Home Blog Page 24

ກອງປະຊຸມສະຫຼຸບຖອດຖອນບົດຮຽນບັ້ນລົງແກ້ໄຂປະກົດການຫຍໍ້ທໍ້ບັນຫາຢາເສບຕິດ

ໃນຕອນເຊົ້າຂອງວັນທີ 29 ກັນຍາ 2022 ຢູ່ຫໍປະຊຸມໃຫຍ່ຂອງເມືອງໂພນໄຊ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນບັ້ນລົງແກ້ໄຂປະກົດການຫຍໍ້ທໍ້ບັນຫາຢາເສບຕິດ 2 ກຸ່ມຄຶ:

ກຸ່ມທ່າຂ້າມ ແລະ ກຸ່ມສົບເຈ້ຍ ຂຶ້ນຢ່າງເປັນທາງການ ໂດຍເປັນປະທານຂອງ ສະຫາຍ ທອງຈັນ ລັດຕະນະປະດິດ ເຈົ້າເມືອງໂພນໄຊ ປະທານປ້ອງການຊາດ-ປ້ອງກັນຄວາມສະ ຫງົບເມືອງ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ຄະນະຊີ້ນໍາບ້ານທັງ 57 ບ້ານທົ່ວເມືອງ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ສະຫາຍ ພັນໂທ ສຸລິໂພ ຍົດສະນີ ຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ຂື້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດໃນບັ້ນລົງແກ້ໄຂບັນຫາຢາເສບຕິດ ( ຕິດພັນກັບປະ ຕິບັດ 2 ວາລະແຫ່ງຊາດ)ຢູ່ພາຍໃນສອງກຸ່ມມີ 17 ບ້ານ, ມີ 1.371 ຄອບຄົວ, ພົນລະເມືອງ 7.753 ຄົນ, ຍິງ 3.522 ຄົນ, ມີ 107 ໜ່ວຍຄຸ້ມຄອງ, ມີກອງຫຼອນ 213 ສະຫາຍ, ຖືອາວຸດ 55 ກະບອກ,ປ້ອງກັນບ້ານ 106 ສະຫາຍ, ຖືອາວຸດ 27 ກະບອກ, ບາດກ້າວໃນການຈັດຕັ້ງປະຕິບັດ ໄດ້ເຕົ້າໂຮມການຈັດ ຕັ້ງທຸກພາກສ່ວນ ແລະ ປະຊາຊົນທີ່ມີອາຍຸ 18 ປີຂື້ນໄປ ເພື່ອເຂົ້າຮ່ວມຂະບວນການແກ້ໄຂບັນຫາຢາເສບຕິດໄດ້ເຊື່ອມຊຶມບັນດາເອກະສານມີເອກະສານວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ເອກະສານຢາເສບຕິດ, ຜົນຮ້າຍຂອງຢາເສບຕິດ, ຂໍ້ກໍນົດວ່າດ້ວຍການຄຸ້ມຄອງອາວຸດເສີກ ແລະ ອາວຸດລ່າເນື້ອ, ຄອບຄົວເປົ້າໝາຍພົວພັນຢາເສບຕິດມີ 534 ຄອບຄົວ ກວມເອົາ 38 %, ເປົ້າໝາຍເສບຢາເສບຕິດມີ 658 ຄົນ, ຍິງ 16 ຄົນ ກວມເອົາ 8 % ຂອງພົນລະເມືອງທັງ 17 ບ້ານ, ເປົ້າໝາຍຄ້າ-ຂາຍຢາເສບຕິດ 46 ຄົນ, ຍິງ 11 ຄົນ, ເປົ້າໝາຍມີອາວຸດລ່າເນື້ອມີ 202 ຄົນ,ກວມເອົາ 5 ສ່ວນຮ້ອຍ, ເປົ້າໝາຍມີອາວຸດເສີກ 1 ຄົນ, ເປົ້າໝາຍປະກົດການຫຍໍ້ທໍ້ຕ່າງໆມີ 27 ກໍລະນີ, ຂື້ນບັນຊີເປົ້າໝາຍເຊື່ອຖືສາສະໝາຕ່າງປະເທດ 2 ຄົນ, ຍິງ 1 ຄົນ, ພົນລະເມືອງບໍ່ທັນໄດ້ຂື້ນສໍາມະໂນຄົວ 236 ຄົນ, ຍິງ 128 ຄົນ.

ຕໍ່ກັບເປົ້າໝາຍທີມີການພົວພັນຢາເສບຕິດໄດ້ຂຽນບົດບັນທຶກຕໍ່ຄອບຄົວເປົ້າໝາຍເສບຢາເສບຕິດມີ 493 ຄອບຄົວ, ບັນລຸໄດ້ 92%, ຍັງຄ້າງ 41 ຄອບຄົວ,ໄດ້ຂຽນປະຕິຍານຕົນເອງມີ 593 ຄົນ ບັນລຸໄດ້ 90%, ໃນນັ້ນມີຢາບ້າ 581 ຄົນ, ເສບຢາຝີ່ນ 12 ຄົນ,ຍັງຄ້າງ 65 ຄົນ,ຍິງ 3 ຄົນ, ໄດ້ຂຽນບົດບັນທຶກຕໍ່ເປົ້າໝາຍຄ້າ-ຂາຍ 10 ຄົນບັນລຸໄດ້ 100%, ນໍາເຂົ້າສູນບໍາບັດດັດສ້າງ 25 ຄົນ, ຍຶດຂອງກາງໄດ້ຢາບ້າ 2,161 ເມັດ, ຢາຝີ່ນໄດ້ 2 ຄົນແລະ ອຸປະກອນເສບຢາຝີ່ນ 3 ຊຸດ,ກວດນໍ້າມຸດ 4 ຄົນ, ພົບສານເສບຕິດ 3 ຄົນ, ໄດ້ຂື້ນທະບຽນອາວຸດລ່າເນື້ອ 538 ກະບອກເທົ່າກັບ 6 ສ່ວນຮ້ອຍ, ທ້ອນໂຮມອາວຸດລ່າເນື້ອໄດ້ 207 ກະບອກ, ບັນລຸໄດ້ 38 ສ່ວນຮ້ອຍ,ອາວຸດເສີກ 1 ກະບອກບັນລຸໄດ້ຮ້ອຍສ່ວນຮ້ອຍ ແລະ ໄດ້ຂຽນບົດບັນທຶກຕໍ່ເປົ້າໝາຍມີອາວຸດລ່າເນື້ອ 1 ຄົນ, ພາຍຫຼັງສໍາເລັດກອງປະຊຸມແລ້ວຄະນະປະທານ, ແຂກທີຖືກເຊີນທຸກຂະແໜງການຂອງເມືອງ ແລະ ອົງການປົກຄອງບ້ານແຕ່ລະບ້ານທັງ 17 ບ້ານ ໄດ້ພ້ອມກັນທໍາລາຍ, ຈູດ, ເຜົາ ຢາເສບຕິດ ແລະອາວຸດລ່າສັດທຸກຊະນິດ,ທຸກປະເພດຕື່ມອີກ

ແຫຼ່ງຂ່າວ: Media Laos

ລາວ-ກູບາ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນວັນທີ 02-04 ຕຸລາ 2022, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ຖານອ້າຍນ້ອງຮ່ວມອຸດົມການອັນດຽວກັນ ໃຫ້ນັບມື້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ຫນ້າ. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ສຳນັກງານນາຍົກລັດຖະມົນຕີ, ໃນຕອນບ່າຍຂອງວັນທີ 02 ຕຸລາ 2022,

