Home Blog Page 239

ພາຍໃນປີ 2025 ແຂວງໄຊສົມບູນ ຈະແກ້ໄຂຄອບຄົວທຸກຍາກໃຫ້ເຫລືອບໍ່ເກີນ 2%

ໄຊສົມບູນ: ມາຮອດປັດຈຸບັນ ຈຳນວນຄອບຄົວທຸກຍາກຢູ່ແຂວງໄຊສົມບູນ ຖ້າປະເມີນຕາມດໍາລັດເລກທີ 309/ນຍ ວ່າດ້ວຍມາດຕະຖານຄວາມທຸກຍາກ ແລະ ມາດຕະຖານການພັດທະນາ ຍັງເຫລືອຈໍານວນ 1.800 ກວ່າຄອບຄົວ, ແຕ່ຖ້າປະເມີນຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຍັງເຫລືອຈໍານວນ 4.391 ຄອບຄົວ, ເທົ່າກັບເກືອບ 30% ຂອງຈຳນວນຄອບຄົວທັງໝົດ, ຂະນະທີ່ບ້ານທຸກຍາກຍັງເຫລືອ 10 ກວ່າບ້ານໃນຈຳນວນ 89 ບ້ານທີ່ມີພາຍໃນແຂວງ.

ທ່ານ ຄໍາລຽງ ອຸທະໄກສອນ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ວ່າ: ເພື່ອແກ້ໄຂຄອບຄົວທຸກຍາກທີ່ຍັງເຫລືອໃຫ້ໄດ້ ຄະນະພັກ-ອົງ ການປົກຄອງແຂວງ ໄດ້ແຕ່ງຕັ້ງຄະນະສະເພາະກິດຂັ້ນແຂວງຂຶ້ນ ເພື່ອແກ້ ໄຂຄວາມທຸກຍາກຂອງປະຊາຊົນ ເພາະຖືເປັນບັນຫາສໍາຄັນທີ່ສຸດ ເຊີ່ງເລີ່ມຈາກການລົງເກັບກຳຂໍ້ມູນຄືນໃໝ່ເພື່ອໃຫ້ໄດ້ຂໍ້ມູນທີ່ລະອຽດຊັດເຈນກ່ຽວ ກັບສາເຫດທີ່ເຮັດໃຫ້ຄອບຄົວຍັງທຸກຍາກ ແລະ ໄດ້ເກັບກໍາຂໍ້ມູນສໍາເລັດແລ້ວ, ພ້ອມນີ້ ໄດ້ກໍານົດເອົາແກ້ໄຂຄວາມທຸກຍາກຂອງປະຊາຊົນເຂົ້າໃນມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊສົມບູນ ຄັ້ງທີ I ໂດຍໄດ້ວາງຄາດ ໝາຍໄວ້ວ່າ ຮອດປີ 2025 ຈໍານວນຄອບຄົວທຸກຍາກຕ້ອງຫລຸດລົງໃຫ້ຍັງເຫລືອບໍ່ເກີນ 185 ຄອບຄົວ ຫລື ປະມານ 1,97% ຂອງຈໍານວນຄອບ ຄົວທີ່ມີພາຍໃນແຂວງ.

ເຈົ້າແຂວງໄຊສົມບູນ ໃຫ້ຮູ້ຕື່ມວ່າ: ສໍາລັບມາດຕະການ ຫລື ວິທີແກ້ ໄຂຄວາມທຸກຂອງປະຊາຊົນ, ຄະນະພັກ-ອົງການປົກຄອງແຂວງ ໄດ້ວາງແຜນການໄວ້ລະອຽດແລ້ວ, ລວມເຖີງໄດ້ການກະກຽມທຶນຮອນ ແລະ ເນື້ອທີ່ດິນໃຫ້ແຕ່ລະຄອບຄົວທີ່ຍັງທຸກຍາກນໍາໃຊ້ເຂົ້າໃນການຜະລິດ ຫລື ປະ ກອບອາຊີບຕາມຄວາມສາມາດຕົວຈິງ ເພື່ອເຮັດໃຫ້ມີອາຊີບ ແລະ ມີລາຍຮັບຄົງ ແລ້ວກ້າວໄປເຖີງການຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ ໝາຍຄວາມວ່າ: ເມື່ອພົ້ນຈາກຄວາມທຸກຍາກໄປແລ້ວ ບໍ່ກັບຄືນມາທຸກຍາກອີກ. ເຊັ່ນດຽວກັບບ້ານທຸກຍາກທີ່ຍັງເຫລືອ 10 ກວ່າບ້ານນັ້ນ ໄດ້ວາງແຜນການ ແລະ ມາດຕະການແກ້ໄຂໃນແຕ່ລະປີຢ່າງລະອຽດແລ້ວ. ຢ່າງໃດກໍ່ຕາມ ທ່ານຢືນຢັນວ່າ ຖ້າຢາກແກ້ໄຂບ້ານທຸກຍາກໃຫ້ໄດ້ ກ່ອນອື່ນໝົດຕ້ອງສຸມໃສ່ແກ້ໄຂຈຳນວນຄອບຄົວທຸກຍາກທີ່ຍັງເຫລືອໃຫ້ໄດ້ເສຍກ່ອນ ຈິ່ງຈະກ້າວໄປເຖີງການແກ້ໄຂບ້ານທຸກຍາກທີ່ຍັງເຫລືອໃຫ້ໝົດໄປ ເຊີ່ງຄະນະພັກ-ອົງການປົກຄອງແຂວງເຊື່ອໝັ້ນວ່າ ຈາກທ່າແຮງດ້ານການພັດທະນາທີ່ມີ ຈະເຮັດໃຫ້ການແກ້ໄຂຄອບຄົວ ແລະ ບ້ານທຸກ ຍາກຂອງແຂວງໄຊສົມບູນທີ່ຍັງເຫລືອບັນລຸຜົນເປັນຈິງຕາມຄາດຫມາຍທີ່ວາງໄວ້.

ຂ່າວ: ບຸນຕຽງ ຈັນທະວົງ – Lao National Radio

ຄໍາມ່ວນກວດຍຶດໄມ້ເຖື່ອນໄດ້ 7000 ກວ່າທ່ອນ

ຄໍາມ່ວນ: ພິທີສະຫຼຸບຂະບວນການແຂ່ງຂັນ“ຮັກຊາດ ແລະພັດທະນາ”ຂອງກອງກວດກາປ່າໄມ້ທີ່ຂຶ້ນກັບພະແນກກະສິກຳ ແລະປ່າໄມ້ແຂວງຄຳມ່ວນຈັດຂຶ້ນໃນວັນທີ 29 ມັງ ກອນ 2021 ໂດຍເຂົ້າຮ່ວມຂອງທ່ານ ສຸກັນ ອິນທະນູຮັກ ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້,ທ່ານ ສອນໄຊ ພົມຫຼວງສີ ຫົວໜ້າກອງກວດກາປ່າໄມ້,ມີບັນດາຂະແໜງການອ້ອມຂ້າງ ແລະພະນັກງານວິຊາການເຂົ້າຮ່ວມ.

