Home Blog Page 247

ເມືອງນອງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໜັກໜ່ວງແທ້ໆ

ສະຫວັນນະເຂດ: ເມືອງນອງແມ່ນໜຶ່ງໃນ 8 ເມືອງຂອງແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ຄັ້ງນີ້ເຫັນວ່າໄດ້ຮັບຜົນກະທົບຢ່າງໜັກໜ່ວງກວ່າຄັ້ງທີ່ຜ່ານມາ ເຊິ່ງມັນໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນຂອງລັດ ແລະ ຂອງປະຊາຊົນເປັນຈຳນວນບໍ່ໜ້ອຍ ເປັນຕົ້ນແມ່ນທາງດ້ານພື້ນຖານໂຄງລ່າງ,ຜົນຜະລິດ ແລະ ອື່ນໆ ທີ່ຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້ໃນປັດຈຸບັນ.

ຕໍ່ສະພາບການດັ່ງກ່າວນີ້ ທາງການນຳເມືອງນອງພ້ອມດ້ວຍຄະນະ ກໍ່ໄດ້ລົງຕິດຕາມສະພາບຜົນກະທົບຈາກໄພນ້ຳຖ້ວມ ເຊິ່ງນຳພາໂດຍ ທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງໆນອງ ໃນການລົງຕິດຕາມຄັ້ງນີ້ແມ່ນໄດ້ໃຊ້ເຮືອຂີ່ເລາະເບິ່ງຜົນເສຍຫາຍລຽບຕາມແຄມເຊລະນອງ ແລະເຊລູເຂດປູນຍາງ ເພາະທຸກເຂດຂອງເມືອງນອງແມ່ນບໍ່ສາມາດໄປທາງລົດໄດ້.

ນາປີຂອງປະຊາຊົນທີ່ສຸກ ແລະພວມຈະເກັບກ່ຽວດ້ວຍກະແສນ້ຳທີ່ໄຫຼແຮງໄດ້ພັດເອົາກໍເຂົ້າລົ້ມເປັນຮາບພຽງ,ສວນກ້ວຍ,ສວຍຫວາຍ,ມັນຕົ້ນຖືກນ້ຳຖ້ວມຂັງ ຈົມຢູ່ພື້ນນ້ຳ,ຂົວເຊລູທາງໄປຈຸດສຸມຕັງອາໄລ ບໍລິເວນຫົວຂົວຖືກນ້ຳກັດເຊາະ ແລະຍຸບຕົວລົງເລິກ ແລະເປັນວົງກວ້າງ ,ເລິກ 3ແມັດ,ຍາວ 25ແມັດ,ກວ້າງ 15ແມັດດ້ວຍຄວາມແຮງຂອງນ້ຳໄຫລຜ່ານເສັ້ນທາງເຮັດໃຫພື້ນໜ້າ້ທາງລອກອອກ,ຂົວຫ້ວຍລະຜຽກແຕ່ເທດສະບານເມືອງໄປຫາ ບ້ານ ອາລັອງຖືກຕັດຂາດເປ້ເພ ຍາວ 15ແມັດ,ກວ້າງ3ແມັດປະຈຸບັນທາງຫ້ອງການ ຍທຂ ພ້ອມປະຊາຊົນກຳລັງສ້ອມແປງເພື່ອນຳໃຊ້ໄດ້ໃນເບື້ອງຕົ້ນ ແລະລົດຈັກສາມາດທຽວໄດ້,ເສົາໄຟຢູເຂດບ້ານາລົງເກົ່າຖືກນ້ຳເໍຊາະເຮັດໃຫ້ເສົາໄຟກົ່ນ ໄຟດັບແຕ່ວັນທີ 17-19 ແລະກຳລັງໄດ້ຮັບການສ້ອມແປງຢູ່ໃນປະຈຸບັນ.

