Home Blog Page 258

ເກີດເຫດ! ລົດຈັກຕົກຂຸມລົ້ມເອງ ບ້ານດອນໄຮ່ ເມືອງປາກງື່ມ

0

ໃນວັນທີ 05/010/2020 ເວລາ 18:30 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 5432 3636 ວ່າ ມີອຸປະຕິເຫດທີ່ບ້ານ ດອນໄຮ່ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ

ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບເປັນ 01 ຄົນ ເພດຊາຍ ອາຍຸ 53 ປີ ມີອາການເມົາ

ຜູ້ທີ 1. ອາການເບື້ອງຕົ້ນແມ່ນ ປາກແຕກ ມີບາດທະຫລອກຕົນໂຕ

ຫນ່ວຍກູ້ໄພອາສາເພື່ອປະຊາຊົນຈຶ່ງໄດ້ປະຖົມພາຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງນາຝາຍ

ຄໍາເຕືອນ: ເມົາບໍ່ຂັບເດີ້

ລູກຊາຍຕິດຢາແລ້ວປ່ວງຈູດເຮືອນໄໝ້ເສຍຫາຍໜັກ

0

ນະຄອນຫຼວງວຽງຈັນ: ລາຍງານຈາກປະຊາຊົນ ໃຫ້ຮູ້ວ່າ ເກີດເຫດຄົນ ອາລະວາດ ແລະ ຈູດເຮືອນຕົນເອງ ທີ່ບ້ານນໍ້າຊວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນຕອນຄ້າຍແລງ ວັນທີ່ 5/10/2020.

ຜູ່ກໍ່ເຫດແມ່ນລູກຊາຍ ຊື່. ທ້າວຫັດ ທີ່ຕິດຢາເສບຕິດ.

ຂໍ້ມູນຈາກ ປະຊາຊົນບອກວ່າ “ເບີ່ງເອົາເດີ້ພີ່ນ້ອງເອີ່ຍ ຜົນຮ້າຍຂອງຢາບ້າ ຂ້າພໍ່ຕີແມ່ ຈູດເຮືອນຊານ ຈິບຫາຍ ວອດວາຍ ເຮັດໃຫ້ປະຊາຊົນເດືອດຮ້ອນ ດີແຕ່ຝົນຕົກ ດີແຕ່ໄທບ້ານເພີ່ນມາດັບທັນ ບໍ່ຊັ້ນວອດວາຍໄປກ່ອນນີ້ ບ້ານນ້ຳຊ່ວງ ມ.ນາຊາຍທອງ”

ຄລິບທີ່ 1

ຄລິບທີ່ 2

ຄລິບ 3

ຄະນະບໍລິຫານງານພັກ ແຂວງໄຊສົມບູນ ດຳເນີນຊີວິດການເມືອງທ້າຍສະໄໝ

0

ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 5 -6 ຕຸລາ 2020 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ປານີ ຢ່າທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງ.

ໂອກາດນີ້ ສະຫາຍ ພົຕ ຄຳລຽງ ອຸທະໄກສອນ ໄດ້ລາຍງານໂດຍຫຍໍ້ໃນການກະກຽມກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ຊຶ່ງອົງຄະນະພັກແຂວງໄດ້ເປັນເຈົ້າ ການ ແລະ ມີຄວາມຮັບຜິດຊອບສູງ ໃນການຊີ້ນຳ-ນຳພາ ການກະກຽມກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ຄັ້ງທີ່ I ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້ານີ້ ເປັນຕົ້ນ ແມ່ນການກະ ກຽມດ້ານເນື້ອໃນ, ດ້ານບຸກຄະລາກອນ, ດ້ານຂະບວນ ການ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າ. ຈາກນັ້ນ ສະຫາຍ ບຸນສຸກ ຈອມວິສານ ຮອງເລຂາພັກແຂວງ ໄດ້ຜ່ານບົດສະຫລວດການນຳພາລວມ ຂອງຄະນະບໍລິຫານງານພັກແຂວງ.

