Home Blog Page 69

ທ່ານຮອງນາຍົກ ລົງຕິດຕາມ ຊຸກຍູ້ວຽກງານ ການບໍລິການເຂົ້າ-ອອກ

ເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ບັນດາວຽກງານ ທີ່ຕິດພັນກັບການບໍລິການ ເຂົ້າ-ອອກເມືອງ ກໍ່ຄືການຮອງຮັບຄົນເຂົ້າ-ອອກເມືອງ ໃນເງື່ອນໄຂທີ່ ສປປ ລາວ ເປີດປະເທດເຕັມຮູບແບບ ໃຫ້ມີຄວາມຄວາມຄ່ອງຕົວ, ສະດວກ, ວ່ອງໄວ, ເປັນລະບຽບຮຽບຮ້ອຍ, ປອດໄພ, ມີປະສິດທິພາບ ແລະ ປະສິດທິຜົນສູງ.

ໃນຕອນເຊົ້າ ວັນທີ 13 ພຶດສະພາ ທີ່ຜ່ານມາ, ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ແລະ ສະໜາມບິນສາກົນວັດໄຕ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບສະພາບການເຄື່ອນ ໄຫວວຽກງານຂອງດ່ານ ເຫັນວ່າ: ຢູ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໃນໄລຍະວັນທີ 9-12 ພຶດສະພາ ມີຄົນຜ່ານດ່ານ ຂາເຂົ້າ ຈຳນວນ 1.619 ຄົນ, ຍິງ 675 ຄົນ; ຂາອອກ ຈໍານວນ 2.101 ຄົນ, ຍິງ 873 ຄົນ; ມີລົດເຂົ້າ 260 ຄັນ ແລະ ລົດອອກ 956 ຄັນ. ສໍາລັບຢູ່ສະໜາມບິນສາກົນວັດໄຕ, ໃນປະຈຸບັນ ມີສາຍການບິນ ເຂົ້າ-ອອກປະເທດ ຈຳນວນ 18 ຖ້ຽວ/ອາທິດ, ບິນໄປ 6 ປະເທດ ຄື:

ເກົາຫຼີໃຕ້, ໄທ, ຫວຽດນາມ, ສິງກະໂປ, ຈີນ ແລະ ມາເລເຊຍ; ໃນໄລຍະແຕ່ວັນທີ 9-12 ພຶດສະພາ ມີຜູ້ໂດຍສານຂາເຂົ້າຕ່າງປະເທດ ຈໍານວນ 691 ຄົນ, ຍິງ 188 ຄົນ; ຜູ້ໂດຍສານຂາອອກຕ່າງປະເທດ ຈຳນວນ 861 ຄົນ, ຍິງ 282 ຄົນ; ສະເພາະ ສາຍການບິນພາຍໃນ ມີສາຍການບິນລາວ ແລະ ສາຍການບິນລາວສະກາຍເວ,ໃນນັ້ນ ສາຍການບິນລາວ ບິນໄປ 7 ແຂວງ ຄື: ຈໍາປາສັກ, ສະຫວັນນະເຂດ, ຊຽງຂວາງ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ ແລະ ບໍ່ແກ້ວ; ສາຍການບິນລາວສະກາຍເວ ບິນໄປ 9 ແຂວງ ຄື: ຈຳປາສັກ, ສະຫວັນນະເຂດ, ຊຽງຂວາງ, ຫົວພັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ຜົ້ງສາລີ.ການລົງຊຸກຍູ້ຢູ່ແຕ່ລະຈຸດ, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ໄດ້ໄປກວດກາເບິ່ງ ສະຖານທີ່ ແລະ ຈຸດບໍລິການຕ່າງໆ, ລວມທັງ ການປະຕິບັດວຽກງານຕົວຈິງ ຂອງພະນັກງານ ພາຍໃນດ່ານ. ນອກຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຊີ້ນຳ ໃຫ້ພະນັກງານ ແລະ ເຈົ້າໜ້າທີ່ ພາຍໃນດ່ານ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ:

