ກອງປະຊຸມຮ່ວມມືສອງຝ່າຍ ກ່ຽວກັບ ວຽກງານຕ້ານ ແລະ ສະກັດກັ້ນ ການລັກລອບ ຄ້າຂາຍສັດປ່າ ທີ່ຜິດກົດຫມາຍ

0
1986

ກອງປະຊຸມຮ່ວມມືສອງຝ່າຍ ກ່ຽວກັບ ວຽກງານຕ້ານ ແລະ ສະກັດກັ້ນການລັກລອບ ຄ້າຂາຍສັດປ່າ ທີ່ຜິດກົດຫມາຍ ລະຫວ່າງ ສປປ ລາວ ແລະ ຣາຊາອານາຈັກໄທ.

ໃນລະຫວ່າງວັນທີ 14-15 ກັນຍາ 2022 ຈັງຫວັດຊຽງລາຍ ຂອງຣາຊາອານາຈັກໄທ ແລະ ແຂວງບໍ່ແກ້ວ ຂອງ ສປປລາວ ໄດ້ຮ່ວມກັນຈັດກອງປະຊຸມ ປຶກສາຫາລື ແລກປ່ຽນບົດຮຽນ ກ່ຽວກັບ ວຽກງານຕ້ານ ແລະ ສະກັດກັ້ນ ການລັກລອບຄ້າຂາຍສັດປ່າ ລະຫວ່າງຊາດ ໂດຍສະເພາະ ຕາມແນວຊາຍແດນ ຂອງແຂວງ ບໍ່ແກ້ວ ແລະ ຈັງຫວັດຊຽງລາຍ ໂດຍການເປັນປະທານຮ່ວມ ຂອງທ່ານ ສຸນັນທາ ຈຸນລະມະນີ ຮອງຫົວຫນ້າກົມກວດກາປ່າໄມ້, ກະຊວງ ກະສິກຳ ແລະ ປ່າໄມ້, ສປປລາວ ແລະ ທ່ານ ວາຣະດິສອນ ອ່ອນນຸດ ຮອງຜູ້ວ່າລາດຊະການ ຈັງຫວັດຊຽງລາຍ, ຣາຊາອານາຈັກໄທ, ຊຶ່ງກອງປະຊຸມ ໄດ້ຈັດຂື້ນທີ່ ໂຮງແຮມ ຊຽງຂອງ ທີກກາເດັນ ລິເວີຟອນ, ເມືອງຊຽງຂອງ, ຈັງຫວັດຊຽງລາຍ, ໂດຍການສະຫນັບສະຫນູນ ຂອງອົງການ WWF, ຊຶ່ງມີຄະນະຜູ້ແທນຝ່າຍລາວ ຈາກກົມກວດກາປ່າໄມ້, ກົມປ່າໄມ້, ກົມແຜນການ ແລະ ການເງີນ, ອົງການອະນຸລັກທຳມະຊາດ, ພະແນກ ກະສິກຳ ແລະ ໄມ້, ພາສີ, ຕຳຫລວດ, ທະຫານ, ສານ, ໄອຍະການ, ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ, ຄະນະ P-WEN ຂອງ ແຂວງ ບໍ່ແກ້ວ, ຫລວງນ້ຳທາ ແລະ ແຂວງ ອຸດົມໄຊ ລວມທັງບັນດາເຈົ້າທີ່ ແລະ ພາກສ່ວນກ່ຽວຂ້ອງ ຝ່າຍໄທ ເຂົ້າຮ່ວມ ທັງຫມົດ 100 ທ່ານ.

ຈຸດປະສົງ ຂອງກອງປະຊຸມ ແມ່ນເພື່ອຄົ້ນຄວ້າ ປຶກສາຫາລື, ລະດົມແນວຄວາມຄິດ, ແລກປ່ຽນບົດຮຽນ, ແລກປ່ຽນຂໍ້ມູນຂ່າວສານ ແລະ ສ້າງກົນໄກ ການຮ່ວມມື, ການປະສານກັນ ກ່ຽວກັບ ວຽກງານ ຕ້ານ ແລະ ສະກັດກັ້ນ ການລັກລອບຄ້າຂາຍສັດປ່າ ລະຫວ່າງຊາດ ໂດຍສະເພາະ ຕາມຊາຍແດນເມືອງຕໍ່ເມືອງ ແຂວງຕໍ່ແຂວງ ຄື: ເມືອງ ຕົ້ນເຜິ້ງ, ຫ້ວຍຊາຍ ແລະ ເມືອງ ປາກທາ ຂອງແຂວງ ບໍ່ແກ້ວ, ສປປ ລາວ ແລະ ເມືອງ ຊຽງແສນ, ຊຽງຂອງ ແລະ ເມືອງ ວຽງແກ່ນ ຂອງ ຈັງຫວັດ ຊຽງລາຍ, ຣາຊາອານາຈັກໄທ.

ແຫຼ່ງຂ່າວ: ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ

LEAVE A REPLY

Please enter your comment!
Please enter your name here