Home Blog Page 256

ເສົ້າໃຈລົດຈັກຕໍາພໍ່ຕູ້ອາຍຸ 86 ປີ ເສຍຊີວິດຄາທີ່

0

ນະຄອນຫຼວງວຽງຈັນ: ລາຍງານຈາກ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ ໃຫ້ຮູ້ວ່າ ໃນວັນທີ 5 ຕຸລາ 2020 ເວລາ 09:35 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກຕຳຄົນຍ່າງ.

ຈຸດເກີດເຫດແມ່ນບ້ານພະຂາວ ເມືອງໄຊທານີ ນະຄອນຫລວງວຽງຈັນ. ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 1 ຄົນ ເພດຊາຍ ອາຍຸ 86 ປີ ອາຊີບປະຊາຊົນ ບ້ານຮ່ອງສຸພາບ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ.
ອາການເບື້ອງຕົ້ນແມ່ນກະທົບຫົວແລະຫນ້າເອິກ(ເສຍຊີວິດຄາທີ່).

ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ຈຶ່ງໄດ້ນຳສົ່ງສົບໃຫ້ຄອບຄົວຜູ້ເສຍຊີວິດເພື່ອນຳໄປເຮັດພິທີທາງສາສະຫນາ. ສ່ວນການດໍາເນີນການກວດສອບ ອຸບັດຕິເຫດຄັ້ງນີ້ ເຈົ້າໜ້າທີ່ກ່ຽວຂ້ອງຈະດໍາເນີນໄປຕໍາຂັ້ນຕອນກົດໝາຍຕໍ່ໄປ.

ທາງຫນ່ວຍກູ້ໄພມູນນິທິ 1623 ຂໍສະແດງຄວາມເສຍໃຈນຳຄອບຄົວແລະຍາດຕິພີ່ນ້ອງກັບການສູນເສຍຄັ້ງນີ້ດ້ວຍ

ແຂວງບໍ່ແກ້ວ ໄຂກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VI

0

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 05 ຕຸລາ 2020 ທີ່ຫໍປະຊຸມໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານ ແລະ ກ່າວໄຂກອງປະຊຸມຂອງ ສະຫາຍ ປອ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້ງແຂວງແຂວງບໍ່ແກ້ວ ມີຜູ້ແທນສົມບູນ 223 ສະຫາຍ, ຍິງ 26 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ ຈຳນວນ 9.191 ສະຫາຍ ແລະ ບັນດາສະຫາຍການນຳສູນກາງ, ພະນັກງານອາວຸໂສບໍານານເຂົ້າຮ່ວມ. ກອງປະຊຸມໄດ້ເປັນກຽດຕ້ອນຮັບ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານກວດກາສູນກາງພັກ.

ສະຫາຍ ປອ ບົວຄົງ ນາມມະວົງ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງອົງຄະນະພັກແຂວງບໍ່ແກ້ວ ໄດ້ຕີລາຄາຜົນການຊີ້ນຳນຳພາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ V ( 2016 – 2020 ) ແລະ ທິດທາງແຜນການ 5 ປີ ( 2021 – 2025 ) ໄດ້ຍົກໃຫ້ເຫັນຜົນສຳເລັດໃນແຕ່ລະຂົງເຂດວຽກງານເຊັ່ນ: ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວຽກງານວັດທະນຳ – ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຕາມທິດ 3 ສ້າງ, ການບູລະນະລັດ ປະຊາທິປະໄຕປະຊາຊົນ ແລະ ສ້າງສະຕິເຄົາລົບກົດໝາຍ, ວຽກງານແນວໂຮມ ແລະ ມະຫາຊົນ, ວຽກງານປັບປຸງ, ກໍ່ສ້າງພັກ ແລະ ພະນັກງານ, ວຽກງານການຕ່າງປະເທດ, ທີ່ພົ້ນເດັ່ນຕະຫຼອດໄລຍະ 5 ປີ ຜ່ານມາ.

ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງໜັ້ກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດສັງຄົມໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 7,4%ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ GDP ບັນລຸໄດ້ 3.181 ກວ່າຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 1,900 ໂດລາຕໍ່ຄົນຕໍ່ປີ.

ກອງປະຊຸມຍັງຈະໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານພັກແຂວງບໍ່ແກ້ວຊຸດໃໝ່ ແລະ ຈະໄດ້ດຳເນີນໄປເປັນເວລາ 2 ວັນເຕັມຈຶ່ງສຳເລັດ.

ເລື່ອງດີໆ! ປະຊາຊົນບ້ານຫ້ວຍນາງລີ້ ຮ່ວມໃຈສ້າງທາງເບຕົງ ມີຄວາມຍາວ 1 ກິໂລແມັດ ຜ່ານໃຈກາງບ້ານ

0

ປະຊາຊົນບ້ານຫ້ວຍນາງລີ້ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ຮ່ວມໃຈກັນກໍ່ສ້າງທາງເບຕົງ ມີຄວາມກວ້າງ 6 ແມັດ, ຍາວ 1.150 ແມັດ ເຂົ້າຜ່ານໃຈກາງບ້ານ ໂດຍເຮື່ອແຮງຂອງປະຊາຊົນ ແລະ ການປຸກລະດົມ ທາງດ້ານທຶນຮອນ, ວັດຖຸຈາກພາກສ່ວນຕ່າງໆ.

ພິທີເລີ່ມລົງມືກໍ່ສ້າງແມ່ນໄດ້ເລີ່ມຈັດຕັ້ງປະຕິບັດໃນວັນທີ 04 ຕຸລາ 2020 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ພ້ອມດ້ວຍອຳນາດ ການປົກຄອງ, ພໍ່ແມ່ປະຊາຊົນ, ບັນດາຫ້າງຮ້ານ ແລະ ຫົວໜ່ວຍທຸລະກິດທີ່ໃຫ້ການປະກອບສ່ວນເຂົ້າຮ່ວມ.

ທ່ານ ສົມເດັດ ແສງສຸວັນນຸຮັກ ນາຍບ້ານຫ້ວຍນາງລີ້ ໄດ້ໃຫ້ສຳພາດວ່າ: ໂຄງການດັ່ງກ່າວນີ້ ແມ່ນຢູ່ພາຍໃຕ້ ແຜນງານ 3 ສ້າງຂອງບ້ານ ເຊິ່ງໄດ້ມີແຜນມາແຕ່ປີ 2019. ດ້ວຍຄວາມເຫັນດີເຫັນພ້ອມຂອງຄະນະພັກ, ການຈັດຕັ້ງ ແລະ ພໍ່ແມ່ປະຊາຊົນ ທີ່ມີຄວມຮຽກຮ້ອງຕ້ອງການຢາກໃຫ້ມີເສັ້ນທາງຜ່ານບ້ານທີ່ມີຄວາມສະດວກສະບາຍໃນການສັນຈອນໄປ-ມາ ກໍ່ຄືການຍົກລະດັບຈາກທາງດິນແດງໃຫ້ເປັນທາງເບຕົງ ແລະ ຜ່ານການກະກຽມມາໄດ້ໄລຍະໜຶ່ງຈຶ່ງໄດ້ຕັດສິນໃຈປຸກລະດົມທາງດ້ານທຶນຮອນ ແລະ ກຳລັງເຮື່ອແຮງ, ວັດຖຸເພື່ອລິເລີ່ມລົງມືກໍ່ສ້າງ.

ໂດຍທຶນຮອນຈຳນວນໜຶ່ງແມ່ນໄດ້ມາຈາກການປະກອບສ່ວນຈາກວັດ ບ້ານຫ້ວຍນາງລີ້ ພ້ອມນັ້ນກໍ່ໄດ້ປຸກລະດົມໂດຍອີງໃສ່ການນຳພັກ-ລັດ ທີ່ຢູ່ພາຍໃນບ້ານເປັນຜູ້ຊ່ວຍໃນການປຸກລະດົມ. ເຊິ່ງໂຄງການດັ່ງກ່າວແມ່ນມີຄວາມຍາວທັງໝົດ 1.150 ແມັດ, ຄວາມກວ້າງ 6 ແມັດ, ມີຄວາມໜາຂອງເບຕົງ 18 ຊັງຕີແມັດ ໂດຍມີວິຊາການຈາກຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ລົງມາຕິດຕາມ, ແນະນຳທາງດ້ານເຕັກນິກ ໃນການກໍ່ສ້າງ, ຄາດວ່າຈະໃຊ້ງົບປະມານເຂົ້າໃນການກໍ່ສ້າງທັງໝົດປະມານ 1 ຕື້ກວ່າກີບ. ສ່ວນວ່າໄລຍະຂອງການ ຈັດຕັ້ງປະຕິບັດແມ່ນອີງໃສ່ກຳລັງແຮງຂອງປະຊາຊົນ ແລະ ການປະກອບສ່ວນທຶນຮອນ, ວັດຖຸຈາກພາກສ່ວນຕ່າງໆ.

