Home Blog Page 166

ສະຫວັນນະເຂດປິ່ນປົວຜູ້ປ່ວຍໂຄວິດ-19 ຫາຍດີເພີ່ມ 54 ຄົນ

ຕາມການລາຍງານ ຂອງແຟນເພຈ Songkhone news-ຊ່ອງຂ່າວ ເມືອງສອງຄອນ ໄດ້ລາຍງານວ່າ: ມື້ນີ້ ວັນທີ 04 ຕຸລາ 2021 ຢູ່ແຂວງສະຫວັນນະເຂດ ຕິດເຊື້ອ ໂຄວິດ-19 ໃຫມ່ +36 ຄົນ ໃນນັ້ນ ຕິດໃນຊຸມຊົນ +32 ຄົນ ໄປຄຽງຄູ່ກັນນີ້ ແຂວງສະຫວັນນະເຂດ ກໍ່ສາມາດ ຈັດສົ່ງຄົນເຈັບ ຕິດເຊື້ອໂຄວິດ-19 ທີ່ໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມຫຼັກ 9 ຈຳນວນ 54 ຄົນ.

ເຊີ່ງໃນປະຈຸບັນ ແຂວງສະຫັວນນະເຂດ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມ 6.935 ຄົນ, ປີ່ນປົວດີເເລ້ວສະສົມ 6,585 ຄົນ, ຍັງປີ່ນປົວຢູ່ໂຮງໝໍສະໜາມ 350 ຄົນ, ເສັຍຊີວິດສະສົມ 8 ຄົນ,ຍິງ 2 ຄົນ.

ກະຊວງ​ການ​ເງິນ ປະ​ກາດ​ການ​ຈັດ​ຕັ້ງຫຼາຍຕໍາແໜ່ງພາ​ສີ ນະຄອນຫຼວງວຽງຈັນ

ໃນອາ​ທິດ​ຜ່ານ​ມານີ້ ທີ່ກະຊວງການເງິນ, ໄດ້ຈັດພິທີປະກາດການຈັດຕັ້ງ ພາສີປະຈຳນະຄອນຫຼວງວຽງຈັນ (ນວ) ແລະ ສັບຊ້ອນຍົກຍ້າຍ-ແຕ່ງຕັ້ງພະນັກງານພາສີ ຮັບໜ້າທີ່ໃໝ່ຫຼາຍຕໍາແໜ່ງຜ່ານລະບົບກອງປະຊຸມທາງໄກ ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ຈາກ​ກະ​ຊວງ​ການ​ເງິນ ແລະ ຕາງໜ້າຈາກນະຄອນຫຼວງວຽງຈັນເຂົ້າຮ່ວມ.ໂອກາດດັ່ງກ່າວ, ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 4626/4627/4628/4629/ກງ, ລົງວັນທີ 21 ກັນຍາ 2021 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ກົມພາສີ, ພາສີປະຈຳນະຄອນຫຼວງວຽງຈັນ, ດ່ານພາສີສາກົນຂົວມິດຕະພາບ I, ດ່ານພາສີສາກົນສະໜາມບິນວັດໄຕ, ຫ້ອງການພາສີປະຈໍາລະບົບສາງ, ທ່າບົກທ່ານາແລ້ງ ແລະ ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ.

ເຊິ່ງເຫັນດີຍົກຍ້າຍ ທ່ານ ວິດາວອນ ໂສມສະເຫຼົາ ຮອງຫົວໜ້າດ່ານພາສີສາກົນສະໜາມບິນວັດໄຕ ໄປຮັບໜ້າທີ່ໃໝ່ຢູ່ກົມພາສີ; ແຕ່ງຕັ້ງ ທ່ານ ທອງພັດ ລາດຊະວົງ ຫົວໜ້າກອງຄຸ້ມຄອງພາສີ V ເປັນຫົວໜ້າພາສີປະຈໍານະຄອນຫຼວງວຽງຈັນ, ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ນາງ ຂັນແກ້ວ ວົງໄຊ ຫົວໜ້າພະແນກກວດກາພາຍໃນກົມພາສີ ເປັນຮອງຫົວໜ້າພາສີປະຈໍາ ນະຄອນຫຼວງວຽງຈັນ, ແຕ່ງຕັ້ງ ທ່ານ ບົວວັງ ອາດຕະນະພອນ ຮອງຫົວໜ້າກອງຄຸ້ມຄອງພາສີ V ເປັນຮອງຫົວໜ້າພາສີປະຈໍາ ນະຄອນຫຼວງວຽງຈັນ.

ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສຸກສະຫວັນ ບົວພາ ຫົວໜ້າພະແນກຄຸ້ມຄອງການຍົກເວັ້ນ ແລະ ງົດເກັບພາສີ ກົມພາສີ ເປັນຫົວໜ້າດ່ານພາສີສາກົນຂົວມິດຕະພາບ I, ແຕ່ງຕັ້ງ ທ່ານ ຄໍາເພັດ ສີລາວົງ ເປັນຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I, ແຕ່ງຕັ້ງ ທ່ານນາງ ສີຈະເລີນ ພັນດານຸວົງ ຮອງຫົວໜ້າດ່ານພາສີສາກົນສະ ໜາມບິນວັດໄຕ ເປັນຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I,

ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານນາງ ທິບມະນີ ແກ້ວບຸນພັນ ຮອງຫົວໜ້າພະແນກກວດສອບຄືນການແຈ້ງພາສີ ກົມພາສີ ເປັນຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I.

ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຄໍາແປນ ສີຈັນທະລາດ ຮອງຫົວໜ້າພະແນກຮ່ວມມືພາສີສາກົນ ກົມພາສີ ເປັນຫົວໜ້າດ່ານພາສີສາກົນສະໜາມບິນວັດໄຕ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານນາງ ຄໍາພິກ ວິພົນຮຽນ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ແລະ ທ່ານ ນາງ ໂພລັດສະໝອນ ຫຼວງຊະລາດ ຫົວໜ້າຂະແໜງຂອງກົມພາສີ ເປັນຮອງຫົວໜ້າດ່ານພາສີສາກົນສະໜາມບິນວັດໄຕ.

ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ພູເຂົາ ເຄນຕາອ່ອນ ຮອງຫົວໜ້າພະແນກກວດກາພາຍໃນ ກົມພາສີ ເປັນຫົວໜ້າຫ້ອງການພາສີປະຈໍາລະບົບສາງທ່ານາແລ້ງ ແລະ ສາງໂຊກໄຊ; ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ອາລຸນໄຊ ແກ້ວພັນທະວົງ ຫົວໜ້າຂະແໜງກົມພາສີ ແລະ ທ່ານ ຂາວພອນ ບາສີໂສມ ຮອງຫົວໜ້າໜ່ວຍງານດ່ານພາສີສາກົນຂົວມິດຕະພາບ I ເປັນຮອງຫົວໜ້າຫ້ອງການພາສີປະຈໍາລະບົບສາງທ່ານາແລ້ງ ແລະ ສາງໂຊກໄຊ.ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຖະໜອມສິດ ຂາວພິບານ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ເປັນຫົວໜ້າຫ້ອງການພາສີປະຈໍາທ່າບົກ ທ່ານາແລ້ງ;

ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສົມບູນ ພົມມະຈັນ ຮອງຫົວໜ້າພະແນກກວດສອບຄືນການແຈ້ງພາສີ ກົມພາສີ; ທ່ານ ສົມໃຈ ໄຊຍະວົງ ຫົວໜ້າໜ່ວຍງານ ດ່ານພາສີສາກົນສະໜາມບິນວັດໄຕ ແລະ ທ່ານ ພອນປະເສີດ ນະລືໂຄດ ຫົວໜ້າຂະແໜງກວດສອບຄືນການແຈ້ງພາສີ ກົມພາສີ ເປັນຮອງຫົວໜ້າຫ້ອງການພາສີປະຈໍາທ່າບົກທ່ານາແລ້ງ;

ເຫັນດີແຕ່ງຕັ້ງ ທ່ານ ສົມເພັດ ໂຄດສຸວັນ ຫົວໜ້າດ່ານພາສີທ້ອງຖິ່ນທ່າເດື່ອ ເປັນຫົວໜ້າຫ້ອງການພາສີປະຈໍາເຂດພັດທະນາກວມລວມໄຊເສດຖາ; ແຕ່ງຕັ້ງ ທ່ານ ນາງ ເພັງ ສີນໍລະເພັດ ຮອງຫົວໜ້າດ່ານພາສີທ້ອງຖິ່ນໜອງດາ ເປັນຮອງຫົວໜ້າຫ້ອງການພາສີປະຈໍາເຂດພັດທະນາກວມລວມໄຊເສດຖາ.ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.

ທັງນີ້, ກໍຍ້ອນຄວາມຮຽກຮ້ອງຕ້ອງການທາງດ້ານວຽກງານແຕ່ລະໄລຍະຕາມພາລະບົດບາດໃໝ່ຂອງກົມພາສີ ກໍຄືຂອງກົມສາຍຕັ້ງຂອງກະຊວງການເງິນໃນການສັບຊ້ອນໝູນວຽນໃນຂອບ​ເຂດທົ່ວປະເທດ.ສໍາລັບຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຍົກຍ້າຍໃນຄັ້ງນີ້, ແມ່ນຕ້ອງໄດ້ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ, ສູ້ຊົນໃນການປະຕິບັດວຽກງານໃຫ້ໄດ້ຮັບຜົນສໍາເລັດ, ສຸມໃສ່ເກັບລາຍຮັບເຂົ້າງົບ ປະມານແຫ່ງລັດ, ຕ້ານ ແລະ ສະກັດກັ້ນການຮົ່ວໄຫຼເຮັດໃຫ້ລາຍຮັບຂອງພາສີ.

ຂໍ້ມູນ: ຂ່າວ-ພາບ: ກະ​ຊວງ​ການ​ເງິນ

ລາຍງານຜູ້ຕິດເຊື້ອໃໝ່ປະຈຳວັນທີ 4 ຕຸລາ 2021

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ ວັນທີ 4 ຕຸລາ 2021 ໃຫ້ຮູ້ວ່າ: ກວດພົບຜູ້ຕິດເຊືື້ອໃໝ່ 307 ຄົນ ( ຊຸມຊົນ = 301 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ ຄື: ສະຫວັນນະເຂດ 04 ຄົນ, ນະຄອນຫຼວງວຽງຈັນ 02 ຄົນ ແລະ ສາລະວັນ 1 ຄົນ) ປິ່ນປົວຫາຍດີ ແລະ ກັບບ້ານມີ 462 ຄົນ.

ຂໍ້ມູນໂດຍຫຍໍ້ກ່ຽວກັບຜູ້ຕິດເຊືື້ອໃໝ່ຊຸມຊົນ 301 ຄົນ ມີດັ່ງນີ້:

1.ນະຄອນຫຼວງ 163 ຄົນ:

  • ເມືອງນາຊາທອງ ມີ 19 ບ້ານ (65 ກໍລະນີ)
  • ເມືອງສີໂຄດຕະບອງ ມີ 10 ບ້ານ (21 ກໍລະນີ)
  • ເມືອງໄຊທານີ ມີ 07 ບ້ານ (21 ກໍລະນີ)
  • ເມືອງສີສັດຕະນາກມີ 10 ບ້ານ (19 ກໍລະນີ)
  • ເມືອງຈັນທະບູລີ ມີ 08 ບ້ານ (16 ກໍລະນີ)
  • ເມືອງໄຊເສດຖາ ມີ 05 ບ້ານ (12 ກໍລະນີ)
  • ເມືອງຫາດຊາຍຟອງ ມີ 06 ບ້ານ (10 ກໍລະນີ)

2.ສະຫວັນນະເຂດ 32 ມີລາຍລະອຽດມີດັ່ງລຸ່ມນີ້:

  • ເມືອງອຸທຸມພອນ 25 ຄົນ ໃນນັ້ນ 13 ຄົນແມ່ນກຸ່ມສໍາຜັດກັບທະຫານຄ້າຍ 644,
  • ເມືອງໄກສອນ 6 ຄົນ ບ້ານໂພໄຊ, (ວັດບ້ານໂພໄຊ, ອາຊີບ: ນັກບວດ), ບ້ານສະພານໃຕ້ (ແມ່ເຮືອນ),
  • ເມືອງຈຳພອນ 1 ຄົນ

3.ຈໍາປາສັກ: 19 ຄົນ; ຊຸມຊົນທັງໝົດ

  • ນະຄອນປາກເຊ 7 ຈາກ 2 ບ້ານ: ບ້ານຊົ້ງໃຫຍ່,    ໂພນສະອາດ,
  • ເມືອງ ບາຈຽງ 12 ຄົນ ຈາກບ້ານລົ່ມສັກໃຕ້ ໃນນັ້ນ 9 ຄົນ ແມ່ນກຳມະກອນນິຄົມສວນຢາງດັກລັກ ແລະ ອີກ 3 ຄົນ ແມ່ນຄອບຄົວເຂົາເຈົ້າ.

4.ຄຳມ່ວນ: 06 ຄົນ (ຊຸມຊົນ) 

  • ຈາກເມືອງທ່າແຂກທາງໝົດ (ປກສ ເມືອງທ່າແຂກ ມີ 2 ກໍລະນີ; ກໍາມະກອນ ຈາກໂຮງງານລາວຄາຍຢວນ ມີ 2 ຄົນ ແລະ ກໍາມະກອນ ບໍລິສັດ ຕັງຈະເລີນ ມີ 2 ກໍລະນີ (ບ້ານນາບວບ).

5.ຫຼວງພະບາງ: 47 ຄົນ ຊຸມຊົນທັງໝົດ,  ຊື່ງໄດ້ພົວພັນກັບຄົນຕິດເຊື້ອ ທີ່ໄດ້ລາຍງານ ຜ່ານມາ:

  • ເມືອງຈອມເພັດ ມີ 23 ກໍລະນີ (ບ້ານຫ້ວຍຖໍ້າ), ຊື່ງອາຊີບສ່ວນຫລາຍແມ່ນເດັກນ້ອຍ, ນັກຮຽນ ແລະ ຊາວສວນ.
  • ເມືອງຊຽງເງີນ ມີ 12 ກໍລະນີ: ບ້ານປາກຂັນ ມີ 10 ກໍລະນີ (ຊື່ງອາຊີບສ່ວນຫລາຍແມ່ນເດັກນ້ອຍ, ນັກຮຽນ, ຊາວສວນ, ພະນັກງານທະຫານ ມີ 01 ກໍລະນີ, ພະນັກງານບໍລິສັດ ETL ມີ 01 ກໍລະນີ), ບ້ານຊຽງເງີນ ແລະ ບ້ານດອນໂມ ມີບ້ານລະ 01 ກໍລະນີ
  • ເມືອງງອຍ ມີ 07 ກໍລະນີ: ບ້ານໜອງຂຽວ ມີ 04 ກໍລະນີ, ບ້ານປາກບາກ ມີ 02 ກໍລະນີ, ບ້ານປາກງາ ມີ 01 ກໍລະນີ
  • ເມືອງນໍ້າບາກ ມີ 03 ຄົນ: ບ້ານປາກຍາງ ມີ 02 ກໍລະນີ ແລະ ບ້ານວຽງຄໍາ ມີ 01 ກໍລະນີ
  • ເມືອງນານ ມີ 02 ຄົນ: ບ້ານໂພນໄຊ 02 ກໍລະນີ (ອາຊີບ: ນັກຮຽນ ແລະ ແມ່ເຮືອນ)

