: ຊື່ງມາຈາກເມືອງປະທຸມພອນທີ່ເຄີຍລາຍງານຜ່ານມາ

6.ສາລະວັນ 7 ຄົນ: – ບ້ານນາເຫຼັກ 04 ຄົນ, ຊື່ງມາຈາກຄອບຄົວຕິດເຊື້ອທີ່ ຜ່ານມາ, – ບ້ານໂພນແກ້ວ ມີ 03 ຄົນ ຄອບຄົວດຽວກັນກັບພະນັກງານແພດກາຍຍະບໍາບັດໂຮງຫມໍແຂວງສາລະວັນ ທີ່ຕິດເຊື້ອຜ່ານມາ.

7.ບໍລິຄໍາໄຊ 4 ຄົນ:

– ບ້ານຫ້ວຍໄຮ, ເມືອງປາກກະດີງ ມີ 03 ຄົນ (1. ເພດຍິງ ອາຍຸ 08 ປີ ອາຊີບນັກຮຽນ;

2. ເພດຍິງ ອາຍຸ 73 ປີ, 3. ເພດຊາຍ ອາຍຸ 37 ປີ ອາຊີບ ເຮັດນາ) ເປັນຄອບຄົວຜູ້ ຕິດເຊື້ອຜ່ານມາ

– ບ້ານໄຊສະຫວ່າງ, ເມືອງທ່າພະບາດ ມີ 01 ກໍລະນີ (ເພດຍິງ, ອາຍຸ 30 ປີ, ອາຊີບ: ພະນັກງານທະຫານ)

8.ຫຼວງພະບາງ 3 ຄົນ: ທັງຫມົດແມ່ນໄດ້ພົວພັນໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານດຽວກັນ ຊຶ່ງຢູ່ບ້ານ ຫນອງຂຽວ, ເມືອງງອຍ.

9.ບໍ່ແກ້ວ 2 ຄົນ: ໃນເຂດເສດຖະກິດພິເສດ

10. ຫລວງນ້ໍາທາ 1 ຄົນ: ບ້ານ ວຽງຄໍາ, ເມືອງນ້ໍາທາ, ຜູ້ກ່ຽວ ກັບຄອບຄົວເດີນທາງຈາກຫຼວງນ້ໍາທາໃນວັນທີ 17/09/2011 ມາແຂວງວຽງຈັນ ບ້ານໂພນຫມີໄຕ້ ໃກ້ຕະຫຼາດ ເພື່ອ ສົ່ງສະການແມ່ເສຍຊີວິດ. ຢູ່ເຮືອນດີ ນັບແຕ່ວັນທີ 17/09/2011 ຮອດວັນທີ 22/09/2011 ເປັນເວລາ 06 ວັນ, ວັນທີ 24/09/2011 ເວລາ 9 ໂມງໄດ້ເຂົ້າໄປ ເກັບຕົວຢ່າງກວດໂຄວິດຢູ່ໂຮງຫມໍແຂວງຄັ້ງທີ 1 ຜົນກວດບໍ່ຈະແຈ້ງ, ໄດ້ກັບມາເກັບຕົວຢ່າງ ອີກ ວັນທີ 25/09/2001 ແລ້ວໃຫ້ຜົນບວກ.

11. ອັດຕະປື 1 ຄົນ: ເພດຍິງ, ອາຍຸ 37 ປີ; ພະນັກງານຖະແຫຼງຂ່າວແຂວງ.

ປະຈຸບັນ ຜູ້ຕິດເຊື້ອໃຫມ່ທັງຫມົດ ໄດ້ເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້ຂອງແຂວງ. ໐ ສ່ວນການຕິດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 12 ຄົນ ຄື: ນະຄອນຫຼວງ 03 ຄົນ

ສະຫວັນນະເຂດ 05 ຄົນ, ຈໍາປາສັກ 02 ຄົນ, ຄໍາມ່ວນ 01 ຄົນ,ແລະ ອັດຕະປື 01 ຄົນ , ເຊິ່ງທັງຫມົດນັ້ນແມ່ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິ ເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນໍາສົ່ງໄປ ປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ ແຂວງກໍານົດໄວ້ເປັນສະຖານທີ່ປິ່ນປົວຄົນເຈັບທີ່ຕິດເຊື້ອ.

