Home Blog Page 203

ຄຳມ່ວນສືບຕໍ່ຈັດຕັ້ງປະຕິບັດມາດຕະການຕ້ານໂຄວິດ-19 ແຕ່ 21/07-5/08/2021

ແຈ້ງການຈາກຫ້ອງວ່າການແຂວຄຳມ່ວນ ເລື່ອງ ສືບຕໍ່ປະຕິບັດຄຳສັ່ງ ວ່າດ້ວຍການສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດມາດຕະການສະກັດກັ້ນຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງໂຄວິດ-19 ແຕ່ວັນທີ 21 ກໍລະກົດ ຫາ ວັນທີ 5 ສິງຫາ 2021.

ຝົນຕົກໜັກ ນໍ້າຖ້ວມຊຸ ຢູ່ພາກເໜືອ ຂອງປະເທດລາວ ພ້ອມທັງມີຝົນຕົກຟ້າຮ້ອງ ໃນແຕ່ລະພາກ

ແຈ້ງເຕືອນ ຝົນຕົກໜັກ ນໍ້າຖ້ວມຊຸ ປະຈໍາວັນທີ 21 ກໍລະກົດ 2021ເວລາ 19:00 ໂມງ ຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານຢູ່ພາກເໜືອ ຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມພາກກາງ ຫາ ພາກໃຕ້ດ້ວຍກໍາລັງແຮງ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍຢູ່ທົ່ວໄປ ຫາ ປານກາງຢູ່ເກືອບທົ່ວໄປຢູ່ໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ໃນເວລາ 14:00 ໂມງ, ລະດັບນໍ້າທາ ແຂວງຫລວງນໍ້າທາ ວັດແທກໄດ້ 8.46 ແມັດ ຊຶ່ງກາຍເຂດອັນຕະລາຍແລ້ວ (ເຂດອັນຕະລາຍແມ່ນ7.50 ແມັດ)

ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ຈົ່ງມີສະຕິຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ເກີດນໍ້າຖ້ວມກະທັນຫັນ ນໍ້າຖ້ວມຊຸ ແລະ ດິນເຈື່ອນ. ສໍາລັບຜູ້ທີ່ອາໄສຢູ່ແຂວງຫລວງນໍ້າທາ ໃຫ້ເກັບມ້ຽນວັດຖຸສິ່ງຂອງ, ວັດຖຸທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ພ້ອມນີ້ກໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

– ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 70% ຂອງພາກ, ອຸນຫະພູມໃນລະຫວ່າງ 19-29 ອົງສາ.

– ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 21-32ອົງສາ.

– ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60%, ອຸນຫະພູມໃນລະຫວ່າງ 26-32 ອົງສາ.

– ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງບໍລິຄໍາໄຊ ແລະ ຄໍາມ່ວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 70% ຂອງພາກ, ອຸນຫະພູມໃນລະຫວ່າງ 24-32 ອົງສາ.- ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60% ຂອງແຂວງ, ອຸນຫະພູມໃນລະຫວ່າງ 18-24 ອົງສາ. – ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 70% ຂອງພາກ, ອຸນຫະພູມໃນລະຫວ່າງ 24-32 ອົງສາ.-ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 70%, ອຸນຫະພູມໃນລະຫວ່າງ 14-25 ອົງສາ.

ເຄິ່ງປີ 2021 ເມືອງໂຂງ ມີມູນຄ່າການລົງທຶນ 361 ຕື້ກວ່າກີບ

6 ເດືອນຕົ້ນປີ 2021 ເມືອງໂຂງ ມີມູນຄ່າການລົງທຶນ 361 ຕື້ກວ່າກີບ

ຕາມການລາຍໃນຂອງ ຂປລ ໃຫ້ຮູ້ວ່າ: ທ່ານ ຈັນທະນົງສິນ ຈັນທະພິມ ກຳມະການພັກເມືອງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງໂຂງ ໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 6 ສະໄໝທີ VIII ເມື່ອບໍ່ດົນນີ້ວ່າ: ໃນ 6 ເດືອນຕົ້ນປີ 2021 ເມືອງໂຂງ ມີການລົງທຶນທັງໝົດ 29 ໂຄງການ, ລວມມູນຄ່າການລົງທຶນທັງໝົດ 361 ຕື້ກວ່າກີບ. ໃນນັ້ນ, ໂຄງການລົງທຶນຂອງລັດ 20 ໂຄງການ, ໂຄງການຊ່ວຍເຫລືອ ເພື່ອການພັດທະນາ 4 ໂຄງການ, ໂຄງການທຶນປະກອບສ່ວນຂອງສັງຄົມ 4 ໂຄງການ ແລະ ໂຄງການລົງທຶນຂອງເອກະຊົນມີ 1 ໂຄງການ.

ສ່ວນການຈັດເກັບລາຍຮັບເຂົ້າງົບປະມານໃນ 6 ເດືອນຕົ້ນປີ ປະຕິບັດໄດ້ເກືອບ 4 ຕື້ກີບ, ທຽບໃສ່ແຜນປີເທົ່າກັບ 51,3% ແລະ ດ້ານລາຍຈ່າຍປະຕິບັດໄດ້ 6,8 ຕື້ກີບ, ທຽບໃສ່ແຜນປີເທົ່າກັບ 46%.

ທ່ານຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງຍັງໃຫ້ຮູ້ອີກວ່າ: ບັນດາໂຄງການລົງທຶນຂະໜາດໃຫຍ່ຢູ່ພາຍໃນເມືອງ ດຳເນີນບໍ່ໄດ້ຕາມແຜນທີ່ວາງໄວ້, ບັນດາຫົວໜ່ວຍທຸລະກິດດ້ານບໍລິການ ໄດ້ຢຸດຕິການເຄື່ອນໄຫວຊົ່ວຄົວ ເນື່ອງຈາກໄດ້ຮັບຜົນກະທົບຈາກ ການລະບາດຂອງເຊື້ອພະຍາດ ໂຄວິດ-19 ໄດ້ເຮັດໃຫ້ບັນດາຕົວເລກທີ່ໄດ້ກຳນົດໄວ້ ມີບາງດ້ານບໍ່ບັນລຸຕາມຄາດໝາຍ ຄາດຄະເນໝົດປີ 2021 ຈະເກັບລາຍຮັບເຂົ້າງົບປະມານໄດ້ 90% ຂອງແຜນປີ, ຈະສູນເສຍລາຍຮັບຈາກການປະຕິບັດນະໂຍບາຍຍົກເວັ້ນອາກອນລາຍໄດ້ເງິນເດືອນ ແລະ ອາກອນຈຸນລະວິສາຫະກິດ ຈຳນວນ 600 ລ້ານກວ່າກີບ.

ຝົນຕົກຕໍ່ເນື່ອງ ເຮັດໃຫ້ລະດັບນໍ້າເພີ່ມຂຶ້ນໃນຫຼາຍເຂດ ຢູ່ ແຂວງຫຼວງນໍ້າທາ

ຕາມ ແຟນເພສ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ລາຍງານໃຫ້ຮູ້ວ່າ: ເກີດນໍ້າຖ້ວມບາງເຂດພາຍ ໃນແຂວງຫຼວງນໍ້າທາ ເນື່ອງຈາກສະພາບອາກາດມີຝົນຕົກໜັກ ນັບແຕ່ວັນທີ 19-21 ກໍລະກົດ 2021 ນີ້ ເຮັດໃຫ້ມີນໍ້າປ່າໄຫຼຊຸ, ນໍ້າຖ້ວມອັ່ງ, ດິນເຈື່ອນ, ນໍ້າປ່າໄຫຼນອງ ເຊິ່ງເປັນສາເຫດເຮັດໃຫ້ສາຍນໍ້າຕ່າງໆມີລະດັບນໍ້າເພີ້ມຂຶ້ນຢ່າງວ່ອງໄວ.

ເວລາ 8:30 ໂມງ ຂອງວັນທີ 21 ກໍລະກົດ 2021 ລະດັບນໍ້າທາ ວັດແທກໄດ້ 7,92 ແມັດ ເຊິ່ງກາຍເຂດອັນຕະລາຍແລ້ວ (ເຂດອັນຕະລາຍ 7,50 ແມັດ), ເຊິ່ງເຮັດໃຫ້ນໍ້າທາລົ້ນຝັ່ງ ເຂດບ້ານໃໝ່, ບ້ານຂອນ, ບ້ານຫຼວງ, ບ້ານວຽງໃຕ້, ບ້ານປ່າສັກ ແລະ ບ້ານອື່ນໆທີ່ຢູ່ລຽບສາຍນໍ້າທາ.

ປະຈຸບັນ, ລະດັບນໍ້າຍັງເພີ້ມສູງຂຶ້ນເລື້ອຍໆ ເນື່ອງຈາກສະພາບອາກາດຍັງມີຝົນຕົກກະຈາຍຢູ່ທົ່ວໄປ ໃນທົ່ວແຂວງ. ສະນັ້ນ, ຈຶ່ງແຈ້ງເຕືອນມາຍັງພໍ່ແມ່ປະຊາຊົນ ທີ່ອາໃສຢູ່ລຽບແຄມນໍ້າ ເປັນຕົ້ນແຄມນໍາທຸງ, ນໍ້າທາ, ນໍ້າມະ, ນໍ້າຂອງ ແລະ ສາຍນໍ້າອື່ນໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບນໍ້າປ່າໄຫຼນອງ ແລະ ນໍ້າຖ້ວມພື້ນທີ່ຕໍ່າ ແລະ ອື່ນໆ ເຊີ່ງອາດສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນ.

