Home Blog Page 30

ກົມການຈັດຫາງານ ສ້າງຄວາມເຂົ້າໃຈແກ່ແຮງງານທີ່ລົງທະບຽນໄປເຮັດວຽກຕາມລະດູການ ຢູ່ ສ ເກົາຫຼີ

ກົມການຈັດຫາງານ ສ້າງຄວາມເຂົ້າໃຈແກ່ແຮງງານທີ່ລົງທະບຽນໄປເຮັດວຽກຕາມລະດູການ ຢູ່ ສ ເກົາຫຼີ

ໃນວັນທີ 5 ກັນຍາ ຜ່ານມາ ທີ່ສະຖາບັນພັດທະນາກຳມະບານ ນະຄອນຫຼວງວຽງຈັນ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ສູນກາງສະຫະພັນກຳມະບານລາວ ແລະ ບໍລິສັດ ສະຫວັນ ບໍລິການຈັດຫາງານ ຈຳກັດ ໄດ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈແກ່ແຮງງານທີ່ໄດ້ລົງທະບຽນ ໄປເຮັດວຽກຕາມລະດູການ ຢູ່ ສ ເກົາຫຼີ, ຕາງໜ້າໃຫ້ກະຊວງ ຮສສ ແມ່ນທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມການຈັດຫາງານ ກະຊວງ ຮສສ, ມີຕາງໜ້າສູນກາງສະຫະພັນກຳມະບານລາວ ແລະ ມີຮອງອຳນວຍການບໍລິສັດສະຫວັນ ບໍລິການ ຈັດຫາງານ ຈໍາກັດ ພ້ອມວິຊາການກ່ຽວຂ້ອງເຂົ້າຮ່ວມ.

ເນື່ອງຈາກເມື່ອບໍ່ດົນມານີ້ໄດ້ມີຜູ້ສະໝັກຈຳນວນໜຶ່ງໄດ້ມາຮຽກຮ້ອງຕໍ່ວ່າ ບໍລິສັດ ສະຫວັນບໍລິການ ຈັດຫາງານ ເນື່ອງຈາກວ່າ ລົງທະບຽນແລ້ວ ບໍ່ມີລາຍຊື່ອອກໄປເຮັດວຽກ ແລະ ຢາກມາຂໍຖອນເງິນຄືນ, ອັນໄດ້ສ້າງຄວາມສັບສົນໃຫ້ກັບຫຼາຍໆຄົນທີ່ລົງທະບຽນໄປກ່ອນໜ້ານັ້ນ ແລະ ຕໍ່ກັບປະເດັນດັ່ງກ່າວ, ທ່ານ ນາງ ວັນນີ ແກ້ວໄຊຍະວົງ ກໍໄດ້ອະທິບາຍເພີ່ມເຕີມກ່ຽວກັບເງື່ອນໄຂຂອງການລົງທະບຽນ ສະໝັກໄປເຮັດວຽກຕາມລະດູການ ຢູ່ ສ ເກົາຫຼີ ລວມທັງລະບຽບໃນການຈັດສົ່ງ, ພ້ອມທັງຊີ້ແຈງບາງເງື່ອນໄຂຄວາມຕ້ອງການທີ່ຕະຫຼາດແຮງງານຂອງ ສ ເກົາຫຼີ ຮັບແຮງງານຈາກ ສປປ ລາວ, ດັ່ງນັ້ນ ຜູ້ທີ່ລົງທະບຽນກ່ອນແລ້ວ ຫາກມີຄວາມຕ້ອງການເງິນຄືນ ແມ່ນໃຫ້ມາລົງທະບຽນກັບໜ່ວຍງານທີ່ກ່ຽວຂ້ອງ ແລະ ພາຍຫຼັງສັງລວມໄດ້ແລ້ວ ແມ່ນຈະແຈ້ງໃຫ້ຜູ້ລົງທະບຽນມາຮັບເງິນຄືນ.

ໃນຕໍ່ໜ້າຖ້າຕ້ອງການທີ່ຈະໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ກໍສາມາດມາລົງທະບຽນຄືນໃໝ່ ກັບກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ຂ່າວ-ພາບ: ກະ​ຊວງ​ແຮງ​ງານ ແລະ ສະ​ຫັວດ​ດີ​ການ​ສັງ​ຄົມ.

ຄວາມຄືບໜ້າ ຂອງສະໜາມບິນສາກົນບໍ່ແກ້ວ

ຄວາມຄືບໜ້າ ຂອງສະໜາມບິນສາກົນບໍ່ແກ້ວ ຄາດວ່າຈະກໍ່ສ້າງສຳເລັດ ທ້າຍປີ 2022 ນີ້,

ສະໜາມບິນສາກົນບໍ່ແກ້ວ (BOKEO INTERNATIONAL AIRPORT) ຕັ້ງຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ຢູ່ໃກ້ກັບເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

ເຊິ່ງເປັນສະໜາມບິນລະດັບ 4C ຄວາມຍາວຂອງທາງແລ່ນແມ່ນມີຄວາມຍາວ 2,500 ແມັດ, ກວ້າງ 60 ແມັດ, ເຊິ່ງຍົນ BOEING 737-900ER ແລະ ຍົນຊະນິດອື່ນໆສາມາດຂຶ້ນ ແລະ ລົງຈອດໄດ້ ພ້ອມເປີດສາຍການບິນທາງໄກ ແລະ ໃກ້, ທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ.

ສະໜາມບິນແຫ່ງນີ້ເລີ່ມດຳເນີນການກໍ່ສ້າງຕັ້ງແຕ່ວັນທີ່ 20 ກັນຍາ ປີ 2020 ແລະ ຄາດວ່າທ້າຍປີ 2022 ຈະກໍ່ສ້າງສຳເລັດ.

ຫຼັງຈາກສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການ ສະໜາມບິນແຫ່ງນີ້ຈະກາຍເປັນໃຈກາງທາງດ້ານເສດຖະກິດຢູ່ທາງພາກຕາເວັນຕົກສຽງເໜືອຂອງລາວ, ພ້ອມທັງຖືເອົາແຂວງບໍ່ແກ້ວເປັນຈຸດຊຸມໃຈກາງເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວ, ການຄ້າ, ການເງິນ ແລະ ອຸດສາຫະກຳດ້ານອື່ນໆຂອງທ້ອງຖິ່ນ ແລະ ບັນດາປະເທດໃກ້ຄຽງ.