ກອງປະຊຸມແມ່ນໄດ້ສະຫຼຸບຜົນການເຄື່ອນໄຫວວຽກງານແຂ່ງຂັນ“ຮັກຊາດ ແລະພັດທະນາ”ປະຈຳປີ 2020 ຊຶ່ງໄດ້ຕີລາຄາໃຫ້ເຫັນເຖິງວຽກງານທີ່ພົ້ນເດັ່ນໃນແຕ່ ລະດ້ານຂອງຂະບວນການແຂ່ງຂັນເປັນຕົ້ນແມ່ນດ້ານແບບແຜນວິທີນຳພາ-ວິທີເຮັດວຽກ,ດ້ານວຽກງານວິຊາສະເພາະ,ດ້ານວຽກງານປ້ອງກັນ ແລະດ້ານຂະບວນການ, ຊຶ່ງໃນປີ 2020 ກອງກວດກາປ່າໄມ້ໄດ້ຈັດຕັ້ງປະຕິບັດວຽກງານກວດກາລາດຕະເວນສະກັດກັ້ນການລັກລອບເຄື່ອນຍ້າຍໄມ້, ເຄື່ອງປ່າຂອງດົງແລະສັດນໍ້າ-ສັດປ່າ ທີ່ຜິດຕໍ່ລະບຽບກົດໝາຍສາມາດຢຶດໄມ້ໄດ້ທັງໝົດ 7.012 ທ່ອນ, ລວມບໍລິມາດ 371 ແມັດກ້ອນ, ໃນນີ້ກອງກວດກາປ່າໄມ້ ແຂວງຍຶດໄດ້ 150 ແມັດກ້ອນ, ກວດກາປ່າໄມ້ເມືອງບົວລະພາຢຶດໄດ້ 201 ແມັດກ້ອນ, ປກສ ແຂວງຢຶດໄດ້ 2 ແມັດກ້ອນ ແລະ ສະເພາະກິດແຂວງຢຶດໄດ້ 18 ແມັດກ້ອນ ຊຶ່ງເປັນປະເພດໄມ້ຫວງຫ້າມຈຳນວນ 85 ແມັດກ້ອນ ແລະປະເພດໄມ້ຄຸ້ມຄອງ 286 ແມັດກ້ອນ.

ນອກນີ້ ຍັງໄດ້ລົງເຄື່ອນໄຫວສະກັດກັ້ນ ແລະຕ້ານການລັກລອບຄ້າ-ຂາຍ ສັດນໍ້າ-ສັດປ່າ ຢູ່ແຕ່ລະເມືອງຕາມສາຍທາງ ແລະຈຸດຫຼໍ່ແຫຼມຕ່າງໆຊຶ່ງພົບເຫັນປະເພດສັດຫວງຫ້າມ ແລະສັດຄຸ້ມຄອງລວມມີນໍ້າໜັກ 241 ກິໂລກຣາມ ໃນນີ້ສັດທີ່ຍັງມີຊີວິດແມ່ນໄດ້ນຳໄປປ່ອຍຄືນສູ່ທຳມະຊາດສ່ວນປະເພດຊິ້ນສ່ວນຂອງສັດ ແລະສັດທີ່ຕາຍແລ້ວແມ່ນໄດ້ນຳໄປທຳລາຍດ້ວຍການຝັງດິນ.

ທັງໝົດນັ້ນໃນປີຜ່ານມາລວມເປັນຄະດີເກີດຂຶ້ນທັງໝົດ 49 ຄະດີໃນນີ້ຄະດີກ່ຽວກັບໄມ້ 42 ຄະດີ, ໄກ່ເກ່ຍສຳເລັດແລ້ວ 16 ຄະດີ, ຄະດີເຄື່ອງປ່າຂອງດົງ 5 ຄະດີ, ໄກ່ເກ່ຍສຳເລັດ 4 ຄະດີ ແລະຄະດີກ່ຽວກັບສັດນໍ້າ-ສັດປ່າ 2 ຄະດີ, ໄກ່ເກ່ຍສຳເລັດ 1 ຄະດີ.

ລາຍງານໂດຍ: ນັກຂ່າວແຂວງຄໍາມ່ວນ | ເສດຖະກິດ-ສັງຄົມ

ທີພລັດ (TPLUS) ແລະ ໂບຣັດຊີອາ ດ໋ອດມູນ (Borussia Dortmund) ຈັບມືກັນມອບສິ່ງດີໆແກ່ແຟນໆທີມ ເຫຼືອງ-ດໍາ ໃນ ສປປ ລາວ

ວຽງຈັນ, ວັນທີ 2 ກຸມພາ 2020: ທີພລັດ (TPLUSແມ່ນເຄືອຂ່າຍໂທລະສັບມືຖືຊັ້ນແນວໜ້າໃນ ສປປ ລາວ, ຮູ້ຈັກກັນດີໃນນາມເບີຫຼັກ 7. ເພື່ອເປັນການມອບໂອກາດ ແລະ ປະສົບການດີໆໃຫ້ແກ່ລູກຄ້າ. ທີພລັດໄດ້ຈັບມືກັບສະໂມສອນໂບຣັດຊີອາ ດ໋ອດມູນ   (Borussia Dortmund) ສະໂມສອນບານເຕະລະດັບຕໍານານຈາກລີກບຸນເດສ໌ລີກ້າປະເທດເຢຍລະມັນ, ການຈັບມືກັນຄັງນີ້ຈະເປີດໂອກາດໃຫ້ແຟນໆຊາວລາວສາມາດຕິດຕາມຂ່າວຄາວ, ພາບຂ່າວ ແລະ ກິດຈະກໍາຕ່າງໆ ລວມເຖີງການສົ່ງຄໍາທັກທາຍຈາກນັກກິລາຂອງດ໋ອດມູນເຖິງແຟນໆໃນປະເທດລາວ.

ພວກເຮົາ ເຄືອຂ່າຍທີພລັດ(TPLUS) ຮູ້ສຶກເປັນກຽດ ແລະ ພູມໃຈທີ່ຈະໄດ້ເປັນເຄືອຂ່າຍບູລິມາສິດໃນການມອບໂອກາດສຸດພິເສດໃຫ້ແກ່ແຟນໆດ໋ອດມູນໃນ ສປປ ລາວໃຫ້ສາມາດເຂົ້າເຖິງ ແລະ ສໍາພັດກັບປະຫວັດອັນຍິ່ງໃຫຍ່-ຍາວນານຂອງທີມ, ຮ່ວມຊື່ນຊົມຜູ້ຫຼີ້ນລະດັບໂລກໃນທີມ, ພ້ອມໆກັບຮ່ວມຕິດຕາມເລື່ອງລາວຂອງການກ້າວຂື້ນເປັນແຊ້ມປ້ຽນຂອງສະໂມສອນດ໋ອດມູນ ແລະ ອື່ນໆ.

