Home Blog Page 32

ຕ້ອນຮັບ ຄະນະຜູ້ແທນກອງທັບ ກຳປູເຈຍ

ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນກອງທັບ ກຳປູເຈຍ

ໃນວັນທີ 30 ສິງຫາ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນໂທ ຮຸນ ມາແນດ ຮອງຜູ້ບັນຊາການທະຫານສູງສຸດ, ຜູ້ບັນຊາການທະຫານບົກ ກອງທັບ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 29-31 ສິງຫາ 2022.

ໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ພົນໂທ ຮຸນ ມາແນດ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງປະເທດ ໂດຍສະເພາະ ການພົວພັນຮ່ວມມື ລະຫວ່າງສອງກອງທັບ ລາວ-ກຳປູເຈຍ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຂຶ້ນໄປເລື້ອຍໆ. ທ່ານ ພົນໂທ ຮຸນ ມາແນດ ກໍໄດ້ ສະແດງຄວາມຂອບໃຈຕໍ່ ທ່ານ ພັນຄຳ ວິພາວັນ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີຊາບ.

ຂ່າວ: ທະນູທອງ ພາບ: ເກດສະໜາ

ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ເລື່ອນການຮັບນັກຮຽນເຂົ້າຮຽນ

ຕາມການໃຫ້ສຳພາດຂອງ ທ່ານ ສົມຈັນ ພົນທະສິດ ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ໃນວັນທີ 29 ສິງຫາ 2022 ນີ້ວ່າ: ໂຮງຮຽນສາມັນກິນນອນຊົນເຜົ່າ ເປັນສະຖານທີ່ໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ເສຍຫາຍຫລາຍພໍສົມຄວນ.

ສະນັ້ນ, ສົກຮຽນປີນີ້ ຈະໄດ້ມີເລື່ອນການຮັບນັກຮຽນມາເຂົ້າຮຽນ ຈາກປົກກະຕິແມ່ນ 29 ສິງຫາ 2022 ແລະ ໄດ້ເລື່ອນແຜນຮັບນັກຮຽນອອກໄປເປັນວັນທີ 5 ກັນຍາ 2022.ທ່ານ ສົມຈັນ ພົນທະສິດ ຍັງໃຫ້ຮູ້ອີກວ່າ: ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້ຫລາຍສົມຄວນ ເຊັ່ນ: ໜອງປາທີ່ປ່ອຍປາແລ້ວ 13ພັນໂຕ ໃຊ້ທຶນ 21ລ້ານກີບ ຖືກເສຍຫາຍ, ຊີມັງສອງໂຕນເຄິ່ງ, ຜ້າຢາງມູນຄ່າສາມລ້ານກວ່າກີບ, ກ໊ອກນ້ຳ, ທໍ່ນ້ຳຫັກເປ່ເພບໍ່ສາມາດໃຊ້ນ້ຳໄດ້.

ນອກຈາກນີ້, ສວນຜັກ, ໜານດອກໄມ້ ແລະ ອຸປະກອນການກະເສດຈຳນວນໜຶ່ງກໍໄຫລໄປນຳກະແສນ້ຳ.ປັດຈຸບັນ, ໄດ້ປະສານທາງຫ້ອງວ່າການປົກຄອງແຂວງ, ກຳລັງ ປກສ, ປກຊ, ຊາວໜຸ່ມຕະລຸມບອນ ລະດົມກຳລັງມາຊ່ວຍຊະລ້າງຂີ້ຕົມ ເພື່ອໃຫ້ທັນເປີດຮັບນັກຮຽນໃນວັນທີ 5 ກັນຍາ 2022 ນີ້.

ແຫຼ່ງຂ່າວ: ຂປລ

ລາຍງານ ການເກັບລາຍຮັບເຂົ້າງົບປະມານ ໃນ 8 ເດືອນຕົ້ນປີ 2022

ລັດຖະມົນຕີກະຊວງການເງິນ ເຄື່ອນໄຫວຊຸກຍູ້ການປະຕິບັດລາຍຮັບ ຢູ່ແຂວງຄຳມ່ວນ.

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ເຄື່ອນໄຫວຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ ຂະຫຍາຍຖານລາຍຮັບຕິດພັນກັບວາລະແຫ່ງຊາດ ໃນວັນທີ 29 ສິງຫາ 2022 ຢູ່ແຂວງຄຳມ່ວນ, ພ້ອມທັງໄດ້ເນັ້ນຂະແໜງການເງິນແຂວງ ສືບຕໍ່ເພີ່ມທະວີຍົກສູງນໍ້າໃຈຮັກຊາດ, ນໍ້າໃຈສາມັກຄີ, ນໍ້າໃຈເສຍສະຫຼະ ແລະ ປະຢັດມັດທະຍັດ ເພື່ອພ້ອມກັນສູ້ຊົນຜ່ານຜ່າວິກິດການທີ່ກໍາລັງປະເຊີນໃນປັດຈຸບັນ ໃຫ້ຜ່ານພົ້ນໄປດ້ວຍດີ. ພ້ອມນີ້ ຍັງໄດ້ແນະນໍາໃນການພັດທະນາວຽກງານບຸກຄະລາກອນ, ການກໍານົດແຜນກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ໃນຂະແໜງການເງິນ ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ ໃຫ້ມີຄຸນນະພາບໃນການເຮັດໜ້າທີ່ ບົນພື້ນຖານຕາມລະບຽບຫລັກການ ເພື່ອຮັບປະກັນການຄຸ້ມຄອງເກັບລາຍຮັບໃຫ້ຄົບຖ້ວນ ແລະ ໂປ່ງໃສ.

