Home Blog Page 33

ກັບມາຄຶກຄື້ນ ພາຍຫຼັງບໍ່ໄດ້ຈັດມາ 2 ປີ

ບຸນຊ່ວງເຮືອທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ປີນີ້ ໄດ້ຈັດຂື້ນຢ່າງຄຶກຄື້ນ ພາຍຫຼັງມິດງຽບໄປ 2 ປີ.

ວັນທີ 26 ສີງຫາ 2022 ນີ້ ນະຄອນ ຫຼວງພະບາງ ໄດ້ຈັດບຸນຊ່ວງເຮືອປະເພນີປະຈໍາປີ 2022 ໃຫ້ກຽດເຂົ້າຊົມ ມີ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະ ຄອນ-ເມືອງ, ມວນຊົນທັງພາຍໃນ ແລະຕ່າງປະເທດ ຕາມແຄມຟັ່ງນ້ຳຄານ. ພິທີ ເລີ້ມແຕ່ຕອນເຊົ້າໄດ້ເຕົ້າໂຮມການນໍາພັກ-ລັດ ຊາວພຸດທະສາສະນິກະຊົນ, ແຂກ ທັງພາຍໃນ ແລະຕ່າງປະເທດ, ຕະຫຼອດຮອດປະຊາຊົນບັນດາເຜົ່າທຸກຖ້ວນໜ້າ ພ້ອມກັນໃສ່ບາດຢາດນ້ຳ ແລະປະກອບພິທີທາງສາສະໜາ, ຈາກນັ້ນ ໄດ້ມີການເຕົ້າໂຮມບັນດາເຮືອຊ່ວງທີ່ເຂົ້າແຂ່ງຂັນ ຢູ່ສາຍນ້ຳຄານເຂດທ່າປ່າເຝືອນ ຫາປາກນ້ຳຄານ ເພື່ອດຳເນີນການແຂ່ງ ຂັນຢ່າງເປັນທາງການ, ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ກ່າວເປີດພິທີຢ່າງເປັນທາງການວ່າ:

ເປັນປະຈຳທຸກປີ ພໍຮອດມື້ແຮມ 14 ຄໍ່າເດືອນ 9 ທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດໃຫ້ມີການຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດີນ, ອັນເປັນປາງບຸນໜື່ງ ທີ່ໄດ້ ສືບທອດກັນມາແຕ່ ສັດຕະວັດທີ່ 19 ໂດຍແມ່ນເຈົ້າມັນທາຕຸລາດ ກະສັດປົກຄອງອານາຈັກລາວລ້ານຊ້າງຫລວງພະບາງ ເປັນຜູ້ລິເລີ່ມ ແລະໄດ້ຮັບການສືບທອດມາເຖີງປັດຈຸ ບັນ ເປັນການສະແດງເຖີງ ພາລະກຳລັງ ຄວາມສາມັກຄີ ແລະບົດຮຽນ- ປະສົບ ການ ພ້ອມທັງເປັນການບູຊາພະຍານາກ ຕາມຮີດຄອງປະເພນີອັນດີງາມ ເພື່ອປົກປັກຮັກສາບ້ານເມືອງ ໃຫ້ມີຄວາມຈະເລີນຮຸ້ງເຮືອງ ແລະຢູ່ເຢັນເປັນສຸກຕະຫລອດໄປ.

ທ່ານກ່າວຕື່ມວ່າ: ບຸນຊ່ວງເຮືອທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ບໍ່ໄດ້ຈັດຂື້ນ 2 ປີຜ່ານມາ ເນື່ອງຈາກສະພາບການແຜ່ລະບາດ ຂອງພະຍາດໂຄວິດ 19 ສະເພາະປີນີ້ ອົງການປົກຄອງນະຄອນ ໄດ້ຮັບການອານຸຍາດຈາກອົງການປົກຄອງແຂວງ ໃຫ້ຈັດຂື້ນອີກຄັ້ງ ໂດຍມີເຮືອຊ່ວງຈາກບັນດາບ້ານພາຍໃນນະຄອນ ຫຼວງພະບາງ, ຕາງໜ້າຈາກເມືອງອ້ອມຂ້າງ, ພິເສດ ມີເຮືອຊ່ວງຈາກນະຄອນຫຼວງວຽງຈັນ ແລະແຂວງໄຊຍະບູລີ ເຂົ້າຮ່ວມແຂ່ງຂັນລວມທັງໝົດ 23 ລໍາ.ພາຍຫຼັງສຳເລັດການເປີດພິທີຢ່າງເປັນທາງການ ໄດ້ເລີ້ມການຕາມຕາຕະລາຄາດຄູ່ ໂດຍເລີ້ມຈາກເຮືອຊ່ວງນາງດຳ ນາງດ່ອນ ເປັນການເປີດສາກການແຂ່ງຂັນຕາມຮີດຄອງປະເພນີ, ສ່ວນການແຂ່ງຂັນຈະປະຕິບັດໃນຮູບແບບ ເສຍສອງຄັ້ງແລ້ວຂັດອອກ ພ້ອມທັງຈັດອັນດັບທີ່ ສ່ວນເຮືອທີ່ເສຍຄັ້ງໜື່ງ ແມ່ນສາມາດຊີງຂື້ນໄປເຖີງຮອບຊີງຊະນະເລີດ ໂດຍຈະດຳເນີນເປັນເວາ 1 ວັນຈືງຈະສຳເລັດ.

