Home Blog Page 88

31 ມີນາ 2022 ມີອັດຕາການພົບເຊື້ອສູງເຖິງ 50%

ປັດຈຸບັນ, ສປປ ລາວ ຍັງມີຜູ້ຕິດເຊື້ອເພີ່ມຂຶ້ນແຕ່ລະວັນຈົນເຖິງ 2000 ກວ່າຄົນ ຕໍ່ມື້, ຕາມການລາຍງານຂອງຄະນະສະເພາະກິດ ປະຈຳວັນທີ 1 ເມສາ 2022 ໃຫ້ຮູ້ວ່າ: ສຳລັບ ສປປ ລາວ, ການລະບາດໃນທົ່ວປະເທດ ຍັງບໍ່ທັນມີທ່າອ່ຽງທີ່ຈະຢຸດຕິລົງເທື່ອ, ຍິ່ງໄປກວ່ານັ້ນ ອັດຕາການກວດພົບເຊື້ອ ກໍ່ສູງເຖິງ 50% ຂອງຈຳນວນຕົວຢ່າງທີ່ເກັບມາກວດວິເຄາະ, ໃນນັ້ນ ຈຳນວນຜູ້ຕິດເຊື້ອປະຈຳວັນ ທີ່ພົ້ນເດັ່ນກວ່າໝູ່ ອັນດັບໜຶ່ງ ກໍ່ຍັງແມ່ນ ນະຄອນຫຼວງ ເຊິ່ງມີຜູ້ຕິດເຊື້ອຫຼັກພັນຄົນຕໍ່ວັນ, ຖັດລົງມາ ແມ່ນ ແຂວງ ສະຫວັນນະເຂດ, ໄຊຍະບູລີ ແລະ ແຂວງວຽງຈັນ ທີ່ມີຜູ້ຕິດເຊື້ອຫຼັກຮ້ອຍຄົນຕໍ່ວັນ. ເພື່ອສະກັດກັ້ນການລະບາດ ບໍ່ໃຫ້ຂະຫຍາຍເປັນວົງກວ້າງໃນປະເທດຂອງພວກເຮົາ, ຈຶ່ງຂໍຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ເປັນເຈົ້າການຕົນເອງ ໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງໂຕທ່ານເອງ, ຄົນອ້ອມຂ້າງ ແລະ ຊຸມຊົນຂອງທ່ານ.

ໃນວັນທີ 31 ມີນາ 2022, ໄດ້ກວດວິເຄາະທົ່ວປະເທດ 5,270 ຕົວຢ່າງ ແລະ ກວດພົບເຊື້ອໂຄວິດ-19 ເຖິງ 2,665 ຄົນ, ເຊັ່ນ: ນະຄອນຫຼວງວຽງຈັນ ກວດ 2,318 ຕົວຢ່າງ ພົບເຊື້ອ 1,348 ຕົວຢ່າງ, ສະຫວັນນະເຂດ ກວດ 347 ພົບເຊື້ອ 200 ຕົວຢ່າງ, ສາລະວັນ ກວດ 74 ຕົວຢ່າງ ພົບເຊື້ອ 50 ຕົວຢ່າງ, ໄຊຍະບູລີ ກວດວິເຄາະ 358 ພົບ 173 ຕົວຢ່າງ, ຫົວພັນ ກວດວິເຄາະ 106 ຕົວຢ່າງ ພົບເຊື້ອ 42 ຕົວຢ່າງ.

ຈາກຕົວເລກທີ່ກວດວິເຄາະເຮົາຈະເຫັນວ່າອັດຕາການພົບຜູ້ຕິດເຊື້ອໃໝ່ຍັງສູງ.

ຂໍໃຫ້ທຸກຄົນຮັກສາມາດຕະການ ແລະ ປ້ອງກັນຕົນເອງຢ່າງເຂັ້ມງວດ.

