Home Blog Page 78

ແຂວງເຊກອງ ເລັ່ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ແຂວງເຊກອງ   ຈາກການທີ່ແຂວງເຊກອງ ເລັ່ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ຫຼາຍວຽກຈຸດສຸມມີປະສິດພາບຫຼາຍຂຶ້ນ ສົ່ງຜົນເຮັດໃຫ້ສາມາດປະຢັດງົບປະມານຂອງລັດໄດ້ເປັນຢ່າງດີ.

ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ປັດຈຸບັນ, ແຂວງເຊກອງ ກຳລັງຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢ່າງແຂງແຮງ, ທຸກວຽກງານການເຄື່ອນໄຫວຂອງອົງຄະນະພັກແຂວງ, ຄະນະພັກເມືອງ, ຂະແໜງການຕ່າງໆໄດ້ເອົາວາລະແຫ່ງຊາດມາເປັນຕົວຕັ້ງ, ເລັ່ງຫາລາຍຮັບໃຫ້ໄດ້ຫຼາຍ, ຕ້ານການຮົ່ວໄຫຼຂອງລາຍຮັບ ແລະ ປັບປຸງກົນໄກແບບແຜນວິທີເຮັດວຽກຂອງຂະແໜງການເງິນ,ພະແນກການເງິນ, ສ່ວຍສາອາກອນ ແລະ ຂະແໜງການຕ່າງໆທີ່ມີລາຍຮັບຕ້ອງເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບໃນການແກ້ໄຂບັນຫາຢ່າງແທ້ຈິງ.

ປັດຈຸບັນ, ກຳລັງເລັ່ງແຕ່ງຕັ້ງຄະນະຮັບຜິດຊອບຮີບໂຮມຖອດຖອນພາຫານະ ແລະ ປະຕິບັດຕາມດໍາລັດວ່າດ້ວຍ ລົດຂອງລັດຖະບານ ໂດຍເລີ່ມຈາກຂະແໜງການກ່ອນ, ຈາກນັ້ນກໍໄດ້ຈັດສັນຄືນໃໝ່ຕາມນະໂຍບາຍຂອງລັດຖະບານ ແລະ ຄາດວ່າ ກາງປີ ຫຼື ທ້າຍປີຈະເປັນຮູບປະທໍາ ແລະ ອີກໜຶ່ງນິຕິກໍາທີ່ສໍາຄັນ, ອົງການປົກຄອງແຂວງເຊກອງ ໄດ້ແຕ່ງຕັ້ງຄະນະຊຸກຍູ້ຊີ້ນໍາການປະຕິບັດວາລະແຫ່ງຊາດ ຈະບໍ່ມີຄະນະກໍາມະການ ໂດຍໃຫ້ທຸກຂະແໜງການ, ທຸກພາກສ່ວນຮັບຜິດຊອບເຮັດທັງໝົດ ໂດຍຖືເອົາມາດຕະການຕ້ານ ແລະ ສະກັດກັ້ນການຮົ່ວໄຫຼງົບປະມານ ເປັນບຸລິມະສິດອັນດັບໜຶ່ງ ຄືສໍາຫຼວດຂຶ້ນບັນຊີຫົວໜ່ວຍທຸລະກິດ ຫຼື ຖານລາຍຮັບຄືນໃໝ່ ໂດຍເລັ່ງໃສ່ຫົວໜ່ວຍທຸລະກິດຂະໜາດໃຫຍ່ທີ່ລັດຖະບານອະນຸຍາດມາລົງທຶນຢູ່ແຂວງ ເປັນຕົ້ນ ໂຄງການຂຸດຄົ້ນບໍ່ຖ່ານຫີນ, ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອີມູນ ທີ່ຈະສໍາເລັດທ້າຍປີນີ້, ໂຄງການກໍ່ສ້າງສ້ອມແປງເຂື່ອນເຊຂະໝານ 3, ໂຄງການກໍ່ສ້າງເຂື່ອນໄຟຟ້າຫວ້ຍລະແງ, ໂຄງການຂຸດຄົ້ນບໍ່ຄໍາລາວກະລຶມ.

ນອກນີ້ ຍັງມີໂຄງການເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່, ໂຄງ ການເຂື່ອນໄຟຟ້າຫ້ວຍລໍາພັນນ້ອຍ, ໂຄງການພັດທະນາກະສິກໍາ ແລະ ໂຄງການຢາງພາລາ.

ທ່ານ ເຈົ້າແຂວງເຊກອງ ຍັງໃຫ້ຮູ້ອີກວ່າ: ນອກຈາກສໍາຫຼວດຖານລາຍຮັບຄືນໃໝ່ແລ້ວ, ແຂວງເຊກອງ ຍັງໄດ້ສຸມໃສ່ຄຸ້ມຄອງລາຍຈ່າຍ ໂດຍເນັ້ນໃສ່ການປະຢັດມັດທະຍັດ, ຕ້ານການຟຸມເຟືອຍ ໂດຍສະເພາະບັນຫາການຮັບແຂກ, ກອງປະຊຸມ ແລະ ໄປຕ່າງປະ ເທດ.

ແຫຼ່ງຂ່າວ: ປະເທດລາວ

ລາວ ສົ່ງອອກສິນຄ້າບັນລຸຫຼາຍກວ່າ 7.600 ລ້ານໂດລາສະຫະລັດ ໃນປີ 2021

ອີງຕາມສູນຂໍ້ມູນຂ່າວສານທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ໃນປີ 2021 ຜ່ານມາ ສປປ ລາວ ໄດ້ສົ່ງອອກສິນຄ້າໄປຫຼາຍກວ່າ 90 ປະເທດ/ຂົງເຂດ ໃນທົ່ວໂລກ ເຊິ່ງສາມາດບັນລຸໄດ້ຫຼາຍກວ່າ 7.600 ລ້ານໂດລາສະຫະລັດ.

ໃນນັ້ນ, ມີ 12 ປະເທດທີ່ມີມູນຄ່າການສົ່ງອອກສູງກວ່າ 50 ລ້ານໂດລາ ເຊັ່ນ: ປະເທດໄທ, ສປ ຈີນ, ສສ ຫວຽດນາມ, ອົດສະຕາລີ, ກຳປູເຈຍ, ສະວິດເຊີແລນ, ສິງກະໂປ, ຮົງກົງ, ຢີ່ປຸ່ນ, ເຢຍລະມັນ, ອິນເດຍ ແລະ ສ ອາເມລິກາ.