ແຫຼ່ງຂ່າວ: Lao National Radio

ລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງ

ເລີ່ມຈັດການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງ ຈີນ-ລາວ-ມຽນມາ-ໄທ ຄັ້ງທີ 120ວັນທີ 23 ສິງຫານີ້, ເຮືອບັງຄັບໃຊ້ກົດໝາຍຂອງຈີນ 3 ລຳໄດ້ອອກເດີນທາງຈາກທ່າກຳປັ່ນຂອງກິ່ງແຂວງສິບສອງພັ່ນນາ, ແຂວງຢູນນານ, ປະເທດຈີນ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ 120 ໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການ.ຕາມແຜນການເຄື່ອນໄຫວ, ພາຍໃນເວລາ 4 ວັນ 3 ຄືນ, ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດດັ່ງກ່າວ ໄດ້ສົ່ງກຳປັ່ນລວມ 5 ລຳເຂົ້າຮ່ວມການເຄື່ອນໄຫວຄັ້ງນີ້.

ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງຝ່າຍຕ່າງໆ ຈະປະຕິບັດຕາມຄວາມຮຽກຮ້ອງຕ້ອງການໃນການຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ, ນຳໃຊ້ຮູບການທີ່ບໍ່ສຳຜັດກັນເພື່ອດຳເນີນການເຄື່ອນໄຫວລາດຕະເວນບັງຄັບໃຊ້ກົດໝາຍຢູ່ບາງຕອນຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ແຫຼ່ງຂ່າວ: CRI

ຈັບສອງຜົວເມຍ ພ້ອມຜູ້ຮ່ວມຂະບວນ ຕົວະເດັກມາຂາຍບໍລິການທາງເພດ

ໃນວັນທີ 25 ກໍລະກົດ 2022 ຜ່ານມາ ເຈົ້າໜ້າທີ່ ປກສ ແຂວງຊຽງຂວາງ ໄດ້ຮັບແຈ້ງຈາກພົນລະເມືອງດີ ໄດ້ມີຄົນບໍ່ດີຕົວະຍົວະຫຼອກລວງ ເອົາເດັກຕໍ່າກວ່າ 18 ປີ ມາຂາຍບໍລິການທາງເພດ.

ເມື່ອລົງກວດກາພົບວ່າແມ່ນແທ້ ແລະ ຈັບຜູ້ກະທຳຜິດໄດ້ສອງຄົນ ຄື ນາງ ດວງຈັນ ອາຍຸ 44 ປີ ແລະ ທ້າວ ບຸນ ອາຍຸ 53 ປີ ຜົວ-ເມຍ ທັງສອງເປັນຜົວເມຍກັນ ຢູ່ບ້ານນາໂອ ເມືອງແປກ ແຂວງຊຽງຂວາງ ແລະ ພົບຜູ້ເສຍຫາຍຈຳນວນ 4 ຄົນ ອາຍຸຕໍ່າກວ່າ 18 ປີ ຖືກຕົວະມາຈາກເມືອງໂພນໄຊ ແຂວງຫຼວງພະບາງ.

ດັ່ງນັ້ນ, ເຈົ້າໜ້າທີ່ຈິ່ງ ໄດ້ກັກຕົວຜູ້ກະທຳຜິດທັງສອງຈັບຜົວ-ເມຍ, ທັງສອງສາລະພາບວ່າ: ໄດ້ເຮັດແທ້ ແລະ ມີຜູ້ຮ່ວມຂະບວນການຢູ່ ເມືອງໂພນໄຊ ແຂວງຫຼວງພະບາງ ເຊິ່ງທາງນັ້ນໄດ້ຕິດຕໍ່ມາຫາວ່າ ມີຍິງສາວ 4 ຄົນ ຕ້ອງການຢາກເຮັດວຽກ, ໂດຍໄດ້ຕົວະວ່າຈະໃຫ້ມາຂາຍເຄື່ອງດື່ມ ແລະ ຈະໃຫ້ເງິນ 1.000.000 ກີບຕໍ່ເດືອນ ເມື່ອຕົກລົງກັນໄດ້ແລ້ວທາງຜູ້ຮ່ວມຂະບວນການ ກໍໄດ້ມາສົ່ງຢູ່ທີ່ເມືອງພູກູດ ແຂວງຊຽງຂວາງ.

ເມື່ອມາຮອດຮ້ານ, ນາງ ດວງຈັນກໍໄດ້ບັງຄັບໃຫ້ຍິງສາວຮັບແຂກ ແຕ່ຜູ້ເສຍຫາຍບໍ່ຍອມ.

ທັງສອງຜົວເມຍກໍໄດ້ຮັບໂທດຕາມກົດໝາຍ ຕັດອິດສະລະພາບ ຜູ້ລະ 15 ປີ ພ້ອມປັບໃໝ ຜູ້ລະ 100.000.000 ກີບ ສ່ວນຜູ້ຮ່ວມຂະບວນການກໍໄດ້ຮັບໂທດ.

