Home Blog Page 212

ມາຮູ້ຈັກກັບຜົນປະໂຫຍດແທ້ຈິງ ຈາກທາງລົດໄຟລາວ-ຈີນ

ເສັ້ນທາງລົດໄຟລາວ-ຈີນ ທີ່ມີກຳນົດເປີດໃຫ້ນໍາໃຊ້ໃນເດືຶອນທັນວານີ້ໄດ້ກາຍເປັນຫົວຂໍ້ສົນ ທະນາຢ່າງຮ້ອນແຮງໃນວົງການສື່ມ່ວນຊົນທັງພາຍໃນ ແລະ ຕ່າງປະເທດ ກໍ່ຄືສື່ສັງຄົມອອນລາຍໃນໄລຍະສອງສາມອາທິດທີ່ຜ່ານມາ. ໃນເວທີດັ່ງກ່າວ, ປະຊາຊົນຈໍານວນຫຼວງຫຼາຍໄດ້ສະແດງຄວາມຊົມເຊີຍຕໍ່ຄວາມສາມາດຂອງລາວ ແລະ ຈີນໃນການຂັບເຄືຶຶ່ອນໂຄງການລົງທຶນຂະໜາດໃຫຍ່ນີ້ຈົນຮອດຂັ້ນຕອນສຸດທ້າຍ, ໃນເວລາດຽວກັນກໍ່ມີຄົນຈຳນວນໜຶ່ງສະແດງຄວາມເປັນຫ່ວງກ່ຽວກັບໜີ້ສາທາລະນະຂອງລາວທີ່ເພີ່ມຂຶ້ນຍ້ອນໂຄງການດັ່ງກ່າວ.

ໃນຖານະທີ່ຂ້າພະເຈົ້າເປັນໜຶ່ງ ໃນທີມງານເຈົ້າໜ້າ ທີ່ລາວທີ່ໄດ້ຮັບແຕ່ງຕັ້ງ ຈາກທ່ານຮອງນາຍົກລັດ ຖະມົນຕີ ໃຫ້ປະກອບສ່ວນເຂົ້້າໃນການສ້າງສັນຍາແມ່ຂອງໂຄງການທາງລົດໄຟສາຍນີ້ມາຕັ້ງແຕ່ຕົ້ນ, ຂ້າພະເຈົ້າຢາກສະໜອງຂໍ້ມູນບາງຢ່າງກ່ຽວກັບໂຄງການນີ້ ແລະ ເປີດເຜີຍຈຳນວນເງິນທີ່ລັດຖະບານໄດ້ກູ້ຢືມຈາກຈີນເພື່ອມາລົງທຶນໂຄງການນີ້.

ຈາກນັ້ນ, ຂ້າພະເຈົ້າຈະສະແດງທັດສະນະສ່ວນຕົວຂອງຂ້າພະເຈົ້າກ່ຽວກັບຜົນປະໂຫຍດ ທີ່ລາວຈະໄດ້ຮັບຈາກໂຄງການຮ່ວມມືລາວ-ຈີນ ນີ້, ໂດຍສະເພາະ ກ່ຽວກັບຄວາມເປັນໄປໄດ້ທີ່ປະເທດລາວ ທີ່ຕົກຢູ່ໃນກັບດັກໜີ້ສິນຂອງຈີນທີ່ຫຼາຍຄົນເປັນຫ່ວງ, ແຕ່ເພື່ອຕອບບັນດາຄຳຖາມ ແລະ ຂໍ້ຂ້ອງໃຈຂ້າງເທິງນັ້ນ, ກ່ອນອື່ນໝົດຂ້າພະເຈົ້າຈະແຈ້ງໃຫ້ເຫັນຈຸດປະສົງຂອງໂຄງການ, ຈາກນັ້ນຈະເວົ້າເຖິງຮູບແບບການລົງທຶນ ກ່ອນທີ່ຈະສະຫຼຸບຜົນປະ ໂຫຍດຂອງໂຄງການວ່າມີຫຍັງແດ່. ຈຸດປະສົງໂຄງການ:ເສັ້ນທາງລົດໄຟລາວ-ຈີນແມ່ນສ່ວນໜຶ່ງຂອງຂໍ້ລິເລີ່ມ Hardware ຂອງ ໂຄງການໜຶ່ງແລວໜຶ່ງເສັ້ນທາງ Road and Belt ຂອງຈີນ, ເຊິ່ງມີຈຸດປະສົງເພື່ອເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການທ່ອງທ່ຽວລະຫວ່າງຈີນແລະປະເທດອື່ນໆໃນໂລກ.

ທາງລົດໄຟລາວ-ຈີນແມ່ນສ່ວນໜຶ່ງຂອງທາງລົດໄຟສິງກະໂປ-ຄຸນໝິງທີ່ໄດ້ຮັບການຮັບຮອງຈາກຜູ້ນຳອາຊຽນໃນກອງປະຊຸມສຸດຍອດອາຊຽນໃນປີ 2011 ຕາມຄຳແນະນຳຂອງກອງປະຊຸມລັດ ຖະມົນຕີຂົນສົ່ງອາຊຽນໃນເວລານັ້ນ.

ເພືຶ່ອເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມອາຊຽນ, ລັດຖະ ບານລາວ ແລະ ຈີນໄດ້ຕົກລົງຮ່ວມມືກັນກໍ່ສ້າງທາງລົດໄຟທີ່ມີຄວາມຍາວ ປະມານ 422.4 ກິໂລແມັດ ເຊິ່ງເລີ່ມຈາກຊາຍແດນຈີນໃນເມືອງບໍ່ເຕນ ສະຖານນີຂົນສົ່ງສິນຄ້າ ທ່ານາແລ້ງ ໃນນະຄອນຫຼວງວຽງຈັນ.

ມາຮອດປະຈຸບັນປະມານ 99 ສ່ວນຮ້ອຍຂອງວຽກງານພື້ນຖານໄດ້ສໍາເລັດແລ້ວ.

ພາຍຫຼັງສໍາເລັດແລ້ວເສັ້ນທາງສາຍນີ້ຈະເຊື່ອມຕໍ່ກັບທາງລົດໄຟຂອງປະເທດໄທທີ່ຖືກກຳນົດຈະສ້າງຈາກຈັ່ງຫວັດໜອງຄາຍຫາບາງກອກປະເທດ, ຕໍ່ໄປຍັງປະເທດມາເລເຊຍ ແລະ ສິງກະໂປ. ເສັ້ນທາງລົດໄຟລາວ-ຈີນໄດ້ຖືກສ້າງຂຶ້ນໃນຮູບແບບການລົງທຶນລະຫວ່າງພາກລັດ-ເອກະຊົນ (PPP), ກໍ່ສ້າງ, ດຳເນີນງານ ແລະ ສົ່ງມອບ (BOT) ແລະ ກົນໄກຮ່ວມມື້ລະຫວ່າງລັດຖະບານຕໍ່ລັດຖະບານ (G to G). ໂດຍອີງໃສ່ຮູບແບບການຮ່ວມມືເຫຼົ່ານີ້, ລັດຖະບານລາວແລະຈີນໄດ້ຕົກລົງສ້າງຕັ້ງບໍລິສັດຮ່ວມທຶນໂດຍມີອັດຕາສ່ວນການຖືຫຸ້ນ 30-70 ເປີເຊັນ.

