Home Blog Page 25

ຜົນກອງປະຊຸມລັດຖະບານສະໄໝວິສາມັນ ປະຈໍາເດືອນ ກັນຍາ 2022

0

ກອງປະຊຸມລັດຖະບານ ສະໄໝວິສາມັນ ຈັດຂຶ້ນໃນວັນທີ 6-7 ກັນຍາ 2022 ຢູ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ. ທັງນີ້ ກໍເພື່ອສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກ ໂດຍສະເພາະມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ເປັນກົດໝາຍ ແນໃສ່ເພີ່ມທະວີເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ທັງເປັນການສືບຕໍ່ຄົ້ນຄວ້າກົດໝາຍໃໝ່ຈໍານວນໜຶ່ງ ທີ່ມີຄວາມຈໍາເປັນຮີບດ່ວນ ໄປຄຽງຄູ່ກັບການປະເມີນ ແລະ ປັບປຸງກົດໝາຍທີ່ປະກາດໃຊ້ແລ້ວ ໃຫ້ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ພ້ອມທັງເປັນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ໄລຍະປີ 2021-2025 ທີ່ສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຮອງ.

ກອງປະຊຸມລັດຖະບານ ສະໄໝວິສາມັນຄັ້ງນີ້, ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະ ກອບຄໍາຄິດຄໍາເຫັນ ແລະ ພິຈາລະນາແຜນການສ້າງ ແລະ ປັບປຸງກົດໝາຍ ໄລຍະປີ 2023-2025, ຮ່າງກົດໝາຍໃໝ່ ແລະ ຮ່າງກົດໝາຍສະບັບປັບປຸງຈໍານວນໜຶ່ງ ຄື: ກອງປະຊຸມໄດ້ເຫັນດີຮັບຮອງທາງດ້ານຫລັກການ ເອົາແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ຂອງລັດຖະບານ.

ກອງປະຊຸມ ໄດ້ມອບໃຫ້ກະຊວງຍຸຕິທຳ ເປັນເຈົ້າການສົມທົບກັບກະຊວງກ່ຽວຂ້ອງປັບປຸງ ແລະ ຮຽບຮຽງ ໃຫ້ສຳເລັດສົມບູນ ໂດຍຈັດລຽງບູລິມະສິດ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອນຳສະເໜີສະພາແຫ່ງຊາດພິຈາລະນາຮັບຮອງໃຫ້ທັນເວລາ; ກອງປະຊຸມ ໄດ້ພິຈາລະນາ ຮ່າງກົດໝາຍຈໍານວນ10 ສະບັບ ຄື: ຮ່າງກົດໝາຍ ວ່າດ້ວຍການທາງນໍ້າ(ສ້າງໃໝ່), ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ(ສ້າງໃໝ່), ຮ່າງກົດໝາຍວ່າດ້ວຍພິພິທະພັນ(ສ້າງໃໝ່), ຮ່າງກົດໝາຍ ວ່າ ດ້ວຍທະນາຍຄວາມ(ປັບປຸງ), ຮ່າງກົດໝາຍ ວ່າດ້ວຍທະບຽນສານ(ປັບປຸງ), ຮ່າງກົດໝາຍ ວ່າດ້ວຍວິສາຫະກິດ(ປັບປຸງ), ຮ່າງກົດໝາຍ ວ່າດ້ວຍອົງການໄອຍະການທະຫານ(ປັບປຸງ), ຮ່າງກົດໝາຍ ວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ(ປັບປຸງ), ຮ່າງກົດໝາຍ ວ່າດ້ວຍທຸລະກຳທາງເອເລັກໂຕຣນິກ(ປັບປຸງ) ແລະ ຮ່າງກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່(ປັບປຸງ) ເຊິ່ງກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ແລະ ຊີ້ນໍາໃຫ້ກະຊວງທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະບານ, ໂດຍມີການປະສານສົມທົບກັບ ກະຊວງຍຸຕິທໍາ ແລະ ຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ ເພື່ອເຮັດໃຫ້ເນື້ອໃນຂໍ້ກຳນົດຕ່າງໆ ເລິກເຊິ່ງ, ຄົບຖ້ວນ, ຊັດເຈນ, ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບການຕົວຈິງ ໂດຍສະເພາະຮ່າງກົດໝາຍທີ່ສ້າງໃໝ່ນັ້ນ ຕ້ອງເອົາໃຈໃສ່ປັບປຸງຊື່ຂອງກົດໝາຍ, ຄໍາສັບ, ສໍານວນຕ່າງໆ ທີ່ໄດ້ກຳນົດໄວ້ໃນບາງ ໝວດ, ບາງມາດຕາ ໃຫ້ຖືກຕ້ອງຕາມຫລັກພາສາລາວ ເພື່ອເຂົ້າໃຈງ່າຍ ກ່ອນຈະນໍາສະ ເໜີຕໍ່ສະພາແຫ່ງຊາດ ພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້.

