Home Blog Page 43

ໄລ່ຊອກນຳຈັບການເຄື່ອນໄຫວຫາປາ ດ້ວຍວິທີການໃຊ້ໝໍ້ໄຟຊ໋ອດຢູ່ນໍ້າງື່ມ

0

ປກສ ເມືອງປາກງື່ມ ໄລ່ຊອກນຳຈັບການເຄື່ອນໄຫວຫາປາ ດ້ວຍວິທີການໃຊ້ໝໍ້ໄຟຊ໋ອດຢູ່ນໍ້າງື່ມ

ຕາມການລາຍງານຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 15 ກໍລະກົດ 2022 ກອງບັນຊາການ ປກສ ເມືອງປາກງື່ມ ໄດ້ຮັບແຫຼ່ງຂ່າວຈາກປະຊາຊົນຜູ້ຫວັງດີ ວ່າມີກຸ່ມຄົນບໍ່ດີໄດ້ເຄື່ອນໄຫວຫາປາ ດ້ວຍວິທີນຳໃຊ້ໝໍ້ໄຟຊ໋ອດປາຢູ່ຕາມນໍ້າງື່ມເຂດບ້ານຝັງແດງ.

ຫຼັງຈາກໄດ້ມີຂໍ້ມູນ ຈຶ່ງໄດ້ລົງຕິດຕາມເລາະລຽບຕາມລຳນໍ້າງື່ມ ຕົກມາເຖິງເວລາ 3:00 ໂມງເຊົ້າ ຂອງວັນທີ 16 ກໍລະກົດ 2022 ໄດ້ພົບເຫັນເຮືອແລ່ນດ້ວຍຈັກຫາງຍາວ ຈຶ່ງໄດ້ເຂົ້າກວດກາ ພົບເຫັນປາ ແລະໝໍ້ໄຟ, ອຸປະກອນຊ໋ອດປາ 01 ເຄື່ອງ ຊາບຊື່ເຈົ້າຂອງເຮືອ ຊື່ ທ້າວ ສົມນຶກ ອາຍຸ 35 ປີ ອາຊີບເຮັດນາ ບ້ານ ນາບົງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈຶ່ງນໍາຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

ຕໍ່ຈາກນັ້ນເວລາຕໍ່ມາ ກໍ່ໄດ້ກວດພົບເຫັນຄົນກຳລັງເຄື່ອນໄຫວຊ໋ອດປາອີກ ຈຶ່ງໄດ້ເຂົ້າກວດກາ ແຕ່ຜູ້ຖືກສົງໄສ ໄຫວຕົວທັນລົບໜີ ແລ້ວເຈົ້າໜ້າທີ່ໄດ້ເຂົ້າຄົ້ນເຮືອດັ່ງກ່າວ ພົບເຫັນປາ ພ້ອມເຄື່ອງຊອດປາ ແລະ ໝໍ້ໄຟ 1 ເຄື່ອງ ແລ້ວນໍາມາຮັກສາໄວ້ຢູ່ ກອງບັນຊາການ ປກສ ເມືອງປາກງື່ມ.

ຕໍ່ຜູ້ຖືກສົງໄສໄຫວຕົວຫຼົບໜີ ກອງບັນຊາການ ປກສ ປາກງື່ມ ສືບຕ່ໍນຳຕົວມາດຳເນີນຄະດີຕາມກົດໝາຍ.

ກອງປະຊຸມ ພາຍໃຕ້ຫົວຂໍ້ “ການສ້າງຄວາມສະເໝີພາບໃຫ້ແກ່ແມ່ຍິງ ແລະ ເດັກຍິງ ໂດຍຜ່ານນະວັດຕະກຳໃຫມ່”

0

ອົງການ ສປຊ ກອງທຶນດ້ານປະຊາການ (UNFPA) ຮ່ວມກັບ ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ, ລຸກຊໍາບວກ ແລະ ເດັນມາກ ປະຈໍາ ອົງການ ສປຊ ທີ່ ນິວຢອກ ໄດ້ຈັດກອງປະຊຸມ ພາຍໃຕ້ຫົວຂໍ້ “ການສ້າງຄວາມສະເໝີພາບໃຫ້ແກ່ແມ່ຍິງ ແລະ ເດັກຍິງ ໂດຍຜ່ານນະວັດຕະກຳໃຫມ່”

ໃນໂອກາດເວທີປຶກສາຫາລືລະດັບສູງວ່າດ້ວຍການພັດທະນາແບບຍືນຍົງ ໃນວັນທີ 14 ກໍລະກົດ 2022 ຢູ່ທີ່ ສໍານັກງານໃຫຍ່ອົງການ ສປຊ ໂດຍມີການເຂົ້າຮ່ວມຂອງ ລັດຖະມົນຕີຮັບຜິດຊອບວຽກງານເສດຖະກິດ ແລະ ການຮ່ວມມືດ້ານການພັດທະນາ ຈາກ ລຸກຊໍາບວກ, ຜູ້ອໍານວຍການໃຫຍ່ ອົງການ UNFPA, ຜູ້ຕາງຫນ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ, ຜູ້ຕາງຫນ້າຖາວອນ ຣູວັນດາ, ຮອງຜູ້ຕາງໜ້າຖາວອນ ເດັນມາກ ແລະ ຜູ້ຕາງຫນ້ານາຍົກລັດຖະມົນຕີ ອາຣູບາ ຂຶ້ນກ່າວແລກປ່ຽນທັດສະນະ. ຈຸດປະສົງແມ່ນເພື່ອສະແດງໃຫ້ເຫັນເຖິງຜົນສໍາເລັດ ຂອງການປະຕິບັດໂຄງການຮ່ວມມືໃນລະດັບປະເທດ ລະຫວ່າງ ລັດຖະ ບານປະເທດສະມາຊິກ ອົງການ ສປຊ ກັບ ອົງການ UNPFA ໃນວຽກງານສົ່ງເສີມຄວາມສະເຫມີພາບຍິງ-ຊາຍ, ການສ້າງໂອກາດ ແລະ ຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ, ການເຄົາລົບສິດທິ ແລະ ສົ່ງເສີມສຸຂະພາບໄວຈະເລີນພັນ ໂດຍຜ່ານການນໍາໃຊ້ນະວັດຕະກໍາໃໝ່ ໃນປັດຈຸບັນ.