ຍ້ອນເຫັນຮູບແບບການລົງທຶນເປັນແນວນີ້, ຫຼາຍໆຄົນຄົງເຂົ້າໃຈວ່າລັດຖະບານລາວຕ້ອງໄດ້ຢືມເງິນເປັນຈຳນວນມະຫາສານເພື່ອຄ້ຳປະກັນໃຫ້ລາວໄດ້ຮັບສ່ວນແບ່ງໃນການຖືຫຸ້ນ 30 ສ່ວນຮ້ອຍຂອງໂຄງການ, ເຊິ່ງສົມມຸດຖານນີ້ແມ່ນມີເຫດຜົນແຕ່ບໍ່ຖືກຕ້ອງ 100 ເປີເຊັນ.

ຄວາມຈິງແລ້ວການສະໜອງທຶນໃຫ້ແກ່ໂຄງການນີ້ຖືກແບ່ງອອກເປັນສອງສ່ວນຫຼັກ, ໜຶ່ງແມ່ນການສະໜອງທຶນໃນຮູບແບບ Debt financing, ເຊິ່ງບໍລິສັດຮ່ວມທຶນລາວ-ຈີນເປັນຜູ້ຮັບຜິດຊອບກູ້ຢືມ ແລະ ອີກສ່ວນໜຶ່ງແມ່ນລົງທຶນຖືຫຸ້ນ (equity) ເຊິ່ງລັດຖະບານສອງປະເທດເປັນຜູ້ຮັບຜິດຊອບເອົາເງິນມາໃສ່ເປັນຫຸ້ນ.

ການສະໜອງທຶນໃນຮູບແບບ debt financing ກວມເອົາ 60 ເປີເຊັນຂອງຈໍານວນເງິນລົງທຶນທັງໝົດ 5.9 ຕື້ໂດລາສະຫະລັດ, ນີ້ໝາຍຄວາມວ່າບໍລິສັດຮ່ວມທຶນລາວ-ຈີນຈະຕ້ອງເປັນຜູ້ກູ້ຢືມເງິນຈາກລັດຖະບານຈີນຈຳນວນ 3.54 ຕື້ໂດລາສະຫະລັດ.

ພາຍໃຕ້ການຮູບແບບການລົງທຶນທີ່ເປັນເອກະລັກນີ້, ລັດຖະບານລາວບໍ່ຈຳເປັນຕ້ອງກູ້ຢືມເງິນຈຳນວນມະຫາສານຈາກຈີນເພື່ອສະໜອງທຶນໃຫ້ແກ່ໂຄງການດັ່ງທີ່ນັກວິຈານຫຼາຍຄົນອອກມາເປີດ ເຜີຍກ່ອນໜ້ານີ້.ຈຳນວນຕົວຈິງແລ້ວ, ຈໍານວນເງິນທີ່ລັດຖະບານລາວຕ້ອງໄດ້ກູ້ຢືມຈາກຈີນເພື່ອຮັບປະກັນໃຫ້ລາວມີຫຸ້ນໃນອັດຕາສ່ວນ 30 ເປີເຊັນຂອງທຶນໃນໂຄງການແມ່ນມີພຽງແຕ່ 480 ລ້ານໂດລາສະຫະ ລັດໂດຍມີອັດຕາດອກເບ້ຍ 2,3 ເປີເຊັນຕໍ່ປີ, ສ່ວນທີ່ຍັງເຫຼືອແມ່ນການປະກອບສ່ວນທາງດ້ານການເງິນຈາກລັດຖະບານລາວ, ເຊິ່ງຕົກປະມານ 250 ລ້ານໂດລາສະຫະລັດ.ເມືອເບິ່ງຈຳນວນເງິນທີ່ປະເທດລາວເຮົາຕ້ອງໄດ້ກູ້ຢືມຈາກປະເທດຈີນແລ້ວ ເຫັນວ່າ ລັດຖະ ບານລາວຈະບໍ່ປະເຊີນກັບການກູ້ຢືມຂະໜາດໃຫຍ່ ແລະ ຈະບໍ່ມີຄວາມສ່ຽງດ້ານການລົງທຶນຫຼາຍດັ່ງທີ່ນັກວິຈານຫຼາຍຄົນໄດ້ສະແດງຄວາມກັງວົນກ່ອນໜ້ານີ້.ອາດມີບາງທ່ານໂຕ້ແຍ້ງຕໍ່ກັບບັນຫານີ້ວ່າເຖິງວ່າລັດຖະບານລາວບໍ່ຕ້ອງກູ້ຢືມໂດຍກົງຈາກຈີນເປັນຈຳນວນຫຼວງຫຼາຍກໍ່ຕາມ, ແຕ່ລັດຖະບານຈະບໍ່ສາມາດປະຕິເສດຜົນໄດ້ຮັບຂອງການດຳເນີນງານຂອງບໍລິສັດຮ່ວມທຶນ. ຄຳຖາມໃຫຍ່ຂອງຫຼາຍທ່ານແມ່ນມີຢູ່ວ່າຈະມີຫຍັງເກີດຂຶ້ນຖ້າບໍລິສັດຮ່ວມທຶນລະຫວ່າງລາວ-ຈີນ ບໍ່ສາມາດສ້າງລາຍໄດ້ທີ່ພຽງພໍໃຊ້ໜີ້ເງິນກູ້ຢືມຈາກຈີນມາ ເຖິງແມ່ນວ່າຄວາມກັງວົນນີ້ແມ່ນສົມເຫດສົມຜົນ, ແຕ່ຂ້າພະເຈົ້າເຊື່ອຢ່າງຈິງຈັງວ່າບໍລິສັດຮ່ວມທຶນຈະເຮັດວຽກໃຫ້ດີທີ່ສຸດເພື່ອສ້າງລາຍຮັບ ແລະ ນຳເງິນມາຊໍາລະໜີ້ທີ່ຢືມເພາະວ່າບໍລິສັດເປັນຜູ້ກູ້ຢືມເງິນ ບໍ່ແມ່ນລັດຖະບານ ແລະ ແນ່ນອນລັດຖະບານຈີນ, ເຊິ່ງຖືຮຸ້ນສ່ວນໃຫຍ່ຈະບໍ່ປ່ອຍໃຫ້ບໍລິສັດຮ່ວມທຶນ ພົບກັບຄວາມຫຍຸ້ງຍາກທາງດ້ານການເງິນຢ່າງແນ່ນອນ, ເພາະວ່າການລົງທຶນແມ່ນສ້າງຂຶ້ນຕາມກົນໄກການຮ່ວມມື ລັດຕໍ່ລັດ (G-to-G).

