Home Blog Page 127

ລາຍງານຜູ້ເສຍຊີວິດໃໝ່ຈາກໂຄວິດ-19

ຕາມການລາຍງານຈາກຄະນະສະເພາະກິດປະຈຳວັນທີ 2 ມັງກອນ 2022 ໃຫ້ຮູ້ວ່າ: ມື້ນີ້ ສປປ ລາວ ມີລາຍງານຜູ້ເສຍຊີວິດໃໝ່ +6

ລາຍລະອຽດເບື້ອງຕົ້ນຜູ້ເສຍຊີວິດໃໝ່ມີຄື: ຈາກນະຄອນຫຼວງວຽງຈັນ +2, ອຸດົມໄຊ +2, ຫຼວງພະບາງ +2

ຜູ້ເສຍຊີວິດສະສົມລວມແລ້ວ 380 ຄົນ.

ມາຮອດມື້ນີ້, ສປປ ລາວ ມີຜູ້ປິ່ນປົວເອງຢູ່ບ້ານ 11,000 ກວ່າຄົນ ທີ່ໄດ້ລາຍງານໂດຍຜ່ານມາທາງສາຍດ່ວນ 164.

ພ້ອມບໍລິການຮັບນັກທ່ອງທ່ຽວເຂົ້າມາລາວ ດ່ານສາກົນຂົວມິດຕະພາບລາວ-ໄທ

ພາຍຫຼັງທີ່ລັດຖະບານໄດ້ມີຖະແຫຼງການເປີດຮັບນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວປະເທດລາວເຮົານັບແຕ່ຕົ້ນປີ 2022 ເປັນຕົ້ນໄປໃນໄລຍະທີ່ຍັງມີການລະ ບາດຂອງພະຍາດໂຄວິດ-19 ພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດໄດ້ມີການກະກຽມຄວາມພ້ອມດ້ານຕ່າງໆໃນວຽກທີ່ຕົນເອງຮັບຜິດຊອບໃນນັ້ນກໍມີພາກສ່ວນດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ນະຄອນຫຼວງວຽງຈັນ (ນວ).

ທ່ານ ພັນໂທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມ ຄອງດ່ານ ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ນວ ໄດ້ໃຫ້ສຳພາດວັນທີ 27 ທັນວາ 2021 ວ່າ:

ການກະກຽມເປີດດ່ານເພື່ອຕ້ອນຮັບນັກທ່ອງ ທ່ຽວເຂົ້າມາປະເທດລາວໂດຍຜ່ານດ່ານສາກົນແຫ່ງນີ້ຕາມແຜນການເປີດຂອງລັດ ຖະບານຕົ້ນປີ 2022 ເປັນຕົ້ນໄປ ເຊິ່ງການກຽມຄວາມພ້ອມຂອງດ່ານ 2 ແຫ່ງຄື: ດ່ານສະບິນສາກົນວັດໄຕ ແລະ ດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ການອະນຸຍາດໃຫ້ນັກທ່ອງທ່ຽວເຂົ້າມາມີ 3 ໄລຍະ ສະນັ້ນເພື່ອຮອງຮັບນັກທ່ອງທ່ຽວຕ່າງປະເທດທີ່ຈະເດີນທາງເຂົ້າມາປະເທດເຮົາ ໂດຍຜ່ານດ່ານສາກົນແຫ່ງນີ້ ປັດຈຸບັນພວກເຮົາໄດ້ກະກຽມຄວາມພ້ອມຮອບດ້ານເຊັ່ນ:ດ້ານປ້ອງກັນຄວາມສະຫງົບ ດ້ານບຸກຄະລາກອນ ແລະ ດ້ານການບໍລິການ ຕມ ພາສີ ສາທາ ອຸປະກອນປ້ອງກັນໂຄວິດ ມີຈຸດຄັດກອງຢູ່ທາງດ້ານ ໜ້າດ່ານ ແລະ ອື່ນໆ ເຊິ່ງປັດຈຸບັນດ່ານພວກເຮົາກຳລັງໄດ້ຮັບການປັບປຸງພື້ນ ຖານໂຄງລ່າງຮອບດ້ານເພື່ອແກ້ໄຂການອັ່ງອໍແອອັດຂອງຜູ້ໂດຍສານ ແລະ ພາຫະນະ ໂດຍສະເພາະຕູ້ແຈ້ງເອກະສານໃໝ່ຂອງ ຕມ ພາສີ ແລະ ຂະແໜງການກ່ຽວ ຂ້ອງເພື່ອຮອງຮັບຜູ້ໂດຍສານນັບມື້ເພີ່ມຂຶ້ນເລື້ອຍໆ ໂດຍໄດ້ຮັບການຊຸກຍູ້ ເອົາໃຈໃສ່ຈາກ ນວ ແລະ ກະຊວງປ້ອງກັນຄວາມສະຫງົບ.

ສ່ວນຂອດການປະສານງານລະຫວ່າງດ່ານເຊິ່ງໜ້າ (ເບື້ອງດ່ານໄທ) ພວກເຮົາໄດ້ມີການປະສານງານກັນເປັນປົກກະຕິຕາມຫຼັກການພົວພັນສາກົນຄື:ສົນທິສັນຍາ ສັນຍາຂ້າມແດນລາວ-ໄທ ບົດບັນທຶກຄວາມເຂົ້າໃຈລາວ-ໄທ ແລະ ອື່ນໆທີ່ກ່ຽວຂ້ອງ ເຊິ່ງດ້ານຄວາມຫຍຸ້ງຍາກກໍລະນີມີນັກທ່ອງທ່ຽວ ຫຼື ມີຜູ້ໂດຍສານມາຫຼາຍ ການບໍລິການອາດມີການຊັກຊ້າເປັນຊົ່ວຄາວ ຂະແໜງການກ່ຽວຂ້ອງພາຍໃນດ່ານບາງຂະແໜງ ການກໍຂາດທາງດ້ານບຸກຄະລາກອນ ອຸປະກອນການຈັດເກັບລາຍຮັບບໍ່ພຽງພໍ ອາດມີຄວາມສ່ຽງສູງຕໍ່ການຕິດເຊື້ອເນື່ອງຈາກນັກທ່ອງທ່ຽວມາຫຼຍເຮັດໃຫ້ການອັ່ງອໍແອອັດຮັກສາໄລຍະຫ່າງບໍ່ໄດ້ ແລະ ອື່ນໆ ເຊິ່ງບັນນີ້ທາງດ່ານກໍມີຄວາມພ້ອມຮັບມື. ທ່ານ ພັນໂທ ກິດ່ອນ ກິວົງໄຊ ຍັງໃຫ້ຮູ້ຕື່ມວ່າ:

