Home Blog Page 219

ທະນາຄານ ມາຣູຮານ ເຈແປນລາວ(MJBL) ໄດ້ເປີດຕົວ MJ Sabai ທະນາຄານຕົວແທນ ຢ່າງເປັນທາງການ.

ໃນວັນອັງຄານ, ວັນທີ 1 ມິຖຸນາ 2021, ທະນາຄານ ມາຣູຮານ ເຈແປນລາວ (MJBL) ໄດ້ເປີດຕົວ MJ Sabai ທະນາຄານຕົວແທນ ຢ່າງເປັນທາງການ, ເຊິ່ງເປັນການບໍລິການດ້ານການທະນາຄານ.  ເພື່ອໃຫ້ສອດຄ່ອງກັບຫຼັກການຂອງການເປັນທະນາຄານທີ່ໜ້າເຊື່ອຖື, ທະນາຄານທີ່ມອບປະສົບການໃນການບໍລິການລູກຄ້າດີທີ່ສຸດ ແລະ ການນຳໃຊ້ດີຈີຕອນເຂົ້າໃນການແກ້ໄຂບັນຫາຂອງລູກຄ້າໄດ້ເປັນຢ່າງດີ,  ທະນາຄານ ມາຣູຮານ ເຈແປນລາວ ໄດ້ເປີດຫນ່ວຍບໍລິການທະນາຄານທີ່ສະດວກ ແລະ ງ່າຍດາຍທີ່ເປັນລະບົບການທະນາຄານດິຈິຕອລ ແລະ ບໍ່ມີໃຊ້ເຈ້ຍໃນການເຮັດທຸລະກຳການເງິນຕ່າງໆຢ່າງເຕັມຮູບແບບ. 

ທະນາຄານ ມາຣູຮານ ເຈແປນລາວ(MJBL)ໄດ້ເປີດຕົວໜ່ວຍບໍລິການທະນາຄານດີຈິຕອລ ແລະ ບໍ່ໃຊ້ເຈ້ຍຢ່າງເຕັມຮູບແບບຄັ້ງທຳອິດໃນ ສປປລາວ ທີ່ສູນການຄ້າເວີເທຣດເຊັນເຕີ ເຊິ່ງເປັນນະວັດຕະກຳໃໝ່ຂອງການບໍລິການດ້ານທະນາຄານທີ່ໄດ້ຮັບລາງວັນຢ່າງຫຼວງຫຼາຍ ແລະ ຍັງສືບຕໍ່ຫັນເປັນຍຸດທະສາດ ແລະ ດິຈິຕອລໂດຍການເປີດຕົວ MJ Sabai ທະນາຄານຕົວແທນ. 

ທ່ານ ແອນໂທນີ່  ຊິນ,  ຜູ້ອຳນວຍການໃຫຍ່ ທະນາຄານ ມາຣູຮານ ເຈແປນລາວ ໄດ້ກ່າວວ່າ:“ 

ທີມງານຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າເປັນກຽດຢ່າງຍິ່ງທີ່ໄດ້ເປີດຕົວທຸລະກິດການທະນາຄານຕົວແທນທີ່ພວກເຮົາໄດ້ລໍຄ່ອຍກັນມາດົນນານ.  ຂ້າພະເຈົ້າມີຄວາມຍິນດີທີ່ໄດ້ປະກາດການຮ່ວມມືຢ່າງເປັນທາງການກັບ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ  (HAL) ເພື່ອເປີດຕົວ MJ Sabai ທະນາຄານຕົວແທນຂອງພວກເຮົາແຫ່ງທຳອິດ ທີ່ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວຍ ສາຂາ ດົງໂດກ.  ນີ້ແມ່ນສອດຄ່ອງກັບວິໄສທັດແລະ ຄວາມປາດຖະໜາຂອງພວກເຮົາທີ່ຈະເຮັດໃຫ້ການບໍລິການດ້ານການເງິນການທະນາຄານນັ້ນງ່າຍດາຍ, ສະດວກສະບາຍ ແລະ ເປັນດີຈິຕອລໃຫ້ທົ່ວເຖິງປະຊາຊົນ ແລະ ສັງຄົມລາວໃນທົ່ວປະເທດ ທັງ – ຜູ້ບໍລິໂພກ, ຜູ້ປະກອບການ ທຸລະກິດຂະໜາດນ້ອຍ ແລະ ບັນດາບໍລິສັດ.  ສິ່ງນີ້ເນັ້ນໜັກຕື່ມອີກເຖິງຄວາມມຸ່ງໝັ້ນຂອງທະນາຄານພວກເຮົາທີ່ຈະສະໜັບສະໜູນ ວາລະແຜນການການເງິນຂອງທະນາຄານແຫ່ງສປປລາວ ແລະ ລັດຖະບານ.  ພວກເຮົາໄດ້ເລືອກ ຮຸ່ງອາລຸນ ຂົນສົ່ງດ່ວນ ເປັນຄູ່ຮ່ວມທຸລະກິດທຳອິດຂອງພວກເຮົາເຊິ່ງທີ່ພວກເຮົາໄດ້ມີເປົ້າໝາຍທີ່ສຳຄັນຄືເພື່ອເຮັດໃຫ້ວິຖີການດຳລົງຊີວິດຂອງຊຸມຊົນທີ່ພວກເຮົາຮັບໃຊ້ນີ້ໄດ້ສະດວກສະບາຍແລະ ງ່າຍດາຍຂື້ນ.  ໃນວະລະສຳຄັນນີ້, ຂ້າພະເຈົ້າຂໍສະແດງຄວາມຍິນດີກັບທ່ານ ສີສະຫວັນ ມ່າຢົງເຊິນ ຜູ້ອຳນວຍການໃຫຍ່ ຂອງ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ແລະ ຍິນດີໃຫ້ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນເປັນພາກສ່ວນທີ່ສຳຄັນ ແລະ ເປັນສ່ວນໜຶ່ງຂອງລະບົບເອເລັກໂຕຣນິກ ຂອງທະນາຄານ ມາຣູຮານ ເຈແປນລາວ (MJBL)ຂອງພວກເຮົາ;  ແລະ ພວກເຮົາທັງສອງຫວັງວ່າຈະໄດ້ມີການຮ່ວມມືທີ່ໜ້າຕື່ນເຕັ້ນຫຼາຍໃນໄວໆນີ້.  ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມຊຳລະສະສາງ ທະນາຄານ ແຫ່ງ ສປປລາວ ແລະ ທ່ານ ພົນປະສິດ ພິດສະໄໝ ຫົວຫນ້າກົມໄປສະນີ,ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ທີ່ໄດ້ເສຍສະຫຼະເວລາອັນມີຄ່າຂອງທ່ານເຂົ້າຮ່ວມເປັນປະທານງານເປີດຕົວ MJ Sabai ທະນາຄານຕົວແທນຂອງພວກເຮົາໃນຄັ້ງນີ້.  ນີ້ແມ່ນຂີດໝາຍທີ່ສຳຄັນຢ່າງຍິ່ງຂອງພວກເຮົາ”. 

ເຖິງວ່າແມ່ນວ່າທະນາຄານຕົວແທນດັ່ງກ່າວຈະຕັ້ງຢູ່ໃນເຂດບ້ານສີຂຽວ, ແຕ່ເພື່ອປະຕິບັດຕາມການແນະນຳຢ່າງເຄັ່ງຄັດຂອງ ທະນາຄານ ມາຣູຮານ ເຈແປນລາວ (MJBL), ຈະບໍ່ມີແຂກທີ່ຖືກເຊີນ ແລະ ບໍ່ໄດ້ມີການສ້າງສັນໃດໆ      ນອກເໜືອຈາກການເປີດງານໄລຍະສັ້ນເທົ່ານັ້ນ. 

