Home Blog Page 260

ກອງປະຊຸມປັບປຸງແບບແຜນວິທີເຮັດວຽກຂອງວຽກງານການທະຫານທ້ອງຖິ່ນ 6 ແຂວງພາກເໜືອ

0

ກອງບັນຊາການທະຫານ ແຂວງຫຼວງນໍ້າທາ ໄດ້ຮັບກຽດ ເປັນເຈົ້າພາບຈັດກອງປະຊຸມປັບປຸງແບບແຜນວິທີເຮັດວຽກ ຂອງວຽກງານການທະຫານ ທ້ອງຖິ່ນ 6 ແຂວງພາກເໜືອ ຂຶ້ນໃນລະຫວ່າງວັນທີ 29-30 ກັນຍາ 2020 ນີ້ ເຊິ່ງໄດ້ດໍາເນີນ ມາເປັນເວລາ 2 ວັນ, ໂດຍເປັນ ປະທານຮ່ວມຂອງ ສະຫາຍ ຄໍາ ໄຫຼ ສີປະເສີດ ເລຂາພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ, ເປັນ ກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວ ໜ້າກົມໃຫຍ່ເສນາທິການກອງທັບ, ສະຫາຍ ພົນຈັດຕະວາຄໍາແດງ ແພງວິໄລ ຮອງຫົວ ໜ້າກົມໃຫຍ່ພະລາທິການກອງ ທັບ, ມີຄະນະນໍາມາຈາກກະຊວງ, ເຈົ້າເມືອງໆຫຼວງນໍ້າທາ, ຄະນະພັກ-ຄະນະບັນຊາກົມກອງທະຫານທ້ອງຖິ່ນ 6 ແຂວງພາກເໜືອ ຄື: ກອງບັນຊາການທະຫານແຂວງຜົ້ງສາລີ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ລັດວິ ສາຫະກີດໄຟຟ້າລາວປະຈໍາພາກເໜືອ, ລັດວິສາຫະກິດ ພັດທະນາກະສິກໍາ-ອຸດສາຫະກໍາ, ໂຮງງານຊີມັງ ແຂວງບໍ່ແກ້ວ ແລະ ກອງບັນຊາການທະຫານແຂວງຫຼວງນໍ້າທາ ແລະ 5 ກອງບັນຊາການທະຫານເມືອງເຂົ້າຮ່ວມ. ກອງປະຊຸມສະຫາຍ ພົນຈັດ ຕະວາ ຄໍາສະເຫວີຍ ສີນທະນຸໄຊ ຫົວໜ້າກົມການທະຫານທ້ອງຖີ່ນກົມໃຫຍ່ເສນາທິການກອງທັບໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານການທະຫານທ້ອງຖິ່ນຜ່ານມາພ້ອມ ທັງຍົກໃຫ້ເຫັນສະພາບການລວມ, ສະພາບປະກົດການຫຍໍ້ທໍ້ດ້ານຕ່າງໆ, ສະພາບປະຊາຊົນ, ສະພາບບັນດາກົມກອງທ້ອງຖິ່ນເຊິ່ງຕິດພັນກັບການຄົ້ນຄວ້າ ແລະ ວິທີປັບປຸງແບບແຜນວິທີເຮັດວຽກຂອງພະນັກງານອົງການຈັດຕັ້ງພັກ-ລັດ ແລະ ການນໍາແຕ່ ລະຂັ້ນ, ເຊິ່ງໄດ້ເປັນເຈົ້າການໃນ ການຈັດຕັ້ງປະຕິບັດວຽກງານ ການ ທະຫານທ້ອງຖິ່ນ ໃຫ້ຖືກ ຕ້ອງກັບການກໍ່ສ້າງທ່າສະໜາມ 3 ຂັ້ນ, ກໍຄືມະຕິ 3 ສ້າງຂອງພັກ ໃນໄລຍະຜ່ານມາ, ກອງປະຊຸມໄດ້ຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນຂອງບັນດາກອງບັນຊາການທະຫານແຂວງ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງຜ່ານມາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນເພື່ອນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນການນໍາພາ-ບັນ ຊາຂັ້ນຂອງຕົນໃຫ້ສອດຄ່ອງກັບແບບແຜນວິທີເຮັດວຽກທີ່ ກອງບັນຊາການທະຫານທ້ອງຖິ່ນໄດ້ກໍານົດໄວ້, ຮັບປະກັນເຮັດ ໃຫ້ການອົບຮົມ ແລະ ສ້າງບັນ ດາເປົ້າໜາຍໃຫ້ໄດ້ຕາມເງື່ອນໄຂ ແລະ ມີຄຸນນະພາບສູງ.