ສໍາລັບດ່ານເຊິ່ງໜ້າຕາມຂໍ້ມູນເບື້ອງຕົ້ນເພີ່ນຈະບໍ່ເປີດໃຫ້ຄົນທົ່ວໄປເດີ່ນທາງເຂົ້າ-ອອກລາວ ແລະ ຂ້າມໄປຍັງປະເທດດ່ານເຊິ່ງໜ້າ ເພີ່ນຈະມີການກຳນົດເງື່ອນ ໄຂທີ່ຈະເດີນ ທາງໄປນັ້ນ ໂດຍສະເພາະຈະມີການກັກໂຕ 1 ຄືນຢູ່ທີ່ຝັ່ງໄທ ສັກຢາຄົບໂດສ ມີເອກະສານຜ່ານກົງສຸນ ເຊິ່ງປະເທດລາວເຮົາກໍບໍ່ທັນໄດ້ເປີດໃຫ້ບຸກຄົນທົ່ວໄປເຂົ້າ-ອອກດ່ານໄດ້ຈະເປີດຮັບແຕ່ກຸ່ມນັກທ່ອງທ່ຽວເທົ່ານັ້ນ ສ່ວນນັກທ່ອງທ່ຽວທີ່ເຂົ້າມານັ້ນກັກໂຕກວດ 24 ຊົ່ວໂມງຖ້າບໍ່ພົບເຊື້ອກໍສາມາດທ່ອງທ່ຽວຕາມແຜນການໄດ້ ສ່ວນການປະຈຳການຢູ່ດ່ານປະກອບມີ ຕມ ພາສີ ກັກກັນສັດພືດ ຫ້ອງບໍລິຫານ ແລະ ກົມກົງສຸນກະຊວງການຕ່າງປະເທດ ການເຂົ້າ-ອອກແມ່ນໃຫ້ປະຕິບັດຕາມມາດຕະການຂອງຂະແໜງສາທາຢ່າງເຂັ້ມງວດຜູ້ທີ່ເຂົ້າມາຕ້ອງໄດ້ຜ່ານການຄັດກອງຈາກໜ່ວຍງານສາທາປະຈຳດ່ານກ່ອນຈຶ່ງເຂົ້າມາຫາເຈົ້າໜ້າທີ່ໄດ້ຕ້ອງໄດ້ປັບປຸງກົນໄກແບບໃໝ່ຈາກເມື່ອກ່ອນຜູ້ເຂົ້າມາຕ້ອງຜ່ານ ມຕ ແຕ່ປັດຈຸບັນໄດ້ປ່ຽນເອົາສາທາເປັນດ້ານໜ້າຖ້າກວດບໍ່ພົບພະຍາດກໍປ່ອຍໃຫ້ເຂົ້າມາຫາເຈົ້າໜ້າທີ່ ມຕ ເພື່ອກວດເອ ກະສານຕາມຂັ້ນຕອນໃນການເຂົ້າປະເທດ ທັງນີ້ເພື່ອຄວາມປອດໄພຈາກພະຍາດໂຄວິດ.

ແຫຼ່ງຂ່າວມຮູບພາບ: Lao National Radio

ລັດຖະບານຍີ່ປຸ່ນ ມອບອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາ ແລະ ວັກຊີນແກ່ ສປປ ລາວ

ລັດຖະບານຍີ່ປຸ່ນ ໄດ້ມອບອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາ ເເລະ ຂົນສົ່ງວັກຊີນ ມູນຄ່າລວມກວ່າ 900,000 ໂດລາສະຫະລັດ ເເລະ ວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈຳນວນ 320,200 ໂດສ໌ ໃຫ້ແກ່ ກະຊວງສາທາລະນະສຸກ.

ນະ​ຄອນ​ຫຼວງວຽງ​ຈັນ, ວັນ​ທີ 28 ທັນ​ວ​າ 2021 – ໃນ​ມື້ນີ້ ລັດຖະບານຍີ່ປຸ່ນ ​ໄດ້​ມອບ​ອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາ ເເລະ ຂົນສົ່ງວັກຊີນ​ໃຫ້​ແກ່ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ເພື່ອ​​ເສີນ​ສ້າງ​ຄວາມເຂັ້ມແຂງໃນຂະ​ບວນ​ການ​ສັກ​ຢາ​ວັກ​ຊີນປ້ອງ​ກັນ​ພະ​ຍາດ​ ໂຄວິດ-19 ​ໃນສປປ ລາວ.

ອຸ​ປະ​ກອນ​ດັ່ງ​ກ່າວ​ປະ​ກອບ​ມີ: ​ຕູ້ແຊ່ແຂງເພື່ອເກັບຮັກສາວັກ​ຊີນ​ ເເລະ ແທ່ງນໍ້າແຂງທຽມ ຈຳ​ນວນ 208 ຕູ້,ຕູ້​ເຢັນອີກຈ​ຳ​ນວນ 480 ຕູ້, ອາ​ໄຫຼ່​ສ​ຳ​ລັບ​ອຸ​ປະ​ກອນຕ່າງໆ, ກ່ອງ​ຂົນສົ່ງ​ວັກ​ຊີນ 500 ກ່ອງ, ກ່ອງ​ເຢັນ​ຈຳ​ນວນ 100 ກ່ອງ ແລະ ແທ່ງນໍ້າແຂງທຽມຈຳ​ນວນ 10,000 ແທ່ງ, ເຊີ່ງ​ທັງ​ໝົດນີ້ເເມ່ນການ​ຊ່ວຍ​ເຫຼືອ​ຈາກ​ຍີ່​ປຸ່ນ​ໂດຍ​ຜ່ານອົງການຢູ່ນິເຊັບ​ເເລະ ມີ​ມູນ​ຄ່າ​ລວມ​ທີ່ 913,141ໂດລາສະຫະລັດ.