ທ່ານ ຄຳສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງຄໍາມ່ວນ ໄດ້ລາຍງານໃຫ້ຊາບວ່າ: 8 ເດືອນຕົ້ນປີ 2022, ແຂວງຄຳມ່ວນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 615,72 ຕື້ກີບ ເທົ່າກັບ 65,75% ຂອງແຜນການປີ;

ໃນນີ້, ລາຍຮັບສູນກາງ 308,64 ຕື້ກີບ ເທົ່າກັບ 50,55% ຂອງແຜນການປີ, ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 307,07 ຕື້ກີບ, ເທົ່າກັບ 94,22% ຂອງແຜນການປີ. ສ່ວນດ້ານລາຍຈ່າຍປະຕິບັດໄດ້ 415,86 ຕື້ກີບ, ເທົ່າກັບ 68,96% ຂອງແຜນການປີ; ສາມາດຈ່າຍເງິນເດຶອນໃຫ້ພະ ນັກງານ-ລັດຖະກອນຂັ້ນແຂວງ ແລະ ຂັ້ນເມຶອງໄດ້ເປັນປົກກະຕິ, ສ່ວນລາຍຈ່າຍບໍລິຫານ ແລະ ຮ່ວງ ອື່ນໆ ກໍສືບຕໍ່ແກ້ໄຂຕາມເງື່ອນໄຂຄວາມຈໍາເປັນ ແລະ ຄວາມສາມາດໃນການສະໜອງ ເຮັດໃຫ້ການປະ ຕິບັດລາຍຈ່າຍ ມີຄວາມສະຫງົບປັດສະຈາກຫາງສຽງສັງຄົມ. ສຳລັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດປະຈຳປີ 2022 ໂດຍສະເພາະໃນໄລຍະ 8 ເດືອນ ແລະ ແຜນການ 4 ເດຶອນທ້າຍປີ 2022, ແຂວງຄຳມ່ວນ ໄດ້ຮັບຜົນກະທົບຈາກອັດຕາເງິນເຟີ້ສະ ເລ່ຍ 12%, ເພີ່ມຂຶ້ນກວ່າປີຜ່ານມາ, ການອ່ອນຄ່າຂອງເງິນກີບທຽບກັບໂດລາ ແລະ ເງິນບາດ ແມ່ນສ່ວນໜຶ່ງທີ່ສົ່ງຜົນເຮັດໃຫ້ບັນດາລາຄາສິນຄ້າ ແລະ ການບໍລິການອື່ນໆ ເພີ່ມຂຶ້ນຫລາຍ.

ສຳລັບດ້ານການຈັດຕັ້ງປະຕິບັດວຽກງານວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ກໍານົດໜ້າວຽກລະອຽດ 18 ໜ້າວຽກ, ປະຕິບັດສຳເລັດແລ້ວ 9 ໜ້າວຽກ ໂດຍໄດ້ຈັດບັນດາໜ້າວຽກ ເຂົ້າແຕ່ລະຂະແໜງຢ່າງເປັນຮູບປະທຳ

ແຫຼ່ງຂ່າວ: ຂປລ

ຈັດພິທີທໍາລາຍຊິ້ນສ່ວນສັດປ່າຫວງຫ້າມທີ່ຢຶດໄດ້

ພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ໄດ້ຈັດພິທີທໍາລາຍຊິ້ນສ່ວນສັດປ່າຫວງຫ້າມທີ່ຢຶດໄດ້ ຕາມຮ້ານຄ້າຢູ່ຕາມຕະຫຼາດ ແລະ ຮ້ານແຄມທາງໃນຕົ້ນເດືອນສິງຫາຜ່ານມາ, ໂດຍມີບັນດາຄະນະປະສານ ງານ, ເຄືອຂ່າຍບັງຄັບໃຊ້ກົດຫມາຍວ່າດ້ວຍສັດນ້ໍາ-ສັດປ່າ ແຂວງອຸດົມໄຊ ເຂົ້າຮ່ວມ.

 ເພື່ອເປັນການປະຕິບັດຕາມກົດຫມາຍວ່າດ້ວຍ ສັດນ້ໍາ ແລະ ສັດປ່າ ສະບັບເລກທີ 07 ລົງວັນທີ 24 ທັນວາ 2007 ແລະ ຄໍາສັ່ງເລກທີ 05 ຂອງນາ ຍົກລັດຖະມົນຕີ, ລົງວັນທີ 8 ພຶດສະພາ 2013, ກອງກວດ ກາປ່າໄມ້ ແຂວງອຸດົມໄຊ ໄດ້ລົງກວດກາບັນດາຕະຫຼາດ, ຮ້ານຂາຍເຄື່ອງຕາມແຄມທາງກວດກາພົບເຫັນ ແລະ ຢຶດໄດ້ຈໍານວນ 15 ຄັ້ງ (ເລີ່ມແຕ່ເດືອນມັງກອນ ເຖິງ ເດືອນກໍລະກົດ 20122) ສາມາດຢຶດໄດ້ ຈໍານວນ 16 ຊິ້ນສ່ວນສັດປ່າລວມນ້ໍາຫນັກ 56 ກິໂລກຼາມ (ລວມທັງເຈົ້າຫນ້າທີ່ຕໍາຫຼວດສິ່ງແວດລ້ອມ ຢຶດໄດ້ແລ້ວນໍາມາຝາກແຊ). ໃນນີ້, ສັດທີ່ຍັງມີຊີວິດຈໍານວນ 5 ໂຕ ນ້ໍາຫນັກ 3,8 ກິໂລກຼາມ, ສັດຕາຍ (ເປັນຊິ້ນສ່ວນ) ຈໍານວນ 356 ຊິ້ນສ່ວນ ນ້ໍາຫນັກ 91,8 ກິໂລກຼາມ, ຄິດເປັນມູນຄ່າ 5.508.000 ກີບ.

