Home Blog Page 216

ທົ່ວແຂວງຄໍາມ່ວນ ມີຈຳນວນ ງົວ-ຄວາຍ ທີ່ຕິດເຊື້ອພະຍາດຜິວໜັງອັກເສບ 6 ພັນກວ່າໂຕ

ອີງຕາມການລາຍງານ ຂອງແຟນເພສMedia Laos ໃຫ້ຮູ້ວ່າ: ທົ່ວແຂວງຄໍາມ່ວນ ມີຈຳນວນ ງົວ-ຄວາຍ ທີ່ຕິດເຊື້ອພະຍາດຜິວໜັງອັກເສບ 6 ພັນກວ່າໂຕ. ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງຄໍາມ່ວນໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນວ່າ : ການລະບາດ ຂອງພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍປະຈຸບັນ ພາຍໃນແຂວງຄໍາມ່ວນແມ່ນມີການລະບາດຫຼາຍ, ໄວ ແລະ ແຜ່ລາມອອກເປັນບໍລິເວນກວ້າງ ເຊິ່ງສະພາບການລະບາດດັ່ງກ່າວແມ່ນໄດ້ເລີ້ມແຕ່ຕົ້ນເດືອນພຶດສະພາ 2021 ເປັນຕົ້ນມາ ທີ່ເມືອງເຊບັ້ງໄຟ.

ມາຮອດປະຈຸບັນນີ້, ການລະບາດຂອງພະຍາດ ໄດ້ແຜ່ລາມກວມເອົາ 08 ຕົວເມືອງ,ມີ 140 ບ້ານ, ມີຈໍານວນສັດທີ່ຕິດເຊື້ອທັງໝົດ 6.013 ໂຕ ໃນນັ້ນມີງົວຈໍານວນ 6.005 ໂຕ, ຄວາຍຈໍານວນ 08 ໂຕ, ປິ່ນປົວດີຈໍານວນ 4.276 ໂຕ ໃນນັ້ນມີງົວຈໍານວນ 4.274 ໂຕ, ຄວາຍຈໍານວນ 02 ໂຕ, ຈໍານວນສັດທີ່ຕາຍຍ້ອນພະຍາດມີຈໍານວນ 67 ໂຕ, ໃນນັ້ນມີຈໍານວນ 64 ໂຕ, ຄວາຍຈໍານວນ 03 ໂຕ.

ຕໍ່ກັບສະພາບການດັ່ງກ່າວນີ້, ທາງຂະແໜງລ້ຽງສັດ ແລະ ການປະມົງກໍ່ຄື ພະແນກກະສິກໍາ ແລະ ປ່າໄມ້ແຂວງ ກໍ່ໄດ້ລາຍງານສະພາບການທີ່ເກີດຂຶ້ນໃຫ້ກັບຫ້ອງວ່າການແຂວງໄດ້ຮັບຮູ້ໃນນາມສາຍຂວາງ ແລະ ກະຊວງກະສິກໍາ – ປ່າໄມ້ ໃນນາມສາຍຕັ້ງຂອງຕົນໄດ້ຮັບຮູ້ເຊັ່ນດຽວກັນ. ທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງຄໍາມ່ວນໄດ້ກ່າວຕື່ມວ່າ: ສໍາລັບມາດຕະການຄວບຄຸມ ແລະ ການເຝົ້າລະວັງທີ່ຈັດຕັ້ງປະຕິບັດຄື: ໄດ້ອອກແຈ້ງການຂອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງສະບັບເລກທີ 654 /ກປຂ, ລົງວັນທີ 18 ພຶດສະພາ 2021 ວ່າດ້ວຍການເພີ້ມທະວີການປ້ອງກັນ,ຄວບຄຸມ ແລະ ສະກັດກັ້ນພະຍາດຜິວໜັງອັກເສບງົວ – ຄວາຍພາຍໃນແຂວງ

ຄຽງຄູ່ກັນນັ້ນຍັງໄດ້ປະຕິບັດຕາມແຈ້ງການຂອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ສະບັບເລກທີ 1263 / ກລປ , ລົງວັນທີ 28 ພຶດສະພາ 2021 ວ່າດ້ວຍການຫ້າມນໍາເຂົ້າ, ສົ່ງອອກ ຫຼື ສົ່ງຜ່ານຊົ່ວຄາວສັດໃຫຍ່ງົວ-ຄວາຍລະຫວ່າງປະເທດກັບປະເທດໃກ້ຄຽງ , ເອົາໃຈໃສ່ກວດກາການສົ່ງຜ່ານສັດທີ່ຜ່ານແຂວງຢ່າງເຂັ້ມງວດ , ຢຸດການເຄື່ອນຍ້າຍສັດປະເພດງົວ-ຄວາຍລະຫວ່າງເມືອງ ຫາ ເມືອງ ແລະ ບ້ານ ຫາ ບ້ານ ຊົ່ວຄາວ, ເອົາໃຈໃສ່ກວດກາ, ຄຸ້ມຄອງການຂ້າສັດ, ຄົວສັດຕາມໂຮງຂ້າສັດນ້ອຍ ແລະ ບ່ອນຂ້າສັດຍ່ອຍຢ່າງເຂັ້ມງວດ ບໍ່ໃຫ້ມີການຂ້າສັດຢ່າງຊະຊາຍ, ບ່ອນຂ້າສັດ ຫຼື ຄົວສັດຍ່ອຍ ທີ່ບໍ່ມີເອກະສານອະນຸຍາດສ້າງຕັ້ງແມ່ນສັ່ງຢຸດການເຄື່ອນໄຫວ.

ສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ກໍ່ຄືສັດຕະວະແພດເມືອງ ໃຫ້ລົງໂຄສະນາເຜີຍແຜ່ຄວາມຮູ້ໃນການປ້ອງກັນ, ການປິ່ນປົວ, ການນໍາໃຊ້ຢາ, ການສະກັດກັ້ນພະຍາດສັດ ແລະ ການຮັກສາສຸຂະພາບສັດຂອງຕົນໃຫ້ແຂງແຮງ. ປະຈຸບັນທາງພະແນກກະສິກໍາ ແລະ ປ່າໄມ້ແຂວງໄດ້ສະເໜີຫາສາຍຕັ້ງກໍ່ຄືກົມລ້ຽງສັດ ແລະ ການປະມົງ ທີ່ຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້ເພື່ອຊ່ວຍເຫຼືອ ທາງດ້ານງົບປະມານຈໍານວນໜຶ່ງແລ້ວເພື່ອນໍາໃຊ້ໃນການຈັດຊື້ຢາຂ້າເຊື້ອ, ຢາຕ້ານເຊື້ອ ແລະ ຢາປິ່ນປົວພະຍາດສັດທີ່ກໍາລັງລະບາດພ້ອມທັງຂໍທິດຊີ້ນໍາ ແລະ ວິທີການຈັດຕັ້ງປະຕິບັດ ມາດຕະການ-ການຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດດັ່ງກ່າວ.

ພິທີມອບ-ຮັບ ສິ່ງເສດເຫລືອທະຫານອາເມຣິກາ ທີ່ເສຍຊີວິດປາງສົງຄາມຢູ່ລາວ

ໃນວັນທີ 22 ມິຖຸນາ 2021, ທີ່ສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ, ໄດ້ມີການຈັດພິທີ ມອບ-ຮັບ ສິ່ງເສດເຫລືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ, ທີ່ໄດ້ຮັບຈາກການປະຕິບັດງານຮ່ວມ ຢູ່ພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາ ໃນການສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ຄັ້ງທີ 4 ປະຈໍາສົກ ປີ 2020-2021 ຢູ່ເຂດເມືອງບົວລະພາ, ແຂວງຄໍາມ່ວນ.

ໃນພິທີດັ່ງກ່າວ, ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຜູ້ຊີ້ ນໍາວຽກງານສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສີ່ງເສດເຫລືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນກຽດເຂົ້າຮ່ວມ ແລະ ກ່າວມອບ ແລະ ທ່ານ Dr. Peter Haymond, ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມຣິກາ ກ່າວຮັບ. ນອກນີ້, ຍັງມີເຈົ້າໜ້າທີ່ກ່ຽວຂ້ອງຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ນະຄອນຫລວງວຽງຈັນ, ມີບັນດາພະນັກງານວິຊາການທັງສອງຝ່າຍ ລາວ-ອາເມຣິກາ ທີ່ເຮັດວຽກຕົວຈິງ ຢູ່ພາກສະໜາມຈໍານວນໜຶ່ງກໍໄດ້ເຂົ້າຮ່ວມ. ໃນການປະຕິບັດງານຄັ້ງນີ້, ຄະນະວິຊາການຮ່ວມໄດ້ຄົ້ນພົບສິ່ງເສດເຫລືອຂອງທະຫານອາເມຣິກາ ຢູ່ເຂດບ້ານຫີນລັບ ແລະ ບ້ານໜອງມ້າ, ເມືອງບົວລະພາ, ແຂວງຄໍາມ່ວນ.

