Home Blog Page 215

ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍທັງລວງກ້ວາງ ແລະ ລວງເລິກ

ການພົບປະຄັ້ງນີ້, ສະຫາຍເລຂາທິການໃຫຍ່ ປະທານປະເທດ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງພັກ, ລັດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ໃນບັນຍາກາດທີ່ທັງສອງພັກຫາກໍສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ພວມອອກແຮງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່, ຍຸດທະສາດ ແລະ ແຜນພັດ ທະນາເສດຖະກິດ – ສັງຄົມຂອງແຕ່ລະພັກ, ແຕ່ລະປະເທດຢ່າງເປັນຂະບວນຟົດຟື້ນ.

ພາຍຫຼັງການພົບປະທາງການສອງຝ່າຍ, ສະຫາຍເລຂາທິການໃຫຍ່ ປະທານປະເທດ ທ່ານ ທອງລຸນ ສີສຸລິດ ແລະ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູຈ້ອງ ໄດ້ເປັນສັກຂີພິຍານໃນການລົງນາມ ເອກະສານກ່ຽວກັບການຮ່ວມມືສອງຝ່າຍຄື: ຂໍ້ຕົກລົງວ່າດ້ວຍຍຸດທະສາດຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2030; ສັນຍາຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດ ຫວຽດ ນາມ ໄລຍະ 2021-2025 ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໄລຍະ 2021- 2025 ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງ ກະຊວງແຜນການ ແລະ ການລົງທຶນຂອງລາວ ແລະ ກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມ ໄລຍະ 2021-2023;

ບົດບັນທຶກວ່າດ້ວຍແຜນ ການຮ່ວມມື ວັດທະນະທໍາ, ສິນລະປະ ແລະ ທ່ອງທ່ຽວ ລະຫວ່າງ ກະຊວງຖະ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວລາວ ກັບ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄລຍະ 2021-2025; ບົດບັນທຶກວ່າດ້ວຍແຜນ ການຮ່ວມມືໃນຂົງເຂດຂ່າວສານ ລະ ຫວ່າງກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວລາວ ກັບ ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດ ນາມ ແລະ ສັນຍາການຮ່ວມມືທາງດ້ານເສດຖະກິດລະຫວ່າງ ວິສາຫະກິດ ລາວ ແລະ ຫວຽດນານຈຳນວນໜຶ່ງ.

ແຂວງຈໍາປາສັກ ກຽມຮັບອຸປະກອນການແພດ ມູນຄ່າ 2 ຕື້ກວ່າກີບ ຈາກນະຄອນຊົງຊິ້ງ

ອີງຕາມການລາຍງານ ຈາກສຳນັກຂ່າວ ປະຊາຊົນ ໃຫ້ຮູ້ວ່າ: ໃນວັນທີ 25 ມີຖຸນາ 2021 ນີ້ ທີ່ຜ່ານມາ, ນະຄອນຊົງຊິ້ງ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ໄດ້ມອບ ຜ້າອັດປາກ-ດັງ ຈຳນວນ 200.000 ອັນ ແລະ ຊຸດປ້ອງກັນການຕິດເຊື້ອ ຫຼື ຊຸດ PPE ຈໍານວນ 10.000 ຊຸດ ລວມມູນຄ່າການຊ່ວຍເຫຼືອ 2 ຕື້ກວ່າກີບ ໃຫ້ແກ່ແຂວງຈໍາປາສັກ ເພື່ອປະກອບສ່ວນເຂົ້າໃນການຕ້ານ ສະກັດກັ້ນ ການແຜ່ລະບາດພະຍາດໂຄວິດ-19.

ໂດຍຜ່ານ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ປັກກິ່ງ ສປ ຈີນ ແລະ ຄາດວ່າ ເຄື່ອງຊ່ວຍເຫຼືອດັ່ງກ່າວ ອົງການປົກຄອງ ແລະ ປະຊາຊົນ ຊາວ ແຂວງຈໍາປາສັກ ຈະໄດ້ຮັບ ໃນໄວໆນີ້.

ການຊ່ວຍເຫຼືອ ຂອງນະຄອນຊົງຊິ້ງຄັ້ງ​ນີ້, ຖື​ວ່າ​ມີຄວາມໝາຍ ຄວາມສຳຄັນຍິ່ງ ຕໍ່ກັບສາຍພົວພັນມິດຕິພາບ, ການຮ່ວມມື ແລະ ການຊຸກຍູ້ຊ່ວຍເຫຼືອໂດຍຕະຫຼອດມາ ຕໍ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ຕໍ່ ແຂວງຈຳປາສັກ ທີ່ໄດ້ສືບຕໍ່ຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນດັ່ງກ່າວ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຫວັງຢ່າງຍິ່ງວ່າສາຍພົວພັນ ແລະການຮ່ວມມືທີ່ມີມູນເຊື້ອອັນດີງາມ ດັ່ງກ່າວ ຈະສືບຕໍ່ໄດ້ຮັບການພັດທະນາ ໃຫ້ນັບມື້ແໜ້ນແຟ້ນ ຂຶ້ນເລື້ອຍໆ.