ສະເພາະແຍກເປັນແຕ່ລະບັນຊີສັດປ່າ ຄື: ປະເພດຫວງຫ້າມ ຫຼື ບັນຊີ 1: ຈໍານວນ 20 ຊິ້ນສ່ວນ ນຶ່ງ ຫນັກ 20,3 ກິໂລກຼາມ, ປະເພດຄຸ້ມຄອງ ຫຼື ບັນຊີ 2: ຈໍານວນ 16 ຊິ້ນສ່ວນ, ນໍ້າຫນັກ 64,3 ກິໂລກຼາມ, ປະເພດທົ່ວໄປ ຫຼື ບັນຊີ 3: ຈໍານວນ 180 ຊິ້ນສ່ວນ ນ້ໍາຫນັກ 110 ກິໂລກຼາມ.

ລົງກວດກາເສັ້ນທາງເປ່ເພໃນແຂວງຜົ້ງສາລີ

ພະແນກ ຍທຂ ແຂວງຜົ້ງສາລີ ລົງກວດກາເສັ້ນທາງເປ່ເພ ຍ້ອນໄພນໍ້າຖວມ

ດ້ວຍຄວາມເປັນຫ່ວງເປັນໃຍຂອງພັກ-ລັດ ກໍ່ຄືອົງການປົກຄອງແຕ່ລະຂັ້ນທີ່ມີຕໍ່ປະຊາຊົນບັນດາເຜົ່າ ທີ່ປະສົບໄພທາງທຳມະຊາດນໍ້າຖ້ວມ ໃນຄັ້ງວັນທີ 26 ສິງຫາ 2022 ທີ່ຜ່ານມາ, ດັ່ງນັ້ນມາໃນວັນທີ 28 ສິງຫາ 2022 ນີ້ ທາງພະແນກໂຍທາທິການ ແລະ ຂົນສົ່ງແຂວງຜົ້ງສາລີ ນຳໂດຍທ່ານ ບຸນພະນິດ ແກ້ວຮຸ່ງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ແລະ ທ່ານ ອຸເດດ ມະນີວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ພ້ອມດ້ວຍທີມງານຂັ້ນແຂວງ ແລະ ເມືອງ ໄດ້ລົງຕິດຕາມກວດກາສະພາບຜົນເສຍຫາຍທີ່ຖືກຜົນກະທົບນໍ້າຖວ້ມລຽບຕາມສັ້ນທາງ 2E ແລະ 1B.

ໃນການລົງຕິດຕາມຄັ້ງນີ້ ໄດ້ນໍາພາທີມງານ ແລະ ພາກສ່ວນທີ່ກ່ຽວຂ້ອງສໍາຫລວດຈຸດທີ່ເສຍຫາຍພ້ອມທັງເກັບກໍາຂໍ້ມູນເພື່ອປະເມີນຜົນເສຍຫາຍອັນໄດ້ເຮັດໃຫ້ຊີວິດ, ຊັບສິນຂອງປະຊາຊົນ ແລະ ພື້ນຖານໂຄງລ່າງເສຍຫາຍໜັກໜ່ວງ ແລະ ຖືໂອກາດນີ້ລົງຢື້ຢາມຖາມຂ່າວພ້ອມທັງໃຫ້ກໍາລັງໃຈແກ່ປະຊາຊົນບັນດາເຜົ່າກໍ່ຄືຄອບຄົວທີ່ໄດ້ຮັບຜົນກະທົບປະສົບເຄາະຮ້າຍໃນຄັ້ງນີ້ທັງ 3 ບ້ານຄື: ບ້ານລາດຊາງ, ບ້ານສິນໄຊ ແລະ ບ້ານຫາດນາງ.

ໃນການລົງຕິດຕາມກວດການີ້ທາງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ໄດ້ໃຫ້ການຊ່ວຍເຫລືອ ມອບເງິນສົດຈໍານວນ 5.000.000 ກີບເຂົ້າໃນການຊ່ວຍເຫລືອແກ້ໄຂໄພທໍາມະຊາດທີ່ເກີດຂຶ້ນຄັ້ງນີ້ ກ່າວມອບໂດຍທ່ານ ບຸນພານິດ ແກ້ວຮຸ່ງ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ກ່າວຮັບໂດຍ ທ່ານ ພອນທະວີ ໄຊມົນຕີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ເມືອງຂວາ ພ້ອມທັງໄດ້ໃຫ້ທິດຊີ້ນໍາ ແລະ ຊຸກຍູ້ໃຫ້ຂະແໜງການທີ່ກ່ຽວຂ້ອງກໍ່ຄືບັນດາບໍລິສັດໃຫ້ສືບຕໍ່ແກ້ໄຂຢ່າງຮີບດ່ວນໂດຍສະເພາະແມ່ນການສັນຈອນໄປ-ມາໃຫ້ມີຄວາມສະດວກ, ບໍ່ໃຫ້ມີການຕິດຄັດໃນການເດີນທາງ.

ແຫຼ່ງຂ່າວ: ຂປລ

ມີຝົນ 29 ສິງຫາ ຫາ 4 ກັນຍາ 2022

ຝົນຕົກທົ່ວທຸກພາກ 29 ສິງຫາ ຫາ 4 ກັນຍາ 2022

.

.

