Home Blog Page 249

ຈັບສອງອ້າຍນ້ອງລັກລົດໃຫຍ່ ພິດໄພຂອງຢານະລົກແລະຕິດເກມອອນລາຍ

ປກສ ນະຄອນຫຼວງວຽງຈັນ: ນໍາຈັບ 2 ອ້າຍ-ນ້ອງ ພ້ອມລົດກະບະຂອງກາງຫຼັງກໍ່ເຫດລັກໄດ້ 1 ວັນ

ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜູ້ຊີ້ນໍາວຽກງານຕໍາຫຼວດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ປກສ ນວ ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກ ຜູ້ເສຍຫາຍ ໃນວັນທີ 11 ຕຸລາ 2020 ວ່າ: ໄດ້ມີເຫດຄົນຮ້າຍມາລັກລົດກະບະ ສີຂາວ ເລກທະບຽນ ກທ 6239 ກໍາແພງນະຄອນ, ທີ່ຈອດໄວ້ໜ້າເຮືອນ ຢູ່ບ້ານສີຊົມຊື່ນ ເມືອງສີໂຄດຕະບອງ ນວ ເຈົ້າໜ້າທີ່ກໍ່ຮີບຮ້ອນຕິດຕາມນຳຈັບຜູ້ລົງມືກໍ່ເຫດໄດ້ 2 ຄົນ ພ້ອມເກັບກູ້ຂອງກາງມາໄດ້ໂດຍໃຊ້ເວລາ 1 ວັນ.

ຫຼັງເກີດເຫດ ທ້າວ ປັກທະວີ, ອາຍຸ 27 ປີ, ອາຊີບກໍາມະກອນ ແລະ ທ້າວ ອຸໄທ, ອາຍຸ 20 ປີ, ອາຊີບກຳມະກອນ ທັງ 2 ຄົນ ຢູ່ບ້ານຮ່ອງຄ້າໃຕ້ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ຜູ້ກໍ່ເຫດທັງ 2 ຄົນແມ່ນເປັນອ້າຍນ້ອງກັນ; ເຊິ່ງຜ່ານການສອບສວນເບື້ອງຕົ້ນ ທ້າວ ອຸໄທ ໃຫ້ການຍອມຮັບສາລະພາບກັບເຈົ້າໜ້າທີ່ວ່າ: ວັນທີ 11 ຕຸລາ 2020 ຕົນເອງ ແລະ ໝູ່ຄົນ 1 ໄດ້ໄປລັກເອົາລົດກະບະ ສີຂາວເລກທະບຽນ ກທ 6239 ກໍາແພງນະຄອນ ທີ່ຈອດປະໄວ້ຢູ່ເຮືອນ ເຂດບ້ານສີຊົມຊື່ນ ເມືອງສີໂຄດຕະບອງ ນວ. ແລ້ວກໍໄດ້ຂັບຂີ່ລົດໄປຈອດໄວ້ທີ່ບ້ານດົງປ່າແຫຼບ (ດິນຫວ່າງ).

ຈາກນັ້ນ ຕົນເອງກໍໄດ້ກັບເມືອບ້ານ ແລະ ບອກໃຫ້ ທ້າວ ປັກທະວີ (ຜູ້ເປັນອ້າຍ) ຕິດຕໍ່ຄົນມາຊື້ລົດຄັນດັ່ງກ່າວ. ມາຮອດວັນທີ 12 ຕຸລາ 2020 ຈຶ່ງຖືກເຈົ້າໜ້າທີ່ກັກທັງ 2 ຄົນ, ພ້ອມລົດຄັນທີ່ລັກມາ.

