Home Blog Page 28

ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ

ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ສະຫາຍ ພົນເອກ ຟານ ວັນຢາງ ກໍາມະການກົມການເມືອງສູນກາງພັກກອມ ມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງ ກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 13-17 ກັນ ຍາ 2022 ນີ້. ເຊິ່ງພິທີຕ້ອນຮັບທາງການໄດ້ຈັດຂື້ນໃນຕອນບ່າຍຂອງໃນວັນທີ 13 ກັນຍາ 2022 ນີ້, ຢູ່ທີກະຊວງປ້ອງກັນປະເທດ ໂດຍການຕ້ອນຮັບຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.

ພາຍຫຼັງສໍາເລັດພິທີຕ້ອນຮັບ ຢ່າງເປັນທາງການ, ທັງສອງຝ່າຍ ກໍໄດ້ພົບປະແລກປ່ຽນຕີລາຄາຄືນ ສະພາບວຽກງານດ້ານຕ່າງໆ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິ ບັດ ໃນໄລຍະຜ່ານມາ ບົນພື້ນຖານທີ່ມີ ມູນເຊື້ອສາຍພົວພັນອັນດີ ແລະ ຄວາມສາມັກຄີແບບພິເສດ ລະຫວ່າງ ສອງຊາດ, ສອງພັກ ກໍຄື ສອງ ກອງທັບ ລາວ – ຫວຽດນາມ, ໃນໄລຍະຜ່ານມາການປະ ຕິບັດອະນຸສັນຍາຮ່ວມມືລະຫວ່າງ ສອງກະຊວງ ປ້ອງກັນປະເທດລາວ-ຫວຽດ ນາມ ພວກເຮົາແມ່ນໄດ້ບັນລຸໝາກຜົນຫຼາຍດ້ານ ຢ່າງໜ້າພາກພູມໃຈ, ກົນໄກການຈັດຕັ້ງ ປະຕິບັດອານຸສັນຍາໄດ້ມີຄວາມກົມກຽວກັນ, ມີການປະສານສົມ ທົບນຳກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນດີ, ບົນຈິດໃຈ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງ ສອງຊາດ, ສອງກອງທັບລາວ- ຫວຽດນາມ ອ້າຍນ້ອງຢ່າງແທ້ຈິງ. ພ້ອມດຽວກັນນີ້ທັງສອງຝ່າຍກໍໄດ້ເຫັນດີເປັນເອກະພາບບົນພື້ນຖານແມ່ນປະຕິບັດຕາມການຕົກລົງຂອງກົມການເມືອງສູນ ກາງພັກທັງສອງ ຝ່າຍ ແລະ ອະນຸສັນຍາວ່າດ້ວຍການຮ່ວມືຊ່ວຍເຫຼືອເຊິ່ງ ແລະ ກັນລະຫວ່າງ 2 ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ແຕ່ 2020-2024 ແລະ ແຜນການຮ່ວມມືໃນປີ 2022.

ຮັກສາການພົບປະສ້າງສັນຊາຍແດນຂັ້ນລັດ ຖະມົນຕີ ທ້າຍປີ 2022 ນີ້ ເຊິ່ງລາວຈະເປັນເຈົ້າພາບຈັດ, ການຮ່ວມມືທາງດ້ານວຽກ ງານພັກ-ວຽກງານການເມືອງ, ການກໍ່ສ້າງກໍາລັງ, ວຽກງານແລກປ່ຽນ ຄະນະຜູ້ ແທນ, ແລກປ່ຽນຂໍ້ມູນຂ່າວສານ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງບ້ານ ແລະ ກຸ່ມບ້ານພັດທະນາຕາມບໍລິເວນຊາຍແດນໂດຍສະເພາະ 2 ກຸ່ມບ້ານ ຢູ່ ແຂວງຜົ້ງສາລີ ແລະ ແຂວງຫົວພັນ ເຊິ່ງສອງຝ່າຍ ໄດ້ເປິດໂຄງການຢ່າງເປັນທາງການ. ສືບຕໍ່ວຽກງານຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍ ສະຫຼະຊີວິດຢູ່ລາວໃນສະໄໝສົງຄາມກັບຄືນປະເທດ. ສືບຕໍ່ຊຸກຍູ້ວຽກງານເຕັກນິກ ແລະ ອຸດສາຫະກໍາປ້ອງກັນຊາດສອງຝ່າຍ ເປັນຕົ້ນແມ່ນ : ການຊ່ວຍເຫຼືອລ້າ ການຈັດຫາທາງດ້ານສາວຸດຍຸດໂທປະກອນການແບກຫາບທີ່ຝ່າຍຫວຽດນາມສາມາດຜະລິດ ແລະ ຈໍາໜ່າຍໃຫ້ຝ່າຍລາວໄດ້, ສືບຕໍ່ຊຸກຍູ້ວຽກ ງານຮ່ວມມື ແລະ ອໍານວຍຄວາມສະ ດວກໃນການຂົນສົ່ງອຸປະກອນເຕັກນິກການທະຫານຜ່ານດິນແດນຂອງຫວຽດ ນາມ ມາຍັງ ສປປ ລາວ, ເອົາໃຈໃສ່ຍົກສູງຄຸນນະພາບຂອງວຽກງານກໍ່ສ້າງພະນັກ ງານທະຫານໜຸ່ມລາວ ຢູ່ ສສ ຫວຽດນາມ ໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະ ພາບ, ພິເສດແມ່ນສະເໜີເພີ່ມຈໍານວນນັກຮຽນຮຸ່ນສືບທອດ ເຈີນກັວກຕ່ວນ ໃນປີສາມະຄີມິດຕະພາບ ລາວ-ຫວຽດ ນາມ 2022 ນີ້, ສະເໜີໃຫ້ສອງກະຊວງປ້ອງກັນປະເທດເຮົາສືບຕໍ່ສ້າງບັນດາກິດຈະກໍາພົບປະ ສ້າງສັນ ເຊັ່ນ: ແລກປ່ຽນທາງດ້ານສິລະປະການສະແດງ, ວັດທະ ນະທຳ ແລະ ແລກປ່ຽນນາຍທະຫານໜຸ່ມເຊິ່ງກັນ ແລະ ກັນ.

ສືບຕໍ່ຍ້ອງຍໍກົມກອງລວມໝູ່ ແລະ ບຸກຄົນ ໃນປີສາມະຄີມິດຕະ ພາບ ລາວ-ຫວຽດນາມ 2022 ຂອງທັງສອງກອງທັບໃຫ້ມີບັນຍາກາດເບີກ ບານມ່ວນຊື່ນ ລວມໄປເຖິງບັນຫາອື່ນໆທີ່ທັງສອງຝ່າຍໄດ້ຕົກລົງ ແລະ ເຫັນດີຮ່ວມ ກັນ.ໂອກາດນີ້ ສະຫາຍ ພົນເອກ ຟານ ວັນຢາງ ກໍໄດ້ຕີລາຄາສູງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ລາຍງານກ່ຽວກັບການເດີທາງມາຢ້ຽມຢາມໃນຄັ້ງນີ້ ກໍ່ເພື່ອເປັນການເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດ, ຄວາມປອງດອງອັນແໜ້ນແຟ້ນ, ສະໜິດສະໜົມ ລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ- ລາວ ທັງເປັນການປະກອບສ່ວນເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມືໃນທຸກຂົງເຂດວຽກງານໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະ ໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດໄປ, ພ້ອມທັງເປັນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ສອງກອງທັບປະຊາຊົນ ລາວ-ຫວຽດນາມ ໃຫ້ໄດ້ຮັບການເສີມ ຂະຫຍາຍ ແລະ ແຕກດອກອອກ ຜົນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ໂດຍ: ອາວຸ້ນ