ລາວພົບຜູ້ຕິດເຊື້ອໃໝ່ +292 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ +138 ຄົນ

ຕິດເຊື້ອໃໝ່ລາຍງານວັນທີ 26 ກັນຍາ 2021 ມີຜູ້ຕິິດເຊື້ອໃໝ່ທັງໝົດ +292 ຄົນ ໃນນັ້ນຊຸມຊົນຍັງສູງ +280 ຄົນ ແລະ ຕິດເຊື້ອນຳເຂົ້າ ຄົນ +12ຄົນ.

ຫຼ່ງຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ

ລາຍລະອຽດເພີ່ມເຕີມຈະແຈ້ງພາຍຫຼັງ

ລາຍລະອຽດຜູ້ຕິດເຊື້ອໃໝ່ມື້ນີ້ +477 ຄົນ ວັນທີ 25 ກັນຍາ 2021

ອີງຕາມການຖະແຫຼງຂ່າວ ຂອງຄະນະສະເພາະກິດ ໄດ້ກວດວິເຄາະທັງໝົດ 7,674 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 447 ຄົນ: ກໍລະນີນໍາເຂົ້າ ມີ 20 ຄົນ ຈາກ ແຂວງ ສະຫວັນນະເຂດ 10 ຄົນ, ສາລະວັນ 7 ຄົນຈໍາປາສັກ 1 ຄົນ, ຄໍາມ່ວນ 1 ຄົນ ແລະ ນະຄອນຫຼວງວຽງຈັນ 01 ຄົນ ແລະຕິດເຊື້ອໃນຊຸມຊົນ 427 ຄົນ.

ການຕິດເຊື້ອໃນຊຸມຊົນ ມີ 427 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:

1.) ນະຄອນຫຼວງ ລາຍລະອຽດມີດັ່ງນີ້:

  1. ຈຸດສີ ເກີດ: ພົບເຊື້ອ 71 ຄົນ
  2. ເມືອງ ໄຊທານີ:  ພົບເຊື້ອ 7 ຄົນ
  3. ຈຸດບືງຂະຫຍອງ: ພົບເຊື້ອ 18 ຄົນ;
  4.  ມສ ເຈົ້າອານຸວົງ: ພົບເຊື້ອ 14 ຄົນ;
  5. ມສ ລາວຫວຽດ:  ພົບເຊື້ອ 11 ຄົນ;
  6. ໂຮງໝໍເຊດຖາທິລາດ ແລະ ໂຮງໝໍ ເດັກ ໃຫ້ຜົນບວກ 09 ຄົນ: ເມືອງຫາດຊາຍຟອງ 03 ຄົນ (ບ້ານສະຫວ່າງ 02 ຄົນ, ສາລາຄຳ 01 ຊື່ງແມ່ນພະນັກງານບໍລິສັດ DKSH), ເມືອງ ສີໂຄດ 02 ຄົນ (ຍະພະ ແລະ ໄຊສະຖານ), ເມືອງ ໄຊເສດຖາ 02 ຄົນ (ບ້ານ ອາມອນ ແລະ ບ້ານ ຊຽງດາ), ບ້ານ ໂພນປາເປົ້າ, ເມືອງ ສີສັດຕະນາກ 01 ຄົນ ແລະ ບ້ານ ສາຍນໍ້າ ເງີນ ເມືອງ ໄຊທານີ 01 ຄົນ. ສ່ວນທີ່ເຫຼືອ ທີມງານລະບາກຳລັງສອບສວນ ແລະ ເກັບກຳຂໍ້ມູນ ຂໍໃຫ້ທ່ານຕິດຕາມທາງສື່ອອນລາຍ.

2.)ຄຳມ່ວນ 72 ຄົນ: ລວມມີພະນັກງານຕຳຫຼວດ 3 ຄົນ ແລະ ບໍລິສັດຄາຍຢວນ 62 ຄົນ.  

