Home Blog Page 196

3 ສິງຫາ ມີຜູ້ຕິດເຊື້ອໃໝ່ໃນຊຸມຊົນ 13 ຄົນ ແລະ ນຳເຂົ້າ 237 ຄົນ

ອີງຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 3 ສິງຫາ 2021:
ຜູ້ຕິດເຊື້ອໃໝ່ມື້ນີ້ລວມ
250 ໃນນັ້ນແມ່ນຕິດເຊື້ອຊຸມຊົນ 13 ກໍລະນີ ແລະ ຕິດເຊື້ອຈາກແຮງງານນໍາເຂົ້າ 237 ກໍລະນີ.

ເຊິ່ງຕິດເຊື້ອໃນຊຸມຊົນ 13 ຄົນ ຄື:

  • ແຂວງວຽງຈັນ 4 ຄົນ (ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ)
  • ບໍ່ແກ້ວ 4 ຄົນ (ເມືອງຕ້ົນເຜິ້ງ)
  • ຫຼວງນ້ຳທາ 1 ຄົນ (ເດີນທາງມາແຕ່ເມືອງຕົ້ນເຜິ້ງ)
  • ສະຫວັນນະເຂດ 4 ຄົນ (ພະນັກງານດ່ານ 1 ຄົນ)

ສຳລັບ ກໍລະນີນໍາເຂົ້າ ມີ 237 ຄົນ ຈາກ ນະຄອນຫຼວງ 78 ຄົນ, ແຂວງວຽງຈັນ 2 ຄົນ, ຄຳມ່ວນ 30 ຄົນ, ສະຫວັນນະເຂດ 63 ຄົນ, ສາລະວັນ 16 ຄົນ ແລະ ຈຳປາສັກ 48 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 7,015 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3,392 ຄົນ.

ມອບເຄື່ອງຊ່ວຍເຫຼືອແກ່ຄອບຄົວຖືກອັກຄີໄພໄໝ້ເຮືອນ ທີ່ ບ້ານຫ້ວຍງູ

ຕາມລາຍງານ ຂອງສະຖານນີ ວິທະຍຸ FM98,00 ເມືອງປາກລາຍ ຂ່າວສານ ແລະ ບັນເທີງ ໃຫ້ຮູ້ວ່າ: ພິທີມອບເຄື່ອງຊວ່ຍເຫຼືອໃຫ້ແກ່ຄອບຄົວອັກຄີໄພໄຟໄໝ້ເຮືອນ ໃນວັນທີ 30 ກໍລະກົດ 2021 ນີ້ ທ່ານ ກອງສີ ວົງສີ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆປາກລາຍ ພ້ອມດວ້ຍຮອງເຈົ້າເມືອງ ແລະ ຂະແໜງການທີ່ກຽ່ວຂ້ອງຂອງເມືອງ ໄດ້ນໍາເອົາເຄືອງໄປມອບໃຫ້ແກ່ຄອບຄົວ ທີ່ຖືກອັກຄີໄພໄຟໄໝເຮືອນ ຂອງປະຊາຊົນຈໍານວນໜຶ່ງຫຼັງ ຢູ່ບ້ານຫ້ວຍງູ ເມືອງປາກລາຍ ແຂວງໄຊຍະບູລີ ເຊິ່ງແມ່ນຄອບຄົວຂອງທ້າວ ສົມໝາຍ ລີ ລວມມູນຄ່າເສຍຫາຍທັງໝົດ79ລ້ານກ່ວາກີບ.

ເຄື່ອງທີ່ນໍາໄປມອບໃນຄັ້ງນີ້ປະກອບມີ ເຄື່ອງໃຊ້ໃນຄົວເຮືອນ,ເຄື່ອງນຸ່ງຮົມ,ເຂົ້າສານຈໍານວນ100ກິໂລ,ສັງກະສີຈໍານວນ80ແຜ່ນ ພ້ອມດວ້ຍເງີນສົດ 1.280.000ກີບ ລວມມູນຄ່າທັງໝົດ 3ລ້ານກກ່ວາກີບ.