ສໍາລັບຂອງກາງຄະດີ ລົດກະບະ ສີຂາວ ເລກທະບຽນ ກທ 6239 ກໍາແພງນະຄອນ, ພັທ ສອນເພັດ ພິຈິດ ໄດ້ມອບຄືນໃຫ້ ນາງ ນວນຈັນ ບົວໃບອ່ອນ ເຈົ້າຂອງລົດ. ໃນວັນທີ 13 ຕຸລາ 2020 ຢູ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ການນໍາເມືອງເຊໂປນພ້ອມຄະນະສືບຕໍ່ລົງພື້ນທີ່ມອບເຄື່ອງຊ່ວຍເຫຼືອໃຫ້ບ້ານປະຊາຊົນຢູ່ລຽບຕາມສາຍນໍ້າຕ່າງໆ

ໃນວັນທີ 13 ຕຸລາ 2020 ຜ່ານມານີ້ ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງໆເຊໂປນ, ພ້ອມດ້ວຍຄະນະກຳມະການຕ້ານໄພພິບັດຂັ້ນເມືອງ ໄດ້ສືບຕ່ໍລົງພື້ນທີ່ມອບເຄື່ອງຊ່ວຍເຫຼືອໃຫ້ບ້ານປະຊາຊົນຢູ່ລຽບຕາມສາຍນໍ້າຕ່າງໆ

.

ພ້ອມທັງຢ້ຽມຢາມອໍານາດການປົກຄອງບ້ານ ແລະ ປະຊາຊົນ ຄື: ບ້ານ ເມືອງຈັນ, ບ້ານ ດົງນ້ອຍ,ບ້ານແກ້ງຄໍາ, ບ້ານ ດົງໃຫຍ່, ບ້ານສ່າງ, ບ້ານກາດັບ,ບ້ານແກ້ງຢາງ, ບ້ານ ແກ້ງກົກ ແລະ ບ້ານຫ້ວຍສານ, ເຊິ່ງເປັນເຂດພື້ນທີ່ສ່ຽງຖືກນ້ຳຖ້ວມ, ສໍາລັບເຄື່ອງທີ່ນໍາໄປມອບໃນຄັ້ງນີ້ປະກອບມີເຄື່ອງບໍລິໂພກຈໍານວນໜຶ່ງເຊັ່ນ: ເຂົ້າສານ ນໍ້າດື່ມ, ໝີ່ສໍາເລັດຮູບ ແລະ ປາກະປ໋ອງ ເພື່ອຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນໃຫ້ກັບ ປະຊາຊົນ.

ກວດກາໂຄງການກໍ່ສ້າງອະນຸສາວະລີນັກບິນທະຫານອະດີດສະຫະພາບໂຊຫວຽດ

ໃນວັນທີ 14 ຕຸລາ 2020 ນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະໄດ້ລົງກວດກາເບິ່ງຄວາມຄືບໜ້າຂອງການກໍ່ສ້າງໂຄງການອະນຸສາວະລີນັກບິນທະຫານ ອະດີດ ສະຫະພາບໂຊວຽດທີ່ຈຸດກໍ່ສ້າງ ບ້ານອາກາດ, ເມືອງສີໂຄດຕະ ບອງ, ນະຄອນຫຼວງວຽງຈັນ, ໃຫ້ການຕ້ອນຮັບໂດຍມີ ສະຫາຍພົນຈັດຕະວາ ພູຫຼວງ ບົວພະຈັນ ຫົວໜ້າການເມືອງກອງບັນຊາການທະຫານອາກາດ, ມີສະຫາຍ ສົມພັດ ສຸພັດທອນ ປະທານບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ ຈຳກັດ (SCS) ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.

ສະຫາຍ ສົມພັດ ສຸພັດທອນ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງອະນຸສາວະລີ ນັກບິນທະຫານອະດີດ ສະຫະພາບໂຊວຽດໄດ້ຮັບອະນຸ ມັດໃຫ້ກໍ່ສ້າງຂຶ້ນ ໂດຍແມ່ນກະຊວງປ້ອງກັນປະເທດເປັນເຈົ້າຂອງໂຄງການ ແລະ ມອບໝາຍໃຫ້ບໍລິສັດຂອງຂ້າພະເຈົ້າເປັນ ຜູ້ຮັບເໝົາກໍ່ສ້າງເຊິ່ງທັງສອງ ຝ່າຍໄດ້ເຊັນສັນຍາຮ່ວມກັນໃນຕົ້ນເດືອນພຶດສະພາຜ່ານມາ ແລະ ລົງມືກໍ່ສ້າງໃນເດືອນມິຖຸນາ 2020 ນີ້, ມາຮອດປັດຈຸບັນການກໍ່ສ້າງແມ່ນສຳເລັດ 100% ຖືວ່າສຳເລັດກ່ອນແຜນການທີ່ກຳນົດໄວ້.