ແຕ່ງຕັ້ງທະນາຄານຊໍາລະສະສາງເງິນຢວນ ໃນຮູບແບບຈົດໝາຍວຽນ

“ທະນາຄານແຫ່ງ ສປປ ລາວ ສໍາເລັດການລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການແຕ່ງຕັ້ງທະນາຄານຊໍາລະສະສາງເງິນຢວນ ຮ່ວມກັບ ທະນາຄານປະຊາຊົນຈີນ ໃນຮູບແບບຈົດໝາຍວຽນ”

ໃນວັນທີ 07 ກັນຍາ 2022, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ອີ້ ກັງ, ຜູ້ວ່າການ ທະນາຄານປະຊາຊົນຈີນ ໄດ້ສໍາເລັດການລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການແຕ່ງຕັ້ງທະນາຄານ ຊໍາລະສະສາງເງິນຢວນ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານປະຊາຊົນຈີນ ໃນຮູບແບບຈົດໝາຍວຽນ. ການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ຈະເປັນພື້ນຖານອັນສໍາຄັນໃຫ້ແກ່ການຮ່ວມມືໃນວຽກງານບໍລິການດ້ານການເງິນລະຫວ່າງ ສປປ ລາວ-ສປ.

ຈີນ ໂດຍສະເພາະແມ່ນການຄຸ້ມຄອງລະບົບການຊຳລະຂ້າມແດນ ສປປ ລາວ-ສປ. ຈີນ ເຮັດໃຫ້ການຊຳລະຂ້າມແດນລະຫວ່າງສອງປະເທດ ໄດ້ຮັບການຕິດຕາມ, ເກັບກຳ ແລະ ສັງລວມຂໍ້ມູນ ໄດ້ຢ່າງລວມສູນ ພ້ອມທັງເປັນການຊ່ວຍຊຸກຍູ້ສົ່ງເສີມໃຫ້ບັນດາວິສາຫະກິດ ແລະ ສະຖາບັນການເງິນຂອງທັງສອງປະເທດນໍາໃຊ້ສະກຸນເງິນຢວນ ເຂົ້າໃນການດໍາເນີນທຸລະກໍາຂ້າມແດນ ສປປ ລາວ-ສປ. ຈີນ ແລະ ຊຸກຍູ້ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນສອງຝ່າຍໃນຕໍ່ໜ້າ.

ແຫຼ່ງຂ່າວ: ທະນາຄານແຫ່ງ ສປປ ລາວ – Bank of the Lao PDR

ຕ້ອນຮັບ ລັດຖະມົນຕີ ກະຊວງປ້ອງກັນປະເທດ ສສ ຫວຽດນາມ

ເລຂາທິການໃຫຍ່ ຕ້ອນຮັບ ລັດຖະມົນຕີ ກະຊວງປ້ອງກັນປະເທດ ສສ ຫວຽດນາມ.

ໃນວັນທີ 13 ກັນຍາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະ ນະບໍລິຫານງານ ສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນເອກ ຟານ ວັນ ຢາງ ກຳມະ ການກົມການເມືອງສູນກາງພັກກອມ ມູນິດ ຫວຽດນາມ, ລັດຖະມົນຕີກະຊວງປ້ອງ ກັນປະເທດ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງ ການ ແລະ ເຂົ້າຮ່ວມຊົມການຝຶກຊ້ອມກູ້ໄພພິບັດ 3 ກອງທັບ (ລາວ-ຫວຽດ ນາມ-ກຳປູເຈຍ) ແຕ່ວັນທີ 13-17 ກັນຍາ 2022.

ສະຫາຍ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຕ້ອນຮັບຍິນດີ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ສະຫາຍ ພົນເອກ ຟານ ວັນ ຢ່າງ ຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການຮັດແໜ້ນສາຍພົວ ພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ, ທັງເປັນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ- ຫວຽດ ນາມ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫຼອດໄປ.

ໂອກາດນີ້, ສະຫາຍ ພົນເອກ ຟານ ວັນ ຢາງ ໄດ້ຕາງໜ້າຄະນະ ສະແດງຄວາມຂອບໃຈມາຍັງ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ ສະແດງຄວາມດີໃຈທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ-ລາວ ສືບຕໍ່ມີການພັດທະນາຢ່າງຕໍ່ເນື່ອງ ໃນຫລາຍຂົງເຂດ. ພ້ອມນີ້, ສະຫາຍຍັງໄດ້ລາຍງານໃຫ້ຊາບຫຍໍ້ກ່ຽວກັບຈຸດປະສົງ ຂອງການມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະ ການເຂົ້າຮ່ວມຊົມການຝຶກຊ້ອມກູ້ໄພພິບັດ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ) ຕື່ມອີກ.

ສປປ ລາວ ມີພະນັກງານລັດຖະກອນທັງໝົດ 176.151 ຄົນ ໃນປີ 2021

ທ່ານ ທອງຈັນ ມະນີໄຊ, ລັດຖະມົນຕີກະຊວງພາຍໃນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປະຈໍາປີ 2022 ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້ ວ່າ: ມາຮອດປີ 2021 ຜ່ານມານີ້, ສປປ ລາວ ມີພະນັກງານລັດຖະກອນທັງໝົດ 176.151 ຄົນ, ຍິງ 83.102 ຄົນ, ທຽບໃສ່ປີ 2020 ຫຼຸດລົງ 2.670 ຄົນ, ໃນນີ້ ຫຼາຍກວ່າໝູ່ແມ່ນລັດຖະກອນຄູ ມີ 74.041 ຄົນ, ຍິງ 40.081 ຄົນ, ກວມເອົາ 42% ຂອງຈໍານວນພະນັກງານລັດຖະກອນທັງໝົດໃນທົ່ວປະເທດ.

ຈໍານວນພະນັກງານລັດຖະກອນທັງໝົດ ແມ່ນເທົ່າກັບ 2,4% ຂອງປະຊາກອນທີ່ມີໃນທົ່ວປະເທດ ແລະ ຖ້າທຽບໃສ່ບັນດາປະເທດສະມາຊິກອາຊຽນ ລາວເຮົາຢູ່ອັນດັບທີ 4 ທີ່ມີພະນັກງານລັດຖະກອນຫຼາຍທີ່ສຸດ, ທ່ານໃຫ້ຮູ້ຕື່ມວ່າ: ປະເທດໃນອາຊຽນທີ່ມີພະນັກງານລັດຖະກອນຫຼາຍກວ່າລາວ ແມ່ນມີເສດຖະກິດເຂັ້ມແຂງ ໂດຍສະເພາະບຼູໄນ ແລະ ສິງກະໂປ, ແຕ່ສໍາລັບລາວເຮົາ ຖືເປັນສິ່ງທ້າທາຍຫລາຍໃນການຄຸ້ມຄອງພະນັກງານລັດຖະກອນ ແລະ ມີຄວາມຈໍາເປັນຕ້ອງຫລຸດຈໍານວນລົງ, ແລ້ວຫັນໄປນໍາໃຊ້ລະບົບຄຸ້ມຄອງທີ່ທັນສະໄໝ, ບັນຈຸພະນັກງານລັດຖະກອນໃໝ່ໂດຍເນັ້ນໃສ່ຄຸນນະພາບ, ແກ້ໄຂບັນຫາຄົນເຫຼືອບໍ່ພໍ ຍົກຕົວຢ່າງ: ຮຽນຈົບປ່າໄມ້ແຕ່ໄປເຮັດວຽກຄົມມະນາຄົມ ແລະ ອື່ນໆ ເຮັດໃຫ້ກໍາວຽກວິຊາສະເພາະບໍ່ໄດ້ ແລະ ສົ່ງຜົນຕໍ່ຄຸນນະພາບຂອງວຽກງານ. ສ່ວນເຫຼືອບໍ່ພໍຂອງລັດຖະກອນຄູ ແມ່ນຄູສອນຢູ່ໃນຕົວເມືອງເຫຼືອ ແຕ່ຄູສອນຢູ່ຊົນນະບົດບໍ່ພຽງພໍ.​

