Home Blog Page 251

ນ້ອງມິນລີ້ ດີໃຈຫຼາຍໄດ້ຮັບອຸປະຖຳເຄື່ອງອຸປະກອນການຮຽນຊ່ວຍເຫຼືອໂຮງຮຽນ ຈາກຜູ້ໃຫຍ່ໃຈດີ

ຖ້າເວົ້າເຖິງນ້ອງ  ມິນລີ້ ທຸກຄົນຄົງຈະຮູ້ຈັກກັນດີນ້ອງໄດ້ຮັບລາງວັນຊະນະເລີດປະກວດຮ້ອງເພງຢູ່ທີ່ສູນການຄ້າທົ່ງຂັນຄຳໃນຕົ້ນເດືອນຜ່ານມາ

ແລະ ສາວຄູຜູ້ໃຈດີ ທີ່ຊອກແຫລ່ງທຶນມາໃຫ້ ທາງໂຮງຮຽນພ້ອມດ້ວຍ ການໃຫ້ຕຸກຊຸກຍູ້ຕໍ່ນ້ອງນ້ອຍນັກຮຽນ. ຂໍໃຫ້ທາງທາງຜູ້ໃຫຍ່ ແລະ ຂັ້ນເທິງເບິ່ງແຍງຍ້ອງຍໍ

ໂຮງຮຽນຂອງນ້ອງມິນລີ້ແມ່ນໂຮງຮຽນປະຖົມ ໂຄກສະຫວ່າງ ຢູ່ ບ້ານໂຄກ ເມືອງ ຍົມມະລາດ ແຂວງ ຄຳມ່ວນ ຊຶ່ງໄດ້ມີຜູໃຫຍ່ໃຈດີນຳເຄື່ອງອຸປະກອນການຮຽນບໍ່ວ່າຈະເປັນບິກ, ສໍ, ປຶ້ມແບບຮຽນ, ຖົງປື້ມ ແລະ ເຄື່ອງກິລາ ແຕ່ລະຊັ້ນມີຄົບໂຕະຕັ່ງໃຫມ່ ແລະ ອີກຫລາຍໆຢ່າງ.

.

.

ຂໍຂອບໃຈທາງສະຫະພັນກິລາອ໊ອບໂຣດ ນະຄອນຫຼວງວຽງຈັນ ພ້ອມດ້ວຍທີມງານ ສິ່ງຂອງທີ່ທ່ານມອບໃຫ້ ແມ່ນເປັນເທື່ອທຳອິດຂອງນ້ອງໆທີ່ໄດ້ຮັບເຄື່ອງເຫຼົ່ານີ້ຈາກຜູ້ໃຈບຸນ ນ້ອງໆທັງດີໃຈ ທັງພໍໃຈ ແລະ ສ່ອງແຍງເຄື່ອງໃຫມ່ ເພາະບໍ່ເຄີຍໄດ້ມາກ່ອນ

.

.

.

ໂຮງຮຽນຂອງເຮົາຮູ້ສຶກໂຊກດີຫລາຍ ແລະ ຂໍຂວຍພອນໃຫ້ທຸກທ່ານທີ່ຮ່ວມສົມທົບທຶນໃນຄັ້ງນີ້ຈົ່ງມີແຕ່ຄວາມຈະເລີນກ້າວຫນ້າຕະຫຼອດໄປ…

ຟັງຄຣິບຄໍາຂອບໃຈຈາກນ້ອງມິນລີ້

ຟັງຄຣິບຄໍາຂອບໃຈຈາກນ້ອງໆ

ແຂວງຫຼວງນໍ້າທາ ລົງມອບເຄ່ືອງນຸ່ງຫົ່ມໃຫ້ປະຊາຊົນຄອບຄົວທຸກຍາກ

ໃນວັນທີ​ 9​ ຕຸລາ​ 2020​ ປະທານສະຫະພັນແມ່ຍິງແຂວງຫຼວງນໍ້າທາພ້ອມດ້ວຍທິມງານສົບທົບກັບໜ່ວຍ​ສະຫະ​ພັນແມ່ຍິງ​ພາສີ ແຂວງ​ໄດ້ນຳເອົາເຄື່ອງນຸ່ງຫົ່ມຕ່າງໆເຊັ່ນ: ຜ້າຫົ່ມ​ 115 ຜືນ,​ ມຸ້ງ​ 115​ ຜືນ,​ ໝອນ​ 108 ໜ່ວຍ,​ ເຂົ້າສານ​ 120​ ກິໂລ​ ລວມມູນຄ່າ 20​ ລ້ານກີບ ໄປມອບໃຫ້ປະຊາຊົນຄອບຄົວທຸກຍາກ ແລະ​ ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທີ່ບ້ານນໍ້າແອ່ງ ເມືອງວຽງພູຄາ​

.

