Home Blog Page 240

ປະກອບສ່ວນເພື່ອການພັດທະນາໂອກາດກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກມູນຄ່າ 14,53 ຕື້ກີບ!

ໃນໂອກາດດາເນີນກອງປະຊຸມໃຫຍ່ຜູູ້ແທນທົົ່ວປະເທດ ຄັັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ເປັນການປະກອບສ່ວນ ອັນສໍາຄັນເຂົ້າໃນການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັັ້ງ IX

(2021-2025) ໃຫ້ບັນລຸຕາມຈຸດປະສົງລະດັບຄາດຫມາຍ, ທັງພາກລັດ ແລະ ພາກເອກະຊົນໄດ້ມ້ອບເງິນຊຸກຍູູ້, ວັດຖຸປະກອບສ່ວນຕ່າງໆ, ເຊິື່ງນັບແຕ່ວັນທີ 07-15 ມັງກອນ 2021 ລວມມີທັງຫມົດ 34 ພາກສ່ວນ, ລວມມູນຄ່າ ທັງຫມົດ 14,53 ຕື້ກີບ.ໃນນັັ້ນ, ເປັນເງິນສົດຈໍານວນ 14,28 ຕື້ກີບ, ເປັນວັດຖຸມູນຄ່າ 254 ລ້ານກີບ.

ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກກະຊວງການເງິນ, ທັງເປັນຫົວຫນ້າອານຸກຳມະການງົບປະມານຮັບໃຊ້ກອງປະຊຸມໃຫຍ່ຜູູ້ແທນທົົ່ວປະເທດ ຄັັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ຮູ້ວ່າ:

ພາກສ່ວນຕ່າງໆໄດ້ໃຫ້ຄວາມສໍາຄັນຊຸກຍູູ້ ເນື່ອງໃນໂອກາດດຳເນີນກອງປະຊຸມໃຫຍ່ຜູູ້ແທນທົົ່ວປະເທດ ຄັັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັັ້ງ IX (2021-2025) ໃຫ້ບັນລຸຕາມຈຸດປະສົງລະດັບຄາດຫມາຍ, ເປັນຕົ້ນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ກຸ່ມບໍລິສັດ ດອກງິ້ວຄໍາ ຈຳກັດ ປະກອບສ່ວນເປັນເງິນສົດ 1,3 ຕື້ກີບ, ບໍລິສັດເອັສທີກຣຸບແລະ ທະນາຄານເອັສທີ 1,2 ຕື້ກີບ, ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ 1,1 ຕື້ກີບ, ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູູ້ດຽວ 1 ຕື້ກີບ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ 1 ຕື້ກີບ, ກຸ່ມບໍລິສັດ ພົງຊັບທະວີ ຈໍາກັດ ຜູູ້ດຽວ 1 ຕື້ກີບ, ບໍລິສັດ ຫວງພະບາງພາວເວີ ຈໍາກັດ 1 ຕື້ກີບ, ກຸ່ມບໍລິສັດ ຄໍາໄພຊະນະ ຈໍາກັດຜູູ້ດຽວ 1 ຕື້ກີບ, ກຸ່ມບໍລິສັດ ພົງສະຫວັນ 1 ຕື້ກີບ, ທະນາຄານ ຮ່ວມ ພັດທະນາ (JDB) 800 ລ້ານກີບ, ບໍລິສັດ ເບຍລາວ ຈໍາກັດ 596 ລ້ານກີບ (ເປັນເງິນສົດ 500 ລ້ານກີບ, ວັດຖຸ 96 ລ້ານກີບ), ບໍລິສັດ ພະລັງງານໄຟຟ້າຄວາມຮູ້ອນເຊກອງຈາກັດ ”XTPPL” ບໍລິສັດໃນເຄື້ອຂອງກຸ່ມ ບໍລິສັດ ພອນສັກ ຈໍາກັດ 500 ລ້ານກີບ, ທະນາຄານ ແຫ່ງ ສປປ ລາວ 500 ລ້ານກີບ, ທະນາຄານ ການຄ້າຕ່າງປະເທດລາວ 500 ລ້ານກີບ, ບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ 500 ລ້ານກີບ, ບໍລິສັດ ລັດວິສາຫະກິດຫວຍ

ພັດທະນາ 300 ລ້ານກີບ , ບໍລິສັດ ວັງຕັດຂຸດຄົ້ນບໍໍ່ແຮ່ 300 ລ້ານກີບ, ອົງຄະນະພັກ ນະຄອນຫວງວຽງຈັນ 150 ລ້ານກີບ, ກຸ່ມບໍລິສັດ ດາວເຮືອງ ມອບເປັນວັດຖຸມູນຄ່າ 120 ລ້ານກີບ, ທ່ານ ໄຊສົງຄາມ ວໍລະຈິດ ປະທານ ບໍລິສັດ ເອັສວີກຣຸບ ຈໍາກັດ 100 ລ້ານກີບ, ບໍລິສັດ ພັດທະນາສວນວັດທະນາທໍາລ້ານຊ້າງ 100 ລ້ານກີບ, ບໍລິສັດ ເພັດສະຫມອນ ກໍ່ສ້າງ ເຄຫາສະຖານ ຂົວທາງ ຊົນລະປະທານ ຈໍາກັດຜູູ້ດຽວ 100 ລ້ານກີບ, ກຸ່ມບໍລິສັດ ດີເອັມ ຈໍາກັດຜູູ້ດຽວ 50 ລ້ານກີບ, ອົງຄະນະພັກ ແຂວງຈໍາປາສັກ 50 ລ້ານກີບ, ອົງຄະນະພັກ ແຂວງສາລະວັນ 30 ລ້ານກີບ, ອົງຄະນະພັກ ແຂວງອຸດົມໄຊ 30 ລ້ານກີບ, ອົງຄະນະພັກ ແຂວງສະຫວັນນະເຂດ 30 ລ້ານກີບ, ອົງຄະນະພັກ ແຂວງຊຽງຂວາງ 20 ລ້ານກີບ, ອົງຄະນະພັກ ແຂວງຫົວພັນ 20 ລ້ານກີບ, ອົງຄະນະພັກ ແຂວງເຊກອງ 20 ລ້ານ ກີບ, ອົງຄະນະພັກ ແຂວງໄຊຍະບູລີ 20 ລ້ານກີບ, ອົງຄະນະພັກ ແຂວງບໍ່ແກ້ວ 20 ລ້ານກີບ , ອົງຄະນະພັກແຂວງຫຼວງນໍ້າທາ 20 ລ້ານກີບ, ອົງຄະນະພັກ ແຂວງຜົັ້ງສາລີ 20 ລ້ານກີບ.
ໂອກາດດັ່ງກ່າວ, ທ່ານ ບນຸ ໂຈມ ອຸບົນປະເສີດ ໃນນາມຕາງຫນ້າໃຫ້ ອະນຸກໍາມະການເສດຖະກິດ, ອະນຸກໍາມະການງົບປະມານກອງປະຊຸມໃຫຍ່ຜູູ້ແທນທົົ່ວປະເທດ ຄງັັ້ທີ XI ຂອງພັກ, ໄດ້ຊີື້ແຈງຕື່ມການສະເຫນີຂ່າວຜ່ານ ມາໃນການໃຊ້ງົບປະມານຂອງລັດເຂົ້າໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂື້ນຮາກຖານພັກຢູ່ ກຸ່ມບ້ານໃນຂອບເຂດທົ່ວປະເທດ; ອົງຄະນະພັກບັນດາເມືອງ, ນະຄອນ, ອົງຄະນະພັກບັນດາແຂວງ, ນະຄອນຫຼວງ 3 ອົງການຈັດຕັັ້ງມະຫາຊົນຂອງພັກແຕ່ລະຂັັ້ນ, ກອງປະຊຸມໃຫຍ່ຜູູ້ແທນທົົ່ວປະເທດ ຄັັ້ງທີ XI ຂອງພັກປະຊາຊົນ

