ສຶກສາອົບຮົມ ແລະ ເຮັດບົດບັນທຶກ ຕໍ່ຮ້ານປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດ

0
1358

ຕາມການລາຍງານ ຈາໂທລະພາບຄວາມສະຫງົບ ໃຫ້ຮູ້ວ່າ: ປັດຈຸບັນ, ຍັງພົບເຫັນມີການແລກປ່ຽນເງິນຕາແບບບໍ່ຖືກຕ້ອງ ເປັນຕົ້ນມີຮ້ານແລກປ່ຽນເງິນຕາ ທີ່ບໍ່ແມ່ນຕົວແທນທະນາຄານທຸລະກິດ, ມີການດຳເນີນທຸລະກິດແລກປ່ຽນເງິນຕາແບບມີໜ້າຮ້ານ ແລະ ບໍ່ມີໜ້າຮ້ານ, ມີການປະກາດໂຄສະນາອັດຕາແລກປ່ຽນ ທັງເປັນບ່ອນຕິດຕໍ່ຊື້-ຂາຍເງິນຕາ ຢ່າງເປີດແປນຜ່ານສື່ຕ່າງໆ ໂດຍບໍ່ຢ້ານກົວຕໍ່ລະບຽບກົດໝາຍ ເປັນຕົ້ນແມ່ນຈະພົບເຫັນໃນ Facebook, Whatsapp ແລະ ອື່ນໆ.

ຕໍ່ກັບສະພາບດັ່ງກ່າວ ໄລຍະຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ສົມທົບກັບ ກົມຕໍາຫຼວດເສດຖະກິດ ລົງຕິດຕາມກວດກາຮ້ານແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດໃນຂອບເຂດນະຄອນຫຼວງວຽງຈັນ ໂດຍສະເພາະຢູ່ເຂດຕະຫຼາດຊັງຈຽງ, ສູນການຄ້າເຂດໜອງຈັນ, ເຂດໜອງດ້ວງ ແລະ ການໂຄສະນາຜ່ານສື່ຕ່າງໆ, ເຊິ່ງສາມາດກວດກາໄດ້ ຈໍານວນ 33 ຮ້ານ ແລະ ປະກົດມີຜູ້ທີ່ຍັງດຳເນີນທຸລະກິດແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດ ຈຳນວນ 16 ຮ້ານ.

ຜ່ານການລົງຕິດຕາມກວດກາເຫັນວ່າ: ຜູ້ໃຫ້ບໍລິການແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດ ໄດ້ອາໃສຊ່ອງທາງສື່ສັງຄົມອອນລາຍປະກາດໂຄສະນາຊື້-ຂາຍເງິນຕາ ແລະ ອັດຕາແລກປ່ຽນແບບໂຈ່ງແຈ້ງ ໂດຍນຳໃຊ້ບັນຊີສ່ວນຕົວຂອງຕົນ ຫຼື ບັນຊີທຸລະກິດອື່ນທີ່ບໍ່ແມ່ນທຸລະກິດແລກປ່ຽນເງິນຕາດຳເນີນການແລກປ່ຽນເງິນຕາ ໂດຍຮູບແບບການໂອນຜ່ານບັນຊີເງິນຝາກ ແລະ ເງິນສົດ, ຍິ່ງໄປກວ່ານັ້ນ ຍັງມີການແອບອ້າງວ່າຕົນແມ່ນຕາງໜ້າໃຫ້ກັບຮ້ານແລກປ່ຽນເງິນຕາຕົວແທນທະນາຄານທຸລະກິດທີ່ໄດ້ຮັບອະນຸຍາດ ເພື່ອບໍລິການແລກປ່ຽນເງິນຕາ.

