Home Blog Page 108

ການກໍ່ສ້າງດອນຊາຍມຸງຄຸນ ເມືອງຈອມເພັດ ຄືບໜ້າຫລາຍກວ່າ 90%

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມາ ນີ້, ທ່ານ ສຸກັນ ບຸນຍົງ ປະທານແນວລາວສ້າງຊາດແຂວງ, ຫົວໜ້າຄະນະຮັບຜິດຊອບໂຄງການກໍ່ ສ້າງຟື້ນຟູດອນຊາຍມຸງຄຸນ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ, ນະຄອນ-ຫລວງພະບາງ ແລະ ເມືອງຈອມເພັດ ລົງກວດກາຄວາມໜ້າ ການກໍ່ສ້າງດອນຊາຍມຸງຄຸນ.

ພາຍ ຫລັງ ໄດ້ລົງມືກໍ່ສ້າງມາແຕ່ຕົ້ນເດືອນທັນວາ 2021 ໂດຍແມ່ນ ບໍລິສັດ ຊໍການຊ່າງ (ປະ ເທດໄທ) ເປັນຜູ້ຮັບຜິດຊອບກໍ່ສ້າງ ໃນເນື້ອທີ່ 1 ເຮັກຕາເຄິ່ງ, ມາຮອດປັດຈຸບັດ ການກໍ່ສ້າງສໍາເລັດແລ້ວຫລາຍກວ່າ 90%.

ທ່ານ ບຸນຄົງ ສຸກສະຫວັດ ຮອງຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫລວງພະບາງ, ຄະນະຮັບຜິດຊອບໂຄງການກໍ່ສ້າງຟື້ນຟູດອນຊາຍມຸງຄຸງ ນະຄອນ ຫລວງພະບາງ ໄດ້ໃຫ້ສຳພາດວ່າ: ໂຄງການກໍ່ສ້າງຟື້ນຟູດອນຊາຍມຸງຄຸນ ໄດ້ຜ່ານການຄົ້ນຄວ້າຈາກອົງການປົກຄອງແຂວງ ພາຍຫລັງທີ່ຖືກຜົນກະທົບຈາກການສ້າງເຂື່ອນໄຟຟ້ານໍ້າຂອງ ແຂວງໄຊຍະບູລີ.

ດອນຊາຍມຸງຄຸນ ທີ່ໄດ້ຮັບການກໍ່ສ້າງຄືນໃໝ່ ມີຄວາມຍາວກວ່າ 330 ແມັດ, ກວ້າງເກືອບ 50 ແມັດ, ມີຂັ້ນໄດຂຶ້ນ 6 ຈຸດ, ໃນນັ້ນ ເບື້ອງນະຄອນ ຫລວງພະບາງ 3 ຈຸດ, ແຕ່ລະຈຸດກວ້າງ 8 ແມັດ ແລະ ເບື້ອງເມືອງຈອມເພັດ 3 ຈຸດ ແຕ່ລະຈຸດກວ້າງ 5 ແມັດ, ກ່ອນການກໍ່ສ້າງ ໄດ້ມີການອອກແບບໃຫ້ມີຄວາມເນີນ, ຄວາມສູງ ເພື່ອບໍ່ໃຫ້ນໍ້າຖ້ວມ ແລະ ທົນທານຕໍ່ແຮງກະທົບຂອງນໍ້າ.

ສຳລັບໜ້າວຽກປັດຈຸບັນ, ກຳລັງປັບຄວາມລະອຽດຂອງດອນ ແລະ ຄາດວ່າຈະມີການມອບ-ຮັບໃນກາງເດືອນມີນານີ້ ໂດຍລວມແມ່ນສຳເລັດກ່ອນແຜນການທີ່ຕັ້ງໄວ້ຄື ວັນທີ 7 ເມສາ 2022.

ພ້ອມນີ້, ທ່ານໄດ້ເນັ້ນໃຫ້ສື່ມວນຊົນ ແລະ ຫ້ອງການມໍລະດົກ ພ້ອມກັນຄົ້ນຄວ້າຂໍ້ມູນ ເພື່ອນຳສະເໜີໃຫ້ປະຊາຊົນເຂົ້າໃຈເຖິງຄວາມສຳຄັນຂອງດອນຊາຍມຸງຄຸນ ແລະ ຜົນກະທົບໃນໄລຍະຜ່ານມາ ເພື່ອໃຫ້ທຸກຄົນໃນສັງຄົມ ມີຄວາມເຂົ້າໃຈແຈ້ງ ຕໍ່ການສ້າງ ດອນຊາຍມຸງຄຸນ ຄືນໃໝ່.

ແຫຼ່ງຂ່າວ: ຂປລ

ຂໍ້ຕົກລົງ ວ່າດ້ວຍການຮອງຮັບເອົາ ໃບອະນຸຍາດນຳໃຊ້ ເຄື່ອງບັນທຶກ ການຂາຍສິນຄ້າ ແລະ ການບໍລິການ

ຂໍ້ຕົກລົງ ວ່າດ້ວຍການຮອງຮັບເອົາ ໃບອະນຸຍາດນຳໃຊ້ ເຄື່ອງບັນທຶກ ການຂາຍສິນຄ້າ ແລະ ການບໍລິການ

ສາມາດສະເກນ QR ດ້ານລຸ່ມໄດ້

ເປີດໂຄງການສ້າງສວນສາທາລະນະເພື່ອການຮຽນຮູ້ ໃນຂົງເຂດ ມຊ

ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເປີດໂຄງການກໍ່ສ້າງສວນສາທາລະນະເພື່ອການຮຽນຮູ້ຂຶ້ນຫວ່າງບໍ່ດົນມານີ້ ເພື່ອສ້າງສວນແຫ່ງນີ້ໃຫ້ກາຍເປັນສວນສັນຍາລັກຂອງການພັດທະນາດ້ານວິຊາການ ແລະ ເປັນສັນຍາລັກຂອງຄວາມສາມັກຄີ ຊຶ່ງເປັນຄວາມໝາຍໝັ້ນຕັ້ງໃຈຂອງທຸກຫົວໃຈພະນັກງານຄູ-ອາຈານທັງໝົດ ຊຶ່ງເປັນໜຶ່ງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດແຕ່ປີ 2020 ເຖິງ 2030 ແລະ ແຜນຈຸດສຸມປະຈຳປີ 2022 ຂອງ ມຊ.