MJ Sabai ທະນາຄານຕົວແທນ ແມ່ນໃຫ້ການບໍລິການທະນາຄານທີ່ງ່າຍດາຍ, ມີຄວາມປອດໄພ ແລະ ວ່ອງໄວລວມທັງການເປີດບັນຊີໃໝ່ທີ່ບໍ່ໃຊ້ເຈ້ຍ, ການເຮັດທຸລະກຳການເງິນຜ່ານທາງອີເລັກໂທຣນິກ, ການໂອນເງິນ, ການຊຳລະໃບບິນຕ່າງໆ, ການຝາກເງິນ ແລະ ການຖອນເງິນ.  ບໍລິການເຫຼົ່ານີ້ແມ່ນໃຫ້ບໍລິການຕັ້ງແຕ່ 8:30 ໂມງເຊົ້າ ເຖິງ 18:00ໂມງແລງທຸກໆວັນ (ຈັນ – ສູກ)  ແລະ ຕັ້ງແຕ່ 9:00 ໂມງເຊົ້າ ເຖິງ 17:00ໂມງແລງທຸກໆວັນ (ເສົາ – ອາທິດ)   ທີ່ ຮຸ່ງອາລຸນ ຂົນສົ່ງດ່ວນ ສາຂາ ດົງໂດກ ສະຖານທີ່ຕັ້ງຢູ່ ເສັ້ນທາງ ດົງໂດກ, ບ້ານ ຊ້າງຄູ່, ເມືອງ ໄຊທານີ ນະຄອນຫຼວງວຽງຈັນເຊິ່ງໃຫ້ບໍລິການທັງຜູ້ບໍລິໂພກ ແລະ ທຸລະກິດຂະໜາດນ້ອຍ.

ທະນາຄານຕົວແທນແມ່ນໄດ້ຮັບການຝຶກອົບຮົມ ແລະ ໄດ້ຮັບການຢັ້ງຢືນຢ່າງຖືກຕ້ອງຈາກ ທະນາຄານ ມາຣູຮານ ເຈແປນລາວ ຕາມມາດຕະຖານຢ່າງເຂັ້ມງວດໂດຍເນັ້ນເອົາການບໍລິການລູກຄ້າເປັນຈຸດສຳຄັນ ເພື່ອໃຫ້ໝັ້ນໃຈ ແລະ ຮັບປະກັນວ່າລູກຄ້າທຸກທ່ານທີ່ມາໃຊ້ບໍລິການຈະໄດ້ຮັບປະສົບການການບໍລິການທີ່ດີທີ່ສຸດ.

ຖ້າທ່ານໄດ້ມາເປັນລູກຄ້າຂອງ ທະນາຄານ ມາຣູຮານ ເຈແປນລາວ, ທ່ານຈະໄດ້ຮັບສິດທິພິເສດເຂົ້າເຖິງຫລາກຫລາຍການບໍລິການເຊັ່ນ:

– ເຂົ້າເຖິງ ເຄືອຂ່າຍທີ່ກວ້າງຂວາງຫລາຍກວ່າ 1,100 ຕູ້ ATM ທົ່ວປະເທດ ໃນງເຄື່ອຂ່າຍ ຂອງ LAPNet.

– ເຂົ້າເຖິງ  MJ Saduak, ແອບພິເຄຊັ່ນທະນາຄານເທິງມືຖື ແລະ ກະເປົາເງິນອີເລັກໂທຣນິກ ທີ່ໄດ້ຮັບລາງວັນຢ່າງຫຼວງຫຼາຍ, ລວມທັງແຊດບອດ, ເຄື່ອງມືຄຸ້ມຄອງບໍລິຫານການເງິນເຊິ່ງໃຫ້ບໍລິການຕະຫຼອດເວລາ 24/7, ຄວາມສາມາດໃນການຊຳລະເງິນແບບ peer to peer, ການຊຳລະສະສາງຜ່ານການສະແກນ QR ແລະ ອື່ນໆ.

– ນະວັດຕະກຳບັດສະເໜືອນຈິງ ບັດເວີຊົວ ເດບິດ ມັດເຕີຄາດ (Virtual Debit Mastercard ), ປະສົມປະສານເຂົ້າຢູ່ໃນ ແອບ MJ Saduak, ເຮັດໃຫ້ສາມາດເຮັດທຸລະກຳອອນລາຍທົ່ວໂລກໄດ້ຢ່າງປອດໄພດ້ວຍການກວດສອບ 3D, ມີລະບົບການຄຸ້ມຄອງຕົນເອງ ແລະ ສາມາດນຳໃຊ້ໄດ້ຫຼາຍສະກຸນເງິນ.

– ສາມາດໂອນເງີນເຂົ້າບັນຊີ u-money (Unitel) & m-money (Lao Telecom)

–  ສາມາດເຂົ້າເຖິງຮ້ານຄ້າຫຼາຍກວ່າ 1,700 ຮ້ານຄ້າທີ່ເຂົ້າເປັນສະມາຊິກຮັບຊຳລະຜ່ານ  MJ Saduak QR code ຂອງ ທະນາຄານ ມາຣູຮານ ເຈແປນລາວ

  ແລະ ມີອື່ນໆອີກຫຼາຍຫຼາຍ…

– ໄດ້ເຂົ້າເຖິງຫ້ອງ VIP Banking ສຳລັບລູກຄ້າວີໄອພີ

ທະນາຄານ ມາຣູຮານ ເຈແປນລາວ ມີແຜນທີ່ຈະຂະຫຍາຍ MJ Sabai ທະນາຄານຕົວແທນໃນນະຄອນຫຼວງວຽງຈັນ ແລະ ຈະຂະຫຍາຍໄປສູ່ຕ່າງແຂວງໃນທົ່ວປະເທດໃນໄວ້ໆນີ້. 