ການນໍາເອົາຮ່າງກົດໝາຍ ມາພິຈາລະນາຢູ່ໃນກອງປະຊຸມວິສາມັນຂອງລັດຖະບານ ໃນຄັ້ງນີ້ ສະແດງໃຫ້ເຫັນ ເຖິງການເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ຂອງລັດຖະບານ ແນໃສ່ສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິ ປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ.ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ສືບຕໍ່ປະຕິບັດຕາມແຜນວຽກຈຸດສຸມຂອງລັດຖະບານ ທີ່ໄດ້ກຳນົດໃນມະຕິກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ສິງຫາ 2022 ທີ່ຜ່ານມາ.

ໃນໂອກາດນີ້, ລັດຖະບານ ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານຕໍາຫລວດ, ນັກ ຮຽນ, ນັກສຶກສາ, ກໍາມະກອນ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ຊັ້ນຄົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງຍົກສູງນໍ້າໃຈເປັນເຈົ້າປະເທດຊາດ, ຕັ້ງໜ້າປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ໃນທົ່ວວົງສາຄະນະຍາດແຫ່ງຊາດ, ຕັ້ງໜ້າປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກເຮົາ.

ຂ່າວ: ກົມປະຊາສໍາພັນ ຫສນຍ

ລົງກວດກາຄວາມເປັນລະບຽບຮຽບຮ້ອຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

0

ຄະນະທີມງານຂັ້ນສູນກາງ, ຂັ້ນແຂວງ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ລົງກວດກາຄວາມເປັນລະບຽບຮຽບຮ້ອຍຂອງຜູ້ປະກອບການ ແລະ ຜູ້ອອກແຮງງານພາຍໃນເຂດເພື່ອເຮັດໃຫ້ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ກາຍເປັນເມືອງທີ່ເໝາະສົມແກ່ການດຳເນີນທຸລະກິດ, ທີ່ຢູ່ອາໄສ ແລະ ທ່ອງທ່ຽວ. ໃນຄ່ຳຄືນຂອງວັນທີ 6 ກັນຍາ 2022 ກະຊວງປ້ອງກັນຄວາມສະຫງົບ, ປກສ ແຂວງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ, ປກສ-ປກຊ ປະຈຳເຂດ ແລະ ສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ລົງກວດກາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໂດຍມີຈຸດປະສົງເພື່ອສະກັດ​ກັ້ນ​ການ​ກະທຳທີ່​ຜິດ​ຕໍ່ລະບຽບກົດໝາຍເຊັ່ນ:

ການ​ລັກລອບ​ຄ້າສິ່ງ​ເສບ​ຕິດ, ການນຳ​ໃຊ້ແຮງ​ງານ​ຜິດ​ກົດໝາຍ, ການ​ຄ້າ​ມະນຸດ ແລະ ການ​ສໍ້​ໂກງ​ທາງ​ອິນ​ເຕີ​ເນັດ. ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ປະກອບການ ແລະ ຜູ້ອອກແຮງງານໃຫ້ຖືກຕ້ອງຕາມກົດໝາຍ.

ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫຼ່ຽມ​ຄຳ​ ແມ່ນຍຶດ​ໝັ້ນ​​ການທ່ອງ​ທ່ຽວ​ເປັນ​ທິດ​ທາງໃນການພັດທະນາ, ສູ້ຊົນໃຫ້ສະພາບແວດລ້ອມພາຍໃນ ແລະ ອ້ອມແອ້ມເຂດໃຫ້ມີຄວາມສະຫງົບ ແລະ ປອດໄພ ເພື່ອການພັດທະນາທີຍືນຍົງ. ໃນການລົງກວດກາຄັ້ງນີ້ກໍ່ແມ່ນການປະຕິບັດຄຳສັ່ງຂອງຂັ້ນເທິງ ໃນການປັບປຸງ​ການ​ຄຸ້ມ​ຄອງ​ ແລະ ຍົກລະດັບຄວາມສະຫງົບປອດໄພພາຍໃນເຂດ. ໃຫ້ນັກລົງທຶນມີຄວາມຄວາມໝັ້ນໃຈ, ຜູ້ອອກແຮງງານເຮັດວຽກດ້ວຍຄວາມສະບາຍໃຈ ແລະ ນັກທ່ອງທ່ຽວສາມາດທ່ອງທ່ຽວຢ່າງມີຄວາມສຸກ.

ແຫຼ່ງຂໍ້ມູນ: ຫ້ອງການໂຄສະນາເຜີ່ຍແຜ່ຂໍ້ມູນຂ່າວສານ ສະພາບໍລິຫານເຂດເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, Media Laos

ຊົມເຊີຍ! ນັກອອກແບບຈາກລາວໄດ້ຮັບລາງວັນຊະນະເລີດ

0

ປະກາດຢ່າງເປັນທາງການ ຈາກ Singha Corporation

ທ້າວ ອານຸສອນ ສຸວັນນາໂຊດ ( Anousone Souvannaxoth ) ນັກອອກແບບໜຸ່ມຈາກລາວເຮົາ ໄດ້ຮັບລາງວັນຊະນະເລີດ ຈາກການແຂງຂັນອອກແບບໂລໂກ້ໃຫ້ກັບ ບໍລິສັດບຸນລອດ ບຣີເວີລີ ປະເທດໄທ. ຜົນງານອອກແບບໂລໂກ້ຂອງ ອະນຸສອນ ຖືກຄັດເລືອກຈາກ 2000 ກວ່າໂລໂກ້ ທີ່ສົ່ງເຂົ້າປະກວດ. ເຊິ່ງລາງວັນຊະນະເລີດອັນດັບທີ 1 ແມ່ນໄດ້ຮັບເງິນລາງວັນຈຳນວນ 1.000.000 ບາດໄທ.