ໃນອະນາຄົດຈະໃຫ້ກາຍເປັນໜຶ່ງໃນໃຈກາງສາຍການບິນຂອງແຫຼມອິນດູຈີນ ແລະ ມີຄວາມໝາຍຄວາມສຳຄັນອັນເລິກເຊິ່ງຕໍ່ກັບປະເທດລາວ ແລະ ບັນດາປະເທດອາຊີຕາເວັນອອກສຽງໃຕ້.

ຂໍ້ມູນ ແລະ ຮູບພາບຈາກ: Mike Bk, Aviation Talk Laos

ກັກລົດບັນທຸກ 6 ລໍ້ ຂົນຄັນຊາອັດແທ່ງ 1.600 ກິໂລກຼາມ

ໃຊ້ລົດບັນທຸກ 6 ລໍ້ ຂົນຄັນຊາອັດແທ່ງ 1.600 ກິໂລກຼາມ ໜີບໍ່ລອດເຈົ້າໜ້າທີ່

ເຈົ້າໜ້າທີ່ ພະແນກຕໍາຫຼວດ ປກສ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນຕອນເຊົ້າ ວັນທີ 06 ກັນຍາ 2022 ນີ້, ໄດ້ຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງເປັນປົກກະຕິ ໃນການກວດກາຄວາມເປັນລະບຽບຮຽບຮ້ອຍ ຜ່ານການກວດກາພົບເຫັນ ລົດບັນທຸກ 06 ລໍ້, ຍີ່ຫໍ້ ສະກັດໂຊເວີ ສີ ແດງ ໝາຍເລກ ທະບຽນ ອຸດົມໄຊ ບກ 2636 ຈຶ່ງຂໍກວດຄົ້ນ ພົບເຫັນຢາເສບຕິດປະເພດຄັນຊາອັດແທ່ງຊຸກເຊື່ອງໄວ້ໃນລົດຄັນດັ່ງກ່າວ ຈຳນວນ 90 ແກັດ ມີນ້ຳ ໜັກ 1.600 ກິໂລກຼາມ ທີ່ປະປົນມານໍາທູບຫອມ ຈຶ່ງໄດ້ຢຶດຂອງກາງ ແລະ ກັກຕົວຜູ້ຖືກສົງໃສໄດ້ 04 ຄົນ ຄື: ທ້າວ ຂາວ, ທ້າວ ເດ, ທ້າວ ແຂກ ແລະ ທ້າວ ນ້ອຍ ບ້ານ ໂພນຈະເລີນ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສືບສວນ-ສອບສວນເບື້ອງຕົ້ນ ພວກກ່ຽວທັງ 04 ຄົນ, ໄດ້ຮັບສາລະພາບວ່າ: ເວລາ 15:00 ນາທີ ຂອງວັນທີ 5 ກັນຍາ 2022 ໄດ້ເອົາຄັນຊາຈຳນວນດັ່ງກ່າວຂຶ້ນລົດບັນທຸກ 6 ລໍ້ສີແດງ ໝາຍເລກທະບຽນ ອຸດົມໄຊ ບກ 2636 ເປັນລົດຂອງ ທ້າວ ກໍ (ນາມສົມມຸດ) ຢູ່ບ້ານ ໂພນຈະເລີນ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ ຈົນສຳເລັດ, ຮອດເວລາ 23:00 ນາທີ ຂອງວັນດຽວກັນ ພວກກ່ຽວທັງ 04 ຄົນໄດ້ຂັບຂີ່ລົດຄັນດັ່ງກ່າວມຸ້ງໜ້າມາທາງນະຄອນຫຼວງວຽງຈັນ ໂດຍແມ່ນທ້າວ ນ້ອຍ ແລະ ທ້າວ ຂາວ ປ່ຽນກັນຂັບ, ເມື່ອມາຮອດປ້ອມກວດກາທາງແບ່ງບ້ານທວຍ ເມືອງທ່າພະບາດ ແຂວງ ບໍລິຄໍາໄຊ ເຈົ້າໜ້າທີ່ໄດ້ລັດລົດເພື່ອຂໍອະນຸຍາດທໍາການກວດກາຈື່ງພົບເຫັນຢາເສບຕິດ ປະເພດ ຄັນຊາອັດແທ່ງຈຳນວນດັ່ງກ່າວ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ. ປະຈຸບັນຄະດີດັ່ງກ່າວ ຢູ່ໃນຂັ້ນຕອນການສືບສວນ-ສອບສອບຂະຫຍາຍຜົນຫາພັກພວກຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ ແລະ ພາບ: ປກສ ແຂວງບໍລິຄຳໄຊ

ຈີນ ແລະ ຍີ່ປຸ່ນ ຄອງແຊ໋ມປະເພດທີມຊາຍ-ຍິງ ຢູ-15 ປິ່ງປ່ອງຊີງແຊ໋ມເຍົາວະຊົນອາຊີ

ຈີນ ແລະ ຍີ່ປຸ່ນ ຄອງແຊ໋ມປະເພດທີມຊາຍ-ຍິງ ຢູ-15 ປິ່ງປ່ອງຊີງແຊ໋ມເຍົາວະຊົນອາຊີ ຄັ້ງທີ 26 ທີ່ສປປ ລາວ ເປັນເຈົ້າພາບ.