ເພີ່ມທະວີຄວາມເປັນແບບຢ່າງ ໃນການປະຕິບັດວຽກງານ ດ້ວຍຄວາມຮັບຜິດຊອບສູງ, ເຂັ້ມງວດຕາມກົດໝາຍ ແລະ ລະບຽບການ ໂດຍສະເພາະ ລະບຽບການຄຸ້ມຄອງດ່ານ ແລະ ຄົນເຂົ້າ-ອອກເມືອງ; ຫັນການບໍລິການຕ່າງໆ ດ້ວຍລະບົບທີ່ທັນສະໄໝ, ໂປ່ງໃສ ແລະ ສາມາດກວດສອບໄດ້; ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ບໍລິການ ຄົນເຂົ້າ-ອອກເມືອງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ວ່ອງໄວ, ສະຫງົບ ແລະ ປອດໄພ; ປະຕິບັດມາດຕະການເຂົ້າ-ອອກ ສປປ ລາວ ຕາມແຈ້ງການ ສະບັບເລກທີ 627/ຫສນຍ, ລົງວັນທີ 7 ພຶດສະພາ 2022; ກໍລະນີ ມີບັນຫາຕ່າງໆເກີດຂຶ້ນ ແມ່ນໃຫ້ລາຍງານຂັ້ນເທິງ ດ້ວຍຄວາມວ່ອງໄວ ແລະ ທັນການ; ກວດກາຄືນ ບັນດານິຕິກຳ ທີ່ຮັບໃຊ້ໜ້າທີ່ວຽກງານ ຖ້າຫາກຍັງມີຈຸດໃດ ທີ່ເຫັນວ່າ ຍັງບໍ່ທັນຈະແຈ້ງ ແລະ ບໍ່ທັນຄົບຖ້ວນ ແມ່ນໃຫ້ນຳສະເໜີພາກສ່ວນກ່ຽວຂ້ອງ ພິຈາລະນາປັບປຸງແກ້ໄຂ ຕາມຂັ້ນຕອນ ແລະ ລະບຽບການ.

ພາບ ແລະ ຂ່າວ: ກົມປະຊາສຳພັນ

ຫສນຍ ຍົກສູງຄຸນນະພາບວຽກງານເສນາທິການ ໃນໄລຍະໃໝ່

ວັນທີ 12 ພຶດສະພາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາ ລື ກ່ຽວກັບ “ການຍົກສູງຄຸນນະພາບວຽກງານເສນາທິການ ໃນໄລຍະໃໝ່” ຮ່ວມກັບບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາແຂວງໃນທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ, ໂດຍການເປັນປະທານ ຂອງທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າ ຫສນຍ; ມີບັນດາຮອງລັດ ຖະມົນຕີ, ຮອງຫົວໜ້າອົງການທຽບເທົ່າກະຊວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າຫ້ອງ ການກະຊວງ-ອົງການ, ຫົວໜ້າຫ້ອງວ່າການແຂວງ-ນະ ຄອນຫຼວງວຽງຈັນ ແລະ ຄະນະກົມ ພາຍໃນ ຫສນຍ ເຂົ້າ ຮ່ວມ.


ກອງປະຊຸມ ເພື່ອປັບປຸງຄຸນນະພາບການເປັນເສນາທິ ການໃນໄລຍະໃໝ່ ແລະປັບປຸງຮອບດ້ານ ວຽກງານເສນາທິ ການຮັບໃຊ້ຂັ້ນເທິງ ກໍ່ຄືການບໍລິການຮັບໃຊ້ປະຊາຊົນ ໂດຍສະເພາະ ເພື່ອປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິ ບັດວຽກງານສຳຄັນ ຈຳນວນໜຶ່ງ ເປັນຕົ້ນ ການຈັດຕັ້ງປະຕິ ບັດລະບຽບແລະກົນໄກການເຮັດວຽກຂອງລັດຖະບານ ຊຸດ ທີ IX ຕາມຂໍ້ຕົກລົງ ສະບັບເລກທີ 41/ນຍ, ລົງວັນທີ 30 ເມສາ 2021 ຕິດພັນກັບພາລະບົດບາດການເປັນເສນາ ທິການ, ການປະສານງານຂອງບັນດາຂະແໜງການຂັ້ນສູນ ກາງ ແລະ ທ້ອງຖິ່ນ; ຜ່ານຮ່າງບົດສະຫຼຸບວຽກງານພົ້ນເດັ່ນ ປະຈຳອາທິດ, ເດືອນ, 3 ເດືອນ ແລະປະຈຳປີຂອງທ້ອງຖິ່ນ ຕໍ່ລັດຖະບານ ແລະ ແຜນວຽກຈຸດສຸມ ໃນຕໍ່ໜ້າ; ຊຸກຍູ້ຂະ ແໜງການ ແລະທ້ອງຖິ່ນໃນການປະຕິບັດວຽກງານຮີບດ່ວນຈຳນວນໜຶ່ງ ເຊັ່ນ: ການເປີດປະເທດ, ການຈັດຕັ້ງປະ ຕິບັດ 2 ວາລະແຫ່ງຊາດ ຕິດພັນກັບແກ້ໄຂບັນຫານໍ້າມັນເຊື້ອໄຟ, ເງິນຕາ, ການຂົນສົ່ງຢູ່ດ່ານຊາຍແດນ. ນອກຈາກນັ້ນ ຍັງເປັນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດານິຕິກຳຂອງລັດຖະບານ ເປັນຕົ້ນດຳລັດ ສະບັບເລກ ທີ 599/ນຍ, ລົງວັນທີ 29 ກັນຍາ 2021 ວ່າດ້ວຍລົດຂອງລັດ ກໍ່ຄືມາດຕະການປະຢັດມັດທະຍັດ ແລະແຈ້ງການທິດ ຊີ້ນຳຕ່າງໆຂອງລັດຖະບານ, ພ້ອມທັງແລກປ່ຽນຂໍ້ມູນກ່ຽວກັບສະພາບຄວາມເປັນຈິງຂອງບັນດາຂະແໜງການ ສູນກາງ ແລະ ທ້ອງຖິ່ນ.

