Home Blog Page 234

ເຍົາວະຊົນ ມສ ສັນຕິພາບ ເກືອບ 100 ຄົນ ພົບປະຕັ້ງຄ້າຍ ຄັ້ງທີ VII

ໂຮງຮຽນ ມສ ສັນຕິພາບ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດງານພົບປະຕັ້ງຄ້າຍເຍົາ ວະຊົນທັນວາ ຄັ້ງທີ VII ຂຶ້ນໃນທ້າຍເດືອນກຸມພາຜ່ານມານີ້ ທີ່ໂຮງຮຽນດັ່ງກ່າວ ໂດຍມີທ່ານ ສູນທອນ ແກ້ວສະຫວັນ ອຳນວຍການໂຮງຮຽນ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານ ສູນທອນ ແກ້ວສະຫວັນ ໄດ້ກ່າວເປີດງານພົບຄັ້ງນີ້ວ່າ: ການຈັດງານພົບປະຕັ້ງຄ້າຍເຍົາວະ ຊົນທັນວາ ຄັ້ງທີ VII ປະຈໍາປີ 2021 ຂອງໂຮງຮຽນ ມສ ສັນຕິພາບ ເປັນການສ້າງໂອກາດໃຫ້ກັບນັກຮຽນ ໄດ້ມີຄວາມກ້າຫານ ສະແດງຄວາມຮູ້ ຄວາມສາມາດ ແລະ ພອນສະຫວັນຂອງຕົນ ໃຫ້ໝູ່ຄູ່ໄດ້ຮັບຮູ້, ທັງເປັນການ ພົບປະແລກປ່ຽນຄວາມຮູ້ລະຫວ່າງນັກຮຽນດ້ວຍກັນ.


ງານພົບປະຄັ້ງນີ້, ໄດ້ດໍາເນີນພາຍໃຕ້ຄຳຂວັນ “ເຍົາວະຊົນດີ ມີວິໄນ ໃສ່ໃຈສິ່ງແວດລ້ອມ ຮັກສາຄວາມ ສະອາດ ປ້ອງກັນໂຄວິດ-19” ຊຶ່ງມີນັກຮຽນທີ່ເປັນເຍົາວະຊົນທັນວາເຂົ້າຮ່ວມ 96 ຄົນ ພ້ອມດ້ວຍຄູນໍາພາ ແລະ ຄະນະຮັບຜິດຊອບອີກຈຳນວນໜຶ່ງ. ສໍາລັບກິດຈະກຳປະກອບມີ ວາງກະຕ່າດອກໄມ້ຢູ່ອະນຸສອນສະຖານ ຂອງທ່ານຜູ້ນຳ, ແຂ່ງຂັນແບບແຜນຂອງກອງເຍົາວະຊົນທັນວາ, ແຕ້ມຮູບ, ແຂ່ງຂັນຫຼິ້ນເກມ ແລະ ກິລາປະເພດຕ່າງໆ, ປະກວດສິລະປະວັນນະຄະດີ (ຟ້ອນລວມໝູ່, ປະກວດນັກຮ້ອງສຽງດີ) ແລະ ພິທີ ຊຸມນຸມໄຟ.

ຂ່າວ-ພາບ: ອາພຸດເດດ ບຸບຜາ

ລັດຖະບານລາວ ແລະ ສປຊ ທົບທວນຄືນການຈັດຕັ້ງປະຕິບັດ ຂອບການຮ່ວມມື ໃນໄລຍະຜ່ານມາ

ທ້າຍອາທິດຜ່ານມາ ທີ່ສູນຝຶກອົບຮົມ ແລະ ການຮ່ວມມື ນະຄອນຫລວງວຽງຈັນ, ກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການສະຫະປະ ຊາຊາດ (ສປຊ) ປະຈຳ ສປປ ລາວ, ໄດ້ຈັດກອງປະຊຸມວິຊາການຄະນະກໍາມະການຊີ້ນຳຮ່ວມ ລະ ຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ.

ຈຸດປະສົງ ເພື່ອຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດຂອບການຮ່ວມມື ລະຫວ່າງ ລັດຖະ ບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ 2017-2021 ຫລື ເອີ້ນຫຍໍ້ວ່າ UNPF 2017-2021 ແລະ ປະກອບຄຳເຫັນໃສ່ບັນດາເອກະສານສຳຄັນຈຳນວນໜຶ່ງ ທີ່ກ່ຽວຂ້ອງກັບການປະເມີນການຈັດ ຕັ້ງປະຕິບັດ ຂອບການຮ່ວມມືດັ່ງກ່າວໃນໄລຍະຜ່ານມາ. ນອກນັ້ນ, ກອງປະຊຸມຍັງໄດ້ພ້ອມກັນປຶກສາຫາລື ກ່ຽວກັບທິດທາງໃນການຮ່າງເອກະສານ ຂອບການຮ່ວມມືສະບັບໃໝ່ 2022-2026 ເພື່ອປ່ຽນແທນສະບັບປັດຈຸບັນ ທີ່ໃກ້ຈະໝົດກຳນົດໃນທ້າຍປີນີ້, ໂດຍຕ້ອງຮັບປະກັບໃຫ້ສອດຄ່ອງກັບແຜນຍຸດທະຍາດ ແລະ ບັນດາວຽກງານບູລິມະສິດຂອງລັດຖະບານ ໂດຍສະເພາະແມ່ນແຜນພັດທະນາເສດ ຖະກິດສັງຄົມແຫ່ງຊາດ ສະບັບທີ IX ຂອງລັດຖະບານ ທີ່ພວມຈະຖືກຮັບຮອງເອົາໃນໄວໆນີ້.

ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຮອງເອົາບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດຂອບການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ປະຈໍາປີ 2019 ແລະ ໄດ້ຕົກລົງເຫັນດີຕໍ່ໂຄງຮ່າງ ແຜນງານຂອບການຮ່ວມມືສະບັບໃໝ່ ໂດຍອີງໃສ່ຫລັກການ 5P ຂອງວາລະປີ 2030 ທີ່ຖືເອົາປະຊາຊົນ, ໜ່ວຍໂລກ, ຄວາມຈະເລີນຮຸ່ງເຮືອງ, ສັນຕິພາບ ແລະ ການຮ່ວມມື ເພືື່ອເປັນບ່ອນອີງ ໃນການສ້າງແນວທາງການພັດທະນາທີ່ກວມລວມ ແລະ ມີຄວາມຍືນຍົງ, ມີການພັດທະນາສັງຄົມ ແລະ ຍົກລະດັບຂີດຄວາມສາມາດຂອງສະຖາບັນໃຫ້ມີປະສິດທິພາບ.

Cr: ຂປລ

ແຂວງຊຽງຂວາງ ປະກາດການນຳພັກການ – ເຂົ້າຮັບອຸດໜູນບຳນານ

ພິທີປະກາດການນຳພັກການ-ເຂົ້າຮັບອຸດໜູນບຳນານ ແລະ ຍົກຍ້າຍຮັບໜ້າທີ່ໃໝ່ ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເຈົ້າແຂວງຊຽງຂວາງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວ ໜ້າ-ຮອງຫົວໜ້າພະແນກການ, ກອງບັນຊາການ, ອົງການອ້ອມຂ້າງແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ສູນທອນ ພັນມີໄຊ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງສະບັບເລກທີ 289/ຄລສພ ລົງວັນທີ 18/12/2020 ວ່າດ້ວຍການອະນຸມັດໃຫ້ການ ນຳຂັ້ນສູງອອກພັກການ – ຮັບອຸດໜູນບຳນານ, ຕົກລົງໃຫ້ທ່ານ ບົວສອນ ສີນວນທອງ ຮອງເລຂາພັກ ແຂວງ ຮອງເຈົ້າແຂວງຊຽງຂວາງ ອອກພັກການ – ຮັບອຸດໜູນບຳນານ ໃນງວດ 1 ປີ 2021;

ມະຕິຕົກລົງ ສະບັບເລກທີ 292/ຄລສພ ລົງວັນທີ 18/12/2020 ວ່າດ້ວຍການອະນຸມັດໃຫ້ພະນັກງານ ອອກພັກການ-ຮັບອຸດໜູນບຳນານ, ຕົກລົງໃຫ້ ທ່ານ ຄຳພູ ຈັນທະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ອອກພັກການ – ຮັບອຸດໜູນບຳນານ ໃນງວດ 1 ປີ 2021;

ຂໍ້ຕົກ ລົງສະບັບເລກທີ 47/ຈຂ.ຊຂ ລົງວັນທີ 20/1/2021 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ອອກພັກການ – ຮັບອຸດໜູນບຳນານ, ອະນຸມັດໃຫ້ ທ່ານ ນາງ ຄຳໄສ ທິບດາລາ ວ່າການປະທານສະຫະພັນແມ່ຍິງແຂວງ ອອກພັກການ – ຮັບອຸດໜູນບຳນານ ໃນງວດ 1 ປີ 2021;

ຂໍ້ຕົກລົງສະບັບເລກທີ 670/ຈຂ.ຊຂ ລົງວັນທີ 15/12/2020 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ອອກພັກການ – ຮັບອຸດໜູນບຳນານ, ອະນຸມັດໃຫ້ ທ່ານ ສີທອນ ສໍບົວລະພາ ຫົວໜ້າພະແນກພາຍໃນແຂວງ ອອກພັກການ – ຮັບອຸດໜູນບຳນານ ໃນງວດ 1 ປີ 2021;