ຜູ້ຖືຫຸ້ນ BCEL ຈະບໍ່ໄດ້ຮັບເງິນປັນຜົນປີ 2021

ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ (BCEL) ມີມະຕິຕົກລົງ ບໍ່ຈ່າຍເງິນປັນຜົນ ປີ 2021

ມະຕິກອງປະຊຸມທະນາຄານການຄ້າຕ່າງປະເທດລາວ ມີມະຕິບໍ່ຈ່າຍເງິນປັນຜົນປະຈຳປີ 2021 ເຊິ່ງເປັນຄັ້ງທຳອິດນັບຕັ້ງແຕ່ທະນາຄານການຄານຕ່າງປະເທດລາວເຂົ້າຈົດທະບຽນໃນຕະຫາດຫຼັກຊັບ

ເຊິ່ງກອງປະຊຸມສະພາທະນາຄານການຄ້າຕ່າງປະເທດລາວໄດ້ປຶກສາຫາລື ແລະ ມີມະຕິຕົກລົງບາງບັນຫາສຳຄັນ ໂດຍສະເພາະປະເດັ່ນທີ່ 5 ຄື:

– ຮັບຮອງແຜນການຈັດກອງປະຊຸມຜູ້ຖືຮຸ້ນ ທຄຕລ ປະຈຳປີ 2021 ດັ່ງນີ້ມື້ປິດປື້ມບັນຊີຜູ້ຖືຮຸ້ນວັນທີ 1 ເມສາ 2022 ເພື່ອກຳນົດສິດຜູ້ເຂົ້າຮ່ວມກອງປະຊຸມຜູ້ຖືຮຸ້ນ ທຄຕລ ປະຈຳປີ 2021;

– ວັນເວລາສະຖານທີ່ຈັດກອງປະຊຸມວັນທີ 29 ເມສາ 2022 ທີ່ ໂຮງແຮມລາວພລາຊາ

– ຮັບຮອງເອົາວາລະກອງປະຊຸມຜູ້ຖືຮຸ້ນ ທຄຕລ ປະຈຳປີ 2021;

– ຕົກລົງບໍ່ຈ່າຍເງິນປັນຜົນ ປະຈຳປີ 2021.

  • – ປີ 2011 ເປັນປີເລີ່ມຈົດທະຽນເຂົ້າຕະຫຼາດຫຼັກຊັບ ປີນີ້ຈ່າຍເງິນປັນຜົນຢູ່ທີ່ 698.92 ກີບຕໍ່ຮຸ້ນ
  • – ປີ 2012 ຈ່າຍເງິນປັນຜົນຢູ່ທີ່ 791.1 ກີບຕໍ່ຮຸ້ນ
  • – ປີ 2013 ຈ່າຍເງິນປັນຜົນຢູ່ທີ່ 785 ກີບຕໍ່ຮຸ້ນ
  • – ປີ 2014 ຈ່າຍເງິນປັນຜົນຢູ່ທີ່ 592 ກີບຕໍ່ຮຸ້ນ
  • – ປີ 2015 ຈ່າຍເງິນປັນຜົນຢູ່ທີ່ 392 ກີບຕໍ່ຮຸ້ນ
  • – ປີ 2016 ຈ່າຍເງິນປັນຜົນຢູ່ທີ່ 614 ກີບຕໍ່ຮຸ້ນ
  • – ປີ 2017 ຈ່າຍເງິນປັນຜົນຢູ່ທີ່ 612 ກີບຕໍ່ຮຸ້ນ
  • – ປີ 2018 ຈ່າຍເງິນປັນຜົນຢູ່ທີ່ 991 ກີບຕໍ່ຮຸ້ນ (ເປັນປີທີ່ຈ່າຍເງິນປັນຜົນຫຼາຍທີ່ສຸດ)
  • – ປີ 2019 ຈ່າຍເງິນປັນຜົນຢູ່ທີ່ 813 ກີບຕໍ່ຮຸ້ນ
  • – ປີ 2020 ຈ່າຍເງິນປັນຜົນຢູ່ທີ່ 560 ກີບຕໍ່ຮຸ້ນ
  • – ປີ 2021 ບໍ່ຈ່າຍເງິນປັນຜົນ ເປັນປີທຳອິດເລີຍກໍ່ວ່າໄດ້

ຫຼັກຈາກມະຕິສະພາອອກມາເຮັດໃຫ້ຮຸ້ນທະນາຄານການຄ້າປັບຕົວຫຼຸດລົງຢູ່ທີ່ 5,400 ກີບຕໍ່ຮຸ້ນ

ສ່ວນສາເຫດທີ່ໂຈະການຈ່າຍເງິນປັນຜົນ ປີ 2021 ນັ້ນ, ຍັງບໍ່ທັນມີການຊີ້ແຈງເປັນທາງການ.