ເມືອງຈໍາພອນ ນໍ້າຍັງສູງຂຶ້ນ ປະຊາຊົນເຝົ້າລະວັງ

ເມືອງຈໍາພອນ: ລາຍງານຈາກປະຊາຊົນໃຫ້ຮູ້ເວລາ 7:00 ວັນທີ່ 20 ຕຸລາ 2020 ນີ້ວ່າ ເຂດບ້ານແກ້ງກອກ ເມືອງຈໍາພອນ ແຂວງສະຫວັນນະເຂດ ແມ່ນພວມລະວັງ ນໍ້າຖ້ວມ.

ທາງໄປດົງຄໍາໝື່ນ

ປະຈຸບັນນໍ້າໄດ້ຍຶ່ງສູງຂຶ້ນຢ່າງໄວ ຖ້ວມຫຼາຍຈຸດ, ຂົວເຊຈໍາພອນກໍ່ຖ້ວມຮອດໜ້າຂົວແລ້ວ.

ແຈວັດໃຫຍ່

ຂໍໃຫ້ທຸກຄົນລະມັດລະວັງ.

ຂົວເຊຈໍາພອນ

ລາຍງານໂດຍ: Jom Sontisurn

.

.

.

.

.

ເມືອງສອງຄອນວິກິດນໍ້າຖ້ວມໜັກ ເຊບັ້ງຫຽງສູງ ເກືອບ 18 ແມັດ ແລະ ຍັງສືບຕໍ່ສູງຂຶ້ນ

ລາຍງານຈາກ ຊ່ອງຂ່າວເມືອງສອງຄອນ ແຂວງສະຫວັນນະເຂດ ລາຍງານວ່າ, ສະຖານະການລ່າສຸດ ສະພາບນ້ຳຖ້ວມຢູ່ເມືອງສອງຄອນ ໃນຕອນເຊົ້າວັນທີ 20 ຕຸລາ 2020 ເວລາ 5:30 ໂມງ, ລະດັບເຊບັງຫຽງ ສູງເຖິງ 17,80 ແມັດ ແລະຍັງຄົງຈະເພີ່ມຢ່າງຕ່ໍເນື່ອງ, ເພາະມວນນ້ຳທາງຕອນເໜືອ ຍັງໄຫລລົງສົມທົບກັບມວນນ້ຳເຊບັງຫຽງ.

ໃນຂະນະນີ້ ຫລາຍພື້ນທີ່ຂອງເມືອງສອງຄອນ ລຽບເຊບັງຫຽງ ພວມໄດ້ຮັບຜົນກະທົບໜັກຂຶ້ນຕ່ໍເນື່ອງ ເຮືອນຊານຂອງປະຊາຊົນ ຫລາຍບ້ານ ຖືກນ້ຳຖ້ວມຂັງ.


ບ້ານທີ່ຖືກຕັດກະແສໄຟຟ້າມີ ບ້ານລະຫານ້ຳ, ທ່າຂາມລຽນ, ຫົວຫາດ, ແກ້ງໂດນ, ສີງທ່າ, ຫ້ວຍຄໍ້, ດອນຂຽວ, ນາກະຫລຶງ, ນາສະໂນ, ຫ້ວຍໄຂ່ ແລະ ບ້ານນາທັງ.


ພາບນ້ຳຖ້ວມເຮືອນຊານຂອງປະຊາຊົນ ເຂດບ້ານເເກ້ງໂດນ ເມືອງສອງຄອນ ແຂວງສະຫວັນນະເຂດ.

ຮີໂຣຕົວຈິງ! ທ່ານຫຍຸຍ ທີ່ຊ່ວຍປະຊາຊົນຫຼາຍຮ້ອຍຄົນ ໜີນໍ້າຖ້ວມ ທີ່ບ້ານນາຈານ ເມືອງພີນ

ສະຫວັນນະເຂດ: ຮີໂຣຕົວຈິງ! ທ່ານຫຍຸຍ ທີ່ຊ່ວຍປະຊາຊົນຫຼາຍຮ້ອຍຄົນ ໜີນໍ້າຖ້ວມ. ວັນທີ່ 18/10/2020 ທີ່ບ້ານນາຈານ ເມືອງພີນ ແຂວງສະຫວັນນະເຂດ. ໂດຍນໍາໃຊ້ເຮືອເຈັສກີ ທະຍອຍລໍາລຽງພໍ່ແມ່ປະຊາຊົນ ຂ້າມມາບ່ອນທີ່ປອດໄພ.