ປະຕິວັດລາວ ແມ່ນໄດ້ດໍາເນີນໃນຫຼາຍຂັັ້ນ, ຫຼາຍລະດັບຂອງອະນຸກໍາມະການຕ່າງໆ ກະກຽມກອງປະຊຸມໃຫຍ່ແຕ່ລະຂັັ້ນດ້ວຍການປະຢັດການໃຊ້ຈ່າຍຢ່າງເຄັ່ງຄັດ, ໂຈະການໃຊຈ່າຍທີ່ບໍ່ຈໍາເປັນໃນການກະກຽມກອງປະຊຸມ, ງານລ້ຽງ ງານສະຫຼອງຕ່າງໆ ເພື່ອຢັດງົບປະມານຂອງລັດລົງເປັນຈໍານວນຫຼວງຫາຍ ແລະ ຂໍສະແດງຄວາມຂອບໃຈ ແລະ ຮູູ້ບຸນຄຸນມາຍັງພາກສ່ວນຕ່າງໆທີ່ໄດ້ໃຫ້ການປະກອບສ່ວນຊຸກຍູູ້ໃນຄັັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຮັດ ໃຫ້ການດໍາເນີນກອງປະຊຸມໃຫຍ່ຄັັ້ງທີ XI ຂອງພັກ ແລະ ການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັັ້ງ IX ປະສົບຜົນສາເລັດຕາມລະດັບຄາດຫມາຍ.

“All-New Isuzu D-Max” ໄດ້ຮັບລາງວັນ ASEAN NCAP ຄວາມປອດໄພລະດັບ 5 ດາວ ຕອກຢໍ້າຄວາມເປັນຜູ້ນຳແຫ່ງໂລກກະບະໂຕຈິງ!

“All-New Isuzu D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ’’ ໄດ້ຮັບມາດຕະຖານຄວາມປອດໄພສູງສຸດລະດັບ 5 ດາວ ຈາກສະຖາບັນທົດສອບຄວາມປອດໄພລົດຍົນຊັ້ນນຳ ASEAN NCAP  ຕອກຢໍ້າຄວາມເປັນຜູ້ນຳແຫ່ງຄວາມປອດໄພໂຕຈິງ ຫຼັງຈາກກະບະລຸ້ນໃໝ່ “All-New Isuzu D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ” ທີ່ຫາກໍ່ເປີດໂຕໄປໃນຊ່ວງປາຍປີທີ່ຜ່ານມານີ້ໄດ້ຮັບກະແສຕອບຮັບຈາກຜູ້ໃຊ້ລົດໃນປະເທດລາວຢ່າງຫຼວງຫຼາຍ ເກີນຄວາມຄາດໝາຍໂດຍມີຍອດຈອງຫຼາຍສູງເຖິງ 100 ຄັນ ໃນໄລຍະພຽງ 10 ມື້ເທົ່ານັ້ນ

ພ້ອມທັງໄດ້ຮັບລາງວັນກາລັນຕີອອກແບບດີເດັ່ນ “Good Design Award 2020” (G Mark)  ສາຂາພາຫະນະການຄ້າ (Commercial vehicle,Commercial vehicle-related instruments) ຈາກສະຖາບັນສົ່ງເສີມການອອກແບບແຫ່ງປະເທດຍີ່ປຸ່ນ ຫຼື Japan Institute of Design Promotion (JDP) ຫຼ້າສຸດກະບະລຸ້ນໃໝ່ “All-New Isuzu D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ”  ໄດ້ຮັບລາງວັນສຸດຍອດລົດຍົນດ້ານຄວາມປອດໄພໃນກຸ່ມລົດກະບະ ຈາກສະຖາບັນທົດສອບຄວາມປອດໄພລົດຍົນຊັ້ນນຳ ASEAN NCAP ໂດຍໄດ້ຮັບຄະແນນລວມສູງສຸດລະດັບ 5 ດາວ ຈາກການທົດສອບຄວາມປອດໄພໃນດ້ານຕ່າງໆ ເຊັ່ນ: ການທົດສອບໃນສ່ວນຂອງການປົກປ້ອງຜູ້ໂດຍສານທີ່ເປັນຜູ້ໃຫຍ່ ການປົກປ້ອງຜູ້ໂດຍທີ່ເປັນເດັກນ້ອຍ ແລະ ເຕັກໂນໂລຊີເພື່ອຄວາມປອດໄພ ເປັນຕົ້ນ ລາງວັນດັ່ງກ່າວຖືເປັນການຕອກຢໍ້າຄວາມເປັນຜູ້ນຳແຫ່ງຄວາມປອດໄພຢ່າງແທ້ຈິງ.

ສຳລັບລູກຄ້າທີ່ສົນໃຈທົດລອງຂັບ ລຸ້ນໃໝ່! “All-New Isuzu D-Max… ຜູ້ນຳແຫ່ງໂລກກະບະໂຕຈິງ” ສາມາດລົງທະບຽນລ່ວງໜ້າເພື່ອທົດລອງຂັບລົດກະບະລຸ້ນໃໝ່ “All-New Isuzu
D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ”

ໄດ້ທີ່ http://www.myisuzulaos.com/test-drive/ ແລະມາສຳຜັດລົດອີຊູຊຸດ້ວຍໂຕທ່ານເອງໄດ້ທີ່ສູນຂາຍອີຊູຊຸທຸກສາຂາພ້ອມຮັບຂໍ້ສະເໜີສຸດພິເສດ!!!

ຂໍ້ມູນການທົດສອບລົດ ASEAN NCAP ເພີ່ມຕື່ມ: https://youtu.be/w8PXDF7qDxE

*****************************************************

ຝ່າຍປະຊາສຳພັນ  

ຫ້ອງການຜູ້ຕາງໜ້າປະຈຳປະເທດລາວ, ບໍລິສັດ ຕຮີເພຊອີຊູຊຸເຊວຊ໌ ຈຳກັດ 

ໂທ. 021 417 387 ແຟັກ: 021 417 386 

ໂຫດຫຼາຍ! ໃຊ້ປືນຍິງຂາໂຕ້ເຈັບສາຫັດ ທີ່ບ້ານຕາດທອງ

ໃນວັນທີ 18/01/2021 ເວລາ 01:05ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ຄົນຖືກຍິງ ຢູ່ເຂດບ້ານຕາດທອງ ເມືອງສີໂຄດຕະບອງ ແຂວງນະຄອນຫຼວງວຽງຈັນ

Image may contain: one or more people, people dancing and people sitting

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 1ຄົນ ເພດຊາຍ

Image may contain: one or more people

.

Image may contain: one or more people and people standing

ອາການເບື້ອງຕົ້ນແມ່ນ: ຖືກຍິງຂາໂຕ້ເບື້ອງຊ້າຍ ແລະ ຫົວແຕກ ດັ່ງນັ້ນ ຈື່ງປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍ ມະໂຫສົດ ເພືອໄປປິ່ນປົວໃຫ້ຊ່ວງເຊົາ

Image may contain: one or more people and closeup

ສ່ວນສາເຫດ ແລະ ແຮງຈູງໃຈ ການຍິງກັນຄັ້ງນີ້, ເຈົ້າໜ້າທີ່ຈະສືບສວນຕໍ່ໄປ.

