Home Blog Page 183

ຣາຊະອານາຈັກໄທ ຊ່ວຍເຫລືອ ອຸປະກອນຕ້ານພະຍາດ ໂຄວິດ-19 ໃຫ້ກະຊວງປ້ອງກັນປະເທດ ມູນຄ່າ 40 ລ້ານກວ່າກີບ

ວັນທີ 1 ກັນຍາ 2021 ທີ່ກະຊວງປ້ອງກັນປະເທດ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມພິທີມອບອຸປະກອນປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ໃຫ້ແກ່ກົມທະຫານຊາຍແດນ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ມູນຄ່າ 115.000 ບາດ ຫຼື ປະມານ 40.250.000 ລ້ານກີບ. ກ່າວຮັບໂດຍພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ ແລະຄະນະ.

ອຸປະກອນດັ່ງກ່າວ, ປະກອບດ້ວຍເຄື່ອງວັດແທກອຸນຫະພູມ ຈຳນວນ 10 ເຄື່ອງ, ຜ້າອັດປາກ-ດັງ ຈຳນວນ 630 ກັບ. ແລະ ເຈລແອລກໍຮໍ ຈຳນວນ 200 ກວດ. ເຊິ່ງແມ່ນການຮ່ວມມືລະຫວ່າງສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ແລະສຳນັກງານຜູ້ຊ່ວຍທູດທະຫານ ປະຈຳສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເພື່ອນໍາໄປຊ່ວຍເຫລືອເຈົ້າໜ້າທີ່ທະຫານຊາຍແດນ ທີ່ພວມປ້ອງກັນການລັກລອບຂ້າມແດນ ໂດຍສະເພາະໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ 19. ທັງນີ້, ສະເພາະປີ 2021 ການຊ່ວຍເຫຼືອຈາກປະເທດໄທ ທັງພາກລັດຖະບານ, ພາກເອກກະຊົນ ແລະ ພາກປະຊາຊົນ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 ໃນ ສປປ ລາວ ມີມູນຄ່າລວມທັງໝົດ 23 ລ້ານກວ່າບາດ ຫຼື ປະມານ 7.600 ລ້ານກີບ.

ຂ່າວແລະພາບ: ຈາກສະຖານທູດໄທ ປະຈໍາ ສປປ ລາວ.

ແຈ້ງການຂອງກະຊວງສຶກສາທິການແລະກິລາ ໃນການຮັບມື ໂຄວິດ-19

ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການສະບັບເລກທີ 846/ສສກ ລົງວັນທີ 01 ກັນຍາ 2021 ວ່າດ້ວຍການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ,ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະວັນທີ 01-15 ກັນຍາ 2021 ຂອງຂະແໜງສຶກສາທິການ ແລະ ກິລາ.”

.

.

ປກສ ນວ ເນັ້ນໃຫ້ກໍາລັງວິຊາສະເພາະ ເຮັດໜ້າທີ່ກວດກາລາດຕະເວນຢ່າງເຂັ້ມງວດ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄແນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ -19 ກໍາລັງເພີ່ມຂຶ້ນ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຊີ້ນໍາ ແລະ ມອບໝາຍ ໃຫ້ກໍາລັງປ້ອງກັນຄວາມສະຫງົບ ທຸກເລົ່າລົບການເຄື່ອນໄຫວຢ່າງແຂງແຮງ.ໃນນີ້ ໄດ້ຊີ້ນໍາຫົວໜ້າຫ້ອງ, ກອງພັນ, ກອງບັນຊາການ ປກສ ເມືອງ, ຫົວໜ້າປກສ ກຸ່ມ, ສນ 1191, ປກສ ບ້ານ ທົ່ວກໍາລັງ ປກສ ນວ ນັບແຕ່ວັນທີ 29 ສິງຫາ 2021 ໃຫ້ເຮັດໜ້າທີ່ກວດກາລາດຕະເວນຢ່າງເຂັ້ມງວດຄື:

1. ກວດກາບັນດາຫ້າງຮ້ານເປີດບໍລິການເຫຼົ້າ, ເບຍ, ຮ້ານອິນເຕີເນັດກາເຟ ແມ່ນໃຫ້ສຶກສາອົບຮົມ ແລະ ນໍາໃຊ້ມາດຕະການປັບໄໝຕາມແຈ້ງການ.