ທ່ານກ່າວຕື່ມວ່າ: ລັດຖະບານໄດ້ປະກາດບໍ່ໃຫ້ຮັບເອົາພະນັກງານສັນຍາຈ້າງ, ແຕ່ໃນໄລຍະຜ່ານມາ ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງສາທາລະນະສຸກ ມີໂຄງການຊ່ວຍເຫລືອລ້າຈາກຕ່າງປະເທດ ຈິ່ງຮັບເອົາພະນັກງານສັນຍາຈ້າງເພື່ອຊ່ວຍວຽກເປັນແຕ່ລະໄລຍະ ເມື່ອວຽກສໍາເລັດກໍແລ້ວໄປ, ແຕ່ຕໍ່ມາ ຄໍາວ່າພະນັກງານອາສາສະໝັກເກີດຂຶ້ນ ເຊີ່ງອາສາສະໝັກນີ້ ໝາຍເຖີງການອາສາເຮັດວຽກໃຫ້ລັດຖະບານໂດຍບໍ່ໄດ້ເງິນເດືອນ ແຕ່ມີອົງການປົກຄອງ ຫຼື ປະຊາຊົນທ້ອງຖິ່ນທີ່ກ່ຽວຂ້ອງຊ່ວຍເບິ່ງແຍງດ້ານການກິນຢູ່, ບາງຄົນເຮັດວຽກດີກວ່າຜູ້ທີ່ເປັນລັດຖະກອນແລ້ວ, ບາງຄົນເຮັດວຽກຫຼາຍປີຈົນອາຍຸເກີນເຂົ້າເປັນລັດຖະກອນ ຫລື ເກີນ 35 ປີກໍມີ.

ຄວາມຈິງແລ້ວ, ບໍ່ມີປະເທດໃດທີ່ສາມາດຮັບເອົານັກສຶກສາທີ່ຮຽນຈົບຈາກສະຖາບັນການສຶກສາຕ່າງໆ ເຂົ້າເປັນພະນັກງານລັດຖະກອນໄດ້ໝົດທຸກຄົນ ແຕ່ເຂົ້າເຈົ້າມີຫລາຍຫົວໜ່ວຍທຸລະກິດທີ່ຮອງຮັບ. ດັ່ງນັ້ນ ເວົ້າສະເພາະການແກ້ໄຂບັນຫາຄູ ແລະ ແພດອາສາສະໝັກຢູ່ລາວ, ກະຊວງພາຍໃນໄດ້ຮ່ວມກັບສອງກະຊວງທີ່ກ່ຽວຂ້ອງແກ້ໄຂຕາມທິດຊີ້ນໍາຂອງລັດຖະບານ ດ້ວຍການແກ້ໄຂພະນັກງານສັນຍາຈ້າງ ຫລື ອາສາສະໝັກເປັນບຸລິມະສິດສໍາຄັນ ແຕ່ຕ້ອງຜ່ານຂະບວນການສອບເສັງຄັດເລືອກຢ່າງລະອຽດ ແລະ ຖືກຕ້ອງຕາມສາຍທີ່ຮຽນມາເພື່ອໃຫ້ໄດ້ມາດຕະຖານທີ່ ຄົບຖ້ວນ.

ຢ່າງໃດກໍຕາມ ໃນຂະບວນການຈັດຕັ້ງປະຕິບັດຕົວຈິງ, ລັດຖະມົນຕີກະຊວງພາຍໃນ ຍອມຮັບວ່າ: ບາງບ່ອນຍັງມີປະກົດການຫຍໍ້ທໍ້ເກີດຂຶ້ນ ແລະ ບໍ່ໄປຕາມຂະບວນການທີ່ກໍານົດ ຍ້ອນຍັງມີບັນຫາເຈ້ຍນ້ອຍເຈ້ຍໃຫຍ່ ຫລື ບັນຫາຄົນເຈົ້າຄົນຂ້ອຍເກີດຂຶ້ນ ເຊີ່ງນີ້ໄດ້ກາຍເປັນບັນຫາສໍາຄັນທີ່ຕ້ອງໄດ້ແກ້ໄຂໃຫ້ໄດ້ຢ່າງເດັດຂາດໃນຕໍ່ໜ້າ.

ແຫຼ່ງຂ່າວ: FM 90

ພິທີ ມອບ-ໂອນ ຄະນະພັກຮາກຖານ ອົງການກາແດງລາວ

ພິທີມອບ-ໂອນ ຄະນະພັກຮາກຖານ ອົງການກາແດງແຫ່ງຊາດລາວ ຈາກອົງຄະນະພັກກະຊວງແຮງງານ ແລະ ສະຫວັດການສັງຄົມ(ຮສສ) ໄປຂຶ້ນກັບອົງຄະນະພັກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ(ຫສນຍ) ໄດ້ຈັດຂຶ້ນໃນວັນທີ 13 ກັນຍາ 2022 ຢູ່ທີ່ເຮືອນຮັບແຂກກະຊວງ ຮສສ, ໂດຍການລົງນາມມອບ-ໂອນ ລະຫວ່າງ ສະຫາຍນາງ ໃບຄໍາຂັດທິຍະ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ ຮສສ ແລະ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະພັກ ຫສນຍ, ມີຄະນະພັກທັງສອງພາກສ່ວນເຂົ້າຮ່ວມ. ທັງນີ້ ເປັນການປະຕິບັດຕາມແຈ້ງການຂອງ ຄະນະຈັດຕັ້ງສູນກາງພັກ.

ໃນໂອກາດນີ້, ສະຫາຍ ດຣ ສິງ ເມໂນລາດ ເລຂາຄະນະພັກຮາກຖານ ອົງການກາແດງ ແຫ່ງຊາດລາວ ໄດ້ລາຍງານໃຫ້ຮູ້ວ່າ: ຄະນະພັກອົງການກາແດງ ແຫ່ງຊາດລາວ ປະກອບມີ 4 ຫນ່ວຍພັກຂຶ້ນກັບຄື: ຫນ່ວຍພັກຫ້ອງການ, ຫນ່ວຍພັກບັນເທົາທຸກ, ຫນ່ວຍພັກສົ່ງເສີມສຸຂະພາບ ແລະ ໂຄສະນາຂົນ ຂວາຍການກຸສົນ ແລະ ຫນ່ວຍພັກສູນເລືອດ ແຫ່ງຊາດ.

ໃນໄລຍະ 6 ປີຜ່ານມາ ການນໍາພາຈັດຕັ້ງປະ ຕິບັດວຽກງານແຕ່ລະດ້ານ ແມ່ນມີທັງສິ່ງອໍານວຍ ແລະ ເງື່ອນໄຂສະດວກ, ພ້ອມທັງມີສິ່ງທ້າທາຍຫຍຸ້ງ ຍາກ ແຕ່ດ້ວຍຄວາມເອົາໃຈໃສ່ຊີ້ນໍາ-ນໍາພາ ຢ່າງໃກ້ຊິດຂອງບັນດາຫນ່ວຍພັກ ດ້ວຍນໍ້າໃຈບຸກທະລຸຂອງສະມາຊິກພັກ-ພະນັກງານ ທຸກສະຫາຍ ເຮັດໃຫ້ສາມາດຜ່ານຜ່າສິ່ງທ້າທາຍຕ່າງໆ ແລະ ສາມາດຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ຫນ້າທີ່ການເມືອງຂອງຕົນ ຈົນມີຜົນສໍາເລັດເລື້ອຍມາ.

