Home Blog Page 86

ພິທີລົງນາມບົດບັນທຶກການກໍານົດກົນໄກປະສານງານໃນການດຳເນີນຄະດີອາຍາ ກ່ຽວກັບປ່າໄມ້ ແລະ ສັດນໍ້າ-ສັດປ່າ

ພິທີລົງນາມບົດບັນທຶກການກໍານົດກົນໄກປະສານງານໃນການດຳເນີນຄະດີອາຍາ ກ່ຽວກັບປ່າໄມ້ ແລະ ສັດນໍ້າ-ສັດປ່າ

ໃນຕອນເຊົ້າຂອງ ວັນທີ 5 ເມສາ 2022 ທີ່ ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີລົງນາມບົດບັນທຶກການກຳນົດກົນໄກປະສານງານໃນການດຳເນີນຄະດີອາຍາ ກ່ຽວກັບປ່າໄມ້ ແລະ ສັດນໍ້າ-ສັດປ່າ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງ ກະສິກຳ ແລະ ປ່າໄມ້ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ປອ ເພັດ ພົມພິພັກ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ມີ ຮອງຫົວໜ້າ ອົງການປະຊາຊົນສູງສຸດ, ຮອງລັດຖະມົນຕີ, ຄະນະປະສານງານຮ່ວມມືທັງ 2 ຝ່າຍ, ຄະນະພັກ-ຄະນະນໍາ, ຫົວໜ້າກົມ, ຫ້ອງການ ແລະ ພະນັກງານຫຼັກແຫຼ່ງ ທັງສອງພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ. ບົດບັນທຶກດັ່ງກ່າວ ໄດ້ຮັບການຄົ້ນຄວ້າ ປຶກສາຫາລື ແລະ ເອກະພາບກັນ ຊຶ່ງມີ 8 ຂໍ້ ຄື 1/. ແຕ່ງຕັ້ງຄະນະປະສານງານຮ່ວມ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງກະສິກຳ ແລະ ປ່າໄມ້ ໃນນັ້ນ ຂັ້ນທ້ອງຖິ່ນ ແຕ່ງຕັ້ງຄະນະປະສານງານຮ່ວມ ລະຫວ່າງ ອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ຂັ້ນຂອງຕົນຂຶ້ນ ດໍາເນີນຄະດີອາຍາຕໍ່ຜູ້ລະເມີດ;

2/. ແຕ່ງຕັ້ງກອງເລຂາຊ່ວຍວຽກປະສານງານ, ກະກຽມເອກະສານ ແລະ ວຽກງານຕ່າງໆ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງ ກະສິກຳ ແລະ ປ່າໄມ້;

3/. ກໍານົດກົນໄກລະບອບປະຊຸມ ຂອງຄະນະປະສານງານຮ່ວມ ສາມເດືອນຕໍ່ຄັ້ງ; ອົງການໄອຍະການປະຊາຊົນສູງສຸດ ເປັນໃຈກາງຈັດກອງປະຊຸມ; ກໍລະນີທີ່ຈໍາເປັນ ແລະ ຮີບດ່ວນໃຫ້ອົງການໄອຍະການປະຊາຊົນສູງສຸດ ຫຼື ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອນໍາບັນຫາທີ່ຈໍາເປັນ ແລະ ຮີບດ່ວນນັ້ນເຂົ້າກອງປະຊຸມຄະນະປະສານງານ ເພື່ອຮ່ວມກັນຄົ້ນຄວ້າ ຕົກລົງແກ້ໄຂ, ສະໜອງຂໍ້ມູນຂ່າວສານ ຫຼື ຫຼັກຖານ ທີ່ກ່ຽວຂ້ອງເປັນເຈົ້າການແກ້ໄຂຢ່າງເດັດຂາດ ແລະ ເປັນຮູບປະທໍາ;

4/. ບັນຫາທີ່ນໍາມາຄົ້ນຄວ້າ ແລະ ຕົກລົງໃນກອງປະຊຸມຄະນະປະສານງານຮ່ວມ ແມ່ນການດໍາເນີນຄະດີອາຍາ ຕໍ່ຜູ້ລະເມີດ ກົດໝາຍວ່າດ້ວຍ ປ່າໄມ້ ແລະ ກົດໝາຍວ່າດ້ວຍ ສັດນໍ້າ ແລະ ສັດປ່າ ທີ່ມີຄວາມຫຍຸ້ງຍາກສັບສົນ, ຄະດີລາຍໃຫຍ່ ຫຼື ຄະດີທີ່ພົວພັນກັບການຮ່ວມມືສາກົນ ຫຼື ຄະດີທີ່ສັງຄົມໃຫ້ຄວາມສົນໃຈ, ຄະດີ ທີ່ມີການກະທໍາຜິດພົວພັນກັບຫຼາຍພາກສ່ວນ ຫຼື ຫຼາຍແຂວງ; ການດໍາເນີນຄະດີ ເປັນຕົ້ນ ການກໍານົດເຫດການ ຂອງຄະດີ, ການຕີຄວາມໝາຍ ຂອງມາດຕາກົດໝາຍ, ການນໍາໃຊ້ວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ ຫຼື ບັນຫາອື່ນ, ສໍານວນຄະດີຢູ່ນໍາພາກສ່ວນໃດໃຫ້ພາກສ່ວນນັ້ນເປັນເຈົ້າການໃນການສະໜອງຂໍ້ມູນຂ່າວສານ ຫຼື ເອກະສານຫຼັກຖານ ທີ່ກ່ຽວຂ້ອງຄົ້ນຄວ້າ, ຕົກລົງແກ້ໄຂໃຫ້ບຸກຄົນ ແລະ ຕິດຕາມກວດກາ, ຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດຢ່າງໃກ້ສິດ;