ໃນໂອກາດນີ້ທ່ານກອງສີ ວົງສີ ເຈົ້າເມືອງໆປາກລາຍຕາງໜ້າຄະນະພັກອົງການປົກຄອງເມືອງ ກໍ່ໄດ້ສະແດງຄວາມເສຍໃຈຕໍ່ກັບຄອບຄົວທີ່ຖືກເຄາະຮ້າຍເກີດເຫດການໄຟໄໝເຮືອນໃນຄັ້ງນີ້ ພ້ອມທັງຊຸກຍູ້ ໃຫ້ກໍາກໍາລັງໃຈຕໍ່ກັບຄອບຄົວດັງກ່າວ ພ້ອມທັງຮຽກຮ້ອງໃຫ້ຂະແໜງການທີ່ກຽ່ວຂ້ອງ ແລະ ອໍານາດນາດການານປົກຄອງບ້ານດັ່ງກ່າວແລະສັງຄົມ ຈົ່ງໃຫ້ການຊຸກຍູ້ຊວ່ຍເຫຼືອແກ່ຄອບຄົວດັ່ງກ່າວເພື່ອເຮັດໃຫ້ມີເຮືອນຢູ່ ແລະ ມີຊີວິດການເປັນຢູ່ທີ່ດີຂື້ນ ຈົ່ງພ້ອມກັນມີສະຕິເພື່ອບໍ່ໃຫ້ເກີດເຫດການນີ້ຂື້ນຕື່ມ.

ກູ້ໄພເຂົ້າມ້ຽນສົບຜູ້ເສຍຊີວິດ ທີ່ໂຮງໝໍແຂວງສະຫວັນນະເຂດ

ອີງຕາມໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue ລາຍງານ: ວັນທີ 02/08/2021 ເວລາ 13:21 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບການປະສານງານ ຈາກຄະນະສະເພາະກິດ ໃຫ້ເຂົ້າມ້ຽນຄາບສົບຜູ້ເສຍຊີວິດທີ່ ໂຮງຫມໍແຂວງ ສະຫວັນນະເຂດ ໃນຫ້ອງນ້ຳ ກໍລະນີສົງໄສຕິດເຊື້ອໂຄວິດ19 (ຜົນກວດຍັງບໍ່ອອກລໍຖ້າຜົນກວດ,ເປັນແຮງງານມາຈາກປະເທດໄທ )

ຂໍ້ມູນຜູ້ເສຍຊີວິດ ຜູ້ກ່ຽວເປັນເພດຊາຍ ອາຍຸ 45 ປີ ສັນຊາດລາວ ອາຊີບກຳມະກອນ ເຮັດວຽກຍູ່ປະເທດໄທ ບ້ານເກີດເມືອງນອນແມ່ນ ບ້ານກາຈຸ ເມືອງ ໄຊບູລີ ແຂວງ ສະຫວັນນະເຂດ ຜູ້ກ່ຽວ ໄດ້ເດີນທາງມາກັກໂຕທີ່ສູນຫລັກ9 ຫລັງຈາກນັ້ນຜູ້ກ່ຽວໃດ້ມາປີ່ນປົວທີ່ ໂຮງຫມໍແຂວງ ສະຫວັນນະເຂດ ຕືກແຍກປ່ຽວ.

ອີງຕາມສອບຖາມຂໍ້ມູນ ຜູ້ເສຍຊີວິດມີພະຍາດປະຈຳໂຕ ການເສຍຊີວິດ ຍັງບໍ່ຮູ້ຂໍ້ມູນອັນຊັດເຈນ ເພາະຜົນກວດໂຄວິດຍັງບໍ່ທັນອອກ ສ່ວນລາຍລະອຽດທາງທີມງານຈະລາຍງານຕາມຫລັງ ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຜູ້ເສຍຊີວິດ ສ່ວນສົບຜູ້ເສຍຊີວິດ ທາງທີມງານ ໜ່ວຍກູ້ໄພ ສະຫວັນນະເຂດ 1629 ໄດ້ປະຕິບັດຕາມມາດຕະການ ຄະນະສະເພາະກິດວາງອອກ.