ມະຕິຕົກລົງ ສະບັບເລກທີ 21/ຄປພຂ.ຊຂ ລົງວັນທີ 15/2/2021 ວ່າດ້ວຍການຍົກຍ້າຍພະນັກງານ ຍົກຍ້າຍ ທ່ານ ບົວເງິນ ຫຸມໄຊຍະພົມ ຄະນະປະຈຳພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄປປະຕິບັດໜ້າທີ່ຢູ່ແຂວງ;

ມະຕິຕົກລົງ ສະບັບເລກທີ 19/ຄປພຂ.ຊຂ ລົງວັນທີ 11/2/2021 ວ່າດ້ວຍການຍົກຍ້າຍພະນັກງານ ຍົກຍ້າຍ ທ່ານ ສີວິໄລ ແສງຈະເລີນ ກຳມະການພັກແຂວງ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ໄປປະຕິບັດໜ້າທີ່ວຽກງານຢູ່ແຂວງ;

ມະຕິຕົກລົງສະບັບເລກທີ 20/ຄປພຂ.ຊຂ ລົງວັນທີ 11/2/2021 ວ່າດ້ວຍການຍົກຍ້າຍພະນັກງານ ຍົກຍ້າຍ ທ່ານ ບຸນເລື່ອນ ວັນນາຮັກ ກຳມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄປປະຕິບັດໜ້າທີ່ວຽກງານຢູ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ;

ມະຕິຕົກລົງ ສະບັບເລກທີ 16/ຄປພຂ.ຊຂ ລົງວັນທີ 9/2/2021 ວ່າດ້ວຍການຍົກຍ້າຍພະນັກງານ ຍົກຍ້າຍ ທ່ານນາງ ຈັນທະສອນ ພູນສຸກ ກຳມະການພັກແຂວງ ຮອງຫົວໜ້າຫ້ອງວ່າການແຂວງ ໄປປະຕິບັດໜ້າທີ່ວຽກງານຢູ່ສະຫະພັນແມ່ຍິງແຂວງ;

ຂໍ້ຕົກລົງສະບັບ ເລກທີ 87/ຈຂ.ຊຂ ລົງວັນທີ 1/2/2021 ວ່າດ້ວຍການ ແຕ່ງຕັ້ງຮອງເຈົ້າແຂວງຊຽງຂວາງ ຕົກລົງແຕ່ງຕັ້ງບັນດາທ່ານຮອງເຈົ້າແຂວງຊຽງຂວາງດັ່ງນີ້:

1. ທ່ານ ບົວເງິນ ຫຸມໄຊຍະພົມ ເປັນຮອງເຈົ້າແຂວງ, 2. ທ່ານ ສີວິໄລ ແສງຈະເລີນ ເປັນຮອງເຈົ້າແຂວງ; ຂໍ້ຕົກລົງສະບັບເລກທີ 88/ຈຂ.ຊຂ ລົງວັນທີ 1/2/2021 ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງວ່າການແຂວງຊຽງຂວາງ ຕົກລົງແຕ່ງຕັ້ງ ທ່ານ ສົມພອນ ສີອາໄພ ກຳມະການພັກແຂວງ ເປັນຫົວໜ້າຫ້ອງວ່າການແຂວງ;

ຂໍ້ຕົກລົງສະບັບເລກທີ 101/ຈຂ.ຊຂ ລົງວັນທີ 11/2/2021 ວ່າດ້ວຍການແຕ່ງຕັ້ງຫົວໜ້າພະ ແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງແຕ່ງຕັ້ງ ທ່ານ ບຸນເລື່ອນ ວັນນາຮັກ ກຳມະການ ພັກແຂວງ ເປັນຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ.

ໂອກາດດັ່ງກ່າວ, ທ່ານເຈົ້າແຂວງຊຽງຂວາງໄດ້ມີຄຳຄິດເຫັນແລກປ່ຽນ ຜູ້ທີ່ພັກການ ແລະ ຜູ້ຮັບໜ້າທີ່ໃໝ່ ໃຫ້ເອົາໃຈໃສ່ຮັກສາສຸຂະພາບ, ສຸມຫົວຄິດສະຕິປັນຍາ ເຂົ້າໃນການສ້າງສາພັດທະນາ ແຂວງຊຽງຂວາງໃຫ້ຈະເລີນຂຶ້ນເລື້ອຍໆ.

ຂ່າວ-ພາບ: ບຸນມີ ແສງທຸມມີ

ປກສ ເມືອງສີສັດຕະນາກ ຈັບກຸ່ມມົ້ວສຸມຢາເສບຕິດຢູ່ຮ້ານອິນເຕີເນັດຄາເຟ່

ໃນວັນທີ 25 ກຸມພາ 2021, ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີສັດຕະນາກ ສົມທົບກັບ ປກສ ກຸ່ມຈອມແຈ້ງ ພ້ອມດ້ວຍອຳນາດການປົກຄອງບ້ານຈອມເພັດໃຕ້ ໄດ້ເຂົ້າກວດຄົ້ນຮ້ານອິນເຕີເນັດຄາເຟ່ຕັ້ງຢູ່ເຂດບໍລິເວນວົງວຽນຈີ່ນາຍໂມ້.

ຜ່ານການກວດກາພົບກຸ່ມໄວລຸ້ນ 15 ຄົນ ຍິງ 2 ຄົນ, ພ້ອມຢາເສບຕິດປະເພດຢາບ້າຈຳນວນ 61ເມັດ ແລະ ຢາໄອ້ 3 ຖົງນ້ອຍ ຈຶ່ງໄດ້ກັກຕົວ ແລະ ຢຶດຂອງກາງ ມາດຳເນີນການສືບສວນ-ສອບສວນຂະຫຍາຍຜົນຕໍ່ໄປ.

ການຊື້-ຂາຍ ແລະ ມົ້ວສຸມຢາເສບຕິດເປັນສາເຫດຕົ້ນຕໍພາໃຫ້ເກີດປະກົດການຫຍໍ້ທໍ້ ປຸ້ນຈີ້, ຊິງຊັບ, ລັກຊັບ, ອາລະວາດຕີກັນ, ຄອບຄົວບໍ່ສະ ຫງົບ ແລະອື່ນໆ. ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງບັນດາເຈົ້າຂອງຮ້ານອິນເຕີເນັດຄາເຟ່, ຮ້ານເກມ, ຮ້ານສະນຸກເກີ ຈົ່ງຄຸ້ມຄອງກິດຈະ ການຂອງຕົນໃຫ້ດີ, ບໍ່ສ້າງເງື່ອນໄຂໃຫ້ເກີດການຊື້-ຂາຍ ແລະ ມົ້ວສຸມຢາເສບຕິດໃນສະຖານທີ່ກິດຈະ ການຂອງທ່ານ.

ຖ້າຫາກທ່ານຮູ້ຂໍ້ມູນຂອງການຄ້າ-ຂາຍ, ມົ້ວສຸມຢາເສບຕິດ. ກະລຸນາແຈ້ງເຈົ້າໜ້າທີ່ໄດ້ທີ່ເບີ້ວອດແອັບ 020 ​28899774.

ຜູ້ນຳດ້ານການສຶກສາອັງກິດໃນປະເທດລາວພ້ອມກັບ FOBISIA ແລະ COBIS

ໃນວັນທີ25 ກຸມພາ2021, ໂຮງຮຽນນານາຊາດ ປັນຍາທິບໄດ້ປະກາດຢ່າງເປັນທາງການໃຫ້ຊຸມຊົນທົ່ວນະຄອນຫຼວງວຽງຈັນຮູ້ວ່າ: ໂຮງຮຽນນານາຊາດ ປັນຍາທິບຫາກໍໄດ້ຜ່ານການສະໝັກ ເຂົ້າເປັນໜຶ່ງໃນສະມະຊິກຂອງສະຫະພັນໂຮງຮຽນນານາຊາດອັງກິດໃນທະວີບອາຊີ(FOBISIA) ແລະສະມາຄົມໂຮງຮຽນນານາຊາດອັງກິດທົ່ວໂລກ(COBIS).

ເຊິ່ງໂຮງຮຽນນານາຊາດ ປັນຍາທິບ ມີຄວາມພະຍາຍາມໃນການເປັນຜູ້ນຳທາງດ້ານການສຶກສາອັງກິດໃນປະເທດລາວຢ່າງຕໍ່ເນື່ອງ, ປັນຍາທິບໄດ້ຜ່ານຂັ້ນຕອນການສະໝັກແລະກວດກາທີ່ເຂັ້ມງວດແລະຍາວນານຈາກທາງFOBISIA ແລະCOBIS ເພື່ອຮັບປະກັນວ່າໂຮງຮຽນຈະສາມາດຕອບສະໜອງມາດຕະຖານຂອງການເປັນໜຶ່ງໃນສະມາຊິກຂອງພວກເຂົາ.