ສືບຕໍ່ຕິດຕາມ ກວດກາ ຜົນເສຍຫາຍຈາກໄພນໍ້າຖ້ວມຢູ່ແຂວງອຸດົມໄຊ

ໃນວັນທີ 28 ສິງຫາ 2022 ສະຫາຍ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ລົງຕິດຕາມ ກວດກາ ສະພາບຄວາມເສຍຫາຍຈາກນໍ້າຖ້ວມ ຄັ້ງວັນທີ 26 ສິງຫາ 2022 ຕາມເສັ້ນທາງເມືອງໄຊ ຫາ ເມືອງຫຼາ ແຂວງອຸດົມໄຊ ແລະ ໄດ້ລົງຊຸກຍູ້ຊີ້ນຳຂະບວນການຊາວໜຸ່ມຕະລຸມບອນແຂວງອຸດົມໄຊ ທີ່ມາຈາກຮາກຖານຊາວໜຸ່ມອ້ອມຂ້າງແຂວງ 17 ໜ່ວຍຮາກຖານ ແລະ ຮຮ ຫະຫານທ້ອງຖິ່ນ ມີຈໍານວນ 111 ສະຫາຍ ທີ່ໄດ້ລົງຊ່ວຍເຫຼືອປະຊາຊົນ ຢູ່ບ້ານໂພນໄຊ. ເຊີ່ງນຳພາໂດຍ ສະຫາຍ ສົມດີ ເຕັງເບຼຍຈື ເລຂາຄະນະບໍລິຫານງານຊາວໜຸ່ມແຂວງອຸດົມໄຊ ພ້ອມດ້ວຍ ຄະນະບໍລິຫານງານຊາວໜຸ່ມແຂວງ.

ເຈົ້າແຂວງອຸດົມໄຊ ລົງສືບຕໍ່ຕິດຕາມ ກວດກາ ຜົນເສຍຫາຍຈາກໄພນໍ້າຖ້ວມຢູ່ແຂວງອຸດົມໄຊ

ແສງອາທິດ ໃນວັນທີ 28 ສິງຫາ 2022 ສະຫາຍບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ລົງ ຕິດຕາມ ກວດກາ ສະພາບຄວາມເສຍຫາຍຈາກນໍ້າຖ້ວມ ຄັ້ງວັນທີ 26 ສິງຫາ 2022 ຕາມເສັ້ນທາງເມືອງໄຊ ຫາ ເມືອງຫຼາ ແຂວງອຸດົມໄຊ ແລະ ໄດ້ລົງຊຸກຍູ້ຊີ້ນຳຂະບວນການຊາວໜຸ່ມຕະລຸມບອນແຂວງອຸດົມໄຊ ທີ່ມາຈາກຮາກຖານຊາວໜຸ່ມອ້ອມຂ້າງແຂວງ 17 ໜ່ວຍຮາກຖານ ແລະ ຮຮ ຫະຫານທ້ອງຖິ່ນ ມີຈໍານວນ 111 ສະຫາຍ ທີ່ໄດ້ລົງຊ່ວຍເຫຼືອປະຊາຊົນ ຢູ່ບ້ານໂພນໄຊ. ເຊີ່ງນຳພາໂດຍ ສະຫາຍ ສົມດີ ເຕັງເບຼຍຈື ເລຂາຄະນະບໍລິຫານງານຊາວໜຸ່ມແຂວງອຸດົມໄຊ ພ້ອມດ້ວຍ ຄະນະບໍລິຫານງານຊາວໜຸ່ມແຂວງ.

ການລົງເຄື່ອນໄຫວຊ່ວຍເຫຼືອປະຊາຊົນໃນຄັ້ງນີ້ ຍັງມີສະຫາຍ ປອ ສຸລິຍາ ສຸພິທັກ ຫົວໜ້າພະແນກ ການເງີນແຂວງ ພ້ອມດ້ວຍພະນັກງານ ໄດ້ລົງສົມທົບໃນການມອບເຄື່ອງບໍລິໂພກທີ່ຈຳເປັນຈຳນວນໜຶ່ງໃຫ້ແກ່ຄອບຄົວທີ່ຖືກນໍ້າພັດເຮືອນໄຫຼຈຳນວນ 12 ຄອບຄົວ. ໂດຍສືບຕໍ່ປະຕິບັດຕາມທິດຊີ້ນຳຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ມູນຄ່າ 2.500.000 ກີບ. ເຊີ່ງການລົງຊ່ວຍເຫຼືອປະຊາຊົນໃນຄັ້ງນີ້ແມ່ນເພື່ອແກ້ໄຂສຸກເສີນໃນເບື້ອງຕົ້ນໃຫ້ຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ ໃຫ້ເຂົ້າສູ່ສະພາບປົກກະຕິ.

ກວດແກ້ໂດຍ: ດາວອນ ສີວິໄລ

ຕົ້ນເດືອນກັນຍານີ້ ບຸນຊ່ວງເຮືອແຂວງສາລະວັນ

ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມືອງສາລະວັນ ຈະຈັດບຸນ ຊ່ວງເຮືອ ປະຈຳປີ 2022 ເລີ່ມແຕ່ວັນທີ 1-10 ກັນຍາ ທີ່ຈະມາເຖິງ ເພື່ອເປັນການສືບສານ, ອະນຸລັກຮັກສາປະເພນີອັນດີງາມຂອງຊາດ-ຂອງທ້ອງຖິ່ນ, ທັງເປັນການສົ່ງຜະລິດຕະພັນສິນຄ້າໂອດ໋ອບຂອງເມືອງ, ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງແຂວງຮ່ວມທ່ຽວຊົມຫລາຍຂຶ້ນ, ສ້າງເງື່ອນໄຂໃນການແລກປ່ຽນ, ຊື້-ຂາຍສິນຄ້າປະເພດຕ່າງໆຂອງພໍ່ແມ່ປະຊາຊົນ, ຜູ້ປະກອບທັງພາຍໃນ ມີບັນຍາກາດຟົດຟື້ນ.

