Home Blog Page 224

ທ່ານ ນາຍົກລັດຖະມົນຕີ ແລະ ຄະນະ ຢ້ຽມຢາມ ແລະ ຊີ້ນຳວຽກງານຕ້ານໂຄວິດ-19

ໃນຕອນເຊົ້າ ວັນທີ 24 ເມສາ 2021 ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ໄປຢ້ຽມ ຢາມ ໃຫ້ກຳລັງໃຈ ພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ 150 ຕຽງຫຼັງໃໝ່ ພ້ອມທັງ ກວດກາ-ຊີ້ນຳວຽກງານ ການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະ ຍາດໂຄວິດ-19, ໂດຍມີການນຳຂອງ ກະຊວງສາທາລະນະສຸກ, ນະຄອນຫຼວງວຽງຈັນ ແລະ ໂຮງໝໍມິດຕະພາບ 150 ຕຽງ ໃຫ້ການຕ້ອນຮັບ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຮັບຟັງການລາຍງານ ສະພາບການແຜ່ລະບາດ ຂອງພະ ຍາດໂຄວິດ-19 ຢູ່ປະເທດເຮົາ ໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ ແລະ ສະພາບການປິ່ນປົວຜູ້ຕິດເຊື້້ອໂຄວິດ-19 ທີ່ກຳ ລັງປິ່ນປົວຢູ່ໂຮງໝໍຕ່າງໆ; ໄດ້ຮັບຟັງການລາຍງານ ກ່ຽວກັບຄວາມພ້ອມດ້ານຕ່າງໆ ໃນການຮັບມືກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນຕໍ່ໜ້າ ເປັນຕົ້ນ ດ້ານສະຖານທີ່ຮອງຮັບ, ຢາປິ່ນປົວ, ວັກຊິນປ້ອງກັນ, ນໍ້າຢາກວດເຊື້ອພະ ຍາດ, ອຸປະກອນການແພດຕ່າງໆ ລວມທັງ ແຜນການດ້ານວິຊາການ, ການປະຕິບັດນະໂຍບາຍ ຕໍ່ພະນັກງານແພດໝໍ, ຄວາມຫຍຸ້ງຍາກຕ່າງໆ ແລະ ອື່ນໆ.

ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ຍ້ອງ ຍໍຊົມເຊີຍພະນັກງານແພດໝໍ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ໃນການເອົາໃຈໃສ່ປະຕິບັດໜ້າທີ່ ແລະ ຄວາມຮັບ ຜິດຊອບຂອງຕົນ ດ້ວຍຄວາມດ້ວຍຄວາມອົດທົນພະຍາຍາມ, ເສຍສະຫຼະສູງ ແລະ ມີຜົນສຳເລັດດີສົມຄວນ.

ອັນສຳຄັນ, ທ່ານໄດ້ຊີ້ນຳໃຫ້ພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານ ເປັນຕົ້ນ ໃຫ້ນະຄອນຫຼວງວຽງຈັນ ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດ ຄຳສັງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ໂດຍສະເພາະ ວຽກງານກວດກາ ແລະ ຈຳກັດ ການເຄື່ອນໄຫວໄປມາ ຂອງຜູ້ຄົນ ໃນເຂດທີ່ມີຄວາມສ່ຽງສູງ ກໍ່ຄືບັນດາບ້ານ ທີ່ມີຜູ້ຕິດເຊື້ອພະຍາດ; ໃຫ້ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າສ້າງແຜນທົດລອງ ນຳຜູ້ຕິດເຊື້ອ ທີ່ມີອາການເບົາບາງ ໄປປິ່ນປົວຢູ່ນອກໂຮງໝໍ ກໍ່ຄືບ່ອນທີ່ມີເງື່ອນໄຂສະດວກ ຂອງຄອບຄົວຜູ້ຕິດເຊື້ອ ແຕ່ຢູ່ພາຍໃຕ້ການປິ່ນປົວ, ແນະນຳ, ຕິດຕາມ, ກວດກາ ແລະ ຄຸ້ມຄອງ ຂອງພະນັກງານແພດໝໍ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນຄວາມແອອັດ ການປິ່ນປົວຢູ່ໂຮງໝໍ ໃນກໍລະນີມີການລະບາດຫຼາຍ ໃນຕໍ່ໜ້າ; ເອົາໃຈໃສ່ເບິ່ງແຍງການປະຕິບັດໜ້າທີ່ ແລະ ການດຳລົງຊີວິດ ຂອງພະນັກ ງານແພດໝໍໃຫ້ດີ, ໃຫ້ມີສຸຂະພາບແຂງແຮງ,

ຮັບປະກັນ ສາມາດປະຕິບັດໜ້າທີ່ໄດ້ດີຢ່າງຕໍ່ເນື່ອງ, ລວມທັງ ການປະຕິ ບັດນະໂຍບາຍຕໍ່ເຂົາເຈົ້າ ຕາມເງື່ອນໄຂ ແລະ ເວລາທີ່ເໝາະສົມ; ສືບຕໍ່ສີດຢາຂ້າເຊື້ອ ບັນດາບໍລິເວນ ທີ່ຜູ້ຕິດເຊື້ອ ໄດ້ໄປເຄື່ອນໄຫວ; ສືບຕໍ່ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ໄວ ໂດຍໃຫ້ມີລັກສະນະຍາດແຍ່ງ ແລະ ສູ້ຊົນຫຼາຍກວ່າເກົ່າ; ໃຫ້ສະໜອງ ແລະ ເປີດເຜີຍຂໍ້ມູນຜູ້ຕິດເຊື້ອທີ່ຈຳເປັນ ໃຫ້ແກ່ທ້ອງຖິ່ນຜູ້ຕິດເຊື້ອອາໄສຢູ່ ແລະ ສັງຄົມຮັບຊາບຢ່າງກວ້າງຂວາງ ເພື່ອສາມາດປະຕິບັດມາດຕະການປ້ອງກັນ ແລະ ແກ້ໄຂໄດ້ຢ່າງທັນການ ແລະ ຖືກຕ້ອງ; ໃຫ້ສະເໜີແຜນຕ່າງໆ ທີ່ເປັນທາງການໄວ ເປັນຕົ້ນ ແຜນຄວາມຕ້ອງການຕ່າງໆ, ແຜນການເຄື່ອນໄຫວວຽກງານຕ່າງໆ ທີ່ເປັນອັນໃໝ່; ດຳເນີນຂັ້ນຕອນຕ່າງໆ ໃນການແກ້ໄຂ ແລະ ຊ່ວຍເຫຼືອ ບັນດາພາກເອກະຊົນ ທີ່ມີເງື່ອນໄຂ ແລະ ສະເໜີເຈດຈຳນົງ ຢາກຊື້ວັກຊິນປ້ອງກັນພະຍາດ ມາສັກໃຫ້ພະນັກງານຂອງຕົນ ແລະ ຊ່ວຍເຫຼືອລັດຖະບານ ໃຫ້ໄວ ແລະ ທັນສະ ພາບການ; ເອົາໃຈໃສ່ ເຮັດວຽກໂຄສະນາເຜີຍແຜ່ ໃຫ້ແຂງແຮງກວ່າເກົ່າ ໃນນັ້ນ ດ້ານເນື້ອໃນ ໃຫ້ເພີ່ມຄວາມຮູ້ກ່ຽວກັບການປ້ອງກັນ, ການປິ່ນປົວຂັ້ນພື້ນຖານ, ລວມທັງ ການປຸກລະດົມປະຕິບັດພັນທະ ແລະ ການມີສ່ວນຮ່ວມຂອງສັງ ຄົມ ໃຫ້ສັງຄົມໄດ້ຮັບຮູ້-ເຂົ້າໃຈ ແລະ ເຂົ້າຮ່ວມຫຼາຍກວ່າເກົ່າ;

ໃນເວລາຕໍ່ມາ, ທ່ານ ພັນຄຳ ວິພາວັນ ແລະ ຄະນະ ໄດ້ສືບຕໍ່ໄປກວດກາເບິ່ງສະຖານທີ່ ເພື່ອກະກຽມຄວາມພ້ອມ ຮອງຮັບປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໃນກໍລະນີທີ່ມີການແຜ່ລະບາດຫຼາຍ ຢູ່ສະໜາມກິລາລ້ານຊ້າງ (ສະໜາມກິລາໃນຮົ່ມ) ທີ່ບ້ານດອນກອຍ, ເມືອງສີສັດຕະນາກ ຊຶ່ງເປັນໜຶ່ງສະຖານທີ່ ທີ່ມີຄວາມເໝາະສົມ.

Cr: Lao National Radio

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນເມສາ 2021

ໃນວັນທີ 23 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນນາມຕາງໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍອະນຸຍາດຖະແຫລງຜົນກອງປະຊຸມສະໄໝສາມັນ ປະຈໍາເດືອນເມສາ ຂອງລັດຖະບານຊຸດທີ IX ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 22 ແລະ ໄດ້ອັດລົງໃນຕອນແລງວັນທີ 23 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານ ສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງ, ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງຕໍ່ 7 ເອກະສານທີ່ສຳຄັນ ຄື:

1. ໄດ້ຮັບຟັງບົດລາຍງານຮອບດ້ານ ການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານ ປະຈໍາເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມ ເດືອນພຶດສະພາ 2021: ກອງປະຊຸມເຫັນວ່າການປະຕິບັດໜ້າທີ່ວຽກງານ ຂອງລັດຖະບານ ຊຸດທີ 9 ໃນເດືອນເມສານີ້ ເຖິງວ່າເປັນເວລາສັ້ນ ແຕ່ກໍໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີຂອງລັດຖະບານ ຊຸດທີ VIII ເຖິງແມ່ນວ່າຈະພົບກັບຄວາມຫຍຸ້ງຍາກຫລາຍດ້ານ ໃນນັ້ນ ມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ວຽກງານສ່ວນຫລາຍກໍໄດ້ສືບຕໍ່ດຳເນີນເປັນປົກກະຕິ ແລະ ມີຜົນສໍາເລັດໃນຫລາຍດ້ານ ເປັນຕົ້ນສາມາດຮັກສາສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໄດ້ໂດຍພື້ນຖານ, ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໄດ້ດຳເນີນໃນບາດກ້າວເບື້ອງຕົ້ນ ທີ່ມີລັກສະນະຕັ້ງໜ້າກວ່າເກົ່າ.