ທ່ານ Colin Bell, ຜູ້ບໍລິຫານຂອງທາງ COBIS ໄດ້ກ່າວຊົມເຊີຍຕໍ່ການເຮັດວຽກຢ່າງໜັກຂອງໂຮງຮຽນຈົນປະສົບຜົນສຳເລັດ.

ທ່ານChristopher FitzGerald ຜູ້ອໍານວຍການຝ່າຍບໍລິຫານຂອງໂຮງຮຽນນານາຊາດ ປັນຍາທິບຮັບປະກັນວ່າໂຮງຮຽນຂອງພວກເຮົາສາມາດຜ່ານການກວດກາມາດຕະຖານທີ່ເຂັ້ມງວດແລະໄດ້ກ່າວເຖິງລາຍລະອຽດຕ່າງໆຂອງຂະບວນການປົກປ້ອງທີ່ທາງໂຮງຮຽນໄດ້ສືບຕໍ່ພັດທະນາມາຕະຫຼອດ4ປີ.

ຈຸດທີ່ສຳຄັນທີ່ສຸດແມ່ນສິ່ງທີ່ທ່ານນາງປາດຖະນາປັນຍາທິບ, ຜູ້ກໍ່ຕັ້ງແລະຜູ້ອໍານວຍການໃຫຍ່ຂອງໂຮງຮຽນນານາຊາດປັນຍາທິບໄດ້ປຶກສາຫາລື- ເບື້ອງຫຼັງທີ່ສ້າງແຮງຈູງໃຈໃນການຕັດສິນໃຈຂອງເພິ່ນໃນການໃຫ້ຄວາມຮ່ວມມືກັບທາງFOBISIA ແລະCOBIS ວ່າ: “ປຽບຄືກັບຜູ້ປົກຄອງຜູ້ໜຶ່ງ, ແຮງບັນດານໃຈທັງໝົດທີ່ພັກດັນໃຫ້ຂ້າພະເຈົ້າຢາກຈະພັດທະນາສະພາບແວດລ້ອມທີ່ມີຄວາມປອດໄພແມ່ນຢາກໃຫ້ນັກຮຽນຂອງພວກເຮົາທຸກຄົນສາມາດຮຽນຮູ້ໄດ້ຢ່າງເຕັມປະສິດທິພາບ ແລະ ເພື່ອໃຫ້ພວກເຂົາເປັນໄດ້ ດັ່ງທີ່ພວກເຂົາຢາກເປັນ” ກ່າວໂດຍ ທ່ານ ນາງ ປາດຖະໜາ.

ທ່ານນາງ ປາດຖະໜາ ປັນຍາທິບໄດ້ແບ່ງປັນກ່ຽວກັບກັບເບື້ອງຫຼັງແຮງຈູງໃຈທັງໝົດໃນການຍົກລະດັບມາດຕະຖານຄວາມປອດໄພຂອງໂຮງຮຽນຂຶ້ນສູ່ລະດັບສາກົນ

ທ່ານJohn Pearson ເອກອັກຄະລັດຖະທູດອັງກິດປະຈຳລາວໄດ້ເຂົ້າຮ່ວມງານແລະກ່າວເຖິງຄວາມສຳຄັນຂອງການເຂົ້າເປັນສະມາຊິກFOBISIA ແລະCOBIS ຂອງໂຮງຮຽນ ນານາຊາດ ປັນຍາທິບເຊິ່ງສອດຄ່ອງກັບປະໂຫຍກທີ່ວ່າEducation is Great (ການສຶກສາເປັນສິ່ງທີ່ດີຫຼາຍ) ແລະທາງສະຖານທູດອັງກິດກໍ່ໃຫ້ການສົ່ງເສີມການສຶກສາອັງກິດໃນປະເທດລາວ. “ແລະອີກໜຶ່ງຫົວຂໍ້ທີ່ຂ້າພະເຈົ້າຢາກຈະແບ່ງປັນໃນຄ່ຳຄືນນີ້ເຖິງແມ່ນວ່າໂຮງຮຽນປັນຍາທິບຈະເປີດສະຖາບັນການສຶກສາແຕ່ທາງໂຮງຮຽນກໍ່ພ້ອມຮັບຄຳຕິຊົມແລະຄຳຄິດເຫັນຈາກບຸກຄົນພາຍນອກເພື່ອນຳມາປັບປຸງແລະພັດທະນາໂຮງຮຽນຂອງພວກເຂົາເພີ່ມເຕີມເຊິ່ງຂ້າພະເຈົ້າສາມາດເວົ້າໄດ້ເລີຍວ່າສິ່ງເຫຼົ່ານີ້ເປັນວິໄສທັດຂອງໂຮງຮຽນຊັ້ນນຳ” ກ່າວໂດຍທ່ານເອກອັກຄະລັດຖະທູດອັງກິດປະຈຳລາວJohn Pearson

ອາຈານໃຫຍ່ປະຈຳວິທະຍາເຂດຂອງໂຮງຮຽນນານາຊາດ ປັນຍາທິບຍັງໄດ້ເວົ້າກ່ຽວກັບວິທີທີ່ນັກຮຽນ, ພໍ່ແມ່ແລະຄູອາຈານຂອງພວກເຂົາໄດ້ຮັບຜົນປະໂຫຍດຈາກການເຂົ້າຮ່ວມເປັນສະມາຊິກເຫຼົ່ານີ້ແລະໃນຕອນທ້າຍຂອງງານ, ທີມງານສື່ມວນຊົນຕ່າງໆກໍ່ໄດ້ມີໂອກາດໃນການເຂົ້າຮ່ວມແລະສອບຖາມ.

ທ່ານ Christopher FitzGerald ໄດ້ກ່າວເປີດພິທີ ເພື່ອເລິ່ມການຖະແຫຼງຂ່າວຢ່າງເປັນທາງການ

ເປັນຕອນແລງທີ່ເຕັມໄປດ້ວຍການໃຫ້ຂໍ້ມູນສຳລັບທຸກຄົນແທ້ໆແລະເປັນການຊົມເຊີຍຕໍ່ຜົນສໍາເລັດຂອງງານໃນມື້ນີ້ເຊິ່ງໂຮງຮຽນນານາຊາດ ປັນຍາທິບໄດ້ກ່າວຂອບໃຈທາງສື່ມວນຊົນພ້ອມທັງໝູ່ເພື່ອນແລະຜູ້ປົກຄອງທຸກທ່ານທີ່ໃຫ້ກຽດເຂົ້າຮ່ວມງານຂອງພວກເຂົາ. ພວກເຮົາເຊື່ອວ່ານີ້ເປັນພຽງຈຸດເລີ່ມຕົ້ນຂອງສິ່ງດີໆທີ່ຈະເກີດຂຶ້ນເນື່ອງຈາກວ່າໂຮງຮຽນນານາຊາດປັນຍາທິບຂອງພວກເຮົາແມ່ນຍັງຄົງສືບຕໍ່ເປັນສະຖາບັນການສຶກສາຊັ້ນນຳຂອງອັງກິດໃນປະເທດລາວ.ໃນຂະນະທີ່ປະເທດຂອງພວກເຮົາກຳລັງຈະພັດທະນາໂດຍສະເພາະແມ່ນດ້ານການສຶກສາ, ໂຮງຮຽນນານາຊາດ ປັນຍາທິບກໍ່ຈະສືບຕໍ່ເປັນຜູ້ນຳພາການສຶກສາໄປສູ່ມາດຕະຖານທີ່ສູງຂື້ນໃນບັນດາໂຮງຮຽນນານາຊາດຂອງປະເທດລາວເຊັ່ນດຽວກັນ.

ທະນາຄານນະໂຍບາຍສາຂາ ອັດຕະປື ຈະສະໜອງສິນເຊື່ອໃຫ້ໄດ້ 5,5 ຕື້ກວ່າກີບ

ປີ 2021 ນີ້, ທະນາຄານນະໂຍບາຍສາຂາແຂວງອັດຕະປື ມີແຜນຈະສະໜອງສິນເຊື່ອໃຫ້ໄດ້ 5,5 ຕື້ກວ່າກີບ ໂດຍຈະເລັ່ງໃສ່ເມືອງເປົ້າໝາຍຈຸດສຸມຂອງລັດຖະບານ ແລະ ບ້ານ 3 ສ້າງ ດ້ວຍອັດຕາດອກເບ້ຍຕໍ່າ ທີ່ລັດຖະບານກຳນົດອອກແຕ່ລະໄລຍະ ເພື່ອປະກອບສ່ວນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ທ່ານ ບຸນແຫຼມ ກິວົງສັກ ຮັກສາການຫົວໜ້າ ທະນາຄານນະໂຍບາຍ ສາຂາແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານສິນເຊື່ອຂອງທະນາຄານນະໂຍບາຍສາຂາແຂວງອັດຕະປື ເມື່ອບໍ່ດົນນີ້ວ່າ: ປີ 2021 ທະນາຄານນະໂຍບາຍສາຂາ ແຂວງອັດຕະປື ໄດ້ຮັບອະນຸມັດແຫຼ່ງທຶນສິນເຊື່ອ ມີທັງໝົດ 5,5 ຕື້ກວ່າກີບ. ໃນນີ້, ທຶນໄລຍະສັ້ນມີ 23 ລ້ານກີບ, ທຶນໄລຍະກາງ ມີ 610 ລ້ານກີບ ແລະ ທຶນໄລຍະຍາວ ມີ 4,9 ຕື້ກວ່າກີບ, ເພື່ອໃຫ້ສະມາຊິກກຸ່ມກູ້ຢືມເງິນໄດ້ນຳໃຊ້ເງິນກູ້ເຂົ້າໃນການຜະລິດ ໄດ້ທ່ວງທັນກັບລະດູການ, ທາງທະນາຄານໄດ້ມີການແບ່ງທຶນອອກເປັນ 3 ແຫຼ່ງທຶນຄື: ແຫຼ່ງທຶນເປົ້າໝາຍມີ 3,3 ຕື້ກວ່າກີບ, ແຫຼ່ງທຶນຈຸດສຸມມີ 700 ລ້ານກວ່າກີບ ແລະ ແຫຼ່ງທຶນວຽກງານ 3 ສ້າງ ມີ 1,4 ຕື້ກວ່າກີບ.