ການ​ສະ​ໜອງອຸປະກອນລະບົບຄວາມເຢັນ​ໃນ​ຄັ້ງ​ນີ້ ​ເເມ່ນເປັນ​ສ່ວນ​ໜຶ່ງ​ຂອງ​ໂຄງ​ການ​ທີ່​ລັດ​ຖະ​ບານ​ຍີ່​ປຸ່ນພວມຈັດ​ຕັ້ງ​ປະ​ຕິ​ບັດ​ເພື່ອສະ​ໜັບ​ສະ​ໜູນ ສ​ປ​ປ ລາວ ໃນ​ການເສີມສ້າງຄວາມເຂັ້ມແຂງໃຫ້ເເກ່ລະບົບຄວາມເຢັນສຳລັບການເກັບຮັກສາ ເເລະ ຂົນສົ່ງວັກຊີນເພື່ອເປັນການປະກອບສ່ວນເຂົ້າໃນວຽກງານການຮັບ​ມື​ກັບ​ພະ​ຍາດ ໂຄ​ວິດ-19, ເຊິ່ງ​ໂຄງ​ການດັ່ງກ່າວເເມ່ນມີມູນ​ຄ່າ​ລວມທັ້ງໝົດ 1.1 ລ້ານ​ໂດ​ລາ​ສະ​ຫະ​ລັດ. ນອກຈາກການຈັດຊື້ອຸປະກອນລະບົບຄວາມເຢັນເເລ້ວ, ຈໍານວນທຶນທີ່ ເຫຼືອພາຍ​ໃຕ້​ໂຄງ​ການ​ນີ້​ແມ່ນຈະປະກອບສ່ວນເຂົ້າໃນການຜັນຂະຫຍາຍການຮ່ວມມືດ້ານວິຊາການລະຫວ່າງລັດຖະບານຍີ່ປຸ່ນ ແລະ ລັດຖະບານ ສປປ ລາວ ໃນວຽກງານເສີມສ້າງລະບົບຄວາມເຢັນ ຂອງ ສປປ ລາວ ໃນອະນາຄົດ.

ພະນະທ່ານ​ ດຣ. ໄພວັນ ແກ້ວປະເສີດ​, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ກ່າວວ່າ: “ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຂໍ​ສະ​ແດງ​ຄວາມ​ຂອບໃຈຕໍ່​ລັດ​ຖະ​ບານ​ຍີ່​ປຸ່ນສຳລັບການ​ສະ​ໜັບ​ສະ​ໜູນ​ອຸ​ປະ​ກອນລະບົບຄວາມເຢັນໃນຄັ້ງນີ້.  ໂດຍການ​ເສີນ​ສ້າງ​ຄວາມເຂັ້ມ​ແຂງ​ໃຫ້​ກັບລະບົບຄວາມເຢັນເພື່ອເກັບຮັກສາ ເເລະ ຂົນສົ່ງວັກຊີນປ້ອງກັນ​ພະ​ຍາດ​ ໂຄວິດ-19, ພວກ​ເຮົາກໍ່​ຈະ​ສາ​ມາດຜັນຂະຫຍາຍວຽກງານການຊັກວັກຊີນໃຫ້ສາມາດ​ເຂົ້າ​ເຖິງ​ຈຳນວນປະຊາກອນ​ໄດ້ຫຼາຍຂື້ນໃນໄລ​ຍະ​ການ​ແຜ່​ລະ​ບາດຂອງ​ພະ​ຍາດ​ດັ່ງ​ກ່າວ.

ນອກຈາກອຸ​ປະ​ກອນລະບົບຄວາມເຢັນເເລ້ວ, ລັດຖະບານຍີ່ປຸນຍັງໄດ້ມອບວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈຳນວນ 320,200 ໂດສ໌ ໃຫ້ແກ່ ກະຊວງສາທາລະນະສຸກ ຢ່າງເປັນທາງການອີກດ້ວຍໃນໂອກາດນີ້, ເຊີ່ງວັກຊີນເຫຼົ່ານີ້ເເມ່ນໄດ້ມາຮອດ ສປປ ລາວ ໃນວັນທີ 23 ທັນວາທີ່ຜ່ານມາ  ເເລະ ເປັນການຊ່ວຍເຫຼືອຈາກຍີ່ປຸນໂດຍຜ່ານໂຄງ​ການ COVAX Facility – ເຊີ່ງແມ່ນ​ການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi) ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.

ປກສ ກຸ່ມ ວັງຊາຍ ສໍາເລັດການລົງເຮັດບົດບັນທຶກສັນຍາປ້ອງກັນຄວາມສະຫງົບດີ

ປກສ ກຸ່ມ ວັງຊາຍ ສໍາເລັດການລົງເຮັດບົດບັນທຶກສັນຍາ ປ້ອງກັນຄວາມສະຫງົບດີ ຢູ່ 10 ບ້ານທີ່ຂຶ້ນກັບກຸ່ມ

ຕາມການລາຍງານຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ປກສ ກຸ່ມ ວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ພະນັກງານລົງກໍ່ສ້າງຮາກຖານ, ອໍານາດການປົກຄອງບ້ານ 10 ບ້ານ ທີ່ຂຶ້ນກັບກຸ່ມ ລົງເຮັດບົດບັນທຶກສັນຍາປ້ອງກັນຄວາມສະຫງົບ ກັບບັນດາຮ້ານຂາຍເຄື່ອງທີ່ອາດຈະມີການຂາຍທາດທີ່ມີສຽງແຕກ, ຮ້ານກີນດື່ມ, ບໍລິສັດ, ຫ້ອງແຖວ, ຮ້ານເສີມສວຍ, ຮ້ານຮັບຊື້ເຫຼັກເສດ ເພື່ອຮັກສາຄວາມສະຫງົບໃນໄລຍະສົ່ງທ້າຍປີເກົ່າ 2021 ຕ້ອນຮັບປີໃໝ່ 2022.ພັທ ຊື່ວ່າງ ກ່າລໍ່ ຫົວໜ້າ ປກສ ກຸ່ມ ວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

ແຕ່ວັນທີ 22-27 ທັນວາ 2021 ປກສ ກຸ່ມໄດ້ໄດ້ປະສານສົບທົບກັບ ອໍານາດການປົກຄອງບ້ານ 10 ບ້ານ ເພື່ອເຮັດບົດບັນທຶກສັນຍາປ້ອງກັນຄວາມສະຫງົບດີ ເຊິ່ງມີທັງໝົດ 238 ຮ້ານ ແລະ ໃນບົດບັນທືກໄດ້ກໍານົດຫ້າມບໍ່ໃຫ້ຊື້-ຂາຍວັດຖຸທີ່ເຮັດໃຫ້ມີສຽງແຕກເນືອງນັນ, ຫ້າມເຮັດໃຫ້ມີສຽງແຕກທຸກປະເພດ, ຫ້າມຈັດງານຂິດຂວາງການສັນຈອນ, ຫ້າມຫຼີ້ນການພະນັນ, ຫ້າມໃຊ້ສຽງດັງລົບກວນຄົນອື່ນ.

ແຈ້ງການການຈັດງານບຸນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົນ ແລະ ວັນພັກຊົດເຊີຍ ປີໃຫມ່ສາກົນ 2022 ແຂວງຈຳປາສັກ

ເນື່ອງຈາກບຸນປີໃຫມ່ສາກົນ 2022 ນີ້ ແມ່ນຍັງຢູ່ໃນສະພາບຂອງການລະບາດພະຍາດໂຄວິດ-19 ພາຍໃນປະເທດ ເວົ້າລວມ, ເວົ້າສະເພາະແຂວງຈໍາປາສັກ ຍັງສືບຕໍ່ມີການແຜ່ລະບາດໃນຊຸມຊົນ, ສະນັ້ນ, ເພື່ອເປັນການຮັບປະກັນໃນການ ຈັດຕັ້ງການສະເຫຼີມສະຫຼອງບຸນປີໃຫມ່ສາກົນປີນີ້ ຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງຈໍາປາສັກ ໃຫ້ເປັນບັນຍາກາດແຫ່ງ ຄວາມເບີກບານມ່ວນຊື່ນ ແລະ ມີໄມຕີຈິດມິດຕະພາບ, ເຕັມໄປດ້ວຍຄວາມສາມັກຄີ ທັງຮັບປະກັນຄວາມສະຫງົບ, ປອດ ໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ ຕິດພັນກັບການສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ຕາມຄໍາສັ່ງ ສະບັບເລກທີ 15/ນຍ ແລະ ຄໍາສັ່ງ ຂອງເຈົ້າແຂວງ ເລກທີ 18/ຈຂ.ຈສ ໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ-19 ທີ່ລັດຖະບານ ແລະ ແຂວງໄດ້ວາງອອກ. ຄະນະສະເພາະກິດຂັ້ນແຂວງ ຂໍຖືເປັນກຽດ ແຈ້ງມາຍັງທຸກ ພາກສ່ວນຮັບຊາບ ແລະຈັດຕັ້ງປະຕິບັດດັ່ງນີ້:

1. ຫ້າມບໍ່ໃຫ້ແຕ່ລະສໍານັກງານ, ອົງການຈັດຕັ້ງພັກ-ລັດ ທຸກຂັ້ນ ຈັດງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2021 ແລະ ຕ້ອນຮັບປີໃຫມ່ 2022 ຢ່າງເດັດຂາດ; ກໍລະນີມີຄວາມປະສົງຕ້ອງການອ່ວຍພອນໃນງານຄອບຄົວ ກໍສາມາດຈັດ ໄດ້, ບົນພື້ນຖານກະທັດຮັດ, ງ່າຍດາຍ ( ບໍ່ອະນຸຍາດເຕົ້າໂຮມຈໍານວນຜູ້ເຂົ້າຮ່ວມຫລາຍ ແລະ ຈັດເຄົ້າດາວ ) ແລະ ຕ້ອງຮັບປະກັນມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

2. ມອບໃຫ້ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ອົງການ ປົກຄອງນະຄອນປາກເຊ ແລະ 9 ເມືອງ ຈັດຕັ້ງປະຕິບັດດັ່ງນີ້:

2.1 ຊີ້ນໍາບັນດາບ້ານ, ກຸ່ມບ້ານ, ກໍາລັງກອງຫຼອນບ້ານ ເປັນເຈົ້າການກວດກາ, ຕິດຕາມ ບັນດາກິດຈະກໍາທີ່ບໍ່ອະນຸຍາດໃຫ້ດໍາເນີນ ຕາມຄໍາສັ່ງ ສະບັບເລກທີ 18/ຈຂ.ຈສ, ລົງວັນທີ 16 ພະຈິກ 2021 ຢ່າງເຂັ້ມງວດ.

.

ລາຍລະອຽດຜູ້ເສຍຊີວິດທັງ 14 ຄົນ (28/12/2021)

ຕາມກາານລານຍງານຂອງຄະນະສະເພາະກິດປະຈຳວັນໃຫ້ຮູ້ວ່າ: ສປປ ລາວມີເສຍຊີວິດໃໝ່ຈາກການຕິດເຊື້ອໂຄວິດ-19 ອີກ 14 ຄົນ ເຊິ່ງມີລາຍລະອຽດດັ່ງນີ້:

ຕໍ່ໄປຂ້າພະເຈົ້າຂໍລາຍງານກ່ຽວກັບ ຜູ້ເສຍຊີວິດໃໝ່  14 ຄົນ, ລາຍລະອຽດດັ່ງນີ້:

1.ເພດຍິງ, ອາຍຸ 31ປີ ອາຊີບ: ແມ່ເຮືອນ, ບ້ານ ມັດຈົງໃຫຍ່, ເມືອງ ປາກແບ່ງ, ແຂວງ ອຸດົມໄຊ (ນັບເປັນຄົນເຈັບເສຍຊີວິດ ນະຄອນຫຼວງ)

  • ພະຍາດປະຈຳໂຕ : ໄຂ່ຫຼັງຊຸດໂຊມ, ເຄີຍເປັນວັນນະໂລກປອດ
  • ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ

2.ເພດຊາຍ, ອາຍຸ 72 ປີ, ບ້ານ ນໍ້າພ້າວ, ເມືອງ ວັງວຽງ, ແຂວງ ວຽງຈັນ (ນັບເຂົ້າເປັນຄົນເຈັບເສຍຊີວິດຂອງ ນະຄອນຫຼວງ)

  • ພະຍາດປະຈຳໂຕ : ຄວາມດັນເລືອດສູງ ແລະ ເບົາຫວານ
  • ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ

3.ເພດຊາຍ, ອາຍຸ 72ປີ ບ້ານ ນາທົ່ມ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ

  • ພະຍາດປະຈຳໂຕ : ຄວາມດັນເລືອດສູງ, ເບົາຫວານ ແລະ ເຄິຍເປັນວັນນະໂລກປອດ
  • ສັກຢາວັກຊີນຄົບ Astra Zeneca

4.ເພດຍິງ, ອາຍຸ 81 ປີ, ບ້ານ ຜາງແຫ້ງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

  • ພະຍາດປະຈຳໂຕ: ບໍ່ມີຂໍ້ມູນ
  • ສັກຢາວັກຊີນ 1 ເຂັມ J&J

5.ເພດຍິງ, ອາຍຸ 23 ປີ, ບ້ານວຽງແກ້ວ, ເມືອງວັງວຽງ,​ ແຂວງ ວຽງຈັນ (ນັບເປັນກໍລະນີນະຄອນຫຼວງວຽງຈັນ)

  • ພະຍາດປະຈຳໂຕ: HIV positive

6.ເພດຍີງ 68 ປີ, ອາຊີບ ປະຊາຊົນ, ບ້ານປາງຄອນ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ

  • ພະຍາດປະຈຳໂຕ: ອຳມະພາດ 4​ ປີ
  • ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ

7.ເພດຍີງ 68 ປີ, ອາຊີບ ປະຊາຊາຊົນ, ບ້ານຫ້ວຍຊາຍຄຳ, ເມືອງປາກລາຍ, ໄຊຍະບູລີ

  • ພະຍາດປະຈຳໂຕ: ເບົາຫວານ, ຄວາມດັນເລືອດສູງ, ຫົວໃຈຊຸດໂຊມ, ໄຂ່ຫລັງຊຸດໂຊມ
  • ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ

8.ເພດຊາຍ 87 ປີ, ອາຊີບ ປະຊາຊົນ, ບ້ານຕາລານ, ເມືອງໄຊຍະບູລີ

  • ພະຍາດປະຈຳໂຕ: ອຳມະພາດ 5 ປີ, ອັກເສບປອດຊຳເຮື້ອ, ໄຂ່ຫຼັງຊຸດໂຊມ, ຫອບຫືດ
  • ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ

9.ເພດ​ຊາຍ, ອາຍຸ 40 ປີ, ອາຊີບ ປະຊາຊົນ, ບ້ານ​ໂພນ​ສະ​ອາດ, ເມືອງ​​ໄຊ​ຍະ​ບູ​ລີ, ແຂວງໄຊຍະບູລີ

  • ພະຍາດປະຈຳໂຕ: ໄຂ່ຫຼັງ​ຊຸດ​ໂຊມ​ຊຳ​ເຮື້ອ
  • ບໍ່​ໄດ້​ສັກ​ຢາ​ວັກ​ຊິນ​​ປ້ອງກັນໂຄວິດ

10 ເພດ​ຍິງ ອາຍຸ 114 ປີ,​ ບ້ານ ໃຫຍ່, ເມືອງໄຊຍະບູລີ, ແຂວງ ໄຊບະບູລີ

  • ພະຍາດປະຈຳໂຕ: ບໍ່ມີ 
  • ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ

11 ເພດຊາຍ ອາຍຸ 85 ປີ, ບ້ານ ນາເລົາ, ເມືອງ​ໄຊຍະບູລີ, ແຂວງໄຊຍະບູລີ

  • ພະຍາດປະຈຳໂຕ: ຄວາມດັນເລືອດສູງ, ປະດົງຂໍ່ ແລະ ຫົວໃຈຊຸດໂຊມ​
  • ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ

12. ເພດຊາຍ, ອາຍຸ 67 ປີ, ບ້ານ ເນີນສະຫວ່າງ, ເມືອງ ນານ, ແຂວງ ຫຼວງພະບາງ (ແຕ່ມາປິ່ນປົວຢູ່ໂຮງໝໍແຂວງໄຊຍະບູລີ)

  • ພະຍາດປະຈຳຕົວ:  ໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ
  • ໄດ້ສັກວັກຊີນ J & J

13. ເພດຊາຍ, ອາຍູ 43 ປີ, ອາຊີບ ພະນັກງານ, ບ້ານ ນາທອງ, ເມືອງ ຊຳເໜືອ, ແຂວງ ຫົວພັນ

  • ບໍ່ມີພະຍາດປະຈຳໂຕ
  • ໄດ້ສັກຢາວັກຊີນ 2 ເຂັມ ( ຊີໂນຟາມ)

14. ອາຍຸ 75 ປີ, ອາຊີບ ປະຊາຊົນ, ບ້ານ ຜາລະແວກ, ເມືອງຮົ່ມ, ແຂວງໄຊສົມບູນ

  • ພະຍາດປະຈໍາໂຕ: ຄວາມດັນເລືອດສູງ, ເບົາຫວານ ແລະ ໄອຊຳເຮື້ອ

ບໍ່ໄດ້ຮັບວັກຊີນປ້ອງກັນໂຄວິດ

ລາວເຮົາ ຂາດດຸນການຄ້າ 131 ລ້ານໂດລາ ໃນເດືອນພະຈິກ

ຕາມການລາຍງານ ຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນພະຈິກ ປີ 2021 ບັນລຸໄດ້ປະມານ 912 ລ້ານໂດລາສະຫະລັດ.

ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 390 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 521 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 131 ລ້ານໂດລາສະຫາລັດ.

ສິນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ຄຳປະສົມ (ຄຳແທ່ງ), ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ນ້ຳຕານ, ຢາງພາລາ ແລະ ເຂົ້າ.

ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ນ້ຳມັນແອັດຊັງ, ແອັດຊັງພິເສດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ແລະ ເຍື່ອໄມ້ ແລະ ເສດເຈ້ຍ.

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກຄື: ສປ ຈີນ ມູນຄ່າ 134 ລ້ານໂດລາສະຫະລັດ, ຫວຽດນາມ 99 ລ້ານໂດລາສະຫະລັດ, ໄທ 65 ລ້ານໂດລາສະຫະລັດ, ອິນເດຍ 14 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 7 ລ້ານໂດລາສະຫະລັດ.