ໄຟຟ້າລາວ ຊີ້ແຈງກໍລະນີບິນຄ່າໄຟຟ້າແພງ ຢູ່ເມືອງນາຊາຍທອງ

ວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ ຖະແຫຼງຂ່າວ ຊີ້ແຈງກໍລະນີຄ່າກະແສໄຟຟ້າ ທີ່ເກີດຂຶ້ນຢູ່ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເມື່ອເວລາ 2 ໂມງ ຕອນບ່າຍ ຂອງວັນທີ 28 ມິຖຸນາ 2021 ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ ໄດ້ຈັດຖະແຫຼງຂ່າວກ່ຽວກັບ ການຄິດໄລ່ຄ່າກະແສໄຟຟ້າ ກໍລະນີເກີດຂຶ້ນ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຕໍ່ສື່ມວນຊົນ ເຊິ່ງປະກອບມີ ທ່ານ ຄຸນ ບົວແພງພັນ ຮອງຜູ້ອໍານວຍການໃຫ່ຍ ລັດວິສາຫະກິດໄຟຟ້າລາວ, ທ່ານວົງສາ ນັນທະວົງ ຫົວໜ້າສາຂານະຄອນຫຼວງວຽງຈັນ 2, ແລະ ທ່ານກອງມະນີ ຮອງຫົວໜ້າສູນ ເມືອງນາຊາຍທອງ, ໂອກາດນີ້ ທ່ານ ຄຸນ ບົວແພງພັນ ຮອງຜູ້ອໍານວຍການໃຫ່ຍ ລັດວິສາຫະກິດໄຟຟ້າລາວ ປະທານຄະນະກຳມະການຄົ້ນຄວ້າ ແລະ ປະຕິບັດລະບຽບວິໄນ, ຖະແຫຼງວ່າ: ຕໍ່ເຫດການທີ່ດັ່ງກ່າວ ຄະນະກຳມະການຄົ້ນຄວ້າ ແລະ ປະຕິບັດລະບຽບວິໃນ ຟຟລ ໄດ້ທຳການສອບສວນຫາສາເຫດ ໂດຍຈັດກອງປະຊຸມສະເພາະກິດ ເພື່ອປຶກສາຫາລື, ຄົ້ນຄ້ວາສອບຖາມ ແລະ ຜ່ານການພິຈາລະນາດ້ວຍເຫດ ແລະ ຜົນ ເຫັນວ່າພະນັກງານທີ່ຈັດຕັ້ງປະຕິບັດໃນການນໍາ ເອົາຕົວເລກພະລັງງານໄຟຟ້າເຂົ້າ ໃນລະບົບໃບບິນຂອງລູກຄ້າ ເກີດຄວາມຜິດພາດ ແມ່ນມີມູນຄວາມຈິ່ງແທ້, ດັ່ງນັ້ນຄະນະກຳມະການຄົ້ນຄ້ວາ ແລະ ປະຕິບັດລະບຽບວິໃນ ໄດ້ຕົກລົງເປັນເອກະພາບຄື:

ທ່ານ ກອງມະນີ ຮອງຫົວໜ້າສູນບໍລິການໄຟຟ້າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຊີ້ແຈງກ່ຽວກັບກໍລະນີ ການຈົດເລກໝໍ້ນັບໄຟຜິດ ເຮັດໃຫ້ລາຄາໄຟຟ້າສູງຜິດປົກກະຕິ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນວ່າ:

  • ສາເຫດ ເນື່ອງຈາກພະນັກງານ ຈົດຕົວເລກສັງກັດຢູ່ ໜ່ວຍຄຸ້ມຄອງໝໍ້ນັບໄຟ ສູນບໍລິການໄຟຟ້າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈົດຕົວເລກ ວັນທີ 06/05/2021 ຕົວເລກ 184355.
  • ວັນທີ 11/05/2021 ພະນັກງານກັ່ນຕອງຕົວເລກເຫັນວ່າ ພະລັງງານຊົມໃຊ້ສູງຜິດປົກກະຕິຈຶ່ງໄດ້ມອບໃຫ້ພະນັກງານ ຈົດເລກໄຟ ຜູ້ເກົ່າລົງໄປເບິ່ງຄືນກ່ຽວກັບຕົວເລກ.
  • ວັນທີ 12/05/2021 ພະນັກງານຈົດເລກໄດ້ລາຍງານຕົວເລກຈົດມາທໍາອິດວ່າຜິດພາດ ຊຶ່ງຕົວເລກທີ່ຖືກຕ້ອງແມ່ນ 18355 ກິໂລວັດໂມງ, ຕໍ່ມາພະນັກງານປ້ອນຂໍ້ມູນເຂົ້າລະບົບໃບບິນ ໄດ້ປ້ອນຕົວເລກ ຜິດຈາກ 18355 ກິໂລວັດໂມ ເປັນ 78355 ກິໂລວັດໂມງ.
  • ວັນທີ່ 24-31/05/2021 ສໍາເລັດການຜະລິດໃບບິນ (ເພາະວ່າຊ່ວງພັກໂຄວິດ ໄດ້ແບ່ງພະນັກງານ ມາປະຈຳການ)
  • ວັນທີ 07/06/2021 ພະນັກງານ ໄດ້ສົ່ງໃບບິນໃຫ້ລູກຄ້າ.
  • ວັນທີ 11/06/2021 ໜ່ວຍງານເກັບກູ້ໜີ້ສິນ ໄດ້ກວດຢູ່ໃນລະບົບ ເຫັນວ່າເສຍຄ່າໄຟແພງຜິດປົກກະຕິ ແລະ ໄດ້ຄົ້ນຄວ້ານໍາໜ່ວຍງານຈົດໄຟ-ຜະລິດໃບບິນເຫັນວ່າແປງຕົວເລກຜິດ.
  • ວັນທີ 14/06/2001 ໜ່ວຍງານເກັບກູ້ໜີ້ສິນໄດ້ແຕ່ງອ້າຍນ້ອງລົງໄປພົບລູກຄ້າ ພ້ອມທັງແຈ້ງໃຫ້ຊາບວ່າ ຈະດັດແກ້ພະລັງງານໃຫ້ຖືກຕ້ອງກັບການຊົມໃຊ້ພະລັງງານຕົວຈິງ ລູກຄ້າຕົກລົງເຫັນດີ ພະນັກງານໄດ້ເອົາໃບບິນກັບຄືນມາເພື່ອດັດແກ້.
  • ວັນທີ 16/06/2021 ທາງໜ່ວຍງານຈົດໄຟ-ຜະລິດບິນໃບ ໄດ້ປະກອບເອກະສານດັດແກ້ ສົ່ງໃຫ້ຫ້ອງການຜະລິດໃບບິນຂອງ ສາຂາໄຟຟ້າ ນວ 2 ເພື່ອດັດແກ້ພະລັງງານ. ສຳລັບເອກະສານດັດແກ້ ພະລັງງານຄືນນັ້ນ ເອກະສານໄດ້ເຊັນອະນຸມັດ ວັນທີ 16/06/2001 ແຕ່ວ່າເອກະສານຮອດ ຝ່າຍ ນວ 2 ແມ່ນວັນທີ 23/06/221.

