ກອງປະຊຸມ ພາຍໃຕ້ຫົວຂໍ້ “ການສ້າງຄວາມສະເໝີພາບໃຫ້ແກ່ແມ່ຍິງ ແລະ ເດັກຍິງ ໂດຍຜ່ານນະວັດຕະກຳໃຫມ່”

0
718

ອົງການ ສປຊ ກອງທຶນດ້ານປະຊາການ (UNFPA) ຮ່ວມກັບ ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ, ລຸກຊໍາບວກ ແລະ ເດັນມາກ ປະຈໍາ ອົງການ ສປຊ ທີ່ ນິວຢອກ ໄດ້ຈັດກອງປະຊຸມ ພາຍໃຕ້ຫົວຂໍ້ “ການສ້າງຄວາມສະເໝີພາບໃຫ້ແກ່ແມ່ຍິງ ແລະ ເດັກຍິງ ໂດຍຜ່ານນະວັດຕະກຳໃຫມ່”

ໃນໂອກາດເວທີປຶກສາຫາລືລະດັບສູງວ່າດ້ວຍການພັດທະນາແບບຍືນຍົງ ໃນວັນທີ 14 ກໍລະກົດ 2022 ຢູ່ທີ່ ສໍານັກງານໃຫຍ່ອົງການ ສປຊ ໂດຍມີການເຂົ້າຮ່ວມຂອງ ລັດຖະມົນຕີຮັບຜິດຊອບວຽກງານເສດຖະກິດ ແລະ ການຮ່ວມມືດ້ານການພັດທະນາ ຈາກ ລຸກຊໍາບວກ, ຜູ້ອໍານວຍການໃຫຍ່ ອົງການ UNFPA, ຜູ້ຕາງຫນ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ, ຜູ້ຕາງຫນ້າຖາວອນ ຣູວັນດາ, ຮອງຜູ້ຕາງໜ້າຖາວອນ ເດັນມາກ ແລະ ຜູ້ຕາງຫນ້ານາຍົກລັດຖະມົນຕີ ອາຣູບາ ຂຶ້ນກ່າວແລກປ່ຽນທັດສະນະ. ຈຸດປະສົງແມ່ນເພື່ອສະແດງໃຫ້ເຫັນເຖິງຜົນສໍາເລັດ ຂອງການປະຕິບັດໂຄງການຮ່ວມມືໃນລະດັບປະເທດ ລະຫວ່າງ ລັດຖະ ບານປະເທດສະມາຊິກ ອົງການ ສປຊ ກັບ ອົງການ UNPFA ໃນວຽກງານສົ່ງເສີມຄວາມສະເຫມີພາບຍິງ-ຊາຍ, ການສ້າງໂອກາດ ແລະ ຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ, ການເຄົາລົບສິດທິ ແລະ ສົ່ງເສີມສຸຂະພາບໄວຈະເລີນພັນ ໂດຍຜ່ານການນໍາໃຊ້ນະວັດຕະກໍາໃໝ່ ໃນປັດຈຸບັນ.

ຜົນຈາກຜົນສຳເລັດຂອງການຈັດຕັ້ງປະຕິບັດບັນດາໂຄງການ ແລະ ຂໍ້ລິເລີ່ມທີ່ມີຫົວຄິດປະດິດສ້າງໃໝ່ ຮ່ວມກັບລັດຖະບານ, ໃນປີ 2021 ຫ້ອງການຕາງຫນ້າ ອົງການ UNFPA ປະຈຳ ສປປ ລາວ ເປັນຫນຶ່ງໃນ 10 ປະເທດໃນທົ່ວໂລກ ທີ່ໄດ້ຮັບລາງວັນ ຂໍ້ລິເລີ່ມທາງດ້ານນະວັດຕະກຳໃຫມ່ຈາກ ອົງການ UNFPA. ໃນໂອກາດນີ້ ທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການ ສປຊ ໄດ້ຍົກໃຫ້ເຫັນ ແລະ ແລກປ່ຽນບາງບົດຮຽນ ຂອງ ສປປ ລາວ ໃນວຽກງານປົກປ້ອງ ແລະ ສົ່ງເສີມສິດທິຂອງແມ່ຍິງ, ເດັກຍິງ ແລະ ຊາວໜຸ່ມ ໂດຍສະເພາະໂດຍຜ່ານການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາໃຫມ່.

ສິ່ງທີ່ພົ້ນເດັ່ນແມ່ນ ການສ້າງຮູບພາບກາຕູນ ທີ່ມີຊື່ວ່າ “ນາງນ້ອຍ” ເພື່ອນໍາໃຊ້ເປັນສື່ໂຄສະນາ ວຽກງານບົດບາດຍິງຊາຍທີ່ ຫລື ເອີ້ນວ່າ “ລະບົບນິເວດ ນ້ອຍ” ເຊິ່ງເປັນຕົວແທນໃຫ້ແກ່ໄວຫນຸ່ມລາວ ເພື່ອສົ່ງເສີມວຽກງານປະຊາກອນໃນຂອບເຂດທົ່ວປະເທດ. ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ແລະ ຜູ້ຕາງຫນ້າຖາວອນ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ລຸກຊໍາບວກ ແລະ ອົງການ UNFPA ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໂດຍຜ່ານບັນດາໂຄງການຮ່ວມມືຕ່າງໆໃນວຽກງານປະຊາກອນ ແລະ ສາທາລະນະສຸກ.

ອົງການ UNFPA ໄດ້ເລີ່ມໃຫ້ການສະໜັບສະໜູນ ສປປ ລາວ ນັບຕັ້ງແຕ່ປີ 1976 ເປັນຕົ້ນມາ ແລະ ໃນປັດ ຈຸບັນ ແມ່ນພວມຈັດຕັ້ງປະຕິບັດ ແຜນງານລະດັບຊາດ ສະໄຫມທີ 7 ສໍາລັບສົກປີ 2022-2026.

ຂໍ້ມູນ: Permanent Mission of the Lao PDR to the United Nations is at United Nations Headquarters.

LEAVE A REPLY

Please enter your comment!
Please enter your name here