ຕອນທ້າຍກອງປະຊຸມ ບັນດາ ສະຫາຍແຂກ, ຜູ້ແທນກອງປະຊຸມ ໄດ້ຮັບຟັງການໂອ້ລົມ ຂອງສະ ຫາຍ ຄໍາໄຫຼ ສີປະເສີດ ເຊິ່ງສະ ຫາຍກໍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍ ຕໍ່ກໍາລັງປະກອບອາ ວຸດທ້ອງຖິ່ນ 6 ແຂວງພາກເໜືອ ທີ່ໄດ້ເປັນເຈົ້າການປະຕິບັດໜ້າ ວຽກງານໃນໄລຍະຜ່ານມາພ້ອມທັງໄດ້ຍົກໃຫ້ເຫັນສະພາບການ ຂອງໂລກ, ພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປດ້ວຍຫຼາຍ ຮູບການ, ກອງປະຊຸມວຽກງານການທະຫານທ້ອງຖີ່ນໃນຄັ້ງນີ້ແມ່ນມີຄວາມໝາຍສໍາຄັນຢ່າງຍິ່ງ ຂໍຮຽກຮ້ອງມາຍັງການນໍາກົມກອງທ້ອງຖິ່ນ ຈົ່ງພ້ອມກັນ ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຕີຖອຍທຸກ ປະກົດການຫຍໍ້ທໍ້ດ້ານຕ່າງໆທີ່ຈະເກີດຂຶ້ນກັບປະຊາຊົນ ແລະ ພະນັກງານ-ນັກຮົບບັນດາ ກົມກອງທ້ອງຖິ່ນ ເຊິ່ງຕິດພັນກັບການຄົ້ນຄ້ວາ ແລະ ປັບປຸງ ແບບແຜນວິທີເຮັດວຽກຂອງພະນັກງານໃນອົງການຈັດຕັ້ງ ພັກ-ລັດ ແລະ ການນໍາແຕ່ລະຂັ້ນລວມທັງຂອດການຈັດຕັ້ງປະຕິ ບັດ ວຽກງານການທະຫານທ້ອງຖິ່ນໃຫ້ຖືກຕ້ອງກັບການກໍ່ສ້າງ ທ່າ ສະໜາມ 3 ຂັ້ນ, ກໍຄືມະຕິ 3 ສ້າງຂອງພັກໃນໄຍລະຜ່ານມາ, ໂດຍຖືເອົາການສ້າງແຂວງເປັນ ຫົວໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ, ການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ຕິດພັນກັບການພັດທະນາຊົນນາບົດຮອບ ດ້ານ, ເພື່ອສ້າງໃຫ້ຄະນະນໍາຂັ້ນ ແຂວງ, ຂັ້ນເມືອງ, ອົງການຈັດ ຕັ້ງພັກ-ລັດ ແລະ ທະຫານທ້ອງຖິ່ນ ມີແນວຄິດການເມືອງໜັກແໜ້ນ, ມີລະບຽບວິໄນເຂັ້ມງວດ, ຮັບປະ ກັນເຮັດໃຫ້ສະພາບມີຄວາມສະຫງົບ, ປະຊາຊົນບັນດາເຜົ່າມີ ຊີວິດການເປັນຢູ່ດີຂຶ້ນ ແລະ ມີຄວາມສາມັກຄີປອງດອງ ເປັນ ປຶກແຜ່ນແໜ້ນໜາ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.

