ໃນຕອນເຊົ້າ ຂອງວັນທີ 5 ເມສາ 2022, ໄດ້ພິທີເປີດນຳໃຊ້ຂົວຂ້າວຫ້ວຍກອກ ເສັ້ນທາງລະຫວ່າງບ້ານນາຄູ ໄປຫາບ້ານຄຶມສະຫວ່າງ ເມືອງສອງຄອນ ແຂວງສະຫວັນນະເຂດ.

ເຊິ່ງມີພາບບັນຍາກາດໃນງານພິທີດັ່ງກ່າວ.

.

.

.

.

.

ແຫຼ່ງຂ່າວ ແລະ ຮູບພາບ: Songkhone news-ຊ່ອງຂ່າວເມືອງສອງຄອນ
ໃນຕອນເຊົ້າ ຂອງວັນທີ 5 ເມສາ 2022, ໄດ້ພິທີເປີດນຳໃຊ້ຂົວຂ້າວຫ້ວຍກອກ ເສັ້ນທາງລະຫວ່າງບ້ານນາຄູ ໄປຫາບ້ານຄຶມສະຫວ່າງ ເມືອງສອງຄອນ ແຂວງສະຫວັນນະເຂດ.
ເຊິ່ງມີພາບບັນຍາກາດໃນງານພິທີດັ່ງກ່າວ.
.
.
.
.
.
ແຫຼ່ງຂ່າວ ແລະ ຮູບພາບ: Songkhone news-ຊ່ອງຂ່າວເມືອງສອງຄອນ
ຕາມການລາຍງານຂອງ ທ່ານຮ້ອຍເອກ ບຸນສະຫງວນ ພົມມະລິນ ຮອງຫົວໜ້າພະແນກຈະລາຈອນ ກອງບັນຊາການ ປກສ ແຂວງເຊກອງ ເມື່ອບໍ່ດົນນີ້ໃຫ້ຮູ້ວ່າ: ໃນ 3 ເດືອນຕົ້ນປີ 2022 ທົ່ວແຂວງເຊກອງ ມີອຸບັດເຫດເກີດຂຶ້ນທັງໝົດ 38 ລາຍ, ທຽບໃສ່ໄລຍະດຽວປີຜ່ານມາຫຼຸດລົງ 22 ລາຍ, ມີພາຫະນະເປ່ເພທັງໝົດ 56 ຄັນ ແລະ ມີຜູ້ໄດ້ຮັບບາດເຈັບ 48 ຄົນ. ໃນນີ້, ເຈັບເລັກນ້ອຍ 20 ຄົນ, ເຈັບສົມຄວນ 22 ຄົນ, ສາຫັດ 6 ຄົນ, ເສຍຊີວິດ 14 ຄົນ ແລະ ປະເມີນມູນຄ່າເສຍຫາຍ 600 ລ້ານກວ່າກີບ.
ເຖິງວ່າສະພາບການເກີດອຸບັດເຫດຈະມີທ່າອ່ຽງຫຼຸດລົງ ແຕ່ໂດຍລວມຍັງມີຜູ້ຂັບຂີ່ໄດ້ຮັບບາດເຈັບ, ເສຍຊີວິດ ແລະ ມູນຄ່າການເສຍຫາຍສູງ ຊຶ່ງສາເຫດທີ່ພາໃຫ້ເກີດອຸບັດເຫດ ສ່ວນໃຫຍ່ແມ່ນມາຈາກຜູ້ຂັບຂີ່ຂາດສະຕິໃນການໃຊ້ລົດ-ໃຊ້ຖະໜົນ ແລະ ລະເມີດກົດລະບຽບການສັນຈອນເປັນຕົ້ນ ເດັກອາຍຸບໍ່ທັນເຖິງກະສຽນ, ບໍ່ມີໃບອະນຸຍາດຂັບຂີ່, ການຂັບຂີ່ລົດໄວເກີນກໍານົດ, ດື່ມສິ່ງມຶນເມົາແລ້ວຂັບຂີ່ ແລະ ປ່ຽນທິດທາງ ຫຼື ລ້ຽວບໍ່ຮັບປະກັນ.
ທ່ານ ຮ້ອຍເອກ ບຸນສະຫງວນ ພົມມະລິນ ຍັງໄດ້ຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນຜູ້ໃຊ້ລົດ-ໃຊ້ຖະໜົນໃຫ້ມີສະຕິຕື່ນຕົວໃນການສັນຈອນ ໂດຍສະເພາະໃນໂອກາດສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພ.ສ 2564 ແລະ ຕ້ອນຮັບປີໃໝ່ລາວ ພ.ສ 2565 ທີ່ຈະມາເຖິງນີ້, ໃຫ້ແຕ່ລະຄົນເອົາໃຈໃສ່ປະຕິບັດກົດລະບຽບການສັນຈອນໃຫ້ເຂັ້ມງວດ, ໝັ່ນກວດກາສະພາບເຕັກນິກລົດຂອງຕົນຢ່າງເປັນປະຈໍາ, ຮຽນຮູ້ການຂັບຂີ່ປອດໄພ ແລະ ຫຼີກລ່ຽງການດື່ມສິ່ງມຶນເມົາແລ້ວຂັບຂີ່ ເພື່ອເຮັດໃຫ້ການສູນເສຍຈາກການເກີດອຸບັດເຫດຫຼຸດນ້ອຍຖອຍລົງ.
ແຫຼ່ງຂ່າວ: ປະຊາຊົນ
ເມື່ອວັນທີ 4 ເມສາ ທີ່ຜ່ານມາ, ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ແລະ ພະແນກທີ່ກ່ຽວຄ້ອງຂອງແຂວງ ໄດ້ໄປຢ້ຽມຢາມທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ, ໃຫ້ກຽດຕ້ອນຮັບໂດຍທ່ານ ນາງ ທອງຄູນ ພົນທອງສີ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ.
ພ້ອມນັ້ນໄດ້ນຳພາຄະນະໄປທ່ຽວຊົມໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ, ເຊິ່ງມີ ທ່ານ ຕູ້ກົງ ຫົວໜ້າໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ໄດ້ອະທິບາຍເຖິງຄວາມເປັນມາຂອງການກໍ່ສ້າງ ແລະ ສິ່ງອຳໜ່ວຍຄວາມສະດວກຕ່າງໆພາຍໃນສະໜາມບິນ, ເຊິ່ງຄາດວ່າຈະເປີດໃຫ້ບໍລິການໄວໆນີ້.
ພ້ອມໄດ້ນຳພາໄປທ່ຽວຊົມໂຄງການພັດທະນາກະສິກຳ, ຕະຫຼາດກະສິກຳແຫ່ງໃໝ່ ຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ທ່າເຮືອຂົນສົ່ງສິນຄ້າ ແລະ ປ່ອງຢ້ຽມສາມຫຼ່ຽມຄຳ (ດອນຊາວ).
ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ຍັງໄດ້ກ່າວວ່າ: ການພັດທະນາຂອງເຂດແມ່ນໄດ້ພັດທະນາໄປຢ່າງວ່ອງໄວ ແລະ ມີຄວາມສວຍສົດງົດງາມ ໃນການຕົກແຕ່ງພາຍໃນເຂດ ເຫັນວ່າ ເປັນລະບົບລະບຽບດີ.
ແຫຼ່ງຂ່າວ ແລະ ຮູບພາບ: ເຂດເສດຖະກິດພິເສດສາມຫຼ່ຽມຄຳ
ການຟື້ນຟູເສດຖະກິດຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ປະເຊີນຄວາມສ່ຽງທີ່ມາຈາກ ສົງຄາມໃນຢູເຄຣນ, ການຮັດແໜ້ນນະໂຍບາຍດ້ານການເງິນຂອງ ສະຫະລັດອາເມຣິກາ ແລະ ການເຕີບໂຕເສດຖະກິດທີ່ຊ້າລົງຢູ່ ສປ ຈີນ ການປະຕິຮູບດ້ານການເງິນ ແລະ ດ້ານການຄ້າ ຈະຊ່ວຍເພີ່ມຄວາມສາມາດປັບຕົວໄດ້
ວໍຊິງຕັນ, 4 ເມສາ 2022 , ທະນາຄານໂລກ ໄດ້ກ່າວໃນວັນຈັນຜ່ານມານີ້ວ່າ: ສົງຄາມໃນ ຢູເຄຣນ ເປັນໄພຂົ່ມຂູ່ ຕໍ່ການຟື້ນຟູເສດຖະກິດຂອງບັນດາປະເທດທີ່ກຳລັງພັດທະນາຢູ່ ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ (EAP). ນອກຈາກຜົນກະທົບຂອງສົງຄາມດັ່ງກ່າວ ກໍຍັງມີຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ ທີ່ເກີດຈາກການລະບາດຂອງພະຍາດໂຄວິດ-19 ທີ່ແກ່ຍາວ, ການຮັດແໜ້ນນະໂຍບາຍທາງດ້ານການເງິນຂອງສະຫະລັດອາເມຣິກາ ແລະ ການລະບາດຮອບໃໝ່ຢູ່ ສປ ຈີນ ທີ່ມີນະໂຍບາຍການຄວບຄຸມໂຄວິດໃຫ້ເທົ່າສູນ.