ຈາກນັ້ນ ກໍ່ໄດ້ມີການພົບປະສອງຝ່າຍ ຢ່າງເປັນທາງການ, ເຊິ່ງ ຄະນະຜູ້ແທນຝ່າຍລາວ ນໍາໂດຍ ສະຫາຍ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຝ່າຍກູບາ ນຳໂດຍ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ. ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງມາຍັງ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌, ນາຍົກລັດຖະມົນຕີ ແຫ່ງ ສ.ກູບາ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ ແລະ ເປັນຄັ້ງປະຫວັດສາດ, ເຊິ່ງເປັນ​ນິ​ມິດ​ໝາຍ​ອັນ​ດີໃນການສືບຕໍ່ຮັດແໜ້ນ ແລະ ​ເສີມຂະຫຍາຍສາຍພົວພັນ​ມິດ​ຕະ​ພາບ ແລະ ການຮ່ວມມືຖານອ້າຍນ້ອງ ທີ່ເປັນມູນເຊື້ອອັນດີມາແຕ່ດົນນານ ລະຫວ່າງ ສອງຊາດ ລາວ-ກູບາ. ການພົບປະໃນຄັ້ງນີ້ ສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ, ຕີລາຄາຄືນສະພາບການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ກຳນົດທິດທາງແຜນການຮ່ວມມືໃນຕໍ່ຫນ້າ, ເຊິ່ງ ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືສອງຝ່າຍທີ່ເປັນມູນເຊື້ອມາແຕ່ຍາວນານ, ບົນພື້ນຖານແຫ່ງການເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 04 ພະຈິກ 1974 ເປັນຕົ້ນມາ, ເຊິ່ງ ການພົວພັນຮ່ວມມືດ້ານການເມືອງ ແມ່ນສືບຕໍ່ຢູ່ໃນລະດັບດີເລີດ ແລະ ນັບມື້ນັບໜັກແໜ້ນຍິ່ງໆຂຶ້ນ, ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງຂອງສອງປະເທດ ລາວ-ກູບາ ເປັນແຕ່ລະໄລຍະ, ໄດ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນກັນ ໃນບັນຫາຕ່າງໆຢ່າງເປັນປະຈຳ ລວມທັງ ໃນຮູບແບບກອງປະຊຸມທາງໄກໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

ພ້ອມດຽວກັນນີ້, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ການຮ່ວມມື ດ້ານສາທາລະນະສຸກ, ດ້ານການສຶກສາ-ກິລາ, ເຊິ່ງເປັນຂະແໜງການຮ່ວມມືທີ່ມີມູນເຊື້ອມາແຕ່ດົນນານ ແລະ ພົ້ນເດັ່ນ ມີປະສິດທິພາບ ແລະ ປະສິດທິຜົນສູງ ໃນໄລຍະຜ່ານມາ. ນອກຈາກນີ້, ສອງຝ່າຍ ກໍ່ໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບການພາຍໃນທີ່ພົ້ນເດັ່ນ, ແລກປ່ຽນຄຳຄິດຄຳເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນຊ່ວຍເຫຼືອອັນລ້ຳຄ່າ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ ການສະໜອງທຶນການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ, ການສົ່ງຊ່ຽວຊານແພດຫມໍ ກູບາ ມາຊ່ວຍເຫຼືອໃຫ້ຄວາມຮູ້ແກ່ຝ່າຍລາວ, ການສົ່ງທີມຄູຝຶກມວຍສາກົນ ເພື່ອມາຝຶກແອບໃຫ້ແກ່ນັກກິລາລາວ ໃນການເຂົ້າຮ່ວມງານກິລາສຳຄັນຕ່າງໆ ແລະ ການຊ່ວຍເຫຼືອອື່ນໆ. ສອງຝ່າຍ ຢືນຢັນເຖິງຄວາມມຸ້ງໝັ້ນຈະສືບຕໍ່ຊອກຫາທຸກວິທີທາງທີ່ເປັນໄປໄດ້ ເພື່ອເສີມຂະຫຍາຍການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະດ້ານເສດຖະກິດ-ການຄ້າ ໄປສູ່ຄວາມສໍາເລັດອັນໃໝ່ຮ່ວມກັນ. ໃນຕອນທ້າຍ, ສະຫາຍນາຍົກ ລັດຖະມົນຕີ ພັນຄຳ ວິພາວັນ ໄດ້ອວຍພອນໃຫ້ ສະຫາຍ ນາຍົກລັດຖະມົນຕີ ມານູເອັນ ມາເຣໂຣ ກຣູຊ໌ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ກູບາ ຈົ່ງປະສົບຜົນສຳເລັດໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ກູບາ ຈົ່ງຫມັ້ນຍືນ, ສືບຕໍ່ເຂັ້ມແຂງ, ຂະຫຍາຍຕົວ ແລະ ມີປະສິດທິຜົນຍິ່ງຂຶ້ນ.

ພາຍຫຼັງສຳເລັດການພົບປະສອງຝ່າຍ, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແລະ ສະຫາຍ ນາຍົກລັດຖະມົນຕີ ມານູເອັນ ມາເຣໂຣ ກຣູຊ໌ ກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານບົດບັນທຶກຄວາມເຂົ້າໃຈ ຈຳນວນ 4 ສະບັບ ຄື:

1.) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາຊັ້ນສູງ ແຫ່ງ ສ.ກູບາ ວ່າດ້ວຍການຮ່ວມມືດ້ານການສຶກສາຊັ້ນສູງ ແລະ ຄົ້ນຄວ້າວິທະຍາສາດໃນໄລຍະປີ 2022-2027;

2.) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງກະສິກໍາ ແຫ່ງ ສ.ກູບາ ກ່ຽວກັບການຮ່ວມມືໃນຂົງເຂດກະສິກໍາ;

3.) ແຜນການຮ່ວມມືດ້ານການແພດ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ກະຊວງສາທາລະນະສຸກ ແຫ່ງ ສ.ກູບາ;

4.) ບົດບັນທຶກຄວາມເຂົ້າໃຈການຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລ ລາຮາວານ ໃນຂົງເຂດການສຶກສາ.

ການພົບປະສອງຝ່າຍຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ, ສະໜິດສະໜົມ, ສ້າງສັນ, ກົງໄປກົງມາ ແລະ ມີຄວາມເຂົ້າໃຈກັນຖານສະຫາຍອ້າຍນ້ອງທີ່ແທ້ຈິງ ຮ່ວມອຸດົມການສັງຄົມນິຍົມອັນດຽວກັນ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີມາຢ່າງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ.

ພາບ-ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

ນາຍົກລັດຖະມົນຕີ ແຫ່ງ ສ. ກູບາ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໃນຕອນບ່າຍຂອງວັນທີ 2 ຕຸລາ 2022, ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສ. ກູບາ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ສປປ ລາວ, ເຊິ່ງອອກຕ້ອນຮັບໂດຍ ສະຫາຍ ຮສ. ປອ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ພ້ອມດ້ວຍຄະນະ ຈະດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 2-4 ຕຸລາ 2022, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານອ້າຍນ້ອງ ທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງສອງຊາດ ລາວ-ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ.

ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່ງ ສາທາລະນະລັດ ກູ​ບາ ​ນັບ​ແຕ່​ປີ 2019​ ຈົນເຖິງປະຈຸບັນ, ໄດ້ຮັບເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກກອມມູນິດ ແຫ່ງ ສ.ກູບາ ໃນກອງປະຊຸມໃຫ່ຍຄັ້ງທີ 8 ຂອງພັກກອມມູນິດກູບາ ໃນປີ 2021, ສະມາຊິກສະພາ​ແຫ່ງ​ຊາດ​ອຳນາດ​ປະຊາຊົນ​ ນັບແຕ່​ປີ 2018 ເປັນຕົ້ນມາ ແລະ ໄດ້ເຂົ້າເປັນສະມາຊິກພັກກອມມູນິດກູບາ ນັບແຕ່ປີ 1993.

ອັບເດດສະພາບບໍລິຫານນ້ໍາໃນອ່າງເກັບນ້ໍາຂອງເຂື່ອນໄຟຟ້າ

ຄະນະວິຊາການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ສືບຕໍ່ປະສານງານກັບ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ຂໍອະນຸຍາດລາຍງານກ່ຽວກັບ ສະພາບບໍລິຫານນ້ໍາໃນອ່າງເກັບນ້ໍາຂອງເຂື່ອນໄຟຟ້າ ແລະ ຊົນລະປະທານ ໃນທົ່ວປະເທດ ປະຈໍາວັນທີ 01 ຕຸລາ 2022 ດັ່ງລາຍລະອຽດລຸ່ມນີ້:

1. ບັນດາເຂື່ອນໄຟຟ້າທີ່ບໍລິຫານນ້ໍາທີ່ຢູ່ໃນສະພາບປົກກະຕິ: ໂດຍລວມການບໍລິຫານນ້ໍາຂອງເຂື່ອນທີ່ມີອ່າງເກັບນ້ໍາຫຼາຍແຫ່ງຍັງຢູ່ໃນເກນປົກກະຕິ ແຕ່ກໍ່ມີບາງເຂື່ອນທີ່ເຝົ້າລະວັງ ເຊີ່ງອະທິບາຍໃນຂໍ້ 02. ສໍາລັບເຂື່ອນທີ່ເປັນຝ່າຍນໍ້າລົ້ນທີ່ອ່າງເກັບນ້ໍາຂະຫນາດ ນ້ອຍຫຼາຍແຫ່ງກໍ່ໄດ້ຢູ່ໃນສະພາບປົກກະຕິເຊັ່ນດຽວກັນ ແຕ່ກໍ່ມີບາງເຂື່ອນກໍ່ຍັງປ່ອຍນ້ໍາຜ່ານປະຕູນ້ໍາລົ້ນ ເຊັ່ນ: ເຂື່ອນໄຟຟ້າເຊເຊັດ 1, 2,3, ເຂື່ອນໄຟຟ້າເຊລະບໍາ, ເຂື່ອນໄຟຟ້ານ້ໍາອູ 1,3, ເຂື່ອນໄຟຟ້ານ້ໍາກົງ 2 ແລະ ເຂື່ອນໄຟຟ້ານໍ້າໄຊຍະບູລີ ເຊີ່ງການປ່ອຍນ້ໍາໄຫຼ ລົ້ນສັນເຂື່ອນດັ່ງກ່າວຖືເປັນເລື່ອງປົກກະຕິ ເນື່ອງຈາກເຂື່ອນປະເພດດັ່ງກ່າວອະນຸຍາດໃຫ້ນ້ໍາໄຫຼຜ່ານສັນເຂື່ອນໃນເວລາທີ່ນ້ໍາເຕັມອ່າງ ຫຼື ປະລິມານນ້ໍາຫນ້າ ແລະ ທ້າຍເຂື່ອນເກືອບເທົ່າກັນ ເຊິ່ງບໍ່ມີຜົນກະທົບ ເຊິ່ງອາດຈະເຮັດໃຫ້ປະລິມານນ້ໍາຢູ່ທ້າຍເຂື່ອນເພີ່ມຂຶ້ນເລັກນ້ອຍ;

2. ບັນດາເຂື່ອນໄຟຟ້າທີ່ມີການປ່ອຍນ້ໍາອອກຜ່ານປະຕູນ້ໍາລົ້ນ (ເຝົ້າລະວັງ)

  • ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ໄດ້ລະບາຍນ້ໍາຜ່ານປະຕູນໍ້າລົ້ນ (Spillway) ສະເລ່ຍ 12,75 ແມັດກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 18,61 ແມັດກ້ອນຕໍ່ວິນາທີ ລວມທັງຫມົດ 31,36 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ລະດັບນ້ໍາທ້າຍເຂື່ອນບໍ່ມີການປ່ຽນແປງ ຖືວ່າຢູ່ໃນເກນປົກກະຕິ ແລະ ບໍ່ມີຜົນກະທົບຕໍ່ປະຊາຊົນທີ່ອາໃສຢູ່ຕອນລຸ່ມຂອງເຂື່ອນ.
  • ເຂື່ອນໄຟຟ້ານໍ້າກົງ 1 ຍັງສືບຕໍ່ລະບາຍນໍ້າຜ່ານປະຕູນ້ໍາລົ້ນ (Spillway) ສະເລ່ຍ 580,00 ແມັດກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 7,87 ແມັດກ້ອນຕໍ່ວິນາທີ ລວມທັງຫມົດ 587,87 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ລະດັບນ້ໍາທ້າຍ ເຂື່ອນຫຼຸດລົງ 1,92 ແມັດ ເຊິ່ງປະລິມານນ້ໍາດັ່ງກ່າວໄຫຼໄປປ່ອງໃສ່ແມ່ນ້ໍາເຊກອງ ຖືວ່າຍັງຢູ່ເກນປົກກະຕິ ແລະ ບໍ່ມີຜົນກະທົບຕໍ່ປະຊາຊົນທີ່ອາໃສຢູ່ຕອນລຸ່ມຂອງເຂື່ອນໄຟຟ້າ.
  • ເຂື່ອນໄຟຟ້ານ້ໍາກົງ 3 ໄດ້ລະບາຍນ້ໍາຜ່ານປະຕູນ້ໍາລົ້ນ (Spillway) ສະເລ່ຍ 145,50 ແມັດກ້ອນຕໍ່ວິນາທີ ເຊີ່ງຈະໄຫຼ່ເຂົ້າສູ່ອ່າງເກັບນ້ໍາຂອງເຂື່ອນໄຟຟ້ານ້ໍາກົງ 2.
  • ເຂື່ອນໄຟຟ້າເຊລະນອງ 1 ຍັງສືບຕໍ່ລະບາຍນ້ໍາຜ່ານປະຕູນ້ໍາລົ້ນ (Spillway) ສະເລ່ຍ 129,01 ແມັດກ້ອນຕໍ່ວິນາທີ ແລະ ຜ່ານ ເຮືອນຈັກ (Power house) ສະເລ່ຍ 132,98 ແມັດກ້ອນຕໍ່ວິນາທີ ລວມທັງຫມົດ 261,99 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ລະດັບນ້ໍາທ້າຍເຂື່ອນ ຫຼຸດລົງ 1,87 ແມັດ ຖືວ່າຢູ່ໃນເກນປົກກະຕິ ແລະ ບໍ່ມີຜົນກະທົບຕໍ່ປະຊາຊົນທີ່ອາໃສຢູ່ຕອນລຸ່ມຂອງເຂື່ອນ.
  • ເຂື່ອນໄຟຟ້ານ້ໍາເທີນ 1 ໄດ້ລະບາຍນ້ໍາຜ່ານປະຕູນ້ໍາລົ້ນ (Spillway) ສະເລ່ຍ 19,25 ແມັດກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power housc) ສະເລ່ຍ 386,56 ແມັດກ້ອນຕໍ່ວິນາທີ ລວມທັງຫມົດ 405,81 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ລະດັບນ້ໍາທ້າຍ ເຂື່ອນຫຼຸດລົງ 0,30 ແມັດ ເມື່ອທຽບໃສ່ ລະດັບນ້ໍາຢູ່ສະຖານີບ້ານໂພນສິ ເມືອງປາກກະດິງ ເຫັນໄດ້ວ່າ ລະດັບນ້ໍາຫຼຸດລົງ 1,19 ແມັດ ຈາກລະດັບ 7,35 ໃນມື້ຜ່ານມາ ມາເປັນ 6,16 ແມັດ ໃນມື້ນີ້ ເຊິ່ງທຽບກັບລະດັບນ້ໍາເຕືອນໄພ 13,75 ແມັດ ແລະລະດັບນ້ໍາອັດຕະລາຍ 14,75 ແມັດ ຖືວ່າຢູ່ໃນເກນປົກກະຕິ ແລະ ບໍ່ມີຜົນກະທົບຕໍ່ປະຊາຊົນທີ່ອາໃສຢູ່ຕອນລຸ່ມຂອງເຂື່ອນ.

