Home Blog Page 62

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2022

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2022 ໄດ້ໄຂຂຶ້ນ ໃນຕອນເຊົ້າ ແລະ ປິດລົງ ໃນຕອນແລງວັນທີ 30 ພຶດສະພາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ທີ່ສໍາຄັນຕ່າງໆດັ່ງນີ້: ກອງປະຊຸມ ເຫັນດີດ້ານຫລັກການ ຮັບຮອງເອົາບົດສະຫລຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ເດືອນພຶດສະພາ ແລະ ແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມ ເດືອນມິຖຸນາ 2022 ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນຜົນສຳເລັດທີ່ສາມາດປະຕິບັດໄດ້ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຍັງຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ບົດສະຫລຸບ ມີເນື້ອໃນຄົບຖ້ວນ, ສົມບູນ ຂຶ້ນຕື່ມ ແລະ ເປັນບ່ອນອີງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ນໍາໄປຈັດຕັ້ງຜັນຂະຫຍາຍ;

ກອງປະຊຸມ ເຫັນດີດ້ານຫລັກການ ຮັບຮອງເອົາບົດລາຍງານການກະກຽມ ໃຫ້ແກ່ການຢ້ຽມຢາມຣາຊະອານາຈັກໄທ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມອບໃຫ້ກະຊວງການຕ່າງປະເທດ ເປັນໃຈກາງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກະກຽມເນື້ອໃນ ໃຫ້ມີຄວາມລະອຽດ ແລະ ຊັດເຈນ ຮັບປະກັນໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້;

ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາຮ່າງບົດລາຍງານຂອງລັດຖະບານ ທີ່ຈະໄປລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍມອບໃຫ້ກະຊວງກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໂຄງຮ່າງບົດລາຍງານ, ເປັນບົດລາຍງານ 6 ເດືອນຕົ້ນປີ 2022, ການສະຫລຸບຕົວເລກ ໃຫ້ມີຄວາມເປັນເອກະພາບກັນ, ລວມທັງ ສາເຫດທີ່ພາໃຫ້ມີຜົນສຳເລັດ ແລະ ຂໍ້ຄົງຄ້າງຕ່າງໆ ໃຫ້ຖືກຕ້ອງ ແລະ ແທດເໝາະກັບຕົວຈິງ;

ກອງປະຊຸມ ເຫັນດີດ້ານຫລັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍການແກ້ໄຂລະເບີດບໍ່ທັນແຕກຕົກຄ້າງ ໂດຍຊີ້ນຳໃຫ້ກະຊວງແຮງງານ ແລະ ຫວັດດີການສັງຄົມ ນຳໄປປັບປຸງຕື່ມ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການນຳໃຊ້ຄຳສັບ, ການເພີ່ມຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ, ຖອດຖອນເອົາບົດຮຽນອັນດີ ທີ່ເຮັດໄດ້ ໃນໄລຍະຜ່ານມາ ກຳນົດເຂົ້າໃນນະໂຍບາຍເຫລົ່ານີ້ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ;

ກອງປະຊຸມເຫັນດີຮັບຮອງດ້ານຫລັກການ ຕໍ່ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃນການປົກປ້ອງເດັກໂດຍມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນໃຈກາງປະສານສົມທົບກັບຂະແໜງການກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນ ຂອງບັນດາ ສະມາຊິກລັດຖະບານ.

ພາຍຫລັງປັບປຸງສໍາເລັດແລ້ວ ຈຶ່ງສະເໜີລັດຖະບານ ພິຈາລະນາຮັບຮອງ ແລະ ປະກາດໃຊ້;

ກອງປະຊຸມ ເຫັນດີດ້ານຫລັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍການສົ່ງເສີມອາຫານທ່ຽງໃນໂຮງຮຽນ ໂດຍມອບໃຫ້ກະຊວງສຶກສາທິການ ແລະ ກິລາ ນຳໄປປັບປຸງຄືນ ໃຫ້ມີເນື້ອໃນຮັດກຸມ, ລະອຽດຈະແຈ້ງ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອຈຳກັດຊ່ອງຫວ່າງ ການສວຍໂອກາດ ນຳໃຊ້ວຽກງານດັ່ງກ່າວ ໄປໃນທາງທີ່ບໍ່ຖືກຕ້ອງ, ສ້າງເງື່ອນໄຂ ໃຫ້ໂຮງຮຽນ ແລະ ຊຸມຊົນ ມີສ່ວນຮ່ວມ ໃນການຜະລິດ ແລະ ສະໜອງອາຫານ ໃຫ້ເຖິງໂຮງຮຽນເປົ້າໝາຍ.

ສຳລັບທິດທາງແຜນວຽກຈຸດສຸມ ເດືອນມິຖຸນາ 2022 ຈະສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດແຜນດຳເນີນງານຂອງລັດຖະບານ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳຫລາຍຂຶ້ນ, ໃນນັ້ນ ຈະສຸມໃສ່ການຄຸ້ມຄອງເງິນຕາ, ບັນຫານໍ້າມັນເຊື້ອໄຟ ໃຫ້ມີຄວາມສະຫງົບ, ແກ້ໄຂໜີ້ສິນທັງພາຍໃນ ແລະ ຕ່າງປະເທດໃຫ້ໄປຕາມແຜນທີ່ກຳນົດໄວ້ ລວມທັງປັບບປຸງກົນໄກການເຮັດວຽກໃຫ້ຮັດກຸມ, ສະດວກ, ວ່ອງໄວ, ທັນການ ແລະ ຮັບປະ ກັນປະສິດທິຜົນສູງສຸດ;

ສືບຕໍ່ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ ທັງເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫລຸດໜ້ອຍຖອຍລົງ ໄປຄຽງຄູ່ກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເຂົ້າສູ່ລວງເລິກ ແລະ ຈັດຕັ້ງປະຕິບັດຢ່າງຈິງຈັງ;

ສືບຕໍ່ຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ປີ 2022, ການດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ດີຂຶ້ນກວ່າເກົ່າ.