2. ໄດ້ພິຈາລະນາຮ່າງວິໃສທັດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 5 ປີ ຄັ້ງທີ I: ກອງປະຊຸມໄດ້ເຫັນດີດ້ານຫລັກການຮັບຮອງເອົາທັງ 3 ເອກະສານ ແລະ ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ເປັນຕົ້ນ ການຈັດລຽງໂຄງສ້າງ, ການອະທິບາຍຄໍາສັບ ແລະ ອື່ນໆ ໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້;ກໍານົດໜ້າວຽກຂອງຂະແໜງການໃນແຕ່ລະໄລຍະໃຫ້ຊັດເຈນ ແລະ ແທດເໝາະກັບຄວາມສາມາດໃນການຈັດຕັ້ງປະຕິບັດຕົວຈິງ.

3. ໄດ້ພິຈາລະນາຮ່າງເອກະສານກ່ຽວກັບການເພີ່ມທະວີການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ ແລະ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ໃນໄລຍະໃໝ່: ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາຮ່າງເອກະສານດັ່ງກ່າວ ມອບໃຫ້ພາກສ່ວນກ່ຽວຂ້ອງປັບປຸງເນື້ອໃນທີ່ຕິດພັນກັບກົນໄກ, ຫລັກສູດການຮຽນ-ການສອນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອໃຫ້ມີຄວາມຈະແຈ້ງ, ສອດຄ່ອງກັບເງື່ອນໄຂຕົວຈິງ ແລະ ສາມາດປະຕິບັດໄດ້.

4. ໄດ້ພິຈາລະນາຮ່າງຍຸດທະສາດ ການພັດທະນາລະບົບສະຖາບັນການເງິນ-ເງິນຕາ 5 ປີ (2021-2025) ແລະ ວິໄສທັດຮອດປີ 2030 ສະບັບປັບປຸງ: ກອງປະຊຸມ ເຫັນດີດ້ານຫລັກການ ຮັບຮອງເອົາຮ່າງຍຸດທະສາດດັ່ງກ່າວ ໂດຍມອບໃຫ້ທະນາຄານ ແຫ່ງ ສປປ ລາວ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງບາງເນື້ອໃນໃຫ້ລະອຽດ, ຄົບຖ້ວນ, ຈະແຈ້ງ, ຮັດກຸມ, ສາມາດຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໄດ້ເປັນຕົ້ນ ມາດຕະການໃນການປ່ອຍກູ້, ການເຂົ້າເຖິງແຫລ່ງທຶນ, ມາດຕະການຄຸ້ມຄອງເງິນຕາ, ການປະຕິບັດນະໂຍ ບາຍອັດຕາແລກປ່ຽນ ຕາມກົນໄກຕະຫລາດ ທີ່ມີການຄຸ້ມຄອງຂອງລັດໃຫ້ຮັດກຸມຂຶ້ນຕື່ມ ແລະ ບັນຫາອື່ນໆ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ. ພ້ອມນັ້ນໄດ້ຊີ້ນໍາໃຫ້ທະນາຄານ ແຫ່ງ ສປປ ລາວ (1)ປັບປຸງກົງຈັກການຈັດຕັ້ງ ແລະ ກົນໄກການບໍລິຫານພາຍໃນ ຂອງສະຖາບັນການເງິນ, ການບໍລິການໃຫ້ມີຄວາມທັນສະໄໝ, ວ່ອງໄວ, ມີປະສິດທິຜົນສາມາດຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການ ແລະ ຜູ້ຜະລິດພາຍໃນເຂົ້າເຖິງແຫລ່ງທຶນຢ່າງໂປ່ງໃສ ແລະ ສາມາດກວດສອບໄດ້; (2) ກຳນົດນະໂຍບາຍ ທາງດ້ານທຸລະກິດ ໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງໃນແຕ່ລະໄລຍະ ໂດຍຫັນເປັນບາດກ້າວໃໝ່ ແລະ ມີລັກສະນະບຸກທະລຸຢ່າງແທ້ຈິງ.

5. ຮ່າງດໍາລັດ ວ່າດ້ວຍລົດບໍລິຫານລັດ (ສະບັບສ້າງໃໝ່) ແລະ ຮ່າງດໍາລັດວ່າດ້ວຍການປະ ກອບ ແລະ ຄຸ້ມຄອງລົດປະຈໍາຕໍາແໜ່ງພະນັກງານລະດັບສູງ (ສະບັບປັບປຸງ): ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາສອງຮ່າງດຳລັດດັ່ງກ່າວ ແຕ່ໃຫ້ຂະແໜງການທີ່ກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການໃຫ້ນິຍາມຖືກຕ້ອງ-ຄົບຖ້ວນ, ການຈັດລຽງເນື້ອໃນ ໃຫ້ເປັນໝວດໝູ່, ຮັດກຸມ, ສັ້ນ-ກະທັດຮັດ, ອ່ານແລ້ວເຂົ້າໃຈງ່າຍ, ກຳນົດຂອບເຂດການນຳໃຊ້ ໃຫ້ຊັດເຈນ-ລະອຽດ-ຈະແຈ້ງ, ສອດຄ່ອງກັບສະພາບເງື່ອນໄຂຕົວຈິງໃນປັດຈຸບັນ ໂດຍສະເພາະ ທາງດ້ານເສດຖະ ກິດ-ສັງຄົມ, ການຈັດຕັ້ງ ແລະ ພື້ນທີ່ການນຳໃຊ້ລົດ ບົນພື້ນຖານແນໃສ່ເຮັດໃຫ້ການຄຸ້ມຄອງ-ນໍຳໃຊ້ລົດລັດ ແລະ ການປະຕິບັດນະໂຍບາຍ ມີຄວາມເປັນເອກະພາບລວມສູນ, ປະຢັດ-ຕ້ານການຟູມເຟືອຍ, ສາ ມາດເປັນບ່ອນອີງທີ່ໜັກແໜ້ນ ແລະ ຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

6. ຮ່າງດໍາລັດ ວ່າດ້ວຍການແຕ່ງກາຍ:ເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ປົກປັກຮັກສາ ວັດທະ ນະທຳອັນດີງາມ ແລະ ເປັນເອກະລັກຂອງຊາດ, ຂອງເຜົ່າ ໃຫ້ມີຄວາມຍືນຍົງ, ທັງເປັນການສົ່ງເສີມພູມປັນຍາ ແລະ ຫົວຄິດປະດິດສ້າງຂອງຄົນລາວ ທາງດ້ານຫັດຖະກຳຢ່າງແທ້ຈິງ, ລັດຖະບານ ເຫັນສົມ ຄວນມີນິຕິກຳຄຸ້ມຄອງ, ຕິດຕາມ, ກວດກາ ແລະ ເປັນບ່ອນອີງ ເພື່ອຄວາມເປັນເອກະພາບ ໃນການກຳນົດເຄື່ອງນຸ່ງ ກໍ່ຄືຊຸດປະຈຳຊາດ ຂອງລາວເຮົາ ທັງເພດຍິງ ແລະ ເພດຊາຍ. ຜ່ານການພິຈາລະນາ, ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາການຄົ້ນຄວ້າດັ່ງກ່າວ ໂດຍໄດ້ຊີ້ນຳໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນຳໄປສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍປ່ຽນຊື່ເປັນດຳລັດວ່າດ້ວຍຊຸດແຕ່ງກາຍປະຈຳຊາດ, ນອກນັ້ນ ໃຫ້ກຳນົດຮູບແບບຂອງຊຸດ ເຊັ່ນ: ຄໍ, ຖົງ, ແຂນ, ກະດູມ, ຂາ, ປາຍເສື້ອ-ສິ້ນ ແລະ ອື່ນໆ.

ພ້ອມກັນນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການປ້ອງກັນ, ຄວບຄຸມ, ສະກັນກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ, ຊຶ່ງກອງປະຊຸມ ໄດ້ຊີ້ນຳໃຫ້ຄະນະສະເພາະກິດ ປະເມີນຄືນສະພາບການຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ ແລ້ວລາຍງານຄືນຢ່າງທັນການສົມຄວນ ເພີ່ມມາດຕະການຄືແນວໃດ; ປະເມີນຄວາມພ້ອມດ້ານຕ່າງໆ ໃນການຮັບມືກັບການແຜ່ລະບາດຂອງພະຍາດ ເປັນຕົ້ນ ສະຖານທີ່ກັກກັນຜູ້ທີ່ມີຄວາມສ່ຽງຕິດເຊື້ອ ແລະ ປິ່ນປົວຄົນເຈັບ, ນໍ້າຢາກວດຫາເຊື້ອພະຍາດ, ຢາສັກປ້ອງກັນພະຍາດ, ອຸປະກອນການແພດ ແລະ ຄວາມຕ້ອງການດ້ານອື່ນໆ; ໃຫ້ຂະແໜງສາທາລະນະສຸກ ເລັ່ງສັກຢາກັນພະຍາດໃຫ້ໄວ; ໃຫ້ບັນດາຂະແໜງການ ຕິດຕາມ,ກວດກາການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ ທີ່ຕິດພັນກັບໜ້າທີ່ ແລະ ຄວາມຮັບຜິດຊອບຂອງຂະແໜງການຕົນ ໂດຍມີການປະສານສົມທົບກັນ ຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດ ທິພາບ, ປະສິດທິຜົນ, ເຂັ້ມງວດ ແລະ ເດັດຂາດ.

ພ້ອມກັນນີ້, ທ່ານ ນາຍົກລັດຖະມົນຕີ, ບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານຈະລົງຕິດຕາມຊຸກຍູ້, ໃຫ້ກຳລັງໃຈພະນັກງານແພດ-ໝໍ, ກວດກາ ແລະ ຊີ້ນຳວຽກງານການຈັດຕັ້ງປະຕິບັດວຽກງານຕົວຈິງ ຢູ່ໂຮງໝໍ, ສະຖານທີ່ເກັບຕົວຢ່າງ ແລະ ສະຖານທີ່ຈຳກັດບໍລິເວນຕ່າງໆ.