ທະນາຄານ ມາຣູຮານ ເຈແປນລາວ(MJBL) ແມ່ນທະນາຄານຊັ້ນນຳທາງດ້ານດິຈິຕອລ, ດ້ານນະວັດຕະກຳໃໝ່ ແລະ ດ້ານທຸລະກິດຂະຫນາດນ້ອຍ ແລະ ກາງ (SME) ໃນ ສປປລາວ, ໂດຍໄດ້ນຳເອົາຄວາມຊຽວຊານ, ຊັບພະຍາກອນ ແລະ ນະວັດຕະກຳໃໝ່ໆລະດັບໂລກທັງໝົດມາໃຫ້ບໍລິການແກ້ລູກຄ້າຂອງພວກເຂົາເພື່ອໃຫ້ລູກຄ້າຂອງພວກເຂົາໄດ້ຮັບປະສົບການ ການບໍລິການທີ່ດີທີ່ສຸດ.  ທະນາຄານ ມາຣູຮານ ເຈແປນລາວ ແມ່ນ ທະນາຄານສາກົນທີ່ສະໜອງຜະລິດຕະພັນ ແລະ ການບໍລິການດ້ານການເງິນຢ່າງເຕັມຮູບແບບ ນັບຕັ້ງແຕ່ໃຫ້ບໍລິການດ້ານທະນາຄານສຳລັບບຸກຄົນ ( Retail), ໃຫ້ບໍລິການດ້ານທະນາຄານສຳລັບທຸລະກິດຂະໜາດນ້ອຍ ແລະ ກາງ (SME),  ໃຫ້ບໍລິການດ້ານທະນາຄານສຳລັບທຸລະກິດຂະຫນາດໃຫຍ່, ໃຫ້ບໍລິການດ້ານທະນາຄານສຳລັບລູກຄ້າ VIP ແລະ ຍັງໄດ້ເປີດຕົວຢ່າງກວ້າງຂວາງໃນການນຳໃຊ້ດີຈີຕອລເຂົາໃນວຽກງານດ້ານການທະນາຄານ ແລະ ໄດ້ຮັບລາງວັນຢ່າງຫຼວງຫຼາຍເຊັ່ນ  – ແອບ MJ Saduak ທະນາຄານເທິງມືຖື & ກະເປົາເງິນອີເລັກໂທຣນິກ, ຜະລິດຕະພັນ Corporate online portal  , ລະລົບການແກ້ໄຂບັນຫາການຊຳລະສະສາງແບບລະອັດຕະໂນມັດ ຫລື ເອີ້ນວ່າ e-CASS, ທະນາຄານດິຈິຕອລ ແລະ ບໍ່ນຳໃຊ້ເຈ້ຍຢ່າງເຕັມຮູບແບບແຫ່ງທຳອິດໃນປະເທດລາວ ແລະ ອາຊີ,  ສາມາດໂອນເງິນລະຫວ່າງ ແອບ ຫາ ແອບໄດ້ແບບທັນທີ ຜ່ານ ແອັບ MJ Saduak ທະນາຄານເທິງມືຖື ແລະ ກະເປົາເງິນອີເລັກໂທນິກຊັ້ນນຳຂອງພວກເຂົາ ແລະ ອື່ນໆອີກຫຼາກຫຼາຍເພື່ອອຳນວຍຄວາມສະດວກສະບາຍໃຫ້ກັບລູກຄ້າ. 

ທະນາຄານ ມາຣູຮານ ເຈແປນລາວ ມີ ສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງວຽງຈັນ, ແລະ ມີ 3 ຫນ່ວຍບໍລິການຄື: ໜ່ວຍບໍລິການ ຫຼວງພະບາງ,ຫນ່ວຍບໍລິການຈຳປາສັກ ແລະ ໜ່ວຍບໍລິການ  ເວີເທຣດເຊັນເຕີ. ໄດ້ເປັນສະມາຊິກຂອງເຄືອຂ່າຍ ຕູ້ ATM (LAP Net) ໃນທົ່ວປະເທດ. ສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ຜ່ານການໂທຫາສູນ Call-Center, ສົນທະນາກັບແຊດບອດ ແລະ ສອບຖາມຜ່ານຊ່ອງທາງດີຈີຕອລ ໄດ້ຕະຫລອດ 24 ຊົວໂມງ. 

ສອບຖາມຂໍ້ມູນເພີ່ມຕື່ມຂອງ MJ Sabai ທະນາຄານຕົວແທນ MJ Sabai, ໂທ: 030 5732748

ຖ້າທ່ານຕ້ອງການຂໍ້ມູນເພີ່ມເຕີມຂອງ ທະນາຄານມາຣູຮານ ເຈແປນລາວ ໂທສາຍດ່ວນທີ່ເບີ: 021 411 777

ຫຼື ເຂົ້າຢ້ຽມຊົມເວັບໄຊທ໌ຂອງທະນາຄານໄດ້ທີ່ລິ້ງຕໍ່ໄປນີ້: https://www.maruhanjapanbanklao.com 

ຫລື ຕິດຕາມເພຈຂອງ ທະນາຄານ ມາຣູຮານ ເຈແປນລາວ ໃນເຟສບຸກໄດ້ ໂດຍກົດລິ້ງຕໍ່ໄປນີ້: https://www.facebook.com/MaruhanJapanBankLao.

ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໃນນະຄອນຫຼວງວຽງຈັນ ເພີ່ມທະວີປະຕິບັດມາດຕະການປ້ອງກັນໂຄວິດ-19

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການແນະນຳ ກ່ຽວກັບການເພີ່ມທະວີ ແລະ ມາດຕະການສະກັດກັ້ນ, ຄວບຄຸມເພື່ອຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ໃນໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາໃນນະຄອນຫຼວງວຽງຈັນ ໃນໄລຍະວັນທີ 5 – 19 ມິຖຸນາ 2021.

ພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ແນະນໍາໃຫ້ປະຕິບັດ ດັ່ງນີ້:

1.ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ທີ່ນອນຢູ່ໃນເຂດ/ບ້ານແດງ ບໍ່ສາມາດດໍາເນີນກິດຈະການໄດ້ (ໃຫ້ປິດ) ຍົກເວັ້ນໂຮງງານທີ່ມີຫໍພັກ ຂອງແຮງງານຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງການປະຕິບັດມາດຕະການປ້ອງກັນ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ໃນໄລຍະພັກວຽກໃຫ້ແຈ້ງຕໍ່ພະນັກງານກໍາມະກອນ ຂອງຕົນໃຫ້ປະຕິບັດຕາມລະບຽບການບໍ່ໃຫ້ອອກຈາກທີ່ພັກເຊົາຂອງຕົນ ຖ້າມີຄວາມຈໍາເປັນຕ້ອງຂໍອະນຸຍາດ ຈາກອໍານາດການປົກຄອງບ້ານ;

2.ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ທີ່ຕັ້ງຢູ່ນອກເຂດແດງ ຫລື ບ້ານແດງ ສາມາດດໍາເນີນກິດຈະການໄດ້ແຕ່ຕ້ອງປະຕິບັດຕາມມາດຕະການຄື:

  • ໃຫ້ສ້າງແຜນກໍານົດມາດຕະການສະກັດກັ້ນ, ຄວບຄຸມ ເພື່ອຕ້ານພະຍາດໂຄວິດ-19 ຢູ່ໃນໂຮງງານ, ຈັດຕັ້ງ ປະຕິບັດ ແລະ ລາຍງານຂະແໜງອຸດສາຫະກໍາ ແລະ ການຄ້າເປັນປະຈໍາ
  • ໃຫ້ສືບຕໍ່ປະຕິບັດມາດຕະການຮັກສາໄລຍະຫ່າງຂອງການເຮັດວຽກ ເພື່ອຫລຸດຄວາມແອອັດຢູ່ໃນສະຖານທີ່ ເຮັດວຽກ, ຫ້ອງອາຫານ ແລະ ບ່ອນພັກເຊົ້າຂອງໂຮງງານ, ໝາຍສັນຍາລັກເພື່ອກໍານົດຮັກສາໄລຍະຫ່າງ, ຖ້າບໍ່ສາມາດປະຕິບັດຮັກສາໄລຍະຫ່າງ 1 ແມັດໄດ້ ຕ້ອງມີແນວຂັ້ນລະຫວ່າງບຸກຄົນຕໍ່ບຸກຄົນ
  • ຕ້ອງກວດວັດແທກອຸນຫະພູມ, ກໍລະນີພົບເຫັນຜູ້ມີອາການໄຂ້ (ອຸນຫະພູມຮ່າງກາຍສູງກວ່າ 37,5 ອົງສາ), ໄອ, ຈາມ, ຫາຍໃຈຍາກ ຫລື ມີອາການສົງໄສວ່າເປັນພະຍາດໂຄວິດ-19 ຕ້ອງສົ່ງເຂົ້າຫ້ອງແຍກປ່ຽວຂອງໂຮງ ງານ ແລ້ວໂທປຶກສາສາຍດ່ວນ 165, 166 ແລະ ພົວພັນໃຫ້ແພດໝໍເຂົ້າກວດທັນທີ
  • ຕ້ອງກວດວັດແທກອຸນຫະພູມ, ກໍລະນີພົບເຫັນຜູ້ມີອາການໄຂ້ (ອຸນຫະພູມຮ່າງກາຍສູງກວ່າ 37,5 ອົງສາ), ໄອ, ຈາມ, ຫາຍໃຈຍາກ ຫລື ມີອາການສົງໄສວ່າເປັນພະຍາດໂຄວິດ-19 ຕ້ອງສົ່ງເຂົ້າຫ້ອງແຍກປ່ຽວຂອງໂຮງ ງານ ແລ້ວໂທປຶກສາສາຍດ່ວນ 165, 166 ແລະ ພົວພັນໃຫ້ແພດໝໍເຂົ້າກວດທັນທີ
  • ຕ້ອງໃສ່ຜ້າອັດປາກ-ດັງ ທຸກຄັ້ງ ໃນເວລາຢູ່ສະຖານທີ່ເຮັດວຽກ ແລະ ສະຖານທີ່ທີ່ມີຄົນຈໍານວນຫລາຍ; ຕ້ອງມີນໍ້າດື່ມສະອາດ, ມີບ່ອນລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວລ້າງມືຖືກຕາມຫລັກການອະນາໄມ; ໃຫ້ອະນາໄມ ແລະ ຂ້າເຊື້ອ ອຸປະກອນ, ສິ່ງຂອງທີ່ມີການສໍາພັດເລື້ອຍໆ ແລະ ສະຖານທີ່ພາຍໃນໂຮງງານ
  • ໂຮງງານທີ່ມີຈໍານວນກໍາມະກອນຫລາຍ ຕ້ອງຈັດແບ່ງເວລາການກິນເຂົ້າເປັນຫລາຍຈຸ ແລະ ບ່ອນນັ່ງກິນເຂົ້າຕ້ອງ ມີແຜ່ນກັ້ນບັງ ເພື່ອຮັກສາໄລຍະຫ່າງ ແລະ ຫລຸດຜ່ອນຄວາມສ່ຽງໃນການແຜ່ລະບາດຂອງພະບາດໂຄວິດ-19
  • ຫ້າມເຮັດກິດຈະກໍາຊຸມແຊວ ຫລື ພົວພັນແບບໃກ້ຊິດທີ່ບໍ່ສາມາດຮັກສາໄລຍະຫ່າງ ຫລື ກິດຈະກໍາອື່ນໆ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ.

3.ພະນັກງານ ກໍາມະກອນຜູ້ໃດທີ່ພັກເຊົາຢູ່ບ້ານທີ່ມີຜູ້ຕິດເຊື້ອ(ເຂດແດງ) ແມ່ນໃຫ້ຢຸດການມາເຮັດວຽກ ແລະ ຈໍາກັດບໍລິເວນໃຫ້ຄົບ 14 ວັນ ຖ້າບໍ່ມີອາການຈຶ່ງສາມາດມາເຮັດວຽກໄດ້.

4.ສໍາລັບໂຮງງານທີ່ມີຜູ້ຕິດເຊື້ອຕ້ອງໄດ້ປິດຊົ່ວຄາວ 14 ວັນ ເພື່ອດໍາເນີນການອານາໄມ ແລະ ຂ້າເຊື້ອ ພ້ອມກັນນັ້ນ ພະນັກງານ-ກໍາມະກອນ ກໍຕ້ອງຈໍາກັດບໍລິເວນຕົນເອງຄົບ 14 ວັນເຊັ່ນດຽວກັນ

5.ລົດຮັບ-ສົ່ງພະນັກງານ ກໍາມະກອນ ຕ້ອງມີຄວາມຮັບປະ ກັນການນັ່ງໃນລົດຕ້ອງຮັກສາໄລຍະຫ່າງໃຫ້ໄດ້ 1 ແມັດຂຶ້ນໄປ ຫລື ມີແຜ່ນກັ້ນບັງລະຫວ່າງບ່ອນນັ່ງ

6.ໃຫ້ຊຸກຍູ້ພະນັກງານ ແລະ ກໍາມະກອນ ທີ່ເຮັດວຽກຢູ່ໃນໂຮງງານ ໄປສັກຢາວັກຊິນປ້ອງກັນພະຍາດໂດວິດ-19

7.ໃຫ້ຂະແໜງອຸດສາຫະກຳ ແລະ ຫັດຖະກຳ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ເຜີຍແຜ່ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດພ້ອມທັງສະຫຼຸບລາຍງານໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງໃຈເປັນແຕ່ລະວັນ

8.ໃຫ້ໂຮງງານທີ່ດໍາເນີນການຜະລິດ ແລະ ບໍ່ດໍາເນີນການຜະລິດໃຫ້ແຈ້ງເປັນລາຍລັກອັກສອນ ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ຕາມເບີປະສານງານໂທ ແລະ ວອດແອັບ: 020 55669694, 020 22226438

9.ການຈັດຕັ້ງປະຕິບັດ ແລະ ມາດຕະການປັບໃໝ: ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ທີ່ນອນຢູ່ໃນເຂດ/ບ້ານແດງ ມອບໃຫ້ຫ້ອງການອຸດສາຫະກໍາ-ການ ຄ້າເມືອງ ສົມທົບກັບຄະນະສະເພາະກິດຂັ້ນເມືອງ ແລະ ອໍານາດການປົກຄອງບ້ານ ເປັນເຈົ້າການໃນການໂຄສະນາ, ເຜີຍແຜ່ແຈ້ງການສະບັບນີ້ໃຫ້ແກ່ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ໃນເມືອງຂອງຕົນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ, ພ້ອມທັງກວດກາຕິດຕາມ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດ ຄື: ປັບໃໝ ແຕ່ 1.000.000 ກີບ – 5.000.000 ກີບ/ຄັ້ງ ຕາມແຕ່ລະກໍລະນີ.

ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມວຽກງານຮີບດ່ວນ

ອີງຕາມການລາຍງານຂອງ National Radio, ໃນວັນທີ 7 ມິຖຸນາ 2021ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ເປີດກອງປະຊຸມຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງຂຶ້ນ ໂດຍການເປັນປະທານຂອງ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີ ທ່ານ ນາງ ໃບຄໍາ ຂັດຕິຍະ ກໍາມະການສູນກາງພັກ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີບັນດາຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ໃບຄໍາ ຂັດຕິຍະ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຟື້ນຟູ ເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບ ຈາກສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນໄລຍະເດືອນກໍລະກົດ 2018 – ພຶດສະພາ 2021 ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ປະຕິບັດຕາມແຈ້ງການຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ກົນໄກການນໍາໃຊ້ເງິນບໍລິຈາກ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານ ໂດຍໄດ້ໂອນເງິນບໍລິຈາກ ຈໍານວນ ( 153 ຕື້ ກວ່າກີບ ) ໃຫ້ແຂວງອັດຕະປື ເພື່ອຈ່າຍຊໍາລະບັນດາໂຄງການສຸກເສີນ, ຮີບດ່ວນ ໃຫ້ແກ່ການຟື້ນຟູ ເມືອງສະໜາມໄຊ ກ່ອນ, ເມື່ອທາງບໍລິສັດ ຜູ້ພັດທະນາເຂື່ອນເຊປຽນ-ເຊນ້ໍານ້ອຍ ຊົດເຊີຍຄືນໃຫ້ທາງແຂວງແລ້ວ ໃຫ້ແຂວງໂອນກັບເຂົ້າບັນຊີເງິນບໍລິຈາກຢູ່ຄັງເງິນແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມຄຸ້ມຄອງ.