ໃນໂອກາດນີ້, ຜູ້ຕາງໜ້າບັນດາ ກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້ຜັດປ່ຽນກັນລາຍງານ ແລະ ແລກປ່ຽນຄຳຄິດເຫັນ ຕໍ່ການຈັດຕັ້ງປະຕິບັດວຽກງານ ທີ່ຕິດພັນກັບຂະແໜງການ ແລະ ທ້ອງຖິ່ນຂອງຕົນ ໂດຍສະ ເພາະ ບັນດາຫົວຂໍ້ທີ່ທ່ານປະທານກອງປະຊຸມໄດ້ເຈາະຈີ້ມ, ລວມທັງ ສະພາບພົ້ນເດັ່ນຕ່າງໆ. ນອກຈາກນີ້, ກອງປະຊຸມ ຍັງລະດົມຄວາມຄິດເຫັນຈາກຜູ້ເຂົ້າຮ່ວມ ເພື່ອນຳໄປຄົ້ນຄວ້າ ແກ້ໄຂຂໍ້ຄົງຄ້າງ ແລະ ບັນຫາຫຍຸ້ງຍາກຕ່າງໆ ທີ່ກຳລັງປະເຊີນ ໃນປະຈຸບັນ.

ຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ມີຄຳເຫັນສະ ຫຼຸບ, ສັງລວມຜົນຂອງກອງປະຊຸມຄັ້ງນີ້, ພ້ອມທັງເນັ້ນໜັກ ໃຫ້ບັນດາຫ້ອງການກະຊວງ-ອົງການທຽບເທົ່າ ແລະ ຫ້ອງວ່າການແຂວງ-ນະຄອນຫຼວງວຽງຈັນ ເອົາໃຈໃສ່ວຽກງານການເປັນເສນາທິການ ຕື່ມບາງດ້ານ ເປັນຕົ້ນ ຕ້ອງກຳນົດວິ ໄສທັດວຽກງານຫ້ອງວ່າການ ຫຼື ຫ້ອງການຂອງຕົນຢ່າງຊັດ ເຈນ ເພື່ອຮັບປະກັນ ໃຫ້ສາມາດຕອບສະໜອງຄວາມຮຽກ ຮ້ອງຕ້ອງການໃນການບໍລິຫານວຽກງານ ແຕ່ລະຂັ້ນ ແລະ ແຕ່ລະໄລຍະ;ມີຄວາມກ້າຫານໃນການໃຫ້ທັດສະນະຕ່າງໆ ແກ່ຂັ້ນເທິງ ບົນພື້ນຖານຂໍ້ມູນຖືກຕ້ອງ, ແທດຕົວຈິງ, ສອດ ຄ່ອງກັບລະບຽບກົດໝາຍ, ມີວິທະຍາສາດ ແລະ ມີຫຼາຍທາງເລືອກ; ຫ້ອງວ່າການ, ຫ້ອງການ ຕ້ອງກຳສະພາບການຮອບດ້ານໃຫ້ໄດ້ ທັງວຽກງານສາຍຕັ້ງ ແລະ ສາຍຂວາງ, ພ້ອມກັນນັ້ນ ພະນັກງານທີ່ເຮັດໜ້າທີ່ເສນາທິການ ກໍ່ຕ້ອງຄິດໄວ, ຫູໄວ, ຕາໄວ, ເຮັດວຽກໄວ ແລະ ຄາດຄະເນລ່ວງ ໜ້າໄດ້ດີ. ນອກຈາກນັ້ນ ການປະສານງານ ກໍ່ໃຫ້ມີຄວາມຄ່ອງຕົວ ທັງໂດຍກົງ ແລະ ຮູບແບບທາງການ ເພື່ອໃຫ້ໄດ້ຂໍ້ມູນທີ່ຫຼາກຫຼາຍ, ຖືກຕ້ອງ ແລະ ຊັດເຈນ ແນໃສ່ເຮັດໃຫ້ການເປັນເສນາທິການໃຫ້ແກ່ການນຳທຸກຂັ້ນ ໂດຍສະເພາະ ການປະສານງານມີຄວາມຄ່ອງຕົວ, ການບໍລິຫານ ແລະຈັດ ຕັ້ງປະຕິບັດວຽກງານ ທັງແບບປົກກະຕິ ແລະ ຮີບດ່ວນ ມີຄວາມສະດວກ, ວ່ອງໄວ, ທັນສະໄໝ-ທັນການ, ໂປ່ງໃສ, ຮັກສາໄດ້ຄວາມລັບ, ມີປະສິດທິພາບ ແລະປະສິດທິຜົນສູງ ຂຶ້ນ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.