ບົດລາຍງານຄວາມຄືບໜ້າດ້ານເສດຖະກິດຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກຂອງທະນາຄານໂລກ: ການຜ່ານຜ່າລົມພາຍຸ ຊີ້ແຈງໃຫ້ຮູ້ວ່າ: ຜົນກະທົບອັນໃຫຍ່ຫຼວງຈາກສົງຄາມໃນຢູເຄຣນ ແລະ ມາດຕະການລົງໂທດຕໍ່ຣັດເຊຍນັ້ນ ໄດ້ລົບກວນການສະໜອງສິນຄ້າ, ເພີ່ມຂໍ້ຫຍຸ້ງຍາກໃຫ້ລະບົບການເງິນທີ່ບອບບາງຢູ່ແລ້ວ, ແລະ ຖ່ວງດຶງການເຕີບໂຕດ້ານເສດຖະກິດໃນໂລກໃຫ້ທົດຖອຍລົງໄປຕື່ມ.
ສຳລັບບັນດາປະເທດໃນພາກພື້ນທີ່ເປັນປະເທດນຳເຂົ້ານ້ຳມັນເຊື້ອໄຟລາຍໃຫຍ່ ເຊັ່ນ: ມົງໂກລີ ແລະ ໄທ ແລະ ປະເທດນຳເຂົ້າອາຫານລາຍໃຫຍ່ ເຊັ່ນ: ເກາະປາຊີຟິກ ສະແດງໃຫ້ເຫັນວ່າ: ລາຍໄດ້ຕົວຈິງໄດ້ຫຼຸດລົງ.
ສຳລັບບັນດາປະເທດທີ່ມີໜີ້ສິນຫຼວງຫຼາຍ ເຊັ່ນ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ມົງໂກລີ ແລະ ປະເທດເອື່ອຍອີງໃສ່ການສົ່ງອອກໃນລະດັບສູງ ເຊັ່ນ: ມາເລເຊຍ ແລະ ສສ ຫວຽດນາມ ແມ່ນມີຄວາມບອບບາງຈາກຜົນກະທົບດ້ານການເງິນໂລກ ແລະ ຜົນກະທົບຕໍ່ການເຕີບໂຕຂອງເສດຖະກິດໂລກ.
ທ່ານ ມານູແອລາ ວີ ແຟໂຣ (Manuela V. Ferro) ຮອງປະທານຂອງທະນາຄານໂລກ ປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ກ່າວວ່າ: “ໃນຂະນະທີ່ເສດຖະກິດ ຂອງບັນດາປະເທດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ພວມຟື້ນຕົວຈາກ ຜົນກະທົບຂອງການລະບາດພະຍາດໂຄວິດ, ສົງຄາມໃນຢູເຄຣນ ຊ້ຳພັດມາຖ່ວງດຶງຄືນຈັງຫວະຂອງການເຕີບໂຕທີ່ພວມຟື້ນໂຕ ດັ່ງກ່າວ. ຖານເສດຖະກິດ ແລະ ນະໂຍບາຍທີ່ໜັກແໜ້ນຂອງ ພາກພື້ນນີ້ ຈະຊ່ວຍ ໃຫ້ປະເທດສ່ວນໃຫຍ່ ຜ່ານຜ່າລົມພະຍຸເຫຼົ່ານີ້ໄດ້.”
ໃນຂະນະທີ່ປະເທດ ທີ່ຜະລິດສິນຄ້າ ແລະ ມີນະໂຍບາຍການເງິນທີ່ຮອບຄອບນັ້ນ ອາດມີຄວາມພ້ອມໃນການຟື້ນຕົວ ຜ່ານຜ່າຜົນກະທົບເຫຼົ່ານີ້, ແຕ່ວ່າ ຜົນກະທົບຈາກເຫດການເຫຼົ່ານີ້ ຈະຫຼຸດຜ່ອນການເຕີບໂຕທີ່ຄາດການໄວ້ສຳລັບ ປະເທດສ່ວນໃຫຍ່ໃນພາກພື້ນ.
ການເຕີບໂຕດ້ານເສດຖະກິດໂດຍລວມ ແມ່ນຄາດວ່າຈະຊະລໍລົງ ເປັນ 5 ສ່ວນຮ້ອຍໃນປີ 2022— ຫລຸດລົງ 0.4 ຈຸດສ່ວນຮ້ອຍ ຈາກທີ່ຄາດຄະເນໄວ້ໃນເດືອນຕຸລາ. ຖ້າສະພາບການໃນໂລກຫາກຕົກຕ່ຳລົງ ແລະ ນະໂຍບາຍຮັບມືຂອງປະເທດຫາກບໍ່ເຂັ້ມແຂງ, ການເຕີບໂຕ ອາດຈະຊ້າລົງເປັນ 4 ສ່ວນຮ້ອຍ. ຄາດຄະເນວ່າ, ສປ ຈີນ ເຊິ່ງກວມເອົາ 86 ສ່ວນຮ້ອຍຂອງຜົນຜະລິດໃນພາກພື້ນ, ຈະເຕີບໂຕ 5 ສ່ວນຮ້ອຍ ໂດຍພື້ນຖານ ແລະ 4 ສ່ວນຮ້ອຍໃນກໍລະນີສົມມຸດຖານທີ່ເງື່ອນໄຂບໍ່ເອື້ອອຳນວຍ.
ຜົນຜະລິດໃນປະເທດອື່ນໆຂອງພາກພື້ນ ຄາດວ່າຈະຂະຫຍາຍເປັນ 4.8 ໂດຍພື້ນຖານ ແລະ 4.2 ສ່ວນຮ້ອຍໃນກໍລະນີສົມມຸດຖານທີ່ເງື່ອນໄຂບໍ່ເອື້ອອຳນວຍ. ໃນກໍລະນີສົມມຸດຖານທີ່ເງື່ອນໄຂບໍ່ເອື້ອອຳນວຍນັ້ນ ແມ່ນຈະສົ່ງຜົນໃຫ້ມີອີກ 6 ລ້ານຄົນ ເພີ່ມຕື່ມໃນພາກພື້ນ ທີ່ຈະຍັງຕິດຢູ່ໃນສະພາບທຸກຍາກໃນປີ 2022 ໃນລາຍໄດ້ເສັ້ນຄວາມທຸກຍາກ US$5.50/ວັນ.
ສົງຄາມ, ນະໂຍບາຍດ້ານການເງິນທີ່ຮັດແໜ້ນຂຶ້ນ ແລະ ຈັງຫວະການເຕີບໂຕທີ່ຊ້າລົງຂອງ ສປ ຈີນ ມີແນວໂນ້ມທີ່ຈະ ທະວີຄູນ ຄວາມຫຍຸ້ງຍາກທີ່ມີຢູ່ແລ້ວຍ້ອນການລະບາດຂອງພະຍາດໂຄວິດ. ຫົວໜ່ວຍທຸລະກິດໃນພາກພື້ນທີ່ຕໍ່ສູ້ກັບຄວາມຫຍຸ້ງຍາກ ເຊິ່ງໃນນັ້ນມີ 50 ສ່ວນຮ້ອຍທີ່ໄດ້ລາຍງານການຄ້າງຊຳລະໃນປີ 2021 ກໍຈະໄດ້ຮັບຜົນກະທົບດ້ານຕ່ອງໂສ້ການສະໜອງ ແລະ ດ້ານຄວາມຕ້ອງການອີກຮອບໃຫມ່. ບັນດາຄົວເຮືອນ ເຊິ່ງສ່ວນໃຫຍ່ໄດ້ກັບໄປສູ່ສະພາບທຸກຍາກໃນໄລຍະການລະບາດຂອງພະຍາດ ກໍຈະເຫັນລາຍໄດ້ຕົວຈິງນັ້ນ ຫລຸດໜ້ອຍຖອຍລົງຍ້ອນ ລາຄາຕ່າງໆທີ່ເພີ່ມຂຶ້ນຢ່າງວ່ອງໄວ. ລັດຖະບານທີິ່ມີໜີ້ສິນ ເພີ່ມຂຶ້ນ 10 ສ່ວນຮ້ອຍຂອງ GDP ຕັ້ງແຕ່ປີ 2019 ເປັນຕົ້ນມາ ກໍຈະມີຄວາມຫຍຸ້ງຍາກໃນການສະໜັບສະໜູນເສດຖະກິດຂອງຕົນ.