ທ່ານ ບຸນແຫຼມ ກິວົງສັກ ໃຫ້ຮູ້ຕື່ມອີກວ່າ: ເພື່ອເຮັດໃຫ້ປະຊາຊົນໄດ້ເຂົ້າເຖິງແຫຼ່ງທຶນສິນເຊື່ອດັ່ງກ່າວ. ດັ່ງນັ້ນ, ທາງທະນາຄານນະໂຍບາຍ ສາຂາແຂວງອັດຕະປື ຈະໄດ້ແຕ່ງຕັ້ງພະນັກງານຂັ້ນສາຂາ, ຄະນະຂະ ແໜງລົງຊີ້ນຳ, ຊຸກຍູ້ບັນດາໜ່ວຍບໍລິການໃຫ້ເຄື່ອນໄຫວຫຼາຍຂຶ້ນ ເພື່ອໃຫ້ທຶນສິນເຊື່ອດັ່ງກ່າວນັ້ນ ເຂົ້າເຖິງປະ ຊາຊົນຜູ້ທຸກຍາກໃນບັນດາເມືອງ ແລະ ບ້ານເປົ້າໝາຍ ຢ່າງມີປະສິດທິຜົນຫຼາຍຂຶ້ນ .

ຂ່າວ-ພາບ: ສິດຕິພອນ | ປະຊາຊົນ

ກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ

ກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ ໄດ້ຈັດຂຶ້ນໃນວັນທີ 25 ກຸມພາ 2021 ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດ, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ ຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 4 ເອກະສານສໍາຄັນ ຄື:

1. ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຮ່າງແຜນງົບປະມານແຫ່ງຊາດ 5 ປີ (2021-2015) ທີ່ສະເໜີໂດຍທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຊຶ່ງແຜນງົບປະມານດັ່ງກ່າວ ແມ່ນການຜັນຂະ ຫຍາຍເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໂດຍກຳນົດທິດທາງລວມ ຖືເອົາບັນຫາການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນ 5 ປີຕໍ່ໜ້າ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກການຈັດຕັັ້ງຂອງພັກ, ລັດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນທົ່ວສັງຄົມ ປະກອບສ່ວນ ເຂົ້າໃນການຈັດຕັັ້ງປະຕິບັດວາລະແຫ່ງຊາດ ຕາມພາລະບົດບາດຂອງຕົນ ແນໃສ່ແກ້ໄຂສະພາບເສດຖະກິດ-ການເງິນ ທີ່ມີຄວາມສ່ຽງສູງ ໃຫ້ສາມາດກ້າວເຂົ້າສູ່ສະພາບປົກກະຕິ. ຜ່ານການປຶກສາຫາລື, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ກຳນົດແຈ້ງຕື່ມ ກ່ຽວກັບວິທີການ ແລະ ມາດຕະການ ໃນການອັດຊ່ອງວ່າງການຮົ່ວໄຫຼ ຂອງງົບປະມານ, ມາດຕະການປະຢັດມັດທະຍັດ, ການປະຕິບັດວິໄນແຜນການ-ການເງິນ, ການກຳນົດຈຸດສຸມ ການນຳໃຊ້ງົບປະມານລົງທຶນຂອງລັດ, ການສ້າງຖານລາຍຮັບໃໝ່ ແລະ ອື່ນໆ, ລວມທັງ ຕົວເລກຄາດໝາຍຕ່າງໆ ໃຫ້ແທດເໝາະກັບສະພາບເງື່ອນໄຂ ແລະ ຄວາມສາມາດຕົວຈິງ, ຫຼັງຈາກນັ້ນ ສົ່ງໃຫ້ບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ທ່ານ ນາຍົກລັດຖະມົນຕີ ພິຈາລະນາ ເປັນຄັ້ງສຸດທ້າຍ ກ່ອນຈະນຳໄປສະເໜີຕໍ່ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງ .

2. ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການປັບປຸງຮ່າງດຳລັດ ວ່າດ້ວຍການຮັບຮອງເອົາບັນຊີກິດຈະ ການຄວບຄຸມ ແລະ ກິດຈະການສຳປະທານ ທີ່ສະເໜີໂດຍທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ. ຜ່ານການປຶກສາຫາລື, ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງຮ່າງດຳລັດສະບັບປັບປຸງ ດັ່ງກ່າວ ແລະ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການແບ່ງຄວາມຮັບຜິດຊອບ ລະຫວ່າງສູນການ ແລະ ທ້ອງຖິ່ນ, ກົນໄກການພິຈາລະນາອະນຸມັດກິດຈະການສຳປະທານ, ການອຳນວຍຄວາມສະດວກດ້ານຕ່າງໆ ໃນການຄຸ້ມຄອງການດຳເນີນກິດຈະການສຳປະທານ, ລວມທັງ ການກຳນົດບັນຊີກິດຈະການຄວບຄຸມ ແລະ ກິດຈະກຳສຳປະທານ ໃຫ້ມີຄວາມເໝາະສົມ, ລະອຽດຈະແຈ້ງ ແລະ ຄົບຖ້ວນ ກວ່າເກົ່າ.

3. ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຮ່າງດຳລັດ ວ່າດ້ວຍເຂດສະຫງວນແຮ່ທາດ ທີ່ສະເໜີໂດຍທ່ານຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແນໃສ່ຮັບປະກັນຄວາມສົມດຸນ ລະຫວ່າງ ການສະຫງວນ ແລະ ການນຳໃຊ້, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ, ຍືນຍົງ ແລະ ເປັນເຈົ້າການ. ຜ່ານການປຶກສາຫາລື, ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງດຳລັດ ດັ່ງກ່າວ ແລະ ຊີ້ນຳໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ປັບປຸງເນື້ອໃນຮ່າງດຳລັດ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ການເສີມຂະຫຍາຍບົດຮຽນ ທີ່ຖອດຖອນໄດ້ ຈາກການຄຸ້ມຄອງແຮ່ທາດ ໃນໄລຍະຜ່ານມາ ເພື່ອກຳນົດ ແລະ ປັບປຸງຮ່າງດຳລັດສະບັບນີ້ ໃຫ້ມີຄວາມສົມບູນຍິ່ງຂຶ້ນ ເປັນຕົ້ນ ການກຳນົດຈຳນວນເຂດ ແລະ ເນື້ອທີ່ ໃຫ້ຊັດເຈນ, ການແຍກເຂດ ທີ່ມີອົງປະກອບ ແລະ ເງື່ອນໄຂແຕກຕ່າງກັນ; ບ່ອນອີງທາງດ້ານກົດໝາຍ ໃນການກຳນົດລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ ໃຫ້ລະອຽດ ແລະ ແທດຕົວຈິງກັບແຕ່ລະເຂດ.

4. ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຊຸດທີ VIII ໄລຍະ 5 ປີ (2016-2020) ທີ່ສະເໜີໂດຍ ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ. ຜ່ານການພິຈາລະນາ, ກອງປະຊຸມ ໄດ້ຊີ້ນຳໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປັບປຸງຮ່າງບົດລາຍງານ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ເປັນຕົ້ນ ວຽກງານພົ້ນເດ່ນໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ການບໍລິຫານລັດ ຕິດພັນກັບການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລວມທັງ ຂໍ້ຄົງຄ້າງຈຳນວນໜຶ່ງ ເພື່ອເປັນຂໍ້ມູນໃຫ້ລັດຖະບານ ຊຸດທີ IX ໃນການຈັດຕັ້ງປະຕິບັດວຽກງານຕໍ່ໄປ.

ສໍາລັບວຽກຈຸດສຸມ ປະຈໍາເດືອນ ມີນາ 2021, ກອງປະຊຸມ ໄດ້ຊີ້ນຳໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງ ສຸມໃສ່ຈັດຕັ້ງປະຕິບັດ ດັ່ງນີ້:

1. ສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງ ໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍຈໍາກັດ ແລະ ຕີຖອຍ ສິ່ງທີ່ບໍ່ດີເຫຼົ່ານັ້ນ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຄວາມປອດໄພໃຫ້ແກ່ປະຊາຊົນ. ພ້ອມກັນນັ້ນ, ກໍ່ໃຫ້ສືບຕໍ່ເອົາໃຈໃສ່ ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄສະນາໂຈມຕີບິດເບືອນແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດ;

2. ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໃຈເລິກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ ສືບຕໍ່ສ້າງສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ການຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ການຊ່ວຍເຫຼືອ, ການຮ່ວມມືໃຫ້ແກ່ການສ້າງສາພັດທະນາປະເທດເຮົາ. ພ້ອມກັນນີ້ ກໍ່ໃຫ້ສືບຕໍ່ກະກຽມຮອບດ້ານແຜນການເຄື່ອນໄຫວຕ່າງປະເທດຂອງການນໍາພັກ-ລັດ ໃນປີ 2021 ໃຫ້ມີເນື້ອໃນ ແລະ ບັນຍາກາດທີ່ດີ.