ນັກກິລາປິ່ງປ່ອງເຍົາວະຊົນຈາກ ສປ ຈີນ ແລະ ຍີ່ປຸ່ນ ສອງຊາດລະດັບແຖວໜ້າດ້ານກິລາປິ່ງປ່ອງຂອງທະວີບອາຊີ ແລະ ໂລກ ສາມາດຄວ້າແຊ໋ມປະເພດທີມຊາຍ ແລະ ທີມຍິງ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ໃນການແຂ່ງຂັນກິລາປິ່ງປ່ອງຊີງແຊ໋ມເຍົາວະຊົນ-ໄວໜຸ່ມອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບ ໄປຄອງໄດ້ສຳເລັດ. ພິທີມອບ-ຮັບຫຼຽນຊະນະເລີດໃນຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 3 ກັນຍາ 2022 ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ມີຕາງໜ້າສະຫະພັນປິ່ງປ່ອງອາຊີ, ສະຫະພັນປິ່ງປ່ອງແຫ່ງຊາດລາວ, ຄະນະນຳ, ຄູຝຶກ ແລະ ນັກກິລາ ທີ່ໄດ້ຮັບຫຼຽນເຂົ້າຮ່ວມຢ່າງພ້ອມພຽງ.

ກ່ອນຈະມີພິທີມອບ-ຮັບຫຼຽນຢ່າງເປັນທາງການ ກໍໄດ້ມີການແຂ່ງຂັນປິ່ງປ່ອງປະເພດທີມຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ລະຫວ່າງ ສປ ຈີນ ແຊ໋ມເກົ່າ ພົບກັບ ໄຊນີດ ໄທເປ. ຜ່ານການແຂ່ງຂັນຜົນປະກົດວ່າ ເປັນຝ່າຍ ສປ ຈີນ ແຊ໋ມເກົ່າທີ່ຫຼິ້ນໄດ້ດີກວ່າຢ່າງຊັດເຈນ ເອົາຊະນະ ໄຊນີດ ໄທເປ ໄປໄດ້ແບບຂາດຮອຍ 3-0 ຄູ່ ປ້ອງກັນແຊ໋ມໄດ້ສຳເລັດ ແລະ ເປັນແຊ໋ມສະໄໝທີ 4 ຕິດຕໍ່ກັນ ຂະນະທີ່ ອັນດັບທີ 3 ຮ່ວມຕົກເປັນຂອງ ຍີ່ປຸ່ນ ແລະ ອີຣານ. ສ່ວນຮອບຊີງຊະນະເລີດປະເພດທີມຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ຍີ່ປຸ່ນ ໂຊຟອມເກັ່ງເອົາຊະນະ ໄຊນີດ ໄທເປ 3-0 ຄູ່ ຄວ້າແຊ໋ມໄປຄອງເປັນຄັ້ງທຳອິດໃນຮອບ 8 ປີ ຕໍ່ຈາກປີ 2014.

ຂະນະທີ່ອັນດັບທີ 3 ຮ່ວມຕົກເປັນຂອງ ສປ ຈີນ ແຊ໋ມເກົ່າ ແລະ ສາທາະລະນະລັດເກົາຫຼີ ຫຼື ສ.ເກົາຫຼີ.

ລາຍການດັ່ງກ່າວ ຈັດຂຶ້ນລະຫວ່າງວັນທີ 1-6 ກັນຍາ 2022 ທີ່ສປປ ລາວ, ຊຶ່ງນັກກິລາທີ່ໄດ້ແຊ໋ມ ແລະ ຮອງແຊ໋ມ ປະເພດດ່ຽວຍິງ-ຊາຍ U15 ແລະ U19 ຈະໄດ້ສິດເຂົ້າຮ່ວມແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊີງແຊ໋ມໂລກ 2022 (World Youth 2022).

ພາບ-ຂ່າວ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ລາຍວັນ

ເປີດດ່ານປະເພນີຊ່ອງຕະອູ

ເມືອງສຸຂຸມາ ເປີດດ່ານປະເພນີຊ່ອງຕະອູ ຢ່າງເປັນທາງການ

ທ້າຍອາທິດຜ່ານມານີ້, ເມືອງສຂຸມາ ແຂວງຈໍາປາສັກ ໄດ້ມີພິທີເປີດດ່ານປະເພນີຊ່ອງຕາອູ ລະຫ່ວາງເມືອງສຸຂຸມາ ກັບ ອຳເພີບຸນທະລິກ ຈັງຫວັດອຸບົນລາຊະທານີ (ຣາຊະອານາຈັກໄທ), ໂດຍການເຂົ້າຮ່ວມຂອງ ທ່ານ ສົມເພັດ ບຸດສະດີ ເຈົ້າເມືອງສຸຂຸມາ, ທ່ານ ອະໄພ ວຸດທິໂສພາກອນ ນາຍອຳເພີບຸນທະລິກ ພ້ອມຄະນະ, ມີແຂກຖືກເຊີນ ແລະ ຂະແໜງການກ່ຽວຂ້ອງຂອງແຂວງ ແລະ ເມືອງເຂົ້າຮ່ວມ.

ໃນພິທີທ່ານເຈົ້າເມືອງສຸຂຸມາ ໄດ້ໃຫ້ຮູ້ວ່າ: ການເປີດດ່ານປະເພນີຊ່ອງຕະອູ ຄັ້ງນີ້ ມີຈຸດປະສົງເພື່ອໃຫ້ປະຊາຊົນໄດ້ມີການແລກປ່ຽນຊື້-ຂາຍສິນຄ້າປະເພດຕ່າງໆ ລະຫ່ວາງ ປະຊາຊາຊົນ 3 ເມືອງ ກັບ ອຳເພີບຸນທະລີກ ໂດຍສະເພາະກໍແມ່ນສິນຄ້າຕາມລະດູການ, ຜະລິດຕະພັນກະສິກຳ, ຫັດຖະກຳ, ສິນຄ້າໂອດັອບເປັນຕົ້ນ.ສຳລັບການເປີດດ່ານ ແມ່ນໃນ 1 ອາທິດ ເປີດ 3 ວັນຄື: ວັນຈັນ, ວັນພຸດ ແລະ ວັນສຸກ ເລີ່ມແຕ່ເວລາ 8:30 ໂມງ ຫາ 15:30 ໂມງ. ພ້ອມນັ້ນ ທ່ານ ຍັງໄດ້ຮຽກຮ້ອງໃຫ້ທຸກຄົນໃນສັງຄົມເປັນເຈົ້າການນຳກັນໃນການປະຕິບັດບັນດາມາດຕະການປ້ອງກັນຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ນອກນີ້, ປະຊາຊົນທີ່ຈະເຂົ້າ-ອອກດ່ານຕ້ອງຖືບັດສັກຢາວັກຊິນ, ບັດປະຈຳຕົວ ເພື່ອເປັນການຢັ້ງຢືນ, ໃນກໍລະນີຖ້າຜູ້ໃດບໍ່ມີບັດກໍຕ້ອງໄດ້ຜ່ານຂັ້ນຕອນການກວດກາພະຍາດໂຄວິດ-19 ບໍ່ເກີນ 48 ຊົ່ວໂມງ, ຕາມລະບຽບການຂອງກະຊວງສາທາລະນະສຸກ ວາງອອກ. ຈາກນັ້ນ, ທັງສອງຝ່າຍກໍໄດ້ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ພ້ອມທັງຮ່ວມກັນຕັດແຖບຜ້າເພື່ອເປີດດ່ານປະເພນີຊ່ອງຕະອູ ຢ່າງເປັນທາງການ.

