Home Blog Page 257

ດ່ວນ! ຈັບໂຈນລັກລົດຈັກ ທີ່ວັດສີເມືອງ

0

ນະຄອນຫຼວງລາຍງານ: ໃນວັນທີ 6/10/2020 ໄດ້ມີໂຈນກໍ່ເຫດລັກລົດຈັກຢູ່ໃນວັດສີເມືອງ ນະຄອນຫຼວງວຽງຈັນ

ປະຊາຊົນລາຍງານ: ເບິ່ງເປັນອຸທາຫອນເຕືອນສະຕິ! ໃຫ້ລະວັງກັນແນ່ເດີ້ທຸກຄົນ ຂະໜາດຢູ່ວັດແທ້ໆກໍຍັງກ້າລັກເອົາ ຍັງໂຊກດີທີ່ຈັບໄດ້ທັນຄັນຂ້ອຍ ບໍ່ເຫັນກັບອ້າຍຄົນຢູ່ວັດ ແລະ ຮປພ. ບໍ່ນຳຄືຊິບໍ່ທັນແທ້ໆ ມິດສາຊີບມາໄດ້ທຸກຮູບແບບ(ເຮັດຕິເປັນຄົນອາໄສວັດ)ຫວັງເອົາລົດຄົນອື່ນກໍມີທັງທີ່ ຄົນເຕັມວັດແທ້ໆ ຊ່າງກ້າເນາະ

ເກີດເຫດເສົ້າສະເທືອນໃຈທີ່ບ້ານນາເລົາເມືອງໂພນໂຮງ

0

ແຂວງວຽງຈັນ: ລາຍງານຈາກປະຊາຊົນ ໃຫ້ຮູ້ ໃນຕອນເຊົ້າ ວັນທີ 6 ຕຸລາ 2020 ເກີດເຫດ ສະຫຼົດໃຈ ປະຊາຊົນພົບຄົນກໍ່ເຫດຄາດຕະກໍາເດັກນ້ອຍ ແລະ ກິນອະໄວຍະຂອງເດັກ ທີ່ບ້ານນາເລົາ ເມືອງໂພນໂຮງ, ແຂວງວຽງຈັນ. ຜູ່ເສຍຊີວິດ ເປັນເດັກນ້ອຍ ຊົນເຜົ່າມົ້ງ ອາຍຸ 5 ປີ.

ທີ່ພົບເຫັນສົບ ມີຊາຍ (ສະຫງວນນາມ) ທີ່ເປັນຜູ່ຄາດຕະກໍາເດັກ ແລະ ເຊື້ອງສົບເດັກນ້ອຍໄວ້. ສະພາບສົບແມ່ນຖືກຕັດແຂນ ແລະ ປາດທ້ອງເອົາອະໄວຍະວະ. ພ້ອມທັງພົບເຫັນ ຊິ້ນສ່ວນຂອງເດັກນ້ອຍ ຢູ່ກອງຂີ້ເຖົ້າ ບ່ອນດັງໄຟ.

.

ສາເຫດແລະແຮງຈູງໃຈຂອງການຄາດຕະກໍາເດັກນ້ອຍຄັ້ງນີ້ ຍັງບໍ່ທັນຮູ້.

ປະຈຸບັນ ຄະດີດັ່ງກ່າວ ຢູ່ໃນການກວດສອບຂອງເຈົ້າໜ້າທີ່ກ່ຽວຂ້ອງ, ມີລາຍລະອຽດເພີ່ມຈະແຈ້ງໃຫ້ຊາບຕື່ມພາຍຫຼັງ.

ເຜີຍແຜ່ກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດຢູ່ບ້ານແສນອຸດົມ ເມືອງໄຊທານີ

0

ປະຊາຊົນພາຍໃນບ້ານແສນອຸດົມ, ກຸ່ມຫ້ວຍຈຽມ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ໄດ້ຮັບຟັງການເຜີຍແຜ່ກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດໃນຕອນເຊົ້າວັນທີ 6 ຕຸລາ 2020 ທີ່ວັດບ້ານດັ່ງກ່າວ ໂດຍແມ່ນພະແນກກວດກາ ແລະ ຄວບຄຸມຢາເສບຕິດ, ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ໄປເຜີຍແຜ່.

