Home Blog Page 121

ຍ້ອນເຫດຜົນນີ້ເອງ! ຈິ່ງເຮັດໃຫ້ລາຄາຊີ້ນໝູໃນນະຄອນຫຼວງວຽງຈັນ ແພງຂຶ້ນ

ຈາກບັນຫາລາຄາຊີ້ນໝູຕາມທ້ອງຕະຫລາດພາຍໃນນະຄອນຫລວງວຽງຈັນ ມີການເໜັງຕີງເພີ່ມຂຶ້ນໃນປັດຈຸບັນນີ້ ເຮັດໃຫ້ສົ່ງຜົນກະທົບໂດຍກົງຕໍ່ຜູ້ບໍລິໂພກທົ່ວໄປໃນສັງຄົມ. ທ່ານ ຫລ້າສາຍ ນວນທາສິງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ:

ສາເຫດທີ່ເຮັດໃຫ້ລາຄາຊີ້ນໝູເໜັງຕີງເພີ່ມຂຶ້ນ ຍ້ອນຄວາມຕ້ອງການບໍລິໂພກຊີ້ນໝູຢູ່ປະເທດໃກ້ຄຽງຍັງບໍ່ພຽງພໍກັບຄວາມຕ້ອງການ ເຮັດໃຫ້ມີການຂາຍໝູຊີ້ນໄປຕ່າງປະເທດ, ຕົ້ນທຶນໃນການຜະລິດ ຂອງຜູ້ຜະລິດເພີ່ມຂຶ້ນ ເຊັ່ນ: ອາຫານໝູ, ໝູນ້ອຍ, ຄ່າຂົນສົ່ງ, ບວກກັບອັດຕາເງິນເຟີ້, ສະພາບເສດຖະກິດມີການຟື້ນໂຕຫຼັງຈາກການຜ່ອນຜັນມາດຕະການປ້ອງກັນພະຍາດໂດວິດ-19, ມີການເປີດຮ້ານອາຫານ, ທ່ອງທ່ຽວ ແລະ ການຈັດງານຕ່າງໆ ກັບຄືນສູ່ປົກກະຕິ ແຕ່ສະ ພາບການປັບໂຕຂອງການຜະລິດບໍ່ທັນກັບຄວາມຕ້ອງການ.

ນອກຈາກນີ້ ມີຫລາຍຟາມຢຸດເຊົາການລ້ຽງໝູ ເຮັດໃຫ້ກໍາລັງການຜະລິດບໍ່ເຕັມຄວາມສາມາດຜະລິດ, ມີບໍລິສັດຍ້າຍຖານການຜະລິດໄປຕ່າງແຂວງ ຍ້ອນຄວາມບໍ່ເອກະພາບໃນການຈັດຕັ້ງປະຕິ ບັດລະບຽບ ເຊັ່ນ: ການເກັບອາກອນ, ຄ່າບໍລິການວິຊາການ, ການຄວບຄຸມລາຄາຂາຍຫນ້າຟາມ-ຊີ້ນຢູ່ຕະຫຼາດ, ການຂະຫຍາຍຕົວເມືອງ-ທີ່ຢູ່ອາໃສທີ່ບັບເຂົ້າໃກ້ແຫຼ່ງການຜະລິດ.

ນອກຈາກນີ້ ຍ້ອນການລ້ຽງຫມູພໍ່-ແມ່ພັນ ຜະລິດລູກຫມູນ້ອຍ ສະຫນອງໃຫ້ຜູ້ລ້ຽງບໍ່ພຽງພໍກັບການລ້ຽງ ແລະ ການລ້ຽງຫມູຍັງບໍ່ທັນຈັກຕັ້ງເປັນກຸ່ມການຜະລິດຕັ້ງແຕ່ຂອດລ້ຽງຫາຂອດຈໍາຫນ່າຍ.

ທ່ານ ຫລ້າສາຍ ນວນທາສິງ ໃຫ້ຮູ້ຕື່ມວ່າ: ເພື່ອແກ້ໄຂບັນຫາຊີ້ນໝູທີ່ມີລາຄາແພງ, ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ພວມສຸມໃສ່ຈັດຕັ້ງປະຕິບັດຫລາຍມາດຕະການ ເປັນຕົ້ນ: ສ້າງຕັ້ງກຸ່ມຜູ້ລ້ຽງ ແລະ ສະ ຫນອງຊີ້ນ ເພື່ອສະດວກໃນການຈັດການຈັດຮອບວຽນ, ແບ່ງສັດສ່ວນ ແລະ ເອກະພາບກັນໃນການຜະລິດ, ການສະຫນອງ ແລະ ລາຄາການຈໍາຫນ່າຍ; ເພີ່ມການລ້ຽງຫມູແມ່ພັນເພີ່ມຂຶ້ນ 3.000 ແມ່ ແລະ ຟື້ນຟູຟາມຫມູຊີ້ນທີ່ເຊົາລ້ຽງກັບມາລ້ຽງດິນ ໂດຍລັດຕ້ອງມີນະໂຍບາຍສະເພາະ, ລວມເຖີງ ຊຸກຍູ້ໂຮງງານຜະລິດອາຫານສັດໃຫ້ເພີ່ມກໍາລັງການຜະລິດເພີ່ມຂຶ້ນ ໂດຍຕິດພັນກັບການສົ່ງເສີມການຜະລິດວັດຖຸດິບອາຫານສັດ, ການແບ່ງພື້ນທີ່ການຕະຫຼາດໃຫ້ຄົນລາວ 2/3 ໃນນະຄອນຫຼວງວຽງຈັນ ແລະ ອື່ນໆ. ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ໃຫ້ຮູ້ຕື່ມວ່າ: ປີ 2021 ຜ່ານມາ ຄວາມຕ້ອງການຊີ້ນຫມູຢູ່ນະຄອນຫລວງວຽງຈັນ ແມ່ນ 18.478 ໂຕນ ຫລື 284.276 ໂຕ, ສາມາດສະຫນອງໄດ້ 15.802 ໂຕນ ຫລື 243.107 ໂຕ.

ສ່ວນປີ 2022 ຄາດວ່າຄວາມຕ້ອງການຊີ້ນຫມູ ປະມານ 19.088 ໂຕນ ຫລື 293.661 ໂຕ ແຕ່ຈະສາມາດສະຫນອງ ໄດ້ປະມານ 15.892 ໂຕນ ຫລື 244.492 ໂຕ. ປັດຈຸບັນ ທົ່ວນະຄອນຫລວງວຽງຈັນ ມີຟາມລ້ຽງໝູ 188 ຟາມ ແຕ່ໄດ້ຢຸດເຊົາໄປ 33 ຟາມ ເຮັດໃຫ້ມີ 155 ຟາມທີ່ຍັງສືບຕໍ່ລ້ຽງ ມີໝູທັງໝົດ 126.084 ໂຕ.