ສືບຕໍ່ຕິດຕາມ ແລະ ຊຸກຍູ້ບັນດາໂຄງການກໍ່ສ້າງຂະ ໜາດໃຫຍ່ ແລະ ໂຄງການອື່ນໆ ໃຫ້ສໍາເລັດຕາມແຜນການ;

ສືບຕໍ່ຊຸກຍູ້ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍຕາມທິດໃຫ້ດີຂຶ້ນ, ຄຸ້ມຄອງ ແລະ ຮັກສາສະຖຽນລະພາບທາງດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ; ສືບຕໍ່ຊຸກຍູ້ການຜະລິດລະດູຝົນ ເພືີ່ອຮັບປະກັນດ້ານສະບຽງອາຫານ ໃຫ້ໄດ້ຕາມແຜນ ແລະ ສົ່ງອອກເປັນສິນຄ້າ ຕາມເງືີ່ອນໄຂຂອງແຕ່ລະທ້ອງຖິ່ນ.

ຄຸ້ມຄອງລາຄາສິນຄ້າ, ການນໍາເຂົ້າ-ສົ່ງອອກ ສິນຄ້າ, ການຂຸດຄົົ້ນ-ສົ່ງອອກແຮ່ທາດຕ່າງໆໃນຮູບແບບປົກກະຕິ ແລະ ໃນຮູບແບບທົດລອງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີີ່ກໍານົດໄວ້;

ສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະ ກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເປັນປົກກະຕິ;

ສືບຕໍ່ກະກຽມຄວາມພ້ອມບັນດາຫົວຂໍ້ ແລະ ຮ່າງກົດໝາຍ ເພື່ອສະເໜີຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 3 ຂອງສະພາແຫ່ງຊາດ ຊຸດທີ IX;

ສືບຕໍ່ຕິດຕາມຢ່າງໃກ້ຊິດ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈ ຢ່າງເລິກເຊິີ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບດ້ານຕ່າງໆ ຕໍ່ປະເທດເຮົາ.

ສືບຕໍ່ປະຕິບັດ ແນວທາງການຕ່າງ ປະເທດຂອງພັກ ຢ່າງສະເໜີຕົົ້ນສະເໜີປາຍ ເພື່ອສ້າງສະພາບແວດລ້ອມເອື້ອອຳນວຍ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາສະມາຊິກລັດຖະ ບານ ຍົກສູງມານະຈິດຄວາມຮັບຜິດຊອບທາງການເມືອງ ໃນຂະແໜງການຂອງຕົນໃຫ້ດີຂຶ້ນ, ປັບປຸງການຄຸ້ມຄອງບໍລິຫານ ໃຫ້ມີລະບຽບວິໄນ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ.

TPLUS ຮ່ວມກັບ Universal Studio

ຮ່ວມເປີດປະສົບການຄັ້ງທຳອິດໃນລາວ ກັບການຮ່ວມມືຂອງ 2 ບໍລິສັດລະດັບປະເທດ, ລະຫວ່າງ ບໍລິສັດ TPLUS ເຄືອຂ່າຍທີ່ເປັນທີ່ນິຍົມຂອງຕະຫລາດໄວໜຸ່ມ ແລະ ບໍລິສັດສ້າງໜັງລະດັບໂລກ Hollywood ຈາກປະເທດສະຫະລັດອາເມລິກາ Universal Studio, ທີ່ຄອງໃຈແຟນໆຕັ້ງແຕ່ລຸ້ນນ້ອຍຈົນເຖິງລຸ້ນໃຫ່ຍ.

ມາລຸ້ນນຳກັນວ່າຈະມີ Surprise ສຸດພິເສດຫຍັງແດ່ໃນການຮ່ວມມືກັນໃນຄັ້ງນີ້.

ພົບກັບເວລາແຫ່ງຄວາມມ່ວນຊື່ນໃນໄວໆນີ້ Time to boogie.

For the first time ever, bringing you a new experience in Lao PDR, The wonderful collaboration between TPlus, a major Lao teen mobile network and Universal Studios, the leading movie and entertainment company in the USA that has captured the hearts of all generations, are going to bring you something new and something exciting!

Follow us to find out what this collaboration’s huge surprise is – Time to boogie.

ສກຂ ຫຼວງພະບາງ ສະເໜີໂຄງການສ້າງຫຼັກສູດທ້ອງຖິ່ນ

ສກຂ ຫຼວງພະບາງ ສະເໜີໂຄງການສ້າງຫຼັກສູດທ້ອງຖິ່ນກ່ຽວກັບ “ ການອະນຸລັກຮັກສາມໍລະດົກໂລກສຳລັບນະຄອນ-ຫຼວງພະບາງ ”.