ປຸກກີ້ ສະເຫລີມບຸຜາ ຍາດໄດ້ຫຼຽນທອງທຳອິດ!

ການແຂ່ງຂັນຊີເກມຄັ້ງທີ 31 ຈະເລີ່ມເປີດສາກຢ່າງເປັນທາງການ ໃນວັນທີ 12 ພຶດສະພາ 2022 ແຕ່ການແຂ່ງຂັນບາງປະເພດກິລາແມ່ນໄດ້ເລີ່ມຂຶ້ນແລ້ວ.

ຕາມການລາຍງານຂອງ Lao su su ລາວ ສູ້ ສູ້ ໃຫ້ຮູ້ວ່າ: ນັກກິລາທີມຊາດລາວ ເລີ່ມຕົ້ນທີ່ນັກກິລາ ປັນຈັດສີລັດ ມື້ວານນີ້ 10 ພຶດສະພາ 2022 ລົງແຂ່ງຂັນ 03 ລຸ້ນ ໃນປະເພດ ຟ້ອນ ດ່ຽວຍິງ ດຽວຊາຍ ແລະ ຄູ່ຊາຍ ປະເພດດ່ຽວຊາຍ ນັກກິລາລາວໄດ້ແກ່ ຈອມສີ ໄຊຍະສານ ພົບກັບ ນັກກິລາ ຈາກປະເທດໄທ ຜົນການແຂ່ງຂັນ ເປັນນັກກິລາໄທເອົາຊະນະ.

ສ່ວນປະເພດ ຄູ່ຊາຍ ນັກກິລາປະກອບດ້ວຍ ວັນໄຊ ບຸນນວົງ ຄູ່ກັບ ອາລິສັກ ແສງສຸວົງ ພົບກັບ ນັກກິລາ ປະເທດໄທ ຜົນການແຂ່ງຂັນ ເປັນນັກກິລາໄທ ຊະນະ.

ສ່ວນການແຂ່ງຂັນປະເພດຟ້ອນດຽວ ນາງ ປຸກກີ້ ສະເຫລີມບຸຜາ ເອົາຊະນະ ນັກກິລາ ທີມຊາດ ສິງກະໂປ ດ້ວຍຄະແນນ 9,900 ຕໍ່ 9,420 ຄະແນນ ເຮັດໃຫ້ ປຸກກີ້ ຕ້ອງເຂົ້າໄປຊິງຫລຽນເງີນ ໃນພາກແລງ ຂອງມື້ວານນີ້ ໂດຍພົບກັບນັກກິລາທີມຊາດ ອິນໂດນີເຊຍ ເຊິ່ງເປັນເເຊ້ມເກົ່າ ຜົນການແຂ່ງຂັນ ເປັນແຊ້ມເກົ່າເອົາຊະນະໄປ ເຮັດໃຫ້ ປຸກກີ້ ໄດ້ອັນດັບ 03 ຮັບຫຼຽນທອງ ໄປ ພີທີມອບຫລຽນຈະມີຂື້ນ ຕອນບ່າຍ ຂອງມື້ນີ້ 11 ພຶດສະພາ 2022.

ຂໍ້ມູນ ແລະ ຮູບພາບ: Lao su su ລາວ ສູ້ ສູ້

ອະນຸມັດສິດອໍານວຍຄວາມສະດວກ ດ້ານພາສີ ແລະ ອາກອນໃຫ້ແກ່ບໍລິສັດເປໂຕຣຫວຽດນາມ

ມອບຂໍ້ຕົກລົງອະນຸມັດສິດອໍານວຍຄວາມສະດວກ ດ້ານພາສີ ແລະ ອາກອນໃຫ້ແກ່ບໍລິສັດເປໂຕຣຫວຽດນາມອອຍລາວ ຈຳກັດ.