ໃນການກ່າວປິດກອງປະຊຸມ ປະຈຳເດືອນເມສາ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ສະມາຊິກລັດຖະບານ ນຳເອົາຜົນກອງປະຊຸມ ໄປຜັນຂະຫຍາຍເປັນແຜນລະອຽດ ແລະ ແຜນປະຕິບັດງານຂອງຂະແໜງການຕົນ. ພ້ອມກັນນີ້ ຍັງໄດ້ມີທິດຊີ້ນຳໃຫ້ເອົາໃຈໃສ່ວຽກງານຈຸດສຸມປະຈຳເດືອນພຶດສະພາ 2021 ດັ່ງນີ້:

1) ຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ:
ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ໝັ້ນຄົງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ພ້ອມກັນນັ້ນ, ກໍ່ສືບຕໍ່ເພີມທະວີການປະສານສົມທົບລະຫວ່າງຂະ ແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນເພື່ອຮັບປະກັນຄວາມເຂັ້ມງວດການເຂົ້າອອກຢູ່ບັນດາດ່ານຊາຍແດນ ແລະ ສະກັດກັ້ນການລັກລອບເຂົ້າເມືອງແນໃສ່ປ້ອງກັນການລະບາດຂອງພະຍາດ ໂຄວິດ-19, ຄວາມບໍ່ສະຫງົບຕາມຊາຍແດນ ແລະ ບັນຫາອື່ນໆ;

2) ຂົງເຂດເສດຖະກິດ :

  • – ສືບຕໍ່ລະດົມຂົນຂວາຍການລົງທຶນດ້ວຍຫຼາຍຮູບການ, ແກ້ໄຂບັນດາສິ່ງກີດຂວາງເພື່ອສ້າງເງື່ອນ ໄຂສະດວກໃຫ້ແກ່ນັກລົງທຶນ ແລະ ຍົກສູງປະສິດທິພາບການບໍລິການປະຕູດຽວ. ພ້ອມນີ້, ກໍເລັ່ງລັດການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໃຫ້ມີປະສິດທິຜົນ ເພື່ອກະຕຸກຊຸກຍູ້ການສ້າງຖານລາຍຮັບເພີ່ມຂຶ້ນ.
  • – ສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານ ໃຫ້ສໍາເລັດຕາມແຜນການ, ຮັບປະກັນການເບີກຈ່າຍເງິນ ເດືອນໃຫ້ເປັນປົກກະຕິ. ສຸມໃສ່ຊອກຫາແຫລ່ງດຸ່ນດ່ຽງ ເພື່ອຮັບປະກັນການຊຳລະໜີ້ສິນທັງພາຍໃນ ແລະ ຕ່າງປະເທດ, ສືບຕໍ່ປັບປຸງກົນໄກຫັນເປັນທັນສະໄໝການເກັບລາຍຮັບງົບປະມານໃຫ້ສໍາເລັດ ເພື່ອຮັບປະ ກັນການແກ້ໄຂບັນຫາຮົ່ວໄຫລຂອງງົບປະມານ; ກະກຽມລາຍງານສະຫລຸບຂາດຕົວງົບປະມານປີ 2020 ແລະ ການຈັດແບ່ງລາຍຮັບລາຍຈ່າຍງົບປະມານແຫ່ງລັດ 5 ປີ ຄັ້ງທີ 9 (2020-2025).
  • – ສືບຕໍ່ຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນລະຫວ່າງທະນາຄານກັບຮ້ານແລກປ່ຽນເງິນຕາບໍ່ໃຫ້ມີຄວາມຫລຸດໂຕນກັນຫລາຍ ແລະ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້ ນັບທັງມີມາດຕະການຕິດ ຕາມການເຄື່ອນໄຫວຂອງທະນາຄານທຸລະກິດ, ສະຖາບັນການເງິນໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍແລະ ລະບຽບການພ້ອມທັງມີມາດຕະການສົ່ງເສີມການນໍາໃຊ້ເງິນກີບ ໃນການຊື້ຂາຍແລກປ່ຽນສິນຄ້າໃຫ້ຫລາຍຂຶ້ນກວ່າເກົ່າ.
  • – ສືບຕໍ່ຕິດຕາມຊຸກຍູ້ ແລະ ສົ່ງເສີມການຜະລິດຂອງປະຊາຊົນ ໃນຂອບເຂດທົ່ວປະເທດ ໂດຍສະ ເພາະແມ່ນການຜະລິດ ເພື່ອສະໜອງໃຫ້ແກ່ສັງຄົມ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ ແລະ ເພື່ອສົ່ງອອກ.
  • – ສືບຕໍ່ຄຸ້ມຄອງລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ, ການນໍາເຂົ້າສົ່ງອອກສິນຄ້າເພື່ອຊຸກຍູ້ການຜະລິດພາຍໃນ ແລະ ສົ່ງເສີມການຊົມໃຊ້ສິນຄ້າພາຍໃນຢ່າງກວ້າງຂວາງ ແລະ ເປັນຮູບປະທໍາ.
  • – ສືບຕໍ່ສຸມໃສ່ປັບປຸງກົນໄກການອອກໃບຕາດິນ ໃຫ້ມີຄວາມສະດວກວ່ອງໄວ, ຮັບປະກັນຄຸນນະພາບ ແລະ ສຳເລັດຕາມແຜນການທີ່ກຳນົດໄວ້.
  • – ຕິດຕາມປະລິມານນໍ້າ ແລະ ກວດກາບັນດາເຂື່ອນຕ່າງໆ ເພື່ອຮັບປະກັນຄວາມປອດໄພ ແລະ ການບໍລິຫານຈັດ ການນໍ້າບໍ່ໃຫ້ມີຜົນກະທົບຕໍ່ປະຊາຊົນ, ພ້ອມດຽວກັນນັ້ນກໍ່ໃຫ້ເອົາໃຈໃສ່ຕິດຕາມ ແລະຊຸກຍູ້ການຈັດຕັ້ງປະຕິບັດໂຄງການທີ່ໄດ້ອະນຸມັດໄປແລ້ວເຊັ່ນ: ໂຄງການໄຟຟ້າຖ່ານຫີນ, ໂຄງການສາຍສົ່ງ ແລະ ໂຄງການບໍ່ແຮ່ໃຫ້ມີປະສິດທິຜົນສູງສຸດ.
  • – ກະກຽມຄວາມພ້ອມໃນການສ້ອມແປງເສັ້ນທາງ, ແກ້ໄຂບັນຫາດິນເຊາະເຈື່ອນຖົມທາງໃນຊ່ວງລະດູຝົນເພື່ອຮັບປະກັນການສັນຈອນໄປມາໃຫ້ມີຄວາມສະດວກ ແລະ ຮັບປະກັນຄວາມປອດໄພ. ພ້ອມໃຫ້ສືບຕໍ່ຊຸກຍູ້ໂຄງການທາງລົດໄຟລາວ-ຈີນ ແລະ ການກໍ່ສ້າງທາງດ່ວນໃຫ້ສາມາດປະຕິບັດໄດ້ຕາມແຜນ ການ.

3) ຂົງເຂດວັດທະນະທຳ-ສັງຄົມ

  •  ສືບຕໍ່ເອົາໃຈໃສ່ກະກຽມການຮຽນການສອນ, ການສອບເສັງເລື່ອນຊັ້ນ ແລະ ການສອບເສັງຈົບຊັ້ນປໍ5, ມໍ4 ແລະ ມໍ 7 ໃຫ້ມີປະສິດທິຜົນ ແລະ ມີຄຸນນະພາບທັງໃຫ້ສອດຄ່ອງກັບເງື່ອນໄຂທີ່ມີການລະ ບາດຂອງພະຍາດໂຄວິດ 19.
  •  ສືບຕໍ່ເພີ່ມທະວີການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍານົດໄວ້ໃນຄໍາສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ພ້ອມດຽວກັນນັ້ນກໍ່ສືບຕໍ່ແຈກຢາຍ ແລະ ດໍາເນີນການສັກຢາວັກຊິນຕ້ານພະຍາດໂຄວິດ 19 ໃຫ້ບັນດາກຸ່ມເປົ້າໝາຍ ຢ່າງເປັນລະບົບ, ຫລີກເວັ້ນຄວາມສ່ຽງ ໃນການຕິດເຊື້ອ.
  •  ສືບຕໍ່ຕິດຕາມຜົນກະທົບ ຈາກມາດຕະການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ 19 ຕໍ່ຜູ້ປະກອບການ ແລະ ແຮງງານ.
  •  ສືບຕໍ່ຕິດຕາມສະພາບຫາງສຽງຂອງສັງຄົມ ທີ່ມີລັກສະນະສ້າງພາບພົດອັນບໍ່ດີຕໍ່ພັກ ແລະລັດຖະບານ, ເອົາໃຈໃສ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19.
  •  ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດ ເພື່ອສະໜອງຂໍ້ມູນຂ່າວສານໃຫ້ທັນສະ ພາບການເພື່ອໃຫ້ປະຊາຊົນ ໄດ້ກະກຽມຮັບມືກັບການປ່ຽນແປງດັ່ງກ່າວ. ພ້ອມທັງຕິດຕາມເຝົ້າລະວັງ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆເພື່ອຕ້ານແລ້ງຕ້ານຖ້ວມ.

4) ຂົງເຂດການປົກຄອງແລະຍຸຕິທໍາ :

  •  ສືບຕໍ່ປັບປຸງກົງຈັກ, ການມອບໂອນວຽກງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີໃຫ້ຂະແໜງການທີ່ກ່ຽວຂ້ອງໃຫ້ສຳເລັດໂດຍໄວ. ພ້ອມດຽວກັນກໍ່ສືບຕໍ່ເປັນໃຈກາງໃນການກວດກາ ແລະປັບປຸງຄືນພາລະບົດບາດຂອງຂະແໜງການຕ່າງໆ ໃຫ້ສອດຄ່ອງກັບລະບຽບແລະກົນໄກການເຮັດວຽກຂອງລັດຖະບານຊຸດທີ IX.
  •  ສືບຕໍ່ປັບປຸງກົດໝາຍ, ບັນດານິຕິກຳຕ່າງໆຈຳນວນໜຶ່ງໃຫ້ມີຄວາມສອດຄ່ອງຕາມຄວາມຮຽກຮ້ອງຕ້ອງການໃໝ່ ໂດຍປະສານສົບທົບບັນດາກະຊວງ ແລະອົງການໃນການກະກຽມຮ່າງກົດໝາຍທີ່ມີແຜນນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX.