ດ່ານພາສີສາກົນວັງເຕົ່າ ອົບຮົມການນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ

ການຈັດຝຶກອົບຮົມນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ທີ່ດ່ານພາສີສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ດ່ານດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ວິເລືອງ ວໍລະບຸດ ຮອງຫົວໜ້າ ພາສີປະຈຳແຂວງຈຳປາສັກ, ມີທ່ານ ແກ້ວອຸດອນ ພາລີຈັນ ຫົວໜ້າດ່ານພາສີສາກົນວັງເຕົ່າ ພ້ອມດ້ວຍເຈົ້າໜ້າທີ່ພາສີພາຍໃນດ່ານເຂົ້າຮ່ວມ.

ທ່ານ ວິເລືອງ ວໍລະບຸດ ໄດ້ກ່າວວ່າ: ລະບົບແຈ້ງພາສີຜ່ານປະຕູດຽວໄດ້ຮັບການພັດທະນາມາໃນໄລຍະໜຶ່ງແລ້ວ. ຮອດປັດຈຸບັນໄດ້ສໍາເລັດການສ້າງລະບົບໂດຍພື້ນຖານ ແລະ ພ້ອມຈະທົດລອງເຂົ້າໃນວຽກງານອອກອະນຸຍາດຜ່ານລະບົບອີເລັກໂຕຣນິກ. ເປົ້າໝາຍສ້າງລະບົບດັ່ງກ່າວ ແມ່ນເພື່ອຍົກລະດັບມາດຕະຖານການບໍລິການຂະແໜງການຂອງລັດ ແລະ ເພີ່ມທະວີອຳນວຍຄວາມສະດວກທາງດ້ານການຄ້າໃຫ້ນັບມື້ສູງຂຶ້ນ.

ປັດຈຸບັນທົ່ວໂລກໄດ້ມີຫຼາຍປະເທດນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດຂອງຕົນແລ້ວ ແລະ ມີຄວາມພ້ອມນຳໃຊ້ລະບົບການແຈ້ງພາສີປະຕູດຽວອາຊຽນ. ສ່ວນ ສປປ ລາວ ເຮົາຈຶ່ງມີໜ້າທີ່ໃນການກຽມຄວາມພ້ອມດັ່ງກ່າວເຂົ້າໃນການແຈ້ງພາສີປະຕູດຽວອາຊຽນໃນຕໍ່ໜ້າ ໂດຍການນຳໃຊ້ລະບົບທີ່ທັນສະໄໝ, ສະດວກ, ວ່ອງໄວ ແລະ ຖືກຕ້ອງ ຊັດເຈນກວ່າເກົ່າ.

ຊຸດອົບຮົມໃນຄັ້ງນີ້, ຍັງໄດ້ມີການລາຍງານຄວາມຄືບໜ້າໃນການປະຕິບັດລະບົບແຈ້ງພາສີປະຕູດຽວແຫ່ງຊາດໃນໄລຍະຜ່ານມາ ພ້ອມທັງວາງແຜນການທົດລອງ ແລະ ຝຶກອົບຮົມນຳໃຊ້ລະບົບດັ່ງກ່າວຕົວຈິງ ຢູ່ດ່ານສາສີສາກົນວັງເຕົ່າ ແລະ ຮັບປະກັນປະສິດທິຜົນສູງໃນການແຈ້ງພາສີ.

ແຫຼ່ງຂ່າວ: ປະຊາຊົນ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ມົງໂກລີ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ມົງໂກລີ ຢ່າງເປັນທາງການ.

ໃນວັນທີ 4 ກັນຍາ 2022, ທີ່ກະຊວງການຕ່າງປະເທດ ມົງໂກລີ ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ມົງໂກລີ, ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ບັດເຊເຊັກ ບັດເມີງ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ,

ພາຍຫຼັງສຳເລັດການພົບປະ ຂອງສອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ມົງໂກລີ ກໍໄດ້ຮ່ວມລົງນາມບົດບັນທຶກ ວ່າດ້ວຍ ການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ມົງໂກລີ ແລະ ເຂົ້າຮ່ວມເປັນສັກຂີພິຍານການລົງນາມສັນຍາ ວ່າດ້ວຍ ການຮ່ວມມືແລກປ່ຽນດ້ານການສຶກສາ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ວິທະຍາສາດ ແຫ່ງ ມົງໂກລີ ສໍາລັບປີ 2022-2027, ໂດຍຮ່ວມລົງນາມຂອງ ທ່ານ ແພງສະຫວັນ ແກ້ວປະເສີດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ມົງໂກລີ ແລະ ທ່ານ ກ. ບັງບາຢາຣ໌, ຮອງລັດຖະມົນຕີກະຊວງສຶກສາ ແລະ ວິທະຍາສາດ ແຫ່ງ ມົງໂກລີ.

ໃນໂອກາດດຽວກັນ, ສອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ມົງໂກລີ ກໍໄດ້ຮ່ວມກັນຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ໝາກຜົນຂອງການພົບປະສອງຝ່າຍ ໃນຄັ້ງນີ້.

ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະ ມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ມອບຫຼຽນໄຊມິດຕະພາບ ໃຫ້ແກ່ ລັດຖະບານມົງໂກລີ ໂດຍມອບຜ່ານ ທ່ານ ລັດຖະມົນຕີ ບັດເຊເຊັກ ບັດເມີງ, ເຊິ່ງແມ່ນຫຼຽນໄຊມິດຕະພາບ ຈາກລັດຖະບານ ແຫ່ງ ສປປ ລາວ ມອບໃຫ້ແກ່ ລັດຖະບານ ແຫ່ງ ມົງໂກລີ ໃນໂອກາດທີ່ ລັດຖະບານມົງໂກລີ ໄດ້ມອບແກະ ຈໍານວນ 1.050 ໂຕ ໃຫ້ແກ່ ສປປ ລາວ ໃນປີ 2018 ຜ່ານມາ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ໂອ. ຄູເຣນສຸກ, ປະທານາທິບໍດີ ແຫ່ງ ມົງໂກລີ ແລະ ທ່ານ ກ. ຊັງຕັງຊາທາຣ໌ (G. Zandanshatar), ປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ.

.

ຂ່າວພາບຈາກ: ກົມການຂ່າວ ກະຊວງການຕ່າງປະເທດ

ມົ້ວສຸມດື່ມນໍ້າກະທ້ອມ ຖືກເຈົ້າໜ້າທີ່ກັກຕົວ ພ້ອມສຶກສາອົບຮົມ

ເຈົ້າໜ້າທີ່ ປກສ ນະຄອນປາກເຊ ແຂວງຈໍາປາສັກ ໃຫ້ການສຶກສາອົບຮົມກຸ່ມໄວລຸ້ນຈໍານວນ 7 ຄົນ ທີ່ຖືກກັກໂຕເນື່ອງຈາກມີການພົວພັນກັບການຄ້າ-ຂາຍ ແລະ ມົ້ວສຸມດື່ມນໍ້າໃບກະທ້ອມ. ການສຶກສາອົບຮົມມີຂຶ້ນໃນວັນທີ 5 ກັນຍາ 2022 ຢູ່ທີ່ກອງບັນຊາການ ປກສ ນະຄອນປາກເຊ, ໂດຍເຈົ້າໜ້າທີ່ ປກສ ໃຫ້ຮູ້ວ່າ:

ຄະດີຄ້າ-ຂາຍ ນໍ້າກະທ້ອມທີ່ປຸງແຕ່ງແລ້ວ ແລະ ໃບກະທ້ອມ ແມ່ນເຈົ້າໜ້າທີ່ວິຊາສະເພາະພະແນກຕໍາຫຼວດ ປກສ ກຸ່ມ 4 ກອງບັນຊາການ ປກສ ນະຄອນປາກເຊ ໄດ້ເຄື່ອນໄຫວຕິດຕາມກຸ່ມເປົ້າໝາຍໄວລຸ້ນທີ່ມີພຶດຕິກໍາເຄື່ອນໄຫວຄ້າ-ຂາຍນໍ້າກະທ້ອມທີ່ປຸງແຕ່ງແລ້ວ ແລະ ໃບກະທ້ອມ ຢູ່ຂອບເຂດບ້ານແກ້ວສໍາພັນ ນະຄອນປາກເຊ ແລະ ໃນວັນທີ 1 ກັນຍາ 2022, ເວລາ 1: 00 ໂມງ ເຈົ້າໜ້າທີ່ ປກສ ກຸ່ມ 4 ໄດ້ປະສານສົມທົບກັບ ປກສ ນະຄອນປາກເຊ ແລະ ອໍານາດການປົກຄອງບ້ານແກ້ວສໍາພັນ ລົງມ້າງຈຸດມົ້ວສຸມຈຸດດັ່ງກ່າວ ສາມາດກັກຕົວເປົ້າໝາຍໄດ້ຈໍານວນ 7 ຄົນ, ຍິງ 3 ຄົນ.

ຂອງການປະກອບມີ: ນໍ້າກະທ້ອມ 20 ລິດ, ໃບກະທ້ອມດິບ 7 ກິໂລ, ສານຕັ້ງຕົ້ນ (ນໍ້າເຊື້ອມຢາດີໄອ) 34 ແກ້ວ, ນໍ້າຕານ 5 ແກັດ ແລະ ອຸປະກອນນໍາໃຊ້ໃນການປຸງແຕ່ງນໍ້າກະທ້ອມ.

ແຫຼ່ງຂ່າວ: ໜັງສືພິມ ຈໍາປາໃໝ່

ວິນເນີ ຫຼວງພະບາງ ຄອງແຊັມຂັນຊະນະເລີດດອກປີກໄກ່

ວິນເນີ ຫຼວງພະບາງ ຄອງແຊັມຂັນຊະນະເລີດດອກປີກໄກ່ ຊີງຂັນປະທານສະພາແຫ່ງຊາດ ການແຂ່ງຂັນກິລາດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 21 ຊີງຂັນທ່ານປະທານສະພາແຫ່ງຊາດ ປະຈຳປີ 2022 ປິດສາກລົງຢ່າງເປັນທາງການ ໃນວັນທີ 4 ກັນຍາ 2022 ນີ້ ຢູ່ສະໂມສອນດອກປີກໄກ່ເສດຖາ ນະຄອນຫຼວງວຽງຈັນ, ໂດຍສະໂມສອນດອກປີກໄກ່ ວິນເນີ ຫຼວງພະບາງ (winner LPB) ສ້າງຜົນງານໄດ້ຢ່າງໂດນເດັ່ນ ຫຼັງຈາກຍາດມາໄດ້ 5 ຫຼຽນຄໍາ 1 ຫຼຽນເງິນ ແລະ 4 ຫຼຽນທອງ ຄອງແຊັມຂັນທ່ານປະທານສະພາແຫ່ງຊາດປະຈຳປີ 2022.

