Home Blog Page 94

ປະຊາຊົນທີ່ຖືກໄຟໄໝ້ເຮືອນ ຢູ່ບ້ານທົ່ງແສງຈັນ ເມືອງຫ້ວຍຊາຍ ໄດ້ຮັບເຄື່ອງຊ່ວຍເຫຼືອແລ້ວ

ປະຊາຊົນທີ່ຖືກໄຟໄໝ້ເຮືອນ ຢູ່ບ້ານທົ່ງແສງຈັນ ເມືອງຫ້ວຍຊາຍ ໄດ້ຮັບເຄື່ອງຊ່ວຍເຫລືອ.

ແຫລ່ງຂ່າວຈາກແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 23 ມີນາ 2022 ນີ້, ພະອາຈານ ບຸນນໍາ ທໍາມະວົງ ປະທານອົງການພຸດທະສາສະໜາສໍາພັນລາວ ເມືອງຫ້ວຍຊາຍ ພ້ອມຄະນະພະສົງ ສໍາມະເນນ ວັດປ່າອ້ອຍ ແລະ ວັດແກ້ວໂພນສະຫວັນ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ພ້ອມດ້ວຍເງິນສົດຈຳນວນໜຶ່ງ ມອບໃຫ້ແກ່ຄອບຄົວປະຊາ ຊົນຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການໄຟໄໝ້ເຮືອນ ຢູ່ບ້ານທົ່ງແສງຈັນ ເມືອງຫ້ວຍຊາຍ ເພື່ອຊ່ວຍບັນເທົາທຸກ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ: ວັດປ່າອ້ອຍ ມອບສັງກະສີ 23 ແຜນ, ເຂົ້າສານ 3 ເປົາ, ນໍ້າດື່ມ 15 ແກັດ, ໝີ່ 6 ແກັດ, ຄຸ 21 ໜ່ວຍ, ພັດລົມ 1 ໜ່ວຍ, ເຂົ້າໜົມຈໍານວນໜຶ່ງພ້ອມເງິນສົດ 1 ລ້ານກີບ ແລະ ວັດແກ້ວໂພນສະຫວັນ ໄດ້ມອບເສື່ອນອນ, ຜ້າຫົ່ມ, ໝໍ້ຫຸງເຂົ້າ, ເຕົາລີດ, ໝໍ້ຂາງ, ໝໍ້ແກງ, ໝອນ, ມຸງ, ຜ້າປູ, ໝໍ້ນໍ້າຮ້ອນ, ໝໍ້ຫຸ່ງເຂົ້າ ຢ່າງລະໜຶ່ງອັນ ພ້ອມເງິນສົດ 3 ແສນກີບ ລວມມູນຄ່າທັງໝົດ 6 ລ້ານກວ່າກີບ.

ໂອກາດນີ້, ທ່ານ ສ່ອງໄຊ ສະຫວ່າງ ຕາງໜ້າຄອບຄົວທີ່ໄດ້ຮັບຜົນກະທົບ ສະແດງຄວາມຂອບໃຈ ມາຍັງທາງປະທານອົງການພຸດທະສາສະໜາສໍາພັນລາວ ແລະ ພະສົງສໍາມະເນນ ແລະ ອົງການຈັດຕັ້ງບ້ານ ທີ່ເຫັນໄດ້ຄວາມສໍາຄັນ ແລະ ເປັນຫວ່ງເປັນໃຍຕໍ່ຄອບຄົວຂອງຂ້າພະເຈົ້າ ກໍຄື ຄອບຄົວທີ່ຖືກເຄາະຮ້າຍ ຈາກເຫດການໄຟໄໝ້ເຮືອນໃນຄັ້ງນີ້ຈຳນວນ 9 ຄົນ ທີ່ຂາດທີ່ຢູ່ອາໄສ.

ພ້ອມກັນນີ້, ການຈັດຕັ້ງບ້ານ ກໍໄດ້ສືບຕໍ່ປຸກລະດົມປະຊາຊົນພາຍໃນບ້ານ ຮ່ວມໃຈກັນປຸກ ເຮືອນໃໝ່ ໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບ ໄດ້ມີບ່ອນຢູ່ອາໄສຕໍ່ໄປ.