ແຟນໆຊາວລາວຈະໄດ້ຮັບ ແລະ ສໍາພັດປະສົບການ ການເປັນແຟນຄລັບລະດັບພຣີເມຍຂອງສະໂມສອນ ໂບຣັດຊີອາ ດ໋ອດມູນ. ຍັງບໍ່ໝົດເທົ່ານັ້ນ, ພວກເຮົາເຄືອຂ່າຍທີພລັດຍັງມີອີກຫຼາຍໆກິດຈະກໍາທີ່ຈະທະຍອຍສົ່ງອອກມາເພື່ອເອົາໃຈແຟນໆຂອງເຄືອຂ່າຍພວກເຮົາ.

ສີເຫຼືອງ-ດໍາ, ຖືເປັນສີທາງການຂອງເຄືອຂ່າຍທີພລັດ ແລະ ສະໂມສອນດ໋ອດມູນ, ສີຖືເປັນສັນຍາລັກສຸດພິເສດຂອງການຮ່ວມມືກັນລະຫວ່າງສອງອົງກອນ.  ໃນ ສປປ ລາວ ສະໂມສອນດ໋ອດມູນເປັນທີ່ຮູ້ຈັກກັນດີໃນສົມຍານາມຂອງເສືອແຫ່ງລີກບຸນເດສ໌ລີກ້າເຢຍລະມັນ ເນື່ອງຈາກທັກສະໃນການຫຼິ້ນ ແລະ ຄວາມເປັນມືອາຊີບຂອງທີມເທິງສະໜາມແຂ່ງ, ມາພ້ອມກັບຊຸດແຕ່ງກາຍເຫຼືອງ-ດໍາອັນເປັນເອກະລັກ. ໃນຄະນະດຽວກັນ ສີເຫຼືອງ-ດໍາ ກໍ່ເປັນສະເໝືອນສັນຍາລັກອັນໂດດເດັ່ນຂອງ ເຄືອຂ່າຍທີພລັດ/ເບີຫຼັກ 7, ຮູ້ຈັກກັນໂດຍທົ່ວໄປວ່າເປັນເສືອແຫ່ງວົງການໂທລະຄົມໃນ ສ ປປ ລາວ. ສີເຫຼືອງ-ດໍາ ເປັນສີທີີ່ຈື່ໄດ້ງ່າຍ, ເປັນສັນຍາລັກຂອງຄວາມແຂງແກ໋ງ ແລະ ການຮ່ວມມືອັນຊົງພະລັງທີ່ຈະຊ່ວຍນໍາພາແຮງບັນດານໃຈມາສູ່ຄົນລາວຮຸ້ນໃໝ່-ບັນດາແຟນໆຂອງເຄື່ອຂ່າຍທີພລັດ ແລະ ແຟນໆຂອງສະໂມສອນດ໋ອດມູນໃນ ສປປ ລາວ.

ທ່ານ. ເພັດສະຫວັນ ເຄີນວິໄລ, ຜູ້ອໍານວຍການຂອງບໍລິສັດ ທີພລັດ ດິຈິຕອນຈໍາກັດຜູ້ດຽວໄດ້ໃຫ້ຄໍາເຫັນວ່າ: ໃນນາມຂອງບໍລິສັດ ທີພລັດ/ເບີຫຼັກ 7, ຂ້າພະເຈົ້າມີຄວາມພູມໃຈ ແລະ ເປັນກຽດທີ່ໄດ້ນໍາສະເໜີການຮ່ວມມືກັນລະຫວ່າງເຄືອຂ່າຍຂອງພວກເຮົາ ກັບສະໂມສອນບານເຕະຊັ້ນນໍາຈາກປະເທດເຢຍລະມັນ ກໍ່ຄື ສະໂມສອນໂບຣັດຊີອາ ດ໋ອດມູນ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າການຈັບມືກັນຂອງພວກເຮົາໃນຄັ້ງນີ້ຈະກາຍເປັນຮາກຖານສໍາຄັນທີ່ຈະຊ່ວຍສ້າງຄວາມເປັນໄປໄດ້ໃນການພັດທະນາກິລາບານເຕະ ແລະ ນັກກິລາບານເຕະໃນ ສປປ ລາວ ໄປຕັ້ງແຕ່ລະດັບໜຸ່ມນ້ອຍ. ສິ່ງທີ່ກ່າວມານີ້ຖືວ່າເປັນຂໍ້ຄວາມອັນດີສົ່ງຕົງເຖິງແຟນໆຂອງໂບຣັດຊີອາ ດ໋ອດມູນ (BVB) ໃນ ສປປ ລາວ ໂດຍສະເພາະແມ່ນບັນດາເຍົາວະຊົນຄົນຮຸ້ນໃໝ່ເພື່ອໃຫ້ເຂົາເຈົ້າຮັບຮູ້ວ່າ ເຄືອຂ່າຍທີພລັດຂອງພວກເຮົາຮູ້ສຶກຍິນດີສະເໝີທີ່ໄດ້ມອບໂອກາດ ແລະ ປະສົບການສຸດພິເສດແກ່ບັນດາທ່ານທີ່ເຊື່ອໝັ້ນ ແລະ ເປັນແຟນຄລັບເຄືອຂ່າຍທີພລັດຂອງພວກເຮົາ.

ນອກຈາກນີ້ ທ່ານ ເພັດສະຫວັນ ເຄີນວິໄລ ຍັງໄດ້ກ່າວເພີ່ມເຕີມອີກວ່າ: ການຈັບມືກັບສະໂມສອນໂບລັດຊີອາ ດ໋ອດມູນເປັນພຽງສ່ວນໜື່ງຂອງບັນດາກິດຈະກໍາດີໆ ຈາກເຄືອຂ່າຍຂອງພວກເຮົາ, ໃນຄວາມຈິງແລ້ວພວກເຮົາຍັງມີກິດຈະກໍາອື່ນໆດີໆອີກຫຼາຍຢ່າງທີ່ພວກເຮົາກໍາລັງວາງແຜນຈະມອບໃຫ້ແກ່ລູກຄ້າຂອງພວກເຮົາຕະຫຼອດທັງປີ.

ພ້ອມນີ້ກໍາມະການຜູ້ຈັດການຂອງສະໂມສອນໂບຣັດຊີອາ ດ໋ອດມູນ ປະຈໍາພາກພື້ນອາຊີປາຊິຟິກ, ທ່ານ Suresh Letchmanan ໄດ້ກ່າວເສີມວ່າ: “ພວກເຮົາຮູ້ສຶກປະທັບໃຈວິທີການສົ່ງເສີມກິລາບານເຕະຂອງທີພລັດ ແລະ ຂໍສະແດງຄວາມຍິນດີທີ່ທາງເຄືອຂ່າຍມີການພັດທະນາຂະຫຍາຍໂຕ ກາຍເປັນແບຼນທີ່ມີນະວັດຕະກໍາ ແລະ ເປັນທີ່ໜ້າຈັບຕາໃນເວທີທຸລະກິດດ້ານໂທລະຄົມຢ່າງວ່ອງໄວ”.  “ທີ່ສໍາຄັນອີກຄື ສີເຫຼືອງ-ດໍາຕ່າງກໍ່ເປັນສັນຍາລັກຂອງທັງເຄືອຂ່າຍທີພລັດ ແລະ ສະໂມສອນພວກເຮົາ ເຊິ່ງກໍ່ແນ່ນອນວ່າມັນເປັນອົງປະກອບທີ່ເໝາະກັນທີ່ສຸດກັບພວກເຮົາ ໂບຣັດຊີອາ ດ໋ອດມູນ (BVB)”. ສະນັ້ນໃນໂອກາດນີ້ຂາພະເຈົ້າຂໍໃຊ້ຄໍາວ່າ ຍິນດີຕ້ອນຮັບເຂົ້າສູ້ການເປັນຄອບຄົວດຽວກັນກັບພວກເຮົາໂບຣັດຊີອາ ດ໋ອດມູນ (BVB).