2. ໃຫ້ຕິດຕາມການຕັ້ງວົງຊຸມແຊວ, ດື່ມສິ່ງມືນເມົາໃຫ້ສຶກສາອົບຮົມປັບໄໝຕາມແຈ້ງການ.

3. ເອົາໃຈໃສ່ໂຄສະນາມາດຕະການປ້ອງກັນການລະບາດພະຍາດ,ຄວບ, ຜູ້ມີຄວາມສ່ຽງບໍ່ໃຫ້ເຄື່ອນໄຫວໄປມາ.

4. ນໍາພາ ປກສ ກອງຫຼອນປ້ອງກັນບ້ານແດງຢ່າງເຂັ້ມງວດ.ເພື່ອເປັນການປະຕິບັດຕາມຄໍາສັ່ງແຈ້ງການຂອງຄະນະສະເພາະກິດ ນວ ໃນການຕ້ານ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນວ, ບໍ່ໃຫ້ແຜ່ລາມອອກເປັນວົງ ກ້ວາງ ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງທຸກຊັ້ນຄົນ, ຫົວໜ່ວຍທຸລະກິດ, ຜູ້ປະກອບການ, ຮ້ານອາຫານກິນດື່ມ, ບັນເທິງ, ຮ້ານອິນເຕີເນັດກາເຟ, ໃຫ້ພ້ອມກັນຈັດຕັ້ງປະຕິບັດມາດຕະການຢ່າງເຂັ້ມງວດ ຖ້າມີການຝ່າຝືນ ເຈົ້າໜ້າທີ່ຈະໄດ້ນໍາໃຊ້ມາດຕະການ ເຂັ້ມງວດ.

ລາຍງານມື້ນີ້! ພະນັກງານແພດຕິດເຊື້ອໂຄວິດ-19 ເຖິງ 12 ຄົນ

ຖະແຫຼງຂ່າວປະຈຳວັນທີ 1 ກັນຍາ 2021 ຂອງຄະນະສະເພາະກິດໃຫ້ຮູ້ວ່າ: ໄດ້ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ+274 ຄົນ ຕິດເຊື້ອໃນຊຸມຊົນທັງໝົດ+54 ຄົນ ແລະ ນໍາເຂົ້າທັງໝົດ +220 ຄົນ

ສຳລັບແຂວງຈໍາປາສັກ ຕິດເຊື້ອໃໝ່ທັງໝົດ 13 ຄົນ ໃນນັ້ນຜູ້ຕິດເຊື້ອໃນຊຸມຊົນ ແມ່ນພະນັກງານແພດໝໍ.

  • ພະນັກງານແພດ ຢູ່ໂຮງໝໍຊຸມຊົນ ເມືອງປະທຸພອນ 12 ຄົນ;
  • ເຈົ້າໜ້າທີ່ ຕຳຫລວດ 1 ຄົນ ແລະ ຜູ້ສຳຜັດໃກ້ຊິດ  1 ຄົນ

ຖືວ່າເປັນເລື່ອງທີ່ຕົກໃຈ, ຂໍເປັນກຳລັງໃຈໃຫ້ບັນດາພະນັກງານແພດ ທີ່ຕິດເຊື້ອທຸກຄົນ ໃຫ້ຫາຍດີ ຈາກໂຄວິດໄວໆ.

ຂໍເປັນກຳລັງໃຈໃຫ້ບັນດາແພດໝໍ ແລະ ພະນັກງານແຕ່ລະພາກສ່ວນ ທີ່ຮ່ວມໃຈກັນ ສະກັດກັ້ນໂຄວິດ-19 ໃຫ້ຫາຍໄປຈາກສັງຄົມລາວ.