ບົນຈິດໃຈແຫ່ງການປະຕິບັດນະໂຍບາຍມະນຸດສະທໍາ ອັນສະເໝີຕົ້ນສະເໝີປາຍ ຂອງລັດຖະບານແຫ່ງ ສປປ ລາວ, ຄະນະວິຊາການຮ່ວມ ລາວ-ອາເມຣິກາ ໄດ້ຮ່ວມມືກັນດໍາເນີນການສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຄົ້ນຫາຮ່ອງຮອຍ ແລະ ສີ່ງເສດເຫລືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງ ຄາມຢູ່ລາວ, ແຕ່ເໜືອຕະຫລອດໃຕ້, ໃນຂອບເຂດທົ່ວປະເທດ ແລະ ໃຊ້ເວລາຫລາຍກວ່າ 30 ປີມາແລ້ວ. ຕະຫລອດໄລຍະເວລາແຫ່ງການຮ່ວມມືນັ້ນ, ຄະນະວິຊາການສອງຝ່າຍ ໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫລືອຈາກເຈົ້າໜ້າທີ່ທ້ອງຖີ່ນ ກໍ່ຄືພໍ່ແມ່ປະຊາຊົນໃນຂົງເຂດທີ່ມີການສໍາຫລວດ ແລະ ຂຸດຄົ້ນຢ່າງຕັ້ງໜ້າ ຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຂອງຕົນ ອັນເຮັດໃຫ້ການຮ່ວມມືສອງຝ່າຍດ້ານນີ້ ໄດ້ຮັບຜົນສໍາເລັດເປັນທີ່ໜ້າເພິ່ງພໍໃຈ ແລະ ເປັນປັດໄຈໜຶ່ງທີ່ສໍາຄັນ ໃນການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ລະຫວ່າງ ລາວ ແລະ ອາເມຣິກາ ໃຫ້ນັບມື້ນັບດີຂຶ້ນ.
ຜ່ານການປະຕິບັດງານຮ່ວມສອງຝ່າຍ ລາວ-ອາເມຣິກາ ໄລຍະຜ່ານມາ ສາມາດຄົ້ນພົບສິ່ງເສດເຫລືອຂອງທະຫານອາເມຣິກາ ທີ່ໄດ້ຢັ້ງຢືນ ແລະ ສົ່ງມອບໃຫ້ຝ່າຍອາເມຣິກາ ຈຳນວນ 288 ຄົນ ໃນຈໍານວນຜູ້ຫາຍສາບສູນທັງໝົດ 573 ຄົນ ຫລື ຫລາຍກວ່າ 50% ແລະ ຍັງອີກ 285 ຄົນ ທີ່ຈໍາເປັນຈະຕ້ອງສືບຕໍ່ຂຸດຄົ້ນຫາ, ຊຶ່ງລັດຖະບານລາວ ຢືນຢັນຈະສືບຕໍ່ໃຫ້ການຮ່ວມມືກັບຝ່າຍອາເມຣິກາ ບົນພື້ນຖານຄວາມອາດສາມາດ ແລະ ເງື່ອນໄຂຕົວຈິງຂອງຕົນ.

ຄະນະສະເພາະກິດແຂວງອັດຕະປືແຈ້ງ ຕ້ອງໄດ້ຮັບອະນຸຍາດກ່ອນ ເຂົ້າ-ອອກ

ອີງຕາມການລາຍງານຂອງ ຂປລ. ໃຫ້ຮູ້ວ່າ: ແຫຼ່ງຂ່າວ ຈາກແຂວງອັດຕະປື ໜຶ່ງໃນມາດຕະການສໍາຄັນ ທີ່ແຂວງອັດຕະປື ກໍຄື ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ 19 ຂັ້ນແຂວງ ໄດ້ລະບຸໄວ້ຢູ່ໃນແຈ້ງການສະບັບເລກທີ 140/ຄສກ, ລົງວັນທີ 21 ມິຖຸນາ 2021 ໄດ້ລະບຸໄວ້ວ່າ: ຫ້າມທຸກອົງການຈັດຕັ້ງ ບຸກຄົນຫລື ນິຕິບຸກຄົນ ນຳເອົາຄົນຕ່າງແຂວງ ຄົນຕ່າງປະເທດເຂົ້າມາ ແຂວງອັດຕະປື ໂດຍທີ່ບໍ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດຂັ້ນແຂວງຢ່າງເດັດຂາດ, ບຸກຄົນໃດທີ່ລັກລອບເຂົ້າ-ອອກໄປຕ່າງແຂວງ ໄປຕ່າງປະເທດ ພ້ອມດ້ວຍຜູ້ສົມຮູ້ຮ່ວມຄິດ ທີ່ເອື້ອອຳນວຍຄວາມສະດວກ ຈະດ້ວຍຮູບການໃດກໍຕາມ ທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ ຈະໄດ້ນຳມາດຳເນີນຄະດີ ໃນສະຖານໜັກ ຫລື ເບົາຕາມກົດໝາຍທີ່ກຳນົດໄວ້.

ສໍາລັບປະຊາຊົນ ທີ່ມີຄວາມຈໍາເປັນຢ່າງແທ້ຈິງ ໃນການຈະເດີນທາງເຂົ້າ-ອອກ ແຂວງອັດຕະປື ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ພ້ອມທັງປະຕິ ບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ໄລຍະເວລາ ຂອງການເດີນທາງເຂົ້າ-ອອກແຂວງ ໃຫ້ປະຕິບັດນັບແຕ່ເວລາ 06:00 ໂມງ ຫາ 20:00 ໂມງ. ສຳລັບແຂວງທີ່ບໍ່ມີການຕິດເຊື້ອ ແມ່ນສາມາດເດີນທາງເຂົ້າ-ອອກໄດ້, ແຕ່ຕ້ອງໄດ້ຮັບການສັກວັກຊີນຄົບ 2 ເຂັມ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນແຂວງ.