ເພື່ອປ້ອງກັນຜົນກະທົບທີ່ອາດເກີດຂຶ້ນ ຄວນເກັບເຄື່ອງຂອງ ຂອງທ່ານໄປໄວ້ໃນທີ່ປອດໄພ ແລະ ຈົ່ງຕິດຕາມການລາຍງານສະພາບອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຫຼື ອຸຕຸນິນົມ ແລະ ອຸທົກກະສາດ ແຂວງຫຼວງນໍ້າທາ ຈະລາຍງານເປັນປະຈໍາ: https://www.facebook.com/lnt.donre.mh

ອະດີດຜົວ ຍິງເມຍ ແລະ ນ້ອງເມຍເສຍຊີວິດ ຫຼັງຈາກຟັງຄຳຕັດສິນຂອງສານ

ເກີດເຫດຄາດຕະກຳທີ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພາໃຫ້ເກີດມີຜູ້ເສຍຊີວິດ 02 ຄົນ ແລະ ບາດເຈັບອີກ 1 ຄົນ ເມື່ອເວລາ 12:15 ນາທີ ຂອງວັນທີ 19 ກໍລະກົດ 2021 ຊາບຊື່ຫຼັງເຈົ້າໜ້າທີ່ໄປເຖີງຈຸດເກີດເຫດຮູ້ວ່າ: ຜູ້ເສຍຊີວິດ ຄື: ນາງ ອັກປະລິນຍາ ເຜົ່າສີວົງສາ ຫຼື ກີ້ ອາຍຸ 26 ປີ ອາຊີບ ຄ້າຂາຍ ແລະ ນາງ ລາລິຕາ ເຜົ່າສີວົງສາ ອາຍຸ 24 ປີ ອາຊີບ ຄ້າຂາຍ ທັງ 2 ເປັນເອື້ອຍນ້ອງກັນ ສ່ວນຜູ້ບາດເຈັບ 01 ຄົນ ຄື: ນາງ ປະກິດ ເຜົ່າສີວົງສາ ອາຍຸ 55 ປີ ອາຊີບ ຄ້າຂາຍ ເປັນແມ່ຂອງຜູ້ເສຍຊີວິດທັງ 2 ແມ່ຜູ້ເສຍຊີວິດຢັ້ງຢືນຜູ້ລົງມືຄາດຕະກຳຄື: ທ້າວ ພຸດທະກອນ ຊາພັກດີ ຫຼື ຕ້ອມ (ຕ່ອຍ) ອາຍຸ 32 ປີ ກຳມະກອນ ຢູ່ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພາຍຫຼັງກໍເຫດແລ້ວຜູ້ກ່ຽວໄດ້ເອົາໂຕລົບໜີ.

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ພວກເຮົາໄດ້ຮ່ວມກັນລົງສະຖານທີ່ເກີດເຫດ ພາຍຫຼັງໄດ້ຮັບຂໍ້ມູນ ແລະ ຜ່ານການກວດກາ ຊັນນະະສູດ ສະຖານທີ່, ຊາກສົບ ເກັບກຳຂໍ້ມູນໄດ້ເບື້ອງຕົ້ນ ແລະ ຕາມຄຳໃຫ້ການຂອງ ນາງ ປະກິດ (ແມ່ຂອງຜູ້ເສຍຊີວິດ) ໃຫ້ຮູ້ວ່າ ຜູ້ກໍ່ເຫດລົງມືຄັ້ງນີ້ ແມ່ນ ທ້າວ ພຸດທະກອນ ຫຼື ຕ້ອມ ອາດີດເປັນລູກເຂີຍຂອງຕົນ ເຊິ່ງໄດ້ແຕ່ງງານກັບລູກສາວ ນາງ ອັກປະລີນຍາ (ຜູ້ເສຍຊີວິດ) ໃນປີ 2017 ແລະ ມີລູກນຳກັນ 2 ຄົນ (ເພດຊາຍ) ລູກກົກ 3 ປີ ປາຍ ແລະ ລູກຜູ້ທີ່ສອງ 1 ປີ ປາຍ ໃນໄລຍະທັງສອງໃຊ້ຊີວິດເປັນຄູ່ຜົວເມຍ, ຜູ້ເປັນຜົວໄປພົວພັນກັບຢາເສບຕິດ (ເສບຢາ), ຕິດການພະນັນທາງອອນລາຍ ແລະ ເຄີຍມີປາກສຽງໃຊ້ຄວາມຮຸນແຮງກັບເມຍເປັນປະຈຳ (ຕີເມຍ).

ມາຮອດເດືອນ 2 ປີ 2020 ຜູ້ເປັນເມຍທົນຕໍ່ການກະທຳ ຂອງຜົວບໍ່ໄດ້ ຈິ່ງໄດ້ຮ້ອງຟ້ອງຂໍຢ່າຮ້າງ ຢູ່ສານປະຊາຊົນເຂດ 3 ນວ ຕົກມາຮອດ ວັນທີ 19 ກໍລະກົດ 2021 ເວລາປະມານ 8:30 ນາທີ ທັງສອງຄົນພ້ອມດ້ວຍຍາດພີ່ນ້ອງໄດ້ພາກັນໄປຟັງຄຳຕັດສິນຂອງສານກ່ຽວກັບການລ້ຽງດູລູກທັງ 2 ຄົນ, ສານປະຊາຊົນວິນິດໄສ ໃຫ້ນາງ ອັກປະລິນຍາ ຫຼື ກີ້ (ຜູ້ເສຍຊີວິດ) ໄດ້ສິດຄຸ້ມຄອງ ແລະ ລ້ຽງດູລູກທັງ 2 ຄົນ ສ່ວນທ້າວ ພຸດທະກອນ ຫຼື ຕ້ອມ (ຜູ້ເປັນພໍ່) ບໍ່ມີສິດຄຸມຄອງລູກແຕ່ມີພັນທະໃນການລ້ຽງດູຮອດ 18 ປີ,ສາມາດໄປມາຫາສູ່ໄດ້. ຫຼັງຈາກໄດ້ຮັບຟັງຄຳຕັດສິນຂອງສານປະຊາຊົນເຂດສາມແລ້ວ ທັງ 2 ຝ່າຍ ກໍໄດ້ແຍກກັບເຮືອນຂອງໃຜລາວ.

ມາຮອດເວລາ 12:15 ນາທີ ຂອງທີ່ 19 ກໍລະກົດ 2021 (ວັນດຽວກັນ) ໃນຂະນະທີ່ ນາງ ອັກປະລິນຍາ ຫຼື ກີ້ ແລະ ນາງ ລາລິຕາ (ນ້ອງສາວ) ພວມກຳລັງແຕ່ງກີນເຂົ້າທ່ຽງ ຢູ່ເຮືອນ ບ້ານແສງສະຫວ່າງ ໄດ້ມີ ທ້າວ ພຸດທະກອນ (ຜູ້ກໍ່ເຫດ) ເຂົ້າມາໃນເຮືອນ ແລ້ວໃຊ້ປືນສັ້ນ (ບໍ່ຮູ້ຊະນິດ) ຍິງໃສ່ສອງເອື້ອຍນ້ອງຫຼາຍນັດ ເຮັດໃຫ້ທັງສອງເສຍຊີວິດຄາທີ່ ພ້ອມທັງຍິງໃສ່ ນາງ ປະກິດ (ຜູ້ເປັນອາດີດແມ່ເຖົ້າ) ທີ່ພວມກຳລັງໄຂປະຕູຫ້ອງນອນອອກມາ ເຮັດໃຫ້ບາດເຈັບເຈັບເລັກນ້ອຍ ຈາກນັ້ນ ທ້າວ ພຸດທະກອນ ຈຶ່ງໄດ້ເອົາຕົວລົບໜີໄປ.

ຜ່ານການກວດກາສະຖານທີ່ເກີດເຫດ ພົບເຫັນຜູ້ຖືກຍິງຈໍານວນ 3 ຄົນ; ໃນນີ້, ໄດ້ຮັບບາດເຈັບ 1 ຄົນ ຊື່ ນາງ ປາກິດ ແລະ ເສຍຊີວິດອີກ 2 ຄົນຢູ່ໃນເຮືອນຄົວ; ເຈົ້າໜ້າທີ່ ກວດສອບໃນສະຖານທີ່ເກີດເຫດ ພົບເຫັນປອກລູກປືນຂະໜາດ 9 ມມ ຈໍານວນ 18 ປອກ, ພົບເຫັນຫົວລູກປືຈໍານວນ 4 ຫົວ ແລະ ສິ້ນສ່ວນລູກປືນຢູ່ໃນສະຖານທີ່ເກີດເຫດ; ນອກນັ້ນ, ຍັງພົບເຫັນເລົາເກັບສຽງປືນຈໍານວນ 1 ເລົາຢູ່ກ້ອງຕົ້ນມ່ວງໜ້າເຮືອນ.ຜ່ານການກວດກາ, ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ນາງ ກີ້ ມີຮຮອຍຖືກລູກປືນຍິງຈໍານວນ 6 ຮອຍ; ໃນນີ້, ມີຮອຍຖືກຍິງ ເຂົ້າດ້ານງ່ອນຈໍານວນ 1 ນັດ, ຮອຍຖືກຍິງເຂົ້າບໍລິເວນກາງຫຼັງ ຈໍານວນ 2 ນັດ, ຮອຍຖືກຍິງເຂົ້າກົກແຂນເບື້ອງຂວາຈໍານວນ 2 ນັດ ແລະ ຮອຍຖືກຍິງຢູ່ກ້ອງຂີ້ແຮ້ເບື້ອງຂວາ 1 ນັດ; ສ່ວນ ນາງ ລາລິຕາ ( ນ້ອງສາວ ) ມີຮອຍຖືກຍິງຈໍານວນ 2 ຮອຍ ຖືກຍິງເຂົ້າບໍລິເວນກາງຫຼັງ ຈໍານວນ 2 ນັດ ( ລູກປືນຝັງໃນ ).

ປະຈຸບັນ, ເຈົ້າໜ້າທີ່ຕິດຕາມຕົວມາດຳເນີນຄະດີໄດ້ແລ້ວ ໃນມື້ຕໍ່ມາ.

