Home Blog Page 58

ລະບົບຢັ້ງຢືນການສັກວັກຊິນແບບດິຈິຕອນ ແລະ ການປິ່ນປົ່ວຕົນເອງຢູ່ບ້ານ

ເປີດນຳໃຊ້ ລະບົບຢັ້ງຢືນການສັກວັກຊິນແບບດິຈິຕອນ ແລະ ລະບົບການປິ່ນປົ່ວຕົນເອງຢູ່ບ້ານ

ນະຄອນຫລວງວຽງຈັນ ຮ່ວມກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງສາທາລະນະສຸກ ຈັດພິທີເປີດນຳໃຊ້ບໍລິການ ການຢັ້ງຢືນການສັກວັກຊິນ ປ້ອງກັນໂຄວິດ-19 ແບບດີຈິຕອນ (Vaccine ID/Vaccine Passport) ແລະ ລະບົບການປິ່ນປົ່ວຕົວເອງຢູ່ບ້ານ (Home isolation) ໃນຕອນບ່າຍຂອງວັນທີ 8 ມິຖຸນາ 2022, ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການຊື່ສານ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.ທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິການລັດດີຈິຕອນ, ຄະນະຮັບຜິດຊອບປັບປຸງ, ພັດທະນາ ແລະ ສົ່ງເສີມການນຳໃຊ້ບໍລິການ Vaccine ID/Vaccine Passport ແລະ Home isolation ໄດ້ລາຍງານຄວາມເປັນມາຂອງການພັດທະນາ ບໍລິການດັ່ງກ່າວ ເຊິ່ງເປັນການຕໍ່ຍອດຈາກການບໍລິການ ລາວ ສູ້ສູ້ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນໍາສະເໜີ ຮ່ວມກັບກະຊວງສາທາລະນະສຸກ ໃນວັນທີ 5 ກໍລະກົດ 2021.

ຈາກນັ້ນ, ກຕສ ໄດ້ສືບຕໍ່ຮ່ວມກັບ ກະຊວງສາທາລະນະສຸກ, ບໍລິສັດ ເອັສບີເລັບ-856 ຈໍາກັດ ແລະ ບໍລິສັດ ລາຍລາວແລັບ ໄອທີຊີໂຊລູເຊີນ ຈໍາກັດ ພັດທະ ນາລະບົບ Vaccine ID/Vaccine Passport ແລະ ລະບົບ Home isolation ເພື່ອໃຫ້ບໍລິການປະຊາຊົນລາວທົ່ວປະເທດ ແບບບໍ່ເສຍຄ່າ, ປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ແລະ ທັງເປັນການກະກຽມໃຫ້ແກ່ການເປີດປະເທດໃຫ້ມີຄວາມປອດໄພ ໂດຍໄລຍະທຳອິດແມ່ນນຳແມ່ນເລັ່ງນໍາໃຊ້ຢູ່ບັນດາເມືອງ ໃນນະຄອນຫລວງວຽງຈັນ ແລ້ວຈຶ່ງຂະຫຍາຍໄປບັນດາແຂວງໃນທົ່ວປະເທດ.ສຳລັບລະບົບ Vacin ID/Vaccine Passport ເປັນການໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຢັ້ງຢືນການສັກວັກຊິນ ແລະ ອໍານວຍຄວາມສະດວກໃຫ້ແກ່ຄະນະແພດໝໍ ໃນການຕິດຕາມການເດີນທາງ ຫລື ການເຄື່ອນໄຫວຂອງຜູ້ຕິດເຊື້ອ ແລະ ມີຄວາມສ່ຽງໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ. ສ່ວນລະບົບປິ່ນປົວຢູ່ບ້ານ Home isolation ເປັນລະບົບທີ່ຊ່ວຍໃຫ້ປະຊາຊົນ ສາມາດລົງທະບຽນປິ່ນປົວພະຍາດໂຄ ວິດ-19 ດ້ວຍຕົນເອງ ໂດຍຜູ້ຕິດເຊື້ອສາມາດກັກໂຕ ປິ່ນປົວຕົນເອງຢູ່ບ້ານ ແລະ ແພດໝໍ ສາ ມາດຄັດເລືອກຄົນເຈັບທີ່ມີອາການໜັກ ເຂົ້າມາປິ່ນປົວຢູ່ໂຮງໝໍໄດ້ທັນເວລາ ແລະ ໃຫ້ຄໍາແນະນໍາໃນການປິ່ນປົວ ແກ່ຄົນເຈັບທີ່ກັກໂຕປິ່ນປົວຢູ່ບ້ານໂດຍກົງ ຜ່ານຂະບົບອອນລາຍ.

ທ່ານ ອາດສະພັງທອງ ສີພັນດອນ ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງການນຳໃຊ້ເຕັກໂນໂລຊີໃນການຫັນເປັນທັນສະໄໝ ວ່າ: ເຖິງວ່າສະພາບການລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນຈະບໍ່ຮຸນແຮງແລ້ວກໍຕາມ ແຕ່ກໍຍັງມີຄວາມຈໍາເປັນທີ່ຈະຕ້ອງສືບຕໍ່ຕິດຕາມຄວບຄຸມ ແລະ ເຝົ້າລະວັງຕໍ່ໄປ ດ້ວຍການຫັນເປັນທັນສະໄໝ ຕາມທ່າອ່ຽງຂອງໂລກ ການນໍາໃຊ້ Vaccine ID/Vaccine Passport ແລະ Home isolation ແມ່ນເຄື່ອງມືທີ່ຈໍາເປັນແກ່ພົນລະເມືອງລາວ ແລະ ຊາວຕ່າງດ້າວທີ່ດຳລົງຊີວິດຢູ່ ສປປ ລາວ ໃນການຂຶ້ນທະບຽນສະຖານະພາບການໄດ້ຮັບວັກຊິນ ຂອງຕົນແບບລວມສູນ ສະດວກ ວ່ອງໄວ ປອດໄພ ແລະ ໂປ່ງໃສ, ທັງເປັນພື້ນຖານ ແລະ ເປັນທາງເລືອກໃນການນໍາໃຊ້ ເພື່ອເດີນທາງເຂົ້າ-ອອກປະເທດ.

ແຫຼ່ງຂ່າວ: ປະເທດລາວ

ພະຍາຍາມລັກຊັບພົນລະເມືອງ ຖືກເຈົ້າໜ້າທີ່ຈັບຄາເຮືອນ ພ້ອມທັງຂະຫຍາຍຜົນຈັບຜູ້ຮ່ວມຂະບວນການ

ພະຍາຍາມລັກຊັບພົນລະເມືອງ ຖືກເຈົ້າໜ້າທີ່ຈັບຄາເຮືອນ ພ້ອມທັງຂະຫຍາຍຜົນຈັບຜູ້ຮ່ວມຂະບວນການ

ປກສ ກຸ່ມສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເວລາ 7:30 ໂມງ ຂອງວັນທີ 2 ມິຖຸນາ 2022 ໄດ້ຮັບແຈ້ງວ່າ:

ມີຄົນຮ້າຍກໍາລັງລັກຊັບດ້ວຍຮູບການງັດແງະ ຢູ່ເຮືອນເຊົ່າແຫ່ງໜື່ງ ຢູ່ບ້ານສີສັງວອນ, ພາຍຫຼັງໄດ້ຮັບແຈ້ງຄວາມ ປກສ ກຸ່ມສີສັງວອນ ຈິ່ງໄດ້ສົມທົບກັບ ປກສ ບ້ານ ເຂົ້າປິດລ້ອມເຮືອນຫຼັງດັ່ງກ່າວ ພ້ອມທັງຈັບຕົວ ທ້າວ ກໍລະກັນ ອາຍຸ 40 ປີ ຫວ່າງງານ ຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ມາສອບສວນຂະຫຍາຍຜົນ ໃນວັນດຽວກັນ ສາມາດຈັບຜູ້ຮ່ວມຂະບວນການໄດ້ອິກ 1 ຄົນ ຊື່ທ້າວ ພຸດທະສິນ ອາຍຸ 31 ປີ ກໍາມະກອນ ຢູ່ບ້ານຮ່ອງແກ ເມືອງໄຊເສດຖາ ມາດຳເນີນຄະດີຕາມກົດໝາຍ. ຜ່ານການສອບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ ປກສ ກຸ່ມ ຮູ້ວ່າ:

ຜ່ານມາ ທ້າວ ກໍລະກັນ ແລະ ທ້າວ ພຸດທະສິນ ເຄີຍຮ່ວມກັບໝູ່ອີກ 1 ຄົນ ລັກຊັບພົນລະເມືອງ ຢູ່ເຮືອນເຊົ່າແຫ່ງໜື່ງ ຢູ່ບ້ານສີສັງວອນ ໄດ້ແອ 1 ໜ່ວຍ ແລະ ເຫຼັກຈໍານວນໜື່ງ ແລ້ວເອົາໄປຂາຍຕາມຮ້ານຮັບຊື້ເຫຼັກເສດ ພາຍຫຼັງໄດ້ເງິນມາແລ້ວ ກໍ່ເອົາໄປຊື້ຢາບ້າມາເສບ, ຕົກມາຮອດວັນທີ 2 ມິຖຸນາ 2022, ຈິ່ງຖືກເຈົ້າໜ້າທີ່ຈັບຕົວ. ປັດຈຸບັນ, ປກສ ກຸ່ມສີສັງວອນ ໄດ້ສົ່ງຕົວຜູ້ຖືກສົງໄສທັງສອງ ໃຫ້ ປກສ ເມືອງໄຊເສດຖາ ສືບຕໍ່ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ມາດໍາເນີນຄະດີຕາມກົດໝາຍ.

ຂໍ້ມູນຈາກ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ສາມາດເກັບລາຍຮັບ ຈາກນັກທ່ອງທ່ຽວພາຍໃນ ໄດ້ 52 ລ້ານກວ່າໂດລາ

4 ເດືອນຕົ້ນປີ ສາມາດເກັບລາຍຮັບ ຈາກນັກທ່ອງທ່ຽວພາຍໃນ ໄດ້ 52 ລ້ານກວ່າໂດລາ.

ຕາມການລາຍງານຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 8 ມິຖຸນາ 2022 ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ-ເມສາ2022 ນີ້, ສາມາດເກັບລາຍຮັບຈາກນັກທ່ອງທ່ຽວພາຍໃນ ໄດ້ທັງໝົດ 52ລ້ານກວ່າໂດລາສະຫະລັດ, ຂອງຈຳນວນ ນັກທ່ອງທ່ຽວທັງໝົດ 463.907 ເທື່ອຄົນ, ສະເລ່ຍໄລຍະພັກເຊົາ 2,5 ວັນ/ຄົນ, ລາຍຈ່າຍສະເລ່ຍຕໍ່ຄົນ/ມື້ 45 ໂດລາສະຫະລັດ.ທ່ານ ນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ອີກວ່າ:

ນັບແຕ່ລັດຖະບານ ໄດ້ປະ ກາດເປີດປະເທດ ເລີ່ມແຕ່ວັນທີ 9 ພຶດສະພາ ເປັນຕົ້ນມາ ອີງຕາມຂໍ້ມູນເບື້ອງຕົ້ນ, ນັບຕັ້ງແຕ່ ວັນທີ 9 ພຶດສະພາ ຫາວັນທີ 6 ມິຖຸນາ 2022 ມີຜູ້ເດີນທາງເຂົ້າ ສປປ ລາວ ຈໍານວນ 55.753 ຄົນ, ຜູ້ເດີນທາງອອກ ຈຳນວນ 56.325 ຄົນ, ຄຽງຄູ່ກັນນັ້ນ, ຂໍ້ມູນຂ່າວສານຕ່າງໆກ່ຽວກັບ ນະໂຍບາຍການເປີດຕ້ອນຮັບນັກທ່ອງທ່ຽວຂອງ ສປປ ລາວ ແມ່ນໄດ້ຮັບການໂຄສະນາໂດຍຜ່ານສື່ສັງຄົມຕ່າງໆທັງພາຍໃນ ແລະ ຕ່າງປະ ເທດ ຢ່າງກວ້າງຂວາງພໍສົມຄວນ. ບັນດາຊ່ຽວຊານທ່ອງທ່ຽວທີ່ເຮັດວຽກ ແລະ ດຳເນີນທຸລະກິດຢູ່ລາວ, ບັນດາບໍລິສັດທ່ອງທ່ຽວຢູ່ລາວ ໄດ້ແຈ້ງຂ່າວໃຫ້ແກ່ບໍລິສັດຄູ່ສັນຍາຢູ່ຕ່າງປະເທດ ແລະ ນັກທ່ອງທ່ຽວຕ່າງປະເທດ ແລະ ໄດ້ຕີພິມບົດຄວາມອອກຂ່າວໃນວາລະສານທ່ອງທ່ຽວສາກົນຫລາຍສະບັບ ກ່ຽວກັບລະບຽບການເປີດປະເທດຂອງ ສປປ ລາວ.

ປັດຈຸບັນ ສາມາດຕີລາຄາໄດ້ວ່າ ນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ໄດ້ຮັບຮູ້ກ່ຽວກັບການເປີດປະເທດຂອງ ສປປ ລາວ ຫລາຍຂຶ້ນ ແລະ ບັນດາບໍລິສັດຄູ່ສັນ ຍາຢູ່ຕ່າງປະເທດ ແມ່ນໄດ້ຈອງລາຍການທ່ອງທ່ຽວກັບບັນດາບໍລິສັດຄູ່ສັນຍາ ຢູ່ພາຍໃນປະເທດ, ຄາດວ່າໃນໄລຍະເດືອນມິຖຸນາ ປີ 2022 ເປັນຕົ້ນໄປນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ຈະຄ່ອຍໆເດີນທາງເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ຫລາຍຂຶ້ນ.ບັນດາບໍລິສັດທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ທີ່ນຳພານັກທ່ອງທ່ຽວເຂົ້າມາເປັນກຸ່ມ ແລະ ນັກທ່ອງທ່ຽວເດີນທາງເຂົ້າມາດ້ວຍຕົນເອງ ແລະ ຜູ້ທີ່ມີຊື່ສຽງ ຕ່າງກໍໄດ້ຖ່າຍຮູບ ແລະ ຖ່າຍທອດສົດຜ່ານ ສື່ສັງຄົມອອນໄລ(Social Medias) ເພື່ອລົງຂ່າວກ່ຽວກັບສະພາບ ການເດີນທາງ, ຮູບພາບສະຖານທີ່ທ່ອງທ່ຽວຕ່າງໆ ແລະ ຂຽນຂໍ້ຄວາມອະທິບາຍກ່ຽວກັບການເດີນທາງທ່ອງທ່ຽວຢູ່ ສປປ ລາວ ເປັນການບອກເລົ່າປາກຕໍ່ປາກ ແລະ ໄດ້ລົງຮູບພາບທີ່ປະທັບໃຈ ກ່ຽວກັບການເດີນທາງຕຜ່ານເສັ້ນທາງລົດໄຟ ລາວ-ຈີນ ໄປຍັງ ເມືອງວັງວຽງ, ເມືອງຫລວງພະບາງ ແລະ ແຂວງອື່ນໆເຊິ່ງ ສ່ວນຫລາຍແມ່ນມີຄວາມປະທັບໃຈ ຕໍ່ການເດີນທາງເຂົ້າມາທ່ອງທ່ຽວຢູ່ ສປປ ລາວ.ສຳລັບ ບັນຫາກ່ຽວກັບເງິນກີບອ່ອນຄ່າ ຖືວ່າເປັນບັນຫາລວມຂອງ ສປປ ລາວ, ແຕ່ ສປປ ລາວ ສາມາດຖືເອົາວິກິດທີ່ເງິນກີບອ່ອນຄ່າ ນີ້ເປັນກາລະໂອກາດໄດ້, ເປັນຕົ້ນ ນັກທ່ອງທ່ຽວທີ່ນຳເງິນຕາຕ່າງປະເທດເຂົ້າມາ ແລະ ແລກປ່ຽນເປັນເງິນກີບແມ່ນຈະໄດ້ເງິນກີບເປັນຈຳນວນຫລາຍຂຶ້ນ ແລະ ໃຊ້ຈ່າຍຄຸ້ມຄ່າກວ່າເກົ່າ, ເຖິງແມ່ນວ່າລາຄາສິນຄ້າ ແລະ ອາຫານການກິນຂ້ອນຂ້າງແພງຂຶ້ນ ແຕ່ຖ້າຈ່າຍເປັນເງິນກີບກໍຍັງຄຸ້ມຄ່າຫລາຍ.