ໃຫ້ກຽດກ່າວມອບໂດຍທ່ານ ນາງ​ ບົວວັນ​ ພົມມະລິດ​ ກຳມະການພັກແຂວງ​ ປະທານສະຫະພັນແມ່ຍິງແຂວງ, ໃຫ້ກຽດກ່າວມອບໂດຍທ່ານ​ ພັນວົງໄຊ ວິໄລພອນ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງວຽງພູຄາ,​ ມີ ທ່ານນາງ​ ແສງທອງ​ ຊຽນປັນຍາ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງວຽງພູຄາ,​ ທ່ານນາງ​ ອຸ່ນຈັນ ອ່ອນລືໄຊ​ ຫົວໜ້າໜ່ວຍສະຫະພັນພັນແມ່ຍິງພາສີແຂວງພ້ອມດ້ວຍສະມາຊິກຕະຫຼອດຮອດອົງການຈັດຕັ້ງບ້ານ​ ແລະ​ ປະຊາຊົນພາຍໃນບ້ານນໍ້າແອ່ງເຂົ້າຮ່ວມເປັນສັກຂີພິຍານ.

.

.

ຊົມເຊີຍ! ນໍາໃຈຂອງຄົນລາວຊວ່ຍເຫຼືອເຊິ່ງກັນ ແລະ ກັນ

ຂ່າວດ່ວນ! ໂຣນັນໂດກວດພົບວ່າຕິດໂຄວິດ-19

ຂ່າວຕ່າງປະເທດ: ລາຍງານຈາກຂ່າວຕ່າງປະເທດຫຼາຍສໍານັກ ໃນຄໍ່າວັນທີ 13 ຕຸລາ 2020 (ເວລາປະເທດລາວ) ນີ້ວ່າ ນັກເຕະບານຊື່ດັງ ຄຣິສຕີໂນ ໂຣນັນໂດ ກວດພົບເຊື້ອ ໂຄວິດ-19.

ເຖິງຢ່າງໃດກໍ່ດີ, ຍັງບໍ່ທັນມີການເປີດເຜີຍວ່າ, ໂຣນາໂດ ກວດພົບເຊື້ອແຕ່ມື້ໃດ ແລະ ຕິດໄດ້ແນວໃດ? ເຊິ່ງປະຈຸບັນ ແມ່ນໄດ້ເຂົ້າຮັບການປິ່ນປົວ ແບບກັກບໍລິເວນ ຕາມມາດຕະຖານສາກົນແລ້ວ.

ເມື່ອກວດສອບ ເພຈທາງການຂອງ ໂຣນັ່ນໂດ ກໍ່ມີການໂພດຊຸມແຊວກັບ ນັກເຕະຄົນອື່ນໆ ໃນຮ້ານອາຫານແຫ່ງໜື່ງ. ໃນວັນດຽວກັນ. ຫາກວ່າ ໂຣນັນໂດ ກວດພົບເຊື້ອ ໂຄວິດ-19, ນັກເຕະຫຼາຍຄົນຄົງຕ້ອງໄດ້ ຖືກກັກບໍລິເວນ ແລະ ກວດຫາເຊື້ອ ເພາະຕົກໃນກໍລະນີໃກ້ຊິດ ຜູ່ຕິດເຊື້ອ ໂຄວິດ-19

ກໍ່ຂໍໃຫ້ນັກເຕະຂວັນໃຈຊາວໂລກ ໂຣນັນໂດ ຫາຍດີຈາກໂຄວິດ-19 ໄວໆ

ປະຈຸບັນທົ່ວໂລກມີຄົນຕິດເຊື້ອໂຄວິດ-19 ຈໍານວນ 38,191,325 ຄົນ, ເສຍຊີວິດ ຈໍານວນ 1,087,371 ຄົນ

ຂ່າວ

ກົດອ່ານຂ່າວເພີ່ມເຕີມ

ແຂວງຫລວງພະບາງ ຍັງບໍ່ສາມາດຜະລິດເຂົ້າກຸ້ມກິນໄດ້ດ້ວຍຕົນເອງ

ມາຮອດປັດຈຸບັນ, ແຂວງຫລວງພະບາງ ຍັງບໍ່ສາມາດຜະລິດເຂົ້າກຸ້ມກິນໝົດປີເທື່ອ, ສະເລ່ຍເຂົ້າທີ່ຜະລິດໄດ້ໃສ່ຫົວຄົນພາຍໃນແຂວງໄດ້ຜູ້ລະ 200 ກ່ວາກິໂລເຂົ້າເປືອກຕໍ່ຄົນຕໍ່ປີ ເຮັດໃຫ້ເຂົ້າທີ່ຜະລິດໄດ້ເອງກຸ້ມກິນພຽງແຕ່ 9 ເດືອນໃນແຕ່ລະປີ ຈິ່ງຈໍາເປັນຕ້ອງນໍາເອົາເຂົ້າຈາກບັນດາແຂວງໃກ້ຄຽງເຂົ້າມາເພື່ອໃຫ້ພຽງພໍກັບຄວາມຕ້ອງການບໍລິໂພກພາຍໃນແຂວງ.