ຜົນຈາກຜົນສຳເລັດຂອງການຈັດຕັ້ງປະຕິບັດບັນດາໂຄງການ ແລະ ຂໍ້ລິເລີ່ມທີ່ມີຫົວຄິດປະດິດສ້າງໃໝ່ ຮ່ວມກັບລັດຖະບານ, ໃນປີ 2021 ຫ້ອງການຕາງຫນ້າ ອົງການ UNFPA ປະຈຳ ສປປ ລາວ ເປັນຫນຶ່ງໃນ 10 ປະເທດໃນທົ່ວໂລກ ທີ່ໄດ້ຮັບລາງວັນ ຂໍ້ລິເລີ່ມທາງດ້ານນະວັດຕະກຳໃຫມ່ຈາກ ອົງການ UNFPA. ໃນໂອກາດນີ້ ທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການ ສປຊ ໄດ້ຍົກໃຫ້ເຫັນ ແລະ ແລກປ່ຽນບາງບົດຮຽນ ຂອງ ສປປ ລາວ ໃນວຽກງານປົກປ້ອງ ແລະ ສົ່ງເສີມສິດທິຂອງແມ່ຍິງ, ເດັກຍິງ ແລະ ຊາວໜຸ່ມ ໂດຍສະເພາະໂດຍຜ່ານການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາໃຫມ່.

ສິ່ງທີ່ພົ້ນເດັ່ນແມ່ນ ການສ້າງຮູບພາບກາຕູນ ທີ່ມີຊື່ວ່າ “ນາງນ້ອຍ” ເພື່ອນໍາໃຊ້ເປັນສື່ໂຄສະນາ ວຽກງານບົດບາດຍິງຊາຍທີ່ ຫລື ເອີ້ນວ່າ “ລະບົບນິເວດ ນ້ອຍ” ເຊິ່ງເປັນຕົວແທນໃຫ້ແກ່ໄວຫນຸ່ມລາວ ເພື່ອສົ່ງເສີມວຽກງານປະຊາກອນໃນຂອບເຂດທົ່ວປະເທດ. ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ແລະ ຜູ້ຕາງຫນ້າຖາວອນ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ລຸກຊໍາບວກ ແລະ ອົງການ UNFPA ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໂດຍຜ່ານບັນດາໂຄງການຮ່ວມມືຕ່າງໆໃນວຽກງານປະຊາກອນ ແລະ ສາທາລະນະສຸກ.

ອົງການ UNFPA ໄດ້ເລີ່ມໃຫ້ການສະໜັບສະໜູນ ສປປ ລາວ ນັບຕັ້ງແຕ່ປີ 1976 ເປັນຕົ້ນມາ ແລະ ໃນປັດ ຈຸບັນ ແມ່ນພວມຈັດຕັ້ງປະຕິບັດ ແຜນງານລະດັບຊາດ ສະໄຫມທີ 7 ສໍາລັບສົກປີ 2022-2026.

ຂໍ້ມູນ: Permanent Mission of the Lao PDR to the United Nations is at United Nations Headquarters.

ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກຳເພີ່ມຂຶ້ນ

0

ຕາມການລາຍງານຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ – Ministry of Industry and Commerce ໃຫ້ຮູ້ວ່າ: ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກຳ ໃນ 6 ເດືອນຕົ້ນປີ 2022 ແມ່ນສາມາດປະຕິບັດ 6,683.6 ຕື້ກີບ, ບັນລຸໄດ້ 51.3% ຂອງແຜນການປີທີ່ວາງໄວ້, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າມີອັດຕາເພີ່ມຂຶ້ນ 14.7%.

ມູນຄ່າການຈໍລະຈອນສິນຄ້າພາຍໃນ 6 ເດືອນຕົ້ນປີ 2022 ແມ່ນສາມາດປະຕິບັດ 36,393.1 ຕື້ກີບ, ຊຶ່ງສາມາດບັນລຸໄດ້ເຖິງ 53.6% ຂອງແຜນການປີທີ່ວາງໄວ້, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າມີອັດຕາເພີ່ມຂຶ້ນ 22.6%.