ພ້ອມກັນນັ້ນ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ກໍໄດ້ລົງຕິດຕາມຊຸກຍູ້ ໃນການຟື້ນຟູ ເມືອງສະໜາມໄຊ, ແຂວງອັດຕະປື ດ້ວຍການຈັດກອງປະຊຸມຮ່ວມກັນເປັນໄຕມາດທຸກໆ ສາມເດືອນ ເພື່ອຮັບຟັງການລາຍງານຄວາມຄືບໜ້າການຟື້ນຟູ ແລະ ປຶກສາຫາລືໃນການແກ້ໄຂຂໍ້ຄົງຄ້າງຕ່າງໆ, ພ້ອມນັ້ນ, ກໍເປັນໃຈກາງປະສານສົມທົບກັບພາກສ່ວນຕ່າງໆ ຈັດກອງປະຊຸມປຶກສາຫາລື ກັບ ບໍລິສັດ PNPC/SK ໃນການເລັ່ງລັດຟື້ນຟູເມືອງສະໜາມໄຊ ໂດຍສະເພາະແມ່ນ ຄວາມເອກະພາບບັນດາຂໍ້ມູນການປະເມີນຜົນເສຍຫາຍ, ການພັດທະນາແຜນແມ່ບົດໃນການຊົດເຊີຍການຟື້ນຟູ ເມືອງສະຫມາມໄຊ, ເຈລະຈາຕໍ່ລອງບັນຫາຕ່າງໆດ້ວຍຄວາມເປັນເຈົ້າການ ຕັ້ງໜ້າປະສານສົມທົບກັບອົງການເຄືອຄ່າຍ ສປຊ ແລະ ບັນດາອົງການຈັດຕັ້ງສາກົນ ຈັດຕັ້ງປະຕິບັດບັນດາກິດຈະກໍາຟື້ນຟູຫຼັງໄພພິບັດ.

ເຊິ່ງປັດຈຸບັນມີໂຄງການສ້າງຄວາມເຂັ້ມແຂງ ໃນການຮັບມືກັບສະພາບດິນຟ້າອາກາດແບບປະສົມປະສານ ຢູ່ແຂວງອັດຕະປື ມີໄລຍະໂຄງການ ແຕ່ປີ 2020-2023 ເຊິ່ງປະກອບມີ 6 ວຽກໃຫຍ່ ຄື: ວຽກພັດ ທະນາສີມືແຮງງານ, ວຽກປົກປ້ອງເດັກ, ວຽກ ສຶກສາທິການ ແລະ ກິລາ, ວຽກສາທາລະນະສຸກ, ວຽກກະສິກໍາ ແລະ ປ່າໄມ້ ແລະ ວຽກຄຸ້ມຄອງໄພພິບັດ. ແຂວງອັດຕະປື ແລະ ບໍລິສັດຜູ້ພັດທະນາເຂື່ອນເຊປຽນ-ເຊນ້ໍານ້ອຍ PNPC/SK ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ໃນການຮັບຮອງເອົາມູນຄ່າຊົດເຊີຍ ແລະ ຟື້ນຟູ ຕາມແຜນແມ່ບົດ ສະບັບເລກທີ 01/ຄກພ.ອປ, ລົງວັນທີ 10 ເມສາ 2020 ໃນມູນຄ່າ (835 ຕື້ກວ່າກີບ) 835.880.000.000 ກີບ, ເຊິ່ງມູນຄ່ານີ້ ລັດຖະບານ ໄດ້ມີແຈ້ງການຮັບຮອງແຜນແມ່ບົດ ສະບັບເລກທີ 739/ ຫສນຍ, ລົງວັນທີ 13 ກໍລະກົດ 2020 ແຕ່ມູນຄ່າດັ່ງກ່າວ ບໍ່ໄດ້ລວມ ການຊົດເຊີຍໃນລາຍການທີ 6 ທີ່ມີ: ສິ່ງປຸກສ້າງ, ເງິນສົດ-ວັດຖຸ ມີຄ່າທີ່ເສຍຫາຍ, ອັດຖິ, ຂໍ້ມູນຕົກຫຼົ່ນ ທີ່ຍັງບໍ່ສາມາດເອກະພາບຕົວເລກເສຍຫາຍໄດ້ ເຊິ່ງທາງແຂວງ ແລະ ບໍລິສັດ PNPC/SK ຈະຕ້ອງ ໄດ້ສືບຕໍ່ເຈລະຈາ ການຈັດຕັ້ງປະຕິບັດໂຄງການຟື້ນຟູ ເມືອງສະໜາມໄຊ ທຸກໆໂຄງການທີ່ນໍາໃຊ້ງົບປະມານ ຕາມແຈ້ງການລັດຖະບານ, ເຊິ່ງປະກອບມີ: ງົບປະມານການຊ່ວຍເຫຼືອປຸກເຮືອນຂອງອົງການຈັດຕັ້ງສາກົນ, ການຊ່ວຍເຫຼືອປຸກເຮືອນ ແລະ ຂົວ ຂອງລັດຖະບານໄທ ແລະ ບ້ວງການຊົດເຊີຍແຜນແມ່ບົດ ຂອງບໍລິສັດ PNPC/SK ນັ້ນ ແມ່ນທາງແຂວງ ເປັນຜູ້ຮັບຜິດຊອບຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ.

  • ວຽກສົງເຄາະ ປະຊາຊົນທີ່ອາໄສຢູ່ສູນພັກຊົ່ວຄາວໃນ 5 ສູນ ແມ່ນໄດ້ມີການເບີກຈ່າຍເງິນອັດຕາກິນ ແລະ ເງິນແຮຖົງ ໃຫ້ປະຊາຊົນ ຈໍານວນ 250.000 ກີບ/ຄົນ/ເດືອນ ເຊິ່ງໄດ້ຈັດຕັ້ງປະຕິບັດມາຮອດເດືອນ 12/2020, ເບີກຈ່າຍເຂົ້າໃຫ້ປະຊາຊົນໃນ 5 ສູນພັກເຊົາ 20 ກິໂລ/ຄົນ/ເດືອນ ຮອດເດືອນ 12 ປີ 2020 (ມີຜູ້ໄດ້ຮັບນະ ໂຍບາຍສົງເຄາະທັງຫມົດ 3.612 ຄົນ, ຍິງ 1.211 ຄົນ).