ທ່ານເຈົ້າແຂວງສາລະວັນ ເນັ້ນໃຫ້ພະນັກງານປະຈຳສູນກັກກັນ ເພີ່ມທະວີຮອບດ້ານ

ຕາມ ສຳນັກງານຂ່າວ ປະຊາຊົນ ລາຍງານ: ເມື່ອບໍ່ດົນມານີ້ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ເນັ້ນໃຫ້ພະນັກງານ, ຄະນະຮັບຜິດຊອບ ທີ່ປະຈຳຢູ່ສູນກັກກັນ ວິທະຍາໄລຄູສາລະວັນ ຖືສຳຄັນໃນການຈັດຕັ້ງປະຕິບັດໜ້າທີ່ດ້ວຍຄວາມເປັນເຈົ້າການ, ເປັນຈິດໜຶ່ງໃຈດຽວ ແລະ ພ້ອມກັນແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ເພື່ອການຕິດຕາມ, ກວດກາ ແລະ ລາຍງານຢ່າງຕໍ່ເນື່ອງໃນການເກັບກຳສະຖິຕິຈຳນວນຄົນ ເຂົ້າ-ອອກ, ບັນດາໜ້າວຽກຕ່າງໆໃນແຕ່ລະມື້ຢ່ງຖີ່ຖ້ວນ, ເອົາໃຈໃສ່ເຜີຍແຜ່ຂໍ້ມູນຂ່າວສານທີ່ສຳຄັນ ຜ່ານລະບົບໂທລະໂຄ່ງ ເພື່ອເຮັດໃຫ້ບັນດາຜູ້ທີ່ຖືກຈຳກັດບໍລິເວນ ຮັບຮູ້, ເຂົ້າໃຈສະພາບຢູ່ໃນໄລຍະນີ້, ທັງປຸກລະດົມເຂົາເຈົ້າ ໃຫ້ການຮ່ວມມື ແລະ ປະຕິບັດຕາມກົດລະບຽບການຈຳກັດບໍລິເວນໃຫ້ຄົບ 14 ວັນ, ເອົາໃຈໃສ່ຮັກສາຄວາມສະອາດພາຍໃນສູນ.

ນອກຈາກນັ້ນ ຕ້ອງໄດ້ເພີ່ມທະວີ ປຸກລະດົມພໍ່ແມ່ປະຊາຊົນໃນເຂດອ້ອມຂ້າງສູນ ເປັນເຈົ້າການຕໍ່ກັບວຽກງານດັ່ງກ່າວເຊັ່ນກັນ. ໃນໂອກາດທີ່ທ່ານໄດ້ລົງມາຢ້ຽມຢາມໂອ້ລົມຄັ້ງນີ້, ທ່ານ ໂພໄຊ ໄຊຍະສອນ ກໍໄດ້ມອບເງິນ 50 ລ້ານກີບ, ລົດຈັກ 3 ລໍ້, 1 ຄັນ ລວມມູນຄ່າ 62 ລ້ານກີບ ແລະ ເຄື່ອງປະຈຳວັນຈຳນວນໜຶ່ງນຳອີກ.

ມາຮອດປັດຈຸບັນນີ້ ທົ່ວແຂວງສາລະວັນ ມີຜູ້ຕິດເຊື້ອສະສົມທັງໝົດ 475 ຄົນ, ​ປິ່ນ​ປົວ​ດີ​ 30 ຄົນ. ສືບຕໍ່ປິ່ນປົວ 445 ຄົນ, ສຳລັບການປິ່ນປົວຜູ້ຕິດເຊື້ອ ແມ່ນນຳໃຊ້ໂຮງໝໍພາກສະໜາມ (ໂຮງຮຽນສາມັນກິນນອນຊົນເຜົ່າແຂວງ) ແລະ ໂຮງໝໍແຂວງສາລະວັນ, ນັບແຕ່ວັນທີ 13 ກໍລະກົດ ຫາ 1 ສິງຫາ 2021 ມີແຮງງານໃນສູນທັງໝົດ 1.094 ຄົນ.

ຊີ້ແຈງແລ້ວ! ຫາງສຽງກ່ຽວກັບການສັກວັກຊີນ ເມືອງທຸລະຄົມ

ພາຍຫຼັງມີຫາງສຽງເກີດຂຶ້ນຜ່ານສື່ສັງຄົມອອນລາຍກ່ຽວກັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ໂຮງໝໍເມືອງທຸລະຄົມ, ແຂວງວຽງຈັນ ເມື່ອບໍ່ດົນມານີ້ວ່າ: ແພດໝໍກັກຕຸນວັກຊີນໄວ້ຂາຍເອົາເງິນ ແລະ ມີການໃຫ້ຊອງຂາວ ແກ່ເຈົ້າໜ້າທີ່ເພື່ອລັດຄິວສັກວັກຊີນ.