5/. ກໍານົດກົນໄກໃນການສະຫຼຸບລາຍງານສະຖິຕິການດໍາເນີນຄະດີອາຍາ ຕໍ່ຜູ້ລະເມີດກົດໝາຍ ລະຫວ່າງ ອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ ແຕ່ສູນກາງລົງຮອດທ້ອງຖິ່ນ ຕາມລະບົບສາຍຕັ້ງໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ ກອງເລຂາຊ່ວຍວຽກ ຂອງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງກະສິກໍາ ແລະ ປ່າໄມ້; ຄົ້ນຄວ້າຮ່າງແບບຟອມລາຍງານສະຖິຕິຄະດີອາຍາ ຕໍ່ຜູ້ລະເມີດກົດໝາຍໃຫ້ຫົວໜ້າຫ້ອງການສອງພາກສ່ວນ ແຈ້ງການໃຫ້ທ້ອງຖິ່ນໃນການຈັດຕັ້ງປະຕິບັດ ກຳນົດວັນທີ 20 ຂອງທຸກໆເດືອນ ເປັນມື້ປິດຕົວເລກ ແລະ ສະຫຼຸບເຂົ້າບັນຊີສະຖິຕິລາຍງານສາຍຕັ້ງຂອງຕົນ;

6/. ຄະນະປະສານງານຂອງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງກະສິກໍາ ແລະ ປ່າໄມ້; ຄົ້ນຄວ້າຮ່າງຄໍາແນະນໍາຮ່ວມ, ຄໍາສັ່ງ ຫຼື ນິຕິກໍາອື່ນ ທີ່ພົວພັນກັບ ການດໍາເນີນຄະດີອາຍາ ຕໍ່ຜູ້ລະເມີດກົດໝາຍ ເພື່ອເປັນບ່ອນອີງໃຫ້ອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ແຕ່ສູນກາງ ລົງຮອດທ້ອງຖິ່ນ ຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ;

7/. ການຈັດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງ ກ່ຽວກັບການດໍາເນີນຄະດີອາຍາໃຫ້ພະນັກງານ ອົງການໄອຍະການປະຊາຊົນ ແລະ ເຈົ້າໜ້າທີ່ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ທັງສູນກາງ ແລະ ທ້ອງຖິ່ນ ຮ່ວມກັນ, ໂດຍນໍາໃຊ້ງົບປະມານ ຂອງແຕ່ລະພາກສ່ວນ ຫຼື ນໍາໃຊ້ງົບປະມານມາຈາກພາກສ່ວນອື່ນ;

8/. ມອບໃຫ້ ຄະນະປະສານງານຮ່ວມອອກແຈ້ງການ ແລະ ລົງເຜີຍແຜ່ບົດບັນທຶກຮ່ວມ ແລະ ແນະນໍາ ໃຫ້ອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນ ເຈົ້າໜ້າທີ່ປ່າໄມ້ ຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ມີປະສິດທິຜົນສູງ; ໂດຍໄດ້ກໍານົດໜ້າທີ່ ຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນອອກເປັນໜ້າວຽກອັນລະອຽດ ເພື່ອຍົກສູງຄວາມຮັບຜິດຊອບ ແລະ ຈັດຕັ້ງປະຕິບັດເນື້ອໃນ ຂອງບົດບັນທຶກຮ່ວມ ໃຫ້ປະກົດຜົນເປັນຈິງ ປະຕິບັດຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດ, ມາດຕະການສະກັດກັ້ນ ແລະ ແກ້ໄຂການລະເມີດກົດໝາຍ ຕາມຂະບວນຍຸຕິທໍາ. ໃນວາລະດັ່ງກ່າວ ອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ມອບປື້ມກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ, ປື້ມປະມວນກົດໝາຍອາຍາ ແລະ ປື້ມປະມວນກົດໝາຍແພ່ງຈຳນວນໜຶ່ງ ໃຫ້ ກະຊວງ ກະສິກຳ ແລະ ປ່າໄມ້ຕື່ມອີກ.

ບົດບັນທຶກດັ່ງກ່າວ ເປັນນິຕິກຳທີ່ສຳຄັນ ແລະ ເປັນພື້ນຖານທີ່ມີປະສິດທິຜົນ ກ່ຽວກັບກົນໄກປະສານງານ ໃນການດຳເນີນຄະດີອາຍາ ກ່ຽວກັບປ່າໄມ້ ແລະ ສັດນໍ້າ-ສັດປ່າ ລະຫວ່າງ ອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ພາສີ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ, ເປັນການການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ, ກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ, ກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາ ແລະ ກົດໝາຍ ວ່າດ້ວຍປ່າໄມ້, ສັດນໍ້າ-ສັດປ່າ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ເຂົ້າສູ່ວຽກງານຕົວຈິງ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ແນໃສ່ສະກັດກັ້ນປະກົດການຫຍໍ້ທໍ້ ໃນການດຳເນີນຄະດີອາຍາ, ເຄົາລົບ ແລະ ປະຕິບັດຕາມພາລະບົດບາດ; ໜ້າທີ່ ແລະ ຂອບເຂດສິດ ຂອງແຕ່ລະພາກສ່ວນ ທີ່ກໍານົດໄວ້ກົດໝາຍ ແລະ ນິຕິກໍາລຸ່ມກົດ ໝາຍ; ພ້ອມທັງຮັບປະກັນຄວາມສັກສິດ ຂອງກົດໝາຍ, ປະຕິບັດຕາມຫຼັກການລວມສູນ ແລະ ເປັນເອກະພາບ ຕາມລະບົບສາຍຕັ້ງ ແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ, ເຮັດໃຫ້ການດໍາເນີນຄະດີອາຍາຕາມຂະບວນຍຸຕິທຳ ມີຄວາມຖືກຕ້ອງ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຍຸຕິທໍາ, ເຮັດໃຫ້ປະເທດເຮົາ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ຈະເລີນຮຸ່ງເຮືອງ ຢ່າງບໍ່ຢຸດຢັ້ງ.