ທ່ານ ສີວອນ ວົງຄໍາຈັນ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຫລວງພະບາງ ໃຫ້ສຳພາດວ່າ: ສາເຫດທີ່ເຮັດໃຫ້ບໍ່ສາມາດຜະລິດເຂົ້າກຸ້ມກິນ ຍ້ອນຫລວງພະບາງເປັນແຂວງພູດອຍທີ່ມີເນື້ອທີ່ທໍາການຜະລິດເຂົ້າບໍ່ຫລາຍ ແລະ ປະສົບກັບໄພ ພິບັດທາງທໍາມະຊາດ, ລວມເຖີງສັດຕີພືດທໍາລາຍໃນແຕ່ລະປີ. ພ້ອມນີ້ ຍ້ອນເປັນແຂວງທີ່ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງເຂົ້າມາທ່ອງທ່ຽວເປັນຈໍານວນຫລາຍ ເຮັດໃຫ້ຄວາມຕ້ອງການໃນການບໍລິໂພກເຂົ້າ ກໍຄື ສະບຽງອາ ຫານດ້ານອື່ນຯ ເພີ່ມຂຶ້ນ. ຢ່າງໃດກໍຕາມ ນອກຈາກເຂົ້າແລ້ວ ໝາກໄມ້ຫລາຍຊະ ນິດຕ້ອງໄດ້ນຳເຂົ້າຈາກທັງພາຍໃນ ແລະ ຕ່າງປະເທດ ເຊັ່ນດຽວກັນເນື່ອງຈາກພາຍ ໃນແຂວງບໍ່ສາມາດປູກໄດ້. ສ່ວນການຜະລິດຊີ້ນ, ປາ, ໄຂ່, ພືດຜັກ ແລະ ອື່ນຯ ແມ່ນສາມາດຄໍ້າປະກັນໄດ້ກັບຄວາມຕ້ອງການບໍລິໂພກພາຍໃນແຂວງ.

.

ທ່ານ ສີວອນ ວົງຄໍາຈັນ ໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການຜະລິດເຂົ້ານັບມື້ກຸ້ມກິນ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຈະເພີ່ມຄວາມເອົາໃຈໃສ່ຊຸກຍູ້ປະຊາຊົນແຕ່ລະທ້ອງຖິ່ນປູກເຂົ້າໃນເຂດທີ່ຕົນເອງມີເງື່ອນໄຂທັງນາປີ ແລະ ນາແຊງໃຫ້ຫລາຍເທົ່າທີ່ຫລາຍໄດ້, ພ້ອມນີ້ ຈະເອົາໃຈໃສ່ປັບປຸງສິ່ງອຳນວຍຄວາມສະດວກດ້ານການຜະລິດໃຫ້ດີຂຶ້ນ ຕິດພັນກັບການສົ່ງພະນັກງານວິຊາການລົງໄປແນະນໍາປະຊາ ຊົນທຳການຜະລິດຢ່າງຕໍ່ເນື່ອງ ແລະ ທົ່ວເຖີງແຕ່ລະທ້ອງຖິ່ນ ເພື່ອໃຫ້ເຂົາເຈົ້າຮູ້ນໍາໃຊ້ເຕັກນິກການຜະລິດແບບໃໝ່ທີ່ໃຫ້ຜົນຜະລິດສູງຂຶ້ນກ່ວາເກົ່າ.

ໂດຍ: ບຸນຕຽງ ຈັນທະວົງ

ກະບະຕີນແຕກປີ້ນຮຸນແຮງ ທາງເມືອງໂພນໂຮງ (ມີຄລິບ)

ລາຍງານຈາກແຂວງວຽງຈັນ: ໃນວັນທີ 13/10/2020 ໄດ້ເກີດເຫດລົດໃຫ່ຍຢາງແຕກແລ້ວເສຍຫລັກປີ້ນ ຢູ່ເຂດບ້ານນາໂພໃຕ້ ເມືອງໂພນໂຮງ ແຂວງວຽງຈັນ .

