Home Blog Page 48

ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງ ເມືອງລ້ອງແຈ້ງ

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນ​ວັນ​ທີ 1 ກໍ​ລະ​ກົດ​ 2022 ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ມີທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງ, ການນຳ-ພະນັກງານຫຼັກແຫຼ່ງ ເມືອງລ້ອງແຈ້ງ ແລະ ພາກທຸລະກິດ ທີ່ມີສ່ວນຮ່ວມ ໃນການພັດທະນາແຂວງໄຊສົມບູນ ຈຳນວນໜຶ່ງເຂົ້າ​ຮ່ວມ.

ທ່ານ ອຸດອນ ສິງດາລາ ເຈົ້າເມືອງລ້ອງແຈ້ງ ໄດ້​ລາຍ​ງານໂດຍເຫັນໄດ້ສະພາບຈຸດພິເສດ, ທ່າແຮງພື້ນຖານ, ຂໍ້ຈຳກັດ ແລະ ສິ່ງທ້າທາຍຕ່າງໆ ໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ, ລວມທັງ ທິດທາງແຜນວຽກຈຸດສຸມພັດທະນາຂອງເມືອງ ໃນຕໍ່ໜ້າ. ໂດຍອີງໃສ່ເງື່ອນໄຂທີ່ຕັ້ງ ແລະ ທ່າແຮງຕ່າງໆ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແຂວງໄຊສົມບູນ ໄດ້ສຸມໃສ່ພັດທະນາເມືອງລ້ອງແຈ້ງ 3 ດ້ານ ຄື: ສຸມໃສ່ສ້າງເມືອງລ້ອງແຈ້ງ ​ໃຫ້ເປັນເມືອງປູກ-ເມືອງລ້ຽງ ເພື່ອສະໜອງສະບຽງອາຫານ ໃຫ້ບັນດາບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ຢູ່ພາຍໃນແຂວງໄຊສົມບູນ; ສຸມໃສ່ ສ້າງເມືອງລ້ອງແຈ້ງ ເປັນເມືອງທ່ອງທ່ຽວ ທາງທຳມະຊາດ ແລະ ຮ່ອງຮອຍປະຫວັດສາດ ແບບອະນຸລັກ ແລະ ສຸມໃສ່ສ້າງກຸ່ມບ້ານນ້ຳຜາ ໃຫ້ເປັນບ້ານທີ່ມີການພັດທະນາ ແລະ ກາຍເປັນສີສັນຂອງຕົວເມືອງ ປະກົດຂຶ້ນ.

ນອກຈາກນີ້ ຍັງໄດ້ຮັບຟັງການນຳສະເໜີແຜນໂຄງການພັດທະນາແຫຼ່ງທ່ອງທ່ຽວ ພູໝອກ-ພູຕະການ ແລະ ບັນດາກິດຈະການທີ່ຕິດພັນ ຈາກທ່ານປະທານກຸ່ມບໍລິສັດ ລ້ອງແຈ້ງພັດທະນາ ຈຳກັດ.ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນ ໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ຜູ້ເຂົ້າຮ່ວມ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ອົງການປົກຄອງແຂວງ, ອົງການປົກຄອງເມືອງ ຕ້ອງສືບຕໍ່ເປັນເຈົ້າການ ປົກປັກຮັກສາ ແລະ ສ້າງສາພັດທະນາ ທ້ອງຖິ່ນ​ຂອງຕົນ ຢ່າງຮອບດ້ານ ບົນຈິດໃຈສູ້ຊົນເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງແຂວງ ໃຫ້ເປັນຫົວໜ່ວຍຍຸດທະສາດ ແລະ ສ້າງເມືອງ ໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແທ້ໆ, ຫຼີກລ່ຽງແນວຄິດເອື່ອຍອີງ; ເພີ່ມສະຕິລະວັງຕົວ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບວຽກງານການຕ່າງປະເທດ ໂດຍສະເພາະ ປ້ອງກັນການສວຍໃຊ້ໂອກາດ ແລະ ຊ່ອງວ່າງ ເພື່ອສ້າງປະກົດການຫຍໍ້ທໍ້ຕ່າງໆ ແລະ ກົດໜ່ວງຖ່ວງດຶງ ການພັດທະນາປະເທດຊາດ ກໍຄືທ້ອງຖິ່ນພາຍໃນແຂວງໄຊສົມບູນ.

ພ້ອມກັນນີ້ ກໍໃຫ້ກະຊວງ-ອົງການທີ່ກ່ຽວຂ້ອງ ສົມທົບກັບແຂວງ ແລະ ເມືອງ ກວດກາຄືນ ແລະ ຄົ້ນຄວ້າປັບປຸງ ແຜນພັດທະນາດ້ານຕ່າງໆ ໃນວຽກງານສາຍຕັ້ງຂອງຕົນ ໃຫ້ສອດຄ່ອງກັບສະພາບຕົວຈິງກວ່າເກົ່າ ໂດຍສະເພາະ ຂະແໜງແຜນການ ແລະ ການລົງທຶນ, ໂຍທາທິການ ແລະ ຂົນສົ່ງ, ກະສິກຳ ແລະ ປ່າໄມ້, ພະລັງງານ ແລະ ບໍ່ແຮ່, ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອແນໃສ່ເຮັດໃຫ້ເມືອງລ້ອງແຈ້ງ ກໍຄືແຂວງໄຊສົມບູນ ໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ ເປັນກ້າວໆ.

ຂ່າວ ແລະ ຮູບພາບ: ກົມປະຊາສຳພັນ ຫສນຍ

ຄຶກຄື້ນທ້າຍອາທິດ! ຄົນລາວຂ້າມໄປທ່ຽວໜອງຄາຍ-ອຸດອນ

ບັນຍາກາດ ປະຊາຊົນລາວກຳລັງດຳເນີນຂັ້ນຕອນທີ່ດ່ານມິດຕະພາບໄທ – ລາວ ແຫ່ງທີ 1

ຕາມການລາຍງານ ຂອງສຳນັກຂ່າວ: MGR Online ໃຫ້ຮູ້ວ່າ: ໃນວັນທີ 2 ກໍລະກົດ ທີ່ຜ່ານ, ຢູ່ທີ່ດ່ານມິດຕະພາບໄທລາວ ແຂວງໜອງຄາຍ ປະເທດໄທ,

ເຫັນວ່າ ປະຊາຊົນລາວມາຂ້າມມາທ່ຽວຫຼາຍຂຶ້ນຫຼັງຈາກຍົກເລີກລະບົບ Thailand Pass

ພ້ອມເຈົ້າໜ້າທີ່ຍັງຢໍ້າອີກວ່າ ຫ້າມນຳເຫຼົ້າເບຍ ຢາສູບ ເຂົ້າ-ອອກ ປະເທດເກີນໂກຕ້າທີ່ກຳນົດ.