ຂ່າວ: ປກສ ແຂວງຊຽງຂວາງ

ຍີ່ປຸ່ນ ຊ່ວຍເຫລືອພາຫະນະເພື່ອນຳໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ

ລັດຖະບານຍີ່ປຸ່ນ ຊ່ວຍເຫລືອພາຫະນະເພື່ອນຳໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ

ພິທີມອບ-ຮັບພາຫະນະ ແລະ ອຸປະ ກອນຊ່ວຍເຫລືອລ້າຈາກ ລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການນອກໂຄງການ ເພື່ອນຳໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ໄດ້ຈັດຂຶ້ນວັນທີ 24 ສິງຫາ 2022 ທີ່ສາງເຄື່ອງອຸປະໂພກ- ບໍລິໂພກ (ດົງໝາກຄາຍ) ກ່າວມອບໂດຍທ່ານ ໂຄບະຍະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາລາວ ກ່າວຮັບໂດຍທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ມີບັນດາທ່ານ ທ່ານຜູ້ປະສານງານຄະນະກໍາມະການຄຸ້ມຄອງໄພພິບັດ ຫົວໜ້າພະແນກ ຮອງພະແນກ ຮສສ ແຂວງ ເຂົ້າຮ່ວມ.

ໂດຍປະຕິບັດຕາມເອກະສານໂຄງການແລກປ່ຽນລະຫວ່າງລັດຖະບານ ສປປ ລາວ ແລະ ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມອບໃຫ້ ກະຊວງ ຮສສ ຕາງໜ້າລັດຖະບານໃນການລົງນາມຮັບເອົາການຊ່ວຍເຫລືອ ເຊິ່ງເປັນໂຄງການຊ່ວຍເຫລືອນອກໂຄງການ ກົມສັງຄົມສົງເຄາະໃນນາມຕາງໜ້າກະຊວງ ຮສສ ປະສານສົມທົບກັບ ແລະ ບໍລິສັດ ຄຣາວ (Crown Agents) ເຊິ່ງເປັນບໍລິສັດ ທີ່ລັດຖະບານຍີ່ປຸ່ນມອບໃຫ້ເປັນຜູ້ຕາງໜ້າລັດຖະບານຍີ່ປຸ່ນ ໃນການຈັດຊື້ພາຫະນະ-ອຸປະກອນກຽມພ້ອມ ແລະ ຕອບໂຕ້ໄພພິບັດພາຍໃຕ້ໂຄງ ການຊ່ວຍເຫລືອນອກໂຄງການ ມູນຄ່າທັງໝົດ 1 ຕື້ເຢັນ; ໃນນັ້ນ, ມີລົດກະບະໂຟວິນ 20 ຄັນ ພ້ອມອາໄຫລ່ 20 ຊຸດ, ລົດໂຮງໝໍ ໂຟວິນ 11 ຄັນ ພ້ອມອາໄຫລ່ 6 ຊຸດ ລົດບັນທຸກເຄື່ອງຊ່ວຍເຫລືອ 18 ຄັນ ພ້ອມອາໄຫລ່ 18 ຊຸດ, ລົດໂຟກລິບ 2 ຄັນ ພ້ອມອາ ໄຫລ່ 2 ຊຸດ, ເຕັ້ນຊຸມຊົນ 30 ດາງ ພ້ອມອາໄຫລ່ 30 ຊຸດ, ຜ້າບັດ 200 ຜືນ, ເຕັ້ນຄອບຄົວ 300 ດາງ ພ້ອມອາໄຫລ່ 300 ຊຸດ, ເຮືອກູ້ໄພ 100 ລໍາພ້ອມອາໄຫຼ່ 100 ຊຸດ, ຈັກຕິດທ້າຍເຮືອ 100 ຊຸດ, ລໍ້ລາກເຮືອ 52 ຄັນ, ເຄື່ອງກອງນໍ້າແບບຕິດລົດບັນທຸກ 3 ຄັນ ພ້ອມອາໄຫລ່ສໍາຮອງ, ເຄື່ອງກອງນໍ້າຄົບຊຸດ 2 ຊຸດ, ເຄື່ອງກອງນໍ້າແບບຄົວເຮືອນ 300 ອັນ ພ້ອມໃສ້ກອງນໍ້າສໍາຮອງ 600 ຊຸດ, ລົດຈັກ 5 ຄັນ.

ບັນດາພາຫະນະ ແລະ ອຸປະກອນ ທີ່ກ່າວມານີ້ມີບາງພາຫະນະ ແລະ ອຸປະກອນ ແມ່ນໄດ້ສໍາເລັດໃນການປະມູນຈັດຊື້ ຈາກລັດຖະບານຍີ່ປຸ່ນ ແລະ ຍັງມີບາງພາຫະນະ ແລະ ອຸປະກອນຈຳນວນໜຶ່ງ ຍັງຢູ່ໃນຂະບວນການປະມູນຈັດຊື້ຂອງລັດຖະບານຍີ່ປຸ່ນ ແລະ ຈະໄດ້ສືບຕໍ່ໃນການຈັດຕັ້ງປະຕິບັດການຈັດຊື້ໃຫ້ສໍາເລັດໃນທ້າຍປີ.