ການບັນລຸຄວາມສະເໜີພາບ ຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກ

ກອງປະຊຸມຄະນະກຳມາທິການ ວ່າດ້ວຍ ສະຖານະພາບຂອງແມ່ຍິງ ສປຊ ສະໄໝທີ 66 ພາຍໃຕ້ຫົວຂໍ້: “ການບັນລຸຄວາມສະເໜີພາບ ຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກທັງໝົດ ພາຍໃຕ້ແຜນງານໂຄງການ ແລະ ນະໂຍບາຍການຫຼຸດຜ່ອນຄວາມສ່ຽງດ້ານໄພພິບັດ, ສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ” ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 14-25 ມີນາ 2022 ທີ່ ສຳນັກງານໃຫ່ຍ ອົງການ ສປຊ ທີ່ ນິວຢອກ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ອິນລະວັນ ແກ້ວບຸນພັນ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ກ່າວບົດປະກອບຄຳເຫັນ ໂດຍຜ່ານການບັນທຶກວີດີໂອ, ຊຶ່ງໄດ້ຢໍ້າຄືນເຖິງຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການສືບຕໍ່ສົ່ງເສີມບົດບາດຂອງແມ່ຍິງ ເພື່ອມີສ່ວນຮ່ວມຢ່າງເຕັມສ່ວນໃນທຸກຂົງເຂດວຽກງານ ລວມທັງ ການແກ້ໄຂບັນຫາການປ່ຽນແປງຂອງສະພາບດິນຟ້າອາກາດ, ວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ການຫຼຸດຜ່ອນຄວາມສ່ຽງດ້ານໄພພິບັດ ໂດຍການເຊື່ອມສານວຽກງານດັ່ງກ່າວ ເຂົ້າໃນນະໂຍບາຍ, ແຜນຍຸດທະສາດ, ໂຄງການສະເພາະຂອງຂະແໜງການທີ່ກ່ຽວຂ້ອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ.

ນອກນັ້ນ, ສປປ ລາວ ຍັງໄດ້ປັບປຸງຂົງເຂດນິຕິກຳທີ່ກ່ຽວຂ້ອງຫຼາຍສະບັບ ເພື່ອເປັນພື້ນຖານທີ່ເອື້ອຍອຳນວຍ ໃຫ້ແມ່ຍິງສາມາດປະກອບສ່ວນເຂົ້າໃນວຽກງານການຄຸ້ມຄອງໄພພິບັດ, ການປ່ຽນແປງດິນຟ້າອາກາດ, ການເຕີບໂຕສີຂຽວ ແລະ ການປົກປັກຮັກສາສິ່ງແວດລ້ອມ, ທັງໝົດແມ່ນແນໃສ່ເພື່ອສົ່ງເສີມ, ປົກປ້ອງສິດທິ ແລະ ຍົກສູງບົດບາດຂອງແມ່ຍິງ ແລະ ການມີສ່ວນຮ່ວມໃນວຽກງານສໍາຄັນຕ່າງໆຂອງຊາດ ລວມທັງ ເພື່ອປະກອບສ່ວນໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ.

ແຫຼ່ງຂໍ້ມູນ: Permanent Mission of the Lao PDR to the United Nations

ສະຖິຕິໃໝ່ອີກແລ້ວ! ລາຍງານໂຄວິດ-19 ປະຈຳວັນ

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາປະຈຳວັນທີ 24 ມີນາ 2022ໃຫ້ຮູ້ວ່າ:

ວັນທີ 23 ມີນາ 2022 ໄດ້ວິເຄາະໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອໃໝ່ທັງໝົດ 2,819 ຄົນ (ນໍາເຂົ້າ 43 ຄົນ).

ແມ່ຕູ້ 80 ປີ ເສບ ແລະ ຂາຍຢາເສບຕິດ ຖືກກັກຕົວພ້ອມຂອງກາງ

ໃນວັນທີ 17 ມີນາ 2022, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງອະນຸວົງ ໃຫ້ຮູ້ວ່າ: ໃນວັນທີ 1 ມີນາ 2022 ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ ມີກຸ່ມຄົນບໍ່ດີ ຢູ່ເຂດບ້ານທົ່ງຮັກ ເມືອງອະນຸວົງ ແຂວງໄຊສົມບູນ ມີການເຄື່ອນໄຫວຄ້າຢາເສບຕິດ ປະເພດຢາບ້າ. ຫຼັງຈາກນັ້ນ, ກອງບັນຊາການ ປກສ ເມືອງອະນຸວົງ ຈິ່ງໄດ້ງແຕ່ງຕັ້ງໃຫ້ເຈົ້າໜ້າທີ່ວິຊາສະເພາະລົງກວດກາ ແລະ ພິສູດແຫຼ່ງຂ່າວ ເຫັນວ່າມີມູນຄວາມຈິງແທ້.