ສຳລັບສິນຄ້າສົ່ງອອກຫຼັກ ທີ່ມີມູນຄ່າສູງສຸດເປັນຕົ້ນແມ່ນ: ໄຟຟ້າ ມີມູນຄ່າປະມານ 2.200 ລ້ານໂດລາສະຫະລັດ, ຄຳປະສົມ ແລະ ຄຳແທ່ງ ປະມານ 962 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 529 ລ້ານໂດລາສະຫະລັດ, ແຮ່ທອງ ປະມານ 329 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 297 ລ້ານໂດລາສະຫະລັດ, ຢາງພາລາ 270 ລ້ານໂດລາສະຫະລັດ, ມັນຕົ້ນ 265 ລ້ານໂດລາສະຫະລັດ, ແຮ່ເຫລັກ 243 ລ້ານໂດລາສະຫະລັດ, ໝາກກ້ວຍ 235 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ປະມານ 190 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) ປະມານ 148 ລ້ານໂດລາສະຫະລັດ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ປະມານ 148 ລ້ານໂດລາສະຫະລັດ.

ສ່ວນໂຄງຮ່າງຊິ້ນສ່ວນກ້ອງບັນທຶກພາບ ມີມູນຄ່າປະມານ 122 ລ້ານໂດລາສະຫະລັດ, ເກີບ ປະມານ 109 ລ້ານໂດລາສະຫະລັດ, ນ້ຳຕານ 96 ລ້ານໂດລາສະຫະ ລັດ ແລະ ຊີມັງ ປະມານ 91 ລ້ານໂດລາສະຫະລັດ.

ສິນຄ້າ ທີ່ ສປປ ລາວ ສົ່ງອອກຫຼັກ ເປັນອັນດັບ 1 ແມ່ນ ປະເທດໄທ ມີມູນຄ່າການສົ່ງອອກສູງສຸດເຖິງ 2.800 ລ້ານໂດລາສະຫະລັດ.

ເຊິ່ງສິນຄ້າສົ່ງອອກແມ່ນ ໄຟຟ້າ ມີມູນຄ່າປະມານ 1.900 ລ້ານໂດລາສະຫະລັດ, ມັນຕົ້ນ ປະມານ 219 ລ້ານໂດລາສະຫະລັດ, ໂຄງຮ່າງຊິ້ນສ່ວນກ້ອງບັນທຶກພາບ ປະມານ 122 ລ້ານໂດລາສະຫະລັດ ແລະ ເຄື່ອງໃຊ້ໄຟຟ້າ, ອຸປະກອນເຄື່ອງໃຊ້ໄຟຟ້າ ປະມານ 105 ລ້ານໂດລາສະຫະລັດ ແລະ ຊີມັງ ມີມູນຄ່າປະມານ 91 ລ້ານໂດລາສະຫະລັດ;

ອັນດັບ 2 ແມ່ນສົ່ງໄປ ສປ ຈີນ ມີມູນຄ່າການສົ່ງອອກ ປະມານ 2.200 ລ້ານໂດລາສະຫະລັດ.

ສິນຄ້າສົ່ງອອກແມ່ນ ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ມູນຄ່າປະມານ 482 ລ້ານໂດລາສະຫະລັດ, ຄຳປະສົມ, ຄຳແທ່ງ ປະມານ 349 ລ້ານໂດລາສະຫະລັດ, ແຮ່ທອງ ປະມານ 328 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 295 ລ້ານໂດລາສະຫະລັດ, ໝາກກ້ວຍ ປະມານ 219 ລ້ານໂດລາສະຫະລັດ, ແຮ່ເຫລັກ ປະມານ 131 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) ປະມານ 110 ລ້ານໂດລາສະຫະລັດ ແລະ ຢາງພາລາ ມູນຄ່າປະມານ 89 ລ້ານໂດລາສະຫະລັດ;

ອັນດັບ 3 ແມ່ນ ສສ ຫວຽດນາມ ມູນຄ່າການສົ່ງອອກ ປະມານ 1.200 ລ້ານໂດລາສະຫະລັດ.

ໃນນັ້ນ, ສິນຄ້າສົ່ງອອກຫຼັກເຊັ່ນ: ຢາງພາລາ ມູນຄ່າປະມານ 180 ລ້ານໂດລາສະຫະລັດ, ແຮ່ເຫລັກ ປະມານ 112 ລ້ານໂດລາສະຫະລັດ, ນ້ຳຕານ ປະມານ 83 ລ້ານໂດລາສະຫະລັດ, ໄຟຟ້າ ປະມານ 78 ລ້ານໂດລາສະຫະລັດ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) ປະມານ 48 ລ້ານໂດລາສະຫະລັດ, ມັນຕົ້ນ ປະມານ 46 ລ້ານໂດລາສະຫະລັດ, ແຮ່ຄໍາເຂັ້ມຂຸ້ນ ປະມານ 30 ລ້ານໂດລາສະຫະລັດ ແລະ ຢາສູບ ມູນຄ່າປະມານ 27 ລ້ານໂດລາສະຫະລັດ; ອັບດັບ 4 ແມ່ນສົ່ງອອກ ປະເທດອົດສະຕາລີ ແລະ ອັນດັບ 5 ແມ່ນ ປະເທດກໍາປູເຈຍ.

ແຫຼ່ງຂ່າວ: ຂປລ

ຈຸບິນອະວະກາດເສີນໂຈ່ວ 13 ຂອງຈີນເດີນທາງເຖິງນະຄອນຫຼວງປັກກິ່ງແລ້ວ

ຈຸບິນອະວະກາດເສີນໂຈ່ວ 13 ຂອງຈີນເດີນທາງເຖິງນະຄອນຫຼວງປັກກິ່ງດ້ວຍຄວາມປອດໄພ.