ມູນຄ່າການຄ້າຕ່າງປະເທດ ໃນ 6 ເດືອນຕົ້ນປີ 2022 ປະຕິບັດໄດ້ 7,280.0 ລ້ານໂດລາ, ໃນນີ້ມູນຄ່າສົ່ງອອກແມ່ນ 4,170.1 ລ້ານໂດລາສະຫະລັດ, ເຊິ່ງສາມາດປະຕິບັດໄດ້ 54.8% ຂອງແຜນການປີທີ່ວາງໄວ້ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຫັນວ່າມີອັດຕາເພີ່ມຂຶ້ນ 7.6%; ສໍາລັບມູນຄ່ານຳເຂົ້າແມ່ນ 3,109.9 ລ້ານໂດລາສະຫະລັດ, ເຊິ່ງສາມາດປະຕິບັດໄດ້ 51.4% ຂອງແຜນການປີທີ່ວາງໄວ້, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າມີອັດຕາເພີ່ມຂຶ້ນ 2.5%.

ການຂຶ້ນທະບຽນ ແລະ ວິສາຫະກິດ ໃນ 6 ເດືອນຕົ້ນປີ 2022 ມີ 7,646 ຫົວໜ່ວຍ, ລວມທຶນຈົດທະບຽນທັງໝົດ 50,896.5 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຫັນວ່າມີຈຳນວນຫົວໜ່ວຍວິສາຫະກິດທີ່ມາແຈ້ງຂຶ້ນທະບຽນ ເພີ່ມຂຶ້ນ 14.5%, ຂະແໜງການທຸລະກິດທີ່ມີຈຳນວນຫົວໜ່ວຍວິສາຫະກິດ ມີມູນຄ່າການລົງທຶນເພີ່ມຂຶ້ນ ໃນນັ້ນແມ່ນ ວິສາຫະກິດທີ່ກ່ຽວກັບ ການຄ້າ ຂາຍຍົກ-ຂາຍຍ່ອຍ; ສ້ອມແປງລົດຍົນ ແລະ ລົດຈັກ, ການກໍ່ສ້າງ, ອຸດສາຫະກຳປຸງແຕ່ງ, ການເຄື່ອນໄຫວດ້ານອະສັງຫາລິມະຊັບ, ອຸດສາຫະກຳບໍ່ແຮ່ ແລະ ການຂຸດຄົ້ນ.

.

.

ລາຍລະອຽດສາມາດເບິ່ງໄດ້ທີ່: www.moic.gov.la

ຕ້ອນຮັບການເຂົ້າພົບປະຂອງ ຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ

0

ໃນວັນທີ 17 ກໍລະກົດ 2022 ນີ້, ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ສະຫາຍ ຫວໍ ວັນ ເຖື້ອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນຳລະດັບຊາດ ສະເຫລີມສະຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ໃນໂອກາດທີ່ໄດ້ນຳພາຄະນະຜູ້ແທນ ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫລີມສະຫລອງປິສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ທີ່ ນະຄອນຫລວງວຽງຈັນ.ໃນໂອກາດນີ້, ສະຫາຍນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດຕ້ອນຮັບ ຄະນະຜູ້ແທນຂັ້ນສູງທີ່ໄດ້ຕາງໜ້າໃຫ້ ພັກ-ລັດຖະບານ ແຫ່ງ ສສ ຫວຽດນາມ ເດີນທາງມາເຂົ້າຮ່ວມພິທີສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄື 2 ວັນປະຫວັດສາດທີ່ມີຄວາມໝາຍສຳຄັນ:

ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ທີ່ ນະຄອນ ຫລວງວຽງຈັນ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ທັງເປັນການນຳເອົາໄມຕີຈິດ ມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຂອງ ພັກ-ລັດຖະບານຫວຽດນາມ ອ້າຍນ້ອງ ມາຍັງ ພັກ-ລັດຖະບານລາວ. ໃນໂອກາດດຽວກັນນີ້, ສະຫາຍນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງ ແລະ ຮອບດ້ານ ທີ່ປະຊາຊົນຫວຽດນາມ ຍາດມາໄດ້ພາຍໃຕ້ການຊີ້ນຳ-ນໍາພາອັນປີຊາສາມາດ, ສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ໃນພາລະກິດປົດປ່ອຍຊາດ ໃນເມື່ອກ່ອນ ກໍຄື ພາລະກິດປ່ຽນແປງໃໝ່ແຫ່ງການສ້າງສາພັດທະນາ ແລະ ປົກປັກຮັກສາ ປະເທດຊາດ ໃນປັດຈຸບັນ.