ທ່ານ ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນດອກປີກໄກ່ແຫ່ງຊາດ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ດໍາເນີນແຕ່ວັນທີ 1-4 ກັນຍາ 2022 ເຫັນວ່າການແຂ່ງຂັນມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີນັກກິລາ-ຄູຝຶກ ຕະຫຼອດຮອດມວນຊົນຊາວນະຄອນຫຼວງວຽງຈັນ ແລະ ທົ່ວປະເທດເຂົ້າຮ່ວມຊົມເຊຍຢ່າງໜາແໜ້ນຕະຫຼອດ 4 ວັນ ຂອງການແຂ່ງຂັນ ແລະ ຍັງຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ ຕະຫຼອດການແຂ່ງຂັນ ທີ່ຂາດບໍ່ໄດ້ກໍຄືສະແດງຄວາມຂອບໃຈຜູ້ໃຫ້ການສະໜັບສະໜູນ ໂດຍສະເພາະ ບໍລິສັດ ເບຍລາວ ຈຳກັດ ສະໜັບສະໜູນຫຼັກ ເປັນປີທີ 21 ຕິດຕໍ່ກັນ, ນອກຈາກນີ້ຍັງມີ ທະນາຄານພັດທະນາລາວ (LDB), ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL), ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ພາກສ່ວນອື່ນໆອີກຈໍານວນໜຶ່ງ. ການແຂ່ງຂັນໃນຄັ້ງນີ້ ມີທັງໝົດ 11 ລາຍການ ຜ່ານການແຂ່ງຂັນຜົນປະກົດວ່າ:

ດ່ຽວເຍົາວະຊົນຊາຍ 12 ປີ ທີ 1 ທ້າວ ນັດທິວ ພົງສັກ (WINNER LPB), ທີ 2 ທ້າວ ສຸພະໄຊ (NEWPAY), ທີ 3 ຮ່ວມ ທ້າວ ບຸນທະວີ ໄຊຍະລາດ (LABDORK) ທ້າວ ສົມຈິດ ແສງຫຼ້າ (ທະນາຄານຮ່ວມທຸລະກິດລາວ-ຫວຽດ); ດ່ຽວເຍົາວະຊົນຊາຍ 15 ປີ ທີ 1 ທ້າວ ອາທິວັດ ອຸດົມສະຫວັດ (WINNER LPB), ທີ 2 ທ້າວ ພຸດນະຄອນ ແກ້ວອໍາພອນ (ຮ່ວມທຸລະກິດລາວ-ຫວຽດ), ທີ 3 ຮ່ວມ ທ້າວ ຄໍາສີ ໂຄດວົງສາ (CAPTAIN), ທ້າວ ລັກສະມີ ສີລາວັນ (WINNER LPB); ຄູ່ເຍົາວະຊົນຊາຍ 15 ປີ ທີ 1 ທ້າວ ມານະສິນ + ທ້າວ ເພັດສະນະກອນ (WINNER LPB), ທີ 2 ທ້າວ ຄໍາສີ (CAPTAIN) + ທ້າວ ເອກະລາດ (ທ່າແຂກໃໝ່), ທີ 3 ຮ່ວມ ທ້າວ ອານຸສິນ + ທ້າວ ຊະນະ (WINNER LPB) ແລະ ທ້າວ ລັກສະມີ + ທ້າວ ວາລັດ (WINNER LPB).

ດ່ຽວເຍົາວະຊົນຊາຍ 18 ປີ ທີ 1 ທ້າວ ສາຍຟ້າ ສິລິວົງ (WINNER LPB), ທີ 2 ທ້າວ ພູບັນດິດ ສຸວັນນະວົງ (WINNER LPB), ທີ 3 ຮ່ວມ ທ້າວ ໄຊຍະສອນ ແກ້ວໄຊ (CAPTAIN) ນາງ ພຸດສະຫວັນ ດາວປະສິດ (JEMBONE); ຄູ່ເຍົາວະຊົນຊາຍ 18 ປີ ທີ 1 ທ້າວ ສາຍຟ້າ + ທ້າວ ພູບັນດິດ (WINNER LPB), ທີ 2 ທ້າວ ໄຊຍະສອນ + ທ້າວ ສຸລິເດດ (CAPTAIN), ທີ 3 ຮ່ວມ ທ້າວ ສຸພະໄຊ + ທ້າວ ຈັນທະບູລີ (KT), ທ້າວ ສະຫຼອງ+ທ້າວ ວິລະເດດ (JEMBONE); ຄູ່ເຍົາວະຊົນປະສົມ 18 ປີ ທີ 1 ທ້າວ ສະຫຼອງ + ນາງ ພຸດສະຫວັນ (JEMBONE), ທີ 2 ທ້າວ ສຸລິໄຊ + ນາງ ອັດຈິມາ (FRIENDSHIP), ທີ 3 ຮ່ວມ ທ້າວ ສຸກປະເສີດ + ນາງ ສຸດາລັດ (JEMBONE), ທ້າວ ຫຼວງຕິກຸນ + ນາງ ສຸນິດາ (WINNER LPB); ດ່ຽວຊາຍທົ່ວໄປ ທີ 1 ທ້າວ ວິຊຸນນະລາດ ພິຈິດ (ກຸ່ມບໍລິສັດ ດວງຈະເລີນພັດທະນາ), ທີ 2 ທ້າວ ໄຊສົມພອນ ວົງປະຈິດ (ທະນາຄານຮ່ວມທຸລະກິດລາວ-ຫວຽດ), ທີ 3 ຮ່ວມ ທ້າວ ພອນສັກ ໂຊກທະວີ (LABDORK) ທ້າວ ມານັດ ເພຍສຸລິນ (CAPTAIN); ຄູ່ຊາຍທົ່ວໄປ ທີ 1 ທ້າວ ນາມບຸນ + ທ້າວ ດາວມີໄຊ (LABDORK), ທີ 2 ທ້າວ ແສງອາທິດ + ທ້າວ ພັນທະລັງ (LABDORK), ທີ 3 ຮ່ວມ ທ້າວ ວິຊຸນນະລາດ + ທ້າວ ຣາຊະວົງ (ກຸ່ມດວງຈະເລີນພັດທະນາກໍ່ສ້າງ) ທ້າວ ພອນປະດິດ+ທ້າວ ບຸນປະເສີດ (ຮ່ວມທຸລະກິດລາວ-ຫວຽດ), ຄູ່ປະສົມທົ່ວໄປ ທີ 1 ທ້າວ ພັນທະລັງ + ນາງ ເພັດມະນີ (LABDORK), ທີ 2 ທ້າວ ນາມບູນ + ນາງ ທິດາຈັນ (LABDORK), ທີ 3 ຮ່ວມ ທ້າວ ໄຊສົມພອນ+ນາງ ສິລິພອນ (ຮ່ວມທຸລະກິດລາວ-ຫວຽດ) ທ້າວ ໂພທິພອນ+ນາງ ວິລະກອນ (CAPTAIN). ຄູ່ຍິງທົ່ວໄປ ທີ 1 ນາງ ເພັດມະນີ + ນາງ ທິດາຈັນ (LABDORK), ທີ 2 ນາງ ວິລະກອນ + ນາງ ປາວິນາ (CAPTAIN), ທີ 3 ຮ່ວມ ນາງ ບູຜາເກສອນ + ນາງ ສິລິພອນ (ຮ່ວມທຸລະກິດລາວ-ຫວຽດ) ນາງ ນະພາວັນ+ນາງ ມະນີວອນ (CAPTAIN); ຄູ່ສະໝັກຫຼິ້ນຊາຍ ທີ 1 ທ້າວ ໂພທິທອນ +ທ້າວ ມານັດ, ທີ 2 ທ້າວ ມັງກອນ + ທ້າວ ອານາຈັກ, ທີ 3 ຮ່ວມ ທ້າວ ທະນາຫວັດ + ທ້າວ ກອາໄພ (KT) ທ້າວ ສູນນະລາດ + ທ້າວ ສຸກປະເສີດ (ສິໄຄ). ສ່ວນລາງວັນຂັນຊະນະເລີດ ທ່ານປະທານສະພາແຫ່ງຊາດ ໄດ້ແກ່ ສະໂມສອນວິນເນີ ຫຼວງພະບາງ.