ທ່ານ ໜູຄຳ ສີສະຫວັດ ຮອງເຈົ້າເມືອງສາລະວັນ, ປະທານຄະນະກໍາມະການຈັດ ບຸນຊ່ວງເຮືອ ປະຈຳປີ 2022 ທີ່ເມືອງສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ເມື່ອບໍ່ນີ້ວ່າ:

ປັດຈຸບັນ, ການຈັດງານດັ່ງກ່າວແມ່ນໄດ້ກະກຽມພ້ອມຫລາຍດ້ານ ເປັນຕົ້ນ ດ້ານເນື້ອໃນລາຍການ, ແຕ່ງຕັ້ງບັນດາອະນຸກຳມະການດ້ານຕ່າງໆ ແລະ ກຳນົດວັນເວລາ, ຈັດສັນສະຖານທີ່ຈັດງານບຸນຊ່ວງເຮືອ ປະຈຳປີ 2022, ພ້ອມທັງ ຈະໄດ້ຈັດງານວາງສະແດງສິນຄ້າໂອດັອບຂອງ ເມືອງສາລະວັນ, ການວາງສະແດງ, ຈໍາໜ່າຍຜະລິດຕະພັນ ສິນຄ້າພາຍໃນ ແລະ ກິດຈະກຳອື່ນໆຈໍນວນໜຶ່ງ. ການແຂ່ງຂັນເຮືອຊ່ວງປີ້ນີ້ ແມ່ນໄດ້ກຳນົດເອົາ 2 ວັນ ຄື: ວັນທີ 9 ກັນຍາ 2022, ການແຂ່ງຂັນແບບເປີດກວ້າງຈາກພະແນກການ, ກົມກອງ, ບ້ານຕ່າງເມືອງ ແລະ ຕ່າງແຂວງຄາດຄະເນຈະມີເຮືອເຂົ້າຮ່ວມແຂ່ງຂັນ 38 ລຳ, ປະກອບມີປະເພດເຮືອໃຫຍ່ 30-35 ສີພາຍ, ກາງ 25-29 ສີພາຍ, ປະເພດເຮືອນ້ອຍ 12 ສີພາຍ.

ສໍາລັບວັນທີ 10 ກັນຍາ ເປັນມື້ແຂ່ງຂັນເຮືອຊ່ວງພາຍໃນເມືອງ ເຊິ່ງຈະມີເຮືອຈາກບ້ານຕ່າງໆ, ກົມກອງອ້ອມຂ້າງເມືອງ. ນອກຈາກນັ້ນ, ກໍໄດ້ຈັດສັນສະຖານທີ່ຕ່າງໆພາຍໃນງານ ເພື່ອຄວາມສະດວກສະບາຍ ແລະ ບໍ່ແອອັດ ເປັນຕົ້ນ ຈຸດຂາຍເຄື່ອງຕ່າງໆຂອງພໍ່ຄ້າຊາວຂາຍ, ສະຖານທີ່ຝາກລົດ, ຈັດສັນທາງຍ່າງ ແລະ ອື່ນໆ, ທັງໄດ້ແຕ່ງຕັ້ງອະນຸກຳມະການປ້ອງກັນຄວາມສະຫງົບ, ຮັກສາເວນຍາມໃນແຕ່ລະຈຸດ ເພື່ອຕິດຕາມສະພາບການຕ່າງໆ ໂດຍສະເພາະການຂັບຂີ່ພາຫະນະ, ການກິນດື່ມ, ມ່ວນຊື່ນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.

ທ່ານ ໜູຄຳ ສີສະຫວັດ ຍັງໃຫ້ຮູ້ອີກວ່າ: ເທສະການບຸນຊ່ວງເຮືອ ເມືອງສາລະວັນ ທຸກໆປີຈະໄດ້ຈັດຂຶ້ນໃນລະຫວ່າງມື້ຂຶ້ນ 14-15 ຄ່ຳເດືອນ 10 ລາວ ຫລື ກົງກັບບຸນຫໍ່ເຂົ້າສະຫລາກ ແຕ່ລະປີແມ່ນມີບັນຍາກາດຄືຶກຄື້ນ, ມ່ວນຊື່ນ ແລະ ມີເຮືອຊ່ວງຈາກຕ່າງແຂວງ, ຕ່າງເມືອງ ແລະ ຫລາຍບ້ານ ເຂົ້າຮ່ວມແຂ່ງຂັນ ຢ່າງເປັນຂະບວນຟົດຟື້ນ ແລະ ໄລຍະ 3 ປີຜ່ານມານີ້, ຍ້ອນສະພາບດິນຟ້າອາກາດຝົນຕົກຕໍ່ເນື່ອງ ເກີດໄພນ້ຳຖ້ວມ ແລະ ອີກ 2 ປີຕໍ່ມາ ແມ່ນຢູ່ໃນໄລຍະເຝົ້າລະວັງ ແລະ ປ້ອງກັນການແພ່ລະບາດພະຍາດໂຄວິດ-19 ຈຶ່ງບໍ່ສາມາດຈັດງານດັ່ງກ່າວໄດ້ ແລະ ປະຕິບັດຕາມຮີດຄອງປະເພນີ ເທົ່ານັ້ນ.