6.ແຂວງ ສາລະວັນ: ຊຸມຊົນ 03 ກໍລະນີ ທັງໜົດ ໄດ້ພົວພັນກັບຄົນຕິດເຊື້ອຜ່ານມາ ແລະ ນໍາເຂົ້າ ມີ 01 ກໍລະນີ) ບ້ານຄັນທະລາດ, ເມືອງສາລະວັນ ມີ 03 ກໍລະນີ (ຊຸມຊົນ)

7.ແຂວງວຽງຈັນ: 04 ຄົນ (ຊຸມຊົນ)

  • ເມືອງໂພນໂຮງ ມີ 03 ກໍລະນີ ມີຄົນໃນຄອບຄົວຕິດເຊື້ອ ທີ່ຊື່ງໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ, ບ້ານໂພນໂຮງ ມີ 02 ກໍລະນີ, ບ້ານນາຊູ ມີ 01 ກໍລະນີ
  • ເມືອງແກ້ວອຸດົມ ມີ 01 ກໍລະນີ (ບ້ານທ່າລາດ, ອາຊີບຂາຍເຄື່ອງຢູ່ຕະຫລາດທ່າລາດ)

8.ບໍ່ແກ້ວ: 12 ຄົນ; (ຊຸມຊົນ)

  • ເມືອງຕົ້ນເຜີ້ງ ມີ ບ້ານ ພຽງງາມ 08 ຄົນ ແລະ ບ້ານ ໂພນໂຮມ 01 ຄົນ;
  • ເຂດເສດຖະກິດພິເສດ 3 ຫຼ່ຽມ ຄຳ 03 ຄົນ.

9.ຊຽງຂວາງ 2 ຄົນ (ຊຸມຊົນ) ຜູ້ສຳຜັດໄກ້ຊິດກັບກໍລະນີຕິດເຊື້ອ ທີ່ໄປງານເຮືອນດີບ້ານຫໍສິມ, ບ້ານຫໍສີມ ມີ 01 ກໍລະນີ (ອາຊິບ: ພະນັກງານຄູ) ແລະ ບໍ່ໄດ້ໄປສອນນັກຮຽນ ຍ້ອນຊ່ວງໂຄວິດ-19 ມີການລະບາດ ແລະ ອີກ 01 ຄົນ ຈາກບ້ານສ່ອມມີ.

10.ບໍລິຄໍາໄຊ:  12 (ຊຸມຊົນ) ລາຍລະອຽດດັ່ງລຸ່ມນີ:

  • ເມືອງປາກຊັນ 01 ກໍລະນີ (ເປັນເພດຍີງ, ອາຍຸ 30 ປີ, ອາຊີບ: ພະນັກງານເພດດ່ານໜ້າ ໂຮງໝໍນ້ອຍຫົງໄຊ ບ້ານຢູ່ ຫາງຊີງສະຫວ່າງ.
  • ເມືອງປາກກະດິງ 11 ກໍລະນີ; ຊື່ງ ມາຈາກບ້ານໂພນຈະເລີນ ມີ 10 ກໍລະນີ (ເປັນສັນຊາດລາວ ມີ 09 ກໍລະນີ ແລະ ສັນຊາດຈີນ 1 ກໍລະນີ (ທັງໜົດ ແມ່ນກຳມະກອນ ເຂື່ອນນໍ້າເທິີນ 1; ໃນນີ້ ມີແພດ 01 ຄົນ) ໄດ້ສຳພັດໃກ້ຊິດກັບກໍລະນີຕິດເຊື້ອ ທີໄດ້ລາຍງານໃນວັນທີ່ 27/09/20221, ແລະ 01 ຄົນ (ເດັກ), ບ້ານຊ້ອນພັນໄຊ ໄດ້ສໍາພັດໄກ້ສິດກັບຜູ້ຕິດເຊື້ອ ບ້ານຫ້ວຍໄຮ ແລະ ໄດ້ລາຍງານໃນວັນທີ່  01/10/2021.

ຂໍ້ຕົກລົງ ວ່າດ້ວຍການອານຸມັດ ສ້າງຕັ້ງກອງທຶນ ການຄຸ້ມຄອງໄພພິບັດ ເເລະ ສັງຄົມສົງເຄາະ

ຂໍ້ຕົກລົງ ວ່າດ້ວຍການອານຸມັດ ສ້າງຕັ້ງກອງທຶນ ການຄຸ້ມຄອງໄພພິບັດ ເເລະ ສັງຄົມສົງເຄາະ ນະຄອນ ຫຼວງພະບາງ

– ອີງຕາມ ຫນັງສືສະເຫນີຂອງ ຫ້ອງການແຮງງານ ແລະ ຫວັດດີການສັງຄົມ ສະບັບເລກທີ 40/ຮສສ.ນຫຼຸບລົງວັນທີ

18 ມິຖຸນາ 2021. ອີງຕາມ ການຕົກລົງເຫັນດີ ໃນກອງປະຊຸມຄະນະປະຈໍາພັກນະຄອນ ຄັ້ງວັນທີ 21 ມິຖຸນາ 2021.

ຈົ້ານະຄອນ ຫຼວງພະບາງ ຕົກລົງ

ມາດຕາ 1: ເຫັນດີອານຸມັດໃຫ້ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ສ້າງຕັ້ງກອງທຶນ ການຄຸ້ມຄອງໄພພິບັດ ແລະ ສັງຄົມສົງເຄາະ ປະຈໍານະຄອນ ຫຼວງພະບາງ ເພື່ອແນ່ໃສ່ການແກ້ໄຂຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ໃຫ້ແກ່ປະຊາຊົນຜູ້ປະສົບໄພພິບັດ ແລະ ຜູ້ດ້ອຍໂອກາດໃນສັງຄົມ.

ມາດຕາ 2: ມອບໃຫ້ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ນະຄອນ, ຫ້ອງການ-ການເງິນ ນະຄອນ, ກໍາລັງປະກອບອາວຸດ ປກຊ-ປກສ, ອົງການຈັດຕັ້ງບ້ານ ສົມທົບກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ພ້ອມກັນຈັດຕັ້ງປະຕິບັດ ໃນ. ການຈັດເກັບເງິນກອງທຶນ ລະອຽດດັ່ງນີ້:

1. ຄະນະປະຈໍາພັກນະຄອນ 50,000 ກີບ/ຄົນ/ປີ.

2. ຄະນະພັກ, ຫົວຫນ້າຫ້ອງການ40,000 ກີບ/ຄົນ/ປີ.

3. ຮອງຫົວຫນ້າຫ້ອງການ, ຮອງກອງບັນຊາການ 30,000 ກີບ/ຄົນ/ປີ.

4. ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ 20,000 ກີບ/ຄົນ/ປີ.

5. ປະຊາຊົນທົ່ວໄປ 10,000 ກີບ/ຄອບຄົວ/ປີ, ຍົກເວັ້ນຄອບຄົວທີ່ບໍ່ມີແຮງງານ (ທຸກຍາກ, ອານາຖາ).

