Home Blog Page 87

ພິທີແຫ່ ຮູບປັ້ນຫຼໍ່ ພໍ່ກະດວດໄປປະດິດສະຖານໄວ້ທີ່ອະນຸສາວະລີ

ປະຊາຊົນຊາວແຂວງສະຫວັນນະເຂດ ຈັດພິທີແຫ່ ຮູບປັ້ນຫຼໍ່ ພໍ່ກະດວດໄປປະດິດສະຖານໄວ້ທີ່ອະນຸສາວະລີ ດ້ວຍບັນຍາກາດອັນຄຶກຄື້ນ.

ພາຍຫຼັງທີ່ຈັດພິທີ່ແຫ່ ຮູບປັ້ນຫຼໍ່ ພໍ່ກະດວດມາຈາກ ນະຄອນຫຼວງ ວຽງຈັນ ມາຮອດແຂວງ ສະຫວັນນະເຂດໃນຕອນແລງ ຂອງວັນທີ 2 ມີນາ 2022 ແລະພັກແຮມຢູ່ທີ່ ເດີ່ນຫ້ອງວ່າການປົກຄອງແຂວງ ເປັນເວລາ 1ຄືນ ,ມາໃນຕອນເຊົ້າວັນທີ 3 ມີນາ ກໍ່ໄດ້ຈັດພິທີ່ແຫ່ ຮູບປັ້ນຫຼໍ່ຂອງພໍ່ກະດວດ ອອກຈາກຫ້ອງວ່າການ ປົກຄອງແຂວງ ເພື່ອນໍາໄປປະດິດສະຖານໄວ້ ທີ່ອະນຸສາວະລີຂອງເພິ່ນ ຢູ່ວົງວຽນຕໍ່ໜ້າໂຮງໝໍແຂວງ ສະຫວັນນະເຂດ ຢ່າງເປັນທາງການດ້ວຍບັນຍາກາດ ອັນຄຶກຄື້ນ ໂດຍມີພຣະເຖຣາ ນຸເຖຣະ,ມີ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ,ທ່ານ ສັນຕິພາບພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ,ມີທ່ານເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານເຈົ້າແຂວງສາລະວັນ,ການນຳຈາກສູນກາງ, ອຳນາດການປົກຄອງແຂວງ,ອະດີດການນໍາຂັ້ນສູງກາງ, ຂັ້ນແຂວງ ແລະກ້ອນກໍາລັງຈາກບັນດາເມືອງ,ພະນັກງານຈາກພະແນກການ-ກົມກອງຕ່າງໆ,ກ້ອນກໍາລັງຂອງທະຫານ, ຕໍາຫຼວດ, ນັກຮຽນນັກສຶກສາ,ພໍ່ຄ້າຊາວຂາຍ ພ້ອມດ້ວຍມວນຊົນຊາວນະຄອນໄກສອນ ພົມວິຫານ ກໍ່ຄືແຂວງສະຫວັນນະເຂດ ໃຫ້ການຕ້ອນຮັບຢ່າງ ຄັບຄາ ໜາແໜ້ນ ແລະ ເປັນຂະບວນຟົດຟື້ນ.

ເຊິ່ງຂະບວນແຫ່ໄດ້ເລີ່ມຕົ້ນອອກຈາກຫ້ອງວ່າການປົກຄອງແຂວງ ໃນເວລາ 8 ໂມງ ແລະເຄື່ອນອອກມາໃສ່ ວົງວຽນອາຊຽນ ມາຕາມຖະໜົນໄກສອນ (A1) ມາຫາວົງວຽນກະບອງໃຫຍ່,ລົງມາຕາມເສັ້ນທາງພໍ່ກະດວດ ໄປຮອດອະນຸສາວະລີ ຕໍ່ໜ້າໂຮງໝໍແຂວງ ລວມໄລຍະທາງ ປະມານ 4 ກິໂລແມັດ ໃຊ້ເວລາ ເກືອບ 3 ຊົ່ວໂມງ,ໂດຍໃນເສັ້ນທາງທີ່ຂະບວນແຫ່ຜ່ານໄປ ກໍ່ໄດ້ມີມວນຊົນ ໃຫ້ການຕ້ອນຮັບ ເພື່ອເຄົາລົບບູຊາ ແລະຖວາຍ ດ້ວຍດອກໄມ້,ທູບທຽນ,ຂັນໝາກເບັງ,ຕົ້ນກາລະພຶກ ແລະວັດຖຸປັດໃຈຕ່າງໆ,ນອກຈາກນັ້ນຢູ່ຕໍ່ໜ້າງານ ຍັງໄດ້ມີຂະບວນຟ້ອນ,ຂະບວນແຫ່ ຈາກເມືອງ ແລະກຸ່ມບ້ານ ພາຍໃນເທສະບານ ນະຄອນໄກສອນພົມວິຫານ ດ້ວຍຄວາມມ່ວນຊື່ນດີໃຈ ທີ່ໄດ້ອັງເຊີນຮູບປັ້ນຫຼໍ່ພໍ່ກະດວດ ທີ່ເປັນບັນພະບຸລຸດຂອງຊາດລາວ ຊາວແຂວງສະຫວັນນະເຂດ ກັບຄືສູ່ມາຕຸພູມມາປະດິດສະຖານໄວ້ ຢູ່ບ້ານເກີດເມືອງນອນ.