ຂໍ້ມູນໂດຍ: ອົງການໄອຍະການປະຊາຊົນສູງສຸດ

ແຂວງໄຊຍະບູລີອອກແຈ້ງການເລື່ອງສະຫຼອງປີໃຫມ່ລາວປະຈຳປີ 2022

ຫົວຫນ້າຫ້ອງວ່າການແຂວງໄຊຍະບູລີ ຂໍຖືເປັນກຽດແຈ້ງການ ມາຍັງບັນດາທ່ານຊາບວ່າ: ເນື່ອງຈາກບຸນປີໃຫມ່ ຂອງຊາດລາວເຮົາ ປີ ພສ 2565 (ຄສ 2022) ນີ້ ຍັງມີສະພາບການລະບາດຂອງພະຍາດໂຄວິດ-19 ຊມ ຊົນຕ່າງໆໃນທົ່ວແຂວງ, ເຊິ່ງສະແດງອອກໃນແຕ່ລະວັນຍັງມີໂຕເລກຜູ້ຕິດເຊື້ອສູງ; ສະນັ້ນ ຈຶ່ງແຈ້ງໃຫ້ທຸກ ພາກສ່ວນປະຕິບັດ ດັ່ງນີ້:

1. ປີໃຫມ່ລາວ ພສ 2555 (ຄສ 2022) ກົງກັບວັນທີ 14-15-16 ເມສາ ເຊິ່ງວັນທີ 16 ແມ່ນຖືກກັບວັນເສົາເປັນວັນພັກລັດຖະການຈຶ່ງເຫັນດີ ກໍານົດເອົາວັນພຸດ ວັນທີ່ 13 ເມສາ 2022 ເປັນວັນພັກຊົດເຊີຍທົດແທນປີໃຫມ່ລາວ.

2. ການສະຫຼອງປີໃຫມ່ລາວ ໃຫ້ປະຕິບັດໃນຂອບຮີດຄອງປະເພນີ ແລະ ຂະນົບທໍານຽມອັນດີງາມຂອງຊາດ, ບາສີສູ່ຂວັນແບບຄອບຄົວ, ບົນຈິດໃຈປະຢັດມັດທະຍັດທີ່ສຸດ, ຫ້າມບໍ່ໃຫ້ບັນດາສໍານັກງານ ອົງການ, ບໍລິສັດ, ຫ້າງຮ້ານ ຢູ່ພາຍໃນແຂວງ ຈັດງານລ້ຽງສ້າງສັນສະຫຼອງປີໃຫມ່ ແລະ ອວຍພອນກັນຢ່າງເດັດຂາດ.

3. ຫ້າມເຕົ້າໂຮມຊຸມນຸມ, ຊຸມແຊວ, ການສະແດງສິລະປະດົນຕີ ຢູ່ຕາມວັດວາອາຮາມ, ສະຖານທີ່ສາທາລະນະຕ່າງໆ ລວມທັງຢູ່ຕາມຫາດແຄມນໍ້າ, ແກ້ງ, ຄອນ ຕາມລໍານໍາຕ່າງໆ, ການຫົດນໍ້າກັນ ດ້ວຍນໍ້າເປື້ອນ, ສ ຫຼື ນໍາໃຊ້ພາຫະນະ, ອຸປະກອນອື່ນໆ ເພື່ອຫົດນໍາຄົນອື່ນຢູ່ຕາມຖະຫນົນຫົນທາງ ແລະ ສະຖານທີ່ຕ່າງໆ, ງານປະກວດນາງສັງຂານ, ແລະ ແຫ່ນາງສັງຂານ ຢ່າງເດັດຂາດ.

4. ມອບໃຫ້ກອງບັນຊາການ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຂວງ ສົມທົບກັບອົງການປົກຄອງຂັ້ນເມືອງ, ບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ເຝົ້າລະວັງອັກຄີໄພ, ຮັກສາຄວາມ ສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ, ຕ້ານ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້

.

ທ່ານຮອງເຈົ້າແຂວງໆຄຳມ່ວນ ລົງຕິດຕາມຂະບວນການກໍ່ສ້າງທາງຜ່ານພູຊ້າງນ້ອຍ

ໃນວັນທີ 2 ເມສາ 2022 ທີ່ພູຊ້າງນ້ອຍ, ບ້ານຕາດ ເມືອງຍົມມະລາດ, ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ໄດ້ລົງຕິດຕາມ ແລະ ຊຸກຍູ້ຂະບວນການ ເທເບຕົງເສີມເຫຼັກ ຂຶ້ນພູຊ້າງນ້ອຍ ຫາ ເຂດຈຸດສຸມວຽງຫຼວງ ເມືອງຍົມມະລາດ ໃຫ້ກຽດຕ້ອນຮັບໂດຍທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງໆຍົມມະລາດ, ມີບັນດາທ່ານ ໃນຄະນະຮັບຜິດຊອບຂັ້ນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ຜ່ານການດຳເນີນມາເປັນເວລາ 7 ວັນເລີ່ມແຕ່ວັນທີ 25 ມີນາ 2022 ເປັນຕົ້ນມາເຫັນວ່າບັນດາສະມາຊິກຊາວໜຸ່ມເມືອງ, ບ້ານ ແລະ ພໍ່ແມ່ປະຊາຊົນບ້ານຕາດ ແລະ ກຸ່ມບ້ານວຽງຫຼວງໄດ້ພ້ອມໃຈກັນສຸມເຫື່ອແຮງໃສ່ໃນການກໍ່ສ້າງທາງໃນຄັ້ງນີ້. ເຊິ່ງມາເຖິງປະຈຸບັນສາມາດເທໄປໄດ້ແລ້ວ 100 ກວ່າແມັດ. ໃນໂອກາດດັ່ງກ່າວທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄຳມ່ວນ ໄດ້ໃຫ້ກຽດໂອ້ລົມ ກໍາລັງຊາວໜຸ່ມ-ໄວໜຸ່ມ ແລະ ພໍ່ແມ່ປະຊາຊົນ ຈົ່ງຮ່ວມກັນເປັນເຈົ້າການປຸກລະດົມຂົນຂວາຍທ່າແຮງ, ກໍາລັງຊາວໜຸ່ມຕະລຸມບອນ ເພື່ອນໍາພາສ້າງຂະບວນການດັ່ງກ່າວນີ້ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.

ໂດຍສະເພາະ ສ້າງຄວາມເຂັ້ມແຂງ ທາງດ້ານກໍາລັງ ໃນການປະກອບສ່ວນເຫື່ອແຮງສະຕິປັນຍາ ເຂົ້າໃນຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໃຫ້ເກີດຜົນປະໂຫຍດສູງສຸດ ແກ່ສັງຄົມ ແລະ ປະເທດຊາດ.