ທ່ານ ສິນທະວອນ ດາລາວົງ ຄະນະບໍດີ ຄສປ ກ່າວໃຫ້ຮູ້ວ່າ: ການສ້າງສວນສາທາລະນະເພື່ອການຮຽນຮູ້ ມີແຜນສ້າງຂຶ້ນຢູ່ສວນປ່າສັກໃນປັດຈຸບັນ ເປັນພື້ນທີ່ບໍລິເວນ ຄສປ ມີເນື້ອທີ່ທັງໝົດ 4 ເຮັກຕາກວ່າ ເພື່ອເປັນການສ້າງໃຫ້ມີສິ່ງອຳນວຍຄວາມສະດວກ ໂດຍນຳໃຊ້ທ່າແຮງຂອງພື້ນທີ່ດັ່ງກ່າວໃຫ້ສາມາດຕອບສະ ໜອງຕໍ່ກິດຈະກຳການສຶກສາໃຫ້ຄົບຖ້ວນຕາມ 5 ຫຼັກມູນ ທີ່ກະ ຊວງສຶກສາທິການ ແລະ ກິລາວາງອອກ ທັງເປັນການຕອບສະໜອງຕາມວິໄສທັດການພັດທະນາຮອດປີ 2030 ແລະ ແຜນຍຸດ ທະສາດການພັດທະນາປີ 2016-2025 ຂອງ ມຊ ເພື່ອສ້າງເງື່ອນໄຂໃຫ້ແກ່ການຫັນການຮຽນ-ການສອນລົງສູ່ພາກປະຕິ ບັດຕົວຈິງ, ໃຫ້ນັກສຶກສາໄດ້ມີໂອກາດຮຽນຮູ້ຕົວຈິງຈາກພາກສະໜາມຫຼາຍຂຶ້ນ ແລະ ເພື່ອປະຕິບັດຕາມຄໍາຂວັນ 6 ສ ໂດຍສະເພາະແມ່ນ ສ ສີຂຽວໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. ການສ້າງໃຫ້ເປັນສວນສາທາລະນະເພື່ອການຮຽນຮູ້ດັ່ງກ່າວນີ້ຂຶ້ນເພື່ອຈຸດປະສົງຄື:

  • ສ້າງເປັນສວນສາທາລະນະເພື່ອການຮຽນຮູ້ວິຊາການດ້ານຕ່າງໆໂດຍຕິດພັນກັບວິຊາການຮຽນ-ການສອນ ແລະ ການຝຶກຫັດຂອງຄູ-ອາຈານ ແລະ ນັກສຶກສາບໍ່ສະເພາະແຕ່ຄະນະ ຄສປ ຍັງລວມເຖິງຄະນະອື່ນໆ
  • ສ້າງເປັນພິພິທະພັນວັດທະນະທໍາບັນດາຊົນເຜົ່າ ໂດຍການເຕົ້າໂຮມເອົາບັນດາເຮືອນ ພ້ອມດ້ວຍອຸປະກອນເຄື່ອງໃຊ້ ທີ່ຕິດພັນກັບວິຖີການດຳລົງຊີວິດຂອງຊົນເຜົ່າຕ່າງໆ ມາທ້ອນໂຮມໄວ້ໃນສະຖານທີ່ດັ່ງກ່າວ ເພື່ອໃຫ້ນັກສຶກສາໄດ້ຮຽນຮູ້ກ່ຽວກັບສະຖາປັດຕະຍະກຳທ້ອງຖິ່ນຊົນເຜົ່າຕ່າງໆ, ພູມປັນຍາໃນການອອກແບບ, ການກໍ່ສ້າງ, ການນໍາໃຊ້ວັດສະດຸ ແລະ ວິຖີການດຳລົງຊີວິດທີ່ຕິດພັນກັບທີ່ຢູ່ອາໄສ
  • ສ້າງເປັນສວນຕົ້ນໄມ້ ແລະ ດອກໄມ້ສາຍພັນຕ່າງໆ ເພື່ອເຮັດໃຫ້ນັກສຶກສາໄດ້ຮຽນຮູ້ການອອກແບບຈັດສວນຕົ້ນໄມ້, ສວນດອກໄມ້ຊະນິດຕ່າງໆ ລົງໃສ່ພື້ນທີ່ຢ່າງເໝາະສົມ ແລະ ສວຍງາມ, ລວມທັງໄດ້ຮຽນຮູ້ວິທີການປູກ, ການບົວລະບັດຮັກສາຢ່າງຖືກຕ້ອງ
  • ສ້າງເປັນສະຖານທີ່ເຕົ້າໂຮມຂອງຄູ-ອາຈານ ແລະ ນັກສຶກສາ ເພື່ອຈັດກິດຈະກຳອະເນກປະສົງຕ່າງໆເຊັ່ນ: ເປັນສະຖານທີ່ພັກຜ່ອນຢ່ອນໃຈ, ເປັນສະຖານທີ່ອອກກໍາລັງກາຍ, ຈັດງານຕະຫຼາດນັດຜະລິດຕະພັນນັກສຶກສາ, ພື້ນທີ່ຈັດວາງສະແດງຜົນງານທາງວິຊາການຕ່າງໆຂອງຄູ-ອາຈານ ແລະ ຜົນງານຂອງນັກສຶກສາ ແລະ ຈັດງານເທດສະການຕ່າງໆຂອງ ມຊ
  • ສ້າງຫໍມູນເຊື້ອ ມຊ ເປັນບ່ອນວາງສະແດງການກຳເນີດ ແລະ ການຂະຫຍາຍຕົວຂອງ ມຊ ຕັ້ງແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນ
  • ສ້າງເປັນສະຖານທີ່ເອື້ອອໍານວຍຄວາມສະດວກໃຫ້ແກ່ຄູ-ອາຈານ ແລະ ນັກສຶກສາເຊັ່ນ: ຮ້ານອາຫານ, ຮ້ານເຄື່ອງດື່ມ, ຮ້ານຂາຍອຸປະກອນຮັບໃຊ້ການຮຽນ-ການສອນເຫຼົ່ານີ້
  • ກາຍເປັນພື້ນທີ່ສວນສາທາລະນະທີ່ມີຄວາມໂດດເດັ່ນສວຍງາມປະດັບເອ້ໃຫ້ ມຊ ທີ່ມີທັງຄູ-ອາຈານ ແລະ ນັກສຶກສາທົ່ວ ມຊ ສາມາດເຂົ້າມານໍາໃຊ້ຢ່າງກວ້າງຂວາງ ຊຶ່ງນໍາໃຊ້ງົບປະມານການກໍ່ສ້າງໃນເບື້ອງຕົ້ນ 6 ຕື້ກີບ, ໄລຍະເວລາກໍ່ສ້າງ 4 ປີ, ພື້ນທີ່ຕັ້ງສວນສາທາລະນະແຫ່ງນີ້ຕັ້ງຢູ່ຈຸດຍຸດທະສາດທີ່ສໍາຄັນຂອງ ມຊ, ຕັ້ງຢູ່ຈຸດໃຈກາງວິທະຍາເຂດດົງໂດກ, ຕິດກັບເສັ້ນທາງເຊື່ອມຕໍ່ທີ່ສໍາຄັນ ເປັນພື້ນທີ່ໆມີນັກລົງທຶນໃນການພັດທະນາດ້ານຕ່າງໆໃຫ້ຄວາມສົນໃຈ ແລະ ຕ້ອງການ, ການທີ່ ມຊ ໄດ້ມອບພື້ນທີ່ດັ່ງກ່າວໃຫ້ແກ່ ຄສປ ຄຸ້ມຄອງພັດທະນາແມ່ນຍ້ອນຄວາມໝາຍໝັ້ນຕັ້ງໃຈຂອງທຸກຫົວໃຈຂອງພະນັກງານຄູ-ອາຈານທັງໝົດໃນຄະນະເພື່ອສ້າງສວນແຫ່ງນີ້ໃຫ້ກາຍເປັນສວນສັນຍາລັກຂອງການພັດທະນາດ້ານວິຊາການ ແລະ ເປັນສັນຍາລັກຂອງຄວາມສາມັກຄີ.
  • ແຫຼ່ງຂ່າວ: Lao National Radio