ອານຸສອນ ກໍໄດ້ໂພສທາງເຟສບຸກເຖິງຄວາມພູມໃຈ ໃນຄັ້ງນີ້ວ່າ: ຂໍຂອບໃຈ ບໍລິສັດ ບຸນລອດ ບີເວີລີ ຈຳກັດ. ທີ່ໃຫ້ໂອກາດ ເລືອກໃຊ້ໂລໂກ້ຈາກການອອກແບບຂອງຂ້າພະເຈົ້າໃນການສະເຫລີມສະຫລອງ 90ປີ 2023 ທີ່ຈະມາເຖິງນີ້ຂໍຂອບໃຈໂລໂກ້ຫລັກ ໂລໂກ້ສິງ ທີ່ເປັນແຮງບັນດານໃຈໃນການອອກແບບ, ຂອບໃຈ ທຸກທ່ານທີ່ເປັນກຳລັງໃຈໃຫ້ເປັນແຮງພັກດັນຈົນປະສົບຜົນສຳເຫລັດ ຂອບໃຈທີມການຕະຫລາດບໍລິສັດບຸດລອດ ເອເຈັນຊີຜູ້ຈັດງານ ຄະນະກຳມະການ ຜູ້ຕັດສິນ ໃນການຊ່ວຍເຫລືອ ຕ້ອນຮັບຢ່າງອົບອຸ່ນ ຈົນໄດ້ຮັບລ້າງວັນໃນຄັ້ງນີ້ ເຊິ່ງເປັນປະສົບການທີ່ຍິ່ງໃຫຍ່ທີ່ສຸດ ໃນຊີິວິດຈະບໍ່ມີວັນລືມສຸດທ້າຍນີ້ຂະພະເຈົ້າຂໍອວຍພອນໄຊອັນປະເສີດໃຫ້ແກ່ບໍລິສັດບຸນລອດ ບີເວີລີ ຈຳກັດ. ຄະນະຜູ້ບໍລິຫານພ້ອມດ້ວຍພະນັກງານ ຈົ່ງມີຄວາມຜາສຸກ ປະສົບຜົນສຳເຫລັດ ໃນວຽກງານທຸກດ້ານ ຂໍໃຫ້ບຸນລອດມີຜະລິດຕະພັນ,ການບໍລິການ,ໂຄງການ ແລະ ອື່ນອື່ນພາຍໃນເຄືອບຸນລອດ ເປັນທີ່ຄອງໃຈຜູ້ບໍລິໂພກທັງພາຍໃນປະເທດ ແລະ ຕ່າງປະເທດ ຢູ່ຄຽງຄູ່ກັບສັງຄົມຕະຫລອດໄປ.

ຂໍ້ມູນຈາກ: Anousone Souvannaxoth, Singha Corporation

ໄລຍະ 1 ມີກຳລັງການຜະລິດ 1 ລ້ານໂຕນຕໍ່ປີ

0

ໂຮງກັ່ນນ້ຳມັນບໍລິສັດເປໂຕຼລາວໄລຍະ 1 ມີກຳລັງການຜະລິດ 1 ລ້ານໂຕນຕໍ່ປີ.