ອັດຕາເງິນເຟີ້ ທີ່ເພີ່ມຂຶ້ນ ຢ່າງຕ່ຳ 1 ສ່ວນຮ້ອຍ ສົມທຽບໃສ່ການຄາດຄະເນກ່ອນໜ້ານີ້ ຍ້ອນ ຜົນກະທົບຈາກ ລາຄານ້ຳມັນທີ່ເພີ່ມຂຶ້ນຢ່າງດຽວ ກໍຈະ ຫລຸດແນວທາງໃນການຜ່ອນຄາຍນະໂຍບາຍດ້ານເງິນຕາ.
ທ່ານ ອາດິຕາຢາ ມາຕູ ຫົວໜ້ານັກເສດຖະສາດຂອງທະນາຄານໂລກປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ກ່າວວ່າ: “ຜົນກະທົບທີ່ຕໍ່ເນື່ອງແກ່ຍາວໝາຍເຖິງ ຜົນກະທົບດ້ານເສດຖະກິດທີ່ນັບມື້ເພີ່ມຂຶ້ນທີ່ປະຊາຊົນ ຈະຕ້ອງພົບພໍ້ຮັບມື ກັບ ກຳລັງດ້ານການເງິນທີ່ທົດຖອຍໜ້ອຍລົງຂອງລັດຖະບານຂອງປະເທດເຂົາເຈົ້າເອງ. ການປະຕິຮູບດ້ານການເງິນ ແລະ ດ້ານການຄ້າ ຈະສາມາດຫລຸດຜ່ອນຄວາມສ່ຽງ ແລະ ຟື້ນຟູການເຕີບໂຕ ກໍຄື ການຫລຸດຜ່ອນຄວາມທຸກຍາກ.”
ບົດລາຍງານ ແນະນຳ ຂໍ້ປະຕິບັດດ້ານນະໂຍບາຍ 4 ປະເພດ ແທນທີ່ໆຈະຄວບຄຸມລາຄາ ແລະ ໃຫ້ການຊ່ວຍເຫຼືອແບບບໍ່ມີການເລືອກເຟັ້ນ, ການຊ່ວຍເຫຼືອຄົວເຮືອນ ແລະ ຫົວໜ່ວຍທຸລະກິດແບບມີເປົ້າໝາຍ ຈະຈຳກັດຄວາມເສຍຫາຍ ຈາກຜົນກະທົບຕ່າງໆ ແລະ ສ້າງພື້ນທີ່ ສຳລັບການລົງທຶນທີ່ຍົກສູງການເຕີບໂຕ. ການທົດສອບຄວາມສາມາດຂອງສະຖາບັນການເງິນໃນການຮັບມືກັບຜົນກະທົບທີ່ບໍ່ຄາດຄິດ ຈະຊ່ວຍໃຫ້ເຫັນຄວາມສ່ຽງທີ່ບົ່ມຊ້ອນໃນບັນດາສະຖາບັນດັ່ງກ່າວ ຈາກການປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອ ແລະ ການໂຍະຍານມາດຕະຖານອື່ນໆທີ່ຜູ້ວາງນະໂຍບາຍໄດ້ກຳນົດໃຫ້ປະຕິບັດໃນຊ່ວງເວລາທີ່ ພະຍາດໂຄວິດແຜ່ລະບາດ.
ການປະຕິຮູບນະໂຍບາຍດ້ານການຄ້າສິນຄ້າ ແລະ ການບໍລິການທີ່ຍັງມີການຄວບຄຸມ ຈະຊ່ວຍໃຫ້ປະເທດໝູນໃຊ້ໂອກາດເພື່ອໃຫ້ເກີດປະໂຫຍດຈາກທິດທາງການປ່ຽນແປງຂອງການຄ້າໃນໂລກ. ການປັບປຸງສີມືທັກສະ ແລະ ຍົກສູງການແຂ່ງຂັນ ຈະຊ່ວຍສ້າງຄວາມອາດສາມາດ ແລະ ນະໂຍບາຍໃຫ້ເຂັ້ມແຂງຂຶ້ນ ໃນການຮອງຮັບນຳໃຊ້ເຕັກໂນໂລຊີດີຈີຕອນໃໝ່ໆ.
ພິທີຕ້ອນຮັບ, ປະດິດສະຖານ ແລະ ສົມໂພດຮູບປັ້ນຫຼໍ່ພໍ່ກະດວດ ທີ່ແຂວງສະຫວັນນະເຂດ ໄດ້ສຳເລັດໄປດ້ວຍດີ ແລະ ຮຽບຮ້ອຍແລ້ວ.
ພາຍຫຼັງທີ່ໄດ້ມີການຫ້າງຫາກະກຽມ ເປັນເວລາຫຼາຍເດືອນ ໃນພິທີແຫ່ຮູບປັ້ນຫຼໍ່ຈຳລອງ ພໍ່ກະດວດ ເພື່ອມາປະດິດສະຖານໄວ້ທີ່ອະນຸສາວະລີ ຂອງທ່ານ ທີ່ແຂວງສະຫວັນນະເຂດ.
ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 2 ຫາ ວັນທີ 5 ເມສາ 2022, ມາຮອດມື້ວັນທີ 4 ເມສາ ກໍ່ໄດ້ມີການຫ້າງຫາກະກຽມດ້ານຕ່າງໆ ໂດຍສະເພາະແມ່ນການຕັ້ງກອງບຸນ 9 ກອງ ເພື່ອໃຫ້ອອກຕົນຍາດໂຍມ ໄດ້ຮ່ວມອຸບໂປໂມທະນາ ວັດຖຸປັດໄຈ ອຸທິດເຖິງດວງວິນຍານພໍ່ກະດວດ ບັນພະບຸລຸດຂອງຊາດລາວ.
ໃນຕອນຄໍ່າກໍ່ໄດ້ກ້າວເຂົ້າສູ່ພິທີ ສົມໂພດຕາມຮີດຄອງປະເພນີ,ໂດຍຝ່າຍພະສົງກໍ່ມີ ຍາທ່ານ ປານ ສຸພັນໂທ ເຈົ້າຄະນະ ອພສ ແຂວງສະຫວັນນະເຂດ,ພຣະອາຈານ ແກ້ວອຸດອນ ໂຊຕິທຳໂມ, ພຣະອາຈານ ປອ ຈັນດາ ເຄນສັກດາ ຮອງເຈົ້າຄະນະ ອພສ ແຂວງ ພ້ອມດ້ວຍພຣະສົງ ສາມະເນນ,ຝ່າຍຄາຣະວາດ ມີທ່ານ ປອ ສິລະວົງ ຄຸດໄພທູນ ກໍາມະການກົມການເມືອງ ສູນກາງພັກ ປະທານ ສູນກາງແນວລາວສ້າງຊາດ,ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ,ພ້ອມດ້ວຍການນຳຂັ້ນສູນກາງ,ຂັ້ນແຂວງ,ການນໍາມາຈາກບັນດາເມືອງ ໃນທົ່ວແຂວງ ພ້ອມດ້ວຍພະນັກງານ,ທະຫານ,ຕໍາຫຼວດ ແລະອອກຕົນຍາດໂຍມ ໄດ້ເຂົ້າຮ່ວມຈຳນວນຫຼວງຫຼາຍ.
ໃນພິທີ ກໍ່ໄດ້ມີການ ໄຫວ້ພຣະ ຮັບສິນພຣະສົງຈະເຣີນໄຊຍະມົງຄຸນຄາຖາ ສົມໂພດຮູບຫຼໍ່ພໍ່ກະດວດ,ມີການຖວາຍຜ້າໄຕຣ,ແລ້ວຈູດທຽນໄຊໂດຍທ່ານເຈົ້າແຂວງ, ຟັງທຳມະເທສະໜາ 1 ກັນ,ຕໍ່ດ້ວຍການຄາຣະວະ ຢາດນໍ້າຮັບພອນ ແລ້ວຈົບພິທີໃນວັກທີ 1, ສ່ວນວັກທີ2 ແມ່ນໄຫວ້ພຣະສູດມົນ ສາທະຍາຍທຳ,ຟັງທຳມະເທສະໜາ ຈົນຮອດເວລາ 22:00 ຄໍ່າ.
ມາຮອດຕອນເຊົ້າຂອງວັນທີ 5 ເມສາ 2022 ເຊິ່ງເປັນມື້ສຸດທ້າຍຂອງງານ ກໍ່ໄດ້ມີພິທຳບຸນຕັກບາດ ຖວາຍສັງຄະທານ ຕາມຮີດຄອງ ແລ້ວກໍ່ຈົບພິທີ.