5) ຂົງເຂດວຽກງານການຕ່າງປະເທດ :

  • ສືບຕໍ່ຕິດຕາມຢ່າງໃກ້ຊິດ ກ່ຽວກັບສະພາບການພາກພື້ນ ແລະ ສາກົນໂດຍມີການວິເຄາະວິໄຈເລິກເຊິ່ງກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງດ້ານການເມືອງ, ເສດຖະກິດແລະສັງຄົມຕໍ່ປະເທດເຮົາທັງມີມາດຕະການຮັບມືທີ່ເປັນລະບົບຮັດກຸມ ເພື່ອສືບຕໍ່ສ້າງສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ການຮ່ວມມືໃນພາກພື້ນ ແລະ ສາກົນ. ພ້ອມກັນນີ້ ກໍ່ໃຫ້ສືບຕໍ່ກະກຽມຮອບດ້ານແຜນການເຄື່ອນ ໄຫວວຽກງານຕ່າງປະເທດຂອງການນໍາຂັ້ນສູງຂອງພັກ ແລະ ລັດ ຕາມກົນໄກຜ່ານປະຕູດຽວຢູ່ກະຊວງການຕ່າງປະເທດ.

6) ກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕ້ອງໄດ້ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມຢ່າງກວ້າງຂວາງ ແລະ ເລິກເຊິ່ງດ້ວຍຫລາຍຮູບແບບ ແລະ ວິທີການເພື່ອໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ເພີ່ມຄວາມເປັນເຈົ້າໃນການປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ 19, ສະບັບເລກທີ15/ນຍ, ລົງວັນທີ21 ເມສາ 2021.

ທັງໝົດນັ້ນແມ່ນຜົນຂອງກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2021 ຂອງລັດຖະບານຊຸດທີ IX.

ໄລຍະນີ້ພວກເຮົາກຳລັງປະຕິບັດຄຳສັ່ງເລກທີ 15 ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດCOVID-19 . ສະນັ້ນ ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນທົ່ວສັງຄົມ ຕື່ນຕົວ, ເປັນເຈົ້າການ, ໃຫ້ການຮ່ວມມື ແລະພ້ອມກັນປະຕິບັດປະຕິບັດມາດຕະການຕ່າງໆ ທີ່ກຳນົດໄວ້ຢ່າງເຂັ້ມງວດ.
ພາບ-ເນື້ອໃນ: ກົມປະຊາສຳພັນ ຫສນຍ

ປກສ ນະຄອນຫຼວງວຽງຈັນ ທຳລາຍສິນຄ້າ ທີ່ນຳເຂົ້າບໍ່ຖືກຕ້ອງ ນ້ຳໜັກເກືອບ 2 ໂຕນ

ວັນທີ 22 ເມສາ 2021,ພະແນກຕຳຫຼວດປ້ອງ ກັນເສດຖະກິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນວ ສົມທົບກັບພະແນກອຸດສະຫະກຳ ແລະ ການຄ້າ ນວ ຈັດທຳລາຍສິນຄ້າທີ່ລະເມີດລະບຽບການກ່ຽວກັບລະບອບພາສີອາກອນ, ເຊີ່ງໄດ້ນຳສິນຄ້າ ລວມນ້ຳໜັກຫຼາຍກວ່າ 1.880 ກິໂລກຼາມ ທີ່ຢຶດໄດ້ໄປທຳລາຍຖິ້ມ ຢູ່ສູນກຳຈັດຂີ້ເຫຍື້ອຫຼັກ 32 , ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ຄຳພອນ ພົມມະຈັນ ຫົວໜ້າພະແນກຕຳ ຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປກສ ນວ ໃຫ້ຮູ້ວ່າ: ປະເພດສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ ລວມມີ: ອາຫານທະເລ ແລະ ຢາສູບ ທີ່ລັກລອບນຳເຂົ້າ ແບບບໍ່ຖືກຕ້ອງຕາມກົດໝາຍ. ເຊີ່ງຢາສູບ ທີ່ນຳມາທຳລາຍຄັ້ງນີ້ ມີຈຳນວນ 37 ແກັດ ທີ່ກວດຢຶດໄດ້ແຕ່ວັນທີ 20 ມີນາ 2021 ກວດພົບໃນລົດໂດຍສານປາກເຊ – ວຽງຈັນ; ສ່ວນອາຫານທະເລ ແມ່ນຢຶດໃນວັນທີ 6 ເມສາ 2021 ລວມມີ: ກຸ້ງ ຈຳນວນ 19 ແກັດ, ປາມຶກ ຈຳນວນ 26 ແກັດ, ກະປູ 1 ແກັດ ແລະ ຫອຍແຄງ ຈຳນວນ 6 ເປົາ ລວມນ້ຳໜັກ 1.882 ກິໂລກຼາມ.

ການທຳລາຍສິນຄ້າທີ່ນຳເຂົ້າບໍ່ຖືກຕ້ອງໃນຄັ້ງນີ້ ກໍເພື່ອເປັນການສະກັດກັ້ນ ບໍ່ໃຫ້ສິນຄ້າຈຳນວນດັ່ງກ່າວ ຖືກຈຳໜ່າຍໃນຕາມທ້ອງຕະຫຼາດ ເຊີ່ງອາດຈະມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19.

ປກສ ນະຄອນຫຼວງວຽງຈັນ

ຄະນະລັດຖະບານ ໄຂກອງປະຊຸມສະໄໝສາມັນປະຈໍາເດືອນເມສາ 2021

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ ຂອງລັດຖະບານຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 22 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ ຄື: ວັນທີ 22 ແລະ 23 ເມສາ 2021 ຊຶ່ງຈະໄດ້ພ້ອມກັນຮັບຟັງ, ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງ ຄື:

  • 1. ບົດລາຍງານຮອບດ້ານ ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ປະຈໍາເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມ ເດືອນພຶດສະພາ 2021;
  • 2. ຮ່າງເອກະສານ ການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດພັດທະນາເສດຖະກິດດິຈຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດ ຖະກິດດິຈີຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025);
  • 3. ຮ່າງເອກະສານການເພີີ່ມທະວີ ການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ ແລະ ສາມາດຕອບສະໜອງໄດ້ ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາໃນໄລຍະໃໝ່;
  • 4. ຮ່າງຍຸດທະສາດ ການພັດທະນາລະບົບສະຖາບັນການເງິນ-ເງິນຕາ ຂອງ ສປປ ລາວ 05 ປີ (2021-2025) ແລະ ວິໄສທັດຮອດປີ 2030 ສະບັບປັບປຸງ;
  • 5. ຮ່າງດໍາລັດ ວ່າດ້ວຍລົດບໍລິຫານລັດ (ສະບັບສ້າງໃໝ່); ຮ່າງດໍາລັດ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດປະຈໍາຕໍາແໜ່ງພະນັກງານລະດັບສູງ (ສະບັບປັບປຸງ); ຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະສະເພາະກິດ ເພືີ່ອຄົ້ນ ຄວ້າລະບຽບຄຸ້ມຄອງລັດບໍລິຫານຂອງລັດ (ສະບັບປັບປຸງ); ແຜນຈັດຊື້ພາຫະນະໃໝ່ ປີ 2021.
  • 6. ບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ ການຫັນກຸ້ມຕົນເອງທາງດ້ານງົບປະມານ ຂອງຫົວໜ່ວຍງົບປະມານປະຈໍາປີ 2021;
  • 7. ບົດລາຍງານກ່ຽວກັບການອອກແບບເຄືີ່ອງນຸ່ງປະຈໍາຊາດ;

ໃນໂອກາດກ່າວໄຂກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງ ບັນດາທ່ານ ຮອງນາຍົກລັດຖະ ມົນຕີ ແລະ ສະມາຊິກລັດຖະບານທັງໝົດ ຈົ່ງພ້ອມກັນ ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ, ສຸມທຸກສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄ້ວາພິຈາລະນາ, ປະກອບຄຳເຫັນຢ່າງສ້າງສັນ, ກົງໄປກົງມາ, ທັງຮັບປະກັນຄວາມຖືກຕ້ອງສອດຄ່ອງຕາມກົດໝາຍ ເຂົ້າໃນແຕ່ລະຫົວຂໍ້ ແລະ ຄຳຖາມເຈາະຈີ້ມ ເພື່ອໃຫ້ຜົນຂອງກອງປະຊຸມບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ

ທ່ານຮອງປະທານປະເທດ ເນັ້ນໃຫ້ ເມືອງໄຊຍະບູລີ ເອົາໃຈໃສ່ 5 ບັນຫາສໍາຄັນ

ໃນຕອນບ່າຍຂອງວັນທີ 21 ເມສາ ປີນີ້, ທ່ານ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ໄຊຍະບູລີ, ໃຫ້ການຕ້ອນຮັບ ແລະ ນໍາພາຢ້ຽມຢາມ ເມືອງ ໄຊຍະບູລີ ໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີທ່ານ ບຸນແທນ ທິແກ້ວ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ພ້ອມດ້ວຍການນໍາຫຼັກແຫຼ່ງຂອງເມືອງ ໄຊຍະບູລີ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໂອກາດຢ້ຽມຢາມເມືອງ ໄຊຍະບູລີ ຄັ້ງນີ້ ທ່ານ ປອ ບຸນທອງ ຈິດມະນີ ຮອງປະທານປະເທດ ໄດ້ເນັ້ນໃຫ້ການນໍາທຸກພາກສ່ວນຂອງເມືອງຈົ່ງເອົາໃຈໃສ່ 5 ບັນຫາສໍາຄັນຄື:

(1) ໃຫ້ສືບຕໍ່ເອົາໃຈໃສ່ຕໍ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານໃຫ້ໄດ້ທຸກກົນອຸບາຍເລ່ລ່ຽມທຸກຮູບການຂອງກຸ່ມຄົນບໍ່ດີດ້ວຍຫຼາຍຮູບການທີ່ຫວັງຈະມ້າງເພທໍາລາຍເມືອງກໍ່ຄືແຂວງ ໄຊຍະບູລີ, ປຸກລະດົມຂົນຂວາຍປະຊາຊົນ ຕໍ່ວຽກງານຕ້ານ ແລະ ສະກັດກັ້ນ ບັນຫາຢາເສບຕິດ, ພ້ອມທັງສຶກສາອົບຮົມລູກຫຼານໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ,