ຂໍສະແດງຄວາມເສຍໃຈມາຍັງຍາດຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານທັງສອງໄປສູ່ສຸຂະຕິ.

ນາຍົກລັດຖະມົນຕີ ຖະແຫລງກ່ຽວ ກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ

ທ່ານນາຍົກລັດຖະມົນຕີ ຖະແຫລງກ່ຽວ ກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ວັນທີ 20 ກໍລະກົດ 2021.

ພະນັກງານ, ນັກຮົບ, ປະຊາຊົນລາວບັນ ດາເຜົ່າ, ທຸກຊັ້ນຄົນ ຕະຫລອດຮອດຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ຢູ່ ສປປ ລາວ ທີ່ນັບຖື ແລະ ຮັກແພງ ທັງຫລາຍ !

ວັນທີ 19 ກໍລະກົດ 2021 ຄະນະສະເພາະກິດສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ມີຖະແຫລງຂ່າວກ່ຽວກັບສະພາບການໃນປະຈຸບັນ ແລະ ບັນດາມາດຕະການ ທີ່ຈະສືບຕໍ່ປະຕິບັດໃນຕໍ່ໍໜ້າ, ມື້ນີ້ຂ້າພະເຈົ້າ ຖານະນາຍົກ ລັດຖະມົນຕີ ຂໍມີຄວາມເຫັນຕື່ມອີກດັ່ງນີ້:

ດັ່ງທີ່ພວກເຮົາໝົດທຸກຄົນ ໄດ້ຮັບຊາບແລ້ວວ່າ ພະຍາດໂຄວິດ-19 ໃນທົ່ວໂລກ ລວມທັງຢູ່ບາງປະເທດເພື່ອນບ້ານໃກ້ຄຽງປະເທດພວກເຮົາ ສືບຕໍ່ແຜ່ລະບາດຢູ່ຊຸມຊົນ ຢ່າງກວ້າງຂວາງ, ຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ກໍຍັງສືບຕໍ່ເພີ່ມຂຶ້ນໃນແຕ່ລະວັນ, ພ້ອມທັງພົບຫລາຍສາຍພັນໃໝ່ ທີ່ສາມາດແຜ່ເຊື້ອໄດ້ງ່າຍ, ໄວວາ ແລະ ມີຄວາມຮຸນແຮງກວ່າເກົ່າ.

ສຳລັບຢູ່ປະເທດເຮົາ ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ໃນຕົ້ນປີ 2020, ລັດຖະບານຊຸດທີ VIII ກໍໄດ້ມີຄວາມພະຍາຍາມໃນການແກ້ໄຂໂດຍໄດ້ວາງ ແລະ ຊີ້ນໍາການປະຕິບັດບັນດາມາດຕະການໃນແຕ່ລະໄລຍະ ໃຫ້ສອດຄ່ອງເຮັດໃຫ້ບໍ່ມີຜູ້ຕິດເຊື້ອໃນຊຸມຊົນ ເປັນເວລາ 8 ເດືອນຈົນມາຮອດກາງເດືອນເມສາ 2021 ໄດ້ມີການລະບາດໃນຊຸມຊົນຄັ້ງໃໝ່ທີ່ຮ້າຍແຮງຂຶ້ນ, ລັດຖະບານ ກໍຄື ຄະນະສະເພາະກິດ ແລະ ອົງການປົກ ຄອງທ້ອງຖິ່ນ ໄດ້ສືບຕໍ່ປະຕິບັດບັນດາມາດຕະການໃນໄລຍະຮອບ I ຜ່ານມາ ແລະ ໄດ້ສົມທົບກັບການວາງມາດຕະການໃໝ່ເພີ່ມເຕີມ, ສຸມໃສ່ຊີ້ນໍາການຈັດຕັ້ງປະຕິບັດຕົວຈິງ ຢ່າງໃກ້ຊິດ, ທັງມີການປະເມີນສະພາບການ ແລະ ດັດປັບມາດຕະການຕ່າງໆ ໃຫ້ແທດເໝາະກັບສະພາບຕົວຈິງ ເຊິ່ງໄດ້ສຸມໃສ່ປະຕິບັດມາດຕະການສາມຢ່າງໄປຄຽງຄູ່ກັນ (ມາດຕະການດ້ານການແພດ, ມາດຕະການດ້ານການບໍລິຫານ ແລະ ມາດຕະການດ້ານເສດ ຖະກິດ):

 ມາດຕະການດ້ານການແພດ: ໄດ້ຂະຫຍາຍການເກັບຕົວຢ່າງກວດຫາເຊື້ອ ແລະ ຄົ້ນຫາກໍລະນີຜູ້ຕິດເຊື້ອໃນທ່າບຸກ, ຈັດຕັ້ງທີມງານໂຕ້ຕອບທົ່ວປະເທດ ມີທັງທີມເກັບຕົວ ຢ່າງຄົງທີ່ ແລະ ເຄື່ອນທີ່, ປັບປຸງ ແລະ ຂະຫຍາຍສູນກັກກັນ ແລະ ໂຮງໝໍພາກສະໜາມ, ສຸມໃສ່ປິ່ນປົວຜູ້ຕິດເຊື້ອ, ຕິດຕາມ ແລະ ປະເມີນອາການຄົນເຈັບຢ່າງໃກ້ຊິດ ແລະ ຕໍ່ເນື່ອງ; ໄດ້ເລັ່ງການຈັດຫາວັກຊິນ ແລະ ຈັດຕັ້ງສັກວັກຊິນດັ່ງກ່າວ ໃຫ້ປະຊາຊົນເຮົາໃນກຸ່ມເປົ້າໝາຍໄດ້ດີສົມຄວນ ປັດຈຸບັນໄດ້ສັກສອງເຂັມແລ້ວ 743.949 ຄົນ(ກວມ 10,14%) ແລະ ເຂັມໜຶ່ງແລ້ວ 1.056.672 ຄົນ(ກວມ 14,4%) ຕົວເລກວັນທີ 19 ກໍລະກົດ 2021.

 ມາດຕະການດ້ານການບໍລິຫານ: ໄດ້ປະຕິບັດມາດຕະການປິດການເຂົ້າ-ອອກ ສໍາລັບແຂວງທີ່ມີການລະບາດໃນຊຸມຊົນ; ໄດ້ປິດການເຂົ້າ-ອອກ ໃນບ້ານເຂດແດງ ແລະ ເຝົ້າລະວັງເຂດໃກ້ຄຽງຢ່າງໃກ້ຊິດ, ປິດສະຖານບັນເທີງ, ຮ້ານກິນດື່ມ, ຮ້ານຄາລາໂຄເກະ, ຮ້ານນວດ-ສະປາ ເຊິ່ງເປັນສະຖານທີ່ສ່ຽງຕໍ່ການຕິດເຊື້ອ, ຈັດຕັ້ງກຳລັງລາດຕະເວນຕາມຊາຍແດນ, ໂຄສະນາເຜີຍແຜ່ມາດຕະການຕ່າງໆ ທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກ, ເອົາໃຈໃສ່ສະໜອງຂໍ້ມູນທາງດ້ານການແພດ, ຊີ້ແຈງບັນຫາ ແລະ ແຈ້ງນະ ໂຍບາຍຕ່າງໆໃຫ້ສັງຄົມຮັບຊາບ ຢ່າງເປັນປົກກະຕິ.

 ມາດຕະການດ້ານເສດຖະກິດ: ໄດ້ປະຕິບັດນະໂຍບາຍຍົກເວັ້ນການເກັບອາກອນລາຍໄດ້ສຳລັບຜູ້ທີ່ມີລາຍໄດ້ໜ້ອຍ, ເລື່ອນການຊໍາລະຕົ້ນທຶນ ແລະ ດອກເບ້ຍທະນາຄານ ພ້ອມທັງປ່ອຍເງິນກູ້ບ້ວງໃໝ່ເພີ່ມ, ເລື່ອນການຊໍາລະອາກອນລາຍໄດ້, ອາກອນກຳໄລ ໃຫ້ຜູ້ປະກອບການ, ຍົກເວັ້ນພາສີ-ອາກອນໃນການນໍາເຂົ້າອຸປະກອນການແພດ, ຫລຸດຄ່າໄຟຟ້າ, ນໍ້າປະປາ ແລະ ອື່ນໆ.

ການປະຕິບັດບັນດາມາດຕະການທີ່ກ່າວມາຂ້າງເທິງນັ້ນ ແມ່ນໄດ້ຮັບການສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນລາວທຸກຊັ້ນຄົນ ກໍຄື ຊາວຕ່າງປະເທດທີ່ດຳລົງຊີວິດຢູ່ລາວ. ພ້ອມກັນນັ້ນ ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນ ຍັງໄດ້ຮັບການປະກອບສ່ວນຊ່ວຍເຫລືອ ທັງທາງກົງ ແລະ ທາງອ້ອມ ຈາກປະຊາຊົນ ຄິດເປັນມູນຄ່າເປັນຈຳນວນຫລວງຫລາຍ. ພິເສດ ແມ່ນປະເທດເພື່ອນມິດຂອງພວກເຮົາ ນັບທັງຢູ່ໃກ້ ແລະ ໄກ ແມ່ນໄດ້ສົ່ງການຊ່ວຍເຫລືອໃຫ້ແກ່ ສປປ ລາວ ຢ່າງທັນການ ເຊັ່ນ: ທີມງານຊ່ຽວຊານແພດໝໍ, ອຸປະກອນການແພດ ແລະ ການຊາວຍເຫລືອດ້ານຢາວັກຊິນ ໃຫ້ແກ່ ສປປ ລາວ.