ກອງບັນຊາການທະຫານແຂວງສະຫວັນະເຂດ ມອບເງິນນະໂຍບາຍຕໍ່ພະນັກງານທີ່ພັກຜ່ອນຮັບບຳນານ

0

ໃນວັນທີ 2 ຕຸລາ 2020 ນີ້ ກອງບັນຊາການທະຫານແຂວງສະຫວັນະເຂດ,ໄດ້ຈັດພິທີມອບເງິນອຸດໜູນໃຫ້ພະນັກງານພັກຜ່ອນຮັບບຳນານຈຳນວນ 6 ສະຫາຍ ຈຳນວນເງິນ 37.000.000 ກີບ ໂດຍເປັນກຽດເຂົ້າຮ່ວມຂອງພັນເອກ ສີ ທະວີໄຊ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນະເຂດ,ມີພັນເອກ ຄຳເພັດ ສຸລິຍະວົງ ຮອງເລຂາຄະນະພັກຫົວໜ້າການທະຫານກອງບັນຊາການທະຫານແຂວງ,ມີຄະນະພັກກອງບັນຊາການທະຫານແຂວງ,ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວນີ້ ພັນເອກ ຄຳເພັດ ສຸລິຍະວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງ,ກໍ່ໄດ້ຕາງໜ້າໃຫ້ຄະນະພັກ – ຄະນະບັນຊາກອງບັນຊາການທະຫານແຂວງ ມີຄໍາໂອ້ລົມຕໍ່ພະນັກງານທີ່ພັກຜ່ອນບຳນານຄັ້ງນີ້ ເຊິ່ງສະຫາຍໄດ້ສະແດງຄຳຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍໄດ້ປະກອບສ່ວນສ້າງຄຸນງາມຄວາມດີຜົນງານດ້ານຕ່າງໆໃຫ້ແກ່ປະເທດຊາດໃນໄລຍະຜ່ານມາໂດຍບໍ່ຮູ້ອິດຮູ້ເມື່ອຍ,ມີຜົນສຳເລັດທຸກດ້ານທີ່ປະເທດຊາດກໍ່ຄືປະຊາຊົນມອບໝາຍໃຫ້ແຕ່ຕົ້ນຕະຫຼອດປາຍ ພ້ອມທັງສະແດງຄວາມເຊື່ອໜັ້ນວ່າພາຍຫຼັງພັກຜ່ອນບຳນານແລ້ວແຕ່ລະສະຫາຍຈະໄດ້ສືບຕໍ່ປະກອບສ່ວນຊ່ວຍເຫຼືອອຳນາດການປົກຄອງກໍ່ຄືຊ່ວຍເຫຼືອສືກສາອົບຮົມລູກຫຼານ ແລະ ພໍ່ແມ່ປະຊາຊົນໃຫ້ປະຕິບັດລະບຽບກົດໝາຍບ້ານເມືອງ ເພື່ອໃຫ້ເຂົາເຈົ້າກາຍເປັນຄົນດີຂອງສັງຄົມ ແລະ ເປັນກຳລັງແຮງອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂື້ນໄປເລື້ອຍໆ

ພາບ – ຂ່າວ ພານິດ ພິລາວົງ

ທະຫານແຂວງ

ກໍ່ເຫດ! ລັກລົດຈັກ ເຈົ້າໜ້າທີ່ໃຊ້ເວລາ 5 ວັນ ຕິດຕາມນໍາກັກຄົນຮ້າຍພ້ອມຂອງກາງ (ລົດຈັກ)