ມາຮອດປີ 2020, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ແຂວງໄດ້ເຮັດການປະເມີນຊີວິດການເປັນຢູ່ຂອງປະຊາຊົນ ເຊິ່ງເຫັນວ່າມີຫຼາຍຄອບຄົວ ສາມາດກຸ້ມຕົນເອງ ແລະ ໄດ້ລາຍງານຜົນການປະເມີນໃຫ້ລັດຖະບານຮັບຊາບ, ປັດຈຸບັນ ທາງແຂວງກໍາລັງ ອອກຂໍ້ຕົກລົງຮັບຮອງຜົນການລົງປະເມີນຊີວິດການເປັນຢູ່ຂອງປະຊາຊົນ ຕາມບົດບັນທຶກກອງປະຊຸມ ຄັ້ງທີ 4 ໃນຄັ້ງວັນທີ 21 ກຸມພາ 2021 ຄື: ຫຼຸດນະໂຍບາຍເຂົ້າກິນ ຈາກ 20 ກິໂລ/ຄົນ/ເດືອນ ມາເປັນ 12 ກິໂລ/ຄົນ/ເດືອນ; ສໍາລັບນະໂຍບາຍເງິນສົດ 250.000 ກີບ/ຄົນ/ເດືອນນັ້ນ ແມ່ນປະຕິບັດໃຫ້ພຽງແຕ່ ກຸ່ມເປົ້າໝາຍສະ ເພາະ ເປັນຕົ້ນ: ຄອບຄົວທີ່ຍັງບໍ່ສາມາດກຸ້ມຕົນເອງໄດ້ເທື່ອ, ຄອບຄົວທີ່ມີ ຫົວ ໜ້າຄອບຄົວເປັນເພດຍິງ, ຜູ້ພິການ ແລະ ຜູ້ອາຍຸສູງໃນຄອບຄົວທຸກຍາກ, ເດັກນ້ອຍກໍາພ້າ-ກໍາພອຍ, ສ່ວນຄອບຄົວຜູ້ປະສົບໄພພິບັດ ອື່ນໆ ແມ່ນຫັນໄປສູ່ຮູບແບບການພັດທະນາ ແລະ ສົ່ງເສີມການຜະລິດ, ຊຸກຍູ້ໃຫ້ເຂົາເຈົ້າເຂົ້າຮ່ວມກຸ່ມການຜະລິດໃຫ້ຫຼາຍຂຶ້ນ ໂດຍເລີ່ມປະຕິບັດແຕ່ເດືອນ 1/2021 ເປັນຕົ້ນມາ. ກອງປະຊຸມຄັ້ງນີ້, ປະທານ ແລະ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານຢ່າງຕັ້ງໜ້າດ້ວຍຄວາມຮັບຜິດຊອບສູງແບບພາວະວິໄສກົງໄປກົງມາ.

ປກຊ-ປກສ ແຂວງບໍ່ແກ້ວ ສືບຕໍ່ປະຕິບັດມາດຕະການຕ້ານ ການລະບາດໂຄວິດ-19 ຢູ່ດ່ານນ້ຳທຸ່ງ

ອີງຕາມການລາຍງານ ຂອງໜັງສືພິມບໍ່ແກ້ວ Bokeo Newspaper ໃຫ້ຮູ້ວ່າ: ໃນວັນທີ 04 ມິຖຸນາ 2021 ນີ້, ສະຫາຍ ພັນໂທ ຈັນພອນເພັດ ຄຳສີ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ແລະ ສະຫາຍ ພັນໂທ ເນັງສີດາ ເບຼຍລືມົວ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການບັນຊາທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ສືບຕໍ່ລົງສຸກຍູ້ວຽງານຕ້ານ ແລະ ສະກັດກັ້ນພະຍາດລະບາດໂຄວິດ-19 ຢູ່ຈຸດກວດດ່ານນ້ຳທຸງ.

ຈາກການລົງກວດກາຕົວຈິງເຫັນວ່າທຸກພາກສ່ວນ ແມ່ນໄດ້ເປັນເຈົ້າການປະຕິບັດຕາມມາດຕະການຕ່າງໆ ທີ່ຂັ້ນເທິງວາງອອກ ເວົ້າລວມ ເວົ້າສະເພາະ ຢູ່ດ່ານກວດຄົນເຂົ້າ-ອອກລະຫ່ວາງ ແຂວງ ຕໍ່ ແຂວງ, ເມືອງ ຕໍ່ ເມືອງ, ບ້ານ ຕໍ່ ບ້ານ, ແມ່ນມີຄວາມເຂັ້ມງວດ. ການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ຂັ້ນເທິງວາງອອກໃນການສະກັດກັ້ນ ແລະ ຕອບຕ້ານກັບພະຍາດໂຄວິດ-19 ຢູ່ຈຸດດ່ານດັ່ງກ່າວໄດ້ຈັດຕັ້ງຫຼາຍພາກສ່ວນໃນການກວດຄົນເຂົ້າ-ອອກເມືອງ ເຊິ່ງໃນໄລຍະຜ່ານມາການຈັດຕັ້ງປະຕິບັດແມ່ນມີຄວາມສະຫງົບ ໂດຍພື້ນຖານ ການສັນຈອນໄປມາແມ່ນມີຄວາມເປັນລະບຽບຮຽບຮ້ອຍ ສາມາດຮັບປະກັນໄດ້ຕາມມາດຕະການປ້ອງກັນພະຍາດໂຄວິດ-19. ແຕ່ເຖິ່ງຢ່າງໃດກໍ່ຕາມການເຂົ້າ-ອອກເມືອງ ຕ້ອງໄດ້ຮັບອະນຸຍາດຈາກທາງການກໍ່ຄືໜ່ວຍງານສະເພາະກິດ ແລະ ໜ່ວຍງານຮັບຜິດຊອບຂອງບ້ານດັ່ງກ່າວຢ່າງເຄັ່ງຂັດ.

ຊົມເຊີຍ! ສະຫວັນນະເຂດປິ່ນປົວຜູ້ປ່ວຍໂຄວິດຫາຍດີ ໄດ້ກັບບ້ານຕື່ມແລ້ວ

ຕາມການລາຍງານ ຂອງແຟນເພສ ສະຫວັນພັດທະນາ ຂ່າວ / Savanhphathana News ໃຫ້ຮູ້ວ່າ: ທີມງານແພດໝໍແຂວງສະຫວັນນະເຂດ ສືບຕໍ່ມີຜົນສຳເລັດ ໃນການປິ່ນປົວຜູ້ຕິດເຊື້ອພະຍາດ ໂຄວິດ-19 ເຊິ່ງມາຮອດປະຈຸບັນ, ມີຜູ້ທີ່ປິ່ນປົວຫາຍດີຈາກພະຍາດດັ່ງກ່າວ ແລ້ວລວມທັງໝົດ 49ຄົນ, ໂດຍມາໃນວັນທີ 3 ມີຖຸນາ 2021 ເວລາ 15:00 ໂມງ ທີ່ໂຮງໝໍ ພາກສະໜາມປິ່ນປົວພະຍາດ ໂຄວິດ-19 ຂອງແຂວງ(ວິທະຍາໄລ ວິທະຍາສາດສຸຂະພາບ) ໄດ້ ມີພິທີຈັດສົ່ງຜູ້ທີ່ປິ່ນປົວດີຈາກ ພະຍາດໂຄວິດ-19 ຫາຍດີຈຳນວນ 03 ກໍລະນີ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍ ການໂຮງໝໍແຂວງ, ທີມແພດປິ່ນປົວ, ຄອບຄົວ ແລະ ອໍານາດການປົກຄອງບ້ານ ບ່ອນຢູ່ຂອງຄົນເຈັບກໍ່ໄດ້ເຂົ້າຮ່ວມ.

ທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ໄດ້ກ່າວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ, ຕ້ອງໄດ້ມີການສືບຕໍ່ແຍກປ່ຽວກັກບໍລິເວນໂຕເອງຢູ່ເຮືອນຕື່ມອີກ 14 ວັນ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດສຳຄັນ ແມ່ນໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ ແລະ ໝັ່ນລ້າງມືໃສ່ສະບູ ຫຼືເຈັວຂ້າເຊື້ອເປັນປະຈໍາ ຕະຫຼອດເຖິງການ ຕິດຕາມອຸນຫະພູມ ແລະອາການເຈັບເປັນ ຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດໜຶ່ງແມ່ນ ໃຫ້ໂທປຶກສາແພດ ເພື່ອຂໍຄໍາແນະ ນໍາໃນການປະຕິບັດຕົນ ຈາກນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ ຊີ້ແຈງຕໍ່ປະຊາຊົນ ພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດ ໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບ ສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍ່ຄືຜູ້ທີ່ປິ່ນປົວດີແລ້ວ ເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal) ທີ່ປອດໄພໃນຄອບຄົວ ແລະໃນສັງຄົມ.

ປະຈຸບັນຮອດວັນທີ 3 ມິຖຸນາ 2021 ທົ່ວແຂວງມີຜູ້ຕິດເຊື້ອສະສົມ 108 ຄົນ, ຍັງຄ້າງສູນປິ່ນປົວ 59 ຄົນ, ຍິງ 35 ຄົນ ແລະ ປິ່ນປົວດີແລ້ວ 49 ຄົນ, ສຳລັບລາຍຊື່ຜູ້ທີ່ປິ່ນປົວຫາຍດີແລ້ວ ແລະ ອອກຈາກສູນປິ່ນປົວ ໃນວັນ ທີ 3 ມິຖຸນານີ້ມີ 03 ຄົນ ຄື: 1. ທ້າວ ຈອນ ອາຍຸ 40 ປີ, ບ້ານ ຄຳນ້ອຍ, ເມືອງຈຳພອນ, 2. ທ້າວ ພົມມາ ອາຍຸ 28 ປີ, ບ້ານ ຄຳນ້ອຍ, ເມືອງຈຳພອນ, ທັງ ສອງເຂົ້າຮັບການປິ່ນປົວໃນວັນທີ 19 ພຶດສະພາ 2021, ລວມວັນນອນປີ່ນປົວ 15 ວັນ ແລະ 3. ທ້າວ ແກ້ວ ຫີນສິລາ ອາຍຸ 45 ປີ, ບ້ານ ນາກະເດົາ, ເມືອງລະຄອນ ເພັງ, ແຂວງສາລະວັນ, ວັນທີເຂົ້າ ໂຮງໝໍ 12 ພຶດສະພາ 2021, ລວມວັນນອນປີ່ນປົວ 22 ວັນ.

ຜະລິດດິນຈີ່ ຈາກຢາສູບທີ່ໃຊ້ແລ້ວ

ຮູ້ບໍ່ວ່າ ແຕ່ລະປີທົ່ວໂລກໄດ້ຜະລິດຢາສູບ ຈຳນວນ 6 ລ້ານ ລ້ານ ກອກ ແລະ ຖິ້ມບໍ່ເປັນບ່ອນເມື່ອສູບແລ້ວໆ , ເຮັດໃຫ້ເຮົາຈະເຫັນຢາສູບ ຖິ້ມກະແຈກກະຈາຍ ບໍ່ເປັນບ່ອນ ຫຼາຍກວ່າ 100 ລ້ານ ກອກ ຕໍ່ມື້ ເຮັດໃຫ້ເກີດການປ່ອຍສານເຄມີ, ເຮັດໃຫ້ນໍ້າມີສານປົນເປື້ອນ ຈົນກາຍມາເປັນໜຶ່ງໃນບັນຫາ ຂອງສິ່ງແວວລ້ອມ.

ເປັນທີ່ມາເຮັດໃຫ້ນັກວິໄຈ ຂອງມະຫາວິທະຍາໄລ RMIT ປະເທດອົດສະຕາລີ ຄິດຄົ້ນວິທີນີ້ຂື້ນມາ ໂດຍພຽງເອົາກົ້ນຢາສູບ ທີ່ສູບແລ້ວນັ້ນ ມາປະສົມເປັນສ່ວນປະກອບ 1 % ໃນການຜະລິດດິນຈີ່ ນອກຈາກນີ້ຍັງເຮັດໃຫ້ດິນຈີ່ແຮງແຂງຂຶ້ນ ແຖມໃຊ້ພະລັງງານໜ້ອຍກວ່າການຜະລິດທົ່ວໄປ ເພາະການໃຊ້ກົ້ນຢາສູບ 1 % ເຂົ້າການຜະລິດ ສາມາດປະຢັດເວລາໃນການເຜົາດິນຈີ່ໄດ້.

ກົ້ນຢາສູບມີສານເຄມີຫຼາຍກວ່າ 60 ຊະນິດ ດັ່ງນັ້ນການເອົາມາປະກອບໃນການເຮັດດິນຈີ່ເປັນວິທີ ທີ່ດີທີ່ສຸດ ແລະ ໃຊ້ງານໄດ້ແທ້ ແລະ ເປັນການຫຼຸດຜ່ອນຂີ້ເຫຍື້ອໄປນຳ.

ເສຍຊີວິດຍ້ອນເອົາຮູບຜູ້ສາວອື່ນມາໂຊເມຍ

ເຫດເກີດຂຶ້ນ ວັນທີ 4 ມິຖຸນາ 2021 ທີ່ຜ່ານມາ ທີ່ແຂວງລຳພູນ,ປະເທດໄທ. ບ່ອນເກີດເຫດເປັນບ້ານ 2 ຊັ້ນ, ພົບສົບຜູ້ເສຍຊີວິດ ອາຍຸ 57 ປີ ເປັນເຈົ້າຂອງບ້ານ ຖືກຍິງດ້ວຍອາວຸດປືນ ຂະໜາດ.38 ທີ່ບໍລິເວນແກ້ມ ແລະ ໜ້າເອິກ ລວມ 3 ນັດ. ສ່ວນຜູ້ກໍ່ເຫດກໍແມ່ນເມຍ ຂອງຜູ້ເສຍຊີວິດເອງ ອາຍຸ 52 ປີ ໄດ້ເຂົ້າມອບໂຕກັບຕຳຫຼວດ ແລະ ສາລະພາບວ່າ ເປັນຄົນຍິງຜູ້ເປັນຜົວ ຈົນເສຍຊີວິດເອງ.

ຈາກການສອບຖາມຜູ້ກໍ່ເຫດ ກໍຄືເມຍຜູ້ເສຍຊີວິດ ໄດ້ເລົ່າວ່າ: ຕົນເອງກັບຜົວນັ້ນ ຢູ່ນຳກັນມາດົນ ຮ່ວມທຸກຮ່ວມສຸກກັນມາຫຼາຍປີ ໂດຍການຄ້າຂາຍຫອມແດງ ຈຶ່ງມີຖານະຂຶ້ນມາເລື້ອຍໆ
ເມື່ອຖານະປ່ຽນໄປ ຜູ້ເປັນຜົວກໍເລີ່ມມີນິໄສເຈົ້າຊູ້ຂຶ້ນ ມັກຫາເລື່ອງຜິດຖຽງກັບຕົນເອງ ແລະ ລູກຕະຫຼອດ. ເຊິ່ງໃນມື້ເກີດເຫດ ຕົນເອງ ແລະ ຜົວຜິດຖຽງກັນຮ້າຍແຮງ ເພາະວ່າຜູ້ເປັນຜົວມາຢົວະເຢີ້ຍ ໂດຍການໂຊຮູບຜູ້ສາວ ງາມໆ ມາອ້າງ ພ້ອມທັງໂຊຂໍ້ຄວາມແຊັດກັນໃນລັກສະນະຊູ້ສາວ, ຕອນນັ້ນ ຕົນເອງໃຈຮ້າຍແຮງ ທົນບໍ່ໄດ້ ເລີຍຈັບປືນມາຍິງຜູ້ເປັນຜົວ ແລະ ຍິງຊໍ້າອີກຈົນເສຍຊີວີດ.