ລາຍງານຈາກ 5 ຕົວເມືອງ: ທ່າແຂກ 57, ຍົມມະລາດ 7, ເຊບັ້ງໄຟ 4, ມະຫາໄຊ 3 ແລະ ຫີນບູນ 1.

3.)ຈໍາປາສັກ 50 ຄົນ: ຊື່ງມາຈາກ: ນະຄອນປາກເຊ, ປະທຸມພອນ ແລະ ບາຈຽງ (03 ຄົນ ແມ່ນກໍາມະກອນ ສວນຢາງ ດັກລັກ)

4.)ຫຼວງພະບາງ 41 ຄົນ:

ເຊິ່ງໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານໜອງຂຽວ, ເມືອງງອຍ ທີ່ໄດ້ລາຍງານ ໃນວັນທີ 22 ກັນຍາ 2021.

ບ້ານໜອງຂຽວ ມີ 31 ຄົນ

-ບ້ານໜອງອ່ຽນ ມີ 04 ຄົນ

-ບ້ານປາກບາກ ມີ 03 ຄົນ

-ມີ 03 ຄົນ (ບ້ານພູພຽງ, ບ້ານສົບຮຸນ, ບ້ານຈອມຍີ່ງ ມີບ້ານລະ 01 ຄົນ).

ຄົນເຈັບຕິດເຊື້ອມີອາຊີບເປັນທະຫານ, ພະນັກງານຄູ, ພະນັກງານແພດ; ອາຊີບພະນັກງານກະສິກໍາເມືອງ; ເດັກນ້ອຍ; ອາຊີບ: ເຮັດສວນ ແລະ ເຮັດໄຮ່ ມີອາຊີບລະ ແລະ ອາຊີບອື່ນໆ ກໍາລັງສະຫຼຸບສັງລວມຂໍ້ມູນ.

5.)ໄຊສົມບູນ 21 ຄົນ ທັງໝົດ ແມ່ນເສື່ອມໂຍງກັບ ກໍລະນີ ບ້ານໜອງວຽງຄຳ, ເມືອງ ໄຊທານີ; (ພື້ນຖານເປັນຄົນເມືອງລ້ອງຊານ ແຂວງ ໄຊສົມບຸນ); ອາຊີບ ກຳມະກອນ ຢູ່ພະແນກກວດຄຸນນະພາບເຄື່ອງ (QCS) ໂຮງງານຕັດຫຍິບ ອານປີ-ລາວ; ທີ່ໄດ້ ເດີນທາງ ໄປ ບ້ານທ່າເຮືອ, ເມືອງ ລ້ອງຊານ  ວັນທີ 13/9/21 (ໃຊ້ລົດຈັກໄປເອງ) ເພື່ອໄປສົ່ງສະການພໍ່ຕູ້.

6.)ສະຫວັນນະເຂດ 12 ຄົນ:

–   ພະນັກງານແພດ ມີ 04 ຄົນ (ໄດ້ເຂົ້າປະຈໍາການຢູ່ສູນຫຼັກ 9 ໃນວັນທີ 03 ກັນຍາ 2021 ແລະ ອອກປະຈໍາການທີ່ 15 ກັນຍາ 2021) ຊື່ງກວດເປັນຄັ້ງທີ 03.

–    ບ້ານວົງວິໄລ, ເມືອງເຊໂປນ ມີ 02 ກໍລະນີ (ທັງສອງຄົນເປັນແມ່ລູກກັນ)

–    ບ້ານແກ້ງຢາງ, ເມືອງເຊໂປນ ມີ 02 ກໍລະນີ ທັງສອງຄົນເປັນພະນັກງານຊິບປີ້ງ (ແລ່ນເອກະສານຢູ່ດ່ານແດນສະຫວັນ) ແລະ ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.

–    ບ້ານໂນນສະຫວ່າງ, ເມືອງອຸທຸມພອນ ມີ 01 ກໍລະນີ (ທະຫານ).

–    ບ້ານສະພານເໜຶອ, ນະຄອນໄກສອນ ມີ 01 ກໍລະນີ.