0

ເຈົ້າໜ້າທີ່ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກ ນາງ ບຸນເລືອງ ຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ນວ ວັນທີ 13 ກັນຍາ 2020 ວ່າ: ມີຄົນຮ້າຍມາລັກລົດຈັກຂອງຜູ້ກ່ຽວ ເລກທະບຽນ ດຕ 9039 ກໍາແພງນະຄອນ, ທີ່ຈອດໄວ້ໜ້າເຮືອນຂອງຕົນ ເຈົ້າໜ້າທີ່ກໍ່ຮີບຮ້ອນຕິດຕາມນຳຈັບຜູ້ລົງມືກໍ່ເຫດໄດ້ 1 ຄົນ ພ້ອມເກັບກູ້ຂອງກາງມາໄດ້ພາຍໃນ 5 ວັນຄື: ທ້າວ ໄຊມັອນ ອາຍຸ 31 ປີ, ອາຊີບວ່າງງານ, ຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ທ້າວ ໄຊມັອນ ໃຫ້ການຍອມຮັບສາລະພາບກັບເຈົ້າໜ້າທີ່ວ່າ: ວັນທີ 13 ກັນຍາ 2020 ຕົນເອງໄດ້ໄປລັກເອົາລົດຈັກ KOLAO ສີຂຽວ ທະບຽນ ດຕ 9039 ກໍາແພງນະຄອນ (ລູກກະແຈສຽບຄາປະໄວ້ລົດ) ທີ່ຈອດປະໄວ້ຢູ່ເຮືອນຂອງນາງ ບຸນເລືອງ ເຊິ່ງຕິດກັບເຮືອນຂອງຕົນ ຢູ່ບ້ານ

ໃໝ່ ເມືອງສີໂຄດຕະບອງ ນວ. ຫຼັງຈາກນັ້ນ ຕົນເອງກະໄດ້ເຂົ້າໄປລັກເອົາລົດ ແລະ ໄດ້ຂີ່ລົດໄປຂໍເງິນນໍາພໍ່ຢູ່ບ້ານຕາດທອງ ແຕ່ພໍ່ບໍ່ຢູ່ເຮືອນ ແລ້ວຕົນເອງຈຶ່ງໄດ້ຂີ່ລົດຈັກຄັນດັ່ງກ່າວໄປຈໍານໍາ ທ້າວ ອາຕີ ຢູ່ບ້ານໜອງດາ ເມືອງສີໂຄດຕະບອງ ໃນລາຄາ 1 ແສນຫ້າສິບພັນ (ແຕ່ຍັງບໍ່ທັນໄດ້ເງິນ) ມາຮອດວັນທີ 17 ກັນຍາ 2020 ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງ.

ສໍາລັບຂອງກາງຄະດີ ລົດຈັກ KOLAO ສີຂຽວ ທະບຽນ ດຕ 9039 ກໍາແພງນະຄອນ ໄດ້ມອບຄືນໃຫ້ເຈົ້າຂອງເດີມ ໃນວັນທີ 13 ກັນຍາ 2020 ຢູ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ຮັບໂດຍ ນາງ ບຸນເລືອງ ເຈົ້າຂອງລົດ.

ໃຊ້ກໍາລັງພົນ 200 ກວ່າຄົນຄົ້ນຫາພໍ່ຕູ້ພວງ ແຕ່ຍັງບໍ່ພົບ

0

ນະຄອນຫຼວງວຽງຈັນ: ຈາກກໍລະນີ ພໍ່ຕູ້ພວງ ອາຍຸ 95 ປີ ໄດ້ຫາຍໄປ ໃນເວລາ 14:00 ວັນທີ່ 3/10/2020 ທີ່ແຫ່ງທ່ອງທ່ຽວ ນໍ້າປ່ຽນຢໍລະປາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ພໍ່ຕູ້ນຸ່ງຊຸດນີ້

ທາງພີ່ນ້ອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຫຼາຍກວ່າ 200 ຄົນ ໄດ້ອອກຄົ້ນຫາ ພໍ່ຕູ້ຕາມປ່າດົງ. ຈົນຮອດແລງ ວັນທີ່ 4/10/2020 ກໍ່ຍັງບໍ່ພົບ.

ມີຂໍ້ມູນເພີ່ມເຕີມຈາກປະຊາຊົນວ່າ ພໍ່ຕູ້ ມານັ່ງລັດຂຶ້ນລົດແຖວປ່າກ້ວຍ ຂ້າງນໍ້າປຽນຢໍລະປາ.