ລົດທີ່ເກີດເຫດແມ່ນກະບະ ກໍາແພງນະຄອນ ກນ 3435 ສະພາບຕີນຫຼັງແຕກທັງສອງເບື້ອງ, ປີ້ນຫຼັງຄາລົດຍຸບ.

ຈາກເຫດການຄັ້ງນີ້ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຕິດຄາໃນລົດເປັນເພດຍິິງ ແລະ ມີເດັກຊາຍ 1 ຄົນໄດ້ຮັບບາດເຈັບນໍາອີກ.

ຂໍ້ມູນຈາກ 1625 ແຂວງວຽງຈັນໃຫ້ຮູ້ວ່າ ຜູ້ບາດເຈັບ 01ຄົນ, ເປັນເພດຍິງ ,ອາຍຸ 21 ປີ ອາການເບື້ອງຕົ້ນແມ່ນ: ຫົວເບື້ອງຊ້າຍບວມຊໍ້າ, ມີບາດແຜເປີດເລັກນ້ອຍທີ່ ແກ້ມ-ຕີນ ເບື້ອງຊ້າຍ ແລະ ຫົວເຂົ່າ-ກົກຂາ ເບື້ອງຂວາ (ຫມົດສະຕິແຕ່ຍັງຫາຍໃຈ)

ດັ່ງນັ້ນ, ໜ່ວຍ​ກູ້​ຊີບ​ອົງການ​ກາ​ແດງ​ແຂວງວຽງຈັນ​ຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງມາໂຮງໝໍແຂວງວຽງຈັນ

.

.

ເຕືອນບັນດາທ່ານ ຈົ່ງມີສະຕິລະວັງ ເວລາຂັບລົດໃຫ້ຄ່ອຍໄປຄ່ອຍມາ ແລະ ເພື່ອຫລີກລ່ຽງບໍ່ໃຫ້ເກີດອຸບັດຕິເຫດ.

.

ຄຣິບ

ແຂວງເຊກອງ ກໍານົດ 8 ວຽກແຜນປ້ອງກັນໂຄວິດ-19

ເພື່ອສືບຕໍ່ເຝົ້າລະວັງ, ປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ໃນເດືອນຕຸລາ (10) ປີ 2020 ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງເຊກອງໄດ້ກຳ­ນົດ 8 ວຽກ ເພື່ອສືບຕໍ່ປະຕິບັດໃຫ້ໄດ້ຮັບຜົນສໍາເລັດ.

ໃນວັນທີ 13 ຕຸລາ 2020 ທີ່ພະແນກສາທາລະນະສຸກແຂວງ ໄດ້ຈັດກອງປະຊຸມຕີລາຄາການເຄື່ອນໄຫວວຽກງານປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍມີທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ, ປະທານຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ, ທ່ານ ດຣ. ຄໍາໄຫຼ ສັນຕິພູມ ຫົວໜ້າພະແນກສາທາລະນະສຸກແຂວງ, ບັນດາຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງ ແລະ 4 ຕົວເມືອງເຂົ້າຮ່ວມ.

ທ່ານ ດຣ. ພູຂັນ ຈັນທະວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງໄດ້ລາຍງານການເຄື່ອນໄຫວວຽກງານຂອງຄະນະສະເພາະຂັ້ນແຂວງ ກໍຄືບັນດາຂະແໜງການຂັ້ນແຂວງໃນເດືອນກັນຍາຜ່ານມາ, ພ້ອມທັງກໍານົດແຜນເຄື່ອນໄຫວໃນເດືອນຕຸລາ ໂດຍລວມມີ 8 ໜ້າວຽກຄື: 1). ແມ່ນສືບຕໍ່ຜັນຂະຫຍາຍແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1049 ລົງວັນທີ 30 ກັນຍາ 2020; 2). ຕິດຕາມເຝົ້າລະວັງ, ຮັບລາຍງານຈາກ 4 ຕົວເມືອງ ໂດຍສະເພາະແມ່ນກຸ່ມສ່ຽງຜູ້ທີ່ເດີນທາງມາຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19; 3). ເກັບຕົວຢ່າງພາຍໃນ 24-48 ຊົ່ວໂມງຂອງຜູ້ທີ່ມີຄວາມສ່ຽງໃຫ້ມີຄວາມວ່ອງໄວລະຫວ່າງເມືອງ-ແຂວງ.