(2) ສືບຕໍ່ພັດທະນາວຽກງານເສດຖະກິດ-ສັງຄົມຂອງເມືອງ ໂດຍເລັ່ງໃສ່ຈັດຕັ້ງປະຕິບັດແຜນການ, ແຜນງານ ທີ່ເມືອງວາງອອກ, ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງເມືອງ-ແຂວງໃຫ້ແທດເໝາະກັບສະພາບຕົວຈິງຢູ່ແຕ່ລະບ້ານ, ພ້ອມທັງສ້າງເປັນແຜນດໍາເນີນງານ, ກໍານົດເປັນໂຄງການຢ່າງລະອຽດ, ການເກັບລາຍຮັບແມ່ນໃຫ້ຄຸ້ມຄອງ ແລະ ເກັບຕາມແຫຼ່ງລາຍຮັບທີ່ມີພາຍໃນເມືອງ, ພ້ອມທັງຄຸ້ມຄອງ ແລະ ນໍາເຂົ້າງົບປະມານແຫ່ງລັດໃຫ້ໝົດ, ນໍາໃຊ້ເຄື່ອງມືທັນສະໄໝເຂົ້າຊ່ວຍໃນການເກັບລາຍຮັບເພື່ອປ້ອງກັນການຮົ່ວໄຫຼວຂອງລາຍຮັບ ແລະ ຕ້ອງໄດ້ຄົ້ນຄົ້ວເພື່ອສ້າງຖານແຫຼ່ງລາຍຮັບໃໝ່,

(3) ເອົາໃຈໃສ່ປັບປຸງວຽກງານພາຍໃນພັກ, ຈັດຕັ້ງຮໍ່າຮຽນລະບຽບຂອງພັກພ້ອງທັງຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ປັບປຸງກົງຈັກການຈັດຕັ້ງຂອງເມືອງ, ບ້ານໃຫ້ຖືກຕາມທິດທີ່ຂັ້ນເທິງວາງອອກ,

(4) ໃຫ້ເອົາໃຈໃສ່ຈັດຕັ້ງເຊື່ອມຊືມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໃຫ້ຖົ່ວເຖິງ ແລະ ສໍາເລັດຕາມລະດັບຄາດໝາຍ, ພ້ອມນັ້ນກໍ່ຕ້ອງພ້ອມກັນຈັດຕັ້ງປະຕິບັດໃຫ້ສໍາເລັດ ແລະ ເກີດດອກອອກຜົນ,

(5) ໃຫ້ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຢ່າງເຂັ້ມງວດ, ເອົາໃຈໃສ່ເຝົ້າລະວັງແຮງງານລາວທີ່ກັບຈາກຕ່າງປະເທດທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງ, ໂຄສະນາໃຫ້ພໍ່ແມ່ປະຊາຊົນໃນທົ່ວເມືອງໃຫ້ຮັບຮູ້ຜົນຮ້າຍຂອງພະຍາດດັ່ງກ່າວ ແລະ ວິທີປ້ອງກັນຕົນເອງ; ຈາກນັ້ນການນໍາຂອງເມືອງກໍ່ໄດ້ນໍາພາທີມງານຂອງທ່ານຮອງປະທານປະເທດຢ້ຽມຢາມເບິ່ງການປູກຖົ່ວເຫຼືອງ ແລະ ໂຮງງານລ້າງ-ຄັດໝາກຖົ່ວເຫຼືອງຝັກສົດຂອງບໍລິສັດ ກະສິກໍານໍາເຂົ້າ-ສົ່ງອອກ ຫຼຸຍເສີນ ລາວ-ຈີນຈໍາກັດ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ລັດຖະບານ ສັ່ງລັອກດາວ ນະຄອນຫຼວງວຽງຈັນ 14 ມື້

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອອກຄໍາສັ່ງ 15/ນຍ ໃນການເພີ່ມທະວີ ການຄວບຄຸມ ໂ ຄ ວິ ດ ວັນທີ 21/04/2021 ໂດຍໃນຂໍ້ທີ່ 4 ໄດ້ລະບຸວ່າ “ໃຫ້ປິດການເດີນທາງເຂົ້າອອກ ນະຄອນຫຼວງວຽງຈັນ ຊົ່ວຄາວ

ເລີ່ມເວລາ 06:00 ເຊົ້າ ວັນທີ 22 ເມສາ – 5 ພຶດສະພາ 2021, ໂດຍ ຫ້າມຄົນນະຄອນຫຼວງວຽງຈັນ ເດີນທາງໄປຕ່າງແຂວງ ແລະ ຄົນຕ່າງແຂວງຫ້າມເດີນທາງເຂົ້ານະຄອນຫລວງວຽງຈັນ. (ຍົກເວັ້ນຜູ້ມີພູມລໍາເນົາ ຢູ່ນະຄອນຫຼວງ ແລະ ບຸກຄົນ ທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ).

ຄຳສັ່ງດ່ວນທີ່ສຸດ! ຫ້າມເດີນທາງໄປຕ່າງແຂວງ, ຫ້າມອອກຈາກເຮືອນ, ເຮັດວຽກຢູ່ເຮືອນ ແລະ ອື່ນໆ.

ອີງຕາມຜົນຂອງກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 21 ເມສາ 2011.

ຕໍ່ກັບສະພາບການແຜ່ລະບາດຂອງເຊື້ອພະຍາດ COVID-19 ຢູ່ໃນໂລກ ກໍ່ຄືໃນ ສປປ ລາວ ທີ່ໄດ້ເລີ່ມກວດພົບຜູ້ຕິດເຊື້ອໃນຊຸມຊົນ ໃນເດືອນເມສານີ້ ດັ່ງນັ້ນ, ນາຍົກລັດຖະມົນຕີ ຈື່ງໄດ້ອອກຄຳສັ່ງດ່ວນດັ່ງນີ້:

1. ໃຫ້ກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ທຸກຂັ້ນ ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່,ສຶກສາອົບຮົມ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອເຮັດໃຫ້ພົນລະເມືອງລາວ,ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ຢູ່ ສປປ ລາວ ເຫັນໄດ້ໄພອັນຕະລາຍຂອງພະຍາດ COVID-19 ທີ່ມີການກາຍພັນ ແລະ ມີຄວາມຮຸນແຮງເພີ່ມຂຶ້ນ ພ້ອມທັງຮູ້ຈັກວິທີສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂພະຍາດນີ້ ດ້ວຍຕົນເອງ ພ້ອມທັງ ເຫັນໄດ້ຄວາມຈໍາເປັນຂອງລັດຖະບານ ໃນການປະກາດໃຊ້ມາດຕະການຕ່າງໆເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວ ເພື່ອປົກປ້ອງ ສຸຂະພາບ ແລະ ຊີວິດຂອງປະຊາຊົນລາວ ແລະ ຄົນຕ່າງປະເທດ ຢູ່ ສປປ ລາວ.

2. ຈັດຕັ້ງຈຸດກວດກາວິເຄາະຫາເຊື້ອພະຍາດ COVID-19, ຄົ້ນຫາຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອໃນນະຄອນຫຼວງວຽງຈັນ; ສືບຕໍ່ຈັດຕັ້ງຂະບວນການສັກວັກຊິນກັນພະຍາດ COVID-19 ໃຫ້ກຸ່ມເປົ້າໝາຍບູລິມະສິດ ໃນທົ່ວປະເທດໂດຍປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ.

3. ເພື່ອຮັກສາໄລຍະຫ່າງທາງສັງຄົມ ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ, ວິສາຫະກິດ ທົ່ວນະຄອນຫຼວງວຽງຈັນ ຫຼຸດຈໍານວນ ແລະ ຈັດຕັ້ງຜຽນ ພະນັກງານ, ລັດຖະກອນ, ກຳມະກອນ ຂອງຕົນ ມາປະຈຳການໃນແຕ່ລະວັນ ຕາມຄວາມເໝາະສົມ ເລີ່ມແຕ່ວັນທີ 22 ເມສາ ຫາ 05 ພຶດສະພາ 2011, ຍົກເວັ້ນທະຫານ, ຕຳຫຼວດ, ເຈົ້າໜ້າທີ່ດັບເພີງ, ພະນັກງານຮັບຜິດຊອບລະບົບການບໍລິການໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ການສື່ສານ, ຂົນສົ່ງ, ສາທາລະນະສຸກ, ອາສາສະໝັກ, ຜູ້ທີ່ໄດ້ຮັບມອບໝາຍໃຫ້ປະຈຳການ ແລະ ເຮັດວຽກສະກັດກັ້ນ, ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ. ສ່ວນຜູ້ທີ່ບໍ່ໄດ້ມາປະຈຳການ ແມ່ນໃຫ້ສືບຕໍ່ເຮັດວຽກຂອງຕົນ ເປັນປົກກະຕິ ຢູ່ເຮືອນ ຫຼື ທີ່ພັກອາໄສ ໂດຍຜ່ານລະບົບສື່ສານອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ເຊັ່ນ: ໂທລະສັບ, ອີເມວ ແລະ ລະບົບກອງປະຊຸມທາງໄກ.

4. ຫ້າມຄົນຢູ່ນະຄອນຫຼວງວຽງຈັນ ເດີນທາງໄປຕ່າງແຂວງ, ຫ້າມຄົນຕ່າງແຂວງ ເດີນທາງເຂົ້າມານະຄອນຫຼວງວຽງຈັນ,ຍົກເວັ້ນ ຜູ້ທີ່ມີພູມລຳເນົາ, ເຮັດວຽກປະຈຳ ຢູ່ນະຄອນຫຼວງວຽງຈັນ, ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດນະຄອນຫຼວງວຽງຈັນ ຫຼື ຄະນະສະເພາະກິດຂັ້ນສູນກາງ ແລະ ການຂົນສົ່ງສິນຄ້າ ໃຫ້ໂຈະການບໍລິການຂົນສົ່ງໂດຍສານຈາກນະຄອນຫຼວງ ໄປຕ່າງແຂວງ ແລະ ຈາກຕ່າງແຂວງ ເຂົ້າມານະຄອນຫຼວງວຽງຈັນ. ໃຫ້ເຈົ້າໜ້າທີ່ຕໍາຫຼວດ ຕັ້ງດ່ານ ເພື່ອກວດກາ ຢ່າງເຂັ້ມງວດ.