3. ທຸກຂະແໜງການ ແລະ ທ້ອງຖິ່ນ ໃຫ້ສືບຕໍ່ຕິດຕາມການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນການ ແລະ ທັນເວລາ ດ້ວຍມາດຕະການຕ່າງໆ ຢ່າງຄົບຊຸດ, ໂດຍສະເພາະ ແມ່ນເລັ່ງພັດທະນາ ແລະ ນໍາໃຊ້ເຄື່ອງມືທັນສະໄໝໃນການເກັບລາຍຮັບ ແລະ ຮີບຮ້ອນ ສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ສໍາເລັດໂດຍໄວ;

4. ສືບຕໍ່ປຸກລະດົມຂົນຂວາຍການລົງທຶນດ້ວຍຫຼາຍຮູບການ, ປັບປຸງແກ້ໄຂບັນຫາສິ່ງກີດຂວາງຕ່າງໆ ເພື່ອສ້າງເງື່ອນ ໄຂສະດວກ ໃຫ້ແກ່ນັກລົງທຶນ ແລະ ຍົກສູງປະສິດທິພາບການບໍລິການປະຕູດຽວ. ພ້ອມນີ້, ກໍເລັ່ງລັດການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໃຫ້ມີປະສິດທິຜົນ ເພື່ອກະຕຸກຊຸກຍູ້ການສ້າງຖານລາຍຮັບເພີ່ມຂຶ້ນ ພ້ອມທັງຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປີ 2021 ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ນໍາໃຊ້ທຸກທ່າແຮງບົ່ມຊ້ອນທີ່ມີ;

5. ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ, ເໜັງຕີງໃນລະດັບທີ່ກໍານົດໄວ້; ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ, ກວດກາສິນເຊື່ອ ຂອງບັນດາສະຖາບັນການເງິນ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ແລະ ເພື່ອກະຕຸ້ນເສດຖະກິດ ໃຫ້ຂະຫຍາຍຕົວ;

6. ສືບຕໍ່ເອົາໃຈໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າ ເພື່ອບໍ່ໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍ ສວຍໂອກາດຂຶ້ນລາຄາສິນຄ້າ, ພ້ອມທັງເອົາໃຈໃສ່ຕິດຕາມຊຸກຍູ້ ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs); ຊຸກຍູ້ບັນດາໂຮງງານປຸງແຕ່ງຕ່າງໆໃຫ້ເຄື່ອນໄຫວປົກກະຕິ, ຖືກກົດໝາຍ, ມີປະສິດທິຜົນ ແລະ ການສົ່ງອອກຜະລິດຕະພັນໃຫ້ຫຼາຍຂຶ້ນ ເພື່ອທົດແທນການນໍາເຂົ້າສິນຄ້າ ແລະ ເປັນການສ້າງຖານການຜະລິດໃຫ້ເຂັ້ມແຂງ;

7. ຮີບຮ້ອນແກ້ໄຂບັນດາອຸປະສັກໃນການຂົນສົ່ງ-ຈໍລະຈອນສິນຄ້າ ຢູ່ພາຍໃນປະເທດ ແລະ ຢູ່ຕາມດ່ານຕ່າງໆ ໂດຍຄົ້ນຄວ້າຫຼາຍວິທີແກ້ໄຂແບບປະສົມປະສານກັນ ຕາມສະພາບຕົວຈິງ ຂອງແຕ່ລະບ່ອນ ເຮັດແນວໃດ ບໍ່ໃຫ້ສິນຄ້າອັ່ງອໍ ແລະ ເສຍຄຸນນະພາບ ຍ້ອນອຸປະສັກໃນການຂົນສົ່ງ. ຄຽງຄູ່ກັນນັ້ນ ກໍຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19 ຢ່າງເດັດຂາດ.

8. ໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ກະຊວງສາທາລະນະສຸກ ເພີ່ມທະວີການຄຸ້ມຄອງ, ການຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ເຊື້ອ ແລະ ຕິດເຊື້ອພະຍາດໂຄວິດ-19 ກໍຄືພະຍາດຕາມລະດູການຕ່າງໆ ແລະ ລາຍງານໃຫ້ຂັ້ນເທິງ ຮັບຊາບຢ່າງເປັນປົກກະຕິ ແລະ ທັນເວລາ;

9. ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດ ເພື່ອປະຊາສໍາພັນໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານ ທັງກະກຽມຮັບມື ໃຫ້ທັນສະພາບການ ພ້ອມທັງຕິດຕາມເຝົ້າລະວັງ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຕ້ານແລ້ງ-ຕ້ານຖ້ວມ;

10. ໃຫ້ບັນດາກະຊວງ-ອົງການ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ປະຕິບັດ ຄໍາສັ່ງເລກທີ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ຢ່າງເອົາຈິງເອົາຈັງໃນສະພາບທີ່ລັດຖະບານມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ຊຶ່ງຈະເອົາການແກ້ໄຂວິກິດເສດຖະກິດ-ການເງິນ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກພາກສ່ວນໃນສັງຄົມ ລວມເຖິງພໍ່ແມ່ພີ່ນ້ອງປະຊາຊົນ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ

11. ສືບຕໍ່ກະກຽມເນື້ອໃນເອກະສານ ທີ່ລັດຖະບານຈະໄດ້ລາຍງານຕໍ່ກອງປະ ຊຸມສະພາແຫ່ງຊາດ ຄັ້ງປະຖົມມະລຶກ ທີ່ຈະມາເຖິງ ໃຫ້ມີເນື້ອໃນຮັດກຸມ ເພື່ອໃຫ້ກອງປະຊຸມພິຈາລະນາຮັບຮອງໄດ້; ບັນດາສະມາຊິກລັດຖະບານ ເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ.
ໃນຕອນທ້າຍ, ກອງປະຊຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພະນັກງານ, ລັດຖະກອນ, ກຳມະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາດ ຄົນຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດທີ່ດຳລົງຊີວິດຢູ່ ສປປ ລາວ ກໍ່ຄືພີ່ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດ ທີ່ໄດ້ສະໜັບສະໜູນ, ເປັນກຳລັງແຮງໃຫ້ລັດຖະບານ ຊຸດທີ VIII ຈັດຕັ້ງປະຕິບັດັ້າທີ່ວຽກງານ ຕະຫຼອດ 5 ປີ ຜ່ານມາ. ພ້ອມກັນນີ້ ສະແດງຄວາມຂອບໃຈຕໍ່ບັນດາປະເທດ ເພື່ອນມິດ, ປະເທດອາຊຽນ, ບັນດາປະເທດໃນໂລກ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ໄດ້ໃຫ້ການຊ່ວຍເຫຼືອ, ຮ່ວມມື ແລະ ສະໜັບສະໜູນລັດຖະບານຊຸດທີ VIII ຕະຫຼອດມາ.

ພັກ-ລັດຖະບານລາວ ເອົາໃຈໃສ່ຊ່ວຍເຫຼືອຄົນຕ່າງປະເທດ ທີ່ຕົກຄ້າງຢູ່ລາວ ໃນໄລຍະການແຜ່ລະບາດພະຍາດໂຄວິດ-19

ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ລົງກວດກາຄວາມເປັນລະບຽບຮຽບຮ້ອຍເຂດບ້ານວັດຈັນ, ເມືອງຈັນທະບູລີ ນວ, ໄດ້ພົບເຫັນຜູ້ຍິງຄົນໜຶ່ງຢ່າງເລລ້ອນຕາມແຄມທາງ, ຜ່ານການກວດກາເຫັນວ່າໜັງສືຜ່ານແດນແມ່ນເກີນກຳນົດເວລາພັກເຊົາຫຼາຍກວ່າ 90 ວັນ, ດັ່ງນັ້ນ, ຈຶ່ງໄດ້ນຳສົ່ງໄປຝາກໄວ້ສູນກັກກັນ ແລະ ຕ້ານການແຜ່ລະບາດພະຍາດໂຄວິດ-19 ສູນກາງແນວລາວສ້າງຊາດ ພ້ອມທັງລາຍງານໄປໃຫ້ໜ່ວຍງານສະເພາະກິດແກ້ໄຂຄົນຕ່າງປະເທດ ປກສ ນະຄອນຫຼວງວຽງຈັນ ແລະ ຂະແໜງການທີ່ກ່ຽວຂ້ອງເພື່ອສືບຕໍ່ຊ່ວຍເຫຼືອ.