ຈຸດປະສົງຂອງການເຜີຍແຜ່ຄັ້ງນີ້ເພື່ອເຮັດໃຫ້ປະຊາຊົນພາຍໃນບ້ານມີສະຕິເຄົາລົບກົດຫມາຍ, ຮູ້ໄດ້ເຖີງຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດ ແລະ ວິທີປ້ອງກັນ, ເຮັດໃຫ້ທຸກຄົນພາຍໃນບ້ານມີສ່ວນຮ່ວມເຂົ້າໃນວຽກງານປ້ອງກັນ ແລະ ແກ້ໄຂຢາເສບຕິດ ເພື່ອແນໃສ່ສ້າງບ້ານແສນອຸດົມ ໃຫ້ເປັນບ້ານປອດຢາເສບຕິດໃນຕໍ່ຫນ້າ, ທັງເປັນການປະກອບສ່ວນເຮັດໃຫ້ບັນຫາຢາເສບຕິດໃນສັງຄົມ ກໍຄື ຢູ່ນະຄອນຫລວງວຽງຈັນ ນັບມື້ຫລຸດລົງ.

ເອກະສານທີ່ນໍາໄປເຜີຍແຜ່ຄັ້ງນີ້ລວມມີ: ເອກະສານກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດ, ກົດຫມາຍວ່າດ້ວຍຢາເສບຕິດ ແລະບາງມາດຕາຂອງກົດຫມາຍອາຍາ ແລະ ສາລະຄະດີກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດ ໂດຍມີ ພັນຕີ ສີຕານ ສີວິໄລ ຫົວຫນ້າຫນ່ວຍງານໂຄສະນາ, ພະແນກກວດກາ ແລະ ຄວບຄຸມຢາເສບຕິດ, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ແລະ ພັນໂທ ສົມບັດ ລັດຈະເລີນ ຮອງພະແນກໂຄສະນາ, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ກົມໃຫຍ່ຕໍາຫລວດ, ກະຊວງປ້ອງກັນຄວາມສະຫງົບ ຜັດປ່ຽນກັນເຜີຍແຜ່.

ສໍາລັບການເຄື່ອນໄຫວເຜີຍແຜ່ຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດຂອງພະແນກກວດກາ ແລະ ຄວບ ຄຸມຢາເສບຕິດ, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ຄັ້ງນີ້ ແມ່ນກິດຈະກຳຫນຶ່ງເພື່ອສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ວັນທີ 12 ຕຸລາ ຄົບຮອບ 19 ປີ ທີ່ຈະມາເຖີງນີ້. ນອກຈາກເຜີຍແຜ່ຢູ່ເມືອງໄຊທານີ ໃນຄັ້ງນີ້, ພະແນກດັ່ງກ່າວຍັງຈະໄປເຜີຍແຜ່ກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດຢູ່ເມືອງຫາດຊາຍຟອງ ແລະ ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ຕື່ມອີກ.

Cr: ບຸນຕຽງ ຈັນທະວົງ

ທ້າຍເດືອນຕຸລາ ຂົວນໍ້າພະນາຍແລ້ວແນ່ນອນ

0

ແຂວງວຽງຈັນ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໃນວັນທີ 6/10/2020 ມີຄວາມຄືບໜ້າຂອງການສ້ອມແປງ, ປະກອບ ແລະ ຕິດຕັ້ງ ຂົວເຫລັກນ້ຳພະນາຍ ຈຸດບ້ານເກີນກາງ, ເມືອງທຸລະຄົມ, ແຂວງວຽງຈັນ. ທີ່ຫັກໃນວັນທີ່ 2/6/2020 ຜ່ານມາ.

ຕາມການລາຍງານຂອງວິຊາການຂອງບໍລິສັດຂົວທາງແຂວງວຽງຈັນ ແມ່ນຈະໃຫ້ສຳເລັດແລະ ນຳໃຊ້ໄດ້ໃນທ້າຍເດືອນຕຸລາ 2020, ເຊິ່ງຂົວດັ່ງກ່າວຈະຂະຫຍາຍກວ້າງອອກກວ່າຂົວເກົ່າ ເບືິ້ອງລະ 50 ຊັງຕີແມັດ ເພື່ອເປັນທາງໃຫ້ຄົນຍ່າງ.

.

.