ປີນີ້ ບໍ່ມີການປະກວດເຮືອໄຟງາມ ໃນງານບຸນອອກພັນສາ ປະວໍລະນາ ທີ່ນະຄອນຫລວງວຽງຈັນ

0

ໃນໂອກາດບຸນອອກພັນສາ ປະວໍລະນາ ປະຈຳປີ ຄສ 2020 ທີ່ທ່າວັດຈັນ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ເຊີ່ງຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 1-3 ຕຸລາ 2020 ຈະບໍ່ມີການປະກວດເຮືອໄຟງາມຄືທຸກປີຜ່ານມາ, ສ່ວນເຮືອທີ່ຈະເຂົ້າຮ່ວມແຂ່ງຂັນມີແຕ່ເຮືອກິລາຈຳນວນ 12 ລໍາ ເທົ່ານັ້ນ.

ທ່ານ ບຸນໜາ ຜາທຸມມະວົງ, ເຈົ້າເມືອງຈັນທະບູລີ, ໃຫ້ສໍາພາດວ່າ: ເພື່ອສືບຈັດຕັ້ງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ລັດຖະບານວາງອອກ. ການຈັດງານບຸນອອກພັນສາ ປະວໍລະນາ ທີ່ທ່າວັດຈັນ ປີນີ້ ແຕກຕ່າງຈາກທຸກປີຜ່ານມາ ເພາະປີນີ້ເນັ້ນຈັດເພື່ອຮັກສາຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຕາມທີ່ເຄີຍປະຕິບັດສືບທອດກັນມາເທົ່ານັ້ນ ເຮັດໃຫ້ກິດຈະກໍາພາຍ ໃນງານແມ່ນໜ້ອຍກ່ວາທຸກປີຜ່ານມາ ເພາະໄດ້ຕັດຫລາຍກິດຈະກໍາອອກ ເປັນຕົ້ນ: ຈະບໍ່ມີການປະກວດເຮືອໄຟງາມ ເພາະຈະມີເຮືອໄຟພຽງລໍາດຽວທີ່ຄະນະກໍາມະການຈັດງານສ້າງຂຶ້ນເທົ່ານັ້ນ. ສໍາລັບເຮືອທີ່ຈະເຂົ້າຮ່ວມແຂ່ງ ຂັນໃນມື້ສຸດທ້າຍ ຄື ວັນທີ 3 ຕຸລາ ຈະມີແຕ່ເຮືອກິລາ ຈຳນວນ 12 ລໍາເທົ່ານັ້ນ. ສ່ວນບັນດາຫ້າງຮ້ານທີ່ເຂົ້າຮ່ວມວາງສະແດງສິນຄ້າ ແລະ ຜະລິດຕະພັນຕ່າງຯ ລວມເຖີງອີກຫລາຍກິດຈະກໍາ ແມ່ນໜ້ອຍກ່ວາທຸກປີຜ່ານມາເຊັ່ນດຽວກັນ.

ເຈົ້າເມືອງຈັນທະບູລີ ໃຫ້ຮູ້ຕື່ມວ່າ: ໃນງານຄັ້ງນີ້ ໄດ້ກະ ກຽມແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງໄວ້ພຽງພໍແລ້ວ ພ້ອມນີ້ ໄດ້ແນະນໍາໃຫ້ບັນດາຫ້າງຮ້າງພາຍໃນງານກະກຽມນໍ້າຢາ ຫລື ເຈວລ້າງມືປະຈຳທຸກຮ້ານ.

ຢ່າງໃດກໍຕາມ ທ່ານໄດ້ຮຽກຮ້ອງໃຫ້ຜູ້ທີ່ຈະເດີນທາງເຂົ້າມາທ່ອງທ່ຽວໃນໂອ ກາດບຸນອອກພັນສາທີ່ທ່າວັດຈັນ, ນະຄອນຫລວງວຽງ ຈັນ ປີນີ້ ຈົ່ງມີສະຕິ ແລະ ນໍາຜ້າອັດປາກ-ດັງມາພ້ອມ ແລະ ຫລີກຫລ່ຽງການເຂົ້າໄປບ່ອນທີ່ມີຄົນແອອັດເກີນໄປ ເພື່ອປ້ອງກັນພະຍາດໂຄວິດ-19 ແລະ ຄວາມປອດໄພດ້ານຊີ ວິດ ແລະ ຊັບສິນຂອງຕົນເອງ ຕື່ມອີກ.