ການປ່ອຍສັດ, ລ້ຽງສັດ ແລະ ການມ້າງຮົ້ວ ແລວທາງລົດໄຟ ແມ່ນຜິດຕໍ່ລະບຽບກົດໝາຍວ່າດ້ວຍການລົດໄຟ

ຕາມການລາຍງານຈາກ Laos – China Railway Company Limited ໃຫ້ຮູ້ວ່າ: ຜ່ານມາໄດ້ມີເຫດການສັດລ້ຽງທີ່ຖືກປ່ອຍເຂົ້າມາໃນເຂດແລວທາງລົດໄຟເປັນຈຳນວນຫຼາຍຄັ້ງ, ສາເຫດກໍມາຈາກມີປະຊາຊົນຈໍານວນໜຶ່ງ ຍັງບໍ່ເອົາໃຈໃສ່ປະປ່ອຍ, ລ້ຽງສັດຢູ່ໃກ້ບໍລິເວນແລວທາງລົດໄຟ ແລະ ອີກສາເຫດໜຶ່ງກໍແມ່ນເນື່ອງຈາກວ່າມີຄົນບໍ່ດີໄປລັກຮົ້ວ ແລະ ທໍາລາຍຮົ້ວກັ້ນຄວາມປອດໄພແລວທາງລົດໄຟ, ຈິ່ງເຮັດໃຫ້ມີສັດລ້ຽງເຂົ້າໄປໃນແລວທາງລົດໄຟ ພາໃຫ້ເກີດອຸປະຕິເຫດ ລົດໄຟຕໍາສັດລ້ຽງ, ເຊີ່ງເປັນອັນຕະລາຍຕໍ່ການເດີນລົດໄຟ ແລະ ຫຼາຍເທື່ອເຮັດໃຫ້ລົດໄຟຈຳເປັນຕ້ອງໄດ້ຢຸດແບບສຸກເສີນ ຫຼື ຈອດລົດຊົ່ວຄາວເພື່ອກວດກາຄວາມເສຍຫາຍ ໃຫ້ມີຄວາມຮັບປະກັນຄວາມປອດໄພ ຈຶ່ງສາມາດເດີນລົດໄຟຕໍ່.

ການປ່ອຍສັດ, ລ້ຽງສັດ ແລະ ການມ້າງຮົ້ວ, ທຳລາຍ ຫຼື ໄຂຮົ້ວກັ້ນແລວທາງລົດໄຟ ເປັນສິ່ງທີ່ຜິດຕໍ່ລະບຽບກົດໝາຍວ່າດ້ວຍການລົດໄຟ (ທຸກຄົນສາມາດຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການລົດໄຟໄດ້ຈາກລິ້ງນີ້: https://na.gov.la/…/2021/11/law_lodfai-new29_1_2019.pdf). ໃນກົດໝາຍວ່າດ້ວຍການລົດໄຟມາດຕາທີ 137 ຂໍ້ທີ 11 ໄດ້ລະບຸໄວ້ຢ່າງຊັດເຈນວ່າ “ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໄປລ້ຽງ, ປ່ອຍ ແລະ ເຄື່ອນຍ້າຍສັດລ້ຽງ ຕາມທາງລົດໄຟຢ່າງເດັດຂາດ” ແລະ ກົດໝາຍມາດຕາທີ 137 ຂໍ້ທີ 4 ໄດ້ລະບຸວ່າ “ຫ້າມບຸກຄົນມ້າງເພ, ທຳລາຍໂຄງປະກອບ ແລະ ສິ່ງປະກອບທາງລົດໄຟຢ່າງເດັດຂາດ”. ພ້ອມນັ້ນ, ຫາກປະຊາຊົນຍັງບໍ່ເຄົາລົບຕໍ່ລະບຽບກົດໝາຍ, ອັນຕະລາຍທີ່ຈະເກີດຂຶ້ນ ບໍ່ພຽງແຕ່ການສູນເສຍຊີວິດຂອງສັດລ້ຽງຈຳນວນຫນຶ່ງ, ແຕ່ຍັງເປັນອັນຕະລາຍຕໍ່ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ ແລະ ຍັງເຮັດໃຫ້ເປັນອັນຕະລາຍ ແລະ ເກີດຜົນເສຍຫາຍຕໍ່ຊັບສິນຂອງຊາດ. ນອກນັ້ນ, ຍັງຈະເປັນອັນຕະລາຍ ແກ່ຊິວິດຂອງປະຊາຊົນ ແລະ ສັດລ້ຽງເອງ ເນື່ອງຈາກວ່າໃນຂອບເຂດຮົ້ວປ້ອງກັນຄວາມປອດໄພແລວທາງລົດໄຟບາງຈຸດອາດຈະມີອຸປະກອນຕິດຕັ້ງທີ່ມີໄຟຟ້າແຮງສູງ, ອີກປະການໜຶ່ງ, ການຢຸດກະທັນຫັນຂອງຂະບວນລົດໄຟແມ່ນຕ້ອງໃຊ້ໄລຍະທາງ ແລະ ໄລຍະເວລາຈຳນວນໜຶ່ງ, ເຊິ່ງບໍ່ສາມາດຢຸດທັນທີໄດ້, ໃນກໍລະນີຂະບວນລົດໄຟຕຳກັບສັດໃຫຍ່ແລ້ວ ກໍມີຄວາມສ່ຽງທີ່ຂະບວນລົດໄຟຈະຕົກລາງ, ເຊິ່ງຈະນຳຄວາມສູນເສຍອັນມະຫາສານມາສູ່ຊີວິດ ແລະ ຊັບສິນຂອງຜູ້ໂດຍສານທຸກຄົນ,

ເຊິ່ງເຫດການລັກສະນະແບບນີ້ກໍເຄີຍເກີດຂຶ້ນຢູ່ຕ່າງປະເທດມາແລ້ວຫຼາຍຄັ້ງ. ສະນັ້ນ, ຈິ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃຫ້ຄວາມຮ່ວມມື, ຮ່ວມແຮງຮ່ວມໃຈກັນ, ປະຕິບັດຕາມລະບຽບກົດໝາຍ, ຫາກພົບເຫັນຜູ້ຈະກະທຳຜິດຄືດັ່ງເຫດການດັ່ງກ່າວ ກໍໃຫ້ຫ້າມປາມ ແລະ ຕັກເຕືອນຊ່ວຍກັນ, ເພື່ອຄວາມປອດໄພຂອງຊີວິດ ແລະ ຊັບສິນຂອງຜູ້ໂດຍສານຢູ່ເທິງຂະບວນລົດໄຟ ແລະ ເພື່ອປ້ອງກັນບໍ່ໃຫ້ມີການສູນເສຍໃດໆເກີດຂຶ້ນ.