ເມື່ອວັນທີ30 ພຶດສະພາ 2022 ທີ່ພະແນກສຶກສາທິການ ແລະກິລາ ແຂວງຫຼວງພະບາງ ກອງປະຊຸມສະ ເໜີໂຄງການສ້າງຫຼັກສູດທ້ອງຖິ່ນກ່ຽວກັບ “ ການອະນຸລັກຮັກສາມໍລະດົກໂລກສຳລັບນະຄອນ-ຫຼວງພະບາງ ”ໂດຍການເປັນປະທານຂອງທ່ານ ປອ ວົງເພັດ ອຸດົມລິດ ກຳມະການພັກແຂວງ ຫົວໜ້າ ພະແນກສຶກສາທິການ ແລະກິລາແຂວງ, ທ່ານ ສີສະຫວາດ ຍີ່ລັດໄຈ ຮອງຫົວໜ້າພະແນກຖະແຫຼງຂ່າວ-ວັທະນະທຳ ແລະ ທ່ອງທ່ຽວແຂວງ, ມີຫົວໜ້າຫ້ອງການມໍລະດົກ, ຮອງຫົວຫນ້າພະແນກສຶກສາທີການ ແລະກິລາ, ຫົວໜ້າ, ຮອງຫົວໜ້າຂະແໜງການສຶກສາທີ່ກ່ຽວຂ້ອງ, ຄູປະສົບການທີ່ຂຽນຫຼັກສູດເຂົ້າຮ່ວມ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະເໜີໂຄງການຫຼັກສູດທ້ອງຖິ່ນກ່ຽວກັບ “ ການອະນຸລັກຮັກສາມໍລະດົກໂລກສຳລັບນະຄອນ-ຫຼວງພະບາງ ” ເຊິ່ງໂຄງການນີ້ມີຈຸດປະສົງ ເພື່ອເປັນການເກັບກຳຂໍ້ມູນ ແລະເອກະສານຕ່າງໆທີ່ກ່ຽວຂ້ອງກັບນະຄອນຫຼວງພະບາງໄວ້ໃຫ້ຮຸ່ນຫຼັງໄດ້ສຶກສາຄົ້ນຄວ້າ, ທັງເປັນການຮັກສາຮີດຄອງປະເພນີອັນດີງາມຂອງຊາດເວົ້າລວມ ເວົ້າສະເພາະກໍຄືຂອງຊາວນະຄອນຫຼວງພະບາງໃຫ້ຍືນຍົງຕະຫຼອດໄປ.ພ້ອມທັງເປັນການປູກຈິດສຳນຶກໃຫ້ຄູ ແລະ ນັກຮຽນຮູ້ຈັກຮັກບ້ານເກີດເມືອງນອນຂອງຕົນເອງ ແລະຮູ້ວິທີການຈັດຕັ້ງປະຕິບັດຮີດຄອງປະເພນີຕ່າງໆຢ່າງຖືກຕ້ອງ ແລະມີເຫດມີຜົນ. ຜົນທີ່ໄດ້ຮັບຂອງໂຄງການກໍ່ຄື ຄູ ແລະ ນັກຮຽນໃນໂຮງຮຽນສາມັນສຶກສາ ທັງຊັ້ນປະຖົມ ແລະມັດທະຍົມຈະໄດ້ຮັບຮູ້ກ່ຽວກັບປະຫວັດຄວາມເປັນມາຂອງນະຄອນຫຼວງພະບາງ, ວັດວາອາຮາມ, ວັດທະນະທຳດ້ານຕ່າງໆຂອງຊາວນະຄອນ ຫຼວງພະບາງ, ຄູ ແລະນັກຮຽນຈະເກີດມີຄວາມຮັກ ແລະຫວງແຫນວັດທະນະທໍາ ແລະຮີດຄອງປະເພນີອັນດີງາມຂອງບ້ານເກີດເມືອງນອນຕົນເອງ ແລະ ສະໝັກໃຈທີ່ຈະປະຕິບັດສິ່ງທີ່ດີງາມນີ້ໃຫ້ສືບທອດຕໍ່ໆໄປ.

ພ້ອມນີ້ຍັງໄດ້ຮັບຟັງຮູບແບບ ແລະວິທີການຂຽນຫຼັກສູດ ຕາມຄູ່ມືຂອງກະຊວງສຶກສາ, ໂຄງຮ່າງຫຼັກສຸດ ແຕ່ລະຊັ້ນເລີ່ມຈາກ ປ3-ປ5 ແບະມ1-ມ5, ເຊິ່ງນັກຮຽນຈະໄດ້ຮຽນຮູ້ຮິດຄອງປະເພນີອັນດີງາມຂອງຊາວຫຼວງພະບາງ, ການປາກເວົ້າ, ການນຸ່ງຖື, ອາຫານການກິນ, ວິທີການປົດປັກຮັກສາມໍລະດົກ ແລະອື່ນໆ. ພາຍຫຼັງສຳເລັດການຂຽນຫຼັກສູດຈະໄດ້ມີການທົດລອງສອນ ຊັ້ນປະຖົມໃນສົກຮຽນທີ່ຈະມາເຖິງນີ້.

ພິທີປູກຕົ້ນໄມ້ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ປະຈຳປີ 2022

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຈັດພິທີປູກຕົ້ນໄມ້ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ປະຈຳປີ 2022 ໃນຕອນເຊົ້າວັນທີ 31 ພຶດສະພານີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະ ມົນຕີ, ພ້ອມດ້ວຍ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ບັນດາການນໍາ, ຄູອາຈານ ແລະ ເດັກນັກຮຽນເຂົ້າຮ່ວມ.

ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ເພື່ອ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃນການເພີ່ມເນື້ອທີ່ປົກຫຸ້ມສີຂຽວໃນທົ່ວປະເທດ ໃຫ້ກວມອັດຕາສູງຂຶ້ນ 70% ພ້ອມທັງເປັນການປູກຈິດສຳນຶກ ໃຫ້ນ້ອງນ້ອຍເຍົາວະຊົນຮຸ່ນສືບທອດ ກໍ່ຄື ສະມາຊິກພັກ -ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າໃນການຟື້ນຟູ ແລະ ປົກປັກຮັກສາສະພາບແວດລ້ອມທາງທຳມະຊາດ ໃຫ້ມີຄວາມຂຽວສົດງົດງາມ, ຊຸ່ມຊື່ນ, ອຸດົມສົມບູນ, ທັງເປັນການຊ່ວຍຕ້ານ ແລະຫຼຸດຜ່ອນຜົນກະທົບທີ່ເກີດຈາກໄພພິ ບັດທຳມະຊາດ, ເນື່ອງໃນໂອກາດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 97 ປີ ໃນປີນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຈຶ່ງຈັດຂະບວນການປູກຕົ້ນໄມ້ ແລະ ກິດຈະກຳສະເຫຼີມສະຫຼອງສອງວັນສຳຄັນດັ່ງກ່າວ ພາຍໃຕ້ຄໍາຂັວນ “ການປູກຕົ້ນໄມ້ວັນນີ້ ເພື່ອອະນາຄົດລູກຫຼານພວກເຮົາໃນຕໍ່ໜ້າ”.

ໃນໂອກາດນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ ສະມາຊິກພັກ -ພະນັກງານ,ນ້ອງນ້ອຍລູກຫຼານ ແລະ ປະຊາຊົນລາວບັນ ດາເຜົ່າ ຈົ່ງສືບຕໍ່ປຸ້ມລຸມຄວາມສາມັກຄີເປັນປຶກແຜ່ນ, ເສີມຂະຫຍາຍທ່າແຮງທາງດ້ານພູມີປະເທດ ພ້ອມກັນພັດທະ ນາຂະແໜງການຕ່າງໆ ໃຫ້ມີຄວາມຍືນຍົງ, ເປັນມິດກັບສະ ພາບແວດລ້ອມ ແລະ ສູ້ຊົນປູກຕົ້ນໄມ້ເພື່ອເຮັດໃຫ້ເນື້ອທີ່ປ່າໄມ້ໃນລາວ ກວມຫຼາຍກວ່າ 70% ຂອງເນື້ອທີ່ປ່າໄມ້ໃນທົ່ວປະເທດ.

ນອກນີ້ ການປູກຕົ້ນໄມ້ວັນນີ້ ກໍເພື່ອອະນາ ຄົດອັນດີຂອງລູກຫຼານໃນອະນາຄົດອັນໃກ້ນີ້. ສໍາລັບຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ ແມ່ນຕົ້ນດອກຈໍາປາ ເຊີ່ງເປັນໄມ້ປະດັບ ເພື່ອປະກອບສ່ວນເຮັດໃຫ້ຫໍປະຊຸມແຫ່ງຊາດມີຄວາມສວຍງາມໃນຕໍ່ໜ້າ. ພາຍຫລັງສໍາເລັດພິທີປູກຕົ້ນໄມ້ ທ່ານ ພັນຄໍາ ວິພາວັນ ໄດ້ເຂົ້າຮ່ວມພິທີສະ ເຫລີມສະຫລອງວັນເດັກນ້ອຍສາກົນ ທີ່ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດເຊັ່ນດຽວກັນ, ພ້ອມທັງແຈກເຂົ້າໜົມໃຫ້ເດັກ ນ້ອຍ, ຊົມການສະແດງສິລະປະຂອງເດັກນ້ອຍ, ການຖາມ -ຕອບຄວາມຮູ້ທົ່ວໄປເພື່ອເອົາລາງວັນ ແລະ ຊົມການສະ ແດງກາຍະສິນຈາກກອງກາຍະສິນແຫ່ງຊາດ ຕື່ມອີກ.

ແຫຼ່ງຂ່າວ: Lao National Radio

ພາບ: ຈັນທະວອນ

ອອກເກັບເຫັດແລ້ວພົບເຫັນວັດຖຸສົງໄສຄ້າຍຄືຢາບ້າ ແຈ້ງຕໍາເຈົ້າໜ້າທີ່ກວດສອບ

ພົນລະເມືອງດີພົບເຫັນວັດຖຸສົງໃສແຈ້ງເຈົ້າໜ້າທີ່ກວດສອບ ພົບຢາບ້າຈຳນວນຫຼາຍ ພ້ອມແກ້ໄຂເປົ້າໝາຍໄດ້ 4 ຄົນ.

ໃນວັນທີ 22 ແລະ 29 ພຶດສະພາ 2022, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຢຶດຢາເສບຕິດໄດ້ຈຳນວນຫຼາຍ ພາຍຫຼັງພົນລະເມືອງດີອອກເກັບເຫັດແລ້ວພົບເຫັນວັດຖຸສົງໄສຄ້າຍຄືຢາບ້າແລ້ວແຈ້ງຕໍາເຈົ້າໜ້າທີ່ກວດສອບ ແລະ ປກສ ກຸ່ມທ່າງ່ອນ ລົງແກ້ໄຂເປົ້າໝາຍຢາເສບຕິດ ກັກຕົວໄດ້ 4 ຄົນ.