ຕາມຫ້ອງການໂຄງການການບິນອະວະກາດບັນທຸກມະນຸດຂອງຈີນແຈ້ງໃຫ້ຮູ້ວ່າ: ທ່ານ ໄຈຈື້ກ່າງ, ນາງ ຫວາງຢ້າຜິງ ແລະທ່ານ ເຢ້ກວ່າງຟູ້ ນັກບິນອະວະກາດຈີນທີ່ໄດ້ສຳເລັດໜ້າທີ່ການບິນຂອງຍານອະວະກາດບັນທຸກມະນຸດເສີນໂຈ່ວ 13 ຢ່າງຈົບງາມ ໄດ້ເດີນທາງເຖິງນະຄອນຫຼວງປັກກິ່ງຢ່າງປອດໄພດ້ວຍເຮືອບິນສະເພາະວຽກໃນຕອນບ່າຍວັນທີ 16 ເມສາ ຜ່ານມາ.

ຫົວໜ້າແລະສະມາຊິກຂອງກອງບັນຊາການໃຫຍ່ໜ້າທີ່ການບິນອະວະກາດໄລຍະສະຖານີອະວະກາດໄດ້ໄປຕ້ອນຮັບຢູ່ສະໜາມບິນ. ຫຼັງຈາກນັກບິນອະວະກາດ 3 ທ່ານເດີນທາງເຖິງນະຄອນຫຼວງປັກກິ່ງແລ້ວຈະເຂົ້າສູ່ໄລຍະກັກບໍລິເວນທາງການແພດ, ເພື່ອດຳເນີນການກວດກາທາງການແພດແລະການປະເມີນສຸຂະພາບຢ່າງຮອບດ້ານຕໍ່ພວກທ່ານພ້ອມທັງຈັດວາງໃຫ້ພັກຜ່ອນ.

ແຫຼ່ງຂ່າວ: CRI

ຊ່ວຍເຫຼືອຄອບຄົວຖືກໄຟໄໝ້ ຢູ່ເມືອງຫ້ວຍຊາຍ

ຂໍຊົມເຊີຍ! ປະທານອົງການພຸດທະສາສະໜາສໍາພັນລາວ ເມືອງຫ້ວຍຊາຍ ພ້ອມຄະນະ ໄດ້ນໍາເອົາ ເຄື່ອງອຸປະໂພກ -ບໍລິໂພກ ໄປມອບໃຫ້ຄອບຄົວທີ່ຖືກໄຟໄໝ້ເຮືອນ.

ດ້ວຍຄວາມເປັນຫວ່ງເປັນໃຍ ຕໍ່ຄອບຄົວຜູ້ທີ່ປະສົບເຄາະຮ້າຍ ຈາກໄຟໄໝ້ເຮືອນ ປະຊາຊົນ ບ້ານນໍ້າຍອນເກົ່າ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນວັນທີ 19 ເມສາ 2022ນິ້: ພຣະອາຈານ ບຸນນໍາ ທໍາມະວົງ ປະທານອົງການພຸດທະສາສະໜາສໍາພັນລາວ ເມືອງຫ້ວຍຊາຍ ພ້ອມຄະນະ ແລະ ພະສົງສາມະເນນ ວັດປ່າອ້ອຍ ໄດ້ນໍາເອົາເຄື່ອງອຸປະໂພກ – ບໍລິໂພກ ແລະ ເຄື່ອງໃຊ້ທີ່ຈໍາເປັນຈໍານວນໜຶ່ງ ຈາກການປຸກລະດົມ ຂອງອອກຕົນສັດທາ ເພື່ອນໍາມາຊ່ວຍເຫຼື່ອ ລວມມີຜ້າເຊື່ອ 2 ຜື້ນ, ມຸ້ງ 1 ຜື້ນ ນໍ້າດື່ມ 10 ແພັກ, ຍໍາໆ 4 ແກັດ, ເຂົ້າສານ 2 ເປົ້າ, ພັດລົມ, ໝໍ້ຈ້າວເຂົ້າ, ກະຕິກນໍ້າຮ້ອນ ຢ່າງລະ 1ໜ່ວຍ ແລະ ສັງກາສີ 30 ແຜນ,ແຜ່ນລົບ 6 ແຜນ,ເຫຼັກຕະປູ 5 ກັບ ລວມມູນຄ່າທັງໝົດ 2 ລ້ານກວ່າກີບ.

ກ່າວມອບເຄື່ອງດັ່ງກ່າວໂດຍແມ່ນ ພຣະອາຈານ ບຸນນໍາ ທໍາມະວົງ ປະທານອົງການພຸດທະສາສະໜາສໍາພັນລາວ ເມືອງຫ້ວຍຊາຍ ຮັບເຄື່ອງດັ່ງກ່າວ ແມ່ນ ປ້າ ນິນ ເຈົ້າຂອງເຮືອນ ທີ່ຖືກໄຟໄໝ້ ເຂົ້າຮ່ວມມີ ທ່ານ ບຸນນອງ ດີທອງສີ ຮອງຫົວໜ້າ ຫ້ອງວ່າການ ເມືອງຫ້ວຍຊາຍ,ມີບັນດາ ຫົວໜ້າ ຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມເມືອງ ຫ້ວຍຊາຍ ການການຈັດຕັ້ງບ້ານເຂົ້າຮ່ວມ ທ່ານ ທອງພັນ ສີວິເສດ ນາຍບ້ານໆບ້ານນໍ້າຍອນເກົ່າ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງ ທາງປະທານອົງການພຸດທະສາສະໜາສໍາພັນລາວ ພາກສ່ວນທີ່ກ່ຽວຂ້ອງ ທີ່ເຫັນໄດ້ຄວາມສໍາຄັນ ແລະ ເປັນຫວ່ງ ເປັນໃຍ ຕໍ່ຄອບຄົວທີ່ຖືກເຄາະຮ້າຍ ຈາກໄຟໄໝ້ເຮືອນ ໃນເວລາ 2 ໂມງ 30 ນາທີ ຂອງວັນທີ 17 ເມສາ ນິ້ ເຊິ່ງເປັນເຮືອນໄມ້ ແຕ່ໂຊກດີບໍ່ມີຄົນທີ່ໄດ້ຮັບບາດເຈັບ ແຕ່ເຄື່ອງໃຊ້ພາຍໃນເຮືອນ ຕູ້ເຢັນ, ພັດລົມ, ລົດຈັກ 1 ຄັນ, ເຂົ້າເປືອກຫຼາຍກວ່າ 10 ເປົ້າສັງກະສີ 85 ແຜນ ແລະ ເຄື່ອງນຸ່ງຫົ່ມ ເຄື່ອງໃຊ້ປະຈໍາວັນຖືກໄຟໄໝ້ ຈົນໝົດກ້ຽງ ເຈົ້າຂອງເຮືອນຂາດທີ່ຢູ່ອາໃສ ໄປນອນຢູ່ເຮືອນລູກສາວ ປະຈຸບັນທາງການຈັດຕັ້ງບ້ານ ແມ່ນໄດ້ປຸກລະດົມປະຊາຊົນພາຍໃນບ້ານ ດ້ານແຮງງານ ເພື່ອມາປຸກເຮືອນຫຼັງໃໝ່ ໃຫ້ມີບ່ອນຢູ່ອາໃສໂດຍໄວ.