ຮູບແບບ ແລະ ວິທີການເກັບເງິນກອງທຶນ:

1. ພະນັກງານ-ລັດຖະກອນ ມອບໃຫ້ຫ້ອງການ-ການເງິນນະຄອນ ຮັບຜິດຊອບການຈັດເກັບ.

2. ສະເພາະກາລັງປະກອບອາວຸດ ມອບໃຫ້ການເງິນຂອງ ປກຊ-ປກສ ເປັນຜູ້ຈັດເກັບ ແລ້ວສງ ເຫດງເ2)ຊາດປະຈໍາ ນະຄອນ ຫຼວງພະບາງ.

3. ສຳລັບປະຊາຊົນທົ່ວໄປ ມອບໃຫ້ການຈັດຕັ້ງບ້ານເປັນຜູ້ຈັດເກັບ ແລ້ວສົ່ງໃຫ້ຄັງເງິນແຫ່ງຊາດ ປະຈຳຫຼວງພະບາງ.

-ເລີ້ມຈັດຕັ້ງປະຕິບັດ ວັນທີ 01 ຕຸລາ ( 10 ) 2020 ເປັນຕົ້ນໄປ.

ມາດຕາ3: ຂໍ້ຕົກລົງສະບັບນີ້ ປ່ຽນແທນຂໍ້ຕົກລົງ ສະບັບເລກທີ່ 741 ຈນ.ຫຼບ, ລົງວັນທີ 28 ມິຖຸນາ 2021 ແລະ ມີຜົນ ສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ລາຍງານຜູ້ຕິດເຊື້ອໃໝ່ +301 ຄົນ (ລາຍລະອຽດ)

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 3 ຕຸລາ 2021 ໃຫ້ຮູ້ວ່າ: ໃນປະຈຸບັນສະພາບການການຕິດເຊືື້ອພະຍາດໂຄວິດ-19 ໂດຍສະເພາະຕິດໃນຊຸມຊົນຍັງສູງ, ໃນມືື້ວານນີື້ ວັນທີ 2 ຕຸລາ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,264 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 301 ຄົນ ( ຊຸມຊົນ = 296 ຄົນ ຕິດເຊື້ອນໍາເຂົ້າ 05 ຄົນ ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 25,217 ຄົນ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ມີ 133 ຄົນ, ຍັງສືບຕໍ່ປິ່ນປົວ 6,498 ຄົນ.

1.ນະຄອນຫຼວງ 150 ຄົນ:

ເມືອງຈັນທະບູລີ 32 ຄົນ ຈາກ 4 ບ້ານ:

  • ຫ້ວຍຫົງ 21  ຄົນ
  • ໜອງທາເໜືອ    8 ຄົນ  
  • ບໍ່ນາງົວ 2 ຄົນ  
  • ດົງປ່າແຫຼບ 1 ຄົນ     

+ເມືອງສີໂຄດຕະບອງ 31 ຄົນ ຈາກ 20 ບ້ານ:

  • ໜອງໜຽ້ວ 4 ຄົນ
  • ໂນນສະຫວ່າງ 4 ຄົນ
  • ຫນອງບືກໄຕ້  4 ຄົນ
  • ໂພນຄຳ 2 ຄົນ
  • ນາແຮ່ 2   ຄົນ
  • ໜອງແຕ່ງໃຕ້  1 ຄົນ
  • ສີໄຄທົ່ງ    1 ຄົນ
  • ເມືອງວາທົ່ງ 1 ຄົນ
  • ທົ່ງປົ່ງ 1 ຄົນ  
  • ຍາພະ 1 ຄົນ  
  • ນາເລົາ 1 ຄົນ 
  • ສີໄຄ່ທ່າ    1 ຄົນ  
  • ໂພນສະຫວາດເໜືອ 1 ຄົນ
  • ໂນນຂີເຫຼັກ 1 ຄົນ 
  • ໂພນສົມບູນ 1 ຄົນ
  • ຊໍາເກດ 1 ຄົນ 
  • ວັດໄຕນ້ອຍ 1 ຄົນ 
  • ສີຊົມຊື່ນ   1 ຄົນ  
  • ຈັນສະຫວ່າງ 1 ຄົນ    
  • ວຽງຄຳ 1 ຄົນ 
  • +ເມືອງໄຊເສດຖາ 23 ຄົນ ຈາກ 11 ບ້ານ:
  • ສະຖານທີ່ຄຸມຂັງ 9 ຄົນ
  • ເມືອງນ້ອຍ 3  ຄົນ    
  • ສົມສະຫງ່າ 2 ຄົນ      
  • ຊຽງດາ 2 ຄົນ 
  • ໂນນຄໍ້ເໜືອ 1 ຄົນ  
  • ນາຄວາຍ  1 ຄົນ  
  • ໂນນຄໍ້ໄຕ້  1 ຄົນ      
  • ຄໍາສະຫວາດ 1 ຄົນ         
  • ໂພນທັນ   1 ຄົນ    
  • ດຸງ     1 ຄົນ  
  • ທາດຫຼວງໃຕ້  1 ຄົນ  

+ເມືອງສີສັດຕະນາກ 26 ຄົນ ຈາກ 8​ ບ້ານ:

  • ສະພານທອງ  9 ຄົນ
  • ສະພານທອງເໜືອ 6 ຄົນ
  • ທົ່ງພານທອງ  4 ຄົນ
  • ບືງຂະຫຍອງ 2 ຄົນ
  • ດົງປາລານ 2 ຄົນ
  • ຈອມເພັດ 1 ຄົນ
  • ໂພນສະຫວັນເຫນຶອ 1 ຄົນ
  • ທ່າພະລານໄຊ 1ຄົນ

+ເມືອງນາຊາຍທອງ 20​ ຄົນ ຈາກ 9​ ບ້ານ:

  • ສີເກີດ 5   ຄົນ
  • ຫົວຂົວ 5 ຄົນ
  • ດົງຫຼວງ   3 ຄົນ
  • ເປິກ   2  ຄົນ
  • ນ້ຳຫຸມ     1   ຄົນ
  • ຫຸມແບ່ງ  1   ຄົນ
  • ນາຊັບ 1   ຄົນ
  • ນາສ້ຽວ    1   ຄົນ
  • ນາຊາຍໃຕ້ 1 ຄົນ

+ເມືອງໄຊທານີ 11 ຄົນ ຈາກ 7 ບ້ານ:

  • ສາຍນໍ້າເງີນ    3   ຄົນ
  • ສົມສະຫວັນ   2 ຄົນ   (ສູນກັກກັນຫຼັກ 27)
  • ຕານມີໄຊ 2   ຄົນ
  • ໄຊສະຫວ່າງ   1   ຄົນ
  • ຫລັກ21   ມີ 1 ຄົນ
  • ດອນໜູນ 1 ຄົນ   
  • ນາ 1 ຄົນ

+ເມືອງຫາດຊາຍຟອງ 8 ຄົນ ຈາກ 4 ບ້ານ:​

  • ດົງໂພສີ    5   ຄົນ
  • ສະຫວ່າງ 1   ຄົນ
  • ໂຄກຊາຍ  1   ຄົນ
  • ທ່ານາ 1   ຄົນ

2.ສະຫວັນນະເຂດ 32 ຄົນ:

-ເມືອງອຸທຸມພອນ ມີ 24 ກໍລະນີ: ບ້ານສີບຸນເຮືອງ, ພິນເໜຶອ, ມະນີວົງໄຊ, ວົງພັນສີ , ອຸດົມມີໄຊ, ເຊໂນ, ໄຊສົມບູນ ແລະ ໄຊຍະມຸງຄຸນ;