ກະຊວງ ປກສ ມອບເງິນ 100 ລ້ານກີບຊ່ວຍເຫລືອວຽກປ້ອງກັນໂຄວິດ-19 ຢູ່ແຂວງຄຳມ່ວນ

ໃນໂອກາດທີ່ ທ່ານ ພົນຕີ ກົງທອງພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ ວັນທີ 31 ສິງຫາ 2021 ທ່ານໄດ້ເງິນມອບເງິນຈຳນວນ 100 ລ້ານກີບ ໃຫ້ແກ່ແຂວງຄຳມ່ວນ ເພື່ອປະກອບສ່ວນຊ່ວຍເຫລືອເຂົ້າໃນວຽກງານປ້ອງກັນ, ສະ ກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ບໍ່ໃຫ້ເກີດການລະບາດ ເປັນວົງກວ້າງ ແລະ ເພື່ອຕອບສະໜອງໃຫ້ແກ່ ຄະນະສະເພາະກິດຂັ້ນແຂວງ ໂດຍສະເພາະກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພະນັກງານແພດ-ໝໍທີ່ປະຕິບັດໜ້າທີ່ປະຈັນບານຕົວຈິງ, ເຊິ່ງຕາງໜ້າຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ.

ປັດຈຸບັນ, ແຂວງຄຳມ່ວນ ໄດ້ຂະຫຍາຍສູນກັກບໍລິເວນໃນຂັ້ນແຂວງເປັນ 3 ສູນ ແລະ ຂັ້ນເມືອງ 9 ສູນ, ຂະຫຍາຍສູນປິ່ນປົວຈາກ 1 ສູນ ໃນເມື່ອກ່ອນ ມາເປັນ 4 ສູນ ສາມາດບັນຈຸໄດ້ 579 ຕຽງ ເພື່ອຮອງຮັບໃຫ້ແກ່ການກັກກັນບໍລິເວນ ແລະ ການປິ່ນປົວຜູ້ຕິດເຊື້ອທີ່ນັບມື້ເພີ່ມຂຶ້ນ, ພ້ອມທັງໄດ້ອອກມາດຕະການປິດ ການເຂົ້າ-ອອກແຂວງ ເປັນໄລຍະ 14 ວັນ ເລີ່ມແຕ່ວັນທີ 31 ສິງຫາ – 13 ກັນຍາ 2021 ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ຕິດຕາມປະເມີນສະພາບການໃນແຕ່ລະໄລຍະ.

ຂ່າວ: ກອງຄຳ

ສະຖານທີ່ສ່ຽງ ແລະ ບ້ານແດງ ໃນນະຄອນຫຼວງວຽງຈັນ

ລາຍງານ ວັນທີ 1 ກັນຍາ 2021 ສະຖານທີ່ສ່ຽງຕ່າງໆ ໃນນະຄອນຫຼວງວຽງຈັນ ທີ່ຜູ້ຕິດເຊື້ອໃໝ່ເດີນທາງໄປ ມີ:

  • ຄລີນິກແຂ້ວໃກ້ກັບໂຮງຮຽນມິດຕ້າທົ່ງປົ່ງ,
  • ຮ້ານຂາຍເຄື່ອງຍ່ອຍແຄມທາງຕະຫຼາດທົ່ງປົ່ງ.

ບ້ານແດງ ແລະ ມື້ສິ້ນສຸດການເປັນບ້ານແດງ ໃນນະຄອນຫຼວງວຽງຈັນ:

ເມືອງ ໄຊທານີ:

  • ບ້ານ ຈະເລີນໄຊ ສິ້ນສຸດເປັນບ້ານແດງ 12/8/2021
  • ດົງໂດກ ສິ້ນສຸດເປັນບ້ານແດງ 06/9/ 2021
  • ຄໍາຮຸ່ງ ສິ້ນສຸດເປັນບ້ານແດງ 10/9/2021

– ເມືອງ ຫາດຊາຍຟອງ

  • ບ້ານ ກົວ ສິ້ນສຸດເປັນບ້ານແດງ 6/9/2021
  • ບ້ານ ດອນດູ່ ສິ້ນສຸດເປັນບ້ານແດງ 09/9/2021
  • ບ້ານ ໜອງແຫ້ວ ສິ້ນສຸດເປັນບ້ານແດງ 11/9/2021
  • ບ້ານ ສິມມະໂນເໜືອ ສິ້ນສຸດເປັນບ້ານແດງ 10/9/2021
  • ບ້ານ ໜອງແວງ ສິ້ນສຸດເປັນບ້ານແດງ 12/9/2021
  • ບ້ານ ປາກເປັ່ງ ສິ້ນສຸດເປັນບ້ານແດງ 14/9/2021
  • ບ້ານ ທ່າພະ ສິ້ນສຸດເປັນບ້ານແດງ 11/9/2021
  • ບ້ານ ດົງຄໍາຊ້າງ ສິ້ນສຸດເປັນບ້ານແດງ 11/9/2021