4). ຕິດຕາມ ແລະສັງລວມຂໍ້ມູນຄົນຕ່າງປະເທດ, ຂໍ້ມູນຄວາມຄືບໜ້າການລະບາດຂອງພະຍາດໂຄວິດ-19; 5). ເຮັດໂຄສະນາສຸຂະສຶກສາໃຫ້ຮູ້ວິທີປ້ອງກັນ ແລະຮູ້ຜົນຮ້າຍຂອງພະຍາດໂຄວິດ-19 ຢ່າງທົ່ວເຖິງ ໂດຍສະເພາະເຂດຊາຍແດນເມືອງກະລຶມ ແລະເມືອງດາກຈຶງ; 6). ປະຕິບັດມາດຕະການຄວບຄຸມໃຫ້ເຂັ້ມງວດ ແລະເຄັ່ງຄັດຕາມສູນກັກກັນ; 7). ກະກຽມແຜນຮອງຮັບການນໍາເຂົ້າແຮງງານ, ກໍາມະກອນຂອງບໍລິສັດ ເພື່ອດໍາເນີນການຕາມຂັ້ນຕອນ ແລະ 8 ແມ່ນກຽມແຜນຮັບ-ສົ່ງນັກສຶກສາຈາກ ສສ ຫວຽດນາມເຂົ້າມາແຂວງເຊກອງ ແລະຈາກແຂວງເຊກອງໄປ ສສ ຫວຽດ ນາມ.

ໃນກອງປະຊຸມຄັ້ງນີ້ ຍັງຜ່ານແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ແຈ້ງການຂອງຫ້ອງວ່າການແຂວງ, ຂໍ້ຕົກລົງແຕ່ງຕັ້ງຄະນະສະເພາະກິດ ແລະກອງເລຂາຂັ້ນແຂວງ, ການປະກອບຄໍາຄິດຄໍາເຫັນຂອງຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ແລະຕອນທ້າຍກໍໄດ້ຮັບຟັງການມີຄໍາເຫັນຊີ້ນໍາຂອງທ່ານຮອງເຈົ້າແຂວງ ທັງນີ້ ກໍເພື່ອເຮັດໃຫ້ການເຄື່ອນໄຫວວຽກງານປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນເດືອນຕຸລາມີປະສິດທິຜົນດີຂຶ້ນ ແລະບໍ່ໃຫ້ພະຍາດດັ່ງກ່າວ ເກີດຂຶ້ນຢູ່ແຂວງເຊກອງພວກເຮົາ.

ເກັບຕົວຢ່າງມາກວດແລ້ວ! ບໍ່ພົບຜູ້ຕິດເຊື້ອໃໝ່ໂຄວິດ-19

ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໃຫ້ສໍາພາດຕໍ່ສື່ມວນຊົນ

ຕອນເຊົ້າວັນທີ 13 ຕຸລາ 2020 ທີ່ກະຊວງສາທາລະນະສຸກ ເຖິງວຽກງານເຝົ້າລະວັງ COVID-19ຢູ່ ສປປ ລາວວ່າ: ໃນວັນທີ 12 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 607 ຄົນ,ໃນນັ້ນມີ ແຮງງານລາວມາແຕ່ໄທ 211ຕົວຢ່າງ,ແຮງງານຈີນ 382ຕົວຢ່າງ, ແຮງງານຫວຽດນາມ 10 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 3 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 1 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ, ແຕ່ເດືອນມັງກອນ ຮອດ ວັນທີ 12ຕຸລາ2020 ໄດ້ເກັບຕົວຢ່າງມາກວດທັງໝົດ 58,685ຕົວຢ່າງ ,ກວດພົບເຊື້ອສະສົມ23ຄົນ.

ປິ່ນປົວດີແລ້ວ 22ຄົນ, ຍັງເຫລືອແຕ່ ຄົນເຈັບຕິດເຊື້ອພະຍາດ ກໍລະນີທີ 23 ທີ່ພວມສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ ແລະບໍ່ມີອາການຮ້າຍແຮງ.

ດຣ. ລັດສະໝີ ວົງຄຳຊາວ ໃຫ້ຮູ້ເຖິງສະພາບການລະບາດຂອງພະຍາດCOVID-19 ຂອງບັນດາປະເທດໃກ້ຄຽງແລະ ໃນໂລກວ່າ: ມາຮອດວັນທີ 13 ຕຸລາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 214 ປະເທດ/ເຂດແຄ້ວນ; ມີຜູ້ຕິດເຊື້ອພະຍາດ COVID-19 ທັງໝົດ 38,049,049ຄົນ; -ເສຍຊິວິດ 1,084,707ຄົນ ກວມເອົາ 2.85 % ຂອງຜູ້ຕິດເຊື້ອທັງໝົດ; ປີ່ນປົວດີ 28,557,839ຄົນ ເຊິ່ງກວມເອົາ 75.1% ຂອງຜູ້ຕິດເຊື້ອທັງໝົດ; ປະເທດທີ່ມີການລາຍງານການຕິດເຊື້ອແລະເສຍຊີວິດຫຼາຍກວ່າໝູ່ ແມ່ນສະຫະລັດອາເມຣິກາ ເຊິ່ງມີຜູ້ຕິດເຊື້ອສະສົມ 8,037,789ຄົນ, ເສຍຊີວິດສະສົມ 220,011ຄົນ. ຂົງເຂດອາຊີ ແມ່ນປະເທດອິນເດຍ ທີ່ມີທ່າອ່ຽງໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ມີຜູ້ຕິດເຊື້ອສະສົມ 7,175,880ຄົນ ແລະຜູ້ຕິດເຊື້ອມື້ດຽວສູງເຖິງ 54,045ຄົນ; ໃນບັນດາປະເທດສະມາຊິກອາຊຽນ ມາຮອດວັນທີ 13 ຕຸລາ 2020 ມີຜູ້ຕິດເຊື້ອພະຍາດ COVID-19 ທັງໝົດ 788,149 ຄົນ ແລະເສຍຊີວິດ19,214ຄົນ.