ຊົມເຊີຍ ແລະ ອວຍພອນໃຫ້ທ່ານ ມີແຕ່ຄວາມຜາສຸກ ຮັ່ງມີລໍ້າລວຍ ສຸຂະພາບແຂງແຮງເດີ 🙏🙏🙏👏👏👏

.

.

.

.

.

ຄລິບຕອນປະຕິບັດພາລະກິດ

.

.

ເຊບັ້ງໄຟ ໄດ້ເຊາະເຈື່ອນຕາຝັ່ງ ເຂດວັດວັດພະທາຕຸຕຸມພຣະວັງ ບ້ານນາວາງ ເມືອງຫນອງບົກ

ຄໍາມ່ວນ: ລາຍງານຈາກ ປະຊາຊົນໃຫ້ຮູ້ ໃນວັນທີ່ 19/10/2020 ນີ້ວ່າ ນ້ຳເຊບັ້ງໄຟ ໄດ້ເຊາະເຈື່ອນຕາຝັ່ງ ເຂດວັດວັດພະທາຕຸຕຸມພຣະວັງ ບ້ານນາວາງ ເມືອງຫນອງບົກ ແຂວງຄໍາມ່ວນ.

ອີກບໍ່ຈັກແມັດກໍ່ຈະຮອດສິມແລ້ວ ຫມົດຫນ້າຝົນປີນີ້ ພຸດທະສາສະນິກກະຊົນຄວນຮີບຮ້ອນໃຈຮ່ວມແຮງພາກັນສ້າງຕ້ານເຈື່ອນ ເພາະປົກປັກຮັກສາ ບູຮານສະຖານ ວັດວາແຫ່ງນີ້ແຫ່ງຫມັ້ນຄົງຖາວອນຕໍ່ໄປແດ່.

ຂອບໃຈຂ່າວຈາກ ຕຸ່ນ ໄຊຍະວົງ

.

.

ເຕືອນໄພ! ອຸຕຸແຈ້ງ ຝົນຍັງຊີແກ່ຍາວໄປອີກຫຼາຍມື້ ທົ່ວປະເທດ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 19 ຫາ 25 ຕຸລາ 2020 ວ່າ: ໃນໄລຍະວັນທີ 19 ຫາ 21 ຕຸລານີ້ ຄວາມກົດດັນອາກາດສູງຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ພ້ອມດຽວກັນລົມຕາເວັນອອກ- ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່,

ສ່ວນພາກໃຕ້ຮ່ອງຄວາມກົດດັນຈະພາດຜ່ານດ້ວຍກຳລັງປານກາງ ຊຶ່ງຈະເຮັດໃຫ້ອາກາດເຢັນລົງຢູ່ທົ່ວໄປໃນຕອນເຊົ້າແຂວງພາກເໜືອ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ຈາກນັ້ນ ວັນທີ 22 ຫາ 25 ຕຸລາ 2020 ມວນອາກາດເຢັນຈາກປະເທດຈີນຈະເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງລາວ, ສົມທົບກັບລົມຕາເວັນອອກສ່ຽງເໝືອພັດປົກຄຸມດ້ວຍກຳລັງປານກາງ ຫາ ແຮງ ຈະເຮັດໃຫ້ອາກາດເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າຕື່ມອີກ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

.

.