ເບື້ອງຕົ້ນ, ຕຳຫຼວດໄດ້ເກັບພາບບ່ອນເກີດເຫດໄວ້ເປັນຫຼັກຖານ ກ່ອນຈະຄຸມໂຕຜູ້ກໍ່ເຫດໄປສອບສວນຕື່ມ ເພື່ອດຳເນີນຄະດີຕໍ່ໄປ.

ຕູ້ເຢັນຍຸກນີ້ ບໍ່ຕ້ອງໃຊ້ໄຟຟ້າ

ຮູ້ບໍ່ວ່າ ໃນອະດີດ ປະເທດເຂດໜາວ ມັກຈະໃຊ້ວິທີການເກັບຮັກສາອາຫານ ປະເພດຜັກໃຫ້ຄົງສົດຢູ່ສະເໝີ ໂດຍການເກັບໄວ້ໃນຫ້ອງໃຕ້ດິນ (Root Cellar ຫຼື Earth Cellar) ໃນເຂດສວນຫຼັງບ້ານ ໂດຍບໍ່ຕ້ອງໃຊ້ຕູ້ເຢັນ ຫຼື ເຄື່ອງໃຊ້ໄຟ້ຟ້າອັນໃດ ເຊິ່ງການເກັບຮັກສາແມ່ນບໍ່ມີບູດ ແລະ ບາງທີ່ຫ້ອງເຫຼົ່ານີ້ ກໍຍັງເປັນຫ້ອງຫຼົບໄພອີກດ້ວຍ.

ຫຼ້າສຸດ, ປະເທດເນເທີແລນ ມີການຄິດຄົ້ນນະວັດຕະກຳໃໝ່ ກໍຄື “Groufridge” Root Cellar ທີ່ສາມາດເກັບຜັກ, ໝາກໄມ້ ລວມທັງສາມາດເກັບວາຍ ແລະ ເນີຍໄດ້ອີກ ໂດຍຈະບໍ່ມີການເຮັດໃຫ້ເສຍລົດຊາດ.

ສາເຫດທີ່ Groufridge ໂຕນີ້ ບໍ່ຕ້ອງໃຊ້ໄຟຟ້າ ກໍ່ເພາະວ່າພື້ນໃຕ້ຕດິນສາມາດເປັນສະນວນ ແລະ ຮັກສາຄວາມເຢັນ ຂອງອາກາດໃນຍາມຕອນກາງຄືນໄດ້ ພຽງແຕ່ເຮົາຂຸດດິນ ແລ້ວເອົາດິນໜາ 1 ແມັດ ມາປົກ ຕູ້ເຢັນ Groufridge ເຊິ່ງໜ່ວຍໜຶ່ງ ສາມາດບັນຈຸນໍ້າໜັກໄດ້ເຖິງ 500 ກິໂລ ແລະ ເຮົາກໍສາມາດຍ່າງລົງໄປເອົາເຄື່ຶອງໃຕ້ດິນໄດ້ສະບາຍ.

ເຊິ່ງລາຄາ ຕົງຢູ່ 17,500 EUR ຫຼື ປະມານ 201,204,000 ກີບ ບອກເລີຍວ່າລາຄາໜັກຢູ່ຄືກັນ.

ຮອງເຈົ້າແຂວງໄຊຍະບູລີ ພ້ອມດ້ວຍການນຳ ຂອງເມືອງປາກລາຍ ລົງຕິດຕາມສອງໂຄງການ

ອີງຕາມການລາຍງານ ຂອງສະຖານນີວິທະຍຸ FM 98.00 ເມືອງບ້ານລາຍຂ່າວສານ ແລະ ບັນເທິງ, ໃນຕອນເຊົ້າວັນທີ 4 ມິຖຸນາ 2021 ນີ້, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ຜູ້ຊີ້ນໍາເມືອງປາກລາຍ, ພ້ອມດ້ວຍ ທ່ານ ກອງສີ ວົງສີ ເຈົ້າເມືອງປາກລາຍ ໄດ້ລົງຕິດຕາມຊຸກຍູ້ ໂຄງການຕ້ານເຈື່ອນນໍ້າຂອງ ແລະ ໂຄງການກໍ່ສ້າງຂົວບ້ານບົວບານ ເມືອງປາກລາຍ.

ໂດຍຕິດພັນກັບການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກທີ່ເມືອງປາກລາຍ, ເພື່ອແນໃສ່ການສ້າງສະພາບແວດລ້ອມອ ັນເອື້ອອໍານວຍໃຫ້ແກ່ປະຊາຊົນ.

ອັບເດດ! ຜູ້ຕິດເຊື້ອໂຄວິດ-19 ໃນຄອນຫຼວງວຽງຈັນ ປະຈຳວັນທີ 4 ມິຖຸນາ 2021

ອີງຕາມການຖະແຫຼງຂ່າວ ຂອງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າ ຄະນະສະເພາະກິດ, ວັນທີ 3/06/21 ໄດ້ກວດວິເຄາະທັງໝົດ 1920 ຕົວຢ່າງ ໃນນັ້ນ ກວດພົບເຊື້ອ 9 ຕົວຢ່າງ, ຢູ່ນະຄອນຫຼວງວຽງຈັນ 7 ຄົນ, ຈໍາປາສັກ 1 ຄົນ ( ນໍາເຂົ້າ), ສະຫວັນນະເຂດ 1 ຄົນ (ນໍາເຂົ້າ).

ກໍລະນີຕິດເຊື້້ອໃໝ່ 9 ຄົນ ເຊິິ່ງມີເນື້ອໃນດັ່ງນີ້: 7 ຄົນ ທີ່ຕິດເຊື້ອໃນ ນະຄອນຫຼວງວຽງຈັນ ທັງໝົດແມ່ນໄດ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອເກົ່າທີ່ຕິດເຊືອ ໃນຊຸມຊົນຜ່ານມາ. ສ່ວນສະຫວັັນນະເຂດ 1 ຄົນ ແລະ ຈຳປາສັກ 1 ຄົນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດເຊື້ອໃນແຮງງານລາວທີ່ເດີນທາງກັບຈາກປະເທດໄທ ຖືກຕ້ອງຕາມກົດໝາຍ.

-ເຂດສ່ຽງ/ສະຖານທີ່ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປມີຄືດັ່ງນີ້:

  • ວັນທີ 30/05/2021 ໄປຕະຫຼາດຊັ່ງຈຽງ (ຢູ່ແຕ່ຮ້ານບໍລິເວນດ້ານນອກ) ແລະ ໄປຫານ້ອງຮັກຢູ່ ບ້ານ ຕານມີໄຊ
  • ວັນທີ 03/06/2021 ໄປຊື້ຢາ ຢູ່ ໃສສະອາດ ສາຂາ ໜອງດ້ວງ
  • 01 ຄັ້ງ ຕໍ່ ອາທິດ ແມ່ນໄປຕະຫຼາດສີເກີດ ເພື່ອຊື້ອາຫານ
  • ວັນທີ 22/05/2021 ໄປຫ້ອງແຖວ ບ້ານ ໂພນສະອາດ

ມາຮອດວັນທີ 4 ມິຖຸນາ 2021 ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 1952 ແລະ ເສຍຊີວິດສະສົມທັງໝົດ 3 ຄົນ.