ແຫຼ່ງຂ່າວ: ສື່ມວນຊົນ ສາລະວັນ ແລະ ຂປລ

ໂຮງໝໍນ້ອຍບ້ານນາເມືອງ ໄດ້ຮັບການຊ່ວຍເຫຼືອອຸປະກອນ

ໃນອາທິດຜ່ານມານີ້, ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ຮ່ວມກັບ ທ່ານ ພູວົງ ພະມີສິດ ໄດ້ນຳພາທີມງານມູນນິທິຮ່ວມໃຈ ພັດທະນາ ພ້ອມກັນສ້າງກິດຈະກຳ “ຮ່ວມແຮງ ຮ່ວມໃຈຊ່ວຍເຫຼືອອຸປະກອນການແພດ“ ໃຫ້ແກ່ໂຮງໝໍນ້ອຍ ບ້ານນາເມືອງ ເມືອງເຟືອງ ແຂວງວຽງຈັນ, ໂດຍມີ ທ່ານ ວຽງຊໍາ ກວ້າງມະນີວັນ ຫົວໜ້າຈຸດສຸມພັດທະນາຜາສັງ, ມີປະທານອົງການກາແດງແຂວງວຽງຈັນ, ຫົວໜ້າຫ້ອງການ, ອົງການປົກຄອງບ້ານ ແລະ ພະນັກງານ ແພດ-ໝໍເຂົ້າຮ່ວມ.

ອຸປະກອນການແພດທີ່ນໍາມາຊ່ວຍເຫຼືອໃນຄັ້ງນີ້, ປະກອບມີ: ຫົວເກ+ບັ້ງອົກຊີ, ເຄື່ອກວດຫູ, ຫຼັກເຊ ຣອມ, ຕູ້ອຸ່ນເດັກ, ເຄື່ອງກວດທາດນ້ຳຕານ+ໄຂມັນ+ປະດົງຂໍ້, ອົກຊີແມັກ, ຊຸດເກີດລູກ, ຜ້າອັດປາກ, ສະເປເຫຼົ້າຂ້າເຊື້ອ ແລະ ອຸປະກອນອື່ນໆ ມູນຄ່າທັງໝົດ 33.820.625 ກີບ.

ທ່ານ ພູທອນ ເມືອງປາກ ຕາງໜ້າໃຫ້ແກ່ທີມງານ ກ່າວຈຸດປະສົງໃນການນໍາເອົາອຸປະກອນການແພດລົງມາຊ່ວຍເຫຼືອໃນຄັ້ງນີ້, ເພື່ອເປັນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ທາງດ້ານອຸປະກອນທີ່ຈໍາເປັນ ເພື່ອບໍລິການຮັບໃຊ້ພໍ່ແມ່ປະຊາຊົນ ທັງສະແດງເຖິງນ້ຳໃຈສາມັກຄີ ຮັກແພງ. ສະນັ້ນ, ຈຶ່ງໄດ້ຄົ້ນຄວ້າໃນໝູ່ຄະນະ ສົມທົບກັບມູນນິທິຮ່ວມໃຈ ພັດທະນາ, ສະຫຼະທຶນຮອນ ຊື້ອຸປະກອນທັງໝົດມາຊ່ວຍເຫຼືອໂຮງໝໍນ້ອຍແຫ່ງນີ້.

ທ່ານ ທອງວັນ ພົງພັກດີ ຫົວໜ້າຫ້ອງການສາທາລະນະສຸກ ໄດ້ໃຫ້ກຽດຂຶ້ນກ່າວຮັບ ພ້ອມທັງສະແດງຄວາມຂອບໃຈ ເປັນຢ່າງສູງ ຕໍ່ບັນດາທ່ານທີ່ມີສ່ວນຮ່ວມ ໃນການປະກອບສ່ວນອຸປະກອນຕ່າງໆ ນຳມາຊ່ວຍເຫຼືອຄັ້ງນີ້ ແລະ ໄດ້ມອບຕໍ່ໃຫ້ພະນັກງານແພດໝໍຢູ່ໂຮງໝໍນ້ອຍບ້ານນາເມືອງ ໄດ້ນຳໃຊ້ເຂົ້າໃນວຽກງານສາທາລະນະສຸກ ເພື່ອບໍລິການພໍ່ແມ່ປະຊາຊົນ ໃນເຂດປົກຄຸມດັ່ງກ່າວນີ້ ມີສຸຂະພາບທີ່ດີ ພ້ອມທັງຈະຄຸ້ມຄອງ, ຮັກສາອຸປະກອນໃຫ້ຄຸ້ມຄ່າ ແລະ ໃຊ້ໄດ້ດົນ. ໃນໂອກາດນີ້, ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ຄຸນງາມຄວາມດີ ຈາກທີມງານມາຊ່ວຍເຫຼືອຄັ້ງນີ້ ອົງການປົກຄອງເມືອງຈຶ່ງໄດ້ຕົກລົງມອບໃບຍ້ອງຍໍ 1 ໃບ ແລະ ໃບກຽດຕິຄຸນ 1 ໃບ ໃຫ້ແກ່ຄະນະທີມງານ ທີ່ມາມອບເຄື່ອງໃນຄັ້ງນີ້ຢ່າງສົມກຽດ.