ການອອກມາດຕະການ ແລະ ຂໍ້ຫ້າມດັ່ງກ່າວ ກໍເພື່ອສືບຕໍ່ປະຕິບັດບັນດາມາດຕະໃນການປ້ອງ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຕ່ວັນທີ 21 ຫາ 4 ກໍລະກົດ 2021 ເພື່ອບໍ່ໃຫ້ພະຍາດດັ່ງກ່າວ ມີການລະບາດຢູ່ພາຍໃນແຂວງ, ທັງເປັນການປົກປ້ອງຊີວິດ ການເປັນຢູ່ຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງອັດຕະປື.

ສືບຕໍ່ມາດຕະການປ້ອງກັນໂຄວິດ-19

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງອຸດົມໄຊ ຂໍຖືເປັນກຽດແຈ້ງມາຍັງທຸກພາກສ່ວນໄດ້ຮັບຊາບວ່າ: ຜ່ານການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ທັງສູນກາງ ແລະ ແຂວງວາງອອກ ໃນໄລຍະຜ່ານມາເຫັນວ່າ: ການຈັດຕັ້ງທຸກຂັ້ນ ແລະ ທຸກພາກສ່ວນໃນສັງຄົມ ໄດ້ປະຕິບັດ ສິດ ແລະ ພັນທະ ຂອງຕົນດ້ວຍຄວາມຮັບຜິດຊອບສູງ ຈຶ່ງເຮັດໃຫ້ການແຜ່ລະບາດ ຂອງເຊື້ອພະຍາດດັ່ງກ່າວມີທ່າອ່ຽງຫຼຸດລົງ ແລະ ບໍ່ມີຜູ້ຕິດເຊື້ອ.

ເຖິງຢ່າງໃດກໍຕາມ,  ເນື່ອງຈາກວ່າ ທີ່ຕັ້ງແຂວງອຸດົມໄຊເປັນຜ່ານມາຂອງບັນດາແຂວງ ພາກເໜືອ ທີ່ມີດິນແດນທາງຜ່ານເປັນຈຳນວນຫຼວງຫຼາຍ ແລະ ມີສະພາບປະຊາຊົນສືບຕໍ່ເດີນທາງກັບຄືນພູມລຳເນົາ ແລະ ຍັງມີການລະບາດ ຂອງພະຍາດ ຢູ່ ນະຄອນຫຼວງວຽງຈັນແລະ ບາງແຂວງໃກ້ຄຽງຈຶ່ງພາໃຫ້ແຂວງພວກເຮົາມີຄວາມສ່ຽງ ໃນການຕິດເຊື້ອຈາກກຸ່ມຄົນເຄື່ອນຍ້າຍດັ່ງກ່າວ ແລະ ເພື່ອໃຫ້ທຸກຄົນໃນທົ່ວແຂວງອຸດົມໄຊ ໄດ້ໃຊ້ຊີວິດທີປົກກະຕິ.

ດັ່ງນັ້ນ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດພະຍາດໂຄວິດ-19  ຈຶ່ງເຫັນດີ ສືບຕໍ່ປະຕິບັດຕາມມາດຕະການຕ່າງໆທີ່ລະບຸ ໃນຄຳສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ຄຳສັ່ງສະບັບ 334/ ຈຂ ອຊ, ລົງວັນທີ 22 ເມສາ 2021 ອອກໄປຕື່ມ 14 ວັນ ເລິ່ມແຕ່ ເວລາ 06:00 ໂມງເຊົ້າ ຂອງວັນທີ 20 ມິຖຸນາ 2021 ຫາເວລາ 24:00 ໂມງ ຂອງວັນທີ 4 ກໍລະກົດ 2021 ຢ່າງເຂັ້ມງວດ.

ພ້ອມກັນນັ້ນ ຈະໄດ້ສຶບຕໍ່ປະຕິບັດມາດຈະການທີ່ໄດ້ວາງອອກ ແລະ ຜ່ອນຜັນບາງມາດຕະການ.

ແຈ້ງການຈາກຄະນະສະເພາະກິດຫຼວງພະບາງ

ສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການຄວບຄຸມ ແລະ ສະກັດກັ້ນ ການລະບາດ ຂອງພະຍາດ ໂຄວິດ-19 ຢູ່ ແຂວງຫຼວງພະບາງ, ໃນໄລະຍະ ແຕ່ວັນທີ 20 ມິຖຸນາ ຫາ 04 ກໍລະກົດ 2021.