ແຫຼ່ງຂ່າວ: ຂປລ

ຄາດຕະກໍາ 2 ສົບຝັງດິນ ໃນປ່າເຂດບ້ານໃໝ່ແມ່ນລັກພາຕົວຮຽກຄ່າໄຖ່

ຄາດຕະກໍາ 2 ສົບຝັງດິນ ໃນປ່າເຂດບ້ານໃໝ່ແມ່ນລັກພາຕົວຮຽກຄ່າໄຖ່ຈັບຜູ້ກະທຳຜິດໄດ້ 13 ຄົນ.

ຫດການຄະດີຄາດຕະກໍາ 2 ສົບ ແລ້ວຝັງດິນຢູ່ປ່າແຄມທາງ ເຂດບ້ານໃໝ່ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນທີ່ປະຊາຊົນໄປຫາໜໍ່ໄມ້ແລ້ວພົບເຫັນ ແມ່ນເຫດການລັກພາຕົວຮຽກຄ່າໄຖ່; ປັດຈຸບັນ, ເຈົ້າໜ້າທີ່ສາມາດຕິດຕາມຈັບໄດ້ 13 ຄົນ ຍິງ 1 ຄົນ ທີ່ຮ່ວມກັນກໍ່ເຫດ. ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ຫົວໜ້າກົມສືບສວນ-ສອບສວນ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 8 ມິຖຸນາ ນີ້ ວ່າ: ໃນວັນທີ 18 ມີນາ 2022, ເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈາກ ນາງ ສ້ອຍສຸດາ ອາຍຸ 18 ປີ, ຢູ່ບ້ານ ດົງນາໂຊກເໜືອ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ວ່າ:

ຜົວຂອງຕົນເອງ ຊື່ທ້າວ ບຸນທ່ຽງ ອາຍຸ 53 ປີ ນັກທຸລະກິດ ພ້ອມດ້ວຍໝູ່ຊື່ທ້າວ ເຊິນຫາຍເຜິ້ງ ອາຍຸ 49 ປີ, ນັກທຸລະກີດຊາວຈີນ ພັກເຊົາຢູ່ບ້ານ ດົງນາໂຊກເໜືອ ໄດ້ຖືກຄົນຮ້າຍລັກພາຕົວໄປຮຽກຄ່າໄຖ່; ເມື່ອໄດ້ຮັບການລາຍງານ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ທີ່ກ່ຽວຂ້ອງລົງ ສົມທົບກັບ ປກສ ເມືອງ ສີໂຄດຕະບອງ, ປກສ ກຸ່ມ, ອົງການ ປົກຄອງບ້ານ ທີ່ກ່ຽວຂ້ອງ ລົງກວດກາເກັບກຳຂໍ້ມູນເບື້ອງຕົ້ນຕາມລັກການວິຊາສະເພາະ ເພື່ອຊອກຫາຜູ້ຖືກເຄາະຮ້າຍ ແລະ ເປົ້າໝາຍກໍ່ການກະທຳຜິດ.

ມາຮອດວັນທີ 26 ມີນາ 2022, ເວລາ 13:00 ໂມງ ໄດ້ຮັບການລາຍງານ ຈາກ ປກສ ເມືອງ ສີໂຄດຕະບອງ ວ່າ: ມີປະຊາຊົນໄປຫາໜໍ່ໄມ້ ແລ້ວພົບເຫັນສົບສອງສົບ ຖືກຟັງດິນໄວ້ ຢູ່ປ່າແຄມທາງ ເຂດບ້ານໄໝ່ ເມືອງສີໂຄດຕະບອງ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາ ແລະ ພິສູດຊາກສົບ ຈຶ່ງສາມາດຮູ້ໄດ້ວ່າ: ສົບສອງສົບທີ່ຖືກຄາດຕະກຳ ຟັງດິນແມ່ນ ສົບຂອງທ້າວ ບຸນທ່ຽງ ແລະ ທ້າວ ເຊິນຫາຍເຜິ້ງ ທີ່ຖຶກລັກພາຕົວໄປແຕ່ວັນທີ 18 ມີນາ 2022. ມາຮອດວັນທີ 12 ເມສາ 2022, ເຈົ້າໜ້າທີ່ສາມາດກັກຕົວເປົ້າໝາຍສົງໃສທີ່ມີສ່ວນຮ່ວມໃນການລັກພາຕົວ ແລະ ຄາດຕະກຳ ໄດ້ 1 ຄົນ, ຊື່ທ້າວ ສີພັນ ຫຼື ບີ້ ອາຍຸ 19 ປີ ກໍາມະກອນ ຢູ່ບ້ານ ສະພານທອງໃຕ້ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ. ຜ່ານການ ສອບສວນ ທ້າວ ສີພັນ ໄດ້ໃຫ້ການຊັກທອດຫາ ຜູ້ເປັນຫົວໂປ່ໂຕການ ແລະ ຜູ້ຮ່ວມຂະບວນການຫຼາຍຄົນ;

ຜ່ານການດໍາເນີນຄະດີຢ່າງເຄັ່ງຮ້ອນສາມາດຕິດຕາມຈັບ ເປົ້າໝາຍທີ່ມີສ່ວນຮ່ວມໃນການລັກພາຕົວ ແລະ ຄາດຕະກຳ ໄດ້ທັງໜົດ 13 ຄົນ ຍິງ 1 ຄົນ, ຄົນລາວ 8 ຄົນ ຍິງ 1 ຄົນ, ຄົນສັນຊາດຈີນ 4 ຄົນ, ພາຫະນະຮັບໃຊ້ເຂົ້າໃນການກະທຳຜິດ ລົດໃຫຍ່ 2 ຄັນ; ນອກນັ້ນ, ເຈົ້າໜ້າທີ່ພວກເຮົາ ຍັງສືບຕໍ່ດໍາເນີນໄລ່ຊອກໄລ່ຈັບ ພັກພວກຂອງພວກຂອງພວກມັນທີ່ກຳລັງເອົາຕົວຫຼົບໜີ ມານຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ. ( ໜ້າຄົນຮ້າຍຕິດຕາມໄດ້ໃນຄອມເມັ້ນ )