5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກຄື: ໄທ ມູນຄ່າ 253 ລ້ານໂດລາສະຫະລັດ, ສປ ຈີນ 138 ລ້ານໂດລາສະຫະລັດ, ຫວຽດນາມ 50 ລ້ານໂດລາສະຫະລັດ, ຢີ່ປຸ່ນ 5 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 17 ລ້ານໂດລາສະຫະລັດ.ແຕ່ຢ່າງໃດກໍ່ຕາມ, ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນພະຈິກ ປີ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ລາຍງານໂຕເລກຜູ້ຕິດເຊື້ອປະຈຳວັນ

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 28 ທັນວາ 2021 ໃຫ້ຮູ້ວ່າ:

ລາຍລະອຽດພາຍຫຼັງ

ຫົວໜ້າກົມປະຊາສໍາພັນໄທ ພ້ອມດ້ວຍຄະນະມາຂໍໂທດ ທີ່ສະຖານທູດລາວກໍລະນີຊ່ອງ NBT ອອກຂ່າວ

ເວລາ 15:00 ໂມງ ນຕອນບ່າຍວັນທີ່ 27 ທັນວາ 2021, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ, ຫົວໜ້າກົມປະຊາສໍາພັນ ພ້ອມດ້ວຍຄະນະ 6 ທ່ານ ໄດ້ເຂົ້າພົບທ່ານ ແສງ ສຸຂະທິວົງ, ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ ທີ່ສະ ຖານທູດລາວ ເພື່ອມາຂໍໂທດກ່ຽວ ກັບການສະເໜີຂ່າວລົດໄຟຄວາມໄວສຸງ ລາວ-ຈີນ ຊຶ່ງສື່ຂອງສະຖາ ນີວິທະຍຸ ໂທລະພາບ ແຫ່ງປະເທດໄທ (NBT) ໄດ້ອອກຂ່າວທີ່ຂາດຂໍ້ມູນຄວາມຈິງໃນວັນທີ່ 6 ທັນວາ 2021 ທີ່ຜ່ານມາໃນລາຍ ການ “ຟັງຊັດໆ ຖະໜອມຈັດໃຫ້” ຂອງທ້າວ ຖະໜອມ ອ່ອນເກດພົນ ໄດ້ນໍາສະເໜີຂ່າວທີ່ບໍ່ມີມູນຄວາມຈິງ ເຮັດໃຫ້ເຂົ້າໃຈວ່າ ລັດຖະບານລາວບໍ່ສາມາດໄຊ້ໜີ້ຈີນໄດ້ ຈາກການກູ້ຢືມເງີນມາລົງທຶນສ້າງທາງລົດໄຟອັນມະຫາສານ ແລະ ຍັງດູໝິ່ນຄົນລາວວ່າບໍ່ສາມາດຂີ່ລົດໄຟໄດ້ຍ້ອນປີ້ລົດໄຟແພງກວ່າລາຍຮັບຂອງພົນລະ ເມືອງລາວ.

ໃນການເຂົ້າພົບເພື່ອຂໍໂທດ, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ ໄດ້ກ່າວສະແດງຄວາມເສຍໃຈຕໍ່ຄວາມຜິດພາດໃນການອອກຂ່າວຄັ້ງນີ້, ເຊິ່ງເພີ່ນເອງໃນນາມຜູ້ບັງຄັບບັນຊາໂດຍກົງຂອງໂທລະ ພາບຊ່ອງ NBT ໄດ້ຂໍໂທດທ່ານທູດ ແລະ ປະຊາຊົນລາວ ແລະ ຍອມຮັບວ່າເຄີຍເກີດມີຄວາມຜິດພາດໃນການສະເໜີມາແລ້ວເທື່ອໜຶ່ງ, ໂດຍຕອນນັ້ນໄດ້ມີຈົດໝາຍຂໍໂທດເປັນທາງການວ່າຈະບໍ່ໃຫ້ມີເຫດການເກີດຂື້ນອີກ ແຕ່ມາເທື່ອນີ້ໂທລະພາບ NBT ກໍໄດ້ສະເໜີຂ່າວຜິດພາດອີກຄັ້ງໜຶ່ງ. ສະນັ້ນຄັ້ງນີ້ຈຶ່ງໄດ້ນໍາພາຄະນະຜູ້ບໍລິຫານ ແລະ ນັກຂ່າວມາຂໍໂທດທີ່ສະຖານທູດໂດຍກົງ ເພື່ອສະແດງຄວາມຈິງໃຈ ແລະ ສໍານຶກໃນຄວາມຜິດທີ່ເກີດຂື້ນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການອະໄພຈາກປະຊາຊົນລາວ ພ້ອມທັງຮັບປາກຢ່າງໜັກແໜ້ນວ່າ ຈະບໍ່ໃຫ້ເຫດການລັກຊະນະນີ້ເກີດຂື້ນອີກ.

ພ້ອມດຽວກັນນີ້, ທ່ານພົນໂທ ສັນເສີນ ໄດ້ໃຫ້ທ້າວ ຖະໜອມ, ນັກຂ່າວຊ່ອງ NBT ກ່າວຄໍາຂໍໂທດດ້ວຍຕົນເອງຕໍ່ທ່ານທູດ ແລະ ປະຊາຊົນລາວ ແລະ ຜູ້ກ່ຽວໄດ້ເອົາພວງມະໄລກາບຂໍໂທດໂດຍກົງຕໍ່ທ່ານທູດ ແລະ ປະຊາຊົນລາວທັງຊາດ ແລະ ຫວັງວ່າປະຊາຊົນລາວຈະໃຫ້ອະໄພຕົນຕໍ່ຄວາມຜິດພາດໃນຄັ້ງນີ້.

ຫຼັງຈາກນັ້ນ, ທ່ານທູດ ແສງ ໄດ້ຮັບຊາບຄໍາຂໍໂທດດັ່ງກ່າວ ໂດຍຈະນໍາເອົາການຂໍໂທດຄັ້ງນີ້ ແຈ້ງໃຫ້ປະຊາຊົນຮັບຊາບ, ເຊິ່ງທ່ານທູດເຊື່ອໝັ້ນວ່າປະຊາຊົນລາວຜູ້ມີຈິດໃຈໂອບເອື້ອອາລີ ຈະໃຫ້ອະ ໄພໃນຄວາມຜິດພາດຄັ້ງນີ້ ແລະ ສະແດງຄວາມຫວັງວ່າຈະບໍ່ເກີດຄວາມຜິດພາດໃນລັກຊະນະນີ້ເກີດຂື້ນອີກ.