ໃນໂອກາດດຽວກັນ, ສະຫາຍນາງ ໃບຄໍາ ຂັດທິຍະ ແລະ ສະຫາຍ ອາລຸນໄຊ ສູນນະລາດ ຕ່າງກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ການເຄື່ອນໄຫວຫນ້າທີ່ການເມືອງຂອງ ຄະນະພັກອົງການກາແດງ ແຫ່ງຊາດລາວ ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ຄະນະພັກ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ຂອງພະນັກງານ-ສະມາຊິກພັກ ໃຫ້ມີຄຸນທາດການເມືອງຫນັກແຫນ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມເຊື່ອຫມັ້ນ ຕໍ່ການນໍາພາຂອງພັກ ເພື່ອເຮັດສໍາເລັດຫນ້າທີ່ທີ່ຖືກມອບຫມາຍ.

ແຫຼ່ງຂ່າວ: ຂປລ

ເຊັນສັນຍາຂາຮຸ້ນຮ່ວມສ້າງຕັ້ງບໍລິສັດພັດທະນາສາງເກັບນ້ຳມັນເຊື້ອໄຟ

3 ບໍລິສັດ ເຊັນສັນຍາຂາຮຸ້ນຮ່ວມສ້າງຕັ້ງບໍລິສັດພັດທະນາສາງເກັບນ້ຳມັນເຊື້ອໄຟ ທີ່ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ

ເພື່ອປະກອບສ່ວນໃນການຕອບສະໜອງຄວາມຕ້ອງການຂອງປະເທດຊາດໃນປັດຈຸບັນ ເພື່ອຊ່ວຍແກ້ໄຂບັນຫາວິກິດການນໍ້າມັນແພງໃນໄລຍະນີ້ ແລະ ສ້າງຄວາມໝັ້ນຄົງດ້ານພະລັງງານໃນໄລຍະຍາວ, 3 ບໍລິສັດຄື: ບໍລິສັດ ພີທີແອວ ໂຮນດິ້ງ, ບໍລິສັດ ມູຮິບບາ ເອັນຈິເນຍລິ້ງ ແລະ ບໍລິສັດ ໂອເອັດດີ ໂຮນດິ້ງ ໄດ້ຈັບມືກັນເຊັນສັນຍາຂາຮຸ້ນຮ່ວມສ້າງຕັ້ງບໍລິສັດ ພີແອວເຮັດ ພັດທະນາສາງເກັບນ້ຳມັນເຊື້ອໄຟ ທີ່ເຂດໂລຊິດສະຕິກ, ນະຄອນຫຼວງວຽງຈັນ.

ພິທີເຊັນສັນຍາຂາຮຸ້ນ ເພື່ອຮ່ວມສ້າງຕັ້ງບໍລິສັດ ພີແອວເຮັດ ຈຳກັດ (PLH Co., LTD) ວ່າດ້ວຍການພັດທະນາ ສາງເກັບນ້ຳມັນເຊື້ອໄຟ ທີ່ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 9 ກັນຍາ 2022 ທີ່ໂຮມແຮມແລນມາກ, ນະຄອນຫຼວງວຽງຈັນ ຕາງໜ້າ ບໍລິສັດ ພີທີແອວ ໂຮນດິ້ງ ລົງນາມເຊັນສັນຍາໂດຍ ທ່ານ ຈັນທອນ ສິດທິໄຊ, ປະທານ ບໍລິສັດ ວຽງຈັນໂລຊິດສະຕິກ ພາກຈໍາກັດ, ທ່ານ ອຸເດດ ສຸວັນນະວົງ, ປະທານບໍລິສັດ ໂອເອັດດີ ໂຮນດິ້ງ ຈຳກັດຜູ້ດຽວ ແລະ ທ່ານ ແມັກ ງ່ານບຸ່ນ, ຜູ້ອຳນວຍການໃຫຍ່ ບໍລິສັດ ມູຮິບບາ ເອັນຈິເນຍລິ້ງ ຈຳກັດ, ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍແຂກຖືກເຊີນທັງພາກລັດ, ພາກທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: ການພັດທະນາສາງເກັບນ້ຳມັນເຊື້ອໄຟ ທີ່ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນນີ້ ມີຈຸດປະສົງຫຼັກເພື່ອປະກອບສ່ວນໃນການຕອບສະໜອງຄວາມຕ້ອງການຂອງປະເທດຊາດໃນປັດຈຸບັນ ເພື່ອຊ່ວຍແກ້ໄຂບັນຫາວິກິດການນໍ້າມັນແພງໃນໄລຍະນີ້ ແລະ ສ້າງຄວາມໝັ້ນຄົງດ້ານພະລັງງານ ໃນໄລຍະຍາວ, ຮັບປະການສະໜອງພະລັງງານເຊື້ອໄຟໃຫ້ແກ່ສັງຄົມຢ່າງສະໝໍ່າສະເໝີ, ຮັບປະກັນການປະກອບພັນທະເຂົ້າງົບປະມານຢ່າງຄົບຖ້ວນ. ດັ່ງນັ້ນ, 3 ບໍລິສັດພວກຂ້າພະເຈົ້າ ຈຶ່ງໄດ້ຮ່ວມມືກັນພັດທະນາສາງເກັບນ້ຳມັນເຊື້ອໄຟ ທີ່ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເຊິ່ງຄາດວ່າຈະສຳເລັດການກໍ່ສ້າງ ພາຍໃນ 1 ປີ, ຈະສາມາດຮັບຮອງສິນຄ້ານ້ຳມັນເຊື້ອໄຟຕາມແຜນໄດ້ 100 ລ້ານລິດ ເຊິ່ງຈະສາມາດຮັບຮອງ ແລະ ສະໜອງນ້ຳມັນເຊື້ອໄຟໃຫ້ທົ່ວປະເທດພຽງພໍໄດ້ໃນໄລຍະ 2 ເດືອນ.

ແຫຼ່ງຂ່າວ: ເສດຖະກິດການຄ້າ

ຮຽກຮ້ອງໃຫ້ທຸກຄົນຮຽນຮູ້ໜັງສື ຢ່າງທົ່ວເຖິງ

ລັດຖະມົນຕີ ສສກ ຮຽກຮ້ອງໃຫ້ທຸກຄົນຮຽນຮູ້ໜັງສື ຢ່າງທົ່ວເຖິງ

ໃນອາທິດຜ່ານມາ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳເຫັນຄວາມໝາຍສໍາຄັນຂອງ ວັນທີ 8 ກັນຍາຂອງທຸກປີ ຊຶ່ງແມ່ນວັນສາກົນແຫ່ງການຮຽນຮູ້ໜັງສື ໂດຍປີນີ້ຄົບຮອບ 57 ປີ ໂດຍເນັ້ນໃຫ້ຄົນທັງຫລາຍໄດ້ຮຽນຮູ້ໜັງສືໃຫ້ຫລາຍຂຶ້ນ, ຫລຸດພົ້ນຈາກຄວາມບໍ່ຮູ້ໜັງສື, ສາມາດອ່ານອອກ ຂຽນເປັນ ຈົບການສຶກສາພາກບັງຄັບ ແລະ ສາມາດນໍາໃຊ້ຄວາມຮູ້ໄປສູ່ການປະຕິບັດຕົວຈິງ ເພື່ອຍົກລະດັບຄຸນນະພາບຊີວິດ ຂອງຜູ້ຮຽນໃຫ້ດີຂຶ້ນໄປເລື້ອຍໆ ແລະ ສືບຕໍ່ຮຽນຮູ້ ຢູ່ຕະຫລອດຊີວິດ ພ້ອມທັງປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງປະ ເທດຊາດໃຫ້ຈະເລີນຮຸ່ງເຮືອງກ້າວໜ້າ.