ສຳຄັນອີກອັນໜຶ່ງ, ຢູ່ຂັ້ນຊຸມຊົນ ພໍ່ແມ່ພີ່ນ້ອງປະຊາຊົນຫລາຍຄົນ ໄດ້ມີຈິດໃຈເອື້ອເຟື້ອເຜື່ອແຜ່ ຊ່ວຍເຫລືອເຊິງກັນ ແລະ ກັນ ເພື່ອບັນເທົາຄວາມຫຍຸ້ງຍາກ ເຊັ່ນ: ຊ່ວຍເຫລືອເບິ່ງແຍງກັນໃນຍາມຫຍຸ້ງຍາກ, ແຈກຢາຍອາຫານນໍ້າດື່ມ, ເຈົ້າໜີ້ໄດ້ຢືດເວລາການຊຳລະໜີ້, ຄ່າເຊົ່າຕ່າງໆ ໃຫ້ແກ່ກັນ ແລະ ອື່ນໆ. ທັງໝົດນັ້ນ ສະແດງໃຫ້ເຫັນເຖິງຄວາມໂອບເອື້ອອາລີສາມັກຄີຮັກແພງ ທັງເປັນນໍ້າໜຶ່ງໃຈດຽວກັນຂອງທົ່ວປວງຊົນລາວທັງຊາດ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທັງເປັນການຢັ້ງຢືນໃຫ້ເຫັນເຖິງ ມູນເຊື້ອດີງາມຂອງປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ພາຍໃນຊາດລາວເຮົາ.

ຈາກຄວາມພະຍາຍາມໃນການກຳນົດ ແລະ ປະຕິບັດມາດຕະການຕ່າງໆທີ່ສອດຄ່ອງ, ການຮ່ວມມືຈາກທຸກພາກສ່ວນໃນສັງຄົມ ແລະ ການຊ່ວຍເຫລືອຂອງປະເທດເພື່ອນມິດພວກເຮົາສາມາດຈຳກັດໄດ້ ການຕິດເຊື້ອພາຍໃນຊຸມຊົນມີທ່າອ່ຽງຫລຸດລົງ ແລະ ຄວບຄຸມການລະບາດບໍ່ໃຫ້ຂະຫຍາຍເປັນວົງກວ້າງ. ຕົວຢ່າງ: ຢູ່ນະຄອນຫລວງວຽງຈັນ ໃນໄລຍະຕົ້ນໆ ແມ່ນລະບາດຢ່າງຮ້າຍແຮງ ມາຮອດປັດຈຸບັນນີ້ ພວກເຮົາສາມາດຄວບຄຸມໄດ້ ອາທິດກວ່າແລ້ວ, ນະຄອນຫລວງ ບໍ່ມີຜູ້ຕິດເຊື້ອຊຸມຊົນ, ຍົກເວັ້ນໃນວັນທີ 15 ກໍລະກົດ 2021 ມີພຽງ 1 ກໍລະນີທີ່ຕິດເຊື້ອຢູ່ພາຍໃນ ເປັນການຕິດເຊື້ອຂອງແພດຈາກການປິ່ນປົວໃກ້ຊິດກັບຜູ້ຕິດເຊື້ອ.

ສະຫລຸບລວມແລ້ວ ສາມາດຕີລາຄາໄດ້ວ່າ ບັນດາມາດຕະການທີ່ວາງອອກ ໃນຜ່ານມາ ແມ່ນຖືກຕ້ອງ, ທັນການ ແລະ ໄດ້ຮັບການສະໜັບສະໜູນຮ່ວມໄມ້ຮ່ວມມືຈາກປະຊາຊົນເຮົາ ແລະ ປະເທດເພື່ອນມິດ ທີ່ຢູ່ໃກ້ ແລະ ໄກ ຈຶ່ງສາມາດຄວບຄຸມການແຜ່ລະບາດໄດ້ໃນລະດັບດີ ແລະ ເຮັດໃຫ້ປະຊາຊົນ ສາມາດກັບຄືນມາໃຊ້ຊີວິດປົກກະຕິໄດ້ຫລາຍຂຶ້ນ. ໃນນາມລັດຖະບານແຫ່ງ ສປປ ລາວ ຂ້າພະເຈົ້າສະແດງຄວາມຊົມເຊີຍ, ຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ການສະໜັບສະໜູນຊ່ວຍເຫລືອດັ່ງກ່າວ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫລືອໃນຂັ້ນຕໍ່ໄປ.

ເຖິງຢ່າງໃດກໍຕາມ ເມື່ອມາຕີລາຄາຢ່າງເລິກເຊິ່ງແລ້ວ ກໍເຫັນວ່າ ຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ ເປັນຕົ້ນ:

1) ສະຕິຕື່ນຕົວຮັບຜິດຊອບຂອງຄົນຈຳນວນໜຶ່ງບໍ່ທັນດີ, ຍັງມີປະກົດການລ່ວງລະ ເມີດລະບຽບການທີ່ວາງອອກເຊັ່ນ: ມີການພົບປະກິນດື່ມຊຸມແຊວກັນ, ການເຄື່ອນໄຫວໄປມາ ທີ່ບໍ່ມີການປະຕິບັດມາດຕະການປ້ອງກັນ, ບໍ່ຈິງໃຈລາຍງານສະພາບຄວາມສ່ຽງຂອງການຕິດເຊື້ອຂອງຕົນເອງ ຕໍ່ເຈົ້າໜ້າທີ່ ແລະ ແພດໝໍ, ອັນເປັນເຫດເຮັດໃຫ້ໃນບາງໄລຍະມີການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ຊຸມຊົນ ຫລາຍບໍລິເວນ.

2) ສູນກັກກັນບາງທ້ອງຖິ່ນ ບໍ່ພຽງພໍ ແລະ ມີຂໍ້ຈຳກັດການອຳນວຍຄວາມສະດວກ; ແຮງງານລາວທີ່ເດີນທາງກັບຄືນປະເທດ ຈາກປະເທດເພື່ອນບ້ານໃກ້ຄຽງ ມີຈຳນວນຫລວງ ຫລາຍ ໃນນັ້ນມີຈຳນວນໜຶ່ງລັກລອບເຂົ້າມາແບບຜິດກົດໝາຍ ເຊິ່ງເຮັດໃຫ້ມີຄວາມສ່ຽງສູງ ທີ່ຈະນຳເອົາເຊື້ອພະຍາດ ເຂົ້າມາຕິດຕໍ່ໃສ່ຄອບຄົວ ແລະ ຊຸມຊົນ; ຜູ້ຢູ່ສູນກັກກັນ ຈຳນວນໜຶ່ງ ຍັງພະຍາຍາມລັກໜີອອກຈາກສູນ ກ່ອນຄົບກຳນົດ ເຊິ່ງມີຄວາມສ່ຽງໃນການເກີດການລະບາດໃນຊຸມຊົນ.

3) ເນື່ອງຈາກແຮງງານລາວ ກັບຄືນປະເທດເປັນຈຳນວນຫລວງຫລາຍ ຄືໄດ້ເວົ້າມານັ້ນ ຈິ່ງເຮັດໃຫ້ການຕິດເຊື້ອຈາກການນຳເຂົ້າເພີ່ມຂື້ນໄວ ສະຖານທີ່ຮອງຮັບການປິ່ນປົວ ແລະ ຈຳນວນແພດໝໍມີຈຳກັດ ເຊິ່ງຈະເປັນບັນຫາຫຍຸ້ງຍາກຂື້ນຕື່ມເຊັ່ນ: ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ສາລະວັນ, ນະຄອນຫລວງວຽງຈັນ, ບໍ່ແກ້ວ ແລະ ແຂວງອື່ນໆ ຫລາຍກວ່າໝູ່ແມ່ນແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ ສະເພາະ ແຂວງຈຳປາສັກຢູ່ສູນກັກກັນມີ 1.220 ຄົນ ແລະ ຜູ້ຕິດເຊື້ອທີ່ກຳລັງປິ່ນປົວຢູ່ 632 ກໍລະນີ; ແຂວງສະຫວັນນະເຂດ ຢູ່ສູນກັກກັນມີ 1.674 ຄົນ ແລະ ຜູ້ຕິດເຊື້ອທີ່ກຳລັງປິ່ນປົວຢູ່ 526 ກໍລະນີ, ໃນໄລຍະເວລາຫລັງໆມານີ້ ພວກເຮົາຍັງກວດພົບຜູ້ຕິດເຊື້ອສາຍພັນໃໝ່ ສາຍພັນອານຟາ ແລະ ເດວຕາ ຈາກການນຳເຂົ້າ ເຊິ່ງເປັນສາຍພັນທີ່ແຜ່ເຊື້ອໄວກວ່າແຕ່ກ່ອນ.