ແຫຼ່ງຂ່າວ: Khammouane News

ເພີ່ມຂຶ້ນອີກແລ້ວ! ຕິດເຊື້ອໃໝ່ມື້ນີ້ທະລຸ2000

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ວັນທີ 5 ເມສາ 2022 ໃຫ້ຮູ້ວ່າ:

ຈາກການເກັບຕົວຢ່າງມາກວດທົ່ວປະເທດ 4,754 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ 2,272 ຕົວຢ່າງ;

ນະຄອນຫຼວງວຽງຈັນ +1,379

ສະຫວັນນະເຂດ +94 ນຳເຂົ້າ +13

ຈຳປາສັກ ນຳເຂົ້າທັງໝົດ +24

ສາລະວັນ 32

ເຊກອງ 16

ອັດຕະປື 61

ບໍ່ແກ້ວ 17

ວຽງຈັນ 106

ຫຼວງພະບາງ 56

ຫຼວງນໍ້າທາ 8

ອຸດົມໄຊ +75

ຜົ້ງສາລີ +68

ໄຊຍະບູລີ +73

ຊຽງຂວາງ +58

ຄຳມ່ວນ +94 ນຳເຂົ້າ +4

ບໍລິຄຳໄຊ +45

ໄຊສົມບູນ +36

ຫົວພັນ +17

ອີກບໍ່ດົນກໍຈະກາຍເປັນຈິງແລ້ວ! ທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ

ໃກ້ຄວາມເປັນຈິງທີ່ປະຊາຊົນລໍຄອຍ ກັບການພັດທະນາເສັ້ນທາງ ແຕ່ນະຄອນຫຼວງວຽງຈັນ ຫາ ແຂວງຫົວພັນ, ເຊິ່ງການສຶກສາ ຄວາມເປັນໄປໄດ້ໃນການສຳຫຼວດ, ອອກແບບ ແລະ ກໍ່ສ້າງເສັ້ນທາງດ່ວນ ແລວທາງຕັດໃໝ່ ໃນ 3 ໄລຍະຄື: ໄລຍະທີ 1 ແຕ່ຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ເມືອງອະນຸວົງ ແຂວງໄຊສົມບູນ; ໄລຍະ 2 ແຕ່ເມືອງອານຸວົງ ແຂວງໄຊສົມບູນ ຫາ ເມືອງແປກ ແຂວງຊຽງຂວາງ ແລະ ໄລຍະທີ 3 ແຕ່ເມືອງແປກ ແຂວງຊຽງຂວາງ ຫາ ຫົວເມືອງ ແຂວງຫົວພັນ.

ຫຼ້າສຸດ ໃນວັນທີ 4 ເມສາ 2022 ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນການສຳຫຼວດ, ອອກແບບ ແລະ ກໍ່ສ້າງເສັ້ນທາງດ່ວນ ແລວທາງຕັດໃໝ່ ໃນ 3 ໄລຍະຄື: ໄລຍະທີ 1 ແຕ່ຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ເມືອງອະນຸວົງ ແຂວງໄຊສົມບູນ; ໄລຍະ 2 ແຕ່ເມືອງອານຸວົງ ແຂວງໄຊສົມບູນ ຫາ ເມືອງແປກ ແຂວງຊຽງຂວາງ ແລະ ໄລຍະທີ 3 ແຕ່ເມືອງແປກ ແຂວງຊຽງຂວາງ ຫາ ຫົວເມືອງ ແຂວງຫົວພັນ ໃນຮູບແບບ BOT ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ນານາຊິນ ຈຳກັດຜູ້ດຽວ ແລະ ບໍລິສັດ BIG BROTHER 456 COMPANY LIMITED.

ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ງາມປະສົມ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມນີ້ຍັງມີຮອງເຈົ້າແຂວງໆໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ, ຕາງໜ້າບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂດຍການເປັນສັກຂີພິຍານຂອງທ່ານ ກອງຄຳ ໝໍລະພູມ ຫົວໜ້າພະແກນກົມແຜນການ ແລະ ການຮ່ວມມື ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ທ່ານ ໄຊຍະເດດ ວົງສາລະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງໄຊສົມບູນ, ທ່ານ ສົມບັດ ຊົງວິໄລ ຮັກສາການຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຊຽງຂວາງ, ທ່ານ ຄອນທອງ ມະນີວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ ກັບ ທ່ານ ນາງ ນັນທະໄລ ໄຊເສນາ ປະທານ ບໍລິສັດ ນານາຊິນ ຈຳກັດຜູ້ດຽວ, ທ່ານ ນິຍົມ ຈັນທະຣະມົນຕີ ປະທານບໍລິສັດ BIG BROTHER 456 COMPANY LIMITED, ທ່ານ ອານຸສັກ ທຳມະວົງ ປະທານບໍລິສັດ ເມືອງຫຼວງຈະເລີນກໍ່ສ້າງປູກຝັງ ແລະ ລ້ຽງສັດ.

ທ່ານ ນາງ ນັນທະໄລ ໄຊເສນາ ປະທານ ບໍລິສັດ ນານາຊິນ ຈຳກັດຜູ້ດຽວ ກ່າວບາງຕອນວ່າ: ການກໍ່ສ້າງໂຄງການດັ່ງແມ່ນຈະໃຊ້ທຶນຮອນຂອງບໍລິສັດເຮົາເອງ ໂດຍຮ່ວມກັບ ບໍລິສັດ BIG BROTHER 456 COMPANY LIMITED ໃນຮູບແບບ BOT ເຊິ່ງມີໄລຍະສຳປະທານ 50 ປີ, ພວກເຮົາສັນຍາວ່າຈະເຮັດໃຫ້ເປັນໂຄງການທີ່ໄດ້ຄຸນນະພາບ, ປະຈຸບັນກຳລັງສຶກສາອອກແບບໂຄງການຢູ່ ແລະ ຈະມີໄລຍະການກໍ່ສ້າງ 5 ປີ ແຕ່ພວກເຮົາຈະໃຫ້ຫຼາຍບໍລິສັດເຂົ້າໄປຮັບເໝົາກໍ່ສ້າງ ເພື່ອເຊື່ອມຕໍ່ກັນໄວ ແລະ ໃຫ້ສຳເລັດໄວ. ຫາກໂຄງການນີ້ສຳເລັດກໍ່ຈະອຳນວຍຄວາມສະດວກແກ່ການຄົມມະນາຄົມຂົນສົ່ງໄດ້ດີ.