ເມື່ອບໍ່ດົນມານີ້ເຈົ້າໜ້າທີ່ ປກສ ເມືອງໄຊທານີ້ໃຫ້ຮູ້ວ່າ: ໃນວັນທີ 22 ພຶດສະພາ 2022 ໄດ້ຮັບແຈ້ງຈາກ ປກສ ກຸ່ມດົງໂດກ ວ່າ: ມີພົນລະເມືອງດີໄປເກັບເຫັດຢູ່ປ່າເຂດບ້ານຫ້ວຍເຕີຍຫາດ່ານຊ້າງ ແລ້ວໄປພົບເຫັນວັດຖຸຄ້າຍຄືຢາບ້າຖືກຖິ້ມໄວ້ໃນປ່າຂ້າງເສັ້ນທາງໃຫຍ່ລະຫວ່າງບ້ານຫ້ວຍເຕີຍຫາບ້ານໂນນສະອາດ.

ເຈົ້າຫນ້າທີ່ໜ່ວຍງານ 303 ຈຶ່ງໄດ້ລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາສະຖານທີ່ເກີດເຫດຕົວຈິງ ຈຶ່ງພົບເຫັນ: ຢາບ້າຈຳນວນ 07 ແພັກ ແລະ 20 ຖົງນ້ອຍ ຖືກຖິ້ມໄວ້ຢູ່ປ່າຂ້າງເສັ້ນທາງໃຫຍ່ລະຫວ່າງບ້ານດ່ານຊ້າງຫາບ້ານໂນນສະອາດ ຕາມທີ່ພົນລະເມືອງດີແຈ້ງ; ຈຶ່ງໄດ້ເຮັດບົດບັນທຶກແລ້ວເກັບກູ້ຂື້ນມາຮັກສາໄວ້ຢູ່ທີ່ ປກສ ເມືອງໄຊທານີ ແລະ ເລັ່ງສືບສວນຫາເຈົ້າຂອງຢາເສບຕິດຈຳນວນດັ່ງກ່າວມາຮັບໂທດ.

ນອກນັ້ນ, ໃນວັນອາທິດ ທີ່ 29 ພຶດສະພາ 2022 ເຈົ້າໜ້າທີ່ ປກສ ກຸ່ມທ່າງ່ອນ ລົງແກ້ໄຂເປົ້າໝາຍ ຄ້າຂາຍຢາເສບຕິດ ນໍາພາໂດຍ ພັທ ບຸນແຍງ ຫົວໜ້າ ປກສ ກຸ່ມ ສົມທົບກັບອົງການປົກຄອງບ້ານ ເຂົ້າກັກຕົວ ນາງ ລຸນ ອາຍຸ 30 ປີ ຢູ່ບ້ານອຸດົມຜົນ ກວດພົບຂອງກາງ ຢາບ້າ 10 ເມັດ ແລະ ທ້າວ ໂຍ ອາຍຸ 29 ປີ ຢູ່ບ້ານ ໂນນແຕ້ ແລ້ວໄດ້ສອບສວນຂະຫຍາຍຜົນນຳໄປສູ່ການກັກຕົວ ທ້າວ ໂອໄດ ອາຍຸ 36 ປີ ຢູ່ບ້ານອຸດົມຜົນ ແລະໄດ້ຊັດທອດຫາ ທ້າວ ຄອນ ອາຍຸ 22 ປີ. ດັ່ງນັ້ນ ທາງ ປກສ ກຸ່ມ ຈື່ງໄດ້ລົງສົມທົບກັບບ້ານກັກຕົວຜູ້ກ່ງວພ້ອມຂອງກາງ ຢາບ້າ ຈໍານວນ 38 ຖົງກັບ 140 ເມັດ.

ການແກ້ໄຂເປົ້າໝາຍຢາເສບຕິດຄັ້ງນີ້ຂອງ ປກສ ກຸ່ມທ່າງ່ອນ ສາມາດກັກຕົວ ໄດ້ 4 ຄົນ ຍີງ 1 ຄົນ ແລະ ຂອງກາງຢາບ້າທັງຫມົດ 7.750 ເມັດ, ເງິນ 800.000 ກີບ.

ແຫຼ່ງຂ່າວ: ຄວາມສະຫງົບ

ເກີດອັກຄີໄພ ໄຟໄໝ້ເຮືອນປະຊາຊົນ 3 ຫຼັງ ລຽນກັນ

ໃນເວລາ 14 ໂມງ 00 ນາທີ ຂອງວັນທີ 29 ພຶດສະພາ 2022 ໄດ້ເກີດເຫດການອັກຄີໄພ ໄຟໄໝ້ເຮືອນຂອງປະຊາຊົນຢູ່ບ້ານວຽງພັດທະນາ ເມືອງ ຜາອຸດົມ ແຂວງບໍ່ແກ້ວ ຈໍານວນ 03 ຫຼັງ ແລະ ເລົ້າເຂົ້າ 01 ຫຼັງ.

ມີ 04 ຄອບຄົວ, ມີພົນລະເມືອງ 21 ຄົນ, ຍິງ 10 ຄົນ. ໃນນັ້ນ, ມີຜູ້ໄດ້ຮັບບາດເຈັບ 01 ຄົນ. ສ່ວນສິ່ງຂອງເຄື່ອງໃຊ້ພາຍໃນເຮືອນແມ່ນເສຍຫາຍທັງໝົດ ມີເຂົ້າສານຈໍານວນ 120 ເປົ້າ, ຈັກໂມ້ເຂົ້າ 01 ເຄື່ອງ ລວມມູນຄ່າເສຍຫາຍປະມານ 80 ລ້ານກວ່າກີບ.

