Home Blog Page 226

ມອບ-ຮັບ ໜ້າທີ່ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ໃນວັນທີ 7 ເມສາ 2021, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ພິທີມອບ-ຮັບ ເລຂາຄະນະພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ລະຫວ່າງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຖວທ (ຜູ້ເກົ່າ) ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ຖວທ (ຜູ້ໃໝ່) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີບັນດາສະຫາຍຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ບັນດາສະຫາຍກຳມະການພັກກະຊວງ, ຫົວໜ້າກົມ, ຮອງກົມ ແລະ ບັນດາພະນັກງານຫລັກແຫລ່ງຂອງກະຊວງ ຖວທ ເຂົ້າຮ່ວມ.

 
ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາຕົນເອງໄດ້ຕັ້ງໃຈປະຕິບັດໜ້າທີ່ ໃຫ້ສົມເຫື່ອແຮງ, ຄວາມຮູ້ຄວາມສາມາດ ແລະ ຄວາມຫ່ວງໄຍຂອງຕົນເຂົ້າໃສ່ວຽກງານທີ່ພັກ-ລັດມອບໝາຍ ແລະ ຮ່ວມກັບບັນດາສະຫາຍ ຄະນະພັກ ແລະ ພະນັກງານຫລັກແຫລ່ງ ເຮັດສຳເລັດໜ້າທີ່ການເມືອງແຫ່ງການເຄື່ອນໄຫວວຽກງານ ຖະແຫລງຂ່າວ ແລະ ວັດທະນະທຳ ແລະ ທ່ອງທ່ຽວ ເປັນຕົ້ນໄດ້ຖືສຳຄັນ ແລະ ເອົາໃຈໃສ່ນຳພາກໍ່ສ້າງພັກດ້ານແນວຄິດ, ເອົາໃຈໃສ່ຈັດຕັ້ງສຶກສາອົບຮົມການເມືອງ-ແນວຄິດ ແນໃສ່ປັບປຸງຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ຂອງພະນັກງານສະມາຊິກພັກ; ຈັດຕັ້ງການຝຶກອົບຮົມ ຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງ ໄປຄຽງຄູ່ກັບການຍົກລະດັບວິຊາສະເພາະ ແລະ ຄວາມຊຳນານງານ; ຈັດຕັ້ງຍົກສູງຄວາມສາມາດສູ້ຮົບ ຂອງຄະນະພັກ ແລະ ສະມາຊິກພັກ-ພະນັກງານ; ນຳພາປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ; ປັບປຸງແບບແຜນວິທີນຳພາ ແລະ ວິທີເຮັດວຽກ ໂດຍກຳແໜ້ນຫລັກການແຫ່ງການກໍ່ສ້າງພັກ, ໄດ້ນຳພາ ແລະ ຕົກລົງບັນຫາຕ່າງໆເປັນໝູ່ຄະນະ ແລະ ໄດ້ຕັ້ງໜ້າຂະຫຍາຍພັກ ແລະ ເຮັດວຽກງານກວດກາ.

ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ໂອ້ລົມໂດຍເນັ້ນໃຫ້ຄະນະພັກ ຄະນະນຳ ກະຊວງ ຖວທ ສືບຕໍ່ສຸມໃສ່ ພັດທະນາວຽກງານຖະແຫລງຂ່າວ-ສື່ມວນຊົນ ໃຫ້ກ້າວສູ່ຄຸນນະພາບໃໝ່, ທັນສະໄໝ, ວ່ອງໄວ ເປັນກະບອກສຽງອັນແຫລມຄົມ ຂອງພັກ ແລະ ລັດຖະບານ ທີ່ເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອໂຄສະນາແນວທາງຂອງພັກ-ລັດ ແລະ ເປັນກຳລັງແຮງໂຄສະນາຕອບຕ້ານ ອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ທີ່ຍາມໃດກໍຍັງບໍ່ລົດລະເຄື່ອນໄຫວໂຄສະນາໃສ່ຮ້າຍປ້າຍສີ ຕໍ່ແນວທາງນະໂຍ ບາຍຂອງພັກ-ລັດ ແລະ ຕໍ່ລະບອບໃໝ່ ຂອງພວກເຮົາ; ສຸມໃສ່ປົກປັກຮັກສາ ແລະ ພັດທະນາວັດທະນະທໍາ ອະນຸລັກ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແລະ ພູມປັນຍາ ເພື່ອສົ່ງເສີມການຜະລິດ ແລະ ການບໍລິການໃຫ້ຫລາກຫລາຍ, ສ້າງມູນຄ່າເພີ່ມ ໂດຍການຫັນເປັນອຸດສາຫະກໍາ ວັດທະນະທໍາ ໃນໄລຍະໃໝ່ ເພື່ອສ້າງວຽກເຮັດງານທໍາໃຫ້ປະຊາຊົນບັນດາເຜົ່າ, ເດັດດ່ຽວຕ້ານສະກັດກັ້ນວັດທະນະທໍາທີ່ບໍ່ສອດຄ່ອງ; ເອົາໃຈໃສ່ຄຸ້ມຄອງ ແລະ ສົ່ງເສີມພັດທະນາການທ່ອງທ່ຽວທຳມະຊາດ, ປະຫວັດສາດ, ວັດທະນະທຳ ແລະ ທ່ອງທ່ຽວກະສິກຳ ໃຫ້ມີຄຸນນະພາບ ຕາມທິດສີຂຽວ ແລະ ຍືນຍົງ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ສ້າງເປັນແຫລ່ງລາຍຮັບທີ່ໝັ້ນຄົງໃຫ້ກັບປະເທດຊາດ ທັງທາງກົງ ແລະ ທາງອ້ອມ.