8 ເມືອງຂອງແຂວງສະຫວັນນະເຂດ ພວມປະສົບອຸທົກກະໄພ

ສະຫວັນນະເຂດ: ປັດຈຸບັນນີ້, 8 ເມືອງຢູ່ແຂວງສະຫວັນນະເຂດ ຄື: ເມືອງ ສອງຄອນ, ຈໍາພອນ, ຊົນນະບູລີ, ທ່າປາງທອງ, ວິລະບູລີ, ເຊໂປນ, ພີນ ແລະ ເມືອງນອງຍັງຖືກນໍ້າຖ້ວມຂັງເປັນວົງກວ້າງຍ້ອນຝົນຍັງສືບຕໍ່ຕົກ ຊຶ່ງໄດ້ເຮັດໃຫ້ແມ່ນໍ້າຫຼາຍສາຍ, ລວມທັງຫ້ວຍຮ່ອງຕ່າງໆນໍ້າຍັງຍຶ່ງຂຶ້ນ, ໄຫຼເຂົ້າ ຖ້ວມ ເຮືອນຊານ, ຮົ້ວສວນ ແລະ ເນື້ອທີ່ນາຂອງປະຊາຊົນຢູ່.

ໃນຈຳນວນ 8 ເມືອງທີ່ກ່າວມາມີ 4 ເມືອງທີ່ຖືກກະທົບໜັກຈາກນໍ້າຖ້ວມໃນຄັ້ງນີ້ ຄື: ເມືອງວິລະບູລີ, ເມືອງເຊໂປນ, ເມືອງພີນ ແລະ ເມືອງນອງ ຊຶ່ງໃນໄລຍະທີ່ຜ່ານມາສະພາບນໍ້າຖ້ວມໄດ້ຫຼຸດລົງ ເກືອບຈະປົກກະຕິແລ້ວ ແຕ່ພະຍຸ ນັງກາໄດ້ເຂົ້າມາປົກຄຸມນັບແຕ່ວັນທີ 15 ຕຸລາ ຮອດປັດຈຸບັນ, ຈຶ່ງເຮັດໃຫ້ຝົນຍັງສືບຕໍ່ຕົກ ແລະ ເຮັດໃຫ້ນໍ້າຍຶ່ງຂຶ້ນຖ້ວມຕື່ມອີກເປັນຮອບທີ 3.

ຜົນເສຍຫາຍເບື້ອງຕົ້ນຢູ່ 3 ເມືອງດັ່ງກ່າວກໍຄືເຮືອນປະຊາຊົນທີ່ເປັນຊັ້ນດຽວ ແລະ ຊັ້ນທີໜຶ່ງຂອງເຮືອນ ສອງຊັ້ນ, ເລົ້າເຂົ້າຖືກນໍ້າຖ້ວມ ແລະ ເປ່ເພຈໍານວນໜຶ່ງ. ນອກນັ້ນຍັງມີເນື້ອທີ່ນາທີ່ກໍາລັງຈະເກັບກ່ຽວ ແລະ ເກັບກ່ຽວມາໄດ້ໄລຍະໜຶ່ງແລ້ວກໍຖືກນໍ້າຖ້ວມ, ເສັ້ນທາງຫຼາຍບ່ອນ, ໜອງປາ, ຊົນລະປະທານກໍ່ໄດ້ຮັບຜົນເສຍຫາຍເຊັ່ນກັນ.

ໄຊຍະບູລີເລັ່ງເກັບກູ້ພືດລະດູຝົນໃຫ້ສໍາເລັດໃນທ້າຍເດືອນພະຈິກນີ້

ໄຊຍະບູລີ: ຊາວກະສິກອນທົ່ວແຂວງໄຊຍະບູລີ ພວມຂຸ້ນຂ້ຽວເກັບກ່ຽວມ້ຽນມັດພືດລະດູຝົນຢ່າງເປັນຂະບວນ ເລີ່ມແຕ່ຕົ້ນເດືອນຕຸລາເປັນຕົ້ນມາ ແລະ ບາງຈຸດທີ່ມີເງື່ອນໄຂ ກໍ່ມີການກະກຽມປູກພືດລະດູແລ້ງ, ຄາດວ່າການເກັບກູ້ພືດລະດູຝົນທົ່ວແຂວງໄຊຍະບູລີ ແມ່ນຈະໃຫ້ສໍາເລັດໃນທ້າຍເດືອນພະຈິກນີ້.