ແຫຼ່ງຂ່າວ: ຄວາມສະຫງົບ Lao Security News

ມອບເຄື່ອງຊ່ວຍເຫຼືອໃຫ້ກັບໂຮງຮຽນເມືອງບົວລະພາ ແຂວງຄໍາມ່ວນ

ໂຮງງານປຸງແຕ່ງໄມ້ເພັດດາວັນ ມອບເຄື່ອງຊ່ວຍເຫຼືອໃຫ້ກັບໂຮງຮຽນເມືອງບົວລະພາ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອກໍ່ສ້າງໂຮງຮຽນດັ່ງນັ້ນໃນຕອນບ່າຍຂອງວັນທີ 3 ມິຖຸນາ 2022 ທີ່ຜ່ານມາ ຢູ່ທີ່ໂຮງຮຽນມູນລະປະຖົມ ບ້ານ ທ່າກະຈັນ ເມືອງ ບົວລະພາ ແຂວງຄໍາມ່ວນໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກຖຮງງານ ເພັດດາວັນ ເຊິ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ ສັງກະສີຈໍານວນ 91 ແຜ່ນ ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງໂຮງຮຽນ ລວມມູນຄ່າທັງໝົດ 5 ລ້ານກີບ.

ເຊິ່ງການມອບ-ຮັບເຄື່ອງໃນຄັ້ງນີ້ ໂດຍແມ່ນ ທ່ານ ຄິດທະນູສອນ ຖາຊານົນ ຕາງໜ້າໃຫ້ກັບໂຮງງານປຸງແຕ່ງໄມ້ ເພັດດາວັນ ເປັນຜູ້ມອບ ແລະ ຕາງໜ້າໃນການຮັບໂດຍແມ່ນການຈັດຕັ້ງບ້ານທ່າກະຈັນເປັນຜູ້ຮັບ, ມີບັນດາຄະນະກໍ່ສ້າງຮາກຖານ, ພະນັກງານ, ຄູອາຈານ, ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມເປັນສັກຂີພິຍານນໍາອີກດ້ວຍ. ພາຍຫລັງໄດ້ມອບ-ຮັບ ແລ້ວການຈັດຕັ້ງບ້ານທ່າກະຈັນກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງສູງມາຍັງໂຮງງານປຸງແຕ່ງໄມ້ ເພັດດາວັນ ທີ່ໄດ້ປະກອບສ່ວນໃນການຊ່ວຍເຫຼືອໃຫ້ກັບໂຮງຮຽນໃນຄັ້ງນີ້ດ້ວຍ.

ເມືອງຕົ້ນເຜິ້ງ ຈັດພິທີທຳລາຍສິນຄ້າໝົດອາຍຸ – ເສຍຄຸນ

ທ້າຍອາທິດຜ່ານມານີ້, ເມືອງ ຕົ້ນເຜິ້ງ ໄດ້ຈັດພິທີທຳລາຍອາຫານແຫ້ງ – ເຄື່ອງດື່ມໝົດອາຍຸ – ເສຍຄຸນ ແລະ ເຄື່ອງສໍາອາງຕ້ອງຫ້າມ ທີ່ຫ້ອງການສາທາລະນະສຸກເມືອງ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານນາງ ສາຍຊົນ ອຸ່ນອົກ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆ ຕົ້ນເຜິ້ງ, ມີ ທ່ານ ທອງຄຸນ ໄຍສະຫວັນ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະກຳມະການກວດກາອາຫານ ແລະ ຢາຂັ້ນເມືອງ, ບັນດາຫ້ອງການອ້ອມຂ້າງ ແລະ ອຳນາດການປົກຄອງບ້ານ ເຂົ້າຮ່ວມ.

ໃນພິທີ ວິຊາການໜ່ວຍງານອາຫານ ແລະ ຢາ ໄດ້ລາຍງານການລົງຈັດຕັ້ງປະຕິບັດຂອງທີມງານກວດກາຮ້ານຈໍາໜ່າຍອາຫານແຫ້ງ – ເຄື່ອງດື່ມໝົດອາຍຸ ແລະ ຮ້ານຂາຍເຄື່ອງສຳອາງຢູ່ພາຍໃນເມືອງ ຕົ້ນເຜິ້ງ ເຊິ່ງທາງທີມງານໄດ້ລົງກວດກາ ໃນລະຫວ່າງ ວັນທີ 24 – 27 ພຶດສະພາ 2022 ຢູ່ໃນຕະຫຼາດຂາຍເຄື່ອງຍົກ – ຍ່ອຍ, ຮ້ານອາຫານຕາມເທດສະບານເມືອງ, ເຂດສີເມືອງງາມ, ນໍ້າເກິ່ງ, ຂຸນບົງ, ບ້ານມອມ ແລະ ສີບຸນເຮືອງ. ຜ່ານການລົງກວດກາພົບວ່າຍັງມີອາຫານ, ເຄື່ອງດື່ມໝົດອາຍຸວາງຈໍາໜ່າຍຢູ່ຕາມຮ້ານຄ້າ, ຜູ້ປະກອບການບາງຮ້ານເວລາທີມງານກວດພົບເຄື່ອງໝົດອາຍຸ ແລະ ເສຍຄຸນແມ່ນບໍ່ຢາກໃຫ້ທາງທີມງານເກັບໄປທຳລາຍຖິ້ມ, ຜູ້ປະກອບການບໍ່ເອົາໃຈໃສ່ເບິ່ງ ວັນ, ເດືອນ, ປີ ໝົດອາຍຸໃນເວລາຊື້ເຄື່ອງເຂົ້າຮ້ານ ເຊິ່ງເຄື່ອງໝົດອາຍຸທີ່ກວດພົບສ່ວນໃຫຍ່ແມ່ນເຄື່ອງດື່ມປະເພດນໍ້າອັດລົມ, ນົມ, ໜີ່ສຳເລັດຮູບ, ຄີມທາໜ້າ ແລະ ອື່ນໆ ລວມທັງໝົດ 61 ລາຍການ ມູນຄ່າ 24,213,000 ກີບ. ໂອກາດນີ້ ທ່ານນາງ ສາຍຊົນ ອຸ່ນອົກ ຮອງເຈົ້າເມືອງໆ ຕົ້ນເຜິ້ງ ກໍ່ໄດ້ມີຄຳເຫັນຕໍ່ບັນຫາເຄື່ອງໝົດອາຍຸ ແລະ ເສຍຄຸນ ວ່າ:

ບັນຫາເຄື່ອງເປັນອາຍຸເປັນບັນຫາທີ່ພາກສ່ວນກ່ຽວຂ້ອງ, ອຳນາດການປົກຂັ້ນບ້ານ ແລະ ທຸກພາກສ່ວນໃນສັງຄົມຕ້ອງໄດ້ເປັນເຈົ້າການນໍາກັນທັງໃນເວລາລົງກວດກາຕົວຈິງຂອງຄະນະກຳມະການ ແລະ ໃນເວລາຊື້ເຄື່ອງອຸປະໂພກ – ບໍລິໂພກໃນຊີວິດປະຈໍາວັນ ເວລາຊື້ເຄືີ່ອງຕ້ອງໄດ້ກວດກາເບິ່ງ ວັນ, ເດືອນ, ປີ ໝົດອາຍຸໃຫ້ດີ ເນື່ອງຈາກຮ້ານຄ້າຈໍາໜ່ວຍໜຶ່ງຍັງມີການວາງຈໍາໜ່າຍສິນຄ້າທີ່ໝົດອາຍຸ ແລະ ເສຍຄຸນ ຍ້ອນເຫັນແກ່ຜົນກຳໄລຂອງຕົນເອງ ໂດຍບໍ່ຄຳນຶງເຖິງບັນຫາສຸຂະພາບຂອງຜູ້ບໍລິໂພກ ແລະ ບາງຄັ້ງຜູ້ບໍລິໂພກເອງກໍ່ບໍ່ໄດ້ເອົາໃຈໃສ່ກວດກາເບິ່ງ ວັນ, ເດືອນ,ປີ ໝົດອາຍຸ, ບາງຄັ້ງທັງທີ່ຮູ້ວ່າສິນຄ້າໃກ້ໝົດອາຍຸແຕ່ກໍຍັງຊື້ ຍ້ອນເຫັນແກ່ລາຄາທີ່ຖືກ ຍ່ອມເຍົາ ເຊິ່ງມັນຈະສົ່ງຜົນເສຍຕໍ່ສຸຂະພາບຜູ້ທີ່ບໍລິໂພກເຄື່ອງດັ່ງກ່າວທັງໄລຍະສັ້ນ ແລະ ໄລຍະຍາວ.

ຈາກນັ້ນ, ປະທານ ແລະ ບັນດາພາກສ່ວນທີ່ເຂົ້າຮ່ວມກໍ່ໄດ້ຮ່ວມກັນທຳລາຍອາຫານແຫ້ງ – ເຄື່ອງດື່ມໝົດອາຍຸ – ເສຍຄຸນ ແລະ ເຄື່ອງສໍາອາງຕ້ອງຫ້າມ ທີ່ເດີນຫ້ອງການສາທາລະນະສຸກ.

ແຫຼ່ງຂ່າວ: ໜັງສືພິມບໍ່ແກ້ວ Bokeo Newspaper

ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 77

ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 77 ໄດ້ຮັບການເລືອກຕັ້ງໃນວັນທີ 7 ມິຖຸນາ 2022, ທ່ານ Csaba Kőrösi ຈາກປະເທດ ຮົງກາຣີ, ເຊິ່ງເປັນຕົວແທນຈາກ ພາກພື້ນເອີຣົບຕາເວັນອອກ ໄດ້ຮັບການເລືອກຕັ້ງ ໃຫ້ເປັນປະທານສະມັດຊາໃຫຍ່ ສປຊ ສະໄໝທີ 77.

ກ່ອນຫນ້ານີ້, ທ່ານ Csaba Kőrösi ເຄີຍດໍາລົງຕໍາແໜ່ງເປັນອະທິບໍດີຮັບຜິດຊອບວຽກງານ ຄວາມຍືນຍົງດ້ານສິ່ງແວດລ້ອມ (Director for Environmental Sustainability) ປະຈໍາສໍານັກງານປະທານນາທິບໍດີ ຮົງກາຣີ.

ໃນລະຫວ່າງປີ 2010-2014, ທ່ານເຄີຍດໍາລົງຕໍາແຫນ່ງເປັນ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ຮົງກາຣີ ປະຈໍາ ອົງການ ສປຊ ທີ່ ນິວຢອກ ເຊິ່ງໃນໄລຍະດັ່ງກ່າວ ໄດ້ເຄີຍເຮັດໜ້າທີ່ເປັນ ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 66 (2011-2012) ແລະ ປະທານຮ່ວມ ເພື່ອນໍາພາຂະບວນການເຈລະຈາ ເພື່ອກໍານົດເປົ້າໝາຍການພັດທະນາແບບຍືນຍົງ. ກ່ອນການເລືອກຕັ້ງ, ທ່ານ Csaba Kőrösi ໄດ້ຖະແຫຼງກ່ຽວກັບວິໄສທັດ ແລະ ບຸລິມະສິດ ໃນການເປັນປະທານສະມັດຊາໃຫຍ່ ສະໄໝທີ 77 ພາຍໃຕ້ຄຳຂວັນ “Solutions through Solidarity, Sustainability and Science” ເຊິ່ງປະກອບດ້ວຍ:

1) ຍຶດໝັ້ນຕໍ່ກັບຫຼັກການພື້ນຖານຂອງ ກົດບັດ ສປຊ; 2) ສ້າງຄວາມຄືບໜ້າເພື່ອການຫັນປ່ຽນສູ່ຄວາມຍືນຍົງ; 3) ແນໃສ່ແກ້ໄຂບັນຫາຢ່າງເປັນລະບົບ ແລະ ປະສານງານໃຫ້ສອດຄ່ອງ; 4) ສົ່ງເສີມບົດບາດຂອງວິທະຍາສາດ ເຂົ້າໃນຂະບວນການຕັດສິນບັນຫາ; ແລະ 5) ເພີ່ມທະວີຄວາມປອງດອງ ເພື່ອກຽມພ້ອມຮັບມືກັບບັນດາວິກິດການໃນອະນາຄົດ.ໃນໂອກາດນີ້, ທ່ານ António Guterres, ເລຂາທິການໃຫຍ່ ສປຊ ໄດ້ສະແດງຄວາມຍິນດີ ຕໍ່ປະທານສະມັດຊາໃຫຍ່ ຄົນຕໍ່ໄປ ແລະ ຍ້ຳຄືນບົດບາດສຳຄັນຂອງ ສະມັດຊາໃຫຍ່ ສປຊ ໂດຍສະເພາະ ໃນທ່າມກາງສະພາບການຂອງໂລກໃນປັດຈຸບັນ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຄຸ້ນເຄີຍໃນວຽກງານ ສປຊ, ຄວາມຊ່ຽວຊານໃນວຽກງານຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ຄວາມໝາຍໝັ້ນໃນວຽກງານຫຼາຍຝ່າຍ, ທ່ານ ຈະສາມາດຂັບເຄື່ອນວຽກງານຂອງ ສປຊ ໄດ້ຢ່າງມີປະສິດທິພາບ. ທ່ານ Abdulla Shahid, ປະທານສະມັດຊາໃຫຍ່ ຄົນປັດຈຸບັນ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ ປະທານຄົນໃໝ່ ແລະ ຊີ້ແຈງກ່ຽວກັບບັນດາໜ້າວຽກທີ່ຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດ ກ່ອນຈະສິ້ນສຸດພາລະກິດ ໃນຖານະປະທານສະມັດຊາໃຫຍ່ ສະໄໝປັດຈຸບັນ.

ໃນໂອກາດດຽວກັນ, ສະມັດຊາໃຫຍ່ ໄດ້ເລືອກຕັ້ງຮອງປະທານ ສະໄໝທີ 77 ຈຳນວນ 21 ປະເທດ ເຊິ່ງປະກອບດ້ວຍ 6 ປະເທດ ຈາກພາກພື້ນອາຟຣິກາ, 5 ປະເທດ ຈາກພາກພື້ນອາຊີ-ປາຊິຟິກ, 3 ປະເທດ ຈາກພາກພື້ນ ອາເມຣິກາລາຕິນ-ຄາຣິບຽນ, 2 ປະເທດ ຈາກພາກພື້ນ ເອີຣົບຕາເວັນຕົກ ແລະ ອື່ນໆ ແລະ 5 ປະເທດ ສະມາຊິກຖາວອນຂອງ ສະພາຄວາມໝັ້ນຄົງ. ສະມັດຊາໃຫຍ່ ສປຊ ສະໄໝທີ 77 ແມ່ນຈະເລີ່ມປະຕິບັດວຽກງານເປັນໄລຍະເວລາ 1 ປີ ພາຍຫຼັງຈາກທີ່ຄະນະໃນປັດຈຸບັນ ສະໄໝທີ 76 ສິ້ນສຸດພາລະກິດ ໃນວັນທີ 12 ກັນຍາ 2022 ນີ້.