ແຫຼ່ງຂ່າວ ແລະ ຮູບພາບ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ
ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ວັນທີ 6 ເມສາ 2022 ໃຫ້ຮູ້ວ່າ:
ຕາມການລາຍງານຂອງ ສຳນັກຂ່າວເສດຖະກິດການຄ້າໃຫ້ຮູ້ວ່າ: ທ່າມກາງການລະບາດຂອງພະຍາດ ໂຄວິດ-19 ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຍັງດຳເນີນໄປຢ່າງຕໍ່ເນື່ອງ ແລະເຫັນວ່າ ລື່ນແຜນການບາງເລັກນ້ອຍ.
ຕາມການລາຍງານຂ່າວຫຼ້າສຸດຂອງສື່ໄທກ່ຽວກັບການກໍ່ສ້າງຂົວມິດຕະພາບ-ລາວໄທ ແຫ່ງທີ5 ບໍລິຄຳໄຊ-ບຶງການ ມາຮອດປະຈຸບັນ ມີຄວາມຄືບຫນ້າແລ້ວ 36,04 % ໄວກວ່າແຜນ ຖ້າທຸກຢ່າງເປັນໄປໄດ້ລາບລື່ນຄືຜ່ານມາຄາດວ່າຈະສາມາດເຊື່ອມຂົວແຫ່ງນີ້ຕໍ່ກັນລະຫວ່າງຝັ່ງລາວ ແລະໄທໃນກາງປີ 2023 ແລະເປີດໃຊ້ບໍລິການໃນປີ 2024.
ສຳລັບຂົວມິດຕະພາບລາວ-ໄທແຫ່ງທີ5 ແມ່ນໄດ້ໃຊ້ເງິນລົງທຶນ 3.930 ລ້ານບາດ ຄ່າໃຊ້ຈ່າຍຝັ່ງໄທ 2.630 ລ້ານບາດ ໜ້າວຽກຄືງານຖະໜົນ ແລະອາຄານດ່ານສາກົນຝັ່ງໄທ, ຂົວຂ້າມແມ່ນ້ຳຂອງຝັ່ງໄທ, ຝັ່ງລາວ ຈະໃຊ້ງົບປະມານ 1.300 ລ້ານບາດ ນຳໃຊ້ເຂົ້າໃນການກໍ່ສາງຂົວຂ້າມນ້ຳຂອງຝັ່ງລາວ ແລະເສັ້ນທາງ, ອາຄານດ່ານສາກົນຝັ່ງລາວ.
ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 (ປາກຊັນ-ບຶງການ) ໄດ້ໃຫ້ສໍາພາດກ່ອນໜ້ານີ້ວ່າ: ພາຍຫຼັງສໍາເລັດຄາດວ່າ ຂົວແຫ່ງທີ 5 ນີ້ຈະອໍານວຍຄວາມສະດວກຫຼາຍຢ່າງໃຫ້ກັບປະຊາຊົນ 2 ປະເທດ ໃນການໄປມາຫາສູ່ກັນ ລວມທັງການຈໍລະຈອນສິນຄ້າ, ສ້າງເງື່ອນໄຂເຊື່ອມໂຍງພາກພື້ນ, ເປັນແລວເສດຖະກິດທີ່ສໍາຄັນ, ເປັນໄລຍະທາງທີ່ໃກ້ທີ່ສຸດກັບທ່າເຮືອແຫຼມສະບັງຂອງໄທ ແລະ ທ່າເຮືອຫວຸ້ງອ່າງຢູ່ປະເທດຫວຽດນາມແບບທີ່ບໍ່ເຄີຍມີມາກ່ອນ.
ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ຕັ້ງຢູ່ເຂດບ້ານກ້ວຍອຸດົມ ເມືອງປາກຊັນ, ແຂວງບໍລິຄໍາໄຊ ໂດຍຫ່າງຈາກເທດສະບານເມືອງປາກຊັນ ໄປທາງທິດເໜືອຕາມທາງເລກ 13 ໃຕ້ ປະມານ 10 ກິໂລແມັດ ແລະ ຫ່າງຈາກທາງເລກ 13 ໃຕ້ເຂົ້າໄປຫານໍ້າຂອງ 2.860 ແມັດ.
ໂຄງສ້າງຂົວຊ່ວງກາງນ້ໍາເປັນລັກສະນະຂົວແຂວນ (Extradoses) ແບ່ງອອກເປັນຫຼາຍຊ່ວງທີ່ແຕກຕ່າງກັນໃນນັ້ນຊ່ວງຂົວກາງນໍ້າທີ່ຮັບຜິດຊອບຮ່ວມກັນລວມມີ 9 ຊ່ວງ ມີລວງຍາວທັງໝົດ 810 ແມັດ, ຂົວເຊື່ອມຕໍ່ມີລວງຍາວ 540 ແມັດ ໂຄງສ້າງ ແລະ ຮູບຊົງ ເສົາຄຶງສາຍກາບຢູ່ກາງນໍ້າເປັນຮູບແຄນຄູ່ຢູ່ເສົາກາງນໍ້າ 4 ເສົາ ມູນຄ່າການກໍ່ສ້າງລວມສະເພາະເບື້ອງລາວ 1.380.067.000 ບາດ(ສະກຸນເງິນໄທ)
ການນຳ ກະຊວງ ປກສ ອວຍພອນ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ເນື່ອງວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 61 ປີ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມ ສະຫງົບປະຊາຊົນ ທີ່ໝູນວຽນມາ ຄົບຮອບ 61 ປີ (5 ເມສາ 1961-5 ເມສາ 2022 ),ການນຳຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວປະທານປະເທດແຫ່ງ ສປປ ລາວ.
ໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ ກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບ ການເຄື່ອນໄຫວຊີ້ນຳ-ນໍາພາກຳລັງປ້ອງກັນຄວາມສະຫງົບ, ໂດຍໄດ້ຮັບການນຳພາ-ຊີ້ນຳ ເດັດຂາດ ໂດຍກົງ ແລະ ຮອບດ້ານ ຈາກພັກ-ລັດຖະບານ ໄດ້ຮັບການອຸ້ມຊູຊ່ວຍເຫຼືອກໍ່ສ້າງຈາກ ການຈັດຕັ້ງຂັ້ນເທິງ ໃນການກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໄລຍະທີ່ຜ່ານມາ ເຮັດໃຫ້ກໍາລັງ ປ້ອງກັນຄວາມສະຫງົບປະຊາຊົນ ມີຄວາມເຕີບໃຫຍ່ເຂັ້ມແຂງ ສາມາດຮັບປະກັນໄດ້ ສະຖຽນລະ ພາບທາງດ້ານການເມືອງ, ປະເທດຊາດມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມເຊື່ອໝັ້ນ ແລະ ໃຫ້ການຮ່ວມມື ອູ້ມຊູຊ່ວຍເຫຼືອກຳລັງປ້ອງ ກັນຄວາມສະຫງົບ ດ້ວຍດີຕະຫຼອດມາ.
ພ້ອມກັນນີ້ ສະຫາຍ ຍັງໄດ້ລາຍງານຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 61 ປີ ໄດ້ມີຫຼາຍກິດຈະກຳທີ່ສຳຄັນເປັນຕົ້ນແມ່ນ: ຈັດຕັ້ງເຜີແຜ່ອະສານ, ປາຖະກະຖາເລົ່າຄືນມູນເຊື້ອ ກຳລັງ ປກສ ໃຫ້ແກ່ນາຍ ແລະ ພົນຕຳຫຼວດໃນຂອບເຂດທົ່ວປະເທດ, ຂະບວນການແຂ່ງຂັນກິລາມິດຕະພາບ, ພົບປະຢ້ຽມຢາມຄອບຄົວອາດີດການນຳ ກະຊວງ ປກສ ແລະ ນາຍ ແລະ ພົນຕຳຫຼວດທີ່ເຈັບເປັນນອນປິ່ນປົ່ວຢູ່ໂຮງໝໍ ແລະ ກິດຈະກຳອື່ນໆໂດຍຜ່ານສື່ມວນຊົນ.