ພ້ອມດຽວກັນນີ້, ສອງຝ່າຍກໍໄດ້ຕີລາຄາສູງ ແລະ ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ບໍ່ວ່າຈະໃນຍຸກສະໄໝໃດ ກໍແມ່ນຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນ ແລະ ກ້າວເຂົ້າສູ່ລວງເລິກ ຕະຫລອດມາ, ເຊິ່ງສະແດງອອກໃຫ້ເຫັນຄື ບັນດາການນຳໃນທຸກລະດັບ ແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ ໄດ້ມີການພົບປະແລກປ່ຽນ ແລະ ໄປມາຫາສູ່ກັນຢ່າງເປັນປົກກະຕິເຮັດໃຫ້ມີຄວາມໃກ້ຊິດ ສະໜິດສະໜົມ ແໜ້ນແຟ້ນກັນຫລາຍຂຶ້ນ, ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ເຮັດໃຫ້ການພົວພັນຮ່ວມມືຂອງສອງປະເທດ ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ. ພ້ອມນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ການສະເຫລີມສະຫລອງປີສາມັກຄີມິດຕະພາບ ທີ່ໄດ້ຈັດຂຶ້ນທຸກໆ 5 ປີເພື່ອສະເຫລີມສະຫລອງ 2 ວັນປະຫວັດສາດ ຂອງສອງຊາດ ລາວ-ຫວຽດນາມ ກໍຄືວັນສ້າງຕັ້ງສາຍພົວພັນການທູດ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ທີ່ເປັນກິດຈະກໍາພິເສດທີ່ສຸດ ທີ່ມີແຕ່ສອງປະເທດ ລາວ-ຫຽດນາມ ມອບໃຫ້ແກ່ກັນ ແລະ ບໍ່ມີປະເພນີແບບນີ້ຢູ່ແຫ່ງໃດໃນໂລກ, ເຊິ່ງນີ້ແມ່ນການສະແດງໃຫ້ສາກົນໄດ້ຮັບຮູ້ເຖິງຄວາມພິເສດຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຂອງສອງຊາດ ລາວ-ຫວຽດ ນາມ. ພ້ອມນີ້, ກໍໄດ້ຕີລາຄາສູງຕໍ່ ສອງສະຫາຍນາຍົກລັດຖະມົນຕີ ລາວ-ຫວຽດນາມ ທີ່ໄດ້ຮ່ວມກັນເຮັດວຽກຢ່າງໃກ້ຊິດ ດ້ວຍຄວາມຕັດສິນໃຈສູງທີ່ຈະຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວ ແລະ ສູງເດັ່ນຂຶ້ນ ສົມຄູ່ກັບການຮ່ວມມືດ້ານການເມືອງ ທີ່ດີເລີດໃນປັດຈຸບັນ, ເອົາໃຈໃສ່ຊີ້ນຳບັນດາຂະແໜງ ການຢ່າງໃກ້ຊິດ ເພື່ອໃຫ້ຫລາຍໂຄງການ ສາມາດຈັດຕັ້ງປະຕິບັດໃຫ້ສຳເລັດໄດ້ໃນປີ 2022 ເພື່ອເປັນຂອງຂວັນໃຫ້ແກ່ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ເປັນຕົ້ນແມ່ນ ໂຄງການທ່າເຮືອຫວຸງອາງ, ໂຄງການສະໜາມບິນໜອງຄ້າງ, ໂຄງການໂຮງໝໍ ມິດຕະພາບ ແລະ ບັນດາໂຄງການອື່ນໆ.

ໃນຕອນທ້າຍ, ສະຫາຍນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຂອບໃຈມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລ້ຳຄ່າ ແລະ ທັນການແກ່ ສປປ ລາວ ຕະຫລອດມາໄລຍະຜ່ານມາ ແລະ ຂໍຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວໄປຍັງ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ, ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫລອດກາລະນານ.

ຂ່າວ: ປະເທດລາວ

ຮ່ວມມືກັບທະນາຄານ ຈີນ ໃຫ້ບໍລິການຮັບຊຳລະ ການມອບພັນທະເຂົ້າບັນຊີງົບປະມານແຫ່ງລັດ

0

ຄັງເງິນແຫ່ງຊາດ ກະຊວງການເງິນ ກັບ ທະນາ ຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະ ຄອນຫລວງວຽງຈັນ (ICBC) ໄດ້ຕົກລົງຮ່ວມມືການໃຫ້ບໍລິການຮັບຊຳລະການມອບພັນທະຕ່າງໆ ເຂົ້າບັນຊີງົບປະມານແຫ່ງລັດ. ເປັນການເພີ່ມທະວີການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ, ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນພັດທະນາຂະແໜງການເງິນເປັນດິຈິຕອນ ກໍຄືແຜນພັດທະນາການຫັນວຽກງານຄັງເງິນ ເປັນທັນສະໄໝແຕ່ປີ 2021-2025 .

ໃນວັນທີ 8 ກໍລະກົດ 2022 ໄດ້ມີພິທີເຊັນສັນຍາ ລະຫວ່າງທ່ານນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ ແລະ ທ່ານ ຊຸນເຟິ່ງເຫລີຍ ຜູ້ອຳນວຍການໃຫຍ່ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫລວງວຽງຈັນ, ໃຫ້ກຽດເປັນສັກຄີພະຍານໂດຍ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດ ຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະກົມ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ. ການໃຫ້ບໍລິການຮັບຊຳລະ ການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດຂອງ ICBC ເປັນການພັດ ທະນາການເຊື່ອມຕໍ່ໂດຍກົງລະຫວ່າງ ລະບົບການຮັບຊຳ ລະພັນທະຂອງທະນາຄານ ແລະ ລະບົບຄຸ້ມຄອງຂໍ້ມູນຂ່າວສານຄັງເງິນ (ລະບົບ RTIS) ແລະ ລະບົບ TAXRIS ຂອງກົມສ່ວຍສາອາກອນ. ສຳລັບການເປີດໃຫ້ບໍລິການ ຮັບຊຳລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດຂອງ ICBC ເບື້ອງຕົ້ນແມ່ນຈະເປີດໃຫ້ບໍລິການ ຮັບຊຳລະຜ່ານຊ່ອງທາງປ່ອງບໍລິການຂອງ ICBC, ເຊິ່ງຈະເລີ່ມຈັດຕັ້ງປະຕິບັດ ຕັ້ງແຕ່ວັນທີ 11 ກໍລະກົດ 2022 ເປັນຕົ້ນໄປ.