ໃນພິທີຄັ້ງນີ້ ທ່ານ ບຸນສະໜອງ ສີຫາລາດ ຫົວໜ້າກົມວິຈິດສິນ ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວມອບໂຄງການ ອານຸສາວະລີຮູບຈຳລອງພໍ່ກະດວດຢ່າງເປັນທາງການວ່າ: ການກໍ່ສ້າງອານຸສາວະລີຮູບຈຳລອງພໍ່ກະດວດ ເປັນການຈາລຶກບຸນຄຸນ,ຄຸນງາມຄວາມດີໃນການຕໍ່ສູ້ກັບລັດທິລ່າເມືອງຂຶ້ນຝຣັ່ງ ເພິ່ນແມ່ນວິລະບູລຸດຜູ້ໜຶ່ງທີ່ມີນ້ຳໃຈຮັກຊາດ,ຮັກບ້ານເກີດເມືອງນອງ,ມີນ້ຳໃຈເສຍສະຫຼະຢ່າງສູງສົ່ງ,ບໍ່ຍອມຈຳນົນຕໍ່ສັດຕູ,ພໍ່ກະດວດເພິ່ນບໍ່ມັກຢູ່ໃຕ້ອຳນາດຂອງຝຣັ່ງ ເພິ່ນເຫັນປະເທດຊາດຖືກຮຸກຮານ ຢ່າງໂຫດຮ້າຍປ່າເຖື່ອນ ປະຊາຊົນຖືກກົດຂີ້ຂູດຮີດ,ຖືກຈັບກຸມຄຸມຂັງທໍລະມານ ຢ່າງບໍ່ມີຄວາມເປັນທຳ ຍ້ອນສາເຫດດັ່ງກ່າວນັ້ນ ເພິ່ນຈຶ່ງໄດ້ເຕົ້າໂຮມຄວາມສາມັກ,ນຳພາປະຊາຊົນລຸກຮື້ຂຶ້ນຕໍ່ສູ້ກັບພວກລ່າເມືອງຂຶ້ນຝຣັ່ງຢ່າງອົງອາດກ້າຫານ ນັ້ນແມ່ນເຫດການປະຫວັດສາດທີ່ພວກເຮົາຄົນຮຸ່ນຫຼັງຕ້ອງຈາລຶກຄຸນງາມຄວາມດີໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນຝຣັ່ງ ເຖິງແມ່ນວ່າການຕໍ່ສູ້ຈະບໍ່ໄດ້ຮັບໄຊຊະນະກໍ່ຕາມ.

ໂອກາດດຽວກັນນີ້ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ມີຄຳເຫັນຕື່ມອີກວ່າ: ພໍ່ກະດວດເປັນຄົນມີວິຊາອາຄົມປິ່ນປົວຄົນເຈັບປ່ວຍໄດ້, ເພິ່ນຈຶ່ງໄດ້ເດີນທາງໄປຫຼາຍແຫ່ງ, ແຕ່ໄປບ່ອນໃດກໍ່ເຫັນແຕ່ປະຊາຊົນຖືກກົດຂີ່ຂູດຮີດດ້ວຍການເສຍຊ່ວຍ ແລະ ເປັນຂ້ອຍຂ້າຝລັ່ງ ນັບມື້ໜັກໜ່ວງຂື້ນເລື້ອຍໆ ເພິ່ນຈື່ງຊອກທຸກວິທີທາງເພື່ອປຸກລະດົມປະຊາຊົນລຸກຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ໃນສະໄໜລາວຕົກເປັນຫົວເມືອງຂື້ນຂອງສັດຕູຕ່າງດ້າວທີ່ເຂົ້າມາຮຸກຮານພໍ່ກະດວດແມ່ນນັກຕໍ່ສູ້ທີ່ພິລາດອາດຫານ, ແມ່ນຜູ້ໜຶ່ງທີ່ມີນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ ມີນໍ້າໃຈເສຍສະຫລະຢ່າງສູງສົ່ງ ບໍ່ຍອມຈໍານົນຕໍ່ສັດຕູ.

ນີ້ແມ່ນເຫດການດ້ານປະຫວັດສາດທີ່ພວກເຮົາຄົນ ລຸ້ນຫຼັງ ຕ້ອງຈາລຶກຄຸນງາມຄວາມດີໃນວິລະກຳອັນລໍ້າເລີດຂອງເພີ່ນໄວ້. ດັ່ງນັ້ນ, ຈື່ງເກີດມີໂຄງການສ້າງອະນຸສາວະລີຮູບປັ້ນພໍ່ກະດວດຂື້ນ. ຫຼັງຈາກນັ້ນກໍ່ໄດ້ ນໍາຮູບປັ້ນຫຼໍ່ຂອງ ທ່ານ ຂຶ້ນປະດິດສະຖານໄວ້ທີ່ ແຖ່ນຕັ້ງ ຢ່າງສະຫງ່າຜ່າເຜີຍ ພ້ອມທັງມີພິທີທາງສາສະໜາ ເພື່ອເປັນສິລິມຸງຄຸນ ແລະພິທີມອບຮັບ ຢ່າງເປັນທາງການ.

ຂ່າວ ແລະ ຮູບພາບ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

ກອງປະຊຸມທົບທວນການຄຸ້ມຄອງໂຄງການລົງທຶນສຳປະທານດ້ານແຮ່ທາດໃນທົ່ວປະເທດ

ໃນວັນທີ 24-25 ມີນາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມທົບທວນການຄຸ້ມຄອງໂຄງການລົງທຶນສຳປະທານດ້ານແຮ່ທາດໃນທົ່ວປະເທດ ແລະ ການປະເມີນການຈັດຕັ້ງປະຕິບັດໂຄງການຂຸດຄົ້ນແຮ່ເຫຼັກໃນໄລຍະທົດລອງ ແນໃສ່ເພື່ອປັບປຸງຂອດບໍລິການຄຸ້ມຄອງໂຄງການລົງທຶນດ້ານແຮ່ທາດໃຫ້ນັບມື້ດີຂຶ້ນ.