ແຫຼ່ງຂ່າວ: ປະຊາຊົນ

ເຝົ້າລະວັງການປ່ອຍນໍ້າຂອງເຂື່ອນ

ຄະນະວິຊາການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ສືບຕໍ່ປະສານງານກັບ ກະຊວງພະລັງງານ ແລະ ບໍ່ແຮ່ ຂໍອະນຸຍາດລາຍງານກ່ຽວກັບ ສະພາບບໍລິຫານນ້ໍາໃນອ່າງເກັບນ້ໍາຂອງເຂື່ອນ ໃນທົ່ວປະເທດ ປະຈໍາວັນທີ 26 ສິງຫາ 2022 ດັ່ງລາຍລະອຽດລຸ່ມນີ້:

1. ບັນດາເຂື່ອນໄຟຟ້າທີ່ບໍລິຫານນ້ໍາທີ່ຢູ່ໃນສະພາບປົກກະຕິ: ໂດຍລວມການບໍລິຫານນ້ໍາຂອງ ເຂື່ອນທີ່ມີອ່າງເກັບນ້ໍາຫຼາຍແຫ່ງຍັງຢູ່ໃນເກນປົກກະຕິ. ສໍາລັບເຂື່ອນທີ່ເປັນຝ່າຍນ້ໍາລົ້ນ ຫຼາຍແຫ່ງກໍ່ໄດ້ຢູ່ ໃນສະພາບປົກກະຕິເຊັ່ນດຽວກັນ ແຕ່ກໍ່ມີບາງເຂື່ອນກໍ່ຍັງປ່ອຍນ້ໍາຜ່ານທາງລະບາຍນ້ໍາລົ້ນ ເຊັ່ນເຂື່ອນ ໄຟຟ້ານ້ໍາຄານ 3, ເຂື່ອນໄຟຟ້າເຊກະຫມານ, ເຂື່ອນໄຟຟ້ານໍ້າມັງ 1 ແລະ ເຂື່ອນໄຟຟ້ານໍ້າຊັນ 3B ເຊີ່ງ ການປ່ອຍນ້ໍາໄຫຼລົ້ນສັນເຂື່ອນຖືເປັນເລື່ອງປົກກະຕິ ເນື່ອງຈາກເຂື່ອນປະເພດດັ່ງກ່າວອະນຸຍາດໃຫ້ນ້ໍາ ໄຫຼຜ່ານສັນເຂື່ອນໃນເວລາທີ່ເຕັມອ່າງ ເຊີ່ງອາດຈະເຮັດໃຫ້ປະລິມານນ້ໍາຢູ່ທ້າຍເຂື່ອນເພີ່ມຂຶ້ນເລັກ ນ້ອຍ ຫຼື ປະລິມານນ້ໍາຫນ້າ ແລະ ທ້າຍເຂື່ອນເທົ່າກັນ ເຊິ່ງບໍ່ມີຜົນກະທົບ;

2. ບັນດາເຂື່ອນໄຟຟ້າທີ່ມີການປ່ອຍນ້ໍາອອກຜ່ານປະຕູນ້ໍາລົ້ນ (ເຝົ້າລະວັງ)

  • ເຂື່ອນໄຟຟ້ານ້ໍາລີກ 1-2 ຍັງສືບຕໍ່ລະບາຍນ້ໍາຜ່ານປະຕູນ້ໍາລົ້ນ (Spillway) ສະເລ່ຍ 70,00 ແມັດກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 111,70 ແມັດກ້ອນຕໍ່ວິນາທີ ລວມ ທັງຫມົດ 181,70 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ລະດັບນ້ໍາ ສະຖານີບ້ານສາມຜືນ ເມືອງເຟືອງ ເພີ່ມ ຂຶ້ນ 0,14 ແມັດ ຈາກລະດັບ 2,02 ແມັດ ໃນມື້ຜ່ານມາ ມາເປັນ 2,16 ແມັດໃນມື້ນີ້ ເຊິ່ງທຽບ ກັບລະດັບນ້ໍາເຕືອນໄພ 8,00 ແມັດ ແລະ ລະດັບນ້ໍາອັດຕະລາຍ 9,00 ແມັດ ຖືວ່າຍັງຕໍ່າຫຼາຍ ເຊິ່ງ ເຫັນວ່າລະດັບນ້ໍາບໍ່ມີການເຫນັງຕີງຫລາຍ ແລະ ບໍ່ມີຜົນກະທົບຕໍ່ ປະຊາຊົນທີ່ອາໃສຢູ່ຕອນລຸ່ມຂອງ ເຂື່ອນໄຟຟ້າ;
  • ເຂື່ອນໄຟຟ້ານ້ໍາຄານ 2 ຍັງສືບຕໍ່ລະບາຍນ້ໍາຜ່ານປະຕູນ້ໍາລົ້ນ (Spillway) ສະເລ່ຍ 27,95 ແມັດ ກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 47,15 ແມັດກ້ອນຕໍ່ວິນາທີ ລວມ ທັງຫມົດ 75,10 ແມັດກ້ອນຕໍ່ວິນາທີ ເຊີ່ງໄຫຼລົງໃສ່ ອ່າງເກັບນ້ໍາເຂື່ອນນ້ໍາຄານ 3. ເມື່ອທຽບກັບຂໍ້ ມູນໃນມື້ຜ່ານມາ ເຫັນໄດ້ວ່າ ການປ່ອຍນ້ໍາຜ່ານປະຕູນ້ໍາລົ້ນຫຼຸດລົງ;
  • ເຂື່ອນໄຟຟ້ານ້ໍາຄານ 3 ຍັງສືບຕໍ່ລະບາຍນ້ໍາຜ່ານປະຕູນ້ໍາລົ້ນ (Spillway) ສະເລ່ຍ 46,65 ແມັດ ກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 81,46 ແມັດກ້ອນຕໍ່ວິນາທີ ລວມ ທັງຫມົດ 128,06 ແມັດກ້ອນຕໍ່ວິນາທີ ເຊີ່ງ ລະດັບນ້ໍາຢູ່ກ້ອງເຂື່ອນ ຢູ່ສະຖານີແທກນ້ໍາຢູ່ ບ້ານມີໄຊ ຫຼຸດລົງ 0,357 ແມັດ ຈາກລະດັບ 0,437 ແມັດ ໃນມິຜ່ານມາ ມາເປັນ 0,794 ແມັດ ໃນມື້ນີ້ ເຊີ່ງທຽບກັບລະດັບນ້ໍາເຕືອນໄພ 9 ແມັດ ແລະ ລະດັບນ້ໍາອັດຕະລາຍ 9,30 ແມັດ ຖືວ່າຍັງຕໍ່າຫຼາຍ ເຊິ່ງ ເຫັນວ່າລະດັບນ້ໍາບໍ່ມີການເຫນັງຕີງຫລາຍ ແລະ ບໍ່ມີຜົນກະທົບຕໍ່ ປະຊາຊົນທີ່ອາໃສຢູ່ຕອນລຸ່ມຂອງເຂື່ອນໄຟຟ້າ;
  • ເຂື່ອນໄຟຟ້ານ້ໍາກົງ 1 ຍັງສືບຕໍ່ລະບາຍນ້ໍາຜ່ານປະຕູນໍ້າລົ້ນ (Spillway) ສະເລ່ຍ 55,00 ແມັດກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 86,18 ແມັດກ້ອນຕໍ່ວິນາທີ ລວມ ທັງຫມົດ 62,87 ແມັດກ້ອນຕໍ່ວິນາທີ ເຊີ່ງປະລິມານນ້ໍາດັ່ງກ່າວໄຫຼໄປປ່ອງໃສ່ແມ່ນ້ໍາເຊກອງ ເຊີ່ງບໍ່ມີຜົນກະທົບຕໍ່ພື້ນທີ່ຕອນລຸ່ມ.
  • ເຂື່ອນນ້ໍາເທີນ 1 ໄດ້ລະບາຍນໍ້າຜ່ານປະຕູນໍ້າລົ້ນ (Spillway) 173,43 ແມັດກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 428,10 ແມັດກ້ອນຕໍ່ວິນາທີ ລວມທັງຫມົດ 601,53 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ ລະດັບນ້ໍາ ສະຖານີບ້ານປາກກະດິງ ເມືອງປາກກະດິງ ເພີ່ມຂຶ້ນ 0,10 ແມັດ ຈາກລະດັບ 7,36 ແມັດ ໃນມື້ຜ່ານມາເປັນ 7,46 ແມັດໃນມື້ນີ້ ເຊິ່ງທຽບກັບລະດັບນ້ໍາ ເຕືອນໄພ 13,75 ແມັດ ແລະ ລະດັບນ້ໍາອັນຕະລາຍ 14,75 ແມັດ ຖືວ່າຍັງຕໍ່າຫຼາຍ ເຊິ່ງເຫັນວ່າ ລະດັບນ້ໍາບໍ່ມີການເຫນັງຕີງຫລາຍ ແລະ ບໍ່ມີຜົນກະທົບຕໍ່ ປະຊາຊົນທີ່ອາໃສຢູ່ຕອນລຸ່ມຂອງເຂື່ອນໄຟຟ້າ;