ທີ່ມາ: ໜັງສືພິມ ເສດຖະກິດ-ການຄ້າ

ເຫດໄຟໄໝ້ຫ້ອງແຖວ ທີ່ບ້ານຈອມມະນີ ເມືອງໄຊເສດຖາ ນ.ວ

ໄຟໄຫມ້ເຮືອນ ເສຍຫາຍ 1 ຫລັງ.

ຕາມການລາຍງານຈາກ ຄວາມສະຫງົບໃຫ້ຮູ້ວ່າ: ໃນເວລາ 19:00 ໂມງ ຂອງວັນທີ 31 ມີນາ 2022 ໄດ້ມີເຫດການໄຟໄຫມ້ເຮືອນ 2 ຊັ້ນ, ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນກລວງວຽງຈັນ ເສຍຫາຍ 1 ຫລັງ ຈຳນວນ 3 ຫ້ອງ (ເປັນເຮືອນລັກສະນະຫ້ອງແຖວ)

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງ ວ່າ: ມີເຫດການໄຟໄໝ້ ເຮືອນ ຕັ້ງຢູ່ບ້ານ ຈອມມະນີ ໜ່ວຍ 47 ເມືອງໄຊເສດຖາ ຈິ່ງໄດ້ກຽມພ້ອມພາຫະນະ ແລະ ກໍາລັງພົນອອກໄປຫາຈຸດເກີດເຫດ ໂດຍໃຊ້ລົດມອດໄຟ ຈຳນວນ 3 ຄັນ, ພະນັກງານ 16 ສະຫາຍ ເມື່ອມາເຖີງຈຸດເກີດເຫດເຈົ້າໜ້າທີ່ວິຊາສະເພາະ ຂອງພວກເຮົາກໍໄດ້ເຂົ້າມອດໄຟທີ່ໄໝ້ຢູ່ ນັ້ນ ໃຊ້ເວລາດັບມອດ 3 ຊົ່ວໂມງ ໄຟກໍ່ດັບມອດລົງ.

ເຮືອນຫຼັງດັ່ງກ່າວແມ່ນເປັນເຮືອນ ຂອງ ທ້າວ ລິນທອງ ຫອມມະນີຈັນ (ເຈົ້າຂອງເຮືອນຫ້ອງແຖວໃຫ້ເຊົ່າ ) 72 ປີ, ອາຊີບ ພະນັກງານບຳນານ, ບ້ານ ຢູ່ປະຈຸບັນ ບ້ານ ຈອມມະນີ ໜ່ວຍ 47 ເມືອງ ໄຊເສດຖາ; ເປັນເຮືອນ( ມີລັກສະນະຫ້ອງແຖວ ) ສອງຊັ້ນ ກໍ່ດ້ວຍຊີມັງ ມຸ່ງດ້ວຍແຜ່ນ ກະເບື້ອງ 12 m x 10 m ຜົນເສຍຫາຍ ເຮືອນຕ້ອງຖືກໄໝ້ໝົດ 1 ຫຼັງສອງຊັ້ນ ຈຳນວນ 3 ຫ້ອງມູນຄ່າເສຍຫາຍ ຍັງຢູ່ໃນລະຫວ່າງການປະເມີນ. ໄຟໄຫມ້ຄັ້ງນີ້ ເລີ່ມຈາກຫ້ອງຂອງ ນາງ ສາລີ ສີປະມາຍ ຜູ້ເຊົ່າຫ້ອງ (ຫ້ອງຕົ້ນເພິງ) ອາຍຸ 23 ປີ ອາຊີບ ນັກສຶກສາ.

ຜົນເສຍຫາຍ: ແມ່ນ ເຄື່ອງໃຊ້, ເຄື່ອງໄຟຟ້າ ແລະ ເງິນຈຳນວນໜຶ່ງຖືກໄໝ້ໝົດ. ເຊິ່ງມູນຄ່າເສຍຫາຍ ຍັງຢູ່ໃນລະຫວ່າງການເມີນຜົນເສຍຫາຍ ແລະ ສາເຫດ ຍັງຢູ່ໃນຄັນຕອນການດໍາເນີນການສືບສວນ – ສອບສວນຂອງເຈົ້າໜ້າທີ່.