ກອງປະຊຸມດັ່ງກ່າວຈະດຳເນີນເປັນເວລາ 2 ວັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ໂດຍມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຕາງໜ້າຈາກພະແນກແຜນການ ແລະ ການລົງທຶນໃນຂອບເຂດທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມແມ່ນໄດ້ຮັບຟັງການລາຍງານຂອງບັນດາພະແນກແຜນການ ແລະ ການລົງທຶນທົ່ວປະເທດ ກ່ຽວກັບການຄຸ້ມຄອງໂຄງການລົງທຶນສໍາປະທານດ້ານແຮ່ທາດ ທີ່ລັດຖະບານໄດ້ອະນຸຍາດໃນໄລຍະຜ່ານມາ ແລະ ເພື່ອຮັບຟັງການລາຍງານກ່ຽວກັບ ການປະເມີນຜົນການຈັດຕັ້ງປະຕິບັດໂຄງການຂຸດຄົ້ນແຮ່ເຫຼັກ ໃນໄລຍະທົດລອງ ຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 61/ນຍ, ລົງວັນທີ 21 ມິຖຸນາ 2021 ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການ ຂຸດຄົ້ນແຮ່ທາດ ໃນໄລຍະທົດລອງ ສະບັບເລກທີ 001/ຄລທ.ສ, ລົງວັນທີ 1 ກຸມພາ 2022 ຂອງພະແນກແຜນການ ແລະ ການລົງທຶນແຂວງ ທີ່ໄດ້ອະນຸຍາດໃຫ້ເຮັດທົດລອງ.

ໂອກາດນີ້, ທ່ານ ນາງ ຄຳຈັນ ວົງແສນບູນ ໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມກອງປະຊຸມພ້ອມກັນຄົ້ນຄວ້າລົງເລິກແຕ່ລະບັນຫາ ເປັນຕົ້ນແມ່ນ: ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດການຂຸດຄົ້ນ ແລະ ສົ່ງອອກຂອງໂຄງການແຮ່ເຫຼັກ ມີຄືແນວໃດ, ເປັນຫຍັງຫຼາຍໂຄງການບໍ່ມີການຂຸດຄົ້ນ ແລະ ບໍ່ໄດ້ສົ່ງອອກຕາມສັນຍາ, ການຄຸ້ມຄອງຕໍ່ການຂຸດຄົ້ນ ແລະ ການຂົ່ນສົ່ງແຮ່ເຫຼັກ ມີຜົນກະທົບຕໍ່ສິ່ງແວດລ້ອມຄືແນວໃດ, ບົດບາດຂອງແຂວງ ແລະ ທ້ອງຖິ່ນ ໃນການຊຸກຍູ້ຕິດຕາມໄດ້ເຮັດຄືແນວໃດ ແລະ ມີຂໍ້ສະດວກ, ມີຂໍ້ຫຍຸ້ງຍາກແນວໃດໃນການຄຸ້ມຄອງ.

ທັງນີ້ ກໍ່ເພື່ອເປັນການແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລື ແນໃສ່ເພື່ອປັບປຸງຂອດຂັ້ນໃນການຄຸ້ມຄອງໂຄງການລົງທຶນດ້ານແຮ່ທາດ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມຮັດກຸມ, ສະດວກ, ຫຼຸດຜ່ອນຂອດຂັ້ນທີ່ເປັນອຸປະສັກໃນການດຳເນີນທຸລະກິດຂອງຜູ້ລົງທຶນ ແລະ ເພື່ອເຮັດໃຫ້ລັດຖະບານ ກໍຄືທ້ອງຖິ່ນ ສາມາດຕິດຕາມຄຸ້ມຄອງໂຄງການໃຫ້ມີຄວາມເປັນເອກະພາບ ແລະ ໄດ້ຮັບຜົນປະໂຫຍດສູງສຸດ ຈາກການອະນຸຍາດໃຫ້ມີການຂຸດຄົ້ນຊັບພະຍາກອນທຳມະຊາດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມ ໃຫ້ມີຄວາມຍືນຍົງ ແລະ ມີປະສິດທິຜົນ.

ໂດຍປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016 ລັດຖະບານແຫ່ງ ສປປ ລາວ ໄດ້ອະນຸຍາດໃຫ້ບັນດາບໍລິສັດລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃນຂະແໜງແຮ່ທາດ ໂດຍມອບໃຫ້ກະຊວງແຜນການ ແລະ ການລົງທຶນ ຕາງໜ້າລັດຖະບານເປັນຄູ່ສັນຍາ ແລະ ລົງນາມໃນສັນຍາພັດທະນາແຮ່ທາດ, ຊຶ່ງປັດຈຸບັນລັດຖະບານໄດ້ຄົ້ນຄວ້າພິຈາລະນາ ອະນຸຍາດການລົງທຶນດ້ານແຮ່ທາດທັງໝົດໃນທົ່ວປະເທດ ຈໍານວນ 308 ໂຄງການ, ເຊິ່ງປະກອບມີ: ໂຄງການປົກກະຕິ 262 ໂຄງການ, ໂຄງການແຮ່ຫາຍາກ 8 ໂຄງການ ແລະ ໂຄງການທົດລອງ 38. ໃນນັ້ນ, ແຮ່ເຫຼັກ 31 ໂຄງການ, ຫີນອ່ອນມາໂບ້ 2 ໂຄງການ, ຄຳເຄົ້າ 4 ໂຄງການ ແລະ ຄຳຕົກຂ້ອນ 1 ໂຄງການ.

ເພື່ອຈັດຕັ້ງຈັດປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ທ່ານນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງວ່າດ້ວຍການກຳນົດເງື່ອນໄຂໃນການເຈລະຈາສັນຍາຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກໃນໄລຍະທົດລອງ ສະບັບເລກທີ 61/ນຍ, ລົງວັນທີ 21 ມິຖຸນາ 2021 ເຊິ່ງໄດ້ມີການຄົ້ນຄວ້າພິຈາລະນາ ອະນຸຍາດການລົງທຶນໂຄງການຂຸດຄົ້ນແຮ່ເຫຼັກໃນໄລຍະທົດລອງ ມີຈຳນວນ 31 ໂຄງການ, ສາມາດສ້າງລາຍຮັບມອບເຂົ້າງົບປະມານ ຈໍານວນ 36,53 ລ້ານໂດລາສະຫະລັດ.

ຂໍ້ມູນ: ກະຊວງ​ແຜນການ​ ແລະ​ ການລົງທຶນ

ເລີ່ມຫຼຸດລົງແນ່ແລ້ວ! ຜູ້ຕິດເຊື້ອໃໝ່ມື້ນີ້

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ

ເຖິງຢ່າງໃດກໍຕາມ ນະຄອນຫຼວງວຽງຈັນຍັງພົບຜູ້ຕິດເຊື້ອສູງສຸດ.