ນອກນີ້ ຍັງໄດ້ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມີຜົນສຳເລັດຫຼາຍດ້ານ ສະແດງອອກ ນັບແຕ່ມື້ຈັດຕັ້ງປະຕິບັດມາເຖິງປັດຈຸບັນ ສາມາດແກ້ໄຂຄະດີໄດ້ເປັນຈໍານວນຫຼາຍ ເຮັດໃຫ້ຄະດີຢາເສບຕິດມີທ່າອ່ຽງຫຼຸດລົງ. ຈາກນັ້ນ ສະຫາຍ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນໍາຂັ້ນສູງກະຊວງ ປກສ ກໍຄື ນາຍ ແລະ ພົນຕຳຫຼວດ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ ທີ່ເວລາໃດກໍ່ເຮັດຫຼ້ອນໜ້າທີ່ ທີ່ໄດ້ຮັບມອບໝາຍ ສົມເປັນກຳລັງປະກອບອາວຸດປະຕິວັດ ອັນແຫຼມຄົມຂອງພັກ ພ້ອມກັນນີ້ ສະຫາຍ ຍັງໂອ້ລົມ ໃຫ້ທິດຊີ້ນໍາ ຕໍ່ຄະນະພັກ-ຄະນະນໍາ ຂັ້ນສູງກະຊວງ ປກສ ເພື່ອນຳໄປຈັດຕັ້ງປະຕິບັດ ເຮັດໃຫ້ກຳລັງປ້ອງກັນ ຄວາມສະຫງົບ ເປັນກຳລັງປະກອບອາວຸດທີ່ເຂັ້ມແຂງຂອງພັກ ເປັນກຳລັງທີ່ມີຄວາມທັນສະໄໝ ຮອບດ້ານເທື່ອລະກ້າວ ເປັນຕົ້ນແມ່ນ:
ປັບປຸງແບບແຜນວິທີຄົ້ນຄິດ, ວິທີເຮັດວຽກຂອງຖັນແຖວພະນັກງານຂົງເຂດປ້ອງກັນຄວາມສະຫງົບໃຫ້ໄປທ່ວງທັນກັບສະພາບການເລັ່ງທວງໃນປັດຈຸບັນ, ວິໃຈບັນຫາໃຫ້ຖືກຕ້ອງ ແລະ ວາງແຜນຢ່າງຮັດກຸມ, ຈັດລຽງບຸລິມະສິດຂອງສະພາບທີ່ເກີດຂຶ້ນ ແລະ ມີຢູ່ປັດຈຸບັນຂອງປະເທດເຮົາ ເພື່ອວາງແຜນໃຫ້ຈັດຕັ້ງປະຕິບັດຕາມແຜນບູລິມະສິດ ໃຫ້ເກີດເປັນຮູບປະທຳ, ສືບຕໍ່ລົງກໍ່ສ້າງຮາກຖານຢູ່ທ້ອງຖິ່ນໃຫ້ມີຕາໜ່າງປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນເຂັ້ມແຂງ, ດຶງເອົາປະຊາຊົນເຂົ້າຮ່ວມ ແລະ ເຂົ້າຮ່ວມດ້ວຍຄວາມຈິງໃຈ ແລະ ຈິງຈັງ ດ້ວຍຄວາມຕື່ນຕົວຂອງເຂົາເຈົ້າ, ປົກປ້ອງຊັບສິນ ຜົນປະໂຫຍດລວມຂອງລັດ ແລະ ຂອງປະຊາຊົນຢ່າງຖືກຕ້ອງ ເປັນທໍາແທ້. ເອົາໃຈໃສ່ຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ, ໂດຍສະເພາະແມ່ນວ່າລະແຫ່ງຊາດວ່າດ້ວຍການແກ້ໄບບັນຫາຢາ ເສບຕິດ ໃຫ້ມີຜົນສໍາເລັດຕາມກໍານົດເວລາທີ່ໄດ້ກຳນົດໄວ້, ພ້ອມກັນບໍ່ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ທັນສະໄໝ, ສືບຕໍ່ກໍ່ສ້າງໃຫ້ມີພະງານສືບທອດປ່ຽນແທນໃນໄລຍະສັ້ນ ແລະ ຍາວນານ, ຊຸກຍູ້ສົ່ງເສີມໃຫ້ນາຍ ແລະ ພົນຕຳຫຼວດໄດ້ມີການຍົກລະດັບຄວາມຮູ້ຄວາມສາມາດ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ທັງນີ້ ກໍ່ເພື່ອເຮັດໃຫ້ ບ້ານ ເມືອງມີຄວາມສະຫງົບ ປະຊາຊົນເຊື້ອໝັນຕໍ່ການນຳພາຂອງ ພັກ-ລັດ ເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາ ຮຸ່ງເຮື່ອງສີລິໄລພ້ອມກັນເອົາໃຈໃສ່ສ້າງພະລາກັບທີ່ເພື່ອແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນຕໍາຫຼວດ ຕາມ ທິດເຜິ້ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ໂອກາດດັ່ງກ່າວ, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ລັດຖະມົນກະຊວງ ປກສ ກໍໄດ້ຕ່າງໜ້າໃຫ້ຄະນະພັກ-ຄະນະນຳ ກະຊວງ ປກສ ກໍ່ຄື ນາຍ ແລະ ພັນຕຳຫຼວດ ທົ່ວກຳລັງ ປກສ ສະແດງຄວາມຕະຕັນຍູຮູ້ບຸນຄຸນຕໍ່ ພັກ-ລັດ ໂດຍສະເພາະແມ່ນ ສະຫາຍ ເລຂາທິການໃຫຍ່ ຍາມໃດກໍ່ໄດ້ເອົາໃຈໃສ່ໃກ້ສິດຕິດແທດ ຊີ້ນຳ-ນຳພາ ຕໍ່ກຳລັງປ້ອງກັນ ຄວາມສະຫງົບ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ຂໍອວຍໄຊໃຫ້ພອນໃຫ້ ສະຫາຍ ຈົ່ງມີ ແຕ່ພາລະນາໄມທີ່ສົມບູນ ສຸຂະພາບແຂງແຮງ ມີຄວາມຜາສຸກໃນຊີວິດສ່ວນຕົວຄອບຄົວ ມີຜົນສຳເລັດໃນໜ້າທີ່ອັນມີກຽດ ສືບຕໍ່ຊີ້ນຳ-ນຳພາກຳລັງ ປກສ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ ຂື້ນໄປເລື້ອຍໆ.
ຕາມການລານຍງານຈາກ ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າ ແຂວງຫລວງພະບາງ ໃນໂອກາດທີ່ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງຫລວງພະບາງ ເມື່ອບໍ່ດົນນີ້ວ່າ: ແຂວງຫລວງພະບາງ ຮັບງົບປະມານໃນການເບີກຈ່າຍຄ່າຊົດເຊີຍ ຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລ້ວ 118 ຕື້ກວ່າກີບ.
ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມີໄລຍະທາງຜ່ານແຂວງຫລວງພະບາງທັງໝົດ 80 ກິໂລແມັດ, ຜ່ານ 28 ບ້ານ ຂອງ 3 ເມືອງຄື:
ນະຄອນ ຫລວງພະບາງ, ເມືອງຊຽງເງິນ ແລະ ເມືອງຈອມເພັດ, ມີສະຖານີທັງໝົດ 6 ແຫ່ງ, ໃນນີ້, ສະຖານີໃຫຍ່ 1 ແຫ່ງ ຢູ່ນະຄອນຫລວງພະບາງ, ມີຂົວທັງໝົດ 33 ແຫ່ງ, ມີຜູ້ຖືກຜົນກະທົບຂອງໂຄງການທັງໝົດ 869 ຄອບຄົວ ແລະ ໄດ້ຮັບງົບປະມານໃນການເບີກຈ່າຍຄ່າຊົດເຊີຍແລ້ວຈຳນວນ 10 ງວດ ລວມມູນຄ່າ 118 ຕື້ກວ່າກີບ ເທົ່າກັບ 98.4% ຂອງແຜນຄວາມຕ້ອງການທັງໝົດ, ຍັງຄ້າງເກືອບ 2 ຕື້ກີບ.
ນອກນັ້ນ, ຍັງມີຄວາມຕ້ອງການງົບປະມານເພີ່ມຕື່ມທັງໝົດ ຈໍານວນ 1,2 ຕື້ກວ່າກີບ ເປັນໜ້າວຽກເກີດຂຶ້ນໃໝ່ ຄື: ກໍ່ສ້າງເສັ້ນທາງເຂົ້າສະຖານີລົດໄຟ ເຊິ່ງເປັນບ້ວງຂອງລັດຖະບານລາວຮັບຜິດຊອບ, ປັດຈຸບັນ ຄະນະຄຸ້ມຄອງໂຄງການແຂວງ ໄດ້ສະເໜີໄປຍັງຄະນະຄຸ້ມຄອງໂຄງການກໍ່ສ້າງຂັ້ນສູນກາງແລ້ວ.