ໂດຍ: ບຸນຕຽງ ຈັນທະວົງ

ກອງພັນໃຫຍ່ 644 ປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ

0

ພິທີປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານເລຂາ-ຮອງ ເລຂາ, ຄະນະພັກ, ທົ່ວຄະນະພັກກອງພັນໃຫຍ່ 644 ໄດ້ຈັດ ຂຶ້ນໃນວັນທີ 29 ກັນຍານີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳສີ ພົມມະຈັນ ເລຂາຄະນະພັກ-ຫົວໜ້າການ ເມືອງກອງພັນໃຫຍ່ 644 ມີບັນ ດາສະຫາຍໃນຄະນະພັກ-ຄະ ນະບັນຊາ, ພະນັກງານຫຼັກແຫຼ່ງ, ຂັ້ນນຳພາ – ບັນຊາ, ຈາກພະແນກ ການ, ກົມກອງອ້ອມຂ້າງທົ່ວກອງພັນໃຫຍ່ 644 ເຂົ້າຮ່ວມ.

ສະຫາຍ ພັນໂທ ບຸນລົ້ນ ໄຊ ຍະລາດ ປະທານກວດກາພັກ- ຫົວໜ້າພະແນກການເມືອງໄດ້ ຜ່ານມະຕິຕົກລົງຂອງຄະນະ ພັກກອງພັນໃຫຍ່ 644 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງເລຂາ-ຮອງ ເລຂາໜ່ວຍພັກພະແນກການ, ກົມກອງອ້ອມຂ້າງກອງພັນໃຫຍ່ 644 ຕາມລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ X ໝວດ ທີ II ມາດຕາ 13 ວ່າດ້ວຍການ ບົ່ງ ຕົວແຕ່ງຕັ້ງ ແລະ ຍົກຍ້າຍ, ຕາມຄວາມຕ້ອງການໜ້າຂອງທີ່ການເມືອງ ແລະ ຕາມການ ຄົ້ນຄວ້າຂອງຄະນະພັກກອງພັນໃຫຍ່ 644 ເຫັນວ່າມີຄວາມຮູ້- ຄວາມສາມາດໃນການຈັດຕັ້ງຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກຄະນະພັກກອງພັນ ໃຫຍ່ 644 ຕົກລົງ ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ວິໄລພົງ ມະນີ ບົດ ຫົວໜ້າພະແນກເຕັກນິກເປັນເລຂາໜ່ວຍພັກ , ສະຫາຍ ພັນໂທ ສີພັນ ແກ້ວໄຊຄຳ ເປັນຮອງເລຂາໜ່ວຍພັກ, ສະຫາຍ ພັນໂທ ຄຳພຸດ ພັນຜິວ ຫົວໜ້າພະແນກ ບໍລິຫານ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ສົມຄວນ ສິດທິ ເດດ ເປັນຮອງເລຂາ, ສະຫາຍ ພັນຕີ ບົວພັນ ພິມພາວົງ ຫົວໜ້າ ຂະແໜງປະຫວັດສາດເປັນກຳ ມະການ , ສະຫາຍ ພັນຕີ ຕຸອິນແກ້ວ ບັນທະວົງ ຫົວໜ້າຂະ ແໜງບໍລິຫານເປັນກຳມະການ, ສະຫາຍ ພັນຕີ ໄຊສະຫວາດ ສໍສຸກັນ ເປັນຮອງເລຂາໜ່ວຍ ພັກພະແນກພະລາທິການ, ສະຫາຍ ຮ້ອຍເອກ ສົມພູວັນ ພົມພັກດີ ຫົວໜ້າຂະແໜງອຸປະ ໂພກເປັນກຳມະການຄະນະພັກ ຮາກຖານກອງພັນ 604 ສະຫາຍ ພັນຕີ ສີອຳໄພ ວົງພັກດີ ຮອງ ການທະຫານເປັນກຳມະການ, ສະຫາຍ ພັນຕີ ກິ່ວຄຳ ສິດຕິພົນ ເປັນກຳມະການ, ສະ ຫາຍ ພັນຕີ ແກ້ວ ວິໄລສັກ ນັນທະວົງ ເປັນ ກຳມະການໜ່ວຍພັກ ພະແນກ ເສນາທິການ, ສະຫາຍ ພັນໂທ ຄຳກິ່ງ ສີພັນເຄືອ ເປັນກຳມະ ການ. ຄະນະພັກຮາກຖານ ກອງພັນ 606 ສະຫາຍ ພັນຕີ ຄອງມາ ແກ້ວຄຳດີ ເປັນກຳມະ ການ, ສະຫາຍ ພັນຕີ ສີສຸກ ມະ ຫາວົງ ເປັນກຳມະກາ, ສະຫາຍ ຮ້ອຍເອກ ສຸວັນ ສີສຸລາດ ເປັນ ກຳມະການ ແລະ ບັນດາຄະນະ ພັກກອງຮ້ອຍຂຶ້ນກັບຄະນະ ພັກຮາກຖານຈຳນວນໜຶ່ງ .