3. ບັນດາເຂື່ອນຊົນລະປະທານທີ່ບໍລິຫານນ້ໍາທີ່ຢູ່ໃນສະພາບປົກກະຕິ: ໂດຍລວມການບໍລິຫານນ້ໍາເຂື່ອນຊົນລະປະທານຍັງປົກກະຕິ ເຊີ່ງສາມາດຊ່ວຍເກັບນໍ້າຝົນ ແລະ ບາງປະເພດທີ່ເປັນຮູບແບບຝາຍ ສາມາດຄວບຄຸມໃຫ້ນ້ໍາໄຫຼຊ້າ ກ່ອນໄຫຼລົງໄປຕອນ ທ້າຍຂອງຝາຍ ເຊີ່ງບໍ່ມີຜົນກະທົບຕໍ່ປະຊາຊົນທີ່ອາໄສໃນເຂດຕອນລຸ່ມ.

ໝາຍເຫດ:

  • ເຂື່ອນໄຟຟ້າທີ່ເປັນອ່າງເກັບນ້ໍາ: ນ້ໍາງື່ມ 1, ນ້ໍາຄານ 2, ຫ້ວຍລໍາພັນໃຫຍ່, ນ້ໍາເລີກ, ນ້ໍາງື່ມ 2, ນ້ໍາງື່ມ 5, ນ້ໍາງື່ມ 1-2, ນ້ໍາຍ່ວງ, ນ້ໍາເທີນ 2, ຫ້ວຍເຫາະ, ນ້ໍາອູ 5, ນ້ໍາອູ 6, ນ້ໍາອູ 7, ນ້ໍາທາ 1, ນ້ໍາງຽບ 2, ນ້ໍາໃຜ່, ນ້ໍາກົງ 1, ນ້ໍາກົງ 3, ເຊປ່ຽນ-ເຊນ້ໍານ້ອຍ, ເຊກະໝານ 1, ເຊກະໝານ 3, ເຊລະນອງ 1, ນ້ໍາງຽບ 1, ນ້ໍາເທີນ1.
  • ເຂື່ອນໄຟຟ້າທີ່ເປັນຝາຍນ້ໍາລົ້ນ: ນ້ໍາຄານ 3, ນ້ໍາມັງ 3, ນ້ໍາຊານາ, ນ້ໍາຊອງ, ເຊເຊັດ 1, ເຊເຊັດ 2, ເຊເຊັດ 3, ເຊລະບໍາ, ນ້ໍາລີກ 1, ນ້ໍາເທີນ ຫີນບູນ, ນ້ໍາອຸ 1, ນ້ໍາອູ 2, ນ້ໍາອູ 3, ນ້ໍາອູ 4, ນ້ໍາງາ 2, ນ້ໍາງຽບ 2, ນ້ໍາງຽບ 2B, ນ້ໍາງຽບ 20, ນ້ໍາງຽບ 3A, ນ້ໍາມັງ 1, ນ້ໍາແບງ, ນ້ໍາຊັນ 3A, ນ້ໍາຊັ້ນ 3B, ນ້ໍາເປີນ 1, ນ້ໍາເປີນ 2, ນ້ໍາ ກົງ 2, ເຊນ້ໍານ້ອຍ 1, ໄຊຍະບູລີ, ນ້ໍາງຽບ 1, ນ້ໍາຈຽນ 1, ນ້ໍາຜາໃຫຍ່, ຫ້ວຍປໍ, ດອນສະໂຮງ, ເຊນ້ໍານ້ອຍ 6, ຕາດຈຽດ, ນ້ໍາໂຊ, ນ້ໍາກາບ, ຕາດ ສະເລີຍ, ເຊນ້ໍານ້ອຍ 2, ນ້ໍາກົງຕອນລຸ່ມ, ນ້ໍາເທ.

ຊ່ວຍເຫຼືອບັນເທົາທຸກໃຫ້ ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກ ລົມພະຍຸໂນຣູ

ອົງການກາແດງແຂວງອັດຕະປື ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກ ລົມພະຍຸໂນຣູ

ອົງການກາແດງແຂວງອັດຕະປື ໄດ້ລົງໄປມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ປະຊາຊົນ ເຂດຈະເລີນໄຊ ເມືອງຊານໄຊ, ທີ່ໄດ້ຮັບຜົນກະທົບຈາກເຫດການນໍ້າຖ້ວມ ຍ້ອນລົມພາຍຸ ໂນຣູ ພັດເຂົ້າໃນຄໍ່າຄືນຂອງວັນທີ 27 ກັນຍາ 2022 ,ສະເພາະຢູ່ເຂດຈະເລີນໄຊ ເມືອງຊານໄຊ ແຂວງອັດຕະປື ໄດ້ຮັບຄວາມເສຍຫາຍໜັກ ມີ 1 ບ້ານຄືບ້ານຈະເລີນໄຊ,ມີ 100 ຄອບຄົວ, 98 ຫຼັງຄາເຮືອນ, ພົນລະເມືອງ 497 ຄົນ, ຍິງ 228 ຄົນ, ເຄື່ອງຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນທີ່ອົງການກາແດງແຂວງ ນໍາໄປຊ່ວຍເຫຼືອຄັ້ງນີ້ ປະກອບມີ: ເຄື່ອງນຸ່ງຫົ່ມຈໍານວນ 1.000 ຜືນ, ແລະວັດຖຸຮັບໃຊ້ຊີວິດປະຈໍາວັນອື່ນໆ ,ລວມມູນຄ່າ 20 ລ້ານກວ່າກີບ.

ພິທີມອບ-ຮັບ ໄດ້ຈັດຂື້ນ ວັນທີ 28 ກັນຍາ 2022 ທີ່ຫ້ອງການເຂດຈະເລີນໄຊ, ກ່າວມອບໂດຍທ່ານນາງ ດາວວັງ ນາມເສນາ ຮອງຫົວໜ້າຫ້ອງການອົງການກາແດງແຂວງອັດຕະປື ແລະ ກ່າວຮັບໂດຍທ່ານ ພູເງິນ ຄະນະເຂດຈະເລີນໄຊ ພ້ອມດ້ວຍອຳນາດການປົກຄອງບ້ານຕະຫຼອດຮອດປະຊາຊົນ ພາຍໃນບ້ານເຂົ້າຮ່ວມ.