ທ່ານ ນິຍົມ ຈັນທະຣະມົນຕີ ປະທານບໍລິສັດ BIG BROTHER 456 COMPANY LIMITED ໄດ້ກ່າວບາງຕອນວ່າ: ປະເທດລາວເປັນປະເທດໜຶ່ງໃນອາຊຽນ ທີ່ພວກເຮົາໃຫ້ຄວາມສຳຄັນ ໃນການພັດທະນາ ແລະ ພວກເຮົາຈະສຸມໃສ່ໃນການຈັດຕັ້ງປະຕິບັດໂຄງການານີ້ໃຫ້ໄດ້ຄຸນນະພາບ ແລະ ຈະເຮັດໃຫ້ສຳເລັດຕາມເວລາທີ່ກຳນົດໄວ້, ຫາກເສັ້ນທາງນີ້ສຳເລັດກໍ່ຈະຊ່ວຍພັດທະນາຫຼາຍຂະແໜງການຢູ່ບັນດາແຂວງທາງຜ່ານ ລວມເຖິງແຂວງຫົວພັນອີກດ້ວຍ.

ຂໍ້ມູນ ແລະ ພາບຈາກ: ເສດຖະກິດກາານຄ້າ

ຄຳມ່ວນແຈ້ງການ! ສືບຕໍ່ເພີ່ມທະວີຄວາມເຂັ້ມງວດປ້ອງກັນໂຄວິດ-19

ແຂວງຄໍາມ່ວນອອກແຈ້ງການເລື່ອງ: ສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຄໍາມ່ວນ

ຜ່ານການປະເມີນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນແຂວງຄໍາມ່ວນ ໃນໄລຍະ ຜ່ານມາ ເຫັນວ່າການແຜ່ລະບາດໄດ້ຫຼຸດລົງຢ່າງຕໍ່ເນື່ອງ, ແຕ່ເລີ່ມແຕ່ວັນທີ 18 ມີນາ 2022 ເປັນຕົ້ນມາ ໄດ້ມີ ການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນໂອໄມຄອນ (Omicron) ຢູ່ໃນຊຸມຊົນເປັນຈໍານວນຫຼາຍໃນແຕ່ ລະວັນ ແລະ ການແຜ່ລະບາດຍັງມີທ່າອ່ຽງເພີ່ມຂຶ້ນ, ເຊິ່ງຈະກະທົບຕໍ່ການດໍາລົງຊີວິດຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ.

ເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ເຈົ້າແຂວງຄໍາມ່ວນ ຈຶ່ງອອກແຈ້ງການມາຍັງການຈັດຕັ້ງທຸກພາກສ່ວນໃນສັງຄົມ ທັງພາກລັດ, ເອກະຊົນ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງຄໍາມ່ວນ ສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດ ກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຄືດັ່ງນີ້:

.

.

.

ລາຍລະອຽດແຕ່ລະຂໍ້ໃນແຈ້ງການ.

ສົ່ງເສີມການເຄື່ອນຍ້າຍແຮງງານແບບປອດໄພ ແລະ ບັນດາກິດຈະກໍາທີ່ປິ່ນອ້ອມ

ເພື່ອທວນຄືນ, ປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບກິດຈະກໍາສົ່ງເສີມການເຄື່ອນຍ້າຍແຮງງານແບບປອດໄພ ແລະ ບັນດາກິດຈະກໍາທີ່ປິ່ນອ້ອມ.

ໃນຄັ້ງວັນທີ 30 ມີນາ 2022, ທີ່ ນະຄອນຫຼວງວຽງຈັນ ໄດ້ມີ ກອງປະຊຸມເຄື່ອຄ່າຍແຮງງານເຄື່ອນຍ້າຍ ພາຍໃຕ້ໂຄງການ ເຄື່ອນຍ້າຍແຮງງານແບບປອດໄພ ແລະ ມີຄວາມຍຸຕິທໍາ: ຄວາມເຂົ້າໃຈດ້ານສິດທິ ແລະ ກາລະໂອກາດຂອງແຮງງານເຄື່ອນຍ້າຍເພດຍິງໃນພາກພື້ນອາຊຽນ ໂດຍເປັນປະທານ ຂອງ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ມີ ທ່ານ ຝຣັ່ງຊົວ ປຣາວົງວຽງຄຳ ພະນັກງານການເມືອງ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ຕາງໜ້າ ຈາກອົງການແຮງງານສາກົນ, ບັນດາທ່ານຜູ້ຕາງໜ້າຈາກອ້ອມຂ້າງກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮວ່ມ.

ກອງປະຊຸມດັ່ງກ່າວ, ແມ່ນກິດຈະກໍາໜຶ່ງຂອງໂຄງການ Safe and Fair ເຊິ່ງນອນຢູ່ໃນແຜນປະຕິບັດງານກິດຈະກໍາຂອງໂຄງການສໍາລັບປີ 2022 ແລະ ຈະນໍາສະເຫນີ ແລະ ແລກປຽ່ນຄຳຄິດເຫັນ ກ່ຽວກັບ ການກະກຽມຄວາມພ້ອມໃນການຈັດສົ່ງແຮງງານລາວໄປເຮັດວຽກ ຢູ່ຕ່າງປະເທດ; ລາຍງານຄວາມຄືບຫນ້າການປັບປຸງຂໍ້ຕົກລົງ 043 ກ່ຽວກັບການ ຄຸ້ມຄອງວິສາຫະກິດບໍລິການຈັດຫາງານ ແລະ ຄວາມຄືບຫນ້າ ຂອງການສ້າງຕັ້ງສະມາຄົມບໍລິສັດຈັດຫາງານ; ລາຍງານຄວາມຄືບຫນ້າການທົບທວນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈ້າງງານ ລະຫວ່າງ ລາວ-ໄທ, ພ້ອມນີ້ຕາງຫນ້າບໍລິສັດຈັດຫາງານຍັງໄດ້ລາຍງານ ສະຖານະການປະຈຸບັນຂອງບໍລິສັດຈັດຫາງານລາວໃນການພົວ ພັນ ກັບບໍລິສັດນາຍຈ້າງຢູ່ປະເທດໄທ ແລະ ບັນດາຂະແໜງການກຽ່ວຂ້ອງຍັງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການເຄື່ອນຍ້າຍແຮງງານ ຈາກອົງການຈັດຕັ້ງຕ່າງໆ ນຳອີກ.ທ່ານ ນາງ ວັນນີ ແກ້ວໄຊຍະວົງ ໃນນາມປະທານກອງປະຊຸມໄດ້ກ່າວວ່າ:

ໂຄງການນີ້ ຈິ່ງມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດສໍາລັບ ສປປ ລາວ ໃນເງື່ອນໄຂປະຈຸບັນໃນຖານະທີ່ເປັນປະເທດສົ່ງ ເນື່ອງຈາກໂຄງການດັ່ງກ່າວ ຈະສຸມໃສ່ເຮັດໃຫ້ແຮງງານເຄື່ອນຍ້າຍເພດຍິງໄດ້ຮັບການປົກປ້ອງ, ຄຸ້ມຄອງ ແລະ ຮັບຮູ້ສິດຂອງຕົນໂດຍຜ່ານການຮ່ວມມືຂອງລັດ ແລະ ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ໃນການສ້າງແຜນງານ, ການພັດທະນາລະບົບການປົກປ້ອງ ແລະ ຄຸ້ມຄອງ ແລະ ການປັບປຸງນະໂຍບາຍ ຕ່າງໆ ທີ່ກ່ຽວຂ້ອງແນ່ໃສ່ເຮັດໃຫ້ແຮງງານເຄື່ອນຍ້າຍເພດຍິງມີສ່ວນຮ່ວມຫຼາຍຂຶ້ນໃນການພັດທະນາເສດ ຖະກິດສັງຄົມໃນຂົງເຂດ ແລະ ພາກພື້ນອາຊຽນ.

ແຫຼ່ງຂ່າວ: ຂ່າວ ສານຮສສ

ລາວໄດ້ຮັບການຊ່ວຍເຫຼືອລ້າ 5 ລ້ານໂດລາ ເຂົ້າໃນວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ

ຍີ່ປຸ່ນ​ໃຫ້ການຊ່ວຍເຫຼືອລ້າລວມເປັນມູນຄ່າ 5 ລ້ານໂດລາສະຫະລັດເພື່ອເລັ່ງແກ້ໄຂວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ.

ພິທີລົງ​ນາມ​ເອ​ກະ​ສານ​ແລກ​ປ່ຽນ “ໂຄງການພັດທະນາເສດຖະກິດ ແລະ ສັງຄົມ” ໄດ້ຈັດຂຶ້ນໃນວັນທີ 1 ເມສາ ທີ່ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ. ການລົງນາມເອກະສານແລກປ່ຽນແມ່ນຕາງໜ້າໂດຍ ທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ແລະ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພາຍໃຕ້ການຮ່ວມເປັນສັກຂີພະຍານຂອງຕົວແທນຈາກຫຼາຍກະຊວງທີ່ກ່ຽວຂ້ອງ. ລັດຖະບານຍີ່ປຸ່ນຈະສະໜອງການຊ່ວຍເຫຼືອລ້າເປັນມູນຄ່າປະມານ 5 ລ້ານໂດລາສະຫະລັດເພື່ອຈັດຕັ້ງປະຕິບັດໂຄງການດັ່ງກ່າວ. ໂຄງການດັ່ງກ່າວແມ່ນເພື່ອມອບອຸປະກອນທີ່ຈຳເປັນໃນການຝຶກອົບຮົມເພື່ອສ້າງນັກເກັບກູ້ລະເບີດບໍ່ທັນແຕກໃນອະນາຄົດ ແລະ ອຸປະກອນທີ່ນຳໃຊ້ໃນວຽກງານເກັບກູ້ລະເບີດ ໃຫ້ແກ່ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ແລະ ໂຄງການເກັບກູ້ລະເບີດແຫ່ງຊາດລາວ (UXO).

ປັດຈຸບັນ, ມີລະເບີດທີ່ບໍ່ທັນແຕກຈຳນວນປະມານ 80 ລ້ານລູກຕົກຄ້າງຢູ່ໃນສປປ ລາວພາຍຫຼັງສົງຄາມອິນດູຈີນສິ້ນສຸດລົງກວ່າ 40 ປີແລ້ວ. ບັນຫາດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສົ່ງຜົນໃຫ້ປະຊາຊົນຂາດເຂີນພື້ນທີ່ໆປອດໄພ ທີ່ຈຳເປັນໃນການພັດທະນາເສດຖະກິດ-ສັງຄົມ. ລັດຖະບານລາວໄດ້ຍົກເອົາການເລັ່ງແກ້ໄຂບັນຫາການເກັບກູ້ລະເບີດບໍ່ທັນແຕກ ແລະ ການຫຼຸຸດຜ່ອນຈຳນວນຜູ້ເຄາະຮ້າຍ​ເປັນ​ບັນຫາບູລິມະສິດ​​ ​ໃນ​ແຜ​ນ​ພັດ​ທະ​ນາ​ເສ​ດ​ຖະ​ກິດ-ສັງ​ຄົມແຫ່ງຊາດຄັ້ງ​ທີ 9,  ພ້ອມດຽວກັນນັ້ນການຕັ້ງເປົ້າໝາຍ “ປົກປ້ອງຊີວິດຈາກລະເບີດບໍ່ທັນແຕກ” ເປັນເປົ້າໝາຍທີ 18 ຂອງເປົ້າໝາຍການພັດທະນາທີ່ຍືນຍົງ (SDGs) ຂອງສປປ ລາວ ໄດ້ກາຍເປັນໂຕແບບໃຫ້ແກ່ບັນດາປະເທດທີ່ກຳລັງປະເຊີນກັບບັນຫາກັບລະເບີດ ແລະ ລະເບີດບໍ່ທັນແຕກອື່ນໆ.