ຍ້ອນວ່າ ຈຳນວນຜູ້ຕິດເຊື້ອແລະຜູ້ເສຍຊີວິດຈາກທົ່ວໂລກຍັງມີທ່າອ່ຽງເພິ່ມສູງຂຶ້ນຢ່າງຕໍ່ເນື່ອງ; ອີງໃສ່ສະພາບການດັ່ງກ່າວເພື່ອຫຼຸດຜ່ອນ ແລະ ຢັບຢັ້ງ ການລະບາດແຜ່ລາມຂອງພະຍາດ, ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມຈົ່ງໄດ້ເອົາໃຈໃສ່ສືບຕໍ່ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ໃຫ້ກາຍເປັນຄວາມຊິນເຄີຍເປັນຕົ້ນແມ່ນ: ອອກຈາກບ້ານເມື່ອມີຄວາມຈຳເປັນ ໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານຫຼືໄປສະຖານທີ່ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ລ້າງມືເລື້ອຍໆດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ ປະຕິບັດຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ ກິນອາຫານທີ່ປຸງແຕ່ງສຸກໃໝ່ໆ ແຍກຂອງໃຊ້ສ່ວນຕົວບໍ່ໃຊ້ຮ່ວມກັບຜູ້ອື່ນ ເມື່ອກັບຮອດບ້ານຄວນອາບນ້ຳແລະປ່ຽນເສື້ອຜ້າທັນທີ ການປະຕິບັດທັງໝົດນີ້ກໍ່ແມ່ນເພື່ອຫຼຸດຜ່ອນແລະສະກັດກັ້ນການລະບາດບໍ່ໃຫ້ຂະຫຍາຍເປັນວົງກວ້າງ.

ເກີດເຫດ! ລົດໃຫ່ຍຕຳແລ້ວຫນີ

ໃນວັນທີ 13/10/2020 ເວລາ 04:06 ນາທີໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ລົດໃຫ່ຍຕຳແລ້ວຫນີ ເຂດ ບ້ານ ທາດຫຼວງ ເມືອງ ໄຊເສດຖາ ນະຄອນຫລວງ.

.

ທີມກູ້ຊີບ-ກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ ເພດ ຍິງ 1 ຄົນ

.

ອາການເບື້ອງຕົ້ນແມ່ນ: ກະທົບຫົວ ແລະ ຫາຍໃຈບໍ່ສະດວກ.

.

ຫຼັງຈາກນັ້ນຈຶ່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງໝໍ ມິດຕະພາບ 150 ຕຽງເພື່ອໄປປິ່ນປົວໃຫ້ຊ່ວງເຊົາ.

ເຈົ້າເມືອງທ່າປາງທອງ ລົງເຄືອນໄຫວຕິດຕາມສະພາບນ້ຳຖ້ວມຕາມລຳນ້ຳເຊບັງຫຽງ

ມາໃນລະຫວ່າງ 7 – 10 ຕຸລາ 2020 ເມືອງທ່າປາງທອງ ໄດ້ເກີດມີສະພາບຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ເຮັດໃຫ້ປະລິມານນ້ຳຕາມລຳຫ້ວຍ, ລຳເຊສາຍຕ່າງໆໄດ້ເພີ່ມຂື້ນຢ່າງໄວວາ ໄຫຼລົ້ນເຂົ້າເນື້ອທີການຜະລິດ ແລະ ໜອງປາຂອງປະຊາຊົນໃນບາງພື້ນທີ່ພາຍໃນເມືອງ ເຮັດໃຫ້ເຂົ້ານາປີທີ່ກຳລັງຈະເກັບກ່ຽວໄດ້ຮັບພົນເສຍຫາຍ ແລະ ເສັ້ນທາງບາງບ້ານເຮັດໃຫ້ການສັນຈອນລະຫວ່າງບ້ານຕໍ່ບ້ານບໍ່ສາມາດໄປມາໄດ້ ຍ້ອນເສັນທາງຫຼາຍຈຸດຖຶກຕັດຂາດ ເມື່ອເຫັນໄດ້ຄືແນວນັ້ນ ການນຳຂອງເມືອງກໍ່ໄດ້ຮີບຮ້ອນລົງຕິດຕາມເບີ່ງສະພາບການດັ່ງກ່າວຢ່າງຮີບດ່ວນ