ຂ່າວ: Laos – China Railway Company Limited

ເປີດນໍາໃຊ້ແລ້ວ! ຈຸດປ່ຽນຖ່າຍສິນຄ້າສະຖານີວຽງຈັນໃຕ້

ຄ່ຽງຄູ່ກັບຕູ້ຄອນເທັນເນີບັນຈຸສິນຄ້າຂ້າມຊາດງວດທຳອິດໄດ້ສຳເລັດການປ່ຽນຖ່າຍຈາກລາງລົດໄຟມາດຕະຖານໄປເຖິງລາງລົດໄຟໜຶ່ງແມັດ ແລະແລ່ນໄປສູ່ທ່າກຳປັ່ນແຫຼມສະບັງຂອງໄທ, ຈຸດເຄື່ອນຖ່າຍສິນຄ້າສະຖານີລົດໄຟວຽງຈັນໃຕ້ໄດ້ເປີດນຳໃຊ້ຢ່າງເປັນທາງການໃນວັນທີ 1 ກໍລະກົດນີ້ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ທາງລົດໄຟຈີນ-ລາວ-ໄທໄດ້ສໍາເລັດການເຊື່ອມຕໍ່ກັນ.​

ຈຸດປ່ຽນຖ່າຍສິນຄ້າສະຖານີວຽງຈັນໃຕ້ສາມາດຂຶ້ນເໜືອເຊື່ອມຕໍ່ສູນລໍາລຽງສິນຄ້ານະຄອນເສີງຕູ່, ຈຸ່ງກິ່ງ ຊີອ່ານ ແລະເຂດອື່ນໆຂອງຈີນແລະເຊື່ອມຕໍ່ລົດໄຟຈີນ-ເອີຣົບ, ລົງໃຕ້ສາມາດເຊື່ອມຕໍ່ນະຄອນຫຼວງບາງກອກ ແລະທ່າກຳປັ່ນແຫຼມສະບັງຂອງໄທ ເຊິ່ງໄດ້ຍົກສູງປະສິດທິພາບໃນການຂົນສົ່ງສິນຄ້າລະຫວ່າງຈີນ-ປະເທດອາຊຽນ, ສົ່ງຜົນເຮັດໃຫ້ເວລາການເດີນທາງແຕ່ ນະຄອນ ຄຸນໝິງ ຂອງຈີນໄປທ່າກຳປັ່ນແຫຼມສະບັງຫຼຸດລົງປະມານ 1 ມື້ເມື່ອທຽງໃສ່ການເຕື່ອນຖ່າຍດ້ວຍລົດ ທັງສາມາດຫຼຸດລົງຕົ້ນທຶນໃນການຂົນສົ່ງ 20% ຂຶ້ນໄປ ເຊິ່ງເປັນສິ່ງຄໍ້າປະກັນທາງດ້ານຄົມມະນາຄົມຂົນສົ່ງໃຫ້ກັບການສ້າງຄູ່ຮ່ວມຊາຕາກໍາຈີນ-ອາຊຽນນໍາອີກ.​

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວ ໄດ້ສະແດງຄວາມຊົມເຊີຍຕໍຜົນສໍາເລັດການຮ່ວມມືລະຫວ່າງສອງພັກສອງລັດຖະບານລາວ-ຈີນກໍ່ຄືບັນດາບໍລິສັດຮັບເໝົາກໍ່ສ້າງ. ທ່ານກ່າວຕື່ມວ່າ, ການເປີດນໍາໃຊ້ຈຸດປ່ຽນຖ່າຍສິນຄ້າດັ່ງກ່າວມີຄວາມໝາຍສໍາຄັນຍິ່ງ ແລະເປັນເຫດການທີ່ບໍ່ເຄີຍມີມາກ່ອນ, ເນື່ອງຈາກວ່າບັນຫາຄົມມະນາຄົມຂົນສົ່ງທີ່ມີຕົ້ນທຶນສູງນັ້ນເປັນອຸປະສັກໜຶ່ງໃນການດຶງດູດການລົງທຶນຂອງລາວ ແລະເຊື່ອມໝັ້ນວ່າການເປີດນໍາໃຊ້ຈຸດປ່ຽນຖ່າຍສິນຄ້າດັ່ງກ່າວຈະເປັນແຮງຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ກໍ່ຄືຊຸກຍູ້ໃຫ້ຂະແໜງການຕ່າງໆໃຫ້ໄດ້ຮັບເງື່ອນໄຂການພັດທະນາທີ່ດີກວ່າເກົ່າ.​

ພາຍຫຼັງທາງລົດໄຟລາວ-ຈີນ ໄດ້ເປີດນໍາໃຊ້ຢ່າງເປັນທາງການເປັນຕົ້ນມາ, ປາກົດເຫັນວ່າການຂົນສົ່ງໂດຍສານແລະຂົນສົ່ງສິນຄ້າລ້ວນແຕ່ມີທ່າອ່ຽງການພັດທະນາດີຂຶ້ນທັງທາງດ້ານປະລະມານແລະຄຸນນະພາບ. ນັບມາຮອດວັນທີ 30 ມິຖຸນາ ໄດ້ສົ່ງຜູ້ໂດຍສານທັງໝົດ 4 ລ້ານເທື່ອຄົນ ໃນນັ້ນຊ່ວງໄລຍະລາວມີ 520,000 ເທື່ອຄົນ, ໄດ້ຂົນສົ່ງສິນຄ້າທັງໝົດ 4,940,000 ໂຕນ, ໃນນັ້ນການຂົນສົ່ງສິນຄ້າຂ້າມຊາດມີ 820,000 ໂຕນ.