ໃນສະຖານະການທີ່ຮ້າຍແຮງທີ່ສຸດ, ຜູ້ໃຫ້ກູ້ອາດຈະຍຶດ ແລະ ຄວບຄຸມໂຄງການ, ເຊິ່ງທາງດ້ານເຕັກນິກແລ້ວໂຄງການນີ້ເປັນໂຄງການຂອງຈີນເປັນສ່ວນໃຫຍ່ເພາະວ່າເພີ່ນຖືຫຸ້ນ 70 ເປີເຊັນຂອງການລົງທຶນຂອງໂຄງການ. ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າຄິດວ່າການຍຶດໂຄງການຈະບໍ່ເກີດຂຶ້ນພາຍໃຕ້ວິທີການລົງທຶນແບບນີ້. ອີກຢ່າງໜຶ່ງຈີນໄດ້ເຊັນສັນຍາຮ່ວມຊາຕາກຳກັບລາວແລ້ວຈະບໍ່ປ່ອຍໃຫ້ຄູ່ຮ່ວມອັບຜົນປະໂຫຍດ.ຖ້າເວົ້າເຖິງຜົນປະໂຫຍດຂອງໂຄງການລົດໄຟ, ອີງຕາມຜົນການສຶກສາຄວາມເປັນໄປໄດ້ຂອງໂຄງການ, ອັດຕາຜົນຕອບແທນທາງການເງິນແມ່ນ 6.3 ເປີເຊັນໃນໄລຍະ 25 ປີ ທໍາອິດ.ຜົນຕອບແທນທາງດ້ານການເງິນໃນການລົງທຶນນີ້ແມ່ນຂ້ອນຂ້າງຕໍ່າເມື່ອທຽບກັບຜົນຕອບແທນຂອງການລົງທຶນໃນຂະແໜງການອື່ນໆ. ໃນຄວາມຄິດເຫັນຂອງຂ້າພະເຈົ້າ, ຜົນຕອບແທນຕໍ່າໃນການລົງທຶນດ້ານພື້ນຖານໂຄງລ່າງບໍ່ແມ່ນເລື່ອງແປກເພາະມັນເປັນກົດເກນ. ຜົນຕອບແທນຕໍ່າຈາກການດຳເນີນກິດຈະການລົດໄຟນີ້ບໍ່ພຽງແຕ່ເກີດຂຶ້ນໃນປະເທດໃດໜຶ່ງເທົ່ານັ້ນແຕ່ມັນເກີດຂຶ້ນທົ່ວໂລກ.ແທ້ຈິງແລ້ວ, ມັນເປັນສິ່ງທີ່ຫາຍາກຫຼາຍທີ່ເຫັນການດຳເນີນງານທາງລົດໄຟມີກຳໄລເພາະວ່າຈຸດປະສົງຂອງໂຄງການແມ່ນເພື່ອຮັບໃຊ້ປະຊາຊົນ ແລະ ມັນໄດ້ຖືກອອກແບບເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຄ້າ ແລະ ທຸລະກິດ ແລະ ສະໜັບສະໜູນການເຕີບໂຕສີຂຽວທົ່ວໂລກຫຼາຍກວ່າຈະເປັນໂຄງການທີ່ຫາກໍາໄລ.

ໃນເມື່ອຜົນຕອບແທນທາງດ້ານການເງິນໃນການລົງທຶນຕໍ່າແນວນີ້ ປະເທດລາວຈະໄດ້ຮັບຜົນປະໂຫຍດຫຍັງຈາກການລົງທຶນນີ້? ຂ້າພະເຈົ້າຄິດວ່າເຖິງແມ່ນວ່າ ຜົນຕອບແທນທາງການເງິນຈະຕໍ່າ, ອັດຕາຜົນຕອບແທນພາຍໃນທາງເສດຖະກິດ (EIRR) ແມ່ນສູງເຖິງ 18,5 ເປີເຊັນອີງຕາມຜົນການສຶກສາຄວາມເປັນໄປໄດ້, ເຊິ່ງໂຕເລກນີ້ແມ່ນສູງກວ່າມາດຕະການສາກົນທີ່ມີພຽງແຕ່ 12 ເປີເຊັນເທົ່ານັ້ນ.ຜົນປະໂຫຍດທາງອ້ອມທີ່ປະເທດລາວຈະໄດ້ຮັບຈາກໂຄງການລົດໄຟລາວ-ຈີນ ແມ່ນການຍົກລະດັບຄວາມສາມາດດ້ານການແຂ່ງຂັນທາງເສດຖະກິດໂດຍຜ່ານການຫັນປ່ຽນປະເທດຈາກການເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລມາສ້າງເປັນປະເທດທາງຜ່ານ ແລະ ເຊື່ອມໂຍງພູມິພາກ.

ທາງລົດໄຟດັ່ງກ່າວຈະຊ່ວຍໃຫ້ປະເທດລາວສາມາດເປັນສູນກາງການຂົນສົ່ງຂອງພາກພື້ນ ຕາມແບບ Logistic ໄດ້.

ທາງລົດໄຟຈະບໍ່ພຽງແຕ່ຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າໄປສູ່ຕະຫຼາດສາກົນເທົ່ານັ້ນ ແຕ່ຈະເຮັດໃຫ້ທຸລະກິດລາວສາມາດເຂົ້າເຖິງຕະຫຼາດຈີນທີ່ມີຜູ້ບໍລິໂພກຫຼາຍກວ່າ 1,4 ລ້ານຄົນ.ນອກຈານນີ້ທາງລົດໄຟມີຄວາມເປັນມິດກັບສິ່ງແວດລ້ອມຍ້ອນວ່າມັນຫຼຸດຜ່ອນການປ່ອຍອາຍ CO2 ປະມານ 2.5 ເທົ່າເມື່ອທຽບໃສ່ພາຫະນະທີ່ໃຊ້ນໍ້າມັນ. ການນໍາໃຊ້ທາງລົດໄຟຍັງຈະຊ່ວຍໃຫ້ຜູ້ໂດຍສານ ແລະ ຜູ້ຂົນສົ່ງສິນຄ້າປະຢັດເງິນໄດ້.