–    ຢູ່ຄ້າຍຄຸມຂັງຫຼັກ 06 ມີ 02 ກໍລະນີ (ກວດຄັ້ງທີ່ 03)

7.)ແຂວງວຽງຈັນ 9 ຄົນ:

-ເມືອງໂພນໂຮງ ມີ 06 ຄົນ (ບ້ານນາເລົ່າ ມີ 02 ຄົນ; ໃນນັ້ນມີ 01 ຄົນ ເປັນພະນັກງານໂຮງໝໍເມືອງ); ບ້ານນາໂພມະລາດ, ບ້ານໂພນງາມ ແລະ ບ້ານໂພນໂຮງ ມີບ້ານລະ 01 ຄົນ) ຊື່ງທັງໜົດມີປະຫວັດສໍາຜັດໃກ້ຊິດກັບຄົນຕິດເຊື້ອ ທີ່ໄປຮ່ວມງານເຮືອນດີ ຢູ່ບ້ານໂພນຫໍ.

-ເມືອງວັງວຽງ ມີ 03 ຄົນ (ບ້ານປາກເປາະ ມີ 02 ຄົນ ແລະ ບ້ານພູດິນແດງ ມີ 01 ຄົນ) ຊື່ງທັງໜົດມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານໂພນຊູ.

9.) ບໍ່ແກ້ວ 6 ຄົນ: ເຂດເສດຖະກິດພິເສດ 4 ຄົນ; ເມືອງ ຕົ້ນເຜີ້ງ 02 ຄົນ (ບ້ານພຽງງາມ 1 ແລະ ບ້ານ ດອນມູນ 01).

10.)ບໍລິຄໍາໄຊ 6 ຄົນ: ທັງໜົດມີປະຫັວດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄດ້ລາຍງານໃນວັນທີ 22 ກັນຍາ 2021 (ບ້ານທົ່ງນ້ອຍ, ເມືອງປາກຊັນ) ດັ່ງລຸ່ມນີ້: 01 ຄົນບ້ານສີວິໄລ, ເມືອງປາກຊັນ, 05 ຄົນ ບ້ານທົ່ງນອ້ຍ, ເມືອງປາກຊັນ (ເປັນຄອບຄົວດຽວກັນທັງໝົດ)

11.)ຊຽງຂວາງ 3 ຄົນ:

12.)ຫລວງນໍ້າທາ 1 ຄົນ: ສັນຊາດຈີນ

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 21,527 ຄົນ, ເສຍຊີວິດສະສົມ16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,403 ຄົນ.  

ສປປ ລາວ ພົບຜູ້ຕິດເຊື້ອໃໝ່ +447 ຄົນ ໃນນັ້ນ ນະຄອນຫຼວງ +207 ຄົນ

ຜູ້ຕິດເຊື້ອໃໝ່ລາຍງານວັນທີ 25 ກັນຍາ 2021 ມີຜູ້ຕິິດເຊື້ອໃໝ່ທັງໝົດ +447 ຄົນ ໃນນັ້ນຊຸມຊົນຍັງສູງ +427 ຄົນ ແລະ ຕິດເຊື້ອນຳເຂົ້າ ຄົນ+20 ຄົນ.

ແຫຼ່ງຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ

ແຈ້ງເຕືອນພາຍຸດີເປຼຊັນ ປະຈໍາວັນທີ ວັນທີ 24/09/2021

ກົມອຸຕຸນິຍາມແຈ້ງ! ພາຍຸເຂດຮ້ອນ ດຽນມຸ ໄດ້ອ່ອນກໍາລັງລົງກາຍເປັນພາຍຸດີເປຼຊັນ, ປະຈຸບັນມີຈຸດສູນກາງຢູ່ເສັ້ນຂະຫນານທີ 16 ອົງສາເຫນືອ ແລະ ເສັ້ນແວງທີ 106 ອົງສາຕາເວັນອອກ, ວົງລັດສະຫມີຂອງພາຍຸຫົວນີ້ຈະກວມເອົາເຂດພາກເຫນືອດ້ານຕາເວັນຕົກ ລົງຫາພາກກາງ ແລະ ພາກໃຕ້ຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກຫນັກ ແລະ ຕົກຫນັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນເຊັ່ນ:

ແຂວງອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ, ຄໍາມ່ວນ, ປາກຊັນ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ ແລະ ໄຊຍະບູລີ.