ໄຂກອງປະຊຸມໃຫຍ່ຄັ້ງທີ XI ຂອງຜູ້ແທນອົງຄະນະພັກແຂວງຜົ້ງສາລີ

0

ກອງປະຊຸມໃຫຍ່ຄັ້ງທີ XI ຂອງຜູ້ແທນອົງຄະນະພັກແຂວງ ຜົ້ງສາລີ ໄຂຂຶ້ນວັນທີ 5 ຕຸລາ 2020 ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກລັດຖະມົນຕີກະຊວງປ້ອງກັນປະເທດ, ມີຕາງໜ້າຫ້ອງວ່າການສູນກາງພັກ, ພ້ອມດ້ວຍຜູ້ແທນສົມບູນ 286 ສະຫາຍ, ຍິງ 39 ສະຫາຍທີ່ເປັນຕົວແທນໃຫ້ສະມາຊິກພັກ ໃນທົ່ວແຂວງ 12.566 ສະຫາຍ, ຍິງ3.741 ສະຫາຍ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ຄຳຜອຍ ວັນນະສານ ຮັກສາການເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ ໄດ້ກ່າວໄຂກອງປະຊຸມ ພ້ອມທັງຜ່ານບົດລາຍງານການເມືອງເສດຖະກິດ, ວັດທະນາທຳ-ສັງຄົມ 5 ປີຜ່ານມາ ໃນການຍົກສູງຄວາມສາມາດນໍາພາ ແລະ ເປັນແບບຢ່າງນໍາໜ້າຂອງອົງຄະນະພັກ, ໃນການຂຸດຄົ້ນ ແລະ ເສີມຂະຫຍາຍຄວາມອາດສາມາດບົ່ມຊ້ອນ ແລະ ກຳລັງແຮງສັງລວມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ຕາມແນວທາງປ່ຽນແປງໃໝ່ຂອງພັກ, ເຮັດໃຫ້ສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ, ວັດທະນາທຳ-ສັງຄົມຂອງແຂວງນັບມື້ນັບໜັກແໜ້ນ, ເຂັ້ມແຂງ ແລະ ໄດ້ຮັບການພັດທະນາຕໍ່ເນື່ອງ, ມີຄວາມຍືນຍົງ, ຕາມທິດສີຂຽວກ້າວສູ່ທັນສະໄໝ ແລະ ຍຸຕິທຳ”.

ສະຫາຍ ຄໍາຜອຍ ວັນນະສານ ໄດ້ຍົກໃຫ້ເຫັນຜົນສຳ ເລັດຕະຫຼອດໄລຍະ 5 ປີ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກແຂວງ ແລະ ຄະນະພັກທຸກຂັ້ນບວກກັບຄວາມສາມັກຄີເປັນເອກະພາບ, ຄວາມຕັ້ງໜ້າບຸກບືນ ແລະ ການເຊີດຊູນໍ້າໃຈເປັນເຈົ້າຂອງສະມາ ຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນ, ປະກົດການຫຍໍ້ທໍ້ໃນສັງຄົມຫຼຸດລົງເປັນກ້າວໆ, ເຮັດໃຫ້ເສດຖະກິດຂອງແຂວງ ຜົ້ງສາລີສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດທີ່ກໍານົດໄວ້, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປົວແປງນັບມື້ນັນດີຂຶ້ນ, ມາເຖິງປັດຈຸບັນປະຊາຊົນຫຼາຍທ້ອງຖິ່ນ ໄດ້ດຳເນີນການປູກຝັງ-ລ້ຽງສັດຕາມເງື່ອນໄຂທ່າແຮງບົ່ມຊ້ອນ ແລະ ມູນເຊື້ອຂອງແຕ່ລະຄອບຄົວ, ດ້ວຍການນຳໃຊ້ເຕັກນິກວິຊາການໃໝ່, ໃນການປູກຝັງ-ລ້ຽງສັດ ເປັນຕົ້ນແມ່ນການປູກອ້ອຍເປັນສິນຄ້າ, ປູກຊາບູຮານ(ຊາ400ປີ), ການປູກຜັກປອດສານພິດ, ຕົ້ນໄມ້ອຸດສາຫະກໍາ ແລະ ຕົ້ນໄມ້ໃຫ້ໝາກປະເພດຕ່າງໆ, ດ້ານພື້ນຖານໂຄງລ່າງໄດ້ຮັບການປັບປຸງ ແລະ ສ້າງຂຶ້ນໃໝ່ຫຼາຍດ້ານໃນນີ້, ໄດ້ຍົກຍ້າຍສຳນັກງານປົກ ຄອງແຂວງມາຕັ້ງຢູ່ເມືອງບຸນເໜືອ ເຫັນວ່າການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມ ຂະຫຍາຍຕົວເປັນກ້າວໆ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ການປະຕິບັດວຽການ 3 ສ້າງຂອງພັກໃນເຂດຈຸດສຸມຂອງແຂວງ, ເມືອງສາມາດສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 150 ບ້ານ, ມີ12.757 ຄອບຄົວ, ບ້ານປ້ອງກັນຄວາມສະຫງົບດີ 40 ບ້ານ ມີ 4.896 ຄອບຄົວ, ສາມາດຕອບສະຫນອງໄດ້ຕໍ່ໜ້າທີ່ການເມືອງໄລຍະໃໝ່, ດ້ານການພັດທະນາເສດຖະກິດໄດ້ສຸມໃສ ກໍ່ສ້າງພື້ນຖານໂຄງລ່າງ ແລະ ແກ້ໄຂຄວາມທຸກຍາກຂອງແຂວງຢ່າງຕັ້ງໜ້າເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບສະເລ່ຍ 6,6% ຕໍ່ປີ, ລາຍຮັບສະເລ່ຍຕໍ່ຄົນໃນປີ 2020 ບັນລຸ 988 ໂດລາ ທຽບໃສ່ ປີ 2015 ແມ່ນເພີ່ມຂຶ້ນ 190 ໂດລາ ຊຶ່ງຜ່ານການປະເມີນປະຕິບັດວຽກງານ 3 ສ້າງໃນການເຕົ້າໂຮມບ້ານນ້ອຍໃຫ້ເປັນບ້ານໃຫຍ່ ແລະ ເຕົ້າໂຮມບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາຊຶ່ງຜ່ານການປະເມີນຕາມມາດຕະຖານຂອງດຳລັດ 309/ນຍ ເຫັນວ່າຍັງມີບ້ານທຸກຍາກ 329 ບ້ານກວມ 63,03%, ມີຄອບຄົວທຸກຍາກ 9.870 ຄອບຄົວກວມເອົາ 27,02%.