ໂຮງກັ່ນນໍ້າມັນເຊື້ອໄຟ ແລະ ເຄມີພັນຂອງບໍລິສັດ ເປໂຕຼລາວ ຈໍາກັດໃນໄລຍະ 1 ມີກໍາລັງການຜະລິດ 1 ລ້ານໂຕນຕໍ່ປີ, ຫາກສ້າງສຳເລັດທັງ 3 ໄລຍະຕາມແຜນການຈະມີກຳລັງການຜະລິດທັງໝົດ3ລ້ານໂຕນຕໍ່ປີ. ທ່ານ WANG DENG TAO ຮອງຜູ້ອຳນວຍການ ບໍລິສັດ ເປໂຕຼລາວ ຈໍາກັດ ໄດ້ລາຍງານໃຫ້ທ່ານ ດາວວົງ ພອນເເກ້ວ ລັດຖະມົນຕີກະຊວງພະລັງງານ ເເລະ ບໍ່ເເຮ່ ໃນໂອກາດເດີນທາງຢ້ຽມຢາມໂຮງກັ່ນນໍ້າມັນເຊື້ອໄຟ ແລະ ເຄມີພັນຂອງບໍລິສັດ ເປໂຕຼລາວ ຈໍາກັດເມື່ອວັນທີ 05 ກັນຍາ 2022 ວ່າ: ບໍລິສັດ ເປໂຕຼລາວ ຈໍາກັດ ໄດ້ຖືກສ້າງຕັ້ງຂຶ້ນໃນເດືອນກັນຍາ ປີ 2014 ເຊິ່ງເປັນບໍລິສັດຮ່ວມທຶນລະຫວ່າງ ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນແຂວງຢຸນນານ (YCIH) ສປ ຈີນ, ບໍລິສັດລັດວິສະຫະກິດນໍ້າມັນເຊື້ອໄຟລາວ (LSFC) ແລະ ວິສະຫະກິດຂອງຝ່າຍຈີນ ມີຊື່ຫຍໍ້ວ່າ ບໍລິສັດ ເປໂຕຼລາວ ຈຳກັດ ເພື່ອດຳເນີນກິດຈະການເປັນໂຮງກັ່ນນໍ້າມັນເຊື້ອໄຟ ແລະ ເຄມີພັນ ທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດກວມລວມໄຊເສດຖາ, ນະຄອນຫຼວງວຽງຈັນ. ໂດຍມີທຶນຈົດ ທະບຽນ 36.960.000 ໂດລາມີຄວາມສາມາດກັ່ນນໍ້າມັນໄດ້ 3 ລ້ານໂຕນຕໍ່ປີ.

ໂຮງງານດັ່ງກ່າວໄດ້ດຳເນີນການກໍ່ສ້າງ ແລະແບ່ງການດໍາເນີນງານອອກເປັນ 3 ໄລຍະ ເຊິ່ງປະຈຸບັນ ສໍາເລັດການກໍ່ສ້າງໄລຍະທີ່ 1 ທີ່ມີກໍາລັງການຜະລິດ 1 ລ້ານໂຕນ/ປີ ບົນພື້ນຖານນີ້ ທີ່ສາມາດພັດທະ ນາໂຄງການໄລຍະທີ 2 ແລະ ໂຄງການ ໄລຍະທີ 3 ຈະໃຊ້ເວລາໃນການພັດ ທະນາ ທັງ 3 ໄລຍະຕາມແຜນ ປະມານ 10 ປີ. ປັດຈຸບັນ, ໂຮງກັ່ນນໍ້າມັນ ເປໂຕຼລາວ ຈຳກັດ ຍັງບໍ່ທັນຈໍາໜ່າຍນໍ້າມັນທີ່ຜະລິດແລ້ວອອກສູ່ສັງຄົມໃຫ້ໄດ້ຊົມໃຊ້ໄດ້ເທື່ອ ເພາະວ່າໂຄງສ້າງລາຄາຈໍາໜ່າຍນໍ້າມັນ ສະເພາະຂອງບໍລິສັດຍັງບໍ່ທັນໄດ້ສໍາເລັດ ແລະ ຖືກຮັບຮອງຈາກລັດຖະບານ.

ໂອກາດນີ້, ທ່ານ ລັດຖະມົນຕີ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຈັດຕັ້ງປະຕິບັດແຜນການດຳເນີນກິດຈະການຂອງບໍລິສັດສຳເລັດຕາມແຜນການທີ່ວາງໄວ້ ໂດຍສະເພາະແມ່ນການກໍ່ສ້າງພື້ນ ຖານໂຄງລ່າງ, ໂຮງງານ, ການຕິດຕັ້ງອຸປະກອນ ແລະ ເຄື່ອງຈັກການຜະລິດໄລຍະທີ 1 ສຳເລັດໂດຍພື້ນຖານ.ນີ້ແມ່ນໂຮງງານກັ່ນນໍ້າມັນແຫ່ງທີ 2 ຂອງ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກ ລັດຖະບານລາວ ເພື່ອດໍາເນີນທຸລະກິດກັ່ນນໍ້າມັນດິບໃຫ້ເປັນນໍ້າມັນສຳເລັດຮູບ.

ຂ່າວ-ພາບ: ສູນຂ່າວສານພະລັງງານ ແລະບໍ່ແຮ່

ພວມຈັດຫາງົບປະມານ ເພື່ອຊ່ວຍເຫລືອບັນເທົາທຸກປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ

0

ອົງການກາແດງແຫ່ງຊາດລາວພວມຈັດຫາງົບປະມານ ເພື່ອຊ່ວຍເຫລືອບັນເທົາທຸກປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ.

ອົງການກາແດງແຫ່ງຊາດລາວຈະນໍາໃຊ້ເງິນຈໍານວນ 3 ຕື້ກີບທີ່ໄດ້ຮັບການຊ່ວຍເຫຼືອຈາກກອງທືນຕອບໂຕ້ໄພພິບັດສຸກເສີນ ຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນປະຈໍາເຊີແນວ ປະເທດສວິສ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ ປະຊາຊົນໃນ 3 ແຂວງທີ່ໄດ້ຮັບຜົນກະທົບໜັກກວ່າໜູ່ຈາກພະຍຸມູຫຼານພັດເຂົ້າລາວເມື່ອເດືອນສິງຫາຜ່ານມາ ຄື: ແຂວງໄຊຍະບູລີ , ສາລາວັນ ແລະ ຈໍາປາສັກ ມີປະຊາຊົນໄດ້ຮັບຜົນກະທົບຫຼາຍກວ່າ 3.000 ຄອບຄົວ.

ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໃຫ້ສໍາພາດວ່າ: ອົງການກາແດງແຫ່ງຊາດລາວຈະນໍາໃຊ້ເງິນຈໍານວນ 197.135 ຝລັງສະກຸນເງິນຝລັງ ຫຼືປະມານ 3 ຕື້ກີບເຂົ້າໃນ ກິດຈະກໍາຫຼັກຄື: ລົງກວດກາຂໍ້ມູນຄວາມເສຍຫາຍຈາກອຸທົກກະໄພໃນ 3 ແຂວງ ໃຫ້ຖືກຕ້ອງຕາມຕົວຈິງ ຄອບຄົວໃດໄດ້ຮັບຜົນກະທົບຫຼາຍ ແລະ ທຸກຍາກຂາດເຂີນ ແລະ ຈໍາເປັນຈະໄດ້ຮັບການຊ່ວຍເຫຼືອ

ນອກນີ້ຍັງຈະໄດ້ປະມູນຈັດຫາຈັດຊື້ເຄື່ອງອຸປະກອນຕ່າງໆທີ່ຈະໄປຊ່ວຍເຫຼືອບັນທຸກເປັນຕົ້ນ ເຂົ້າສານ ອາຫານແຫ້ງ ຢາປິ່ນປົວພະຍາດ ແລະ ສິ່ງຂອງຈໍາເປັນຕ່າງໆ ນອກນີ້ຍັງຊ່ວຍຝືກອົບຮົມໃຫ້ພະນັກງານ ອາສາສະໝັກຊາວໜຸ່ມຈໍານວນໜື່ງເພື່ອຊ່ວຍລົງໂຄສະນາກ່ຽວກັບການປ້ອງກັນພະຍາດຫຼັງນໍ້າຖ້ວມ ແລະ ວຽກໃຫ້ຄໍາປືກສາດ້ານຈິດຕະແພດ ຫຼືຈິດຕະສັງຄົມ ຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດນໍ້າຖ້ວມໃນຄັ້ງນີ້ ດຣ ພູທອນ ເມືອງປາກ ໃຫ້ຮູ້ຕື່ມ ວ່າ: ປະຈຸບັນນີ້ ອົງການກາແດງແຫ່ງຊາດລາວ ພວມຂື້ນແຜນຂໍງົບປະມານອີກຈໍານວນ 7 ຕື້ກີບຈາກກອງທືນຕອບໂຕ້ໄພພິບັດສຸກເສີນ ຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນປະຈໍາເຊີແນວ ປະເທດສວິສ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນ ໃນສາມແຂວງ ຄື: ອຸດົມໄຊ ຜົ້ງສາລີ ແລະ ຫົວພັນ ທີ່ໄດ້ຮັບຜົນກະທົບຈາກພະຍຸມາອອນພັດເຂົ້າລາວໃນທ້າຍເດືອນສິງຫາຜ່ານມາ.

ແຫຼ່ງຂ່າວ: Lao National Radio

ເສຍຊີວິດຍ້ອນໄຂ້ຍຸງ

0

ຂໍສະແດງຄວາມເສຍໃຈ ກັບການຈາກໄປ ຂອງ ກິດຕິສັກ ບົວສະຫວັນ ຫຼື ກ໋ອດ ລາວຈະເລີນ.

ຈາກໄປບໍ່ມີມື້ ສຳລັບ ໜຸ່ມ ກ໋ອດ ນັກຮ້ອງຂອງວົງດົນຕີ ລາວຈະເລີນ ວາໄລຕີ້ ທີ່ໄດ້ຈາກໄປ ເມື່ອວັນທີ 6 ກັນຍາ 2022, ເນື່ອງຈາກໄຂ້ຍຸງ.

ຂໍອະນຸຍາດເຈົ້າຂອງໂພສ

ເຊິ່ງທາງຫົວໜ້າວົງ ແລະ ບັນດາໝູ່ເພື່ອກໍໄດ້ຮ່ວມສະແດງຄວາມເສຍໃຈກັບການຈາກໄປຂອງ ໜຸ່ມ ກ໋ອດ.

.

ຜົນງານຂອງໜຸ່ມກ໋ອດ

ທາງທີມງານໂທລະໂຄ່ງ ກໍຂໍສະແດງຄວາມເສຍໃຈມາຍັງຄອບຄົວ ກັບການສູນເສຍຄັ້ງນີ້.