 ໃນວັນທີ 10 ພຶດສະພາ 2022 ທີ່ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດພິທີມອບຂໍ້ຕົກລົງວ່າດ້ວຍການອະນຸມັດສິດອໍານວຍຄວາມສະດວກ  ດ້ານພາສີ ແລະ ອາກອນໃຫ້ແກ່ບໍລິສັດເປໂຕຣຫວຽດນາມອອຍລາວ ຈຳກັດ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 1185/ກງ  ໂດຍການມອບຂອງທ່ານ ໄພທູນ ທ່ຽງລະໄມ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ແລະ ຕາງໜ້າຮັບ ທ່ານ ບຸຍ ຮິວ ກວ່ານ ຜູ້ອໍານວຍການໃຫຍ່ ບໍລິສັດ ເປໂຕຣຫວຽດນາມອອຍລາວ ຈຳກັດ ມີກົມພາສີ,  ກົມສ່ວຍສາອາກອນ, ມີກົມການຄ້າພາຍໃນກະຊວງອຸດສາຫະກໍາ ແລະ ການຄ້າ,  ສະພາອຸດສາຫະກຳ ແລະ ການຄ້າ, ມີພາສີ,  ສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ,   ບໍລິສັດ ເປໂຕຣຫວຽດນາມ ອອຍ ບໍລິສັດ ເອັນພິທີການຄ້ານໍ້າ ມັນເຊື້ອໄຟມະຫາຊົນ,  ບໍລິສັດທີ່ທີ່ພາວເວີ ແລະ ບໍລິສັດນໍ້າມັນເຊື້ອໄຟດາລາຈະເລີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການມອບຂໍ້ຕົກລົງໃນຄັ້ງນີ້  ແມ່ນມອບໃຫ້ແກ່ບໍລິສັດນໍາເຂົ້າ-ສົ່ງອອກນໍ້າມັນເຊື້ອໄຟ ທີ່ປະຕິບັດເງື່ອນໄຂ 10 ຂໍ້ຄົບຖ້ວນຕາມແຈ້ງການຂອງກະຊວງການເງິນ ສະບັບເລກທີ 4491/ກງ ລົງວັນທີ 14 ກັນຍາ 2021 ເປັນຕົ້ນ ການເຊື່ອມຕໍ່ຂໍ້ມູນການຂາຍ ແລະ ລະບົບສາງກັບລະບົບ TaxRIS ຂອງກະຊວງການເງິນ ເຊິ່ງຈະໄດ້ຮັບສິດຜົນປະໂຫຍດການເລື່ອນຊຳລະຄ່າອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ ໃນເວລານໍາເຂົ້ານໍ້າມັນເຊື້ອໄຟ 30 ວັນ ແລ້ວຈຶ່ງກັບໄປຊຳລະຄືນ ອຳນວຍຄວາມສະດວກໃນເວລາກວດກາສິນຄ້າຢູ່ດ່ານນຳເຂົ້າ,  ປັດຈຸບັນ ບໍລິສັດ ເປໂຕຣຫວຽດນາມອອຍລາວຈຳກັດ ເປັນບໍລິສັດທີສອງທີ່ໄດ້ຮັບສິດອຳນວຍຄວາມ ສະດວກດັ່ງກ່າວຕໍ່ຈາກບໍລິສັດ ປີໂຕເທດ ນຳເຂົ້າສົ່ງອອກ ຈຳກັດ ແລະ ກໍມີບໍລິສັດນໍ້າມັນເຊື້ອໄຟອື່ນໆ ທີ່ເປັນເປົ້າໝາຍ ໃນການປັບປຸງເງື່ອນໄຂຂອງບໍລິສັດຕົນໃນການເຂົ້າຮ່ວມປະຕິບັດຕາມແຈ້ງການຂອງກະຊວງການເງິນ ເລກທີ 4491/ກງ.

ໂອກາດດັ່ງກ່າວ, ທ່ານ ໄພທູນ ທ່ຽງລະໄມ ໄດ້ມີຄໍາເຫັນໃນພິທີວ່າ: ການມອບຂໍ້ຕົກລົງຄັ້ງນີ້ເປັນບາດກ້າວໃໝ່ ເປັນວຽກບູລິມະສິດໜຶ່ງ ເປັນການລິເລີ່ມເຊື່ອມຕໍ່ຂໍ້ມູນລະຫວ່າງ ພາກລັດ ແລະ ພາກທຸລະກິດ ໂດຍການຫັນເປັນທັນສະໄໝ ທີ່ທາງພາກລັດສາມາດຕິດຕາມຂໍ້ມູນການຂາຍ ແລະ ຂໍ້ມູນສາງນໍ້າມັນຂອງບໍລິສັດ ໄດ້ທັນທີທຸກເວລາ ທີ່ມີການເຄື່ອນໄຫວ ເຊິ່ງເປັນກົນໄກໃໝ່ທີ່ຫຼຸດຜ່ອນເວລາໃນການຕິດຕາມກວດກາຂອງພາກລັດ ສ້າງຄວາມໂປ່ງໃສໃນການດໍາເນີນທຸລະກິດນໍ້າມັນເຊື້ອໄຟ ແລະ ສ້າງເປັນ ບໍລິສັດຕົວແບບໃນການຮ່ວມມືກັບພາກລັດນຳອີກດ້ວຍ.

