ລັດຖະບານລາວ ແລະ ບໍລິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ຮ່ວມກັນລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການອຸດສາຫະກໍາໝູນວຽນ

0
3393

ນິຄົມອຸດສາຫະກໍາ ລະດັບຊາດຂອງປະເທດລາວ ໄດ້ເລີ່ມດໍາເນີນງານຄວາມວ່ອງໄວ ອາຊີ-ໂປຕາສ ຈະສ້າງຄວາມມະຫັດສະຈັນໃຫ້ແກ່ລາວອີກຄັ້ງ

ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ຮ່ວມກັນລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິະຍະ ອາຊີ-ໂປຕາສ ສາກົນ ຢ່າງຍິ່ງໃຫຍ່

ວັນທີ 24 ມີນາ 2023, ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ ຊິໂນ-ອາກຣີໂປຕາສ ຈໍາກັດ ໄດ້ຈັດພິທິເຊັນບົດບັນທຶກຄວາມເຂົ້າໃຈ “ໂຄງການສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ” ຢູ່ທີ່ໂຮງແຮມແລນມາກ, ເຊິ່ງເປັນສັນຍາລັກໃຫ້ເຫັນໂຄງການ ນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ທີ່ວິສາຫະກິດກະກຽມມາໄດ້ 1 ກວ່າປີນັ້ນ, ຈະເລີ່ມດໍາເນີນງານຢ່າງເປັນທາງການ ແລະ ຈັດຕັ້ງປະຕິບັດຢ່າງຮອບດ້ານ.

ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ທ່ານ ທົງຢົງເຮິງ (TONG YONGHENG) ກໍາມະການບໍລິຫານ ແລະ ຜູ້ຈັດການ ບໍລິສັດ ຊິໂນ-ອາກຣີໂປຕາສ ຈໍາກັດ ໄດ້ຕາງໜ້າສອງຝ່າຍລົງນາມເຊັນບົດບັນທຶກຄວາມເຂົ້າໃຈ. ເຊິ່ງມີ ພາກສ່ວນກ່ຽວຂ້ອງຕາງໜ້າພາກລັດເຊັ່ນ: ສະຖານທູດຈີນ ປະຈໍາ ສປປ ລາວ, ສໍານັກງານນາຍົກລັດຖະມົນຕີ, ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທະນາຄານ ແຫ່ງ ສປປ ລາວ, ຄະນະກໍາມະການຮ່ວມມື ລາວ-ຈີນ ແລະ ພາກສ່ວນຕາງໜ້າຂະແໜງການກ່ຽວຂ້ອງຕ່າງໆເຊັ່ນ: ສໍານັກຂ່າວ ຊິນຮວາປະຈໍາລາວ, ສະພາການຄ້າຈີນປະຈໍາລາວ, ສະພາຈີນ, ທະນາຄານ ອຸດສະຫະກໍາ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫຼວງ (ໄອຊີບີຊີ), ທະນາຄານ ສປ ຈີນ ສາຂານະຄອນຫຼວງ, ວິສາຫະກິດລາວ ແລະ ວິສາຫະກິດຈີນທີ່ມີຊື່ສຽງ ເຂົ້າຮ່ວມພິທິເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້.