ແຫຼ່ງຂ່າວຈາກ: Lao National Radio

ຮອງປະທານປະເທດ ພົບປະຢ້ຽມຢາມ ຄະນະພັກຄະນະບັນຊາ ກອງພົນທະຫານ ຮາບທີ 5

ຮອງປະທານປະເທດ ພົບປະຢ້ຽມຢາມ ຄະນະພັກຄະນະບັນຊາ ກອງພົນທະຫານ ຮາບທີ 5, ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ພັນເອກ ສີປະເສີດ ເຜີຍຄໍາສິງ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 5 ພ້ອມລາຍງານໂດຍຫຍໍ້ສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ການເມືອງຂອງກົມກອງ, ລວມທັງຜົນງານທີ່ຍາດມາໄດ້ຕະຫລອດໄລຍະຜ່ານມາ.

ກອງພົນທີ 5 ມີພາລະບົດບາດເປັນກຳລັງຫລວງເຄື່ອນທີ່, ພາຍໃຕ້ການຊີ້ນໍາ-ບັນຊາໂດຍກົງຮອບດ້ານຂອງກະຊວງປ້ອງກັນປະເທດ, ເປັນກຳລັງຫລັກແຫລ່ງ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຊ່ວຍໜູນ ໃຫ້ຂອບເຂດ 4 ແຂວງພາກໃຕ້, ຊີ້ນໍາອົງການ, ກົມກອງຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງ ຕາມຂອບເຂດກົມກອງຕັ້ງທັບ, ແບບທາງກວ້າງ ແລະ ທາງເລິກ, ປະສານສົມທົບກັບກອງບັນຊາການທະຫານ 4 ແຂວງ ພາກໃຕ້ ປົກປັກຮັກສາຊາຍແດນ ໃນພື້ນທີ່ 4 ແຂວງພາກໃຕ້ ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ.

ຈາກນັ້ນ, ສະຫາຍ ຮອງປະທານປະເທດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະພັກ, ຄະນະບັນຊາກອງພົນດັ່ງກ່າວ, ຈົ່ງເຊີດຊູສະຕິລະວັງຕົວ, ມີສະຕິໃນການປົກປັກຮັກສາແນວທາງນະໂຍ ບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ, ສົມທົບແໜ້ນວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບການສ້າງ ສາພັດທະນາເສດຖະກິດ-ສັງຄົມ, ກອງທັບ ກໍຄື ກົມກອງ ຕ້ອງເປັນຫລັກແຫລ່ງ, ເປັນພາຫານະອັນແຫລມຄົມຂອງພັກ ໃນການນໍາພາທົ່ວປວງຊົນ, ຍົກສູງຄວາມເປັນເຈົ້າການໃນວຽກງານປົກປ້ອງອະທິປະໄຕເຂດນໍ້າແດນດິນໃຫ້ໝັ້ນຄົງ, ຊອກວິທີການສະກັດກັ້ນ ບັນດາການເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ແລະຄວາມບໍ່ເປັນລະບຽບຮຽບຮ້ອຍບໍລິເວນຊາຍແດນທີ່ມີປະສິດທິຜົນກວ່າເກົ່າ, ສໍາລັບວຽກງານປົກປັກຮັກສາຊາຍແດນ, ໃຫ້ເອົາໃຈໃສ່ດ້ານຕາເວັນຕົກ ແລະ ທິດໃຕ້ ໂດຍສະເພາະບັນດາຈຸດໃດທີ່ຍັງຄົງຄ້າງ ໂດຍໃຫ້ມີຄວາມອົດທົນອົດກັ້ນນໍາກັນຫລາຍທີ່ສຸດ, ແຕ່ກໍຄ່ອງແຄ້ວນິ້ມນວນໃນການແກ້ໄຂບັນຫາ, ໃຫ້ມີການປະສານສົມທົບກັນແໜ້ນລະຫວ່າງສູນກາງ ແລະ ທ້ອງຖິ່ນ, ກໍາລັງອາວຸດຂອງພວກເຮົາ ແມ່ນກໍາລັງຂອງພັກ, ແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຂຶ້ນ ແລະ ກໍ່ເຕີບໃຫຍ່ເຂັ້ມແຂງຂຶ້ນ ຢູ່ໃນການອົບຮົມບົ່ມສອນຂອງພັກມາໂດຍຕະຫລອດ.

ດັ່ງນັ້ນ, ບໍ່ວ່າຈະຢູ່ໃນໄລຍະໃດ ກໍ່ຕ້ອງຮັບປະກັນຄວາມຈົ່ງຮັກພັກດີຕໍ່ພາລະກິດຂອງພັກ ແລະ ປະເທດຊາດ, ທົ່ວກອງທັບ ກໍຄື ກົມກອງ ຕ້ອງຢູ່ໃຕ້ການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຕ້ອງຕັ້ງໜ້າປັບປຸງກໍາລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກໍາລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ ໃນນັ້ນຖືເອົາຄຸນນະພາບທາງດ້ານການເມືອງແນວຄິດເປັນກົກ, ເອົາຄວາມສາມາດດ້ານວິຊາສະເພາະ, ຫົວຄິດປະດິດສ້າງ ແລະ ການຈັດ ຕັ້ງບັນຊາ ເປັນສິ່ງສໍາຄັນ, ຕ້ອງສຸມທຸກເງື່ອນໄຂຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງ ຢ່າງ ຮອບດ້ານ.

ໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງດູກອງທັບ ດ້ວຍການສ້າງພະລາທິການກັບທີ່ເປັນວຽກງານຕົ້ນຕໍ ເພື່ອແກ້ໄຂຄວາມຫຍຸ້ງຍາກຝືດເຄືອງ ດ້ານຊີວິດການເປັນຢູ່ໂດຍສຸມໃສ່ດ້ານກະສິກໍາທີ່ເປັນທ່າແຮງ, ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືກັບປະເທດຕ່າງໆ, ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບ ເພື່ອນມິດຍຸດທະສາດ (ສສ ຫວຽດ ນາມ ແລະ ສປ ຈີນ) ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ກໍ່ຄື ເພື່ອນມິດທີ່ກ້າວໜ້າໃຫ້ດີ, ຍາດແຍ່ງການຊ່ວຍເຫລືອຈາກສາກົນ ປັບປຸງກໍ່ສ້າງກອງທັບພວກເຮົາໃຫ້ກ້າວໜ້າທັນສະໄໝສູ່ຄຸນນະພາບໃຫມ່, ເອົາໃຈໃສ່ວຽກງານການປ້ອງກັນ, ສະກັດກັ້ນ ແລະ ການຄວບຄຸມພະຍາດໂກ ວິດ-19 ພາຍໃນກົມກອງໃຫ້ມີປະສິດທິຜົນ.