ແຫຼ່ງຂ່າວ: ໜັງສືພິມບໍ່ແກ້ວ Bokeo Newspaper

ລາຍງານມື້ນີ້! ເສຍຊີວິດໃໝ່ +3 ຈາກນະຄອນຫຼວງວຽງຈັນ

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ

ຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນເລື້ອຍໆ ຫຼາຍສຸດແມ່ນະຄອນຫຼວງວຽງຈັນ

ບຸນຮັກສາເດີ້! ສາຍຝົນເກີດອຸບັດຕິເຫດ

ລົດສາຍຝົນເກີດອຸບັດເຫດ ເຮັດໃຫ້ລົດໜຸ້ນເຂົ້າໄປຂ້າງທາງ.

ສາຍຝົນ ຫຼື ທຸກຄົນຮູ້ຈັກ ເນັດໄອດໍ້ສາຍບັນເທີງ ທີ່ມັກໂພສຄຣິບວີດີໂອ ເພື່ອສ້າງຄວາມບັນເທິງໃຫ້ຜູ້ຊົມ, ໄດ້ເກີດອຸບັດຕິເຫດ ເຊິ່ງໃນແຟນເພຈ ຂອງ Saiyfon Fangae ໄດ້ໂພສລົງວ່າ:

“ໄປເຮັດບຸນແທ້ໆ ຄືເປັນແບບນີ້ນໍ້ຊີວິດ” ພ້ອມທັງໂພສພາບຂອງສາຍຝົນທີ່ໄດ້ຮັບບາດເຈັບ ແລະ ລົດທີ່ຖືກອຸບັດຕິເຫດ.

ສ່ວນລາຍລະອຽດເພີ່ມເຕີມຂອງອຸບັດຕິເຫດແມ່ນພາຍຫຼັງ.

ຈັງໃດກໍຕາມ ຂໍໃຫ້ສາຍຝົນ ແລະ ທີມງານປອດໄພເດີ້!

ຂໍ້ມູນ ແລະ ຮູບພາບ: Saiyfon fanpage

ສຶກສາຄວາມເປັນໄປໄດ້ ໂຄງການລົງທຶນຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ອະນຸຍາດໃຫ້ ບໍລິສັດ ວິໄລກຸນ ອິນເຕີເນຊັນແນວ ບໍ່ຄຳ ຈຳກັດ ສຶກສາຂໍ້ມູນ ແລະ ຄວາມເປັນໄປໄດ້ ໂຄງການລົງທຶນຢູ່ ສປປ ລາວ ໂດຍໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນຢູ່ ສປປ ລາວ.

ໃນວັນທີ 18 ເມສາ 2022 ທີ່ນະຄອນຫຼວງວຽງຈັນ, ຕາງໜ້າລັດຖະບານລາວ ເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຝ່າຍ ບໍລິສັດເຊັນໂດຍ ທ່ານ ວຽງໄຊ ວິໄລກຸນ ປະທານ ບໍລິສັດ ວິໄລກຸນ ອິນເຕີເນຊັນແນວ ບໍ່ຄຳ ຈຳກັດ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.

ທ່ານ ວຽງໄຊ ວິໄລກຸນ ປະທານ ບໍລິສັດ ວິໄລກຸນ ອິນເຕີເນຊັນແນວ ບໍ່ຄຳ ຈຳກັດ ກ່າວວ່າ: ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ເພື່ອປະກອບສ່ວນໃນການຊຸກຍູ້ການລົງທຶນຢູ່ ເຂົ້າໃນຂະແໜງການຕ່າງໆຢູ່ ສປ ລາວ ແລະ ທັງປະກອບສ່ວນໃນການພັດທະນາປະເທດ ໂດຍຈະໄດ້ສຶກສາການກໍ່ສ້າງໂຮງງານຫຼອມຄຳ ໃຫ້ໄດ້ມາດຕະຖານສາກົນ ຕາມຕະຫລາດລອນດອນ ແລະ ການບໍລິການ, ການກໍ່ສ້າງທະນາຄານຝາກຄຳ, ການສ້າງໂຮງງານ ແລະ ຜະລິດແຜງພະລັງງານໄຟຟ້າແສງຕາເວັນ, ການປູກຖົ່ວເຫລືອງ ແລະ ສ້າງໂຮງງານຜະລິດນໍ້າມັນຖົ່ວເຫຼືອງ, ການຊອກຄົ້ນ, ສຳຫລວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ແລະ ແຮ່ຕິດພັນ ແລະ ການສ້າງໂຮງງານຜະລິດເຈ້ຍເສດ ເພື່ອນຳມາໃຊ້ຄືນ ໂດຍຈະໃຊ້ເວລາໃນການສຶກສາຂໍ້ມູນພາຍໃນ 24 ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ແຫຼ່ງຂ່າວ: ປະເທດລາວ Pathedlao