ຂ່າວ ສົມຫວັງ
ພາບ ຂັນໄຊ
ຂປລ

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະພັກ ລັດຖະມົນຕີຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງ ສະຫາຍ ທັນສະໄໝ ກົມມະສິດ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ທີ່ພັກການເຂົ້າຮັບອຸດໜູນບຳນານ ແລະ ສະຫາຍ ບໍ່ວຽງຄຳ ວົງດາລາ ກຳມະການສູນ ກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຕສ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແລະ ມີທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ສະຫາຍ ທັນສະໄໝ ກົມມະສິດ ໄດ້ຜ່ານບົດສະຫຼຸບລາຍງານຫຍໍ້ ການຈັດຕັ້ງປະຕິ ບັດແຜນພັດທະນາ ປທສ 5 ປີຜ່ານມາ (2016-2020) ຂອງຂະແໜງ ຕສ ພ້ອມທັງໄດ້ກ່າວ ມອບໜ້າທີ່ ແລະ ໄດ້ຕີລາຄາສູງ, ສະແດງຄວາມຊົມເຊີຍ ແລະ ເຊື່ອໝັ້ນຕໍ່ການມາຮັບໜ້າທີ່ຂອງ ສະຫາຍ ບໍ່ວຽງຄຳ ວົງດາລາ.
ສະຫາຍ ບໍ່ວຽງຄຳ ວົງດາລາ ໄດ້ກ່າວຮັບໜ້າທີ່ຊຶ່ງໄດ້ສະແດງຄວາມຂອບໃຈ, ຮູ້ບຸນຄຸນຕໍ່ ພັກ-ລັດ ທີ່ໄດ້ມອບຄວາມໄວ້ວາງໃຈ, ຄວາມເຊື່ອໝັ້ນໃຫ້ມາຮັບໜ້າທີ່ໃໝ່ ແລະ ໃຫ້ຄຳໝັ້ນສັນ ຍາວ່າຈະສຸມທຸກເຫື່ອແຮງສະຕິປັນຍານຳພາ-ຊີ້ນຳ ວຽກທີ່ຖືກມອບໝາຍໃຫ້ສຳເລັດຜົນ ແລະ ໄດ້ສະ ແດງຄວາມຊື່ນຊົມ ສັນລະເສີນຄຸນງາມຄວາມດີ ຂອງສະຫາຍ ທັນສະໄໝ ກົມມະສິດ.

ໃນໂອກາດເຂົ້າຮ່ວມທີ່ມີຄວາມໝາຍນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນໂອ້ລົມ ຕໍ່ພິທີດັ່ງກ່າວຫຼາຍບັນຫາສຳຄັນ ໂດຍສະເພາະຕໍ່ຄະນະບໍລິຫານງານພັກກະຊວງ ຊຶ່ງໄດ້ຍ້ອງຍໍຊົມ ເຊີຍຜົນງານການປະກອບສ່ວນຂອງ ສະຫາຍ ທັນສະໄໝ ກົມມະສິດ ຕໍ່ການຈັດຕັ້ງປະຕິບັດໜ້າທີ່ໃນໄລຍະຜ່ານມາຢ່າງມີຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຫຼາຍດ້ານ ທັງດ້ານມະຫາພາກ ແລະ ຈຸລະພາກ ຂອງວຽກງານເຕັກໂນໂລຊີ ແລະ ການສື່ສານ; ໄດ້ປະກອບສ່ວນສຳຄັນໃນສອງໜ້າທີ່ຍຸດ ທະສາດແຫ່ງການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ, ໄດ້ມີຜົນສໍາເລັດທີ່ ໜ້າຊື່ນຊົມຂອງຄະນະພັກແຕ່ລະຂັ້ນ;

ພ້ອມນັ້ນ ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ຮຽກຮ້ອງໃຫ້ ທຸກສະຫາຍພາຍໃນຄະນະພັກກະຊວງ ຕສ ໃຫ້ສືບຕໍ່ຊີ້ນຳການພັດທະນາຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີບົດບາດສໍາຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໂດຍສຸມໃສ່ສ້າງ ບັນດາໂປຣແກຣມການຫັນການບໍລິຫານ ແລະ ບໍລິການຂອງລັດ ໃຫ້ທັນສະໄໝດ້ວຍລະບົບດີຈີຕອນ, ຂະຫຍາຍລະບົບສື່ສານຄວາມໄວສູງ ໃຫ້ທົ່ວທຸກໝູ່ບ້ານໃນທົ່ວປະເທດ ແລະ ສ້າງລະບົບປ້ອງກັນ ໄອຊີທີ/ດີຈີຕອນ ໃຫ້ມີຄວາມປອດໄພສູງ.

ຂ່າວ: ສຸກສະຫວັນ, ພາບ: ແສງຈັນ – ປະຊາຊົນ

ນາຍົກ ເນັ້ນໃຫ້ລັດຖະມົນຕີກະຊວງການເງິນຜູ່ໃໝ່ ຕ້ອງອັດຮູຮົ່ວໃຫ້ໄດ້

ໃນວັນທີ 6 ເມສາ 2021 ທີ່ກະຊວງການເງິນ ໄດ້ມີພິທີມອບ-ຮັບລັດຖະມົນຕີ ກະ ຊວງການເງິນຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພະນັກງານຫລັກແຫລ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ໃນພິທີ ທ່ານ ນາງ ວິໄລວັນ ເພັງສະຫວັດ ໄດ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານບັນດານິກຳຕ່າງໆ ເປັນຕົ້ນແມ່ນ ລັດຖະດຳລັດປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 120/ປປທ ລົງວັນທີ 24 ມີນາ 2021 ວ່າດ້ວຍການອອກພັກການ-ຮັບອູດໜູນບຳນານ ໂດຍອະນຸມັດໃຫ້ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ອອກພັກການ-ຮັບອຸດໜູນບຳນານ; ລັດຖະດຳລັດປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 135/ປປທ ລົງວັນທີ 29 ມີນາ 2021 ວ່າດ້ວຍການແຕ່ງຕັ້ງລັດຖະມົນຕີ ກະຊວງການເງິນ ໂດຍແຕ່ງຕັ້ງໃຫ້ທ່ານ ບຸນໂຈມ ອຸບົນປະເສີດ ເປັນລັດຖະມົນຕີ ກະຊວງການເງິນ (ຜູ້ໃໝ່) ແລະ ດຳລັດຂອງນາຍົກລັດຖະມົນຕີ ເລກທີ 285/ນຍ ລົງວັນທີ 2 ເມສາ 2021 ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງການເງິນ ໂດຍແຕ່ງຕັ້ງ ທ່ານ ບຸນປອນ ວັນນະຈິດ ເປັນຮອງລັດຖະມົນຕີ ກະຊວງການເງິນຜູ້ໃໝ່.