ໃນໂອກາດນີ້ ສະຫາຍ ນາງ ປານີ ຢ່າທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ມີຄຳເຫັນຊີ້ນຳຕໍ່ບັ້ນດຳເນີນຊີວິດການເມືອງ ຄະນະບໍລິຫານງານພັກແຂວງ ໃນຄັ້ງນີ້ ຊຶ່ງສະຫາຍໄດ້ເນັ້ນໜັກໃຫ້ບັນດາຄະນະບໍລິຫານງານພັກແຂວງ ຈົ່ງຍົກສູງຄວາມຮັບຜິດ ຊອບ, ຄວາມເປັນເຈົ້າການບຸກທະລຸ ເສີມຂະຫຍາຍຫົວ ຄິດປະດິດສ້າງຂອງໝູ່ຄະນະ ແລະ ບຸກຄົນຮັບຜິດຊອບ, ແບບແຜນການນຳພາ ແລະ ວິທີເຮັດວຽກຂອງຄະນະພັກ ພ້ອມທັງ ສ້າງພະນັກງານຫລັກແຫລ່ງ ເປັນຕົ້ນແມ່ນພະງານໜຸ່ມ, ເພດຍິງ ແລະ ເຜົ່າ ເພື່ອສ້າງພະນັກງານສືບທອດ ການສຳຫລວດບັນດາສະຫາຍສະມາຊິກພັກໃຫ້ສຸມໃສ່ ຕີລາຄາຄຸນທາດການເມືອງ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ແບບແຜນ ແລະ ດິທີເຮັດວຽກ ພ້ອມທັງ ຕີລາ ຄາຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດ ພ້ອມກັນນັ້ນ ບັນດາສະຫາຍຕ້ອງມີຄວາມຕັດສິນໃຈສູງ, ມີຄວາມຈິງໃຈ ໃນການຕິຊົມຕົນເອງ ແລະ ໝູ່ຄະ ນະກໍຕ້ອງມີຄວາມຈິງໃຈໃນການຕຳນິສົ່ງຂ່າວ, ຊ່ວຍ ເຫລືອຊຶ່ງກັນ ແລະ ກັນ.

ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ຜັດປ່ຽນປະກອບຄຳຄິດຄຳເຫັນໃສ່ບົດສຳຫລວດການນຳພາລວມ ດ້ວຍຄວາມຮັບຜິດຊອບສູງ. ພ້ອມນີ້ກອງປະຊຸມ ຍັງຈະໄດ້ຮັບຟັງການຜ່ານບົດສຳຫລວດບຸກຄົນ ຕື່ມອີກ ເພື່ອເປັນການສຳ ຫລວດກວດກາ ຕີລາຄຄວາມຮັບຜິດຊອບລວມຂອງຄະ ນະພັກ ແລະ ຄວາມຮັບຜິດລວມການຈັດຕັ້ງພັກ, ຂອງຄະນະພັກ ແລະ ສະມາຊິກພັກແຕ່ລະສະຫາຍ ພ້ອມທັງ ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ທັງເປັນບ່ອນອີງໃນການເລືອກເຟັ້ນບຸກຄະລາກອນຜູ້ທີ່ດີເດັ່ນ ເພື່ອປະກອບສ່ວນເຂົ້າໃນຄະນະບໍລິຫານງານພັກແຂວງຊຸດໃໝ່ໃຫ້ໄດ້ຕາມມາດ ຖານທີ່ວາງໄວ້.

Cr: ພຸດທະສອນ ເວດສະພົງ

ຄົ້ນຫາເປັນມື້ທີ 3 ຍັງໄຮ່ຮ່ອງຮອຍພໍ່ຕູ້ພວງ ທີ່ຫຼົງປ່າ

0

ນະຄອນຫຼວງວຽງຈັນ: ລາຍງານຈາກທີມງານຄົ້ນຫາພໍ່ຕູ້ພວງ ອາຍຸ 95 ປີ ທີ່ຫຼົງປ່າ ຢູ່ແຫ່ງທ່ອງທ່ຽວ ນໍ້າປຽນຢໍລະປາ ແຕ່ບ່າວວັນທີ່ 3 ຕຸລາ 2020. ຫຼ້າສຸດ ເວລາ 16:30 ວັນທີ່ 5 ຕຸລາ 2020 ຍັງບໍ່ພົບພໍ່ຕູ້.

ໜ່ວຍກູ້ໄພ ສົມທົບກັບເຈົ້າໜ້າທີ່ ແລະ ພະນັກງານຂອງ ສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າ ຍັງສືບຕໍ່ຊອກຄົ້ນຫາພໍ່ຮູ້ພວງ ດ້ວຍຄວາມຫວັງ ແລະ ຂໍພອນສິ່ງສັກສິດຄຸ້ມຄອງ ແລະ ພົບເຫັນພໍ່ຕູ້ໂດຍໄວ.(ໂດຍມາຮອດເວລາ 16:30 ໂມງ ຂອງວັນທີ 5 ຕຸລາ 2020 ຍັງບໍ່ພົບເຫັນເທື່ອ)