ສໍາລັບສາເຫດແມ່ນຍັງຢູ່ໃນຂັ້ນຕອນກວດກາຂອງຂະແໜງການທີ່ກ່ຽວຂ້ອງ.

ສະນັ້ນ, ພາກສ່ວນທີ່ກ່ຽວຂ້ອງຈິ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ໃນການໃຊ້ຟືນໄຟພາຍໃນຄົວເຮືອນໃຫ້ມີສະຕິລະວັງຕົວຕື່ມອີກ, ທັງນີ້, ກໍ່ເພື່ອເປັນການຫຼີກລ່ຽງຄວາມເສຍຫາຍທາງດ້ານຊັບສິນທີ່ເກີດຈາກອັກຄີໄພຕ່າງໆ.

ແຫຼ່ງຂ່າວ: ໜັງສືພິມບໍ່ແກ້ວ

ຄົນລາວຂັບລົດໄປໃສ່ນໍ້າມັນຢູ່ໄທຫຼາຍຂຶ້ນ

ຕາມການລາຍງານຂອງສຳນັກຂ່າວຊ່ອງ 3 ປະເທດໄທ ໃຫ້ຮູ້ວ່າ: ຄົນລາວຂັບລົດມາໃສ່ນໍ້າມັນໃນໄທຫຼາຍຂຶ້ນ, ໂດຍສະເພາະປໍ້າ ປຕທ ເຂດແຂວງໜອງຄາຍ ທີ່ໃກ້ກັບນະຄອນຫຼວງວຽງຈັນ ເມືອງກອມເກາະ ແຂວງໜອງຄາຍ ໄດ້ມີລົດໃຫຍ່ ທີ່ມີປ້າຍທະບຽນລາວ ບໍ່ວ່າຈະເປັນ ລົດສ່ວນຕົວ ລົດຕູ້ ລົດບັນທຸກນ້ອຍ ເຂົ້າມາເຕີມນໍ້າມັນໃນປໍ້າເປັນຈຳນວນຫຼາຍ ແລະ ສ່ວນໃຫຍ່ມັກຈະເຕີມເຕັມຖັງ ທັງກາຊວນ ແລະ ແອັດຊັງ.

ຮູບຈາກຂ່າວຊ່ອງວັນ

ເນື່ອງຈາກລາຄານໍ້າມັນໃນ ສປປ ລາວ ແພງຂຶ້ນ.

ລາຄານໍ້າມັນ ຈາກ ປຕຕ ໃນໄທ

.

ຖອນ ແລະ ແຕ່ງຕັ້ງຫົວໜ້າ ຕມ ດ່ານຊາຍແດນ ສາກົນນ້ໍາພ້າວ

ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານວິຊາສະເພາະລະຫວ່າງສູນກາງ ແລະ ທ້ອງຖີ່ນໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງ.

ໃນຕອນເຊົ້າວັນທີ 30 ພຶດສະພາ 2022 ນີ້ ທີ່ຫ້ອງປະຊຸມເບີ 01 ປກສ ແຂວງ ບໍລິຄໍາໄຊຈື່ງໄດ້ຈັດພິທີ ປະກາດຂ້ໍຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນ ຄວາມສະຫງົບ ວ່າດ້ວຍການຖອນ ແລະ ແຕ່ງຕັ້ງຫົວໜ້າ ຕມ ດ່ານຊາຍແດນ ສາກົນນ້ໍາພ້າວ ແລະ ແຕ່ງຕັ້ງ ຫົວໜ້າ ຕມ ດ່ານຊາຍແດນສາກົນປາກຊັນ ຂື້ນຢ່າງເປັນທາງການ.

ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ພັອ ສາຍສະໝິງ ສີວິໄລ ຄະນະພັກກົມໃຫຍ່ສັນຕິບານ ຫົວໜ້າກົມ ຕມ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ພັອ ຜາຂົງ ດອກມະນີຈັນ ຮອງເລຂາຄະນະພັກ ຮອງຫົວໜ້າ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ມີຫົວໜ້າຫ້ອງສັນຕິບານ, ຫົວໜ້າດ່ານຊາຍແດນສາກົນທັງ 02 ດ່ານ, ແຂກຖືກເຊີນຈາກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ພະແນກການທີ່ກ່ຽວຂ້ອງ ແລະ ຫົວໜ້າພະແນກວິຊາສະເພາະຫ້ອງສັນຕິບານ ເຂົ້າຮ່ວມ.

.

.

ແຫຼ່ງຂ່າວ: ຂ່າວ ປກສ ແຂວງ ບໍລິຄຳໄຊ

ເຮັດບົດບັນທຶກ ສຶກສາອົບຮົມ ກຸ່ມແກ້ງຂັບຂີ່ລົດໄວກວນເມືອງ, ດັດແປງລົດ

ເຈົ້າໜ້າທີ່ກອງຕຳຫຼວດຈະລາຈອນ ກອງບັນຊາການປກສ ເມືອງປາກລາຍ ເຮັດແທ້ ກວດລ້າງ ກຸ່ມແກ້ງ, ຂັບຂີ່ລົດໄວກວນເມືອງ, ດັດແປງສະພາບເຕັກນິກລົດ.