ວອນທຸກຄົນເປັນກະບອກສຽງຊ່ວຍເຫຼືອ ພ້ອມເປັນຫູເປັນຕາຊ່ວຍກັນ ຫາກພົບເບາະແສ ຫຼື ມີຂໍ້ມູນກ່ຽວຂ້ອງກັບພໍ່ຕູ້ ໃຫ້ແຈ້ງ 2 ເບີນີ້ໂດຍໄວ 020 7774 5678;  020 5470 0555.

ຂ່າວກ່ອນໜ້ານີ້

ພໍ່ເຖົ້າຂອງພວກຂ້າພະເຈົ້າຊື່ ພໍ່ຕູ້ພວງ ອາຍຸ 95 ປີ ລູກຫລານພາໄປທ່ຽວນ້ຳປ່ຽນຢໍລະປາ ໄດ້ຫລົງຍ່າງໄປທາງໃດບໍ່ຮູ້,​ບໍ່ເຫັນ ແຕ່ 2 ໂມງແລງຂອງວັນທີ 3/10/2020 ມມາເຖີງດຽວນີ້ຍັງບໍ່ພົບເຫັນ

ຖ້າທ່ານໃດພົບເຫັນ ຂໍຄວາມກະລູຸນາ ຕິດຕໍ່ຫາເບີຂອງຂ້າພະເຈົ້າດ້ວຍ🙏 020 55696948,

.

.

ລົດຮຸນໄດເສຍຫລັກປີ້ນລົງຂ້າງທາງເຈັບ 1ຄົນ

0

ຫຼວງພະບາງ: ໃນວັນທີ່ 04.10.2020 ເວລາ 19:47 ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າ​ມີ ອຸບັດຕິເຫດ​ຂັບ​ຂີ່ລົດຮຸນໄດເສຍຫລັກປີ້ນລົງຂ້າງທາງ ຢູ່ເສັ້ນທາງບ້ານ​ ດອນໃຫມ່ ນະຄອນ ຫລວງພະບາງ ແຂວງຫຼວງພະບາງ, ເມື່ອຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ້ບາດເຈັບ​ເພດຊາຍ​01​ຄົນ​.​

ອາການບາດເຈັບເບື້ອງຕົ້ນ: ມີບາດແຜຈີກຢູ່ເທິງຄິ້ວເບື້ອງຂວາດັ່ງນັ້ນ​ຫນ່ວຍ​ກູ້​ຊີບ​ອົງການ​ກາ​ແດງ​ລາວ​ຫຼວງ​ພະ​ບາງ​ຈຶ່ງທຳການປະຖົມພະຍາບານເບື້ອງຕົ້ນແລ້ວ​ນຳສົ່ງ​ໂຮງໝໍ​ບໍລິເວນ​ 107

.
.
.

ພົບເຫັນອຸບັດຕິເຫດ,​ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625 . ບໍລິການຟີ ຕະຫຼອດ​24 ຊົ່ວໂມງ.​🚑🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດ​ບໍ​ລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າ​ສານ,​ອາຫານການກິນ,​ນ້ຳມັນລົດ ຫລື ອຸປະກອນ​ການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625.

ປະຊາຊົນ 2 ບ້ານຢູ່ເມືອງເລົາງາມ ສາມັກຄີກັນສ້ອມແປງທາງຍາວເກືອບ 2 ກິໂລແມັດ

0

ທ້າຍອາທິດຜ່ານມານີ້, ປະຊາຊົນ 400 ກວ່າຄົນພາຍໃນ 2 ບ້ານຂອງເມືອງເລົາງາມ, ແຂວງສາລະວັນ ຄື: ບ້ານດະເຊ້ຍໂພນຫີນ ແລະ ບ້ານດະເຊ້ຍນ້ອຍ ສາມັກ ຄີກັນສ້າງຂະບວນການອອກແຮງງານສ້ອມແປງເສັ້ນທາງທີ່ຢູ່ຂອບເຂດ 2 ບ້ານດັ່ງກ່າວ. ໜ້າທວຽກທີ່ປະຕິບັດແມ່ນການສ້ອມແປງເສັ້ນທາງທີ່ເປ່ເພ, ຂຸດຮ່ອງລະ ບາຍນໍ້າ ພ້ອມນໍາເອົາຫີນ, ດີນມາຖົມທາງບາງບ່ອນທີ່ເປັນຂຸມ ແລະ ຖາງຫຍ້າອະນາໄມຂອບເຂດ 2 ແຄມທາງ ເພື່ອເຮັດໃຫ້ການສັນຈອນໄປມາຂອງປະຊາຊົນພາຍໃນ 2 ບ້ານ ແລະ ບ້ານອອ້ມຂ້າງມີຄວາມສະດວກສະບາຍຂື້ນກ່ວາເກົ່າ.