ໂດຍ: ສົມສັກ ແກ້ວດວງດີ

ປກສແຂວງບໍລິຄຳໄຊ ປຸກເຮືອນໃຫ້ປະຊາຊົນ ຄອບຄົວອານະຖາ

0

ຕອນເຊົ້າວັນທີ 1 ຕຸລາ 2020 ນີ້ຊາວໜຸ່ມຕະລຸມບອນ ປກສ ແຂວງບໍລິຄຳໄຊ ຈຳນວນ 23 ສະຫາຍ ເຊິ່ງນຳພາໂດຍ ສະຫາຍ ພັນໂທ ກອງລະສັກ ສີສຸກລາດ ຄະນະປະຈຳຊາວໜຸ່ມແຂວງ ເລຂາຄະນະຮາກຖານຊາວໜຸ່ມ ປກສ ແຂວງ

ຮ່ວມກັບບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະມາຊິກຊາວໜຸ່ມຢູ່ບັນດາພະແນກການອ້ອມຂ້າງແຂວງ ໄດ້ອອກແຮງງານປຸກເຮືອນໃຫ້ປະຊາຊົນ ຄອບຄົວອານະຖາ, ຢູ່ບ້ານ ນ້ຳງ້ຽບ ເມືອງປາກຊັນ ແຂວງບໍລິຄຳໄຊ

ເພື່ອສ້າງຂະບວນການຂັບນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງພັກ ຂອງກຳລັງປະກອບອາວຸດ ໂດຍສະເພາະກໍ່ແມ່ນສ້າງຂະບວນການຂຳນັບຮັບຕ້ອນກອງປະຊຸມໃຫຍຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ 8 ທີ່ຈະໄຂຂື້ນໃນມໍ້ໆນີ້.

ລັດແຈ້ງ! ປັບຂຶ້ນລາຄານໍ້າມັນແອັດຊັງ ສ່ວນກາຊວນແມ່ນປັບລາຄາລົງ ເລີ່ມຕັ້ງແຕ່ເວລາ 6:00ໂມງ ຂອງວັນທີ 2ຕຸລາ 2020 ເປັນຕົ້ນໄປ.

0

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການສະບັບເລກທີ 0883/ອຄ.ກຄພນ; ລົງວັນທີ 1ຕຸລາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ. ເຊິ່ງການປັບລາຄາໃນຄັ້=ນີ້ ແອັດຊັງພິເສດ ປັບຂຶ້ນ 150 ກີບຕໍ່ລິດ, ແອັດຊັງທໍາມະດາ ປັບຂຶ້ນ 110 ກີບຕໍ່ລິດ, ສ່ວນກາຊວນ ເພີ່ມຄັງແຮ 20 ກີບຕໍ່ລິດ ແລະ ປັບລົງລາຄາ 100ກີບຕໍ່ລິດ.