ທ່ານ ແສງອາທິດ ລາວເບຼຍຢາທໍ່ ຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ໄດ້ເປີດດຜີຍຕໍ່ທີມຂ່າວແຂວງໄຊຍະບູລີວ່າ: ການຜະລິດລະດູຝົນຂອງຊາວກະສິກອນທົ່ວແຂວງໄຊຍະບູລີ ມີເນື້ອທີ່ແຜນການທັງໝົດ 158.041 ເຮັກຕາ ໃນນີ້ປູກເຂົ້ານາປີໃຫ້ໄດ້ 34.287 ເຮັກຕາ, ປະຕິບັດໄດ້ 35.910 ເຮັກຕາ ເທົ່າກັບ 104,73% ຂອງແຜນການ ແລະ ມາຮອດປະຈຸບັນເກັບກູ້ສໍາເລັດແລ້ວ 5.966,8 ເຮັກຕາ ເທົ່າກັບ 17%, ເຂົ້າໄຮ່ ໃນເນື້ອທີ່ 10.200 ເຮັກຕາ, ປະຕິບັດຕົວຈິງໄດ້ 12.316,54 ເຮັກຕາ ເທົ່າກັບ 120,75% ປະຈຸບັນເກັບກູ້ແລ້ວ 5.516,94 ເຮັກຕາ ເທົ່າກັບ 44,79%.

ສ່ວນການປູກພືດໃນເນື້ອທີ່ຕາມແຜນແມ່ນ 113.554 ເຮັກຕາ ປະຕິບັດຕົວຈິງໄດ້ 113.275,13 ເຮັກຕາ ເທົ່າກັບ 99,75%. ມາຮອດປະຈຸບັນແມ່ນເກັບກູ້ແລ້ວ 31.979,06 ເຮັກຕາ ເທົ່າກັບ 28%. ທ່ານ ແສງອາທິດ ລາວເບຼຍຢາທໍ່ ຍັງໃຫ້ຮູ້ຕື່ມວ່າ: ເພື່ອຮັບປະກັນໃຫ້ການຜະລິດລະດູແລ້ງທີ່ຈະມາເຖິງ ທາງພະແນກກະສິກໍາ ແລະ ປ່າໄມ້ແຂວງ ເວົ້າລວມເວົ້າສະເພາະກໍ່ຄືຂະແໜງປູກຝັງ ຈະໄດ້ລົງຕິດຕາມກວດກາບ່ອນທີ່ມີເງື່ອນໄຂປູກພືດລະດູແລ້ງ, ອານາໄມສ້ອມແປງຊົນລະປະທານຮ່ວມກັບກຸ່ມຊາວນາທີ່ໄດ້ຮັບຜົນປະໂຫຍດນໍ້າຈາກຊົນລະປະທານ ພ້ອມທັງວາງແຜນກຽມແນວພັນໃຫ້ຊາວກະສິກອນ ຄາດວ່າແຜນປູກເຂົ້ານາແຊງທົ່ວແຂວງ 2.300 ເຮັກຕາ, ຄາດຄະເນຜົນຜະລິດ 9.660 ໂຕນ. ການຜະລິດເຂົ້າເປັນສິນຄ້າສົ່ງອອກມີ 2 ບໍລິສັດ ຢູ່ເມືອງພຽງມີ 450 ເຮັກຕາ, ເມືອງໄຊຍະບູລີມີ 38 ເຮັກຕາ ແລະ ເມືອງຊຽງຮ່ອນ 100 ເຮັກຕາ.