ຂໍ້ມູນ: ກະຊວງການເງິນ

ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມລິກາ ທີ່ ວໍຊິງຕັນ

ໃນຕອນຄໍ່າ ວັນທີ 10 ພຶດສະພາ ທີ່ຜ່າມາ, ທີ່ສະໜາມບິນສາກົນວັດໄຕ, ທ່ານ ນາງ ຈອຍ ຊາກຸໄຣ, ຮອງເອກອັກຄະລັດຖະທູດ ສະຖານທູດສະຫະລັດອາເມລິກາ ປະຈຳນະຄອນຫຼວງວຽງຈັນ ໄດ້ຮ່ວມອວຍພອນພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຈາກ ສປປ ລາວ ໃຫ້ເດີນທາງຢ່າງສະຫວັດດີພາບ ໃນການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມລິກາ ທີ່ ວໍຊິງຕັນ.

ກອງປະຊຸມສຸດຍອດອາຊຽນໄດ້ສະແດງໃຫ້ເຫັນບຸລິມະສິດຂອງສະຫະລັດອາເມລິກາໃນຂົງເຂດອິນໂດ-ປາຊີຟິກທີ່ເສລີ ແລະ ເປີດກວ້າງ ໂດຍອີງໃສ່ຄວາມໝາຍໝັ້ນຮ່ວມກັນ, ເພື່ອຜົນປະໂຫຍດຮ່ວມກັນ ລວມເຖິງການເຄົາລົບໃນຄວາມເປັນສູນກາງອາຊຽນທີ່ເຂັ້ມແຂງ, ມີອຳນາດອະທິປະໄຕ ແລະ ເປັນເອກະລາດ ແລະ ເຄົາລົບສິດທິມະນຸດ ແລະ ລັດແຫ່ງກົດໝາຍ.

ຂໍ້ມູນຈາກ: U.S. Embassy Vientiane

ບ້ານໃດໃຫ້ຫຼາຍກວ່ານີ້ບໍ່? ບຸນບັ້ງໄຟທາງພາກໃຕ້

ບຸນບັ້ງໄຟ ແມ່ນປະເພນີທີ່ສຳຄັນ ເຊິ່ງໄດ້ສືບທອດຕໍ່ກັນມາແຕ່ບູຮານນະການ ທີ່ຫຼາຍເຂດບ້ານ ຍັງຮັກສາ ແລະ ປະຕິບັດຈັດບຸນດັ່ງກ່າວໃນແຕ່ລະປີ. ເຊິ່ງມື້ນີ້ິ້ຈະພາທຸກຄົນມາເບິ່ງພາບບັນຍາກາດຂອງບຸນປັ້ງໄຟທາງພາກໃຕ້ ບອກເລີຍວ່າ ເຕັມທີ່ສຸດໆ.

.

.

.

ຂໍອະນຸຍາດເຈົ້າຂອງພາບ

.

ຂໍອະນຸຍາດເຈົ້າຂອງພາບ

.

ນີ້ຄືບຸນບັ້ງໄຟບ້ານຫ້ວຍຍາງ ເມືອງຊະນະສົມບູນ ແຂວງຈຳປາສັກ ບອກໄດ້ເລີຍວ່າ ຄຶກຄື້ນຂະໜາດ.

ຮູບພາບ: ຜະລິດຕະພັນລາວ LaoProducts

ລັດເລັ່ງແກ້ໄຂນໍ້າມັນບໍ່ພຽງ!