Image may contain: one or more people

ອຸປະຕິເຫດສຸກເສີນໂທ : 1624 ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ- ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ- ອຸປະກອນການແພດຕ່າງໆ ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ຕິດຕໍ່ສອບຖາມ:020 2244 1624

ລັດວິສາຫະກິດໄຟຟ້າລາວ ເປີດການນໍາໃຊ້ບໍລິການ ສາຍດ່ວນ 1199 ແລະ EDL mobile Application EDLເພື່ອຍົກລະດັບການບໍລິການທີ່ມີຄວາມສະດວກ, ວ່ອງໄວ ທັນສະໄໝ !

          

         ໃນວັນທີ 11 ມັງກອນ 2021 ທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ໄດ້ຈັດພິທີເປີດ ນໍາໃຊ້ສາຍດ່ວນລັດວິສາຫະກິດໄຟຟ້າລາວ ( CALL Center 1199) ແລະ EDL mobile Application  ໂດຍການເປັນປະທານຂອງ ທ່ານ ປະລິນຍາເອກ ຄໍາມະນີ ອິນທິລາດ ກໍາມະການສູນກາງ ພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າ, ​ແຂກທີ່ຖືກເຊີນຈາກ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ​ພ້ອມດ້ວຍບໍລິສັດຜູ້ພັດທະນາ ກໍຄືບໍລິສັດ ສີສເມຕິກ ໄອທີ ໂຊລູຊັ່ນ ຈໍາກັດ (Sysmatik IT Solution Co.,Ltd).

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວລັດວິສາຫະກິດໄຟຟ້າລາວ ກ່າວວ່າ:  ໃນ​ຖານະ​ເປັນ​ວິ​ສາ​ຫະກິດຂອງ​ລັດ, ລັດວິສາຫະກິດໄຟຟ້ລາວຍາ​ມ​ໃດ​ກໍ່​ໄດ້​ສຸມ​ທຸກ​ຄວາມອາດ​ສາມາດ ​ເພື່ອ​ສູ້​ຊົນ​ເຮັດ​ຫຼ້ອນ 2 ໜ້າທີ່ຫຼັກ ທີ່​ພັກ-ລັດ ກໍ່ຄືປະຊາຊົນ ​ແລະ ປະ​ເທດ​ຊາດ​ມອບ​ໝາຍ​ໃຫ້ ດ້ວຍການສະໜອງໄຟຟ້າໃຫ້ພຽງພໍ ແລະທົ່ວເຖິງໃນຂອບເຂດທົ່ວປະເທດ, ພ້ອມດຽວກັນນັ້ນກໍ່ຕ້ອງ ດໍາເນີນທຸລະກິດໃຫ້ມີຜົນກໍາໄລ ດ້ວຍລາຄາໄຟທີ່ສົມເຫດສົມຜົນ​ແລະຕໍ່າກວ່າປະເທດອ້ອມຂ້າງ ເຖິງແມ່ນ ຟຟລ​ ບໍ່ມີເຂື່ອນໄຟຟ້າເປັນຂອງຕົນເອງ ແລະຕ້ອງມີຕົ້ນທືນສູງໃນການຊື້ໄຟ​ ແຕ່ ​ຟຟລ ​ມີແຜນຮັດກຸມລາຍຈ່າຍ,​ ຫາລາຍຮັບເພີ່ມຈາກຊັບສິນ ແລະ ທ່າແຮງຂອງບໍລິສັດທີ່ເຂົ້າເຖິງ 95% ຂອງຄົວເຮືອນໃນທົ່ວປະເທດ ເຊີ່ງບາງການປ່ຽນແປງໃໝ່ຈະປະກົດຂື້ນໃນອານາຄົດອັນໃກ້, ຄຽງຄູ່ກັບການໃຫ້ຄວາມສໍາຄັນວຽກ ງານການບໍລິກາານລູກຄ້າ-ບໍລິການປະຊາຊົນ, ການຂະຫຍາຍ​ຕາຂ່າຍໄຟຟ້າ​, ແຫຼ່ງຜະລິດ ແລະ ສະຖານີ-ສາຍສົ່ງໄຟຟ້າ ໃຫ້​ທົ່ວ​ເຖິງ​ໃນ​ທົ່ວ​ປະ​ເທດ ເພື່ອຮັບປະກັນການ​ສະໜອງ​ໄຟຟ້າ​ຮັບ​ໃຊ້ເຂົ້າໃນ​ການ​ຜະລິດ, ສຳ​ນັກ​ງານ​ອົງການ ​ແລະ ການດໍາລົງຊີວິດຂອງປະຊາຊົນ​ບັນດາ​ເຜົ່າ​ ໃຫ້​ພຽງພໍ​ຕໍ່​ເນື່ອງ ​ແລະ ມີຄວາມສະຖຽນລະພາບ. ສະນັ້ນ ສູນບໍລິການສາຍດ່ວນ ລັດວິສາຫະກິດໄຟຟ້າລາວ 1199 ແລະ EDL mobile Application ຈຶ່ງເປັນໂຄງການທີ່ລັດວິສາຫະກິດໄຟຟ້າລາວ ເອົາໃຈໃສ່ໃນການພັດທະນາ ເພື່ອຫັນວຽກ ງານການບໍລິການໃຫ້ກ້າວສູ່ທັນ ສະໄໝ ແລະ ມາດຕະຖານລະດັບສາກົນ.

ທ່ານຍັງໄດ້ກ່າວອີກວ່າສາຍດ່ວນລັດວິສາຫະກິດໄຟຟ້າລາວ 1199 ( CALL Center 1199 ) ເປັນໂຄງການຮ່ວມມື ກັນລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ສີສເມຕິກ ໄອທີ ໂຊລູຊັນ ຈໍາກັດ ເພື່ອພັດທະນາ ແລະ ປັບປຸງລະບົບCALL Center ແລະ EDL mobile Application ຂອງ ຟຟລ ໃຫ້ທຽບເທົ່າ ກັບລະບົບທີ່ທັນສະໄໝທຽບເທົ່າກັບສາກົນ, ສາຍດ່ວນລັດວິສາຫະກິດໄຟຟ້າລາວ 1199   ມີສູນກາງຕັ້ງຢູ່ ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ  (ຊັ້ນ10)ເພື່ອພັດທະນາລະບົບ ສາຍດ່ວນທີ່ມີຢູ່ໃນປະຈຸບັນຈາກ 10 ຄູ່ສາຍ ມາເປັນ 30 ຄູ່ສາຍ ເພື່ອຮອງຮັບການແຈ້ງເຫດກ່ຽວກັບໄຟຟ້າ ຕະຫຼອດ 24 ຊົ່ວໂມງ ແລະ ການສົ່ງວຽກ, ລາຍງານວຽກ ເພື່ອແກ້ໄຂວຽກງານພາກສະໜາມແບບອອນລາຍ ນອກນັ້ນຍັງໄດ້ພັດທະນາລະບົບ EDL mobile Application ໄປຄຽງຄູ່ກັນເພື່ອຕອບສະໜອງເຊື່ອມຕໍ່ກັບລະບົບ Call Center Server ຂອງ ຟຟລ ເພື່ອໃຫ້ບໍລິການແກ່ລູກຄ້າຂອງ ຟຟລ ໂດຍສະເພາະແມ່ນຂໍ້ມູນການຊົມໃຊ້ໄຟຟ້າແບບ Automatic ເຊັ່ນ: ການກວດເບິ່ງປະຫວັດການຊົມໃຊ້ໄຟຟ້າ,ການຊໍາລະເງິນຄ່າກະແສໄຟຟ້າ, ການແຈ້ງເຫດໄຟຟ້າຂັດຂ້ອງ, ແຈ້ງການມອດໄຟ, ຂໍ້ມູນຂ່າວສານກ່ຽວກັບໄຟຟ້າ, ການຂໍຊົມໃຊ້ໄຟຟ້າໃໝ່ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ. ແລະ ໃນອານາຄົດ ແມ່ນຈະໄດ້ສືບຕໍ່ພັດທະນາລະບົບ ໃຫ້ກວມເອົາທຸກສາຂາໃນທົ່ວປະເທດ​ ແລະສາມາດຈ່າຍເງິນໄດ້ໂດຍກົງຜ່ານ EDL​ mobile App. 