Cr: ຈາກນັກຂ່າວແຂວງຜົ້ງສາລີ

ຂໍຄວາມຊ່ວຍເຫຼືອດ່ວນ! ປະກາດຫາຍາດພີ່ນ້ອງຄົນເຈັບ

0

ບໍລິຄຳໄຊ: ປະກາດດ່ວນ ຜູ້ໃດຮູ້ຈັກຄົນເຈັບນີຕິດຕໍ່ຫາອ້າຍນ້ອງລາວມາເບີ່ງລາວແດ່ ປະຈຸບັນນີຄົນເຈັບໄດ້ປີ່ນປົວຢູ່ໂຮງໝໍເມືອງປາກກະດີງ ແຂວງບໍລິຄຳໄຊ.

ຄົນເຈັບບໍ່ໄດ້ສະຕິ ບໍ່ຮູ້ຊື້ ບໍ່ຮູ້ບ້ານຢູ່ໃສ ເບີໂຮງໝໍເມືອງ 0304797584 ຊ່ວຍແຊໃຫ້ແດ່ເດີ.

ແຈ້ງໂດຍ 6/10/2020

ສຶກສາອົບຮົມສາວຂາຍປະເວນີ 15 ຄົນ ພ້ອມເຈົ້າຂອງຮ້ານ 3 ຄົນ

0

ນະຄອນຫຼວງວຽງຈັນ: ໃນວັນທີ 28 ກັນຍາ 2020, ເວລາປະມານ 13:00 ໂມງ ຢູ່ທີ່ສະໂມສອນ ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພັທ ບຸນກອງ ພົມມະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ນວ ໄດ້ສຶກສາອົບຮົມເຈົ້າຂອງຮ້ານອາຫານ ແລະ ຮ້ານກີນດື່ມ ທີ່ແອບແຝງການຄ້າຂາຍປະເວນີ ຈໍານວນ 3 ຮ້ານ ພ້ອມດ້ວຍສາວຂາຍປະເວນີຈໍານວນ 15 ຄົນ ທີ່ຖືກກັກຕົວ ໄດ້ໃນວັນທີ 24 ກັນຍາ 2020 ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈເຖິງກົດໝາຍ ໂດຍສະເພາະແມ່ນກົດໝາຍອາຍາມາດຕາ 254 ວ່າດ້ວຍການຄ້າປະເວນີຂອງບຸກຄົນອື່ນ ແລະ ກົດໝາຍອາຍາມາດຕາ 260 ວ່າດ້ວຍການຂາຍປະເວນີ; ພ້ອມທັງໃຫ້ຢຸດເຊົາພຶດຕິກໍາດັ່ງກ່າວທັນທີ.