ຕັດສິນຈຳຄຸກຜູ່ລະ 2 ປີ ຊາວຫວຽດນາມ ຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງເພື່ອເສບ

ຊາຍສັນຊາດຫວຽດນາມ ຊື່ທ້າວ ໝັ້ນ ອາຍຸ 30 ປີ ແລະ ທ້າວ ເລີຍ ອາຍຸ 26 ປີ ທັງ 2 ຄົນ ມາເຮັດວຽກເປັນກໍາມະກອນກໍ່ສ້າງຢູ່ ສປປ ລາວ, ໂດຍໄດ້ມີການພົວພັນກັບຢາເສບຕິດ ( ຢາບ້າ ) ຈຶ່ງຖືກເຈົ້າ ໜ້າທີ່ ປກສ ຈັບຕົວຂໍ້ຫາມີຢາເສບຕິດໄວ້ໃນຄອບ ຄອງເພື່ອເສບ.ຈາກນັ້ນ, ເຈົ້າໜ້າທີ່ໄດ້ສົ່ງສໍານວນຄະດີສົ່ງໃຫ້ໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ສັ່ງຟ້ອງສານຕັດສິນຕາມກົດໝາຍ, ໃນວັນທີ 20 ມັງກອນ ທີ່ຜ່ານມາ.

ອົງການໄອຍະການ ຖະແຫຼງໃນຫ້ອງປະຊຸມສານວ່າ: ທ້າວ ໝັ້ນ ແລະ ທ້າວ ເລີຍ ທັງ 2 ຄົນຢູ່ບ້ານເທີກເທັງເຮີຍ ສສ ຫວຽດນາມ ໄດ້ເດີນທາງເຂົ້າ ສປປ ລາວ ໃນປີ 2017, ເພື່ອມາເຮັດວຽກເປັນກໍາມະກອນກໍ່ສ້າງ ຢູ່ນະຄອນຫຼວງວຽງຈັນ ໂດຍຈະກັບຫວຽດນາມ ໃນທຸກໆ 5-6 ເດືອນຕໍ່ຄັ້ງ ເພື່ອໄປຕໍ່ເອກະສານ, ໂດຍທ້າວ ໝັ້ນ ໄດ້ມາພັກເຊົ່າຢູ່ບ້ານດົງໂດກ, ສ່ວນ ທ້າວ ເລີຍ ພັກເຊົາຢູ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ມາຮອດປີ 2019, ພວກກ່ຽວ ໄດ້ເລີ່ມເສບຢາບ້າ ໂດຍຊື້ນໍາໄວລຸ້ນ ຢູ່ຕາມຮ້ານເກມເຂດບ້ານດົງ ໂດກ ແລະ ບ້ານຊ້າງຄູ້, ຊື້ຄັ້ງລະ 3-20 ເມັດ ເພື່ອມາໄວ້ເສບ. ມາຮອດວັນທີ 22 ເມສາ 2020, ທັງ ສອງໄດ້ອອກໄປມ້ຽນເຄື່ອງຢູ່ຮ້ານສ້ອມແປງລົດໃຫຍ່ ຢູ່ເຂດບ້ານສີວິໄລ ເມືອງໄຊທານີ, ແລ້ວພວກຈໍາເລີຍ ໄດ້ພາກັນອອກເງິນກັນ ແລະ ຢືມລົດຈັກໄປຊື້ຢາບ້າມາໄວ້ເສບ ຈໍານວນ 17 ເມັດ. ຫຼັງຈາກນັ້ນ, ກໍກັບມາຮ້ານສ້ອມແປງລົດ ກໍຖືກເຈົ້າໜ້າທີ່ກັກຕົວ ພ້ອມຢາບ້າຈໍານວນດັ່ງກ່າວ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ປະກອບໃນສໍານວນຄະ ດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າມີຫຼັກຖານຮັດກຸມໜັກແໜ້ນ ແລະ ພຽງ ພໍ.ຈາກການກະທໍາຜິດຂອງພວກຈໍາເລີຍ ເປັນການກະທໍາຜິດທາງອາຍາໃນຂໍ້ຫາການມີຢາເສບ ຕິດ (ຢາບ້າ) ໄວ້ໃນຄອບຄອງເພື່ອເສບ, ເຊິ່ງແຕະຕ້ອງຕໍ່ເສດຖະກິດຂອງຊາດ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ຕາມປະມວນກົດໝາຍອາຍາ 320 ວັກ 3.

ດ້ວຍເຫດນີ້, ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ຈຶ່ງຖະແຫຼງສັ່ງຟ້ອງທ້າວ ໝັ້ນ ແລະ ທ້າວ ເລີຍ ຕໍ່ຄະນະສານອາຍາ ສານປະຊາ ຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ເພື່ອພິຈະລາລະນາຕັດສິນລົງໂທດຕາມກົດໝາຍ, ພາຍຫຼັງໄດ້ຮັບຟັງການຖະແຫຼງສິ້ນສຸດລົງ, ຄະນະສານ ຈຶ່ງຕັດສິນລົງໂທດຈໍາເລີຍທັງ 2 ຄົນ ຜູ້ລະ 2 ປີ ພ້ອມປັບໃໝ ຄົນລະ 10.000.0000 ກີບ.

ລາຍງານໂດຍ: ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ

ບໍລິຄໍາໄຊ ແລະ ບຶງການ ປະຊຸມທາງໄກເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ

ໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ແຂວງບໍລິຄໍາໄຊ ສປປ ລາວ ໄດ້ຈັດກອງປະຊຸມທາງໄກໂດຍຜ່ານວິດີໂອຄອນເຟີເລັນ ກັບ ໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ກັບແຂວງບຶງການ ຣາຊະອານາຈັກໄທ ຄັ້ງທີ 4 ໃນທ້າຍເດືອນມັງກອນຜ່ານມາ, ຝ່າຍລາວນຳໂດຍທ່ານ ພັນເອກ ຄຳແດງ ແພງພົງພັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ທັງເປັນຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ ແຂວງບໍລິຄຳໄຊ ພ້ອມຄະນະ ແລະ ຝ່າຍຣາຊະອານາຈັກໄທ ນຳໂດຍທ່ານ ພົນຕໍາຫຼວດຕີ ສົມສັກ ຄົງໄພບຸນ ຜູ້ບັງຄັບການຕຳຫຼວດພູທອນ ແຂວງບຶງການ ທັງເປັນຫົວໜ້າໜ່ວຍປະສານງານແຂວງບຶງການ ພ້ອມຄະນະ.