ເປີດກອງປະຊຸມ​ວຽກ​ງານກວດກາທົ່ວປະເທດ ຄັ້ງທີ IV

ໃນວັນທີ 19 ເມສາ ນີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການສູນກາງພັກ ໄດ້ເປີດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV ​ສຳ​ລັບກະຊວງ-ອົງການອ້ອມຂ້າງສູນກາງ ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະ​ນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ສະຫາຍກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານກວດກາພັກ-ລັດກະຊວງ-ອົງການອ້ອມຂ້າງສູນກາງ, ບັນດາຄະນະກົມຂອງຄະນະກວດກາສູນກາງພັກ ແລະ ຄະນະຮັບຜິດຊອບຈາກຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ເຂົ້າຮ່ວມຢ່າງພ້ອມພຽງ.ກອງປະຊຸມ ສະຫາຍ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ ຄະນະປະຈໍາພັກ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຂຶ້ນສະເໜີຮ່າງບົດສະຫຼຸບ-ຕີລາຄາການເຄື່ອນໄຫວວຽກງານກວດກາແຕ່ປີ 2016 ເຖິງປັດຈຸບັນ ແລະ ບາງເນື້ອໃນຕົ້ນຕໍ ສໍາລັບການເຄື່ອນໄຫວແຕ່ນີ້ເຖິງປີ 2026 ທີ່ມີຜົນສໍາເລັດຫຼາຍດ້ານເປັນຕົ້ນແມ່ນ: ກົງຈັກການຈັດຕັ້ງຄະນະກວດກາພັກ-ອົງການກວດກາລັດແຕ່ລະຂັ້ນ ໄດ້ຮັບການປັບປຸງທາງດ້ານການຈັດຕັ້ງ, ພາລະບົດບາດ, ໜ້າທີ່, ສິດ, ສອດຄ່ອງກັບການກໍານົດ ໃນກົດລະບຽບຂອງພັກ, ກົດໝາຍຂອງລັດທີ່ກ່ຽວຂ້ອງ ຊຶ່ງເຮັດໃຫ້ກົງຈັກມີຄວາມເຂັ້ມແຂງ, ພະນັກງານທີ່ເຮັດວຽກກວດກາໄດ້ເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບກວ່າເມື່ອກ່ອນ ຊຶ່ງປັດຈຸບັນ ມີພະນັກງານກວດກາອາຊີບທັງໝົດ 4.697 ຄົນ ຍິງ 1.532 ຄົນ, ໃນນີ້ ຢູ່ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ 304 ຄົນ ຍິງ 104 ຄົນ; ກະຊວງ-ອົງການ 1.130 ຄົນ ຍິງ 408 ຄົນ; ຂັ້ນແຂວງ 554 ຄົນ ຍິງ 181 ຄົນ; ຂັ້ນເມືອງ 1.182 ຄົນ ຍິງ 343 ຄົນ ແລະ ຢູ່ຂະແໜງກວດກາຂອງພະແນກການຂັ້ນແຂວງ 1.527 ຄົນ ຍິງ 496 ຄົນ.

ໃນ​ໄລ​ຍະ​ຜ່ານ​ມາ ຄະນະກວດກາສູນກາງພັກ ໄດ້ສົມທົບກັບຄະນະນໍາກະຊວງ-ອົງການ, ນະຄອນຫຼວງ, ແຂວງ ແລະ ຄະນະກວດກາແຕ່ລະຂັ້ນ ດໍາເນີນການຕິດຕາມ, ກວດກາປົກກະຕິ, ກວດກາຕາມຄຳສັ່ງ, ຕາມການສະເໜີຂອງພົນລະເມືອງ, ໃນນັ້ນອັນພົ້ນເດັ່ນແມ່ນກວດກາບັນຫາໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງນໍາໃຊ້ທີ່ດິນ, ການຂຸດຄົ້ນ ແລະ ທຸລະກິດໄມ້, ການສຳຫຼວດຂຸດຄົ້ນແຮ່ທາດ ແລະ ອື່ນໆ ນັບແຕ່ປີ 2016 ເຖິງປັດຈຸບັນ ສາມາດກວດກາໄດ້ທັງໝົດ 4.185 ເປົ້າໝາຍ, ພົບເຫັນຜົນເສຍຫາຍທັງໝົດ 8.370 ຕື້ກີບ,​ 50,22 ລ້ານໂດລາ ແລະ 36,89 ລ້ານບາດ;

  • ໃນເບື້ອງຕົ້ນສາມາດເກັບກູ້ຄືນມາໃຫ້ລັດໄດ້ 1.782 ຕື້ກີບ, 3,55 ລ້ານໂດລາ,​ 11,16 ລ້ານບາດ; ສະພາບໃນການກວດກາໂຄງການລົງທຶນຂອງລັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ສະບັບເລກທີ 130/ຫສນຍ, ສໍາເລັດແລ້ວ 2.004 ໂຄງການ ໃນຈໍານວນ 5.542 ໂຄງການ;
  • ໄດ້ດໍາເນີນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ, ພົບເຫັນການລະເມີດ ແລະ ຜູ້ມີສ່ວນຮ່ວມພົວພັນ 1.119 ຄົນ, ໃນນີ້ ມີພະນັກງານລັດ 127 ຄົນ, ຜູ້ປະກອບການ 246 ຄົນ, ປະຊາຊົນ 746 ຄົນ, ຢຶດໄມ້ໄດ້ 11.351,75 ແມັດກ້ອນ ແລະ 33,17 ໂຕນ, ປັບໃໝ 22,28 ຕື້ກີບ, ພົບເຫັນການຄ້າງມອບພັນທະ ແລະ ຄ້າງຊໍາລະຄ່າໄມ້ໃຫ້ລັດ 121.120.861 ແມັດກ້ອນ ມູນຄ່າ 66,57 ຕື້ກີບ ແລະ 4,87 ລ້ານໂດລາ;
  • ການຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີຂອງພົນລະເມືອງ ທີ່ມີຕໍ່ການຈັດຕັ້ງພັກ, ອົງການບໍລິຫານລັດ, ການປະຕິບັດໜ້າທີ່ຂອງສະມາຊິກພັກ-ພະນັກງານ ນັບແຕ່ປີ 2016 ເຖິງປັດຈຸບັນ ໄດ້ຮັບຄໍາຮ້ອງຄໍາສະເໜີທັງໝົດ 5.568 ສະບັບ,
  • ໃນນັ້ນ ໄດ້ນໍາພາຊີ້ນໍາຄົ້ນຄວ້າພິຈາລະນາແກ້ໄຂແລ້ວ 1.685 ສະບັບ, ສົ່ງໃຫ້ພາກສ່ວນອື່ນແກ້ໄຂ 1.911 ສະບັບ, ແຈ້ງຕອບພາກສ່ວນທີ່ກ່ຽວຂ້ອງ 204 ສະບັບ, ເກັບມ້ຽນຕິດຕາມ 286 ສະບັບ, ສືບຕໍ່ຄົ້ນຄວ້າ 1.482 ສະບັບ, ຄໍາຮ້ອງ-ຄໍາສະເໜີທີ່ພົ້ນເດັ່ນກວ່າໝູ່ ແມ່ນ: ຂໍ້ຂັດແຍ່ງກ່ຽວຂ້ອງກັບທີ່ດິນ, ເຮືອນ, ການດໍາເນີນທຸລະກິດ, ຄວາມບໍ່ພໍໃຈຕໍ່ຂະບວນການສືບສວນ-ສອບສວນ ຫຼື ການປະຕິບັດຄໍາຕັດສິນຂອງສານ, ພ້ອມທັງບັນຫາການລົງວິໄນຕໍ່ພະນັກງານ-ສະມາຊິກພັກ ແລະ ບັນຫາອື່ນໆ.
  • ນອກນີ້ກອງປະຊຸມຍັງໄດ້ເຜີຍແຜ່ບົດແນະນໍາຂອງຄະນະກວດກາສູນກາງພັກ ເລກທີ 194/ຄກສພ, ລົງວັນທີ 8 ຕຸລາ 2021 ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝທີ XI ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ, ຄະນະກວດກາພັກ, ຄະນະວິໄນຂອງພັກແຕ່ລະຂັ້ນ;
  • ເຜີຍແຜ່ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 03/ກມສພ, ​ລົງວັນທີ 19 ມັງກອນ 2021,​ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກວດກາສູນກາງພັກ;
  • ເຜີຍແຜ່ມະຕິຂໍ້ຕົກລົງ ຂອງອົງການກວດກາແຫ່ງລັດ ສະບັບ ເລກທີ 29/ອກຫລ,​ ລົງວັນທີ 24 ກຸມພາ 2022, ​ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ.
  • ຫຼັງຈາກໄດ້ຮັບຟັງການຜ່ານເອກະສານຕ່າງໆແລ້ວ ຜູ້ແທນກອງປະຊຸມແຕ່ລະພາກສ່ວນກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນຕໍ່ດ້ານທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງໃນການເຄື່ອນໄຫວວຽກງານກວດກາພັກ-ລັດໃນໄລຍະຜ່ານມາ ແລະ ບັນດາວິທີແກ້ໄຂໃນຕໍ່ໜ້າຕື່ມອີກ.