ແຜ່ນດິນໄຫວສອງຄັ້ງທີ່ແຂວງບໍ່ແກ້ວ

ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 03 ເມສາ 2022, ເວລາ 23:37 :54 ໂມງ.

ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບ ສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈໍານວນ 01 ຄັ້ງ, ໃນບໍລິເວນ ແຂວງ ບໍ່ແກ້ວ ລາຍລະອຽດຂອງການ ເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:

ຄັ້ງທີ 1: ໃນເວລາ 23:37:54, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະຫນານທີ່ 20.2499N ແລະເສັ້ນແວງທີ່ 102.124°E ຄວາມແຮງສັ່ນສະເທືອນວັດແທກໄດ້ 1.3 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງຫນ້າດິນປະມານ 3 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານ ສີດົງຄູນ ເມືອງຕົ້ນເຜີ້ງ ແຂວງ ບໍ່ແກ້ວ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ຕົ້ນເຜີ້ງ ປະມານ 11 Km.

ຄັ້ງທີ 2: ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 04 ເມສາ 2022, ເວລາ 07:53 :19 ໂມງ. ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບ ສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈໍານວນ 01 ຄັ້ງ, ໃນບໍລິເວນ ແຂວງ ບໍ່ແກ້ວ ລາຍລະອຽດຂອງການ ເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້: 1. ໃນເວລາ 07:53:19, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະຫນານທີ່ 20.313°N ແລະ ເສັ້ນແວງທີ 100.199°E ຄວາມແຮງສັ່ນສະເທືອນວັດແທກໄດ້ 1.5 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງຫນ້າດິນປະມານ 3 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານ ສີດົງຄູນ ເມືອງຕົ້ນເຜີ້ງ ແຂວງ ບໍ່ແກ້ວ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນ ຫ່າງຈາກເທດສະບານ ເມືອງຕົ້ນເຜີ້ງ ປະມານ 11 Km.

ຫມາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

ຕິດເຊື້ອໃໝ່ 1.593 ຄົນ ເສຍຊີວິດໃໝ່ 6 ຄົນ

ລາຍງານ ໂຄວິດ-19

ວັນທີ 3 ເມສາ 2022

ຕິດເຊື້ອໃໝ່: 1.593 ຄົນ, ເສຍຊີວິດໃໝ່: 6 ຄົນ

.

.

ຢຶດ ແລະ ທຳລາຍ ສິນຄ້ານຳເຂົ້າ ປະເພດສີ້ນສ່ວນໝູແຊ່ແຂງ

ວັນທີ 1/4/2022 ຫ້ອງການກະສິກຳ ແລະ ປ່າໄມ້ ນະຄອນ ໄກສອນ ພົມວິຫານ ໄດ້ຢຶດ ແລະທຳລາຍ ສິນຄ້ານຳເຂົ້າ ປະເພດ ສີ້ນສ່ວນໝູແຊ່ແຂງ 477 ກິໂລ.

ໃນຕອນບ່າຍ ວັນທີ 31 ມີນາ 2022 ນີ້,ຢູ່ສະຖານທີ່ຖິ້ມຂີ້ເຫຍື້ອບ້ານຊອກ ນະຄອນ ໄກສອນ ພົມວິຫານ,ທາງຫ້ອງການກະສິກຳ ແລະ ປ່າໄມ້ ນະຄອນ ໄກສອນ ພົມວິຫານ ສົມທົບກັບພາກສ່ວນກ່ຽວຂ້ອງໄດ້ ທໍາລາຍສິນຄ້າຫ້າມນໍາເຂົ້າ ໂດຍມີ ທ່ານ ສົມໜາຍ ສົງວິໄລ ຮອງເຈົ້ານະຄອນ ໄກສອນ ພົມວິຫານ,ທ່ານ ອຸ່ນຄຳ ຜິວພະຈັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ນະຄອນ ໄກສອນພົມວິຫານ ,ທ່ານ ພັທ ທອງດຳ ເລື່ອນແສນດີ ຫົວໜ້າກອງບັນຊາການ ປກຊ ນະຄອນ, ມີ ພະນັກງານວິຊາການ ສາຍກວດ , ເຈົ້າໜ້າທີ່ກະສິກຳແລະປ່າໄມ້ນະຄອນເຂົ້າຮ່ວມ. ທ່ານ ພູສອນ ຫົວໜ້າຈຸສາຍກວດ ຂອງຫ້ອງການກະສິກຳແລະປ່າໄມ້ ນະຄອນໄກສອນພົມວິຫານ ໄດ້ໃຫ້ຮູ້ວ່າ:

ໃນຕອນເຊົ້າ ວັນທີ 31 ມີນາ 2022 ເຈົ້າໜ້າທີ່ກະສິກຳ ແລະປ່າໄມ້ນະຄອນ ໄດ້ລົງກວດກາໃນຕະຫລາດສະຫວັນໄຊ ໄດ້ຢຶດສິນຄ້າ ຫ້າມການນຳເຂົ້າ ປະເພດສີ້ນສ່ວນໝູ ແຊ່ແຂງ ມາແຕ່ ສສ ຫວຽດນາມ ໂດຍບໍ່ຖືກຕ້ອງ ທີ່ບັນຈຸໃສ່ແກັດເຈ້ຍ ຈໍານວນ 10 ແກັດ ນໍ້າໜັກ 477 ກິໂລໃນນັ້ນມີ: ຊີ້ນໜູ 227 ກິໂລ,ຕັບ 30 ກິໂລ,ໜັງໝູ52 ກິໂລ,ປອດໝູ 35 ກິໂລ,ກະດູກຂ້າງ60 ກິໂລ ແລະ ຊີ້ນສາມຊັ້ນ 73 ກິໂລ ເຊິ່ງເຈົ້າຂອງສິນຄ້າດັ່ງກ່າວແມ່ນ ທ້າວ ຖັງ ອາຍຸ 29 ປີ ສັນຊາດຫວຽດນາມ, ພັກຢູ່ບ້ານຫົວເມືອງໃຕ້ ນະຄອນ ໄກສອນ ພົມວິຫານ ເປັນຜູ້ນຳມາຈໍາໜ່າຍ-ຂາຍຢູ່ຕະຫຼາດສະຫວັນໄຊ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ເຊິ່ງເປັນການລັກລອບນໍາເຂົ້າສິນຄ້າ ທີ່ບໍ່ໄດ້ຜ່ານການກວດກາຂອງເຈົ້າໜ້າທີ່ ແລະ ເປັນການນໍາເຂົ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ. ດັ່ງນັ້ນ, ຈຶ່ງໄດ້ຢຶດເອົາສິນຄ້າ ແລ້ວນໍາໄປທໍາລາຍຖິ້ມ ເພື່ອຮັບປະກັນບໍ່ໃຫ້ຈໍາໜ່າຍສິນຄ້າດັ່ງກ່າວ ທີ່ຈະສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ບໍລິໂພກ.