ລາຍງານມື້ນີ້! ຕິດເຊື້ອນຳເຂົ້າ 35 ຄົນ

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ

ປກສ ເມືອງໜອງບົກ ຕັ້ງໜ້າເສີມຂະຫຍາຍວາລະແຫ່ງຊາດ ມ້າງຄະດີໄດ້ 195 ເລື່ອງ

ຕາມການລາຍງານຂອງຄວາມສະຫງົບ ໃຫ້ຮູ້ວ່າ: ພັທ ບົວພາ ອຸລະມະນີ ຫົວໜ້າກອງບັນຊາການ ປກສ ເມືອງໜອງບົກ ແຂວງຄໍາມ່ວນ ໃຫ້ສໍາພາດໃນວັນທີ 22 ກຸມພາ 2022 ວ່າ: ເພື່ອສະກັດກັ້ນທຸກບັນຫາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນພາຍໃນເມືອງໜອງບົກ ແຂວງຄໍາມ່ວນ ທັງເປັນການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ກອງບັນຊາການ ປກສ ເມືອງ ໄດ້ນໍາພາກໍາລັງວິຊາສະເພາະສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ຮອບດ້ານ ເພື່ອເກັບກໍາຂໍ້ມູນ ແລະ ເປົ້າໝາຍທີ່ເຄື່ອນໄຫວພົວພັນຄ້າຂາຍ ແລະ ມົ້ວສຸມຢາເສບຕິດ ສາມາດມ້າງຄະດີໄດ້ 195 ເລື່ອງ, ຢຶດຂອງກາງຢາບ້າ, ຢາໄອສ໌ ແລະ ພາຫະ ນະທີ່ ກ່ຽວຂ້ອງໄດ້ຈໍານວນໜຶ່ງ.