-ນະຄອນໄກສອນ ມີ 07 ກໍລະນີ (ບ້ານນາແກ; ບ້ານໜອງເດີ່ນ; ບ້ານໂພໄຊ ແລະ ບ້ານວຽງສະຫວັນ)

-ເມືອງໄຊບູລີ ມີ 01 ກໍລະນີ: ບ້ານນາແດງ

3.ຫຼວງພະບາງ 31 ຄົນ:

  • ເມືອງງອຍ ມີ 20 ກໍລະນີ ປະກອບມີ : ບ້ານໜອງຂຽວ, ບ້ານປາກບາກ, ບ້ານປາກຈິມ, ບ້ານຫາດຮວນ,  ບ້ານໂພນໄຊ ແລະ ບ້ານໃໝ່
  • ເມືອງຊຽງເງີນ ມີ 06 ກໍລະນີ: ບ້ານປາກຂັນ ແລະ ບ້ານຊຽງເງີນ
  • ເມືອງນໍ້າບາກ ມີ 05 ຄົນ: ບ້ານນະຄອນ
  • ນະຄອນຫລວງພະບາງ ມີ 02 ຄົນ: ບ້ານຜາສຸກ

4.ໄຊສົມບູນ 28 ຄົນ:​

ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ມາຮ່ວມເຮືອນດີ ຢູ່ບ້ານນໍ້າຄຸ້ມ

ບ້ານທ່າເຮືອ

      ບ້ານນໍ້າຄຸຍ 

ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ມາເຮືອນດີ ຢູ່ບ້ານຖໍ້າດິນ

5.ຈຳປາສັກ 19 ຄົນ

6.ແຂວງວຽງຈັນ 17​ ຄົນ:​

-ເມືອງວັງວຽງ ມີ 13 ກໍລະນີ:

  • ບ້ານຫ້ວຍແຍ່
  • ບ້ານພູດິນແດງ ແລະ ບ້ານຜາທອງ
  • ບ້ານນໍ້າພາວ, ບ້ານນາມອນ, ບ້ານໂຊກໄຊ ແລະ ບ້ານໂພນສະຫວາດ

-ເມືອງໂພນໂຮງ ມີ 01 ກໍລະນີ, ບ້ານໂພນຫໍ ກ່ຽວພັນກັບເຮືອນດີ ຢູ່ບ້ານໂພນຫໍ

-ເມືອງທຸລະຄົນ ມີ 01 ກໍລະນີ: ບ້ານເກີນໃຕ້ ປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ເຮັດວຽກຢູ່ໂຮງງານທີໂອລາວ.

-ເມືອງຫີນເຫີບ ມີ 01 ກໍລະນີ: ບ້ານຫິນຕິດ ຊື່ງໄດ້ສໍາຜັດໃກ້ຊິດກັບຄົນຕິດເຊື້ອມາຈາກນະຄອນຫລວງວຽງຈັນ ທີ່ມາຮ່ວມງານໝັ້ນ ຢູ່ບ້ານຫິນຕິດ.

-ເມືອງແກ້ວອຸດົມ ມີ 01 ກໍລະນີ (ບ້ານພູເຂົາຄໍາ) ຊື່ງສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ.

7.ບໍ່ແກ້ວ 7 ຄົນ: ກໍາມະກອນກໍ່ສ້າງສະໜາມບິນເຂດພິເສດ ແລະ 01 ຄົນ ຈາກບ້ານດອນມູນ ເມືອງຕົ້ນເຜີ້ງ.

8.ບໍລິຄຳໄຊ 5 ຄົນ:​ ບ້ານ ຫ້ວຍໄຮ, ບ້ານ ທົງນາມີ ແລະ ບ້ານ ຫ້ວຍຄູນ

9.ຄຳມ່ວນ 4 ຄົນ: ເມືອງທ່າແຂກ ໃນນັ້ນມີພະນັກງານຕໍາຫຼວດເມືອງ 2 ຄົນ10.ຫຼວງນ້ຳທາ 3 ຄົນ:​ ຊື່ງທັງໝົດສັນຊາດຈີນ ແລະ ເຂົ້າມາເຂດສາມຫຼ່ຽມຄໍາ. 

ລາຍງານມື້ນີ້ ເສຍຊີວິດເພີ່ມ +2 ກໍລະນີ (ລາຍລະອຽດ)

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 3 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດເພີ່ມຈາກໂຄວິດ-19 ເພີ່ມອີກ 2 ກໍລະນີ ເຊິ່ງມີລາຍລະອຽດລຸ່ມນີ້:

+ຜູ້ທີ 1: ເພດຍິງ, ອາຍຸ 48 ປີ, ອາຊີບ: ຊາວນາ, ບ້ານໜອງບັກແຮດ: ເມືອງປະທຸມພອນ, ແຂວງຈຳປາສັກ.

-ຜູ້ກ່ຽວມີພະຍາດປະຈຳໂຕ ຄື ຄວາມດັນເລືອດສູງ ແລະ ຫອບຫືດ.

-ຜ່ານມາ ບໍ່ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19.

-ຜູ້ກ່ຽວມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ເປັນເພື່ອນບ້ານ. ໃນວັນທີ 15​ ກັນຍາ 2021 ໄດ້ເກັບຕົວຢ່າງກວດຫາເຊ້ືອ ແລະ ຜົນກວດພົບເຊື້ອໂຄວິດ-19 ໃນວັນທີ 16 ກັນຍາ 2021.

-ວັນທີ 17 ກັນຍາ 2021 ຜູ້ກ່ຽວຖືກນຳສົ່ງເຂົ້ານອນຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ ແລະ ບໍ່ມີອາການສະແດງ.

-ໃນໄລຍະປິ່ນປົວ ອາການຂອງຜູ້ກ່ຽວຊຸດໂຊມລົງເລື້ອຍໆ ຈົນມາຮອດເວລາ 5 ໂມງເຊົ້າ ວັນທີ 27 ກັນຍາ 2021 ຜູ້ກ່ຽວໄດ້ເສຍຊີວິດລົງ.  

+ຜູ້ທີ 2: ເພດຊາຍ, ອາຍຸ 84 ປີ, ອາຊີບ: ຜູ້ເຖົ້າ, ບ້ານນາມອນ,​ ເມືອງວັງວຽງ, ແຂວງວຽງຈັນ. ຜູ້ກ່ຽວມີປະຫວັດເປັນພະຍາດອັກເສບປອດເກືອບ 1​ ປີ.

-ຜ່ານມາ ບໍ່ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19. ວັນທີ 27 ກັນຍາ 2021 ຜູ້ກ່ຽວມີອາການໄອ ແລະ ຫາຍໃຈຝຶດ ຈຶ່ງໄດ້ໄປກວດຢູ່ໂຮງໝໍ 108 ແລະ ນອນປິ່ນປົວ 4 ມື້ ແຕ່ອາການບໍ່ດີຂຶ້ນ ຈຶ່ງນຳສົ່ງມາປິ່ນປົວຢູ່ໂຮງໝໍເມືອງວັງວຽງ.

-ວັນທີ 1 ຕຸລາ 2021 ແພດໄດ້ເກັບຕົວຢ່າງກວດຫາເຊື້ອ.

-ມາຮອດເວລາ 7 ໂມງເຊົ້າຂອງວັນທີ 2 ຕຸລາ 2021 ຄົນເຈັບມີອາການຊຸດໂຊມລົງກະທັນຫັນ ແລະ ເສຍຊີວິດລົງ ໃນເວລາ 8 ໂມງເຊົ້າ.