ຕາມຂໍ້ມູນຈາກເພຈສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປາ(Nam Pien Yorla Pa) ໃຫ້ຮູ້ວ່າ: ວັນເສົາທີ 03/10/2020 ເວລາ 14:00ໂມງ ມີພໍ່ຕູ້ອາຍຸ 95 ປີ ລູກຫຼານພາມາທ່ຽວນໍ້າປຽນຢໍລະປ່າ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ລູກຫຼານຈຳນວນໜຶ່ງໃດ້ໄປຫຼິນກິດຈະກຳແລ້ວໃຫ້ພໍ່ຕູ້ລໍຖ້າຢູ່ເຂດຮ້ານອາຫານກັບຫຼານນ້ອຍອາຍຸ 12 ປີ ແຕ່ຍ້ອນຄົນຫຼາຍ ແລະ ພື້ນທີ່ປ່າກວາງຂວາງຈຶ່ງເຮັດໃຫ້ພໍ່ຕູ້ຫຼົງທາງຍ່າງໄປໃສບໍ່ຮູ້ຊອກບໍ່ເຫັນ ພະນັກງານເຮົາໄດ້ພະຍາຍາມຊ່ວຍຊອກເຕັມທີ່ແລ້ວແຕ່ຮອດປະຈຸບັນຍັງບໍ່ເຫັນເທື່ອ ຖ້າທ່ານໃດພົບເຫັນພໍ່ຕູ້ໃນຮູບຊ່ວຍແຈ້ງລູກຫຼານເພີ່ນຕາມເບີ: 02054700555.

.

.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ຈາກກໍລະນີ ພໍ່ຕູ້ພວງ ອາຍຸ 95 ປີ ໄດ້ຫາຍໄປ ໃນເວລາ 14:00 ວັນທີ່ 3/10/2020 ທີ່ແຫ່ງທ່ອງທ່ຽວ ນໍ້າປ່ຽນຢໍລະປາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ພໍ່ຕູ້ນຸ່ງຊຸດນີ້

ທາງພີ່ນ້ອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຫຼາຍກວ່າ 200 ຄົນ ໄດ້ອອກຄົ້ນຫາ ພໍ່ຕູ້ຕາມປ່າດົງ. ຈົນຮອດແລງ ວັນທີ່ 4/10/2020 ກໍ່ຍັງບໍ່ພົບ.

ມີຂໍ້ມູນເພີ່ມເຕີມຈາກປະຊາຊົນວ່າ ພໍ່ຕູ້ ມານັ່ງລັດຂຶ້ນລົດແຖວປ່າກ້ວຍ ຂ້າງນໍ້າປຽນຢໍລະປາ.

ວອນທຸກຄົນເປັນກະບອກສຽງຊ່ວຍເຫຼືອ ພ້ອມເປັນຫູເປັນຕາຊ່ວຍກັນ ຫາກພົບເບາະແສ ຫຼື ມີຂໍ້ມູນກ່ຽວຂ້ອງກັບພໍ່ຕູ້ ໃຫ້ແຈ້ງ 2 ເບີນີ້ໂດຍໄວ 020 7774 5678;  020 5470 0555.

ຂ່າວກ່ອນໜ້ານີ້

ພໍ່ເຖົ້າຂອງພວກຂ້າພະເຈົ້າຊື່ ພໍ່ຕູ້ພວງ ອາຍຸ 95 ປີ ລູກຫລານພາໄປທ່ຽວນ້ຳປ່ຽນຢໍລະປາ ໄດ້ຫລົງຍ່າງໄປທາງໃດບໍ່ຮູ້,​ບໍ່ເຫັນ ແຕ່ 2 ໂມງແລງຂອງວັນທີ 3/10/2020 ມມາເຖີງດຽວນີ້ຍັງບໍ່ພົບເຫັນ

ຖ້າທ່ານໃດພົບເຫັນ ຂໍຄວາມກະລູຸນາ ຕິດຕໍ່ຫາເບີຂອງຂ້າພະເຈົ້າດ້ວຍ🙏 020 55696948,

.

.

ອຸຕຸເຕືອນ! ຈະເກີດພາຍຸໜຸນປົກຄຸມເຂດພາກໃຕ້ ຈະເຮັດໃຫ້ເກີດຝົນຕົກໃນລະດັບປານກາງ ຫາ ໜັກ

0

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 5-11 ຕຸລາ 2020 ວ່າ: ໃນໄລຍະວັນທີ 5 ຫາ 8 ຕຸລາ ບໍລິເວນຄວາມກົດດັນອາກາດສູງຈາກປະເທດຈີນ ຈະແຜ່ລົງມາປົກຄຸມເຂດພາກເໜືອ ແລະ ພາກກາງຂອງປະເທດລາວ, ພ້ອມດຽວກັນ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານເຂດພາກໃຕ້ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ.