ກົມການຈັດຫາງານ ສ້າງຄວາມເຂົ້າໃຈແກ່ແຮງງານທີ່ລົງທະບຽນໄປເຮັດວຽກຕາມລະດູການ ຢູ່ ສ ເກົາຫຼີ

0

ກົມການຈັດຫາງານ ສ້າງຄວາມເຂົ້າໃຈແກ່ແຮງງານທີ່ລົງທະບຽນໄປເຮັດວຽກຕາມລະດູການ ຢູ່ ສ ເກົາຫຼີ

ໃນວັນທີ 5 ກັນຍາ ຜ່ານມາ ທີ່ສະຖາບັນພັດທະນາກຳມະບານ ນະຄອນຫຼວງວຽງຈັນ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ສູນກາງສະຫະພັນກຳມະບານລາວ ແລະ ບໍລິສັດ ສະຫວັນ ບໍລິການຈັດຫາງານ ຈຳກັດ ໄດ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈແກ່ແຮງງານທີ່ໄດ້ລົງທະບຽນ ໄປເຮັດວຽກຕາມລະດູການ ຢູ່ ສ ເກົາຫຼີ, ຕາງໜ້າໃຫ້ກະຊວງ ຮສສ ແມ່ນທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມການຈັດຫາງານ ກະຊວງ ຮສສ, ມີຕາງໜ້າສູນກາງສະຫະພັນກຳມະບານລາວ ແລະ ມີຮອງອຳນວຍການບໍລິສັດສະຫວັນ ບໍລິການ ຈັດຫາງານ ຈໍາກັດ ພ້ອມວິຊາການກ່ຽວຂ້ອງເຂົ້າຮ່ວມ.

ເນື່ອງຈາກເມື່ອບໍ່ດົນມານີ້ໄດ້ມີຜູ້ສະໝັກຈຳນວນໜຶ່ງໄດ້ມາຮຽກຮ້ອງຕໍ່ວ່າ ບໍລິສັດ ສະຫວັນບໍລິການ ຈັດຫາງານ ເນື່ອງຈາກວ່າ ລົງທະບຽນແລ້ວ ບໍ່ມີລາຍຊື່ອອກໄປເຮັດວຽກ ແລະ ຢາກມາຂໍຖອນເງິນຄືນ, ອັນໄດ້ສ້າງຄວາມສັບສົນໃຫ້ກັບຫຼາຍໆຄົນທີ່ລົງທະບຽນໄປກ່ອນໜ້ານັ້ນ ແລະ ຕໍ່ກັບປະເດັນດັ່ງກ່າວ, ທ່ານ ນາງ ວັນນີ ແກ້ວໄຊຍະວົງ ກໍໄດ້ອະທິບາຍເພີ່ມເຕີມກ່ຽວກັບເງື່ອນໄຂຂອງການລົງທະບຽນ ສະໝັກໄປເຮັດວຽກຕາມລະດູການ ຢູ່ ສ ເກົາຫຼີ ລວມທັງລະບຽບໃນການຈັດສົ່ງ, ພ້ອມທັງຊີ້ແຈງບາງເງື່ອນໄຂຄວາມຕ້ອງການທີ່ຕະຫຼາດແຮງງານຂອງ ສ ເກົາຫຼີ ຮັບແຮງງານຈາກ ສປປ ລາວ, ດັ່ງນັ້ນ ຜູ້ທີ່ລົງທະບຽນກ່ອນແລ້ວ ຫາກມີຄວາມຕ້ອງການເງິນຄືນ ແມ່ນໃຫ້ມາລົງທະບຽນກັບໜ່ວຍງານທີ່ກ່ຽວຂ້ອງ ແລະ ພາຍຫຼັງສັງລວມໄດ້ແລ້ວ ແມ່ນຈະແຈ້ງໃຫ້ຜູ້ລົງທະບຽນມາຮັບເງິນຄືນ.

ໃນຕໍ່ໜ້າຖ້າຕ້ອງການທີ່ຈະໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ກໍສາມາດມາລົງທະບຽນຄືນໃໝ່ ກັບກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ຂ່າວ-ພາບ: ກະ​ຊວງ​ແຮງ​ງານ ແລະ ສະ​ຫັວດ​ດີ​ການ​ສັງ​ຄົມ.

ຄວາມຄືບໜ້າ ຂອງສະໜາມບິນສາກົນບໍ່ແກ້ວ

0

ຄວາມຄືບໜ້າ ຂອງສະໜາມບິນສາກົນບໍ່ແກ້ວ ຄາດວ່າຈະກໍ່ສ້າງສຳເລັດ ທ້າຍປີ 2022 ນີ້,

ສະໜາມບິນສາກົນບໍ່ແກ້ວ (BOKEO INTERNATIONAL AIRPORT) ຕັ້ງຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ຢູ່ໃກ້ກັບເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

ເຊິ່ງເປັນສະໜາມບິນລະດັບ 4C ຄວາມຍາວຂອງທາງແລ່ນແມ່ນມີຄວາມຍາວ 2,500 ແມັດ, ກວ້າງ 60 ແມັດ, ເຊິ່ງຍົນ BOEING 737-900ER ແລະ ຍົນຊະນິດອື່ນໆສາມາດຂຶ້ນ ແລະ ລົງຈອດໄດ້ ພ້ອມເປີດສາຍການບິນທາງໄກ ແລະ ໃກ້, ທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ.