ທ່ານຫົວໜ້າກອງບັນຊາການ ປກສ ເມືອງໜອງບົກ ໃຫ້ຮູ້ວ່າ: ພາຍຫຼັງທີ່ ແຂວງຄຳມ່ວນ ໄດ້ເປີດກອງປະຊຸມຈັດຕັ້ງປະຕິບັດເຊື່ອມຊຶມກ່ຽວກັບວາ ລະແຫ່ງຊາດ ຈຶ່ງໄດ້ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມມາຈັດຕັ້ງເຜີຍ ແຜ່ເຊື່ອມຊຶມຢູ່ຂັ້ນເມືອງ ໂດຍສະເພາະໃນການຈັດຕັ້ງໂຄສະນາເຜີຍແຜ່ ໃຫ້ບັນດາພະນັກງານການນຳຂັ້ນເມືອງ, ພະນັກງານ-ນັກຮົບ ພາຍໃນກອງບັນຊາການ ປກສ ເມືອງໜອງບົກ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດນີ້; ສິ່ງສຳຄັນພວກເຮົາໄດ້ເພີ່ມທະວີໃນການໂຄສະນາປຸກລະດົມໃຫ້ການຈັດ ຕັ້ງບ້ານ, ເຈົ້າໜ້າທີ່ພະນັກງານ, ທະຫານ-ຕຳຫຼວດ, ຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບການປະຕິບັດວາລະແຫ່ງຊາດໃນການປະຕິບັດຕົວຈິງຂອງ ເຈົ້າໜ້າທີ່ພວກເຮົາ ໂດຍສະເພາະແມ່ນຂອດການປະສານສົມທົບ ລະ ຫວ່າງເຈົ້າໜ້າທີ່ຂັ້ນເມືອງສົມທົບກັບເຈົ້າໜ້າທີ່ຂັ້ນແຂວງ ແລະ ອົງການປົກຄອງບ້ານພ້ອມກັນແກ້ໄຂບັນຫາຢາເສບຕິດ, ພາຍຫຼັງທີ່ສະພາແຫ່ງ ຊາດໄດ້ຮອງຮັບເອົາວາລະແຫ່ງຊາດກອງບັນຊາການ ປກສ ເມືອງໜອງບົກ ແມ່ໄດ້ເລີ່ມຈັດຕັ້ງປະຕິບັດແກ້ໄຂບັນຫາຢາເສບຕິດຕະຫຼອດໄລຍະ ຜ່ານມາ ໄດ້ຫຼາຍພໍສົມຄວນເຮັດ ໃຫ້ສາມາດມ້າງລາຍຄະດີການຄ້າ ຂາຍ-ຂົນສົ່ງຄັນຊາອັດແທ່ງຢູ່ຈຸດແຄມແມ່ນໍ້າຂອງ. ໃນນີ້, ຢຶດຂອງກາງຄັນຊາໄດ້ ຈຳນວນ 380 ກິໂລກຼາມ.

ຕໍ່ກັບບັນຫາການຄ້າຂາຍ-ຂົນສົ່ງຢາເສບຕິດປະເພດຢາບ້າ ສາມາດມ້າງໄດ້ 195 ເລື່ອງ, ກັກຜູ້ຖືກຫາໄດ້ຈຳນວນໜຶ່ງ ພ້ອມຂອງກາງຢາບ້າ 9.280 ເມັດ, ຢາໄອສ໌ ຈຳນວນ 4 ຖົງ, ລົດໃຫຍ່ 3 ຄັນ ແລະ ຫຼ້າສຸດໃນວັນທີ 12 ມັງ ກອນ 2022, ເຈົ້ົ້າໜ້າທີ່ວິຊາສະເພາະ ປກສ ເມືອງໜອງບົກ ໄດ້ສາມາດມ້າງຄະດີຢາເສບຕິດໄດ້ 1 ເລື່ອງຢຶດຂອງກາງຢາບ້າໄດ້ 2.000 ເມັດ.

ທ່ານຫົວໜ້າກອງບັນຊາກາໃຫ້ຮູ້ຕື່ມວ່າ: ຈາກຜົນງານທີ່ກ່າວມານັ້ນ, ໄດ້ ສະແດງເຖິງຜົນງານທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນ ຫາຢາເສບຕິດ. ສະນັ້ນ, ເພື່ອເຮັດ ໃຫ້ວຽກງານດັ່ງກ່າວນີ້ ກາຍເປັນພາລະໜ້າທີ່ຂອງປວງຊົນຮອບດ້ານ ຈຶ່ງຮຽກຮ້ອງມາຍັງທຸກພາກ ສ່ວນຈົ່ງໄດ້ມີສ່ວນຮ່ວມກັບເຈົ້າໜ້າທີ່່ພວກເຮົາ ເພື່ອພ້ອມ ກັນແກ້ໄຂບັນຫາຢາເສບຕິດໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປຈາກ ສັງຄົມ ໂດຍສະເພາະພາຍໃນ ເມືອງໜອງບົກ ເພື່ອໃຫ້ຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ອອກຄຸກມາບໍ່ທັນຮອດປີ ຖືກຈັບໃນຂໍ້ຫາຂາຍຢາເສບຕິດອີກ

ອອກຄຸກມາບໍ່ທັນຮອດປີ ຖືກຈັບໃນຂໍ້ຫາຂາຍຢາເສບຕິດອີກ

ຕາມການລາຍງານ ຂອງຄວາມສະຫງົບໃຫ້ຮູ້ວ່າ: ເພື່ອປະຕິບັດຕາມວາລະແຫ່ງຊາດແກ້ໄຂຢາເສບຕິດ, ປກສ ເມືອງຫາດ ຊາຍຟອງ ນະຄອນຫຼວງວຽງຈັນ ເຄື່ອນໄຫວກວາດລ້າງບຸກຄົນ, ກຸ່ມແກ້ງ ພົວພັນຢາເສບຕິດ ຢ່າງຕໍ່ເນື່ອງ, ໂດຍຄັ້ງວັນທີ 25 ກຸມພາ ຜ່ານມານີ້, ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ຈັບເປົ້າໝາຍຄ້າຂາຍຢາເສບຕິດໄດ້ 1 ຄົນ ພ້ອມຂອງກາງຢາບ້າ 500 ກວ່າເມັດ.

ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ເວລາ 14:00 ຂອງວັນທີ 25 ກຸມພາ 2022, ເຈົ້າໜ້າທີ່ວິຊາສະເພາະ ພະແນກຕຳຫຼວດ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າຈັບຕົວເປົ້າໝາຍທີ່ມີການເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ບ້ານ ຖິ່ນເພຍ ເມືອງ ຫາດຊາຍຟອງ ຊື່ ທ້າວ ກິດຕະກອນ ອາຍຸ 30 ປີ ອາຊີບກຳມະກອນ ຢູ່ບ້ານຖິ່ນເພຍ ພ້ອມຂອງກາງຢາບ້າ ຈຳນວນ 516 ເມັດ.