ຈາກນັ້ນໃນໄລຍະວັນທີ 9-11 ຕຸລາ 2020 ຍ່ອມຄວາມກົດດັນອາກາດຕໍ່າຈະກໍ່ຕົວຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ຈະເພີ່ມກໍາລັງແຮງຂຶ້ນຕາມລໍາດັບ ແລະ ມີຄວາມເປັນໄປໄດ້ຈະກາຍເປັນພາຍຸໝຸນເຂດຮ້ອນ ປົກຄຸມເຂດພາກໃຕ້ຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງໃນເຂດພາກກາງ ແລະ ພາກໃຕ້.

ຄຳເຕືອນ ໃນໄລຍະວັນທີ 9-11 ຕຸລາ 2020 ເນື່ອຈາກຍ່ອມຄວາມກົດດັນອາກາດຕໍ່າ ຈະກໍ່ຕົວຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ຈະເພີ່ມກໍາລັງແຮງຂຶ້ນຕາມລໍາດັບ ທີ່ມີຄວາມເປັນໄປໄດ້ຈະກາຍເປັນພະຍຸໝຸນເຂດຮ້ອນ ປົກຄຸມເຂດພາກໃຕ້ຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງໃນເຂດພາກກາງ ແລະ ພາກໃຕ້. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າໃນເຂດດັ່ງກ່າວໃຫ້ມີສະຕິຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີນ້ຳຖ້ວມຊູ ແລະ ນ້ຳຖ້ວມອັ່ງ.

ກອງພັນນ້ອຍ 419 ທະຫານແຂວງບໍ່ແກ້ວ ສ້າງຂະບວນການອອກແຮງງານລວມ

0

ວັນທີ 1 ຕຸລາ 2020 ນີ້ ກອງພັນນ້ອຍ 419 ທີ່ຂຶ້ນກັບກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ຈັດກິດຈະກຳ ສ້າງຂະບວນການອອກແຮງງານລວມ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກ ແຂວງ ບໍ່ແກ້ວ ຄັ້ງທີ VI ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພັນໂທ ວຽງແກ້ວ ໄຊຍະສານ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງພັນນ້ອຍ 419 ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວກອງພັນເຂົ້າຮ່ວມ.

ສະຫາຍ ພັນໂທ ວຽງແກ້ວ ໄຊຍະສານ ໄດ້ໃຫ້ຮູ້ວ່າ: ໂດຍອີງຕາມທິດຊີ້ນຳຂອງຄະນະພັກ-ຄະນະບັນຊາກອງບັນຊາການ ກ່ຽວກັບການຈັດຕັ້ງສ້າງຂະບວນການດ້ານຕ່າງໆເພື່ອຂໍ່າ ນັບຮັບຕ້ອນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຄັ້ງທີ VI ໃຫ້ມີບັນຍາກາດຟົດຟື້ນກວ້າງຂວາງຕໍ່ເນື່ອງ.

ດັ່ງນັ້ນທາງກອງພັນນ້ອຍ 419 ຂອງພວກເຮົາຈຶ່ງໄດ້ສ້າງຂະບວນການອອກແຮງງານລວມ ໃນຄັ້ງນີ້ ທັງເປັນການເພີ່ມທະວີຄວາມສາມັກຄີພາຍໃນກົມກອງ, ຮັບປະກັນໄດ້ຄວາມສະຫງົບ, ປອດໄພ ແລະ ສະອາດຈົບງາມດີທຸກປະການ ພ້ອມທັງເປັນ ການທຳລາຍແລ່ງອາໄສຂອງຍຸງລາຍ ເພື່ອເປັນການປ້ອງກັນ ພະຍາດໄຂ້ເລືອດອອກອີກດ້ວຍ.

ໂດຍ: ສົມສັກ ໄຊຍະຄາມ.

ປະມານ 22 ໂຕ່ນຂີ້ເຫຍື້ອມື້ສຸດທ້າຍງານບຸນຊ່ວງເຮືອ ທ່າວັດຈັນ ເຂດນອກ

0

ຫຼັງສຳເລັດງານບຸນເທດສະການຕ່າງໆ ສິ່ງທີ່ຕາມມາກໍ່ຄືບັນຫາຂີ້ເຫຍື້ອ ແລະ ໃນງານບຸນຊ່ວງເຮືອ ອອກພັນສາ ທີ່ໜ້າວັດຈັນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ທີ່ສຳເລັດໄປໃນຄືນວັນທີ 3 ຕຸລາ 2020 ຜ່ານມາ ພາກສ່ວນທີ່ຮັບຜິດຊອບອະນາໄມມ້ຽນມັດຂີ້ເຫຍື້ອ ໃຫ້ຮູ້ວ່າ ຂີ້ເຫຍື້ອໃນຄືນສຸດທ້າຍ ເຂດນອກ ປະມານ 22 ໂຕນ ແລະ ເຂດໃນສວນເຈົ້າອານຸວົງ ປະມານ 20 ລົດຂົນຂີ້ເຫຍື້ອ.