ສະໜາມບິນແຫ່ງນີ້ເລີ່ມດຳເນີນການກໍ່ສ້າງຕັ້ງແຕ່ວັນທີ່ 20 ກັນຍາ ປີ 2020 ແລະ ຄາດວ່າທ້າຍປີ 2022 ຈະກໍ່ສ້າງສຳເລັດ.

ຫຼັງຈາກສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການ ສະໜາມບິນແຫ່ງນີ້ຈະກາຍເປັນໃຈກາງທາງດ້ານເສດຖະກິດຢູ່ທາງພາກຕາເວັນຕົກສຽງເໜືອຂອງລາວ, ພ້ອມທັງຖືເອົາແຂວງບໍ່ແກ້ວເປັນຈຸດຊຸມໃຈກາງເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວ, ການຄ້າ, ການເງິນ ແລະ ອຸດສາຫະກຳດ້ານອື່ນໆຂອງທ້ອງຖິ່ນ ແລະ ບັນດາປະເທດໃກ້ຄຽງ.

ໃນອະນາຄົດຈະໃຫ້ກາຍເປັນໜຶ່ງໃນໃຈກາງສາຍການບິນຂອງແຫຼມອິນດູຈີນ ແລະ ມີຄວາມໝາຍຄວາມສຳຄັນອັນເລິກເຊິ່ງຕໍ່ກັບປະເທດລາວ ແລະ ບັນດາປະເທດອາຊີຕາເວັນອອກສຽງໃຕ້.

ຂໍ້ມູນ ແລະ ຮູບພາບຈາກ: Mike Bk, Aviation Talk Laos

ກັກລົດບັນທຸກ 6 ລໍ້ ຂົນຄັນຊາອັດແທ່ງ 1.600 ກິໂລກຼາມ

0

ໃຊ້ລົດບັນທຸກ 6 ລໍ້ ຂົນຄັນຊາອັດແທ່ງ 1.600 ກິໂລກຼາມ ໜີບໍ່ລອດເຈົ້າໜ້າທີ່

ເຈົ້າໜ້າທີ່ ພະແນກຕໍາຫຼວດ ປກສ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນຕອນເຊົ້າ ວັນທີ 06 ກັນຍາ 2022 ນີ້, ໄດ້ຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງເປັນປົກກະຕິ ໃນການກວດກາຄວາມເປັນລະບຽບຮຽບຮ້ອຍ ຜ່ານການກວດກາພົບເຫັນ ລົດບັນທຸກ 06 ລໍ້, ຍີ່ຫໍ້ ສະກັດໂຊເວີ ສີ ແດງ ໝາຍເລກ ທະບຽນ ອຸດົມໄຊ ບກ 2636 ຈຶ່ງຂໍກວດຄົ້ນ ພົບເຫັນຢາເສບຕິດປະເພດຄັນຊາອັດແທ່ງຊຸກເຊື່ອງໄວ້ໃນລົດຄັນດັ່ງກ່າວ ຈຳນວນ 90 ແກັດ ມີນ້ຳ ໜັກ 1.600 ກິໂລກຼາມ ທີ່ປະປົນມານໍາທູບຫອມ ຈຶ່ງໄດ້ຢຶດຂອງກາງ ແລະ ກັກຕົວຜູ້ຖືກສົງໃສໄດ້ 04 ຄົນ ຄື: ທ້າວ ຂາວ, ທ້າວ ເດ, ທ້າວ ແຂກ ແລະ ທ້າວ ນ້ອຍ ບ້ານ ໂພນຈະເລີນ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສືບສວນ-ສອບສວນເບື້ອງຕົ້ນ ພວກກ່ຽວທັງ 04 ຄົນ, ໄດ້ຮັບສາລະພາບວ່າ: ເວລາ 15:00 ນາທີ ຂອງວັນທີ 5 ກັນຍາ 2022 ໄດ້ເອົາຄັນຊາຈຳນວນດັ່ງກ່າວຂຶ້ນລົດບັນທຸກ 6 ລໍ້ສີແດງ ໝາຍເລກທະບຽນ ອຸດົມໄຊ ບກ 2636 ເປັນລົດຂອງ ທ້າວ ກໍ (ນາມສົມມຸດ) ຢູ່ບ້ານ ໂພນຈະເລີນ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ ຈົນສຳເລັດ, ຮອດເວລາ 23:00 ນາທີ ຂອງວັນດຽວກັນ ພວກກ່ຽວທັງ 04 ຄົນໄດ້ຂັບຂີ່ລົດຄັນດັ່ງກ່າວມຸ້ງໜ້າມາທາງນະຄອນຫຼວງວຽງຈັນ ໂດຍແມ່ນທ້າວ ນ້ອຍ ແລະ ທ້າວ ຂາວ ປ່ຽນກັນຂັບ, ເມື່ອມາຮອດປ້ອມກວດກາທາງແບ່ງບ້ານທວຍ ເມືອງທ່າພະບາດ ແຂວງ ບໍລິຄໍາໄຊ ເຈົ້າໜ້າທີ່ໄດ້ລັດລົດເພື່ອຂໍອະນຸຍາດທໍາການກວດກາຈື່ງພົບເຫັນຢາເສບຕິດ ປະເພດ ຄັນຊາອັດແທ່ງຈຳນວນດັ່ງກ່າວ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ. ປະຈຸບັນຄະດີດັ່ງກ່າວ ຢູ່ໃນຂັ້ນຕອນການສືບສວນ-ສອບສອບຂະຫຍາຍຜົນຫາພັກພວກຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ ແລະ ພາບ: ປກສ ແຂວງບໍລິຄຳໄຊ