ໃນວັນທີ່ 25 ພຶດສະພາ 2022 ຢູ່ທີ່ ກອງບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ເຈົ້າໜ້າທີ່ ກອງຕຳຫຼວດຈະລາຈອນ ປກສ ເມືອງປາກລາຍ ໄດ້ແຈ້ງເຊີນໃຫ້ບັນດານັກຂັບຂີ່ ແລະ ພໍ່-ແມ່ ຜູ້ປົກ, ມາເຮັດບົດບັນທຶກ ສຶກສາອົບຮົມ, ກ່າວເຕືອນ ຕໍ່ຜູ້ລະເມີດກົດລະບຽບຈະລາຈອນ ໃນຕົວເມືອງປາກລາຍ,ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ພັທ ພູໄຊ ເມກຕະກຸນ ຄະນະພັກຮາກຖານ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງປາກລາຍ ຜູ່ຊີ້ນຳ ວຽກງານ ພະແນກຕຳຫຼວດ ມີບັນທ່ານ ພັທ ອານໂພທິໄຕ ຮອງພະແນກຕຳຫຼວດ ຜູ່ຊີ້ນຳ ກອງຕຳຫຼວດ ຈະລາຈອນ,ມີພະນັກງານວິຊາການ ຕຳຫຼວດຈະລາອນ, ກຸ່ມບ້ານສຸວັນນະພູມ ປກສ ເມືອງປາກລາຍ, ແລະ ພໍ່-ແມ່ ຜູ່ປົກຄອງ, ນັກຂັບຂີ່ຜູ່ກະທຳຜິດເຂົ້າຮ່ວມຢ່າງພ້ອມພຽງ.

ຈາກນັ້ນ ຮທ ໂຈ້ ສີວິໄລ ຮອງກອງຈະລາຈອນ ປກສ ເມືອງ ປາກລາຍ ໄດ້ຂຶ້ນຜ່ານຜົນຂອງການຈັດຕັ້ງປະຕິບັດລົງເກັບກຳຕິດຕາມກວດກາຕົວຈິງ ຂອງເຈົ້າໜ້າທີ່ ກອງຕຳຫຼວດຈະລາຈອນ ປກສ ເມືອງປາກລາຍ ໄດ້ແຈ້ງໃຫ້ຮູ້ວ່າ:ອີງຕາມຂໍ້ຕົກລົງ ຂອງກອງບັນຊາການ ປກສ ເມືອງປາກລາຍ ເລກທີ່ 419/ ປກສ.ມປລ ລົງວັນທີ່ 30 ເມສາ 2022 ແລະ ອີງຕາມແຜນວຽກປະຈຳອາທິດ,ອີງຕາມການລົງກວດກາຕົວຈິງໃນ ວັນທີ່ 30 ເມສາ 2022 ທີ່ຜ່ານມານີ້ ເຈົ້າໜ້າທີ່ ຕຳຫຼວດຈະລາຈອນ,ໄດ້ສົມທົບ ປກສ ກຸ່ມບ້ານ,ປກສ-ປກຊ ບ້ານ ໃນເຂດບ້ານ ສຸວັນນະພູມ ເມືອງປາກລາຍ ແຂວງໄຊຍະບູລີ ກວດກາພົບເຫັນນັກຂັບຂີ່ ບໍ່ເຖິງກະສຽນອາຍຸ ແລ່ນລົດໄວ,ໃຊ້ສຽງເນືອງນັນ,ດັດແປງສະພາບເຕັກນິກລົດ(ດັດແປງທໍ່ອາຍເສຍ), ຢາງນ້ອຍບໍ່ໄດ້ມາດຖານ,ບໍ່ມີເອກະສານລົດ, ບໍ່ມີໃບອານຸຍາດຂັບຂີ່ ແລະ ຂັບຂີ່ລົດໄວເປັນກຸ່ມແກ້ງ,ກວດກາພົບເຫັນມີຜູ້ລະເມີດທັງໝົດຈຳນວນ 15 ຄົນ,ມີຈຳນວນ 15 ຄັນ,ຈຶ່ງກັກໄວ້ຊົ່ວຄາວ ແລະ ຂຽນໃບສັ່ງຕາມການກະທຳຜິດ ຂອງນັກຂັບຂີ່ ເພື່ອແກ້ໄຂຕາມລະບຽບລັກການ.ລົດຈຳນວນ ດັ່ງກ່າວ ທາງເຈົ້າໜ້າທີ່ ຕຳຫຼວດຈະລາຈອນ ປກສ ເມືອງປາກລາຍ ໄດ້ເຮັດບົດບັນທຶກແກ້ໄຂຄະດີ ກ່າວເຕືອນ ຕາມຮູບການຂອງຜູ່ຂັບຂີ່ກະທຳຜິດ ພ້ອມດ້ວຍ ກັບພໍ່ແມ່ ຜູ່ປົກຄອງ ພ້ອມທັງໃຫ້ເຈົ້າຂອງລົດເອົາອຸປະກອນເດີມຂອງລົດມາປ່ຽນໃນສະພາບເດີມ ແລະ ປັບໃໝ ຕາມລະບຽບລັກການ ດຳລັດເລກທີ່ 188/ ນຍ.ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຈຶ່ງປ່ອຍອອກໄປໄດ້.