-ວັນທີ 3 ຕຸລາ 2021 ຜົນກວດອອກມາວ່າ ພົບເຊື້ອ ໂຄວິດ-19.  

ຮອດປະຈຸບັນ, ສປປ ລາວ ມີຜູ້ເສຍຊີວິດສະສົມ 22 ກໍລະນີ.

ລາຍລະອຽດຜູ້ຕິດເຊື້ອໃໝ່ລາຍງານວັນທີ 2 ຕຸລາ 2021

ສະພາບການການຕິດເຊື້ອພະຍາດໂຄວິດ19 ຢູ່ປະເທດເຮົາໃນປະຈຸບັນເຫັນວ່າມີການຕົວເລກການຕີດ ເຊື້ອໃນຊຸມຊົນເພີ້ມຂຶ້ນຫຼາຍ, ໃນມື້ວານນີ້ ວັນທີ 01 ກັນຍາ 2021 ທົ່ວປະເທດໄດ້ ມີການເກັບຕົວຢ່າງມາກວດ ຊອກຫາເຊື້ອ COVID-19 ທັງຫມົດ 6.709 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 606 ຄົນ ( ຊຸມຊົນ = 601 ຄົນ ດີນທາງຈາກຕ່າງປະເທດ 05 ຄົນ ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ 19 ສະສົມໃນສປປ ລາວ ຮອດປະຈຸບັນແມ່ນ 24.916 ຄົນ, ເສຍຊີວິດສະສົມ 21 (01) ປິນປົວຫາຍດີໃນມື້ວານນີ້ 235 (ຮອດປະຈຸບັນຈານວນຜູ້ປິ່ນປົວຫາຍດີທັງຫມົດ ແມ່ນ 18.431 ຄົນ ເຊິ່ງກວມເຖິງ 73.9% ທຽບໃສ່ຄົນເຈັບ ຕິດເຊື້ອທັງຫມົດ ) (ຕາຕະລາງ )ອະທິບາຍ ແຂວງຕິດເຊື້ອສູງສູດ ແລະຕິດໃນຊຸມຊົນສູງ.

ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີຕິດເຊື້ອໃຫມ່ 606 ຄົນ ມີດັ່ງນີ້ o ການຕິດເຊື້ອໃນຊຸມຊົນມີຈໍານວນ 601 ຄົນ ຄື:

1. ນະຄອນຫຼວງວຽງຈັນ 400 ຄົນ, ພົບໃນ 7 ເມືອງ ແລະ 67 ບ້ານ ລາຍລະອຽດມີດັ່ງນີ້:

-ເມືອງນາຊາຍທອງ 205 ຄົນ ໃນ 11 ບ້ານຄື: ່

  • ສີເກີດ (ໂຮງງານທີໂອລາວ ມີ 170 ຄົນ ແລະ ປະຊາຊົນ 8 ຄົນ)
  • ຜາງແຫ້ງ 9 ຄົນ
  • ນາລຽນ 7 ຄົນ
  • ດົງຊຽງດີ 2 ຄົນ
  • ນາສ້ຽວ 2 ຄົນ
  • ປັກແຮດ 2 ຄົນ
  • ໂພນສະຫວັນ 1 ຄົນ
  • ບົວ 1
  • ບໍ່ຮູ້ຊື່ບ້ານ 1
  • ຫົວຂົວ 1
  • ໂພນຄໍາ 11 ຄົນ

-ເມືອງ ຈັນທະບູລີ 126 ຄົນ ໃນ 13 ບ້ານ ຄື:

  • ບ້ານຫ້ວຍຫົງ (ໂຮງງານອານປີລາວ) 100 ຄົນ
  • ຫນອງທາເຫນືອ 9 ຄົນ
  • ດອນແດງ 4 ຄົນ
  • ທົ່ງຕູມ 3 ຄົນ
  • ດົງປ່າແຫຼບ 3 ຄົນ
  • ສີສະຫວາດ 2 ຄົນ
  • ຊຽງຢືນ 2 ຄົນ
  • ຫນອງປີງ 1 ຄົນ
  • ສີຫອມ 1 ຄົນ
  • ໂພນຕ້ອງຈອມມະນີ 1 ຄົນ
  • ໂພນຕ້ອງສະຫວາດ 1 ຄົ
  • ສາຍນ້ໍາເງິນ
  • ດົງປາແລບ 1 ຄົນ

-ເມືອງສີໂຄດຕະບອງ 13 ຄົນ ໃນ 10 ບ້ານຄື:

  • ຫ້ວຍຫ້ອມ 2 ຄົນ
  • ໂພນສະຫວາດໃຕ້ 2 ຄົນ
  • ຫລັກຫິນ 2 ຄົນ
  • ດົງກະເລົ່າ 1 ຄົນ
  • ໂນນແກ້ວ 1 ຄົນ
  • ຫນອງຫນ້ຽວ 1 ຄົນ
  • ຊໍາເກດ 1 ຄົນ
  • ນາແຮ່ 1 ຄົນ
  • ຫນອງດ້ວງເຫນືອ 1 ຄົນ
  • ຫນອງບຶກໃຕ້ 1 ຄົນ

-ເມືອງ ໄຊເສດຖາ, 22 ຄົນ ໃນ 13 ບ້ານຄື:

  • ສົມສະຫງ່າ 5 ຄົນ
  • ຈອມມະນີ 3 ຄົນ
  • ນາໄຫ 2 ຄົນ
  • ສະພັງຫມໍ້ 2 ຄົນ
  • ໂພນເຄັງ 2 ຄົນ
  • ວຽງຈະເລີນ 1 ຄົນ
  • ໂພນທອງ 1 ຄົນ
  • ໂນນຄໍ້ເຫນືອ 1 ຄົນ
  • ທາດຫຼວງ 1 ຄົນ
  • ໂພນທັນ 1 ຄົນ
  • ທາດຫຼວງເຫນືອ 1 ຄົນ
  • ນາຄວາຍກາງ 1 ຄົນ
  • ນາສ້າງໄພ 1 ຄົນ

-ເມືອງສີສັດຕະນາກ 9 ຄົນ ໃນ 5 ບ້ານຄື:

  • ໂພນປ່າເປົ້າ 3 ຄົນ
  • ບຶງຂະຫຍອງ 3 ຄົນ
  • ໂພນສະຫວັນໃຕ້ 1 ຄົນ
  • ສະພານທອງເຫນືອ 1 ຄົນ
  • ໂພນສະຫວັນ 1 ຄົນ

-ເມືອງ ໄຊທານີ 22 ຄົນໃນ 14 ບ້ານຄື: 1 ວຽງແກ້ວ 5 ຄົນ

  • ພະຂາວ 3 ຄົນ
  • ຕານມີໄຊ 3 ຄົນ
  • ໄຊສະຫວ່າງ 2 ຄົນ
  • ດອນຫນູນ 1 ຄົນ
  • ດົງໂດກ 1 ຄົນ
  • ສະພັງຄະນົງ 1 ຄົນ
  • ສີວິໄລ 1 ຄົນ
  • ຫນອງພະຍາ 1 ຄົນ
  • ໂພນງາມ 1 ຄົນ
  • ຄໍາຮຸ່ງ 1 ຄົນ
  • ນາທົ່ມ 1 ຄົນ
  • ທ່າສະຫວ່າງ 1 ຄົນ

-ເມືອງ ຫາດຊາຍຟອງ 3 ຄົນໃນ 2 ບ້ານຄື:

  • ປ່າຝາງ 2 ຄົນ
  • ດົງຄໍາຊ້າງ 1 ຄົນ

2.ແຂວງຫຼວງພະບາງ 58 ຄົນ ທັງຫມົດແມ່ນພົວພັນກັບຜູ້ຕິດເຊື້ອຜ່ານມາຄື:

  • ເມືອງງອຍ ມີ 40 ຄົນ (ບ້ານຫນອງຂຽວ ມີ 18 ຄົນ, ບ້ານປາກບາກ ມີ 17 ຄົນ, ບ້ານຫນອງອ່ຽນມີ 03 ຄົນ, ບ້ານຜາທອກ ມີ 02 ຄົນ
  • ເມືອງຈອມເພັດ ມີ 08 ຄົນ (ບ້ານຫ້ວຍຖ້ໍາ) – ເມືອງນ້ໍາບາກ ມີ 05 ຄົນ : ຈາກບ້ານນະຄອນ (ອາຊີບ: ກໍາມະກອນສວນກ້ວຍຈີນ ມີ 03 ຄົນ ແລະ ອາຊີບ: ຊາວສວນ 2 ຄົນ)
  • ເມືອງຊຽງເງີນ ມີ 05 ຄົນ: ບ້ານປາກແດວ ມີ 03 ຄົນ (ອາຊີບ: ຄ້າຍຂາຍ ມີ 02 ຄົນ ແລະ ອາຊີບ: ພະນັກງານ ຫ້ອງການກະສິກໍາເມືອງ ມີ 91 ຄົນ), ບ້ານປາກຂັ້ນ ມີ 02 ຄົນ (ອາຊີບ: ຄ້າຂາຍ ມີ 91 ຄົນ ແລະ ອາຊີບ: ພະນັກງານ ຫ້ອງການຍຸດຕິທໍາເມືອງ ມີ 91 ຄົນ)

3.ແຂວງ ບໍ່ແກ້ວ 48 ຄົນ: ໃນເມືອງຕົ້ນເຜີ້ງ 06 ຄົນແຮງງານ ຈາກບ້ານພຽງງາມ ມີ;

  • 37 ຄົນ ກາມະກອນກໍ່ສ້າງສະຫມາມບິນ ຢູ່ເມືອງຕົ້ນເຜິ້ງ
  • 5 ຄົນແມ່ນປະຊາຊົນທົ່ວໄປ

4.ໄຊສົມບູນ 23 ຄົນ: ພົວພັນ ກັບເຮືອນດີຜ່ານມາ ຢູ່ບ້ານຖ້ໍາດິນ, ເມືອງລ້ອງຊານ, ລາຍລະອຽດ ມີດັ່ງ ລຸ່ມນີ້:

  • ເມືອງລ້ອງຊານ ມີ 22 ຄົນ: ບ້ານຖ້ໍາດິນ ມີ 21 ກລະນີ ແລະ ບ້ານຄອນວັດ ມີ 91 ຄົນ
  • ເມືອງທ່າໂທມ ມີ 91 ຄົນ (ບ້ານຊຽງຄົງ)

5. ແຂວງວຽງຈັນ 24 ຄົນ:

  • ເມືອງວັງວຽງ ມີ 07 ຄົນ (ທັງຫນົດແມ່ນສໍາຜັດໃກ້ຊິດກັບຄົນຕິດເຊື້ອຜ່ານມາ ຢູ່ບ້ານໂພນຊູ)
  • ເມືອງວຽງຄໍາ ມີ 07 ຄົນ (ບ້ານໂພນທິບ 04 ຄົນ, ບ້ານໂພນທິບເຫນຶອ ມີ 02 ຄົນ ແລະ ບ້ານນາທອງ ມີ 91 ຄົນ) ທັງຫມົດແມ່ນສໍາຜັດໃກ້ຊິດກັບຄົນຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ.
  • ເມືອງແກ້ວອຸດົມ ມີ 04 ຄົນ (ບ້ານພູເຂົາຄໍາ, ບ້ານໂພນສະຫວັນ, ບ້ານທ່າລາດ ແລະ ບ້ານສາມັກຄີໄຊ) ທັງຫນົດແມ່ນສໍາຜັດໃກ້ຊິດກັບຄົນຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ. ເ
  • ມືອງໂພນໂຮງ ມີ 03 ຄົນ (ບ້ານໂພນໂຮງ ມີ 02 ຄົນ ແລະ ບ້ານໂພນສະຫວາດ ມີ 91 ຄົນ) ທັງຫນົດແມ່ນສໍາຜັດໃກ້ຊິດກັບຄົນຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ. ເມືອງທຸລະຄົນ ມີ 03 ຄົນ (ບ້ານໂພນແຮ່ ແລະ ບ້ານຫາດສວນ ມີບ້ານລະ 01 ຄົນ ທີ່ໄດ້ສໍາປັດໃກ້ຊິດກັບຄົນບ້ານດຽວກັນທີ່ຕິດເຊື້ອຜ່ານມາ)

6. ຈໍາປາສັກ 16 ຄົນ: ຊື່ງມາຈາກ

  • ນະຄອນ ປາກເຊ 06 ຄົນ ແລະ ເມືອງ ບາຈຽງ 10 ຄົນ

7. ຄຳມ່ວນ 11 ຄົນ ໃນຈຳນວນຜູ້ຕິດເຊື້ອມີເຈົ້າໜ້າທີ່ຕຳຫຼວດ 1 ແລະ ພະນັກງານສາທາລະນະສຸກ 3 ຄົນ

  • ເມືອງ ທ່າແຂກ 10 ຄົນ
  • ເມືອງ ມະຫາໄຊ 1 ຄົນ

8. ສະຫວັນນະເຂດ 10 ຄົນ:

-ເມືອງອຸທຸມພອນ ມີ 07 ຄົນ

  • ບ້ານວົງພັນສີ ມີ 02 ຄົນ (ພະນັກງານແພດ 01 ຄົນ ແລະ ພະນັກງານ ທະຫານ 564 ມີ 01 ຄົນ ທີ່ໄດ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາທີ່ເປັນພະນັກງານຕໍາຫລວດເມືອງ ທີ່ເຂົ້າໂຮງຫມໍດ້ວຍຮູບການ SARI)
  • ບ້ານໄຊຍະເພັດ ມີ 02 ຄົນ ທັງສອງຄົນເປັນພະນັກງານທະຫານ 519 ແລະ 619 (ເປັນກຸ່ມສ່ຽງ)
  • ບ້ານຈະເລີນສຸກ ມີ 61 ຄົນ (ເປັນກຸ່ມສ່ຽງ)
  • ບ້ານໄຊຍະ ມຸງຄຸນ ມີ 61 ຄົນ (ຄົນໃນຄອບຄົວຕິດເຊື້ອຜ່ານມາ)
  • ບ້ານໄຊອຸດົມ ມີ 01 ຄົນ (ພະນັກງານແພດ ທີ່ໄດ້ ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາທີ່ເປັນພະນັກງານຕໍາຫລວດເມືອງ ທີ່ເຂົ້າໂຮງຫມໍດ້ວຍຮູບການ SARI)

-ນະຄອນໄກສອນ ມີ 03 ຄົນ:

  • ບ້ານສະພານໃຕ້ ມີ 02 ຄົນ (ຄົນໃນຄອບຄົວຕິດເຊື້ອຜ່ານມາ)
  • ບ້ານ ໂນນສະອາດ (ພະນັກງານແພດ ທີ່ສໍາຜັດໃກ້ຊິດກັບຄົນຕິດເຊື້ອເປັນຄົນໃນຄອບຄົວດຽວກັນ)