ການທໍາລາຍສີ້ນສ່ວນ ໝູແຊ່ແຂງໃນຄັ້ງນີ້ ເພື່ອປ້ອງກັນ, ສະກັດກັ້ນພະຍາດອະຫິວາໝູ ອາຟຣິກາ ທີ່ກໍາລັງລະບາດບໍ່ໃຫ້ແຜ່ລາມ, ເຊິ່ງເປັນສິນຄ້າປະເພດ ຫ້າມເຄື່ອນຍ້າຍສັດ-ຜະລິດຕະພັນຊີ້ນໝູ ເຂົ້າມາພາຍໃນແຂວງ ກໍ່ຄືນະຄອນ ໄກສອນ ພົມວິຫານ.

ແຫຼ່ງຂ່າວ: Media Laos

ອ​ຄ ຈັດພິທີປະກາດການແຕ່ງຕັ້ງຫົວໜ້າຫ້ອງການ-ຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ

ກະຊວງອຸດສາຫະກຳ ແລະ ການຄ້າ ປະກາດການຈັດຕັ້ງກະຊວງອຸດສາຫະກຳ ແລະ ການ​ຄ້າ (ອ​ຄ) ໄດ້​ຈັດພິທີປະກາດການແຕ່ງຕັ້ງຫົວໜ້າຫ້ອງການ-ຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ ພາຍໃນກະຊວງ ອຄ ຂຶ້ນ​ໃນ​ວັນ​ທີ 1 ເມ​ສາ ນີ້ ທີ່​ກະ​ຊວງ ອ​ຄ ໂດຍການເປັນປະທານຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ຊຶ່ງມີບັນດາຮອງລັດຖະມົນຕີ ແລະ ພະນັກງານຫຼັກແຫຼ່ງພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ຈຳນວນ 4 ສະບັບ ຄື ເລກທີ 116/ນຍ, 117/ນຍ, 118/ນຍ, 119/ນຍ ລົງວັນທີ 23/3/2022 ຊຶ່ງໃນນີ້ປະກອບມີການແຕ່ງຕັ້ງ ຫົວໜ້າກົມ 4 ທ່ານ ຄື:

ແຕ່ງຕັ້ງ ທ່ານ ພູວຽງ ພົງສາ ເປັນຫົວໜ້າກົມການຄ້າພາຍໃນ, ທ່ານ ຄຳເພັດ ວົງດາລາ ເປັນຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ສັນຕິສຸກ ພຸນສະຫວັດ ເປັນຫົວໜ້າກົມຊັບສິນທາງປັນຍາ, ທ່ານ ວິທູນ ສິດທິມໍລະດາ ເປັນຫົວໜ້າຫ້ອງການກະຊວງ ອຄ. ນອກນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ອຄ ເລກທີ 0346/ອຄ ລົງວັນທີ 23/3/2022 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ ສັງກັດຢູ່ກະຊວງ ອຄ ຈຳນວນ 6 ທ່ານ ຄື:

ແຕ່ງຕັ້ງ ທ່ານ ສົມວິໄຊ ວົງທິລາດ ເປັນຮອງຫົວໜ້າກົມສົ່ງເສີມການຄ້າ, ທ່ານ ນາງ ວົງປະດິດ ວົງສະຫວາດ ເປັນຮອງຫົວໜ້າກົມທະບຽນ ແລະ ແລະ ຄຸ້ມຄອງວິສາຫະກິດ, ທ່ານ ສົມພອນໄຊ ວົງດາລາ ເປັນຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ, ທ່ານ ພວງມາລາ ຈຸມພະຈັນ ເປັນຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ, ທ່ານ ກຽງຄຳ ຣາຊະຈັກ ເປັນຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ທ່ານ ນາງ ຄຳເພັດ ພຸນສຸກ ເປັນຮອງຫົວໜ້າຫ້ອງການ ກະຊວງ ອຄ. ທ່ານລັດຖະມົນຕີກະຊວງ ອຄ ໄດ້ກ່າວວ່າ:

ພິທີໃນມື້ນີ້, ມີຄວາມໝາຍ ແລະ ຄວາມສຳຄັນ ເນື່ອງຈາກການແຕ່ງຕັ້ງ, ສັບຊ້ອນ, ຍົກຍ້າຍປ່ຽນແທນພະ​ນັກ​ງານ​ນຳ​ພາ-ຄຸ້ມ​ຄອງ ເປັນວຽກງານປົກກະຕິຂອງການຈັດຕັ້ງໃນທົ່ວລະບົບການເມືອງຂອງພັກ ແລະ ລັດ, ເປັນການຈັດຕັ້ງປະຕິບັດຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ແລະ ບັນດາມະຕິ, ຄໍາສັ່ງຕ່າງໆຂອງວຽກງານພະນັກງານ-ລັດຖະກອນ. ອີກດ້ານໜຶ່ງ, ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ ລ້ວນແຕ່ແມ່ນພະນັກງານຫຼັກແຫຼ່ງທີ່ໄດ້ຜ່ານຂະບວນການເຕີບໃຫຍ່ຂະຫຍາຍຕົວ ໃນວຽກງານຂອງຂະແໜງ ອຄ, ເປັນຜູ້ທີ່ມີ​ຜົນ​ງານພົ້ນເດັ່ນ, ມີຄວາມຮູ້ຄວາມສາມາດທີ່ເຂັ້ມແຂງ, ຜ່ານການຝຶກຝົນຫຼໍ່ຫຼອມຈາກວຽກ​ງານອັນໜັກໜ່ວງ ປະກອບສ່ວນທັງແຮງກາຍ ແລະ ສະຕິປັນຍາເຂົ້າໃນໜ້າທີ່ການເມືອງທີ່ຕົນຮັບຜິດຊອບຕາມພາລະບົດບາດທີ່ການຈັດຕັ້ງມອບໝາຍໃຫ້ຢ່າງມີຜົນສຳເລັດ ແລະ ຄົບເງື່ອນໄຂມາດຖານການໄດ້ຮັບຕຳແໜ່ງ ທີ່ໄດ້ປະກາດໃນພິທີຄັ້ງນີ້.

ພ້ອມນີ້, ທ່ານລັດຖະມົນຕີກະຊວງ ອຄ ຍັງໄດ້ຮຽກຮ້ອງໃຫ້ຄະນະນຳກະຊວງ, ຄະນະກົມ, ຫົວໜ້າຫ້ອງການກະຊວງ, ສະຖາບັນ ຕະຫຼອດເຖິງພະນັກງານໃນທົ່ວກະຊວງ ຈົ່ງຍົກສູງຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໂດຍສະເພາະການຜັນຂະຫຍາຍມະຕິ XI ຂອງພັກ, ການຈັດຕັ້ງປະຕິບັດວາລະແຫ່ງຊາດທີ່ຕິດພັນກັບວຽກງານຂະແໜງ ອຄ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 5 ຂອງອົງຄະນະພັກກະຊວງ ອຄ, ແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ ຄັ້ງທີ V ໃຫ້ປະກົດຜົນເປັນຈິງ.

(ຂ່າວ: ສຸກສະຫວັນ, ພາບ: ສໍານານ)

ບຸນສົມໂພດຮູບເໝືອນພໍ່ກະດວດຮູບປັ້ນຫຼໍ່ຈໍາລອງ ພໍ່ກະດວດ

ສະຫວັນນະເຂດ ຈະມີການເຮັດບຸນສົມໂພດຮູບເໝືອນພໍ່ກະດວດຮູບປັ້ນຫຼໍ່ຈໍາລອງ ພໍ່ກະດວດ ຈະມີການສົມໂພດ ທາງພຸດທະສາສະໜາຢ່າງຍິ່ງໃຫຍ່ ຊຶ່ງໃນວັນທີ 2 ເມສາ 2022, ການນໍາແຂວງສະຫວັນນະເຂດ ນໍາໂດຍທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມຂະແໜງການທີ່ກ່ຽວຂ້ອງ ຂະບວນແຫ່ພໍ່ກະດວດ ອອກຈາກນະຄອນ ຫຼວງວຽງຈັນ ຊຶ່ງພາຍຫຼັງທີ່ມີການປັ້ນຫຼໍ່ດ້ວຍທອງເຫຼືອງໜັກປະມານ 3 ໂຕນກວ່າ ຊຶ່ງ​ຈະຂົນສົ່ງທາງລົດ ໄປ​​ແຂວງສະຫວັນນະເຂດ ຊຶ່ງໃນວັນທີ 3 ເມສາ 2022 ເວລາ 14 ໂມງ ຈະມີການແຫ່ອ້ອມຕົວເມືອງ (ອ້ອມວົງວຽນໄດໂນເສົາ) ມາຕາມເສັ້ນທາງໄກສອນ ພົມວິຫານ, ໄປວົງວຽນກະບອງແລ້ວແຫ່​ໄປຕາມເສັ້ນ ທາງພໍ່ກະດວດ, ລົງໃສ່ສະຖານທີ່ຕັ້ງ ອະນຸລາວະລີພໍ່ກະດວດໜ້າໂຮງໝໍແຂວງ ໂດຍມີຂະບວນມວນຊົນຕ້ອນຮັບ 2 ພາກທາງ ພ້ອມນີ້ ກໍມີທ່ານເຈົ້າແຂວງ, ຜູ້ຊົງຄຸນວຸດທິ ແລະ ອະດີດການນໍາແຂວງຈໍານວນໜຶ່ງໃຫ້ຕ້ອນຮັບ.

ຈາກນັ້ນ, ກໍມີພິທີທາງສາສະໜາແບບປະເພນີດັ່ງເດີມ. ພໍ່ກະດວດ ໄດ້​ນຳ​ພາຂະບວນການຕໍ່ສູ້ຕ້ານ​ຈັກ​ກະ​ພັດ​ຜູ້​ຮຸກ​ຮານໃນປີ 1901-1902 ພໍ່ກະດວດ ຊື່ແທ້ແມ່ນ ທ້າວ ອາຍີ່ ເກີດປີ 1849 ແລະ ເສຍຊີວິດໃນປີ 1902 ລວມອາຍຸໄດ້ 53 ປີ, ພໍ່ແມ່ຂອງທ້າວ ອາຍີ່ ຕັ້ງບ້ານເຮືອນຢູ່ເມືອງພີນ ແຂວງສະຫວັນນະເຂດ ພໍ່ຊື່ ທ້າວ ອາບັງ ຊົນເຜົ່າລາວເທິງ ທີ່ມີເຊື້ອສາຍເຂດດົງບໍລິເວນ, ຊື່ແມ່ ນາງ ບຸນທົມ ຄົນລາວລຸ່ມ. ພໍ່ ແລະ ແມ່ ເປັນຄົນຊາວນາສາມັນຊົນ. (ຂ່າວ-ພາບ: ສະ​ຫວັນ)

ລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອມອບ-ຮັບການຊ່ວຍເຫຼືອຂອງໂຄງການເຫັນຜົນໄວ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ

ສປປ ລາວ ແລະ ອິນເດຍ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈເພື່ອມອບ-ຮັບ ການຊ່ວຍເຫຼືອຂອງໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຂຶ້ນໃນວັນທີ 31 ມີນາ ຜ່ານມາ ທີ່ກະຊວງການຕ່າງປະເທດ ຊຶ່ງໃຫ້ກຽດເປັນສັກຂີພິຍານ ໂດຍ ທ່ານ ຕິ່ງ ສຸກສັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ແລະ ທ່ານ ດິນກາ ອາດສທານາ ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ ຕາງໜ້າໃຫ້ແກ່ລັດຖະບານອິນເດຍ, ຜູ້ຮ່ວມລົງນາມບົດບັນທຶກໃນຄັ້ງນີ້ຕາງໜ້າໃຫ້ຝ່າຍລາວແມ່ນຄະນະຮັບຜິດຊອບໂຄງການຈາກພະແນກການກ່ຽວຂ້ອງຂອງບັນດາແຂວງທີ່ໄດ້ຮັບໂຄງການ ແລະ ຕາງໜ້າຝ່າຍອິນເດຍແມ່ນ ທ່ານຫົວໜ້າຫ້ອງການສະຖານເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ. ການຮ່ວມລົງນາມບົດບັນທຶກຄັ້ງນີ້ ແມ່ນເພື່ອຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອິນເດຍ ຈໍານວນ 4 ໂຄງການ ລວມມູນຄ່າທັງໝົດ 184.677 ໂດລາ ຄື:

1. ໂຄງການກໍ່ສ້າງສຸກສາລາ ບ້ານວຽງໄຊ ເມືອງພູວົງ ແຂວງອັດຕະປື,

2. ໂຄງການກໍ່ສ້າງຫ້ອງຮຽນ ທີ່ ໂຮງຮຽນປະຖົມກະແຫຼ່ງພູ ເມືອງ ນອງ ແຂວງສະຫວັນນະເຂດ,

3. ໂຄງການປັບປຸງການຜະລິດກາເຟອິນຊີ ແລະ ຄວາມຫຼາກຫຼາຍຂອງເສດຖະກິດຊົນນະບົດ ແລະ ການສ້າງຂີດຄວາມສາມາດຂອງຊາວບ້ານ, ບ້ານນໍ້າວັງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ

4. ໂຄງການກໍ່ສ້າງຫ້ອງຮຽນ ທີ່ ໂຮງຮຽນມັດທະຍົມກະລຶມ ແຂວງເຊກອງ.

ໃນໂອກາດນີ້, ທ່ານ ຕິ່ງ ສຸກສັນ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ ທ່ານເອກອັກຄະລັດຖະທູດ ດິນກາ ອາດສທານາ ກໍຄື ລັດຖະບານອິນເດຍ ທີ່ໄດ້ໃຫ້ຄວາມສໍາຄັນຕໍ່ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອິນເດຍ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະແມ່ນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນຂັ້ນທ້ອງຖິ່ນໃຫ້ນັບມື້ນັບດີຂຶ້ນ.

ພ້ອມນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ໃຫ້ຄຳໝາຍໝັ້ນວ່າ ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບອິນເດຍ ໃນຖານະການເປັນປະທານຮ່ວມກອງປະຊຸມຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໃນປີ 2022. ອິນເດຍໃນນາມຄູ່ຮ່ວມພັດທະນາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄດ້ປະກາດສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012, ໂດຍການສະໜັບສະໜູນງົບປະມານ ຈໍານວນ 1 ລ້ານໂດລາ ຕໍ່ປີ ໃຫ້ແກ່ປະເທດສະມາຊິກ ເພື່ອຈັດຕັ້ງປະຕິບັດໂຄງການຂະໜາດນ້ອຍ, ມູນຄ່າບໍ່ເກີນ 50.000 ໂດລາ ຕໍ່ 1 ໂຄງການ. ນັບຕັ້ງແຕ່ທີ່ມີການສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈໍານວນ 11 ໂຄງການ ລວມມູນຄ່າ 532.677 ໂດລາ.ຂ່າວ-ພາບ: ກະຊວງການຕ່າງປະເທດ

ແຫຼ່ງຂ່າວ ແລະ ຮູບພາບ: ກະຊວງການຕ່າງປະເທດ

ການນຳກະຊວງ ປກສ ອວຍພອນນາຍົກລັດຖະມົນຕີ ໃນໂອກາດຄົບຮອບ 61 ປີ ສ້າງຕັ້ງກຳລັງ

ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກໍາລັງປະກອບອາວຸດປະຕິວັດອັນແຫຼມຄົມຂອງພັກ ໂດຍແມ່ນ ພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານ; ເປັນກໍາລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ; ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ້ ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເວລາໃດກໍມີ ມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານ, ມີນ້ໍາໃຈເສຍສະຫຼະເດັດດ່ຽວຫນຽວແຫນ້ນບໍ່ຍອມຈໍານົນ, ມີຄວາມ ສັດຊື່ບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນແຫນ້ນຫນາ; ສະນັ້ນ, ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເຊິ່ງເປັນວັນປະຫວັດສາດສໍາຄັນຂອງ ່ຊາດຂອງພັກ, ຂອງກໍາລັງປ້ອງກັນຄວາມສະຫງົບ ທີ່ຫມູນວຽນມາບັນຈົບຄົບຮອບ 61 ປີ (5 ເມສາ 1961 – 5 ເມສາ 2022), ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ສະຫາຍ ພົລ ວິໄລ ຫຼ້າ ຄໍາຝອງ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງ ປກສ ພ້ອມຄະນະ ໄດ້ນໍາກະຕ່າ ດອກໄມ້ເຂົ້າອວຍພອນ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມີພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ ໃນວັນທີ 31 ມີນາ.