ດ້ານການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0798/ກຄພນ.ຄສລ, ລົງວັນທີ 1 ຕຸລາ 2020 ຈົນກວ່າຈະມີການປ່ຽນແປງ.

ທັ້ງນີ້ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ່າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ. ແຈ້ງການສະບັບນີ້ ປ່ຽນແທນແຈ້ງການສພບັບເລກທີ 0850/ອຄ.ກຄພນ,ລົງວັນທີ 17 ກັນຍາ 2020.

ຂ່າວດີກາຊ່ວນລົງ ຂ່າວຮ້າຍແອັດຊັງຂຶ້ນ ເລີ່ມ 2 ຕຸລາ

0

ແຈ້ງການ: ປັບຂຶ້ນລາຄານ້ຳມັນແອັດພິເສດ ແລະ ທຳມະດາ,​ ສ່ວນນ້ຳມັນກາຊວນປັບລົງ. ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ປັບຂຶ້ນລາຄາເຊື້ອໄຟ ໂດຍປັບຂຶ້ນ ລາຄານ້ຳແອັດຊັງພິເສດ 150/ລິດ, ແອັດຊັງທຳມະດາ ປັບຂຶ້ນ 100 ກີບ/ລິດ ແລະ ປັບລົງ ນ້ຳມັນກາຊວນ 100 ກີບ/ລິດ ເລີ່ມປະຕິບັດເຊົ້າວັນທີ 2 ຕຸລາ 2020​ ນີ້ ໃນຂອບເຂດທົ່ວປະເທດ

.

.

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%

ເກີດເຫດ! ລົດໃຫຍ່ຕໍາລົດຈັກ ແລ້ວລົບໝີ

0

ວັນທີ 29/09/2020 ເວລາ 16 ໂມງທ31 ນາທີ ມີເຫດລົດໃຫຍ່+ລົດຈັກ(ຕຳແລ້ວໜີ)ຈຸດເກີດເຫດແມ່ນ ບ້ານໂພນທອງ ເມືອງແປກ ແຂວງຊຽງຂວາງ.

ມີຜູ້ໄດ້ຮັບບາດເຈັບຈຳນວນ 1 ຄົນ ເພດ ຍິງ ອາຍຸ 58ປີ ຢູ່ບ້ານ ໂພນທອງ ເມືອງແປກ ແຂວງ ຊຽງຂວາງ ອາການເບື້ອງຕົ້ນແມ່ນມີສະຕິດີ, ແຂນຫຼຸດ ແລະ ມີບາດແຜຖະຫຼອກຕາມຕົນໂຕ.

ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ຈິ່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນໃຫ້ຜູ້ໄດ້ຮັບບາດເຈັບ ແລະ ນຳສົ່ງໄປໂຮງໝໍແຂວງຊຽງຂວາງ.

ທໍ່ນໍ້າອາການໂຄມາ ຕັນແທ້ຕັນວ່າ-ສາເຫດນໍ້າຖ້ວມຂັງ

0

ນະຄອນຫຼວງວຽງຈັນ: ມາເບິ່ງແບບແຈ້ງໆ ສາເຫດກິ່ນເໝັນ ແລະ ນໍ້າຖ້ວມຂັງ ໃນຕົວເມືອງ ແມ່ນຍ້ອນສິ່ງເຫຼົ່ານີ້.

ວັນທີ 24-28 ກັນຍາ 2020 ຫ້ອງການ ຄຸ້ມຄອງ ແລະ ບໍລິຫານຕົວເມືອງ (ຄບຕ) ນະຄອນຫຼວງວຽງຈັນ ໄດ້ອະນາໄມລ່ວງຮ່ອງລະບາຍນຳ້ຖະໜົນສຸພານຸວົງແຕ່ຫນ້າໂຮງແຮມ ລາວເທລ (ເມີກ້ຽວ ເກົ່າ) ຫາ ຫນ້າຮ້ານຂາຍລົດຟອດ ເຊີ່ງມີຄວາມຍາວປະມານ 300 ແມັດ.