ຕາມການລາຍງານຂອງ Lao National Radio ໃຫ້ຮູ້ວ່າ ໃນວັນທີ 1 ສິງຫາ 2021 ທີ່ຜ່ານມານີ້, ທ່ານ ດຣ. ດິ້ງ ເລືອງໄຊ ຫົວໜ້າຫ້ອງການສາທາລະນະສຸກເມືອງທຸລະຄົມ ໄດ້ຊີ້ແຈງຜ່ານວິທະຍຸກະຈາຍສຽງແຫ່ງຊາດ ວ່າ: ຕາງໜ້າໃຫ້ຫ້ອງການສາທາລະນະສຸກເມືອງທຸລະຄົມ ຂໍຊີ້ແຈງກ່ຽວກັບເຫດທີ່ເກີດຂື້ນ, ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດໃນການໃຫ້ວັກຊິນ ປ້ອງກັນພະຍາດໂຄວິດ-19 ຊະນິດ johnson & johson ທາງຫ້ອງການສາທານະນະສຸກໄດ້ປະຊຸມຮ່ວມກັບການຈັດຕັ້ງບ້ານ, ພ້ອມກຳມະການຮັກສາສຸຂະພາບຂັ້ນບ້ານໃນຈຳນວນ 42 ບ້ານທົ່ວເມືອງເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງຂັ້ນເທິງ ຄື: ກຸ່ມເປົ້າໝາຍ 18 ປີ ຫາ 50 ປີ ຕ້ອງແມ່ນຜູ້ທີ່ເປັນພະຍາດຊ້ຳເຮື້ອ ແລະ ກຸ່ມອາຍຸ 50 ປີຂື້ນໄປ ກອງປະຊຸມໄດ້ເອກະພາບໃຫ້ການຈັດຕັ້ງບ້ານໄດ້ເກັບກຳສະຖິຕິລະອຽດຕາມແຜນແບ່ງ ບ້ານໃຫຍ່ໄດ້ຮັບ 150 ໂດສ, ບ້ານທີ່ມີຈຳນວນພົນນ້ອຍບ້ານລະ 50-100 ໂດສ ເພື່ອໃຫ້ທົ່ວເຖິງທຸກບ້ານ ພ້ອມແຈ້ງຕາຕະລາງແຕ່ ລະບ້ານຢ່າງລະອຽດ ສ່ວນມື້ປະຕິບັດຕົວຈິງແມ່ນມອບ ໃຫ້ ອສບ ຫຼື ການຈັດຕັ້ງບ້ານເປັນຜູ້ອ່ານລາຍຊື່ ໃຫ້ແພດໝໍພວກເຮົາ.

ແຕ່ການປະຕິບັດຕົວຈິງນັ້ນ ສ່ວນຫຼາຍເປົ້າໝາຍແມ່ນມາບໍລິການຖືກຕ້ອງ ຍັງມີຈຳນວນໝຶ່ງບໍ່ແມ່ນເປົ້າໝາຍກໍ່ມາວົນວາຍຍາດຊີງສັກຢາດັ່ງກ່າວຖ້າບໍ່ໄດ້ດັ່ງໃຈກໍ່ວິຈານແນວບໍ່ດີໃຫ້ແພດໝໍ ແລະ ໃນກໍລະນີພິເສດພວກເຮົາກໍມີນະໂຍບາຍແກ່ຜູ້ທີ່ມີຄວາມຈຳເປັນໂດຍມີການຢັ້ງຢືນຈາກກົມກອງເຊັ່ນ: ໄປຮຽນຕໍ່, ໄປປະຕິບັດໜ້າທີ່ຕາມການແຕ່ງ ຕັ້ງຂອງສຳນັກງານຫຼືກົມກອງ ແນ່ນອນການປະຕິບັດນະ ໂຍບາຍດັ່ງກ່າວນັ້ນ ອາດຈະບໍ່ທົ່ວເຖິງທຸກໆຄົນ ແນວໃດກໍ່ຕ້ອງຂໍອາໄພ ດ້ວຍເຫດນັ້ນ, ຈິ່ງເກີດມີການເຂົ້າໃຈຜິດເຖິງວ່າ ມີຄົນເຈົ້າ, ຄົນຂ້ອຍ ຍາດພີ່ນ້ອງແພດໝໍຕ່າງໆ ນາໆ ເຮັດໃຫ້ແຕະຕ້ອງເຖິງອັນລວມ ສະນັ້ນ, ຈິ່ງຮ້ອງຂໍໃຫ້ສັງຄົມໄດ້ພິຈາລະນາເຖິງການປະຕິບັດໜ້າທີ່ຂອງແພດໝໍພວກເຮົາດ້ວຍ.