ຂ່າວ ແລະ ຮູບພາບຈາກ: CRI

ປກສ ເມືອງຄົງເຊໂດນ ວາງ 5 ບາດກ້າວແກ້ໄຂບັນຫາຢາເສບຕິດ

ແຫຼ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ເລີ່ມປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ນັບແຕ່ເດືອນກັນຍາ 2021 ຫາ ເດືອນມິຖຸນາ 2022 ເຮັດໃຫ້ວຽກງານດັ່ງກ່າວ ລຸລ່ວງ ແລະ ສຳເລັດໄປແລ້ວຫລາຍດ້ານ ເຊິ່ງສະແດງອອກຄວາມເປັນເຈົ້າການຂອງພໍ່ແມ່ປະຊາຊົນ, ອົງການປົກຄອງບ້ານ, ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ສຸມໃສ່ປະຕິບັດດ້ວຍຄວາມຮັບຜິດຊອບ, ເລັ່ງໃສ່ແກ້ໄຂບັນຫາດັ່ງກ່າວໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ ໂດຍປະຕິບັດຕາມ 5 ບາດກ້າວ ທີ່ວາງໄວ້ ເຊັ່ນ: ມີການວາງແຜນວຽກຢ່າງຮັດກຸມ, ນຳເອົານິຕິກຳທີ່ສຳຄັນ ລົງເຜີຍແຜ່, ເຊື່ອມຊຶມກຸ່ມເປົ້າໝາຍຢ່າງທົ່ວເຖິງ, ຮັບຮູ້ຢ່າງເລິກເຊິ່ງ ສາມາດກຳໄດ້ເນື້ອໃນ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕົວຈິງ ມີຂໍ້ສະດວກ, ວ່ອງໄວ ແລະ ເລີກເຊິ່ງເຖິງຖອງ, ການເກັບກຳຂໍ້ມູນ, ຂຶ້ນບັນຊີເປົ້າໝາຍທີ່ມີການພົວພັນຢາເສບຕິດ ແລະ ປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ພ້ອມທັງໄດ້ສ້າງບົດບັນທຶກ ເພື່ອການປັບປຸງປ່ຽນແປງພຶດຕິກຳ.

ທ່ານ ພັນໂທ ສີສຸກ ຈັນທະລັງສີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງຄົງເຊໂດນ ໄດ້ໃຫ້ຮູ້ວ່າ: ການແກ້ໄຂບັນຫາດັ່ງກ່າວ ປະຕິບັດມາຢ່າງຕໍ່ເນື່ອງ ແລະ ມີຫລາຍດ້ານທີ່ມີຜົນສຳເລັດ, ບາງດ້ານກໍ່ພົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ໂດຍສະເພາະການມີສ່ວນຮ່ວມຂອງສັງຄົມ ບໍ່ເລິກເຊິ່ງ, ກວ້າງຂວາງເທົ່າທີ່ຄວນ, ຍັງມີການປິດບັງເຊື່ອງອຳຂໍ້ມູນ ຕໍ່ກັບເຈົ້າໜ້າທີ່. ສຳລັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຮັດໃຫ້ວຽກງານດັ່ງກ່າວ ເພີ່ມທະວີຄວາມຮັບຜິດຊອບເປັນຂອງທົ່ວປວງຊົນ ໂດຍມີການປະສານງານ, ຄວາມຮ່ວມມືຢ່າງກົມກຽວ, ໄດ້ຜັນຂະຫຍາຍເນື້ອໃນດັ່ງກ່າວໃຫ້ເຂົ້າສູ່ລວງເລິກຫລາຍຂຶ້ນ, ປະຕິບັດເປັນຈຸດສຸມ ເຮັດໃຫ້ການແກ້ໄຂບັນຫາຢາເສບຕິດ ເປັນຂະບວນການໃຫຍ່, ລຸລ່ວງ ແລະ ສຳເລັດໄປແລ້ວຫລາຍດ້ານ ເປັນຕົ້ນ ສາມາດສັງລວມເປົ້າໝາຍຈຳນວນ 4.033 ຄົນ, ຍິງ 494 ຄົນ, ໃນນັ້ນ ເປົ້າໝາຍຂາຍຢາເສບຕິດ 128 ຄົນ, ຍິງ 7 ຄົນ ແລະ ເປົ້າໝາຍເສບ ຈຳນວນ 2.985 ຄົນ, ຍິງ 14 ຄົນ, ນອກນັ້ນສາມາດຂຶ້ນບັນຊີເປົ້າໝາຍທີ່ເປັນປາກົດການຫຍໍ້ທໍ້ຕ່າງໆ ເຊັ່ນ:

ຫລິ້ນການພະນັນ, ຂາຍເລກເຖື່ອນ, ຂີ້ລັກງັດແງະ, ມີອາວຸດລ່າເນື້ອ, ນັກກເລງອັນຕະພານ ແລະ ບັນຫາອື່ນໆ ໄປພ້ອມໆກັນ ເພື່ອເຮັດໃຫ້ເຂົາເຈົ້າມີການປັບປຸງ, ປ່ຽນແປງ, ດຳລົງຊີວິດຢ່າງຖືກຕ້ອງຕາມລະບຽບ, ກົດໝາຍ ໄດ້ສ້າງບົດບັນທຶກຮ່ວມກັນ ໂດຍຊ້ອງໜ້າພໍ່ແມ່ຜູ້ປົກຄອງ, ອຳນາດການປົກຄອງບ້ານ ແລະ ເປັນບ່ອນອີງໃນການຕິດຕາມ, ກວດກາ, ປະເມີນໃນບາດກ້າວຕໍ່ໄປ.ທ່ານຫົວໜ້າກອງບັນຊາການ ປກສ ເມືອງຄົງເຊໂດນ ຍັງໃຫ້ຮູ້ອີກວ່າ: ການຕະລຸມ ບອນຈັດຕັ້ງປະຕິບັດແກ້ໄຂບັນຫາຢາເສບຕິດ ໃນຄັ້ງນີ້ ສາມາດມ້າງຄະດີຄ້າຂາຍຢາເສບຕິດໄດ້ 46 ເລື່ອງ, ຕ້ອງຫາ 65 ຄົນ, ຍິງ 3 ຄົນ, ຢຶດຂອງກາງ ປະເພດຢາບ້າ 8.011 ເມັດ, ເງິນ 188 ລ້ານກວ່າກີບ, ລົດກະບະວິໂກ້ 1 ຄັນ, ລົດຈັກ 4 ຄັນ ແລະ ວັດຖຸ ອື່ນໆອີກຈຳນວນໜຶ່ງ, ທັງໄດ້ແກ້ໄຂຈຸດມົ້ວສຸມຢາເສບຕິດ 7 ຈຸດ, ສຶກສາອົບຮົມເປົ້າໝາຍດັ່ງກ່າວ ພ້ອມທັງດັດສ້າງຢູ່ຄ້າຍຄຸມຂັງ, ຈຳນວນໜຶ່ງຄອບຄົວສົ່ງເຂົ້າສູນບຳບັດ ແລະ ພວມດຳເນີນຄະດີ 9 ເລື່ອງ.