ມີການລາຍງານວ່າ: ໂຄງການນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ໄດ້ກວມລວມການພັດທະນາແບບອຸດສາຫະກໍາ, ແບບຕົວເມືອງ ແລະ ການດຶງດູດການລົງທຶນຂອງປະເທດລາວ, ພ້ອມທັງຂະຫຍາຍໄປເຖິງການຫັນປ່ຽນກະສິກໍາດັ້ງ ເດີມໄປສູ່ກະສິກໍາທັນສະໄໝ, ຍັງຈະຊຸກຍູ້ການເລັ່ງພັດທະນາຂະແໜງການບໍລິການຢ່າງຮອບດ້ານ. ນິຄົມອຸດສາຫະກໍາແບ່ງເປັນ 3 ເຂດໃຫຍ່ຄື: ເຂດນິຄົມອຸດສາຫະກໍາປຸ໋ຍໂປຕາສ, ເຂດນິຄົມອຸດສາຫະກໍາອະໂປຕາສ ແລະ ຕົວເມືອງ ອາຊີ-ໂປຕາສ, ກວມເນື້ອທີ່ທັງໝົດ 2,000 ເຮັກຕາ, ຄາດຄະເນການລົງທຶນທັງໝົດສູງເຖິງ 4.31 ຕື້ໂດລາ, ເຊິ່ງຈະນໍາໃຊ້ທ່າແຮງດ້ານການສະໜັບສະໜູນຂອງລັດຖະບານ, ຊັບພະຍາກອນບໍ່ແຮ່, ພະລັງງານໄຟຟ້າ, ຕົ້ນທຶນແຮງງານ ແລະ ທີ່ດິນຢ່າງເຕັມທີ່, ເພື່ອຊຸກຍູ້ປະເທດລາວສ້າງເປັນຮູບແບບອຸດສາ ຫະກໍາທີ່ທົດແທນການນໍາເຂົ້າ ແລະ ສ້າງລາຍຮັບການສົ່ງອອກ.

ນິຄົມອຸດສາຫະກໍາປຸ໋ຍໂປຕາສ ແມ່ນອາໃສຊັບພະຍາກອນແຮ່ເກືອໂປຕາສຂອງວິສາຫະກິດ, ເລັ່ງການພັດທະນາອຸດສາຫະກໍາປຸ໋ຍໂປຕາສ ແລະ ບັນລຸກໍາລັງການຜະລິດປີ 2023 ຈໍານວນ 3 ລ້ານໂຕນ, ປີ 2025 ຈໍານວນ 5 ລ້ານໂຕນ ແລະ ວິໄສທັັດ ຈໍານວນ 10 ລ້ານໂຕນ, ພັດທະນາໃຫ້ວິສາຫະກິດກາຍເປັນວິສາຫະກິດປຸງແຕ່ງ ແລະ ຜະລິດອັນດັບທີ 1 ໃນອາຊີ, ເຮັດໃຫ້ປະເທດລາວກາຍເປັນຖານຜະລິດປຸ໋ຍໂປຕາສ ອັນດັບທີ 4 ໃນໂລກ.

ເຂດນິຄົມອຸດສາຫະກໍາອະໂປຕາສ ແມ່ນນໍາໃຊ້ຊັບພະຍາກອນທີ່ຕິດພັນແຮ່ເກືອໂປຕາສ, ຊັບພະຍາກອນແຮ່ຖ່ານຫີນ, ຊັບພະຍາກອນແຮ່ບົກຊິດ ແລະ ຊັບພະຍາ ກອນອື່ນໆ, ຜ່ານການດຶງດູດການລົງທຶນ, ພັດທະນາຊັບພະຍາກອນໃຫ້ຍືນຍົງ, ນໍາໃຊ້ຕ່ອງໂສ້ການສະໜອງຕ່ອງໂສ້ອຸດສາຫະກໍາ, ດໍາເນີນການຜະລິດທີ່ມີມູນຄ່າເພີ່ມສູງ ແລະ ລວມຜະລິດຕະພັນ, ສ້າງໂຮງງານໄຟຟ້ານໍາໃຊ້ເອງ+ຜະລິດໄຟຟ້າດ້ວຍພະລັງງານລົມ ຫລື ພະລັງງານແສງຕາເວັນ, ສ້າງທ່າແຮງພະລັງງານໄຟຟ້າໃນນິຄົມອຸດສາຫະກໍາ, ຮັບເໝົາການຫັນປ່ຽນຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງໃນທົ່ວໂລກ, ຊຸກຍູ້ການພັດທະນາຊັບພະຍາກອນບໍ່ແຮ່ຂອງປະເທດລາວ, ຊ່ວຍພັກດັນປະເທດລາວພັດທະນາຈາກປະເທດທີ່ມີຄວາມອຸດົມສົມບູນດ້ານຊັບພະຍາກອນໄປສູ່ປະເທດທີ່ມີອຸດສາຫະກໍາເຂັ້ມແຂງ.