ຫມາຍເຫດ: ເຂື່ອນໄຟຟ້າທີ່ເປັນອ່າງເກັບນ້ໍາ ນ້ໍາງື່ມ 1, ນ້ໍາຄານ 2, ຫ້ວຍລໍາພັນໃຫຍ່, ນ້ໍາເລີກ, ນ້ໍາງື່ມ 2, ນ້ໍາງື່ມ 5, ນ້ໍາງື່ມ 1-2, ນ້ໍາຍ່ວງ, ນ້ໍາເທີນ 2, ຫ້ວຍ ເຫາະ, ນ້ໍາອູ 5, ນ້ໍາອູ 6, ນ້ໍາອູ 7, ນ້ໍາທາ 1, ນ້ໍາງຽບ 2, ນ້ໍາໃຜ່, ນ້ໍາກົງ 1, ນ້ໍາກົງ 3, ເຊປ່ຽນ-ເຊນ້ໍານ້ອຍ, ເຊກະ

ຫມານ 1, ເຊກະຫມານ 3, ເຊລະນອງ 1, ນ້ໍາງຽບ 1, ນ້ໍາເທີນ 1. ເຂື່ອນໄຟຟ້າທີ່ເປັນຝາຍນ້ໍາລົ້ນ ນ້ໍາຄານ 3, ນ້ໍາມັງ 3, ນ້ໍາຊານາ, ນ້ໍາຊອງ, ເຊເຊັດ 1, ເຊເຊັດ 2, ເຊເຊັດ 3, ເຊລະບໍາ, ນ້ໍາລີກ 1, ນ້ໍາເທີນ ຫີນບູນ , ນ້ໍາອູ 1, ນ້ໍາອູ 2, ນ້ໍາອູ 3, ນ້ໍາອູ 4, ນ້ໍາງາ 2, ນ້ໍາງຽບ 2, ນ້ໍາງຽບ 2B, ນ້ໍາງຽບ 20, ນ້ໍາງຽບ 3A, ນ້ໍາມັງ 1, ນ້ໍາ ແບງ, ນ້ໍາຊັນ 3A, ນ້ໍາຊັນ 3B, ນ້ໍາເປີນ 1, ນ້ໍາເປີນ 2, ນ້ໍາກົງ 2, ເຊນ້ໍານ້ອຍ 1, ໄຊຍະບູລີ, ນ້ໍາງຽບ 1, ນ້ໍາຈຽນ 1, ນ້ໍາຜາໃຫຍ່, ຫ້ວຍປໍ, ດອນສະໂຮງ, ເຊນ້ໍານ້ອຍ 6, ຕາດຈຽດ, ນ້ໍາໂຊ, ນ້ໍາກາບ, ຕາດສະເລີຍ, ເຊນ້ໍານ້ອຍ 2, ນ້ໍາກົງຕອນລຸ່ມ, ນ້ໍາເທ