– ຂັ້ນຕອນການຈົດໄຟຜະລິດໃບບິນ: ໜ່ວຍງານຈົດໄຟຟ້າ-ຜະລິດໃບບິນປ້ອນຕົວເລກມື້ໜຶ່ງແມ່ນປະມານ 7-9ຈຸດ ໃນແຕ່ລະຈຸດແມ່ນມີໝໍ້ນັບໄຟ 80-150ໜ່ວຍ. ສູນບໍລິການໄຟຟ້າ ເມືອງນາຊາຍທອງ ມີໝໍ້ນັບໄຟຢູ່ໃນການຄຸ້ມຄອງແມ່ນ 33.525ໜ່ວຍ.

ທ່ານ ວົງສາ ນັນທະວົງ ຫົວໜ້າສາຂາໄຟຟ້ານະຄອນຫຼວງ 2 ຊີ້ແຈງວ່າ: ເຫດຜົນທີ່ຕ້ອງມີການດັດແກ້ຍ້ອນການປ້ອນຕົວເລກພະລັງງານເຂົ້າໃນລະບົບຜະລິດໃບບິນເກີດການຜິດພາດ. ຕາມຂໍ້ມູນ ຂອງຜູ້ຊົມໃຊ້ໄຟຟ້າ ເລກບັນຊີ 00408348 ປະເພດທີ່ຢູ່ອາໃສ ບ້ານຫວ້ຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໃນເດືອນ 5/2001. ວັນທີ່ຜະລິດໃບບິນ 17\5\2021. ເລກໝໍ້ນັບໄຟ 1501243686 ເລກຄັ້ງນີ້ 78355 ເລກຄັ້ງກ່ອນ 17115 ລວມພະລັງງານທັງໝົດ 61.240 ກິໂລວັດໂມງ.

  • ວັນທີ 23/06/2021 ຫ້ອງການຜະລິດໃບບິນ ສາຂາໄຟຟ້ານະຄອນຫລວງ 2 ໄດ້ຮັບເອກະສານດັດແກ້ຈົດໄຟຜິດ ຈາກສູນບໍລິການເມືອງນາຊາຍທອງ, ພາຍຫຼັງໄດ້ຮັບເອກະສານຂໍດັດແກ້, ຫ້ອງການຜະລິດໃບບິນສາຂາໄຟຟ້ານະຄອນຫລວງ ບໍ່ສາມາດດັດແກ້ພະລັງງານເພາະລະບົບໃບບິນບໍ່ອະນຸຍາດໃຫ້ມີການດັດແກ້ພະລັງງານຊົມໃຊ້ໄດ້ເນື່ອງຈາກບໍ່ຄົບກຳນົດຮອບວຽນ ຂອງ ການຜະລິດໃບບິນ.
  • 26/06/2011 ເປັນຮອບວຽນການຜະລິດໃບບິນໃໝ່ຕາມລະບົບພະນັກງານ ຈຶ່ງສາມາດດັດແກ້ຖານຂໍ້ມູນ ຈຶ່ງໄດ້ດຳເນີນການດັດແກ້ພະລັງງານໃຫ້ຖືກຕ້ອງຕາມການນຳໃຊ້ຕົວຈິງ. ເຮັດໃຫ້ພະລັງງານໃນບິນ ຂອງເດືອນ 5 ເປັນເງິນ 940.032 ກີບ.

ດັ່ງນັ້ນ, ທາງຄະນະຮັບຜິດຊອບ ໄຟຟ້າສາຂານະຄອນຫຼວງ 2 ຈຶ່ງຊີ້ແຈງມາຍັງສື່ມວນຊົນ-ສັງຄົມໄດ້ຮັບຊາບ.