ຫົວໜ້າຫ້ອງການສາທາລະນະສຸກເມືອງທຸລະຄົມ ຢັ້ງຢືນຕື່ມວ່າ: ສໍາລັບການກັກຕຸນຢາວັກຊິນຕາມທີ່ສື່ສັງ ຄົມອອນລາຍລົງຂ່າວນັ້ນ ແມ່ນບໍ່ມີຄວາມຈິງ ເນື່ອງຈາກອີງໃສ່ການປະຕິບັດຜ່ານມາເຫັນວ່າມີຜູ້ມາຂໍນະໂຍບາຍເປັນຈຳນວນຫຼວງຫຼາຍ ເຮັດໃຫ້ມີການກົດດັນແພດໝໍພວກເຮົາ. ສະນັ້ນ, ຈິ່ງໄດ້ໂຈະເປັນການຊົ່ວຄາວ ວັນເສົາ ແລະ ວັນອາທິດ ສ່ວນມື້ເລີ່ມບໍລິການໃໝ່ແມ່ນຈະໄດ້ເລີ່ມໃນວັນ ອັງຄານ ວັນ ທີ 2 ສິງຫານີ້. ດັ່ງນັ້ນ ຈິ່ງຮ້ອງມາຍັງປະຊາຊົນຊາວເມືອງທຸລະຄົມຮັບຊາບ ແລະຍັງສືບຕໍ່ບໍລິ ການໄປທຸກໆວັນໃນໂມງລັດຖະການແລະກໍ່ຍັງມີວັກຊິນຫຼາຍຊະນິດທີ່ພຽງພໍຈະບໍລິການໃຫ້ພວກທ່ານໂດຍຈະໄດ້ກຳນົດແຕ່ລະຊະນິດໃຫ້ຖືກກັບກຸ່ມເປົ້າໝາຍທີ່ກໍານົດໄວ້.

ທີມນັກກິລາຮົບຊ່າງແສງ ທີ່ຈະໄປແຂ່ງຂັນຢູ່ ສສ ຫວຽດນາມ ມີຄວາມພ້ອມແລ້ວ 80 %

ຕາມ Lao National Radio ລາຍງານ: ວັນທີ 30 ກໍລະກົດ 2021 ນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫ່ຍການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ລົງຊີ້ນຳຕິດຕາມຂະບວນການຝຶກແອບທິມນັກກິລາເຫຼົ່າຮົບຊ່າງແສງ ທີ່ຈະເດີ່ນທາງເຂົ້າຮ່ວມການແຂ່ງຂັນກິລານາໆຊາດ (ARMY GAMES 2021) ທີ່ ສສ ຫວຽດນາມ ຢູ່ສະໜາມຫັດແອບກອງພັນຂ້າມຜ່ານ 588.

ສະຫາຍ ພັນໂທ ສົມຟອງ ເກິ່ງທອນສິມ ຫົວໜ້າການທະຫານກອງພັນ 579 ທັງເປັນຄະນະຮັບຜິດຊອບ ຄູຝຶກທິມນັກກິລາ ການທະຫານຊ່າງແສງ ກົມໃຫ່ຍເສນາທິການກອງທັບ ໄດ້ລາຍງານກ່ຽວກັບການຝຶກຊ້ອມວ່າ: ພາຍຫຼັງໄດ້ຮັບຄຳສັ່ງແຈ້ງການ ຂອງຂັ້ນເທິງໃຫ້ສ້າງແຜນການກ່ຽວກັບການກະກຽມຝຶກຊ້ອມກິລາການທະຫານຊ່າງແສງ (ARMYGAMES 2021) ເຊີ່ງຈະໄດ້ຈັດຂື້ນທີ່ ສສ ຫວຽດນາມ ໃນຄັ້ງນີ້ ເພື່ອເປັນກະກຽມຄວາມພ້ອມຮອບດ້ານ ຂອງທີມນັກກິລາ ແຕ່ລະສະຫາຍ ໃຫ້ມີຄວາມຊຳນານຄ່ອງແຄ້ວ, ທັງເປັນການວັດແທກລະດັບ ຄວາມຮູ້ ຄວາມສາມາດ ທາງດ້ານເຕັກນິກ ຂອງແຕ່ລະພາກສ່ວນ.

ໃນໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ພາຍຫຼັງທີ່ໄດ້ຮັບຊົມການຝຶກຊ້ອມ ກໍ່ໄດ້ມີຄຳເຫັນເນັ້ນໜັກທາງດ້ານວິຊາການ ແຕ່ລະສະຫາຍ ໃຫ້ເອົາໃຈໃສ່ຕື່ມທາງດ້ານເນື້ອໃນ ການຈັດຕັ້ງປະຕິບັດ ຕ້ອງເປັນເອກະພາບກັນຢ່າງໜັກແໜ້ນ ແລະ ການປະສານສົມທົບກັນລະຫວ່າງຜູ້ບັນຊາ, ຜູ້ຂັບລົດ ຕ້ອງໄດ້ສຶບຕໍ່ອົບຮົມ – ຫັດແອບຕາມແຜນການທີ່ໄດ້ກຳກົດໄວ້ໃຫ້ມີຄວາມປອດໄພ100%.

ພ້ອມກັນນີ້ ກໍ່ຕ້ອງໄດ້ເອົາໃຈໃສ່ຄວາມສາມັກຄີໃຫ້ເປັນປຶກແຜນແໜ້ນໜາເຂົ້າໃນການຝຶກຊ້ອມ ກໍ່ຄືໃນໄລຍະເຂົ້າໃນການແຂ່ງຂັນໃນຄັ້ງນີ້ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້.

ຮອງນາຍົກລັດຖະມົນຕີ ມອບເງິນ 130 ລ້ານກີບ ໃຫ້ແຂວງອຸດົມໄຊ

ໃນວັນທີ 1 ສິງຫາ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ມອບເງິນສົດ ຈຳນວນ 130 ລ້ານກີບ ໃຫ້ແຂວງອຸດົມໄຊ ເພື່ອເປັນທຶນປະກອບສ່ວນນຳໃຊ້ເຂົ້າໃນການແກ້ໄຂວຽກງານຈຳເປັນ ແລະ ຮີບດ່ວນຕ່າງໆພາຍໃນແຂວງ,

ເຊິ່ງໃຫ້ກຽດຕາງໜ້າຮັບໂດຍ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ເນື່ອງໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ບັນດາແຂວງພາກເໜືອລະຫວ່າງວັນທີ 31 ກໍລະກົດ ຫາ 3 ສິງຫາ 2021.

ລາຍງານໂດຍ: ຂປລ

1 ສິງຫາ 2021 ຕິດເຊື້ອໃໝ່ 267 ກໍລະນີ

ອີງຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 1 ສິງຫາ 2021: ຜູ້ຕິດເຊື້ອໃໝ່ມື້ນີ້ລວມ 267 ໃນນັ້ນແມ່ນຕິດເຊື້ອຊຸມຊົນ 5 ກໍລະນີ ແລະ ຕິດເຊື້ອຈາກແຮງງານນໍາເຂົ້າ 262 ກໍລະນີ.

  • ຫຼວງນໍ້າທາ 5 ກໍລະນີ (ຕິດເຊື້ອໃນຊຸມຊົນ) ແມ່ນຜູ້ທີ່ເດີນທາງມາຈາກເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ
  • ນະຄອນຫຼວງວຽງຈັນ 6 ກໍລະນີ (ນໍາເຂົ້າ)
  • ສະຫວັນນະເຂດ 143 ກໍລະນີ ( ນຳເຂົ້າ )
  • ຈຳປາສັກ 48 ກໍລະນີ (ນຳເຂົ້າ)
  • ສາລະວັນ 54 ກໍລະນີ (ນຳເຂົ້າ)
  • ຄຳມ່ວນ 6 ກໍລະນີ (ນຳເຂົ້າ)
  • ບໍລິຄຳໄຊ 4 ກໍລະນີ (ນຳເຂົ້າ)
  • ບໍ່ແກ້ວ 1 ກໍລະນີ (ນຳເຂົ້າ)

ມາຮອດມື້ນີ້ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 6,566 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0), ກໍາລັງປິ່ນປົວ ທັງໝົດ 3,030 ຄົນ ແລະ ປີ່ນປົວຫາຍດີ 3,529 ຄົນ (ກວມເອົາ 53.7% ຂອງຄົນເຈັບຕິດເຊື້ອທັງໝົດ).