ໂຄງການກໍ່ສ້າງດັ່ງກ່າວເປັນ ການຮ່ວມມືກັນຂອງທັງສອງລັດຖະບານລາວ ແລະ ຣັດເຊຍກໍຄື ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ, ທັງນີ້ເພື່ອເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຈາລຶກຜົນງານຄຸນງາມຄວາມດີຂອງອະດີດນັກບິນ ທະຫານຣັດເຊຍທີ່ເສຍຊີວິດຢູ່ ລາວ ພວກເຮົາໃນໄລຍະທີ່ຜ່ານມາ ແລະ ເປັນສະຖານທີ່ສຶກສາຮຽນຮູ້ຂອງອະນຸຊົນໃນອະນາຄົດ, ໂດຍສະເພາະແມ່ນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ- ຣັດເຊຍ ຄົບຮອບ 60 ປີໃນປີ 2020 ນີ້.

ໂຄງການດັ່ງກ່າວມີເນື້ອທີ 400 ກວ່າຕາເມັດ, ກໍ່ສ້າງໂດຍ ເປຕົງເສີມເຫຼັກທີ່ແໜ້ນໜາ, ພ້ອມດ້ວຍສິ່ງຕົບແຕ່ງປະດັບປະດາ ເປັນຕົ້ນແມ່ນປູກຫຍ້າມີຮົ້ວ ແລະ ດອກໄມ້ອ້ອມຮອບຕັ້ງຢູ່ແຄມຖະໜົນຢ່າງສະຫງ່າອົງອາດຈະກາຍເປັນສັນຍາລັກອັນໃໝ່ຂອງການຮ່ວມມືຂອງທັງສອງປະເທດ ລາວ-ຣັດເຊຍ ພວກເຮົາ, ເຊິ່ງຈະເປີດນຳໃຊ້ຢ່າງເປັນທາງການໃນມໍ່ໆນີ້.

ໂດຍ: ຈັນທະວົງ ອຸ່ນວິໄລຫົງ

ເຕືອນການເດີນທາງຂົວຫ້ວຍສັງເປເພອີກແລ້ວ

ແຂວງວຽງຈັນ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ຂົວເພອີກແລ້ວ ! ເກີດເຫດຂົວຫັກ ເປ່ເພຂົວນໍ້າສັງ ລະຫວ່າງ ບ້ານ ປາກຮາງແລະ ບ້ານນໍ້າແພດ. ເນື່ອງຈາກລົດບັນທຸກ ຂົນເຄື່ອງໜັກ ແລ່ນຜ່ານ, ຈຸດເກີດເຫດແມ່ນ ຢູ່ເຂດ ຊາຍແດນລະຫວ່າງເມືອງໝື່ນ ແລະ ເມືອງເຟືອງ ແຂວງວຽງຈັນ.

ເຮັດໃຫ້ຕອນເຊົ້າ ວັນທີ 15 ຕຸລາ 2020 ເຮັດໃຫ້ການສັນຈອນຕິດຂັດ ເປັນອໍາມະພາດ, ຈະນໍາໃຊ້ເສັ້ນທາງກ້ອງຂົວ ກໍ່ພັດຍັງມີນໍ້າຫຼາຍ ລົດຕິດຄາກັນ ເປັນແຖວ. ຂໍໃຫ້ທຸກທ່ານລະມັດລະວັງ.