ມາຮອດວັນທີ 3 ມີນາ 2022 ເຈົ້າໜ້າທີ່ຈິ່ງຈັບຕົວເປົ້າໝາຍໄດ້ 2 ຄົນ ຄື: ນາງໄມທໍ່ຢ່າງ ອາຍຸ 80 ປີ ແລະ ທ້າວ ບົວເຮີຊົງ ອາຍຸ 56 ປີ, ໄດ້ກວດສອບ ນາງ ໄມທໍ່ຢ່າງ ພົບເຫັນຢາບ້າ 155 ເມັດ ແລະ ອີກ 260 ເມັດ ຜູ້ກ່ຽວໄດ້ເຊື່ອງມ້ຽນເລົ່າເຂົ້າ.

ຜ່ານການສືບສວນຂອງເຈົ້າໜ້າທີ່ ນາງໄມທໍ່ຢ່າງ ໄດ້ຮັບສາລະພາບວ່າ ຕົນເອງໄດ້ເລີ່ມເສບຢາຝິນມາແຕ່ປີ 2001 ເປັນຕົ້ນມາ, ຕົກມາຮອດປີ 2019 ຈິ່ງໄດ້ເລີ່ມເສບຢາບ້າເປັນຈຳນວນ 6-8 ເມັດຕໍ່ມື້ ຢາທີ່ນຳມາເສບແຕ່ລະຄັ້ງແມ່ນນຳມາຈາກນາງອີໂລຄ້າງ ຄັ້ງລະ 5-10ເມັດ ໂດຍທີ່ບໍ່ໄດ້ຊື້ເພາະເປັນເອື້ຍນ້ອງກັນ. ຫຼັງຈາກນາງອີໂລຄ້າງ ຖືກເຈົ້າໜ້າທີ່ຈັບຕົວ ຕົນຈິ່ງໄດ້ຕິດຕໍ່ພົວພັນຊື້ຢາບ້ານຳທ້າວເມກື້ ຢູ່ບ້ານນໍ້າຍອນ, ເມືອງອະນຸວົງ, ແຂວງໄຊສົມບູນ ໃນຈຳນວນຫຼາຍຄັ້ງ ຕົນໄດ້ຊື້ຄັ້ງລະ 1 ຖົງ ໃນລາຄາ 400,000 ກີບ.

ຈົນຕົກມາຮອດເດືອນກຸມພາ 2022, ທ້າວເມເກີ້ ໄດ້ເອົາຢາບ້າມາໃຫ້ຕົນເສບຈຳນວນ 20 ເມັດ ແລະ ອີກ 2 ຖົງໃຫ້ຕົນເປັນຄົນຂາຍ ໃນລາຄາເມັດລະ 10.000 ກີບ ຕົກມາຮອດວັນທີ 3 ມີນາ 2022 ຕົນຈິ່ງຖືກເຈົ້າໜ້າທີ່ກັກໂຕໄດ້.

ຫຼັງການສອບສວນ ເຫັນວ່ານາງໄມທໍ່ຢ່າງ ມີສັບປະສັນຍະສົມບູນ ແລະ ເຈດຕະນາຄ້າຂາຍຢາບ້າ.

ປັດຈຸບັນເຈົ້າໜ້າທີ່ກຳລັງສະຫຼຸບຜົນສຳນວນຄະດີ ແລະ ສືບຕໍ່ຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການມາຮັບໂທດຕາມລະບຽບກົດໝາຍ.