ໃນຕອນທ້າຍ ຍັງໄດ້ຮັບການໂອ້ລົມ ຂອງ ທ່ານ ພັທ ພູໄຊ ເມກຕະກຸນ ຄະນະພັກຮາກຖານ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກລາຍ ກ່ອນອື່ນທ່ານຍັງໄດ້ເປັນຫ່ວງເປັນໄຍ ຕໍ່ພໍ່-ແມ່ ຜູ່ປົກຄອງ ແລະ ລູກຫຼານຂອງຕົນເອງ, ທີ່ຈະຕ້ອງພ້ອມກັນເອົາໃຈໃສ່ ໃນການຂັບຂີ່, ເປັນເຈົ້າການຮັກສາ ຄວາມບໍ່ສະຫງົບໃນສັງຄົມ,ເປັນຕົ້ນແມ່ນ ດື່ມສິ່ງມືນເມົາແລ້ວຂັບຂີ່ລົດໄວ,ໃຊ້ສຽງດັງກາຍໂມງ ໃນຍາມກາງຄືນທີ່ໄດ້ກຳນົດ,ຂັບຂີ່ລົດເປັນກຸ່ມແກ້ງ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ເພື່ອເຫຼີກລ້ຽງປາສະຈາກບໍ່ໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນຫຼວງ.

ແຫຼ່ງຂ່າວ: ສະຖານີວິທະຍຸ FM98,00 ເມືອງປາກລາຍຂ່າວສານ ແລະ ບັນເທີງ

ເສບຢາບ້າຈົນເກີດພາບຫຼອນ ເຮັດໃຫ້ລົງມືໃຊ້ປືນຍິງຄົນເສຍຊີວິດ

ວັນທີ 29 ເມສາ ທີ່ຜ່ານມາ, ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງຈໍາປາສັກ ໄດ້ຮັບ ການແຈ້ງເຫດວ່າ: ມີການຄາດຕະກໍາເກີດຂຶ້ນຢູ່ບ້ານຫ້ວຍໂກະ ເມືອງປະທຸມພອນ, ມີຜູ້ເສຍຊີວິດ, ທ້າວ ດວງ ອາຍຸ 28 ປີຢູ່ບ້ານນາແຫກ ນະຄອນປາກເຊ ຖືກຍິງດ້ວຍອາວຸດປືນແກັບໃສ່ບໍລິເວນຫົວເບື້ອງຫຼັງ 1 ນັດ ເຮັດໃຫ້ເສຍຊີວິດຄາທີ່.

ເຈົ້າຫນ້າທີ່ ປກສ ແຂວງຈໍາປາສັກ ເປີດເຜີຍວ່າ: ຜູ້ລົງມືກໍ່ເຫດໃນຄັ້ງນີ້ຊື່ ທ້າວ ກິກ ອາຍຸ 25 ປີ ບ້ານຫນອງນໍ້າຂາວ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ຜ່ານການສອບສວນຜູ້ກ່ຽວສາລະພາບວ່າ: ໄດ້ເສບຢາເສບຕິດມາຫຼາຍປີແລ້ວ ແລະ ໃນມື້ເກີດເຫດໄດ້ໄປຊື້ຢາບ້າ ຈໍານວນ 10 ເມັດ ນໍາໄວລຸ້ນບໍ່ຮູ້ຊື່ມາເສບກັບຫມູ່ຈົນຫມົດ; ພາຍຫຼັງເສບຢາບ້າແລ້ວ, ຜູ້ກ່ຽວກັບຫມູ່ໄດ້ຂີ່ລົດອອກໄປສວນຢູ່ບ້ານຫ້ວຍໂກະ.

ພໍໄປຮອດສວນໄດ້ເຫັນພໍ່-ແມ່ຂອງຕົນ ແລະ ມີທ້າວດວງ (ຜູ້ເສຍຊີວິດ) ຢູ່ສວນນໍາກັນຜູ້ກ່ຽວຈຶ່ງໄດ້ຂຶ້ນໄປເທິງຖຽງ ເມື່ອນອນພັກຜ່ອນ ຈົນຮອດເວລາ 13:00 ໂມງຂອງວັນທີ 29 ເມສາ, ຈຶ່ງຕື່ນນອນ ແລະ ເກີດມີອາການພາບຫຼອນ, ຫາດຫງິດຢາກຮ້າຍ ແລະ ຄິດວ່າ ທ້າວດວງ ຈະມາຂ້າພໍ່-ແມ່ຂອງຕົນ ຈຶ່ງໄດ້ຈັບ ເອົາປືນ ແກັບທີ່ຍັດລູກປະໄວ້ແລ້ວຍ່າງໄປຢູ່ທາງດ້ານຫຼັງຂອງທ້າວ ດວງ ທີ່ນອນຫຼັບຢູ່ອູ່ກ້ອງຕະລ່າງຖຽງຫ່າງປະມານ 3 ແມັດ ແລ້ວຍິງໃສ່ບໍລິເວນຫົວ 1 ນັດ ເຮັດໃຫ້ ທ້າວ ດວງ ເສຍຊີວິດຄາທີ່. ຈາກນັ້ນ, ຜູ້ ກ່ຽວ ກໍ່ໄດ້ຫຼົບຫນີເຂົ້າປ່າ, ມາຮອດວັນທີ 30 ເມສາ 2022, ຈຶ່ງໄດ້ເຂົ້າມາມອບຕົວຕໍ່ເຈົ້າຫນ້າທີ່.

ປັດຈຸບັນຄະດີດັ່ງກ່າວ, ຍັງຢູ່ໃນຂັ້ນຕອນສໍານວນ-ສໍາເນົາເອກະສານສົ່ງໃຫ້ໄອຍະການແຂວງສືບຕໍ່ ດໍາເນີນຕາມຂັ້ນຕອນຂອງກົດຫມາຍ.

ແຫຼ່ງຂ່າວ: ຄວາມສະຫງົບ