ພາຍຫຼັງທີ່ຜູ້ຕາງໜ້າຝ່າຍລາວ ແລະ ຝ່າຍໄທ ໄດ້ ຜັດປ່ຽນກັນລາຍງານສະພາບການຈັດຕັ້ງປະຕິບັດວຽກງານໄລຍະ 2 ເດືອນຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນບັນຫາປະກົດການຫຍໍ້ທໍ້ ແລະ ສະພາບການຕ່າງໆທີ່ເກີດຂຶ້ນຕາມຊາຍແດນໃຫ້ກັນຮັບຊາບ, ທັງສອງຝ່າຍໄດ້ປະສານສົມທົບກັນຢ່າງເປັນປົກກະຕິເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ຮ່ວມມືກັນຕ້ານສະກັດກັ້ນການເຄື່ອນຍ້າຍ, ຂົນສົ່ງຄ້າ-ຂາຍຢາເສບຕິດຕາມຂອບເຂດຊາຍແດນ, ຮ່ວມກັນອອກລາດຕະເວນທາງບົກ ແລະ ທາງນ້ຳ ເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍບໍລິເວນຊາຍແດນ, ຜ່ານການຈັດຕັ້ງປະຕິບັດ ໄລຍະ 2 ເດືອນຜ່ານມາ ສາມາດມ້າງລາຍຄະດີຢາເສບຕິດ ໄດ້ 4 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 10 ຄົນ, ຢຶດຂອງກາງ ປະເພດຢາບ້າ ໄດ້ທັງໝົດ 80.000 ເມັດ, ສາມາດກັກຕົວ ແລະ ມອບຄົນສັນຊາດໄທ ໃຫ້ໜ່ວຍປະສານງານ ຝ່າຍບຶງການ ຣາຊະອານາຈັກໄທ ໄດ້ 1 ຄົນ.

ໂອກາດດຽວກັນ ບັນດາຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາບົນພື້ນຖານລະບຽບຫຼັກການ, ຄວາມສາມັກຄີ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ 2 ແຂວງ, 2 ປະເທດ ໃນການເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ແລະ ກໍານົດທິດທາງແຜນການໃນ 3 ເດືອນຕໍ່ໜ້າ ແນ່ໃສ່ເຮັດໃຫ້ບໍລິເວນຂອບເຂດຊາຍແດນຂອງ 2 ປະເທດ ເວົ້າລວມເວົ້າສະເພາະແມ່ນ ແຂວງບໍລິຄໍາໄຊ ສປປ ລາວ ແລະ ແຂວງບຶງການ ຣາຊະອານາຈັກໄທ ໃຫ້ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

ຂ່າວ: ພອນສະຫວັນ

ມອບເຄື່ອງຊ່ວຍເຫຼືອປະຊາຊົນຜູ້ທຸກຍາກແລະດ້ອຍໂອກາດທີ່ປະສົບໄພໜາວຢູ່ແຂວງຫຼວງພະບາງ ແລະໄຊຍະບູລີ

ທ້າຍເດືອນມັງກອນນີ້ ທີ່ສາງບ້ານໂພນສະອາດ ຂອງພະແນກແຮງງານສະຫວັດດີການສັງຄົມ ແຂວງຫຼວງພະບາງ ໄດ້ມີພິທີ ມອບ-ຮັບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຜູ້ທຸກຍາກ ແລະດ້ອຍໂອກາດທີ່ປະສົບໄພໜາວຢູ່ແຂວງຫຼວງພະບາງ ແລະໄຊຍະບູລີ ຂຶ້ນ. ໂດຍການໃຫ້ກຽດມອບຂອງທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ, ຮັບເອົາໂດຍທ່ານ ສຸລິສັກ ພົມມາລີ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງຫຼວງພະບາງ, ມີຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງໄຊຍະບູລີ, ຫົວໜ້າກົມ, ຮອງກົມສັງຄົມສົງເຄາະຕະຫຼອດຮອດພະນັກງານຈາກພະແນກແຮງງານ ແລະສະຫວັດດີການສັງ ຄົມສອງແຂວງເຂົ້າຮ່ວມເປັນສັກຂີພີຍານ.

ເຄື່ອງດັ່ງກ່າວແມ່ນໄດ້ຮັບມາຈາກກະຊວງແຮງງານ ແລະສະຫວັດດີການສັງຄົມ ຈຳນວນ 190 ແກ໊ດ ມູນຄ່າ 285 ລ້ານກີບ, ໃນນັ້ນມອບໃຫ້ແຂວງໄຊຍະບູລີ 70 ແກ໊ດ ມູນຄ່າ 105 ລ້ານກີບ, ເຄື່ອງດັ່ງກ່າວປະກອບມີ ເສື້ອກັນໜາວ, ໂສ້ງ, ເກີບ ແລະອື່ນໆ.

ຜ່ານມາແຂວງຫຼວງພະບາງກໍ່ໄດ້ຮັບເຄື່ອງຈາກກະຊວງແຮງງານ ແລະສະຫວັດດີການສັງ ຄົມເປັນຕົ້ນແມ່ນເກືອ 25 ກິໂລ, ຜ້າຫົ່ມນ້ອຍ, 51 ຜືນ, ເສື່ອປູນອນຜືນນ້ອຍ 51 ຜືນ, ມຸ້ງ 51 ດາງ, ໝອນນ້ອຍ 97 ໜ່ວຍ, ເຫຼັກຕາປູ 170 ກິໂລ. ໄດ້ຮັບຖັງນໍ້າ 97 ໜ່ວຍ, ເຕັ້ນລັດເຊຍ 5 ດາງ, ເຕັ້ນຈີນ 15 ດາງ ແລະເຕັ້ນຍີ່ປຸ່ນ 2 ດາງ.

ເຄື່ອງທີ່ໄດ້ມາແມ່ນໄດ້ນຳໄປຊ່ວຍເຫຼືອ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດເຊັ່ນ: ໄພແຫ້ງແລ້ງ, ນໍ້າຖ້ວມ, ຕັກແຕນທຳລາຍຜົນລະບຸກ, ດິນເຊາະເຈື່ອນ, ນໍ້າໄຫຼສຸ, ລົມພະຍຸພັດ, ໄຟໄໝ້ ແລະອື່ນໆ. ເປັນຕົ້ນແມ່ນໄດ້ຊ່ວຍເຫຼືອ ຄົນບ້າເສຍຈິດ, ເຖົ້າແກ່ອານາປ່ຽວພອຍ, ຄົນເປັນພະຍາດຫຼວງ, ເດັກນ້ອຍຝາແຝດ, ເດັກກຳພ້າ, ຈຳນວນ 7 ເມືອງ 19 ບ້ານ, ຊ່ວຍເຫຼືອຄອບຄົວທີ່ຖືກພະຍຸພັດ, ໄຟໄໝ້ ຢູ່ 3 ເມືອງ 1 ນະຄອນ, ຊ່ວຍເຫຼືອເຂົ້າກິນໃຫ້ຄອບຄົວທີ່ຖືກຜົນກະທົບຈາກໄພແຫ້ງແລ້ງ, ສັດຕູພຶດທຳລາຍຜົນລະປູກ, ນໍ້າຖ້ວມ 11 ເມືອງ 1 ນະຄອນ ຈຳນວນ 238 ໂຕ່ນ, ພ້ອມນັ້ນກໍ່ໄດ້ແຈກຢາຍເຄື່ອງນຸ່ງຫົ່ມປະສົມຝີລາ ແລະເຄື່ອງນຸ່ງຫົ່ມປະສົມມືສອງຕື່ມອີກ.