5. ຫ້າມປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ກຳມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ນັກບວດ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ຢູ່ນະຄອນຫຼວງວຽງຈັນ ອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ, ຍົກເວັ້ນກໍລະນີທີ່ຈຳເປັນ ເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປໂຮງໝໍ, ໄປປະຕິບັດໜ້າທີ່ໃນກິດຈະການທີ່ລະບຸໄວ້ໃນຂໍ້ທີ 3 ແລະ 11 ຂອງຄຳສັ່ງສະບັບນີ້ ແລະ ໄປປະຕິບັດໜ້າທີ່ຕາມການມອບໝາຍ ຂອງການຈັດຕັ້ງ. ສ່ວນຜູ້ທີ່ຈໍາເປັນຕ້ອງໄປທຳການຜະລິດກະສິກໍາ ເພື່ອເປັນສະບຽງອາຫານ ກໍ່ສາມາດໄປໄດ້ແຕ່ມອບໃຫ້ອົງການປົກຄອງບ້ານ ເປັນຜູ້ກວດກາ ແລະ ຄຸ້ມຄອງ ດ້ານຈໍານວນ ແລະ ຂອບເຂດ ຢ່າງຮັດກຸມ ເພື່ອບໍ່ໃຫ້ມີຄວາມສ່ຽງຕໍ່ການລະບາດຂອງພະຍາດ.

6. ຫ້າມສວຍໂອກາດກັກຕູນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ ເປັນຕົ້ນ ຜ້າປິດປາກ-ດັງ, ນ້ຳຢາລ້າງມືຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນ້ຳດື່ມ : ອື່ນໆທີ່ຈໍາເປັນຕໍ່ການດຳລົງຊີວິດປະຈໍາວັນ.

7. ຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ໃນຮູບແບບໃດໜຶ່ງ ຜ່ານສື່ຕ່າງໆ ຊຶ່ງເຮັດໃຫ້ມີຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕຶ່ນ ແລະ ສົ່ງຜົນກະທົບໃນທາງລົບຕໍ່ສັງຄົມ.

8. ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 20 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ ແລະ ງານລ້ຽງສັງສັນຕ່າງໆ; ກໍລະນີຈຳເປັນຕ້ອງຈັດກິດຈະກຳ ເປັນຕົ້ນຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດເຊັ່ນ: ແທກອຸນຫະພູມ, ຮັກສາໄລຍະຫ່າງທາງສັງຄົມ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າປິດປາກດັງ, ລ້າງມືໃສ່ສະບູ ຫຼື ນ້ຳຢາຂ້າເຊື້ອ.

9. ໃຫ້ສືບຕໍ່ປີດດ່ານສາກົນ, ດ່ານປະເພນີ ແລະ ດ່ານທ້ອງຖິ່ນ ທາງບົກ ແລະ ທາງນ້ຳ ທີ່ມີຊາຍແດນຕິດຈອດກັບປະເທດທີ່ມີການລະບາດຂອງເຊື້ອພະຍາດ COVID-19 ໃນຊຸມຊົນ ສຳລັບບຸກຄົນທົ່ວໄປ, ຍົກເວັ້ນ ຜູ້ທີ່ມີຄວາມຈຳເປັນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ແລະ ລົດຂົນສົ່ງສິນຄ້າ ໂດຍໃຫ້ມີປະກັນໄພໂຄວິດ-19 ແລະ ໃສ່ອຸປະກອນຕິດຕາມທາງການແພດ ໃນໄລຍະຈຳກັດບໍລິເວນ 14 ວັນ, ໃຫ້ກະຊວງການຕ່າງປະເທດ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອຳນວຍຄວາມສະດວກ ໃຫ້ແກ່ຊາວຕ່າງປະເທດ ທີ່ມີຈຸດປະສົງຢາກເດີນທາງກັບຄືນປະເທດຂອງຕົນ.

10. ໃຫ້ສືບຕໍ່ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດກາເຟ, ຮ້ານນວດ-ສະປາ,ຮ້ານສະນຸກເກີ, ສູນອອກກຳລັງກາຍ ແລະ ກິລາໃນຮົ່ມ ທຸກປະເພດ.

11. ອະນຸຍາດໃຫ້ສືບຕໍ່ດໍາເນີນກິດຈະການທີ່ມີຄວາມຈຳເປັນ ເປັນຕົ້ນແມ່ນ ບັນດາໂຄງການໃຫຍ່, ໂຮງຊ່າງ-ໂຮງງານ,ທະນາຄານ, ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ, ຕະຫຼາດຫຼັກຊັບ, ບໍລິສັດຫຼັກຊັບ, ໂຮງໝໍ, ສູນການແພດ,ຮ້ານຂາຍຢາ, ໜ່ວຍກູ້ໄພ, ກິດຈະການໄປສະນີ, ໂທລະຄົມມະນາຄົມ, ໄຟຟ້າ, ນ້ຳປະປາ, ການບໍລິການເກັບ ແລະຖິ້ມຂີ້ເຫຍື້ອ, ຕະຫຼາດກະສິກຳ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຄ້າ (ຊຸບເປີມາເກັດ), ປ້ຳນ້ຳມັນ, ຮ້ານອາຫານ ແລະ ຮ້ານກາເຟ. ຣີສອດ ໃຫ້ເປີດສະເພາະການໃຫ້ບໍລິການທີ່ພັກ ແລະ ຮ້ານອາຫານ ແຕ່ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ, ພ້ອມທັງ ໃຫ້ຈັດຕັ້ງການຜັດປ່ຽນກັນມາເຮັດວຽກເພື່ອຫຼຸດຜ່ອນຄວາມແອອັດ.

12. ໃຫ້ຄະນະສະເພາະກິດ ທຸກຂັ້ນ ເພີ່ມທະວີການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ເປັນໃຈກາງໃນການປະສານກັບທຸກພາກສ່ວນທີ່ກ່ຽວຂ້ອງ ຊີ້ນຳ, ຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດ ພ້ອມທັງການປິ່ນປົວຜູ້ຕິດເຊື້ອ ແລະ ກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອສາມາດຮັບມືກັບການລະບາດໄດ້; ພ້ອມກັນນັ້ນກໍ່ໃຫ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອລະດົມການຊ່ວຍເຫຼືອໃນດ້ານຕ່າງໆ ທີ່ຈຳເປັນ.

13. ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ຊີ້ນຳບັນຊາບັນດາພະແນກການ, ອົງການທຽບເທົ່າພະແນກ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ນະຄອນຫຼວງ, ອົງການປົກຄອງເມືອງ ແລະ ບ້ານ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ຈັດຕັ້ງປະຕິບັດບັນດາມາດຕະການທີ່ກໍານົດໃນຄຳສັ່ງສະບັບນີ້, ພ້ອມທັງ ໃຫ້ຈັດຕັ້ງໜ່ວຍງານ ຫຼື ເຈົ້າໜ້າທີ່ເຝົ້າລະວັງ ແລະ ຕິດຕາມກວດກາ ການຈຳກັດບໍລິເວນຕົນເອງ ຂອງແຮງງານທີ່ມາຈາກຕ່າງປະເທດ, ລວມທັງຜູ້ທີ່ສຳຜັດໃກ້ຊິດກັບຜູ້ທີ່ຕິດເຊື້ອພະຍາດ COVID-19, ກວດກາພາຍໃນບໍລິເວນບ້ານ ບໍ່ໃຫ້ມີການຊຸມນຸມ, ການຈັດງານສັງສັນ, ການມົ້ວສູມ ທີ່ພາໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ເພື່ອຮັບປະກັນຄວາມສະຫງົບປອດໄພ;ພ້ອມທັງ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່ຂໍ້ມູນກ່ຽວກັບການປ້ອງກັນຕົນເອງ ຈາກພະຍາດ.

14. ສຳລັບບັນດາແຂວງ ແມ່ນມອບໃຫ້ຄະນະສະເພາະກິດຂັ້ນແຂວງ ພິຈາລະນາການຍົກລະດັບມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ຕາມສະພາບການລະບາດ ແລະ ຄວາມສ່ຽງ ຢູ່ພາຍໃນແຂວງຂອງຕົນ ແລ້ວລາຍງານຄະນະສະເພາະກິດຂັ້ນສູນກາງ ແລະ ລັດຖະບານ ຊາບ.

15. ໃຫ້ກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄະນະສະເພາະກິດ, ຂະແໜງການ, ອົງການປົກຄອງທ້ອງຖິ່ນແລະ ທຸກພາກສ່ວນໃນສັງຄົມ ພ້ອມກັນເປັນເຈົ້າການຕິດຕາມກວດກາ, ຮັກສາຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຈັດຕັ້ງປະຕິບັດມາດຕະການທີ່ໄດ້ກຳນົດໃນຄໍາສັ່ງສະບັບນີ້ ຢ່າງເຂັ້ມງວດ.

16. ໃຫ້ທຸກກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນ ປະຕິບັດຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ ຕາມບົດບາດ, ໜ້າທີ່ຂອງຕົນ.ການເພີ່ມທະວີມາດຕະການໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຈະມີຜົນກະທົບຕໍ່ການເຄື່ອນໄຫວ, ການດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ ຂອງທຸກພາກສ່ວນໃນສັງຄົມ, ແຕ່ເພື່ອປົກປ້ອງຊີວິດ, ສຸຂະພາບຂອງປະຊາຊົນ ແລະ ຄວາມໝັ້ນຄົງຂອງຊາດ, ລັດຖະບານ ຈຶ່ງຈຳເປັນຕ້ອງປະກາດໃຊ້ຄຳສັ່ງສະບັບນີ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນໃນທົ່ວສັງຄົມຕື່ນຕົວ, ເປັນເຈົ້າການ,ເສຍສະຫຼະ ແລະ ພ້ອມກັນປະຕິບັດຢ່າງເຂັ້ມງວດ.

17. ໃນການຈັດຕັ້ງປະຕິບັດຕົວຈິງ, ຖ້າມີຄວາມຈຳເປັນ ກໍ່ມອບໃຫ້ຄະນະສະເພາະກິດ ຫຼື ຂະແໜງການ ຫຼື ອົງການປົກຄອງທ້ອງຖິ່ນ ເປັນຜູ້ອອກນິຕິກຳ ແນະນຳລະອຽດ ຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນ.

18. ຄໍາສັ່ງສະບັບນີ້ ມີຜົນສັກສິດ ນັບຕັ້ງແຕ່ເວລາ 06:00 ໂມງ ຂອງວັນທີ 22 ເມສາ ຫາ ເວລາ 24:00 ໂມງ ຂອງວັນທີ 05 ພຶດສະພາ 2021. ໃນກໍລະນີ ມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບຕື່ມ ເປັນແຕ່ລະໄລຍະ.

.

.

.

.