ໃນແຕ່ລະປີ ອົງການອຸຍແນັດສະໂກ ໄດ້ມີສານໃຫ້ລັດພາຄີໃຫ້ເອົາໃຈໃສ່ສົ່ງເສີມການຮຽນຮູ້ໜັງສື ແລະ ການພັດທະນາແບບຍືນຍົງ ພ້ອມທັງມີຄໍາຂວັນອອກໃນແຕ່ລະປີ ຄຳຂວັນສໍາລັບປີ 2022 ແມ່ນ“ການຫັນປ່ຽນຮູບແບບການຮຽນຮູ້ໜັງສື” ຊຶ່ງໝາຍເຖິງການເຮັດໃຫ້ການຮຽນຮູ້ໜັງສືມີຫລາກຫລາຍຮູບແບບ, ມີການຮຽນແບບເຊິ່ງໜ້າ, ແບບ online ຫລື ແບບວິທີຮຽນ ເນັ້ນການຈັດການຮຽນ-ການສອນ ພາກປະຕິບັດຕົວຈິງຫລາຍກວ່າພາກທິດສະດີ ໂດຍເນັ້ນເອົານັກຮຽນເປັນໃຈກາງ. ນອກນັ້ນ, ຍັງໃຫ້ໂອກາດຜູ້ຮຽນໄດ້ຮັບການຝຶກທັກສະດ້ານຕ່າງໆ ໄປຕາມການປ່ຽນແປງຂອງເສດຖະກິດ ແລະ ສັງຄົມໃນປັດຈຸບັນ. ເຖິງແມ່ນວ່າ ລັດຖະບານຫລາຍປະເທດໄດ້ເອົາໃຈໃສ່ ແລະ ສົ່ງເສີມການຮຽນຮູ້ໜັງສືກໍຕາມ, ແຕ່ມາຮອດປີ 2020 ຍັງມີຜູ້ບໍ່ຮູ້ໜັງສື 773 ລ້ານຄົນໃນທົ່ວໂລກ. ໃນນັ້ນ, 2/3 ແມ່ນແມ່ຍິງທີ່ຂາດທັກສະການອ່ານການຂຽນໂດຍພື້ນຖານ ແລະ ກຳລັງປະເຊີນໜ້າກັບຄວາມສ່ຽງເພີ່ມຂຶ້ນໃນການຮັກສາສຸຂະພາບ, ການເຂົ້າເຖິງວຽກເຮັດງານທຳ ແລະ ການດໍາລົງຊີວິດໂດຍລວມຂອງເຂົາ ເຈົ້າ. ສະເພາະໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ມີປະຊາກອນໃນໄວຮຽນທົ່ວໂລກ 24 ລ້ານຄົນ ປະລະການຮຽນ.

ທ່ານ ຮສ.ປອ ພຸດ ສິມມາລາວົງ ຊີ້ໃຫ້ເຫັນອີກວ່າ: ສຳລັບ ສປປ ລາວ ເວລາໃດ ພັກ ແລະ ລັດຖະ ບານ ກໍໄດ້ໃຫ້ຄວາມສໍາຄັນໃນການພັດທະນາຊັບພະ ຍາກອນມະນຸດ ຊຶ່ງໄດ້ເອົາໃຈໃສ່ຂະຫຍາຍຕະໜ່າງການສຶກສາໃຫ້ທົ່ວເຖິງ ໃນຂອບເຂດທົ່ວປະເທດ ພ້ອມທັງສ້າງທຸກເງື່ອນໄຂ ເພື່ອໃຫ້ພົນລະເມືອງລາວ ແລະ ຜູ້ທີ່ອາໄສຢູ່ ສປປ ລາວ ສາມາດເຂົ້າເຖິງການສຶກສາທີ່ມີຄຸນນະ ພາບຢ່າງສະເໝີພາບ ແລະ ເທົ່າທຽມກັນ.

ຢ່າງໃດກໍຕາມ ຍັງມີປະຊາກອນທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ຜູ້ດ້ອຍໂອກາດຈຳນວນໜຶ່ງ ທີ່ບໍ່ຮູ້ໜັງສື, ຍັງມີເດັກນ້ອຍໃນເກນອາຍຸຈຳນວນໜຶ່ງ ບໍ່ໄດ້ເຂົ້າເຖິງການສຶກສາໄດ້ຢ່າງເຕັມສ່ວນ.

ສະເພາະສົກຮຽນ 2021-2022 ອັດຕາປະລະການຮຽນຈາກຊັ້ນປະຖົມສຶກສາ 4,9%, ມັດທະຍົມຕົ້ນ 11% ນີ້ແມ່ນສິ່ງທ້າທາຍອັນໃຫຍ່ຫລວງຂອງປະເທດພວກເຮົາ ຈຶ່ງຮຽກຮ້ອງໃຫ້ພວກເຮົາທຸກຄົນ ຕ້ອງໄດ້ສຸມໃສ່ວຽກງານການຈັດການຮຽນ-ການສອນ, ການປຸກລະດົມໃຫ້ນັກຮຽນທີ່ປະລະໄດ້ກັບມາຮຽນ, ຈັດຕັ້ງກັນຮຽນບຳລຸງໃຫ້ກຸ່ມເປົ້າໝາຍບ່ອນທີ່ມີເງື່ອນໄຂ ແລະ ນໍາໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດແກ່ການສຶກສາ ເຖິງແມ່ນວ່າຈະຕົກຢູ່ໃນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ໃນສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ລະບາດໄປທົ່ວໂລກກໍຕາມ.

ພ້ອມນັ້ນໄດ້ຮຽກຮ້ອງໃຫ້ທົ່ວສັງຄົມ ເປັນຕົ້ນ ຜູ້ບໍລິຫານການສຶກສາ, ຄູອາຈານແຕ່ລະຂັ້ນ ຈົ່ງໄດ້ພະຍາຍາມຈັດການສຶກສາໃຫ້ທົ່ວເຖິງ ທຸກກຸ່ມເປົ້າໝາຍທີ່ດ້ອຍໂອກາດ, ຜູ້ທຸກຍາກ, ເພດຍິງ, ຊົນເຜົ່າ, ຜູ້ພິການໃຫ້ໄດ້ຮັບການສຶກສາ ທີ່ມີຄວາມສະເໝີພາບ ແລະ ເທົ່າທຽມ, ສ້າງປັດໄຈເພື່ອເອື້ອອຳນວຍໃຫ້ທຸກຄົນ ສາມາດເຂົ້າເຖິງການສຶກສາ, ສ້າງພື້ນຖານເພື່ອຮອງຮັບການສຶກສາໄລຍະໃໝ່ ໂດຍຫັນການສຶກສາໄປສູ່ “ການຫັນປ່ຽນຮູບແບບການຮຽນຮູ້ໜັງສື” ຕາມຄໍາຂວັນຂອງອຸຍແນັດໂກ.