ຍົກຕົວຢ່າງ, ໂດຍອີງໃສ່ການຄາດຄະເນໃນເບື້ອງຕົ້ນ ຄ່າໃຊ້ຈ່າຍໃນການເດີນທາງໂດຍລົດໄຟຈາກວຽງຈັນຫາຊາຍແດນຈີນແມ່ນປະມານ 140,000 ກີບ (360 ກີບຕໍ່ກິໂລແມັດຕໍ່ຄົນ) ໃນຂະນະທີ່ຄ່າຂົນສົ່ງສິນຄ້າແມ່ນປະມານ 600 ກີບ/ໂຕນ ຕໍ່ກິໂລແມັດ, ເຊິ່ງຄ່າຂົນສົ່ງນີ້ ຖືກກວ່າຢ່າງໜ້ອຍສອງເທົ່າ ຖ້າທຽບໃສ່ຮູບແບບການຂົນສົ່ງທາງບົກ.ເວລາເດີນທາງສໍາລັບທັງຜູ້ໂດຍສານ ແລະ ການຂົນສົ່ງກໍ່ຈະຖືກຫຼຸດລົງຢ່າງຫຼວງຫຼາຍ. ຕົວຢ່າງ, ເວລາເດີນທາງດ້ວຍລົດເມໂດຍປົກກະຕິແມ່ນມື້ໜຶ່ງ, ໃນຂະນະທີ່ການເດີນທາງດ້ວຍລົດໄຟທຳມະດາໃຊ້ເວລາປະມານ 5 ຊົ່ວໂມງ ແລະ ການເດີນທາງດ້ວຍລົດໄຟຄວາມໄວສູງໃຊ້ເວລາພຽງ 90 ນາທີເທົ່ານັ້ນ.ຄ່າໃຊ້ຈ່າຍຕ່ໍາ, ການເດີນທາງທີ່ວ່ອງໄວ ແລະ ການຂົນສົ່ງສິນຄ້າທີ່ສະດວກຈະຊ່ວຍຍູ້ດັນໃຫ້ອຸດສາຫະກຳການທ່ອງທ່ຽວມີການຂະຫຍາຍຕົວສູງ. ຂ້າພະເຈົ້າຄາດວ່າຈະມີນັກທ່ອງທ່ຽວຈີນເຂົ້າມາລາວຢ່າງຫຼວງຫຼາຍໃນຊຸມປີຕໍ່ໜ້າ.

ທັ້ງນີ້ກໍ່ຍ້ອນວ່າ ມີປະຊາຊົນ ປະມານ 70 ລ້ານຄົນໃນແຂວງ ຢຸນນານ ແລະ ບັນດາແຂວງໃກ້ຄຽງ, ເຊິ່ງມີກຳລັງການຊື້ທີ່ສູງ ແລະ ປາຖະໜາຢາກເດີນທາງໄປປະເທດໃກ້ຄຽງ. ນອກຈາກນີ້, ນັກທ່ອງທ່ຽວໄທຫຼາຍລ້ານຄົນຈະນໍາໃຊ້ລົດໄຟໃນການເດີນທາງໄປຈີນ.

ເມື່ອສ້າງສໍາເລັດ, ທາງລົດໄຟສິງກະໂປ-ຄຸນໝິງຈະຊ່ວຍຊຸກຍູ້ການຄ້າໃນພາກພື້ນ. ໃນປັດຈຸ ບັນ, ໜຶ່ງໃນສິ່ງກີດຂວາງທາງການຄ້າທີ່ສໍາຄັນແມ່ນຄ່າຂົນສົ່ງ.ຍ້ອນການລະບາດຂອງພະຍາດ Covid-19 ທົ່ວໂລກ, ຄ່າຂົນສົ່ງທາງທະເລໄດ້ເພີ່ມຂຶ້ນຫຼາຍກ່ວາ 540 ເປີເຊັນ ແລະ ກວມເອົາເຖິງ 80 ສ່ວນຮ້ອຍຂອງການຂົນສົ່ງສິນຄ້າທັງໝົດໃນພາກພື້ນ.ຍ້ອນຄ່າຂົນສົ່ງທາງທະເລເພີ່ມຂຶ້ນ, ລາຄາສິນຄ້າຈີນໃນພາກພື້ນໄດ້ເພີ່ມຂຶ້ນ 50 ເປີເຊັນໃນໄລຍະດຽວກັນນີ້. ເພື່ອແກ້ໄຂບັນດາອຸບປະສັກທາງການຄ້າເຫຼົ່ານີ້, ຈີນ ແລະ ບັນດາປະເທດອາຊຽນຄວນຮ່ວມມືກັນເພື່ອຊອກຫາຮູບແບບການຂົນສົ່ງທີ່ມີລາຄາຖືກກວ່າໂດຍສະເພາະລົດໄຟຄວາມໄວສູງທີ່ສາມາດເຮັດໃຫ້ຄ່າຂົນສົງຫຼຸດລົງ.ເພື່ອຊຸກຍູ້ການຄ້າສອງຝ່າຍ, ຈີນໄດ້ຕົກລົງທີ່ຈະຫຼຸດພາສີ ນຳເຂົ້າສໍາລັບສິນຄ້າລາວປະມານ 97 ເປີເຊັນ, ສິ່ງດັ່ງກ່າວຈະຊ່ວຍຊຸກຍູ້ການສົ່ງອອກຂອງລາວໄປຈີນໃນອະນາຄົດອັນໃກ້ນີ້.ແນ່ນອນມັນມີສິ່ງທ້າທາຍຫຼາຍຢ່າງໃນອະນາຄົດ ເພື່ອເຮັດໃຫ້ການນຳໃຊ້ທາງລົດໄຟເກີດປະໂຫຍດສູງສຸດ, ຂ້າພະເຈົ້າຄິດວ່າພວກເຮົາຕ້ອງໄດ້ປັບປຸງສະພາບແວດລ້ອມຂອງການດໍາເນີນທຸລະກິດເພື່ອດຶງດູດການລົງທຶນຈາກຈີນ ແລະ ຕ່າງປະເທດ. ພວກເຮົາຍັງຕ້ອງໄດ້ລົງທຶນຫຼາຍໃນການພັດ ທະນາຊັບພະຍາກອນມະນຸດເພື່ອຕອບສະໜອງຄວາມຕ້ອງການແຮງງານທີ່ມີສີມື ແລະ ການລົງທຶນທີ່ນັບມື້ນັບເພີ່ມຂຶ້ນ.

ສະຫຼຸບແລ້ວ, ຍ້ອນວ່າຄ່າໃຊ້ຈ່າຍໃນການລົງທຶນໃນເສັ້ນທາງລົດໄຟແມ່ນຖືກແບ່ງອອກເປັນສອງພາກສວນ debt financing and equity, ລັດຖະບານລາວຈະບໍ່ປະເຊີນການກູ້ຢືມທີ່ໜັກໜ່ວງ ແລະ ລັດຖະບານຈີນຈະບໍ່ຍຶດ ຫຼື ເຂົ້າມາຄວບຄຸມໂຄງການຢ່າງແນ່ນອນ ເພາະວ່າແມ່ນເພີ່ນເປັນຜູ້ຖືຫຸ້ນສ່ວນໃຫຍ່ຢູ່ແລ້ວ. ອີກອັນໜຶ່ງ, ຈີນຖືວ່າເສັ້ນທາງລົດໄຟລາວ-ຈີນເປັນສ່ວນໜຶ່ງຂອງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (Belt and Road Initiative). ຂ້າພະເຈົ້່່າມີຄວາມເຊື້ອໜັ້ນວ່າ ເສັ້ນທາງລົດໄຟລາວຈີນຈະເປັນສັນຍາລັກຂອງການເປັນເພືຶ່ອນມິດທີ່ດີ, ຫຸ້ນສ່ວນທີ່ດີ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.ເຖິງແມ່ນວ່າຜົນຕອບແທນທາງດ້ານການເງິນຂອງໂຄງການນີ້ຕໍ່າ, ແຕ່ທາງລົດໄຟເສັ້ນນີ້ຈະເປັນສິ່ງທີ່ເພີ່ມຄວາມສາມາດໃນການແຂ່ງຂັນທາງເສດຖະກິດຂອງລາວໂດຍການຫັນເອົາປະເທດທີ່ບໍ່ມີຊາຍແດນຕິດກັບທະເລມາເປັນປະເທດທາງຜ່ານ. ທາງລົດໄຟດັ່ງກ່າວຈະຊ່ວຍຊຸກຍູ້ການທ່ອງທ່ຽວແລະ ການຄ້າລະຫວ່າງລາວ, ຈີນ ແລະ ໄທ. ເພື່ອໃຫ້ເກີດປະໂຫຍດສູງສຸດຈາກທາງລົດໄຟ, ປະເທດລາວຕ້ອງໄດ້ປັບປຸງຊັບພະຍາກອນມະນຸດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານສີມືແຮງງານທີ່ນັບມື້ນັບເພີ່ມຂຶ້ນ.