ແຫຼ່ງຂ່າວ: ປະຊາຊົນ

ພຽງ 7 ວັນ ພົບເຫັນຜູ້ຂັບຂີ່ລະເມີດກົດຈະລາຈອນ ທັງໝົດ 2.166 ຄົນ

ເພື່ອເປັນການສະກັດກັ້ນ ແລະ ແກ້ໄຂບັນຫາການເກີດອຸບັດຕິເຫດໃຫ້ຫຼຸດຫນ້ອຍຖອຍລົງ ໃນຊ່ວງ ໄລຍະສະເຫຼີມສະຫຼອງບຸນປີໃຫມ່ລາວ ພສ 2565 ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຈຶ່ງ ໄດ້ຊີ້ນໍາ-ນໍາພາກໍາລັງຕໍາຫຼວດຈະລາຈອນແຕ່ລະເມືອງ ລົງຕັ້ງຈຸດກວດກາຕອນກາງເວັນ ແລະ ກາງຄືນ ຢູ່ ຕາມເສັ້ນທາງທົ່ວນະຄອນຫຼວງວຽງຈັນ ເລີ່ມແຕ່ວັນທີ 11-17 ເມສາ 2022 ທັງຫມົດມີ 8 ຈຸດ ແລະ ຕັ້ງ ຈຸດກວດກາກາງຄືນເພີ່ມອີກ 3 ຈຸດ ພົບເຫັນຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນ ທັງຫມົດ 2.166 ຄົນ ຍິງ 562 ຄົນ.

ພັທ ສັງຄົມ ຍົມມະລາດ ຮອງຫົວຫນ້າພະແນກຕໍາຫຼວດຈະລາຈອນ ນວ ກ່າວວ່າ:

ໃນຊ່ວງໄລຍະສະເຫຼີມສະຫຼອງບຸນປີໃຫມ່ລາວ ພສ 2565, ພວກເຮົາໄດ້ລົງຕັ້ງຈຸດກວດກາຕອນກາງ ເວັນ ແລະ ກາງຄືນ ທົ່ວນະຄອນຫຼວງວຽງຈັນ ທັງຫມົດ 8 ຈຸດ ແລະ ໄດ້ຕັ້ງຈຸດກວດກາກາງຄືນເພີ່ມອີກ 3 ຈຸດ ຄື:

ພະແນກຕໍາຫຼວດຈະລາຈອນ ມີຈຸດເສັ້ນທາງ 13 ໃຕ້ ຫຼັກ 16 ແລະ ຈຸດເສັ້ນທາງ ເມືອງສັງທາງ ເຂດບ້ານອ່າງໃຫຍ່