ຂ່າວ: ປກສ ແຂວງໄຊສົມບູນ

ມູນນິທິອາສາ ສ ເກົາຫຼີ ມອບລົດສຸກເສີນໃຫ້ສະພາແຫ່ງຊາດລາວ

ໃນວັນທີ 22 ມີນາ 2022, ຢູ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນ, ມູນນິທິອາ ສາ (ASA) ສ ເກົາຫລີ ໄດ້ມອບລົດຊ່ວຍເຫລືອ (ລົດສຸກເສີນ) ຈຳນວນ 10 ຄັນ ລວມມູນຄ່າ 300.000 ກວ່າໂດລາສະຫະລັດ ໃຫ້ແກ່ສະພາແຫ່ງຊາດລາວ ເພື່ອມອບຕໍ່ໃຫ້ແຂວງວຽງຈັນ, ແຂວງສາລະວັນ ແລະ ອົງການກາແດງລາວ ຕ່າງໜ້າມອບໂດຍ ທ່ານ ຈີອອງ ຊຸງ ຈິນ(Jeong Sung Jin) ປະທານມູນລະນິທິອາສາ (ASA) ສ ເກົາຫລີ ແລະ ຕາງໜ້າຮັບໂດຍ ທ່ານ ບຸນທັນ ບຸນວິໄລ ຮອງເລຂາທິການສະພາແຫ່ງຊາດລາວ ໂດຍມີ ທ່ານ ອິມ ມູຮົງ (Im Moohong) ເອກອັກຄະລັດ ຖະທູດ ແຫ່ງ ສ ເກົາຫລີ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພ້ອມກັນນີ້, ກໍໄດ້ເຊັນສັນຍາການຮ່ວມມືຊ່ວຍເຫລືອ 5 ປີ ລະຫວ່າງ ມູນນິທິອາສາ (ASA) ສ ເກົາຫລີ ແລະ ສະພາແຫ່ງຊາດລາວ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສາທາລະນະ ລັດ ປະ ຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫລີ.

ໂອກາດນີ້, ທ່ານ ອິມ ມູຮົງ ພ້ອມດ້ວຍຄະນະມູນລະນິທິອາສາ ສ ເກົາຫລີ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ເພື່ອລາຍງານຈຸດປະສົງທີ່ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ. ພ້ອມສະເໜີຂໍເປີດສາຂາມູນນິທິອາສາ ຢູ່ ສປປລາວ ແລະ ປືກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.

ແຫຼ່ງຂໍ້ມູນ: Lao National Radio

ເກີດເຫດມີລົດໃຫຍ່ເສຍຫຼັກຕຳຮ້ານປີ້ງຈີນ ແຂວງສະຫວັນນະເຂດ

ເຫດເກີດ ວັນທີ 23/3/2022 ເວລາ 20:10 ນາທີ ແຂວງ ສະຫວັນນະເຂດ

ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າມີລົດໃຫຍ່ເສຍຫຼັກຕຳຮ້ານປີ້ງຈີນທີເຫດ ບ້ານຫົວເມືອງເໜືອ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໃນຈຸດເກິດເຫດມີຜູ້ບາດເຈັບ 3 ຄົນ

ເເພດຍີງ 1 ຄົນມີບາດມີແຜທະລອກຕາມໂຕ

ຜູ້ທີ2ເປັນເພດຊາຍ ບາດເຈັບມີອາການຂາຫັກເບື່ອງຊ້າຍແລະມີແຜທະລອກຕາມໂຕ

ຜູ້ທີ3ເປັນເພດຊາຍມີອາການເຈັບຫົວ.

ດັ່ງນັ້ນທາງທີມງານ ໜ່ວຍກູ້ໄພ ສະຫວັນນະເຂດ ພວກເຮົາຈື່ງໃດ້ປະຖົມພະຍາບານຂັ້ນເບື່ອງຕົ້ນແລ້ວນໍາສົ່ງ.ໂຮງຫມໍ ແຂວງ ສະຫວັນນະເຂດ

ແຫຼ່ງຂ່າວ: ໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue

ຟີລິບປິນ ປັບປຸງກົດໝາຍວ່າດ້ວຍການບໍລິການສາທາລະນະ (PSA)