ແຫຼ່ງຂ່າວ: ຄວາມສະຫງົບ

ຜູ້ຕິດເຊື້ອໃໝ່ຍັງສູງ! ເສຍຊີວິດເພີ່ມ +4

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາປະຈຳວັນ.

ນະຄອນຫຼວງວຽງຈັນຍັງຢືນໜຶ່ງ ເຊິ່ງມີຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດລາຍຕິດ.

ຄໍາສັ່ງ ວ່າດ້ວຍການຮັກສາຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະປີໃຫມ່ລາວ ພສ 2565 ຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ອອກຄໍາສັ່ງ ວ່າດ້ວຍການຮັກສາຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະການສະຫຼອງບຸນປີໃຫມ່ລາວ ພສ 2565 ຢູ່ນະຄອນຫຼວງວຽງຈັນ

ໃນທ່າມກາງສະພາບທີ່ເຊື້ອພະຍາດ COVID-19 ຍັງສືບຕໍ່ມີການແພ່ລະບາດ ໃນນະຄອນຫຼວງວຽງຈັນ ສະນັ້ນ ເພື່ອເຮັດໃຫ້ການສະຫຼອງບຸນປີໃຫມ່ລາວ ປີ 2555 ນີ້ ມີບັນຍາກາດສະຫງົບອົບອຸ່ນ ທີ່ເຕັມໄປດ້ວຍຄວາມສາມັກຄີ, ໄມຕີຈິດມິດຕະພາບ, ຮັກສາໄດ້ວັດທະນະທໍາ, ຮີດຄອງປະເພນີ, ຂະນົບທໍານຽມອັນດີງາມ ຮັບປະກັນຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ ພ້ອມທັງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ການແພ່ເຊື້ອ COVID-19 ຢ່າງເຂັ້ມງວດ. ເຈົ້າຄອງນະຄອນຫຼວງວຽງຈັນ ອອກຄໍາສັ່ງ ດັ່ງນີ້:

ອ່ານເນື້ອໃນຕໍ່ໃນແຈ້ງການ

ຂໍ້ກໍານົດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງໂຄວິດ-19

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂໍຖືເປັນກຽດແຈ້ງ ມາຍັງທ່ານ ຊາບວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ ຍັງສືບຕໍ່ມີລາຍງານກໍລະນີ ຕິດເຊື້ອ ເພີ່ມຂຶ້ນໃນແຕ່ລະວັນ ພ້ອມທັງແຜ່ລາມໃນຊຸມຊົນເປັນວົງກວ້າງ ຢູ່ເກືອບທຸກແຂວງ ເຊິ່ງສ່ວນໃຫຍ່ຕິດພັນ ກັບການເຄື່ອນໄຫວ ແລະ ການດໍາລົງຊີວິດປະຈໍາວັນ ຂອງບຸກຄົນ, ຂອງສັງຄົມ, ຄວາມບໍ່ເຂັ້ມງວດໃນການ ປະຕິບັດມາດຕະການປ້ອງກັນຂັ້ນພື້ນຖານ.

ສະນັ້ນ, ຈຶ່ງມີຄວາມສ່ຽງສູງ ທີ່ຈະມີການແຜ່ລະບາດຂະຫນາດໃຫ່ຍ ຫາກບໍ່ປະຕິບັດບັນດາມາດຕະການ ທີ່ຖືກຕ້ອງ ແລະ ເຫມາະສົມ, ຄະນະສະເພາະກິດ ຈຶ່ງກໍານົດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19ໄລຍະຕັ້ງແຕ່ ວັນທີ 31 ມີນາ 2022 ດັ່ງນີ້:

1. ໃຫ້ຄະນະສະເພາະກິດກະຊວງ, ອົງການ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ຊີ້ນໍາ ໃນ