ທ່ານ ວິໄຊ ອິນທະສານ ຮອງຫົວໜ້າບໍລິສັດອະນາໄມ ຈັນທະບູລີ ຈຳກັດ ໃຫ້ສຳພາດວ່າ: ການເຮັດອະນາໄມໃນງານບຸນຊ່ວງເຮືອປີນີ້ ທາງບໍລິສັດແມ່ນຮັບຜິດຊອບອະນາໄມມ້ຽນຂີ້ເຫຍື້ອ ເສັ້ນທາງເສດຖາທິຣາດ ແຕ່ໜ້າທະນາຄານພັດທະນາລາວ ລົງຮອດຫໍຄຳ ແລະ ລ້ຽວຂຶ້ນມາ 4 ແຍກໂຮງໝໍມະໂຫສົດ ແລະ ຂຶ້ນມາຮອດ 3 ແຍກ ວິທະຍາໄລປາກປ່າສັກ ລວມຄວາມຍາວ ປະມານ 3 ກິໂລແມັດ.

ເຊິ່ງນັບແຕ່ມື້ເປີດງານບຸນຊ່ວງເຮືອຢ່າງເປັນທາງການເປັນຕົ້ນມາຄື: ແຕ່ໃນຄືນວັນທີ 30 ກັນຍາ ແມ່ນເກັບມ້ຽນຂີ້ເຫຍື້ອໄດ້ປະມານ 3 ໂຕນ, ຄືນວັນທີ 1 ຕຸລາ ເກັບໄດ້ 4 ໂຕນ, ວັນທີ 2 ຕຸລາ ມ້ຽນຂີ້ເຫຍື້ອໄດ້ 6 ໂຕນ, ມາວັນທີ 3 ຕຸລາ ປັດກວາດໄດ້ ປະມານ 10 ໂຕນ ແລະ ໃນວັນທີ 4 ຕຸລາ ຄາດວ່າຂີ້ເຫຍື້ອ ຈະໄດ້ປະມານ 22 ໂຕນ ໃຊ້ແຮງງານປັດກວາດ 60 ຄົນ ໂດຍໄດ້ເລັ່ງອະນາໄມກວາດຂີ້ເຫຍື້ອໃຫ້ສໍາເລັດໂດຍພື້ນຖານ ເພື່ອບໍ່ໃຫ້ລົມພັດປິ່ວໄປເຂດອື່ນ ແລະ ພາຍຫຼັງປັດກວາດສຳເລັດແລ້ວ ຈະໄດ້ໃຊ້ນຳລ້າງ ປະມານ 23 ລົດສະແຕກ ແລະ ໃຫ້ສຳເລັດ 100% ໃນວັນທີ 5 ຕຸລາ 2020.

ທ່ານ ສົມນຶກ ວິໄລແສງ ຕ່າງໜ້າຈາກ ກຸ່ມບໍລິສັດ ດາວເຮືອງ ແລະ ບໍລິສັດ ຟູຈິວາລະ ຜູ້ຮັບຜິດຊອບເຂດດ້ານໃນສວນເຈົ້າອານຸວົງ ໃຫ້ສຳພາດວ່າ: ເຂດຮັບຜິດຊອບພວກເຮົາແມ່ນສວນເຈົ້າອານຸວົງ, ເບື້ອງແຄມຂອງ ຮອດບ່ອນຊ່ວງເຮືອ ແມ່ນພວກເຮົາຮັບຜິດຊອບທັງໝົດ ແລະ ວິທີຈັດການຂີ້ເຫຍື້ອແມ່ນພວກເຮົາມີພະນັກງານ ທັງໝົດ 120 ຄົນ ໂດຍໃນມື້ນີ້ (ວັນທີ 4 ຕຸລາ 2020) ຈະໄດ້ເລັ່ງອະນາໄມເກັບມ້ຽນຂີ້ເຫຍື້ອໃຫ້ສຳເລັດພາຍໃນ 22 ໂມງຂອງມື້ນີ້ ໂດຍຄາດວ່າຈະມີຂີ້ເຫຍື້ອປະມານ 20 ຄັນລົດ.