ຜ່ານການກວດກາຮູ້ໄດ້ວ່າ: ນາງ ມາຢຸ ກາຈາວະ ( MS MAYU KAGAWA ) ອາຍຸ 48ປີ, ເຊື້ອຊາດ-ສັນຊາດຍີ່ປຸ່ນ ໄດ້ເດີນທາງເຂົ້າມາ ສປປ ລາວ ຜ່ານດ່ານສາກົນວັງເຕົ່າ ແຂວງຈຳປາສັກ ເພື່ອມາທ່ອງທ່ຽວ ເມື່ອຮອດກຳນົດກັບຜູ້ກ່ຽວແມ່ນບໍ່ສາມາດກັບປະເທດຕາມໄລຍະເວລາທີ່ທາງການອະນຸຍາດ, ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ແລະ ຜູ້ກ່ຽວກໍ່ບໍ່ມີຄ່າໃຊ້ຈ່າຍໃນການດຳລົງຊີວິດຈຶ່ງເລລ້ອນຕາມໝູ່ບ້ານຕ່າງໆ ພ້ອມກັນນັ້ນຜູ້ກ່ຽວກໍ່ບໍ່ສາມາດຕິດຕໍ່ຫາຍາດພີ່ນ້ອງໄດ້.

ສະນັ້ນ, ເຈົ້າໜ້າທີ່ສະເພາະກິດຈຶ່ງໄດ້ນຳຕົວມາເບິ່ງແຍງ ພ້ອມທັງປະສານໄປຍັງເຈົ້າໜ້າທີ່ຂອງສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ເພື່ອຂໍຄວາມຊ່ວຍເຫຼືອ ມາຮອດວັນທີ 24 ກຸມພາ 2021 ຈຶ່ງໄດ້ນຳສົ່ງຜູ້ກ່ຽວເດີນທາງກັບຄືນປະເທດ ນີ້ແມ່ນການປະຕິບັດນະໂຍບາຍຫຼັກການມະນຸດສະທຳຂອງ ສປປ ລາວ.

ການນຳໃຊ້ແຮງງານເດັກ ຕ້ອງໄດ້ຮັບການແກ້ໄຂຢ່າງຈິງຈັງ

ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມສ້າງຄວາມ ເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງການນຳໃຊ້ແຮງງານເດັກ ແລະ ສົ່ງເສີມວຽກທີ່ມີຄຸນຄ່າສຳລັບໄວໜຸ່ມ ໃນ ສປປ ລາວ ໄລຍະ 2021-2025 ໄດ້ຈັດຂຶ້ນໃນວັນທີ 24 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງ ຮສສ ຊຶ່ງມີ ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງ ຮສສ, ທ່ານ ນາງ ບາລາລີ ພຣຸກ ຊ່ຽວຊານອາວຸໂສ ເພື່ຶອສົ່ງເສີມຫຼັກການພື້ນຖານ ແລະ ສິດທິໃນການອອກແຮງງານ ຂອງອົງການ ແຮງງານສາກົນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອພ້ອມກັນຄົ້ນຄວ້າປຶກສາຫາລືກ່ຽວກັບ ຄູ່ມືເພື່ອນຳໃຊ້ໃນການຈັດ ຕັ້ງປະຕິບັດ ຢູ່ ສປປ ລາວ ເປັນຕົ້ນແມ່ນແຜນບຸລິມະສິດ ຂອງປີ 2021 ຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບການລຶບລ້າງການນຳໃຊ້ແຮງງານເດັກ; ແຜນບຸລິມະສິດ ຂອງປີ 2021 ຂອງຂະແໜງກະສິກຳ ແລະ ປ່າໄມ້ ກ່ຽວກັບການລຶບລ້າງນຳໃຊ້ແຮງງານເດັກ; ແຜນບຸລິມະສິດ ຂອງປີ 2021 ຂອງຂະແໜງການທ່ອງທ່ຽວກ່ຽວກັບການລຶບລ້າງນຳໃຊ້ແຮງງານເດັກ; ແຜນບຸລິມະສິດ ຂອງປີ 2021 ຂອງສູນ ກາງກຳມະບານລາວກ່ຽວກັບການລຶບລ້າງນຳໃຊ້ແຮງງານເດັກ ແລະ ແຜນບຸລິມະສິດ ຂອງປີ 2021 ຂອງສະພາ ການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ກ່ຽວກັບການລຶບລ້າງນຳໃຊ້ແຮງງານເດັກ.

ຂ່າວ: ຕຸໄລເພັດ

ການນຳໃຊ້ລະບົບແຈ້ງພາສີປະຕູດຽວຈະຊ່ວຍໃຫ້ວຽກກງານການນຳເຂົ້າ ແລະ ການສົ່ງອອກສິນຄ້າຢູ່ດ່ານພາສີສາກົນຕ່າງໆມີຄວາມສະດວກ ແລະ ວ່ອງໄວຂຶ້ນ

ໃນ​ປະ​ຈຸ​ບັນ​ນີ້, ລະ​ບົບ​ແຈ້ງ​ພາ​ສີ​ປະ​ຕູ​ດຽວແຫ່ງຊາດ (LNSW) – ເປັນ​ລະ​ບົບ​ການ​ແຈ້ງພາສີແບບ ເອເລັກໂຕຼນິກ ໄດ້ມີ​ຜົນ​ບັງ​ຄັບ​ໃຊ້​ ແລະ ​ຈັດ​ຕັ້ງ​ປະ​ຕິ​ບັດຢ່າງ​ເຕັມ​ຮູບ​ແບບ​ເພື່ອ​ເຮັດ​ໃຫ້ວຽກ​ງານ​ກາ​ນ​ນຳ​ເຂ້າ, ສົ່ງ​ອອກ ແລະ ສົ່ງ​ຜ່ານ​ສິນ​ຄ້າທຸກ​ປະ​ເພດຢູ່​ທີ່​ດ່ານ​ພາ​ສີ​ສາ​ກົນ ແລະ ສະ​ໜາມ​ບິນ​ສາ​ກົນ​ຕ່າງໆໃນ ສ​ປ​ປ ລາວ ໃຫ້ມີ​ຄວາມຄວາມ​ສະດວກ, ວ່ອງ​ໄວ ແລະ ມີ​ປະ​ສິດ​ທິ​ພາ​ບ​ຂຶ້ນ​ຕື່ມ.

         ໃນ​ປະ​ຈຸ​ບັນ​ນີ້, ທາງ​ກະ​ຊວງ​ການ​ເງິນ​ໄດ້​ອອກ​ແຈ້ງ​ການ​ຢ່າງ​ເປັນ​ທ​າງ​ການ​ໃຫ້​ມີ​ການ​​ນຳ​ໃຊ້​ລະ​ບົບ​ແຈ້ງ​ພາ​ສີ​ປະ​ຕູ​ດຽວ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ເລີ່ມ​ຈາກວັນ​ທີ 23 ກຸມ​ພາ 2021 ເປັນ​ຕົ້ນ​ໄປ​.

         ​ໂດຍ​ອີງ​ຕາມ​ທາງ​ ບໍ​ລິ​ສັດ​ ບີແວກ (​ລາວ) ​ຈຳ​ກັດ ທີ່​ເປັນ​ບໍ​ລິ​ສັດ​ຄູ່​ຮ່ວມ​ພ​ັດ​ທະ​ນາ​ກັບ ​ກະ​ຊວງ​ການ​ເງິນ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ລະ​ບົບ​ແຈ້ງ​ພາ​ສີ​ປະ​ຕູ​ດຽວແຫ່ງຊາດ ​ເຂົ້າ​ໃນວຽກງານ​ການ​ນຳ​ເຂົ້າ​ສິນ​ຄ້າ ໄດ້​ມີ​ການ​ຈັດ​ໃຫ້​ມີ​ການ​ຝຶກ​ອົບ​ຮົມ​ການ​ນຳ​ໃຊ້​ລະ​ບົບ​ດັ່ງ​ກ່າວ​ຂຶ້ນ​ໂດຍ​ບໍ່​ມີ​ຄ່າ​ໃຊ້​ຈ່າຍ​ໃດໆ ເຊິ່ງ​ການ​ຝຶກ​ອົບ​ຮົມ​ດັ່ງ​ກ່າວ​ນີ້​ແມ່ນ​ຈັດ​ຂຶ້ນ​ທຸກໆ​ວັນ​ຈັນ ​ຫາ ​ວັນ​ສຸກ ຢູ່​ທີ່​ຫ້ອງ​ການ​ຂອງ​ບໍ​ລິ​ສັດ​ຮ່ວມ​ພັດ​ທະ​ນາ​ລະ​ບົບ​ແຈ້ງ​ພາ​ສີ​ປ​ະ​ຕູ​ດຽວ.