ການກໍານົດຮູບແບບການສະເຫຼີມສະຫຼອງບຸນປີໃຫມ່ລາວ ທີ່ ອະນຸຍາດໃຫ້ສະເພາະກິດຈະກໍາ ຕາມປະເພນີ ເຊັ່ນ: ການສັກກະລະບູຊາ, ສົງນ້ໍາພະ ແລະ ບາສີສູ່ຂວັນພາຍໃນຄອບຄົວ ບົນຈິດໃຈ ປະຢັດມັດທະຍັດ, ບໍ່ຊຸມນຸມແອອັດ ເຮັດໃຫ້ເກີດມີການແຜ່ລະບາດເປັນວົງກວ້າງ ຢ່າງເດັດຂາດ. ພ້ອມນັ້ນ, ຕ້ອງປະຕິບັດມາດຕະການປ້ອງກັນຂັ້ນພື້ນຖານ ຄື: ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ຫມັ່ນລ້າງມື ດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈວລ້າງມື.

2. ສໍາລັບການຈັດປະຊຸມ ຄະນະຮັບຜິດຊອບ ຕ້ອງມີມາດຕະການຮອງຮັບ ເຊັ່ນ:

  • ທຸກຄົນທີ່ເຂົ້າມາຮ່ວມຕ້ອງ ສັກວັກຊີນຄົບ ລວມທັງເຂັ້ມກະຕຸ້ນ ເມື່ອຮອດກໍານົດ;
  • ທຸກຄົນຕ້ອງມີຜົນກວດແບບໄວ (ATF) 24 ຊົ່ວໂມງກ່ອນປະຊຸມ ດ້ວຍຜົນລົບ ສໍາລັບກອງປະຊຸມ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 100 ທ່ານ;
  • ຕິດຕັ້ງເຄື່ອງວັດແທກອຸນຫະພຸມ;
  • ໃສ່ຜ້າອັດປາກ-ດັງຕະຫຼອດ ໄລຍະປະຊຸມ;

ສະກັດກັ້ນອຸບປະຕິເຫດຈະລາຈອນ ໃນຊ່ວງໄລຍະສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ລາວ ພສ 2565

ກະຊວງປ້ອງກັນຄວາມສະຫງົບ ກົມໃຫຍ່ຕໍາຫຼວດ ກົມຕໍາຫຼວດຈະລາຈອນ ແຈ້ງການເຖີງ: ພໍ່ແມ່ ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ຜູ້ໃຊ້ລົດ -ໃຊ້ຖະຫນົນ. ເລື່ອງ: ການປ້ອງກັນ, ສະກັດກັ້ນອຸບປະຕິເຫດຈະລາຈອນ ໃນຊ່ວງໄລຍະສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ລາວ ພສ 2565 ໃຫ້ມີຄວາມປອດໄພ. 

ເພື່ອປ້ອງກັນ, ສະກັດກັ້ນອຸປະຕິເຫດຈະລາຈອນທາງບົກ ໃນໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບ ຮັບປີໃຫມ່ລາວ ພສ 2565 ໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໃນການ ສັນຈອນ, ເຮັດໃຫ້ການຫຼີ້ນບຸນປີໃຫມ່ລາວມີຄວາມເບີກບານມ່ວນຊື່ນ ແລະ ຖືກຕ້ອງຕາມຮີດຄອງປະເພນີອັນດີງານຂອງ ຊາດລາວເຮົາ.

ກົມຕໍາຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ຈຶ່ງອອກແຈ້ງການ ດັ່ງນີ້ :

1. ຜູ້ຂັບຂີ່ລົດຕ້ອງເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະລາຈອນ ຢ່າງເຂັ້ມງວດ.

2. ຜູ້ຂັບຂີ່ລົດຈັກ ຕ້ອງໃສ່ຫມວກກັນກະທົບ ທັງຜູ້ຂັບ ແລະ ຜູ້ຊ້ອນທ້າຍ ( ຖ້າຫາກລະເມີດຈະໄດ້ກັກລົດໄວ້ ) ເພື່ອຄວາມປອດໄພຂອງທ່ານ.

3. ຜູ້ຂັບຂີ່ລົດໃຫຍ່ ຕ້ອງຮັດສາຍແອວນິລະໄພ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ຂັບຂີ່ ແລະ ຜູ້ໂດຍສານ.

4. ກ່ອນຈະນໍາໃຊ້ພາຫະນະ ຕ້ອງກວດສະພາບເຕັກນິກ ແລະ ຄວາມພ້ອມຂອງລົດ ໃຫ້ມີຄວາມຮັບປະກັນ ເປັນຢ່າງດີ.