ດັ່ງນັ້ນ, ຈື່ງແຈ້ງເຕືອນເຖີງອໍານາດການ ປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ ແຂວງ ດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນ້ໍາຖ້ວມຊູ, ນ້ໍາຖ້ວມຍື່ງ ແລະ ລົມພັດແຮງ ທີ່ຈະ ເຮັດໃຫ້ມີຕົ້ນໄມ້ຫັກລົ້ມ, ເຮືອນຊານເປ່ເພ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມ ອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 2 ວັນຕໍ່ຫນ້ານີ້.

ປັບໃໝເດັດຂາດ! ຕໍ່ຜູ້ລະເມີດຊຸມແຊວເຫຼົ້າເບຍ

ນຳໃຊ້ມາດຕະການປັບໃໝຢ່າງເດັດຂາດ ຕໍ່ຜູ້ທີ່ຍັງຊຸມແຊວເຫຼົ້າເບຍ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 17 ໂ ມງ 35 ນາທີ ວັນທີ 23ກັນຍາ 2021, ປກສ ກຸ່ມດົງໂດກ ແລະ ທະຫານເມືອງປະຈຳກຸ່ມດົງໂດກ ໄດ້ສົມທົບກັບການຈັດຕັ້ງບ້ານນາທົ່ມ ເມືອງໄຊທານີ ນວ ລົງກວດກາພົບເຫັນຊາວໜຸ່ມ ຈຳນວນ 6 ຄົນ ຕັ້ງວົງຊຸມແຊວເຫຼົ້າເບຍ ຢູ່ຫ້ອງແຖວເຂດບ້ານນາທົ່ມ ເຊິ່ງເປັນການລະເມີດຄຳສັ່ງເລກທີ 016/ຈນວ ຈຶ່ງໄດ້ເຊີນພວກກ່ຽວຂຶ້ນມາຫ້ອງການບ້ານເພື່ອສຶກສາອົບຮົມເຮັດບົດບັນທຶກ ພ້ອມນຳໃຊ້ມາດຕະການປັບໃໝເປັນເງິນ 1,200,000 ກີບ.

ການຕັ້ງວົງຊຸມແຊວເຫຼົ້າເບຍເປັນການລະເມີດຄຳສັ່ງເລກທີ 016/ຈນວ ແລະ ຍັງເປັນສາເຫດທີ່ພາໃຫ້ເກີດການແຜ່ລະບາດຂອງພະຍາດໂຄວ-19 ຂະຫຍາຍສູ່ວົງກວ້າງ.

ພ້ອມກັນນັ້ນ, ທາງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງສັງຄົມຖ້າພົບເຫັນການລະເມີດດັ່ງກ່າວແຈ້ງມາເບີວອບແອັບ ປກສ ນວ 020 28899774.

ປກສ ເມືອງສີສັດຕະນາກ ສຶກສາອົບຮົມກ່າວເຕືອນແມ່ຄ້າທີ່ຂາຍເຄື່ອງຊະຊາຍ

ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ສຶກສາອົບຮົມກ່າວເຕືອນ ແມ່ຄ້າທີ່ຂາຍເຄື່ອງຊະຊາຍ.

ຕາມ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ປກສ ເມືອງສີສັດຕະນາກ, ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ນວ ລົງສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກ ກັບແມ່ຄ້າທີ່ຂາຍເຄື່ອງຊະຊາຍຕາມແຄມທາງລະເມີດຄຳສັ່ງເລກທີ 016/ຈນວ ກຳນົດໄວ້ໃນ ຂໍ້ 9 ຄຶື:

ນອກຈາກນັ້ນ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງສັງຄົມ ຈົ່ງພ້ອມກັນເປັນເຈົ້າການ ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ສະກັດກັ້້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ທາງຄະນະເພາະກິດວາງອອກຢ່າງເຂັ້ມງວດ ພົບເຫັນການລະເມີດແຈ້ງມາເບີວອດແອັບ ປກສ ນວ 020 28899774.