ໂອກາດນີ້, ທ່ານນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນຢີ່ປຸ່ນ ທີ່ໄດ້ໃຫ້ ການຊ່ວຍເຫລືອໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະ ຫວ່າງປະຊາຊົນສອງຊາດລາວ-ຢີ່ປຸ່ນ ໃຫ້ນັບມື້ງອກງາມຂຶ້ນເລື້ອຍໆ; ພ້ອມທັງຢືນຢັນ ຈະປົກປັກຮັກສາ ແລະ ນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ໃຫ້ເກີດປະ ໂຫຍດສູງສຸດ. ຈາກນັ້ນ, ທ່ານລັດຖະ ມົນ ຕີ ຮສສ ໄດ້ມອບຕໍ່ໃຫ້ພະແນກ ຮສສທົ່ວປະເທດ ແລະ ຂະແໜງການກ່ຽວຂ້ອງອີກດ້ວຍ.

ຂ່າວ-ພາບ: ສຸກສະຫວັດ, Lao National Radio

6 ເດືອນຕົ້ນປີ ຕມ ດ່ານສາກົນຂົວມິດຕະພາບ 3 ມີຄົນເຂົ້າ-ອອກ 66.082 ຄົນ

ທ່ານ ພັຕ ສຸກທອງ ວົງສາ ຫົວໜ້າ ຕມ ປະຈໍາດ່ານສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2022 ວ່າ: ພາຍທີ່ລັດຖະບານໄດ້ເປີດປະເທດເຕັມຮູບແບບໃນວັນທີ 9 ພຶດສະພາ 2022 ທາງຄະນະດ່ານ ຕມ ພວກເຮົາໄດ້ມີຄວາມພ້ອມ ແລະ ໄດ້ປຶກສາຫາລືເປັນເອກະພາບກັນເພື່ອຈັດຕັ້ງສ້າງແຜນວຽກວິຊາສະເພາະຄື: ໄດ້ຈັດວາງບຸກຄະລາກອນເຂົ້າໃນແຕ່ລະໜ່ວຍງານເພື່ອຈັດຕັ້ງປະຕິບັດວຽກງານວິຊາສະເພາະເປັນຕົ້ນແມ່ນການຈໍ້າແຈ້ງເອກະສານ, ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ອໍານວຍຄວາມສະດວກໃນການເຂົ້າ-ອອກເມືອງຂອງຄົນ ແລະ ພາຫະນະ, ໄດ້ກວດກາເຄື່ອງມືອີເລັກໂຕຣນິກຄອມພີວເຕີໃຫ້ຮັບປະກັນໃຊ້ງານໄດ້ປົກກະຕິເພື່ອອໍານວຍຄວາມສະດວກໃນການເຂົ້າ-ອອກເມືອງຢ່າງວ່ອງໄວ ແລະ ທັນເວ ລາ, ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນດ່ານ ແລະ ອ້ອມຂ້າງບໍລິເວນດ່ານໃຫ້ມີຄວາມສະຫງົບປອດໄພຮັບປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ.

ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າໃນໄລຍະ 6 ເດືອນຕົ້ນປີຜ່ານມາສາມາດຄຸ້ມຄອງ, ຕິດຕາມ, ກວດກາ ແລະ ອໍານວຍຄວາມສະດວກຂອງຄົນ, ພາຫະນະເຂົ້າ-ອອກເມືອງຢ່າງຖືກຕ້ອງຕາມຂັ້ນຕອນ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ໄດ້ກໍານົດໄວ້ພາຍໃນ 6 ເດືອນມີຄົນເຂົ້າ-ອອກຜ່ານດ່ານຈໍານວນທັງໝົດ 66.082 ຄົນ ຍິງ 2.443 ຄົນ, ເດັກ 291 ຄົນ, ກວດກາພາຫະນະເຂົ້າ-ອອກໄດ້ທັງໝົດ 59.958 ຄັນ.

ທ່ານ ພັຕ ສຸກທອງ ວົງສາ ໄດ້ກ່າວຕື່ມອີກວ່າ: ສໍາລັບທິດທາງແຜນການ 6 ເດືອນທ້າຍປີ 2022 ແມ່ນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານກວດຄົນເຂົ້າ-ອອກເມືອງຕາມຄໍາແນະນໍາ, ຕາມແຈ້ງການຂອງຂັ້ນເທິງ ແລະ ຕາມແຜນທີ່ໄດ້ກໍານົດໄວ້, ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານດ້ວຍຫຼາຍຮູບຫຼາຍວິທີການ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ສັບຊ້ອນບຸກຄະລາກອນເຂົ້າໃນວຽກງານກວດຄົນເຂົ້າ-ອອກເມືອງພ້ອມທັງຂຶ້ນແຜນເປີດຝຶກອົບຮົມວຽກງານກວດຄົນເຂົ້າ-ອອກເມືອງໃຫ້ເຈົ້າໜ້າທີ່ ຕມ ປະຈໍາດ່ານ .