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ຈະພິຈາລະນາຮັບຮອງເອົາ 12 ບັນຫາທີ່ສໍາຄັນ

ທ່ານ ໂພທອງ ບຸດສະບາ ກໍາມະການປະຈໍາເລຂາທິການສະພາປະຊາຊົນແຂວງ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນແຂວງໄຊຍະບູລີວ່າ: ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ II ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນ ເພາະຈະໄດ້ແຈ້ງຜົນການເລືອກຕັ້ງເອົາຜູ້ແທນ ຊຸດທີ II ເຂົ້າມາສືບຕໍ່ເຮັດໜ້າທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ແລະ ເຮັດໜ້າທີ່ຕາມລັດຖະທໍາມະນູນກົດໝາຍກໍານົດໄວ້ ພ້ອມນີ້ກອງປະຊຸມຄັ້ງນີ້ບັນດາສະມາຊິກສະພາປະຊາຊົນແຂວງ ຈະໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນ ເຊັ່ນ:

  • ຮັບຟັງການລາຍງານຜົນສໍາເລັດການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາປະຊາຊົນແຂວງ ຊຸດທີ II,
  • ຮັບຟັງການສະເໜີຂອງຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ I ກ່ຽວກັບມາດຕະຖານເງື່ອນໄຂ ຂອງປະທານສະພາປະຊາຊົນແຂວງ ແລະ ເປົ້າໝາຍທີ່ຈະເປັນປະທານສະພາປະຊາຊົນແຂວງ ຊຸດທີ II,
  • ຮັບຟັງການສະເໜີມາດຖານເງື່ອນໄຂຂອງ ຮອງປະທານສະພາປະຊາຊົນແຂວງ ແລະ ກໍາມະການປະຈໍາສະພາປະຊາຊົນແຂວງ ຊຸດທີ II,
  • ຮັບຟັງການສະເໜີເປົ້າໝາຍເລືອກຕັ້ງເປັນຮອງປະທານສະພາປະຊາຊົນແຂວງ ຊຸດທີ II,
  • ຮັບຟັງການສະເໜີເປົ້າໝາຍເລືອກຕັ້ງເປັນກໍາມະການປະຈໍາສະພາປະຊາຊົນແຂວງ ຊຸດທີ II,
  • ຮັບຟັງການສະເໜີຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບໂຄງປະກອບການຈັດຕັ້ງຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ເປົ້າໝາຍທີ່ຈະເລືອກຕັ້ງເປັນປະທານຄະນະກໍາມະການ, ເລຂາທິການ ແລະ ຮອງປະທານຄະນະກໍາມະການ ຂອງສະພາປະຊາຊົນແຂວງ ຊຸດທີ II,
  • ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2016-2020), ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ 5 ປີ (2016-2020) ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ, ແຜນງົບປະມານແຫ່ງລັດຂອງແຂວງ 5 ປີ (2021-2025),
  • ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025) ຂອງອົງການໄອຍະການປະຊາຊົນແຂວງ,
  • ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025) ຂອງສານປະຊາຊົນແຂວງ,
  • ຮັບຟັງການຊີ້ແຈງ ແລະ ຕອບຄໍາຊັກຖາມຂອງອົງການໄອຍະການປະຊາຊົນແຂວງ,
  • ຮັບຟັງການຊີ້ແຈງ ແລະ ຕອບຄໍາຊັກຖາມ ຂອງສານປະຊາຊົນແຂວງ,
  • ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງສະພາປະຊາຊົນແຂວງ ຊຸດທີ II.

ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ຈະໄດ້ຈັດຂຶ້ນໃນວັນທີ 26-28 ເມສາ 2021 ນີ້ ໂດບການເປັນປະທານຂອງ ທ່ານ ປອ ສົມລິດ ເປືອກແກ້ວ ປະທານສະພາປະຊາຊົນແຂວງໄຊຍະບູລີ.

ຂ່າວ: ບຸນທີ.

ສາລະວັນ ເສຍຊີວິດ 1 ຄົນ ຍ້ອນອຸບັດເຫດໃນປີໃໝ່ລາວ

ທ່ານ ພັຕ ບົວແກ້ວ ຜິວພາລາວັນ ຮັກສາການຫົວໜ້າພະແນກຈາລະຈອນ ໄດ້ໃຫ້ສຳພາດຕໍ່ສື່ ມວນຊົນ ພວກເຮົາໃນວັນທີ 20 ເມສາຜ່ານມານີ້ວ່າ: ປີໃໝ່ລາວປີນີ້ມີອຸບັດເຫດເກີດຂຶ້ນທັງໝົດ 16 ເລື່ອງ, ມີຜູ້ເສຍຊີວິດ 1 ຄົນ, ພາຫະນະເປ່ເພເຫຼັກນ້ອຍ 11 ຄັນ, ເປ່ເພສົມຄວນ 16 ຄັນ, ໃຊ້ການ ບໍ່ໄດ້ 2 ຄັນ, ລວມທັງໝົດມີ 29 ຄັນ, ມີຄົນໄດ້ຮັບບາດເຈັບທັງໝົດ 23 ຄົນ, ບາດເຈັບເລັກນ້ອຍ 11 ຄົນ, ບາດເຈັບສົມຄວນ 9 ຄົນ, ບາດເຈັບສາຫັດມີ 3 ຄົນ, ລວມມູນຄ່າເສຍຫາຍທັງໝົດໃນໄລຍະບຸນປີ ໃໝ່ 103 ລ້ານກວ່າກີບ,

ສາເຫດທີ່ພາໃຫ້ເກີດອຸບັດເຫດແມ່ນເມົາແລ້ວຂັບຂີ່, ປ່ຽນທິດທາງບໍ່ຮັບປະກັນ, ເຕັກນິກບໍ່ຮັບປະກັນ ແລະ ໃຊ້ຄວາມໄວ້ເກີນຂອບເຂດ, ເສັ້ນທາງທີ່ເກີດອຸບັດເຫດມີຄື: ເສັ້ນທາງ ເລກທີ 15, ເສັ້ນທາງເລກທີ 20 ແລະ ເສັ້ນທາງເລກທີ 13 ໃຕ້, ເມື່ອທຽບໃສ່ປີຜ່ານມາແມ່ນເຫັນວ່າຫຼຸດລົງ.

ທິດທາງຕໍ່ໜ້າຈະໄດ້ເອົາໃຈໃສ່ໂຄສະນາປຸກລະດົມໃຫ້ປະຊາຊົນທຸກຊັ້ນຄົນໄດ້ຮັບຮູ້, ເຂົ້າໃຈເປັນ ຕົ້ນໂຄສະນາວຽກງານອັກຄີໄພ, ວຽກຫຼຸດຜ່ອນອຸບັດເຫດ ແລະ ໂຄສະນາວຽກໂຄວິດ-19, ພ້ອມນັ້ນ ກໍຫັນເອົາພະນັກງານລົງປະຈຳຢູ່ແຕ່ລະແຍກໃນເວລານັກຮຽນເລີກໂຮງຮຽນ, ທັງນີ້ກໍເພື່ອຫຼີກລ່ຽງບັນຫາ ອຸບັດເຫດຕາມທ້ອງຖະໜົນ, ທ່ານໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນທີ່ໃຊ້ລົດໃຊ້ຖະໜົນຈົ່ງ ມີສະຕິ ແລະ ປະຕິບັດຕາມກົດລະບຽບຂອງຈາລະຈອນ, ໃຫ້ກຽດຊຶ່ງກັນ ແລະ ກັນໃນເວລາຂັບ ຂີ່ຍານພາຫະນະ.

ພາບ-ຂ່າວ: ສິດຕາ ເພັດວົງສາ

7 ມື້ໄລຍະປີໃໝ່ລາວ 2021 ສະຫວັນນະເຂດ ມີອຸບັດຕິເຫດ 36 ຄັ້ງ ຕາຍ 6

ໃນຊ່ວງໄລຍະບຸນປີໃໝ່ລາວ 7 ວັນອັນຕະລາຍ ທົ່ວແຂວງສະຫວັນນະເຂດ ມີອຸປະຕິເຫດເກີດຂຶ້ນທັງໝົດ 36 ລາຍ ເສຍຊີວິດ 6 ຄົນ

ຕາມການລາຍງານຂອງທ່ານ ພັນໂທ ນີວັນ ຈູມມະນີວົງ ຫົວຫນ້າພະແນກ ຕຳຫຼວດຈະລາຈອນ ແຂວງ ສະຫວັນນະເຂດ ທີີ່ໄດ້ໃຫ້ສຳພາດ ຕໍ່ຜູ້ສື່ຂ່າວ ວິທະຍຸກະຈາຍສຽງ ແຂວງ ສະຫວັນນະເຂດ ຂອງພວກເຮົາໃນຄັ້ງວັນທີ 21 ເມສາ 2021 ນີ້ ກ່ຽວກັບສະພາບອຸປະຕິເຫດ ທີ່ເກີດຂຶ້ນ ໃນທົ່ວແຂວງ ສະຫວັນນະເຂດ ໃນໄລຍະບຸນປີໃໝ່ລາວ ພ.ສ 2564 ( 7 ວັນອັນຕະລາຍ ) ລະຫວ່າງວັນທີ 11-17 ເມສາ 2021 ໄດ້ມີອຸປະຕິເຫດເກີດຂຶ້ນ ທັງໝົດ 36 ລາຍ ມີຜູ້ບາດເຈັບເລັກນ້ອຍ 37 ຄົນ ຍິງ 13 ຄົນ, ບາດເຈັບສົມຄວນ 15 ຄົນ, ຍິງ 2 ຄົນ, ບາດເຈັບສາຫັດ 7 ຄົນ, ຍິງ 1 ຄົນ, ເສຍຊີວິດ 6 ຄົນ, ຍິງ 2 ຄົນ, ພາຫະນະເປ່ເພເລັກນ້ອຍ 35 ຄັນ, ເປ່ເພສົມຄວນ 27 ຄັນ, ໃຊ້ການບໍ່ໄດ້ 2 ຄັນ,

ໃນນີ້ ນະຄອນໄກສອນ ພົມວິຫານມີ 8 ລາຍ, ເມືອງອາດສະພັງທອງ 5 ລາຍ,ເສຍຊີວິດ 2 ຄົນ, ເມືອງ ພີນ 03 ລາຍ, ເມືອງ ເຊໂປນ 3 ລາຍ, ເມືອງ ອາດສະພອນ 2 ລາຍ,ເສຍຊີວິດ 1 ຄົນ , ເມືອງ ໄຊບູລີ 1 ລາຍ, ເມືອງ ຊົນນະບູລີ 1 ລາຍ,ເສຍຊີວິດ 1 ຄົນ, ເມືອງ ພະລານໄຊ 1 ລາຍ, ເມືອງ ສອງຄອນ 3 ລາຍ, ເມືອງ ອຸທຸມພອນ 3 ລາຍ, ເມືອງ ຈຳພອນ 4 ລາຍ,ເສຍຊີວິດ 2 ຄົນ, ເມືອງວິລະບູລີ 1 ລາຍ ,ເມືອງ ໄຊພູທອງ 1 ລາຍ.