ໃນການສຶກສາອົບຮົມໃນຄັ້ງນີ້ ພັທ ບຸນກອງ ພົມມະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຍົກໃຫ້ພວກກ່ຽວເຫັນເຖິງກົດໝາຍອາຍາເປັນຕົ້ນແມ່ນ ກົດໝາຍອາຍາກ່ຽວກັບການຄ້າປະເວນີ ບຸກຄົນໃດຫາກຫາລາຍໄດ້ດ້ວຍການຄ້າປະເວນີ ຈະໃນຮູບການໃດກໍຕາມ ຈະຖືກລົງໂທດຕັດອິດສະລະພາບແຕ່ 6 ເດືອນຫາ 3 ປີ ແລະ ຖືກປັບໃໝແຕ່ 5.000.000 ກີບຫາ 10.000.000 ກີບ; ແລະ ບຸກຄົນໃດຫາກຫາກິນດ້ວຍການຂາຍປະເວນີໃຫ້ຜູ້ອື່ນເສບສົມ ຈະຖືກລົງໂທດຕັດອິດສະລະພາບແຕ່ 3 ເດືອນຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບ ໃໝແຕ່ 50.000 ກີບຫາ 500.000 ກີບ ( ໂດຍອີງໃສ່ກົດໝາຍ ແລະ ນິຕິກໍາໃນຂົງເຂດການປົກຄອງ ແລະ ຍຸຕິທໍາ ປີ 2011; ພ້ອມທັງ ບອກໃຫ້ເຂົາເຈົ້າຢຸດເຊົາຕໍ່ພຶດຕິກໍາດັ່ງກ່າວ ຫັນມາປະກອບອາຊີບທີ່ສຸດຈະລິດເປັນຄົນດີຂອງສັງຄົມ. ເພາະມັນຜິດຕໍ່ຮິດຄອງປະເພນີອັນດີງາມຂອງຊາດລາວເຮົາ ແລະ ຜິດຕໍ່ລະບຽບກົດໝາຍຂອງ ສ ປປລາວ.


ໃນຕອນທ້າຍ ພັທ ບຸນກອງ ພົມມະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ຜູ້ຊື້ນໍາພະແນກຕໍາຫຼວດ ຍັງໄດ້ຮຽກຮ້ອງໃຫ້ບັນດາຊາຍໜຸ່ມ, ຍິງສາວທີ່ມາຈາກຕ່າງແຂວງ, ນັບທັງໃນຕົວເມືອງ ທີ່ມີຈຸດປະສົງມາຊອກຫາວຽກເຮັດງານທໍາ ຢູ່ນະຄອນຫຼວງວຽງຈັນ ຈົ່ງມີສະຕິເຄົາລົບຕໍ່ລະບຽບກົດໝາຍ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ.

ປກສ ນະຄອນຫຼວງວຽງຈັນ

ມື້ທີ 4 ປະຕິບັດການຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ຂໍໃຫ້ພົບດ້ວຍເທີ້ນ

0

ນະຄອນຫຼວງວຽງຈັນ: ການຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ໃນເຊົ້າວັນທີ 6 ຕຸລາ 2020 ເປັນມື້ທີ 4 ຂອງປະຕິບັດການຄົ້ນຫາ. ເຊິ່ງທາງເຈົ້າໜ້າທີ່ຫຼາຍພາກສ່ວນ ປະກອບມີ ທະຫານ, ຕໍາຫຼວດ, ກູ້ໄພ, ກອງຫຼອນ ແລະ ເຈົ້າໜ້າທີ່ ແຫຼ່ງທ່ອງທ່ຽວ ນໍ້າປຽນຢໍລະປາ. ຕ່າງກໍ່ໄດ້ສຸມທຸກເຮື່ອແຮງ ແລະ ຄວາມພະຍາຍາມຄົ້ນຫາ.

ນອກຈາກ ການໃຊ້ກໍາລັງຄົນພາກພື້ນດິນແລ້ວ ຍັງໄດ້ໃຊ້ ໂດຣນຈັບຄື້ນຄວາມຮ້ອນບິນຄົ້ນຫາ ໃນຕອນຄືນ, ແຕ່ກໍ່ຍັງບໍ່ສາມາດຄົ້ນຫາ ຜູ່ສູນຫາຍ.