ຈຳປາສັກ ອອກຄຳສັ່ງ ວ່າດ້ວຍການປະຕິບັດມາດຕະການ ຕ້ານໂຄວິດ-19

ເຈົ້າແຂງຈຳປາສັກ ອອກຄຳສັ່ງ ວ່າດ້ວຍການປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄລຍະແຕ່ວັນທີ 07 ຫາ 20 ກໍລະກົດ 2021

1 ໃຫ້ຫົວໜ້າກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບ, ພະແນກການ , ກົມກອງອ້ອມຂ້າງແຂວງ, ເຈົ້ານະຄອນປາກເຊ , ນາຍບ້ານ, ພະນັກງານ , ລັດຖະກອນ ,ທະຫານ , ຕຳຫຼວດ , ກຳມະກອນ , ນັກຮຽນ , ນັກສືກສາ , ຜູ້ປະກອບການ, ປະຊາຊົນລາວ , ຊາວຕ່າງດ້າວ , ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງຊາດທີ່ດຳລົງຊີວິດຢູ່ແຂວງຈຳປາສັກ ສືບຕໍ່ປະຕິບັດ ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 87/ຄສລພ , ລົງວັນທີ 25 ເມສາ 2021 ແລະຄຳສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ , ລົງວັນທີ 21 ເມສາ 2021 ແລະ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 745/ ຫສນຍ ລົງວັນທີ 04 ກໍລະກົດ 2021 ຢ່າງເຂັ້ມງວດ.

2.ໃຫ້ສືບຕໍ່ຈັດຕັ້ງປະຕິບັດມາດຕະການ ເຝົ້າລະວັງປ້ອງກັນການລະບາດດັ່ງນີ້:

ປະທານກາແດງລາວ ເຄື່ອນໄຫວຢ້ຽມຢາມ ແລະ ມອບອຸປະກອນກູ້ໄພສຸກເສີນ ໃຫ້ແຂວງບໍ່ແກ້ວ

ຕາມການລາຍງານ ຂອງສຳນັກຂ່າວ ຂປລ ໃຫ້ຮູ້ວ່າ ໃນວັນທີ 2 ກໍລະກົດ 2021 ທີ່ຜ່ານມານີ້, ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມເຮັດວຽກທີ່ແຂວງບໍ່ແກ້ວ ແລະ ໄດ້ເຂົ້າພົບທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ. ພ້ອມທັງກ່າວວ່າ: ການເຄື່ອນໄຫວວຽກງານ ຂອງອົງການກາແດງ ແມ່ນມີຄວາມສຳຄັນຫຼາຍ ເພື່ອເຮັດຫນ້າທີ່ຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ, ສະເພາະກາແດງແຂວງບໍ່ແກ້ວ ກໍໄດ້ຈັດຕັ້ງເຄື່ອນໄຫວວຽກງານຢ່າງຫ້າວຫັນ ແລະ ເປັນຂະບວນການ ພາຍໃຕ້ 9 ວຽກງານຕົ້ນຕໍ.

ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ

ສິ່ງສຳຄັນແມ່ນ ວຽກງານເລືອດ ທີ່ໄດ້ເອົາໃຈໃສ່ສູ້ຊົນໃຫ້ໄດ້ຄາດຫມາຍ ແຕ່ການຊົມໃຊ້ເລືອດຕົວຈິງແມ່ນເພີ່ມຂຶ້ນ. ສ່ວນວຽກງານກູ້ໄພ ແມ່ນວຽກງານໜຶ່ງເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດມາໄດ້ປີກວ່າ ເຫັນວ່າ ມີຄວາມສຳຄັນໃນການຮັບໃຊ້ສັງຄົມ; ສະນັ້ນ, ທ່ານປະທານອົງການກາແດງລາວ ຈຶ່ງໄດ້ສະເໜີໃຫ້ການນຳຂອງແຂວງ ໃຫ້ການສະໜັບສະໜູນຮ່ວມມືຢ່າງຈິງຈັງ, ຊ່ວຍເປັນກະບອກສຽງ ໃນການປຸກລະດົມຂົນຂວາຍຂະແໜງການຕ່າງໆ ອ້ອມຂ້າງແຂວງ ໃນການປຸກລະດົມທົ່ວສັງຄົມບໍລິຈາກເລືອດ, ການລະດົມທຶນຮອນ ແລະ ຂອດການປະສານງານກັບຂະແໜງການທີ່ກ່ຽວຂ້ອງ ແລະ ວຽກອື່ນໆ ທີ່ເຫັນວ່າຍັງບໍ່ໄດ້ຮັບການເອົາໃຈໃສ່ໃນຜ່ານມາ.

ໂອກາດດັ່ງກ່າວ ທ່ານເຈົ້າແຂວງ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງການມາຮັບໜ້າທີ່ໃໝ່ຂອງປະທານອົງການກາແດງລາວ ແລະ ມາເຄື່ອນໄຫວເຮັດວຽກ ຢູ່ແຂວງບໍ່ແກ້ວ ໃນຄັ້ງນີ້, ພ້ອມຢືນຢັນຈະໃຫ້ການສະໜັບສະໜູນ ແລະ ຄົ້ນຄວ້າ ປະສານສົມທົບໃຫ້ດີຂຶ້ນກວ່າເກົ່າ, ຖືເປັນໜ້າວຽກສຳຄັນ ເພາະວ່າເປັນໜ້າທີ່ພື້ນຖານ ໃນການພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ໃນການຫຼຸດຜ່ອນຄວາມທຸກຍາກ ຕາມທິດທາງລັດຖະບານ ແລະ ຈະຊຸກຍູ້ອົງການກາແດງແຂວງຢ່າງໃກ້ຊິດຕິດແທດ.