         ການ​ນຳ​ໃຊ້​ລະ​ບົບແຈ້ງ​ພາ​ສີ​ປ​ະ​ຕູ​ດຽວ ເຊິ່ງ​ເປັນ​ລະ​ບົບ​ທີ່​ມີ​ການເຊື່ອມ​ໂຍງ​ກັບ​ລະ​ບົບແຈ້ງ​ພາ​ສີ​ແບບ​ອີ​ເລັກ​ໂທ​ຣ​ນິກ ອາ​ຊີ​ກູ​ດ້າ(ASYCUDA system) ນັ້ນ ຈະ​ເຮັດ​ໃຫ້​ແຫລ່ງ​ລາຍ​ຮັບ​ຂອງ ສ​ປ​ປ ລາວ​ເພີ່ມ​ຂຶ້ນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ພ້ອມ​ດຽວ​ກັນ​ນັ້ນ, ຈະ​ເປັນ​ການ​ຮັບ​ປະ​ກັນ​ໃຫ້​ມີ ​ຄວາມ​ໂປ່ງ​ໃສໃນ​ການ​ດຳ​ເນີນ​ວຽກ​ງານ​ກາ​ນ​ຄ້າ ແລະ ເປັນ​ການ​ອຳ​ນວຍ​ຄວາມ​ສ​ະ​ດວກ​ໃຫ້ແກ່​ວຽກ​ງານ​ການ​ແຈ້ງ​ພາ​ສີ ​ເພື່ອ​ເພີ່ມ​ຄວາ​ມ​ອາດ​ສາ​ມາດ​ເຮັດ​ໃຫ້​ບັນ​ດາ​ຜູ້​ນຳ​ເຂົ້າ​ທີ່​ກ່ຽວ​ຂ້ອງ​ທຸກ​ພາກ​ສ່ວນ​ສາ​ມາດບັນ​ລຸ​ໄດ້​ຕ​າມມ​າດ​ຕະ​ຖານ​ຂອ​ງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ອື່ນໆ ອີກ​ດ້ວຍ.



ໜ້າ​ທີ່​ການ​ດຳ​ເນີນ​ງານ​ຫລັກໆຂອງລະ​ບົ​ບແຈ້ງ​ພາ​ສີ​ປະ​ຕູ​ດຽວແມ່ນ:

  • ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ສະ​ເໜີ​ຂໍໃບອະ​ນຸ​ຍາດ ແລະ ອອກ​ໃບ​ອະ​ນຸ​ຍາດ​ນຳ​ເຂົ້າ​ສິນ​ຄ້າ,
  • ເພື່ອ​ຕິດ​ຕາມ​ການ​ເຄື່ອນ​ຍ້າຍ​ສິນ​ຄ້າ​ດ້ວຍ​ເລກ​ທິີເອ​ກະ​ສານ​ຂົນ​ສົ່ງ​ສິນ​ຄ້າ,
  • ເພື່ອ​ເກັບ​ຄ່າ​ອາ​ກອນ ແລະ ຄ່າ​ທຳ​ນຽມ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ໃຫ້​ແກ່​ຄັງ​ເງິນ​ດ້ວຍ​ວິ​ທີ​ດຳ​ເນີນ​ການ​ບັນ​ທຶກ​ການຊຳ​ລະ​ເງິນໃນ​​ຄັ້ງ​ດຽວ.

ເຫດຜົນທີ່ມີການນຳໃຊ້ລະບົບແຈ້ງພາສີປະຕູດຽວປະກອບມີ:

  • ເພື່ອ​ຊ່ວຍ​ໃຫ້​ຂັ້ນ​ຕອນ​ການ​ນຳ​ເຂົ້າ​ສິນ​ຄ້າ​ມີ​ຄວາມ​ງ່າຍ​ດາຍ, ວ່ອງໄວ ແລະ ມີ​ປະ​ສິດ​ທິ​ພາບ ຫລາຍຂຶ້ນກວ່າ​ເກົ່າ,
  • ເພື່ອ​ຫລຸດ​ຜ່ອນ​ປັນ​ຫາການນຳ​ໃຊ້​ເຈ້ຍສໍ ເນື່ອງ​ຈາກ​ການ​ດຳ​ເນີນ​ບັນ​ດາ​ເອ​ກະ​ສານຕ່າງໆ​ທີ່​ກ່ຽວ​ຂ້ອງ​ຕ້ອງ​ໄດ້​ມາດ​ຕະ​ຖານ ແລະ ຮຽກ​ຮ້ອງ​ໃຫ້​ສາ​ມາດ​ຍື່ນ​ເອ​ກະ​ສານ​ຕ່າງໆ​ດັ່ງ​ກ່າວ​ໃຫ້​ແລ້ວ​ໃນ​ຄັ້ງ​ດຽວ,
  • ເພື່ອ​ຫລຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ ເນື່ອງ​ຈາກວ່າຢາກ​ເຮັດ​ໃຫ້ການ​ດຳ​ເນີນ​ວຽກ​ງານ​ການຄ້າ​ລະ​ຫວ່າງ​ປະ​ເທດນັ້ນ​ມີ​​ປະ​ສິດ​ທິ​ຜົນ​ ແລະ ວ່ອງ​ໄວ ເພີ່ມ​ຂຶ້ນ ໂດຍ​ຜ່ານ​ວີ​ທິການກວດ​ກາ ແລະ ການອະ​ນຸ​ມັດ​ເອ​ກະ​ສານ​ໃຫ້​ມີ​ຄວາມວ່ອງ​ໄວຂຶ້ນກວ່າ​ເກົ່າ,
  • ເພື່ອ​ເພີ່​ມ​ຄວາມ​ໂປ່ງ​ໃສ​ໃນ​ກ​ານ​ດຳ​ເນີນ​ວຽກ​ງານ​ຕ່າງໆ​ທີ່​ກ່ຽວ​ຂ້ອງ ລະ​ຫວ່າງ ພ​າກ​ລັດ ແລະ ເອ​ກະ​ຊົນ,
  • ເພື່ອ​ພັດ​ທະ​ນາ​ຮູບ​ແບບ​ການ​ດຳ​ເນີນ​ວຽກ​ງານ​ຫລັກ​ຂອງ​ບັນ​ດາ​ພະ​ນັກ​ງານ​ເຈົ້າ​ໜ້າ​ທີ່​ຜູ້​ກ່ຽວ​ຂ້ອງ​ໃຫ້​ມີ​ປະ​ສິດ​ທິ​ພາບ​ຂຶ້ນກວ່າ​ເກົ່າ.

ໜ້າທີ່ການດຳເນີນງານຂອງ​​ລະບົບປະກອບມີ:

  • ໃບ​ອະ​ນຸ​ຍາດ​ອີ​ເລັກ​ໂທ​ຣ​ນິກ (ການ​ສະ​ເໜີ​ຂໍ​ໃບ​ອະ​ນຸ​ຍາດ ແລະ ຂັ້ນ​ຕອນ​ການ​ອະ​ນຸ​ມັດ​ໃບ​ອະ​ນຸ​ຍາດ),
  • ການ​ດຳ​ເນີ​ນ​ວຽກ​ງານ​ການ​ຂົນ​ສົ່ງ​ແບບ​ອິ​ເລັກ​ໂທ​ຣ​ນິກ (ເພື່ອດຳ​ເນີນ​ການ​ຕິດ​ຕາມ​ການ​ເຄື່ອນ​ຍ້າຍສິນ​ຄ້າ ແລະ ການ​ເຊື່ອມ​ໂຍງຕ່າງໆ),
  • ອອກ​ໃບ​ຮຽກ​ເກັບ​ເງິນ ແລະ ດຳ​ເນີນ​ການ​ຊຳ​ລະ​ຄ່າ​ທ​ຳ​ນຽມ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຢູ່​ຈຸດ​ດຽວ
  • ບົດ​ລາຍ​ງານສະ​ຖິ​ຕິ​ທາງ​ດ້ານ​ການ​ເງິນ ແລະ ຂໍ້​ມູນ​ດ້ານ​ວິ​ຊາ​ການ​ທີ່​ກ່ຽວ​ຂ້ອງ.

ໂດຍ​ອີງ​ຕາມການ​ແຈ້ງ​ການ​ຂອງ ​ກະ​ຊວງ​ການກ​ານ​ເງິນ​ ​​ໄດ້​ແຈ້ງ​ໃຫ້​ຮຸ້​ວ່າ ລະ​ບົບ ​ແຈ້ງ​ພາ​ສີ​ປະ​ຕ​ູດຽວແຫ່ງຊາດ ​ແມ່ນ​ມີຮູບ​ແບບ​ການ​ດຳ​ເນີນ​ງານ​ທີ່​ຈະ​ຊ່ວຍ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ສິນ​ຄ້າ​ທຸກ​ປະ​ເພດ​ຢູ່​ທີ່​ຂົວ​ມິດ​ຕະ​ພາບ​ຕ່າງໆ ເຊິ່ງ​ລວມມີ​ສິນ​ຄ້າ​ຍົກ​ເວັ້ນ ຫລື ສິນ​ຄ້າ​ງົດ​ເກັບ​ພາ​ສີ​ອາ​ກອນ ທຸກ​ປະ​ເພດ ນຳ​ອ​ີກ​ດ້ວຍ.