ໃນລະຫວ່າງວັນທີ 7 ຫາ 11 ຕຸລາ 2020 ເຊິ່ງນຳໂດຍທ່ານ ຄຳປະສົງຂົງຄຳເລຂາ ພັກເມືອງ ເຈົ້າທ່າປາງທອງ, ທ່ານ ອິນຕອງ ລືຄຳຫານ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ, ພ້ອມດ້ວຍຫ້ອງວ່າການເມືອງ, ຫ້ອງການກະສີກຳ ແລະ ປ່າໄມ້ເມືອງ , ຫ້ອງການ ແຮງງານສະຫວັດດີການ ແລະ ສັງຄົມເມືອງ , ຫ້ອງການສາທາລະນະສຸກ ເມືອງ,ຫ້ອງການ ສຶກສາທິການ ແລະ ກິລາເມືອງ ແລະ ຫ້ອງການທີກ່ຽວຂ້ອງ ກໍ່ໄດ້ພ້ອມພາກັນລົງເບີງສະພາບນ້ຳຖ້ວມໃນເບື້ອງຕົ້ນ 4 ຈຸດ ໂດຍສະເພາະຢູ່ຈຸດສຸມກະທອງເໜືອ ( ບ້ານ ໂນສີວິໄລ ,ຄຸ້ມປະໂຕ້ຍ), ຈຸດສຸມເຊປ໋ອງ ,ກຸ່ມກະທອງໃຕ້ ( ບ້ານແກ້ງສັງກູ) ແລະ ກຸ່ມທ່າພີ້ ( ບ້ານ ທ່າພີ່ ຄຸ້ມນາແຊງ) ເພື່ອປະເມີນເບີ່ງລະດັບນ້ຳໃນແຕ່ລະຈຸດ ທີມີຄວາມສຽງ ແລະ ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອໃຫ້ຄວາມຊ່ວຍເຫຼືອ ພໍ່ແມ່ປະຊາຊົນທີຢູ່ໃນພື້ນທີ່ສຽງ ໃຫ້ຢູ່ໃນຈຸດທີ່ປອດໄພ ແລະ ສຳລັບເມືອທ່າປາງທອງກໍ່ແມ່ນເປັນພື້ນທີ່ໜຶ່ງທີ່ໄດ້ຮັບອິນທິພົນຈາກພາຍຸ ເຮັດໃຫ້ມີຝົນຕົກໜັກມາແຕ່ຕອນເຊົ້າຂອງວັນທີ 7 ຕຸລາ 2020 ຈົນຮອດປະຈຸບັນນີ້ ກໍ່ບໍທັນໄດ້ເຊົ້າເຮັດໃຫ້ລະດັບນ້ຳໃນແຕ່ລະສາຍຕ່າງໆເພີ້ມຂື້ນສູງເປັນຕົ້ນແມ່ນ ເຊບັ້ງຫຽງ, ເຊປະເອມ ແລະ ເຊປ໋ອງ ແລະ ສາຍຫ້ວຍອື່ນໆ ກໍ່ໄດ້ເພີມຂື້ນໄວວາ ເຮັດນ້ຳໄຫຼເຂົ້າທົ່ງໄຮທົງນາ ຮົ້ວສ່ວນພື້ນທີ່ທຳການຜະລິດຂອງພໍ່ແມ່ປະຊົນເຮັດໃຫ້ມີພົນເສຍຫາຍຫຼາຍພໍສົມຄວນໂດຍສະເພາະເຂົ້ານາປີຢູ່ໃນໄລຍະການເກັບກ່ຽວ ບາງພື້ນທີ່ຈົມຢູ່ພື້ນນ້ຳ ແລະ ບາງພື່ນທີບໍ່ສາມາດໄປມາໄດ້