ໄຟໄໝ້ລົດໃຫຍ່ ຢູ່ວົງວຽນ ທາງຕັດໃໝ່ໜອງບຶກ

ຕາມການລາຍງານ ຈາກແຟນເພສ ກູ້ໄພມູນນິທິຈີນ1628 ໃຫ້ຮູ້ວ່າ: ວັນທີ ເວລາ 02:59 ຂອງວັນທີ 28 ມິຖຸນາ 2021 ໂມງ ຫຼື ເຊົ້າມື້ນີ້, ໄດ້ອອກຕວດສອບເຫດໄຟໄໝ້ລົດ ຢູ່ວົງວຽນໜອງບຶກ (ວົງວຽນໃໝ່) ນະຄອນຫຼວງວຽງຈັນ, ພົບເປັນລົດເກັງໜຶ່ງຄັນ.

ຕາມການລາຍງານ ຈາກແຟນເພສ ໜ່ວຍກູໄພມູລະນິທິ ຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ 1623 ເຊິ່ງກໍໄດ້ໄປທີ່ເກີດເຫດ ໃຫ້ຮູ້ຕື່ມວ່າ: ລົດຄັນເກີດເຫດ ແມ່ນລົດເກັງ ສີຂາວ, ເຊິ່ງມີຄົນໃນລົດ 3 ຄົນ ເປັນເພດຊາຍ ປອດໄພທັງໝົດ, ແຕ່ມີບາດເຈັບເລັກໜ້ອຍ ແລະ ໄດ້ນຳສົ່ງທັງ 3 ຄົນ ໄປໂຮງໝໍ ເພື່ອເບິ່ງອາການຕື່ມ. ເຊິ່ງຜູ້ປົກຄອງຂອງທັງ 3 ກໍໄດ້ນຳມາທີ່ເກີດເຫດ. ຈາກການບອກເລົ່າເບື້ອງຕົ້ນ, ທັງ 3 ຄົນໄດ້ໃຊ້ວິທີທຸບແກ້ວແວ່ນລົດ ເພື່ອອອກຈາກລົດໃນຕອນກຳລັງເກີດເຫດ ເຮັດໃກ້ອອກມາທັນ ກ່ອນທີ່ຈະລຸກຂຶ້ນແຮງ.

ເຊິ່ງສາເຫດການເກີດໄຟລຸກໄໝ້ລົດນັ້ນ ຍັງບໍ່ຮູ້ສາເຫດຊັດເຈນເທື່ອ.

ແຂວງຈຳປາສັກ ໄດ້ຮັບການຊ່ວຍເຫຼືອ ຈາກ ແຂວງບິ່ງເຢືອງ ແລະ ແຂວງດົ່ງທາບ

ອີງຕາມການລາຍງານ ຂອງ Media Laos ໃຫ້ຮູ້ວ່າ: ແຂວງບິ່ງເຢືອງ ແລະ ແຂວງດົ່ງທາບ ສສ ຫວຽດນາມ ມອບເງິນ 730 ລ້ານດົ່ງ ໃຫ້ແກ່ ແຂວງຈໍາປາສັກ ເພື່ອປະກອບສ່ວນເຂົ້າໃນການສະກັດກັ້ນ ແລະ ປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19. ພິທີມອບ-ຮັບ ໃນຄັ້ງນີ້, ມີຂື້ນໃນວັນທີ 25 ມີຖຸນາ 2021, ທີ່ ດ່ານສາກົນພູເກືອ ແຂວງອັດຕະປື.

ແຂວງຈຳປາສັກ ໄດ້ຮັບການຊ່ວຍເຫຼືອ ຈາກ ແຂວງບິ່ງເຢືອງ ຈໍານວນ 680.000.000 ດົ່ງ ແລະ ຈາກ ແຂວງດົ່ງທາບ ຈໍານວນ 50.000000 ດົ່ງ. ລວມມູນຄ່າການຊ່ວຍເຫຼືອ ທັງໝົດ 730.000.000 ດົ່ງ.

ຕາງໜ້າໃຫ້ສອງແຂວງ ກ່າວມອບໂດຍ ທ່ານ ນາງ ພິມພາ ແກ້ວມີໄຊ ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນໂຮ່ຈິມິນ, ສສ ຫວຽດນາມ. ຕາງໜ້າໃຫ້ແຂວງຈຳປາສັກ ກ່າວຮັບ ການຊ່ວຍເຫຼືອດັ່ງກ່າວ ໂດຍ ທ່ານ ວັນນະສັກ ຊາດຕະກຸນ ຫົວໜ້າພະແນກການຕ່າງປະເທດ ແຂວງຈຳປາສັກ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ວັນນະສັກ ຊາດຕະກຸນ ຕາງໜ້າໃຫ້ອົງການປົກຄອງແຂວງຈຳປາສັກ ໄດ້ກ່າວສະແດງຄວາມຂອບໃຈ ຜ່ານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນໂຮ່ຈິມິນ, ສສ ຫວຽດນາມ ເຖິງ ແຂວງບິ່ງເຢືອງ ແລະ ແຂວງດົ່ງທາບ ທີ່ມອບເງິນຊ່ວຍເຫຼືອເຂົ້າໃນການສະກັດກັ້ນ ແລະ ປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນການປະກອບສ່ວນ ເສີມສ້າງ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ ສອງລັດ ປະຊາຊົນສອງຊາດ ລາວ- ຫວຽດນາມ ເວັ້າລວມ, ເວົ້າສະເພາະແມ່ນ ແຂວງບິ່ງເຢືອງ ແລະ ແຂວງດົ່ງທາບ ສສ ຫວຽດນາມ ກັບແຂວງ ຈຳປາສັກ.