ຂ່າວ: ດາວອນ ມະນີວັນ

ສະຫາຍ ນາງ ສີໃສ ລືເດດມູນສອນ ເປັນຫົວໜ້າ ຄະນະຈັດຕັ້ງສູນກາງພັກ ຜູ່ໃໝ່

ນະຄອນຫຼວງວຽງຈັນ: ວັນທີ 1 ກຸມພານີ້ ທີ່ສະ ໂມສອນຄະນະຈັດຕັ້ງສູນກາງພັກ ໄດ້ມີພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ພ້ອມດ້ວຍບັນດາສະຫາຍຄະນະພັກ ຄະນະຈັດຕັ້ງສູນກາງພັກ ແລະ ສະມາຊິກພັກ-ພະນັກງານຫຼັກແຫຼ່ງທົ່ວຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.

ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ເກົ່າ ອອກພັກການ-ຮັບອຸດໜູນບຳນານ ໄດ້ຂຶ້ນກ່າວມອບໜ້າທີ່ ພ້ອມທັງລາຍງານໂດຍຫຍໍ້ກ່ຽວກັບບາງບັນຫາ ໃນຕະຫຼອດໄລຍະ 10 ປີ ທີ່ຕົນເອງ ໄດ້ປະຕິບັດໜ້າທີ່ຜ່ານມາ ຊຶ່ງພາລະບົດບາດຂອງຄະນະຈັດຕັ້ງສູນກາງພັກ ແມ່ນກວ້າງຂວາງ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ກໍພົບອຸປະສັກຫຼາຍ ແຕ່ກໍມີອັນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນການເປັນໃຈກາງຫຼັກແຫຼ່ງເຕົ້າໂຮມຄວາມສາມັກຄີເປັນເອກະພາບ, ເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງກວ້າງຂວາງ, ບັນ ດາເນື້ອໃນມະຕິຂອງສູນກາງພັກ, ຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ ລ້ວນແຕ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດຫຼາຍດ້ານ, ບົດບາດການນຳພາຂອງພັກ ໄດ້ຮັບການຍົກສູງຂຶ້ນ, ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ ນັບມື້ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.

ໂອກາດເຂົ້າຮ່ວມພິທີ ມອບ-ຮັບໜ້າທີ່ໃນຄັ້ງນີ້, ສະ ຫາຍ ທອງລຸນ ສີສຸລິດ ກໍໄດ້ໂອ້ລົມຕໍ່ພິທີວ່າ: ສະຫາຍ ຈັນສີ ໂພສີຄຳ ກໍເປັນຜູ້ໜຶ່ງທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນພາລະກິດປະຕິວັດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນວຽກງານການປັບປຸງກົດລະບຽບພັກ, ຄົ້ນຄວ້າປັບປຸງສ້າງນິຕິກຳຕ່າງໆ ກ່ຽວກັບພັກ-ພະນັກງານ, ຄົ້ນຄວ້າສັບຊ້ອນ-ຈັດວາງພະນັກງານຫຼັກແຫຼ່ງທີ່ຂຶ້ນກັບສູນກາງຄຸ້ມຄອງ ຊຶ່ງນີ້ກໍເປັນພຽງຜົນງານສ່ວນໜຶ່ງ ແລະ ຍັງມີຜົນງານໃຫຍ່ຫຼວງອີກຫຼວງຫຼາຍ ທີ່ສະຫາຍໄດ້ສ້າງຂຶ້ນ ລ້ວນແຕ່ເປັນແບບຢ່າງທີ່ດີ ໃຫ້ແກ່ສະມາຊິກພັກ-ພະນັກງານ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະເໜີໃຫ້ສະຫາຍ ຈັນສີ ໂພສີຄໍາສືບຕໍ່ໃຫ້ຄຳປຶກສາແນະນຳວຽກງານ ເພື່ອໃຫ້ວຽກງານຈັດຕັ້ງມີບາດກ້າວດີຂຶ້ນຕໍ່ໆໄປ.

ສໍາລັບສະຫາຍ ນາງ ສີໃສ ລືເດດມູນສອນ ທີ່ໄດ້ຮັບການໄວ້ເນື້ອເຊື່ອໃຈມາຮັບໜ້າທີ່ເປັນເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຊຶ່ງເປັນວຽກໃໝ່ທີ່ໄດ້ມາຮັບໜ້າທີ່, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ເນັ້ນໜັກໃນບາງບັນຫາສຳຄັນ ເປັນຕົ້ນແມ່ນໃຫ້ຕັ້ງໜ້າປະຕິບັດວຽກງານ ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ຮ່ວມກັບບັນດາສະຫາຍຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ ໂດຍມີການດໍາເນີນວຽກງານໄປຢ່າງມີປະສິດທິພາບ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຄົ້ນຄວ້າຜັນຂະຫຍາຍມະຕິໃຫ້ເລິກເຊິ່ງ; ການປັບປຸງກົງຈັກການຈັດຕັ້ງພັກ-ລັດ, ການກໍ່ສ້າງພັກ – ພະນັກງານ ໂດຍສະເພາະການຄົ້ນຄວ້າປັດໄຈທີ່ຊຸກຍູ້ມະຫາຊົນເຂົ້າເປັນສະມາຊິກພັກ, ການປັບປຸງການຈັດຕັ້ງພັກແຕ່ລະຂັ້ນ ກໍໃຫ້ເດັດດ່ຽວ ປອດໃສ ໜັກແໜ້ນ ເຂັ້ມແຂງ; ປັບປຸງເນື້ອໃນການນຳພາຂອງພັກແຕ່ລະຂັ້ນ ໂດຍສະເພາະບັນດາໜ່ວຍພັກໃນລັດວິສາຫະກິດ ໃຫ້ດີຂຶ້ນກວ່າເກົ່າ.

ນອກຈາກນີ້, ກໍຕ້ອງໄດ້ເອົາໃຈໃສ່ປັບປຸງເນື້ອໃນຂອງການດຳເນີນຊີວິດການເມືອງຂອງພັກແຕ່ລະຂັ້ນ ໃຫ້ມີການຕໍານິກໍ່ສ້າງກັນຢ່າງສ້າງສັນ, ມີການວິເຄາະໄຈ້ແຍກບັນຫາຢ່າງລະອຽດ, ດຳເນີນການປຶກສາຫາລືແກ້ໄຂບັນຫາໃຫ້ ເໝາະສົມກັບສະພາບຕົວຈິງ.