ຈາກນັ້ນ ກໍໄດ້ມີພິທີມອບຮັບເຄື່ອງຊ່ວຍເຫຼືອບັນເທົາທຸກ ເພື່ອໄປມອບຕໍ່ໃຫ້ກັບພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ພາຍໃນແຂວງ ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຂົ້າສານ, ນ້ຳດື່ມ, ໝີ່, ປາກະປ໋ອງ, ຢາທີ່ຈຳເປັນ ລວມທັງອຸປະກອນກູ້ໄພສຸກເສີນ ປະກອບມີ ບັ້ງມອດໄຟ, ເສື້ອຊູຊີບ, ກົງເບັງ, ເຊືອກກູ້ໄພ, ເກີບໂບກ, ເສື້ອກັນຝົນ, ໄຟສາຍ, ຕູ້ລຳໂພງ ແລະ ອຸປະກອນປະຖົມ ພະຍາບານ ເຊິ່ງລວມມູນຄ່າທັງໝົດແມ່ນ 21 ລ້ານກວ່າກີບ ໂດຍໄດ້ຮັບການສະໜັບສະໜູນຈາກ ກາແດງສິງກະໂປ ແລະ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ.

ແຂວງຄຳມ່ວນ ສັກວັກຊິນປ້ອງກັນໂຄວິດ-19 ໄດ້ 58 ພັນກວ່າຄົນ ແລ້ວ

ຕາມການລາຍງານຂອງຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ພາຍຫຼັງທີ່ແຂວງໄດ້ຮັບຄໍາສັ່ງຈາກລັດຖະບານ ແລະ ຄະນະສະເພາະກິດຂັ້ນສູນກາງ ກໍ່ໄດ້ຫັນນິຕິກຳຕ່າງໆມາເປັນຂອງແຂວງ ໂດຍໄດ້ອອກຄຳສັ່ງ, ຄຳແນະນຳ ພ້ອມທັງໄດ້ມອບ ໝາຍຄວາມຮັບຜິດຊອບ ພາຍໃນຄະນະປະຈຳພັກແຂວງລົງເຄື່ອນໄຫວຊີ້ນຳບັນດາເມືອງ ແລະ ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນໃນທົ່ວແຂວງ ໃຫ້ເອົາໃຈໃສ່ສຶກສາອົບຮົມພະນັກງານ-ສະມາຊິກພັກ, ກຳມະກອນ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງພະຍາດໂຄວິດ-19.

ພ້ອມກັນນັ້ນ, ຍັງໄດ້ກຽມຄວາມພ້ອມທາງດ້ານສະຖານທີ່ເພື່ອນຳໃຊ້ເປັນໂຮງໝໍປິ່ນປົວຜູ້ຕິດເຊື້ອໂຄວິດ-19 ແບບເບົາບາງ ຈໍານວນ 02 ແຫ່ງຄື: ໂຮງຮຽນການເມືອງ-ການປົກຄອງແຂວງ ສາມາດບັນຈຸໄດ້ 300 ຕຽງ, ໂຮງໝໍຫີນບູນໃຕ້ ເມືອງຫີນບູນ ສາມາດບັນຈຸໄດ້ 25 ຕຽງ ແລະ ສູນປິ່ນປົວໃນຂັ້ນປານກາງ-ຮ້າຍແຮງ ຈຳນວນ 03 ແຫ່ງ, ສາມາດບັນຈຸໄດ້ 116 ຕຽງ ຄື: ຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຫຼັງເກົ່າ) ບັນຈຸໄດ້ 48 ຕຽງ, ໂຮງໝໍທະຫານແຂວງ 38 ຕຽງ ແລະ ໂຮງໝໍຊຸມຊົນເມືອງຍົມມະລາດ 30 ຕຽງ. ເຊິ່ງໃນໄລຍະແຕ່ວັນທີ 01 ມັງກອນ ຫາ 30 ມິຖຸນາ 2021 ມີຈຳນວນແຮງງານເຂົ້າກັກກັນຢູ່ສູນສະສົມທັງໝົດ 1.895 ຄົນ, ໃນນັ້ນກັກກັນຄົບ 14 ວັນ ແລ້ວອອກຈາກສູນມີ 1.756 ຄົນ, ເກັບຕົວຢ່າງເພື່ອສົ່ງກວດຫາເຊື້ອທັງໝົດ 1.895 ຄົນ ແລະ ໄດ້ພົບຈຳນວນຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 16 ກໍລະນີ (ຈໍານວນຜູ້ຕິດເຊື້ອທັງໝົດແມ່ນແຮງງານທີ່ກັບມາຈາກປະເທດເພື່ອນບ້ານ). ໃນນັ້ນປິ່ນປົວຫາຍດີ ແລະ ອອກຈາກໂຮງໝໍແລ້ວ 06 ຄົນ, ຍັງສືບຕໍ່ປິ່ນປົວ 10 ຄົນ.

ສຳລັບວຽກງານການບໍລິການສັກວັກຊິນ ແຂວງຄຳມ່ວນ ແມ່ນໄດ້ຮັບວັກຊິນຈາກສູນກາງທັງໝົດ 4 ຄັ້ງ. ໃນນັ້ນ, ປະກອບມີ ວັນຊິນຊະນິດ ຊີໂນຟາມຈໍານວນ 80.600 ໂດສ ແລະ ວັກຊິນຊະນິດ ອັດສະຕາເຊັນນີກາ ຈຳນວນ 6.000 ໂດສ ເຊິ່ງໄດ້ບໍລິການສັກວັກຊິນໃຫ້ກັບພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນໄດ້ແລ້ວ 58.590 ຄົນ.ໃນນັ້ນ ເຂັມທີ 01 ໄດ້ 37.407 ຄົນ ແລະ ເຂັມທີ 02 ໄດ້ 21.183 ຄົນ. ພ້ອມນັ້ນກໍ່ຍັງຈະໄດ້ສືບຕໍ່ສະເໜີຂັ້ນສູນກາງ ເພື່ອນໍາເອົາວັກຊິນມາຊັກໃຫ້ແກ່ພໍ່ແມ່ປະຊາຊົນໃຫ້ບັນລຸໃນລະດັບ 50% ຂອງປະຊາກອນໃນທົ່ວແຂວງ ຫຼື ເທົ່າກັບ 219.831 ຄົນ.

ສະຫວັນນະເຂດ ສືບຕໍ່ປິດການສັນຈອນໄປ-ມາ ຫຼັງ 23:00 ຫາ 4:00 ເຊົ້າ

ແຂວງສະຫວັນນະເຂດ ອອກແຈ້ງການ ສະບັບເລກທີ 1070/ຈຂ.ສຄ ສືບຕ່ໍປະຕິບັດມາດຕະການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດໂຄວິດ-19 ອອກໄປອີກ ເລີ່ມແຕ່ ວັນທີ 6 – 20 ກໍລະກົດ 2021

ຄະນະທີມງານຮ່ວມບໍລິຈາກເຄື່ອງອຸທົກກະໄພນໍ້າຖ້ວມ ທີ່ແຂວງໄຊຍະບູລີ

ຕາມການລາຍງານຂອງ ອົງການພຸດທະສາສນາສັມພັນລາວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ ໃນຕອນແລງຂອງວັນທີ 05 ກໍລະກົດ 2021 ເວລາ 16:00 ນາທີ ພຣະຫຼັກຄຳ ໄຊຍະບຸຣິນສຸເມທາຈານ (ປທ. ບຸນທຽນ ພຸດທະວະໂຣ) ເຈົ້າຄະນະແຂວງໄຊຍະບູລີ ພ້ອມດ້ວຍຄະນະສົງວັດສີສະຫວ່າງວົງສ໌ໄດ້ຕ້ອນຮັບ ຄະນະທີມງານຮ່ວມບໍລິຈາກເຄື່ອງອຸທົກກະໄພນໍ້າຖ້ວມ ທີ່ແຂວງໄຊຍະບູລີ.