ໃນພິທີໄດ້ຮັບຟັງການໂອ້ລົມ ຈາກ ທ່ານ ພັນຄຳ ວິພາວັນ ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ກະຊວງການເງິນ ແມ່ນກະຊວງໜຶ່ງທີ່ສຳຄັນ ເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງວຽກງານການເງິນ ແລະ ງົບປະມານແຫ່ງລັດ, ຂຸດຄົ້ນແຫລ່ງລາຍຮັບເຂົ້າງົບປະມານ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານຂອງກົງຈັກພັກ-ລັດ, ຮັບໃຊ້ໃຫ້ແກ່ການພັດທະນາປະເທດ; ໃຫ້ເພີ່ມທະວີຂຸດຄົ້ນທຸກແຫລ່ງລາຍຮັບທີ່ບົ່ມຊ້ອນພາຍໃນ ແລະ ສ້າງຖານລາຍຮັບໃໝ່ທີ່ໝັ້ນຄົງ ເພື່ອເກັບລາຍຮັບເຂົ້າງົບປະມານໃຫ້ນັບມື້ເພີ່ມ; ສຸມທຸກກຳລັງໃນການຫັນການເງິນເປັນທັນສະໄໝ; ຮັບປະກັນການຈັດຕັ້ງປະຕິບັດການຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິຜົນສູງກວ່າເກົ່າ; ເພີ່ມທະວີການຊີ້ນຳຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປະຈຳປີ 2021; ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຂອງຖັນແຖວພະນັກງານ; ປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເພື່ອຕອບສະໜອງກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ; ເພີ່ມທະວີການປະຕິບັດວິໄນການເງິນ ໃຫ້ມີຄວາມເຂັ້ມງວດ ໂດຍສະເພາະເອົາໃຈໃສ່ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານໃຫ້ເຂັ້ມງວດ ບໍ່ຈ່າຍນອກແຜນສ້າງໜີ້ສິນຄຸມເຄືອ ທີ່ຈະກະທົບຕໍ່ສະຖຽນລະພາບທາງດ້ານເສດຖະກິດການເງິນ ແລະ ເງິນຕາຂອງພວກເຮົາ; ສືບຕໍ່ແກ້ໄຂສະພາບປະກົດການຫຍໍ້ທໍ້ພາຍໃນຂະແໜງການເງິນ ຕ້ານຄວາມບໍ່ໂປ່ງໃສ; ແກ້ໄຂການສໍ້ລາດບັງຫລວງຂອງພະນັກງານການເງິນ ແລະ ການສວຍໂອກາດຍາດເອົາຜົນປະໂຫຍດສ່ວນຕົວ ແນວຄິດຄອງຄອຍແກ້ໄຂບັນຫາທີ່ແກ່ຍາວ ຄື ການແກ້ໄຂບັນຫາຄົນເຫລືອບໍ່ພໍ ປະສິດທິພາບການເຮັດວຽກຕ່ຳ ຄາດຄວາມກະຕືລືລົ້ນ ຂາດລະບຽບວິໄນ ແລະ ອື່ນໆ.

ຂ່າວ ສົມຫວັງ
ພາບ ເກດສະໜາ

ປກສ ນະຄອນຫຼວງວຽງຈັນ ແຈ້ງການ ເພີ່ມທະວີປ້ອງກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 (ຄສ 2021)

ແຈ້ງການ ເຖິງ: ສຳນັກງານ-ອົງການ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ອົງການຈັດຕັ້ງສາກົນ, ກຸ່ມບ້ານ, ຫົວໜ່ວຍທຸລະກິດ, ພໍ່ – ແມ່ປະຊາຊົນ, ຊາວຕ່າງປະເທດ ທີ່ມາເຄື່ອນໄຫວດຳລົງຊີວິດ ຢູ່ນະຄອນຫຼວງວຽງຈັນ.

ເລື່ອງ: ການເພີ່ມທະວີປ້ອງກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 (ຄສ 2021) ຢູ່ນະຄອນຫຼວງວຽງຈັນ

.

.