ແຫຼ່ງຂ່າວ: ຂປລ

ປຶກສາຫາລືວຽກງານຄຸ້ມຄອງລົດບັນທຸກໜັກທີ່ນຳໃຊ້ເສັ້ນທາງຊົນນະບົດ

ປຶກສາຫາລືວຽກງານຄຸ້ມຄອງລົດບັນທຸກໜັກທີ່ນຳໃຊ້ເສັ້ນທາງຊົນນະບົດ ຢູ່ແຂວງຄໍາມ່ວນ.

ກອງປະຊຸມປຶກສາຫາລືວຽກງານຄຸ້ມຄອງລົດບັນທຸກໜັກ ທີ່ນຳໃຊ້ເສັ້ນທາງຊົນນະບົດ ໂຄງການພັດທະນາຊົນນະບົດໄລຍະ II ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2022 ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ທ່ານ ຂວັນຕາ ດວງລາຕີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ຕາງໜ້າກົມຂົວທາງກະຊວງ ຍທຂ, ມີບັນດາອໍານາດການປົກຄອງເມືອງໄຊບົວທອງ, ບົວລະພາ, ພ້ອມດ້ວຍພະນັກງານຂະແໜງຂົວທາງຂັ້ນແຂວງ ແລະ ເມືອງ, ຕະຫຼອດຮອດຕາງໜ້າສະຖາບັນໂຍທາທິການ ແລະ ຂົນສົ່ງ ກະຊວງ ຍທຂ, ຊ່ຽວຊານທີ່ປືກສາໂຄງການພັດທະນາຊົນນະບົດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ເສີມຄໍາ ຈັນທະວົງ, ຫົວໜ້າໂຄງການພັດທະນາຊົນນະບົດ ໄລຍະ III, ຜູ້ປະສານງານວຽກງານບູລະຮັກສາທາງຊົນນະບົດແບບມີສ່ວນຮ່ວມຈາກຊຸມຊົນ (VMC) ໄດ້ກ່າວວ່າ:

ການຊ່ວຍເຫຼືອຂອງປະຊາຊົນ ແລະ ລັດຖະບານ ສສ ເຢຍລະມັນ ໂດຍຜ່ານທະນາຄານເພື່ອການພັດທະນາ (KfW) ໄດ້ເລີ່ມແຕ່ ປີ 2003 ເປັນຕົ້ນມາເລີ່ມຈາກ ໄລຍະ 1 ຫາ ໄລຍະ 6 ໃນຂະແໜງການກໍ່ສ້າງພື້ນຖານໂຄງລ່າງທາງຊົນນະບົດ ພາຍໃນແຂວງ ເຊິ່ງມີບັນດາແຂວງທີ່ໄດ້ຮັບທືນການຊ່ວຍເຫລືອໃນໄລຍະຜ່ານມາມີ: ບໍ່ແກ້ວ, ຫລວງນໍ້າທາ, ອຸດົມໄຊ, ໄຊຍະບູລີ, ອັດຕະປື, ເຊກອງ, ສາລະວັນ, ສະ ຫວັນະເຂດ, ຫົວພັນ ແລະ ແຂວງຄໍາມ່ວນ. ສໍາລັບແຂວງຄໍາມ່ວນ, ລັດຖະບານ ສສ ເຢຍລະມັນໄດ້ ຊ່ວຍເຫຼືອວຽກໂຄງການພັດທະນາຊົນນະບົດໄລຍະ II, ເລີ່ມແຕ່ທ້າຍປີ 2019 ເປັນຕົ້ນມາ ໂດຍໄດ້ຈັດຕັ້ງປະຕິບັດຢູ່ 2 ເມືອງຄື: ເມືອງບົວລະພາ ແລະ ເມືອງໄຊບົວທອງ, ເຊິ່ງໄດ້ກໍ່ສ້າງທາງປູຢາງສອງຊັ້ນມີລວງຍາວທັງໝົດ 45.5 ກິໂລແມັດ, ກໍ່ສ້າງທາງຊອຍເຂົ້າໂຮງຮຽນປະຖົມໄດ້ຫຼາຍກວ່າ 10 ແຫ່ງ, ກໍ່ສ້າງຂົວຊົນນະບົດ (ເບຕົງ) ໄດ້ 10 ແຫ່ງ. ໂດຍໄດ້ນໍາໃຊ້ງົບປະມານຈາກ ລັດຖະບານ ສສ ເຢຍລະມັນ 7,6 ລ້ານເອີໂຣ, ເທົ່າກັບ 85% ຂອງມູນຄ່າທັງໝົດຂອງໂຄງການ ແລະ ທຶນສົມທົບຂອງລັດຖະບານລາວຈຳນວນ 15% ຂອງມູນຄ່າທັງໝົດ (ໃນນີ້ກະຊວງ ຍທຂ 10% ແລະ ແຂວງຄໍາມ່ວນ 5%).

ຈຸດປະສົງ: ໃນການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອຄົ້ນຄວ້າກ່ຽວກັບບັນດາ ກົດໝາຍກ່ຽວກັບທາງຫລວງ ແລະ ຂໍ້ກໍານົດເຕັກນິກຕ່າງໆ ກ່ຽວກັບເສັ້ນທາງທີ່ຈະເປັນເອກະສານສະໜັບສະໜູນໃຫ້ແກ່ມາດຕະການປົກປັກຮັກສາເສັ້ນທາງຊົນນະບົດ ທີ່ໄດ້ຮັບການກໍ່ສ້າງໃນໄລຍະຜ່ານມາ ໃຫ້ຖືກນໍາໃຊ້ຖືກຕ້ອງຕາມເຕັກນິກການອອກແບບ ແລະ ກໍ່ໃຫ້ເກີດປະສິດທິຜົນອັນສູງ ຕໍ່ກັບການສ້າງສາພັດທະນາເສດຖະກິດ – ສັງຄົມ, ວຽກງານປ້ອງກັນຄວາມສະຫງົບ ແລະ ປ້ອງກັນຊາດ,

ພ້ອມນີ້ ກອງປະຊຸມຍັງໄດ້ຮ່ວມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນເພື່ອແລກປ່ຽນ ແລະ ສົນທະນາ ກ່ຽວກັບແຜນຍຸດທະສາດໃນການປ້ອງກັນຄວາມເສຍຫາຍ ທີ່ຈະກໍ່ໃຫ້ເກີດຈາກລົດບັນທຸກນໍ້າໜັກເກີນ ເຂົ້ານໍາໃຊ້ບັນດາເສັ້ນທາງທີ່ກໍ່ສ້າງສໍາເລັດແລ້ວ, ໂດຍມີຫົວຂໍ້ການສໍາມະນາຄື: ບາງມາດຕາ ໃນກົດໝາຍວ່າດ້ວຍທາງຫຼວງ ຂອງ ສປປ ລາວ (ສະບັບປັບປຸງ) ປີ 2016, ຕາໜ່າງເສັ້ນທາງ ຂອງ ສປປ ລາວ, ມາດຕະຖານການອອກແບບເສັ້ນທາງ ແລະ ຜົນກະທົບຈາກນໍ້າໜັກເພົາເກີນກຳນົດ.