ຕໍ່ປະກົດການດັ່ງກ່າວທາງເຈົ້າໜ້າທີ່ຕຳຫຼວດ ແລະ ພະນັກງານຈາກທະນາຄານແຫ່ງ ສປປ ລາວ ໄດ້ສຶກສາອົບຮົມພວກກ່ຽວໃຫ້ຮັບຮູ້, ເຂົ້າໃຈຕໍ່ກັບລະບຽບກົດໝາຍ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ຜູ້ລະເມີດຢຸດດຳເນີນທຸລະກິດແລກປ່ຽນເງິນຕາໂດຍທັນທີ, ກໍລະນີ ຫາກພົບເຫັນ ຍັງສືບຕໍ່ເຄື່ອນໄຫວທຸລະກິດແລກປ່ຽນເງິນຕາ ຈະຖືກດຳເນີນມາດຕະການຕ່າງໆທີ່ໜັກກວ່າເກົ່າຕາມທີ່ກຳນົດໄວ້ໃນລະບຽບກົດໝາຍກ່ຽວຂ້ອງ. ການໃຫ້ບໍລິການແລກປ່ຽນເງິນຕາລວມທັງ ການກຳນົດ ແລະ ຕິດປະກາດ ອັດຕາແລກປ່ຽນ ຕ້ອງໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 55/ສພຊ ລົງວັນທີ 22 ທັນວາ 2014 ແລະ ຂໍ້ຕົກລົງວ່າດ້ວຍທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020. ຖ້າຫາກມີການເຄື່ອນໄຫວວຽກງານດັ່ງກ່າວໂດຍບໍ່ໄດ້ຮັບອະນຸຍາດ ຈະເປັນການລະເມີດຂໍ້ຫ້າມ ໃນມາດຕາ 28 ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ເຊິ່ງຈະຖືກດຳເນີນມາດຕະການສຶກສາອົບຮົມ ແລະ ມາດຕະການປັບໃໝ ຕາມມາດຕາ 47 ແລະ ມາດຕາ 49 ຂອງກົດໝາຍສະບັບດັ່ງກ່າວ ຄື: ການດຳເນີນທຸລະກິດເງິນຕາຕ່າງປະເທດ ຫຼື ແລກປ່ຽນເງິນຕາ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ສາມສິບລ້ານກີບ; ການກຳນົດ, ຕິດປະກາດ ຫຼື ປະຕິບັດອັດຕາແລກປ່ຽນ ຂອງທະນາຄານທຸລະກິດ, ຮ້ານແລກປ່ຽນເງິນຕາ ຫຼື ສະຖານທີ່ບໍລິການທີ່ກ່ຽວຂ້ອງ ທີ່ບໍ່ຖືກຕ້ອງຕາມລະບຽບການຈະຖືກປັບໃໝ ຫ້າລ້ານກີບຕໍ່ຄັ້ງ, ກໍລະນີ ຫາກຍັງສືບຕໍ່ ລະເມີດເປັນອາຈີນ ຈະຖືກປະຕິບັດຕາມທີ່ໄດ້ກຳນົດໃນປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017.

ການລະເມີດລະບຽບກົດໝາຍຄືດັ່ງກ່າວ ໄດ້ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ການກໍານົດອັດຕາແລກປ່ຽນທີ່ບໍ່ສອດຄ່ອງກັບສະພາບຄວາມເປັນຈິງຂອງເສດຖະກິດ, ເປັນການປັ່ນປ່ວນອັດຕາແລກປ່ຽນອັນເຮັດໃຫ້ເກີດຜົນເສຍຫາຍທາງດ້ານເສດຖະກິດ, ການສໍ້ໂກງ, ການຕົວະຍົວະຫຼອກລວງໃນສັງຄົມ.

ສະນັ້ນ, ໃນນາມເຈົ້າໜ້າທີ່ຮັກສາຄວາມສະຫງົບ, ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ຈຶ່ງຮຽກຮ້ອງເຖິງບັນດາພໍ່ແມ່ປະຊາຊົນ ທົ່ວສັງຄົມ ກໍລະນີຫາກມີຄວາມຕ້ອງການແລກປ່ຽນເງິນຕາ ທ່ານຄວນເຂົ້າໃຊ້ບໍລິການແລກປ່ຽນເງິນຕາກັບທະນາຄານທຸລະກິດ ຫຼື ຮ້ານແລກປ່ຽນເງິນຕາຕົວແທນທະນາຄານທຸລະກິດ ເທົ່ານັ້ນ, ທັງນີ້ກໍ່ເພື່ອຄວາມປອດໄພ ບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ ແລະ ບໍ່ເປັນການສົ່ງເສີມທຸລະກິດແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດ ກໍ່ຄືສົ່ງເສີມການຝ່າຝືນລະບຽບກົດໝາຍ. ພ້ອມດຽວກັນນີ້ ເພື່ອເປັນການສະກັດກັ້ນບໍ່ໃຫ້ເກີດປະກົດການຫຍໍ້ທໍ້ ຫາກທ່ານພົບເຫັນຂໍ້ມູນການໃຫ້ບໍລິການແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດ ໂດຍມີລັກສະນະຄື: ບໍ່ມີທີ່ຕັ້ງຮ້ານທີ່ຊັດເຈນ; ບໍ່ມີປ້າຍຮ້ານແລກປ່ຽນເງິນຕາຕົວແທນທະນາຄານທຸລະກິດ; ນຳໃຊ້ບັນຊີສ່ວນບຸກຄົນ ຫຼື ບັນຊີທຸລະກິດອື່ນ ເຂົ້າໃນການແລກປ່ຽນເງິນຕາ ທ່ານສາມາດແຈ້ງ ຫຼື ສະໜອງຂໍ້ມູນດັ່ງກ່າວໃຫ້ກັບ ເຈົ້າໜ້າທີ່ຕຳຫຼວດ (ເບີໂທ: 020 312401) ຫຼື ທະນາຄານແຫ່ງ ສປປ ລາວ (ເບີໂທ 021 264 590) ເພື່ອເປັນຂໍ້ມູນດໍາເນີນການຕິດຕາມກວດກາ ແລະ ດໍາເນີນມາດຕະການຕໍ່ພາກສ່ວນດັ່ງກ່າວຕາມກົດໝາຍ. ການຮ່ວມມືຂອງພໍ່ແມ່ປະຊາຊົນ, ບຸກຄົນ ແລະ ການຈັດຕັ້ງແມ່ນເປັນການປະກອບສ່ວນສຳຄັນເຂົ້າໃນການສ້າງສັງຄົມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສົ່ງເສີມການດຳເນີນທຸລະກິດໃຫ້ມີຄວາມຍຸດຕິທຳທີ່ຖືກຕ້ອງຕາມກົດໝາຍ ແລະ ການຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ມີຄວາມໝັ້ນຄົງ ແລະ ເຂັ້ມແຂງຍິ່ງຂຶ້ນ.

ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດການໃຫ້ບໍລິການແລກປ່ຽນເງິນຕາ ແມ່ນວຽກໜຶ່ງທີ່ສຳຄັນ ແລະ ຈຳເປັນໃນການເຄື່ອນໄຫວວຽກງານເສດຖະກິດ-ເງິນຕາ ຊຶ່ງໄດ້ມີກົດໝາຍ, ນິຕິກຳຂັ້ນຕ່າງໆ ເປັນເຄື່ອງມືຄຸ້ມຄອງຂອງລັດ. ກົງກັນຂ້າມ ຖ້າມີການແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ຈະເປັນປະກົດການຫຍໍ້ທໍ້ໃນສັງຄົມທີ່ສ້າງຜົນກະທົບຕໍ່ເສດຖະກິດ, ສະຖຽນລະພາບທາງດ້ານເງິນຕາ ແລະ ເປັນບໍ່ເກີດຂອງການປັນປ່ວນອັດຕາແລກປ່ຽນ ທີ່ເປັນສາເຫດໜຶ່ງເຮັດໃຫ້ສະພາບອັດຕາແລກປ່ຽນບໍ່ມີຄວາມສະຫງົບ. ສະນັ້ນ ເພື່ອຕີຖອຍປະກົດການຫຍໍ້ທໍ້ດັ່ງກ່າວ, ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄປຄຽງຄູ່ກັບການຄົ້ນຄວ້າປັບປຸງວຽກງານຄຸ້ມຄອງມະຫາພາກທາງດ້ານເງິນຕາຕ່າງໆ, ໃນນັ້ນຕິດພັນກັບການຄຸ້ມຄອງການບໍລິການແລກປ່ຽນເງິນຕາ ໂດຍໄດ້ຮັບການຕົກລົງເຫັນດີຈາກລັດຖະບານ, ທະນາຄານແຫ່ງ ສປປ ລາວ ໄດ້ຫັນຮ້ານແລກປ່ຽນເງິນຕາທີ່ໄດ້ຮັບອະນຸຍາດໂດຍ ທະນາຄານແຫ່ງ ສປປ ລາວ ໃນໄລຍະຜ່ານມາໃຫ້ເປັນຕົວແທນຂອງທະນາຄານທຸລະກິດ ຕາມແຈ້ງການກ່ຽວກັບການຫັນຮ້ານແລກປ່ຽນເງິນຕາໄປເປັນຮ້ານຕົວແທນຂອງທະນາຄານທຸລະກິດ ສະບັບເລກທີ 111/ທຫລ, ລົງວັນທີ 12 ກໍລະກົດ 2021, ປັດຈຸບັນມີຮ້ານແລກປ່ຽນເງິນຕາຕົວແທນດັ່ງກ່າວ ຈຳນວນ 419 ຮ້ານ ທົ່ວປະເທດ ແມ່ນຢູ່ໃຕ້ການຄຸ້ມຄອງໂດຍກົງຂອງທະນາຄານທຸລະກິດຕາມແຈ້ງການ ຮ້ານແລກປ່ຽນເງິນຕາຕົວແທນທີ່ໄດ້ຮັບອະນຸຍາດຈາກ ທະນາຄານແຫ່ງ ສປປ ລາວ ສະບັບເລກທີ 175/ຫກ, ລົງວັນທີ 17 ກັນຍາ 2021.

LEAVE A REPLY

Please enter your comment!
Please enter your name here