ລັດຖະບານ ເລັ່ງແກ້ໄຂບັນຫານໍ້າມັນເຊື້ອໄຟເພື່ອໃຫ້ສັງຄົມໄດ້ນຳໃຊ້ໃນລາຄາປົກກະຕິ ແລະ ພຽງພໍຂປລ. ປັດຈຸບັນ, ລັດຖະບານ ພວມເລັ່ງແກ້ໄຂ ບັນຫານໍ້າມັນເຊື້ອໄຟຂາດຕະ ຫລາດ ໃນ ສປປ ລາວ ແລະ ບັນຫາການເໜັງຕີງຂຶ້ນ-ລົງຂອງລາຄານໍ້າມັນ ເພື່ອເຮັດໃຫ້ສັງຄົມ ກໍຄື ຜູ້ຊົມໃຊ້ໃນຂອບເຂດທົ່ວປະເທດ ໄດ້ນໍາໃຊ້ນໍ້າມັນໃນລາຄາປົກກະຕິ ແລະ ພຽງພໍກັບຄວາມຮຽກຮ້ອງຕ້ອງການ ເຊິ່ງລັດຖະບານຈະເລັ່ງຈັດຕັ້ງປະຕິບັດ ແກ້ໄຂບັນຫາດັ່ງກ່າວເປັນແຕ່ລະໄລຍະ ຄື: ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 10 ພຶດສະພາ 2022 ນີ້ວ່າ: ປັດຈຸບັນ, ລັດຖະບານພວມເລັ່ງແກ້ໄຂບັນຫາໄລຍະສັ້ນ ກໍຄື ເຮັດໃຫ້ປະຊາຊົນ ໄດ້ນຳໃຊ້ນໍ້າມັນຢ່າງພຽງພໍ ເຊິ່ງລັດຖະບານ ຈະສະໜອງເງິນຕາຕ່າງປະເທດ ໃຫ້ບາງບໍລິສັດທີ່ນໍາເຂົ້ານໍ້າມັນເຊື້ອໄຟ ໃຫ້ໄດ້ 50% ຂຶ້ນໄປ, ສ່ວນໄລຍະກາງ ລັດຖະບານ ຈະເຈລະຈາກັບແຫລ່ງນໍ້າມັນອື່ນ ທີ່ສາມາດສະໜອງນໍ້າມັນໃຫ້ໄດ້ ເຊິ່ງຜ່ານມາ ສປປ ລາວ ແມ່ນນໍາເຂົ້ານໍ້າມັນເຊື້ອໄຟຈາກ ປະເທກສິງກະໂປ, ໄທ ແລະ ຫວຽດນາມ ແລະ ການແກ້ໄຂບັນຫາໄລຍະຍາວ ລັດຖະ ບານ ຈະສະໜອງເງິນຕາຕ່າງປະເທດ ໃຫ້ທຸກບໍລິສັດນໍາເຂົ້ານໍ້າມັນ ໃຫ້ໄດ້ 100% ເພື່ອເຮັດໃຫ້ນໍ້າມັນ ພຽງພໍ່ກັບຄວາມຕ້ອງການຂອງສັງຄົມ, ພ້ອມທັງຈະໂຄສະນາເຜີຍແຜ່ ບັນ ຫາການເໜັງຕີງ ຂອງລາຄານໍ້າມັນ ໃຫ້ສັງຄົມເຂົ້າໃຈໄປໃນທິດທາງດຽວກັນ. ທ່ານ ຄໍາແພງ ໄຊສົມແພງ ຍັງໃຫ້ຮູ້ອີກວ່າ: ສປປ ລາວ ເປັນປະເທດນໍາເຂົ້າ ນ້ຳມັນເຊື້ອໄຟ ຈາກຕ່າງປະເທດ 100% ເຊິ່ງປັດຈຸບັນ, ຈາກສະພາບການຂອງໂລກ ທີ່ມີການປ່ຽນແປງ ສົ່ງຜົນເຮັດລາຄານໍ້າມັນເຊື້ອໄຟໃນຕະຫລາດໂລກ ໂດຍສະເພາະ ລາຄານໍ້າມັນເຊື້ອໄຟສໍາເລັດຮູບຕະຫລາດສິງກະໂປ ຍັງສືບຕໍ່ເໜັງຕີງຂຶ້ນສູງ.

ຈາກລາຄານ້ຳມັນເຊື້ອໄຟທົ່ວໂລກສູງຂຶ້ນແນວນີ້ ແນ່ນອນວ່າ ມັນໄດ້ສົ່ງຜົນໂດຍກົງເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟພາຍໃນປະເທດເຮົາປັບຂຶ້ນ ເຊິ່ງການປັບລາຄາໃນຄັ້ງວັນທີ 30 ເມສາ 2022 ທີ່ຜ່ານມາ ແມ່ນມີຄວາມຈຳເປັນ ເພື່ອໃຫ້ເຮັດໃຫ້ລາຄາປັບປ່ຽນທັນຕາມສະພາບ ການ ເຖິງແມ່ນວ່າ ການປັບລາຄາຂາຍຍ່ອຍນໍ້າມັນແອັດຊັງພິເສດ ຂຶ້ນ 1.110 ກີບ/ລິດ, ນໍ້າມັນແອັດຊັງທໍາມະດາ ປັບຂຶ້ນ 910 ກີບ/ລິດ ແລະ ນໍ້າມັນກາຊວນ ປັບຂຶ້ນ 930 ກີບ/ລິດ ແລ້ວກໍຕາມ, ແຕ່ດ້ວຍປັດໄຈພາຍນອກ ຄຽງຄູ່ກັນບັນຫາອັດຕາແລກປ່ຽນເງິນຕາຕ່າງປະເທດ ມີສ່ວນຜິດດ່ຽງສູງລະຫວ່າງທະນາຄານທຸລະກິດ ກັບຮ້ານແລກປ່ຽນເງິນ, ການປະຕິບັດມາດຕະການຄວບຄຸມ ແລະ ປ້ອງກັນການແພ່ລະບາດຂອງພະຍາດ ໂຄວິດ-19 ທີ່ຕ້ອງເພີ່ມຂັ້ນຕອນ ແລະ ເພີ່ມລາຍຈ່າຍຂອງຜູ້ປະກອບການ ເຮັດໃຫ້ຫລາຍບໍລິສັດຢູ່ໃນສະພາບຂາດທຶນ ແລະ ບໍ່ສາມາດນຳເຂົ້ານ້ຳມັນເຊື້ອໄຟມາຮັບໃຊ້ສັງຄົມໄດ້ຢ່າງທົ່ວເຖິງ. ອີກດ້ານໜຶ່ງ, ເຫັນວ່າມີບາງບໍລິສັດ ທີ່ມີການເຄື່ອນໄຫວບໍ່ຖືກຕ້ອງ ໂດຍສະເພາະແມ່ນປ້ຳບໍລິການນ້ຳມັນເຊື້ອໄຟ ຈຳນວນໜຶ່ງ ມີການລັກລອບຊື້ນ້ຳມັນຈາກພາກສ່ວນອື່ນມາລົງປ້ຳ, ບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ແລະ ບໍລິສັດຈຳໜ່າຍພາຍໃນ ທີ່ມີລະບົບສາງຈຳນວນໜຶ່ງ ສວຍໂອກາດກັກຕຸນນ້ຳມັນໃນໄລຍະ ທີ່ຈະມີການປັບລາຄານ້ຳມັນເຊື້ອໄຟ ແລະ ບໍ່ປະຕິບັດຕາມລາຄາທີ່ລັດ ອອກແຈ້ງການແຕ່ລະຄັ້ງ.