ໃນນັ້ນ, ໃຫ້ສືບຕໍ່ຍົກສູງສະຕິໃນການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມພະຍາດໂກວິດ-19 ຢ່າງເຂັ້ມງວດ, ໂດຍໃຫ້ປຸກລະດົມນາຍ ແລະ ພົນທະຫານທຸກກົມກອງເຂົ້າຮ່ວມຢ່າງຕັ້ງໜ້າ, ໂດຍຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງໄດ້ປັບປຸງແບບແຜນວິທີເຮັດວຽກ ໃນສະພາບປັດຈຸບັນ ກໍ່ຄື ການໃຊ້ຊີວິດປົກກະຕິແບບໃໝ່ (New Normal) ເຂົ້າໃນທຸກການເຄື່ອນໄຫວວຽກງານ ໂດຍສະເພາະການຝຶກແອບ, ການປະຊຸມ ຫລື ການຈັດງານຕ່າງໆ ຕ້ອງໃຫ້ກະທັດຮັດ ແລະ ປະຢັດມັດທະຍັດທີ່ສຸດ.

ແຫຼ່ງຂ່າວ: ຂປລ

ຜູ້ເສຍຊີວິດກັບມາເພີ່ມຂຶ້ນ ສະສົມມື້ນີ້ +518

ສູນຂ່າວສານການແພດສຸຂະສຶກສາລາຍງານ

ລາຍລະອຽດພາຍຫຼັງ

ແຈ້ງການ ຈາກແຂວງອັດຕະປື

ຄະນະສະເພາະກິດເພື່ອການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນແຂວງ ຂໍຖືເປັນກຽດແຈ້ງການມາຍັງບັນດາທ່ານ ຊາບວ່າ: ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດ ມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດໄດ້ວາງອອກຜ່ານມາ ເຫັນວ່າ ໄດ້ຮັບຜົນສໍາເລັດເປັນກ້າວໆ ໂດຍສະເພາະ ການສັກຢາວັກຊິນໃນທົ່ວແຂວງໃຫ້ບໍລິການໄປແລ້ວຈໍານວນ 207,990 ຄົນ, ອັດຕາການປົກຄູມເທົ່າກັບ 77%, ປິ່ນປົວ ຫາຍດີ 442 ຄົນ ເທົ່າກັບ 53% ຂອງຈໍານວນຜູ້ຕິດເຊື້ອທັງຫມົດ 599 ຄົນ, ພະນັກງານແພດຫມໍ ແລະ ເຈົ້າຫນ້າທີ່ທີ່ ກ່ຽວຂ້ອງທຸກພາກສ່ວນປະຕິບັດຫນ້າທີ່ທີ່ການຈັດຕັ້ງມອບຫມາຍໃຫ້ ດ້ວຍຄວາມອົດທົນ ຜ່ານຜ່າ ແລະ ຫ້າວຫັນ, ທຸກຊັ້ນ ຄົນໃນສັງຄົມໃຫ້ການສະຫນັບສະຫນູນ ແລະ ປະກອບເຂົ້າໃນວຽກງານຄວບຄຸມພະຍາດໂຄວິດ 19 ທັງທາງດ້ານວັດຖຸ ແລະ ຈິດໃຈຢ່າງເປັນຂະບວນການຟົດຟື້ນ ດີສົມຄົນ; ແຕ່ເຖິງຢ່າງໃດກໍ່ຕາມສະພາບການຕິດເຊື້ອໃນຊຸມຊົນແມ່ນສືບຕໍ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ແລະ ຂະຫຍາຍເປັນວົງກວ້າງ, ຊຶ່ງການຕິດເຊື້ອດັ່ງກ່າວສ່ວນຫຼາຍແມ່ນເກີດຢູ່ຕາມສະຖານທີ່ທີ່ມີຊຸມຊົນແອ ອັດຕ່າງໆລວມທັງ ຢູ່ໃນສັງຄົມ, ສໍານັກງານ-ອົງການ, ຫົວຫນ່ວຍທຸລະກິດ ແລະ ລາມໄປຮອດ ການຕິດເຊື້ອໃນຄອບຄົວ ນັບມື້ນັບຫຼາຍຂຶ້ນ. ສາເຫດຕົ້ນຕໍຂອງການແຜ່ລະບາດດັ່ງກ່າວ ແມ່ນຍ້ອນສັງຄົມຈໍານວນຫນຶ່ງ ຍັງບໍ່ທັນປະຕິບັດມາດ ຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ, ຍ້ອນແນວນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ຈັດຕັ້ງ ປະຕິບັດບາງມາດຕະການເຂັ້ມງວດ ແລະ ມາດຕະການຜ່ອນຜັນຈໍານວນຫນຶ່ງຄຶ ດັ່ງນີ້:

.

.

.

ທ້າຍເດືອນມັງກອນນີ້! ມ.ສ ວຽງຈັນ ຈະເລີ່ມເປີດຮຽນປົກກະຕິ

ວັນທີ 31 ມັງກອນນີ້, ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມ.ສ ວຽງຈັນ) ຈະເລີ່ມເປີດທົດລອງການຮຽນປົກກະຕິສະເພາະຊັ້ນ ມ.7 ກ່ອນ, ຕາມການປະເມີນໃນ 10 ມາດຕະການ 40 ຂໍ້ແນະນໍາທີ່ທາງກະຊວງສາທາລະນະສຸກ ວາງອອກ ຊຶ່ງທາງໂຮງຮຽນຜ່ານຢູ່ 35 ຂໍ້, ປັດຈຸບັນໄດ້ສຳເລັດການກະກຽມຄວາມພ້ອມ ຄາດວ່າໃນວັນທີ 31 ມັງກອນນີ້, ຈະເປີດຮຽນທົດລອງໃນເບື້ອງຕົ້ນສະເພາະຊັ້ນ ມ.7 ຖ້າວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ຮຸນແຮງ, ປັດຈຸບັນທາງໂຮງຮຽນກຳລັງລໍຖ້າຂັ້ນເທິງລົງມາຕິດຕາມເບິ່ງຕົວຈິງຕື່ມ.

ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນ ມ.ສ ວຽງຈັນ ໄດ້ກ່າວໃຫ້ຮູ້ຫວ່າງບໍ່ດົນມານີ້ວ່າ: ໂດຍອີງຕາມແຈ້ງການ ແລະ ທິດຊີ້ນໍາຂອງຂັ້ນເທິງໃນການເປີດຮຽນແບບປົກກະຕິ, ອີງໃສ່ 10 ມາດຕະການ ແລະ 40 ຂໍ້ແນະນຳຂອງກະຊວງສາທາລະນະສຸກວາງອອກ, ຕາມການປະເມີນໃນ 40 ຂໍ້ທາງໂຮງຮຽນຜ່ານຢູ່ 35 ຂໍ້ ເກືອບ 100%, ປັດຈຸບັນທາງໂຮງຮຽນກຳລັງລໍຖ້າຂັ້ນເທິງລົງມາກວດກາເບິ່ງຕົວຈິງ, ຜ່ານການປະເມີນຜູ້ປົກຄອງເຫັນດີໃຫ້ລູກມາຮຽນ 50%, ສ່ວນຜູ້ປົກຄອງທີ່ບໍ່ເຫັນດີໃຫ້ລູກມາຮຽນຢູ່ໃນໂຮງຮຽນຍ້ອນຢ້ານລູກຕິດ ພະຍາດໂຄວິດ-19; ສຳລັບຊັ້ນ ມ.7 ທີ່ຈະເປີດຮຽນໃນຄັ້ງນີ້ມີຈຳນວນນັກຮຽນ 536 ຄົນ ໄດ້ສັກວັກຊິນເກືອບ 90% ໂດຍຖືເອົາຜູ້ທີ່ສະໝັກໃຈມາຮຽນໃນ 245 ຄົນນີ້ມາຮຽນກ່ອນ, ສ່ວນຜູ້ທີ່ບໍ່ສະໝັກໃຈມາຮຽນຢູ່ໂຮງຮຽນນັ້ນທາງໂຮງຮຽນຍັງສືບຕໍ່ສອນອອນລາຍຕາມປົກກະຕິເພື່ອໃຫ້ນັກຮຽນໄດ້ຮຽນຢ່າງຕໍ່ເນື່ອງຕາມຫຼັກສູດ, ຖ້າການເປີດຮຽນທົດລອງໃນຄັ້ງນີ້ເປັນໄປຕາມແຜນທີ່ວາງໄວ້ບໍ່ມີພະຍາດລະບາດ, ໃນຕໍ່ໜ້າທາງໂຮງຮຽນຈະສືບຕໍ່ເປີດຮຽນໃນຊັ້ນ ມ.4 ຫຼື ຊັ້ນອື່ນໆສືບຕໍ່ໄປ ທັງນີ້ເພື່ອເປັນການແບ່ງເບົາພາລະຂອງຄອບຄົວຜູ້ທີ່ມີລູກຫຼາຍຄົນ ທີ່ຍັງມີຄວາມຫຍຸ້ງຍາກດ້ານອຸປະກອນການຮຽນ, ອີກອັນໜຶ່ງເນື່ອງຈາກຜົນການຮຽນອອນລາຍຂອງນັກຮຽນຊັ້ນ ມ.ຕົ້ນ ຈຳນວນໜຶ່ງຍັງບໍ່ທັນໄດ້ດີ ສາເຫດຍ້ອນເຂົາເຈົ້າຍັງບໍ່ທັນເຂົ້າໃຈ ແລະ ບໍ່ທັນໄດ້ເອົາໃຈໃສ່ຕໍ່ການຮຽນເທົ່າທີ່ຄວນ ຊຶ່ງທາງໂຮງຮຽນໄດ້ພະຍາຍາມປຸກລະດົມໃຫ້ຜູ້ປົກຄອງ-ນັກຮຽນເຂົ້າໃຈນໍາເອົາລູກຫຼານເຂົ້າມາຮຽນຢູ່ໃນໂຮງຮຽນ ຖ້າຫາກພະຍາດໂຄວິດ-19 ຜ່ອນຄາຍລົງ ຄິດວ່າທຸກຄົນຈະໄດ້ມາຮຽນຢູ່ໃນໂຮງຮຽນປົກກະຕິພ້ອມກັນທັງໝົດ.

ທ່ານ ທອງພັນ ອຸໄລທອນ ກ່າວເນັ້ນຕື່ມອີກວ່າ: ປັດຈຸບັນທາງໂຮງຮຽນໄດ້ມີການກະກຽມຄວາມພ້ອມເພື່ອຮອງຮັບການເປີດຮຽນປົກກະຕິຢູ່ໃນໂຮງຮຽນ ຍ້ອນມີຂັ້ນເທິງເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດ, ຄູ-ອາຈານ ມີປະສົບການມີບົດຮຽນຫຼາຍໃນການສິດສອນ, ມີບົດສອນເອກະພາບໃນວິຊາຮຽນ, ຄູພາຍໃນໂຮງຮຽນສາມາດນິເທດກັນຢູ່ພາຍໃນໄດ້, ແຕ່ກໍຍັງມີສິ່ງທ້າທາຍໃຫ້ຄູຈຳນວນໜຶ່ງທີ່ຍັງຈຳກັດດ້ານອຸປະກອນ, ດ້ານການນໍາໃຊ້ໄອທີ, ຄ່າໃຊ້ຈ່າຍອິນເຕີເນັດສູງ, ຜູ້ປົກຄອງຈຳນວນໜຶ່ງຍັງບໍ່ໃຫ້ການຮ່ວມມືເທົ່າທີ່ຄວນ, ພາກສະເໜີຂໍໃຫ້ທາງຂັ້ນເທິງຊອກແຫຼ່ງທຶນ, ຂໍອຸປະກອນເຄື່ອງໃຊ້ໄອທີເພື່ອປະກອບການຮຽນ-ການສອນຢ່າງມີຄຸນນະພາບເຊັ່ນ: ແລັບທອບ, ຄອມພີວເຕີ, ແອວຊີດີ, ກ້ອງວິດີໂອ ແລະ ອື່ນໆ ແລະ ສະໜອງອິນເຕີເນັດໃຫ້ຄູ-ອາຈານໄດ້ນໍາໃຊ້ໃນເວລາມີການຮຽນ-ການສອນອອນລາຍ, ຂໍອຸປະກອນປ້ອງກັນໂຄວິດເຊັ່ນ: ເຈວລ້າງມື, ຜ້າອັດປາກ-ດັງ ແລະ ອື່ນໆ.

