ເຜີຍແຜ່ປື້ມຄູ່ມືການຕິດຕາມກວດກາການດຳເນີນຄະດີເດັກ

0
969

ອົງການໄອຍະການປະຊາຊົນສູງສຸດ ໄດ້ເປີດກອງປະຊຸມເຜີຍແຜ່ປື້ມຄູ່ມືການຕິດຕາມກວດກາການດຳເນີນຄະດີເດັກ ຂຶ້ນໃນລະຫວ່າງ ວັນທີ 10-14 ມັງກອນ 2022 ທີ່ ຫ້ອງປະຊຸມ ຂອງອົງການໄອຍະການປະຊາຊົນ ແຂວງຄຳມ່ວນ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ໂຄງການ (UNICEF) ປະຈຳ ສປປ ລາວ ໃຫ້ກຽດເປັນປະທານ ກອງປະຊຸມໂດຍ ທ່ານ ນາງ ພອນເພັດ ອຸ່ນແກ້ວ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ຫົວໜ້າກອງເລຂາວຽກງານຍຸຕິທຳສຳລັບເດັກ ທັງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX (ສສຊ ເຂດເລືອກຕັ້ງ 14 ແຂວງສາລະວັນ), ຕາງໜ້າຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ມີຜູ້ຕາງໜ້າຄະນະນຳອົງການໄອຍະການປະຊາຊົນ ແຂວງຄຳມ່ວນ, ແຂວງຊຽງຂວາງ, ແຂວງບໍລິຄຳໄຊ, ແຂວງສະຫວັນນະເຂດ ແລະ ອົງການໄອຍະການປະຊາຊົນເຂດ 12 ເຂດ ທີ່ຂຶ້ນກັບບັນດາອົງການໄອຍະການປະຊາຊົນແຂວງດັ່ງກ່າວເຂົ້າຮ່ວມ, ນອກນັ້ນຍັງມີເຈົ້າໜ້າທີ່ສືບສວນ-ສອບສວນ ແລະ ຕາງໜ້າສະຫະພັນແມ່ຍິງ ທີ່ເຮັດໜ້າທີ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ເຂົ້າຮ່ວມຈຳນວນ 59 ທ່ານ.

ການເຜີຍແຜ່ປື້ມຄູ່ມືການຕິດຕາມກວດກາການດຳເນີນຄະດີເດັກໃນຄັ້ງນີ້ ແມ່ນໄດ້ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ໃຫ້ພະນັກງານອົງການໄອຍະການປະຊາຊົນ ແລະ ເຈົ້າໜ້າທີ່ສືບສວນ-ສອບສວນ ໃຫ້ມີຄວາມເປັນເອກະພາບໃນການດໍາເນີນຄະດີ, ການຕິດຕາມກວດກາ ແລະ ການສັ່ງຟ້ອງຄະດີເດັກໃຫ້ຄົບຖ້ວນ, ຮອບດ້ານ, ພາວະວິໃສ ແລະ ຖືກຕ້ອງຕາມກົດໝາຍ ໂດຍການເນັ້ນໃຫ້ພະນັກງານຜູ້ເຮັດວຽກຕົວຈິງ ຫຼື ນັກສຳມະນາກອນຄົ້ນຄວ້າ ແລະ ແລກປ່ຽນພາກປະຕິບັດໃນການດຳເນີນຄະດີ ແລະ ການຕິດຕາມກວດກາ ກັບເນື້ອໃນບັນດາເອກສານສຳຄັນ ທີ່ນຳມາຄົ້ນຄວ້າເປັນຕົ້ນແມ່ນ: “ສົນທິສັນຍາສາກົນ ແລະ ລະບຽບການຕ່າງໆ ຂອງສະຫະປະຊາຊາດກ່ຽວກັບວຽກງານຍຸຕິທໍາສໍາລັບເດັກ; ກົດໝາຍພາຍໃນ ແລະ ນິຕິກໍາຕ່າງໆ ທີ່ພົວພັນກັບວຽກງານຍຸຕິທໍາສໍາລັບເດັກ; ຄວາມຮັບຮູ້ກ່ຽວກັບການສື່ສານກັບເດັກ; ການຕິດຕາມກວດກາການດໍາເນີນຄະດີເດັກ; ການຕິດຕາມກວດກາການປະຕິບັດກົດໝາຍຂອງໜ່ວຍງານສືບສວນ-ສອບສວນເດັກ; ການແກ້ໄຂຄະດີເດັກທາງດ້ານບໍລິຫານ ແລະ ທາງດ້ານຂະບວນຍຸຕິທໍາ ຂອງຂະແໜງການຕິດຕາມກວດກາການດໍາເນີນຄະດີອາຍາ ແລະ ຄະດີເດັກ; ການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີເດັກຢູ່ສານເດັກ ແລະ ຄະນະສານເດັກ; ການຕິດຕາມກວດກາການຈັດຕັ້ງປະຕິບັດຄໍາຕົກລົງຄະດີເດັກຂອງສານ; ການຮື້ຟື້ນຄະດີເດັກ”.

ຜ່ານການດຳເນີນກອງປະຊຸມ ທ່ານ ນາງ ພອນເພັດ ອຸ່ນແກ້ວ ຍັງໄດ້ຕີລາຄາສູງຕໍ່ຄວາມຮັບຜິດຊອບຂອງນັກສຳມະນາກອນ ແລະ ວິທະຍາກອນ ທີ່ມີຄວາມເອົາໃຈໃສໃນການຄົ້ນຄວ້າ ແລະ ຮັບຟັງ ການສະແດງອອກໃນທີ່ປະຊຸມ ມີຄວາມສົນໃຈແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ດ້ວຍບັນຍາກາດທີ່ຟົດຝື້ນ ເຮັດໃຫ້ຜູ້ເຂົ້າຮ່ວມກຳໄດ້ຫຼັກການດຳເນີນຄະດີ ແລະ ການຕິດຕາມກວດກາຢ່າງຖືກຕ້ອງ ໂດຍເນັ້ນໃສ່ຂັ້ນຕອນໃນການປະຕິບັດຕົວຈິງ ເພື່ອໃຫ້ສອດຄ່ອງກັບສົນທິສັນຍາສາກົນ ແລະ ລະບຽບການຕ່າງໆ ຂອງສະຫະປະຊາຊາດກ່ຽວກັບວຽກງານຍຸຕິທຳ; ກົດໝາຍພາຍໃນ, ນິຕິກຳ, ການສື່ສານກັບເດັກ ແລະ ວິທີການຕິດຕາມກວດກາປະຕິບັດກົດໝາຍຂອງໜ່ວຍງານສືບສວນ-ສອບສວນເດັກ ແລະ ການຕິດຕາມກວດກາການຈັດຕັ້ງປະຕິບັດຄຳຕົກລົງຄະດີເດັກຂອງສານ ເພື່ອປົກປ້ອງສິດຜົນປະໂຫຍດສູງສຸດຂອງເດັກໃນ ສປປ ລາວ.

ຂ່າວ ແລະ ຮູບພາບ: ອົງການໄອຍະການປະຊາຊົນສູງສຸດ

LEAVE A REPLY

Please enter your comment!
Please enter your name here