ບັນດາບໍລິສັດ ຜູ້ນໍາເຂົ້ານ້ຳມັນເຊື້ອໄຟ ຂອງ ສປປ ລາວ ໄດ້ປະສົບຫລາຍບັນຫາ ໂດຍບໍ່ສາມາດນໍາເຂົ້າໄດ້ ຕາມປະລິມານຄວາມຕ້ອງການ ເນື່ອງຈາກມື້ນຳເຂົ້າ ຫລື ມີການຊຳລະເງິນຄ່ານ້ຳມັນເຊື້ອໄຟ ແຕ່ລາຄາໂຄງສ້າງພາຍໃນຍັງບໍ່ປັບຂຶ້ນທຽບກັບລາຄາໂລກ ເຮັດໃຫ້ບໍລິສັດ ຕ້ອງດຳເນີນທຸລະກິດໃນສະພາບຂາດທຶນ, ອີກບັນຫາໜຶ່ງກໍ່ແມ່ນ ຍ້ອນການຂາດແຄນເງິນຕາ ເນື່ອງຈາກ ການຈຳໜ່າຍນໍ້າມັນຢູ່ປ້ຳພາຍໃນເປັນເງິນກີບ, ແຕ່ການສຳລະຄ່ານໍ້າມັນຜູ້ສະໜອງຢູ່ຕ່າງປະເທດ ເປັນເງິນຕາ ຈຶ່ງເປັນສາເຫດໃຫ້ການນຳເຂົ້ານໍ້າມັນ ປະເຊີນຫນ້າກັບ ຄວາມຫຍຸ້ງຍາກ ແລະ ມີປະລິມານນຳເຂົ້າທີ່ຫລຸດລົງ, ການນຳມາຈຳໜ່າຍໃຫ້ລູກຄ້າ ກໍມີປະລິມານຈໍາກັດລົງໄປນຳ ເປັນເຫດຜົນເຮັດໃຫ້ປໍ້ານໍ້າມັນເຊື້ອໄຟ ບາງປໍ້າ ທີ່ບໍ່ໄດ້ຮັບການສະໜອງຈາກບໍລິສັດແມ່ໄດ້ພຽງພໍ ຈຶ່ງບໍ່ມີນໍ້າມັນເຊື້ອໄຟຂາຍ ຫລື ໄດ້ຈຳໜ່າຍໝົດກ່ອນການສະໜອງ.

ແຫຼ່ງຂ່າວ: ປະເທດລາວ

ພະຍາກອນອາກາດ ປະຈໍາວັນທີ ວັນທີ 10 ພຶດສະພາ 2022

ບໍລິເວນຄວາມກົດດັນຕໍ່າອາກາດຮ້ອນຍັງມີກໍາລັງແຮງປານກາງ ສຶບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ,ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກໃນລະດັບປານກາງ ຫາ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

.

ແຜ່ນຕອນຮັບນັກທ່ອງທ່ຽວເຂົ້າມາ ສປປ ລາວ

ແນະນຳກ່ຽວກັບການຈັດຕັ້ງປະຕິບັດແຜ່ນການເປີດຕ້ອນຮັບນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ສປປ ລາວ

.

.

ພະຍາກອນອາກາດປະຈໍາວັນທີ 09 ພຶດສະພາ 2022

ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບ ກະແສລົມຕາເວັນອອກສຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດໃນແຕ່ລະພາກ.

.