ທ່ານ ປະລິນຍາເອກ ຄໍາມະນີ ອິນທິລາດ ກ່າວວ່າ: ຜົນສໍາເລັດຂອງການພັດທະນາ ສູນບໍລິການສາຍດ່ວນ 1199 ແລະ EDL mobile Application ເປັນຄວາມພະຍາຍາມຂອງ ລັດວິສະຫະກິດໄຟຟ້າລາວ ການສະໜອງນະໂຍບາຍຂອງລັດຖະບານ ເພື່ອຍົກລະດັບການບໍລິການ ທີ່ມີຄວາມທັນສະໄໝ ທັງເປັນການສ້າງຄວາມໝັ້ນໃຈໃຫ້ກັບຜູ້ຊົມໄຊ້ໄຟຟ້າ.

ທ່ານ ປະລິນຍາເອກ ຄໍາມະນີ ອິນທິລາດ ກ່າວວ່າ: ຜົນສໍາເລັດຂອງການພັດທະນາ ສູນບໍລິການສາຍດ່ວນ 1199 ແລະ EDL mobile Application ເປັນຄວາມພະຍາຍາມຂອງ ລັດວິສະຫະກິດໄຟຟ້າລາວ ການສະໜອງນະໂຍບາຍຂອງລັດຖະບານ ເພື່ອຍົກລະດັບການບໍລິການ ທີ່ມີຄວາມທັນສະໄໝ ທັງເປັນການສ້າງຄວາມໝັ້ນໃຈໃຫ້ກັບຜູ້ຊົມໄຊ້ໄຟຟ້າ.

ທ່ານ ວິຈິດ ຊິນດາວົງ , ປະທານສະພາບໍລິຫານ ບໍ​ລິ​ສັດ ສີ​ສ​ເມ​ຕິກ ໄອ​ທີ ໂຊ​ລູ​ຊັ່ນ ຈຳ​ກັດ ໄດ້ກ່າວວ່າ: “ພິທີເປີດການນໍາໃຊ້ສາຍດ່ວນລັດວິສາຫະກິດ ໄຟຟ້າລາວ 1199 ແລະ EDL Mobile application ໃນມື້ນີ້ ເປັນນິມິດໝາຍອັນດີ ແລະ ຂີດໝາຍອັນສຳຄັນຂອງການຮ່ວມມື ລະຫວ່າງ ບໍລິສັດ ສີສເມຕິກ ໄອທີ ໂຊລູຊັ່ນ ຈໍາກັດ ແລະ ລັດວິສາຫະກິດ ໄຟຟ້າລາວ ກໍ່ຄືລັດຖະບານເພື່ອ ຮ່ວມກັນພັດທະນາ ລະບົບສາຍດ່ວນ ຂອງລັດວິສາຫະກິດໄຟຟ້າລາວ ໃຫ້ທັນສະໄໝ

ບໍລິສັດ ສິສເມຕິກ ໄອທີ ໂຊລູຊັ່ນ ຈໍາກັດ ເປັນບໍລິສັດໜຶ່ງຢູ່ພາຍໃຕ້ກຸ່ມ ບໍລິສັດ ເອໄອເອັຟ ໄດ້ດໍາເນີນທຸລະກິດ ໃນຂົງເຂດການບໍລິການດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ນັບແຕ່ປີ 2013 ເປັນຕົ້ນມາ ໂດຍມີຈຸດປະສົງ ເພື່ອສະໜອງການບໍລິການ  ພັດທະນາລະບົບໄອທີຮອບດ້ານ, ລະບົບພື້ນຖານໂຄງລ່າງໄອທີ ລວມໄປເຖິງ ລະບົບຊໍາລະສະສາງອອນລາຍ(Payment gateway). ໃນໄລຍະຜ່ານມາ ບໍລິສັດ ສິສເມຕິກ ໄດ້ມີຜົນງານທີ່ພົ້ນເດັ່ນ ຈຳນວນໜຶ່ງ ເຊັ່ນ ອອກແບບລະບົບເຕັກໂນໂລຊີ່ພື້ນຖານໂຄງລ່າງຂອງທະນາຄານແຫ່ງ ສປປ ລາວ,  ການບໍລິການລະ ບົບຊໍາລະສະສາງອອນລາຍ(Payment gateway) ໃຫ້ແກ່ ລັດວິສາຫະກິດ ການບິນລາວແລະ ສະໜອງອຸປະກອນໄອທີໃຫ້ແກ່ ບັນດາທະນາຄານ ເປັນຕົ້ນແມ່ນ BCEL ແລະ ອື່ນໆ.

ພິທີມອບ-ຮັບໂຄງການ ສົ່ງເສີມການອະນຸລັກປ່າໄມ້ ແລະບຶງທໍາມະຊາດແບບມີສ່ວນຮ່ວມຂອງປະຊາຊົນບ້ານກ້າງປາ ເມືອງໄຊບູລີ

ໃນທ້າຍເດືອນ ທັນວາ 2020 ຜ່ານມານີ້, ຢູ່ທີ່ວັດບ້ານ ກາງປາເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີປິດໂຄງການສົ່ງເສີມການອະນຸລັກປ່າໄມ້ ແລະບຶງທໍາມະຊາດ ບຶງຂາເປຍ ແບບມີສ່ວນຮ່ວມຂອງປະຊາຊົນຊາວບ້ານກ້າງປາ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ອ່ອນລໍາພັນ ບົວສີແກ້ວ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໄຊບູລີ, ທ່ານ ນາງ ສົມເດັດແພງວົງສັກ ກໍາມະການພັກເມືອງ ປະທານ ສະຫະພັນແມ່ຍິງເມືອງ, ທ່ານ ຄໍາໝັ້ນ ສຸພິຫາລາດ ກໍາມະການພັກເມືຶອງ ຫົວໜ້າຫ້ອງວ່າການປົກຄອງເມືອງ, ມີພະນັກງານ, ວິຊາການກ່ຽວຂ້ອງ,ຜູ້ຊີ້ໂຄງການ, ອໍານາດການປົກຄອງບ້ານ, ຕະຫຼອດຮອດປະຊາຊົນຊາວບ້ານກ້າງປາເຂົ້າຮ່ວມ