ຈາກນັ້ນ, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ທີ່ໄດ້ຮັບແຕ່ງຕັ້ງເປັນ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກຜູ້ໃໝ່ ໄດ້ຂຶ້ນກ່າວຮັບໜ້າທີ່ ມີເນື້ອໃນສຳຄັນບາງຕອນວ່າ: ດ້ວຍຄວາມຮັບຜິດຊອບດ້ານການເມືອງ ຕົນເອງຂໍນຳເອົາຄຳໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຜັນຂະຫຍາຍໃສ່ໃນວຽກງານຕົວຈິງ ແລະ ຈະຕັ້ງໜ້າປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ຮ່ວມກັບຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ ໃຫ້ມີຜົນສຳເລັດບັນລຸຕາມຈຸດປະສົງລະດັບຄາດໝາຍ.

ຂ່າວ-ພາບ: ສຸກສະຫວັນ | ປະຊາຊົນ

ຊາວໜຸ່ມອັດຕະປືອວຍພອນທະຫານຢູ່ພາກສະໜາມເມືອງພູວົງ

ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງອັດຕະປື ນຳໂດຍທ່ານ ພູວັນ ພົມມະຈັນ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍຄະນະຊາວໜຸ່ມຮາກຖານອ້ອມຂ້າງແຂວງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ລົງເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນ ອ້າຍນ້ອງທະຫານທີ່ກຳລັງປະຕິບັດໜ້າທີ່ຢູ່ສະໜາມຕັ້ງໃໝ່ ເມືອງພູວົງ. ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ, ໃຫ້ກຽດ ຕ້ອນຮັບໂດຍທ່ານ ພັຕ ຄຳສອນ ສຸດທິຈັກ ຄະນະພັກຮາກຖານ ຮອງຫົວໜ້າການທະຫານກອງພັນທະຫານຮາບ 19 ພ້ອມດ້ວຍຄະນະ ແລະ ອ້າຍນ້ອງນັກຮົບໃຫ້ການຕ້ອນຮັບ.

ໂອກາດດັ່ງກ່າວ, ທ່ານ ພັຕ ຄຳສອນ ສຸດທິຈັກ ໄດ້ລາຍງານເຖິງຊີວິດການເປັນຢູ່ ຂອງອ້າຍນ້ອງທະຫານ ແລະ ສະພາບການຕ່າງໆ ຊຶ່ງຍາມໃດກໍມີຄວາມສາມັກຄີ ຮ່ວມທຸກ, ສຸກ, ຄຽງບ່າ, ຄຽງໄຫຼ່ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອປົກປັກຮັກສາເຂດນ້ຳແດນດິນ, ໃຫ້ປະຊາຊົນມີຄວາມຢູ່ເຢັນເປັນສຸກ ປະຕິບັດໜ້າທີ່ຕາມການມອບໝາຍຈາກຂັ້ນເທິງຢ່າງເຕັມກຳລັງ.

ຈາກນັ້ນ, ທ່ານ ພູວັນ ພົມມະຈັນ ໄດ້ກ່າວສະແດງຄຳອວຍພອນໄຊອັນປະເສີດມາຍັງບັນດາອ້າຍນ້ອງນາຍ ແລະ ພົນທະຫານ ຈົ່ງມີແຕ່ຄວາມຜາສຸກເຮັດສໍາເລັດໜ້າທີ່ທີ່ພັກ-ລັດມອບໝາຍໃຫ້. ພ້ອມໄດ້ມອບເຄື່ອງ ນຸ່ງຮົ່ມຈຳນວນໜຶ່ງໃຫ້ປະຊາຊົນບ້ານວົງລະຄອນ, ບ້ານວຽງໄຊ ແລະ ມອບອຸປະກອນການຮຽນໃຫ້ແກ່ຄູ ແລະ ນັກຮຽນຈຳນວນໜຶ່ງ.

ຂ່າວຍັງໃຫ້ຮູ້ອີກວ່າ: ໃນໄລຍະດຽວກັນນີ້, ທາງຄະນະບໍລິຫານງານຊາວໜຸ່ມ ແຂວງອັດຕະປື ພ້ອມດ້ວຍຄະນະຊາວໜຸ່ມຮາກຖານອ້ອມຂ້າງແຂວງ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ, ລົງເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນ ອ້າຍນ້ອງທະຫານ ຢູ່ກອງຮ້ອຍ 542 ທີ່ເມືອງດັ່ງກ່າວ.

ຂ່າວ-ພາບ: ຄຳດິດ ມຽງລາວັນ

Qué es un Analista de Datos: Rol y Responsabilidades

Un https://ccnadesdecero.es/profesion-analisis-datos-curso-online/ es un profesional altamente especializado cuyo principal objetivo es extraer información valiosa a partir de grandes conjuntos de datos. Utiliza diversas herramientas, como Power BI o Tableau, o lenguajes de programación como SQL y Python, para transformar datos brutos en conocimientos útiles que ayudan a las organizaciones a tomar decisiones informadas. Los Certificados Profesionales de Google te preparan para ocupar un puesto de nivel básico en campos laborales como el soporte informático, el análisis de datos, la gestión de proyectos o el diseño UX.

El análisis de datos es la práctica de trabajar con datos para obtener información útil que pueda utilizarse para tomar decisiones con conocimiento de causa. Si alguna vez te has preguntado la relevancia de conocer y saber usar este paquete software, pues te decimos que la importancia de dominar Power BI radica en su capacidad para ayudar a las organizaciones a tomar decisiones informadas basadas en datos. Con Power BI, es posible analizar y visualizar datos de manera efectiva, lo que facilita la identificación de patrones, tendencias y oportunidades de mejora en diferentes áreas de negocio. Además, Power BI ofrece una amplia gama de funciones y ventajas, como la capacidad de crear informes interactivos, compartirlos con otros usuarios y acceder a ellos desde cualquier dispositivo. El analista de datos extrae información de los datos para ayudarle a tomar decisiones inteligentes. En ese sentido, utiliza datos de usuarios, clientes, finanzas, marketing, ventas, productos y más.

Consigue un trabajo en análisis de datos, con la ayuda de Google

Alcanza una formación profesional diseñada por Google y aprovecha la oportunidad de conectarte con los principales empleadores. Para quien se inicia en el mundo del análisis de datos, es fácil sentirse abrumado por la gran cantidad de herramientas. Al conocer estas herramientas podrás empezar a hacer análisis de datos rápido y con poco trabajo. Para conseguir un trabajo como analista de datos, primero debes crear un plan de aprendizaje. Deberás aprender nuevas habilidades y estrategias que tomarán tiempo y requerirán del mejor esfuerzo y disposición.

  • En Latinoamérica, Coursera cobra $49 por mes después del período de prueba gratuita inicial de 7 días.
  • El análisis de datos puede parecer un universo desconocido e insondable cuando apenas estás comenzando.
  • Las certificaciones, como el Certificado profesional de Análisis de datos de Google pueden ayudarte a calificar para puestos más avanzados con rangos salariales más altos.
  • Piensa en qué mensaje deseas transmitir y qué elementos visuales utilizarás para respaldar tu mensaje.