ເປັນກຽດເຂົ້າຮ່ວມ ແລະ ມອບຂັນລາງວັນໂດຍ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງ ຊາດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປປ ລາວ ທັງເປັນປະທານສະຫະພັນກິລາດອກປີໄກ່ແຫ່ງຊາດ, ທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການໂອແລັມປິກແຫ່ງຊາດລາວ, ທ່ານ ສຸລິວັນ ເຊີນວິໄລ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ຈັດການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈໍາກັດ ພ້ອມດ້ວຍຄະນະບໍລິຫານງານສະຫະພັນດອກປີກໄກ່ແຫ່ງຊາດ ຕາງໜ້າຜູ້ໃຫ້ການສະໜັບສະໜູນຫຼັກ ຄະນະນັກກິລາ ຄູຝຶກ ແລະ ນັກກິລາ.

ແຫຼ່ງຂ່າວ: ປະຊາຊົນ

ກະຊວງ ປກສ ປະຕິບັດນະໂຍບາຍຕໍ່ນາຍຕໍາຫຼວດທີ່ໄດ້ຮັບເຄາະຮ້າຍ ຢ່າງສົມກຽດ

ກະຊວງ ປກສ ໄດ້ເອົາໃຈໃສ່ໃນການປະຕິບັດນະໂຍບາຍດ້ານຕ່າງໆຢ່າງສົມກຽດ ຕໍ່ນາຍຕໍາຫຼວດ ທີ່ເສຍຊີວິດ ແລະ ໄດ້ຮັບບາດເຈັບ ໃນລະຫວ່າງການປະຕິບັດໜ້າທີ່ ໃນວັນທີ 1 ກັນຍາ 2022, ເວລາປະມານ 10 ໂມງ ທີ່ໄດ້ລົງແກ້ໄຂເປົ້າໝາຍຊື້-ຂາຍ ຢາເສບຕິດ ຢູ່ບ້ານຫ້ວຍເຈາະ ກຸ່ມສາມສຸມ ເມືອງວຽງຄຳ ແຂວງຫຼວງພະບາງ, ເຊິ່ງໃນຂະນະນັ້ນ ເປົ້າໝາຍໄດ້ມີການແກະລະເບີດ ເຮັດໃຫ້ເຈົ້າໜ້າທີ່ເສຍຊີວິດ 3 ສະຫາຍ ແລະ ບາດເຈັບ 4 ສະຫາຍ, ສ່ວນເປົ້າໝາຍທີ່ກໍ່ເຫດ ຄື ທ້າວ ຄົວວ່າ ທໍ່ ແມ່ນເສຍຊີວິດຄາທີ່.

ຕໍ່ກັບເຫດການທີ່ເກີດຂຶ້ນການຈັດຕັ້ງທຸກຂັ້ນແມ່ນໄດ້ຮີບຮ້ອນ ໃຫ້ການຊ່ວຍເຫຼືອຕາມຂັ້ນຕອນ ເປັນຕົ້ນແມ່ນສົ່ງຜູ້ໄດ້ຮັບບາດເຈັບໄປປິ່ນປົວເບື້ອງຕົ້ນຢູ່ໂຮງໝໍທ້ອງຖິ່ນຢ່າງວ່ອງໄວ; ຈາກນັ້ນ, ຄະນະນໍາກະຊວງປ້ອງກັນຄວາມສະຫງົບໄດ້ຊີ້ນໍາໃຫ້ເອົາເຮືອບິນໄປຮັບຜູ້ຖືກບາດເຈັບສາຫັດເພື່ອມາປິ່ນປົວຢູ່ໂຮງໝໍໃນນະຄອນຫຼວງວຽງຈັນ.

ດ້ວຍຄວາມເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ຂອງການ ນຳພັກ-ລັດ, ກໍຄືການນຳກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 3 ກັນຍາ 2022, ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ໄດ້ໄປຢ້ຽມຢາມຜູ້ໄດ້ຮັບເຈັບທີ່ຖືກນຳສົ່ງມາປິ່ນປົວຢູ່ໂຮງໝໍ 103 ເພື່ອເປັນການຢ້ຽມຢາມຖາມຂ່າວ ແລະ ໃຫ້ກຳລັງໃຈຢ່າງໃກ້ສິດ.