  • ອີງຕາມ ຄຳສັ່ງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021.
  • ອີງຕາມ ຄຳສັ່ງ ທ່ານ ເຈົ້າແຂວງຫຼວງພະບາງ, ສະບັບເລກທີ 01/ຈຂ.ຫຼບ, ລົງວັນທີ 24 ເມສາ 2021.
  • ອີງຕາມ ແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 671/ຫສນຍ, ລົງວັນທີ 19 ມິຖຸນາ 2021.

ຄະນະສະເພາະກິດແຂວງຫຼວງພະບາງ ຂໍຖືເປັນກຽດມາຍັງທ່ານ ຊາບວ່າ ຜ່ານການຈັດຕັ້ງປະຕິບັດ ມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນ ໃນໄລຍະຜ່ານມາ, ພວກເຮົາສາມາດສືບຕໍ່ຄວບຄຸມການແຜ່ລະບາດໄວ້ໄດ້ ໂດຍບໍ່ພົບຜູ້ຕິດເຊື້ໃນຊຸມຊົນ ເປັນເວລາ 1 ເດືອນກວ່າ ເຮັດໃຫ້ສັງຄົມ, ປະຊາຊົນຄົນຕ່າງໆ, ພາກທຸລະກິດ, ຜູ້ປະກອບການ ແລະ ໂຮງງານຕ່າງໆ ໄດ້ກັບມາໃຊ້ຊີວິດ ແລະ ເຄື່ອນໄຫວທຸລະກິດພາຍໃຕ້ເງື່ອນໄຂໃໝ່ເກືອບວ່າປົົກະຕິເປັນສ່ວນໃຫຍ່ມາໄລຍະໜື່ງ.

ເຖິງຢ່າງໃດກໍ່ຕາມ, ພວກເຮົາກໍ່ບໍ່ໄດ້ເຜີຕົວ ແລະ ປະໝາດຢ່າງເດັດຂາດ ເນື່ອງຈາກໃນຕໍ່ໜ້າ ຍັງມີຄວາມສ່ຽງ ແລະ ສິ່ງທ້າທາຍ ທີ່ຈະເກີດມີການລະບາດຮອບໃໝ່ ຍ້ອນສະພາບການລະບາດຢູ່ໃນພາກພື້ນ, ໃນໂລກ ແລະ ພາຍໃນປະເທດເຮົາ ຍັງສືບຕໍ່ເພີ່ມຂື້ນ ແລະ ບໍ່ສາມາດຢັບຢັ້ງການລະບາດ ຂອງພະຍາດດັ່ງກ່າວໄດ້ເທື່ອ.

ພ້ອມກັນນັ້ນ, ຖ້າພວກເຮົາບໍ່ຄຸ້ມຄອງການເດີນທາງ ເຂົ້າ – ອອກ ແຂວງຂອງພວກເຮົາ ຢ່າງຮັດກຸມ ກໍ່ຈະບໍ່ມີຄວາມສ່ຽງ ໃນການຕິດເຊືອຈາກຜູ້ທີ່ ມາຈາກຕ່າງປະເທດ, ຜູ້ຕິດເຊືອຈາກເຂດແດງ ທີ່ອາກຈະລັກລອບເຂົ້າມາແບບ ບໍ່ຖືກຕ້ອງ ແລະ ອາດຈະເປັນຄວາມສ່ຽງ ທີ່ກະຈາຍອອກເປັນວົງກວ້າງໄດ້. ສະນັ້ນ ຈຶ່ງຄວນມີຄວາມຈຳເປັນຕ້ອງ ໄດ້ສືບຕໍ່ເຂັ້ມງວດປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດ ຂອງພະຍາດ ໂຄວິດ-19 ຄືດັ່ງນີ້:

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຈັດຕັ້ງປະຕິບັດ ເພື່ອໃຫ້ໄດ້ຮັບຜົນດີ.

ການອະນຸຍາດເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ

ອີງຕາມ ຄຳສັ່ງ ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021;

ອີງຕາມ ແຈ້ງການ ຂອງຫົວໜ້າສຳນັກງານນາຍົກລັດຖະມົນຕິ ສະບັບເລກທີ 671/ຫສນຍ, ລົງວັນທີ 19 ມິຖຸນາ 2021;

ອີງຕາມ ແຈ້ງການຂອງຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດCOVID-19, ນະຄອນຫຼວງວຽງຈັນ, ສະບັບເລກທີ 014/ສພກ.ນວ, ລົງວັນທີ 19 ມິຖຸນາ 2021.