ທ່ານ ພູເງິນ ຄະນະເຂດຈະເລີນໄຊ ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ພັກ-ລັດ ກໍ່ຄືອົງການກາແດງແຂວງ ທີ່ມີຄວາມເປັນຫ່ວງເປັນໃຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ພ້ອມຈະນໍາເອົາເຄື່ອງຊ່ວຍເຫຼືອທີ່ໄດ້ຮັບຄັ້ງນີ້ ມອບຕໍ່ໃຫ້ພໍ່ແມ່ປະຊາຊົນຢູ່ເຂດຈະເລີນໄຊ ໃຫ້ໄດ້ຢ່າງທົ່ວເຖິງ .

ແຫຼ່ງຂ່າວ: Lao National Radio

ຖວທ ເຊກອງ ກຽມປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ກອງປະຊຸມດໍາເນີນຊີວິດການ ເມືອງ ຕິດພັນກັບການເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກ ເພື່ອເປັນບ່ອນອີງໃຫ້ແກ່ການປະເມີນສະມາຊິກພັກ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ການປະເມີນຄືນແຜນກໍານົດສ້າງພະນັກງານນໍາພາ-ຄຸ້ມຄອງປະຈໍາປີ 2022 ຂອງຄະນະພັກຮາກຖານພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ ຈັດຂຶ້ນໃນວັນທີ 30 ກັນຍາ 2022 ໂດຍການເປັນປະທານຂອງ ສະຫາຍ ບຸນທົງ ຖິ່ນດອນໂຂງ ປະທານກວດກາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ຖວທ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.ສະຫາຍ ບຸນທົງ ຖິ່ນດອນໂຂງ ໄດ້ໃຫ້ຮູ້ວ່າ:

ກອງປະຊຸມເຜີຍແຜ່ເຊື່ອມຊຶມຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນ ແນໃສ່ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບຕໍ່ມະຕິ, ຄໍາສັ່ງແນະນໍາ ແລະ ແຈ້ງການຕ່າງໆຂອງຄະນະພັກຂັ້ນເທິງໃນການປະເມີນສະມາຊິກພັກ, ປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ແລະ ການປະເມີນຄືນແຜນກໍານົດສ້າງພະນັກງານນໍາ-ຄຸ້ມຄອງ ຂອງພະແນກ ຖວທ ແຂວງປະຈໍາປີ 2022 ໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ.ເອກະສານທີ່ນໍາມາເຜີຍແຜ່ຄັ້ງນີ້, ປະກອບມີ:

ຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ;

ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດ ຄໍາສັ່ງຂອງກົມການເມືອງສູນກາງພັກ; ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ; ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການປັບປຸງການຈັດຕັ້ງຂອງບັນດາກະ ຊວງ-ອົງການ ແລະ ທ້ອງຖິ່ນ;

ຄໍາແນະນໍາວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄໍາສັ່ງຂອງຄະນະເລຂາທິການສູນກາງພັກ; ມະຕິຂອງຄະນະປະຈໍາພັກແຂວງ; ແຈ້ງການຂອງກະ ຊວງພາຍໃນ ແລະ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກ່ຽວກັບວຽກງານການກໍານົດແຜນສ້າງພະນັກງານນໍາພາ-ຄຸ້ມຄອງ ແລະ ການປັບປຸງກົງຈັກການຈັດຕັ້ງ.

ແຫຼ່ງຂ່າວ: ຂປລ

ອັດຕະປື ໄດ້ຮັບຜົນກະທົບໜັກຈາກພະຍຸໄຕ້ຝຸ່ນໂນຣູ

ຕາມການລາຍງານຈາກພະແນກ ແຮງງານ ແລະ ສະຫວັດີການສັງຄົມ(ຮສສ) ແຂວງອັດຕະປື ໃນນາມກອງ ເລຂາຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິ ບັດຂັ້ນແຂວງ ໄດ້ລາຍງານໃນຕອນແລງວັນທີ 29 ກັນຍາ 2022 ກ່ຽວກັບການປະເມີນຜົນກະທົບ ຈາກໄພພິບັດລົມພະຍຸ ຫົວທີ 16 ໂນຣູ ລະຫວ່າງວັນທີ 27-29 ກັນຍາ 2022 ນີ້ວ່າ:

ປັດຈຸບັນ, ແຂວງອັດຕະປື ແມ່ນໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວ, ເຮັດໃຫ້ເຮືອນຊານບ້ານຊ່ອງ, ໂຮງຮຽນ ໄດ້ຮັບຜົນເສຍຫາຍ, ສະພາບເສັ້ນທາງຖືກຕັດຂາດ ດິນເຊາະເຈື່ອນ, ເນື້ອທີ່ທຳການຜະລິດ-ສັດລ້ຽງເສຍຫາຍ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນພົບຄວາມຫຍຸ້ງຍາກລໍາບາກ, ໃນນັ້ນ ມີ 4 ເມືອງໄດ້ຮັບຜົນກະທົບໜັກ ຄື: ເມືອງສະໜາມໄຊ, ເມືອງພູວົງ, ສາມັກຄີໄຊ ແລະ ເມືອງຊານໄຊ. ຜ່ານການສັງລວມສະພາບຜົນກະທົບ ແລະ ຄວາມເສຍຫາຍ ເບື້ອງຕົ້ນມີຄື:

  • ເມືອງສະໜາມໄຊ: ໄດ້ຮັບຜົນກະທົບຕົວຈິງມີ 8 ຄຸ້ມ 2 ບ້ານຄື: ຄຸ້ມທ່າອວນ, ຄຸ້ມໂຄກກ່ອງ, ຄຸ້ມດອນມ່ວງ, ຄຸ້ມດອນບົກ ບ້ານຫີນລາດ, ຄຸ້ມດົງບາກໃໝ່ຫີນຄຳ, ບ້ານໜອງແຂ້, ຄຸ້ມທ່າແສງຈັນ, ຄຸ້ມສະໝອງ, ມີເນື້ອທີ່ນາຖືກກະທົບ 714 ເຮັກຕາ, ສັດລ້ຽງ: ປະເພດໄກ່ 700 ໂຕ, ງົວ 28 ໂຕ, ຄວາຍ 5 ໂຕ, ໝູ 20 ໂຕ, ແບ້ 4 ໂຕ; ເມືອງພູວົງ ໄດ້ຮັບຜົນກະທົບຕົວຈິງ 15 ບ້ານ, 4.300 ຄອບຄົວ, ເນື້ອທີ່ນາຖືກກະທົບ 1.200 ເຮັກຕາ ເນື້ອທີ່ສວນ 100 ເຮັກຕາ, ສັດລ້ຽງປະເພດສັດປີກ 24 ໂຕ, ໜອງປາ 15 ໜອງ, ເສັ້ນທາງຄົມມະນາຄົມເປ້ເພ 4 ເສັ້ນ, ທາງຫລວງ 1 ເສັ້ນ ແລະ ທາງຊອຍ 3 ເສັ້ນ;
  • ເມືອງສາມັກຄີໄຊ ໄດ້ຮັບຜົນກະທົບຕົວຈິງມີ 13 ບ້ານ, 831 ຄອບຄົວ ແລະ ມີຜົນເສຍຫາຍທາງດ້ານກະສິກໍາການຄົມມະນາຄົມ ແລະ ທາງດ້ານອື່ນໆ ໃນນັ້ນ, ມີເນື້ອທີ່ຖືກຜົນກະທົບທັງໝົດ 687,8 ເຮັກຕາ, ເນື້ອທີ່ເຂົ້ານາປີ 242,8 ເຮັກຕາ, ເນື້ອທີ່ພືດສະບຽງອາຫານ 19,9 ເຮັກຕາ, ເນື້ອທີ່ພືດເປັນສິນຄ້າ 96 ເຮັກຕາ, ໜອງປາເສຍຫາຍ 96 ໜອງ, ປາທີ່ເສຍຫາຍ 1.202.800 ໂຕ, ແບ້ 8 ໂຕ, ໝູ 3 ໂຕ, ສັດປີກ 703 ໂຕ, ຈັກສູບນໍ້າຄອງເໝືອງຊົນ ລະປະທານນາພອກ 1 ເຄື່ອງ, ເສັ້ນທາງຄົມມະນາຄົມ 10 ເສັ້ນ, ໄລຍະທາງ 34,8 ກິໂລແມັດ ແລະ ໂຮງຮຽນ 1 ແຫ່ງ, ຄາດຄະເນມູນຄ່າເສຍຫາຍທັງໝົດເກືອບ 13 ຕື້ກີບ;
  • ເມືອງຊານໄຊ ໄດ້ຮັບຜົນກະທົບຕົວຈິງມີ 24 ບ້ານ, 1.680 ຄອບຄົວ, ມີ 840 ຫລັງຄາເຮືອນ, ເນື້ອທີ່ນາຖືກກະທົບ 1.920 ເຮັກຕາ, ເນື້ອທີ່ສວນ 79 ເຮັກຕາ, ສັດປີກ 5.463 ໂຕ, ງົວ 52 ໂຕ, ຄວາຍ 24 ໂຕ, ໂຮງຮຽນ 7 ແຫ່ງ, ນໍ້າລິນ 5 ແຫ່ງ, ວິດຖ່າຍ 52 ບໍ່, ເສັ້ນທາງຄົມມະນາຄົມເປ່ເພ 9 ເສັ້ນ, ທາງຫລວງ 1 ເສັ້ນ, ທາງຊອຍ 8 ເສັ້ນ, ລວມມູນຄ່າເສຍຫາຍ 2,8 ຕື້ກວ່າກີບ.
  • ສຳລັບການຊ່ວຍເຫລືອເບື້ອງຕົ້ນ, ທາງແຂວງໄດ້ນຳເຄື່ອງຊ່ວຍເຫລືອບັນເທົ່າທຸກ ມີ: ເຂົ້າສານ 5.000 ກິໂລ (5 ໂຕນ), ນໍ້າດື່ມ 1.000 ແພັກ, ປ໋ອງປາ 100 ແກັດ, ໝີ່ໄວໆ 100 ແກັດໃຫຍ່, ສັງກະສີ 120 ແຜ່ນ, ຜ້າຫົ່ມ 120 ຜືນ ແລະ ເຄື່ອງໃຊ້ສອຍໃນຊີວິດປະຈໍາວັນອີກຈໍານວນໜຶ່ງ ລວມມູນຄ່າການຊ່ວຍເຫລືອທັງໝົດ 800 ລ້ານກວ່າກີບ.

ພ້ອມນີ້, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ຈັດກຳລັງ ປກຊ ລົງປະຈຳພາກສະໝາມປະສານສົມທົບກັບ ເມືອງທີ່ໄດ້ຮັບຜົນກະທົບ ນໍາໃຊເຮືອ ແລະ ກຳລັງ ປກຊ ເພື່ອຍົກຍ້າຍຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະ ໄດ້ຊ່ວຍເຫລືອນັກຮຽນ-ຄູອາຈານ ທີ່ຕິດຢູ່ໂຮງຮຽນ ມຕ ຈະເລີນໄຊ, ປັດຈຸບັນໄດ້ຮັບການຊ່ວຍເຫລືອ ແລະ ປອດໄພດີ.

ແຫຼ່ງຂ່າວ: ຂປລ

ລັດຖະບານອົສຕຣາລີ ຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ-19

ລັດຖະບານອົສຕຣາລີ ຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ-19 ເມື່ອວັນທີ 28 ກັນຍາ ຜ່ານມາ ຄະນະຜູ້ແທນຈາກ ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ສະຖານທູດອົສຕຣາລີ ປະຈຳ ສປປ ລາວ ແລະ ອົງການອຸຍນີເຊັບ ປະຈຳ ສປປ ລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມສຶກສາທີ່ ນະຄອນຫຼວງວຽງຈັນ ທີ່ໄດ້ກຳນົດນຳໃຊ້ເປັນຈຸດສັກວັກຊິນ ກັນພະຍາດໂຄວິດ-19 ສຳລັບເດັກນ້ອຍໂດຍນຳໃຊ້ວັກຊິນສະເພາະເດັກເປັນຄັ້ງທໍາອິດ ຊຶ່ງໄດ້ຮັບການສະໜັບສະໜູນຊ່ວຍເຫຼືອປະເທດ ອົສຕຣາລີ.

ການປະກອບຊ່ວຍເຫຼືອໃນຄັ້ງນີ້ ປະກອບມີວັກຊິນ ໄຟເຊີ ເພື່ອສ້າງພູມຄຸ້ມກັນພະຍາດ ໂຄວິດ-19 ສຳລັບເດັກ ໄດ້ທັງໝົດຈຳນວນເກືອບ 500.000 ໂດສ ຊຶ່ງມີບຸລິມະສິດໃນການສັກໃຫ້ແກ່ກຸ່ມເດັກນ້ອຍອາຍຸ 5-11 ປີ ຢູ່ ສປປ ລາວ.

ວັກຊິນຈຳນວນດັ່ງກ່າວແມ່ນໄດ້ສະໜອງໃຫ້ ສປປ ລາວ ເພີ່ມຕື່ມພາຍຫຼັງຈາກການຊ່ວຍເຫຼືອວັກຊິນ ໄຟເຊີ ແລະ ແອັສຕຣາ-ເຊນິກາ ຈຳນວນຫຼາຍກວ່າໜຶ່ງລ້ານໂດສ ໂດຍລັດຖະບານອົສຕຣາລີ ໃນຕົ້ນປີທີ່ຜ່ານມາ. ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈມາຍັງລັດຖະບານອົສຕຣາລີ ສຳລັບການປະກອບສ່ວນອັນລໍ້າຄ່ານີ້ ຕໍ່ຂະບວນການສັກວັກຊິນກັນພະຍາດ ໂຄວິດ-19 ໃນ ສປປ ລາວ. ກ່ຽວກັບຄວາມປອດໄພ ແລະ ປະສິດທິຜົນຂອງບັນດາວັກຊິນກັນພະຍາດ ໂຄວິດ-19 ທັງໝົດທີ່ນຳໃຊ້ຢູ່ໃນ ສປປ ລາວ ໃນປັດຈຸບັນ ຊຶ່ງໄດ້ຮັບການຮັບຮອງຈາກກະຊວງສາທາລະນະສຸກ ຂອງ ສປປ ລາວ.ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ:

ລັດຖະບານແຫ່ງ ສປປ ລາວ ກໍໄດ້ມີການເພີ່ມທະວີຄວາມເອົາໃຈໃສ່ປຸກລະດົມຂະບວນການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ເດັກນ້ອຍ, ໂດຍສະເພາະເດັກນັກຮຽນ ເພື່ອສ້າງພູມຄຸ້ມກັນເພີ່ມຕື່ມຈາກພະຍາດດັ່ງກ່າວເເກ່ ນັກຮຽນ, ພົນລະເມືອງລາວ ແລະ ຜູ້ດຳລົງຊີວິດຢູ່ ສປປ ລາວ ທຸກຄົນ. ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ກໍໄດ້ກ່າວວ່າ: ສາຍພົວພັນຮ່ວມມື ລະຫວ່າງ ອົສຕຣາລີ ເເລະ ສປປ ລາວ ໃນໄລຍະການລະບາດຂອງພະຍາດ ໂຄວິດ-19.