ຮອງນາຍົກລັດຖະມົນຕີ ມອບເງິນ 130 ລ້ານກີບ ໃຫ້ແຂວງຫລວງນ້ຳທາ

ໃນວັນທີ 31 ກໍລະກົດ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ມອບເງິນສົດ ຈຳນວນ 130 ລ້ານກີບ ໃຫ້ແຂວງຫລວງນ້ຳທາ ເພື່ອເປັນທຶນປະກອບສ່ວນນຳໃຊ້ເຂົ້າໃນການແກ້ໄຂວຽກງານຈຳເປັນ ແລະ ຮີບດ່ວນຕ່າງໆພາຍໃນແຂວງ,

ເຊິ່ງໃຫ້ກຽດຕາງໜ້າຮັບໂດຍ ທ່ານ ຄຳໄຫລ ສີປະເສີດ ເຈົ້າແຂວງຫລວງນ້ຳທາ, ເນື່ອງໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ບັນດາແຂວງພາກເໜືອລະຫວ່າງວັນທີ 31 ກໍລະກົດ ຫາ 3 ສິງຫາ 2021.

ລາຍງານໂດຍ: ຂປລ

ພະນັກງານດ່ານໜ້າທີ່ຕິດເຊື້ອໂຄວິດ-19 ປິ່ນປົວດີເກືອບໝົດ ຍັງແຕ່ 8 ຄົນ

ພະນັກງານປ້ອມດ່ານໜ້າທີ່ປະຕິບັດໜ້າທີ່ໃນການປ້ອງກັນ ແລະ ປີ່ນປົວຄົນເຈັບ ໃນບັນດາແຂວງຈຳນວນ 50 ກໍລະນີນັ້ນ ແມ່ນເປັນຈຳນວນກໍລະນີສະສົມທັງໝົດນັບແຕ່ເດືອນ ເມສາ 2021 ຈົນຮອດປັດຈຸບັນ ເຊີ່ງເພີ່ມຂື້ນຫຼາຍແມ່ນເດືອນ ກໍລະກົດ 2021 ລວມມີ 20 ຄົນ.

ແຂວງທີ່ຕິດເຊື້ອຫຼາຍກ່ວາໝູ່ແມ່ນ: ນະຄອນຫຼວງວຽງຈັນ (24 ຄົນ) , ຮອງລົງມາແມ່ນແຂວງຈຳປາສັກ (19 ຄົນ), ແຂວງ ຜົ້ງສາລີ 02 ຄົນ, ແຂວງອຸດົມໄຊ 03 ຄົນ, ສະຫວັນນະເຂດ 01 ຄົນ ແລະ ບໍ່ແກ້ວ 01 ຄົນ, ໃນຈຳນວນ 50 ຄົນທີ່ຕິດເຊື້ອ, 64% ແມ່ນມີອາການສະແດງອອກ ແລະ ສ່ວນຫຼາຍແມ່ນພະນັກງານຂົງເຂດວຽກງານສາທາລະນະສຸກ ຈຳນວນ 39 ຄົນ (ແພດໝໍ, ພະຍາບານ ແລະ ພະນັກງານທີ່ເຮັດວຽກຢູ່ຂົງເຂດສາທາລະນະສຸກ), ພະນັກງານເຮັດວຽກຢູ່ສູນຈຳກັດບໍລິເວນ 6 ຄົນ ແລະ ພະນັກງານປະຈຳດ່ານ 5 ຄົນ

ເຊີ່ງທັງໝົດນີ້ກໍ່ໄດ້ຮັບການປີ່ນປົວຫາຍດີ, ຍັງສືບຕໍ່ປີ່ນປົວຢູ່ໂຮງໝໍ ປະຈຸບັນ ຈຳນວນ 08 ຄົນ. ຮຽກຮ້ອງໃຫ້ບັນດາທ່ານ ຜູ້ຮັບຊົມ ແລະ ຮັບຟັງ ບໍ່ໃຫ້ມີຄວາມກາງວົນ