  • ກອງຕໍາຫຼວດຈະລາຈອນ ເມືອງນາຊາຍທອງ ຢູ່ເສັ້ນທາງ 13 ເຫນືອ ເຂດບ້ານຫນອງບຶກ
  • ກອງຕໍາຫຼວດຈະລາຈອນ ເມືອງໄຊທານີ ຢູ່ເສັ້ນທາງເລກ 10 ເຂດ ບ້ານໂພນໄຮຄໍາ
  • ກອງຕໍາຫຼວດຈະລາຈອນ ເມືອງປາກງື່ມ ຢູ່ເສັ້ນທາງເລກ 13 ໃຕ້ ເຂດບ້ານສົມສະຫວາດ
  • ກອງຕໍາຫຼວດຈະລາຈອນ ເມືອງສັງທອງ ຢູ່ເສັ້ນທາເລກ 11 ເຂດບ້ານປາກຕອນ
  • ກອງຕໍາຫຼວດຈະລາຈອນ ເມືອງຫາດຊາຍຟອງ ຢູ່ຫນ້າສວນວັດທະນະທໍາ
  • ກອງຕໍາຫຼວດຈະລາຈອນ ເມືອງສີສັດຕະນາກ ຢູ່ຖະຫນົນກໍາແພງເມືອງ ເຂດບ້ານດອນກອຍ
  • ກອງຕໍາຫຼວດຈະລາຈອນ ເມືອງສີໂຄດຕະບອງ ຢູ່ເສັ້ນທາງເຕ 2 ຫນ້າສວນສີໂຄດ
  • ກອງຕໍາຫຼວດຈະລາຈອນເມືອງຈັນທະບູລີ ຢູ່ເສັ້ນທາງເຂດບ້ານທົ່ງຕູມ
  • ກອງຕໍາຫຼວດຈະລາຈອນ ເມືອງໄຊເສດຖາ ທາງ 450 ປີ ຢູ່ເສັ້ນທາງເຂດບ້ານນາຄວາຍ
  • ຜ່ານການຈັດຕັ້ງປະຕິບັດ ພົບເຫັນຜູ້ລະເມີດກົດລະບຽບຈະລາຈອນ ທັງຫນົດ 2.166 ຄົນ ຍິງ 562 ຄົນ, ສຶກສາອົບຮົມໄດ້ 928 ຄົນ ຍິງ 346 ຄົນ, ຂຽນໃບສັ່ງທັງຫມົດ 154 ໃບ, ກັກເອກະສານລົດ 154 ໃບ.
  • ເຈົ້າຫນ້າທີ່ປະຈໍາປ້ອມ ມີ 60 ປ້ອມ ພົບເຫັນຜູ້ລະເມີດທັງຫນົດ 156 ຄົນ ຍິງ 53 ຄົນ, ສຶກສາ ອົບຮົມ 147 ຄົນ ຍິງ 52 ຄົນ, ຂຽນໃບສັ່ງ 9 ຄົນ ຍິງ 1 ຄົນ.
  • ອອກກວດກາຈັດລະບຽບຕາມເສັ້ນທາງ, ສະຖານທີ່ຊາຊົນ ລວມທັງຫມົດ 21 ຄັ້ງ ພົບເຫັນຜູ້ລ່ວງ ລະເມີດທັງຫນົດ 251 ຄົນ ຍິງ 56 ຄົນ, ສຶກສາອົບຮົມ 239 ຄົນ ຍິງ 56 ຄົນ, ຂຽນໃບສັ່ງ 12 ຄົນ.
  • ອອກກວດກາການສັນຈອນກາງເວັນ ແລະ ກາງຄືນ ທັງຫນົດມີ 64 ຄັ້ງ ພົບເຫັນຜູ້ລະເມີດທັງຫນົດ 1.384 ຄົນ ຍິງ 372 ຄົນ, ສຶກສາອົບຮົມ 1.315 ຄົນ ຍິງ 366 ຄົນ, ຂຽນໃບສັ່ງ 69 ຄົນ.
  • ອອກກວດກາຈັບຄວາມໄວທັງຫນົດ 7 ຄັ້ງ ຈັບຄວາມໄວເກີນ 370 ຄັນ, ສຶກສາອົບຮົມກ່າວເຕືອນ 306 ຄົນ ຍິງ 69 ຄົນ, ຂຽນໃບສັ່ງ 64 ຄົນ.

ແຫຼ່ງຂ່າວ: ຄວາມສະຫງົບ

ລູກໄພ້ວາງແຜນຄາດຕະກຳແມ່ຍ່າ

ວາງແຜນຄາດຕະກຳແມ່ຍ່າ ກ່ອນຖືກເຈົ້າໜ້າທີ່ນຳຕົວມາທົດສະກຳຄືນເຫດການ.

ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ນາງ ນ້ອຍ ອາຍຸ 26 ປີ, ກຳມະກອນ,ຢູ່ບ້ານ ຊົງ ເມືອງນາກາຍ ແຂວງຄຳມ່ວນ ໄດ້ວາງແຜນຄາດຕະກຳ ນາງ ສັງວານ ຄຳສະຫວ່າງ ຫຼື (ນາງ ວັນ ) ອາຍຸ 50 ປີ ອາຊີບປະຊາຊົນ ຢູ່ບ້ານປາກດົງ ເມືອງທ່າແຂກ ແຂວງຄຳມ່ວນ ເຄາະດີທີ່ບໍ່ມີຜູ້ເສຍຊີວິດ ແຕ່ມີຜູ້ໄດ້ຮັບບາດເຈັບ 2 ຄົນ.

ເຈົ້າໜ້າທີ ກອງຄະດີວິຊາສະເພາະຂອງ ປກສ ເມືອງທ່າແຂກ ໃຫ້ຮູ້ວ່າ: ຜ່ານການສອບສວນ ນາງ ນ້ອຍ ໄດ້ຮັບສາລະພາບ ຕໍ່ເຈົ້າໜ້າທີວ່າ: ໃນເວລາ 18 ໂມງ ຂອງ ວັນ 10 ກຸມພາ 2022 ນາງນ້ອຍ ໄດ້ໄປເຮືອນ ນາງ ຈ່ອຍ ອາຊີບຄ້າຂາຍ ຢູ່ບ້ານ ທ່າແຂກກາງ, ເມືອງທ່າແຂກ ແຂວງຄຳມ່ວນ. ຈາກນັ້ນ ໄດ້ໂທລະສັບຫານາງ ສັງວານ ຫຼື ນາງວັນ ແມ່ຂອງ ທ້າວ ແປບຊີ້ (ຜົວ) ແລ້ວຖາມວ່າ : ທ້າວ ແປບຊີ້ ໄປໃສແທ້. ນາງ ສັງວານ ແມ່ນໄດ້ຕອບ ນາງ ນ້ອຍ ວ່າ : ບໍ່ຮູ້,ບໍ່ຈັກ; ນາງ ນ້ອຍ ຈື່ງໄດ້ເວົ້າກັບ ນາງ ສັງວານ ຕໍ່ອີກວ່າ: ຖ້າສິໄປແທ້ຄືບໍ່ເວົ້າກັນກ່ອນ,ຄືບໍ່ເມື່ອຫາ ພໍ່ແມ່ເຮົາກ່ອນ ບາດຮອດຍາມກິນດອງເຂົາຖາມຊິເຮັດແນວໃດພວກເຈົ້າຄືມາເວົ້າສະບາຍແທ້ຢ້ານເສຍເງິນເບາະແລ້ວ ນາງ ນ້ອຍ ກໍໄດ້ ວາງໂທລະສັບ.