ຄະນະທີມງານຕ່າງໜ້າຈາກ ວັດຕົງຫົວ ກວາງຕົງ ສປ ຈີນ-ອົງການກອງທືນການກຸສົນກວາງຈີ ແຂວງ ກວາງຕຸງ ສປ ຈີນ ເຊິ່ງນຳພາໂດຍ ພຣະຍອດຄຳ ສຸວັນນະເມທີ(ສຸຂີ ເຮືອນມຸງຄຸນ) ຄະນະປະຈຳການສູນກາງ ອພສ, ຮອງຫົວໜ້າາກຳມາທິການປົກຄອງສົງສູນກາງ ພ້ອມດ້ວຍທີມງງານ ເຊິ່ງເຄື່ອງທີ່ນຳມາບໍລິຈາກປະກອບດ້ວຍ:

  • ໄຟຟ້າແສງອາທິດ(ມອບໃຫ້ໂຮງຮຽນສົງທົ່ວແຂວງໄຊຍະບູລີ)
  • ຜ້າເສື່ອ 150 ຊຸດ
  • ຜ້າຫົ່ມ 150 ຊຸດ
  • ໝອນ 150 ໝ່ວຍ
  • ເຂົ້າສານ 150 ເປົາ(ຂະໜາດນ້ອຍ)
  • ລວມມູນຄ່າທັງໝົດ: 100.000.000₭ (ໜຶ່ງຮ້ອຍລ້ານກີບ)

ຄະນະທີມງານຈາກເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງນຳພາໂດຍ ພຣະຫຼັກຄຳ ປຸນຍະສາທອນໂພທິຄຸນ(ບຸນເສີຍ ເພົາພາສິດ)ເຈົ້າຄະນະເມືອງສີໂຄດ​ຕະບອງ ພ້ອມດ້ວຍຄະນະສົງເມືອງສີໂຄດຕະບອງ ເຄື່ອງທີ່ນຳມາບໍລິຈາກປະກອບດ້ວຍ: ເຂົ້າສານ, ນ້ຳດື່ມ, ໝີ່ໄວໆ, ປາກະປ໋ອງ, ເຂົ້າໜົມ, ນ້ຳປາ, ນ້ຳແມັກກີ້, ຊັນໄລ ແລະ ເຄື່ອງໃຊ້ໄຟຟ້າ ລວມເປັນມູນຄ່າທັງໝົດ: 168.366.000₭(ໜຶ່ງຮ້ອຍຫົກສິບແປດລ້ານສາມແສນຫົກສິບຫົກພັນກີບ)

ທາງອົງການພຸດທະສາສະໜາສຳພັນແຂວງ ຕ່າງໜ້າໃຫ້ອອກຕົນຍາດໂຍມຜູ້ທີ່ໄດ້ຮັບຜົນກະທົບ ຂໍຂອບໃຈເປັນຢ່າງຍິ່ງຕໍ່ນ້ຳໃຈອັນປະເສີດທີ່ພໍ່ແມ່ຄູບາອາຈານໄດ້ສະຫຼະຊັບ ແລະ ເຫື່ອເເຮງເພື່ອຂົນຂວາຍລະດົມທຶນວັດຖຸປັດໄຈຕ່າງໆເພື່ອສົ່ງຕໍ່ນ້ຳໃຈໃຫ້ອອກຕົນຍາດໂຍມຜູ້ປະສົບໄພໃນຄັ້ງນີ້ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກພໍ່ແມ່ຄູບາອາຈານ-ອອກຕົນຍາດໂຍມທັງພາຍໃນ ແລະ ຕ່າງປະເທດທີ່ມີສ່ວນຮ່ວມໃນຄັ້ງຕໍ່ໆໄປ. ທ້າຍນີ້, ຂໍອວຍພອນໄຊແດ່ບັນດາທ່ານ ສຸກໃດອັນອັນປະເສີດພອນໃດທີ່ລ້ຳເລີດ ຈົ່ງເກີດມີແດ່ທຸກໆທ່ານ .

ແຈ້ງເຕືອນຝົນຕົກໜັກ ໃນທົ່ວປະເທດ

ອີງຕາມການລາຍງານ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ, ແຈ້ງເຕືອນຝົນຕົກໜັ້ກ ໃນວັນທີ 06-09 ກໍລະກົດ 2021.

ເນື່ອງຈາກວ່າຮ່ອງຄວາມກົດດັນອາກາດຕໍ່າ ຈະພາດຜ່ານພາກເໜືອ ລົງຫາ ພາກກາງ ຂອງປະເທດລາວ ປ່ອງໃສ່ ພາຍຸດີເປຼຊັນ ທີ່ກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ ຫາ ຕອນເທິງ ແລະ ມີຄວາມເປັນໄປໄດ້ທີ່ຈະຜ່ານພາກເໜືອ ຂອງ ສສ ຫວຽດນາມ. ຊຶ່ງຈະເຮັດໃຫ້ປະເທດລາວມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 06 ຫາ 09 ກໍລະກົດ​ 2021 ນີ້

ແຈ້ງເຕືອນເຖີງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ ສະພາບຝົນຕົກໜັກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມກະທັນຫັນ ແລະ ນ້ຳຖ້ວມຊູ ເກີດຂື້ນໃນໄລຍະ 1 – 3 ວັນ ຕໍ່ໜ້ານີ້.

ຕ້ອງການແຮງງານຕັດຫຍິບ ຫຼາຍກວ່າ 10.000 ຄົນ

ຕາມການລາຍງານ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃຫ້ຮູ້ວ່າ ປັດຈຸບັນ ຂະແໜງອຸດສາຫະກໍາຕັດຫຍິບຂອງລາວ ມີຄວາມຕ້ອງການແຮງງານປະມານ 10.000 ຫາ 15.000 ຄົນ ໂດຍເປີດຮັບທັງຜູ້ທີ່ມີປະສົບການ ແລະ ບໍ່ທັນມີປະສົບການໃນດ້ານການຕັດຫຍິບມາກ່ອນ.