9. ສາລະວັນ 9 ຄົນ:

  • ບ້ານນາດອນຂວາງ ມີ 04 ຄົນ (ເປັນຄົນຄອບຄົວດຽວກັນ) ບ້ານນາໂດນ ມີ 02 ຄົນ (ເປັນຄົນຄອບຄົວດຽວກັນ)
  • ບ້ານໂພນແກ້ວ ມີ 02 ຄົນ (ເປັນຄົນຄອບຄົວດຽວກັນ)
  • ບ້ານນາພະງໍ້ ມີ 91 ຄົນ

10.ແຂວງບໍລິຄໍາໄຊ 2 ຄົນ:

  • ທັງສອງຄົນແມ່ນຈາກເມືອງປາກຊັນສໍາລັບຜູ້ຕິດເຊື້ອໃນຊຸມຊົນເຫຼົ່ານີ້ແມ່ນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະມີລົດໄປຮັບເພື່ອເຂົ້ານອນຕິດຕາມ ປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້ຂອງແຂວງ ( ດັ່ງນັ້ນໃຫ້ຖືສໍາຄັນໃນເວລາທີ່ໄປກວດຕົວຢ່າງຕ້ອງແຈ້ງເບີໂທລະ ສັບທີ່ໃຊ້ເປັນປະຈໍາໃຫ້ແພດຫມໍຢູ່ບ່ອນເກັບຕົວຢ່າງ ເພື່ອສາມາດຕິດຕໍ່ຫາທ່ານໂດຍທັນທີ ຖ້າຫາກຜົນກວດ ເປັນບວກ)

ສ່ວນການຕິດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 06 ຄົນ ຄື:ສະຫວັນນະເຂດ 05 ຄົນ , ເຊິ່ງທັງຫມົດນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິ ເວນ ຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ ແຂວງ ກໍານົດໄວ້ເປັນສະຖານທີ່ປິ່ນປົວຄົນເຈັບທີ່ຕິດເຊື້ອ.

ຜູ້ເສຍຊີວິດໃໝ່ຈາກໂຄວິດ-19 ລາຍງານວັນທີ 2 ຕຸລາ 2021

ຈາກການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 2 ຕຸລາ 2021, ສປປ ລາວ ມີຜູ້ເສຍຊີວິດໃໝ່ເພີ່ມ 1 ຄົນ ເຊິ່ງມີລາຍລະອຽດດັ່ງນີ້:

-ເພດຊາຍ, ອາຍຸ 76 ປີ, ອາຊີບ: ພະນັກງານບໍານານ , ບ້ານໂພນທັນເຫນືອ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ.

-ຜູ້ກ່ຽວບໍ່ໄດ້ສັກຢາວັກຊີນຜູ້ກ່ຽວມີພະຍາດປະຈໍາໂຕ: ແຂນຂາອ່ອນແຮງ ເພີ່ງຕົນເອງບໍ່ໄດ້ ມາເປັນ ເວລາ 02 ປີແລ້ວ.

– ເປັນຜູ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອພະຍາດໂຄວິດ (ເປັນເມຍຜູ້ກ່ຽວ) ອາຍຸ 72 ປີ, ບ້ານໂພນທັນ ເຫນືອ, ເມືອງໄຊເສດຖາ, ນະຄອນຫຼວງ, ອາຊີບ: ຜູ້ເຖົ້າ ປະຈຸບັນເມຍຜູ່ກ່ຽວປິ່ນປົວຢູ່ສູນ ມຊ ດົງໂດກ

– ວັນທີ 30 ກັນຍາ 2011: ມີອາການໄອ ແລະ ຫາຍໃຈຍາກ

-ວັນທີ 01 ຕຸລາ 2021: ມາໂຮງຫມໍ 103 ດ້ວຍອາການໄອ ແລະ ຫາຍຶດຮຸນແຮງ , ທີມແພດໄດ້ເກັບ ຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ໄດ້ໃຫ້ນອນເພື່ອຕິດຕາມອາການ ແລະ ລໍຖ້າຜົນກວດ , ຜົນກວດອອກມາແມ່ນພົບເຊື້ອພະຍາດໂຄວິດ-19 , ແພດຫມໍກໍເອົາໃຈໃສ່ຕິດຕາມອາການຢ່າງໃກ້ ຊີດ ແລະຊ່ວຍເຊີດຊູ ທຸກວິທີທາງເພື່ອກອບກູ້ຊີວິດຜູ້ກ່ຽວແຕ່ອາການກໍຮຸນແຮງ ແລະບໍ່ດີຂຶ້ນ ຈຶ່ງບໍ່ສາມາດກອບກູ້ເອົາຊີວິດໄວ້ໄດ້ ຮອດ ເວລາ 19:20ໂມງ ຂອງມື້ດຽວກັນ.

ເມືອງໂຂງ ເປີດນຳໃຊ້ສູນກັກກັນ ເຝົ້າລະວັງພະຍາດໂຄວິດ-19 ຫຼັງໃໝ່

ເມືອງໂຂງ ເປີດນຳໃຊ້ສູນກັກກັນ ເຝົ້າລະວັງພະຍາດໂຄວິດ-19 ຫລັງໃໝ່ ແຫລ່ງຂ່າວຈາກ ເມືອງໂຂງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 1 ຕຸລາ 2021 ນີ້, ເມືອງໂຂງ ຈັດພິທີເປີດນໍາໃຊ້ສູນກັກກັນ ເຝົ້າລະວັງພະຍາດໂຄວິດ-19 ຫລັງໃໝ ພາຍຫລັງລົງມືກໍ່ສ້າງໃນຕົ້ນເດືອນສິງຫາ 2021 ແລະ ສຳເລັດລົງໃນທ້າຍເດືອນ ກັນຍາ 2021 ລວມມູນຄ່າການກໍ່ສ້າງທັງໝົດ 341 ລ້ານກວ່າກີບ.

ເຂົ້າຮ່ວມໃນພິທີມີ ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານນາງ ຄຳພູ ລິດທິສັກ ເຈົ້າເມືອງໂຂງ, ມີຜູ້ຕ່າງໜ້າບໍລິສັດເຂື່ອນໄຟຟ້າ ດອນສະໂຮງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ວິໄຊ ສາຍອຸບົນ ປະທານແນວລາວສ້າງຊາດເມືອງໂຂງ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງອາຄານສູນກັກກັນ ເຝົ້າລະວັງພະຍາດໂຄວິດ-19 ປະກອບມີ 2 ອາຄານ, ແຕ່ລະຫລັງມີຂະໜາດ 15×20 ແມັດ, ແຕ່ລະຫລັງສາມາດບັນຈຸໄດ້ 30 ຕຽງ, ມີຫ້ອງນ້ຳ, ລະບົບນ້ຳປະປາ ແລະ ໄຟຟ້າຄົບຊຸດ.

ສຳລັບແຫລ່ງທຶນໃນການກໍສ້າງແມ່ນໄດ້ມາຈາກ ກອງທຶນພັດທະນະຊຸມຊົນ ໂຄງການເຂື່ອນໄຟຟ້າດອນສະໂຮງຈຳນວນ 150 ລ້ານກີບ, ທຶນຈາກພາກສ່ວນຫົວໜ່ວຍທຸລະກິດ, ບໍລິສັດ, ພາກສ່ວນສັງຄົມພາຍໃນເມືອງຈຳນວນ 191 ລ້ານກວ່າກີບ. ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ

ຂໍ້ມູນ: ຂປລ