ຂໍ້ມູນຈາກ: Permanent Mission of the Lao PDR to the United Nations

ໂດຍສານ ແລະ ສິນຄ້າ ເຂົ້າ-ອອກ ສປປ ລາວ ໄດ້ແລ້ວ!

ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເຫັນດີອະນຸຍາດ ແລະ ຢຸດຕິມາດຕະການຕ່າງໆຜ່ານມາໃນ ການເຂົ້າ-ອອກ ສປປ ລາວ ແລະ ການຂົນສົ່ງສິນຄ້າທັງພາຍໃນ ແລະ ຕ່າງປະເທດ ໃນທຸກຮູບແບບເພື່ອໃຫ້ສາມາດດໍາເນີນໄປດ້ວຍຄວາມສະດວກ, ປອດໄພ ແລະ ໂລ່ງລ່ຽນ ໂດຍຕິດພັນກັບ ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງລົດໄຟ, ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດ, ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງນ້ໍາ ແລະ ການຂົນສົ່ງໂດຍສານ ແລະ ສິນຄ້າທາງບົກ.

ອີງຕາມ ອອກແຈ້ງການ ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ກ່ຽວກັບ ມາດຕະການຜ່ອນຜັນ ການເຂົ້າ-ອອກ ສປປ ລາວ ແລະ ພາຍໃນປະເທດ ສໍາລັບການຂົນສົ່ງໂດຍສານ ແລະ ສິນຄ້າ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19, ເລກທີ 260/ຍທຂ, ລົງວັນທີ 15 ພຶດສະພາ 2022. ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

1. ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງລົດໄຟ

  • ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າທາງລົດໄຟ ພາຍໃນປະເທດໃຫ້ເປັນປົກກະຕິ;
  • ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າທາງລົດໄຟ ລະຫວ່າງປະເທດ ຕາມສັນຍາສອງ ຝ່າຍ ສປປ ລາວເປັນຄູ່ພາຄີ.
  • ສໍາລັບຂາອອກຂອງການຂົນສົ່ງລະຫວ່າງປະເທດ ແລະ ຜ່ານແດນ ໃຫ້ປະຕິບັດຕາມມາດຕະການຂອງປະເທດປາຍທາງ.

2. ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດ

  • ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດພາຍໃນປະເທດໃຫ້ເປັນປົກກະຕິ;
  • ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດລະຫວ່າງປະເທດ ຕາມສັນຍາສອງ ຝ່າຍ ແລະ ຫລາຍຝ່າຍ ທີ່ ສປປ ລາວ ເປັນພາຄີ, ສໍາລັບຂາອອກແມ່ນ ໃຫ້ປະຕິບັດຕາມມາດຕະການ ຂອງປະເທດປາຍທາງ.

3. ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງນ້ໍາ

  • ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ, ສິນຄ້າ ແລະ ທ່ອງທ່ຽວທາງນ້ໍາພາຍໃນປະເທດໃຫ້ເປັນປົກກະຕິ;
  • ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ, ສິນຄ້າ ແລະ ທ່ອງທ່ຽວທາງນ້ໍາ ລະຫວ່າງປະເທດ ໃຫ້ສອດຄ່ອງກັບກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
  • ສໍາລັບຂາອອກຂອງການຂົນສົ່ງລະຫວ່າງປະເທດ ແລະ ຜ່ານແດນ ໃຫ້ປະຕິບັດຕາມມາດຕະການຂອງ ປະເທດປາຍທາງ.

4. ການຂົນສົ່ງໂດຍສານ ແລະ ສິນຄ້າທາງບົກ

  • ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານທາງບົກພາຍໃນປະເທດໃຫ້ເປັນປົກກະຕິ;
  • ອະນຸຍາດໃຫ້ລົດສ່ວນຕົວ, ລົດໂດຍສານປະຈໍາທາງ ແລະ ລົດທ່ອງທ່ຽວລະຫວ່າງປະເທດສາມາດເດີນທາງເຂົ້າ-ອອກ ສປປ ລາວ ໄດ້ ຕາມສັນຍາສອງຝ່າຍ ແລະ ຫລາຍຝ່າຍທີ່ ສປປ ລາວ ເປັນຄູ່ພາຄີ;
  • ອະນຸຍາດໃຫ້ ການຂົນສົ່ງສິນຄ້າພາຍໃນປະເທດແມ່ນສາມາດດໍາເນີນໄດ້ຢ່າງເປັນປົກກະຕິ.

ພ້ອມກັນນັ້ນ, ກໍ່ໃຫ້ສືບຕໍ່ປະຕິບັດ ແຈ້ງການ ຂອງ ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່ຽວກັບ ການເພີ່ມທະວີຄວາມເຂັ້ມງວດ ໃນການຕິດຕາມ, ກວດກາລົດຂົນສົ່ງຕ່າງປະເທດ ທີ່ເຂົ້າມາ ສປປ ລາວ, ສະບັບເລກທີ 04718/ຍທຂ.ຫກ, 23 ກຸມພາ 2022. 

ນອກຈາກນັ້ນ, ການເດີນທາງເຂົ້າມາ ສປປ ລາວ ຂອງ ຄົນຂັບຍານພາຫະນະຂົນສົ່ງ (ເຮືອ, ລົດ, ຍົນ ແລະ ລົດໄຟ), ພະນັກງານ ແລະ ຜູ້ໂດຍສານ ແມ່ນໃຫ້ປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວ ກັບທິດຊີ້ນໍາມາດຕະການໃນການເຂົ້າ-ອອກ ສປປລາວ ແລະ ການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດ ຂອງພະຍາດໂຄວິດ-19, ສະບັບເລກທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022. 