ທ່ານ ໄຊບັນດິດ ຣາຊະພົນ, ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ໃຫ້ສໍາພາດວ່າ: ຈຳນວນແຮງງານທີ່ຕ້ອງການທັງໝົດນີ້ ຈະປະກອບເຂົ້າໃນໂຮງງານຕັດຫຍິບ ຢູ່ເຂດເສດຖະກິດພິເສດຫຼາຍກວ່າໝູ່ ເພາະເປັນໂຮງງານຂະໜາດໃຫຍ່ ທີ່ມີຄວາມຕ້ອງການແຮງງານເປັນຈໍານວນຫຼາຍ, ນອກຈາກນີ້ ຈະປະກອບເຂົ້າໃນໂຮງງານຕັດຫຍິບຕ່າງໆ ໃນນະຄອນຫຼວງວຽງຈັນ ຕາມຄວາມຕ້ອງການຕົວຈິງ ໂດຍເປີດຮັບທັງຜູ້ມີປະສົບການ ແລະ ບໍ່ມີປະສົບການໃນການຕັດຫຍິບມາກ່ອນ ເພາະມີຫຼາຍຕໍາແໜ່ງງານ, ແຕ່ມີເງື່ອນໄຂວ່າ ທຸກຄົນຕ້ອງໄດ້ຜ່ານການກວດກາສຸຂະພາບ ໂດຍສະເພາະກວດຫາເຊື້ອພະຍາດໂຄວິດ-19 ແລະ ຕ້ອງສັກວັກຊີນປ້ອງກັນພະຍາດດັ່ງກ່າວຄົບກ່ອນ. ຜູ້ທີ່ມີຄວາມສົນໃຈສະໝັກງານ ສາມາດຕິດຕໍ່ຫາຫ້ອງການແຮງງານ ແລະ ສະຫວັດດີການເມືອງ ຫຼື ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງທີ່ຕົນອາໃສຢູ່ ເພື່ອເປັນໃຈກາງປະສານງານຕ່າງໆ ກັບພາກສ່ວນກ່ຽວຂ້ອງ ຢູ່ນະຄອນຫລວງວຽງຈັນ ຫຼື ສາມາດຕິດຕໍ່ຫາສະມາຄົມອຸດສາຫະກຳຕັດຫຍິບລາວ ໄດ້ໂດຍກົງ.

ທ່ານ ໄຊບັນດິດ ຣາຊະພົນ ໃຫ້ຮູ້ຕື່ມວ່າ: ສະມາຄົມອຸດສາຫະກຳຕັດຫຍິບລາວ ຈະຮ່ວມກັບຂະແໜງການ ທີ່ກ່ຽວຂ້ອງຂອງນະຄອນຫຼວງຽງຈັນ ເພື່ອຈັດບ່ອນພັກເຊົາໃຫ້ບັນດາແຮງງານຈາກຕ່າງແຂວງທີ່ເດີນທາງເຂົ້າມາສະໝັກງານຢູ່ຈຸດໃດໜຶ່ງ, ຫຼັງຈາກນັ້ນ ຈະໃຫ້ຜູ້ປະກອບການໂຮງ ງານຕັດຫຍິບໄປສໍາພາດເອົາແຮງງານດ້ວຍຕົນເອງ ຕາມຄວາມຕ້ອງການຕົວຈິງ ໃນແຕ່ລະຕໍາແໜ່ງງານທີ່ຕ້ອງການ, ທັ້ງນີ້ ເພື່ອແນໃສ່ເຮັດໃຫ້ບັນ ດາຜູ້ປະກອບການຕັດຫຍິບສາມາດດໍາເນີນກິດຈະການໄດ້ຕໍ່ໄປ ພາຍໃຕ້ມາດຕະການປ້ອງກັນພະຍາດໂຄວິດ-19 ໃນໂຮງງານ ຂອງຕົນຕາມທີ່ລັດ ຖະບານວາງອອກຢ່າງເຂັ້ມງວດ.

ຮ້ານວດ ສະປາ ແລະ ສູນກິລາອອກກຳລັງກາຍ ເປີດໄດ້ແລ້ວ ທີ່ ຫຼວງພະບາງ

ແຈ້ງການ ຈາກຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ເລື່ອງສືບຕໍ່ປະຕິບັດມາດຕະການຜ່ອນຜັນ, ມາດຕະການຄວບຄຸມ ແລະ ສະກັດກັ້ນ ການລະບາດ ຂອງພະຍາດໂຄວິດ-19 ຢູ່ຫຼວງພະບາງ, ໃນໄລຍະແຕ່ວັນທີ 5 – 19 ກໍລະກົດ 2021

ໂຮງໝໍນ້ອຍຫ້ວຍລົມ ໄດ້ຮັບການຊ່ວຍເຫຼືອອຸປະກອນການແພດ

ຕາມການລາຍງານ ຈາກ ສຳນັກຂ່າວ ຂປລ. ແຫຼ່ງຂ່າວຈາກແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ພະປີຫລວງ ເຈົ້າສົມເດດ ພົມມະຈັນ ວັດສີດອນ ພ້ອມດ້ວຍຄະນະສົງ ແລະ ສັດທາອີ່ມບຸນ ນະຄອນ ຫຼວງວຽງຈັນ ຮ່ວມກັບ ອົງການປົກຄອງບ້ານສີດອນມີ, ບ້ານຫ້ວຍເຜິ້ງ ໄດ້ນຳເອົາອຸປະກອນການແພດ ມາມອບໃຫ້ໂຮງໝໍນ້ອຍ ຫ້ວຍລົມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍມີ ທ່ານ ດຣ ທອງຄູນ ໄຍສະຫວັນ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ເຂົ້າຮ່ວມ.

ພະອາຈານສົມເດດ ພົມມະຈັນ ໄດ້ກ່າວວ່າ: ອຸປະກອນ ການແພດທີ່ໄດ້ນຳມາມອບໃນຄັ້ງນີ້, ປະກອບມີ: ຕຽງນອນຄົນເຈັບ 1 ໜ່ວຍ, ອົກຊີຊ່ວຍຫັນໃຈ 2 ບັ້ງ, ລໍ້ຍູ້ຄົນເຈັບ, ພັດລົມ ແລະ ກ່ອງຢາອີກຈຳນວນໜຶ່ງ ລວມມູນຄ່າທັງໝົດ 13 ລ້ານກີບ. ທັງນີ້, ກໍເພື່ອເປັນການປະກອບສ່ວນຊ່ວຍໃຫ້ໂຮງໝໍມີອຸປະກອນການແພດທີ່ພຽງພໍ ສາມາດຊ່ວຍເຫຼືອຄົນເຈັບ ທີ່ມາໃຊ້ບໍລິການໄດ້ທ່ວງທັນ, ເຊິ່ງໄລຍະຜ່ານມາ ອຸປະກອນການແພດຢູ່ບັນດາໂຮງໝໍນ້ອຍ ກໍຍັງບໍທັນພຽງພໍກັບຄວາມຕ້ອງການ.

ນອກຈາກມອບອຸປະກອນການແພດ ໃຫ້ໂຮງໝໍນ້ອຍແລ້ວ ຍັງໄດ້ມອບເຂົ້າສານ ອາຫານແຫ້ງ ແລະ ເຂົ້າກ່ອງໃຫ້ແກ່ປະຊາຊົນບ້ານຫ້ວຍລົມ ຕື່ມອີກ.