ຍີ່ປຸ່ນໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ປະເທດລາວໃນດ້ານການເກັບກູ້ລະເບີດບໍ່ທັນແຕກລວມເປັນມູນຄ່າກວ່າ 66.6 ລ້ານໂດລາສະຫະລັດໃນໄລຍະເວລາຍາວນານຫຼາຍກວ່າ 20 ປີ. ການຊ່ວຍເຫຼືອຈຳນວນໜຶ່ງແມ່ນໄດ້ເຄື່ອນໄຫວເກັບກູ້ລະເບີດ ແລະ ໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກ (MRE) ໂດຍຜ່ານການຮ່ວມມືຈາກອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ຈາກປະເທດຍີ່ປຸ່ນ ແລະ ສາກົນ. ນອກຈາກນີ້, ອົງການ JICA ຍັງໄດ້ສະໜັບສະໜູນໂດຍຜ່ານໂຄງການຮ່ວມມືດ້ານວິຊາການເພື່ອແນໃສ່ການພັດທະນາວຽກງານການກຳນົດແຜນເກັບກູ້ໃຫ້ມີປະສິດທິພາບ ແລະ ຍົກລະດັບຄວາມສາມາດໃນການຕິດຕາມໂຄງການໃຫ້ແກ່ພະນັກງານ.

ການເລັ່ງແກ້ໄຂບັນຫາການເກັບກູ້ລະເບີດບໍ່ທັນແຕກກໍແມ່ນບັນຫາບູລິມະສິດໜຶ່ງຕໍ່ການເປັນ “ຄູ່ຮ່ວມຍຸດທະສາດ” ລະຫວ່າງຍີ່ປຸ່ນ ແລະ ລາວ. ໃນຕົ້ນເດືອນມີນາປີ 2022, ທ່ານ ຄິຊິດະ ຟຸມິໂອະ ນາຍົກລັດຖະມົນຕີຍີ່ປຸ່ນ, ພ້ອມດ້ວຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ ໄດ້ຢັ້ງຢືນຮ່ວມກັນວ່າ ທັງສອງປະເທດຈະເອົາໃຈໃສ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍ ແລະ ພັດທະນາການເປັນຄູ່ຮ່ວມມືພາຍໃຕ້ “ແຜນປະຕິບັດງານເພື່ອຄວາມກ້າວໜ້າຂອງການເປັນຄູ່ຮ່ວມຍຸດທະສາດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ” ເຊິ່ງໄດ້ກວມເອົາການເລັ່ງແກ້ໄຂບັນຫາການເກັບກູ້ລະເບີດທີ່ບໍ່ທັນແຕກໂດຍຜ່ານການຮ່ວມມືຂອງທັງສອງຝ່າຍ.

ໃນພິທີເຊັນສັນຍາ ທ່ານທູດໄດ້ກ່າວວ່າ “ຂ້າພະເຈົ້າໄດ້ມີໂອກາດສຳພັດເຖິງຄວາມສຳຄັນຂອງການເກັບກູ້ລະເບີດ ໃນຂະນະທີ່ໄດ້ເດີນທາງໄປຢ້ຽມຢາມແຂວງຊຽງຂວາງ ແລະ ໄດ້ໄປທັດສະນະສະຖານທີ່ຕົວຈິງທີ່ໃຊ້ໃນການເກັບກູ້ລະເບີດທີ່ອົງການ NGO ຂອງຍີ່ປຸ່ນ ແລະ UXO ລາວກຳລັງປະຕິບັດການຢູ່. ນອກຈາກນັ້ນ, ຂ້າພະເຈົ້າໄດ້ມີໂອກາດໄປທັດສະນະສູນຢ້ຽມຢາມເກັບກູ້ລະເບີດທີ່ແຂວງຫຼວງພະບາງ ແລະ ໄດ້ຮັບຮູ້ເຖິງສະພາບການເກັບກູ້ລະເບີດທີ່ເປັນໄພຄຸກຄາມຕໍ່ຊີວິດ ພ້ອມທັງສະພາບຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ. ວັນຈັນທີ 4 ເມສາທີ່ກຳລັງຈະມາເຖິງໃນອາທິດໜ້ານີ້ ແມ່ນ ວັນໂຄສະນາ ແລະ ຊ່ວຍເຫຼືອການເກັບກູ້ກັບລະເບີດ ແລະ ລະເບີດທີ່ບໍ່ທັນແຕກສາກົນ. ຂ້າພະເຈົ້າຄາດຫວັງເປັນຢ່າງຍິ່ງວ່າ ໂຄງການຊ່ວຍເຫຼືອນີ້ຈະຊ່ວຍຊຸກຍູ້ໃຫ້ວຽກງານການເກັບກູ້ລະເບີດໃນປະເທດລາວມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ. ໃນຖານະທີ່ເປັນຄູ່ຮ່ວມຍຸດທະສາດຂອງປະເທດລາວ, ຫຼັງຈາກນີ້, ປະເທດຍີ່ປຸ່ນກໍຈະສືບຕໍ່ໃຫ້ການຊ່ວຍເຫຼືອ ຕາມຄວາມຕ້ອງການຂອງປະເທດລາວໃນອະນາຄົດ.”