ໃນໂອກາດທີ່ມີຄວາມຫມາຍສໍາຄັນນີ້, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍ່ໄດ້ລາຍງານໂດຍຫຍໍ້ກ່ຽວກັບ ການເຄື່ອນໄຫວຊີ້ນໍາ-ນໍາພາ ກໍາລັງປ້ອງກັນຄວາມສະຫງົບ ໂດຍໄດ້ຮັບການນໍາພາ-ຊີ້ນໍເດັດຂາດ, ໂດຍກົງ ແລະ ຮອບດ້ານຈາກພັກ-ລັດຖະບານ ໄດ້ຮັບການໃກ້ຊິດຕິດແທດ, ອູ້ມຊູຊ່ວຍເຫຼືອຈາກການຈັດຕັ້ງຂັ້ນ ເທິງໃນການກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະທີ່ຜ່ານມາ, ເຮັດໃຫ້ກໍາລັງປ້ອງກັນຄວາມ ສະຫງົບປະຊາຊົນ ມີຄວາມເຕີບໃຫຍ່ເຂັ້ມແຂງ, ສາມາດຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ, ປະເທດຊາດມີຄວາມຫມັ້ນຄົງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີ ຄວາມເຊື່ອຫມັ້ນ ແລະ ໃຫ້ການຮ່ວມມືອູ້ມຊູຊ່ວຍເຫຼືອກໍາລັງປ້ອງກັນຄວາມສະຫງົບໂດຍດີຕະຫຼອດມາ.

ພ້ອມກັນນັ້ນ, ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາຂັ້ນສູງ ກະຊວງ ປກສ ກໍຄື ພະນັກງານນັກຮົບ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ທີ່ເວລາໃດກໍເຮັດຫຼ້ອນຫນ້າທີ່-ທີ່ໄດ້ຮັບມອບຫມາຍ ສົມເປັນ ກໍາລັງປະກອບອາວຸດປະຕິວັດອັນແຫຼມຄົມຂອງພັກ.

ນອກນັ້ນ, ສະຫາຍ ຍັງໂອ້ລົມໃຫ້ທິດຊີ້ນໍາຕໍ່ ຄະນະພັກ-ຄະນະນໍາຂັ້ນສູງ ກະຊວງ ປກສ ເພື່ອນໍາໄປຈັດຕັ້ງປະຕິບັດເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບ ເປັນກໍາລັງປະກອບອາວຸດທີ່ເຂັ້ມແຂງຂອງພັກ, ເປັນກໍາລັງທີ່ມີຄວາມທັນສະໄຫມຮອບດ້ານເທື່ອລະກ້າວ ເປັນຕົ້ນແມ່ນ: ສືບຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ຮັກສາ 3 ທາດແທ້ 7 ມູນເຊື້ອ ຂອງກໍາລັງປ້ອງກັນຄວາມສະຫງົບ, ມີຄວາມສາມັກຄີພາຍໃນຢ່າງຫນັກແຫນ້ນ, ເອົາໃຈໃສ່ຈັດຕັ້ງປະຕິບັດ.

ວຽກງານວິຊາສະເພາະ ຮັກສາໄດ້ຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພທົ່ວສັງຄົມ, ພ້ອມກັນສຸມໃສ່ວຽກງານລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ ເພື່ອປຸກລະດົມພໍ່-ແມ່ປະຊາຊົນຢູ່ ທ້ອງຖິ່ນຮາກຖານ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ, ເອົາໃຈໃສ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໂດຍສະເພາະແມ່ນ ວາລະແຫ່ງຊາດວ່າດ້ວຍ ການແກ້ ໄບບັນຫາຢາເສບຕິດ ໃຫ້ມີຜົນສໍາເລັດຕາມກໍານົດເວລາທີ່ໄດ້ກໍານົດໄວ້; ພ້ອມກັນເອົາໃຈໃສ່ປັບປຸງກໍ່ສ້າງ ກໍາລັງ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ໂດຍສ້າງໃຫ້ມີພະນັກງານສືບທອດປ່ຽນແທນ ໃນໄລຍະສັ້ນ ແລະ ຍາວນານ, ຊຸກຍູ້ສົ່ງເສີມໃຫ້ນາຍ ແລະ ພົນຕໍາຫຼວດ ໄດ້ມີການຍົກລະດັບຄວາມຮູ້.ຄວາມສາມາດ ເພື່ອ ຕອບສະຫນອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ການເມືອງ ໃນໄລຍະໃຫມ່ ແລະ ພ້ອມກັນເອົາໃຈ ໃສ່ສ້າງພະລາກັບທີ່ ເພື່ອແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນຕໍາຫຼວດ ຕາມທິດເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ໂອກາດດັ່ງກ່າວ, ສະຫາຍ ພົດ ວິໄລ ຫຼ້າຄໍາຟອງ ຍັງໄດ້ຕາງຫນ້າໃຫ້ຄະນະພັກ-ຄະນະນໍາ ກະຊວງ ປກສ ກໍຄື ນາຍ ແລະ ພົນຕໍາຫຼວດທົ່ວກໍາລັງ ປກສ ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ພັກ-ລັດຖະບານ ໂດຍສະເພາະແມ່ນ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍາມໃດກໍໄດ້ເອົາໃຈໃສ່ໃກ້ຊິດຕິດແທດ ຊີ້ນໍາ-ນໍາພາຕໍ່ກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຂໍອວຍໄຊໃຫ້ ສະຫາຍ ຈົ່ງມີແຕ່ພາລະນາໄມທີ່ສົມບູນດີ, ສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສໍາເລັດໃນຫນ້າທີ່ອັນມີກຽດ, ສືບຕໍ່ຊີ້ນໍາ-ນໍາພາກໍາລັງ ປກສ ໃຫ້ມີຄວາມເຕີບໃຫຍ່ເຂັ້ມ ແຂງ ແລະ ທັນສະໄຫມຂຶ້ນໄປເລື້ອຍໆ.

ແຫຼ່ງຂ່າວ ແລະ ຮູບພາບ: ຄວາມສະຫງົບ