ຂ່າວຈາກ: ຂປລ

ເລຂາທິການໃຫຍ່ ພັກ ປປ ລາວ ພົບປະທາງໄກກັບ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດກູບາ

ໃນຕອນຄໍ່າຂອງວັນທີ 30 ມິຖຸນາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະຜ່ານລະບົບວີດີໂອທາງໄກ ກັບ ສະຫາຍ ມີເກັນ ດຽດ ກາເນນ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດແຫ່ງ ສ ກູບາ ໂດຍມີບັນດາຂະແໜງ ການກ່ຽວຂ້ອງອ້ອມຂ້າງສູນກາງ, ພ້ອມດ້ວຍເອກອັກຄະລັດຖະທູດຂອງທັງສອງຝ່າຍ ກໍໄດ້ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະຜ່ານວີດິໂອທາງໄກ ກັບ ສະຫາຍ ມີເກັນ ດຽດ ກາເນນເຊິ່ງເປັນການພົບປະຄັ້ງທໍາອິດຂອງ ສະຫາຍ ທອງລຸນ ສີສຸລິດ ໃນຖານະເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ແລະ ສະຫາຍ ມີເກັນ ດຽດ ກາເນນ ທີ່ໄດ້ດໍາລົງຕໍາແໜ່ງເລຂາທິການທີໜຶ່ງ, ຄະນະບໍລິຫານງານສູນກາງ ພັກກອມມູນິດກູບາ, ປະທານປະເທດ ສ ກູບາ. ຝ່າຍລາວໄດ້ແຈ້ງສະພາບການທີ່ພົ້ນເດັ່ນຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປປ ລາວ; ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫລວງທີ່ປະຊາຊົນກູບາອ້າຍນ້ອງ ພາຍໃຕ້ການນໍາພາອັນເດັດດ່ຽວໜຽວແໜ້ນຂອງ ພັກກອມມູນິດກູບາ ຍາດມາໄດ້ຕະຫລອດໄລຍະ 60 ປີ ຜ່ານມາ ໂດຍສະເພາະແມ່ນຜົນສຳເລັດທີ່ມີຄວາມໝາຍຄວາມສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາໝາກຜົນຂອງການປະຕິ ວັດ ໃນທ່າມກາງການປິດລ້ອມ ທາງດ້ານເສດຖະກິດ, ການຄ້າ ແລະ ການເງິນ ຂອງຈັກກະພັດ ແລະ ອິດທິກຳລັງປໍລະປັກ ເປັນເວລາຫົກທົດສະວັດ; ຕີລາຄາສູງຕໍ່ຄວາມສາມັກຄີ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ກູບາ ເຊິ່ງໄດ້ຮັບການເສີມຂະຫຍາຍໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂື້ນ, ປະກອບສ່ວນສຳຄັນເຂົ້າໃນພາລະກິດ ປະຕິວັດຢູ່ສອງປະເທດ ລາວ ແລະ ກູບາ ກໍຄື ພາລະກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ; ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ, ລັດຖະບານ ແລະ ປະຊາຊົນກູບາອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງລ້ຳຄ່າແກ່ ພັກ ແລະ ປະຊາຊົນລາວ ບັນດາເຜົ່າ ທັງໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໃນໄລຍະສ້າງສາພັດທະນາ ສປປ ລາວ. ພ້ອມນັ້ນ, ກໍຢືນຢັນຄືນແນວທາງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ໃນການສະໜັບສະໜູນ ສ ກູບາ ຕ້ານການກະທຳທຸກຮູບແບບທີ່ບໍ່ເປັນທຳ ໂດຍສະເພາະ ການປິດລ້ອມທາງດ້ານເສດຖະກິດ, ການຄ້າ ແລະ ການເງິນຕໍ່ກູບາ.

ພ້ອມນີ້, ສະຫາຍ ມີເກັນ ດຽດ ກາເນນ ໄດ້ແຈ້ງໃຫ້ຊາບສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກກອມມູນິດກູບາ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງສປປ ລາວ ທີ່ຍາດມາໄດ້ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສ ຂອງພັກ ປປ ລາວ, ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ; ບົດບາດ ແລະ ອິດທິພົນ ຂອງ ພັກ ແລະ ລັດຖະບານ ສປປ ລາວ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພ້ອມທັງເຊື່ອໝັ້ນວ່າ ຄະນະບໍລິຫານງານສູນກາງພັກ ທີ່ມີ ສະຫາຍ ທອງລຸນ ສີສຸລິດ ເປັນຜູ້ນໍາພານັ້ນ ຈະສາມາດສືບຕໍ່ປະສົບຜົນສຳເລັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຍາດໄດ້ຜົນສໍາເລັດອັນໃຫຍ່ຫລວງກວ່າເກົ່າ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໄດ້ກໍານົດໄວ້. ສະແດງຄວາມຂອບໃຈມາຍັງ ພັກ, ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງ ທີ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນການປະຕິວັດກູບາ ຕະຫລອດໄລຍະຜ່ານມາ.

ການພົບປະຄັ້ງນີ້, ການນໍາສູງສຸດຂອງສອງພັກ, ສອງລັດ ລາວ-ກູບາ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບ ທິດທາງໃນການເສີມຂະຫຍາຍສາຍພົວພັນຮ່ວມມືໃນຕໍ່ໜ້າ, ພ້ອມທັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ທັງສອງຝ່າຍມີຄວາມສົນໃຈ.

ພາບ: ສຸກສະຫວັນ

ກົມງົບປະມານແຫ່ງລັດ ຕີລາຄາວຽກງານຈຸດສຸມ 6 ເດືອນຕົ້ນປີ 2022

ໃນວັນທີ 30 ມິຖຸນາ 2022 ນີ້, ກົມງົບປະມານແຫ່ງລັດ ກະຊວງການເງິນ, ໄດ້ຈັດກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຈຸດສຸມ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2022 ໂດຍຊີ້ໃຫ້ເຫັນຄວາມເປັນເຈົ້າການ ເຂົ້າຮ່ວມເຮັດວຽກກັບບັນດາພະແນກ, ຈັດຕັ້ງປະຕິບັດວຽກງານ ວິຊາສະເພາະໃນແຕ່ລະໄລຍະ ໄດ້ຮັບຜົນສຳເລັດ.