ທ່ານ ຍັງໄດ້ຮຽກຮ້ອງໃຫ້ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການ, ນັກທຸລະກິດຕະຫຼອດຮອດປະຊາຊົນລາວ, ຊາວຕ່າງດ້າວ ແລະ ຕ່າງປະເທດຜູ້ທີ່ຈະເດີນທາງເຂົ້າ-ອອກຜ່ານດ່ານສາກົນຂົວມິດຕະພາບ 3 ແຫ່ງນີ້, ໃຫ້ກວດກາເອກະສານເດີນທາງຂອງທ່ານໃຫ້ຄົບສາກ່ອນເປັນຕົ້ນແມ່ນໜັງສືຜ່ານແດນ, ປຶ້ມຜ່ານແດນ, ເອກະສານລົດ, ບັດສັກວັກຊິນ ແລະ ອື່ນໆພ້ອມທັງເອົາໃຈໃສ່ປະຕິບັດຕາມລະບຽບການເຂົ້າ-ອອກເມືອງ ແລະ ມາດຕະການຂອງຂັ້ນເທິງວາງອອກແຕ່ລະໄລຍະຢ່າງເຂັ້ມງວດ.

ແຫຼ່ງຂ່າວ: ປະຊາຊົນ (ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ປ່ອຍລີງ ຄືນສູ່ປ່າໄມ້ທຳມະຊາດ

ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງງອຍ ປ່ອຍລີງ ຄືນສູ່ປ່າໄມ້ທຳມະຊາດ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງງອຍ ຈັດພິທີປ່ອຍ ປະເພດລີງ ຈຳນວນ 2 ໂຕ (ສັດປ່າຫວງຫ້າມ) ຄືນສູ່ທໍາມະຊາດ ຜານາງນອນ ໂດຍມີ ທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງງອຍ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ ແລະ ອົງການປົກຄອງບ້ານໜອງຂຽວ ເຂົ້າຮ່ວມ. ທ່ານ ບຸນທັນ ວົງໄພບຸນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ລາຍງານວ່າ:

ພາຍຫລັງໄດ້ຮັບຂໍ້ມູນວ່າ ມີປະຊາຊົນຈໍານວນໜຶ່ງ ມີສັດປ່າປະເພດຫວງຫ້າມ ໄວ້ຄອບຄອງທີ່ຜິດກົດໝາຍ, ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຈຶ່ງໄດ້ປະສານສົມທົບກັບ ກອງກວດກາປ່າໄມ້ແຂວງຫລວງພະບາງ ດຳເນີນການສຶກສາອົບຮົມ ປະຊາຊົນຜູ້ທີ່ໄດ້ຄອບຄອງ ລີງ ຈຳນວນ 2 ໂຕ ເຊິ່ງເປັນໂຕຜູ້ ແລະ ໂຕແມ່ ສົ່ງຄືນພາກສ່ວນກ້ຽວຂ້ອງ ເພື່ອຈະໄດ້ນໍາໄປປ່ອຍຄືນສູ່ທໍາມາຊາດ.

ໂອກາດນີ້, ທ່ານ ບຸນເມືອງ ໄຊຍະສິດ ໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ້ຽວຂ້ອງ ສືບ ຕໍ່ເອົາໃຈໃສ່ລົງກວດກາ ການລັກລອບລ່າສັດ ແລະ ຊື້ຂາຍສັດປ່າ ທີ່ຜິດກົດໝາຍຢ່າງເປັນປົກກະຕິ, ທັງເອົາໃຈໃສ່ຄຸ້ມຄອງ ແລະ ອະນຸລັກສັດປ່າປະເພດຫວງຫ້າມ, ດ້ວຍການປະຕິບັດບັນດາ ຂໍ້ກຳນົດ, ກົດລະບຽບ, ກົດໝາຍ ກ່ຽວກັບການຫ້າມລ່າສັດນ້ຳ-ສັດປ່າ ທີ່ຫວງຫ້າມ, ສ້າງສະຕິປົກປັກຮັກສາປ່າໄມ້, ສັດນໍ້າ-ສັດປ່າ ແລະ ສິ່ງແວດລ້ອມໃຫ້ແກ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ທັງເປັນເຈົ້າການມີສ່ວນຮ່ວມ, ເຮັດໃຫ້ທຳມະຊາດມີຄວາມອຸດົມສົມບູນ ດ້ານສັດນ້ຳ-ສັດປ່າ ເພື່ອໄວ້ໃຫ້ຄົນຮຸ່ນໃໝ່ໄດ້ສຶກສາ ຫາຄວາມຮູ້.