ອົສຕຣາລີ ມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອເເກ່ ສປປ ລາວ ເພື່ອຮັບມືກັບສິ່ງທ້າທາຍທີ່ເກີດຂຶ້ນຈາກການລະບາດຂອງພະຍາດ ໂຄວິດ-19. ໃນປີນີ້, ອົສຕຣາລີ ແລະ ສປປ ລາວ ກໍໄດ້ສະເຫຼີມສະຫຼອງຄົບຮອບ 70 ປີ ຂອງການພົວພັນດ້ານການທູດ ລາວ-ອົສຕຣາລີ ແລະ ໄດ້ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ການພັດທະນາຂອງ ສປປ ລາວ.

ໃນລະຫວ່າງປີ 2020 ຫາ 2023, ອົສຕຣາລີ ໄດ້ລະດົມທຶນຊ່ວຍເຫຼືອກວ່າ 22 ລ້ານໂດລາອົສຕຣາລີ ເພື່ອສະໜັບສະໜູນລັດຖະບານເເຫ່ງ ສປປ ລາວ ໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19 ເເລະ ການສະໜອງການເຂົ້າເຖິງວັກຊິນທີ່ປອດໄພ ແລະ ມີປະສິດທິຜົນ ໃຫ້ກັບປະຊາຊົນລາວ. ນອກຈາກນັ້ນ, ອົສຕຣາລີຍັງໃຫ້ການຊ່ວຍເຫຼືອດ້ານເຕັກນິກເພື່ອສະໜັບສະໜູນການຈັດສົ່ງວັກຊິນໂດຍຜ່ານອົງການອຸຍນີເຊັບ, ອົງການອະນາໄມໂລກ ແລະ ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ (NGO), ພ້ອມຍັງໄດ້ໃຫ້ຄຳແນະນຳດ້ານສຸຂະພາບຈາກຜູ້ຊ່ຽວຊານຈາກສະຖາບັນຕ່າງໆຂອງປະເທດອົສຕຣາລີ ເພື່ອເສີມສ້າງຄວາມເຂັ້ມແຂງຂອງຂະບວນການສັກວັກຊິນຂອງ ສປປ ລາວ.

(ຂ່າວ-ພາບ: ອຸຍນີເຊັບ) Visit the COVID-19 Information Center for vaccine resources.Get Vaccine Info

ເຊົ່າດິນຂອງລັດ ດໍາເນີນໂຄງການລາດຊະວົງ ພລາຊາ

ໃນວັນທີ 28 ກັນຍາ 2022 ທີ່ກະຊວງການເງິນ ໄດ້ຈັດພິທີເຊັນສັນຍາເຊົ່າທີ່ດິນຂອງລັດ ເພື່ອດໍາເນີນໂຄງການ ລາດຊະວົງ ພລາຊາ  ລະຫວ່າງ ກົມຄຸ້ມຄອງຊັບສິນແຫ່ງລັດ (ຕາງໜ້າກະຊວງການເງິນ) ແລະ ບໍລິສັດ ລາດຊະວົງ ພັດທະນາ ຈໍາກັດ.

ໂດຍການລົງນາມຂອງທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທ່ານ ເຊີນ ປິງ ປະທານ ບໍລິສັດ ລາດຊະວົງ ພັດທະນາ ຈໍາກັດ ແລະ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີຫົວໜ້າພະແນກ-ຮອງຫົວໜ້າພະແນກ ຕາງໜ້າພະແນກອ້ອມຂ້າງກົມ ພ້ອມດ້ວຍວິຊາການ ແລະ ຄະນະຈາກ ບໍລິສັດ ລາດຊະວົງ ພັດທະນາ ຈໍາກັດ ເຂົ້າຮ່ວມ.

ເພື່ອປະຕິບັດຕາມແຈ້ງການຂອງຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 104/ຫສນຍ, ລົງວັນທີ 25 ກໍລະກົດ 2022 ແລະ ຂໍ້ຕົກລົງ ຂອງກະຊວງການເງິນ ສະບັບເລກທີ 2754/ກງ, ລົງວັນທີ 13 ກັນຍາ 2022 ວ່າດ້ວຍການອະນຸຍາດໃຫ້ເຊົ່າທີ່ດິນຂອງລັດ ແກ່ບໍລິສັດ ລາດຊະວົງ ພັດທະນາ ຈຳກັດ ເພື່ອພັດທະນາໂຄງການລາດຊະວົງ ພລາຊາ ທີ່ຕັ້ງຢູ່ບ້ານຈອມມະນີ, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ ໃນເນື້ອທີ່ທັງໝົດຈຳນວນ 23,494 ຕາແມັດ, ເຊິ່ງມີອາຍຸ ສັນຍາເຊົ່າທີ່ດິນ 50 ປີ, ສໍາລັບອັດຕາຄ່າເຊົ່າ ແມ່ນກຳນົດຕາມລັດຖະບັນຍັດຂອງປະທານປະເທດ ເລກທີ 02/ປປທ, ລົງວັນທີ 18 ພະຈິກ 2009 ວ່າດ້ວຍອັດຕາຄ່າເຊົ່າ ແລະ ສຳປະທານທີ່ດິນຂອງລັດ ມາດຕາ 8 ເພື່ອກໍ່ສ້າງກິດຈະການ ການບໍລິການ ແລະ ທີ່ຢູ່ອາໄສ, ໂດຍເລີ່ມເກັບຄ່າເຊົ່າແຕ່ນັບປີ 2022 ແລະ ທຸກໆ 5 ປີໃດໃຫ້ເພີ່ມຂຶ້ນ 5% (ຫ້າສ່ວນຮ້ອຍ) ຂອງອັດຕາຄ່າເຊົ່າທີ່ດິນ.

ຊ່ວງເຮືອທ່າວັດຈັນ ປີນີ້ ມີເຮືອແຈ້ງເຂົ້າຮ່ວມຊີງໄຊແລ້ວເຖິງ 40 ລຳ

ການແຂ່ງຂັນຊ່ວງເຮືອ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈະເປີດສາກຂຶ້ນໃນວັນທີ 10 ຕຸລານີ້ ຊຶ່ງມີການຊິງໄຊພຽງແຕ່ 3 ລາຍການ ແຕ່ປີນີ້ບໍ່ມີເຮືອສູດ ຂະນະທີ່ປັດຈຸບັນມີບັນດາພາກສ່ວນແຈ້ງເຈດຈຳນົງເຂົ້າຮ່ວມແຂ່ງຂັນເຖິງ 40 ລຳແລ້ວ, ໃນນີ້ເຮືອກິລາ ມີ 20 ລຳ ແລະ ເຮືອປະເພນີຍິງ-ຊາຍ ມີ 20 ລຳ.