El salario base medio de un data analyst en México es de 280,000 MXN en marzo de 2022, según Payscale. Esto puede variar en función de tu tiempo de servicio, de donde te encuentres en México y otros factores. Un data analyst es una persona cuyo trabajo consiste en reunir e interpretar datos para resolver un problema concreto.

Analista de datos/ científico de datos

Uno de los principales motivos por los que una empresa contrata a un curso de analista de datos es la seguridad. Las empresas suelen estar expuestas a múltiples amenazas, y en algunas ocasiones pueden ser vulnerables y sufrir ataques malintencionados. Otra de las cosas que hace un analista de datos para una empresa es identificar los problemas que pueden afectar su desempeño y su rentabilidad. Si una empresa presenta fallas en alguno de sus procesos, o existen algunos factores que reduzcan su efectividad, por ejemplo, el analista de datos debe reconocer los problemas y ayudar a solucionarlos. La idea es tener una buena idea de lo que hacen los clientes, para tomar decisiones que impacten positivamente en ellos.

analista de datos

ໂລກ້າ ນໍາສະເໜີບໍລິການ “ໂລກ້າຄິ້ວ” ( LOCA QUTE ) ຈັບມື BAJAJ ແລະ ພົງສະຫວັນ ປະກັນໄພ ເພີ່ມທາງເລືອກໃໝ່ໃນການໂດຍສານ

ບໍລິສັດ ໂລກ້າ ຈຳກັດ ຜູ້ໃຫ້ບໍລິການແທັກຊີອອນລາຍ 24 ຊົ່ວໂມງ ນຳສະເໜີບໍລິການໃໝ່ “ໂລກ້າຄິ້ວ” (LOCA QUTE) ໂດຍຮ່ວມມືກັບ  ບໍລິສັດ ພຣາຍ ອໍໂຕ (ລາວ) ຈໍາກັດຜູ້ດຽວ ແລະ ພົງສະຫວັນ ປະກັນໄພ (APA). ທັງນີ້ກໍເພື່ອເພີ່ມທາງເລືອກຮູບແບບບໍລິການໃໝ່ໆໃຫ້ກັບລູກຄ້າ.

ງານເປີດໂຕບໍລິການ ໂລກ້າຄິ້ວ ມີຂຶ້ນໃນຕອນເຊົ້າຂອງ ວັນທີ 26 ມັງກອນ 2021 ທີ່ໂຊຮູມລົດຂອງ ບໍລິສັດ ພຣາຍ ອໍໂຕ (ລາວ) ຈໍາກັດຜູ້ດຽວ ທີ່ນະຄອນຫຼວງວຽງຈັນ.

ໃນພິທີດັ່ງກ່າວ, ທ່ານ ສຸລິໂຍ ວົງດາລາ ຜູ້ອຳນວຍການ ບໍລິສັດ ໂລກ້າ ຈຳກັດ ໄດ້ກ່າວເຖິງຄວາມເປັນມາຂອງໂລກ້າ, ບໍລິການຕ່າງໆຂອງໂລກ້າ ແລະ ນຳສະເໜີເຖິງແຮງບັນດານໃຈໃນການຮ່ວມມືກັນຫວ່າງ ໂລກ້າ (LOCA), ພຣາຍ ອໍໂຕ (ລາວ) (BAJAJ) ແລະ ພົງສະຫວັນ ປະກັນໄພ (APA) ພ້ອມທັງເນັ້ນວ່າ “ຢາກເຫັນຄົນລາວມີບໍລິການຂົນສົ່ງໂດຍສານທີ່ໄດ້ມາດຕະຖານທຽບເທົ່າສາກົນໃນລາຄາທີ່ຄົນລາວສາມາດຈ່າຍໄດ້. ພ້ອມນັ້ນ, ຍັງເນັ້ນໄປທີ່ເລື່ອງຂອງຄວາມປອດໄພເປັນຫຼັກ”.

ສຳລັບ ໂລກ້າຄິ້ວ (LOCA QUTE) ແມ່ນບໍລິການແບບໃໝ່ທີ່ນຳໃຊ້ລົດຂະໜາດນ້ອຍນຳເຂົ້າຈາກອິນເດຍ ເປັນທາງເລືອກໃໝ່ໃຫ້ກັບລູກຄ້າທີ່ຕ້ອງການເດີນທາງໄລຍະສັ້ນ ແລະ ໃນຊົ່ວໂມງຮີບດ່ວນ ເນື່ອງຈາກຕົວລົດທີ່ມີຂະໜາດນ້ອຍກວ່າລົດທົ່ວໄປຈຶ່ງສາມາດເດີນທາງໃນຕົວເມືອງໄດ້ຄ່ອງແຄ້ວກວ່າ ແລະ ມີຄ່າບໍລິການທີ່ປະຢັດກວ່າ.

ບໍລິການໃໝ່ນີ້ແມ່ນເພື່ອຕອບສະໜອງໃຫ້ລູກຄ້າມີທາງເລືອກທີ່ຫຼາກຫຼາຍຂຶ້ນໃນການນໍາໃຊ້ບໍລິການຂົນສົ່ງຜູ້ໂດຍສານໃນຕົວເມືອງນະຄອນຫຼວງວຽງຈັນ

ນອກຈາກບໍລິການໃໝ່ນີ້ແລ້ວ, ໂລກ້າ ຍັງໄດ້ເນັ້ນເລື່ອງຂອງຄວາມປອດໄພໃຫ້ແກ່ຜູ້ໂດຍສານທຸກຄົນທີ່ໃຊ້ບໍລິການ ໂດຍການໂດຍສານທຸກຖ້ຽວຂອງໂລກ້າແມ່ນໄດ້ຮັບການຄຸ້ມຄອງສູງສຸດ 500,000,000 ກີບ ໂດຍ ພົງສະຫວັນປະກັນໄພ (APA).

ພ້ອມນີ້ ບໍລິການຂອງໂລກ້າກໍຍັງມີລາຄາທີ່ໂປ່ງໃສ ເພາະນຳໃຊ້ລະບົບຄິດໄລ່ລາຄາທີ່ຜູ້ໃຊ້ສາມາດກວດສອບໄດ້ໃນທຸກໆຖ້ຽວ, ມີປະຫວັດຂອງຄົນຂັບ ແລະ ຍິ່ງເດີນທາງພ້ອມກັນຫຼາຍຄົນຍິ່ງປະຢັດ ເພາະຄ່າບໍລິການແມ່ນສາມາດຫານກັນໄດ້ (ບໍ່ໄດ້ໄລ່ເປັນບຸກຄົນ). ພິເສດກໍຄື ຜູ້ໂດຍສານຍັງສາມາດສະສົມຄະແນນຈາກການໃຊ້ບໍລິການເພື່ອນຳໄປແລກຮັບສິດທິພິເສດຕ່າງໆອີກດ້ວຍ.

ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມ:

– ໂທລະສັບ: 02098111129

– Facebook: www.facebook.com/localaos

– Website: www.loca.la