ເຊົ້າມື້ນີ້ ການຄົ້ນຫາ ໄດ້ເລີ່ມແຕ່ເຊົ້າ ໂດຍໄດ້ເສີມກໍາລັງພາກພື້ນດິນ, ໝາດົມກິ່ນ ແລະ ພົນທະຫານ ຕໍາຫຼວດ ພິເສດ ຈໍານວນຫຼາຍ. ໂດຍຫວັງຈະໃຫ້ພົບພໍ່ຕູ້ໃຫ້ໄດ້ໃນມື້ນີ້.

ເປັນກໍາລັງໃຈໃຫ້ທຸກພາກສ່ວນ ທີ່ຮ່ວມຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ໃນຄັ້ງນີ້.

.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ລາຍງານຈາກທີມງານຄົ້ນຫາພໍ່ຕູ້ພວງ ອາຍຸ 95 ປີ ທີ່ຫຼົງປ່າ ຢູ່ແຫ່ງທ່ອງທ່ຽວ ນໍ້າປຽນຢໍລະປາ ແຕ່ບ່າວວັນທີ່ 3 ຕຸລາ 2020. ຫຼ້າສຸດ ເວລາ 16:30 ວັນທີ່ 5 ຕຸລາ 2020 ຍັງບໍ່ພົບພໍ່ຕູ້.

ໜ່ວຍກູ້ໄພ ສົມທົບກັບເຈົ້າໜ້າທີ່ ແລະ ພະນັກງານຂອງ ສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າ ຍັງສືບຕໍ່ຊອກຄົ້ນຫາພໍ່ຮູ້ພວງ ດ້ວຍຄວາມຫວັງ ແລະ ຂໍພອນສິ່ງສັກສິດຄຸ້ມຄອງ ແລະ ພົບເຫັນພໍ່ຕູ້ໂດຍໄວ.(ໂດຍມາຮອດເວລາ 16:30 ໂມງ ຂອງວັນທີ 5 ຕຸລາ 2020 ຍັງບໍ່ພົບເຫັນເທື່ອ)

ຕາມຂໍ້ມູນຈາກເພຈສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປາ(Nam Pien Yorla Pa) ໃຫ້ຮູ້ວ່າ: ວັນເສົາທີ 03/10/2020 ເວລາ 14:00ໂມງ ມີພໍ່ຕູ້ອາຍຸ 95 ປີ ລູກຫຼານພາມາທ່ຽວນໍ້າປຽນຢໍລະປ່າ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ລູກຫຼານຈຳນວນໜຶ່ງໃດ້ໄປຫຼິນກິດຈະກຳແລ້ວໃຫ້ພໍ່ຕູ້ລໍຖ້າຢູ່ເຂດຮ້ານອາຫານກັບຫຼານນ້ອຍອາຍຸ 12 ປີ ແຕ່ຍ້ອນຄົນຫຼາຍ ແລະ ພື້ນທີ່ປ່າກວາງຂວາງຈຶ່ງເຮັດໃຫ້ພໍ່ຕູ້ຫຼົງທາງຍ່າງໄປໃສບໍ່ຮູ້ຊອກບໍ່ເຫັນ ພະນັກງານເຮົາໄດ້ພະຍາຍາມຊ່ວຍຊອກເຕັມທີ່ແລ້ວແຕ່ຮອດປະຈຸບັນຍັງບໍ່ເຫັນເທື່ອ ຖ້າທ່ານໃດພົບເຫັນພໍ່ຕູ້ໃນຮູບຊ່ວຍແຈ້ງລູກຫຼານເພີ່ນຕາມເບີ: 02054700555.

.

.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ຈາກກໍລະນີ ພໍ່ຕູ້ພວງ ອາຍຸ 95 ປີ ໄດ້ຫາຍໄປ ໃນເວລາ 14:00 ວັນທີ່ 3/10/2020 ທີ່ແຫ່ງທ່ອງທ່ຽວ ນໍ້າປ່ຽນຢໍລະປາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ພໍ່ຕູ້ນຸ່ງຊຸດນີ້

ທາງພີ່ນ້ອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຫຼາຍກວ່າ 200 ຄົນ ໄດ້ອອກຄົ້ນຫາ ພໍ່ຕູ້ຕາມປ່າດົງ. ຈົນຮອດແລງ ວັນທີ່ 4/10/2020 ກໍ່ຍັງບໍ່ພົບ.