ທ້າວ ກິດຕະກອນ ສາລະພາບກັບເຈົ້າໜ້າທີ່ວ່າ: ເຄີຍຖືກດຳເນີນຄະດີມາແລ້ວ 1 ຄັ້ງ ໃນປີ 2016 ໃນຂໍ້ຫາຄ້າຂາຍຢາເສບຕິດ ຖືກສານຕັດສິນຈຳຄຸກ 5 ປີ ແລະ ຖືກປ່ອຍຕົວ ອອກຈາກຄຸກໃນວັນທີ 2 ມິຖຸນາ 2021, ຫຼັງຈາກນັ້ນ ກໍກັບມາພົວພັນກັບຢາເສບຕິດອີກ ໂດຍໄດ້ມີການຊື້-ຂາຍນຳຊາຍຄົນໜຶ່ງບໍ່ຮູ້ຊື້ຢູ່ໃນຮ້ານເກມເຂດບ້ານຖິ່ນເພຍ ຫຼັງຈາກໄດ້ຢາ ບ້າມາກໍນຳໄປຂາຍໃຫ້ຜູ້ມົ້ວສຸມຢູ່ແຖວບ້ານ ແລະ ກໍຖືກເຈົ້າໜ້າທີ່ຈັບຕົວໄດ້.

ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ກຳລັງສືບສວນ-ສອບສວນຂະຫຍາຍ ຜົນຫາກຸ່ມແກ້ງຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ.

ແຂວງບໍ່ແກ້ວ ທໍາລາຍຕູ້ເກມ ທີ່ນຳເຂົ້າ ແລະ ເຄື່ອນໄຫວບໍ່ຖືກຕ້ອງ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 25 ກຸມພາ 2022 ນີ້, ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ແຂວງບໍ່ແກ້ວ ຈັດພິທີທຳ ລາຍຕຸ້ເກມທີ່ນຳເຂົ້າ ແລະ ເຄື່ອນໄຫວບໍ່ຖືກຕ້ອງ ໂດຍມີ ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ, ທ່ານ ສົມຄິດ ວົງປັນຍາ ຫົວໜ້າພະແນກ ຖວທ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້ ເພື່ອປະຕິບັດຕາມແຜນການສະກັດກັ້ນ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຂອງແຂວງ ກໍ່ຄືທິດທາງແຜນ ການລວມຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງວາງອອກ ໂດຍແນໃສ່ເຮັດໃຫ້ປະກົດການຫຍໍ້ທໍ້ດ້ານຕ່າງໆຫຼຸດໜ້ອຍຖອຍລົງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ.

ທ່ານ ສົມສັກ ມະຫາພົນ ຮອງຫົວໜ້າພະແນກ ຖວທ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຕູ້ເກມດັ່ງກ່າວ ເປັນຂອງບໍລິສັດຈີນ ຊີວຊຽງເຊິງ ພະລັງງານໄຟຟ້ານໍ້າຕົກ ແລະ ຊົນລະປະ ທານ ຮ່ວມກັບສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເຊິ່ງໄດ້ນໍາເຂົ້າມາບໍລິການຢູ່ທີ່ເຮືອນຫ້ອງແຖວສຸພັດຕາ ໃນໄລຍະປີ 2018 ຜ່ານມາ ແລະ ຖືກພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ສົມທົບກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ, ເຈົ້າໜ້າຕໍາຫລວດ ລົງກວດກາ ແລະ ຢືດຕູ້ເກມໄວ້ໃນວັນທີ 18 ມັງກອນ 2018 ຜ່ານມາ ໂດຍອອກຊື່ ທ້າວ ສົມບັດ ນາວັນຮັກ ອາຊີບ ນັກທຸລະກິດ ຢູ່ບ້ານ ຕານມີໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນ ຫຸ້ນສ່ວນກັບນັກຮົມເກົ່າ ມີຕູ້ເກມໄຟຟ້າ ຈໍານວນ 8 ເຄື່ອງ, ປະກອບມີ: ຕູ້ຍິງປາ 4 ໜ່ວຍ, ຕູ້ໂລເລັກ 1 ເຄື່ອງ, ຕູ້ສັດ 1 ໜ່ວຍ, ຕູ້ລົງຄະແນນ 1 ໜ່ວຍ, ຕູ້ມັງກອນ 1 ໜ່ວຍ, ເຊິ່ງຕູ້ເກມດັ່ງກ່າວ ມີຜົນກະທົບຕໍ່ສັງຄົມ, ຕໍ່ເດັກ, ເຍົາວະຊົນ, ຊາວໝຸ່ມ-ໄວໝຸ່ມ ໂດຍສົ່ງຜົນກະທົບຕໍ່ປະສາດ, ແນວຄິດ, ເສຍເງິນຄໍາ, ຮ້າຍແຮງກວ່ານັ້ນ ເຮັດໃຫ້ເດັກນັກຮຽນບໍ່ໄປໂຮງຮຽນ, ບໍ່ຮຽນໜັງສື, ເຮັດໃຫ້ສັງຄົມມີຄວາມສັບສົນວຸ້ນວາຍ, ເກີດມີການຂີ້ລັກງັດແງະ, ລັກເອົາຊັບສິນຕ່າງໆ.