ໃນນີ້, 6 ເດືອນຜ່ານມາ ສາມາດປະຕິບັດລາຍຮັບໄດ້ 12.168 ຕື້ກີບ ເທົ່າກັບ 38,51% ຂອງແຜນການປີ (ທຽບໃສ່ໄລຍະດຽວ ເພີ່ມຂຶ້ນ 1.448 ຕື້ກີບ ຫລື ເທົ່າກັບ 14%) ເຊິ່ງເປັນລາຍຮັບພາຍໃນ 11.646 ຕື້ກີບ ເທົ່າກັບ 39,98% ຂອງແຜນການປີ ແລະ ລາຍຮັບຈາກການຊ່ວຍເຫລືອລ້າ 512 ຕື້ກີບ ເທົ່າກັບ 20,83% ຂອງແຜນ ການປີ. ຂະນະທີ່ ດ້ານລາຍຈ່າຍປະຕິບັດໄດ້ 10.800 ຕື້ກີບເທົ່າກັບ 31,13% ຂອງແຜນການປີ.

ໃນນີ້, ສູນກາງປະຕິບັດໄດ້ 7.246 ຕື້ກີບ ເທົ່າກັບ 28,10% ຂອງແຜນການປີ ແລະ ທ້ອງຖິ່ນ ປະຕິບັດໄດ້ 3.554 ຕື້ກີບ ເທົ່າກັບ 39,92% ຂອງແຜນການປີ(ໂດຍລວມແມ່ນການເບີກຈ່າຍເງິນເດືອນ, ເງິນນະໂຍບາຍ ແລະ ເງິນບໍລິຫານເປັນສ່ວນໃຫຍ).

ສ່ວນດ້ານການລະດົມທຶນເພື່ອມາດຸ່ນດ່ຽງງົບປະມານຈາກພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 4.198 ຕື້ກີບເທົ່າກັບ 20,99% ຂອງແຜນປີ, ໃນນີ້: ອອກພັນທະບັດພາຍໃນ 1.346 ຕື້ກີບ ແລະ ການກູ້ຢືມເປັນໂຄງການຈາກຕ່າງປະເທດ(ODA) 2.852 ຕື້ກີບ.

ທ່ານ ນາງ ເພັດສະໝອນ ພອນສະຫວັນ ຮອງຫົວໜ້າກົມງົບປະມານ ແຫ່ງລັດ ກ່າວວ່າ: ໃນຕະຫລອດໄລຍະ 6 ເດືອນຜ່ານມາ, ກົມງົບປະມານແຫ່ງລັດໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ບັນດາສະມາຊິກພັກ, ຈັດຕັ້ງເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ,ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆ ໃຫ້ພະນັກງານ-ລັດຖະກອນ ຕາມແຜນການເຄື່ອນໄຫວຂອງກົມ.

ໄດ້ຖືເອົາການລົງຮ່ວມເຮັດວຽກກັບແຕ່ລະພະແນກ, ເພື່ອຮັບຟັງການລາຍງານກ່ຽວກັບການຈັດ ຕັ້ງປະຕິບັດວຽກ ງານວິຊາສະເພາະປະຈຳເດືອນ ແລະ ງວດ, ອັນທີ່ພົ້ນເດັ່ນ: ວຽກວິຊາສະເພາະຄະນະກົມໄດ້ລົງເລິກໃກ້ຊິດ-ຕິດແທດ ໃນການນຳພາ-ຊີ້ນຳແຕ່ລະພະແນກໃນການຈັດຕັ້ງປະຕິບັດວຽກງານຈຸດສຸມ ດ້ວຍຄວາມເປັນເຈົ້າການ ແລະ ສືບຕໍ່ນຳພາ-ຊີ້ນຳຈັດຕັ້ງປະຕິບັດແຜນວຽກຈຸດສຸມໃນຕໍ່ໜ້າໃຫ້ສຳເລັດຕາມຄາດໝາຍທີ່ກຳນົດໄວ້.ພ້ອມກັນນັ້ນ, ຍັງໄດ້ຜ່ານແຜນວຽກຈຸດສຸມ 06 ເດືອນທ້າຍປີ 2022 ພ້ອມທັງໄດ້ວາງມາດຕະ ການໃນການ ຈັດຕັ້ງປະຕິບັດເປັນຕົ້ນ:

ເອົາໃຈໃສ່ດ້ານການເມືອງ-ແນວຄິດ, ດ້ານວຽກງານການຈັດຕັ້ງ ແລະ ພະນັກງານ, ດ້ານວຽກງານວິຊາສະເພາະ, ວຽກງານນິຕິກຳວຽກງານສ້າງແຜນ, ວຽກງານຕິດຕາມ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດລາຍຈ່າຍ, ວຽກງານຫັນເປັນທັນສະໄໝ ແລະ ເອົາໃຈໃສ່ມາດຕະການ ຕິດຕາມກວດກາການເຄື່ອນໄຫວ ຂອງພະນັັກງານ-ລັດຖະກອນ, ເອົາໃຈໃສ່ປະສານສົມທົບກັບບັນດາກົມພາຍໃນກະຊວງ, ຈັດຕັ້ງປະຕິບັດວຽກງານໃຫ້ໄປຕາມແຜນຈຸດສຸມຂອງກົມທີ່ກຳນົດໄວ້, ຕິດຕາມ, ກວດ ກາ,ແນະນຳ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຢ່າງເປັນປົກກະຕິ.

ພ້ອມນັ້ນ ຍັງໄດ້ສະເໜີບົດຮຽນຈາກການໄປຝຶກອົບຮົມ ໃນຫົວຂໍ້ທັກສະການເປັນຄູຝຶກ, ການສະເໜີວຽກງານການຫລຸດຜ່ອນຂັ້ນຕອນຂອດຂັ້ນ ຂອງການອະນຸມັດງົບປະມານ ສຳລັບຂັ້ນສູນກາງໂດຍໄດ້ກຳນົດເອົາບາງກະຊວງເຮັດທົດລອງ.

ຂ່າວ-ພາບ: ກະຊວງການເງິນ

ບໍ່ລອດ! ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່

ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່, ເກັບກູ້ຄືນໄດ້ 12 ຄັນ. 

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເຈົ້າໜ້າທີ່ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່, ເກັບກູ້ຄືນໄດ້ 12 ຄັນ.