ພໍ່ແມ່ ພີ່ນ້ອງ ທີ່ຮັກແພງທັງຫລາຍ,

ດັ່ງທີ່ໄດ້ກ່າວມາແລ້ວນັ້ນ ໃນເວລານີ້, ບັນດາປະເທດໃນໂລກ ລວມທັງ ປະເທດໃກ້ຄຽງ ກໍຄື ປະເທດພວກເຮົາ ຍັງຢູ່ໃນສະພາບການທີ່ມີຄວາມທ້າທາຍ ແລະ ຫລໍ່ແຫລມຫລາຍດ້ານ ທີ່ບໍ່ອາດຈະປະໝາດ, ລະເຫລີງ ແລະ ເຜີຕົວໄດ້ເປັນອັນຂາດ. ພວກເຮົາ ຕ້ອງພ້ອມກັນເພີ່ມທະວີການປ້ອງກັນ, ຄວບຄຸມ ພະຍາດໂຄວິດ-19 ດ້ວຍທຸກມາດຕະການ ແລະ ທຸກກຳລັງແຮງ ຢ່າງເປັນປະຈຳ ເພື່ອບໍ່ໃຫ້ມີການລະບາດເກີດຂຶ້ນໃນຮອບໃໝ່ຢູ່ປະເທດພວກເຮົາ. ສິ່ງສຳຄັນ, ພວກເຮົາຕ້ອງພ້ອມກັນເພີ່ມທະວີຄວາມຮັບຜິດ ຊອບ ຕໍ່ປະເທດຊາດ ແລະ ປະຊາຊົນຂອງພວກເຮົາ ດ້ວຍການຍົກສະຕິລະວັງຕົວ ໃຫ້ສູງກວ່າເກົ່າ ແລະ ເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກ ໃນແຕ່ລະໄລຍະຢ່າງເຂັ້ມງວດ ແນໃສ່ຫລຸດຜ່ອນຜົນກະທົບດ້ານເສດຖະ ກິດ-ສັງຄົມ ແລະ ເພື່ອໃຫ້ບັນລຸຄາດໝາຍທີ່ວ່າ ໃຫ້ມີຜູ້ຕິດເຊື້ອໜ້ອຍທີ່ສຸດ, ມີຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ໄດ້ຫັນໄປສູ່ການດຳລົງຊີວິດປົກກະຕິ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ ໄດ້ໄວ ແລະ ທົ່ວເຖິງ. ນັ້ນແມ່ນຄາດໝາຍໃຫຍ່ຂອງລັດຖະບານ. ສະ ນັ້ນ, ຖືໂອກາດນີ້ ຕາງໜ້າໃຫ້ແກ່ພັກ-ລັດຖະບານ ຂ້າພະເຈົ້າ ສະເໜີໃຫ້ພວກເຮົາໝົດທຸກຄົນ ເອົາໃຈໃສ່ຕື່ມບາງດ້ານ ດັ່ງນີ້:

1. ຮຽກຮ້ອງມາຍັງພະນັກງານ, ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ຕະຫລອດຮອດຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ຢູ່ ສປປ ລາວ ສືບຕໍ່ເພີ່ມທະວີຄວາມເປັນເຈົ້າການໃນການປະຕິບັດ ບັນດານະໂຍບາຍ ແລະ ມາດຕະການ ທີ່ລັດຖະບານ ກໍຄື ຄະ ນະສະເພາະກິດແຕ່ລະຂັ້ນວາງອອກ ໃນແຕ່ລະໄລຍະໃຫ້ເຂັ້ມງວດ ແລະ ໃຫ້ຖືວ່າວຽກງານດັ່ງກ່າວ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນ ເຊິ່ງປະກອບດ້ວຍມາດຕະການທາງການແພດ, ດ້ານການບໍລິການ ແລະ ດ້ານເສດຖະກິດ ພະຍາຍາມສູງເຮັດແນວໃດໃຫ້ມີຄວາມດຸນດ່ຽງ ຊ່ວຍໜູນກັນລະຫວ່າງ ບັນດາມາດຕະການດັ່ງກ່າວ ແນ ໃສ່ບັນລຸຕາມຄາດໝາຍລວມ ດັ່ງໄດ້ກ່າວໄປແລ້ວຂ້າງເທິງ. ພ້ອມນີ້, ຮຽກຮ້ອງໃຫ້ ທຸກຄົນໃນສັງຄົມ ຈົ່ງຮັບເອົາຂໍ້ມູນຂ່າວສານຢ່າງມີສະຕິ, ໃຫ້ເອົາໃຈໃສ່ຕິດຕາມຂ່າວສານ ຈາກທາງການ, ອັນໃດບໍ່ເຂົ້າໃຈ ຫລື ອັນໃດຍັງມີຄວາມລະແວງສົງໄສ ບໍ່ຈະແຈ້ງແມ່ນໃຫ້ສອບຖາມໂດຍກົງກັບເຈົ້າໜ້າທີ່ ທີ່ຮັບຜິດຊອບ, ບໍ່ໃຫ້ຫລົງເຊື່ອນຳຂ່າວລື, ຂ່າວບິດເບືອນ ທີ່ຈະສ້າງຄວາມແຕກຕື່ນວຸ້ນວາຍສັບສົນ ໃນສັງຄົມ ແລະ ເປັນຊ່ອງວ່າງ ສ້າງຄວາມແຕກແຍກຄວາມສາມັກຄີພາຍໃນ.

2. ສືບຕໍ່ຈັດຫາວັກຊິນ ແລະ ຈັດຕັ້ງສັກໃຫ້ປະຊາຊົນ ໃຫ້ບັນລຸຕາມແຜນການທີ່ກຳນົດໄວ້ ຄື ຢ່າງໜ້ອຍປີ 2021 ນີ້ ໃຫ້ໄດ້ 50% ຂອງພົນລະເມືອງທົ່ວປະເທດ. ປັດຈຸບັນ ໄດ້ສັກໄປແລ້ວສອງເຂັມມີ 743.949 ຄົນ ແລະ ສີດໄປແລ້ວ ເຂັ້ມທີໜຶ່ງ 1.056.672 ຄົນ, ຖ້າບວກທັງສອງປະເພດນີ້ເຂົ້າກັນ ກໍປະມານ 1.800.621 ຄົນ ແລະ ຍັງສືບຕໍ່ສັກຕໍ່ໄປ, ຖ້າສະເລ່ຍຕົວເລກອັນນີ້ ທັງເຂັມໜຶ່ງ ແລະ ເຂັມສອງ ກໍ່ກວມ 25,7% ຂອງພົນລະເມືອງ. ວັກຊິນ ຍັງຈະສືບຕໍ່ຈັດສົ່ງມາອີກ ເປັນໄລຍະໄລຍະ ໂດຍສະເພາະໄລຍະໃກ້ໆນີ້ ມື້ວັນທີ 16 ກໍລະກົດ 2021 ວັກຊິນຈອນສັນແອນຈອນສັນ ກໍໄດ້ມາເຖິງ ສປປ ລາວ ຈຳນວນ 1 ລ້ານໂດສ, ຖ້າພວກເຮົາສັກໝົດ 1 ລ້ານໂດສນີ້ ບວກກັບອັນເກົ່າ ທີ່ສັກຜ່ານມາແລ້ວ ກໍຈະໄດ້ປະມານ 40 ກວ່າເປີເຊັນ ຂອງພົນລະເມືອງ, ຄາດວ່າ ຍັງຈະມີວັກຊິນນຳເຂົ້າມາເປັນໄລຍະໄລຍະ ແລະ ພວກເຮົາຈະສາມາດປະຕິບັດໄດ້ຕາມຄາດໝາຍ. ວັກຊິນທີ່ນຳໃຊ້ຢູ່ປະເທດເຮົາ ມີຫລາຍສະນິດ ເຊັ່ນ: ຊິໂນຟາມ, ສະປຸກນິກ, ແອັສຕຣາຊິເນກາ, ຟາຍເຊີ ແລະ ຈອນສັນແອນຈອນສັນ. ຢືນຢັນອີກວ່າ ທຸກສະນິດລ້ວນແຕ່ດີມີຄຸນນະພາບ, ລັດຖະບານມີນະໂຍບາຍສັກໃຫ້ປະຊາຊົນ ຢ່າງສະເໝີພາບ ຕາມຫລັກວິຊາການແພດ ເຊິ່ງໄດ້ມີເປົ້າໝາຍຕາມອາຍຸກະສຽນ, ຕາມສະພາບສຸຂະພາບຂອງແຕ່ລະຄົນ ແນໃສ່ຮັບປະກັນຄວາມປອດໄພຂອງປະຊາຊົນ.
ໃນເລື່ອງນີ້ຮຽກຮ້ອງໃຫ້ທຸກຄົນ ຕື່ນຕົວສະໝັກໃຈປະຕິບັດຕາມກົດລະບຽບ ແລະ ແຜນການມາດຕະການທາງການແພດ ຫລີກເວັ້ນການແຍ່ງຊິງກັນ ແລະ ສ້າງຄວາມສັບສົນໃນເວລາແຈກຢາຍ ແລະ ໃນເວລາສັກວັກຊີນ ດັ່ງກ່າວ.

ການສັກວັກຊິນ ແມ່ນການສ້າງພູມຕ້ານທານໃນຮ່າງກາຍ ຕາມບົດຮຽນຕົວຈິງຂອງບັນດາປະເທດ ບໍ່ໝາຍຄວາມວ່າໄດ້ສັກຢາແລ້ວຈະບໍ່ຕິດເຊື້ອອີກ, ສັກວັກຊິນແລ້ວກໍຕາມອາດຈະຕິດເຊື້ອໄດ້ອີກ ແຕ່ອາດຈະບໍ່ມີອາການປ່ວຍຮ້າຍແຮງ, ປົວດີໄດ້ໄວ ແລະ ຈຳກັດການເສຍຊີວິດ. ສະນັ້ນ ສັກວັກຊິນແລ້ວ ກໍຍັງຕ້ອງສືບຕໍ່ປະຕິບັດຕາມມາດຕະການພື້ນຖານຂອງການປ້ອງກັນ ເຊັ່ນ: ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ, ລ້າງມືດ້ວຍເຈວມີທາດເຫລົ້າ ຫລື ສະບູ ແລະ ປະຕິບັດມາດຕະການອື່ນໆ ທີ່ຄະນະສະເພາະກິດວາງອອກ ຢ່າງເປັນປົກກະຕິ.

3. ສືບຕໍ່ໃຫ້ບັນດາແຂວງ ປັບປຸງ ແລະ ຂະຫຍາຍສູນກັກກັນ ແລະ ໂຮງໝໍພາກສະໜາມ ໃຫ້ສາມາດຮອງຮັບໄດ້ການກັບມາຂອງແຮງງານລາວຈາກຕ່າງປະເທດ, ເພີ່ມທະວີມາດຕະການດ້ານການແພດ ແລະ ການບໍລິຫານຄຸ້ມຄອງຢ່າງເຂັ້ມງວດ ເພື່ອບໍ່ໃຫ້ເຊື້ອພະຍາດເລັດລອດແຜ່ລະບາດອອກສູ່ຊຸມຊົນ. ຂໍຮຽກຮ້ອງເຖິງເຈົ້າໜ້າທີ່ ແລະ ຜູ້ທີ່ເຂົ້າກັກຕົວໃນສູນ ກໍຄື ຜູ້ຕິດເຊື້ອ ທີ່ພວມປິ່ນປົວຢູ່ໂຮງໝໍ ຈົ່ງມີຄວາມຮັບຜິດຊອບຕໍ່ຕົນເອງ ຕໍ່ຄອບຄົວ ແລະ ຕໍ່ສັງຄົມ ບໍ່ຝ່າຝືນລະບຽບການ ແລະ ມາດຕະການຕ່າງໆ ທີ່ໄດ້ກຳນົດໄວ້.