ນອກຈາກການໃຫ້ບໍລິການຮັບຊຳລະຜ່ານຊ່ອງທາງປ່ອງບໍລິການຂອງ ICBC ແລ້ວ, ICBC ກໍຍັງສຶບຕໍ່ພັດທະນາການຊຳລະພັນ ທະອາກອນຜ່ານຊ່ອງທາງ E-banking ແລະ ສືບຕໍ່ພັດທະ ນາປັບປຸງລະບົບການຊຳລະ ຮ່ວມກັບຄັງເງິນແຫ່ງຊາດ ແລະ ກົມສ່ວຍສາອາກອນໃນຂັ້ນຕອນຕໍ່ໄປ. ໃນໂອກາດດັ່ງກ່າວ, ທະນາຄານ ICBC ສາຂານະຄອນ ຫລວງວຽງຈັນ ຍັງໄດ້ປະຕິບັດການມອບພັນທະອາກອນກຳໄລ 6 ເດືອນຕົ້ນປີ 2022 ຈຳນວນ 77,39 ຕື້ກີບ.

ແຫ່ງຂ່າວ: ປະເທດລາວ

ທ່ານ ຊິນໂຈ ອາເບະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ ເສຍຊີວິດແລ້ວ

0

ທ່ານ ຊິນໂຈ ອາເບະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ ເສຍຊີວິດແລ້ວ ຫຼັງຈາກຖືກຍິງໃນຂະນະກ່າວປາຖະກະຖາ

ຕາມການລາຍງານ ຂອງ The Japan Times  ໃຫ້ຮູ້ວ່າ: ທ່ານ ຊິນໂຈ ອາເບະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ເສຍຊີວິດລົງແລ້ວ ຫຼັງຈາກຖືກຍິງໃນຂະນະກ່າວປາຖະກະຖາ ໃນເມືອງນາລາ.

ລາຍງານກ່ອນໜ້ານີ້, ວິທະຍຸກະຈາຍສຽງ NHK ລາຍງານວ່າ: ອະດີດນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໄດ້ຖືກນຳສົ່ງໂຮງໝໍໂດຍໄວ ຫຼັງຈາກເກີດເຫດຖືກຍິງ ໃນລະຫວ່າງການກ່າວຄຳປາໄສ ທີ່ເມືອງ ນາຣາ ປະເທດຍີ່ປຸ່ນ, ໂດຍມີລາຍງານວ່າ ໄດ້ຍິນສຽງປືນ ໃນເວລາ 11:30 ຕາມເວລາທ້ອງຖິ່ນ ແລະ ທ່ານໄດ້ຖືກຍິງໃສ່ໜ້າເອິກ. ເຈົ້າໜ້າ​ທີ່​ຈາກ​ພັກ​ປະຊາທິປະ​ໄຕ​ຂອງ​ທ່ານ​ກ່າວ​ວ່າ ອະດີດ​ນາຍົກລັດຖະມົນຕີ​ໄດ້​ຖືກ​ໂຈມ​ຕີ​ຈາກ​ທາງ​ຫຼັງ, ຫຼັງຈາກຖືກຍິງລາວກໍໄດ້ລົ້ມລົງ ແລະ ມີເລືອດອອກຢູ່ໜ້າເອິກ.

ເບື້ອງຕົ້ນ ຜູ້ຖືກສົງໄສ ໄດ້ຖືກຈັບກຸມແລ້ວ ແຕ່ຍັງບໍ່ທັນມີລາຍລະອຽດເພີ່ມເຕີມ.

ປະຫວັດຂອງທ່ານ: ທ່ານ ຊິນໂຊ ອາເບະ ເກີດໃນວັນທີ 21 ກັນຍາ 1954 ເປັນນັກການເມືອງຍີ່ປຸ່ນ. ທ່ານເປັນນາຍົກລັດຖະມົນຕີຄົນທີ 57 ຂອງຍີ່ປຸ່ນ ແລະ ເປັນຫົວໜ້າພັກປະຊາທິປະໄຕ ແຕ່ປີ 2012 ຫາ 2020 ແລະ ກ່ອນປີ 2006 ຫາ 2007, ທ່ານຍັງໄດ້ເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດແຕ່ປີ 2005 ຫາ 2006, ແລ້ວໄດ້ເປັນນາຍົກລັດຖະມົນຕີຍີ່ປຸ່ນທີ່ດຳລົງຕຳແໜ່ງດົນທີ່ສຸດໃນປະຫວັດສາດຂອງຍີ່ປຸ່ນ. ມາຮອດ ວັນທີ 28 ສິງຫາ 2020, ທ່ານ ອາເບະ ໄດ້ປະກາດລາອອກຈາກຕຳແໜ່ງນາຍົກລັດຖະມົນຕີ ເນື່ອງຈາກວ່າມີບັນຫາທາງສຸຂະພາບ.

ທ່ານ ຊິນໂຈ ອາເບະ ເຄີຍເດີນທາງມາຢ້ຽມຍາມ ສປປ ລາວ ໃນ ປີ 2021.

ຂໍສະແດງຄວາມເສຍໃຈກັບການຈາກໄປຄັ້ງຍິ່ງໃຫຍ່ນີ້ດ້ວຍ.