ມອບ-ຮັບໜ້າທີ່ ປະທານສູນກາງແນວລາວສ້າງຊາດ

ພິທີມອບ-ຮັບໜ້າທີ່ ປະທານສູນກາງແນວລາວສ້າງຊາດ ( ສນຊ ) ລະຫວ່າງ ທ່ານ ໄຊສົມພອນ ພົມວິຫານ ກໍາມະ ການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ຜູ້ເກົ່າ) ແລະ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການ ກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 5 ເມສານີ້ ທີ່ ສນຊ ເປັນກຽດ ເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີບັນດາຮອງປະທານ, ຄະນະປະຈຳ, ຫົວໜ້າກົມພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ໃນພິທີທ່ານນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ໃຫ້ກຽດຂຶ້ນ ຜ່ານບັນດາເອກະສານສຳຄັນຄື: ເອກະສານຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພລົງ ວັນທີ 15/ 3/2021 ວ່າດ້ວຍການຍົກຍ້າຍພະນັກງານຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍ ທ່ານ ໄຊສົມພອນ ພົມວິຫານ ກຳມະການ ກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ ສະພາແຫ່ງຊາດ; ຄຳສັ່ງຂອງກົມການເມືອງຂອງສູນກາງພັກ ສະບັບເລກທີ 05/ກມສພ ລົງວັນທີ 15/3/2021 ວ່າດ້ວຍ ການຍົກຍ້າຍພະນັກງານຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງ ພັກ ເລຂາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ ແລະ ມະຕິຕົກລົງຂອງ ກົມການເມືອງສູນກາງພັກ ສະບັບເລກທີ 12/ກມສພ ລົງວັນທີ 15/3/2021 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ ໂດຍແຕ່ງຕັ້ງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກເປັນເລຂາຄະ ນະບໍລິຫານງານພັກປະທານສູນກາງແນວລາວສ້າງຊາດ (ຜູ້ໃໝ່).

ຂ່າວ: ພູວັນ, ພາບ: ບຸນຕອມ

ກອງປະຊຸມໃຫຍ່ຄັ້ງທີ II ຂອງສະມາຄົມສິລະປິນລາວ ໄດ້ຈັດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຄັ້ງທີ II ຂອງສະມາຄົມສິລະປິນລາວ ໄດ້ຈັດຂຶ້ນໃນວັນທີ 5 ເມສາ 2021 ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໂດຍມີສິລະປິນແຫ່ງຊາດ, ສິລະປິນດີເດັ່ນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ສະຫລຸບວຽກງານການຈັດຕັ້ງປະຕິບັດ ຂອງສະມາຄົມສິລະປິນລາວ ໄລ ຍະຜ່ານມາ ເຫັນວ່າຍາດໄດ້ຜົນສຳເລັດເປັນກ້າວໆ ເຊິ່ງບັນດາສະມາຊິກສະມາຄົມສິລະປິນ ທັງທີ່ປະຈຳການ ແລະ ບໍ່ປະຈຳການ ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າ, ການປະດິດຄິດແຕ່ງເພງຮ້ອງ, ບົດຟ້ອນ, ດົນຕີ, ຂັບລຳ, ລະຄອນ, ກາຍະສິນ ແລະ ການສະແດງຕ່າງໆ ມີການຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ, ປະກອບສ່ວນເຂົ້າໃນ ການສຶກສາອົບຮົມໃຫ້ຄົນລາວ ມີແນວຄິດຮັກເຊື້ອແພງຊາດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ວຽກງານການຟື້ນຟູອະນຸລັກພັດທະນາ ແລະ ໂຄສະນາເຜີຍແຜ່ມູນເຊື້ອສິລະປະວັດທະນະທຳ ອັນດີງາມຂອງຊາດ-ຂອງເຜົ່າ ໄດ້ຮັບການຈັດຕັ້ງປະຕິບັດ.

ພິເສດໄດ້ຮ່ວມກັບ ໂທລະພາບແຫ່ງຊາດ ຈັດການສະແດງຄອນເສີດ “ອຸດທິຍານສວນສິນ“ ເປັນເວລາຫລາຍເດືອນ ເຮັດໃຫ້ສິລະປິນຫລາຍຄົນ ໄດ້ມີໂອກາດເຂົ້າຮ່ວມສະແດງ ໃນເວທີດັ່ງກ່າວ, ປະກອບສ່ວນສ້າງຄວາມສາມັກຄີ-ມິດຕະພາບ ແລະ ການແລກປ່ຽນທາງດ້ານສິລະປະການສະແດງກັບພາກພື້ນ ແລະ ສາກົນ ໄດ້ຢ່າງກ້ວາງຂວາງ ອັນໄດ້ປະກອບສ່ວນສ້າງວຽກເຮັດງານທຳ ສ້າງລາຍຮັບໃຫ້ແກ່ສິລະປິນ ແລະ ຜູ້ປະກອບການບັນເທິງ ແລະ ອື່ນໆ.

ສຳລັບທິດທາງແຜນການໃນຕໍ່ໜ້າ (2021-2025) ແມ່ນສືບຕໍ່ປັບປຸງການຈັດຕັ້ງບຸກຄະລາກອນ ແລະ ລະບອບລະບຽບໃນການເຄື່ອນ ໄຫວວຽກງານຂອງສະມາຄົມ ໃຫ້ມີລັກສະນະຄົບຊຸດ-ຮັດກຸມ ເພື່ອໃຫ້ເປັນບ່ອນອີງໃນການບໍລິຫານງານ ຊຸກຍູ້ການເຄື່ອນໄຫວຂອງສະມາ ຄົມໃຫ້ດີຂຶ້ນຢ່າງເປັນຮູບປະທຳ, ຝຶກອົບຮົມທາງດ້ານວິຊາການປະດິດແຕ່ງ-ການສະແດງ ຂອງຂະແໜງຕ່າງໆ ເພື່ອຍົກລະດັບທາງດ້ານວິຊາການສິລະປະການສະແດງ ໃຫ້ແກ່ສະມາຊິກສະມາຄົມ ແລະ ຖັນແຖວສິລະປິນ, ສືບຕໍ່ເຕົ້າໂຮມຊື່ສຽງ ແລະ ຜົນງານຂອງສິລະປິນລາວ ແຕ່ລະຍຸກສະໄໝເພື່ອໂຄສະນາເຜີຍແຜ່ ດ້ວຍການພິມປຶ້ມ-ວາລະສານ ແລະ ອື່ນໆ.

ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຜົນງານຂອງບັນດາສິລະປິນລາວ ແລະ ສະມາຄົມນັກສິນລະປິນລາວ ທີ່ຍາດໄດ້ຜົນສໍາເລັດຫລາຍດ້ານ ໂດຍສະ ເພາະການເຄື່ອນໄຫວຂອງສິລະປິນອາຊີບ, ເຄິ່ງອາຊີບ ແລະ ສະໝັກຫລິ້ນ ທີ່ໄດ້ສ້າງສັນສິລະປະ ການສະແດງ ເຊັ່ນ: ການປະດິດແຕ່ງ ແລະ ສະແດງສິລະປະ ປະເພດຕ່າງໆ ອອກສູ່ສັງຄົມເປັນປົກ ກະຕິ ສ້າງບັນຍາກາດຄວາມບັນເທິງ ມ່ວນຊື່ນໃຫ້ສັງຄົມລາວ, ເຊິ່ງສິລະປະວັນນະຄະດີ ແມ່ນສ່ວນໜຶ່ງທີ່ເຮັດໃຫ້ປະເທດຊາດ ໄດ້ຮັບການປົດປ່ອຍ ຕີຖອຍພວກຈັກກະພັດຜູ້ຮຸກຮານໄດ້ຢ່າງມີໄຊ ໃນໄລ ຍະສະໄໝຕໍ່ສູ້ກູ້ຊາດ.

ພ້ອມນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໃຫ້ທິດຊີ້ນຳຕໍ່ຄະນະບໍລິຫານງານ ສະມາຄົມສິລະປິນລາວຊຸດທີ II ໃຫ້ສືບຕໍ່ຊຸກຍູ້ສົ່ງເສີມໃຫ້ສິລະປິນ ມີໂອກາດຂະຫຍາຍຄວາມຮູ້ຄວາມສາມາດ ແລະ ພອນສະຫວັນຂອງຕົນ ເພື່ອຮັບໃຊ້ສັງຄົມ ແລະ ສ້າງສາພັດທະນາຕົນເອງ, ສົ່ງເສີມໃຫ້ມີບົດປະພັນປະດິດຄິດແຕ່ງ ແລະ ຜະລິດຕະພັນທາງດ້ານສິລະປະ ການສະແດງໃຫ້ຫລາກຫລາຍ ນັບທັງປະລິມານ ແລະ ຄຸນນະພາບ.

ຂ່າວ: ກິດຕາ, ພາບ: ເກດສະໜາ

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ່ II ຈະມີການພິຈາລະນາ 6 ບັນຫາສຳຄັນຂອງແຂວງ

ກອງປະຊຸມຄັ້ງປະຖົມມະລືກ ຂອງສະ ພາປະຊາຊົນແຂວງຫຼວງພະບາງ ຊຸດທີ່ II ຈະດຳເນີນຂື້ນ ໃນລະຫວ່າງ ວັນທີ່ 7-9 ເມສາ 2021 ນີ້ ຕາມກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະກົດໝາຍວ່າດ້ວຍສະພາປະຊາຊົນແຂວງ. ທ່ານ ກໍລະກັນ ພົມມະວົງ ຄະນະປະຈຳ ເລຂາ ທິ ການສະພາປະຊາຊົນແຂວງ ໄດ້ຖະແຫຼງຂ່າວກ່ຽວກັບ ການກະກຽມດຳເນີນກອງປະຊຸມ ວັນທີ່ 2 ເມສາ 2021 ນີ້ ວ່າ:

ສຳລັບວາລະຂອງການດຳເນີນກອງປະຊຸມຈະມີການຮັບຟັງ, ພິຈາລະນາ ແລະຮັບຮອງເອົາບັນຫາສຳຄັນຂອງແຂວງ ເປັນຕົ້ນ ຮັບຟັງການລາຍງານຜົນສຳເລັດ ຂອງການເລືອກຕັ້ງ ແລະຢັ້ງຢືນຄຸນລັກສະນະ ຂອງສະມາຊິກສະພາປະຊາຊົນແຂວງຫຼວງພະບາງຊຸດທີ່ II, ພິຈາລະນາ ແລະຮັບຮອງເອົາໂຄງປະກອບກົງຈັກ ແລະບຸກຄະລາກອນ ຂອງສະພາປະຊາຊົນແຂວງ ຊຸດທີ່ II ເປັນຕົ້ນ: ເລືອກຕັ້ງປະທານສະພາປະຊາຊົນແຂວງ ຊຸດທີ່ II ຕາມການສະເໜີຂອງຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ່ I, ເລືອກຕັ້ງຮອງປະທານສະພາປະຊາຊົນແຂວງ ແລະກຳມະການ ຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ່ II ຕາມການສະເໜີຂອງປະທານສະພາປະຊາຊົນແຂວງ ຊຸດທີ່ II, ເລືອກຕັ້ງປະທານຄະນະກໍາມະການ, ເລຂາທິການ, ຮອງປະທານຄະນະກຳມະການ ຂອງສະພາປະຊາຊົນແຂວງ ຊຸດທີ່ II ຕາມການສະເໜີຂອງ ປະທານສະພາປະຊາຊົນແຂວງ ຊຸດທີ່ II, ພິຈາລະນາ ແລະຮັບຮອງເອົາການແຕ່ງຕັ້ງ ເຈົ້າແຂວງ-ຮອງເຈົ້າແຂວງ, ຮັບຟັງການລາຍງານໂດຍຫຍໍ້ ຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານ 5 ປີ (2016-2020), ແຜນການ 5 ປີ (2021-2025), ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານ 5 ປີ (2016-2020) ແລະທິດທາງ ແຜນການ 5 ປີ (2021-2025) ຂອງອົງການໄອຍາການປະຊາຊົນແຂວງ ແລະສານປະຊາຊົນແຂວງ, ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານ 5 ປີ (2016-2020) ແລະທິດທາງ ແຜນການ 5 ປີ (2021-2025) ຂອງຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ່ II, ໃນວາລະການດຳເນີນກອງປະຊຸມ ຈະໄດ້ເປີດໂອກາດ ໃຫ້ປະຊາຊົນລາວບັນດາເຜົ່າ ໃນທົ່ວແຂວງຫຼວງພະບາງ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເພື່ອສະເໜີຄຳຄິດເຫັນ ອັນເປັນປະໂຫຍດ ຕໍ່ກອງປະຊຸມຜ່ານໂທລະສັບສາຍດ່ວຍ ໝາຍເລກ 071 156 ໂດຍບໄດ້ເສຍຄ່າ.

ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ພະນັກງານ, ທະຫານ-ຕໍ່ໍ່າຫຼວດ ແລະປະຊາຊົນບັນດາເຜົ່າ ໃນທົ່ວແຂວງ ຈົ່ງພ້ອມກັນຕິດຕາມ ແລະໃຫ້ການສະໜັບສະໜູນ ເພື່ອເຮັດໃຫ້ ການດຳເນີນກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ່ II ໃນເທື່ອນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະຄາດໝາຍທີ່ວາງໄວ້ ທຸກປະການ.

ຂ່າວ: ອາພຸດເດດ ບຸບຜາ

ມອບຫຼຽນໄຊ-ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງກະຊວງ ປກສ

ໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ, ໃນວັນທີ 2 ເມສາ 2021 ຢູ່ທີ່ສະໂມສອນ ປກສ ( ສະໜາມມ້າ ), ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີປະດັບຫຼຽນໄຊ, ຫຼຽນກາ ແລະ ປະກາດແຕ່ງຕັ້ງ, ເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງກະຊວງປ້ອງກັນຄວາມສະຫງົບ, ເປັນປະທານໂດຍ ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີຮອງລັດຖະມົນຕີ, ຄະນະພັກ-ຄະນະບັນ ຊາບັນດາກົມ, ປກສ ແຂວງ, ພະນັກງານຫຼັກແຫຼ່ງ ກະຊວງປ້ອງກັນຄວາມສະຫງົບ ແລະ ແຂກຮັບເຊີນເຂົ້າຮ່ວມ.



ໂອກາດດັ່ງກ່າວ, ທ່ານ ດວງຕາ ຈູມພາວັນ ຫົວໜ້າຫ້ອງການຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງປ້ອງກັນ ຄວາມສະຫງົບ ໃນນີ້ແຕ່ງຕັ້ງ ສະຫາຍ ພົຕ ວັນທອງ ກອງມະນີ ເປັນຮອງລັດຖະມົນຕີ ທັງເປັນຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ; ຜ່ານລັດຖະດຳລັດຂອງປະທານປະເທດວ່າດ້ວຍການເລື່ອນຊັ້ນນາຍຕຳຫຼວດ ຈາກຊັ້ນ ພົນຈັດຕະວາ ຂຶ້ນຊັ້ນ ພົນຕີ ຈຳນວນ 4 ທ່ານ ຄື: ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫຼວດ, ພົຕ ໜູດີ ມີໄຊຍະລາດ ຫົວໜ້າກົມໃຫຍ່ພະລາ, ພົຕ ບົວວັນ ວົງສາວັນທອງ ຫົວໜ້າກົມໃຫຍ່ສັນຕິບານ ແລະ ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງ ວ່າການກະຊວງປ້ອງກັນຄວາມສະຫງົບ; ເລື່ອນຊັ້ນ ພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ຈຳນວນ 5 ທ່ານ ຄື: ພົຈວ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ສັນຕິບານ, ພົຈວ ສະແຫວງ ພົມມະລີ ຫົວໜ້າສູນຄວບຄຸມລະບົບກ້ອງວົງຈອນປິດ ກົມໃຫຍ່ຕຳຫຼວດ, ພົຈວ ໜູຈອນ ກ້ອນທອງດໍາ ຮອງຫົວໜ້າກົມໃຫຍ່ພະລາ, ພົຈວ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ແລະ ພົຈວ ບົວພັນ ອິນທະປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ; ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການເລື່ອນຊັ້ນ ພັນໂທ ຂຶ້ນຊັ້ນ ພັນເອກ ໃຫ້ນາຍຕຳຫຼວດ ຈຳນວນ 39 ທ່ານ.

ໃນໂອກາດດຽວກັນ, ທ່ານ ວັນນະ ບຸບຜາ ຄະນະພັກກະຊວງ ຫົວໜ້າກົມແຂ່ງຂັນ ແລະ ຍ້ອງຍໍ ກະຊວງພາຍໃນ ກໍ່ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການມອບຫຼຽນໄຊອິດສະຫຼະ ແລະ ຫຼຽນໄຊແຮງງານ, ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ໃບຍ້ອງຍໍ ລັດຖະບານ ໃຫ້ກົມກອງລວມໝູ່ ແລະ ບຸກຄົນ, ໃນນີ້ ປະທານປະເທດ ມອບຫຼຽນໄຊ ອິດສະຫຼະຊັ້ນ I ຈຳນວນ 1 ໜ່ວຍ ຜົນງານລວມກະຊວງປ້ອງກັນຄວາມສະຫງົບ, ມອບຫຼຽນໄຊອິດ ສະຫຼະຊັ້ນ II ຈຳນວນ 32 ກົມກອງ ແລະ 102 ທ່ານ, ຫຼຽນໄຊອິດສະຫຼະຊັ້ນ III ຈຳນວນ 21 ກົມ ກອງ ແລະ 35 ທ່ານ, ຫຼຽນໄຊແຮງງານຊັ້ນ II ຈຳນວນ 105 ກົມກອງ ແລະ 1.759 ທ່ານ, ຫຼຽນ ໄຊແຮງງານຊັ້ນ III ຈຳ ນວນ 186 ກົມກອງ ແລະ 4.363 ທ່ານ; ນາຍົກລັດຖະມົນຕີອອກດຳລັດ ມອບຫຼຽນກາແຮງງານ ຈຳນວນ 131 ກົມກອງ ແລະ 5.681 ທ່ານ, ມອບໃຍຍ້ອງລັດຖະບານ ຈຳນວນ 21 ກົມ ແລະ 5.253 ທ່ານ ທີ່ມີ ຜົນງານຄຸນງາມຄວາມດີ, ຜົນງານດີເດັ່ນໃນການເຄື່ອນ ໄຫວວຽກງານປ້ອງກັນຊາດປ້ອງກັນຄວາມ ສະຫງົບຕະຫຼອດໄລຍະ 10 ( 2011-2021 ).