ໃນພິທີຍັງໄດ້ຜ່ານການລາຍງານການຈັດຕັ້ງປະຕິບັດວຽກງານຂອງໂຄງການ, ເຊິ່ງໂຄງການສົ່ງເສີມອະນຸລັກປ່າໄມ້ ແລະບຶງທໍາມະຊາດ ບຶງຂາເປຍແບບມີສ່ວນຮ່ວມຂອງປະຊາຊົນ ບ້ານກ້າງປາ ຜູ້ໃຫ້ທຶນແມ່ນ ກອງທຶນສິ່ງແວດລ້ອມໂລກ(GEF) ແຜນງານໂຄງການຂະໜາດນ້ອຍ ( SGP)ໂດຍຜ່ານອົງການສະຫະປະຊາຊາດເພື່ອການພັດທະນາ (UNDP)ໂດຍຜູ້ຮັບທຶນ ສະຫະພັນແມ່ຍິງ ມູນຄ່າຂອງໂຄງການທັງໝົດ 25.950 ໂດລາສະຫາລັດ ໂຄງການໄດ້ເຊັນສັນຍາເດືອນ ມີນາ 2019 ແລະໄດ້ເປີດໂຄງການຊ່ວງເດືອນ ມິຖຸນາ 2019 ຈົນມາເຖິງທ້າຍປີ 2020 ,

ໂຄງການດັ່ງກ່າວນີ້ ເປັນໂຄງການສົ່ງເສີມດ້ານການອະນຸລັກທໍາມະຊາດຂອງຊຸມຊົນ ມີຈຸດປະສົງ ເພື່ອສະໜອງຄວາມຮູ້,ຄວາມເຂົ້າໃຈຕໍ່ການອະນຸລັກທໍາມະຊາດແກ່ປະຊາຊົນ ແລະຫາແນວທາງໃນການອະນຸລັກຮ່ວມກັບປະຊາຊົນ ແລະອໍານາດການປົກຄອງທ້ອງຖິ່ນ, ທີ່ຜ່ານມາກໍ່ໄດ້ມີ ຫຼາຍໆ ກິດຈະກໍາທີ່ໄດ້ຈັດຕັ້ງປະຕິບັດຄື: ປູກຕົ້ນໄມ້ ໃນຂອບເຂດປ່າໄມ້ຂອງບ້ານ ເພື່ອຊ່ວຍຟື້ນຟູປ່າໄມ້ທີ່ຊຸດໂຊມ, ມີການສໍາຫຼວດ, ເກັບກໍາຂໍ້ມູນພາກສະໜາມ ເພື່ອເປັນຖານຂໍ້ມູນພື້ນຖານລວມທັງຄວາມເຂົ້າໃຈຂອງຊຸມຊົນຕໍ່ການອະນຸລັກທໍາມະຊາດ ແລະອື່ນໆ, ໄດ້ກໍານົດທີ່ຕັ້ງຂອບເຂດວັງສະຫງວນ ມີການສ້າງກົດລະບຽບຄຸ້ມຄອງ ແລະບວດວັງສະຫງວນໃນ 5 ເຮັກຕາ ເພື່ອຊ່ວຍໃຫ້ຊຸມຊົນເຫັນຄວາມສໍາຄັນໃນກິດຈະກໍາດັ່ງກ່າວຫຼາຍຂຶ້ນ, ປ່ອຍປາໃສ່ວັງສະຫງວນ, ກິດຈະກໍາປູກຈິດສໍານຶກກ່ຽວກັບການອະນຸລັກທໍາມະຊາດ ໃຫ້ແກ່ນ້ອງນັກຮຽນ ແລະປະຊາຊົນ, ກໍານົດເຂດແດນໂດຍມີການປັກຫຼັກອ້ອມບຶງຂາເປຍ ແລະສ້າງກົດລະບຽບເພື່ອຫ້າມບໍ່ໃຫ້ປະຊາຊົນບຸກລຸກເກີນເນື້ອທີ່ຕົນເອງໃນການເຮັດກະສິກໍາ ເຊິ່ງເປັນການທໍາລາຍລະບົບນິເວດເຂດບຶງຂາເປຍ,

ສ້າງກອງທຶນຊຸມຊົນ ເປັນການແບ່ງສັນປັນສ່ວນຈາກກິດຈະກໍາໂຄງການ ເພື່ອມອບໃຫ້ຊຸມຊົນສ້າງເປັນກອງທຶນໝູນວຽນຂອງບ້ານພາຍຫຼັງໂຄງການສິນສຸດລົງ, ສົ່ງເສີມຄວາມຮູ້ໃຫ້ປະຊາຊົນມີລາຍຮັບເສີມໂດຍສະເພາວຽກງານດ້ານການຕໍ່າແຜ່ນແພ ແລະສາດຜືຂອງກຸ່ມແມ່ຍິງບ້ານ ແລະວຽກງານອື່ນໆ ເຊິ່ງໃຫ້ເປັນບູລິມະສິດຄອບຄົວທຸກຍາກ ແລະດ້ອຍໂອກາດ ໃນໂອກາດດຽວກັນນີ້ ທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ຍັງໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ທ່ານໄດ້ສະແດງຄວາມຂອບໃຈ ແລະຊົມເຊີຍໂຄງການດັ່ງກ່າວ, ອໍານາດການປົກຄອງບ້ານ, ປະຊາຊົນ ທີ່ເປັນສ່ວນໜຶ່ງໃນການຊ່ວຍກັນປັກຮັກສາ ແລະອະນຸລັກ ຊັບພະຍາກອນທໍາມະຊາດ ເປັນຕົ້ນກໍ່ແມ່ນການກໍານົດຫວັງສະຫງວນບຶງຂາເປຍ ໃຫ້ເປັນຫວັງສະຫງວນຂອງ ບ້ານ, ເມືອງ ແລະຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ ສືບຕໍ່ປະບັດລະບຽບຫຼັກການທີ່ວ່າງອອກ ເພື່ອປົກປັກຮັກສາແຫຼ່ງນໍ້າທໍາມະຊາດຊິວະນາໆພັນໃຫ້ຍືນຍົງຄົງຕົວຕະຫຼອດໄປ ເພື່ອລູກຫຼານໃນອະນາຄົດ,

ຈາກນັ້ນກໍ່ໄດ້ມີການ ເຊັນ ມອບ-ຮັບໂຄງການດັ່ງກ່າວ ໂດຍແມ່ນ ທ່ານ ນາງ ສົມເດັດ ແພງວົງສັກ ປະທານສະຫະພັນແມ່ຍິງເມືອງ ແລະຮັບໂດຍ ທ່ານ ສົມຈິດ ນາຍບ້ານໆ ກ້າງປາ ໂດຍການຊ່ອງໜ້າຂອງທ່ານເຈົ້າເມືອງ ແລະໜ່ວຍງານກ່ຽວຂ້ອງ ເພື່ອເປັນສັກຂີພິຍານນໍາ

ພາບແລະຂ່າວ ຄໍາກອນ ພອນມາລາ

ທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃນໂຄງປະກອບຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI ຂອງພັກ

ໃນລະຫວ່າງວັນທີ 4-5 ມັງກອນ 2021 ນີ້, ກອງປະ ຊຸມທາບທາມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ຕິດພັນກັບການທາບທາມບຸກຄະລາກອນ ເຂົ້າໃນໂຄງປະກອບຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI (ຮອບທີ 3) ໄດ້ໄຂຂຶ້ນຢ່າງເປັນທາງການ ພ້ອມກັນ ຢູ່ 7 ຈຸດໃນຂອບເຂດທົ່ວປະເທດ. ສະເພາະຢູ່ສູນ ກາງແມ່ນຈັດຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳ ການຄະນະເລຂາທິການສູນກາງພັກ, ຮອງປະທານປະ ເທດ, ມີບັນດາສະຫາຍກຳມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ບັນດາສະຫາຍຜູ້ແທນສົມບູນ ທີ່ຕາງໜ້າໃຫ້ ກະຊວງ-ອົງການ, ທ້ອງຖິ່ນ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຢ່ ເພື່ອພ້ອມກັນຄົ້ນຄວ້າ ແລະ ປະກອບຄວາມເຫັນ ໃສ່ເອກະສານສຳຄັນຕົ້ນຕໍ ຄື: ຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ; ຮ່າງແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ IX; ຮ່າງກົດລະບຽບຂອງພັກປະຊາຊົນປະ ຕິວັດລາວ ສະໄໝທີ XI; ຮ່າງບົດສຳຫລວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X. ພ້ອມດຽວກັນກອງປະຊຸມຍັງຈະໄດ້ຈັດຕັ້ງການທາບທາມບຸກຄະລາກອນ ເຂົ້າໃນໂຄງປະກອບຄະນະບໍລິຫານງານສູນກາງພັກຊຸດໃໝ່ (ສະໄໝທີ XI) ຕື່ມອີກ.