ຂ່າວ-ພາບ: ຂປລ

ມອບເຄື່ອງ CT Scanner ໃຫ້ໂຮງໝໍມິດຕະພາບ

ໃນວັນທີ 23 ສີງຫາ 2022, ໄດ້ຈັດພິທີມອບເຄື່ອງ CT Scanner ໃຫ້ໂຮງໝໍມິດຕະພາບ

ເລີ່ມແຕ່ທ້າຍປີ 2019 ໄດ້ມີການແຜ່ລະບາດ ແລະ ຂະຫຍາຍຕົວເປັນວົງກວ້າງ ຢູ່ໃນພາກພື້ນ ແລະ ທົ່ວໂລກ ໂດຍສະເພາະຢູ່ ສປປ ລາວ ກໍ່ໄດ້ຮັບຜົນກະທົບດັ່ງກ່າວ ຊຶ່ງໄດ້ເຮັດໃຫ້ປະຊາຊົນລາວຕິດເຊື້ອພະຍາດ ແລະ ເສຍຊີວິດ ມີຄົນເຈັບມາກວດ ແລະ ນອນປິ່ວປົວຢູ່ໂຮງໝໍໃນແຕ່ລະມື້ເປັນຈຳນວນຫລວງຫລາຍ ເຮັດໃຫ້ການຮອງຮັບຂອງບັນດາໂຮງໝໍ ໄດ້ນຳໃຊ້ສະຖານທີ່ລັດຖະການ, ໂຮງຮຽນ ເປັນບ່ອນຈຳກັດບໍລິເວນ ແລະ ປິ່ນປົວຄົນເຈັບທີ່ເປັນພະຍາດໂຄວິດ-19.

ມາຮອດປະຈຸບັນ ເຫັນໄດ້ວ່າທ່າອ່ຽງຂອງການເກີດລະບາດ ແມ່ນຫລຸດລົງ ແຕ່ກໍ່ຍັງບໍ່ໝົດໄປເທື່ອ ສະນັ້ນ ພວກເຮົາທຸກຄົນ ຕ້ອງໄດ້ສືບຕໍ່ປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດໄດ້ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ການໃສ່ຜ້າອັດປາກອັດດັງ, ລ້າງມືດ້ວຍສະບູ, ເຈວ ຫລື ເຫຼົ້າ 70 ແລະ ສືບຕໍ່ສັກວັກຊີນປ້ອງກັນໂຄວິດ-19 ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ໃນຂອບເຂດທົ່ວປະເທດ,

ຍ້ອນເຫັນຄວາມສຳຄັນດັ່ງກ່າວ ເພື່ອຕອບສະໜອງການບໍລິການຂອງໂຮງໝໍໃຫ້ດີຂື້ນ ກະຊວງສາທາລະນະສຸກ ພາຍໃຕ້ການສະໜັບສະໜູນທຶນ ຈາກທະນາຄານພັດທະນາອາຊີ ADB ຈຶ່ງໄດ້ພິຈາລະນາອະນຸມັດໃຫ້ມີການຈັດຊື້ເຄື່ອງສ່ອງ CT Scanner ຈຳນວນ 1 ຊຸດ ພ້ອມດ້ວຍອຸປະກອນຄົບຊຸດ ລວມມູນຄ່າ 648,880 ໂດລາສະຫາລັດ ທັງນີ້ກໍ່ເພື່ອໃຫ້ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ ໃນການບົ່ງມະຕິ ແລະ ປິ່ນປົວໃຫ້ມີປະສິດທິຜົນ, ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຜູ້ອຳນວຍການໂຮງໝໍມິດຕະພາບ, ຫ້ອງການກະຊວງ, ກົມ ແລະ ແຂກທີ່ຖືກເຊີນກໍ່ໄດ້ເຂົ້າຮ່ວມ.

ແຫຼ່ງຂ່າວ: ສູນຂ່າວສານການແພດສຸຂະສຶກສາ

ພາສີປະຈໍາດ່ານສາກົນ ຂົວມິດຕະພາບ 3 ເກັບລາຍຮັບໄດ້ 42,43%

ຕາມການລາຍງານຈາກ ທ່ານ ນາງ ກິນນາລີ ທໍາມະວົງ ຮອງຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 3 ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ດ່ານພາສີສາກົນ ຂົວມິດຕະ ພາບ 3 ໄດ້ຮັບມອບໝາຍຈາກກະຊວງການເງິນ ກໍຄື ລັດຖະບານໃນການຈັດເກັບລາຍຮັບປີ 2022 ຈໍານວນ 412,7 ຕື້ກີບ.

ຜ່ານການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີ ສາມາດປະຕິບັດໄດ້ 175 ຕື້ກວ່າກີບ, ເທົ່າກັບ 42,43% ຂອງແຜນກາງປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີ 2021 ແມ່ນເທົ່າກັບ 118,22%. ສ່ວນລາຍຮັບທີ່ເກັບໄດ້ສ່ວນໃຫຍ່ ແມ່ນໄດ້ມາຈາກສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່ ເຊິ່ງກວມເອົາ 47,41% ຂອງລາຍຮັບທີ່ເກັບໄດ້, ສິນຄ້ານໍາເຂົ້າເສຍພາສີເພື່ອຊົມໃຊ້ພາຍໃນກວມເອົາ 45,75%, ຄ່າທໍານຽມຕ່າງໆກວມເອົາ 6,84% .