.

ລາຍລະອຽດເພີ່ມເຕີມໃນແຈ້ງການ

ຫວຍພັດທະນາແຈ້ງ! ງົດອອກເລກ 2 ງວດ ແລະ ບໍ່ມີອອກທົດແທນ

ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ການໂຈະອອກເລກລາງວັນຫວຍພັດທະນາ ໃນວັນພຸດ ທີ 13 ແລະ ວັນສຸກ ທີ 15 ເມສາ 2022.

ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຂໍຖືເປັນກຽດແຈ້ງມາຍັງ ບັນດາຕົວແທນຈໍາຫນ່າຍຫວຍ ພັດທະນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນ ໃນຂອບເຂດທົ່ວ ປະເທດຊາບວ່າ: ເພື່ອຮັບປະກັນໃຫ້ການເຄື່ອນໄຫວຈໍາຫນ່າຍຫວຍພັດທະນາ ໄດ້ດໍາເນີນໄປຕາມແຜນການ ແລະ ມີປະສິດທິຜົນດີ ສະນັ້ນ, ໃນໄລຍະສະເຫຼີມສະຫຼອງບຸນປີໃຫມ່ລາວ ພສ 2555 (ຄສ 2022) ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຈະໄດ້ໂຈະການຈໍາຫນ່າຍ ແລະ ໂຈະອອກເລກລາງວັນຫວຍພັດທະນາ ໃນວັນ ພຸດທີ 13 ແລະ ວັນສຸກທີ 15 ເມສາ 2022 ແລະ ບໍ່ມີການອອກທົດແທນຄືນ.

ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາຫຼາຍບັນຫາສຳຄັນຂອງຊາດ

(ສພຊ) ໃນຕອນເຊົ້າວັນທີ 30 ມີນາ 2022 ສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນມີນາ ເຊິ່ງຈະໄດ້ຄົ້ນຄວ້າພິຈາລະນາຫລາຍບັນຫາສໍາຄັນຂອງຊາດ ໂດຍການເປັນປະທານຂອງ ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ, ປະທານສະພາແຫ່ງຊາດ, ມີບັນດາຮອງປະທານຄະນະປະຈຳ, ອົງການ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ຈະດໍາເນີນໄປຈົນຮອດວັນທີ 31 ມີນາ 2022 (ມື້ນີ້) ຈຶ່ງຈະສຳເລັດ.

ແຫຼ່ງຂ່າວ: ຂ່າວ “ຜູ້ແທນປະຊາຊົນ” Phouthen Pasaxon News

ພັດທະນາສີມືແຮງງານໃຫ້ສາມາດເຂົ້າເຖີງການປະກອບອາຊີບ ແລະ ຕະຫຼາດຈໍາໜາຍສິນຄ້າ ປະຈໍາປີ 2022

ຝຶກອົບຮົມການພັດທະນາສີມືແຮງງານໃຫ້ສາມາດເຂົ້າເຖີງການປະກອບອາຊີບແລະ ຕະຫຼາດຈໍາໜາຍສິນຄ້າ ປະຈໍາປີ 2022 ສາຂາອາຊີບຫັດຖະກໍາຕໍ່າຫູກທໍໄໝ

ວັນທີ 30 ມີນານີ້, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຫ້ວຍຊາຍ, ສົມທົບກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຈັດຊຸດເຝິກອົບຮົມໂຄງການສົ່ງເສີມການພັດທະນາສີມືແຮງງານໃຫ້ສາມາດເຂົ້າເຖິງການປະກອບອາຊີບ ແລະ ຫັດຖະກໍາຕໍ່າຫູກທໍໄໝ ຢູ່ບ້ານປຸ່ງນາໜູນ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານກວດກາພັກ, ຫົວໜ້າກວດກາລັດເມືອງຫ້ວຍຊາຍ, ທ່ານ ຄໍາຕຸ້ຍ ແກ້ວມະນີກອນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີບັນດາຄະນະພັກຊີ້ນໍາກຸ່ມບ້ານ, ຄະນະພັກຮາກຖານ, ອໍານາດການປົກຄອງບ້ານ ຕະຫຼອດຮອດສໍາມະນາກອນເຂົ້າຮ່ວມ.