ທ່ານກ່າວຕື່ມວ່າ ການອະນາໄມລ່າຊ້າແມ່ນມາຈາກບັນຫາເຕັ້ນຂອງຊາວຄ້າຂາຍທີ່ມາເກັບມ້ຽນ, ມ້າງຊ້າ ເຮັດໃຫ້ພວກເຮົາເຮັດອະນາໄມບໍ່ໄດ້ທັນທີ່ຫຼັງແລ້ວງານ. ສະນັ້ນ, ເຊົ້າມາຈຶ່ງເຫັນພາບກອງຂີ້ເຫຍື້ອຢາຍຊະຊາຍ ແລະ ຖ້າບັນດາຜູ້ຄ້າຂາຍມາມ້າງຮ້ານອອກແລ້ວ ພວກເຮົາຈຶ່ງໄດ້ອະນາໄມ ແລະ ຂີ້ເຫຍື້ອທີ່ອະນາໄມຍາກທີ່ພົບໃນຍຸກປັດຈຸບັນແມ່ນເຄສໂທລະສັບ, ແຜ່ນຕິດກັນແຕກໂທລະສັບ ແລະ ມີບັນຫາຂີ້ເຫຍື້ອຊະຊາຍຈາກບັນດາລໍ້ຂາຍເຄື່ອງເລ້, ຜູ້ມານັ່ງກິນອາຫານຕາມເດີ່ນສວນເຈົ້າອານຸວົງ ແລ້ວຖິ້ມຊະຊາຍ ແລະ ໄດ້ຝາກເຖິງພໍ່ແມ່ປະຊາຊົນ ກໍ່ຄືຜູ້ທີ່ໄປທ່ຽວໃນງານບຸນ, ເທດສະການຕ່າງໆ ເມື່ອທ່ານຊື້ເຄື່ອງ ຫຼື ແນວກິນ ເມື່ອມີຂີ້ເຫຍື້ອໃນມື ແມ່ນຢາກໃຫ້ຖິ້ມເປັນລະບຽບ, ໃສ່ຖົງມັດແລ້ວຖິ້ມໃສ່ຖັງຂີ້ເພື່ອເຮັດໃຫ້ສະດວກໃນການເກັບມ້ຽນ ພ້ອມຝາກເຖິງຊາວຄ້າຂາຍຜູ້ເວລາຢູ່ໃນບູດ ຫຼື ຮ້ານຕົນເອງ ເວລາຈະອອກເມື່ອ ກໍ່ຂໍໃຫ້ມ້ຽນຂີ້ເຫຍື້ອໃນຮ້ານຕົນ.

ແຮງງານຕ່າງປະເທດຈຳນວນ 34ຄົນ ໄດ້ຮັບໃບຢັ້ງຢືນປອດເຊື້ອໂຄວິດ-19

0

ວັນທີ 2 ຕຸລາ 2020 ນີ້ ຢູ່ທີ່ສູນກັກກັນ ເຜົ້າລະວັງ ໂຄວິດ 19 ບ້ານດ່ານໄຊ ນ້ຳຊຳ 3 ແຂວງຫົວພັນ ໄດ້ຈັດພິທີມອບໃບຢັ້ງຢືນໃຫ້ແຮງງານຕ່າງປະເທດທີ່ມາເຮັດວຽກຢູ່ເຂື່ອນໄຟຟ້ານ້ຳຊຳ 3 ຈຳນວນ 34 ຄົນ ຍິງ 1 ຄົນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຽນທອງ ທຳບຸນໄຊ ຮອງເຈົ້າເມືອງຊຳໃຕ້, ມີທ່ານ ບຸນຍອດ ນະຕິກຸນ ຮອງຫົວໜ້າ ກອງບັນຊາການ ທະຫານເມືອງຊຳໃຕ້ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ແລະ ພະນັກງານບໍລິສັດ SCI ເຂົ້າຮ່ວມຢ່າງພ້ອມພຽງ.