ໃນວັນທີ 29 ມິຖຸນາ 2022, ພັທ ອິນປັນ ຫາດາວເຮືອງ ຮອງຫົວໜ້າ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ມອບລົດຈັກທີ່ເກັບກູ້ຄືນໄດ້ຈາກຄົນຮ້າຍລັກໄປຈຳນວນ 12 ຄັນ ມອບຄືນໃຫ້ເຈົ້າຂອງ, ຕາງໜ້າກ່າວຮັບໂດຍ ທ່ານ ບົວຄໍາ ຂັນທະວົງສາ ປະຊາຊົນບ້ານດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ.ທ່ານ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກໃຫ້ຮູ້ວ່າ ໃນຈຳນວນລົດດັ່ງກ່າວນີ້ແມ່ນ ພວກເຮົາໄດ້ນຳຊອກເລີ່ມແຕ່ເດືອນ ມັງກອນ 2022 ພາຍຫຼັງໄດ້ຮັບແຈ້ງຄວາມໃນວັນທີ 21 ມັງກອນ 2022 ໄດ້ຮັບແຈ້ງວ່າ: ມີເຫດການລັກຊັບພົນລະເມືອງ (ລັກລົດຈັກ) ZOOMER X ຢູ່ຮ້ານ K33 ຟິດເນັດສະຕູດີໂອ ຕັ້ງຢູ່ບ້ານໂພນສີນວນ ເມືອງສີສັດຕະນາກ, ພາຍຫຼັງໄດ້ຮັບແຈ້ງ ຈິ່ງສົມທົບ ປກສ ກຸ່ມເພຍວັດ, ປກສ ບ້ານໂພນສີນວນ ລົງກວດກາສະຖານທີ່ເກີດເຫດ ແລະ ສາມາດກຳນົດເປົ້າໝາຍກໍ່ການກະທຳຜິດ; ຈາກນັ້ນ ຈິ່ງໄດ້ຊອກຄົ້ນຫາໃຊ້ເວລາ 3 ເດືອນ ຈິ່ງຮູ້ໄດ້ຜູ້ກໍ່ເຫດ. ຕົກມາຮອດວັນທີ 29 ເມສາ 2022 ຈິ່ງເຂົ້າຈັບຕົວ ທ້າວ ບຸນທະວີ ອາຍຸ 26 ປີ ກໍາມະກອນ ຢູ່ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນວ ພ້ອມຂອງກາງລົດຈັກ ZOOMER X ສີດຳແດງ ໝາຍເລກທະບຽນ 4687 ກໍາແພງນະຄອນ .ຜ່ານການສອບສວນ ທ້າວ ບຸນທະວີ ຮັບສາລະພາບວ່າ:

ໄລຍະຜ່ານມາເຄີຍລັກລົດຈັກມາແລ້ວ 28 ຄັ້ງ ໂດຍຮ່ວມກັບໝູ່ອີກ 2 ຄົນ, ຫຼັງຈາກ ມີຂໍ້ມູນຈາກຜົນການສອບສວນ ມື້ຕໍ່ມາເຈົ້າໜ້າທີ່ ຈິ່ງໄດ້ຈັບຜູ້ຮ່ວມຂະບວນການ ຊື່ທ້າວ ລິດ ອາຍຸ 26 ປີ ກໍາມະກອນ ພັກເຊົາຢູ່ບ້ານ ຮ່ອງແກ ເມືອງໄຊເສດຖາ ນວ ມາທຳການສອບສວນ ແລະ ຮູ້ໄດ້ວ່າ ຜູ້ກ່ຽວເຄີຍລັກລົດຈັກມາແລ້ວ 11 ຄັ້ງ, ໃນນີ້ ຮ່ວມກັບທ້າວ ບຸນທະວີ 7 ຄັ້ງ ໄດ້ປະກາດຂາຍຜ່ານທາງເຟັດບຸກ ແລະ ໃຫ້ຄົນຮູ້ຈັກກັນ. ຮອດວັນທີ 18 ພຶດສະພາ 2022 ເຈົ້າໜ້າທີ່ ໄດ້ສືບຕໍ່ນໍາຈັບຜູ້ຕ້ອງສົງໄສຊື້ຂາຍຊັບຜິດກົດໝາຍ ຄືທ້າວ ເຄນຍືນ ອາຍຸ 27 ປີ ກໍາມະກອນ ບ້ານສະພານທອງໃຕ້ ເມືອງສີສັດຕະນາກ ແລະ ທ້າວ ຊັນດາ ອາຍຸ 23 ປີ ຢູ່ບ້ານຫົວຂົວ ເມືອງໄຊເສດຖາ ນວ ທັງສອງຮັບສາລະພາບວ່າ: ຜ່ານມາເຄີຍຮ່ວມກັນຮັບຊື້ລົດຈັກທີ່ໄດ້ມາຈາກການລັກ 13 ຄັນ .ຫຼັງຈາກຊື້ມາແລ້ວໄດ້ສົ່ງຂາຍອອກຕ່າງແຂວງ ຕົກມາຮອດວັນທີ 18 ພຶດສະພາ 2022 ຈິ່ງຖືກເຈົ້າໜ້າຈັບຕົວມາດໍາເນີນຄະດີ.ຕໍ່ກັບເຫດການດັ່ງກ່າວ ຮຽກຮອງມາຍັງ ພໍ່ແມ່ປະຊາຊົນ, ພະນັກງານ-ລັດຖະກອນທຸກຊັ້ນຄົນໃນສັງຄົມ ຈົ່ງໄດ້ມີສະຕິໃນການຈອດລົດ ແລະ ປົກປັກຮັກສາ ເພື່ອຫຼີກລ່ຽງການຕົກເປັນເປົ້າໝາຍຂອງກຸ່ມຄົນບໍ່ດີ.

ລໍຖ້າຈັກໜ່ອຍ! ກຽມສຶກສາ, ສຳຫຼວດ, ແລະ ອອກແບບຄວາມເປັນໄປໄດ້ ໂຄງການ

ລັດຖະບານ ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ໄດ້ອະນຸຍາດໃຫ້ ບໍລິສັດ ປີໂຕລ້ຽມ ເທຣດດິ້ງລາວ ມະຫາຊົນ ສຶກສາ, ສຳຫຼວດ, ແລະ ອອກແບບຄວາມເປັນໄປໄດ້ ໂຄງການ ກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງທ່າແຂກ ແຂວງຄຳມ່ວນ, ສປປ ລາວ, ໂດຍພິທີເຊັນ ບັນທຶກຄວາມເຂົ້າໃຈ (MOU)  ແມ່ນຈັດຂຶ້ນທີ່ກະຊວງແຜນການ ແລະ ການລົງທຶນ, ໃນວັນທີ 29 ມິຖຸນາ 2022.