ນອກນັ້ນ, ຍັງມີມອບຫຼຽນກາ, ໃບຍ້ອງຍໍຂັ້ນກະຊວງ, ກົມໃຫຍ່ການເມືອງ ປກສ ອີກຈຳນວນໜຶ່ງ. ໃຫ້ກຽດປະດັບຊັ້ນ ແລະ ປະດັບຫຼຽນໄຊ ໂດຍ ທ່ານ ພັນຄຳ ວິພາວັນ ແລະ ພົທ ວິໄລ ຫຼ້າຄຳຟອງ.
ໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໂອ້ລົມໃຫ້ທິດຊີ້ນຳ ຫຼາຍບັນຫາສຳຄັນຕໍ່ນາຍຕຳຫຼວດຂັ້ນສູງທີ່ໄດ້ຮັບການແຕ່ງຕັ້ງ ແລະ ເລື່ອນຊັ້ນໃໝ່ໃນຄັ້ງນີ້ ໂດຍໄດ້ເນັ້ນໜັກໃຫ້ນາຍຕຳຫຼວດຂັ້ນສູງທຸກສະຫາຍ ສືບຕໍ່ຝຶກຝົນຫໍ່ຼຫຼອມຕົນເອງຢ່າງຮອບດ້ານ ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີໃຫ້ແໜ້ນແຟ້ນ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະ ຍາສາດບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແລ້ວໃຫ້ບຸກຄົນຮັບຜິດຊອບ, ພ້ອມກັນກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ເປັນກຳລັງປະຕິວັດ, ມີແບບ ແຜນທີ່ທັນສະໄໝ ແລະ ລະບຽບວິໄນເຂັ້ມງວດ.

ແຫລ່ງຂ່າວ-ຮູບ: ສື່ກະຊວງ ປກສ

ແຕ່ງຕັ້ງ ທ່ານ ດາວວົງ ພອນແກ້ວ ເປັນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່

ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຄຳມະນີ ອິນທິລາດ ເລຂາຄະນະພັກ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ເກົ່າ ແລະ ທ່ານ ດາວວົງ ພອນແກ້ວ ເລຂາຄະນະພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ໃໝ່ ໄດ້ຈັດຂຶ້ນເມື່ອວັນທີ 2 ເມສານີ້ ທີ່ກະຊວງດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກຳມະການກົມ ການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການ ລົງທຶນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ວົງຄໍາ ສຸທຳມະວົງ ຄະນະພັກ ຄະນະຈັດຕັ້ງສູນກາງພັກ ຫົວໜ້າກົມ ໂຄສະນາກໍ່ສ້າງພັກ ແລະ ພະນັກງານໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ເລກທີ 121/ປປທ, ລົງວັນທີ 24/3/2021 ວ່າດ້ວຍການອອກພັກການ – ຮັບອຸດໜູນບຳນານ, ລັດຖະ ດຳລັດຂອງປະທານປະເທດ ເລກທີ 141/ປປທ, ລົງວັນທີ 29/3/2021 ວ່າດ້ວຍການແຕ່ງຕັ້ງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ເລກທີ 23/ກມສພ, ລົງວັນທີ 24/3/2021 ວ່າດວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກກະຊວງ ພະລັງງານ ແລະ ບໍ່ແຮ່.

ໃນພິທີດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ໃຫ້ກຽດໂອ້ລົມ ໂດຍເນັ້ນໃຫ້ຄະນະພັກຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ເພີ່ມທະວີເອົາໃຈໃສ່ວຽກງານການເມືອງແນວຄິດໃນການສຶກສາອົບຮົມພະນັກງານສະມາຊິກພັກ, ໃຫ້ຮີບຮ້ອນກຳນົດທິດທາງແຜນການ-ການນຳພາຂອງອົງຄະ ນະພັກຕົນສົມທົບແໜ້ນກັບເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໂດຍຫັນເປັນແຜນລະອຽດຂອງຂະແໜງການ ແລ້ວນຳໄປຈັດຕັ້ງເຊື່ອມຊຶມ ແລະ ຄົ້ນຄວ້າຜັນຂະຫຍາຍໃຫ້ແກ່ສະມາຊິກພັກ ພະນັກງານ-ລັດຖະກອນໃນທົ່ວຂະແໜງການຂອງຕົນໄດ້ຮັບຮູ້, ເຊື່ອມຊຶມໃຫ້ເລິກເຊິ່ງ, ທົ່ວເຖິງ, ເອົາໃຈໃສ່ ວຽກງານການສ້າງ ແລະ ປັບປຸງການຈັດຕັ້ງພັກໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານການເມືອງ ແລະ ໜັກແໜ້ນທາງດ້ານການຈັດຕັ້ງ, ຕ້ອງເອົາໃຈໃສ່ປັບປຸງຊຸກຍູ້ອົງການຈັດຕັ້ງມະຫາຊົນໃຫ້ໜັກ ແໜ້ນເຂັ້ມແຂງ, ນຳພາການພັດທະນາຂະແໜງການ ວຽກງານພະລັງງານ ແລະ ບໍ່ແຮ່ ໂດຍ ສົ່ງເສີມການນຳໃຊ້ແຮ່ທາາດ, ນໍ້າ ແລະ ຊັບພະຍາກອນດ້ານອື່ນໆໄປພ້ອມໆກັບການປົກປັກ ຮັກສາຕາມທິດຮັບປະກັນປະສິດທິພາບທີ່ຍາວນານ, ຢືນຍົງ ແລະ ມີໝາກຜົນໃນລະດັບສູງ, ສົ່ງ ຜົນກະທົບໜ້ອຍຕໍ່ສິ່ງແວດລ້ອມ ແລະ ສັງຄົມ ເຮັດໃຫ້ພົນລະເມືອງລາວມີສ່ວນຮ່ວມເພື່ອດຳ ລົງຊີວິດ, ສ້າງທີ່ຢູ່ອາໄສ ແລະ ການຜະລິດຕາມກົດໝາຍ ປະກອບສ່ວນໃນການສ້າງບາດກ້າວ ບຸກທະລຸດ້ານການແກ້ໄຂຄວາມທຸກຍາກຂອງປະຊາຊົນ ນຳເອົາປະເທດຊາດຂອງພວກເຮົາອອກ ຈາກຄວາມດ້ອຍພັດທະນາ, ສ້າງຄວາມກຽມພ້ອມໃນການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດທີ່ອາດຈະເກີດຂຶ້ນ.