ມີຂໍ້ມູນເພີ່ມເຕີມຈາກປະຊາຊົນວ່າ ພໍ່ຕູ້ ມານັ່ງລັດຂຶ້ນລົດແຖວປ່າກ້ວຍ ຂ້າງນໍ້າປຽນຢໍລະປາ.

ວອນທຸກຄົນເປັນກະບອກສຽງຊ່ວຍເຫຼືອ ພ້ອມເປັນຫູເປັນຕາຊ່ວຍກັນ ຫາກພົບເບາະແສ ຫຼື ມີຂໍ້ມູນກ່ຽວຂ້ອງກັບພໍ່ຕູ້ ໃຫ້ແຈ້ງ 2 ເບີນີ້ໂດຍໄວ 020 7774 5678;  020 5470 0555.

ຂ່າວກ່ອນໜ້ານີ້

ພໍ່ເຖົ້າຂອງພວກຂ້າພະເຈົ້າຊື່ ພໍ່ຕູ້ພວງ ອາຍຸ 95 ປີ ລູກຫລານພາໄປທ່ຽວນ້ຳປ່ຽນຢໍລະປາ ໄດ້ຫລົງຍ່າງໄປທາງໃດບໍ່ຮູ້,​ບໍ່ເຫັນ ແຕ່ 2 ໂມງແລງຂອງວັນທີ 3/10/2020 ມມາເຖີງດຽວນີ້ຍັງບໍ່ພົບເຫັນ

ຖ້າທ່ານໃດພົບເຫັນ ຂໍຄວາມກະລູຸນາ ຕິດຕໍ່ຫາເບີຂອງຂ້າພະເຈົ້າດ້ວຍ🙏 020 55696948,

.

.

ປະຕິບັດການ! ຊອກຫາພໍ່ຕູ້ພວງຫລົງປ່າ

0

ນະຄອນຫຼວງວຽງຈັນ: ລາຍງານຈາກທີມງານຄົ້ນຫາພໍ່ຕູ້ພວງ ອາຍຸ 95 ປີ ທີ່ຫຼົງປ່າ ຢູ່ແຫ່ງທ່ອງທ່ຽວ ນໍ້າປຽນຢໍລະປາ ແຕ່ບ່າວວັນທີ່ 3 ຕຸລາ 2020. ຫຼ້າສຸດ ເວລາ 16:30 ວັນທີ່ 5 ຕຸລາ 2020 ຍັງບໍ່ພົບພໍ່ຕູ້.

ມາຮອດຕອນເຊົ້າວັນທີ 6/10/2020 ໄດ້ມີການເສີມກຳລັງອ້າຍນ້ອງທະຫານ ແລະ ໜາດົມກິ່ນຕາມຫາພໍ່ຕູ້ພວງ