4. ຮຽກຮ້ອງມາຍັງປະຊາຊົນລາວ ກໍຄື ຊາວຕ່າງປະເທດ ທີ່ມີຄວາມປະສົງຈະເຂົ້າ-ອອກ ສປປ ລາວ ໃຫ້ປະຕິບັດຖືກຕ້ອງຕາມຂັ້ນຕອນຂອງລະບຽບການ ບໍ່ໃຫ້ລັກລອບເຂົ້າ-ອອກ ຕາມລຳພັງ ເຊິ່ງຈະເປັນການນຳເອົາເຊື້ອພະຍາດໂຄວິດ-19 ເຂົ້າມາແຜ່ລະບາດເປັນວົງກວ້າງຢູ່ ສປປ ລາວ ແລະ ກໍ່ຢູ່ປະເທດເພື່ອນບ້ານເຊັ່ນກັນ ເຊິ່ງຈະເຮັດໃຫ້ຄວບຄຸມໄດ້ຍາກທີ່ສຸດ. ພິເສດ ຕໍ່ກັບແຮງງານລາວ ທີ່ໄປອອກແຮງງານຢູ່ປະເທດໃກ້ຄຽງ ກໍຂໍໃຫ້ປະຕິບັດເຂັ້ມງວດຕາມລະບຽບການ ຂອງປະເທດເພື່ອນບ້ານທີ່ຕົນເອງອາໃສຢູ່ ໃນຂະນະດຽວກັນ ຖ້າຕ້ອງການກັບຄືນ ສປປ ລາວ ເຊິ່ງເປັນບ້ານເກີດເມືອງນອນຂອງຕົນເອງ ກໍໃຫ້ດຳເນີນຢ່າງຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ ເຖິງແມ່ນວ່າເວລາອອກໄປຕ່າງປະເທດ ຈະລັກລອບອອກໄປກໍຕາມ ແຕ່ເວລາກັບເຂົ້າມາ ຂໍໃຫ້ກັບມາຢ່າງຖືກຕ້ອງ ໂດຍໃຫ້ພົວພັນກັບເຈົ້າໜ້າທີ່ສະຖານທູດ, ກົງສູນລາວ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ແລ້ວເດີນທາງມາຜ່ານດ່ານຕ່າງໆຢ່າງເປັນທາງການ. ລັດຖະບານ ຖືວ່າການເດີນທາງເຂົ້າມາປະເທດຢ່າງຖືກຕ້ອງນັ້ນ ເປັນການກະທຳທີ່ຮັກຊາດ ຮັກບ້ານເກີດເມືອງນອນຂອງຕົນຢ່າງແທ້ຈິງ ແລະ ກົງກັນຂ້າມ ບຸກຄົນໃດຫາກລັກລອບເຂົ້າມາ ຈະແມ່ນດ້ວຍເສັ້ນທາງໃດກໍຕາມ ຖືວ່າເປັນຜູ້ມີຄວາມຜິດຕາມກົດໝາຍ ແລະ ເປັນຜູ້ນຳເອົາຜົນເສຍຫາຍມາໃຫ້ປະເທດຊາດ ເຊິ່ງຈະຖືກດຳເນີນຄະດີຕາມກົດໝາຍຂອງ ສປປ ລາວ. (ເລື່ອງນີ້ ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ ພໍ່ແມ່ພີ່ນ້ອງ ສົ່ງຂ່າວຕໍ່ໃຫ້ລູກຫລານ ແລະ ໝູ່ຄູ່ຂອງຕົນເອງຊາບ ໃຫ້ຈະແຈ້ງ ແລະ ທົ່ວເຖິງ)

5. ຂໍໃຫ້ປະຊາຊົນລາວທຸກຖ້ວນໜ້າ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງທຸກພາກສ່ວນ ຮັບຮູ້ເຂົ້າໃຈວ່າ ພະຍາດໂຄວິດ-19 ໄດ້ລະບາດຮຸນແຮງໄປຂອບເຂດທົ່ວໂລກ ສ້າງຄວາມເສຍຫາຍຢ່າງໃຫຍ່ຫລວງໃຫ້ແກ່ຊີວິດ ແລະ ເສດຖະກິດ-ຊີວິດການເປັນຢູ່ຂອງປະຊາຊົນ ຢ່າງມະຫາສານ.

ລັດຖະບານ ກໍຄື ປະຊາຊົນທຸກໆປະເທດໃນທົ່ວໂລກ ແມ່ນໄດ້ມີຄວາມພະຍາຍາມສະກັດກັ້ນ ແລະ ຕ້ານສຸດຄວາມສາມາດຂອງຕົນ ແຕ່ກໍຍັງບໍ່ທັນສາມາດຈະດັບມອດມັນໄດ້ເທື່ອ ແລະ ມັນກໍອາດຈະຍັງສືບຕໍ່ຢູ່ຄຸກຄາມມວນມະນຸດພວກເຮົາຕໍ່ໄປ. ສຳລັບປະເທດເຮົາຂ້າພະເຈົ້າເຂົ້າໃຈດີວ່າ ປະຊາຊົນກໍເຊັ່ນດຽວກັນກັບແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ລ້ວນແຕ່ມີຄວາມອິດເມື່ອຍຕໍ່ການເຝົ້າລະວັງ ແລະ ປະຕິບັດໜ້າທີ່ຂອງຕົນ ໂດຍສະເພາະ ແມ່ນແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ເຊິ່ງໄດ້ເປັນຜູ້ເຮັດໜ້າທີ່ບໍລິການຮັບໃຊ້ ປະຊາຊົນ ໃນການປ້ອງກັນ ແລະ ປິ່ນປົວມາເປັນເວລາ 2 ປີ. ສະນັ້ນ ຂໍຮຽກຮ້ອງໃຫ້ເຫັນອົກເຫັນໃຈເຊິ່ງກັນ ແລະ ກັນ ຂໍໃຫ້ທຸກຄົນຈົ່ງໃຊ້ເຫດຜົນ ໃຊ້ຄວາມອົດທົນ ບໍ່ໃຊ້ອາລົມຕໍ່ກັນ-ປະຊາຊົນກໍຕ້ອງເຫັນໃຈແພດໝໍ ແລະ ເຈົ້າໜ້າທີ່, ເຈົ້າໜ້າທີ່ ກໍຕ້ອງເຂົ້າໃຈ ແລະ ເຫັນໃຈປະຊາຊົນຜູ້ເຈັບປ່ວຍ, ສາມັກຄີຊ່ວຍເຫລືອກັນ ຮ່ວມແຮງກັນ ພ້ອມກັນຜ່ານຜ່າໄປດ້ວຍກັນ, ຈົ່ງພ້ອມກັນປົກປັກຮັກສາມູນເຊື້ອອັນດີງາມຂອງສັງຄົມລາວເຮົາ ເຊິ່ງເປັນສັງຄົມຂອງການໂອບເອື້ອອາລີ ສາມັກຄີຮັກແພງ.

ພໍ່ແມ່ ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ,
ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຢືນຢັນວ່າ: ລັດຖະບານ ຈະສືບຕໍ່ເຝົ້າລະວັງ, ຕິດຕາມ, ປະເມີນສະຖານະການທຸກໆໄລຍະ ເພື່ອປັບປຸງປ່ຽນແປງມາດຕະການ ຕາມສະພາບຕົວຈິງ ຢ່າງສົມເຫດສົມຜົນ ລວມທັງການຈັດຫາ ແລະ ສັກວັກຊິນໃຫ້ແກ່ພໍ່ແມ່ປະຊາຊົນ ໃນກຸ່ມເປົ້າໝາຍຕ່າງໆ ໃຫ້ໄດ້ຕາມຄາດໝາຍ ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນລາວບັນດາເຜົ່າ.

ສຸດທ້າຍນີ້, ຂ້າພະເຈົ້າ ຂໍຢ້ຳຕື່ມອີກເທື່ອໜຶ່ງວ່າ ບັນດາມາດຕະການ ທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກນັ້ນ ຈະມີປະສິດທິພາບ ແລະ ປະສິດທິຜົນໄດ້ ແມ່ນຂຶ້ນກັບການຮ່ວມໄມ້ຮ່ວມມື ແລະ ຄວາມເປັນເຈົ້າການໃນການປະຕິບັດຢ່າງເຂັ້ມງວດ ຂອງທຸກຄົນໃນສັງຄົມ, ລຳພັງແຕ່ລັດຖະບານ ກໍຄືຄະນະສະເພາະກິດ, ແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ແມ່ນບໍ່ສາມາດປະສົບຜົນສຳເລັດໄດ້.

ສະນັ້ນ, ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງສືບຕໍ່ຮ່ວມແຮງຮ່ວມໃຈກັນ, ປະກອບ ສ່ວນເຂົ້າໃນວຽກງານປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເພື່ອແນ ໃສ່ເຮັດໃຫ້ປະເທດຊາດ ແລະ ພວກເຮົາທຸກຄົນ ພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ຢ່າງຕະຫລອດປອດໄພ.