ຂ່າວ+ພາບ: ສຳນານ

ທ່ານສອນໄຊ ສີພັນດອນ ລົງຊຸກຍູ້ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຢູ່ 2 ເມືອງ ແຂວງບໍລິຄຳໄຊ

ໃນວັນທີ 1 ເມສາ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ເພື່ອຊຸກຍູ້, ສົ່ງເສີມ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ບ້ານນາກະດົກ ເມືອງຄຳເກີດ ແລະ ບ້ານຈັດສັນ ຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ.ໃນການລົງເຄື່ອນໄຫວຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ລົງໄປຢ້ຽມ ຢາມເບິ່ງວິຖີການກຳລົງຊີວິດ, ການທຳມາຫາກິນ, ການປະກອບອາຊີບ ໂດຍສະເພາະ ການຂຸດຄຳ, ຮ່ອນຄຳ ຂອງປະຊາຊົນຢູ່ພາຍໃນບ້ານນາກະດົກ ເມືອງຄຳເກີດ.

ພ້ອມທັງມອບເງິນຊຸກຍູ້, ຊ່ວຍ ເຫລືອຈຳນວນ 10 ລ້ານກີບ ໃຫ້ອຳນາດການປົກຄອງບ້ານ ນຳໄປໝູນໃຊ້ເຂົ້າໃນການພັດທະນາບ້ານ ເພື່ອເຮັດໃຫ້ບ້ານຮຸ່ງເຮືອງ ກໍຄື ເຮັດໃຫ້ປະຊາຊົນພາຍໃນບ້ານ ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.ພ້ອມດຽວກັນນັ້ນ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ລົງຢ້ຽມຢາມ ປະຊາ ຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນໄຟຟ້ານ້ຳເທີນ 1 ທີ່ໄດ້ຍົກຍ້າຍ ມາຢູ່ບ້ານຈັດສັນ ຫ້ວຍຫອຍ ຈຳນວນ 300 ກວ່າຄົວເຮືອນ, ຢູ່ເມືອງວຽງທອງ ໂດຍທ່ານ ໄດ້ເນັ້ນໃຫ້ປະຊາຊົນ ພາຍໃນບ້ານ ໃຫ້ມີຈິດໃຈອຸ່ນອ່ຽງທຸ່ນທ່ຽງ, ໃຫ້ເອົາໃຈໃສ່ໃນການປູກຝັງ-ລ້ຽງສັດ ໃຫ້ກຸ້ມຢູ່ກຸ້ມກິນ ແລະ ໃຫ້ກາຍເປັນສິນຄ້າ, ເຮັດໃຫ້ບ້ານຈັດສັນ ຫ້ວຍຫອຍ ໃຫ້ກາຍເປັນບ້ານສີສັນໃນຕົວເມືອງນ້ອຍ, ພ້ອມທັງຮຽກຮອງໃຫ້ອຳນາດການປົກຄອງບ້ານ ເອົາໃຈໃສ່ສຶກສາອົບຮົມປະຊາຊົນພາຍໃນບ້ານ ໃຫ້ມີຄວາມສາໝັກຄີໜັກແໜ້ນ ເພື່ອເຮັດໃຫ້ບ້ານກາຍເປັນບ້ານສາມັກຄີປອງດອງ, ບ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເປັນບ້ານພັດທະນາ ຕາມແນວທາງຂອງພັກ, ລັດວາງອອກ,

ພ້ອມທັງເນັ້ນໃຫ້ ອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຊຸກຍູ້ສົ່ງເສີມ, ເຜີຍແຜ່ຝຶກອົບຮົມວິຊາຊີບ ເປັນຕົ້ນ ແມ່ນ ເຕັກນິກການປູກ, ການລ້ຽງ ໃຫ້ປະຊາຊົນ, ລວມທັງຊຸກຍູ້ສົ່ງເສີມດ້ານການສຶກສາ, ໂພຊະນາການ ໃຫ້ເດັກນ້ອຍພາຍໃນບ້ານໃຫ້ໄດ້ຮັບການສຶກສາ ແລະ ໂພຊະນາການທີ່ດີ.ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ກ້ອງທຶນພັດທະນາເມືອງ ເພື່ອມອບໃຫ້ອຳນາດການປົກຄອງບ້ານຈັດສັນຫ້ວຍຫອຍ ນຳໄປພັດນາບ້ານ ໃຫ້ຈະເລີນຮຸ່ງເຮືອງ, ໃຫ້ສະອາດງາມຕາ, ສະຫງົບ ແລະ ປອດໄພ.

ຂ່າວ-ພາບ: ທະນູທອງ