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດCOVID-19 ນະຄອນຫຼວງວຽງຈັນ ຂໍແຈ້ງມາຍັງບັນດາທ່ານຊາບ ກ່ຽວກັບເງື່ອນໄຂໃນການອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຄວາມຈຳເປັນເດີນທາງເຂົ້າ – ອອກ ນະຄອນຫຼວງວຽງຈັນ ດັ່ງນີ້: ຂໍ້ມູນຕາມໃບແຈ້ງການດ້ານລຸ່ມ

ບຸກຄົນທີ່ບໍ່ອະນຸຍາດ ໃຫ້ເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ການບິນລາວພ້ອມກັບມາໃຫ້ບໍລິການແລ້ວ

ອີງຕາມການແຈ້ງການ ຈາກແຟນເພສ Lao Airlines ການບິນລາວ ໃຫ້ຮູ້ວ່າ: ເລີ່ມວັນທີ 25 ມິຖຸນາ 2021 ນີ້, ລັດວິສາຫະກິດການບິນລາວ ພ້ອມກັບມາໃຫ້ບໍລິການຖ້ຽວບິນພາຍໃນປະເທດ ໂດຍພາຍໃຕ້ມາດຕະການຄວາມປອດໄພ ຕາມທີ່ຄະນະສະເພາະກິດປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ໄດ້ວາງອອກຢ່າງເຂັ້ມງວດ.

ຮູບພາບຈາກ ແຟນເພສ Lao Airlines ການບິນລາວ

ເລີ່ມບິນ ວັນທີ 25 ມິຖຸນາ 2021 ໄດ້ແກ່ ຫຼວງພະບາງ, ປາກເຊ, ອຸດົມໄຊ, ຫຼວງນໍ້າທາ ແລະ ຊຽງຂວາງ. ເລີ່ມບິນ ວັນທີ 02 ກໍລະກົດ ແມ່ນ ສະຫວັນນະເຂດ.

ດັ່ງນັ້ນ, ຂໍແຈ້ງມາຍັງບັນດາທ່ານທີ່ມີຄວາມຕ້ອງການຈະເດີນທາງໃຫ້ຊາບ ແລະ ຂໍໃຫ້ທຸກທ່ານປະຕິບັດຕາມມາດຕະການທີ່ຄະນະສະເພາະກິດໄດ້ວາງອອກຢ່າງເຂັ້ມງວດ.

ມາດຕະການປ້ອງກັນ ໃນໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຢູ່ ນະຄອນຫຼວງວຽງຈັນ

ເພີ່ມທະວີ ແລະ ມາດຕະການ ສະກັດກັ້ນ, ຄວບຄຸມ ເພື່ອຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ໃນໂຮງງານ ອຸດສະຫະກຳປຸງແຕ່ງ ແລະ ຫັດຖະກຳ ໃນນະຄອນຫຼວງວຽງຈັນ ໄລຍະວັນທີ 20 ມິຖຸນາ 2021 ຫາ 04 ກໍລະກົດ 2021.

ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ແນະນຳໃຫ້ປະຕິບັດ ດັ່ງນີ້:

1.ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ທີ່ນອນຢູ່ໃນເຂດ/ບ້ານແດງ ບໍ່ສາມາດດຳເນີນກິດຈະການໄດ້ ໃຫ້ປິດ ຍົກເວັ້ນ ໂຮງງານທີ່ມີຫໍພັກ ຂອງແຮງງານຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງມາດຕະການປ້ອງກັນ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ໃນໄລຍະພັກວຽກ ໃຫ້ແຈ້ງຕໍ່ພະນັກງງານກຳມະກອນຂອງຕົນໃຫ້ປັບລະບຽບການ, ບໍ່ໃຫ້ອອກຈາກທີ່ພັກເຊົາຂອງຕົນ ຖ້າມີຄວາມຈຳເປັນຕ້ອງຂໍອະນຸຍາດ ຈາກອຳນາດການປ້ອງຄອງບ້ານ.

2.ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ທີ່ຕັ້ງຢູ່ນອກເຂດແດງ ຫຼື ບ້ານແດງ ສາມາດດຳເນີນກິດຈະການໄດ້ ແຕ່ຕ້ອງປະຕິບັດ ຕາມມາດຕະການ ດັ່ງນີ້:

2.1 ໃຫ້ສ້າງແຜນກຳນົດມາດຕະການສະກັດກັ້ນ, ຄວບຄຸມ ເພື່ອຕ້ານພະຍາດໂຄວິດ-19 ຢູ່ໃນໂຮງງານ, ຈັດຕັ້ງປະຕິບັດ ແລະ ລາຍງານຂະແໜງ ອຸດສາຫະກຳ ແລ ການຄ້າ ເປັນປະຈຳ.

2.2 ໃຫ້ສືບຕໍ່ປະຕິບັດມາດຕະການຮັກສາໄລຍະຫ່າງ ຂອງການເຮັດວຽກ ເພື່ອຫຼຸດຄວາມແອອັດ ຢູ່ໃນສະຖານທີ່ເຮັດວຽກ, ຫ້ອງອາຫານ ແລະ ບ່ອນພັກເຊົາ ຂອງໂຮງງານ, ໝາຍສັນຍາລັກ ເພື່ອກຳນົດຮັກສາໄລຍະຫ່າງ, ຖ້າບໍ່ສາມາດປະຕິບັດຮັກສາໄລຍະຫ່າງໄດ້ ຕ້ອງມີແນວຂັ້ນລະຫວ່າງບຸກຄົນຕໍ່ບຸກຄົນ.