ພ້ອມທັງຜະລິດເຂົ້າແນວພັນຈໍານວນ 34 ເຮັກຕາ; ໃນນີ້ເມືອງພຽງມີ 28 ເຮັກຕາ ແລະ ເມືອງໄຊຍະບູລີ 6 ເຮັກຕາ. ນອກນີ້ຍັງໄດ້ປູກພືດລະດູແລ້ງທົ່ວໄປ ເນື້ອທີ່ທັງໝົດ 17.279 ເຮັກຕາ, ຄາດຄະເນຜົນຜະລິດໄດ້ທັງໝົດ 174.934 ໂຕນ; ໃນນີ້ຄາດຄະເນປູກໝາກຖົ່ວເຫຼືອງຟັກສົດເພື່ອສົ່ງອອກຢູ່ 3 ເມືອງ ຄື: ເມືອງໄຊຍະບູລີ, ເມືອງພຽງ ແລະ ເມືອງຊຽງຮ່ອນ ມີເນື້ອທີ່ 1.283 ເຮັກຕາ ແລະ ປູກໝາກໂມເປັນສິນຄ້າຢູ່ 6 ເມືອງຄື: ເມືອງໄຊຍະບູລີ, ເມືອງຫົງສາ, ເມືອງເງິນ, ເມືອງຊຽງຮ່ອນ, ເມືອງພຽງ ແລະ ເມືອງປາກລາຍ ມີເນື້ອທີ່ທັງໝົດ 1.250 ເຮັກຕາ.
ຂ່າວ: ບຸນທີ.

ເຕືອນ ລະດັບນຳ້ເຊແຕ່ລະສາຍ-ປະລິມານນຳ້ຝົນແຕ່ລະເມືອງ ຂອງແຂວງສະຫວັນນະເຂດ

“ລະດັບນຳ້ເຊແຕ່ລະສາຍ-ປະລິມານນຳ້ຝົນແຕ່ລະເມືອງ”+ ຕອນເຊົ້າວັນທີ 18 ຕຸລາ 2020.

l. ລະດັບນຳ້ເຊ:

1. ເຊບັງຫຽງ (ສົບນຳ້): ນຳ້ຖ້ວມຫລ້າ (ວັດແທກບໍ່ໄດ້) ສະແດງນຳ້ຂື້ນໄວກາຍເຂດອັນຕະລາຍ.

2. ເຊບັງຫຽງ (ລະຫານຳ້): 15.95 ມ (+0.75 ມ) ກາຍເຂດອັນຕະລາຍ 0.95 ມ. 3. ເຊຈຳພອນ: 7.97 ມ (+0.41 ມ) ກາຍເຂດລະວັງໄພ.

3. ເຊຊັງຊອຍ (ຊຽງຮົ່ມ): 10.14 ມ (+0.28 ມ) ກາຍເຂດລະວັງໄພ.

II. ປະລິມານນຳ້ຝົນ:

1. ເມືອງນອງ ຫນັກສຸດ

2. ເມືອງເຊໂປນ ຫນັກຫລາຍ

3. ເມືອງພີນ ຫນັກ

+ ລະດັບນຳ້ເຊບັງຫຽງທາງໃຕ້ຈະເພີ່ມຂື້ນໄວ ລວມທັງສາຂາ, ນຳ້ຖ້ວມເນື້ອທີ່ນາ ແລະ ບ້ານຈະສູງຂື້ນຕາມຢ່າງແນ່ນອນ.