ຂໍ້ມູນຈາກ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal

ອັດຕາເງິນເຟີ້ໃນ​ເດືອນ​ພຶດ​ສະ​ພາ ເພີ່ມ​ຂຶ້ນ​ເປັນ 12,8%

ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ ປະຈຳເດືອນພຶດ​ສະ​ພາ ປີ 2022 ຂອງສູນສະຖິຕິແຫ່ງຊາດ (ສຖຕ) ກະຊວງແຜນການ ແລະ ການລົງທຶນ ໄດ້ເປີດເຜີຍວ່າ: ສະພາບອັດຕາເງິນເຟີ້ໃນເດືອນພຶດ​ສະ​ພາ 2022 ເພີ່ມ​ຂຶ້ນ​ເປັນ 12,8% ເມື່ອທຽບປີຕໍ່ປີ ຫຼື ທຽບໃສ່ເດືອນດຽວກັນຂອງປີຜ່ານມາ (ເດືອນ 5 ປີ 2021 ແມ່ນ 3,5%), ​ແຕ່​ຖ້າ​ທຽບ​ໃສ່​ເດືອນ​ເມ​ສາ 2022 ເພີ່ມ​ຂຶ້ນ 3,2%, (​ເດືອນ​ເມ​ສາ 2022 ຢູ່​ລະ​ດັບ 9,9%) ແລະ ເມື່ອສະເລ່ຍໄລຍະ 5 ເດືອນຕົ້ນປີ 2022 ເພີ່ມຂຶ້ນຢູ່ລະດັບ 9,0% ຊຶ່ງເປັນການເພີ່ມຂຶ້ນທີ່ສູງຕໍ່ເນື່ອງ ແລະ ສູງທີ່ສຸດໃນຮອບ 15 ປີ. ຂະນະທີ່ສະພາບອັດຕາເງິນເຟີ້ພື້ນຖານ ແລະ ບໍ່ເປັນພື້ນຖານກໍເພີ່ມຂຶ້ນ ເມື່ອທຽບໃສ່ໄລຍະດຽວກັນ; ໂດຍບົດລາຍງານໄດ້ເປີດເຜີຍຕື່ມວ່າ: ອັດຕາເງິນເຟີ້ພື້ນຖານ ຫຼື ດັດຊະນີລາຄາການຊົມໃຊ້ພື້ນຖານ ເດືອນພຶດ​ສະ​ພາ 2022 ທຽບເດືອນຜ່ານມາ ເພີ່ມຂຶ້ນ 3%, ແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນເພີ່ມຂຶ້ນ 14,1%, ຍ້ອນການເພີ່ມຂຶ້ນຂອງ​ລາ​ຄາອາຫານສໍາເລັດຮູບ ແລະ ທາດແປ້ງ, ເຄື່ອງປຸງແຕ່ງອາຫານ, ເຄື່ອງດື່ມບໍ່ແມ່ນເຫຼົ້າ, ໝວດເຫຼົ້າ ແລະ ຢາສູບ, ເຄື່ອງນຸ່ງ ແລະ ເກີບ, ເຄື່ອງກໍ່ສ້າງ ແລະ ອຸປະກອນສ້ອມແປງເຮືອນ, ໝວດເຄື່ອງໃຊ້ໃນເຮືອນ ໃນນີ້ແມ່ນໄດ້ຄິດໄລ່ ຈາກ 402 ລາຍການ ກວມເອົາ 82,9% ຂອງລາຍການສິນຄ້າ-ບໍລິການທັງໝົດ ແລະ ກວມເອົານໍ້າໜັກການຊົມໃຊ້ 55,6%.

ສ່ວນອັດຕາເງິນເຟີ້ທີ່ບໍ່ແມ່ນພື້ນຖານ ຫຼື ດັດຊະນີລາຄາການຊົມໃຊ້ບໍ່ເປັນພື້ນຖານ ຊຶ່ງໃນເດືອນ​ພຶດ​ສະ​ພາ 2022 ທຽບໃສ່ເດືອນຜ່ານມາ ເພີ່ມຂຶ້ນ 3,3%, ແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນ ເພີ່ມຂຶ້ນ 11,3%, ຍ້ອນການເພີ່ມຂຶ້ນຂອງປະເພດອາຫານສົດ, ຄໍາຮູບປະພັນ ແລະ ນໍ້າມັນເຊື້ອໄຟ; ໃນນີ້, ຄິດໄລ່ ຈາກ 83 ລາຍການ ກວມເອົາ 17,1% ຂອງລາຍການສິນຄ້າ-ບໍລິການທັງໝົດ ແລະ ກວມເອົານໍ້າໜັກການຊົມໃຊ້ 44,4%.

ບົດລາຍງານຍັງໄດ້ໃຫ້ຮູ້ເຖິງປັດໄຈ ແລະ ສາເຫດທີ່ຂອງອັດຕາເງິນເຟີ້ ປະຈຳເດືອນພຶດ​ສະ​ພາ 2022 ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງນັ້ນ ແມ່ນມາຈາກຄວາມ​ຂັດ​ແຍ່ງ​ລະ​ຫວ່າງຣັດເຊຍ ແລະ ອູແກຣນ ໄດ້​ສົ່ງ​ຜົນກະທົບຕໍ່ການສະໜອງນໍ້າມັນໃນໂລກບໍ່ພຽງພໍ, ເຮັດ​ໃຫ້ລາຄານໍ້າມັນໃນຕະຫຼາດໂລກຖີບໂຕຂຶ້ນສູງ; ສະເພາະຢູ່ ສປປ ລາວ, ໃນເດືອນພຶດສະພາຜ່ານມານີ້ ເຮົາໄດ້ປັບລາຄານໍ້າມັນ ເພີ່ມຂຶ້ນ 2 ຄັ້ງ ທຽບໃສ່ລາຄາໄລຍະດຽວກັນກັບປີຜ່ານມາ ແມ່ນສູງເຖິງ 92,6%, ການເພີ່ມຂຶ້ນຂອງລາຄານໍ້າມັນໄດ້ກະທົບຢ່າງໜັກ ເຮັດໃຫ້ລາຄາສິນຄ້າຕ່າງໆທີ່ນໍາໃຊ້ນໍ້າມັນເປັນປັດໄຈການຜະລິດ​ເພີ່ມຂຶ້ນສູງ; ນອກນີ້, ການສືບຕໍ່ອ່ອນຄ່າຂອງເງິນກີບທຽບໃສ່ເງິນຕາ​ຕ່າງ​ປະ​ເທດໃນເດືອນພຶດສະພາ ໄດ້ກະທົບຢ່າງຮຸນແຮງໂດຍກົງ ​ເຮັດໃຫ້​ລາ​ຄາສິນຄ້າທີ່ນໍາເຂົ້າເພີ່ມສູງຂຶ້ນ; ສ່ວນຜົນຂອງການຂຶ້ນລາຄານໍ້າມັນ ແລະ ສິນຄ້ານໍາເຂົ້າ ກໍໄດ້ກະທົບທາງອ້ອມ ເຮັດໃຫ້ຕົ້ນທຶນການຜະລິດສູງຂຶ້ນ, ຄ່າຄອງຊີບເພີ່ມຂຶ້ນ ແລະ ສຸດທ້າຍໄດ້ກະທົບໃຫ້ທຸກໝວດສິນຄ້າມີລາຄາເພີ່ມຂຶ້ນສູງຢ່າງຫຼີກລ່ຽງບໍ່ໄດ້.ສຳລັບໝວດສິນຄ້າ ແລະ ບໍລິການ ທີ່ມີການປັບລາຄາສູງຂຶ້ນແຮງ ອັນພົ້ນເດັ່ນເປັນຕົ້ນ ໝວດອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນທາດເຫຼົ້າ ສະເລ່ຍໄລຍະ 5 ເດືອນຕົ້ນປີ 2022 ເພີ່ມຂຶ້ນຢູ່ລະດັບ 5,9%; ໝວດເຫຼົ້າ ແລະ ຢາສູບ 7,3%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ 8,2%; ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື່ອເພີງຫຸງຕົ້ມ 8,1%; ໝວດເຄື່ອງໃຊ້ໃນ​ຄົວເຮືອນ 7,0%; ໝວດຮັກສາສຸຂະພາບ ແລະ ຢາ 10,5%; ໝວດຄົມມະນາຄົມ ແລະ ຂົນສົ່ງ 21,9%; ໝວດການບັນເທີງ ແລະ ພັກຜ່ອນ 2,0%; ໝວດການສຶກສາ 0,3%; ໝວດຮ້ານອາຫານ ແລະ ໂຮງແຮມ 9,0%, ໝວດສິນຄ້າ ແລະ ການບໍລິການອື່ນໆ 13,6%.ບົດລາຍງານ ຍັງຊີ້​ໃຫ້​ເຫັນເຖິງການປ່ຽນແປງດັດຊະນີລາຄາສິນຄ້າ ທຽບປີຕໍ່ປີ ແຍກຕາມກຸ່ມສິນຄ້າຕົ້ນຕໍ ທີ່ກະທົບໄວຕໍ່ອັດຕາເງິນເຟີ້ ຄື: ເຂົ້າສານ ເພີ່ມຂຶ້ນ 4,8%; ຊີ້ນ ແລະ ປາ 7,4%; ເຂົ້າຈີ່ ແລະ ທາດແປ້ງ 16,7%; ນົມ, ເນີຍ ແລະ ໄຂ່ 27,79%; ໝາກໄມ້ ແລະ ຜັກສົດ 9,0%; ນໍ້າມັນເຊື້ອໄຟ 92,6%; ອາຍແກ໊ສຫຸງຕົ້ມ 39,7%; ຄໍາ (ຮູບປະພັນ) 48,5%; ເຫຼັກເສັ້ນ 68,0%; ຊີມັງລາວກາກະທິງແດງ 10,4% ແລະ ຊີມັງລາວກາກະທິງ ຂຽວ 11,7%.