ຂໍ້ມູນຈາກ: ປະເທດລາວ

ເພື່ອເປັນການຊຸກຍູ້ໃຫ້ທຸກຄອບຄົວຫັນມາເອົາໃຈໃສ່ເກັບມ້ຽນຂີ້ເຫຍື້ອ

ທ່ານ ບຸນຈັນ ແກ້ວສີທໍາມະ ຫົວຫນ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ໃຫ້ສໍາພາດໃນໂອກາດທີ່ໄດ້ຮັບລົດ ແລະ ອຸປະກອນເກັບມ້ຽນຂີ້ເຫຍື້ອທີ່ສັ່ງຊື້ຈາກ ສປ ຈີນ ວ່າ: ໃນວັນທີ 24 ກຸມພາ 2022 ເປັນມື້ທີ່ ຄບຕ ພວກເຮົາໄດ້ຮັບເຄື່ອງທີ່ສັ່ງຊື້ຈາກ ສປ ຈີນ ປະກອບມີ ລົດເກັບມ້ຽນຂີ້ເຫຍື້ອທັນສະໄຫມຂະຫນາດນ້ອຍ ຈໍານວນ 4 ຄັນ ແລະ ຖັງເກັບມ້ຽນຂີ້ເຫຍື້ອຈໍານວນ 1.535 ຄັ້ງ ເຊີ່ງເຄື່ອງດັ່ງ ກ່າວ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກອົງການຮ່ວມມືສາກົນ ສ.ເກົາຫຼີ ປະຈໍາລາວ (KOICA) ຊ່ວຍເຫຼືອຜ່ານໂຄງການຂອງສະຖາບັນເຕີບໂຕ ສີຂຽວສາກົນ(GGGI) ເພື່ອນໍາໃຊ້ເຂົ້າໃນໂຄງການລະບົບຈັດການສິ່ງເສດເຫຼືອແບບບໍ່ລວມສູນ ເຊິ່ງໂຄງການດັ່ງກ່າວ ຈະເລີ່ມທົດລອງຈັດຕັ້ງ ປະຕິບັດໃນໃນໄວໆນີ້ ໃນ 3 ບ້ານ ຄື:

ບ້ານຫນອງບົວທອງເຫນືອ ບ້ານດົງນາໂຊກໃຕ້ ແລະ ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ສໍາລັບເກັບມ້ຽນຂີ້ເຫຍື້ອທັງ 4 ຄັນນີ້ ເປັນລົດໄຟຟ້າຂະຫນາດ 3 ແມັດກ້ອນ ມີລະບົບເກັບມ້ຽນຂີ້ເຫຍື້ອທັນສະໄຫມ ສາມາດອັດ ແຫນ້ນຂີ້ເຫຍື້ອຮັບປະກັນການເກັບມ້ຽນຂີ້ເຫຍື້ອທີ່ສະອາດ ແລະ ສະດວກສະບາຍໃນການເຂົ້າໄປເກັບມ້ຽນຂີ້ເຫຍື້ອຕາມທາງຮ່ອມຕ່າງໆ ເຊີ່ງໃນປີ 2022 ທາງໂຄງການດັ່ງກ່າວແມ່ນມີແຜນຈະສືບຕໍ່ຊ່ວຍເຫຼືອຕື່ມອີກຈໍານວນ 20 ຄັນ ເພື່ອນໍາໃຊ້ເຂົ້າໃນການເກັບມ້ຽນຂີ້ເຫຍື້ອທົ່ວ ນວ ສ່ວນຖັງຂຽວໃນຈໍານວນພັນກວ່າຫນ່ວຍທີ່ໄດ້ຮັບນີ້ ມີຂະຫນາດ 120 ລິດ ແມ່ນຈະນໍາໄປມອບໃຫ້ຄອບຄົວທີ່ນອນໃນ 3 ບ້ານເປົ້າຫມາຍ ຄອບຄົວລະ 2 ຫນ່ວຍ ເພື່ອຄັດແຍກຂີ້ເຫຍື້ອ ແລະ ຂີ້ເຫຍື້ອປະເພດຍ່ອຍສະຫຼາຍໄດ້ ຈະຖືກນໍາໄປຈັດການທີ່ໂຮງງານເຮັດຝຸ່ນບົ່ມ ເຊີ່ງພາຍຫຼັງເຮັດທົດລອງໃນ 3 ບ້ານເປົ້າຫມາຍສໍາເລັດແລ້ວ ກໍມີແຜນຈະຂະຫຍາຍການຈັດຕັ້ງປະຕິບັດການເກັບມ້ຽນຂີ້ເຫຍື້ອດັ່ງກ່າວໄປຍັງທຸກ ບ້ານ ແລະ ໂຮງຮຽນຈໍານວນ 100 ກວ່າແຫ່ງໃນ ນວ ທັງຫມົດນີ້ ກໍເພື່ອແນໃສ່ໃຫ້ປະຊາຊົນຫັນມາເອົາໃຈໃສ່ເກັບມ້ຽນຂີ້ເຫຍື້ອເພື່ອຮັກສາ ຄວາມສະອາດ ກໍຄືຮັກສາສິ່ງແວດລ້ອມ ສ້າງໃຫ້ ນວ ເປັນນະຄອນທີ່ສະອາດ ສີຂຽວ ຫນ້າຢູ່ ສໍາລັບພິທີມອບ-ຮັບ ອຸປະກອນເກັບມ້ຽນ ຂີ້ເຫຍື້ອດັ່ງກ່າວ ຈະຈັດຂຶ້ນຢ່າງເປັນທາງການໃນໄວໆນີ້.

ທ່ານ ນາງ ໂຊມິ ຄິມ ຊ່ຽວຊານໂຄງການການຈັດການຂີ້ເຫຍື້ອ ອົງການ GGGI ປະຈໍາ ສປປ ລາວ ໄດ້ໃຫ້ສໍາພາດວ່າ:ໂຄງການກໍ່ສ້າງລະບົບ ຈັດການສິ່ງເສດເຫຼືອແບບບໍ່ລວມສູນ ໄດ້ຮັບທຶນຊ່ວຍເຫຼືອຈາກອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ເພື່ອຊ່ວຍເຫຼືອລັດຖະບານລາວ ໃນການປັບປຸງການຄຸ້ມຄອງສິ່ງເສດເຫຼືອໃນນະຄອນຫຼວງວຽງຈັນ ເຊິ່ງຈຸດປະສົງຂອງໂຄງການ ແມ່ນເພື່ອປັບປຸງ ແລະ ເພີ່ມການບໍລິການເກັບ ມ້ຽນຂີ້ເຫຍື້ອໃນເຂດທີ່ລົດເກັບຂີ້ເຫຍື້ອຂະຫນາດໃຫຍ່ ເຂົ້າບໍ່ເຖິງ ເພື່ອເພີ່ມການຄັດແຍກຂີ້ເຫຍື້ອຢູ່ແຫຼ່ງກໍາເນີດ ຫຼື ຄົວເຮືອນ ເຊິ່ງໂຄງການ ນີ້ແມ່ນຈະນໍາໃຊ້ລົດໄຟຟ້າຂະຫນາດນ້ອຍຄັ້ງທໍາອິດໃນ ສປປ ລາວ ພ້ອມທັງເປັນການສະຫນັບສະຫນູນທາງລັດຖະບານລາວໃນການຄຸ້ມຄອງ ຂີ້ເຫຍື້ອ ເຊິ່ງພວກເຮົາເຊື່ອຫມັ້ນວ່າ ໂຄງການນີ້ຈະເປັນຫນຶ່ງໂຄງການທີ່ຈະກ້າວໄປສູ່ການເຕີບໂຕສີຂຽວ.