ທ່ານ ສົມອົກ ພູມມາວອນ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຫ້ວຍຊາຍ, ໄດ້ລາຍງານຫຍໍ້ໃນໄລຍະຜ່ານມາ, ບ້ານປຸ່ງນາໜູນເຫັນວ່າການຕໍ່າຫູກທໍໄໝມີບາງຄອບຄົວແມ່ນໄດ້ຕໍ່າຫູກເຊີ່ງເປັນການສຶບທອດກັນມາເປັນເວລາຍາວນານ, ໃນການຕໍ່າຫູກດັ່ງກ່າວແມ່ນຕໍ່າຢູ່ເຮືອນໃຜລາວແບບກະແຈກກະຈາຍ ແລະ ຊອກຂາຍດ້ວຍຕົນເອງ ຫຼື ວາງສະແດງໃນເວລາມີງານຕ່າງໆເປັນຕົ້ນແມ່ນງານວັດທະນະທໍາບັນດາເຜົ່າຂອງບ້ານ, ຂອງເມືອງ-ແຂວງ ແລະ ຂາຍອອກຕ່າງແຂວງ, ຕ່າງປະເທດ.

ການເຝິກອົບຮົມໃນຄັ້ງນີ້, ກໍ່ເພື່ອເປັນການຕໍ່ຍອດ ແລະ ການສ້າງວຽກເຮັດງານທໍາໃຫ້ແກ້ຜູ້ວ່າງງານ, ຜູ້ທີຕ້ອງການມີອາຊີບເປັນຕົ້ນແມ່ນກໍາລັງແຮງງານລາວໄດ້ເຂົ້າເຖີງການປະກອບອາຊີບ, ເພື່ອເຮັດໃຫ້ກໍາລັງແຮງງານລາວບັນດາເຜົ່າ ພາຍໃນເມືອງຫ້ວຍຊາຍເວົ້າລວມເວົ້າສະເພາະ ບ້ານປຸ່ງນາໜູນຂອງພວກເຮົາໃຫ້ມີວິຊາຊີບຕິດຕົວ, ສ້າງວຽກງານງານທໍາ ແລະ ສາມາດສ້າງລາຍຮັບເຂົ້າໃນຄອບຄົວ, ການຕໍ່າຫູກທໍໄໝກໍ່ເປັນການຮັກສາມູນເຊື້ອເອກະລັກຂອງເຜົ່າຕົນໄວ້ໃຫ້ຄົນຮຸ້ນຫຼັງໄດ້ສຶບທອດຕໍ່ໄປ, ການເຝິກອົບຮົມໃນຄັ້ງນີ້, ມີສໍາມະນາກອນທັງໝົດ 14 ຄົນ.

ໂອກາດນີ້, ທ່ານ ຄໍາຕຸ້ຍ ແກ້ວມະນີກອນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍທາງຄະນະຮັບຜິດຊອບການເຝິກອົບຮົມການສົ່ງເສີມການພັດທະນາສີມືແຮງງານໃຫ້ສາມາດເຂົ້າເຖີງການປະກອບອາຊີບຫັດຖະກໍາຕໍ່າຫູກທໍໄໝໃນຄັ້ງນີ້, ທ່ານໄດ້ເນັ້ນໜັກໃຫ້ສໍາມະນາກອນທີໄດ້ເຝິກອົບຮົມຈະໄດ້ນໍາໃຊ້ຄວາມຮູ້, ເຕັກນິກວິຊາການຫັດຖະກໍາຕໍ່າຫູກທໍໄໝຖຶກວິທິ, ເຮັດລວດລາຍສວຍງາມ ແລະ ສາມາດນໍາເຂົ້າສູ່ຕະຫຼາດໄດ້ຕາມຄວາມຕ້ອງການຂອງຜູ້ຊົມໃຊ້ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ, ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນຕາມລະດັບຄາດໝາຍ, ການເຝິກອົບຮົມໃນຄັ້ງນີ້ແມ່ນໃຊ້ເວລາ 10 ວັນຈິງສໍາເລັດ.

ແຫຼ່ງຂ່າວ: ໜັງສືພິມບໍ່ແກ້ວ Bokeo Newspaper