ກອງປະຊຸມໄດ້ຮັບຟັງການປະກອບຄວາມເຫັນ ຢ່າງກົງ ໄປກົງມາ ແລະ ເປັນເອກະພາບສູງ ດ້ານທັດສະນະ, ຫລັກ ການ, ທິດນຳ ແລະ ແຜນນະໂຍບາຍ ທີ່ຈະກຳ ນົດອອກໃນແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກເຮົາໃນຊຸມປີຕໍ່ໜ້າ, ອັນໄດ້ປະກອບສ່ວນຢ່າງໜັກແໜ້ນ ເປັນພື້ນຖານໃຫ້ອານຸກຳມະການກ່ຽວ ຂ້ອງນຳໄປສືບຕໍ່ປັບ ປຸງເນື້ອໃນໃຫ້ຈະແຈ້ງ, ເລິກເຊິ່ງ, ຄົບຖ້ວນສົມບູນ ແລະ ມີຄວາມສາມາດຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໄດ້.

Cr: ຂປລ

ປກສ ອັດຕະປື ກວດພົບຢາເສບຕິດເຊື່ອງໄວ້ທີ່ຖັງນໍ້າມັນລົດຈໍານວນຫຼາຍ

ອັດຕະປື: ເມື່ອຕອນບ່າຍວັນທີ 28 ທັນວາ 2020. ເຈົ້າໜ້າທີ່ຕຳຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ນຳຕົວຜູ້ຖືກຫາ ຈຳນວນ 4 ຄົນ, ຍິງ 2 ຄົນ ມາດໍາເນີນການກວດຄົ້ນລົດ ໂຕໂຢຕາ ປຣາໂດ ປ້າຍທະບຽນ ຈໍາປາສັກ ກຄ 2928 ທີ່ພວກກ່ຽວໄດ້ນໍາໃຊ້ ເຂົ້າໃນການລັກລອບຂົນສົ່ງ-ຄ້າຂາຍຢາເສບຕິດ.

ຜ່ານການກວດຄົ້ນພົບວ່າ: ພວກກ່ຽວໄດ້ຊຸກ ເຊື່່ອງ ຢາເສບຕິດ ປະເພດຢາໄອສ໌ ຈຳນວນ 25 ຫໍ່ ນໍ້າໜັກ 43 ກິໂລກຼາມ ແລະ ຜົງຂາວເຮໂຣອິນ 1 ຖົງ ນ້ຳໜັກ 1 ກິໂລກຣາມ ໄວ້ຢູ່ບໍລິເວນຖັງນໍ້າມັນຂອງລົດຄັນດັ່ງກ່າວ.

Image may contain: indoor

ໂດຍອີງຕາມການເປີດເຜີຍຂອງເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນຄັ້ງວັນທີ 24 ທັນວາ 2020 ທີ່ຜ່ານມາ ໄດ້ສົມທົບກັບເຈົ້າ ໜ້າທີ່ດ່ານ ເຊປຽນ,ທະ ຫານກອງຮ້ອຍຊາຍແດນ 543, ປກສ ກຸ່ມບ້ານສົ້ມປ່ອຍ ແລະ ອໍານາດການປົກຄອງບ້ານຫາດໃຫຍ່ ເມືອງສະໜາມໄຊ ແຂວງອັດຕະປື ກັກຕົວເປົ້າໝາຍລັກລອບຂົງສົ່ງ-ຄ້າຂາຍຢາເສບຕິດ ຈໍານວນ 4 ຄົນ, ຍິງ 2 ຄົນ ຄື:

ທ້າວ ສົມວິດ ອາຍຸ 45 ປີ ປະຊາຊົນບ້ານອີ່ໄລໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ທ້າວ ຂັນທອງ ອາຍຸ 24 ປີ ປະຊາຊົນບ້ານຂັນໝາກ ເມືອງວັງວຽງ ແຂວງວຽງຈັນ, ນາງ ແກ້ວວິໄລ ອາຍຸ 30 ປີ ປະຊາຊົນບ້ານໂພນໄຊ ນະຄອນປາກເຊ ແຂວງຈໍາປາສັກ ແລະ ນາງ ແປັບຊີ ອາຍຸ 24 ປີ ປະຊາຊົນບ້ານນໍ້າພ້າວ ເມືອງວັງວຽງ ແຂວງວຽງຈັນ ພ້ອມຂອງກາງຢາໄອສ໌ ຈໍານວນ 25 ຫໍ່ ນ້ຳໜັກ 43 ກິໂລກຣາມ, ຜົງຂາວເຮໂຣອິນ 1 ຖົງ ນໍ່າໜັກ 1 ກິໂລກຣາມ, ໂທລະສັບ 5 ເຄື່ອງ, ເງິນກີບ 4 ລ້ານກວ່າກີບ, ເງິນບາດ 6.300 ບາດ, ເງິນໂດລາ 7.000 ໂດລາ ແລະ ລົດໃຫຍ່ 1 ຄັນ.

ຜ່ານການສືບສວນ – ສອບສວນຂັ້ນເບື້ອງຕົ້ນຂອງເຈົ້າໜ້າທີ່ຕໍາຫຼວດ ພວກກ່ຽວໃຫ້ການ ສາລະພາບ ວ່າ: ຢາເສບຕິດຈໍານວນດັ່ງກ່າວ ແມ່ນຢາເສບຕິດຂອງພວກກ່ຽວແທ້ ເຊິ່ງໄດ້ຕິດຕໍ່ພົວພັນຫາ ທ້າວ ບຸນ (ຄົນນະຄອນຫຼວງວຽງຈັນ) ກ່ຽວກັບການຂົນສົ່ງຢາເສບຕິດ ໃຫ້ເຖົ້າແກ່ຄົນກໍາປູເຈຍ ຢູ່ເຂດດ່ານເຊປຽນ.

No photo description available.

ພາຍຫຼັງໄດ້ລົງມາເບິ່ງເສັ້ນທາງຂົນສົ່ງຢາເສບຕິດ ແລະ ພົບປະກັບທີມງານຂົນສົ່ງເມືອກໍາປູເຈຍແລ້ວ ກໍໄດ້ພາກັນລົງມາເມືອງສະໜາມໄຊ ແຂວງອັດຕະປື ເພື່ອຂົນສົ່ງຢາເສບຕິດດັ່ງກ່າວ ໃນວັນທີ 24 ທັນວາ 2020 ຈຶ່ງຖືກເຈົ້າໜ້າທີ່ທະຫານຊາຍແດນ ແລະ ປກສ ກຸ່ມບ້ານ ເຂົ້າມາກັກຕົວທັງ 4 ຄົນ ພ້ອມຂອງກາງຈໍານວນດັ່ງກ່າວ.