ໃນໂອກາດນີ້ ທ່ານທູດ ໄດ້ເໜັ້ນໃຫ້ເຫັນເຖິງຄວາມສໍາພັນ ລາວ-ໄທ ທີ່ເປັນເພື່ອນບ້ານໃກ້ຄຽງ ທີ່ມີຮີດຄອງປະ ເພນີ, ວັດທະນະທໍາ ແລະ ພາສາປາກເວົ້າ ທີ່ຄ້າຍຄືກັນ. ພ້ອມນີ້ ທ່ານທູດຍັງໄດ້ກ່າວຕື່ມວ່າ ຕໍ່ໜ້າຫາກມີບັນຫາບໍ່ເຂົ້າໃຈ ຫຼື ຕ້ອງການຂໍ້ມູນລະອຽດ ກໍຂໍໃຫ້ຕິດຕໍ່ປະສານມາຍັງສະຖານທູດເພື່ອຂໍຂໍ້ມຸນຂ່າວສານທີ່ຖຶກຕ້ອງຕາມຄວາມເປັນຈິງ ເພື່ອສະເໜີຂ່າວທີ່ເຮັດໃຫ້ສັງຄົມຮັບຮູ້ ແລະ ມີຄວາມເຂົ້າໃຈທີ່ຖຶກຕ້ອງ.

ວພາຍ

ທ່ານທູດ ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງໂຄງການລົດໄຟຄວາມໄວສູງ ລາວ-ຈີນ ທີ່ເປັນເສັ້ນທາງປະຫວັດສາດ ແລະ ແມ່ນເສັ້ນທາງທໍາອິດສໍາລັບປະຊາຊົນລາວ. ປະຊາຊົນລາວ ມີຄວາມພາກ ພູມໃຈໃນການເປີດການນໍາໃຊ້ລົດໄຟຄວາມໄວສູງດັ່ງກ່າວ, ເຊິ່ງໂຄງການນີ້ ແມ່ນເພື່ອຜົນປະໂຫຍດຂອງປະຊາຊົນລາວ, ປະຊາຊົນປະເທດເພື່ອນບ້ານ, ປະເທດອາຊຽນ ແລະ ພາກພື້ນໃນອານາຄົດ.

ສຸດທ້າຍນີ້, ທ່ານທູດ ໄດ້ເໜັ້ນຄືນຈຸດຢືນຂອງລັດຖະບານ ສປປ. ລາວ ຍາມໃດ ກໍພະຍາ ຍາມເສີມຂະຫຍາຍ ສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີນໍາກັນຂອງສອງປະເທດ ໃຫ້ນັບມື້ຈະເລີນກ້າວໜ້າ, ເຊິ່ງຕົນເອງໃນນາມທູດ ຈະທຸ້ມເທເຫື່ອແຮງສືບຕໍ່ຊຸກຍູ້ການພົວພັນ ແລະ ການຮ່ວມມືຂອງສອງປະເທດ ໃຫ້ຈະເລີນງອກງາມຍິ່ງໆຂື້ນ.

ແຫຼ່ງຂ່າວ: Lao National Radio

ບໍລິການ 23 ປີ ໂຄງການທາງລົດໄຟລາວ-ຈີນ ຈິ່ງຈະເລີ່ມມີຜົນກໍາໄລ

ໃຫ້ບໍລິການ 23 ປີ ໂຄງການທາງລົດໄຟລາວ-ຈີນ ເລີ່ມຈະມີຜົນກໍາໄລ

ໂຄງການທາງລົດໄຟຄວາມໄວສູງລາວ-ຈີນ ເປັນໂຄງການທີມີມູນຄ່າການລົງທຶນສູງ ເຊິ່ງການເກັບກູ້ທຶນຄືນ ໃນບົດວິພາກເສດຖະກິດ ໄດ້ລະບຸວ່າ ຮອດປີທີ 23 ຂອງການດໍາເນີນງານ ຈຶ່ງສາມາດຮອດຈຸດກຸ້ມທຶນ ໝາຍຄວາມວ່າ ຈາກປີທີ 23 ໄປ ໂຄງການດັ່ງກ່າວຈຶ່ງຈະມີກໍາໄລ, ເມື່ອໝົດອາຍຸສຳປະທານ 50 ປີ ແລ້ວ ຊັບສິນທັງໝົດຕ້ອງໄດ້ສົ່ງມອບໃຫ້ລັດຖະບານ.

ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ໃຫ້ສໍາພາດຕໍ່ສື່ມວນຊົນ ຕອນບ່າຍ ວັນທີ 23 ທັນວາ 2021 ວ່າ: ການລົງທຶນໃສ່ໂຄງການທາງລົດໄຟ ລາວ-ຈີນ ແມ່ນຄຸ້ມຄ່າທີ່ສຸດເມື່ອເບິ່ງຜົນປະໂຫຍດທີ່ໄດ້ຮັບ ໂດຍສະເພາະບາງຂໍ້ມູນສໍາຄັນໃນສັນຍາສຳປະທານຂອງໂຄງການທາງລົດໄຟ ລາວ-ຈີນ ຫຼື ສັນຍາທີ່ມີຊື່ເຕັມໆ ວ່າ:

“ສັນຍາສຳປະທານ ການອອກແບບ-ກໍ່ສ້າງ-ລະດົມທຶນ-ດໍາເນີນກິດຈະການ ແລະ ບໍາລຸງຮັກສາທາງລົດໄຟ ບໍ່ເຕ່ນ-ນະຄອນຫຼວງວຽງຈັນ” ເຊິ່ງໄດ້ເຊັນສັນຍາໃນປີ 2016 ລະຫວ່າງ ລັດຖະບານລາວ ຕາງໜ້າໂດຍ ກະຊວງແຜນການ ແລະ ການລົງທຶນ ກັບ ບໍລິສັດ ທາງລົດໄຟ ລາວ-ຈີນ ທີ່ໄດ້ສ້າງຕັ້ງຂຶ້ນ ພາຍໃຕ້ກົດໝາຍຂອງ ສປປ ລາວ ໂດຍມີລັດຖະບານລາວ ຕາງໜ້າໂດຍ ລັດວິສາຫະກິດ ລົດໄຟ ແຫ່ງຊາດລາວ ຖືຮຸ້ນ 30% ແລະ 3 ລັດວິສາຫະກິດຂອງ ສປ ຈີນ ຖືຮຸ້ນ 70%. ຫົວໜ້າກົມສົ່ງເສີມການລົງທຶນ ກ່າວຕື່ມວ່າ: ມູນຄ່າການລົງທຶນຂອງໂຄງການທາງລົດໄຟ ລາວ-ຈີນ ທັງໝົດ ປະມານ 5.986 ລ້ານໂດລາ ຊຶ່ງໃນນີ້ 40% ຂອງມູນຄ່າການລົງທຶນທັງໝົດເປັນເງິນຕົ້ນທຶນ, ສ່ວນອີກ 60% ແມ່ນກູ້ຢືມຈາກ ທະນາຄານຂາເຂົ້າ-ຂາອອກ ສປ ຈີນ. ສໍາລັບຕົ້ນທຶນຂອງຝ່າາຍລາວ ແມ່ນ 730 ລ້ານໂດລາ, ລັດຖະບານອອກເງິນ 250 ລ້ານໂດລາ, ສ່ວນອີກ 480 ລ້ານໂດລາ ແມ່ນກູ້ຢືມຈາກ ທະນາຄານຂາເຂົ້າ-ຂາອອກ ສປ ຈີນ.

ເບິ່ງໂຕເລກການລົງທຶນແລ້ວ, ໂຄງການດັ່ງກ່າວມີມູນຄ່າການລົງທຶນສູງ ແລະ ການເກັບກູ້ທຶນຄືນແມ່ນໃຊ້ເວລາຍາວນານ ຊຶ່ງໃນບົດວິພາກເສດຖະກິດ ໄດ້ລະບຸວ່າ ຮອດປີທີ 23 ນັບແຕ່ມື້ເປີດການດຳເນີນງານ ຫຼື ມື້ ໃຫ້ການບໍລິການ ຈຶ່ງສາມາດຮອດຈຸດກຸ້ມທຶນ. ສະແດງວ່າ ນັບຈາກປີທີ 23 ໄປ ເຮົາຈະມີກຳໄລ; ເຖິງຢ່າງໃດກໍຕາມ, ການບໍາລຸງຮັກສາຕະຫຼອດໄລຍະດຳເນີນງານ ດ້ວຍຄ່າໃຊ້ຈ່າຍຂອງບໍລິສັດເອງ, ຮັບຄວາມສ່ຽງດ້ວຍບໍລິສັດເອງ ແລະ ເມື່ອໝົດອາຍຸສຳປະທານ 50 ປີ ເລີ່ມແຕ່ມື້ເປີດບໍລິການ (ບໍ່ນັບໄລຍະກໍ່ສ້າງ 5 ປີ) ແມ່ນຕ້ອງໄດ້ສົ່ງມອບໂຄງການຄືນ ຊຶ່ງຊັບສິນທັງໝົດໂຄງການດັ່ງກ່າວຈະຕົກເປັນຂອງລັດຖະບານລາວ ນີ້ແມ່ນຜົນປະໂຫຍດໃນອະນາຄົດທີ່ເຮົາຈະໄດ້ຮັບ; ສ່ວນການຂໍຕໍ່ອາຍຸສໍາປະທານ, ບໍລິສັດ ຕ້ອງສະເໜີໃຫ້ລັດຖະບານລາວ ເປັນຜູ້ພິຈາລະນາ. ທ່ານ ອຸຕະແກ້ວ ແກ້ວດວງສິນ ໃຫ້ຮູ້ຕື່ມວ່າ: ສຳລັບການລົງທຶນໃສ່ບັນດາທຸລະກິດທີ່ປິ່ນອ້ອມໂຄງການທາງລົດໄຟ ລາວ-ຈີນ ທີ່ມີຫາງສຽງວ່າລັດຖະບານ ຈະຕ້ອງໄດ້ຈັດຫາທີ່ດິນໃຫ້ເພີ່ມອີກ, ແຕ່ໃນຄວາມເປັນຈິງແລ້ວແມ່ນບໍ່ໄດ້ຫາເພີ່ມ ເພາະໃນເງື່ອນໄຂທີ່ກຳນົດໃນສັນຍາ ການພັດທະນາພື້ນຖານໂຄງລ່າງປິ່ນອ້ອມສະຖານີ ທີ່ໄດ້ກຳນົດໄວ້ 4 ຈຸດ ຄື:

ຈຸດເມືອງໄຊ ແຂວງ ອຸດົມໄຊ ແລະ ສະຖານີ ນະຄອນຫລວງວຽງຈັນ, ຈຸດລະບໍ່ຫລຸດ 1.000 ເຮັກຕາ, ຈຸດສະຖານີ ວັງວຽງ ແຂວງວຽງຈັນ ແລະ ສະຖານີຫລວງພະບາງ ຈຸດລະບໍ່ຫລຸດ 500 ເຮັກຕາ, ຊຶ່ງລັດຖະບານ ຈະສະໜອງເນື້ອທີ່ດິນທີ່ຢູ່ໃກ້ສະຖານີ ໂດຍບໍລິສັດ ຮັບຜິດຊອບຄ່າເວນຄືນເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ເສຍຄ່າເຊົ່າຕາມລະບຽບກົດໝາຍ ບໍ່ໄດ້ລວມໃນມູນຄ່າຂອງໂຄງການກໍ່ສ້າງທາງລົດໄຟ, ຊຶ່ງບໍລິສັດ ເປັນຜູ້ສໍາຫລວດເບິ່ງເນື້ອທີ່ດິນຕົວຈິງ ແລະ ຮັບຜິດຊອບຕໍ່ຄ່າຊົດເຊີຍ ຫລື ຍົກຍ້າຍຈັດສັນຕາມກົດໝາຍ. ຫລັງຈາກນັ້ນ, ສະເໜີໃຫ້ລັດຖະບານລາວ ພິຈາລະນາອະນຸຍາດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ດໍາລັດເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ.

ປັດຈຸບັນ ລັດຖະບານລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບ ບໍລິສັດ ທາງລົດໄຟລາວ-ຈີນ ເພື່ອໃຫ້ບໍລິສັດດຳເນີນການສຶກສາສໍາຫລວດ ເນື້ອທີ່ດິນຕົວຈິງ.

ແຫຼ່ງຂ່າວ: Lao National Radio