ພາບປະກອບ

ພິທີຖະແຫຼງຂ່າວຜ່ານສື່ມວນຊົນ ກ່ຽວກັບການກຽມຄວາມພ້ອມຈັດການແຂ່ງຂັນຊ່ວງເຮືອ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໂດຍທ່ານ ພຸດທະພອນ ໂຄດປັນຍາ ຮອງເຈົ້າເມືອງຈັນທະບູລີ, ຮອງປະທານຈັດງານ, ຄະນະຮັບຜິດຊອບຈັດສະຖານທີ່ງານດັ່ງກ່າວ ໃຫ້ຮູ້ວ່າ:

ເພື່ອເປັນການຮັກສາ ແລະ ເສີມຂະຫຍາຍງານບຸນປະເພນີທີ່ເຄີຍສືບທອດກັນມາແຕ່ບູຮານນະການໃຫ້ດຳລົງຄົງຢູ່ນຳຊາວລາວຕະຫຼອດໄປ ແນໃສ່ສົ່ງເສີມການໂຄສະນາ, ວາງສະແດງ ແລະ ຈຳໜ່າຍສິນຄ້າ ເພື່ອເຮັດໃຫ້ຜະລິດຕະພັນພາຍໃນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ໄດ້ມີໂອກາດເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງສິນຄ້າດັ່ງກ່າວ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າທີ່ໄດ້ມາທ່ຽວງານບຸນໄດ້ຊື້, ຂາຍ, ແລກປ່ຽນຜະລິດຕະພັນພາຍໃນ ແລະ ທັງເປັນການສົ່ງເສີມການທ່ອງທ່ຽວພາຍໃນ ລາວທ່ຽວລາວ ໃຫ້ກວ້າງຂວາງ ແລະ ເປັນຂະບວນການຟົດຟື້ນ.

ສະນັ້ນ, ປີນີ້ ເມືອງຈັນທະບູລີ ໃນນາມເປັນເຈົ້າການ ຈັດງານດັ່ງກ່າວ ຈະໄດ້ຈັດສັນສະຖານທີ່ໃຫ້ແທດເໝາະ ແລະ ອຳນວຍຄວາມສະດວກໃຫ້ແກ່ຊາວຄ້າຂາຍຢ່າງທົ່ວເຖິງ ຄາດວ່າຈະມີບັນດາຫົວໜ່ວຍທຸລະກິດທີ່ເກັບຝາກປີ້ລົດໃຫຍ່, ລົດຈັກ, ລົດຖີບ, ບັນດາຫ້າງຮ້ານທີ່ມາວາງສະແດງສິນຄ້າ, ຂາຍສິນຄ້າ ແລະ ຂາຍເຂົ້າຫຼາມປີ້ງໄກ່ຫຼາຍກວ່າ 600 ຫົວໜ່ວຍ.

ສຳລັບສະຖານທີ່ຈັດຂາຍສິນຄ້າ ແມ່ນກຳນົດຂອບເຂດສວນເຈົ້າອານຸວົງ, ເສັ້ນທາງເຈົ້າຟ້າງຸ່ມ ທັງສອງຟາກ ນັບແຕ່ໂຮງແຮມລ້ານຊ້າງ ຂຶ້ນມາຫາສາມແຍກປາກປ່າສັກ ແລະ ເສັ້ນທາງດ້ານໜ້າ ແລະ ດ້ານຫຼັງວິທະຍາໄລເຕັກນິກປາກປ່າສັກ ໂດຍຈະຈົ່ງທາງເຂົ້າ-ອອກ ໃຫ້ມວນຊົນ ແລະ ລົດການນຳເຂົ້າມາໄດ້ຢ່າງສະດວກ ສ່ວນຈຸດປ່ອຍເຮືອແມ່ນກຳນົດເຂດບ້ານສີຖານເໜືອ ເມືອງສີໂຄດຕະບອງ ໄປຫາ ຜາມໄຊ ໜ້າວັດຈັນ ເມືອງຈັນທະບູລີ. ແນວໃດກໍຕາມ, ຫາກວ່າພົບເຫັນກໍລະນີ ບັນດາຫົວໜ່ວຍທຸລະກິດມີການລະເມີດ ໂດຍສະເພາະຈຸດເກັບປີ້ຝາກລົດ ເກັບຄ່າບໍລິການເກີນລາຄາ ເປັນຕົ້ນ ລາຄາທີ່ກຳນົດໄວ້ ລົດຖີບ ລາຄາ 5.000 ກີບ, ລົດຈັກ 10.000 ກີບ ແລະ ລົດໃຫຍ່ 20.000 ກີບ ແມ່ນຈະປະຕິບັດກົດລະບຽບຢ່າງເຂັ້ມງວດ.

ຂະນະທີ່ ທ່ານ ບຸນເຖິງ ສຸວັນນະສີ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ທັງເປັນຮອງປະທານຈັດງານ ຄະນະຮັບຜິດຊອບຈັດການແຂ່ງຂັນ ເມື່ອອາທິດຜ່ານມາ ພວກເຮົາໄດ້ມີການລົງຕິດຕາມ ແລະ ກວດກາແລວນໍ້າທີ່ຈະຈັດການແຂ່ງຂັນ ກໍສາມາດປະເມີນລວງເລິກຂອງນໍ້າຢູ່ປະມານ 3-4 ແມັດ ຊຶ່ງໃນວັນທີ 3 ຕຸລານີ້ ທີ່ຫ້ອງວ່າການປົກຄອງເມືອງຈັນທະບູລີ ຈະມີການຈັບສະຫຼາກແບ່ງສາຍຢ່າງເປັນທາງການ ສ່ວນມື້ແຂ່ງຂັນແມ່ນກຳນົດວັນທີ 10 ຕຸລາ 2022 ຈະແຂ່ງຂັນເຮືອນກິລາ ປີນີ້ມີຈຳນວນ 20 ລຳເຂົ້າຮ່ວມ ແລະ ວັນທີ 11 ຕຸລາ 2022 ຈະແຂ່ງຂັນເຮືອປະເພນີ ມີຈຳນວນ 20 ລຳ, ຍິງ 7 ລຳເຂົ້າຮ່ວມ.

ແນວໃດກໍຕາມ, ພວກເຮົາຈະເນັ້ນຈັດໃຫ້ເປັນລັກສະນະປະເພນີ ສະນັ້ນ ປີນີ້ຈະບໍ່ມີເຮືອສູດບັນຈຸແຂ່ງຂັນ. ສ່ວນປະເພດຂັນລາງວັນ ແລະ ເງິນສົດ ປະເພດເຮືອກິລາ 12 ສີພາຍ ລາງວັນທີ 1 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ 10.000.000 ກີບ, ລາງວັນທີ 2 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ: 8.000.000 ກີບ, ລາງວັນທີ 3 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ 6.000.000 ກີບ ແລະ ລາງວັນທີ 4 ບໍ່ມີຂັນ ມີເງິນສົດ 4.000.000 ກີບ; ປະເພດເຮືອປະເພນີຍິງ ແລະ ເຮືອປະເພນີຊາຍ 55 ສີພາຍ ໄດ້ຮັບເທົ່າກັນ ລາງວັນທີ 1 ຂັນເງິນນ້ຳໜັກ 1 ກິໂລກຣາມ ມູນຄ່າ 19.700.000 ກີບ ພ້ອມເງິນສົດ 20.000.000 ກີບ, ລາງວັນທີ 2 ຂັນເງິນນ້ຳໜັກ 0,75 ກຣາມ ມູນຄ່າ 15.250.000 ກີບ ພ້ອມເງິນສົດ 15.000.000 ກີບ, ລາງວັນທີ 3 ຂັນເງິນນ້ຳໜັກ 0,5 ກຣາມ ມູນຄ່າ 12.000.000 ກີບ ພ້ອມເງິນສົດ 10.000.000 ກີບ ແລະ ລາງວັນທີ 4 ບໍ່ມີຂັນ ມີແຕ່ເງິນສົດ 6.000.000 ກີບ.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