ຊີເລ (Chile) ກຽມສຶກສາ ທີ່ຈະສັກວັກຊີນເຂັມທີ 3 ໃຫ້ປະຊາຊົນ

ຊີເລ (Chile)  ກຽມແຜນສັກວັກຊີນໂດສ 3 ໃຫ້ປະຊາຊົນ ຫຼັງຈາກສັກວັກຊີນ ຊີໂນແວັກ 2 ເຂັ້ມແລ້ວ ແຕ່ຍັງຕ້ານໂຄວິດບໍ່ໄດ້.

ປະທານາທິບໍດີ ປະເທດຊີເລ ແຈ້ງ ເມື່ອວັນທີ 22 ມິຖຸນາ ທີ່ຜ່ານມາວ່າ: ກຳລັງສຶກສາຄວາມເປັນໄປໄດ້ ຂອງການສັກວັກຊີນເຂັມທີ 3 ໃຫ້ກັບຜູ້ທີ່ໄດ້ຮັບ ເຂັມ 2 ຄົບ ແລ້ວ, ໃນຂະນະດຽວກັນກໍກຳລັງຄຸມການລະບາດ ຂອງພະຍາດໂຄວິດ-19.

ທີ່ຜ່ານມາ, ຊີເລເພີ່ງພາວັກຊີນ ປ້ອງກັນໂຄວິດ-19 ຊີໂນແວັກ ບໍລິສັດວັກຊີນຈາກຈີນພັດທະນາຂຶ້ນມາ, ເພື່ອຕ້ອງການສັກວັກຊີນໃຫ້ໄດ້ໄວທີ່ສຸດ ໂດຍໄດ້ຊີດໃຫ້ປະຊາຊົນແລ້ວ 16.8 ລ້ານໂດສ 81 ສ່ວນຮ້ອຍ ຂອງວັກຊີນທັງໝົດ ຄວບຄູ່ໄປກັບສັກວັກວັກຊີນໄຟເຊີ 3,9 ລ້ານໂດສ, ແຄນຊິໂນ ໄບໂວຈິກ ແລະ ແອນຕາເຊເນກາ ອີກເລັກໜ້ອຍ.

ດ້ານກະຊວງສາທາລະນະສຸກຂອງປະເທດ ກ່າວກັບສະຖານນີໂທລະພາບທີວີເອັນ ຂອງຊິລີ ວ່າ: ຕອນນີ້, ກຳລັງສຶກສາວ່າ ວັກຊີນຊິໂນແວັກປ້ອງກັນໂຄວິດ-19 ໄດ້ດົນພຽງໃດ ແລະ ຈະລາຍງານມາທີ່ກະຊວງ ໃນເດືອນກໍລະກົດ 2021 ນີ້ ແລະ ໄດ້ແຈ້ງອີກວ່າ: ຂໍ້ມູນທີ່ໄດ້ຮັບຈາກການສຶກສາຈະສະແດງໃຫ້ຮູ້ວ່າ ປະຊາຊົນທີ່ໄດ້ຮັບວັກຊີນ ໃນເດືອນກຸມພາ 2021 ແລະ ເຂັມທີ 2 ໃນເດືອນ ມີນາ 2021 ນ່າຈະມີແນວໂນ້ມ ທີ່ຈະຕ້ອງຮັບວັກຊີນເຂັມທີ 3 ພາຍໃນເດືອນ ກັນຍາ 2021 ນີ້.

ຊິເລ ຖືເປັນປະເທດໜຶ່ງ ທີ່ມີອັດຕາການສັກວັກຊີນສູງພໍສົມຄວນ ເຊິ່ງຜູ້ທີ່ໄດ້ຮັບຢ່າງນ້ອຍ 1 ເຂັມ ຄິດເປັນກວ່າ 60 ສ່ວນຮ້ອຍ ຂອງປະຊາກອນ ສ່ວນຜູ້ທີ່ໄດ້ຮັບວັກຊີນຄົບ 2 ເຂັມແລ້ວ ຄິດເປັນກວ່າ 0 ສ່ວນຮ້ອຍ.

ຈັດການກັບຮ້ານອິນເຕີເນັດ ທີ່ບໍ່ມີໃບອະນຸຍາດດຳເນີນທຸລະກິດ

ເຈົ້າໜ້າທີ່ພະແນກຕຳຫຼວດປ້ອງກັນເສດຖະກິດ ຮອງຕຳຫຼວດປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ລົງກວດກາ ແລະ ຢືດອຸປະກອນຮ້ານກາເຟ້ 2 ຮ້ານ ທີ່ຕິດພັນກັບການຫຼີ້ນການພະນັນຕ້ອງຫ້າມ ດ້ວຍວິທີການລັກເປີດບໍລິການໃກ້ຫຼີ້ນເກມທາງອອນລາຍ.

ເຊີ່ງຮ້ານຕັ້ງຢູ່ເຂດ ບ້ານ ສົມສະຫງ່າ, ມືອງ ໄຊເສດຖາ ແລະ ບ້ານ ດ່ານຄຳ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ຖືວ່າເປັນການລະເມີດເລກທີ 15/ນຍ ແລະ ຂໍ້ຕົກລົງເລກທີ 828/ປທສ ວ່າດ້ວຍ ການບໍລິການອິນເຕີເນັດ ຄ່າເຟ້, ຈຶ່ງໄດ້ຍຶດອຸປະກອນ ເຊິ່ງປະກອບມີ: ຄອມພິວເຕີ້ 2 ຊຸດ ແລະ ເຄື່ອງພິມ 2 ໜ່ວຍ ມາໄວ້ທີ່ຫ້ອງຕຳຫຼວດ, ເຈົ້າໜ້າທີ່ຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