Image may contain: one or more people and indoor

ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ອັດຕະປື ໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນ, ຄະດີດັ່ງກ່າວ ພວມຢູ່ໃນຂັ້ນຕອນດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການກະທໍາຜິດ ມາດໍາເນີນຄະດີຕາມລະບຽບກົດໝາຍ.

Image may contain: one or more people and people sitting

ພາບ-ຂ່າວ: ປກສ ແຂວງອັດຕະປື, ເສົາດາລົງ ເພັດສົງຄາມ

JDB ເປີດໂຕ ຜະລິດຕະພັນບັດ Union Pay ແລະບັດ Visa Contactless.

ໃນວັນທີ 25 ທັນວາ 2020, ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ ໄດ້ມີພິທີເປີດໂຕ ​ ຜະລິດຕະພັນບັດ Union Pay ແລະບັດ Visa Contactless. 

ເຊີ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ, ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານແຫ່ງ ສປປ ລາວ  ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ບໍລິຫານລະດັບສູງ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. 

      ໃນພິທີດັ່ງກ່າວ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ໄດ້ຍົກໃຫ້ເຫັນ ການບໍລິການ ໃນຊ່ວງໄລຍະຫຼາຍປີທີ່ຜ່ານມາ ການໃຫ້ບໍລິການທາງດ້ານການເງິນໄດ້ມີການພັດທະນາຢ່າງຕໍ່ເນື່ອງ ສົ່ງຜົນເຮັດໃຫ້ຕົ້ນທຶນຂອງຜູ້ປະກອບການຫຼຸດລົງ ແລະເກີດຄວາມສະດວກວ່ອງໄວຕໍ່ຜູ້ບໍລິໂພກໃນການໃຊ້ບໍລິການຫຼາຍຂື້ນ ຈົນນຳໄປສູ່ການປ່ຽນພຶດຕິການການໃຊ້ຈ່າຍໃນວົງກວ້າງ. Contactless Payment ຫຼື ການຊຳລະເງິນແບບບໍ່ໄດ້ສຳພັດ ກໍເປັນອີກນະວັດຕະກຳໜື່ງທີ່ມີການເຕີບໂຕໃນຫຼາຍປະເທດທົ່ວໂລກ ແລະ ກາຍມາເປັນໜື່ງໃນທາງເລື່ອກຂອງວິທີການຊຳລະເງິນ. 

            ໂດຍສະເພາະໃນຊ່ວງການລະບາດຂອງພະຍາດ COVID-19 ການຮັກສາໄລຍະຫ່າງ ແລະ ຫຼຸດຜ່ອນການສຳພັດລະຫວ່າງບຸກຄົນ ຊື່ງເປັນມາດຕະການທີ່ສຳຄັນໃນການຄວບຄຸ່ມການແຜ່ລະບາດ ເຮັດໃຫ້ Contatless Payment ເປັນລະບົບການຊຳລະເງິນທີ່ມີສຳພັດນ້ອຍທີ່ສຸດ.

            ປະໂຫຍດ ແລະ ຄວາມສຳຄັນຂອງ Contactless Payment ຄື ຫຼຸດຜ່ອນການຖືເງິນສົດ ຊື່ງນຳໄປສູ່ການຫຼຸດຜ່ອນຕົ້ນທຶນ ທັງເບື້ອງຂອງຜູ້ບໍລິໂພກ ແລະ ເບື້ອງຜູ້ປະກອນການ ທັງຕົ້ນທຶນໃນການຈັດເກັບ ແລະ ການຂົນຍ້າຍ ຫຼຸດຄວາມສ່ຽງການໂຈລະກຳ  ທັງນີ້ໃນຊ່ວງການແຜ່ລະບາດຂອງ COVID-19, Contactless Payment ຍັງມີຄວາມສຳຄັນຕໍ່ການຊ່ວຍປ້ອງກັນການແຜ່ລະບາດໄດ້ອີກດ້ວຍ. ເນື່ອງຈາກເປັນການຊຳລະເງິນທີ່ຫຼຸດຜ່ອນການສຳພັດເງິນສົດຂອງຜູ້ບໍລິໂພກ ນອກຈາກນີ້ ເທັກໂນໂລຢີດັ່ງກ່າວຍັງເປັນການເພີ່ມຄວາມສະດວກວ່ອງໄວໃນການເຮັດທຸລະກຳທາງການເງິນ ໃຊ້ເວລາພຽງ 2 – 3 ວິນາທີ ກໍສໍາເລັດລາຍການ. 

                        ສະນັ້ນ, ທະນາຄານຮ່ວມພັດທະນາ ຈື່ງໄດ້ຕັດສິນໃຈເລັ່ງພັດທະນາເທັກໂນຢີດັ່ງກ່າວຂື້ນມາເພື່ອໃຫ້ສັງຄົມລາວໄດ້ນຳໃຊ້ ໃນນັ້ນປະກອບມີ ບັດ Union Pay Contactless ແລະ ບັດ Visa Debit Contactless ນອກຈາກນີ້ ທາງທະນາຄານຮ່ວມພັດທະນາ ຍັງໄດ້ພັດທະນາເຄື່ອງຮູດບັດ EDC ທີ່ຮອງຮັບການຊຳລະດ້ວຍວິທີດັ່ງກ່າວ ແລະ ມີບັນດາຮ້ານຄ້າທີ່ນຳໃຊ້ຈຳນວນຫຼາຍກວ່າ 600 ຮ້ານຄ້າໃນຂອບເຂດທົ່ວປະເທດ, ການຊໍາລະເງິນແບບບໍ່ໄດ້ສໍາພັດ ກໍເປັນອີກທາງເລືອກໜື່ງທີ່ມີການເຕີບໃຫຍ່ໃນຫຼາຍປະເທດທົ່ວໂລກ, ປະຈຸບັນທະນາຄານຮ່ວມພັດທະນາ ໄດ້ຮ່ວມມືກັບຫຼາຍອົງກອນ, ຫຼາຍສະຖາບັນ ແລະຫຼາຍບໍລິສັດ-ຫຼາຍໂຮງງານ ເພື່ອບໍລິການດ້ານການເງິນທີ່ຄົບວົງຈອນໃຫ້ກັບລູກຄ້າທຸກລະດັບຢ່າງເທົ່າທຽມກັນໂດຍປະຕິບັດຄໍຳຂວັນທີ່ວ່າ:  ພວກເຮົາຈະ “ ເຕີບໃຫ່ຍໄປພ້ອມກັນ “  

ບໍລິສັດ ພູເບ້ຍ ມາຍນິງ ມອບພັນທະອາກອນກໍາໄລລ່ວງໜ້າມູນຄ່າ 4.1 ລ້ານໂດລາສະຫະລັດ ໃຫ້ລັດຖະບານລາວ

ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີປະກາດໃຫ້ຮູ້ວ່າ ບໍລິສັດໄດ້ມອບພັນທະອາກອນກໍາໄລລ່ວງໜ້າລວມມູນຄ່າທັງໝົດ 4.1 ໂດລາສະຫະລັດ ໃຫ້ລັດຖະບານລາວ. ການມອບພັນທະອາກອນດັ່ງກ່າວ ແມ່ນເປັນສ່ວນໜຶ່ງຂອງການປະກອບສ່ວນທາງດ້ານການເງິນຂອງບໍລິສັດ ໃຫ້ປະເທດລາວ ນອກເໜືອຈາກຄ່າພາສີຊັບພະຍາກອນແຮ່ທາດ, ອາກອນປະເພດຕ່າງໆ ແລະ ພັນທະອື່ນໆ ລວມທັງຄ່າທໍານຽມບໍລິການນໍາເຂົ້າ.