ພາຍຫຼັງວາງ ໂທລະສັບແລ້ວນາງ ນ້ອຍ ຈື່ງມີແນວຄິດຢາກຮ້າຍ ໃສ່ຜູ້ເປັນແມ່ຍ່າແຮງ ແລ້ວຄິດວ່າ ນາງ ສັງວານ ບອກໃຫ້ ທ້າວ ແປບຊີ້ໜີຈາກຜູ້ກ່ຽວ ຈື່ງໄດ້ຈັບເອົາມິດສີຂາວ,ດ້າມຈັບສີດຳ,ຍາວປະມານ 30 X 13 ຊັງຕີແມັດທີ່ຢູ່ລີ້ນຊັກຕູ້ຂອງ ນາງ ຈ່ອຍ ເໜັບເຊື່ອງໃສ່ແອ່ວພ້ອມກັບເສື້ອຍືດແຂນສັ້ນສີດຳຂອງຜູ້ກ່ຽວແລ້ວຍ່າງໄປຕາມທາງມຸ້ງໜ້າໄປເຮືອນຂອງນາງ ສັງວານ ຢູ່ບ້ານປາກດົງ ເມືອງທ່າແຂກ ແຂວງຄຳມ່ວນ, ຈຸດປະສົງເພື່ອຈະໄປຄາດຕະກຳ ນາງ ສັງວານ ໃຫ້ຕາຍ. ຮອດ ເວລາ 23 ໂມງຂອງວັນດຽວກັນ ນາງ ນ້ອຍ ແມ່ນໄດ້ຍ່າງໄປຮອດເຮືອນຂອງ ນາງ ສັງວານ ພໍຮອດແລ້ວ ຜູ້ກ່ຽວຈື່ງໄປລີ້ຢູ່ແຈ່ເຮືອນ ໄດ້ປະມານ 10 ນາທີ ຜູ້ກ່ຽວຈຶ່ງໄດ້ເອົາເສື້ອທີ່ຜູ້ກ່ຽວຖືມາໝັດໃສ່ຫົວ ແລະ ປິດບັງໃບໜ້າ ແລ້ວໃຊ້ມິດທີ່ກຽມມານັ້ນງັດປະຕູເຮືອນທາງເປື້ອງໃຕ້ແລ້ວຍ່າງໄປມອດໄຟຟ້າຢູ່ໃນຫ້ອງນ້ຳນອກເຮືອນ.

ຈາກນັ້ນ ຜູ້ກ່ຽວໄດ້ເຂົ້າໄປລີ້ຢູ່ໃນເຮືອນໄດ້ປະມານ 30 ນາທີ, ທ້າວ ດາວອນ ຜູ້ເປັນຜົວຂອງນາງ ສັງວານ ແມ່ນໄດລຸກມາ ເຂົ້າຫ້ອງນ້ຳ ຈຶ່ງເຫັນປະຕູເຮືອນຖືກງັດຈື່ງໄດ້ປຸກ ນາງ ສັງວານ ລຸກຂຶ້ນມາເບິ່ງແລ້ວ ໄດ້ພາກັນກວດກາເບິ່ງເຄື່ອງເຮືອນເຫັນວ່າບໍ່ມີຫຍັງເສຍຫາຍຈຶ່ງໄດ້ພາກັນກັບໄປນອນ. ຈົນຕົກມາຮອດເວລາ 03 ໂມງເຊົ້າຂອງວັນທີ່ 11 ກຸມພາ 2022, ນາງ ນ້ອຍ ຈຶ່ງໄດ້ຕັດສິນໃຈເປີດມຸ້ງເຂົ້າໄປແລ້ວໃຊ້ມີດທີ່ກຽມມາພ້ອມພັນໃສ່ຫົວຂອງ ນາງ ສັງວານ ຈຳນວນ ຫຼາຍ ບາດເພື່ອຫວັງເອົາຊີວິດ ແຕ່ ທ້າວ ດາວອນ (ຜູ້ເປັນຜົວ)ຂອງ ນາງ ສັງວານ ແມ່ນໄດ້ລຸກຂື້້ນມາຍາດເອົາມີດນຳ ນາງ ນ້ອຍຈຶ່ງໄດ້ໃຊ້ມີດພັນໃສ່ຫົວຂອງທ້າວ ດາວອນ 1 ບາດ ແລະ ແຂ່ງເບື້ອງຊາຍອີກ 1 ບາດ.

ຈາກນັ້ນ ທ້າວ ດາວອນ ຈຶ່ງຮ້ອງຂໍຄວາມຊ່ວຍເຫຼືອຈາກປະຊາຊົນທີ່ຢູ່ ບໍລິເວນໃກ້ຄຽງ ແລະ ນາງ ສັງວານໄດ້ໃຊ້ມືດືງເສື້ອ ທີ່ ປົກປິດໜ້າອອກຈຶ່ງເຮັດໃຫ້ ນາງ ນ້ອຍ ເກີດມີຄວາມຕົກໃຈໄດ້ແລ່ນ ອອກໄປ ທາງປ່າຫັຼງເຮືອນພ້ອມທັ້ງໂຍນມິດທີ່ໃຊ້ກໍ່ເຫດຖິ້ມແລ້ວເອົາຕົວຫຼົບໜີ. ມາຮອດເວລາ 6 ໂມງຂອງວັນດຽວກັນທາງເຈົ້າໜ້າ ປກສ ບໍລິການປະຊາຊົນກຸ່ມຈອມແຈ້ງ ຈຶ່ງຈັບຕົວ ນາງ ນ້ອຍ ຜູ້ກະທຳຜິດໄດ້ ແລ້ວນຳສົ່ງເຈົ້າໜ້າທີ່ ພະແນກຕຳຫຼວດ ປກສ ເມືອງທ່າແຂກດຳເນີນຄະດີຕາມລະບຽບກົດໝາຍ.

ພາຍຫຼັງສອບສວນສຳເລັດ, ມາຮອດວັນທີ 6 ເມສາ 2022 ເຈົ້າໜ້າທີ່ຈິ່ງໄດ້ນຳຕົວຜູ້ກ່ຽວມາທົດສະກຳເຫດການຄືນໃຫມ່ເພື່ອປະກອບຄຳຮັບສາລະພາບ ແລະ ສະຫຼຸບສຳນວນຄະດີສົ່ງໄອອະການຟ້ອງສານຕັດສິນຕາມກົດໝາຍ.

ຂໍ້ມູນຈາກ: ຄວາມສະຫງົບ