ຕົວເມືອງ ອາຊີ-ໂປຕາສ ຜ່ານການກໍ່ສ້າງຕົວເມືອງທັນສະໄໝທີ່ກວມລວມຫຼາຍຟັງຊັນ, ລວມທັງການແພດ, ການສຶກສາ, ການຄ້າ, ກິລາ, ການບໍລິການ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ, ໃນດ້ານໜຶ່ງ ແມ່ນເຮັດໃຫ້ປະຊາຊົນເຂົ້າມາໃນຕົວເມືອງ, ກໍ່ສ້າງໃຫ້ເປັນອຸດສາຫະກໍາສີມືແຮງງານ, ປົດປ່ອຍທ່າແຮງຕົ້ນທຶນແຮງງານ, ອີກດ້ານໜຶ່ງຈະເປັນການເປີດປະຕູສູ່ພາຍນອກເພື່ອສະແດງໃຫ້ເຫັນເຖີງສັກກະຍະພາບຂອງລາວ, ເພື່ອດຶງດູດນັກລົງທຶນ ແລະ ບຸກຄະລາກອນໃນທົ່ວໂລກເຂົ້າມາລວມຕົວ ແລະ ດໍາເນີນທຸລະກິດຢູ່ໃນປະເທດລາວ.

    ໃນພິທິເຊັນບົດບັນທຶກຄວາມເຂົ້າໃຈ, ທ່ານ ທົງຢົງເຮິງ (TONG YONGHENG) ກໍາມະການບໍລິຫານ ແລະ ຜູ້ຈັດການ ບໍລິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ກ່າວຄໍາປາໃສວ່າ: ນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ເປັນແພັດຟອມການກໍ່ສ້າງແບບອຸດສາຫະກໍາ ແລະ ແບບຕົວເມືອງ, ຍັງເປັນແພັດຟອມທີ່ສະແດງທ່າແຮງການພັດທະນາຂອງປະເທດລາວ, ສະໜອງຄວາມມີຊີວິດຊີວາ-ພະລັງໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມລາວ, ພາຍໃຕ້ສະພາບການຖົດຖອຍຂອງເສດຖະກິດໂລກ ແລະ ຄວາມຂັດແຍ້ງດ້ານພູມລັດຖະສາດ, ທັງເປັນແພັດຟອມທີ່ຊ່ວຍໃຫ້ປະເທດລາວຈັບໂອກາດການພັດທະນາ, ຮັບເໝົາການຫັນປ່ຽນຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງໃນທົ່ວໂລກ, ຍິ່ງເປັນແພັດຟອມທີ່ລວບລວມບັນດາວິສາຫະກິດ ແລະ ບຸກຄະລາກອນທີ່ໂດດເດັ່ນໃນທົ່ວໂລກ ເຂົ້າມາດໍາເນີນການລົງທຶນລິເລີ່ມກິດຈະການ ແລະ ສະ ແຫວງຫາການພັດທະນາຮ່ວມກັນ.

    ພາຍຫຼັງໂຄງການສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊິ-ໂປຕາສ ສາກົນ ໄດ້ເຂົ້າເຖິງການຜະລິດແລ້ວ, ຄາດຄະເນ ທຸກໆປີຈະສາມາດສ້າງລາຍຮັບການເງິນ ຈໍານວນ 320 ລ້ານໂດລາໃຫ້ແກ່ປະເທດລາວ, ເພີ່ມສໍາຮອງຄັງເງິນຕາຕ່າງປະເທດປະມານ 1.7 ຕື້ໂດລາ, ຊຸກຍູ້ການມີວຽກເຮັດງານທໍາໃນທ້ອງຖິ່ນ 30,000-50,000 ຄົນ, ໃຫ້ການສະໜັບສະໜູນອັນສໍາຄັນໃນການພັດທະນາເສດຖະກິດ ແລະ ສັງຄົມລາວ ທີ່ມີຄຸນນະພາບສູງ, ມີບົດບາດສໍາຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ລາວ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ.

LEAVE A REPLY

Please enter your comment!
Please enter your name here