ຂໍ້ມູນ: ໜັງສືພິມວຽງຈັນໃໝ່

ເປີດຈຸດຂາຍປີ້ລົດໄຟລາວ-ຈີນ

25 ກຸມພາ 2022, ບໍລິສັດທາງລົດໄຟລາວ-ຈີນ ໄດ້ເລີ່ມເປີດປ່ອງບໍລິການຂາຍປີ້ຈຸດທໍາອິດຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ. ປ່ອງຂາຍປີ້ໃໝ່ນີ້ຕັ້ງສູນການຄ້າວຽງຈັນເຊັນເຕີຊັ້ນໜຶ່ງ ເຂດຖະໜົນຄູວຽງ.

ຈຸດຂາຍປີ້ລົດໄຟດັ່ງກ່າວ ໄດ້ບໍລິການຂາຍປີ້ໂດຍສານໄປວຽງຈັນ-ບໍ່ເຕັນ ແລະວຽງຈັນ-ຫຼວງພະບາງ, ສາມາດຊື້ປີ້ລ່ວງໜ້າໄດ້ 3 ວັນລວມທັງມື້ເດີນທາງ.

ຜູ້ໂດຍສານ 1 ຄົນ ສາມາດຊື້ໄດ້ 2 ປີ້. ເພື່ອຍົກສູງປະສິດທິພາບ ແລະການຊໍາລະທີ່ສະດວກໃຫ້ຜູ້ໂດຍສານ ບໍລິສັດທາງລົດໄຟໄດ້ກໍານົດການຈ່າຍເງິນຜ່ານທາງບັດທະນາຄານເຊັ່ນ: one Play, Unian play, ແລະອື່ນໆ ແຕ່ບໍ່ຮັບເງິນສົດ, ນອກນີ້, ຜູ້ໂດຍສານຊຶ້ປີ້ທາງລົດໄຟຖ້ຽວໜຶ່ງຈະເສຍຄ່າທໍານຽມປີ້ລະ 20.000ກີບ.

ເວລາຂາຍປີ້ແມ່ນຕອນເຊົ້າ 10.00-12.00 ໂມງ, ຕອນບ່າຍ 12.30-15.30 ໂມງ,ຜູ້ໂດຍສານຕ້ອງຖືບັດປະຈໍາຕົວ, ບັດຢັ້ງຢືນການສັກວັກຊີນຄົບໂດສ. ຈຸດຂາຍປີ້ຍັງມີບ່ອນແຈ້ງຂໍ້ມູນກ່ຽວກັບຖ້ຽວລົດໄຟ, ລາຄາປີ້. ບໍ່ມີການຂາຍປີ້ຕ່າງແຂວງ ແລະປີ້ເດັກນ້ອຍ ແລະບໍ່ຮັບສົ່ງປີ້ຄືນ (ຖ້າຢາກສົ່ງຄືນໃຫ້ໄປສະຖານີນະຄອນຫຼວງ).

ທ່ານ ຢວນໝິ່ງຫາວ ອໍານວຍການໃຫຍ່ທາງລົດໄຟລາວ-ຈີນກ່າວວ່າ: ເພື່ອອໍານວຍຄວາມສະດວກໃຫ້ແກ່ການເດີນທາງໃຫ້ກັບປະຊາຊົນ, ໃນອະນະນາຄົດຍັງຈະມີແຜນການປັບປຸງລະບົບບໍລິການຂາຍປີ້ຜູ້ສານ ເພື່ອໃຫ້ມວນຊົນສາມາດຊື້ປີ້ໄດ້ແບບອອນລາຍ ແລະມີປ່ອງຂາຍປີ້ຕ່າງໆຫຼາຍຂຶ້ນ.

ແຫຼ່ງຂ່າວ: CRI

ປກສ ນະຄອນໄກສອນ ພົມວິຫານ ເດີນໜ້າແກ້ໄຂບັນຫາຢາເສບຕິດ

ນະຄອນໄກສອນ ພົມວິຫານ ຕັ້ງໜ້າຜັນຂະຫຍາຍວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ໂດຍມາໃນວັນທີ 11 ກຸມພາ 2022 ນີ້, ທາງເຈົ້າໜ້າ ທີ່ຕຳຫຼວດໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ກັກຕົວເປົ້າ ໝາຍຄ້າ-ຂາຍຢາເສບຕິດໄດ້ 2 ຄົນ ຊື່ທ້າວ ບຸນທະວີ (ແອນ້ອຍ) ອາຍຸ 19 ປີ, ອາຊີບຫວ່າງງານ ບ້ານໂພນສະຫວ່າງເໜືອ ນະຄອນ ໄກສອນ ພົມວິຫານ ພ້ອມຂອງ ກາງຢາບ້າຈຳນວນ 88 ເມັດ, ໂທລະສັບ 1 ໜ່ວຍ ແລະລົດຈັກ ເວບໄອສ໌ ສີຟ້າດຳ ປ້າຍທະບຽນ ສະຫວັນນະເຂດ ຍດ 4737 ແລະ ທ້າວ ແອັດດີ້ ອາຍຸ 32 ປີ ອາຊີບ ຫວ່າງງານ ບ້ານໂພນສະຫວ່າງ ເໜືອ ນະຄອນໄກສອນ ພົມວິຫານ ພ້ອມຂອງກາງຢາບ້າ 8 ຖົງ, ເທົ່າ ກັບ 1.600 ເມັດ, ໂທລະສັບ 1 ໜ່ວຍ, ຈຸດກັກຕົວພວກກ່ຽວແມ່ນ ເສັ້ນທາງຂອບເຂດບ້ານໂນນສະ ຫວາດ ນະຄອນໄກສອນ ພົມວິ ຫານ ຈາກນັ້ນ, ຈິ່ງໄດ້ນຳຕົວພວກ ກ່ຽວເຂົ້າມາກອງບັນຊາການ ປກສ ນະຄອນ ເພື່ອສືບສວນ-ສອບສວນ.