ທ່ານ ນາງ ສິລິພອນ ສຸພັນທອງ ຍັງໃຫ້ຮູ້ອີກວ່າ: ສຳລັບການຈັດການຈັດຕັ້ງປະຕິ ບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 1 ປີຜ່ານມາ, ກຳລັງປ້ອງກັນຄວາມສະຫງົບໄດ້ນຳເອົາຢາເສບຕິດ ທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວມາຈູດທໍາລາຍ ມີຄື: ຢາບ້າ 894.325 ເມັດ, ຢາບ້າເປັນຝຸ່ນ (ສີແດງ, ສີຂຽວ ແລະ ສີບົວ) 129,64 ກິໂລກຣາມ, ຝຸ່ນສີຂາວຄ້າຍຄືເຮໂລອິນ 83,750 ກິໂລກຣາມ, ແກ່ນຝິ່ນ 177,9 ກິໂລກຣາມ, ຢາໄອ້ 2 ກິໂລກຣາມ ແລະ ອຸປະກອນເສບຢາຈໍານວນໜຶ່ງ.
ພ້ອມກັນນີ້, ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງສຳຫລວດ ແລະ ກຳນົດພື້ນທີ່ ລັກລອບປູກຝິ່ນຢູ່ບາງເມືອງ ເຊິ່ງພົບເຫັນພື້ນທີ່ລັກລອບປູກຝິ່ນ ກວມເອົາ 18 ບ້ານ ໃນຈໍານວນ 211 ຄອບຄົວ ມີ 189,11 ເຮັກຕາ; ໄດ້ເອົາໃຈໃສ່ປະຕິບັດມາດຕະການທາງດ້ານກົດໝາຍ ເພື່ອສະກັດກັ້ນ ແລະ ຕ້ານຢາເສບຕິດຢ່າງຕັ້ງໜ້າ ສະແດງອອກສາມາດມ້າງກຸ່ມແກ້ງຄ້າຂາຍຢາເສບຕິດໄດ້ 131 ລາຍ (ທຽບໃສ່ປີ 2020 ມ້າງໄດ້ເພີ່ມຂຶ້ນ 40 ລາຍ), ກັກຕົວ 195 ຄົນ ຍິງ 20 ຄົນ, ຍຶດຂອງກາງຢາເສບຕິດໄດ້ 3.7 ລ້ານກວ່າເມັດ, ນ້ຳໜັກ 98.052 ກຣາມ, ຢາຝິ່ນ 11.018 ກິໂລກຣາມ, ເຮໂຣອິນ 4.703 ກຣາມ, ລົດໃຫຍ່ 10 ຄັນ ລົດຈັກ 37 ຄັນ; ສາມາດມ້າງກຸ່ມແກ້ງເຄື່ອຄ່າຍຄ້າຂາຍຢາເສບຕິດລາຍໃຫຍ່, ລາຍກາງ ແລະ ລາຍຍ່ອຍ ໄດ້ທັງຫມົດ 41 ລາຍ. ພ້ອມນັ້ນ, ກໍໄດ້ເອົາໃຈໃສ່ປິ່ນປົວຜູ້ຕິດຢາເສບຕິດໃຫ້ຖືກຕາມຫລັກການ ແລະ ຂັ້ນຕອນຂອງການປິ່ນປົວ. ສ່ວນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສາມາດບັນລຸບັນ ດາຄາດໝາຍທີ່ວາງໄວ້ຄື:
ໃນປີ 2021 ຈັ່ງຫວະການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນລະດັບ 3,6%, ຫລຸດຄາດໝາຍມະຕິສະພາ 0,9% (ຮັບຮອງ 4,5%); ໄດ້ສຸມໃສ່ຂຸດຄົ້ນລາຍຮັບ, ຈັດເກັບພາສີ-ອາກອນ ແລະ ລາຍຮັບອື່ນໆຄົບຖ້ວນກວ່າເກົ່າ ອັດຊ່ອງຫວ່າງການຮົ່ວໄຫລໃນການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ, ຕິດພັນກັບການປະຢັດມັດທະຍັດ, ຕ້ານການຟຸມເຟືອຍທີ່ນຳໃຊ້ງົບປະມານຂອງລັດທີ່ບໍ່ຈຳເປັນ ແລະ ຂະຫຍາຍການນຳໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການເກັບລາຍຮັບຢູ່ບັນດາຫົວໜ່ວຍທຸລະກິດ, ສະຖານທີ່ທ່ອງທ່ຽວຕ່າງໆ ໄດ້ຮັບການຈັດຕັ້ງປະຕິບັດດີຂຶ້ນເປັນກ້າວໆ ແລະ ອື່ນໆ.
ແຫຼ່ງຂ່າວ: ຂປລ
ທ່ານ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີກະຊວງ ປກສ ຖະແຫຼງຂ່າວ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 61 ປີ
ຂໍສະແດງຄວາມເຄົາລົບ ແລະ ນັບຖືຢ່າງສູງ ການນຳພັກ-ລັດ, ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ !.
– ບັນດາສະຫາຍຄະນະພັກ, ຄະນະບັນຊາ, ພະນັກງານ, ນາຍ ແລະ ພົນຕຳຫຼວດທົ່ວກຳລັງປ້ອງກັນຄວາມສະຫງົບ ທີ່ນັບຖື ແລະ ຮັກແພງ!.ກ່ອນອື່ນ, ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ວັນທີ 5 ເມສາ ຊຶ່ງແມ່ນວັນກຳເນີດກໍຄືວັນແຫ່ງການສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຂອງພວກເຮົາ; ຄືຮູ້ນຳກັນແລ້ວວ່າ: ພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ ແລະ ນໍາພາເດັດ ຂາດໂດຍກົງ ແລະ ຮອບດ້ານຕໍ່ກຳລັງປ້ອງກັນ ຄວາມສະ ຫງົບ, ເປັນກໍາລັງທີ່ ແຫຼມຄົມຂອງພັກ, ທີ່ມີຄວາມຈົງຮັກພັກດີ ແລະ ສັດຊື່ບໍລິສຸດຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ທັງແມ່ນກໍາລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.ປະຕິບັດຕາມການຕົກລົງ ຂອງກົມການເມືອງສູນກາງພັກ ແລະ ລັດຖະບານເຮົາ ເຫັນດີອະນຸມັດຮັບຮອງເອົາວັນທີ 5 ເມສາ 1961 ເປັນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ມາຮອດວັນທີ 5 ເມສາ 2022 ນີ້ໄດ້ບັນຈົບຄົບຮອບ 61 ປີພໍດີ; ສະນັ້ນ, ຂ້າພະເຈົ້າ ຂໍມີຄຳເຫັນ ເພື່ອເປັນການຫວນຄືນມູນເຊື້ອອັນອົງອາດກ້າຫານແລະສະຫງ່າງາມຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນໂດຍສັງເຂບຄືດັ່ງນີ້:
ກ່ອນໜ້ານີ້ ໄລຍະແຕ່ຊຸມ ປີ 1950 ຢູ່ຖານທີ່ໝັ້ນການປະຕິວັດ, ກອງປະຊຸມແນວລາວຕໍ່ຕ້ານທົ່ວປະເທດ ໄດ້ຕົກລົງສ້າງຕັ້ງແນວລາວອິດສະຫຼະ ແລະ ລັດຖະບານລາວຕໍ່ຕ້ານຂຶ້ນ ເພື່ອຕໍ່ສູ້ຕ້ານພວກຈັກກະພັດ; ມາຮອດປີ 1954 ເພື່ອປົກປັກຮັກສາການນໍາຂອງພັກ ແລະ ອົງການປົກຄອງປະຕິວັດ ຢູ່ 2ແຂວງເຕົ້າໂຮມ“ຫົວພັນ ແລະ ຜົ້ງສາລີ”ລັດຖະບານແນວລາວອິດສະຫຼະ ໄດ້ຕົກລົງສ້າງຕັ້ງກຳລັງປ້ອງກັນຂຶ້ນ ແລະ ມາຮອດທ້າຍປີ 1954 ໃນໂອກາດສະເຫຼີມສະຫຼອງວັນປະກາດເອກະລາດ ຄົບຮອບ 9 ປີ ແລະ ສະເຫຼີມສະຫຼອງໄຊຊະນະ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ; ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຈຶ່ງໄດ້ສ້າງຕັ້ງ “ຄະນະສັນຕິລາດສູນກາງ” ຂຶ້ນຢ່າງເປັນທາງການ ຢູ່ບ້ານເດີຍ ຕາແສງເມືອງໂສຍ ແຂວງຫົວພັນ; ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານ ພູມີ ວົງວິຈິດ; ປີ 1957 ເພື່ອກຽມໃຫ້ແກ່ການປ້ອງກັນຜູ້ນຳເຂົ້າລວມລາວ ຄັ້ງທີ 1, ສູນ ກາງ ພັກໄດ້ຕົກລົງປ່ຽນຊື່ຈາກ “ຄະນະສັນຕິລາດສູນກາງ” ມາເປັນ “ຄະນະປ້ອງກັນພາຍໃນ” ເພື່ອເຮັດໜ້າທີ່ປ້ອງກັນລັດຖະບານປະສົມຄັ້ງທີ 1.