-ເມືອງ ສີສັດຕະນາກ

  • ບ້ານ ທ່າພະລານໄຊ ສິ້ນສຸດເປັນບ້ານແດງ 11/9/2021
  • ບ້ານ ຈອມເພັດເໜືອ 12/9/2021

-ເມືອງ ໄຊເສດຖາ

  • ບ້ານ ນາໄຊ ສິ້ນສຸດເປັນບ້ານແດງ 14/9/2021
  • ບ້ານ ສະພັງໝໍ້ ສິ້ນສຸດເປັນບ້ານແດງ 14/9/2021

ລາຍຜູ້ຕິດເຊື້ອໃໝ່ +274 ຄົນ, ຕິດເຊື້ອໃນຊຸມຊົນເຖິງ +54 ຄົນ

ຖະແຫຼງຂ່າວ ຂອງຄະນະສະເພາະກິດ ປະຈຳວັນທີ 1 ກັນຍາ 2021 ກວດພົບເຊື້ອໃໝ່ 274 ຕົວຢ່າງ

  • ນະຄອນຫຼວງ: 2 (ຊຸມຊົນ)
  • ບໍ່ແກ້ວ : 18 (ຊຸມຊົນ)
  • ວຽງຈັນ: 2
    1 (ນໍາເຂົ້າ)
    1 (ຊຸມຊົນ)
  • ຫຼວງນໍ້າທາ: 1 (ຊຸມຊົນ)
  • ໄຊຍະບູລີ: 1 (ຊຸມຊົນ)
  • ຫຼວງພະບາງ: 1 (ຊຸມຊົນ)
  • ຄໍາມ່ວນ: 8
    4 (ນໍາເຂົ້າ)
    4 (ຊຸມຊົນ)
  • ສາລະວັນ: 3 (ນໍາເຂົ້າ)
  • ສະຫວັນນະເຂດ: 179
    167 (ນໍາເຂົ້າ)
    12 (ຊຸມຊົນ)
  • ຈໍາປາສັກ: 59
    45 (ນໍາເຂົ້າ)
    14 (ຊຸມຊົນ)

ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີດັ່ງນີ້:

  • ນະຄອນຫຼວງ 2 ຄົນ, ທັງໝົດແມ່ນຜູ້ສຳຜັດໃກ້ຊິດກັບກຸ່ມຕິດເຊື້ອຜ່ານມາ ຈາກ ບ້ານອ່າງໃຫ່ຍ ເມືອງ ສີໂຄດຕະບອງ   01  ຄົນ: ເພດຍີງ ອາຍຸ 36 ປີ  ອາຊີບແມ່ເຮືອນ
  • ບ້ານໂພນສົມບູນ ເມືອງ ສີໂຄດຕະບອງ 01 ຄົນ, ເພດຍີງ ອາຍຸ 33 ປີ ອາຊີບ, ພະນັກງານບໍລິສັດວຽງທອງການຢາ ໄດ້ໄປວຽກລ່າສຸດວັນສຸກ ວັນທີ່ 27 ສີງຫາ 2021. ຜູ້ກ່ຽວ ເປັນຜູ້ສຳຜັດໃກ້ຊິດ ແລະ ຢູ່ໃນໄລຍະກັກໂຕ ທີ່ເຊື່ອມໂຍງກັບ ບໍລິສັດຂົນສົ່ງທາງບົກ-ທາງນໍ້າ ທ່າເຮືອຫຼັກ 4.
  • ແຂວງ ສະຫວັນນະເຂດ 12 ຄົນ:
  •  ມາຈາກ ບ້ານລັດຕະນະລັງສີໃຕ້ ມີ 04 ຄົນ ທີ່ໄດ້ພົວພັນໃກ້ຊິດກັບກໍລະນີຕິດເຊື້ອ ທີ່ເປັນພະນັກງານການຢາໂຮງໝໍແຂວງ;
  • ບ້ານຫົວເມືອງເໜຶອ ມີ 03 ຄົນ;
  • ອີກ 05 ຄົນ ທີມງານກຳລັງສອບສວນເອົາຂໍ້ມູນເຊີ່ງຈະແຈ້ງໃຫ້ບັນດາທ່ານຊາບພາຍຫຼັງ
  • ບໍ່ແກ້ວ 18 ຄົນ:  
  • ທັງໝົດ 18  ຄົນມາຈາກ ເຂດເສດຖະກິດພິເສດສາມລ່ຽມທອງຄຳ
  • ຈໍາປາສັກ 14 ຄົນ
  • ພະນັກງານແພດ ຢູ່ໂຮງໝໍຊຸມຊົນ ເມືອງປະທຸພອນ  12 ຄົນ;
  •  ເຈົ້າໜ້າທີ່ ຕຳຫລວດ 1 ຄົນ ແລະ ຜູ້ສຳຜັດໃກ້ຊິດ  1 ຄົນ
  • ຄຳມ່ວນ 4 ຄົນ, ທັງໝົດເປັນໃນຄອບຄົວ ແລະ ສໍາພັດໃກ້ຊິດຂອງກໍລະນີຕິດເຊື້ອຜ່ານມາ
  • ເມືອງ ຫີນບູນ: 3 ຄົນ ຈາກບ້ານມ່ວງໄຂ່
  • ເມືອງ ທ່າແຂກ:​ 1 ຄົນ ຈາກບ້ານ ເລົາໂພໄຊ.
  • ຫຼວງນ້ຳທາ 1 ຄົນ
  • ຫຼວງພະບາງ 1 ຄົນ : ບ້ານປ່າໄຜ່ ເມືອງນານ, ຊື່ງ ສຳຜັດ ກັບຜູ້ຕິດເຊື້ອ ຈາກເມືອງ ນານ.
  • ໄຊຍະບູລີ 1 ຄົນ : ເປັນພະນັກງານຂັບລົດ ຢູ່ບໍລິສັດພອນສະຫັວນ ບ້ານສີເມືອງ, ເມືອ ງໄຊຍະບູລີ ສຳຜັດກັບຜູ້ເຊື້ອຜ່ານມາ.
  • ແຂວງວຽງຈັນ 1 ຄົນ : ບ້ານໂພນແພງ, ເມືອງທຸລະຄົມ ທີ່ເຊື່ອມໂຍງກັບກໍລະນີຈາກບ້ານ ດອນດູ່ ເມືອງຫາດຊາຍຟອງ.

ມາຮອດປັດຈຸບັນ ລາວມີຜູ້ຕິດເຊື້ອສະສົມທັງໝົດ 15, 289 ເສຍຊີວິດສະສົທ 14 ຄົນ ແລະ ກຳລັງນອນປິ່ນປົວ 5,418

ສວຍໂອກາດຍັກຍອກຊັບໃນເວລານໍາສົ່ງເຄື່ອງໃຫ້ລູກຄ້າ ສຸດທ້າຍໄປບໍ່ລອດ!