ຫຼັງຈາກສະພາບການລະບາດຂອງພະຍາດ ໂຄວິດ 19 ຜ່ອນຄາຍລົງລະດັບໜຶ່ງ ລັດຖະບານລາວຈຶ່ງໄດ້ອອກມາດຕະການຜ່ອນຜັນ ການຕິດຕາມ ເຝົ້າລະວັງ ພະຍາດ ໂຄວິດ 19 ດັ່ງນັ້ນ, ບໍລິສັດ SCI ກໍ່ສ້າງເຂື່ອນໄຟຟ້າ ນ້ຳ 3 ຈິງໄດ້ນຳເຂົ້າແຮງງານຈາກ ສສ ຫວຽດນາມ ຈຳນວນຫຼາຍ ເພື່ອເຂົ້າມາສືບຕໍ່ກໍ່ສ້າງໂຄງການດັ່ງກ່າວໃຫ້ສຳເລັດຕາມສັນຍາ ເຊີ່ງແຮງງານທີ່ນຳເຂົ້າໃນຄັ້ງນີ້ ມີຈຳນວນ 34 ຄົນ, ຍິງ 1 ຄົນ, ທາງໜ່ວຍສະເພາະກິດເຜົ່າລະວັງພະຍາດ ໂຄວິດ 19 ຂັ້ນເມືອງ ຈຶ່ງໄດ້ນຳເອົາແຮງງານຈຳນວນດັ່ງກ່າວ ເຂົ້າສູນກັກກັນ ເຜົ້າລະວັງພະຍາດດັ່ງ ຢ່າງໃກ້ຊິດແຕ່ ວັນທີ 16 ກັນຍາ 2020 ເຊີ່ງທຸກຄົນໄດ້ຜ່ານການກວດ ວັດແທກອຸນຫະພູມຮ່າງກາຍ, ກວດອາການຜິດປົກກະຕິ ທຸກວັນ ໂດຍພະນັກງານແພດ ໂຮງໝໍເມືອງຊຳໃຕ້, ສີດພົ່ນຢາຂ້າເຊື້ອໃນບໍລິເວນຫ້ອງ ແລະ ສູນກັກກັນເປັນປະຈຳ ເຊີ່ງຜ່ານການຕິດຕາມເປັນເວລາ 14 ວັນ ເຫັນວ່າບໍ່ພົບຜູ້ທີ່ມີອາຫານໄຂ້ ຫຼື ອາການສົງໄສອື່ນໆ ແຕ່ຢ່າງໃດ.

ສະນັ້ນ, ມາໃນວັນທີ 2 ຕຸລາ 2020 ນີ້ ຈຶ່ງໄດ້ມອບໃບຢັ້ງຢືນໃຫ້ແຮງງານດັ່ງກ່າວ ໂດຍໃຫ້ກຽດກ່າວມອບໂດຍທ່ານ ຄຽນທອງ ທຳບຸນໄຊ ຮອງເຈົ້າເມືອງຊຳໃຕ້ ເພຶ່ອເປັນຫຼັກຖານຢັ້ງຢືນຈາກໜ່ວຍສະເພາະກິດ ຕິດຕາມ ເຜົ້າລະວັງ ພະຍາດ ໂຄວິດ 19 ຂອງເມືອງຊຳໃຕ້ ເພື່ອສະດວກໃນການເຮັດວຽກ ແລະ ສາມາດດຳລົງຊິວີດຮ່ວມກັບສັງຄົມເປັນປົກກະຕິ.

ຂ່າວ-ພາບ: ໂອທອນ

ເຈົ້າແຂວງຈໍາປາສັກຕ້ອນຮັບການເດີນທາງມາເຄື່ອນໄຫວເຮັດວຽກຂອງປະທານອົງການກວດສອບແຫ່ງລັດ

0

ທ່ານ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ ໄດ້ຕ້ອນຮັບການເດີນທາງມາເຄື່ອນໄຫວເຮັດວຽກຂອງ ທ່ານ ປອ ນາງ ວຽງຄໍາ ສີພັນດອນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ໃນວັນທີ 2 ຕຸລາ 2020 ຢູ່ທີ່ຫ້ອງຮັບແຂກພິເສດ ຫ້ອງວ່າການແຂວງ.

ທ່ານ ປອ ນາງ ວຽງຄໍາ ສີພັນດອນ ໄດ້ກ່າວວ່າ: ການເດີນທາງມາແຂວງຈໍາປາສັກໃນຄັ້ງນີ້ ແມ່ນເພື່ອປະກາດການຈັດຕັ້ງປະທານອົງການກວດສອບປະຈໍາພາກໃຕ້ ,ຊີ້ນໍາຕິດຕາມກວດກາ ແລະຊຸກຍູ້ວຽກງານກວດສອບຢູ່ບັນດາແຂວງພາກໃຕ້ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ,ຕິດຕາມຊຸກຍູ້ວຽກງານການສະໜອງທຶນໃຫ້ວິສາຫະກິດຂະໜາດນ້ອຍ,ຂະໜາດກາງ(SME) ໂອກາດນີ້.