ພາບ: Second Hand Lover

ໜັກໜ່ວງ! ເສັ້ນທາງເສຍຫາຍໜັກ ຈາກໄພນ້ຳຖ້ວມ ເມືອງນອງ

ລາຍງານ: ໃນວັນທີ 13 ຕຸລາ 2020 ເນື່ອງຈາກສະພາບຝົນຕົກຕິດຕໍ່ກັນເປັນເວລາຫຼາຍມື້ຕິດຕໍ່ກັນ ເຮັດໃຫ້ ການສັນຈອນໄປມາພົບຄວນຫຍຸ້ງຍາກລຳບາກຫຼາຍພໍສົມຄວນເປັນຕົ້ນ: ເສັ້ນທາງແຕ່ເມືອງນອງໄປຫາ ບ້ານດົງ ເມືອງເຊໂປນຖືກຕັດຂາດລົດທຸກປະເພດບໍ່ສາມາດສັນຈອນໄປມາໄດ້ ປະຊາຊົນຕ້ອງໄດ້ໃຊ້ເຮືອຂີ່ຂ້າມ ນ້ຳໄດ້ເລີ່ມຖ້ວມຂັງແຕ່ວັນທີ 7 ເດືອນ10

.

ມາຮອດຕອນເຊົ້າຂອງວັນທີ 14/10/2020 ລະດັບນ້ຳແມ່ນໄດ້ຫຼຸດລົງ ຈົນລົດໃຫຍ່ສາມາດແລ່ນໄດ້ ແຕ່ພໍມາຮອດຕອນສວາຍຂອງວັນດຽວກັນນັ້ນເນື່ອງຈາກສະພາບຝົນຍັງໄດ້ຕົກໜັກ ແລະ ຕົກແຮງຢ່າງສະໜຳ່ສະະເໝີ ເຮັດໃຫ້ນຳ້ຖ້ວມອັ່ງຂຶ້ນອີກ ໃນຮອບ2 ເຊິ່ງມີຄວາມຍາວ 300 ແມັດ, ຄວາມເລິກ 2ແມັດ, ເສັ້ນທາງແຕ່ບ້ານ ນາລົງເກົ່າ ຫາຈຸດສຸມ ປະເລາະ-ອາສີງ, ບ້ານໂອ້ຍຕານຕີບ ແມ່ນຖືກຕັດຂາດ, ທໍ່, ຫົວຂົວຂາດ, ດິນເຈື່ອນທັບເສັ້ນທາງ ປະມານ 6-7 ຈຸດ, ເສັ້ນທາງແຕ່ເທດສະບານເມືອງນອງຫາຈຸດສຸມແກ້ງລີ້ນ, ບາງຈຸດມີນ້ຳຖ້ວມຂັງ,ຈຸດທີ່ມີທໍ່ແມ່ນຖືກນ້ຳເຊາະເຈື່ອນ, ຈຸດທີ່ເປັນຫົວຂົວ ລວມມີ 5ຈຸດ, ເສັ້ນທາງແຕ່ ບ້ານ ພູນໝາກມີ້ ຫາບ້ານອາເລົາໃຫຍ່ ສ່ວນໃຫຍ່ແມ່ນຈຸດເສັ້ນທາງຕ່ຳ ແລະຄ້ອຍ, ຈຸດທີ່ມີທໍ່, ຫົວຂົວແມ່ນໄດ້ຖືກນ້ຳກັດເຊາະ ນອກນັ້ນກໍ່ຍັງມີເຂົ້ານາປີຖືກນ້ຳຖ້ວມຂັງ ແລະເນື້ອທີ່ສວນຈຳນວນໜຶ່ງຖືກຈົມຢູ່ພື້ນນ້ຳ ອັນສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນຫຼາຍພໍສົມຄວນ.

.

.

ເລັ່ງສ້ອມແປງ! ຂົວນໍ້າພະນາຍ ເມືອງທຸລະຄົມ ແຂວງວຽງຈັນ

ລາຍງານຈາກແຂວງວຽງຈັນ: ຈາກເຫດການ ທີ່ຂົວນໍ້າພະນາຍ ເມືອງທຸລະຄົມ ແຂວງວຽງຈັນ ຫັກພັງລົງ ໃນຕົ້ນເດືອນມິຖຸນາ 2020.