ຕໍ່ມາ, ໃນວັນທີ 16 ກຸມພາ 2022, ທາງເຈົ້າໜ້າທີ່ກໍ່ໄດ້ກັກ ຕົວເປົ້າໝາຍຄ້າ-ຂາຍຢາບ້າໄດ້ ຕື່ມ ອີກ 4 ຄົນຄື: ທ້າວ ຢູລາ(ນ້ອຍ) ອາຍຸ 23 ປີ, ອາຊີບກຳມະກອນ ບ້ານສີບຸນເຮືອງ ເມືອງຈຳພອນ ທີ່ມາພັກເຊົາຢູ່ບ້ານໂພນສະຫວ່າງ ເໜືອ ນະຄອນໄກສອນພົມວິຫານ ຈຸດກັກຕົວແມ່ນຂອບເຂດປ່າຊ້າ ຫຼວງບ້ານໂນນສະຫວາດ ພ້ອມ ຂອງກາງຢາບ້າຈຳນວນ 100 ເມັດ. ຜ່ານການສອບສວນຜູ້ກ່ຽວ ໄດ້ຮັບສາລະພາບວ່າ:

ຢາບ້າຈຳ ນວນດັ່ງກ່າວໄດ້ຊື້ມາຈາກທ້າວ ວັນມະນີ (ໂກ້) ອາຍຸ 45 ປີອາ ຊີບກຳມະກອນ ບ້ານໜອງຜື ນະຄອນໄກສອນ ພົມວິຫານ; ຕົກມາ ຮອດເວລາ 15 ໂມງ 20 ນາທີ ຂອງວັນດຽວກັນຈຶ່ງໄດ້ກັກຕົວ ທ້າວ ວັນມະນີ (ໂກ້) ໄດ້ຢູ່ເຮືອນ ຂອງຜູ້ກ່ຽວພ້ອມຂອງກາງຢາ ບ້າຈຳນວນ 31 ເມັດ, ໂທລະສັບ 1 ໜ່ວຍ, ລົດຈັກ 1 ຄັນ. ຜ່ານການສອບສວນຜູ້ກ່ຽວໄດ້ຮັບສາລະພາບ ວ່າ: ຢາບ້າທີ່ມາຈຳໜ່າຍ-ຂາຍ ແມ່ນຊື້ມາຈາກທ້າວ ສຸລິຍາ (ຕຸກ) ອາຍຸ 32 ປີ ອາຊີບກຳມະກອນ ບ້ານຫົວເມືອງເໜືອ ນະຄອນໄກ ສອນ ພົມວິຫານ ທີ່ໄດ້ພັກ ເຊົາຢູ່ ບ້ານອຸດົມວິໄລ ນະຄອນໄກສອນ ພົມວິຫານ;

ຕົກມາຮອດເວລາ 15 ໂມງ 40 ນາທີຂອງວັນດຽວກັນ ຈິ່ງໄດ້ກັກຕົວທ້າວ ສຸລິຍາ (ຕຸກ) ໄດ້ຢູ່ຫ້ອງເຊົ່າທີ່ຜູ້ກ່ຽວພັກຢູ່ບ້ານ ອຸດົມວີໄລ ພ້ອມຂອງກາງຢາບ້າ 2 ຖົງ, ເທົ່າກັບ 394 ເມັດ ກັບຢາ ໄອສ໌ ຈຳນວນ 14 ຖົງນ້ອຍ, ໂທ ລະສັບ 2 ໜ່ວຍ ຕໍ່ມາ, ໃນເວລາ 18 ໂມງຂອງວັນດຽວກັນ ທາງເຈົ້າ ໜ້າທີ່ໄດ້ກັກຕົວທ້າວ ກິດຕ້າ ອາຍຸ 22 ປີ ອາຊີບຫວ່າງງານບ້ານໂພນ ສະຫວ່າງໃຕ້ ນະຄອນໄກສອນ ພົມ ວິຫານ ໄດ້ຢູ່ເຮືອນຂອງຜູ້ກ່ຽວ ພ້ອມຂອງກາງຢາບ້າ 11 ຖົງ, ເທົ່າກັບ 2.097 ເມັດ, ໂທລະສັບ 1 ໜ່ວຍ.

ຈາກນັ້ນ, ທາງເຈົ້າໜ້າ ທີ່ຈຶ່ງໄດ້ນຳຕົວພວກຜູ້ກ່ຽວ ພ້ອມ ຂອງກາງຢາບ້າເຂົ້າມາ ປກສ ນະຄອນໄກສອນ ພົມວິຫານ ເພື່ອ ທຳການສືບສວນ-ສອບສວນດຳ ເນີນຄະດີຕາມລະບຽບກົດໝາຍ ບ້ານເມືອງຕໍ່ໄປ.

ແຫຼ່ງຂ່າວ: ສະຫວັນພັດທະນາ ຂ່າວ / Savanhphathana News