ຂໍໃຫ້ທຸກຄົນປອດໄພໜົດທຸກຄົນພົບພໍ່ຕູ້ໂດຍໄວ

ປາຖະກະຖາ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 55 ປີ

0

ວັນທີ 2 ຕຸລາ 2020, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະພົວພັນຕ່າງປະເທດສູນກາງພັກ, ສະມາຄົມມິດຕະພາບລາວ-ກູບາ ແລະ ສະ ຖານເອກອັກຄະລັດຖະທູດ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ໄດ້ ຈັດຕັ້ງປາຖະກະຖາ ເນື່ອງໃນໂອ ກາດວັນສ້າງຕັ້ງພັກກອມມູນິດ ກູບາ ຄົບຮອບ 55 ປີ ຂຶ້ນ (03 ຕຸລາ 1965 – 03 ຕຸລາ 2020) ທີ່ສະໂມສອນຄະນະໂຄສະນາອົບຮົມສູນກາງພັກ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາພັນ ພົມມະທັດ, ກໍາມະການ ກົມການເມືອງສູນກາງພັກ, ເລ ຂາທິການສູນກາງພັກ, ຫົວໜ້າໂຄສະນາອົບຮົມສູນກາງພັກ, ທ່ານ ປາໂປຼ ແອງໂຕນີໂອເອກ ອັກຄະລັດຖະທູດວິສາມັນຜູ້ມີອໍາ ນາດເຕັມແຫ່ງ ສາທາລະນະລັດກູບາ ປະຈໍາ ສປປລາວ, ທ່ານ. ນາງ ປອ ສູນທອນ ໄຊຍະຈັກ ກໍາ ມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ, ລັດຖະ ມົນຕີປະຈໍາສໍານັກງານນາຍົກ ລັດຖະມົນຕີ, ປະທານສະມະຄົມ ມິດຕະພາບ ລາວ-ກູບາ, ມີບັນດາສະຫາຍຮອງເລຂາຄະນະພັກ, ຄະນະນໍາ, ຄະນະກົມຈາກກະຊວງ; ອົງການອ້ອມຂ້າງສູນກາງພັກ, ສະຖາບັນຕ່າງໆ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ປາໂປຼ ແອງໂຕນີໂອ ໄດ້ເລົ່າຄືນເຖິງມູນ ເຊື້ອແຫ່ງການກໍາເນີດ ແລະ ເຕີບ ໃຫຍ່ຂະຫຍາຍຕົວຂອງການປະຕິວັດກູບາໂດຍຍົກໃຫ້ເຫັນ ເຖິງບົດບາດການນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດກູບາໂດຍແມ່ນ ທ່ານ ຟີແດນ ກາດສໂຕຼ ຣູດສ ເປັນຜູ້ນໍາໃນເມື່ອກ່ອນ ແລະ ມີທ່ານ ຣາອູນ ກາດສໂຕຼ ຣຸດສ ແລະ ທ່ານ ມີເກນ ດຽດສ ເປັນຜູ້ນໍາຮຸ່ນຕໍ່ມາໄດ້ນໍາພາປະຊາຊົນກູບາຍາດໄດ້ໄຊຊະນະ ແລະ ຜົນສໍາເລັດຮອບດ້ານ, ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກູບາ, ເຊິ່ງສາມາດ ປົກປ້ອງໝາກຜົນຂອງການປະຕິວັດໄວ້ໄດ້ຢ່າງໝັ້ນຄົງ, ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່ງການປົກປັກຮັກ ສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ, ເຮັດໃຫ້ບົດບາດ ແລະ ອິດທິພົນ ຂອງກູບາ ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ການສະ ເຫຼີມສະຫຼອງວັນສໍາຄັນປະຫວັດສາດຄັ້ງນີ້ ແມ່ນເປັນການທົບທວນຄືນໃຫ້ເຫັນເຖິງມູນເຊື້ອອັນພິລາດອາດຫານຂອງພັກ ແລະ ປະຊາຊົນກູບາອ້າຍນ້ອງໃນການຕໍ່ສູ້ເພື່ອເອກະລາດແຫ່ງຊາດ ທີ່ເຕັມໄປດ້ວຍການເສຍ ສະຫຼະ ແລະ ເດັດດ່ຽວບໍ່ຍອມຈໍານົນ, ສາມາດຍາດໄດ້ໄຊຊະນະ ທີ່ໃຫຍ່ຫຼວງ, ກ້າວໄປສູ່ການຍາດ ເອົາເອກະລາດ ແຫ່ງຊາດ, ອະທິ ປະໄຕ, ເສລີພາບ ແລະ ຜືນແຜ່ນ ດິນອັນຄົບຖ້ວນ, ປະຊາຊົນໄດ້ກາຍເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ ແລະ ສະຖາປະນາເປັນສາທາລະນະລັດກູບາ ແລະ ພວມສ້າງປະເທດກູບາໃຫ້ກ້າວຂຶ້ນເປັນປະເທດສັງຄົມນິຍົມທີ່ ເຂັ້ມແຂງ, ເພື່ອຕໍ່ສູ້ຕ້ານສົງຄາມຮຸກຮານ, ການປິດລ້ອມ ແລະ ການຂົ່ມຂູ່ທຸກຮູບແບບຂອງພວກ ຈັກກະພັດຈົນເຖິງທຸກວັນນີ້. ທ່ານ ປາໂປຼ ແອງໂຕນີໂອ ຍັງໄດ້ຕີລາຄາສູງ ແລະ ຍົກໃຫ້ ເຫັນເຖິງມູນເຊື້ອແຫ່ງສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດລາວ-ກູບາ ໃນໄລຍະຕໍ່ສູ້ກູ້ຊາດກໍຄືໄລຍະປົກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃນປັດຈຸບັນ. ພ້ອມທັງຢືນຢັນຈະສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອດັ່ງກ່າວໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ໂດຍ: ບຸນຊ້ອຍ