ເລັ່ງຂະຫຍາຍສູນຈຳກັດບໍລິເວນ ແລະ ໂຮງໝໍ ພາກສະໜາມ ເນື່ອງຈາກແຮງງານ ແລະ ຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ

ອີງຕາມການລາຍງານຂອງຄະນະສະເພາະກິດ ຈາກຫ້ອງປະຕິບັດງານເຫດການສຸກເສີນ ດ້ານສາທາລະສຸກ, ພະແນກສາທາລະນະສຸກ ແຂວງຈຳປາສັກ ໃນວັນທີ 19 ກໍລະກົດ 2021 ແຈ້ງໃຫ້ຮູ້ວ່າ: ການຕິດເຊື້ອໂຄວິດ-19 ຢູ່ສູນຈໍາກັດບໍລິເວນຂອງແຂວງ ຈຳປາສັກ ມີທ່າອ່ຽງເພີ່ມຂຶ້ນ ສະເລ່ຍ 40 ຄົນຕໍ່ວັນ ແລະ ຄາດວ່າ ອີກສອງວັນຂ້າງໜ້າ ຈະເຮັດໃຫ້ໂຮງໝໍພາກສະໜາມຮັບໄດ້ເຕັມອັດຕາ ປະມານ 80 ຄົນເທົ່ານັ້ນ. ປັດຈຸບັນຄະນະກຳມະການ ສະເພາະກິດ ແຂວງຈຳປາສັກ ໄດ້ຮີບຮ້ອນປຶກສາຫາລື ໃນການກຳນົດສະຖານທີ່ ໂດຍສະເພາະ ສູນຈຳກັດບໍລິເວນຂອງແຮງ ງານ ທີ່ເຂົ້າມາກໍຫລາຍ ແລະ ຜູ້ຕິດເຊື້ອກໍເພີ່ມຂຶ້ນ ເຮັດໃຫ້ໂຮງໝໍພາກສະໜາມ ບໍ່ມີສະຖານທີ່ຮອງຮັບຄົນເຈັບໄດ້ພຽງພໍ.

ດຣ. ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກ ແຂວງ ຈໍາປາສັກ ແຈ້ງໃຫ້ຮູ້ວ່າ: ໃນວັນທີ 18 ກໍລະກົດ 2021 ມີແຮງງານລາວ ທີ່ເຂົ້າມາທາງດ່ານສາກົນວັງເຕົ່າ-ຊ່ອງເມັກ ທັງໝົດ 138 ຄົນ. ໃນນີ້, ຈຳປາສັກ ມີ 73 ຄົນ, ຕ່າງແຂວງ 65 ຄົນ (ສາລະວັນ 59, ອັດຕະປື 1 ຄົນ, ນະຄອນຫລວງວຽງຈັນ 2 ແລະ ເຊກອງ 3). ເມື່ອມີຄົນເຂົ້າມາຫລາຍຄືແນວນັ້ນ, ຄວາມສ່ຽງເຮັດໃຫ້ການຕິດເຊື້ອໃນແຕ່ລະວັນສູງຂຶ້ນ ໂດຍສະເລ່ຍແລ້ວ ເກືອບ 50% ຂອງແຮງງານທີ່ເຂົ້າມາມີການຕິດເຊື້ອ.

ມື້ນີ້ກໍມີລາຍງານຕິດເຊື້ອເພີ່ມໃໝ່ອີກ 13 ຄົນຢູ່ສູນດັ່ງກ່າວ, ເມື່ອມາເບິ່ງຕົວເລກການຕິດ ເຊື້ອໂຄວິດ-19 ຢູ່ແຂວງຈໍາປາສັກ ທີ່ສະສົມມາ ມີທັງໝົດ 1.088 ຄົນ, ປິ່ນປົວຫາຍດີ 444 ຄົນ ແລະ ຍັງສືບຕໍ່ປິ່ນປົວຢູ່ 644 ຄົນ, ເຊິ່ງເຮັດໃຫ້ໂຮງໝໍພາກສະໜາມ ທີ່ຢູ່ວິທະຍາໄລການເງິນ ໃກ້ຈະເຕັມແລ້ວ, ສ່ວນໂຮງໝໍໂພນທອງ, ໂຮງໝໍ 106 ແມ່ນເຕັມໝົດແລ້ວ ບໍ່ສາມາດຮັບແຮງງານຜູ້ທີ່ຕິດເຊື້ອເຂົ້າໄປປິ່ນປົວໄດ້ອີກ.

ສ່ວນຢູ່ດ່ານສາກົນວັງເຕົ່າ-ຊ່ອງເມັກ ແມ່ນເປັນເຂດແດງ ເນື່ອງຈາກມີການຕິດເຊື້ອໃສ່ເຈົ້າໜ້າທີ່, ສະນັ້ນໃນ 2 ຫາ 3 ວັນຂ້າງໜ້ານີ້ ທາງຄະນະສະເພາະກິດພວກເຮົາ ແມ່ນຈະໄດ້ປ່ຽນທີມພະ ນັກງານແພດໝໍ ທີ່ຈະເອົາໄປປະຈຳຢູ່ດ່ານໃໝ່ ລວມເຖິງເຈົ້າໜ້າທີ່ຕຳຫລວດ, ທະຫານຊາຍແດນນັ້ນກໍເປັນທີມໃໝ່. ສຳລັບຈຸເກົ່າ ແມ່ນພວກເຮົາຈະໄດ້ນຳເຂົ້າສູນຈຳກັດບໍລິເວນ, ກວດຊອກຫາເຊື້ອ ແລະ ຖ້າກວດບໍ່ພົບເຊື້ອ ຈຶ່ງຈະເອົາມາປະຕິບັດໜ້າທີ່ຄືນໄດ້. ສາເຫດຫລັກ ທີ່ເຮັດໃຫ້ມີການຕິດເຊື້ອໃສ່ເຈົ້າໜ້າທີ່ ກໍແມ່ນສະຖານທີ່ ທີ່ໃຫ້ການບໍລິການຍັງບໍ່ທັນກຽມພ້ອມ, ເຂົາເຈົ້າແມ່ນໄດ້ອາໄສຢູ່ນໍາກັນ, ກິນອາຫານຮ່ວມກັນ, ໃຊ້ເຄື່ອງຮ່ວມກັນ, ໃຊ້ຊີວິດຮ່ວມກັນ ແລະ ນອນຮ່ວມກັນ.

ສ່ວນສູນຈຳກັດບໍລິເວນຫລັກ 21 ທັງສອງແຫ່ງ ແມ່ນພວກເຮົາຈະກວດຫາເຊື້ອທັງໝົດ ເພາະເຫັນວ່າເປັນເຂດແດງ ແລະ ມີການຕິດເຊື້ອຊ້ຳຊ້ອນ ເນື່ອງຈາກແຮງງານຫລາຍເກີນ ເຮັດໃຫ້ສະພາບການແອອັດບໍ່ມີບ່ອນຢູ່ບ່ອນເຊົາ, ຄົນກໍໄປມາຫາສູ່ກັນ, ກິນເຂົ້າ, ພົວພັນກັນ ແລະ ອີກຢ່າງເຈົ້າໜ້າທີ່ພວກເຮົາກໍໜ້ອຍ ເຮັດໃຫ້ການຄວບຄຸມ, ການຄຸ້ມຄອງຍາກຫລາຍ.

ສຳລັບໂຮງໝໍພາກສະໜາມ ມີຄົນເຈັບເຂົ້າປິ່ນປົວເປັນຈຳນວນຫລາຍ ແນ່ນອນວ່າສະພາບ, ສິ່ງແວດລ້ອມ ຕິດພັນກັບເລື່ອງອາຫານການກິນ, ການຖິ້ມຂີ້ເຫຍື້ອ, ການກຳຈັດຂີ້ເຫຍື້ອກໍຍັງມີຄວາມຫຍຸ້ງຍາກຫລາຍ, ລວມທັງການນຳໃຊ້ຫ້ອງນ້ຳ, ການໃຊ້ນໍ້າ-ໃຊ້ໄຟແມ່ນບໍ່ມີຄວາມສະດວກ. ຕໍ່ສະ ພາບການດັ່ງກ່າວ, ຂໍຮຽກຮ້ອງມາຍັງພໍ່ແມ່-ພີ່ນ້ອງໃຫ້ເອົາໃຈໃສ່ ສິ່ງສຳຄັນທີ່ສຸດ ແມ່ນບໍ່ໃຫ້ມີການຕິດເຊື້ອໃນຊຸມຊົນ. ຄະນະພັກ, ຄະນະປົກຄອງແຕ່ລະຂັ້ນ ລວມທັງປະຊາຊົນທຸກຊັ້ນຄົນ ຕ້ອງໄດ້ເປັນເຈົ້າການນຳກັນດີທີ່ສຸດ ຕ້ອງຮັກສາຕົນເອງບໍ່ໃຫ້ມີການຕິດເຊື້ອ ເປັນຕົ້ນ ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືດ້ວຍເຈວ ຫລື ເຫລົ້າ 70 ອົງສາ ແມ່ນວິທີການທີ່ດີທີ່ສຸດ. ນອກນັ້ນ, ກໍໃຫ້ງົດການຊຸມແຊວຕ່າງໆ ແລະ ຂໍຢໍ້າຄືນຕື່ມເພື່ອເປັນການເຕືອນສະຕິໃຫ້ພໍແມ່ພີ່ນ້ອງປະຊາຊົນ ລວມທັງຜູ້ປະກອບການ ບໍ່ແມ່ນເຫັນແຕ່ກຳໄລ ຕ້ອງຊ່ວຍກັນ. ພ້ອມກັນນີ້, ກໍໃຫ້ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອບໍ່ໃຫ້ແຂວງຈຳປາສັກ ມີການຕິດເຊື້ອຢູ່ໃນຊຸມຊົນ.