ແຫຼ່ງຂ່າວ: ປະຊາຊົນ

ການນໍາແຂວງໄຊຍະບູລີ ວາງພວງມະລາ ທີ່ສຸສານທະຫານ ໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ

ເພື່ອເປັນການແດງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ຜົນງານ ແລະ ຄຸນງາມຄວາມດີຂອງພະນັກງານນັກຮົບຜູ້ທີ່ເສຍສະຫຼະຊີວິດເລືອດເນື້ອແກ່ປະເທດຊາດ, ເວົ້າລວມເວົ້າສະເພາະແມ່ນເສຍສະຫຼະຊີວິດໃນພາລະກິດຕໍ່ສູ້ກັບສັດຕູທີ່ເຂົ້າມາບຽດຍຶດຊາຍແດນຂອງແຂວງ ໄຊຍະບູລີ ໃນເມື່ອກ່ອນ ແລະ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 73 ປີ ( ວັນທີ 20 ມັງກອນ 1949-20 ມັງກອນ 2022 ) ທີ່ໝູນວຽນມາອີກວາລະໜຶ່ງນັ້ນ, ການນໍາຂອງແຂວງ ໄຊຍະບູລີ ນໍາໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ພ້ອມດ້ວຍການນໍາທຸກພາກສ່ວນຂອງແຂວງ ໄດ້ເຂົ້າວາງພວງມະລາທີ່ສຸສານທະຫານ.

ໃນຕອນເຊົ້າຂອງວັນທີ 20 ມັງກອນ 2022 ທັງນີ້ກໍ່ເພື່ອເປັນການໄຫວ້ອາໄລ ແລະ ລະນຶກເຖິງບຸນຄຸນ-ຄຸນງາມຄວາມດີຂອງດວງວິນຍານພະນັກງານ-ນັກຮົບປະຕິວັດ ທີ່ໄດ້ເສຍສະລະຊີວິດເລືອດເນື້ອໃນປາງສົງຄາມ, ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພື່ອປະຊາຊົນໃນໄລຍະຕໍ່ສູ້ກູ້ຊາດ, ຍາດເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ເວົ້າລວມ, ເວົ້າສະເພາະ ແມ່ນເຂດນໍ້າແດນດິນຂອງ ແຂວງ ໄຊຍະບູລີ ໄວ້ໃຫ້ໝັ້ນຄົງ ແລະ ໃນຕອນເຊົ້າຂອງວັນດຽວກັນກໍ່ໄດ້ມີການປະຖະກະຖາເລົ່າຄືນມູນເຊື້ອຂອງວັນ ສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 73 ປີ, ທີ່ສະໂມສອນ ກອງບັນຊາການ ທະຫານແຂວງ ໄຊຍະບູລີ, ໃຫ້ກຽດເລົ່າຄືນໂດຍແມ່ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຂົ້າຮ່ວມຮັບຟັງມີບັນດາການນໍາທຸກພາກສ່ວນຂອງແຂວງ, ມີບັນດານາຍ ແລະ ພົນທະຫານ, ນາຍ ແລະ ພົນ ຕໍາຫຼວດ ພາຍໃນແຂວງ ໄຊຍະບູລີ ເຂົ້າຮ່ວມຢ່າງພ້ອມພຽງ.

ແຫຼ່ງຂ່າວ: Lao National Radio

ທ່ານເລຂາທິການໃຫຍ່ ປະທານປະເທດ ຢ້ຽມຢາມພື້ນຖານການຜະລິດສະບຽງອາຫານ ແຂວງສະຫວັນນະເຂດ

ວັນທີ 18 ມັງກອນ 2022 ນີ້, ທ່ານ ປອ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ພ້ອມດ້ວຍ ການນຳຂັ້ນສູງຈາກສູນກາງ ໄດ້ ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງສະຫວັນນະເຂດ, ໂດຍໄດ້ຮັບການຕ້ອນຮັບຢ່າງ ອົບອຸ່ນຈາກທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ແຂວງ ເຈົ້າແຂວງ ສະຫວັນນະເຂດ ພ້ອມດ້ວຍທ່ານຮອງເຈົ້າແຂວງ, ບັນດາທ່ານຄະນະປະຈຳພັກແຂວງ ແລະພະແນກການກ່ຽວຂ້ອງ.

ໃນໂອກາດນີ້, ທ່ານເລຂາທິ ການໃຫຍ່, ປະທານປະເທດໄດ້ໄປ ຢ້ຽມຢາມພື້ນຖານການຜະລິດ ສະບຽງອາຫານ, ໃນນັ້ນ ໄດ້ໄປ ເບິ່ງຂັ້ນຕອນການລ້ຽງໄກ່ລາດ ຂອງບໍລິສັດນາກ້າຟາມ ຈຳກັດ ຜູ້ດຽວທີ່ບ້ານດົງຄຳຫຼວງນະຄອນ ໄກສອນ ພົມວິຫານ, ທ່ານ ນາງ ອິນແປງ ທຽນນະວົງ ແລະທ່ານ ເງິນວັນຮຸ່ງ ເຈົ້າຂອງຟາມລາຍ ງານວ່າ: ຜ່ານຈາກການສຶກສາ ຄົ້ນຄວ້າ ແລະເກັບກຳຂໍ້ມູນ ເລື່ອງ ສາຍພັນໄກ່ປະເພດຕ່າງໆເຫັນວ່າ ໄກ່ລາດແມ່ນເໝາະສົມກັບການລ້ຽງເປັນສິນຄ້າ ເນື່ອງຈາກວ່າ ມີຄວາມທົນທານຕໍ່ສະພາບແວດ ລ້ອມ, ຕະຫຼາດກໍ່ມີຄວາມຕ້ອງ ການຫຼາຍ ລົດຊາດຂອງຊີ້ນໄກ່ ຈະແຊບກວ່າສາຍພັນອື່ນ, ໃນປະຈຸບັນໄດ້ມີການຜະຫຼິດທັງໄກ່ ແລະໄຂ່, ໃນຟາມມີໄກ່ທັງໝົດປະ ມານ 12 ພັນກວ່າໂຕ, ສ່ວນຕະຫຼາດຈຳໜ່າຍແມ່ນຢູ່ໃນເຂດນະ ຄອນໄກສອນ ພົມວິຫານ, ຕະຫຼາດ ເຊໂນ ເມືອງອຸທຸມພອນ, ຕະຫຼາດ ຢູ່ແຂວງບໍລິຄຳໄຊ ແລະແຂວງ ຫຼວງພະບາງຈຳນວນໜຶ່ງ, ໃນເວລາຕໍ່ມາ, ທ່ານເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະກໍ່ໄດ້ ໄປຢ້ຽມຢາມ ບໍລິສັດ ອິນເທັກ ສະວາຍບຣິດເດີ້ ຟາມລາວ ຈຳກັດ ທີ່ຕັ້ງຢູ່ເຂດບ້ານແກ້ງຫີນສູງ, ນະຄອນໄກສອນພົມວິຫານ, ທ່ານ ສີສຸວັນ ວິໄລທອງ ຜູ້ອຳນວຍການ ບໍລິສັດອິນເທັກ ສະວາຍ ບຣິດເດີ້ ຟາມລາວ ຈຳກັດ ພ້ອມຄະນະກ່ໍ ໄດ້ລາຍງານໃຫ້ຮູ້ວ່າ:

ຕົນເອງໄດ້ ລົງທຶນຮ່ວມກັບບໍລິສັດປະເທດ ເພື່ອນບ້ານກໍ່ສ້າງບໍລິສັດທີ່ບ້ານ ແກ້ງຫີນສູງນະຄອນໄກສອນ ພົມວິຫານ ໃນເນື້ອທີ່ດິນເກືອບ 52 ເຮັກຕາ ເຊິ່ງໄດ້ເລີ່ມກໍ່ສ້າງ ແລະສຳເລັດໃນທ້າຍປີ 2019, ໃນເດືອນມັງກອນປີ 2020 ກ່ໍ ໄດ້ເລີ່ມຜະລິດລູກໝູ, ສ່ວນພໍ່ພັນ ແລະແມ່ພັນແມ່ນນຳເຂົ້າຈາກປະ ເທດເດັນມາກ, ສ່ວນຫຼາຍແມ່ນ ໃຊ້ການປະສົມພັນທຽມ ໂດຍການ ນຳເອົານ້ຳເຊື້ອພໍ່ພັນມາປະສົມ ພັນໃຫ້ແມ່ພັນ ເຊິ່ງພໍ່ພັນ 1 ໂຕຕໍ່ ແມ່ພັນ 200 ໂຕ, ມີໝູແມ່ພັນທັງ ໝົດ 2.400 ໂຕ ສາມາດຜະລິດ ລູກໝູຢ່ານົມໄດ້ 72.000 ໂຕຕໍ່ປີ ແລະສາມາດຜະລິດໝູຂຸນໄດ້ 75.000 ໂຕຕໍ່ປີ ເພື່ອຈຳໜ່າຍ ພາຍໃນແຂວງ ແລະຕ່າງແຂວງ ພ້ອມທັງມີແຜນສົ່ງອອກໄປຕ່າງ ປະເທດ.

ນອກຈາກນັ້ນ, ທາງບໍລິ ສັດກໍ່ນຳເອົາມູນໝູ ຫຼື ຂີ້ໝູມາໝັກ ເປັນແກສ໌ຊີວະມວນມາຮັບໃຊ້ ເປັນເຊື້ອເພີງ ເພື່ອເປັນໄຟທົດແທນ ໃຊ້ໃນຟາມ, ສ່ວນກາກແມ່ນເອົາ ໄປຕາກແຫ້ງແລ້ວຂາຍເປັນຝຸ່ນ, ມີລະບົບບຳບັດນ້ຳເສຍພາຍໃນ ຟາມ. ດ້ານການຈ້າງແຮງງານ ພາຍໃນບໍລິສັດມີແຮງງານ 62 ຄົນ, ຄ່າແຮງງານຕ່ຳສຸດ 1,7 ລ້ານກີບຕໍ່ເດືອນ, ພະນັກງານ ວິຊາການ 2,5 ລ້ານກີບຕໍ່ເດືອນ ແລະມີສະຫວັດດີການຕາມກະ ຊວງແຮງງານວາງອອກ.

ໃນໂອກາດຢ້ຽມຢາມ, ທ່ານ ປອ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່, ປະທານປະເທດແຫ່ງ ສປປລາວ ກໍ່ໄດ້ສະແດງຄວາມ ຍ້ອງຍໍທັງສອງບໍລິສັດ ທີ່ມີແນວ ຄິດປະກອບສ່ວນໃນການ ສ້າງສາ ພັດທະນາ ກໍ່ຄືການລ້ຽງສັດເພື່ອ ຂາຍເປັນສິນຄ້າຮັບໃຊ້ພາຍໃນໃຫ້ ກຸ້ມກິນ ທັງເປັນການປະກອບສ່ວນ ຕາມແຜນພັດທະນາເສດຖະກິດ ຜະລິດເປັນສິນຄ້າທີ່ທາງແຂວງ ກໍ່ຄືສູນກາງວາງອອກ.

ແຫຼ່ງຂ່າວ: ສະຫວັນພັດທະນາ ຂ່າວ / Savanhphathana News

ສັ່ງຈັບຕົວ ຜູ້ຖືຫາຄະດີການຟອກເງິນ, ສໍ້ໂກງ

ຄຳສັ່ງຈັບຕົວ ຈາກອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນເລກທີ 270/ອຍກນວ ລົງວັນທີ 8 ທັນວາ 2021 ອີງຕາມກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງປີ 2017 ມາດຕາ 43 ຂໍ້ 5 ອີງຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາສະບັບປັບປຸງປີ 2017 ມາດຕາ 135 ແລະ ມາດຕາ 139 ອີງຕາມບົດລາຍງານຄະດີຂອງຫົວໜ້າກົມຕຳຫຼວດເສດຖະກິດສະບັບເລກທີ 2789/302 ລົງວັນທີ 29 ພະຈິກ 2021 ຕາມຂາເຂົ້າເລກທີ 120/ອຍກນວ ວັນທີ 30 ພະຈິກ 2021 ຫົວໜ້າອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ໄດ້ຄົ້ນຄ້ວາສະຫຼຸບລາຍງານຂອງຮອງຫົວໜ້າກົມຕຳຫຼວດເສດຖະກິດເພື່ອຂໍຄຳສັ່ງຈັບຕົວຜູ້ຖືກຫາ.

ເມື່ອຈັບຕົວໄດ້ແລ້ວໃຫ້ເຈົ້າໜ້າທີ່ປະຕິບັດຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາສະບັບປັບປຸງ 2017 ມາດຕາ 139 ຢ່າງເຂັ້ມງວດ.