ມາຮອດຕອນບ່າຍຂອງວັນທີ 14/10/2020 ໄດ້ມີຄວາມຄືບໜ້າຫຼາຍ ໃນການດໍາເນີນ ການບູລະນະ ແລະ ສ້ອມແປງຂົວຄືນໃຫມ່

.

.

ໂດຍມີທ່ານຮອງເຈົ້າເມືອງໆທຸລະຄົມ ໄດ້ລົງຕິດຕາມການສ້າງຂົວນ້ຳພະນາຍ ທີ່ໄດ້ລົງມືປູແຜ່ນເຫລັກ ຂ້າມຂົວ ໃກ້ຈະສຳເລັດແລ້ວ ແລະ ຈະເປີດໃຫ້ປະຊາຊົນນຳໃຊ້ ໃນໄວໆນີ້.

.

.

ຊົມເຊີຍ! ດີໃຈນໍາປະຊາຊົນຈະໄດ້ກັບມານໍາໃຊ້ເສັ້ນທາງນີ້ໃຫ້ສະດວກຄືເກົ່າ.

ຜູ້ນຳເຮົາຕ້ອນຮັບລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ໃນວັນທີ 14 ຕຸລາ 2020, ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງ ວັນທີ 13-14 ຕຸລາ 2020 ນີ້.

ໃນໂອກາດນີ້, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານ ຫວັງ ອີ້ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງເປັນການປະ ກອບສ່ວນອັນສຳຄັນ ເຂົ້າໃນການຈັດປະຕິບັດແຜນການຮ່ວມມື ລະຫວ່າງສອງພັກ, ສອງລັດ ລາວ-ຈີນ, ທັງເປັນການປະກອບສ່ວນສຳຄັນ ໃນການເສີມຂະຫຍາຍມູນເຊື້ອແຫ່ງການພົວພັນມິດຕະພາບ ແລະ ການ ຮ່ວມມືຍຸດທະສາດຮອບດ້ານ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ທ່ານ ຫວັງ ອີ້ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງ ຂອງ ທ່ານ ບຸນຍັງ ວໍລະຈິດ ທີ່ໄດ້ເສຍສະຫລະເວລາອັນມີຄ່າ ໃນການຕ້ອນຮັບໃນຄັ້ງນີ້. ພ້ອມນີ້, ທ່ານ ຫວັງ ອີ້ ໄດ້ລາຍງານຜົນຂອງການເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານ ປະທານປະເທດ ໄດ້ຮັບຊາບຕື່ມອີກ.

ໃນວັນດຽວກັນ, ທ່ານ ຫວັງ ອີ້ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຊັ່ນດຽວກັນ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ+ອ່າຍຄຳ

ຂ່າວສານປະເທດລາວ

ນອນເສຍຊີວິດທີ່ຕູບແຄມທົ່ງນາໂດຍບໍ່ຮູ້ສາເຫດທີ່ເມືອງທຸລະຄົມ

ແຂວງວຽງຈັນ: ລາຍງານຈາກ 1625 ແຂວງວຽງຈັນໃຫ້ຮູ້ວ່າ ໃນວັນທີ 14 ຕຸລາ 2020 ເວລາ 14:45 ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນໄດ້ຮັບແຈ້ງເຫດຜ່ານເບີ 023 1625 ວ່າມີຄົນນອນເສຍຊີວິດໂດຍບໍ່ຮູ້ສາເຫດ ຢູ່ບ້ານນ້ຳອ່າງ ເມືອງທຸລະຄົມ ແຂວງວຽງຈັນ.

ເມື່ອຫນວ່ຍກູ້ຊີບ​ອອກກວດສອບເຫດພົບເຫັນຜູ້ເສຍຊີວິດ 01 ຄົນ,ເຊິງເປັນເພດຊາຍ, ອາຍຸ 53 ປີ. ເຈົ້າໜ້າທີ່ກອງສັນນະສູດ ໄດ້ມາກວດສອບ ສົບຜູ່ເສຍຊີວິດ ແລະ ຈະສະຫຼຸບ ສາເຫດຂອງການເສຍຊີວິດ ຈາກຜົນການສັນນະສູດ ຕໍ່ໄປ.