ສົມທຽບລະຫວ່າງປີໃໝ່ລາວ 2020 ແລະ ປີ 2021 ແມ່ນເຫັນໄດ້ວ່າ: ຈຳນວນການເກີດອຸປະຕິເຫດໄດ້ເພິ່ມຂຶ້ນຫຼາຍເຊິ່ງສົມທຽບຈາກປີ 2020 ແມ່ນເກີດອຸປະຕິເຫດທັງໝົດ 12 ລາຍ ແລະ ປີ 2021 ເກີດອຸປະຕິເຫດທັງໝົດ 36 ລາຍ ( ເພິ່ມຂຶ້ນ 24 ລາຍ ) ຈຳນວນຄົນເສຍຊີວິດທັງໝົດປີ 2020 ແມ່ນ 2 ຄົນ ແລະ ປີ 2021 ເສຍຊີວິດທັງໝົດແມ່ນ 6 ຄົນ, ຍິງ 2 ຄົນ, ເພີ່ມຂຶ້ນຈາກປີຜ່ານມາ 4 ຄົນ, ຍິງ 2 ຄົນ
ສາເຫດທີ່ພາໃຫ້ເກີດອຸປະຕິເຫດແມ່ນ ເກີດຈາກແລ່ນໄວ 9ລາຍ, ບໍ່ປ່ອຍສິດ 8 ລາຍ, ປ່ຽນທິດທາງເດີນ 8 ຄັນ, ດື່ມສິ່ງມຶນເມົາ 6 ລາຍ, ໄປກິນທາງ 2 ລາຍ, ສັດລ້ຽງ 2 ລາຍ ໄລຍະຫ່າງ 1 ລາຍ

ຂ່າວ: ອັກສອນສິນ ພົມມະຈັນ
 ຂໍຂອບໃຈ: ພາບອຸປະຕິເຫດຈາກ #ໜ່ວຍກູ້ໄພສະຫວັນນະເຂດ

ເມືອງຄົງເຊໂດນ ປິດການເຂົ້າ-ອອກ 15 ບ້ານ ລໍຖ້າຜົນກວດເປົ້າໝາຍສຳຜັດກັບຜູ້ຕິດເຊື້ອ ຄົນທີ 54

ເມືອງຄົງເຊໂດນ ແຂວງສາລະວັນ ປິດການເຂົ້າ-ອອກ 15 ບ້ານຄື: ບ້ານ ນາເຕີຍ, ນາເມັກ, ສະເຕີ້ມ, ບ້ານປົ່ງ, ປັດຊຸມ, ນາໂຄກ, ໜອງແສງລາວ, ຄຳໄຮ, ຂຸມຄຳ, ເລົ່າມີໄຊ, ບ້ານໂນນ, ໝື່ນປູ່, ນາຕານດົງ, ຕະຫລາງ ແລະ ບ້ານນາຫວດ ທີ່ຂຶ້ນກັບເມືອງຄົງເຊໂດນ ປິດຊົ່ວຄາວການສັນຈອນເຂົ້າ-ອອກບ້ານຂອງຕົນ ນັບແຕ່ວັນທີ 16 ເມສາ 2021 ເພື່ອລໍຖ້າຜົນກວດຊອກຫາເຊື້ອພະຍາດໂຄວິດ-19 ຂອງເປົ້າໝາຍທີ່ສຳຜັດກັບຜູ້ຕິດ ເຊື້ອຄົນທີ 54 ແລະ ຄົ້ນຫາຈຳນວນຜູ້ສຳຜັດໃກ້ຊິດກັບກໍລະນີດັ່ງກ່າວ ມາກວດຫາເຊື້ອຕື່ມອີກ.

ທ່ານ ຄຳເຜືອ ຄູນນິດໃສ ຮອງເຈົ້າເມືອງຄົງເຊໂດນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສໍານັກຂ່າວສານປະເທດລາວ ໃນວັນທີ 20 ເມສາ 2021 ນີ້ວ່າ: ຄະນະສະເພາະກິດຂັ້ນເມືອງ ໄດ້ອອກແຈ້ງການດ່ວນ ດັ່ງນີ້: ໃຫ້ອໍານາດການປົກຄອງ 15 ບ້ານດັ່ງກ່າວ ປິດຊົ່ວຄາວການສັນຈອນເຂົ້າ-ອອກບ້ານຂອງຕົນ ນັບແຕ່ວັນທີ 16 ເມສາ 2021 ເພື່ອລໍຖ້າຜົນກວດຊອກຫາເຊື້ອພະຍາດໂຄວິດ-19 ຂອງເປົ້າໝາຍທີ່ສຳຜັດກັບຜູ້ຕິດເຊື້ອຄົນທີ 54 ຂອງ ສປປ ລາວ; ຫ້າມບໍ່ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວ ໄປ ມາຫາສູ່ກັບບຸກຄົນພາຍນອກ ແລະ ຫ້າມບໍ່ໃຫ້ບຸກຄົນ, ພໍ່ແມ່ປະຊາຊົນບ້ານອື່ນເດີນທາງເຂົ້າໄປໃນບ້ານດັ່ງກ່າວນັ້ນ (ຍົກເວັ້ນໄປທຳການຜະລິດ, ຊອກຢູ່ຫາກິນ, ແຕ່ໃຫ້ຢູ່ໃນຂອບເຂດບ້ານຂອງຕົນ ແລະ ຫລີກລ້ຽງການພົບປະກັບບຸກຄົນອື່ນ).
ສຳລັບລາຍລະອຽດປິດການສັນຈອນໄປ-ມາມີດັ່ງນີ້:

ສະເພາະ ບ້ານຄຳຕື້, ບ້ານຄັນທຸງໄຊ ໃຫ້ປິດການສັນຈອນໄປມານັບແຕ່ເວລາ 6:00 ໂມງແລງ ຫາ 6:00 ໂມງເຊົ້າ ຍົກ ເວັ້ນແຕ່ກໍລະນີຈຳເປັນສຸກເສີນ ແຕ່ຕ້ອງໄດ້ແຈ້ງຕໍ່ອຳນາດການປົກຄອງບ້ານ ອອກໃບຢັ້ງ ຢືນອະນຸຍາດເສຍກ່ອນ. ສໍາລັບບ້ານອື່ນໆ ທີ່ຂຶ້ນກັບເມືອງຄົງເຊໂດນ ໃຫ້ປິດການສັນຈອນນັບແຕ່ເວລາ 9:00 ໂມງແລງ ຍົກເວັ້ນແຕ່ກໍລະນີຈຳເປັນ, ສຸກເສີນ ແຕ່ຕ້ອງໄດ້ແຈ້ງຕໍ່ອໍານາດການປົກຄອງບ້ານ ອອກໃບຢັ້ງຢືນອະນຸຍາດເສຍກ່ອນ;

ມອບໃຫ້ກໍາລັງ ປກຊ-ປກສ ແລະ ອຳນາດການປົກຄອງບ້ານ ນໍາພາທ້ອນໂຮມເຮືອໃນ 2 ບ້ານຄື: ບ້ານຄໍາຕື້ ແລະ ບ້ານຄັນທຸງໄຊ ໃຫ້ຮັກສາໄວ້ບ່ອນປອດໄພ ພ້ອມທັງເວນຍາມຕະຫລອດ 24 ຊົ່ວໂມງ; ຖ້າຫາກສົງໃສວ່າຕົນເອງ ໄດ້ສໍາຜັດກັບບຸກຄົນທີ່ມີຄວາມສ່ຽງຕິດເຊື້ອໂຄວິດ-10 ແມ່ນໃຫ້ ຈໍາກັດບໍລິເວນຕົນເອງຢູ່ພາຍໃນຄອບຄົວ ແລະ ຖ້າມີອາການໄຂ້, ໄອ, ນ້ຳມູກຍ້ອຍ, ຕາ ແດງ, ເປັນຜື່ນ, ກິນອາຫານບໍ່ຮູ້ລົດຊາດໃຫ້ແຈ້ງຄະນະສະເພາະກິດຂັ້ນເມືອງ ແລະ ໄປສະຖານທີ່ບໍລິການຂອງລັດເຊັ່ນ: ໂຮງໝໍນ້ອຍ, ໂຮງໝໍຊຸມຊົນໂດຍດ່ວນ;

ປິດການຮຽນ-ການສອນຊົ່ວຄາວ ໂຮງຮຽນທີ່ຕັ້ງຢູ່ໃນເຂດທີ່ມີບຸກຄົນສຳຜັດກັບຜູ້ຕິດເຊື້ອກໍລະນີທີ 54 ເຊັ່ນ: ໂຮງຮຽນມັດທະຍົມສົມບູນເລົ່າມີໄຊ, ໂຮງຮຽນມັດທະຍົມຕອນຕົ້ນນາເມັກ, ໂຮງຮຽນມັດທະ ຍົມຕອນຕົ້ນນາຕານດົງ, ໂຮງຮຽນປະຖົມບົວລະພາ ແລະ ໂຮງຮຽນປະຖົມແຕ່ລະແຫ່ງກໍຖືກປິດບ້ານ; ໃຫ້ອໍານາດການປົກຄອງບ້ານຕິດຕາມກວດກາ ຄົນເຂົ້າ-ອອກ ພາຍໃນບ້ານ ທີ່ເດີນທາງມາຈາກເຂດທີ່ມີການລະບາດຂອງພະຍາດໂຄວິດ-19 ທັງພາຍໃນ ແລະ ຕ່າງ ປະເທດ ຖ້າພົບເຫັນວ່າບຸກຄົນໃດຫາກລັກລອບເຂົ້າມາ ໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຈະໄດ້ປັບໃໝ່ຕາມລະບຽບຫລັກການ ແລະ ໃຫ້ຄະນະພັກ, ອໍານາດການປົກຄອງແຕ່ລະຂັ້ນປະຈຳການ ແລະ ສາມາດປະສານໄດ້ຕະຫລອດ 24 ຊົ່ວໂມງ.