ໃນວັນທີ 23 ມິຖຸນາ 2021 ທີ່ຜ່ານມາ ໄດ້ຮັບການແຈ້ງຂໍ້ມູນ ຈາກພົນລະເມືອງດີວ່າ: ມີຮ້ານອິນເຕີເນັດຄ່າເຟ້ ຍັງລັກລອກເປີດໃຫ້ບໍລິການ ຫຼີ້ນເກມທາງອອນລາຍ. ເຈົ້າໜ້າທີ່ໄດ້ລົງກວດກາ ແລະ ພົບເຫັນຮ້ານອິນເຕີ້ເນັດຄາເຟ້ ຂອງ ທ້າວ ປ໋ອກກີ້ ຢູ່ບ້ານ ດ່ານຄຳ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ຮ້ານຂອງ ທ້າວ ແບ້ ຢູ່ບ້ານ ສົມສະຫງ່າ ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ແລະ ໄດ້ເຂົ້າໄປກວດກາພາຍໃນຮ້ານ ພົບເຫັນພະນັກງງານ ຢູ່ໃນຮ້ານພ້ອມດ້ວຍຄອມພິວເຕີ 2 ເຄື່ອງ, ເຄື່ອງພິມເຈ້ຍເຊີ້ເກມ ທີ່ຄອຍໃຫ້ບໍລິການ.

ຜ່ານການສອບຖາມ ຮູ້ໄດ້ວ່າ: ທັງສອງຮ້ານເຄື່ອນໄຫວດຳເນີນທຸລະກິດ ໂດຍບໍ່ມີໃບອະນຸຍາດ ທະບຽນວິສາຫະກິດ ໃບອານຸຍາດຈາກພະແນກໂທລະຄົມມະນະຄົມ ແລະ ການສື່ສານ, ຈຶ່ງເຫັນວ່າ ການເຄື່ອນໄຫວດຳເນີນທຸລະກິດໃຫ້ບໍລິການທາງດ້ານອິນເຕີເນັດ ຄ່າເຟ້ ຂອງຜູ້ກ່ຽວ ແມ່ນແຕະຕ້ອງເຖິງສາຍພົວພັນສັງຄົມທີ່ປະມວນກົດໝາຍອາຍາ ກຳນົດໄວ້ໃນມາດຕາ 141 ຄຳສັ່ງເລກທີ 15/ນຍ ຂໍ້ຕົກລົງເລກທີ 828/ປທສ ແລະ ແຈ້ງການເລກທີ 02/ຈນວ.

ດັ່ງນັ້ນ, ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຂໍຮຽກຮ້ອງມາຍັງຜູ້ປະກອບການດຳເນີນທຸລະກິດ ເວົ້າສະເພາະການເຄື່ອນໄຫວທາງດ້ານໂທລະຄົມມະນາຄົມ ແລະ ການສື່ສານ ໃຫ້ບໍລິການອິນເຕີເນັດ ຄາເຟ້ ຂໍໃຫ້ປະຕິບັດຕາມກົດໝາຍ, ຄຳສັ່ງ ແລະ ແຈ້ງການ ຢ່າງເຂັ້ມງວດ ເພາະຢູ່ໃນໄລຍະພະຍາດຍງແຜ່ລະບາດຂອງພະຍາດ ໂຄວິດ-19 ຈຶ່ງຂໍໃຫທຸກຊັ້ນຄົນໃນສັງຄົມ ຈົ່ງປະຕິບັດພັນທະ ຂອງຕົນປະກອບສ່ວນເຂົ້າໃນວຽກງານ ການສະກັດກັ້ນ, ຄວບຄຸມ ການແຜ່ລະບາດ ຂອງພະຍາດໂຄວິດ-19.

ເກີດເຫດຄົນຕ່າງຊາດຊ໋ອກເສຍຊີວິດ

ອີງຕາມການລາຍງານຂອງ ໜ່ວຍກູ້ໄພຊ່ວຍເຫຼືອ ແລະ ບັນເທົາຄວາມທຸກ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ມີເຫດຄົນເສຍຊີວິດ ( ຄົນຕ່າງປະເທດ ) ຢູ່ ບ້ານ ທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ໃນວັນທີ 24 ມິຖຸນາ 2021 (ມື້ນີ້), ທາງໜ່ວຍກູ້ໄພສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກ ໄດ້ຮັບແຈ້ງຂໍຄວາມຊ່ວຍເຫຼືອຈາກປະຊາຊົນວ່າ: ມີຄົນຊ໋ອກໝົດສະຕິ.

ເຊິ່ງສະຖານທີແມ່ນ ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ເມື່ອທາງໜ່ວຍກູ້ໄພ ໄປຮອດສະຖານທີ່ບ່ອນເກີດເຫດ, ປະກົດພົບຜູ້ເສຍຊີວິດ ຈຳນວນ 1 ຄົນ (ເສຍຊີວິດກ່ອນໜ່ວຍກູ້ໄພຈະໄປຮອດຈຸດເກີດເຫດ)

ເບື້້ອງຕົ້ນຮູ້ວ່າ: ຜູ້ເສຍຊີວິດ ເປັນເພດຊາຍ, ອາຍຸ: 55 ປີ, ສັນຊາດ: ຣັດເຊຍ, ປັດຈຸບັນແມ່ນເຮັດວຽກຢູ່ລາວ ແລະ ພັກເຊົາຢູ່ ບ້ານ ທົ່ງກາງ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ.