ມາເຖິງໄລຍະແຕ່ວັນທີ 5-12 ເມສາ 1961 ສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະຂຶ້ນ ຢູ່ຄັງໄຂ ແຂວງຊຽງຂວາງ; ກອງປະຊຸມໄດ້ຄົ້ນຄວ້າຕົກລົງຫຼາຍບັນຫາທີ່ສຳຄັນກ່ຽວກັບການປະຕິວັດຢູ່ລາວໃນສະເພາະໜ້າ ແລະ ຍາວນານ;
ພ້ອມກັນນັ້ນ ກໍ່ໄດ້ວາງຄາດໝາຍສູ້ຊົນທີ່ມີລັກສະນະທ້າທາຍ ແລະ ເປັນຍຸດທະສາດ ເພື່ອສ້າງພື້ນຖານໃຫ້ແກ່ບາດລ້ຽວໃໝ່ໃນການພັດທະນາ ເພື່ອນຳພາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາເທື່ອລະກ້າວ ໂດຍການສ້າງບາດກ້າວບຸກທະລຸທັງ 4 ດ້ານໃຫ້ເປັນຈິງ;
ປັດຈຸບັນພວກເຮົາມີທັງຂໍ້ສະດວກ, ເງື່ອນໄຂທີ່ເອື້ອອຳນວຍ ແລະ ມີທັງສິ່ງທ້າທາຍທົດສອບ; ສະພາບແວດລ້ອມສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງໄວວາ, ສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ; ໃນນັ້ນ, ມີບາງດ້ານກໍມີລັກສະນະທ້າທາຍຕໍ່ຄວາມໝັ້ນຄົງ ແລະ ການສ້າງ ສາພັດທະນາປະເທດຊາດ ຂອງ ພວກເຮົາ;
ໄປຄຽງຄູ່ກັບ ບັນຫາດັ່ງກ່າວ ກໍມີຫຼາຍດ້ານ ທີ່ເອື້ອອຳນວຍ, ທັງນີ້ກໍຍ້ອນການເສີມສ້າງສັນຕິພາບ, ມິດ ຕະພາບ ແລະ ການຮ່ວມມືເພື່ອພັດທະນາບົນພື້ນຖານຫຼັກການຕ່າງຝ່າຍຕ່າງມີຜົນປະໂຫຍດຍັງເປັນທ່າອ່ຽງລວມຂອງຍຸກສະໄໝ ໂດຍກຳແໜ້ນທ່າອ່ຽງລວມດັ່ງກ່າວ, ພັກ, ລັດຖະບານເຮົາເວລາໃດກໍໄດ້ເຊີດຊູສະຕິເປັນເຈົ້າໃນການກຳແໜ້ນ ແລະ ໝູນໃຊ້ກາລະໂອກາດອຳນວຍເຂົ້າໃນການສ້າງສາພັດທະນາປະເທດຊາດ ໄປຄຽງຄູ່ກັບການຈຳກັດດ້ານຫຍໍ້ທໍ້ທີ່ບໍ່ເປັນຜົນດີໃຫ້ໝົດໄປເທື່ອລະກ້າວ.ສຳລັບກຳລັງປ້ອງກັນຄວາມສະຫງົບພວກເຮົາ ເຖິງແມ່ນວ່າໄດ້ເຮັດສຳເລັດໜ້າທີ່ ແລະ ມີຜົນງານຢ່າງຫຼວງຫຼາຍກໍຕາມ;
ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່ໂດຍສະເພາະ ການປະຕິບັດການເມືອງຂອງຕົນ, ເຫັນວ່າຍັງມີຫຼາຍດ້ານທີ່ຕ້ອງໄດ້ເອົາໃຈໃສ່ ເພື່ອສ້າງການຫັນປ່ຽນໄປສູ່ຄຸນນະພາບໃໝ່ຢ່າງຕັ້ງໜ້າ ແລະ ເຂັ້ມແຂງຮອບດ້ານ.ຕໍ່ໜ້າສະພາບການດັ່ງ ກ່າວ ເພື່ອຕອບສະໜອງກັບໜ້າທີ່ການເມືອງຂອງພັກໃນໄລຍະໃໝ່; ໃນໂອກາດລະນຶກວັນສ້າງຕັ້ງກຳລັງປ້ອງກັນຄວາມ ສະຫງົບປະຊາຊົນລາວ ຄົບ ຮອບ 61 ປີ;
ຂ້າພະເຈົ້າ, ຈຶ່ງຮຽກ ຮ້ອງມາຍັງນາຍ ແລະ ພົນຕໍາຫຼວດ ທົ່ວກຳລັງປ້ອງກັນຄວາມສະຫງົບເພື່ອພ້ອມກັນສູ້ຊົນຈັດຕັ້ງປະຕິບັດໃນຕໍ່ໜ້າດັ່ງນີ້:1. ສືບຕໍ່ເຊື່ອມຊຶມກຳແໜ້ນ ແລະ ຈັດຕັ້ງແນວທາງປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ເລິກເຊິ່ງ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ;ປະຕິບັດມະຕິ ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່;
ຄໍາສັ່ງວ່າດ້ວຍການເພີ່ມທະວີ ແລະ ແກ້ໄຂບັນຫາຢາເສບຕິດ; ຄໍາສັ່ງ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມທັງສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023) ແລະ ບັນດານິຕິກໍາອື່ນໆທີ່ກ່ຽວຂ້ອງ ໃຫ້ເປັນແຜນຍຸດທະສາດ, ເປັນແຜນງານ ແລະ ໂຄງການທີ່ນອນໃນຄວາມຮັບຜິດຊອບໃຫ້ໄດ້ຮັບໝາກຜົນຕົວຈິງ ໄປພ້ອມກັບການຍູ້ແຮງເຮັດໃຫ້ບັນຫາດັ່ງກ່າວກາຍເປັນພັນທະຂອງທົ່ວສັງຄົມ ແນໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມໃຫ້ມີຄວາມໜັກແໜ້ນ.
2. ອອກແຮງປັບປຸງ, ກໍ່ ສ້າງພັກ, ກໍ່ສ້າງພະນັກງານ ໃນກຳລັງປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງທຸກດ້ານ; ເຊີດຊູບົດບາດການນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກຕໍ່ທຸກຂົງເຂດວຽກງານປ້ອງກັນຄວາມສະຫງົບ; ເພີ່ມທະວີປັບປຸງ, ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີແບບແຜນກ້າວສູ່ຄວາມທັນສະໄໝ, ຕິດພັນກັບການກໍ່ສ້າງກໍາລັງໃຫ້ມີຄວາມຮູ້, ຄວາມສາມາດທາງ ດ້ານວິຊາສະເພາະ, ວິຊາການຕ່າງໆໃຫ້ຮັບປະກັນທາງດ້ານຈໍານວນ ແລະ ຄຸນນະພາບ; ເປັນກຳລັງທີ່ຈົງຮັກພັກດີ, ຊື່ ສັດບໍລິສຸດຕໍ່ຊາດ, ຕໍ່ພັກ, ຕໍ່ປະ ຊາຊົນ ແລະ ອຸດົມການສັງຄົມນິຍົມ; ເປັນເຈົ້າການສະ ກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ພາຍໃນກຳລັງ ໂດຍສະເພາະ ການສວຍໃຊ້ສິດໜ້າທີ່ ເພື່ອຫາຜົນປະໂຫຍດບໍ່ຖືກຕ້ອງ, ລະເມີດລະບຽບກົດໝາຍທັງ ສຸມໃສ່ຕ້ານປະກົດການ “ຫັນ ປ່ຽນດ້ວຍຕົນເອງ” ແລະ “ເສື່ອມຄຸນປ່ຽນທາດເອງ”ຢ່າງແຂງແຮງ.
3. ສືບຕໍ່ຫັນກຳລັງລົງກໍ່ ສ້າງຮາກຖານການເມືອງຢ່າງແຂງແຮງຕາມທິດ 3 ສ້າງ; ເປັນເຈົ້າການປ້ອງກັນ, ສະກັດກັ້ນ, ແກ້ໄຂບັນດາໜໍ່ແໜງຄວາມບໍ່ສະຫງົບ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ; ຮັບປະກັນບໍ່ໃຫ້ເກີດເຫດການຄວາມບໍ່ສະຫງົບທາງດ້ານການເມືອງທີ່ຮ້າຍແຮງ ແລະ ສົ່ງຜົນກະທົບເຖິງຄວາມໝັ້ນຄົງຂອງຊາດ.