ລາຍງານໂດຍ: ຄໍາມອນ ທິລະວົງ

ພິທີມອບ – ຮັບເງິນ ປ່ຽນແທນໂກຕາລົດ ແລະ ເງິນອຸດໜູນເສຍຊີວິດ ໃຫ້ພະນັກງານປະຕິວັດອາວຸໂສ

ກອງທັບ: ພິທີມອບ-ຮັບເງິນປ່ຽນ ແທນໂກຕາລົດ ແລະ ເງິນອຸດ ໜູນເສຍຊີວິດໃຫ້ພະນັກງານ ເຂົ້າການປະຕິວັດປີ 1954 ຄືນ ຫຼັງໃນວັນທີ 14 ຕຸລາ ນີ້, ທີ່ ຫ້ອງປະຊຸມກົມນະໂຍບາຍກະ ຊວງປ້ອງກັນປະເທດ ໂດຍການ ເຂົ້າຮ່ວມເປັນປະທານຂອງສະ ຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ, ມີຄະ ນະພັກ-ຄະນະບັນຊາ, ພະແນກ ການທີ່ກ່ຽວຂ້ອງ ແລະ ຍາດພີ່ ນ້ອງຂອງຄອບຄົວພະນັກງານ ດັ່ງກ່າວເຂົ້າຮ່ວມເປັນສັກຂີພະ ຍານ.

ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ກຳມະການຄະນະພັກ ກົມໃຫຍ່ ຫົວໜ້າກົມນະໂຍບາຍ ໄດ້ຜ່ານຂໍ້ຕົກລົງຂອງກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ ວ່າດ້ວຍ ການປະຕິບັດນະໂຍບາຍເງິນປ່ຽນແທນໂກຕາລົດ ແລະ ວ່າດ້ວຍການປະຕິບັດນະ ໂຍບາຍເງິນອຸດໜູນເສຍຊີວິດ ປະຈຳປີ 2020 ຕົກລົງອະນຸ ມັດເງິນປ່ຽນແທນໂກຕາລົດ ໃຫ້ພະນັກງານປະຕິວັດອາວຸ ໂສເຂົ້າການປະຕິວັດປີ 1954 ຄືນຫຼັງທີ່ສັງກັດຢູ່ກະຊວງປ້ອງ ກັນປະເທດ ຈຳນວນ 5 ສະຫາຍ ເປັນເງິນທັງໝົດ 434.160.000 ກີບ ແລະ ອະນຸມັດເງິນອຸດໜູນ ເສຍສະຫຼະຊີວິດໃຫ້ກົມນະໂຍ ບາຍກະຊວງປ້ອງກັນປະເທດ ຈຳ ນວນທັງໝົດ 30 ສະຫາຍ ເປັນ ເງິນທັງໝົດ 779.478.000 ກີບ ຕາງໜ້າໃຫ້ກະຊວງປ້ອງກັນ ປະເທດກ່າວມອບໂດຍສະຫາຍ ພົນຕີ ສອນທອງ ພົມລາວົງ ແລະ ຕາງໜ້າໃຫ້ຄອບຄົວພະນັກງານ ປະຕິວັດອາວຸໂສຂຶ້ນກ່າວຮັບ.

ໂອກາດດັ່ງກ່າວ, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ ກ່າວວ່າ: ທັງໝົດເປັນການປະຕິ ບັດຕາມແນວທາງແຜນນະໂຍ ບາຍຂອງພັກ-ລັດ ທີ່ມີຕໍ່ນາຍ ແລະ ພົນທະຫານ ເວົ້າລວມ ເວົ້າສະເພາະ ແມ່ນຜູ້ທີ່ໄດ້ເສຍສະ ຫຼະຊີວິດເລືອດເນື້ອ, ເຫື່ອແຮງ, ສະຕິປັນຍາຂອງຕົນປະກອບ ສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດໃນໄລຍະຜ່ານມາ, ພ້ອມ ທັງຮຽກຮ້ອງໃຫ້ພະນັກງານປະ ຕິວັດອາວຸໂສຈົ່ງນຳເອົາເງິນຈຳ ນວນດັ່ງກ່າວນີ້ໄປໝູນໃຊ້ໃຫ້ຖືກ ຕ້ອງຕາມເປົ້າໝາຍ, ໝູນໃຊ້ເຂົ້າ ໃນການສ້າງສາພັດທະນາຄອບ ຄົວເຮັດໃຫ້ຊີວິດການເປັນຢູ່ດີ ຂຶ້ນລື່ນເກົ່າ.

ລາຍງານໂດຍ: ກອງທັບ