ສ່ວນສາເຫດການເສຍຊີວິດນັ້ນ ແມ່ນຢູ່ໃນລະຫວ່າງການພິສູດຂອງເຈົ້າໜ້າທີ່ຕຳຫຼວດ.

ສປປ ລາວ ໄດ້ຮັບເຂົ້າສານ ຈຳນວນ 1.320 ໂຕນ ຈາກເກົາຫຼີ

ອີງຕາມການລາຍງານ ຂອງແຟນເພາ ປະຊາຊົນລາວໃຫ້ຮູ້ວ່າ: ລັດຖະບານ ແຫ່ງ ສາທາລະນະລັດ ເກົາຫຼີ ໄດ້ນຳເອົາເຂົ້າສານຈ້າວ ຈຳນວນ 1.320 ໂຕນ ມູນຄ່າປະມານ 1,26 ລ້ານໂດລາ ມອບໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫຼືອຊຸມຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທໍາມະຊາດ ທີ່ເກີດຂຶ້ນ ໃນ ສປປ ລາວ ໂດຍຜ່ານອົງການອາຫານໂລກ.

ທັງນີ້, ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະບໍລິຫານໄພພິບັດໃນລະດັບຊາດ ແລະ ທ້ອງຖິ່ນ ໃນວຽກງານແຈກຢາຍອາຫານສຸກເສີນ ຊຶ່ງລວມທັງການກໍານົດເປົ້າໝາຍ ບັນດາຜູ້ທີ່ຈະໄດ້ຮັບຜົນປະໂຫຍດ, ລະບົບການ ແຈກຢາຍອາຫານ ລວມທັງລະບົບການຕິດຕາມນຳອີກ.

ພິ​ທີ​ມອບ-ຮັບ​ ໄດ້​ຈັດ​ຂຶ້ນໃນວັນທີ 23 ມິຖຸນາ 2021 ນີ້ ທີ່ສາງເກັບ​ມ້ຽນ ຂອງອົງການອາຫານໂລກ ນະຄອນຫຼວງວຽງຈັນ ໂດຍ​ມີ​ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ມູຮົງ ອິມ ເອກ​ອັກຄະ​ລັດຖະທູດ ແຫ່ງ ສ ​ເກົາ​ຫຼີ ປະຈຳ ສປປ ລາວ, ທ່ານ ຢານ ເດລບາເຣີ ຫົວໜ້າ​ອົງການ​ອາຫານ​ໂລກ ປະຈຳ ສປປ ລາວ ພ້ອມດ້ວຍແຂກຖືກເຊີນເຂົ້າ​ຮ່ວມ.

ທ່ານ ຢານ ເດລບາເຣີ ຜູ້ຕາງໜ້າອົງການອາຫານໂລກປະຈໍາລາວ ກ່າວວ່າ: ເຂົ້າຈໍານວນໜຶ່ງ ຈະໄດ້ນໍາໃຊ້ເປັນເຂົ້າສໍາຮອງລວມໃນຂັ້ນສູນກາງ ໃນກໍລະນີທີ່ເກີດມີໄພພິບັດທີ່ຄາດຄິດເກີດ​ຂຶ້ນ, ເຂົ້າສໍາຮອງເຫຼົ່ານີ້ ຈະຖືກນໍາໃຊ້ໂດຍອົງການອາຫານໂລກ ເພື່ອຮັບປະກັນວ່າ ບັນດາເຂົ້າ​ເຫຼົ່ານີ້ຈະເປັນປະໂຫຍດ ໃຫ້ແກ່ປະຊາຊົນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຫຼາຍທີ່ສຸດ ແລະ ສໍາລັບສ່ວນທີ່ເຫຼືອຂອງເຂົ້າຈຳນວນໜຶ່ງ ແມ່ນຈະຖືກນໍາໃຊ້ເຂົ້າໃນກິດຈະກໍາຄວາມໝັ້ນຄົງທາງດ້ານສະບຽງອາຫານອື່ນໆ ຂອງອົງການອາຫານໂລກ ເປັນຕົ້ນເປັນເຂົ້າສໍາຮອງໃຫ້ແກ່ຊຸມຊົນໃນພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ທາງທໍາມະຊາດເປັນປະຈໍາ.

ບັນດາເຂົ້າສໍາຮອງເຫຼົ່ານີ້, ຈະເຮັດໜ້າທີ່ເປັນເຂົ້າສໍາຮອງຢູ່ໃນສາງເວລາສຸກເສີນ ແລະ ເກັບຮັກສາໄວ້ສໍາລັບເວລາທີ່ຂາດແຄນອາຫານ ໃນໄລຍະເວລາທີ່ຍັງບໍ່ມີຜົນຜະລິດ ແລະ ເຮັດໃຫ້ຊຸມຊົນສາມາດຊ່ວຍ​ຕົນເອງໄດ້ຈາກຄວາມຕ້ອງການເບື້ອງຕົ້ນ ຊຶ່ງປະຊາຊົນ ສາມາດທົດແທນຄືນຈໍານວນທີ່ຢືມຕາມດອກເບ້ຍທີ່ໄດ້ຕົກລົງໄວ້ ຫຼັງຈາກທີ່ພວກເຂົາໄດ້​ເກັບ​ກ່ຽວ​ຜົນ​ຜະ​ລິດ.