ກອງປະຊຸມປຶກສາຫາລືແນວທາງເສດຖະກິດ ລາວ-ໄທ

0

ໃນລະຫວ່າງ ວັນທີ 6-8 ກໍລະກົດ 2022, ທີ່ຈັງຫວັດນ່ານ ແລະ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງພະບາງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ ໄຊຍະບູລີ ກັບ ຫໍການຄ້າ ຈັງຫວັດນ່ານ ແລະ ສະພາອຸດສາຫະກຳທອ່ງທ່ຽວຈັງຫວັດນ່ານ ວ່າດ້ວຍການຮ່ວມມືດ້ານການແລກປ່ຽນຂໍ້ມູນຂ່າວສານ, ເສດຖະກິດ, ການຄ້າ, ການລົງທຶນ ແລະການທ່ອງທ່ຽວ.

ພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລາວ-ໄທ, ໄທ-ລາວ.

ຫຼັງຈາກແລ້ວກອງປະຊຸມ ກໍ່ມີການສ້າງສັນເພື່ອຮັດແໜ້ນຄວາມສາມັກຄີອີກຕື່ມ ລະຫວ່າງ ສາມາຄົມນັກທຸລະກິດໜູ່ມແຂວງຫຼວງພະບາງ (YEAL) ແລະນັກທຸລະກິດໜູ່ມຈັງຫວັດນ່ານ (YEC).

ຂ່າວ ແລະ ພາບ: Akhom Phommahanh

ພ້ອມຮອບດ້ານໃນການປ້ອງກັນງານສະເຫຼີມສະຫຼອງ ວັນສ້າງຕັ້ງແຂວງອຸດົມໄຊ ແລະ ວັນສ້າງຕັ້ງກຳລັງ ປກສ ແຂວງ ຄົບຮອບ 60ປີ

0

ເຈົ້າຫນ້າທີ່ ຈະລາຈອນ ແຂວງອຸດົມໄຊ ມີຄວາມພ້ອມຮອບດ້ານໃນການປ້ອງກັນງານສະເຫລີມສະຫລອງ ວັນສ້າງຕັ້ງແຂວງອຸດົມໄຊ ແລະ ວັນສ້າງຕັ້ງກຳລັງ ປກສ ແຂວງ ຄົບຮອບ 60ປີ

ຄານມະນີ ຮຽນດໍຈັນ ພິທີ ສະເຫລີມ ສະຫລອງ ວັນສ້າງຕັ້ງ ແຂວງອຸດົມໄຊ ແລະ ວັນສ້າງຕັ້ງ ກໍາລັງ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ຄົບຮອບ 60 ປີ ຈະໄດ້ຈັດຂຶ້ນ ໃນວັນທີ 15 ກໍລະກົດ 2022 ນີ້ ດັ່ງນັ້ນ ທຸກພາກສ່ວນ ໄດ້ມີການຫ້າງຫາ ກະກຽມ ຄວາມພ້ອມໃນການ ຮັບໃຊ້ງານດັ່ງກ່າວ ຢ່າງຈິງຈັງ ເວົ້າລວມ,ເວົ້າສະເພາະ ກໍຄື ພະແນກ ຕຳຫລວດຈະລາຈອນ ແຂວງອຸດົມໄຊ ກໍໄດ້ມີຄວາມພ້ອມຮອບດ້ານ ໃນການປ້ອງກັນ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍ ກ່ຽວກັບການສັນຈອນ ຕາມທ້ອງຖະຫນົນຫລວງ ພາຍໃນເທດສະບານແຂວງ. ຮ້ອຍເອກ ພູລົມ ຈັນຕິສຸກ ຮອງຫົວຫນ້າພະແນກ ຕໍາຫລວດ ຈະລາຈອນ ແຂວງອຸດົມໄຊ ກ່າວວ່າ:

ພາຍຫລັງ ທີ່ພະແນກ ຕຳຫລວດຈະລາຈອນ ແຂວງອຸດົມໄຊ ໄດ້ຮັບ ແຈ້ງການ ກໍຄື ທິດຊີ້ນຳ ຈາກຄະນະພັກ, ຄະນະກອງບັນຊາ ປກສ ແຂວງ ກ່ຽວກັບ ການປ້ອງກັນ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນການສັນຈອນ ໃນມື້ສະເຫລີມ ສະຫລອງ ວັນສ້າງຕັ້ງ ແຂວງອຸດົມໄຊ ແລະ ວັນສ້າງຕັ້ງ ກຳລັງ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ແລ້ວ ກໍໄດ້ມີການຫັນເປັນແຜນສະເພາະຂອງຕົນ ເພື່ອໃຫ້ສອດຄ່ອງກັບ ສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນເບື້ອງຕົ້ນ ໄດ້ມີການປຶກສາຫາລື ແລະ ທັງຜ່ານແຜນ ການເຄື່ອນໄຫວດັ່ງກ່າວ ໃຫ້ເຈົ້າຫນ້າທີ່ ທຸກສະຫາຍຮັບຮູ້ ແລະ ພ້ອມກັນ ຈັດຕັ້ງປະຕິບັດ ທັງເປັນການສຶກສາອົບຮົມ ການເມືອງ ແນວຄິດ ເຮັດໃຫ້ມີແນວຄິດຫລັກຫມັ້ນ, ເຊື່ອຫມັ້ນຕໍ່ການນຳພາຂອງພັກ.