ແຫຼ່ງຂ່າວ: ສຳນັກງານ ແຂວງຄຳມ່ວນ

ຮອງປະທານປະເທດ ເຄື່ອນໄຫວ ຕິດຕາມ ສະພາບໄພນ້ຳຖ້ວມ ຢູ່ ແຂວງອຸດົມໄຊ

ໃນລະຫວ່າງວັນທີ 9-10 ກັນຍານີ້ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງມາເຄື່ອນໄຫວ ຕິດຕາມ ສະພາບໄພນ້ຳຖ້ວມ ຢູ່ ແຂວງອຸດົມໄຊ ຕ້ອນຮັບທ່ານ ທີ່ສະໜາມບິນ ໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳແຂວງ.ໂອກາດດັ່ງກ່າວ ທ່ານ ຮອງປະທານປະເທດ ພ້ອມຄະນະ ແລະ ການນຳແຂວງອຸດົມໄຊ ກໍໄດ້ລົງເຄື່ອນໄຫວເບິ່ງ ສະພາບຜົນກະທົບ ແລະ ຜົນເສຍຫາຍ ຈາກໄພນໍ້າຖ້ວມ ຢູ່ ສອງເມືອງ ຄື:

ເມືອງນາໝໍ້ ແລະ ເມືອງຫຼາ. ໃນການລົງເຄື່ອນໄຫວແຕ່ລະເມືອງ ທ່ານຮອງປະທານປະເທດ ພ້ອມຄະນະ ໄດ້ຮັບຟັງການລາຍງານສະພາບລວມ ກ່ຽວກັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ ສອງເມືອງ.ເມືອງນາຫມໍ້ ເຊິ່ງມີທັງຫມົດ 21 ບ້ານ, 538 ຫລັງຄາເຮືອນ, ໃນຈຳນວນດັ່ງກ່າວ ມີເຮືອນທີ່ຖືກນໍ້າຊຸໄຫລ ຈໍານວນ 49 ຫລັງຄາ, ດິນເຊາະເຈື່ອນຖົມເຮືອນ 4 ຫລັງ, ເຮືອນເປ່ເພ່ເສຍຫາຍ 485 ຫລັງ, ເລົ້າເຂົ້າເສຍຫາຍ 23 ຫລັງ ລວມທັງໂຮງຮຽນ ແລະ ໂຮງຫມໍ. ນອກນັ້ນ ຍັງມີເສັ້ນທາງໄດ້ຮັບຜົນກະທົບ 13 ເສັ້ນ ລວມມູນຄ່າຄວາມເສຍຫາຍ 6ຕື້ກວ່າກີບ, ເສົາໄຟຟ້າເສຍຫາຍ 63 ຕົ້ນ, ລະບົບຊົນລະປະທານ ໄດ້ຮັບຄວາມເສຍຫາຍ 22 ແຫ່ງ, ເນື້ອທີ່ທຳການຜະລິດ 5 ຮ້ອຍກວ່າເຮັກຕາ, ຫນອງປາເສຍຫາຍ 197 ຫນອງ, ສັດລຽ້ງ 1 ພັນກວ່າໂຕ.

(ປະຈຸບັນ ຍັງບໍ່ສາມາດປະເມີນຜົນເສຍຫາຍລວມໄດ້ເທື່ອ).ເພື່ອເປັນການຊ່ວຍເຫລືອເບື້ອງຕົນ ທາງການນຳເມືອງ ໄດ້ໃຫ້ການຊ່ວຍເຫຼືອ ມອບເຄື່ອງບັນເທົາທຸກແກ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ໃນນັ້ນ, ໄດ້ປູກສ້າງ ແລະສ້ອມແປງເຮືອນຊ່ວຍປະຊາຊົນ ຄອບຄົວ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຮ້າຍແຮງ ໄດ້ 4 ບ້ານ, ມີ 14 ຫຼັງຄາ, ແຈກຢາຍເຂົ້າສານ, ອາຫານແຫ້ງຈຳນວນໜຶ່ງ ເພື່ອແກ້ໄຂສຸກເສີນໃຫ້ຄອບຄົວທີ່ຖືກຜົນກະທົບ ຈາກໄພພິບັດນໍ້າຖ້ວມ ຈໍານວນ 538 ຄົວເຮືອນ.ເມືອງຫຼາ ມີບ້ານທີ່ຖືກຜົນກະທົບທັງໝົດ 34 ບ້ານ, ມີ 1.301 ຄົວເຮືອນ, ມີພົນລະເມືອງ6.472 ຄົນ, ຍິງ 3.200ຄົນ, ໃນນັ້ນ ບ້ານທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ມີ 15 ບ້ານ, ພົນລະເມືອງ 5,481 ຄົນ, ຍິງ 2.204 ຄົນ, ເສຍຊີວິດ 1 ຄົນ, ສູນຫາຍ 1 ຄົນ, ບາດເຈັບ 1 ຄົນ, ໃນນັ້ນ ເຮືອນຖືກນໍ້າພັດຊູໄຫຼ ຈໍານວນ 44 ຫຼັງ, ດິນເຈື່ອນຖົມ ຈຳນວນ 4 ຫຼັງ, ເຮືອນເປ່ເພເສຍຫາຍ 193 ຫຼັງ, ເລົ້າເຂົ້າທີ່ໄດ້ຮັບຜົນກະທົບ 113 ຫຼັງ.

ນອກນີ້ ຍັງມີເສັ້ນທາງ, ໄຟຟ້າ, ເນື້ອທີ່ການຜະລິດກະສິກຳ, ສັດລ້ຽງ, ໂຮງຮຽນ, ສະຖານທີ່ທ່ອງທ່ຽວ, ລະບົບການສື່ສານ ແລະ ອື່ນໆພາຍໃນເມືອງກໍໄດ້ຮັບຜົນເສຍຫາຍເຊັ່ນດຽວກັນ ລວມມູນຄ່າເສຍຫາຍທັງໝົດ 83 ຕື້ 300 ລ້ານກວ່າກີບ.ປະຈຸບັນ ທາງແຂວງ ແລະ ເມືອງຫຼາ ກໍໄດ້ສູມໃສ່ໃຫ້ການຊ່ວຍເຫຼືອ ແລະມອບເຄື່ອງບັນເທົາທຸກເບື້ອງຕົ້ນ ໂດຍໄດ້ນຳເອົາກໍາລັງຈາກພາກສ່ວນຕ່າງໆ ລົງຊ່ວຍປະຊາຊົນ ອະນາໄມເຮືອນ, ຕັດໄມ້ເຮືອນ, ຕັ້ງເຮືອນສຳເລັດແລ້ວປະມານ 80% ແລະ ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ບັນດາຄອບຄົວທີ່ໄດ້ຮັບຜົນກະທົບໜັກ ແລະ ປານກາງ, ແກ້ໄຂສຸກເສີນລະບົບໄຟຟ້າ, ນໍ້າລິນສະອາດ, ນ້ຳປະປາ ແລະ ອື່ນໆ.