ພ້ອມດຽວກັນນັ້ນ, ໃນລະຫວ່າງວັນທີ 2-5 ກັນຍາ 2022, ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມເພື່ອແບ່ງເບົາ, ອົບອຸ່ນຈິດໃຈ ແລະ ປະຕິບັດນະໂຍບາຍ ຢ່າງສົມກຽດຕໍ່ນາຍຕໍາຫຼວດທີ່ໄດ້ຮັບບາດເຈັບ ແລະ ຄອບຄົວຂອງນາຍຕຳຫຼວດ ທີ່ເສຍຊີວິດໃນຂະນະປະຕິບັດໜ້າທີ່ 3 ສະຫາຍ.

ໃນການລົງເຄື່ອນໄຫວຢ້ຽມຢາມ, ທ່ານຮອງລັດຖະມົນຕີໄດ້ຕາງໜ້າໃຫ້ກະຊວງ ປກສ ປະຕິບັດນະໂຍບາຍພິເສດຄື: ມອບຫຼຽນພິລະອາດຫານຊັ້ນ I ໃຫ້ສະຫາຍລະ 1 ໜ່ວຍ, ເລື່ອນຊັ້ນໃຫ້ຜູ້ເສຍຊີວິດ ຈາກ ຮ້ອຍຕີ ຂຶ້ນ ຮອ 2 ສະຫາຍ ຄື: ຮອ ອາລິນ ວິໄລພອນ ແລະ ຮອ ອິນປອນ ຈັນທະລັງສີ ແລະ ເລື່ອນຊັ້ນ ສິບເອກ ຂຶ້ນເປັນ ຮຕ 1 ສະຫາຍ ຄື: ຮຕ ຊາຍ ພະລືໄຊ; ພ້ອມທັງ ມອບເງິນນະໂຍບາຍຈຳນວນໜຶ່ງ ເພື່ອແບ່ງເບົາຄວາມໂສກເສົ້າເສຍໃຈຕໍ່ກັບຄອບຄົວ ແລະ ຍາດຕິພີ່ນ້ອງຂອງນາຍ ຕຳຫຼວດທີ່ຖືກເຄາະຮ້າຍໃນຄັ້ງນີ້ ແລະ ໄດ້ເຂົ້າຮ່ວມງານຊາປະນາກິດສົບຂອງນາຍຕຳຫຼວດທັງ 3 ສະຫາຍ ຢ່າງສົມກຽດ.

ນອກນັ້ນ, ຍັງໄດ້ມອບເງິນນະໂຍບາຍຕໍ່ຄອບຄົວນາຍຕໍາຫຼວດທີ່ເສຍຊີວິດ ແລະ ໄດ້ຮັບບາດ ເຈັບ ໃນຄັ້ງນີ້, ກະຊວງ ປກສ, ກອງບັນຊາການ ປກສ ແຂວງຫຼວງພະບາງ, ບັນດາຫ້ອງ, ບັນດາເມືອງ, ຫ້ອງວ່າການປົກຄອງເມືອງວຽງຄຳ, ກອງບັນຊາການ ປກສ ເມືອງວຽງຄຳ ໄດ້ສົມທົບກັນປະຕິບັດນະໂຍບາຍໃນເບື້ອງຕົ້ນ ຕໍ່ຄອບຄົວນາຍຕໍາຫຼວດຜູ້ເສຍຊີວິດ 3 ຄອບຄົວ ໂດຍຄອບຄົວລະ 79 ລ້ານກີບ ແລະ ປະຕິບັດນະໂຍບາຍໃນເບື້ອງຕົ້ນຕໍ່ຜູ້ໄດ້ຮັບບາດເຈັບ 4 ສະຫາຍ, ສະຫາຍລະ 31 ລ້ານກີບ.

ນອກນັ້ນ, ກະຊວງ ປກສ ກໍຄືການຈັດຕັ້ງທຸກຂັ້ນ ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອຄອບຄົວຜູ້ເສຍຊີວິດ ແລະ ຜູ້ທີ່ໄດ້ຮັບບາດເຈັບທາງດ້ານວັດຖຸ-ຈິດໃຈ ຢ່າງເຕັມທີ່, ສືບຕໍ່ປິ່ນປ່ວຍຜູ້ໄດ້ຮັບບາດເຈັບໃຫ້ສຸດຄວາມສາມາດ ແລະ ໃຫ້ຫາຍດີໂດຍໄວ.

ນອກຈາກນັ້ນ, ໃນຕອນບ່າຍຂອງວັນທີ 4 ກັນຍາ 2022, ພົຕ ວັນທອງ ກອງມະນີ ກໍໄດ້ພົບປະໂອ້ລົມພະນັກງານ-ນັກຮົບ ກອງບັນຊາການ ປກສ ເມືອງວຽງຄຳ ເພື່ອໃຫ້ກຳລັງໃຈ ແລະ ຊຸກຍູ້ໃຫ້ ນາຍ ແລະ ພົນຕຳຫຼວດ ປກສ ເມືອງວຽງຄຳ ສືບຕໍ່ເຮັດວຽກງານວິຊາສະເພາະທີ່ພັກ-ລັດ ກໍຄືກະຊວງ ປກສ ມອບໝາຍໃຫ້ມີຜົນສຳເລັດ; ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຍາດໄດ້ ໃນໄລຍະຜ່ານມາ ຕ້ອງພ້ອມກັນສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງກຳລັງ ປກສ ແລະ ສຶກສາອົບຮົມການເມືອງນໍາພາ-ແນວຄິດ ໃຫ້ນາຍ ແລະ ພົນຕຳຫຼວດ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ເຊື່ອໝັ້ນຕໍ່ແນວທາງຂອງພັກ-ລັດ, ປັບປຸງແບບແຜນວິທີເຮັດວຽກ, ຝຶກຝົນຮໍ່າຮຽນຍົກລະດັບວິຊາສະເພາະ ໃຫ້ມີຄວາມຮູ້-ຄວາມສາມາດສູງຂຶ້ນ, ກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງເຕີບໃຫຍ່ທັງປະລິມານ ແລະ ຄຸນນະພາບ.

ຂ່າວ: ກົມສື່ມວນຊົນ ປກສ