ຈີນ ແລະ ຍີ່ປຸ່ນ ຄອງແຊ໋ມປະເພດທີມຊາຍ-ຍິງ ຢູ-15 ປິ່ງປ່ອງຊີງແຊ໋ມເຍົາວະຊົນອາຊີ

0

ຈີນ ແລະ ຍີ່ປຸ່ນ ຄອງແຊ໋ມປະເພດທີມຊາຍ-ຍິງ ຢູ-15 ປິ່ງປ່ອງຊີງແຊ໋ມເຍົາວະຊົນອາຊີ ຄັ້ງທີ 26 ທີ່ສປປ ລາວ ເປັນເຈົ້າພາບ.

ນັກກິລາປິ່ງປ່ອງເຍົາວະຊົນຈາກ ສປ ຈີນ ແລະ ຍີ່ປຸ່ນ ສອງຊາດລະດັບແຖວໜ້າດ້ານກິລາປິ່ງປ່ອງຂອງທະວີບອາຊີ ແລະ ໂລກ ສາມາດຄວ້າແຊ໋ມປະເພດທີມຊາຍ ແລະ ທີມຍິງ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ໃນການແຂ່ງຂັນກິລາປິ່ງປ່ອງຊີງແຊ໋ມເຍົາວະຊົນ-ໄວໜຸ່ມອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບ ໄປຄອງໄດ້ສຳເລັດ. ພິທີມອບ-ຮັບຫຼຽນຊະນະເລີດໃນຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 3 ກັນຍາ 2022 ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ມີຕາງໜ້າສະຫະພັນປິ່ງປ່ອງອາຊີ, ສະຫະພັນປິ່ງປ່ອງແຫ່ງຊາດລາວ, ຄະນະນຳ, ຄູຝຶກ ແລະ ນັກກິລາ ທີ່ໄດ້ຮັບຫຼຽນເຂົ້າຮ່ວມຢ່າງພ້ອມພຽງ.

ກ່ອນຈະມີພິທີມອບ-ຮັບຫຼຽນຢ່າງເປັນທາງການ ກໍໄດ້ມີການແຂ່ງຂັນປິ່ງປ່ອງປະເພດທີມຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ລະຫວ່າງ ສປ ຈີນ ແຊ໋ມເກົ່າ ພົບກັບ ໄຊນີດ ໄທເປ. ຜ່ານການແຂ່ງຂັນຜົນປະກົດວ່າ ເປັນຝ່າຍ ສປ ຈີນ ແຊ໋ມເກົ່າທີ່ຫຼິ້ນໄດ້ດີກວ່າຢ່າງຊັດເຈນ ເອົາຊະນະ ໄຊນີດ ໄທເປ ໄປໄດ້ແບບຂາດຮອຍ 3-0 ຄູ່ ປ້ອງກັນແຊ໋ມໄດ້ສຳເລັດ ແລະ ເປັນແຊ໋ມສະໄໝທີ 4 ຕິດຕໍ່ກັນ ຂະນະທີ່ ອັນດັບທີ 3 ຮ່ວມຕົກເປັນຂອງ ຍີ່ປຸ່ນ ແລະ ອີຣານ. ສ່ວນຮອບຊີງຊະນະເລີດປະເພດທີມຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ຍີ່ປຸ່ນ ໂຊຟອມເກັ່ງເອົາຊະນະ ໄຊນີດ ໄທເປ 3-0 ຄູ່ ຄວ້າແຊ໋ມໄປຄອງເປັນຄັ້ງທຳອິດໃນຮອບ 8 ປີ ຕໍ່ຈາກປີ 2014.

ຂະນະທີ່ອັນດັບທີ 3 ຮ່ວມຕົກເປັນຂອງ ສປ ຈີນ ແຊ໋ມເກົ່າ ແລະ ສາທາະລະນະລັດເກົາຫຼີ ຫຼື ສ.ເກົາຫຼີ.

ລາຍການດັ່ງກ່າວ ຈັດຂຶ້ນລະຫວ່າງວັນທີ 1-6 ກັນຍາ 2022 ທີ່ສປປ ລາວ, ຊຶ່ງນັກກິລາທີ່ໄດ້ແຊ໋ມ ແລະ ຮອງແຊ໋ມ ປະເພດດ່ຽວຍິງ-ຊາຍ U15 ແລະ U19 ຈະໄດ້ສິດເຂົ້າຮ່ວມແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊີງແຊ໋ມໂລກ 2022 (World Youth 2022).

ພາບ-ຂ່າວ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ລາຍວັນ