ວັນທີ 29 ກັນຍາ 2020 ຫ້ອງການ ຄບຕ ໄດ້ອະນາໄມລ່ວງຮ່ອງລະບາຍນຳ້ທາງເຂົ້າຫ້ອງການປົກຄອງເມືອງສີນາກ ແຕ່ໂຮງຮຽນ ວິຣິລາມົງແຕສໂຊຮີເຂົ້າໄປຫາຫ້ອງການປົກຄອງເມືອງ ເຊີ່ງມີຄວາມຍາວປະມານ 150 ແມັດ.

ເພື່ອແກ້ໄຂບັນຫານຳ້ຖ້ວມອັ່ງຂັງ ແລະ ຮັບປະກັນໃຫ້ນຳ້ໄຫຼສະດວກດີໃນເວລາຝົນຕົກ; ພ້ອມນີ້ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທີ່ອາໃສຢູ່ໃນນະຄອນຫລວງວຽງຈັນ ຈົ່ງເປັນເຈົ້າການຮ່ວມກັນໃນການຮັກສາຄວາມສະອາດ ໂດຍບໍຖີ້ມສີ່ງເສດເຫຼືອຕ່າງ2ຊະຊາຍ ແລະ ສີ່ງເສດເຫຼືອລົງຮ່ອງລະບາຍນຳ້.

ທີ່ມາ: ຄບຕ

.

.

.

.

.

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%

ຄະນະບໍລິຫານງານພັກແຂວງຫຼວງພະບາງ ຊຸດທີ່ VII ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ຢູ່ຄຸນງາມຄວາມດີຕໍ່ຜູ້ບຸນຄຸນຕໍ່ປະເທດຊາດ

0

ໃນໂອກາດທີ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ VIII ຈະດຳເນີນຂື້ນໃນລະຫວ່າງວັນທີ່ 2-3 ຕຸລາ 2020. ຄະນະບໍລິຫານງານພັກແຂວງຊຸດທີ VII ນຳໂດຍ ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມ ແລະ ກະຕ່າດອກໄມ້ຢູ່ອານຸສອນສະຖານຂອງປະທານ ໄກສອນ ພົມວິຫານ ແລະ ອານຸສອນສະຖານປະທານສຸພານຸວົງ

ໃນຕອນເຊົ້າວັນທີ 1 ຕຸລາ 2020 ເພື່ອລະນຶກເຖີງບຸນຄຸນ ຄຸນງາມຄວາມດີຂອງນັກຮົບປະຕິວັດກໍ່ຄືຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ເສຍສະຫຼະຊີວິດໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່.

ພາຍຫຼັງສຳເລັດການວາງພວງມາລາ ແລະ ກະຕ່າດອກໄມ້ ຜູ້ແທນກອງປະຊຸມໃຫຍ່ໄດ້ເຂົ້າເຊື່ອມຊືມກົດລະບຽບ ແລະ ວາລະຂອງການດຳເນີນກອງປະຊຸມ, ພ້ອມທັງເຂົ້າຮ່ວມຊົມການວາງສະແດງຮູບພາບຜົນງານການເຄື່ອນໄຫວຂອງພະແນກການ-ກົມກອງ ແລະ ຜະລິດຕະພັນສີໄມ້ລາຍມືຂອງສະຖາບັນການສຶກສາ ແລະ ຫົວໜ່ວຍທຸລະກິດພາຍໃນແຂວງຕື່ມອີກ.

ປກສແຂວງອັດຕະປື ສຶກສາອົບຮົມກຸ່ມມົ້ວສຸມຢາ ໃຫ້ກັບໂຕກັບໃຈກັບມາເປັນລູກທີ່ດີຂອງພໍ່ແມ່

0

ໃນຕອນເຊົ້າຂອງວັນທີ 29 ກັນຍາ 2020 ຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ແຂວງອັດຕະປື ໄດ້ສຶກສາອົບຮົມກຸ່ມມົ້ວສຸມເສບຢາເສບຕິດຈຳນວນ 4 ຄົນ ຢູ່ທີ່ສູນປີ່ນປົວ – ບຳບັດຜູ້ເຄາະຮ້າຍຈາກຢາເສບຕິດ ປກສ ແຂວງ.