ສວຍໂອກາດຍັກຍອກຊັບໃນເວລານໍາສົ່ງເຄື່ອງໃຫ້ລູກຄ້າ

ທ້າວ ກຸນ ອາຍຸ 30 ປີ ແລະ ທ້າວ ຄໍາພອນ ( ເບ ) ອາຍຸ 29 ປີ ທັງສອງຢູ່ບ້ານ ໜອງບຶກ ເໜືອ ເມືອງສີໂຄດຕະບອງ ນວ ຖືກກັກຕົວໃນວັນທີ 27 ສິງຫາ 2021 ໃນຂໍ້ຫາຍັກຍອກຊັບພົນລະເມືອງ ເຊິ່ງພວກກ່ຽວທັງສອງຄົນໄດ້ເປັນກໍາມະກອນ ຢູ່ຮ້ານຂາຍເຄື່ອງຂອງນາງຄໍາປິວ ຂາຍເຄື່ອງຈັກ ແລະ ເຄື່ອງໄຟຟ້າ ຢູ່ບ້ານ ປາກທ້າງ ເມືອງສີໂຄດຕະບອງ ນວ ເຊິ່ງໃນເວລາທີ່ຖືກມອບໝາຍໃຫ້ເອົາເຄື່ອງໄປສົ່ງລູກຄ້າໄດ້ພາກັນສວຍໂອກາດ ແກະເອົາສິນຄ້າທີ່ນໍາສົ່ງໃຫ້ລູກຄ້າປະເພດເລື່ອຍໄຟຟ້າວົງເດືອນ ແລະ ຈັກຕັດຫຍ້າ ແກັດລະ 2 ເຄື່ອງທີ່ເປັນສິ້ນສ່ວນ ແລ້ວເອົາໄປປະກອບເຂົ້າກັນ ມີຈັກຕັດຫຍ້າທັງໝົດ 10 ເຄື່ອງ ແລະ ເລື່ອຍໄຟຟ້າວົງເດືອນ 1 ເຄື່ອງ ແລ້ວນໍາໄປຂາຍໃຫ້ຄົນຢູ່ຫ້ອງແຖວ ບ້ານ ໜອງບຶກເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ພັທ ຄໍາປ່ຽນ ອຸດົມວິໄລ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ໃນວັນທີ 23 ສິງຫາ 2021 ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນວ ໄດ້ລົງເກັບກໍາຂໍ້ມູນຢູ່ສະຖານທີ່ດັ່ງກ່າວ ຈິ່ງສາມາດກັກຕົວເປົ້າໝາຍທັງສອງຄົນມາດໍາເນີນຄະດີ ແລະ ໄດ້ນໍາເອົາເຄື່ອງຂອງກາງທີ່ພວກກ່ຽວທັງສອງເອົາໄປ ມາຄືນໃຫ້ເຈົ້າຂອງເດີມ ກ່າວມອບໂດຍ ພັທ ຄໍາປ່ຽນ ອຸດົມວິໄລ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ຕໍ່ກັບຄະດີດັ່ງກ່າວນີ້, ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກໍາລັງຢູ່ໃນຂັ້ນຕອນລວບລວມເອກະສານຫຼັກຖານສະຫຼຸບສະຫຼຸບສໍານວນສົ່ງໃຫ້ ໄອຍະການພິຈາລະນາຕາມກົດໝາຍ.

ເຈົ້າໜ້າທີ່ເລັ່ງຊອກຜູ້ຜູ້ກໍ່ເຫດຕຳແລ້ວໜີ ຄູ່ກໍລະນີເສຍຊີວິດຄາທີ່!

ເຈົ້າໜ້າທີ່ເລັ່ງຊອກຫາຜູ້ກໍ່ເຫດແລ້ວໜີ ຂະນະທີ່ຄູ່ກໍລະນີເສຍຊີວິດຄາທີ່.

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ອຸບັດຕິເຫດ ລົດໃຫຍ່ຕໍາກັບລົດຈັກ ໃນເວລາ 21:30 ໂມງ, ຂອງວັນທີ 27 ສິງຫາ 2021, ຢູ່ເຂດບ້ານໂພນມ່ວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຮັດໃຫ້ເກີດມີຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່; ຫຼັງເກີດເຫດຜູ້ຂັບຂີ່ລົດຍົນ ໄດ້ເອົາຕົວລົບໜີ.

ປັດຈຸບັນ ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເລັ່ງຕິດຕາມຕົວຜູ້ຫຼົບໜີມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ເຈົ້າໜ້າທີ່ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງເກີດເຫດ ໄດ້ລົງກວດກາຊັນນະສູດສະຖານທີ່ເກີດເຫດວັດແທກ ແລະ ເກັບກໍາຂໍ້ມູນທ້ອນໂຮມຫຼັກຖານຮ່ອງຮອຍການກະທົບເບື້ອງຕົ້ນຮູ້ໄດ້ວ່າ: ອຸບັດຕິເຫດຄັ້ງນີ້ ເກີດຈາກລົດຍົນຕໍາກັບ ລົດຈັກຮອນດ້າເວບ 100 ໝາຍເລກທະບຽນ ດລ 0363 ກໍາແພງນະຄອນ ຜູ້ຂັບຂີ່ລົດຈັກ ຊື່ ທ້າວ ບຸນທັນ ອາຍຸ 21 ປີ, ກໍາມະກອນ, ຢູ່ບ້ານແສນດິນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເສຍຊີວິດ;

ສ່ວນຜູ້ຂັບຂີ່ລົດຍົນໄດ້ເອົາຕົວຫຼົບໜີ ປັດຈຸບັນ ເຈົ້າໜ້າທີ່ພວມເລັ່ງຕິດຕາມຕົວຜູ້ກ່ຽວມາດໍາເນີນຄະດີຕາມກົດໝາຍ.