ຈາກນັ້ນໃນຕອນບ່າຍຂອງ ວັນທີ 11 ຕຸລາ 2020ນີ້ ທ່ານ ຄຳປະສົງ ຂົງຄຳ ເລຂາພັກເມືອງ ເຈົ້າເມືອງທ່າປາງ ພ້ອມດ້ວຍຄະນະນຳຂັ້ນເມືອງ ແລະ ຄະນະຄະນະຫ້ອງການ ທີ່ກ່ຽວຂ້ອງ ໄດ້ລົງພົບປະອຳນາດການປົກຄອງ ແລະ ພໍ່ແມ່ນປະຊາຊົນ ບ້ານທ່າພີ່ ( ຄຸ້ມນາແຊງ) ແລະ ບ້ານດອນຂາວ ທີ່ໄດ້ຍົກຍ້າຍຄອບຄົວທີ່ໄດ້ອອກມາຢູ່ສູນອົບພະຍົບທີ່ເມືອງກຳນົດໄວ້ ພ້ອມທັງໄດ້ມອບ ນ້ຳດື່ມຕຸກໃຫຍ່ຈຳນວນ 60 ຕຸກ, ນ້ຳດື່ມຕຸກນ້ອຍຈຳນວນ 178 ແຟັກ, ໝີ່ໄວໄວ 5 ແກັດ ແລະ ຜ້າບັດ 8 ພືນ ເຊີງລວມມູນຄ່າທັງໝົດ 3,140,000 ກີບ ( ສາມລ້ານໜຶ່ງແສນສີ່ສີບພັບກີບ). ໃຫ້ກັບອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນບ້ານດັ່ງກ່າວ ສໍາລັບພົນເສຍຫາຍຕ່າງໆ ແມ່ນຈະໄດ້ແຈ້ງໃຫ້ຊາບໃນພາຍຫຼັງ.

ພາບ-ຂາວ; ຈັນທະຈອນ ເນືອງອຸທອນ

ເຝົ້າລະວັງ! ລະດັບນໍ້າເຊບ​ັງຫຽງຍັງເພີ່ມລະດັບຂຶ້ນຢ່າງຕໍ່ເນື່ອງ

ອັບເດດລ່າສຸດໃນຕອນເຊົ້າມື້ນີ້ ເວລາ 5:46 ນາທີ ຂອງວັນທີ 13 ຕຸລາ 2020 ລະດັບນ້ຳເຊບັງຫຽງ ວັດແທກໄດ້ 15,50 ຊັງຕີແມັດ.

.

ນ້ຳໄດ້ລັດຂ້າມທາງລະຫວ່າງຂົວຂ້າມບ້ານລະຫານ້ຳແລ້ວ.

.

ເສັ້ນທາງໄປເຂດກຸ່ມບ້ານ 11 ສອງຄອນຖືກຕັດຂາດ.

ໂຮງຮຽນເຂດລະຫານ້ຳ, ສອງຄອນ, ຊະແຍກ, ດອນມວ່ງ, ແກ້ງໂດນ, ຫົວຫາດໄດ້ສັ່ງປິດຊົ່ວຄາວ.

ເສັ້ນທາງໄປບ້ານຫົວຫາດ ຖືກນ້ຳຖວ້ມ.

ເນື້ອທີ່ນາເກືອບ 3 ພັນເຮັກຕາ ນ້ຳໄດ້ໄຫຼເຂົ້າຖວ້ມ.

ເຮືອນຊານ ຂອງປະຊາຊົນ ຫຼາຍຫຼັງລະດັບນ້ຳ ເລີ່ມໄຫຼເຂົ້າຖວ້ມກ້ອງຕະລ່າງເຮືອນແລ້ວ.

ເຂດທີ່ມີພື້ນທີ່ສ່ຽງ ກຸ່ມບ້ານທີ 6, 7,8, 9,10, 11,12 ໃຫ້ເກັບມ້ຽນສິ່ງຂອງ ແລະ ສັດລ້ຽງໄປເຂດປອດໄພ ຄາດວ່າ ມວນນ້ຳ ຍັງຈະເພີ່ມລະດັບຢ່າງຕ່ໍເນື່ອງໂດຍສະເພາະ ໃນມື້ນີ້ ແລະມື້ອື່ນ.

ກຳລັງເຈົ້າໜ້າທີ່ຕຳຫລວດ ຈາກກອງບັນຊາການ ປກສ ເມືອງ ໄດ້ລົງຊ່ວຍເຫຼືອພໍ່ແມ່ປະຊາຊົນ ເລັ່ງເກັບກູ້ຜົນຜະລິດ, ເຄື່ອນຍ້າຍສິ່ງຂອງທີ່ຈຳເປັນໄປເຂດປອດໄພ, ຢູ່ທີ່ບ້ານລະຫານ້ຳ, ທ່າຂາມລຽນແລະບ້ານຫົວຫາດ.

ພາບຈາກ: ກອງບັນຊາການ ປກສ ເມືອງສອງຄອນ