ທ່ານ ນາງ ກິນນາລີ ທໍາມະວົງ ຍັງໃຫ້ຮູ້ອີກວ່າ: ສໍາລັບຂໍ້ສະດວກໃນການຈັດ ຕັ້ງປະຕິບັດ ຍ້ອນມີການຊີ້ນໍາຈາກພາສີປະຈໍາແຂວງຄໍາມ່ວນ, ດ້ານວິຊາສະເພາະມີລະບຽບ, ກົດໝາຍ, ນິຕິກໍາຈາກກົມພາສີ, ກະຊວງການເງິນເປັນບ່ອນອີງ, ມີລະບົບການຈັດຕັ້ງຂອງດ່ານສາກົນ ທີ່ອໍານວຍຄວາມສະດວກໃນການບໍລິຫານ ເຮັດໃຫ້ຜູ້ປະ ກອບການຫັນມາໃຊ້ບໍລິການດ່ານພວກເຮົາ, ມີເຄື່ອງມືທັນສະໄໝໃນການຈັດເກັບ. ສ່ວນດ້ານຂໍ້ຫຍຸ້ງຍາກ ເຖິງວ່າເຮົາຈະມີລະບົບສາງ ເພື່ອບໍລິການສິນຄ້າເຂົ້າ-ອອກ ແຕ່ການ ນໍາໃຊ້ຕົວຈິງຍັງບໍ່ທັນໄດ້ສະດວກເຊັ່ນ: ສະຖານທີ່ກວດກາສິນຄ້າ, ສາງໃນຮົ່ມທີ່ຮັບປະ ກັນໃນການເກັບຮັກສາສິນຄ້າ, ການນໍາໃຊ້ລະບົບທັນສະໄໝສັນຍານບໍ່ແຮງພໍ, ເຄື່ອງມືສ່ວນຫລາຍແມ່ນນໍາໃຊ້ມາໄດ້ຫລາຍປີແລ້ວ.

ສໍາລັບທິດທາງແຜນການ 6 ເດືອນທ້າຍປີ 2022 ນີ້, ຕ້ອງໄດ້ເຮັດວຽກງານແນວຄິດກັບອ້າຍນ້ອງເຈົ້າໜ້າທີ່ຕື່ມ ເປັນຕົ້ນ ການເຜີບແຜ່ບັນດານິຕິກໍາຕ່າງໆທີ່ສໍາຄັນ ແລະ ຕິດພັນກັບການຈັດເກັບລາຍຮັບໃນໄລຍະປັດຈຸບັນ ເປັນຕົ້ນ ຄໍາສັ່ງແນະນໍາ 4490/ກງ ແລະ ແຈ້ງການ 4491/ກງ ວ່າດ້ວຍການອໍານວຍຄວາມສະດວກໃຫ້ແກ່ບໍລິ ສັດ ທີ່ໄດ້ມາດຕະຖານ AEO ໃຫ້ມີຄວາມສະດວກ, ວ່ອງໄວກວ່າບໍລິສັດທົ່ວໄປ, ປະ ສານກັບພາກສ່ວນກ່ຽວຂ້ອງ ເພື່ອອໍານວຍຄວາມສະດວກໃຫ້ຜູ້ປະກອບການ ໄດ້ມານໍາໃຊ້ດ່ານພວກເຮົາຫລາຍຂຶ້ນ.ປັດຈຸບັນ, ການໄປມາຜ່ານດ່ານສາກົນຂົວມິດຕະພາບ 3 ແມ່ນນໍາໃຊ້ເຄື່ອງມືທີ່ທັນສະໄໝ, ການບໍລິການຂອງເຈົ້າໜ້າທີ່ກໍໄດ້ມີຄວາມສະດວກ, ວ່ອງໄວ ເປັນຕົ້ນ ການຈ່າຍຄ່າທໍານຽມ ແລະ ການບໍລິການຜ່ານເຂົ້າ-ອອກດ່ານ ແມ່ນຈ່າຍເຂົ້າໃນລະບົບທີ່ທັນສະໄໝ, ສ່ວນສິນຄ້າ, ເຄື່ອງຂອງທີ່ຜູ້ໂດຍສານຊື້ຕິດຕົວເຂົ້າມາ ຖ້າມູນຄ້າບໍ່ເກີນທີ່ກົດໝາຍກໍານົດໄວ້ ກໍຈະໄດ້ຮັບນະໂຍບາຍດ້ານພາສີ.

ແຫຼ່ງຂ່າວຈາກ: ຂປລ

ນໍາໃຊ້ເສັ້ນທາງເບຕົງທາງເຂົ້າວັດນາຄານິມິດໂພນສັນ ເມືອງທ່າພະບາດ, ແຂວງບໍລິຄໍາໄຊ

ພິທີ ເປີດນໍາໃຊ້ເສັ້ນທາງເບຕົງທາງເຂົ້າວັດນາຄານິມິດໂພນສັນ ໄດ້ຈັດຂຶ້ນໃນວັນທີ 23 ສິງຫາ 2022 ນີ້ ຢູ່ບ້ານທ່າໂພນສັນ ເມືອງທ່າພະບາດ, ແຂວງບໍລິຄໍາໄຊ

ໃຫ້ກຽດເຂົ້າຮ່ວມເປີດພິທີໃນຄັ້ງນີ້ ໂດຍທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ມີບັນດາທ່ານ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຕ່າງໜ້າຈາກພາກສ່ວນອົງການຈັດຕັ້ງພັກ-ລັດ, ແຂກທີ່ມີກຽດ, ນັກທຸລະກິດ ຕະຫຼອດຮອດ ປະຊາຊົນ ເຂົ້າຮ່ວມ.

.

.