ສະ​ເໜີ​ໃຫ້​ເບິ່ງຄືນຄ່າບໍລິການນຳເຂົ້າ-ສົ່ງອອກສິນຄ້າ

ລັດ​ຖະ​ມົນ​ຕີ​ກະ​ຊວງອຸດສາຫະກຳ – ການ​ຄ້າ (ອ​ຄ) ສະ​ເໜີ​ໃຫ້ ບໍລິສັດ ລົດໄຟລາວ-ຈີນ ປັບປຸງໂຄງລ່າງພື້ນຖານ ສະຖານີລົດໄຟແຕ່ລະຈຸດໃຫ້ຮອງຮັບການຂົນສົ່ງສິນຄ້າໃຫ້ຫຼາຍຂຶ້ນ ແລະ ສົມທົບກັບໂຄງ​ການ ທ່າບົກ ທ່ານາແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກ ນະ​ຄອນຫຼວງວຽງ​ຈັນ ຢ່າງກົມ​ກຽວ ເພື່ອເຮັດວຽກໄປ​ໃນ​ລວງດຽວກັນ, ຂະ​ນະ​ທີ່ຄ່າບໍລິການຍັງມີມູນຄ່າສູງ ຈຶ່ງສະເໜີພາກລັດ ແລະ ​ໂຄງ​ການທ່າບົກທ່ານາແລ້ງ ແລະ ເຂດໂລ​​ຊິ​​ສ​ຕິກ ນະ​ຄອນຫຼວງວຽງ​ຈັນ ຄົ້ນຄວ້າຕື່ມ ແລະ ດຳເນີນກວດກາຄືນການບໍລິການ ແລະ ການເກັບຄ່າບໍລິການ ຂອງບໍລິສັດຊິບປິ້ງ.

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂບັນຫາ ແລະ ຂໍ້ຫຍຸ້ງຍາກ ໃນການນໍາເຂົ້າ-ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງ ສິນຄ້າ ຢູ່ ສະຖານີລົດໄຟວຽງຈັນໃຕ້, ທ່າບົກ ທ່ານາແລ້ງ ແລະ ເຂດໂລ ​ຊິສຕິກໄດ້ຈັດຂຶ້ຶນ ໃນວັນທີ 18 ມັງກອນນີ້ທີ່ ຫ້ອງປະຊຸມ ບໍ​ລິ​ສັດ​ ວຽງ​ຈັນ​ໂລ​ຊິ​ສ​ຕິກ ພາກ ໂດຍການເປັນ ປະທານຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອ​ຄ) ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານສະພາບການນຳເຂົ້າ-ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງສິນຄ້າ, ສະເໜີບັນຫາ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນການກວດກາ ການນຳເຂົ້າ-ສົ່ງອອກ ຜ່ານແດນ ແລະ ຂົນສົ່ງສິນຄ້າຢູ່ສະຖານນີລົດໄຟວຽງ​ຈັນ​ໃຕ້, ໂຄງ​ການທ່າບົກທ່ານາແລ້ງ ແລະ ເຂດໂລ​ຊິ​ສຕິກ ນະ​ຄອນຫຼວງວຽງ​ຈັນ, ຈາກນັ້ນພາກສ່ວນທີ່ກ່ຽວຂ້ອງໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນຕໍ່ກັບການລາຍງານດັ່ງກ່າວ ທີ່ເຫັນວ່າຍັງມີບາງວຽກງານທີ່ຍັງບໍ່ທັນດຳເນີນສອດຄ່ອງກັບສະພາບຕົວຈິງ.ທ່ານລັດຖະມົນຕີກະຊວງ ອຄ ໄດ້ເນັ້ນ​ໜັກຫຼາຍ​ບັນ​ຫາ ພ້ອມ​ທັງສະເໜີໃຫ້ຂະ​ແໜງ​ການ​ທີ່ກ່ຽວຂ້ອງຂອງ​ລັດ ສືບຕໍ່ກະກຽມຄວາມພ້ອມທາງດ້ານລະບຽບ ແລະ ບຸກຄະລາກອນບົນພື້ນຖານຄວາມສອດຄ່ອງ ກັບກົດໝາຍ ແລະ ລະບຽບການທີ່ວາງອອກ ໂດຍສະເພາະວຽກງານທີ່ກ່ຽວຂ້ອງກັບຂັ້ນຕອນ ແລະ ເອກະສານ ການກວດປ່ອຍສິນຄ້າ ແລະ ອື່ນໆ, ສະເໜີບໍລິສັດທາງລົດໄຟລາວ-ຈີນ ປັບປຸງໂຄງລ່າງພື້ນຖານຂອງສະຖານີລົດໄຟ ຢູ່ແຕ່ລະຈຸດ ໃຫ້ສາມາດຮອງຮັບການຂົນສົ່ງສິນຄ້າໃຫ້ຫຼາຍຂຶ້ນ ແລະ ສົມທົບກັບ​ໂຄງ​ການທ່າບົກທ່ານາແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກ ແລະ ຜູ້ປະກອບການຂົນສົ່ງ ໃຫ້ມີລະບົບການເຮັດວຽກ ເປັນອັນດຽວກັນ ລວມທັງການເຊື່ອມໂຍງເສັ້ນທາງ ລະຫວ່າງທາງລົດໄຟ ແລະ ທ່າບົກທ່ານາແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກ ນະ​ຄອນຫຼວງວຽງ​ຈັນ, ການເພີ່ມຈໍານວນຖ້ຽວຂອງຂະບວນລົດໄຟ, ການເພີ່ມຈໍານວນ ແລະ ຂະໜາດ ຂອງຕູ້ຄອນເທນເນີ້ ໃຫ້ສາມາດຮອງຮັບການຂົນສົ່ງສິນຄ້າ ໃຫ້ຫຼາຍຂຶ້ນ, ສະເໜີບໍລິສັດທ່າບົກ ທ່ານາແລ້ງ ແລະ ບໍລິສັດທາງລົດໄຟລາວ-ຈີນ ສືບຕໍ່ເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບຂັ້ນຕອນ, ເອກະສານ, ຄ່າທໍານຽມ, ການຈອງຕູ້ຄອນເທນເນີ້ ສໍາລັບການນໍາເຂົ້າ-ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງສິນຄ້າ ຢູ່ສະຖານີລົດໄຟວຽງຈັນໃຕ້ ແລະ ທ່າບົກທ່ານາແລ້ງ ໃຫ້ທົ່ວເຖິງ ແລະ ໂປ່ງໃສຜ່ານເວັບໄຊຕ່າງໆ ເພື່ອເປັນຂໍ້ມູນໃນການກະກຽມ ຄວາມພ້ອມໃນການແຂ່ງຂັນຂອງທຸລະກິດຂອງລາວ.