ດັ່ງນັ້ນ, ໜ່ວຍ​ກູ້​ຊີບ​ອົງການ​ກາ​ແດງ​ແຂວງວຽງຈັນ​ຈື່ງໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດ ແລະ ນຳສົ່ງສົບໄປທີ່ປ່າຊ້າ ບ້ານນ້ຳອ່າງ ເມືອງ ທຸລະຄົມ ແຂວງວຽງຈັນ ເພື່ອປະກອບພິທີທາງສາສະໜາ.

ສະແດງຄວາມເສຍໃຈກັບທາງຄອບຄົວຜູ່ເສຍຊີວິດ

ອຸບັດຕິເຫດ​ ເຈັບ​-ປວ່ຍ​ສຸກເສີນ​ໂທແຈ້ງ​:☎️023 1625​ ; 0304555114 ​☎️ ຕະຫລອດ​24​ຊົ່ວໂມງ.

🚑🚑ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດ​ບໍ​ລິຈາກປະເພດເຂົ້າ​ສານ,​ ອາຫານການກິນ,​ ນ້ຳມັນລົດ ຫລື ອຸປະກອນ​ການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 023 1625

ລົດເກງຕໍາລົດຖີບສາຫັດ 1 ທາງເມືອງສີໂຄດຕະບອງ

ເຫດ ລົດໃຫ່ຍຕຳລົດຖີບເຂດ ບ້ານ ໜອງບົວທອງ.

ໃນວັນທີ 14/10/2020 ເວລາ 12:40 ນາທີໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ລົດໃຫ່ຍຕຳລົບຖີບ ເຂດ ບ້ານ ໜອງບົວທອງ ເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນ.

ທີມກູ້ຊີບ-ກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບ ລົດເກງຕໍາລົດຖີບ, ລົດຖີບແມ່ນເຂົ່າໄປທີ່ກ້ອງລົດເກງ ເພເສຍຫາຍ.

ມີຜູ່ບາດເຈັບ ເພດ ຊາຍ 1 ຄົນ, ໂດຍມີອາການເບື້ອງຕົ້ນແມ່ນ ຂາຜິດຮູບ ແລະ ບາດແຜຖະຫຼອກ.ພວກເຮົາຈຶ່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງໝໍ ມິດຕະພາບ 150 ຕຽງເພື່ອໄປປິ່ນປົວ.

ອຸປະຕິເຫດສຸກເສີນໂທ : 🚑 1624 🚑

ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ

  • ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
  • ອຸປະກອນການແພດຕ່າງໆ
    ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ຕິດຕໍ່ສອບຖາມ:020 2244 1624 ຫຼື ໂອນບັນຊີ

  • ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
  • ຊື່ບັນຊີ:THE ASSOCIATION OF VOLUNTARY RESCUE VIENTIANE
  • ເລກບັນຊີ: LAK010120000993902001

ທີມກູ້ຊີບກູ້ໄພນະຄອນຫຼວງ1624

ຄໍາແນະນຳ ສຳລັບຜູ້ທີ່ເດີນທາງມາຈາກປະເທດທີ່ບໍ່ມີການລະບາດຂອງພະຍາດໂຄວິດ-19

ຄະນະສະເພາະກິດລາຍງານ: ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ອອກຄໍາແນະນໍາ ສໍາລັບຜູ້ທີ່ຈະເດິນທາງມາຈາກປະເທດທີ່ບໍ່ມີການລະບາດຂອງພະຍາດ COVID-10 ໃນຊຸມຊົນ ດັ່ງລຸ່ມນີ້:

.

ຈໍາກັດບໍລິເວນຕົນເອງໃຫ້ຄົບ 14 ວັນເດີ້…! ຊ່ວຍຊາດ