ພິທີທໍາລາຍພືດຜັກນໍາເຂົ້າຜິດລະບຽບ ຈໍານວນ 3.914 ກິໂລກຣາມ

ເຈົ້າໜ້າທີ່ພາສີ ຮ່ວມກັບເຈົ້າຫນ້າທີ່ກັກກັນພືດ ປະຈໍາດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຈັດພິທີທໍາລາຍພືດຜັກນໍາເຂົ້າຜິດລະບຽບ ຈໍານວນ 3.914 ກິໂລກຣາມ ຂຶ້ນວັນທີ 22 ສິງຫາ 2022 ຢູ່ສະຖານີກັກກັນພືດດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ພັນໂທ ກິດອນ ກິວົງໄຊ ຮອງຫົວຫນ້າຄະນະຄຸ້ມຄອງດ່ານ ຫົວຫນ້າດ່ານຕໍາຫຼວດກວດຄົນເຂົ້າເມືອງດ່ານສາກົນຂົວມິດພາບລາວ-ໄທ ແຫ່ງທີ 1 ວຽງຈັນ-ຫນອງຄາຍ ທ່ານ ຫນຽວຄໍາ ຄໍາມີນາທີ ຫົວຫນ້າຂະແຫນງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍຕາງຫນ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວັນນາ ຄໍາໂພໄຊ ຫົວຫນ້າຫນ່ວຍງານປ້ອງກັນພືດປະຈໍາດ່ານຂົວມິດພາບລາວ-ໄທ ແຫ່ງທີ 1 ລາຍງານວ່າ: ໃນວັນທີ 18 ສິງຫາ 2022 ເຈົ້າຫນ້າທີ່ກັກກັນພືດສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ໄດ້ເຮັດບົດບັນທຶກມອບ-ຮັບສິນຄ້າກະສິກໍາທີ່ສາມາດຄວບຄຸມໄດ້ຈາກການ ນໍາເຂົ້າຜິດລະບຽບ ເຊິ່ງເຈົ້າຫນ້າທີ່ກັກກັນພືດໄດ້ປະສານສົມທົບກັບເຈົ້າຫນ້າພາສີສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ສາມາດກວດກາ ແລະ ກັກສິນຄ້າປະເພດຜັກນໍາເຂົ້າ ໂດຍລັກລອບເຂົ້າມານໍາດ້ວຍລົດໂດຍສານລະຫວ່າງປະເທດ ສາຍອຸດອນ-ວຽງຈັນ ສາມາດປູກພືດຜັກໄດ້ ເຊັ່ນ: ຜັກບົ່ວ ຫມາກເລັ່ນ ຫມາກບວບ ຫອມປ້ອມ ຫມາກແຕງ ຜັກກາດ ແລະ ພືດຜັກອື່ນໆ ລວມທັງຫມົດ 3.914 ກິໂລກຣາມ ມູນຄ່າ 1.274 ໂດລາສະຫະລັດ ຫຼືປະມານ 19 ລ້ານກີບ ໃນນີ້ ແມ່ນປະເພດພືດຜັກນໍ ເຂົ້າມາຜິດລະບຽບ ບໍ່ມີເອກະສານກ່ຽວຂ້ອງທາງດ້ານກັກກັນພືດ ເປັນຕົ້ນ ບໍ່ມີໃບອະນຸຍາດນໍາເຂົ້າ ແລະ ໃບຢັ້ງຢືນສຸຂະນາໄມພືດຈາກປະເທດຕົ້ນທາງ ເປັນການລະເມີດຕໍ່ກົດຫມາຍປ້ອງກັນພືດ ແລະ ກັກ. ກັນພືດ ຫມວດທີ 1 ວ່າດ້ວຍການນໍາເຂົ້າ ໃນມາດຕາ 33 ຫາ 84 ວ່າດ້ວຍເອກະສານທີ່ຕ້ອງແຈ້ງ ແລະ ກວດກາກ່ອນການນໍາເຂົ້າ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊ່ວຍວຽກງານຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ ພາຍໃນປະເທດ ແລະ ຄຸ້ມຄອງນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ສະບັບເລກທີ 4360/ກປ.ນວ

ດັ່ງນັ້ນ ເຈົ້າຫນ້າທີ່ກ່ຽວຂ້ອງຈຶ່ງໄດ້ປະຕິບັດ ຕາມລະບຽບການທຸກຂັ້ນຕອນໃຫ້ຖືກຕ້ອງ ສອດຄ່ອງ ແລະ ໂປ່ງໄສ.

ໃນປີ 2022 ດ່ານກັກກັນພືດສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ກໍຄືເຈົ້າຫນ້າທີ່ກັກກັນພືດ ສາມາດທໍາລາຍພືດຜັກທີ່ລັກລອບນໍາເຂົ້າ ຜິດລະບຽບໄດ້ 2 ຄັ້ງ ໂດຍຄັ້ງທີ 1 ລະຫວ່າງເດືອນມີນາ 2022 ໄດ້ຢືດທໍາລາຍພືດພັກ 1.578 ກິໂລກຣາມ ມູນຄ່າ 848 ໂດລາສະຫະລັດ ແລະ ຄັ້ງຫຼ້າສຸດໃນເດືອນສິງຫາ 2022 ນີ້.

ຂໍ້ມູນ ແລະ ຮູບພາບ: ວຽງຈັນໃໝ່