ຂ່າວ: ມະນີທອນ

ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ລົງຊຸກຍູ້ ແລະ ຕິດຕາມການສະກັດກັ້ນຕ້ານໂຄວິດ-19

ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດລົງຊຸກຍູ້ແລະຕິດຕາມການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19

ຕາມການລາຍງານປົກກັນຄວາມສະຫງົບ ແຂວງສະຫວັນນະເຂດໃຫ້ຮູ້ວ່າ: ວັນທີ 16 ກໍລະກົດ 2021 ນີ້ ທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ຢູ່ຈຸດກວດກາ ຄົນເຂົ້າ-ອອກ ເມືອງດ່ານສາກົນ ຂົວມິດຕະພາບລາວ-ໄທແຫ່ງທີ II ສະຫວັນນະເຂດ -ມຸກດາຫານ ທີ່ຍັງມີແຮງງານລາວ ໄປເຮັດວຽກຢູ່ປະເທດເພື່ອນບ້ານໄດ້ເດີນທາງກັບປະເທດທີ່ທາງການອະນຸຍາດຢ່າງຖືກຕ້ອງ ຕາມລະບຽບ ເຊິ່ງຜ່ານດ່ານກໍ່ໄດ້ກວດກາວັດແທກອຸນະພູມ, ຮັກສາໄລຍະຫ່າງຕາມຂັ້ນຕອນຂອງເຈົ້າໜ້າທີ່ວິຊາສະເພາະຢ່າງຖືກຕ້ອງ ແລະນຳໄປກັກຕົວ 14ວັນຢູ່ສູນກັກຕົວທີ່ໄດ້ກໍານົດໄວ້ ຈາກນັ້ນທ່ານກໍ່ໄດ້ໄປ ຕິດຕາມກວດກາຢູ່ ສູນປິ່ນປົວຜູ້ຕິດເຊື່ອພະຍາດໂຄວິດ-19 ຢູ່ຫຼັກ 9 ແລະ ສູນກັກກັນ ຫຼື ກັ່ນກອງແຮງງານລາວທີ່ກັບມາແຕ່ໄປເຮັດວຽກຢູ່ປະເທດເພື່ອນບ້ານ, ເຊິ່ງ ການລົງເຄື່ອນໄຫວໃນແຕ່ລະຈຸດ ນັ້ນ ແມ່ນໄດ້ຮັບຟັງ ການລາຍງານຂອງຄະນະສະເພາະກິດໃນແຕ່ລະຈຸດ, ສະພາບການຈັດຕັ້ງປະຕິບັດ ວິທີການກວດຫາເຊື້ອພະຍາດໂຄວິດ19 ຕາມຫຼັກວິຊາການຂອງເເພດ ເພາະວ່າ ແຂວງ ສະຫວັນນະເຂດ ອາດຍັງມີຜູ້ຕິດເຊື່ອພະຍາດເພີມຂຶ້ນເລື້ອຍໆ.

ດັ່ງນັ້ນກຳລັງປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ໄດ້ເພີ່ມທະວີການຈັດຕັ້ງປະຕິບັດ ມາດຕະການຜ່ອນຜັນ ເພື່ອປ້ອງກັນ, ຄວບຄຸມ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ COVID-19 ຢ່າງເຂັ້ມງວດ ໂດຍສະເພາະ ຫ້ອງສັນຕິບານ ປກສ ແຂວງ ເປັນເຈົ້າການ ເພີ່ມທະວີການຊີ້ນຳ-ນຳພາ ກຳລັງວິຊາສະເພາະ ເຂັ້ມງວດ ຕິດຕາມກວດກາ ຄົນເຂົ້າ-ອອກເມືອງ ຕາມປະຕູດ່ານ ພ້ອມກັນນັ້ນກໍ່ໄດ້ມີການປະສານສົມທົບ ກັບ ກຳລັງ ປ້ອງກັນຊາດ ເຄື່ອນໄຫວ ກວດກາລາດຕະເວນຂອບເຂດຊາຍແດນ ສະກັດກັ້ນການລັກລອບ ເຂົ້າ-ອອກເມືອງ ແບບບໍ່ຖືກຕ້ອງ ກໍລະນີພົບເຫັນມີການລະເມີດແມ່ນຈະໄດ້ນຳຕົວໄປກວດຫາເຊື້ອ ພ້ອມທັງ ດຳເນີນມາດຕະການຕາມຂັ້ນຕອນຂອງກົດໝາຍ.

ທ່ານຮອງນາຍົກເນັ້ນໃຫ້ທະນາຄານກາງ (ທຫລ) ເອົາໃຈໃສ່ຄຸ້ມຄອງຮັກສາສະຖຽນລະພາບເງິນຕາແຫ່ງຊາດ

ທ່ານຮອງນາຍົກເນັ້ນໃຫ້ທະນາຄານກາງ (ທຫລ) ເອົາໃຈໃສ່ຄຸ້ມຄອງຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ຢູ່ໃນຂອດການກຳນົດຂອງສະພາຮັບຮອງ ແລະ ບັນຫາອັດຕາເງິນເຟີ້ ບໍ່ໃຫ້ເກີນການເຕີບໂຕຂອງເສດຖະກິດ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນກອງປະຊຸມສະຫຼຸບຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ໄລຍະຜ່ານມາ, ເຊິ່ງຈັດຂຶ້ນໃນວັນທີ 14 ກໍລະກົດ ທີ່ສະໂມສອນສະຖາບັນການທະນາຄານແຫ່ງ ສປປ ລາວ, ໂດຍມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີບັນດາຄະນະປະຈຳພັກ, ຄະນະພັກ ແລະ ຜູ້ຕາງໜ້າສະມາຊິກພັກຈາກຮາກຖານ-ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ທຫລ ເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວບາງຕອນວ່າ: ຫທລ ຕ້ອງໄດ້ສືບຕໍ່ເອົາໃຈໃສ່ຈັດຕັ້ງເຜີຍແຜ່ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ຫທລ ໃຫ້ເປັນແຜນການ ແລະ ໂຄງການລະອຽດ ເພື່ອເປັນທິດທາງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ສຳເລັດຜົນ ໂດຍສະເພາະແມ່ນການປະຕິບັດບົດບາດຄຸ້ມຄອງມະຫາພາກກໍຄືການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໂດຍໃຫ້ຢູ່ຂອດການກຳນົດຂອງສະພາຮັບຮອງ ແລະ ບັນຫາອັດຕາເງິນເຟີ້ ບໍ່ໃຫ້ເກີນການເຕີບໂຕຂອງເສດຖະກິດ ທັງຮຽກຮ້ອງໃຫ້ພະນັກງານ-ລັດຖະກອນທົ່ວຂະແໜງການ ຫທລ ມີຄວາມບຸກບືນພະຍາຍາມ ສ້າງກໍາລັງແຮງຂອງຕົນ ໂດຍມີການວາງແຜນພັດທະນາບຸກຄະລາກອນຂອງຕົນໃຫ້ມີຄວາມຮູ້ຄວາມສາມາດ ແນໃສ່ຮັບໃຊ້ປະຕິບັດວຽກງານ ຫທລ ຢ່າງມີປະສິດທິຜົນ.

ໃນກອງປະຊຸມຍັງໄດ້ມີການລາຍງານກ່ຽວກັບການພັດທະນາເສດຖະກິດ, ເຖິງຈະປະເຊີນກັບຄວາມຫຍຸ້ງຍາກອັນໜັກໜ່ວງດ້ານການເງິນ-ເງິນຕາ ແລະ ບັນຫາໜີ້ສິນທີ່ສະສົມມາຍາວນານບວກກັບຜົນກະທົບໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19, ແຕ່ສາມາດຢັບຢັ້ງການເກີດວິກິດການຮ້າຍແຮງດ້ານເສດຖະກິດ, ທັງສາມາດຮັກສາການເຕີບໂຕໂດຍສະເລ່ຍ 5,8%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 2.664 ໂດລາ ທຽບໃສ່ປີ 2015 ເພີ່ມຂຶ້ນ 694 ໂດລາ.

ຊົມເຊີຍ! ບ້ານທ້າວແກ່ນ ເມືອງແກ່ນທ້າວ ສ້າງທາງເບຕົງພາຍໃນບ້ານ 100 ກວ່າແມັດ

ບ້ານທ້າວແກ່ນ ເມືອງແກ່ນທ້າວ ແຂວງ ໄຊຍະບູລີ ສ້າງທາງເບຕົງພາຍໃນບ້ານ 100 ກວ່າແມັດ

ຕາມ ຂປລ ລາຍງານ: ແຫຼ່ງຂ່າວ ຈາກເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 16 ກໍລະກົດ ຜ່ານມາ, ທ່ານ ບຸນໂຮມ ພັນທະວົງ ນາຍບ້ານທ້າວແກ່ນ ເມືອງແກ່ນທ້າວ ໄດ້ນໍາພາປະຊາຊົນ ລົງມືກໍ່ສ້າງທາງເບຕົງຢູ່ພາຍໃນບ້ານຂອງຕົນ ເລີ່ມຈາກເສັ້ນທາງຮ່ອມ 4 ທີ່ມີຄວາມຍາວ 110 ແມັດ, ກວ້າງ 4,50 ແມັດ, ໜາ 15 ຊັງຕີແມັດ ລວມມູນຄ່າການກໍ່ສ້າງ 73 ລ້ານກວ່າກີບ.

ໃນນີ້, ລັດຖະບານໃຫ້ການຊ່ວຍຊີມັງ 25 ໂຕນ ມູນຄ່າ 24 ລ້ານກວ່າກີບ ແລະ ທຶນຂອງປະຊາຊົນພາຍໃນບ້ານ 49 ລ້ານກວ່າກີບ, ເຊິ່ງການກໍ່ສ້າງແມ່ນໃຊ້ແຮງງານຂອງປະຊາຊົນ ພາຍໃນບ້ານ ແລະ ຄາດວ່າຈະສໍາເລັດພາຍໃນເດືອນກໍລະກົດ ນີ້.