ສະເພາະຄ່າມັດຈໍາຕູ້ສິນຄ້າ, ຄ່າຂົນສົ່ງສິນຄ້າ ຜ່ານທາງລົດໄຟ, ຄ່າຄ່ຽນຖ່າຍ ແລະ ອື່ນໆ ບາງອັນທີ່ເຫັນວ່າຍັງມີມູນຄ່າສູງ ແມ່ນສະເໜີພາກລັດ ແລະ ທ່າບົກທ່ານາແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກຄົ້ນຄວ້າຕື່ມ, ສະເໜີບໍລິສັດທ່າບົກ ທ່ານາແລ້ງ ແລະ ບໍລິສັດທາງລົດໄຟລາວ-ຈີນ ພິຈາລະນາຈັດແບ່ງບຸລິມະສິດສິນຄ້າ ໂດຍສະເພາະສິນຄ້າກະສິກໍາສົ່ງອອກ ຜ່ານທ່າບົກທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກແລະ ລົດໄຟລາວ-ຈີນ ລວມທັງການຈັດແບ່ງການເກັບຄ່າຄ່ຽນຖ່າຍຕາມປະເພດນໍ້າມັນເຊື້ອໄຟຂອງລົດ ຂົນສົ່ງ, ການເຈລະຈາພືດສົ່ງອອກໄປ ສປ ຈີນ, ສະເໜີໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ສືບຕໍ່ເຈລະຈາ ກັບ ຝ່າຍຈີນ ໃຫ້ໄດ້ຫຼາຍຂຶ້ນ ພ້ອມທັງເຜີຍແຜ່ໃຫ້ແກ່ພາກທຸລະກິດ ຢ່າງທົ່ວເຖິງ ກ່ຽວ​ກັບຂັ້ນຕອນການແຈ້ງ ແລະ ກວດກາສິນຄ້ານໍາເຂົ້າ-ສົ່ງອອກ, ສະເໜີ​ໃຫ້ຂະແໜງການທີ່ກ່ຽວຂ້ອງ ພິຈາລະນາຄົ້ນຄວ້າປັບປຸງໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນຕື່ມ, ການກວດກາຄືນການບໍລິການ ແລະ ເກັບຄ່າບໍລິການຂອງບໍລິສັດ ຊິບປິ້ງ ແມ່ນ ສະເໜີໃຫ້ ບໍລິສັດວຽງຈັນ ໂລ​ຊິ​ສ​ຕິກ ສະໜອງຂໍ້ມູນໃຫ້ແກ່ກົມພາສີເພື່ອນໍາໄປຄົ້ນຄວ້າຕື່ມ, ສະເໜີບັນດາກະຊວງນໍາເອົາ ຜົນຂອງກອງປະຊຸມ ໄປລາຍງານຕໍ່ຄະນະນໍາຂອງຕົນ ເພື່ອພິຈາລະນາ, ມອບໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ສັງລວມຄໍາເຫັນຕ່າງໆ ເພື່ອລາຍງານຕໍ່ ລັດຖະບານ ແລະ ກະກຽມເນື້ອໃນລາຍງານຕໍ່ກອງປະຊຸມ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ IV ທີ່ຈະຈັດຂຶ້ນໃນໄວໆ​ນີ້.

ແຫຼ່ງຂ່າວ: ປະຊາຊົນ

ໄທມີຄຳສັ່ງໃຫ້ເລັ່ງສ້າງຂົວແຫ່ງທີ 2 ໜອງຄາຍ-ນະຄອນຫຼວງວຽງຈັນ

ລັດຖະບານໄທມີຄຳສັ່ງໃຫ້ເລັ່ງສ້າງຂົວແຫ່ງທີ 2 ໜອງຄາຍ-ນະຄອນຫຼວງວຽງຈັນ ເພື່ອເຊື່ອມຕໍ່ທາງລົດໄຟລາວ-ຈີນ, ໜັງສືພິມບາງກອກໂພສຂອງໄທໄດ້ລາຍງານໃນຫວ່າງມໍ່ໆມານີ້ວ່າ: ຄະນະລັດຖະບານໄທໄດ້ອອກຄຳສັ່ງໃຫ້ອົງການທາງລົດໄຟແຫ່ງປະເທດໄທອອກແບບແລະກໍ່ສ້າງຂົວແຫ່ງທີ 2 ລະຫວ່າງໜອງຄາຍແລະນະຄອນຫຼວງວຽງຈັນຂອງປະເທດລາວໂດຍໄວ ເພື່ອເຊື່ອມຕໍ່ທາງລົດໄຟລາວ-ຈີນ. ທ່ານອະນຸທິນ ຊານວີຣະກຸນ ຮອງນາຍົກລັດຖະມົນຕີໄທກ່າວວ່າ:

ໃນກອງປະຊຸມຄະນະກຳມະການລະຫວ່າງລັດຖະບານກ່ຽວກັບທາງລົດໄຟໄທ-ລາວ-ຈີນ ທີ່ຕົນເປັນເຈົ້າພາບຈັດຂຶ້ນໃນອາທິດຜ່ານມານີ້, ຈິ່ງໄດ້ມີຂໍ້ຕົກລົງໃຫ້ອົງການທາງລົດໄຟແຫ່ງປະເທດໄທສ້າງຂົວແຫ່ງນີ້ໂດຍໄວ, ຄະນະກຳມະການດັ່ງກ່າວໄດ້ເປີດ “ໄຟຂຽວ” ດ້ານງົບປະມານທີ່ໃຊ້ໃນການກໍ່ສ້າງຂົວ ທີ່ອົງການທາງລົດໄຟແຫ່ງປະເທດໄທເປັນຜູ້ສະເໜີ; ພາຍຫຼັງທາງລົດໄຟລາວ-ຈີນເຊື່ອມຕໍ່ກັບປະເທດໄທແລ້ວ, ຈະຊຸກຍູ້ການພັດທະນາເສດຖະກິດພາກຕາເວັນຕົກຂອງຈີນ, ລາວ ແລະ ໄທ, ຈະເຮັດໃຫ້ຄ່າຂົນສົ່ງສິນຄ້າລະຫວ່າງຈີນແລະໄທຫຼຸດລົງ 30% ຫາ 50%; ຄຽງຄູ່ກັບການເປີດນຳໃຊ້ທາງລົດໄຟລາວ-ຈີນ, ການຂົນສົ່ງສິນຄ້າລະຫວ່າງຈີນແລະໄທຈະໄວກວ່າການຂົນສົ່ງສິນຄ້າໃນອະດີດ 1 ວັນ ແລະ ເຮັດໃຫ້ຕົ້ນທຶນໃນການຂົນສົ່ງຫຼຸດລົງ 25%.

ແຫຼ່ງຂ່າວ: CRI