ຜູ້​ປະ​ກອບ​ການ (ລວມ​ມີ​ຜູ້​ນຳ​ເຂົ້າ/ສົ່ງ​ອອກ) ແລະ ບັນ​ດາ ​ຊີບ​ປິ້ງ ​ທີ່​ເປັນ​ຕົວ​ແທນ​ໃນ ສ​ປ​ປ ລາວ ທີ່​ມີ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ກ່ຽວ​ພັນ​ເຖິງ​ການ​ນຳ​ເຂົ້າ, ສົ່ງ​ອອກ ແລະ ສົ່ງ​ຜ່ານ ສິນ​ຄ້າ​ຕາມ​ດ່ານ​ພາ​ສີ​ສາ​ກົນ​ຕ່າງໆ ແມ່ນ​ຖືກ​ກະ​ຕຸກ​ຊຸກ​ຍູ້​ໃຫ້​ເຂົ້າ​ມາ​ຮ່ວມ​ການ​ຝຶກ​ອົບ​ຮົມ​ການ​ນຳ​ໃຊ້​ລະ​ບົບ​ແຈ້ງ​ພາ​ສີ​ປະ​ຕຸ​ດຽວ​ຢູ່​ຫ້ອງ​ການ​ຂອງ​ບໍ​ລິ​ສັດ​ຮ່ວມ​ພັດ​ທະ​ນາ​ລະ​ບົບ​ແຈ້ງ​ພ​າ​ສີ​ປະ​ຕູ​ດຽວ ເພື່ອ​ໃຫ້​ສາ​ມາດ​ຮຽ​ນ​ຮ​ູ້​ກາ​ນຳ​ໃຊ້​ລະ​ບົບ​ແຈ້ງ​ພາ​ສີ​ປະ​ຕູ​ດຽວ​ນີ້​ຢ່າງ​ມີ​ປະ​ສິດ​ທິ​ພາບ.

ບັນ​ດາ​ຜູ້​ປະ​ກອບ​ການ​ຕ່າງໆ​ຜູ້​ທີ່​ຍັງ​ບໍ່​ທັນ​ໄດ້​ລົງ​ທະ​ບຽນ​ບໍ​ລິ​ສັດ ແລະ ອອກ​ລະ​ຫັດ​ຜຸ້​ນຳ​ໃຊ້​ລະ​ບົບ​ເພື່ອ​ນຳ​ໃຊ້​ລະ​ບົບນັ້ນແມ່ນ​ໃຫ້​ພ້ອມ​ພາ​ກັນ​ຮີບ​ດ່ວນ​ໄປ​ລົງ​ທະ​ບຽນ​ເພື່ອ​ອອກ​ລະ​ຫັດ​ຜູ້​ນຳ​ໃຊ້ ແລະ ລະ​ຫັດ​ທີ່​ໄດ້​ຮັບ​ການ​ອອກ​ໃຫ້​ແລ້ວ​ຄວນ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຢ່າງ​ຮີບ​ດ່ວນ​ຈາກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ. 

ບັນ​ດາ​ຜູ້​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ສິນ​ຄ້າ​ທຸກ​ປະ​ເພດ​ມີ​ພັນ​ທະ​ສັນ​ຍາ​ຕ້ອງ​ໄດ້​ຊຳ​ລະ​ຄ່າ​ພາ​ສີອາ​ກອນ​ ພ້ອມ​ດ້ວຍ​ຄ່າ​ທ​ຳ​ນຽມຕ່າງໆ​ທີ່​ກ່ຽວ​ຂ້ອງ​ຂອງ​ໜ່ວຍ​ງານ​ພາກ​ລັດ​ອື່ນ​ໆ​ທີ່​ກ່ຽວ​ຂ້ອງໃຫ້​ຄົບ​ຖ້ວນຢູ່​ທີ່​ຈຸ​ດ​ດຽວ.

ໜ່ວຍ​ງາ​ນ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ນີ້​ປະ​ກອບ​ດ້ວຍບັນ​ດາ​ໜ່ວຍ​ບໍ​ລິ​ການ​ຕ່າງໆ ຫລື ບັນ​ດາ​ລະ​ບົບອີ​ເລັກ​ໂທ​ຣ​ນິກ​ຕ່າງ​ໆ​ທີ່​ດຳ​ເນີນ​ງານ​ໂດຍ​ທະ​ນາ​ຄານ​ການ​ຄ້າ​ຕ່າງ​ປະ​ເທດ​ລາວ ແລະ ທະ​ນາ​ຄານ​ພັດ​ທະ​ນາ​ລາວ ແລະ ລວມ​ມີ​ຮູບ​ແບບ​ການບໍ​ລິ​ການ​ຂອງ​ລະ​ບົບ​ທະ​ນາ​ຄານ​ເຊັ່ນ: i-Banking, BCEL One, LDB Corporate Banking, ເງິນ​ສົດ, ການ​ໂອນ​ເງິນ ແລະ ເຊັກ, ຂ​ຶ້ນ​ກັບ​ບັນ​ດາ​ລະ​ບຽບ​ການ​ຕ່າງໆ​ທີ່​ກ່ຽວ​ຂ້ອງ.

ບໍ​ລິ​ສັດ​ຮ່ວມ​ພັດ​ທະ​ນາ​ລະ​ບົບ​ແຈ້ງ​ພາ​ສີ​ປະ​ຕູ​ດຽວ​ຈຳ​ກັດ​ໄດ້​ຮັບ​ການມອບ​ໝາຍ​ໃຫ້​ເກັບ​ຄ່າ​ທຳ​ນຽມ​ຂອງ​ການ​ນຳ​ໃຊ້​ລະ​ບົບ​ແຈ້ງ​ພາ​ສີ​ປະ​ຕູ​ດຽວ​ໃນ​ອັດ​ຕາ​ລາ​ຄາ​ທີ 120.000 ກີບ ຕໍ່​ການ​ແຈ້ງ 1 ຄັ້ງ ໂດຍ​ອີງ​ຕາມ​ຈຳ​ນວນ​ໃບ​ແຈ້ງ​ພາ​ສີ​ເປັນ​ລາຍ​ລະ​ອຽດ​ໃນ​ການ​ນຳ​ເຂົ້າ​ສິນ​ຄ້າ​ແຕ່​ລະ​ຄັ້ງ.

ຄ່າ​ທຳ​ນຽມ​ໃນ​ການ​ນຳ​ໃຊ້​ລະ​ບົບນີ້​ແມ່ນບໍ່​ໄດ້ລວມ​ເອົາຄ່າ​ພາ​ສີ​ອາ​ກອນ ແລະ ຄ່າ​ພັນ​ທະ​ອື່ນໆ, ຄ່າ​ທຳ​ນຽມ ແລະ ຄ່າ​ບໍ​ລິ​ການ​ອື່ນໆ​ຂອງ​ບັນ​ດາ​ໜ່ວຍ​ງານ​ພາກ​ລັດ​ທີ່​ກ່ຽວ​ຂ້ອງ​ຕ່າງໆ.

ລະ​ບົບ​ແຈ້ງ​ພາ​ສີ​ປະ​ຕູ​ດຽວ ເປັນ​ໂຄ​ງ​ການ​ຮ່ວ​ມ​ທຶນ​ລະ​ຫວ່າງ ປະເທດ ສ​ປ​ປ ລາວ ຕາງຫນ້າ​ແມ່ນກະ​ຊວງ​ການ​ເງິນ ແລະ ບໍ​ລິ​ສັດ ບີ​ແວກ (​ລາວ) ຈຳ​ກັດ ເພື່ອຈັດ​ຕັ້ງ​ປະ​ຕິ​ບັດ​ການ​ນຳ​ໃຊ້​ລະ​ບົ​ບແຈ້ງ​ພາ​ສີ​ປະ​ຕູ​ດຽວເຂົ້າ​ໃນ​ວຽກ​ງານ​ການ​ນຳ​ເຂົ້າ, ສົ່ງ​ອອກ ແລະ ສົ່​ງ​ຜ່ານ ສິນຄ້າ ຕາມ​ຊາຍ​ແດນ​ສາ​ກົນຕ່າງໆທີ່​ກ່ຽວ​ຂ້ອງໃນ​ຂອບ​ເຂດທົ່ວ​ປະ​ເທດ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ ທ່ານ​ສາ​ມາດ​ເຂົ້າ​ໄປປະ​ສານ​ງານ​ໄດ້​ທີ່​ຫ້ອງ​ການຂອງ​ບໍ​ລິ​ສັດ​ຮ່ວມ​ພັດ​ທະ​ນາ​ລະ​ບົບ​ແຈ້ງ​ພາ​ສີ​ປະ​ຕູ​ດຽວ ທີ່​ຕັ້ງ​ຢູ່​ບ້ານ​ນາ​ໄຊ, ເມືອງ​ໄຊ​ເສດ​ຖາ, ເຮືອນ​ເລກ​ທີ: 429, ໜ່ວຍ 41, ຢູ່​ຊັ້ນ​ທີ3 ຂອງ​ຕຶກ​ຂຽວ, ນະ​ຄອນ​ຫລວງວ​ຽງ​ຈັນ ຫລື ທ່ານ​ສາ​ມາດ​ຕິດ​ຕໍ່​ຜ່ານ​​ບັນ​ດາ​ເບິ​ໂທ​ລະ​ສັບ​/ເບີ​ວັອດ​ແອັບຕ່າງໆ​ຕໍ່​ໄປ​ນີ້​ໄດ້: 020 5489 1405 ຫລື 020 9861 7780 ຫລື 020 5554 4640 ເພື່ອ​ລົງ​ທະ​ບຽນ ແລະ ຂໍ​ອອກ​ລະ​ຫັດ​ຜູ້​ນຳ​ໃຊ້​ລະ​ບົບ.

ອ​ິ​ເມວ: [email protected]ເວັບ​ໄຊ: www.laonsw.net