ສຳນັກຂ່າວຊິນຮວາລາຍງານໃນວັນທີ 22 ມີນາຜ່ານມາວ່າ: ທ່ານ ໂຣດີໂກ ດູເຕີເຕ ປະທາ ນາທິບໍດີຟີລິບປິນ ລົງນາມໃນກົດໝາຍ ສາທາລະນະລັດ 11659 (Republic Act 11659) ເພື່ອປັບປຸງກົດໝາຍວ່າດ້ວຍ ການບໍລິການສາທາລະນະ (PSA) ທີ່ຈັດປະເພດພາກທຸລະກິດ ໂດຍອະນຸຍາດໃຫ້ຊາວຕ່າງປະເທດສາມາດເປັນເຈົ້າຂອງທຸລະກິດ ດ້ານໂທລະຄົມມະນາຄົມ, ສາຍການບິນ, ໜັງສືພິມ, ທາງດ່ວນ ແລະ ການບໍລິການອື່ນໆ ຈາກ 40% ມາເປັນ 100% ຢ່າງສົມບູນແບບ.

ສຳລັບການຜ່ອນຜັນຂໍ້ຈຳກັດການຖືຫຸ້ນ ໂດຍຊາວຕ່າງປະເທດຈະຊ່ວຍດຶງດູດນັກລົງທຶນທົ່ວໂລກເພີ່ມຂຶ້ນ ລວມທັງປັບປຸງການບໍລິການສາທາລະນະ ໃນຫຼາຍພາກສ່ວນໃຫ້ທັນສະໄໝ, ພ້ອມທັງຊ່ວຍກະຕຸ້ນເສດຖະກິດ ຂອງປະເທດ ໂດຍສະເພາະທຸລະກິດໃນທ້ອງຖິ່ນອີກດ້ວຍ.

ແຕ່ຢ່າງໃດກໍ່ຕາມ ກົດໝາຍສະບັບໃໝ່ນີ້ ຍັງຄົງຫ້າມບໍ່ໃຫ້ຊາວຕ່າງປະເທດເປັນຜູ້ຖືຫຸ້ນລາຍໃຫຍ່ ໃນລະບົບສາຍສົ່ງ ແລະ ລະບົບຈຳໜ່າຍໄຟຟ້າ, ນ້ຳ ມັນເຊື້ອໄຟ ແລະ ຜະລິດຕະພັນນ້ຳມັນ, ລະບົບທໍ່ສົ່ງນ້ຳມັນ, ລະບົບທໍ່ສົ່ງນ້ຳປະປາ ແລະ ລະບົບທໍ່ສົ່ງນ້ຳເປື້ອນ, ທ່າກຳປັ່ນ ແລະ ການຂົນສົ່ງສາທາລະນະ ທີ່ຖືກຈັດປະເພດເປັນສິ່ງອຳ ນວຍຄວາມສະດວກ ເຊັ່ນດຽວກັນ.

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

ເປີດທົດລອງນຳໃຊ້ແລ້ວ! 3 ສາຍທາງ ລົດເມໄຟຟ້າ (EV Bus)

ວັນທີ 23 ມີນາ 2022 ຢູ່ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດການທົດລອງນຳໃຊ້ລົດເມໄຟຟ້າເພື່ອການຂົນສົ່ງສາທາລະນະ ເຊິ່ງມີຈຸດປະສົງກໍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຂົນສົ່ງສາທາລະນະໃນຕົວເມືອງໃຫ້ບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງຮອດປີ 2030. ພ້ອມກັນນີ້ກໍເປັນການຈັດຕັ້ງປະຕິບັດການຂົນສົ່ງສີຂຽວ, ຍືນຍົງ, ເປັນມິດຕໍ່ສິ່ງແວດລ້ອມ, ສະຫງົບ ແລະ ທັນສະໄໝ.

ເຊິ່ງໃນເບື້ອງຕົ້ນ ຈະທົດລອງໃຫ້ບໍລິການດ້ວຍລົດເມໄຟຟ້າ 3 ສາຍທາງ ດັ່ງນີ້:

  • ສາຍທາງທີ 48 ເລີ່ມຈາກສະຖານີລົດເມຂົວດິນ – ດົງນາໂຊກ – ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ – ສີເກີດ ລວມໄລຍະທາງ 15 ກິໂລແມັດ ຄ່າໂດຍສານຕະຫຼອດສາຍແມ່ນ 5,000 ກີບຕໍ່ຖ້ຽວ.
  • ສາຍທາງທີ 35 ເລີ່ມຈາກ ສະຖານີລົດເມຕະຫຼາດເຊົ້າ – ສູນການຄ້າທາດຫຼວງພລາຊ່າ – ຕະຫຼາດຫົວຂົວ – ສະຖານີລົດໄຟລາວຈີນ ລວມໄລຍະທາງ 17 ກິໂລແມັດ ຄ່າໂດຍສານຕະຫຼອດສາຍແມ່ນ 5,000 ກີບຕໍ່ຖ້ຽວ.
  • ສາຍທາງທີ 22 ເລີ່ມຈາກ ສະຖານີລົດເມຂົວດິນ – ສູນການຄ້າທາດຫຼວງພລາຊ່າ – ສູນການຄ້າລາວ-ໄອເຕັກ – ເຂດເສດຖະກິດພິເສດບຶງທາດຫຼວງ – ສະຖານີລົດໄຟລາວ-ໄທ – ຕະຫຼາດໄຮຄຳ – ເຂດເສດຖະກິດກວມລວມໄຊເສດຖາ (ຫຼັກ 21) – ສະຖານີລົດໄຟລາວ-ຈີນ ລວມໄລຍະທາງ 26 ກິໂລແມັດ ຄ່າໂດຍສານຕະຫຼອດສາຍ 8,000 ກີບຕໍ່ຖ້ຽວ

ຍັງບໍ່ໝົດພຽງເທົ່ານີ້! ເພາະຍັງໃຫ້ທົດລອງນັ່ງຟຣີ ແຕ່ມື້ນີ້ຈົນຮອດ 13 ເມສາ 2022.

ແຫຼ່ງຂໍ້ມູນ ແລະ ຮູບພາບ: Muan.la ແລະ Souliyo Vongdala

ສາມາດຊື້ປີ້ລົດໄຟຢູ່ຈຸດຂາຍປີ້ຫຼວງພະບາງໄດ້ 2 ມື້

ເລີ່ມ ວັນທີ 23 ມີນາເປັນຕົ້ນໄປ ສາມາດຊື້ປີ້ລົດໄຟຢູ່ຈຸດຂາຍປີ້ຫຼວງພະບາງໄດ້ 2 ມື້.

ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນການຊື້​ປີ້​ລົດໄຟຂອງຜູ້ໂດຍສານໃນຕົວເມືອງ​ຫຼວງ​ພະ​ບາງ, ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ ​ຈຳກັດ​ໄດ້ກຳນົດ​ວັນ​ທີ 23 ມີນາ​ນີ້​ເປັນ​ຕົ້ນ​ໄປ, ຈຸດຂາຍ​ປີ້ລົດໄຟ​ຫຼວງ​ພະ​ບາງໄດ້​ປັບ​ການ​ຂາຍ​ປີ້ ໃຫ້ສາມາດຊື້ປີ້ມື້ຕໍ່ໄປຂອງການອອກເດີນທາງໄດ້ 2 ວັນ, ຕົວຢ່າງ: ຫາກທ່ານໄປຊື້ປີ້ວັນທີ 23 ຈະສາມາດຊື້ປີ້ລົດໄຟຖ້ຽວວັນທີ 23, 24 ແລະ 25 ໄດ້.

ແຫຼ່ງຂ່າວ: CRI

ເຂດບ້ານໃນ 3 ເມືອງຕໍ່ໄປນີ້! ກຽມໂຕ່ງນ້ໍາໄວ້ໃຊ້ລ່ວງໜ້າ!

ຈະໄດ້ປິດນໍ້າຊົ່ວຄາວ ເນື່ອງຈາກຈະມີການສ້ອມແປງທໍ່ສົ່ງນ້ໍາດິບ ຂະຫນາດ 1000 GRP ເຂົ້າໂຮງງານຜະລິດ ນໍ້າປະປາ ດົງຫມາກຄາຍ ລັດວິສາຫະກິດນ້ໍາປະປາ ນະຄອນຫຼວງວຽງຈັນ ສະຖານທີ່ ຂ້າງ ກະຊວງຍຸຕິທໍາ ບ້ານ ໂນນສະອາດ ເມືອງໄຊທານີ ນະຄອນຫຼວງ ໃນວັນພະຫັດ ວັນທີ 24 ມີນາ 2022.