ພາບຈາກໜັງສືພິມເສດຖະກິດການຄ້າ

ຕາງໜ້າລົງນາມຄັ້ງນີ້ໂດຍທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກັບ ທ່ານ ວຽງຄອນ ສິດທິໄຊ ຮອງປະທານ ປີໂຕລ້ຽມ ເທຣດດິ້ງ ລາວ ມະຫາຊົນ ທັງເປັນ ຮອງປະທານ ບໍລິສັດວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ແລະ ຮ່ວມລົງນາມເປັນສັກຂີພິຍານໂດຍທ່ານ ຄຳຜອງ ສົມວິຈິດ ຮອງຫົວໜ້າກົມແຜນການ ແລະ ການເງິນ ກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ, ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ, ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຄຳມ່ວນ; ທ່ານ ນາງ ມະໂນລາ ປະເສີດ ຮອງປະທານຄະນະກຳມະການບໍລິຫານພົວພັນລັດຖະບານ, ທ່ານ ລາສີ ວຽງແກ້ວ ຮອງປະທານຄະນະກຳມະການບໍລິຫານການຄ້າ ແລະ ນິຕະກຳ, ທ່ານ ຈຳປາ ຄຳສຸກໃສ ຮອງປະທານອະສັງຫາລິມະຊັບ ແລະ ການລົງທຶນ, ທ່ານ ປະລິຍາ ນວນທະສິງ ຜູ້ອຳນວຍການຝ່າຍພັດທະນາໂຄງການ, ພ້ອມດ້ວຍຕາງໜ້າການນຳຈາກນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການພັດທະນາເສັ້ນທາງລົດໄຟ ລາວ-ຫວຽດນາມ (LVRP) ເປັນໂຄງການກໍ່ສ້າງທາງລົດໄຟຫົວຈັກໄຟຟ້າຄວາມໄວທີ່ມີມູນຄ່າປະມານ 5 ຕື້ ໂດລາສະຫະລັດ. ໂຄງການດັ່ງກ່າວ ມີໄລຍະທາງທັງໝົດປະມານ 452 ກິໂລແມັດ ແລະ ໄດ້ແບ່ງອອກເປັນ 2 ເສັ້ນທາງລົດໄຟ ກໍຄື ໂຄງການພັດທະນາເສັ້ນທາງລົດໄຟຈາກ ທ່າແຂກ, ແຂວງຄຳມ່ວນ ຫາ ທ່າເຮືອຫວຸ້ງອາງ ຄວາມຍາວ 139,19 ກິໂລແມັດ ແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງທ່າແຂກ ແຂວງຄຳມ່ວນ, ສປປ ລາວ ຄວາມຍາວ 312,81 ກິໂລແມັດ.

ການມີທ່າເຮືອນໍ້າເລິກອອກສູ່ທະເລນັ້ນ, ນອກຈາກຈະຊ່ວຍສະໜັບສະໜູນໃຫ້ ສປປ ລາວ ສາມາດນຳເຂົ້າສົ່ງອອກສິນຄ້າສູ່ຕະຫຼາດສາກົນໃນລາຄາທີ່ສົມເຫດສົມຜົນແລ້ວ, ເມື່ອໄດ້ມີການພັດທະນາພື້ນຖານໂຄງລ່າງການຂົນສົ່ງຄວາມໄວສູງ ກໍຄືເສັ້ນທາງລົດໄຟດັ່ງກ່າວ ຈາກທ່າເຮືອ ໄປເຊື່ອມຈອດເຂົ້າກັບ ທາງລົດໄຟລາວ-ຈີນ ທີ່ທ່າບົກທ່ານາແລ້ງ, ນະຄອນຫຼວງວຽງຈັນ ແລ້ວ, ຈະເປັນຈຸດປ່ຽນຄັ້ງຍິ່ງໃຫຍ່ຂອງເສດຖະກິດລາວ ໂດຍການຫັນປ່ຽນ ສປປ ລາວ ຈາກ ການເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ (landlocked) ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດທາງບົກ (land-linked) ແນໃສ່ການສ້າງຜົນປະໂຫຍດສູງສຸດທາງດ້ານເສດຖະກິດ-ສັງຄົມ.

ທ່ານ ວຽງຄອນ ສິດທິໄຊ, ຮອງປະທານ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ກ່າວວ່າ: ໂຄງການທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ທ່າແຂກ ແຂວງ ຄຳມ່ວນ, ສປປ ລາວ ດັ່ງກ່າວນີ້, ເປັນສ່ວນໜຶ່ງ ຂອງໂຄງການ ສາມແອວ (LLL) ຫຼື ລາວ ໂລຈິດສ໌ຕິກລິ້ງ (Laos Logistics Link) ເຊິ່ງປະກອບມີບັນດາໂຄງການດັ່ງນີ້ຄື: ໂຄງການ ທ່າເຮືອ ຫວຸ້ງອ່າງ (ທ່າເຮືອ ສາກົນ ລາວ-ຫວຽດນາມ), ໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ, ໂຄງການ ໂຮງໄຟຟ້າພະລັງງານຄວາມຮ້ອນ ບົວລະພາ ແລະ ໂຄງການ ທ່າບົກ ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເຊິ່ງກຸ່ມທຸລະກິດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ຮັບ ຄວາມໄວ້ວາງໃຈ ຈາກລັດຖະບານລາວ ໃນການລົງທຶນພັດທະນາ, ຈຸດປະສົງກໍ່ເພື່ອ ເພື່ອປະກອບສ່ວນໃນການ ບັນລຸວິໄສທັດຂອງລັດຖະບານ ສປປ ລາວ ແລະ ຍຸດທະສາດການພັດທະນາປະເທດ ວ່າດ້ວຍ ການຫັນປ່ຽນ ສປປ ລາວ ຈາກ ການເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ (landlocked) ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດທາງບົກ (land-linked).

ໃນການສຶກສາ, ສຳຫຼວດ, ແລະ ອອກແບບຄວາມເປັນໄປໄດ້ ໂຄງການ, ບໍລິສັດຈະໄດ້ວ່າຈ້າງບໍລິສັດທີ່ປຶກສາເອກະລາດ ຈາກພາຍໃນ ແລະ ສາກົນ ສົມທົບກັບ ພາກສ່ວນທີ່ກ່ຽວຂອງລັດຖະບານ ໃນການດໍາເນີນວຽກງານ ເຊິ່ງຄາດວ່າຈະໃຫ້ສຳເລັດ ແລະ ໄດ້ຮັບການຮັບຮອງພາຍໃນ 24 ເດືອນ.

ຂໍ້ມູນ ແລະ ຮູບພາບຈາກ: ໜັງສືພິມເສດຖະກິດການຄ້າ