ຕໍ່ກັບເຫດການຄັ້ງນີ້, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດ ແລະ ຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນ ໃຫ້ມີສະຕິ, ເອົາໃຈໃສ່ປະຕິບັດກົດຈະລາຈອນຢ່າງເຂັ້ມງວດ, ໃຫ້ກຽດເຊິ່ງກັນແລະກັນ, ບໍ່ຄວນປະໝາດ, ບໍ່ໃຊ້ຄວາມໄວເກີນກໍານົດ, ໃນກໍລະນີເກີດອຸບັດຕິເຫດ ຕ້ອງຢຸດຈອດ ແລະ ຢູ່ຮ່ວມການກວດກາຊັນນະສູດນໍາເຈົ້າໜ້າທີ່ ຖ້າເອົາຕົວຫຼົບໜີ ຖືວ່າເປັນຜູ້ລະເມີດຕໍ່ປະມວນກົດໝາຍອາຍາມາດຕາ 146 ທີ່ກໍານົດໄວ້.

ຜູ້ບຳບັດຢາເສບຕິດ ໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ-19

ຕາມປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ລາຍງານ: ໃນວັນທີ 30 ສິງຫາ 2021 ສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ສັກວັກຊິນຈອນສັນ ແລະ ຈອນສັນ ( johnson & Johnson) ກັນພະຍາດໂຄວິດ-19 ໃຫ້ຜູ້ບຳບັດ ຈຳນວນ ພັນກວ່າຄົນ, ຍິງ 49 ຄົນ ຢູ່ສະໂມສອນຂອງສູນ ໂດຍການນຳພາຂອງ ພັທ ນາງ ກິນດາລາ ອິນທະມາລີ ຫົວໜ້າພະແນກປະສູດພະຍາດແມ່ ແລະ ເດັກ, ມີ ພັທ ສີໄພ ໄຊສຸລິຍະວົງສາ ຫົວໜ້າສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ, ມີທິມງານແພດ, ໝໍ ຈາກກົມເສນາຮັກ (ໂຮງໝໍ 5 ເມສາ), ພະແນກເສນາຮັກ ປກສ ນວ ແລະ ຜູ້ບຳບັດ.

ການສັກວັກຊິນຈອນສັນ ແລະ ຈອນສັນ (johnson & Johnson) ກັນພະຍາດໂຄວິດ-19 ໃຫ້ຜູ້ບຳບັດຈຳນວນ ພັນກ່ວາຄົນໃນຄັ້ງນີ້ ປະຕິບັດຕາມແຈ້ງການເລກທີ 1441/ ກພລ, ລົງວັນທີ 20 ສິງຫາ 2021 ຂອງກົມໃຫ່ຍພາລາທິການ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງປະຕິບັດ ການສັກວັກຊິນຕ້ານພະຍາດໂຄວິດ-19; ໄປຄຽງຄູ່ກັນນັ້ນ ສູນປິ່ນປົວ ແລະ ຝຶກວິຊາຊີບ ຜູ້ຕິດຢາເສບຕິດ ຍັງໄດ້ມີມາດຕະການສະກັດກັ້ນ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19; ເຂັ້ມງວດເຊັ່ນ: ໃຫ້ຢຸດໂຈະຊົ່ວຄາວໃນການພົວພັນ ພົບຢ້ຽມກັບຍາດ ແລະ ຄົນພາຍນອກ, ການເຂົ້າ-ອອກສູນ ຂອງພະນັກງານຕ້ອງໄດ້ຮັບການກວດອຸນຫະພູມ, ຮັກສາໄລຍະຫ່າງ 2 ແມັດ, ໃສ່ຜ້າປິດປາກ, ລ້າງມືດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມືທຸກຄັ້ງ ກ່ອນເຂົ້າ-ອອກສູນ ເພື່ອຮັບປະກັນຄວາມປອດໄພ ບໍ່ໃຫ້ມີຄົນຕິດເຊື້ອພະຍາດດັ່ງກ່າວຢູ່ພາຍໃນສູນ.