ຈາກນັ້ນ ໄດ້ມີການຈັດແບ່ງ ກຳລັງ ອອກເປັນຈຸ ເພື່ອຮັບຜິດຊອບ ແຕ່ລະຫນ້າວຽກຢ່າງລະອຽດ ຄື ການປ້ອງກັນ ແລະ ເປີດທາງ ໃຫ້ຂະບວນແຂກ ການນຳ, ປະຈຳປ້ອມຍາມ ແຕ່ລະຈຸດ ພາຍໃນເທດສະບານແຂວງ,ການລົງກວດກາ,ໂຄສະນາ ແລະ ລາດຕະເວນ ແລະ ຈຸ ປະຈຳການ ຕະຫລອດ 24 ຊົວໂມງ ເພື່ອຮັບການແຈ້ງເຫດ ທີ່ຈະເກີດຂຶ້ນ ແລ້ວນຳສະເໜີຕໍ່ຂັ້ນເທິງ ໃຫ້ທັນສະພາບການ. ເວົ້າລວມແລ້ວ ການກະກຽມ ການປ້ອງກັນ ແລະ ຈັດສັນ ຄວາມເປັນລະບຽບຮຽບຮ້ອຍ ໃນການສັນຈອນ ຕາມທ້ອງຖະໜົນຫລວງ ຂອງພະແນກ ຕຳຫລວດ ຈະລາຈອນ ແຂວງອຸດົມໄຊ ມາຮອດປັດຈຸບັນນີ້ ແມ່ນມີຄວາມພ້ອມ 100 %.

ຮ້ອຍເອກ ພູລົມ ຈັນຕິສຸກ ຮອງຫົວຫນ້າພະແນກ ຕໍາຫລວດຈະລາຈອນ ແຂວງອຸດົມໄຊ ຍັງໄດ້ຮຽກຮ້ອງ ມາຍັງ ຜູ້ໃຊ້ລົດ,ໃຊ້ຖະໜົນ ຈົ່ງພ້ອມກັນຈັດຕັ້ງປະຕິບັດ ຕາມກົດລະບຽບ ການສັນຈອນ ຢ່າງເຂັ້ມງວດ ເພື່ອຫລີກລ້ຽງ ສະພາບການເກີດອຸປະຕິເຫດ ຕາມທ້ອງຖະໜົນຫລວງ.ກວດແກ້:ສຸວັນທອງ ປັນຍາຂັນ

ບໍ່ລອດ! ແກ້ງຄ້າຂາຍຢາເສບຕິດລາຍໃຫຍ່ ພ້ອມຂອງກາງ

0

ອີງຕາມກໍາລັງວິຊາສະເພາະ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຂົ້າຈັບຕົວຜູ້ຄ້າຂາຍຢາເສບຕິດ ກ່ອນ 1 ຄົນ ແລ້ວນໍາໄປສອບສວນຂະຫຍາຍຜົນ, ເຊິ່ງຜູ້ກ່ຽວໄດ້ຊັດທອດເຖິງຜູ້ຮ່ວມຂະບວນການອີກ 3 ຄົນ; ເຈົ້າຫນ້າທີ່ ຈຶ່ງເລັ່ງຕິດຕາມຊອກຄົ້ນຈັບກຸມ ແລະ ກວດຄົ້ນເຄຫະສະຖານພົບເຫັນຢາບ້າເກືອບ 6 ແສນເມັດ ແລະ ສິ່ງເສບຕິດທີ່ຜິດກົດຫມາຍອີກຫຼາຍລາຍການ ຈຶ່ງໄດ້ນໍາຕົວພວກກ່ຽວມາດໍາເນີນຄະດີ.

ພັທ ພົມມີ ແສນຈົງຮັກ ຫົວຫນ້າພະແນກຕໍາຫຼວດ ປກສ ເມືອງຈັນທະບູລີ ໃຫ້ຮູ້ ໃນວັນທີ 29 ມິຖຸນາ 2022 ວ່າ: ພາຍຫຼັງໄດ້ຮັບຂໍ້ມູນຈາກພົນລະເມືອງດີ ວ່າມີກຸ່ມຄົນຈໍານວນຫນຶ່ງເຄື່ອນໄຫວຄ້າຂາຍຢາເສບຕິດ ຢູ່ ເຂດເມືອງຈັນທະບູລີ, ຈາກນັ້ນ, ຈຶ່ງໄດ້ນໍາກໍາລັງວິຊາສະເພາະລົງຕິດຕາມ ເຫັນວ່າມີຂໍ້ມູນຫຼັກຖານ. ຮອດ ວັນທີ 10 ມິຖຸນາ 2022 ໄດ້ຈັບຕົວ ທ້າວ ວິລະພົນ ຫຼື ຜົນ ອາຍຸ 21 ປີ ຢູ່ບ້ານຊຽງຍືນ ເມືອງຈັນທະບຸລີ.

ຜ່ານການສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ໄດ້ຊື້-ຂາຍຢາບ້າ ມາແຕ່ປີ 2021 ຮ່ວມກັບ ທ້າວ ສຸກມີໄຊ ຫຼື ຕານ້ອຍ; ສະນັ້ນ, ມາຮອດວັນທີ 28 ມິຖນາ 2022 ຈຶ່ງໄດ້ເຂົ້າຈັບຕົວ ທ້າວ ສຸກມີໄຊ ອາຍຸ 36 ປີ ແລະ ນາງ ນິດ ອາຍຸ 32 ປີ ທັງສອງຢູ່ບ້ານຊໍາ ເກດ ເມືອງສີໂຄດຕະບອງ ນວ (ເປັນຜົວເມຍກັນ) ຢູ່ຮ້ານຄາຣາໂອເກະແຫ່ງຫນຶ່ງ ເຂດບ້ານນາໄຊ ເມືອງໄຊ ເສດຖາ.