ທ່ານເຈົ້າແຂວງຈໍາປາສັກໄດ້ຖືໂອກາດນີ້ກ່າວສະແດງຄວາມຕ້ອນຮັບ ແລະລາຍງານສະພາບການພັດທະນາເສດຖະກິດ-ສັງຄົມໂດຍຫຍໍ້ ຍົກໃຫ້ເຫັນສະພາບຄວາມສະດວກ ຂໍ້ຫຍຸ້ງຍາກ ແລະສິ່ງທ້າທາຍບາງດ້ານທີ່ກະທົບຕໍ່ເສດຖະກິດຊີວິດການເປັນຢູ່ຂອງປະຊາຊົນ ອັນມີຜົນມາຈາກການລະບາດພະຍາດໂຄວິດ -19,ປະຈຸບັນຄະນະພັກ-ອົງການປົກຄອງແຂວງຈໍາປາສັກກໍໄດ້ສືບຕໍ່ສຸມໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ຄຽງຄູ່ກັບການພັດທະນາເສດຖະກິດ ແລະຂະບວນການຢ່າງຮອບດ້ານເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງທີ່ຈະໄຂຂຶ້ນໃນມໍ່ໆນີ້.

ເກດສະໜາ ແກ້ວສຸວັນນະແສງ

ທະນາຄານແຫ່ງ ສປປລາວ ຈັດກອງປະຊຸມເຜີຍແຜ່ໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດcovid-19 ທີ່ແຂວງຈໍາປາສັກ

0

ທະນາຄານແຫ່ງ ສປປລາວ ໄດ້ຈັດກອງປະຊຸມເຜີຍແຜ່ໂຄງການສິນເຊື່ອເພື່ອການຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດ covid-19 ທີ່ສາຂາທະນາຄານ ປະຈໍາພາກໃຕ້ ແຂວງຈໍາປາສັກ ໃນວັນທີ 2 ຕຸລາ 2020.ໂດຍໃຫ້ກຽດເປັນປະທານຂອງທ່ານ ຄໍາແກ້ວ ວິສີສົມບັດ ວ່າການຫົວໜ້າກົມບໍລິການທະນາຄານແຫ່ງ ສປປລາວ,ທ່ານ ນວນຕາ ແກ້ວມະນີ ຫົວໜ້າສາຂາທະນາຄານແຫ່ງ ສປປລາວ ປະຈໍາພາກໃຕ້, ມີພະແນກການ ແລະຂະແໜງການທີ່ກ່ຽວຂ້ອງ,ມີບັນດາຫົວໜ່ວຍທຸລະກິດທະນາຄານ,ທຸລະກິດພາກລັດແລະ ເອກະຊົນເຂົ້າຮ່ວມ.

#ກອງປະຊຸມຄັ້ງນີ້ໄດ້ເຜີຍແຜ່ ແລະນໍາສະເໜີສະພາບການຈັດຕັ້ງປະຕິບັດນະໂຍບາຍການເຂົ້າເຖິງການບໍລິການຂອງທະນາຄານ ແລະ ການສະໜອງທຶນໃຫ້ແກ່ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME s) ,ນໍາສະເໜີຫົວຂໍ້ໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດແລະ ແກ້ໄຂຜົນກະທົບຈາກພະຍາດ covid-19 ,ຈາກນີ້ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາເຫັນສົນທະນາໃນແຕ່ລະບັນຫາ ທີ່ມີຄວາມສົນໃຈ ໂດຍສະເພາະເງື່ອນໄຂທີ່ຈະເຂົ້າເຖິງແຫຼ່ງທຶນສິນເຊື່ອໄດ້ຫຼາຍຂຶ້ນ ແລະຕອບສະໜອງໃນເວລາທີ່ມີຄວາມຕ້ອງການ.

ທ່ານ ຄໍາແກ້ວ ວິສີສົມບັດ ວ່າການຫົວໜ້າກົມບໍລິການທະນາຄານແຫ່ງ ສປປລາວ ໄດ້ກ່າວວ່າ: ຈຸດປະສົງໃນການເປີດກອງປະຊຸມເຜີຍແຜ່ຄັ້ງນີ້ ກໍ່ແມ່ນເພື່ອໃຫ້ບັນດາທ່ານທີ່ມີສ່ວນຮ່ວມກັບການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໄດ້ມີຄວາມເຂົ້າໃຈ ແລະ ເພື່ອຮັບປະກັນຂອດຈັດຕັ້ງປະຕິບັດໂຄງການດັ່ງກ່າວເປັນເອກະພາບແລະມີປະສິດທີ່ຜົນສູງ.ກໍາໄດ້ບາງເນື້ອໃນຂອງຂໍ້ຕົກລົງວ່າດວ້ຍໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດໂຄວິດ19ສະບັບເລກທີ 318/ທຫລ ແລະຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.

ເກດສະໜາ ແກ້ວສຸວັນນະແສງ