ແຈ້ງການຈາກຄະນະສະເພາະກິດ ກະຊວງ ຖວທ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ໃນສະພາບການປັດຈຸບັນ ເຫັນວ່າ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຍັງສືບຕໍ່ແຜ່ລະບາດຂະຫຍາຍເປັນວົງກວ້າງ ໃນຂອບເຂດທົ່ວປະເທດ; ສະນັ້ນ,ຈຶ່ງແຈ້ງການແນະນໍາຈັດຕັ້ງປະຕິບັດໃນໄລຍະວັນທີ 05-30 ເມສາ 2022 ດັ່ງນີ້:

1. ການສະເຫຼີມສະຫຼອງບຸນປີໃຫມ່ລາວຕ້ອງເຊີດຊູນ້ໍາໃຈປະຢັດມັດທະຍັດ, ມີບັນຍາກາດລຽບງ່າຍ, ຖືກຕ້ອງຕາມຮີດຄອງປະເພນີ ແລະ ຂະນົບທໍານຽມອັນດີງາມຂອງຊາດລາວ ເຊັ່ນ: ການສັກກະລະບູຊາ, ສົງນ້ໍາພະແລະ ບາສີສູ່ຂວັນພາຍໃນຄອບຄົວ;

2. ຫ້າມຈັດກິດຈະກໍາໃດໆທີ່ມີຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຕິດພັນກັບກິດຈະກໍາຕ່າງໆ ທີ່ມີຊຸມຊົນເຂົ້າຮ່ວມຢ່າງຫນາແຫນ້ນເຊັ່ນ: ການຈັດງານຄອນເສີດ, ການເສບດົນຕີ,ການສະແດງສິລະປະດົນຕີກາງແຈ້ງຢູ່ຕາມສະຖານທີ່ບໍລິເວນອ້ອມຮອບວັດວາອາຮາມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ສວນນ້ໍາ, ຣີສອດ,ຮ້ານອາຫານ ແລະ ແຄມແມ່ນ້ໍາຕ່າງໆ;

3. ຫ້າມນຸ່ງເຄື່ອງໂປ້ເປືອຍ ຫຼື ເຄື່ອງບໍ່ສຸພາບ ແລະ ປະພຶດໃນສິ່ງລາມົກອະນາຈານຢູ່ຕາມວັດວາອາຮາມ, ສະຖານທີ່ສັກກາລະບູຊາ ແລະ ສະຖານທີ່ສາທາລະນະຕ່າງໆ;

.

ລາຍລະອຽດເພີ່ມເຕີມໃນແຈ້ງການ.

ເມືອງເມີງ ທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງລິຂະສິດ

ເມືອງເມີງ ທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງລິຂະສິດ.

ຕາມການລາຍງານ ຂອງຄວາມສະຫງົບໃຫ້ຮູ້ວ່າ: ວັນທີ 1 ເມສາ 2022 ນິີ້ ຢູ່ທີ່ຫ້ອງການສາທາລະນະສຸກເມືອງເມິງ, ແຂວງບໍ່ແກ້ວ, ໄດ້ມີພິທີທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງລິຂະສິດ ຢູ່ພາຍໃນເມືອງເມິງ. ໂດຍການເປັນປະທານ ຂອງທ່ານ ວັນນາ ຄຳສີປະເສີດ, ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານຂົງເຂດພັກ-ພະນັກງານ, ເປັນກຽດເຂົ້າຮ່ວມຂອງທ່ານ ດຣ ຄໍາສິນ ພົມມະຫານ, ຮອງຫົວໜ້າພະແນກສາທາລະນະສຸກແຂວງ ບໍ່ແກ້ວ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ ແລະ ຄະນະຮັບຜິດຊອບຂະແໜງການທີ່ກ່ຽວຂ້ອງ ຂອງເມືອງເຂົ້າຮ່ວມ.

ການລົງກວດກາສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງໃນຄັ້ງນີ້ ຄະນະຮັບຜິດຊອບຂອງເມືອງ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 10 ມິນາ -1 ເມສາ 2022 ເຊີ່ງປະກອບມີວິຊາການຈາກພາກສ່ວນທີ່ກ່ຽວຂ້ອງຄື: ຫ້ອງການສາທາລະນະສຸກ, ຫ້ອງການ-ການຄ້າ, ຫ້ອງການ-ການເງີນ ແລະ ເຈົ້າໜ້າທີ່ ປກສ ເມືອງ ລົງກວດແຕ່ລະຮ້ານ ຢູ່ພາຍໃນເມືອງເມີງ ເຊິ່ງໄດ້ພົບເຫັນສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງລິຂະສິດ ລວມທັງໝົດມີ 35 ລາຍການ; ປະກອບມີເຄື່ອງບໍລິໂພກ ປະເພດເຂົ້າໝົມ, ເຄື່ອງປຸ່ງ, ອາຫານແຫ້ງ ແລະ ເຄື່ອງດື່ມ ລວມມີມູນຄ່າທັງໝົດ 5 ລ້ານ 5 ແສນກວ່າກີບ;

ທັ້ງນີ້ ກໍ່ເພື່ອຮັບປະກັນໃຫ້ສິນຄ້າທີ່ວາງຈໍາໜ່າຍຢູ່ບັນດາຮ້ານຂາຍເຄື່ອງ ຢູ່ພາຍໃນເມືອງເມິງໄດ້ມາດຕະຖານ, ມີຄຸນນະພາບ ທັງຮັບປະກັນຄວາມປອດໄພ ຂອງຜູ້ບໍລີໂພກ ເພາະການນຳໃຊ້ສິນຄ້າທີ່ໝົດອາຍຸ ຫຼື ສິນຄ້າປອມແປງ ແມ່ນມີຜົນກະທົບຮ້າຍແຮງ ຕໍ່ສຸຂະພາບຂອງຜູ້ຊົມໃຊ້. ທ່ານ ວັນນາ ຄຳສີປະເສີດ, ຮອງເລຂາພັກເມືອງ ຍັງໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ສ້າງແຜນການເຄື່ອນໄຫວລົງກວດກາສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງ ຢູ່ບັນດາຮ້ານພາຍໃນເມືອງ ໃຫ້ເປັນປົກກະຕິຕໍ່ເນື່ອງ, ເອົາໃຈໃສ່ສຶກສາອົບຮົມ ແກ່ຜູ້ປະກອບການຮ້ານຂາຍເຄື່ອງຍ່ອຍເຫັນໄດ້ເຖິງໄພອັນຕະລາຍ ຂອງສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງລິຂະສິດ ແນໃສ່ເຮັດໃຫ້ຜູ້ບໍລິໂພກໄດ້ຊົມໃຊ້ສິນຄ້າທີ່ມີຄຸນນະພາບ, ມີປະໂຫຍດຕໍ່ຮ່າງກາຍ ແລະ ເພື່ອສຸຂະພາບ ຂອງໝົດທຸກຄົນໃນສັງຄົມ.

ພາບ-ຂ່າວ: ນາງ ມີໂຕ ແພງປັນຍາ