ແຫຼ່ງຂ່າວ: ປະຊາຊົນ, ສຖຕ

ເພື່ອການທ່ອງທ່ຽວທີ່ຢືນຍົງ

ກົມໂຄສະນາການທ່ອງທ່ຽວ ເຜີຍແຜ່ການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວທີ່ຢືນຍົງ.

ໃນວັນທີ 7 ມິຖຸນາ 2022 ນີ້, ກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ໂຮງຮຽນມັກທະຍົມປາຍ ມິດຕະພາບ ວຽງຈັນ-ໂຮ່ຈີ່ມິງ ຈັດກິດຈະກຳເຜີຍແຜ່ການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວທີ່ຢືນຍົງ ເນື່ອງໃນໂອກາດວັນສິ່ງແວດ ລ້ອມໂລກ 5 ມິຖຸນາ ຢູ່ສວນເຈົ້າອານຸວົງ (ແຄມຂອງ) ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ “ການສົ່ງເສີມ, ປູກຈິດສຳນຶກ ແລະ ໂຄສະນາເຜີຍແຜ່ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວທີ່ຢືນຍົງ” ໂດຍມີ ທ່ານນາງ ແສງໂສດາ ວັນທານຸວົງ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ, ທ່ານນາງ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ພ້ອມດ້ວຍ ຄູ-ອາຈານ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ນັກຮຽນຈາກໂຮງຮຽນດັ່ງກ່າວ ເຂົ້າຮ່ວມ.ທ່ານນາງ ແສງໂສດາ ວັນທານຸວົງ ໄດ້ກ່າວວ່າ:

ການຈັດກິດຈະ ໃນຄັ້ງນີ້, ແນໃສ່ຊຸກຍູ້, ສົ່ງເສີມ ໃຫ້ນັກຮຽນ ແລະ ຄູ-ອາຈານ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມ, ທັງເປັນການໂຄສະ ນາ ເຜີຍແຜ່ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວທີ່ຢືນຍົງ, ໃນນັ້ນ, ໄດ້ຈັດກິດຈະກຳ ຖາມ-ຕອບ ກ່ຽວກັບສິ່ງແວດລ້ອມ ແລະ ກິດຈະກໍາອະນາໄມ ລວມ (ເກັບຂີ້ເຫຍື້ອອ້ອມ ບໍລິເວນສວນເຈົ້າອານຸວົງ) ແນໃສ່ຊຸກຍູ້ສົ່ງເສີມ ເຮັດໃຫ້ຄູ-ອາຈານ ແລະ ນ້ອງນັກຮຽນ ເອົາໃຈໃສ່ປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງ ແວດລ້ອມທາງທຳມະຊາດ ໃຫ້ຄົງຢູ່ ເພື່ອການທ່ອງທ່ຽວທີ່ຢືນຍົງ, ທັງເປັນການເພີ່ມຄວາມຮູ້ ແລະ ເປັນປະໂຫຍດໃຫ້ແກ່ນັກຮຽນ ເພື່ອນໍາໄປປະຕິບັດໃນໂຮງຮຽນ, ຄອບຄົວ ແລະ ຊຸມຊົນທ້ອງຖິ່ນທີ່ຕົນເອງອາໄສຢູ່ ໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບຕົວຈິງ.ພ້ອມກັນນີ້, ທ່ານນາງ ບຸນພາມາ ໂພທິສານ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນສິ່ງແວດລ້ອມໂລກ ເຊິ່ງກອງປະຊຸມສຸດຍອດໂລກ ກ່ຽວກັບສິ່ງແວດລ້ອມຂອງມະນຸດ ທີ່ອົງການສະຫະປະຊາຊາດໄດ້ຈັດຂຶ້ນ ໃນວັນທີ 5 ມິຖຸນາ 1972 ທີ່ເມືອງສະຕັອກໂຮມ ປະເທດຊູແອດ ເຊິ່ງເປັນວັນທີ່ຜູ້ນໍາຮ້ອຍກວ່າປະເທດຈາກທົ່ວໂລກ ໄດ້ປຶກສາຫາລື ກ່ຽວກັບພຶດຕິກໍາຂອງມະນຸດ ທີ່ສ້າງບັນຫາດ້ານສິ່ງແວດລ້ອມ ແລະ ໄດ້ຮັບຮອງເອົາວັນດັ່ງກ່າວ ເປັນວັນສິ່ງແວດລ້ອມໂລກ. ສຳລັບ ສປປ ລາວ ກໍໄດ້ເລັງເຫັນຄວາມສໍາຄັນຂອງການປົກປັກຮັກສາສິ່ງແວດລ້ອມ ຈຶ່ງໄດ້ສ້າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ເປັນສະບັບທໍາອິດຂຶ້ນໃນປີ 1999 ແລະ ໄດ້ກໍານົດເອົາວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມແຫ່ງຊາດ, ຫລັງຈາກນັ້ນ, ກອງທຶນປົກປັກຮັກສາສິ່ງແວດລ້ອມ ກໍໄດ້ສ້າງຂຶ້ນໃນປີ 2005 ເພື່ອເຮັດໜ້າທີ່ລະດົມ, ສະສົມ ແລະ ສະໜອງທຶນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄຸ້ມຄອງຊັບພະຍາກອນທຳມະ ຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ. ທ່ານນາງ ບຸນພາມາ ໂພທິສານ ຍັງໃຫ້ຮູ້ອີກວ່າ: ອີງຕາມຂໍ້ມູນຂອງອົງການອານາໄມໂລກ ໄດ້ສະແດງໃຫ້ຮູ້ວ່າ ມີຄົນເສຍຊີວິດຫລາຍກວ່າ 10 ລ້ານຄົນ ໃນທົ່ວໂລກໃນແຕ່ລະປີ ຍ້ອນບັນຫາທາງດ້ານສິ່ງແວດລ້ອມ, ໃນນັ້ນປະມານ 7 ລ້ານຄົນໄດ້ເສຍຊີວິດ ຈາກບັນຫາມົນລະພິດທາງອາກາດ.

ສະນັ້ນ, ພວກເຮົາຈົ່ງຮ່ວມແຮງຮ່ວມໃຈກັນຢ່າງຈິງຈັງ ເພື່ອຖະນຸຖະໜອມໂລກ ດ້ວຍການປົກປັກຮັກສາ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ພາຍໃຕ້ຄຳຂວັນ “ໂລກມີພຽງໜຶ່ງດຽວ” (Only One Earth), ພວກເຮົາຕ້ອງສາມາດຢູ່ຮ່ວມກັບທຳມະຊາດຢ່າງກົມກຽວ ແລະ ຍືນຍົງ.

ຂ່າວ-ພາບ: ຂປລ