ການສ້ອມແປງທາງຄັ້ງນີ້ ນໍາໃຊ້ງົບປະມານທັງໝົດ 1,2 ລ້ານກີບ ໂດຍໄດ້ຈາກການປະກອບສ່ວນຂອງຫຼາຍພາກສ່ວນພາຍໃນບ້ານ.

ລົດເລັກຊັດຕໍາຮາວສົ້ນຂົວນໍ້າເຄັມຄົນຕິດພາຍໃນລົດ

0

ເຫດລົດໃຫຍ່ເສຍຫລັກຕຳເອົາເຫລັກກັ້ນທາງ ມີຄົນຕິດພາຍໃນລົດ 1 ຄົນ.ຫນ່ວຍກູ້ໄພສາຍພູເຂົາຄວາຍຂໍຄວາມຊ່ວຍເຫລືອອຸປະກອນຕັດງັດ.

ວັນທີ03/10/2020 ເວລາ 20:21 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ 1623 ໄດ້ຮັບແຈ້ງເຫດຂໍຄວາມຊ່ວຍເຫລືອທີມອຸປະກອນຕັດງັດ ຈາກຫນ່ວຍກູ້ໄພສາຍພູເຂົາຄວາຍເພື່ອເຂົ້າຊ່ວຍເຫລືອເຫດລົດໃຫຍ່ເສຍຫລັກຕຳເອົາເຫລັກກັ້ນຂອບທາງ.ຈຸດເກີດເຫດແມ່ນສົ້ນຂົວນໍ້າເຄັມ ບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບຕິດພາຍໃນລົດ 1 ຄົນ. ດັ່ງນັ້ນໜ່ວຍກູ້ໄພມູນນິທິ 1623 ຈຶ່ງໄດ້ໃຊ້ທີມພ້ອມອຸປະກອນຕັດງັດເພື່ອຊ່ວຍເຫລືອຄົນເຈັບ ໃຊ້ເວລາປະມານ 7 ນາທີຈຶ່ງສາມາດນຳຜູ້ບາດເຈັບອອກມາໄດ້.

ຜູ້ບາດເຈັບເປັນເພດຍິງ ອາຍຸ 30 ປີ ອາຊີບປະຊາຊົນ ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ.ອາການເບື້ອງຕົ້ນແມ່ນ ກະທົບຂາທັງສອງເບື້ອງແລະກະທົບແຂນຊ້າຍ (ຫນ່ວຍກູ້ໄພສາຍພູເຂົາຄວາຍນຳສົ່ງຜູ້ບາດເຈັບສົ່ງໂຮງຫມໍມິດຕະພາບ 150 ຕຽງ).

ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກ ໂທ 1623.

ເອົາແຕ່ເຊົ້າກະບະຕໍາຮ້ານແຄມທາງເສຍຫາຍໜັກ

0

ນະຄອນຫຼວງວຽງຈັນ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເຊົ້າວັນທີ່ 4 ຕຸລາ 2020 ເກີດອຸບັດຕິເຫດ ລົດກະບະ ເສຍຫຼັກຕໍາເຂົ້າຮ້ານຂາຍເຄື່ອງແຄມທາງ.

ຈຸດເກີດເຫດແມ່ນ ທາງໂຄ້ງບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ບໍ່ມີລາຍງານຜູ່ບາດເຈັບຈາກເຫດການຄັ້ງນີ້, ແຕ່ລົດ ແລະ ຮ້ານຂາຍເຄື່ອງໄດ້ຮັບຕາມເສຍຫາຍສົມຄວນ.

ຂໍໃຫ້ທຸກຄົນລະມັດລະວັງໃນການຂັບຂີ່

.

.