ນັບຕັ້ງແຕ່ເລີ້ມດໍາເນີນງານໃນລາວ, ບໍລິສັດ ພູເບ້ຍ ມາຍນິງ ໄປມອບພັນທະອາກອນກໍາໄລໃຫ້ລັດຖະບານລາວຢ່າງຕໍ່ເນື່ອງ. ຕັ້ງແຕ່ເລີ້ມດໍາເນີນງານຈົນເຖິງທ້າຍປີ 2019, ການມອບພັນທະອາກອນກໍາໄລເປັນເງິນສົດຂອງບໍລິສັດ ພູເບ້ຍ ມາຍນິງ ໃຫ້ລັດຖະບານລາວ ແມ່ນມີມູນຄ່າລວມທັງໝົດຫຼາຍກວ່າ 259 ລ້ານໂດລາສະຫະລັດ.

ປະທານບໍລິສັດ ພູເບ້ຍ ມາຍນິງ, ທ່ານ ຈັນເພັງ ບຸນນະຜົນ ກ່າວວ່າການມອບພັນທະອາກອນກໍາໄລລ່ວງໜ້າໃນອາທິດນີ້ ສະທ້ອນໃຫ້ເຫັນຢ່າງຊັດເຈນເຖິງຄວາມມຸ້ງໝັ້ນອັນໜັກແໜ້ນຂອງບໍລິສັດ ໃນການປະກອບສ່ວນໂດຍກົງເຂົ້າໃນການພັດທະນາເສດຖະກິດຂອງລາວ, ສະໜັບສະໜູນມາດຕະຖານການດໍາລົງຊີວິດ ແລະ ຊ່ວຍພັດທະນາສັງຄົມຂອງພະນັກງານບໍລິສັດ.

“ພວກເຮົາມີຄວາມມຸ້ງໝັ້ນຢ່າງຕໍ່ເນື່ອງຍາວນານຕໍ່ປະຊາຊົນລາວ. ພວກເຮົາມີຄວາມພາກພູມໃຈທີ່ໄດ້ປະກອບສ່ວນອັນມີຄ່າໃຫ້ກັບບັນດາຊຸມຊົນທີ່ພວກເຮົາເຂົ້າໄປດໍາເນີນງານ ແລະ ໃຫ້ກັບສັງຄົມລາວ.ທ່ານ ຈັນເພັງ ໄດ້ໃຫ້ຮູ້ຕື່ມອີກວ່າ “ການປະກອບສ່ວນຂອງພວກເຮົາເຂົ້າໃນການພັດທະນາເສດຖະກິດ ແມ່ນເປັນສ່ວນໜຶ່ງທີ່ສໍາຄັນໂດຍຜ່ານການມອບພັນທະຄ່າພາສີຊັບພະຍາກອນແຮ່ທາດ, ອາກອນ ແລະ ພັນທະອື່ນໆ. ພວກເຮົາມີຄວາມເຊື່ອໝັ້ນວ່າພວກເຮົາຈະມີຜົນສໍາເລັດດີ ໃນປີໃໝ່ທີ່ໃກ້ຈະມາເຖິງນີ້ ເພື່ອສືບຕໍ່ປະຕິບັດຕາມຄວາມມຸ້ງໝັ້ນອັນຕໍ່ເນື່ອງຍາວນານດັ່ງກ່າວນີ້.”

ບໍລິສັດ ໂລກ້າ ຈຳກັດ ມອບ 60 ລ້ານກີບ ສະໜັບສະໜຸນງານວາງສະແດງສິນຄ້າລາວ Made in Laos 2020

ບໍລິສັດ ໂລກ້າ ຈຳກັດ ຜູ້ໃຫ້ບໍລິການແທັກຊີອອນລາຍ LOCA ແລະ ບໍລິການແອັບຊັອບປິ້ງອອນລາຍ LOCA Gro ໄດ້ມອບເງິນສະໜັບສະໜຸນງານວາງສະແດງສິນຄ້າ Made in Laos 2020 ມູນຄ່າ 60 ລ້ານກີບ.

ພິທີມອບຮັບເງິນສະໜັບສະໜຸນດັ່ງກ່າວມີຂຶ້ນທີ່ ຫ້ອງການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໃນຕອນເຊົ້າຂອງວັນທີ 21 ທັນວາ 2020, ມອບໂດຍທ່ານ ສຸລິໂຍ ວົງດາລາ ຜູ້ອຳນວຍການບໍລິສັດ ໂລກ້າ ຈຳກັດ ແລະ ຮັບໂດຍທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ.

ການສະໜັບສະໜຸນຈັດງານ Made in Laos ໃນຄັ້ງນີ້ ກໍເພື່ອເປັນການການສົ່ງເສີມຜະລິດຕະພັນລາວ ແລະ ຊ່ວຍຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ບໍລິສັດ ໂລກ້າ ຈຳກັດ ເຊິ່ງເປັນໜຶ່ງໃນຫົວໜ່ວຍທຸລະກິດທີ່ສືບຕໍ່ສ້າງວຽກເຮັດງານທຳໃຫ້ກັບຄົນລາວໂດຍໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ ເຊື່ອວ່າ ງານວາງສະແດງສິນຄ້າລາວຄັ້ງນີ້ ຈະເປັນໂອກາດອັນດີໃຫ້ບັນດາຫົວໜ່ວຍທຸລະກິດ ໄດ້ມີເວທີໃນການໂຄສະນາສິນຄ້າ, ເປີດໂຕຜະລິດຕະພັນໃໝ່ໆຂອງບໍລິສັດຕ່າງໆ ພ້ອມທັງເປັນການສົ່ງເສີມການຜະລິດເປັນສິນຄ້າທີ່ມີຄຸນນະພາບຂອງລາວໃນທຸກຂະແໜງການທີ່ມີທ່າແຮງຂອງນະຄອນຫຼວງວຽງຈັນ ແລະ ທົ່ວປະເທດລາວ.

ງານວາງສະແດງສິນຄ້າລາວ Made in Laos 2020 ຈະຈັດຂຶ້ນທີ່ສູນການຄ້າລາວໄອເຕັກ ລະຫວ່າງວັນທີ 25 ທັນວາ 2020 ຫາ 3 ມັງກອນ 2021 ນີ້ ເຊິ່ງໃນໂອກາດນີ້ທາງ ບໍລິສັດ ໂລກ້າ ຈຳກັດ ກໍຈະໄດ້ເປີດໂຕແອັບໂລກ້າໂກຣ (LOCA Gro) ແອັບຊັອບປິ້ງອອນລາຍພາຍໃນງານດັ່ງກ່າວນີ້ ພ້ອມທັງນຳເອົາຮ້ານຄ້າຫຼາຍກວ່າ 100 ຮ້ານ ແລະ ສິນຄ້າຫຼາຍກວ່າ 10,000 ລາຍການ ໃຫ້ຜູ້ເຂົ້າຮ່ວມງານສາມາດສັ່ງຊື້ຜ່ານທາງແອັບພລິເຄຊັນເທິງມືຖື ແລະ ຈັດສົ່ງໄປເຖິງບ້ານຂອງຜູ້ຊື້.