ຈາກນັ້ນ, ຈຶ່ງຂໍຄໍາສັ່ງກວດຄົ້ນເຄຫະສະຖານ ຈາກອົງການໄອຍະການສານເຂດ III ແລ້ວໄດ້ສົມທົບ ກັບອໍານາດການປົກຄອງບ້ານຊໍາເກດ, ປກສ ກຸ່ມຫນອງບຶກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນ ເຄຫະ ສະຖານ ພົບເຫັນ ທ້າວ ຈ່ຽວ ຊ່າງເຫຼືອງ ອາຍຸ 36 ປີ, ເຊື້ອຊາດ, ສັນຊາດຫວຽດນາມ ແລະ ກວດພົບຢາບ້າ 299 ມັດ ແລະ 4 ຖົງນ້ອຍ ເທົ່າກັບ 598.690 ເມັດ, ເຄື່ອງປ້ໍາຢາບ້າ ຈໍານວນ 1 ເຄື່ອງ, ຢາໄອສ໌ 2 ຖົງ ໃຫຍ່, ສານເສບຕິດສີແດງ ຈໍານວນ 2 ຖົງໃຫຍ່, ສານເສບຕິດສີສົ້ມ ຈໍານວນ 1 ຖົງໃຫຍ່ ຈຶ່ງໄດ້ນໍາຕົວ ພວກກ່ຽວມາສອບສວນ.

ຜ່ານການສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ຢາບ້າທີ່ກວດພົບແມ່ນຂອງພວກກ່ຽວແທ້ ເຊິ່ງໄດ້ເລີ່ມຄ້າຂາຍຢາບ້າ ມາແຕ່ປີ 2021 ຈົນເຖິງ ປັດຈຸບັນ, ທັງນີ້, ກອງບັນຊາການ ປກສ ເມືອງຈັນທະບູລີ ພວມເລັ່ງສືບສວນ-ສອບສວນ ຂະຫຍາຍຜົນຫາ ກຸ່ມແກ້ງຮ່ວມຂະບວນການ ມາດໍາເນີນຄະດີ.

ແຫຼ່ງຂ່າວ: ຄວາມສະຫງົບ

ຮອງນາຍົກລັດຖະມົນຕີ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ຣາຊະອານາຈັກ ກໍາປູເຈຍ

0

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນໂອກາດທີ່ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC) ຄັ້ງທີ 14, ໃນລະຫວ່າງວັນທີ 06-08 ກໍລະກົດ 2022, ທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ.

ໃນຕອນເຊົ້າຂອງວັນທີ 07 ກໍລະກົດ 2022, ທ່ານ ຮອງນາຍົກລັດມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ມາຍັງ ສົມເດັດ ນາຍົກລັດຖະມົນຕີ ເຕໂຈ ຮຸນແຊນ ທີ່ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການເລືອກຕັ້ງສະມາຊິກສະພາທ້ອງຖິ່ນ (ສະພາຕາແສງ) ຊຸດທີ 5, ຊຶ່ງໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ 2022 ຜ່ານມາ ແລະ ຊົມເຊີຍພັກປະຊາຊົນກໍາປູເຈຍ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງນີ້.

ພ້ອມນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະໃນວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

ພ້ອມນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖິງ ສົມເດັດ ນາຍົກລັດຖະມົນຕີ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ພ້ອມດ້ວຍພັນລະຍາ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດທີ່ເໝາະສົມ.

ໃນໂອກາດດຽວກັນນີ້, ສົມເດັດ ນາຍົກລັດຖະມົນຕີ ເຕໂຈ ຮຸນແຊນ ກໍສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC) ຄັ້ງທີ 14 ຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນ ທີ່ເປັນມູນເຊື້ອອັນດີງາມທີ່ມີຮ່ວມກັນມາ ແຕ່ດົນນານ ລະຫວ່າງ ຣາຊະອານາຈັກ ກຳປູເຈຍ ແລະ ສປປ ລາວ ໂດຍສະເພາະ ໃນຊຸມທີ່ຜ່ານມາ ການຮ່ວມມືສອງຝ່າຍ ໄດ້ມີການເພີ່ມຂຶ້ນຫຼາຍກວ່າເກົ່າ ແລະ ໄດ້ຮັບໝາກຜົນຢ່າງເປັນຮູບປະທຳ ອັນໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງປະເທດ ລາວ ແລະ ກຳປູເຈຍ.

ນອກຈາກນັ້ນ ສົມເດັດ ນາຍົກລັດຖະມົນຕີ ເຕໂຈ ຮຸນແຊນ ຍັງໄດ້ຝາກຄໍາຂອບໃຈ ແລະ ຄໍາຢື້ຢາມຖາມຂ່າວ ເຖິງ ພະນະທ່ານ ນາຍົກລັດຖະມົນຕີ ພົນຄໍາ ວິພາວັນ ແລະ ຍິນດີຕອບຮັບຄໍາເຊື້ອເຊີນ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ພະນະທ່ານ ພົນຄໍາ ວິພາວັນ.

ຂ່າວຈາກ: Lao national Radio