4. ຕັ້ງໜ້າຜັນຂະຫຍາຍຍຸດທະສາດ ແລະ ແຜນງານດ້ານພະລາທິການຮັບໃຊ້ວຽກງານປ້ອງກັນຄວາມສະຫງົບ ໂດຍສຸມໃສ່ສືບຕໍ່ປັບປຸງ, ຍົກ ສູງຄຸນນະພາບວຽກງານພະ ລາທິການຮອບດ້ານ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ສຸມໃສ່ສ້າງ, ປັບປຸງກົນໄກ, ລະບຽບການທັງຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນການເຄື່ອນໄຫວວຽກງານພະລາທິການຂອງກົມກອງໃຫ້ມີປະສິດທິຜົນ.
5. ຜັນຂະຫຍາຍແນວ ທາງການຕ່າງປະເທດຂອງພັກ, ປະຕິບັດນະໂຍບາຍເຊື່ອມໂຍງ ພາກພື້ນ ແລະ ສາກົນ ໃຫ້ມີປະສິດທິຜົນ ໂດຍສຸມໃສ່ການພົວພັນຮ່ວມມືກັບກໍາລັງປ້ອງກັນຄວາມສະຫງົບປະ ເທດເພື່ອນມິດຍຸດທະສາດ, ອົງການຕຳຫຼວດອາຊຽນ ແລະ ອົງການຕຳຫຼວດສາກົນ ຢ່າງມີການເລືອກເຟັ້ນ; ສົມທົບແໜ້ນລະຫວ່າງການເຊີດຊູນໍ້າໃຈຮັກຊາດ, ຍົກສູງສະຕິເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກັບການຍາດແຍ່ງເອົາກຳ ລັງແຮງ ແລະ ກາລະໂອກາດທີ່ອຳນວຍຂອງຍຸກສະໄໝ ແລະ ສາກົນ, ປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດປົກປັກຮັກສາຄວາມໝັ້ນຄົງ, ຄວາມສະຫງົບ, ການເຊີດຊູບົດບາດຂອງກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນໃຫ້ສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ພິເສດ ປັດຈຸບັນນີ້ ປະເທດພວກເຮົາກໍາລັງປະສົບກັບການລະບາດຮອບໃໝ່ຂອງພະ ຍາດໂຄວິດ-19 ຮຽກຮ້ອງມາ ຍັງຄະນະພັກ-ຄະນະບັນຊາ ທຸກຂັ້ນຕະຫຼອດຮອດພະນັກ ງານ, ນາຍ ແລະ ພົນຕໍາຫຼວດທົ່ວປະເທດ ພ້ອມກັນຈັດຕັ້ງປະ ຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ທີ່ທາງຄະນະສະ ເພາະກິດຂັ້ນສູນກາງ ກໍຄືຂັ້ນທ້ອງຖິ່ນວາງອອກຢ່າງເຂັ້ມງວດ.ຕະຫຼອດໄລຍະ 61 ປີ ຜ່ານມາ ພວກເຮົາໄດ້ເຮັດຫຼ້ອນ ໜ້າທີ່ອັນໃຫຍ່ຫຼວງທີ່ພັກ, ລັດ ແລະ ປະຊາຊົນລາວບັນດາ ເຜົ່າ ມອບໝາຍໃຫ້, ແມ່ນໄລຍະທາງທີ່ ສະຫວ່າງສະໄຫວ, ມີກຽດສະຫງ່າ ຊຶ່ງເປັນພື້ນຖານອັນໜັກ ແໜ້ນໃນການປັບປຸງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ມີແບບແຜນກ້າວໄປສູ່ຄວາມທັນສະໄໝ.ເພື່ອອະນາຄົດອັນສົດໃສຂອງປະເທດຊາດ, ພວກເຮົາຈົ່ງພ້ອມກັນເສີມຂະຫຍາຍທາດແທ້,ມູນເຊື້ອອັນສະຫງ່າງາມ, ຜົນງານໄຊຊະນະທີ່ກຳລັງປ້ອງກັນຄວາມສະຫງົບປະຊາຊົນຍາດມາໄດ້ ແລະ ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງໃຫ້ມີໝາກຜົນດີ ກວ່າເກົ່າ, ນຳພາກຳລັງພວກເຮົາ ກ້າວຂຶ້ນສ້າງທ່ວງທ່າໃໝ່ຢ່າງໜັກແໜ້ນ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ຖືເອົາໂອກາດທີ່ມີຄວາມໝາຍສຳຄັນນີ້ ແຈ້ງໃຫ້ທົ່ວສັງຄົມຮູ້ວ່າ: ສໍາລັບການກະ ກຽມສະເຫຼີມສະຫຼອງວັນສ້າງ ຕັ້ງກຳລັງປ້ອງກັນຄວາມສະ ຫງົບປະຊາຊົນ ຄົບຮອບ 61 ປີ ຊຶ່ງຢູ່ໃນໄລຍະການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ປະເທດເຮົາ; ເພື່ອປ້ອງກັນ, ຄວບຄຸມພະຍາດດັ່ງກ່າວຄະນະນໍາກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ຕົກລົງຈັດຕັ້ງພຽງບາງກິດຈະກໍາດ້ວຍຮູບການກະທັດຮັດ ໂດຍລວມແລ້ວກໍໄດ້ກະກຽມ ແລະ ຈັດຕັ້ງປະຕິບັດສຳເລັດຫຼາຍກິດຈະກຳ ເປັນຕົ້ນ: ການດຳເນີນຊີວິດການເມືອງໃນທົ່ວກຳລັງ, ຂະ ບວນການເຄື່ອນໄຫວວິຊາສະເພາະ, ຂະບວນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຂະບວນການກິລາ, ສິລະປະ ແລະ ປະດັບປະດາກົມກອງ; ຍັງພຽງບາງກິດຈະກໍາທີ່ຈະສືບຕໍ່ຈັດຕັ້ງປະຕິບັດແຕ່ນີ້ຮອດວັນສ້າງຕັ້ງກຳລັງໃຫ້ສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ເປັນຕົ້ນ ແມ່ນການລົງຢ້ຽມຢາມພະ ນັກ ງານອາວຸໂສບໍານານ, ຢ້ຽມຢາມ ພະນັກງານທີ່ເຈັບປ່ວຍ ແລະ ອວຍພອນການນໍາຂັ້ນສູງ ຂອງພັກ-ລັດ; ມາຮອດປັດຈຸບັນການກະກຽມດ້ານຕ່າງໆ ແມ່ນມີຄວາມພ້ອມຮອບດ້ານ. ສະນັ້ນ, ຈຶ່ງຂໍແຈ້ງເປັນທາງການຜ່ານການຖະແຫຼງຂ່າວຄັ້ງນີ້ ເພື່ອໃຫ້ທຸກພາກສ່ວນ ແລະ ທົ່ວສັງຄົມໄດ້ຮັບຊາບ.
ທ້າຍສຸດນີ້, ຂໍອວຍພອນໃຫ້ການນຳພັກ-ລັດ ຈົ່ງມີສຸ ຂະພາບເຂັ້ມແຂງ, ສືບຕໍ່ນຳ ພາປະເທດຊາດ ກໍຄືກຳລັງປະ ກອບອາວຸດ ແລະ ປວງຊົນ ລາວບັນດາເຜົ່າ ກ້າວຂຶ້ນສູ່ຈຸດ ໝາຍທີ່ວາງໄວ້.ຂໍອວຍພອນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ນາຍ ແລະ ພົນຕຳຫຼວດ ທົ່ວກຳ ລັງປ້ອງກັນຄວາມສະຫງົບ ຈົ່ງ ມີສຸຂະພາບເຂັ້ມແຂງ, ພ້ອມກັນເບີກບານມ່ວນຊື່ນຕໍ່ວັນປະ ຫວັດສາດສຳຄັນຂອງພວກເຮົາ ແລະ ສືບຕໍ່ຈັດຕັ້ງປະຕິບັດໜ້າ ທີ່ທີ່ໄດ້ຮັບມອບໝາຍໃຫ້ມີຜົນ ສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.ຂໍອວຍພອນໃຫ້ພະນັກ ງານປະຕິວັດອາວຸໂສ, ພະນັກ ງານລັດຖະກອນ, ປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະ ພາບແຂງແຮງ, ມີຄວາມຜາສຸກ ແລະ ສືບຕໍ່ອູ້ມຊູຊ່ວຍເຫຼືອກໍ່ສ້າງກຳ ລັງປ້ອງກັນຄວາມສະຫງົບ ພວກເຮົາໃຫ້ເຕີບໃຫຍ່ເຂັ້ມ ແຂງຂຶ້ນໄປເລື້ອຍໆ.