2.3 ຕ້ອງກວດວັກແທກອຸນຫະພູມ, ກໍລະນີພົບເຫັນຜູ້ມີອາການໄຂ້ (ອຸນຫະພູມຮ່າງກາຍສູງກວ່າ 37,5 ອົງສາເຊ) ໄອ, ຈາມ, ຫາຍໃຈຍາກ ຫຼື ມີອາການສົງໄສ ວ່າເປັນພະຍາດໂຄວິດ-19 ຕ້ອງສົ່ງເຂົ້າຫ້ອງແຍກປ່ຽວ ຂອງໂຮງງານ ແລ້ວໂທປຶກສາສາຍດ່ວນ 165, 166 ແລະ ພົວພັນໃຫ້ແພດໝໍເຂົ້າກວດທັນທີ. ສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່ໃບແຈ້ງການດ້ານລຸ່ມ

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການແນະນຳສະບັບນີ້ຢ່າງເຂັ້ມງວດ.

ບ່າວນັກບິນລົງມືຄາດຕະກຳເມຍ ຍ້ອນໃຈຮ້າຍ ທີ່ເມຍຂໍແຍກທາງ

ວັນທີ 18 ມິຖຸນາ 2021 ເວັບໄຊ້ໃດລີເມວ ລາຍງານ, ຄວາມຄືບໜ້າ ຂອງຄະດີຄາດຕະກຳ ນາງ ແຄໂລລິນ ຄາວ ສັນຊາດ ອັງກິດ ແມ່ລູກໜຶ່ງ ອາຍຸ 20 ປີ ເຊິ່ງຖືກຄາດຕະກຳຢູ່ບ້ານພັກຂອງຕົນເອງ ໃນປະເທດກຣີດ (Greece) ຈົນສ້າງຄວາມສະເທືອນໃຈໃຫ້ກັບ ທ້າວ ບາບິນ ອາແນນໍປູລໍ ອາຍຸ 33 ປີ ອາຊີບ ນັກບິນ ເຊິ່ງເປັນສາມີ ຂອງຜູ້ເສຍຊີວິດ. ແຕ່ຫຼັງຈາກເຈົ້າໜ້າທີ່ຕຳຫຼວດ ໄດ້ສອບຖາມຫາຄວາມຈິງກັບຜູ້ເປັນສາມີ ໃຊ້ເວລາ 8 ຊົ່ວໂມງ ຈົນສຸດທ້າຍກໍຍອມຮັບວ່າ ຕົນເປັນຄົນລົງມືຂ້າເມຍຂອງຕົນເອງ.

ກ່ອນໜ້ານີ້ ທ້າວ ບາບິນ ເລົ່າວ່າ: ມີໂຈນເຂົ້າມາບຸກບ້ານຂອງຕົນ ແລະ ໄດ້ຂ້າຜູ້ເປັນເມຍ ຈົນເສຍຊີວິດ ສ່ວນຕົນນັ້ນຖືກໂຈນມັດມ້ຽນຢູ່ຫຼັງບ້ານ ເຊິ່ງຕັ້ງຢູ່ ກີຄາ ນິຣາ ນະຄອນເອເທັນ (Athens) ເມືອງຫຼວງ ຂອງປະເທດກຣີດ ໃນຊ່ວງເຊົ້າ ຂອງວັນທີ 11 ມິຖຸນາ ທີ່ຜ່ານມາ.

ສາເຫດການຄາດຕະກຳໃນຄັ້ງນີ້ ຍ້ອນຄວາມໂມໂຫໃຈຮ້າຍ ທີ່ເມຍຄູ່ແຍກທາງ ແລະ ຈະເອົາລູກໄປນຳ ເລີຍຕັດສິນໃຈໃຊ້ໝອນອັດໜ້າເມຍ ຈົນຫາຍໃຈບໍ່ອອກແລ້ວກໍເສຍຊີວິດ ແລະ ໄດ້ແຕ່ງເລື່ອງໂຈນຂຶ້ນມາ.