ທ່ານ ປະເດີມພອນ ສົນທະນີ ກ່າວວ່າ: ໃນປີ 2018 ລັດຖະບານ ສ ເກົາຫຼີ ໄດ້ໃຫ້ການຊ່ວຍເຫຼືອເຂົ້າກິນ ຜ່ານຄັງແຮເຂົ້າອາຊຽນບວກສາມ ຈໍານວນ 1.000 ໂຕນ ແລະ ປີ 2021 ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອຜ່ານຄັງແຮເຂົ້າອາຊຽນຕື່ມອີກ ຈໍານວນ 700 ໂຕນ.

ເຊັ່ນດຽວ​ກັນ​ກັບຄັ້ງນີ້, ໄດ້ໃຫ້ການຊ່ວຍເຫຼືອເຂົ້າກິນ ຈຳນວນ 1.320 ໂຕນ ຊຶ່ງຄິດເປັນມູນຄ່າປະມານ​ຫຼາຍລ້ານໂດລາ ໂດຍຜ່ານກິດຈະກຳການຊ່ວຍເຫຼືອສົງເຄາະ ແລະ ຟື້ນຟູໂຄງລ່າງການຜະລິດ ຕິດພັນກັບການຄໍ້າປະກັນດ້ານສະບຽງອາຫານ, ໂດຍຈະມີຜູ້ໄດ້ຮັບຜົນປະໂຫຍດປະມານ 55.000 ຄົນ.

ທ່ານ ທູດ ສ ເກົາຫຼີ ກ່າວວ່າ: ການປ່ຽນແປງດິນຟ້າອາກາດ ໄດ້ນໍາເອົາຄວາມທ້າທາຍມາໃຫ້ແກ່ຊຸມຊົນຜູ້ທຸກຍາກຢູ່ ສປປ ລາວ ແລະ ຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກການແຜ່ລະບາດຂອງພະຍາດໂຄວິດ -19 ຍິ່ງເຮັດໃຫ້ສະພາບມີຄວາມຫຍຸ້ງຍາກຫຼາຍກວ່າເກົ່າ, ລັດຖະບານ ສ ເກົາຫຼີ ມີຄວາມດີໃຈທີ່ຈະສືບຕໍ່ການຊ່ວຍເຫຼືອໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອຮັບປະກັນວ່າທຸກຄົນມີອາຫານກິນພຽງພໍໃນເວລາມີເຫດການສຸກເສີນ.

ການກຳນົດຂອບເຂດ ຂອງເມືອງໃໝ່ ໃນນະຄອນຫຼວງວຽງຈັນ

ເຈົ້າຄອງນະຄອນຫຼວງວຽງຈັນ ອອກຂໍ້ຕົກລົງ

ມາດຕາ 1 ວ່າດ້ວຍການກຳນົດຂອບເຂດ 24 ບ້ານ ທີ່ຂຶ້ນກັບ ເມືອງ ໄຊທານີ ຄື ບ້ານ ນາໂງມເກົ່າ, ນາໂງ່ມໃໝ່, ນາຄາຍ, ນາຄັນທຸງ, ໂພນແພງ, ຫົວຂົວ, ຫົວນສ, ນາຕານ, ຊຳບອນ, ທົ່ງມັ່ງ, ຂຸດສາມບາດ, ຫາດກ້ຽງ, ນາກຸ້ງ ໂພນຄໍ້, ໂພນໄຮ່ຄຳ, ໂພນໂຮງ, ຫາດພະອິນ, ດວງບຸດດີ, ນາແຖ, ທ່າດິນແດງເໜືອ, ທ່າດິນແດງໃຕ້, ເວີນແທ່ນ, ທ່າຈຳປາ ແລະ ບ້ານໄຮ່ ໃຫ້ເປັນຂອບເຂດພື້ນທີເມືອງທີ່ຈະຕັ້ງໃໝ່ໃນນະຄອນຫຼວງວຽງຈັນ

ມາດຕາ 2 ໃຫ້ຄະນະຮັບຜິດຊອບຄົ້ນຄ້ວາສ້າງຕັ້ງເມືອງໃໝ່ ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສຳຫຼວດເກັບກຳຂໍ້ມູນ ສ້າງແຜນທີ່ຂອບເຂດເມືອງ, ແຜນຜັງຕົວເມືອງ, ແຜນທີ່ການນຳໃຊ້ ທີ່ດິນກະສະກຳ, ການຈັດສັນ ທີ່ດິນແຕ່ລະປະເພດ ໃຫ້ສອດຄ່ອງກັບຍຸດທະສາດການພັດທະນາຂອງເມືອງ ແລະ ວຽກງານປີ່ນອ້ອມອື່ນໆ ເພື່ອປະກອບເຂົ້າໃນບົດວິພາກ ຂອງການສ້າງຕັ້ງເມືອງ.

ມາດຕາ 3 ຄະນະຮັບຜິດຊອບຄົ້ນຄ້ວາຕັ້ງເມືອງໃໝ່, ຄະນະຈັດຕັ້ງ, ຫ້ອງວ່າການ, ພະແນກພາຍໃນ, ພະແນກກະສິກຳ ແລະ ປ່າໄມ້, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວດລ້ອມ, ອົງການປົກຄອງ ເມືອງ ໄຊທານີ, ອົງການປົກຄອງບ້ານ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງຈົ່ງຮັບຮູ້ ເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ລາຍງານຢ່າງເປັນປົົກກະຕິ.

ມາດຕາ 4 ຂໍ້ຕົກລົງສະບັບນີ້ ມີຜົນສັກສິດແຕ່ວັນລົງລາຍເຊັນເປັນຕົ້ນໄປ