ເຂົ້າຮ່ວມ ມີ: ທ່ານ ພັທ ວິລະໄຊ ສີບຸນເຮືອງ ຮອງຫ້ອງຕຳຫຼວດ ປກສແຂວງ, ມີເຈົ້າໜ້າທີ່ຕຳຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ, ເຈົ້າໜ້າທີ່ຕຳຫຼວດປະຈຳສູນ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານ ແລະ ຜູ້ປົກຄອງຂອງພວກກ່ຽວເຂົ້າຮ່ວມ.

ທ່ານ ຮອ ທະນົງໄຊ ຂຽວອາພອນ ຫົວໜ້າໜ່ວຍງານຫ້ອງການ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ ໄດ້ຍົກໃຫ້ເຫັນຜົນຮ້າຍຂອງຢາເສບຕິດທີ່ສົ່ງຜົນກະທົບຢ່າງຮ້າຍແຮງ ຕໍ່ຮ່າງກາຍຂອງຜູ້ທີ່ເສບຢາເສບຕິດ ແລະ ຍັງໄດ້ຍົກໃຫ້ເຫັນ ເຖິງມາດຕະການທາງດ້ານກົດໝາຍກ່ຽວກັບຄະດີຢາເສບຕິດ ເພື່ອໃຫ້ຜູ້ເຄາະຮ້າຍທີ່ຕົກເປັນເຫຍື່ອຂອງຢາເສບຕິດ ໄດ້ຮັບຮູ້, ເຂົ້າໃຈ ແລະ ເບື່ອໜ່າຍຕໍ່ພຶດຕິກຳບໍ່ດີທີ່ຜ່ານມາຂອງຕົນເອງ ແລ້ວກັບມາເປັນລູກທີ່ດີຂອງພໍ່ແມ່ ແລະ ເປັນພົນລະເມືອງດີຂອງສັງຄົມ.

ຈາກນັ້ນ, ທ່ານ ພັທ ວິລະໄຊ ສີບຸນເຮືອງ ກໍ່ໄດ້ໂອ້ລົມຕື່ມອີກ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຮັບຮູ້ ແລະ ເຂົ້າໃຈ ເຖິງໂທດໄພຂອງຢາເສບຕິດທີ່ມີຜົນກະທົບຕໍ່ຮ່າງກາຍ, ເຮັດໃຫ້ເສຍຊັບດັບທຶນ, ເສຍ ຊື່ສຽງກຽດຕິຍົດຂອງພໍ່ແມ່ຍາດພີ່ນ້ອງ, ອຳນາດການປົກຄອງ, ສ້າງຄວາມເດືອດຮອດໃຫ້ແກ່ສັງຄົມ ແລະ ຍັງເປັນການກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ – ສັງຄົມຂອງຊາດ. ດັ່ງນັ້ນ, ໃຫ້ທຸກຄົນຢຸດເຊົາພຶດຕິກຳທີ່ບໍ່ດີຂອງຕົນ ແລ້ວ ຫັນມາຊອກວຽກເຮັດງານທຳທີ່ຖືກຕ້ອງຕາມລະບຽບກົດໝາຍ ເພື່ອປັບປຸງຊີວິດການເປັນຢູ່ຂອງຕົນໃຫ້ດີຂື້ນເທື່ອລະກ້າວ.

ຕອນທ້າຍ ກໍໄດ້ເຊັນບັນທຶກ ເພື່ອເປັນຂໍ້ຜູກມັດ ໃຫ້ພວກກ່ຽວປ່ຽນແປງພຶດຕິກຳທີ່ບໍ່ດີຂອງຕົນ ແລ້ວມອບພວກກ່ຽວຄືນ ໃຫ້ພໍ່ແມ່ຜູ້ປົກຄອງ ແລະ ອຳນາດການປົກຄອງບ້ານ ສຶກສາອົບຮົມຕື່ມອີກ.