ເມືອງເງິນເສຍຫາຍເບື້ອງຕົ້ນຈາກໄພນໍ້າຖ້ວມ ມູນຄ່າ 3 ຕື້ກວ່າກີບ

ອີງຕາມການລາຍງານຂອງຄະນະກຳ ມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ໃນຄັ້ງວັນທີ 16 ມິຖຸນາ 2021 ນີ້ ໃຫ້ຮູ້ວ່າ: ຕໍ່ກັບເຫດການທີ່ເກີດຂຶ້ນຈາກໄພທໍາມະຊາດ ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2021 ທີ່ຜ່ານມາ ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ ຈົນເຮັດໃຫ້ນໍ້າຍາງໄຫຼຖ້ວມເຮືອນ, ນາ, ສວນ ຂອງພໍ່ແມ່ປະຊາຊົນ ເຊິ່ງເຮັດໃຫ້ໄດ້ຮັບຜົນກະທົບຄື: ເກີດນໍ້າຖ້ວມເຮືອນ ມີ 1 ບ້ານ ຄື: ບ້ານ ແກ້ວດອນຄູນ ມີຄອບຄົວທີ່ຖືກກະທົບ 48 ຄອບຄົວ, ເສຍຫາຍເລັກນ້ອຍຈໍານວນ 19 ຄອບຄົວ, ມີຈໍານວນພົນ 71 ຄົນຍິງ 33 ຄົນ, ເຄື່ອງໃຊ້ຄົວເຮືອນເສຍຫາຍມູນຄ່າ 47.763.000 ກີບ; ດິນເຊາະເຈື່ອນເຮືອນ 1 ຫຼັງ, ມີຈໍານວນພົນ 5 ຄົນ ຍິງ 4 ຄົນ ມູນຄ່າເສຍຫາຍ 15 ລ້ານກີບ ລວມມູນຄ່າເສຍຫາຍທັງໝົດ 62.763.000 ກີບ. ຂົງເຂດກະສິກໍາ ແລະ ປ່າໄມ້ ຜ່ານການລົງເກັບກໍາຂໍ້ມູນຕົວຈິງ ບ້ານທີ່ຖືກຜົນກະທົບມີ 19 ບ້ານ, ມີ 236 ຄອບຄົວ, ຈໍານວນພົນ 1.160 ຄົນ ຍິງ 590 ຄົນ, ໃນນີ້ມີ ເນື້ອທີ່ນາຖືກຜົນກະທົບ 76,36 ຮຕ, ເນື້ອທີ່ເສຍຫາຍ 56,45 ຮຕ ມູນຄ່າເສຍຫາຍ 820.520.000 ກີບ, (ນາຖືກດິນຖົມ ).

ເຮັດໃຫ້ແນວພັນເຂົ້າທີ່ຕົກກ້າບໍ່ທັນໄດ້ດໍາ ຖືກດິນຖົມເສຍຫາຍ 397 ກິໂລ, ສາລີ ເນື້ອທີ່ເສຍຫາຍ 3,55 ຮຕ, ຂີງເນື້ອທີ່ເສຍຫາຍ 0,06 ຮຕ, ພືດຜັກຕ່າງໆ 0,25 ຮຕ, ໜອງປາ 6 ໜອງ, ງົວ 2 ໂຕ (ໄຫຼນໍ້າ), ສັດປີກ 300 ໂຕ ລວມມູນຄ່າທັງໝົດ 941.705.000 ກີບ ຂົງເຂດໂຍທາທິການ ແລະ ຂົນສົ່ງ: ມີເສັ້ນທາງເປ່ເພ ແລະ ຖືກດິນເຊາະເຈື່ອນ, ດິນສະໄລ່ຖົມທາງ ດັ່ງນີ້: ເສັ້ນທາງບ້ານ ແກ້ວດອນຄູນ – ບ້ານ ປາງບົງ ຍາວ 16 ກມ ມູນຄ່າເສຍຫາຍ 682.976.000 ກີບ, ເສັ້ນທາງປາງບົງ – ບ້ານທອງຍາວ 15 ກມ ມູນຄ່າເສຍຫາຍ 334.320.000 ກີບ ຈຸດທໍ່ຂາດ ເສັ້ນທາງ ປາກແຄນ – ຫ້ວຍເງີຍ ມູນຄ່າເສຍຫາຍ 46.500.000 ກີບ, ເສັ້ນທາງເທດສະບານເຂດບ້ານແກ້ວດອນຄູນ ມູນຄ່າເສຍຫາຍ 185.500.000 ກີບ, ປັບແລວນໍ້າຍາງ ເຂດບ້ານແກ້ວດອນຄູນຍາວ 1 ກມ ມູນຄ່າເສຍຫາຍ 887.340.000 ກີບ ລວມ 2.136.636.000 ກີບ; ລວມມູນຄ່າເສຍຫາຍທັງໝົດໃນທົ່ວເມືອງມີ 3.141.104.000 ກີບ

ຈາກໂຕເລກຂໍ້ມູນຖືກເສຍຫາຍຂ້າງເທິງນັ້ນ ທາງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ໄດ້ພ້ອມກັນຄົ້ນຄວ້າວາງແຜນ ແລະ ຫາວິທີແກ້ໄຂ ຮ່ວມກັບອົງການປົກຄອງບ້ານ ແລະ ຄອບຄົວທີ່ໄດ້ຮັບຜົນເສຍຫາຍ ເພື່ອໃຫ້ເນື້ອທີ່ຖືກເສຍຫາຍໄດ້ສືບຕໍ່ທໍາການຜະລິດຄືນໃໝ່ໂດຍໄວ.