ລັດວິສາຫະກິດນ້ໍາປະປາ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງ ບັນດາລູກຄ້າຜູ້ຊົມໃຊ້ນ້ໍາປະ ປາ ທີ່ອາໃສຢູ່ບາງບ້ານ ຂອງ ເມືອງ ໄຊທານີ, ເມືອງ ໄຊເສດຖາ ແລະ ເມືອງ ຈັນທະບູລີ ນະຄອນຫຼວງ ຊາບທົ່ວເຖິງ ກັນວ່າ: ແຮງດັນນ້ໍາປະປາ ຈະບໍ່ປົກກະຕິ ແລະ ບໍ່ພຽງພໍຕໍ່ການຊົມໃຊ້ ໃນໄລຍະທີ່ມີການສ້ອມແປງທໍ່ສົ່ງນ້ໍາດິບ ຂະ ຫນາດ 1000 GRP ເຂົ້າໂຮງງານຜະລິດນ້ໍາປະປາ ດົງຫມາກຄາຍ ສະຖານທີ່ ຂ້າງ ກະຊວງ ຍຸຕິທໍາ ບ້ານ ໂນນສະອາດ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ໃນລະຫ່ວາງການດໍາເນີນງານຈະສົ່ງຜົນໃຫ້ ນ້ໍາປະປາໄຫຼອອກຄ່ອຍ ຫາ ບໍ່ມີນ້ໍາ ໃນຂອບເຂດ ບ້ານ ດັ່ງມີລາຍລະອຽດລຸ່ມນີ້:

ເມືອງໄຊທານີ: ບ້ານ ໂພນຄຳ, ທ່າສະຫວ່າງ, ທ່າງ່ອນ, ນາ, ໂນນບໍ່ແກ້ວ, ໂນນສະອາດ, ດ່ານຊ້າງ, ດົງ ຫມາກຄາຍ, ດອນຕິ້ວ, ດົງສ້າງຫີນ, ໄຊສະຫວ່າງ, ດອນຫນູນ, ໄຊ, ນາແຄ, ຫ້ວຍເຕີຍ, ໂນນແສງຈັນ, ວຽງແກ້ວ ຫ້ວຍແດນເມືອງ, ຫນອງວຽງຄໍາ, ນາທົ່ມ, ຫນອງພະຍາ, ຕານມີໄຊ, ດົງໂດກ, ສະພັງມຶກ, ຊ້າງຄູ້, ພະຂາວ, ດໍາ ຮຸ່ງ ແລະ ບ້ານ ສິວິໄລ.

ເມືອງຈັນທະບູລີ: ບ້ານ ຫ້ວຍຫົງ, ຫນອງທາເຫນືອ, ຫນອງທາໃຕ້, ຈອມມະນີ ແລະ ບ້ານ ໂພນສະຫວ່າງ

ເມືອງໄຊເສດຖາ: ບ້ານ ຫນອງຫນ່ຽງ, ໂນນສະຫວັນ, ຮ່ອງສຸພາບ, ອາມອນ, ໂນນສະຫງ່າ, ແສງສະຫວ່າງ, ຊໍາເຄ້, ໂຊກນ້ອຍ ແລະ ບ້ານ ໂຊກໃຫຍ່.

ການປະຕິບັດວຽກງານ ໃນວັນທີ 24 ມີນາ 2022 ກົງກັບວັນພະຫັດ, ເລີ່ມແຕ່ເວລາ 09:00 ໂມງ ຫາ 15:00 ໂມງ; ຂໍ້ມູນເພີ່ມຕື່ມ ໂທ: 1169; 020 59918830; 020 29986580 ຕະຫຼອດ 24 ຊົ່ວໂມງ.

ດັ່ງນັ້ນຈື່ງແຈ້ງໃຫ້ກະກຽມໂຕ່ງນ້ໍາໄວ້ກ່ອນລ່ວງຫນ້າ ເພື່ອຊົມໃຊ້ຊົ່ວຄາວຈົນກ່ວາແຮງດັນນ້ໍາຈະມາເປັນປົກກະ ຕິ ແລະ ຂໍອາໄພໃນຄວາມບໍ່ສະດວກໃນການຊົມໃຊ້ນ້ໍາປະປາ ໃນຄັ້ງນີ້ດ້ວຍ.