ໂອກາດດັ່ງກ່າວ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ການນຳທຸກຂັ້ນທີ່ໄດ້ເອົາໃຈໃສ່ແກ້ໄຂ ແລະສຸມໃສ່ຊ່ວຍເຫລືອແກ່ປະຊາຊົນທີ່ຖືກຜົນກະທົບໄດ້ຢ່າງທັນການ ພ້ອມດຽວກັນ ທ່ານ ຍັງເນັ້ນໃຫ້ທາງເມືອງ ກໍຄື ຄະນະສະເພາະກິດທຸກຂັ້ນ ສືບຕໍ່ສຸມໃສ່ແກ້ໄຂແລະຊ່ວຍເຫລືອປະຊາຊົນຕາມແຜນຂອງແຂວງ, ຂອງເມືອງ ໂດຍສະເພາະ ແມ່ນການແກ້ໄຂສຸກເສີນ, ການປັບປຸງປົວແປງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໂດຍນຳໃຊ້ທຶນຮອນທີ່ມີຢູ່ ແລະຮັບການບໍລິຈາກນຳພາກສ່ວນຕ່າງໆໄປຊ່ວຍເຫລືອໃຫ້ໄດ້ຮັບປະໂຫຍດສູງສຸດ, ເລັ່ງແກ້ໄຂການຜະລິດຂອງປະຊາຊົນ ຫັນໄປປູກພືດທີ່ເປັນສິນຄ້າອື່ນໆທົດແທນ, ເອົາໃຈໃສ່ເຝົ້າລະວັງພະຍາດທີ່ຈະຕາມມາ ຫລັງນ້ຳຖ້ວມຫລຸດລົງ, ສຸມໃສ່ແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນທີ່ຖຶກຜົນກະທົບຈາກໄພພິບັດຄັ້ງນີ້ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ໃນການມາເຄື່ອນໄຫວ ຕິດຕາມ ກວດກາ ສະພາບໄພພິບັດ ຢູ່ ແຂວງອຸດົມໄຊຄັ້ງນີ້ ທ່ານຮອງປະທານປະເທດ ຍັງໄດ້ນຳເອົາເຂົ້າສານ ຈຳນວນ 10 ໂຕ່ນ ພ້ອມດ້ວຍເງິນສົດຈຳນວນໜຶ່ງ ມາມອບໃຫ້ແກ່ສອງເມືອງ ໃນນັ້ນ ເມືອງນາໝໍ້ ຈຳນວນ 4,5 ໂຕ່ນ, ເມືອງຫຼາ 4,5 ໂຕນ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ຈຳນວນ 1 ໂຕ່ນ.ໂອກາດດຽວກັນ ທ່ານຮອງປະທານປະເທດ ພ້ອມຄະນະ ຍັງໄດ້ລົງຢ້ຽມຢາມ ຖາມຂ່າວ ສຸກ-ທຸກ ໃຫ້ກຳລັງໃຈແກ່ພໍ່ແມ່ປະຊົນ ຢູ່ ບັນດາບ້ານທີ່ໄດ້ຮັບຜົນກະທົບໜັກຈາກໄພທຳມະຊາດຄັ້ງນີ້ຕື່ມອີກ.

ແຫຼ່ງຂ່າວ: ສະຖານີ ວິທະຍຸແລະໂທລະພາບ ແຂວງອຸດົມໄຊ

ເຫດຍິງກັນເສຍຊີວິດ ຢູ່ບ້ານສົບນ້າວ ເມືອງໃໝ່ ແຂວງຜົ້ງສາລີ

ເກີດເຫດຍິງກັນເສຍຊີວິດ ຢູ່ບ້ານສົບນ້າວ ເມືອງໃໝ່ ແຂວງຜົ້ງສາລີ.

ໃນວັນທີ 03 ກັນຍາ 2022 ນີ້, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໃໝ່ ໄດ້ຮັບແຈ້ງຄວາມຈາກຊາວບ້ານວ່າ ເກີດເຫດຍິງກັນເສຍຊີວິດຢູ່ບ້ານສົບນ້າວ ເມືອງໃໝ່ ແຂວງຜົ້ງສາລີ. ດັ່ງນັ້ນ, ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະລົງກວດກາສະຖານທີ່ເກີດເຫດ ໄດ້ພົບເຫັນ ທ້າວນິ່ງ ອາຍຸ 32 ປີ ນອນເສຍຊີວິດຢູ່ເຮືອນຄົວຂອງຜູ່ກ່ຽວ ຜ່ານການສັນລະສູດສະຖານທີ່ ແລະ ເກັບກຳຂໍ້ມູນຫຼັກຖານຕ່າງໆ ມາໃນວັນທີ 05 ກັນຍາ 2022 ເຈົ້າໜ້າທີ່ໄດ້ເຂົ້າກັກຕົວ ທ້າວ ຕຸ້ຍ ອາຍຸ 30 ປີ ອາຊີບປະຊາຊົນ ຢູ່ບ້ານສົບນ້າວ ເມືອງໃໝ່ ມາສືບສວນ-ສອບສວນ, ຜ່ານການສອບສວນຂອງເຈົ້າໜ້າທີ່ໃນເບື້ອງຕົ້ນ ຜູ້ກ່ຽວໄດ້ຮັບສາລະພາບວ່າເປັນຄົນກໍ່ເຫດຄາຕະກຳໃນຄັ້ງນີ້ ພ້ອມທັງຄໍາໃຫ້ການວ່າ :

ໃນວັນທີ 03 ກັນຍາ 2022 ເວລາປະມານ 10 ໂມງ ຕົນໄດ້ກັບຈາກການໄປເກັບກູ້ຢາງພາລາ ພາຍຫຼັງຮອດເຮືອນແລ້ວຕົນຮູ້ສືກເມື່ອຍ ເລີຍເຂົ້າໄປນອນພັກຜ່ອນຢູ່ໃນເຮືອນ ແຕ່ນອນບໍ່ຫຼັບຍ້ອນ ທ້າວນິ່ງ (ຜູ້ເສຍຊີວິດ) ໄດ້ຕັດໄມ້ໃຊ້ສຽງດັງລົບກວນ ເຊິ່ງເຮືອນຂອງສອງຄົນແມ່ນຢູ່ຕິດກັນ ດັ່ງນັ້ນຕົນຈື່ງໄດ້ລຸກອອກໄປບອກວ່າຢ່າໃຊ້ສຽງດັງຫຼາຍ ແຕ່ທ້າວນິ່ງ (ຜູ້ເສຍຊີວິດ)ໄດ້ຕອບກັບມາວ່າ ໃຊ້ສຽງດັງກະຍ່ານີ້ແມ່ນເຮືອນຂ້ອຍ. ດັ່ງນັ້ນ, ທັງສອງຈຶ່ງໄດ້ມີປາກສຽງໃສ່ກັນຢ່າງຮຸນແຮງ ເຊິ່ງໄລຍະທີ່ຜ່ານມາທັງສອງເຄີຍຜິດຖ່ຽງກັນມາກ່ອນ.

ສະນັ້ນມື້ເກີດເຫດ ທ້າວຕຸ້ຍ ຈຶ່ງມີແນວຄິດໃຈຮ້າຍຮຸນແຮງແລ້ວຍ່າງເຂົ້າໄປໃນເຮືອນຈັບເອົາປືນແກັບຂອງຕົນ ແລ້ວປ່ອນອອກປ່ອງຢ້ຽມເຮືອນ ພ້ອມທັງຍິງໃສ່ທ້າວນິງ ທີ່ກຳລັງກົ້ມລ້າງມືຢູ່ເຮືອນຄົວເຮັດໃຫ້ເສຍຊີວິດຄາທີ່ ພາຍຫຼັງຍິງແລ້ວໄດ້ເອົາປື່ນໄປຊຸກເຊື່ອງໄວ້ຢູ່ເທິ່ງເຕົ່າໄຟໃນເຮືອນຄົວ ແລະ ຍ່າງໄປຢູ່ກ້ອງຕົ້ນໝາກລໍາໄຍ ເມື່ອເຫັນຊາວບ້ານມາຫຼາຍຄົນຈືງຍ່າງອອກໄປເບີ່ງພ້ອມທັງປິດບັງເຊື່ອງອໍາການກະທໍາຜິດຂອງຕົນເອງເຮັດຄືບໍ່ມີຍັງເກີດຂຶ້ນ.

ປະຈຸບັນຄະດີດັ່ງກ່າວທາງເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໃໝ່ພວມດໍາເນີນຄະດີຕາມລະບຽບກົດໝາຍ.

ແຫຼ່ງຂໍ້ມູນ: ໂຄສະນາອົບຮົມ-ຂ່າວສານ ປກສ ແຂວງຜົ້ງສາລີ