Home Blog Page 91

ກອງທັບ ລາວ-ຣັດເຊຍ ປິດການຮ່ວມມືວຽກງານ ກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ

ພິທີປິດການຮ່ວມມືວຽກ ງານກວດກູ້ ແລະ ທຳລາຍລະ ເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລະຫວ່າງກອງທັບປະຊາຊົນ ລາວ ແລະ ກະຊວງປ້ອງກັນປະ ເທດ ແຫ່ງ ສ ຣັດເຊຍ ໄດ້ຈັດຂຶ້ນ ໃນວັນທີ 27 ມີນາ 2022 ນີ້, ໂດຍການເຂົ້າຮ່ວມຂອງ ສະ ຫາຍ ພົນເອກ ຈັນສະໝອນ ຈັນ ຍາລາດ ຮອງນາຍົກລັດຖະມົນ ຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ກາລີນິນ ວະ ລາດີເມຍ ເອກອັກຄະລັດ ຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ, ຄະ ນະນຳຈາກກະຊວງປ້ອງກັນປະ ເທດ, ທີ່ປຶກສາທູດຝ່າຍປ້ອງກັນ ຊາດແຫ່ງ ສ ຣັດເຊຍປະຈຳ ສປປ ລາວ, ຄະນະນຳແຂວງຄຳມ່ວນ, ຊຽງຂວາງ, ບໍລິຄຳໄຊ ແລະ ເມືອງນາກາຍ, ພ້ອມດ້ວຍແຂກ ຖືກເຊີນຈາກສູນກາງ ແລະ ທ້ອງ ຖິ່ນເຂົ້າຮ່ວມ.

ໃນໂອກາດນີ້, ຄະນະນຳທັງ ສອງຝ່າຍ ລາວ-ຣັດເຊຍໄດ້ໄປສະ ໜາມທຳລາຍລະເບີດ ແລະ ສະ ໜາມກວດກູ້ລະເບີດ ເພື່ອຮັບຟັງ ການລາຍງານຈາກຄະນະກວດ ກູ້ ແລະ ທຳລາຍລະເບີດຂອງ ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ. ຈາກນັ້ນ, ໃນພິທີ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວຫນ້າກົມໃຫຍ່ ເສນາທິການກອງທັບ ຄະນະຊີ້ນຳ ການຮ່ວມມືກວດກູ້ ແລະ ທຳລາຍ ລະເບີດບໍ່ທັນແຕກ ໄດ້ລາຍງານ ໃຫ້ຮູ້ວ່າ:

ຂອບເຂດພື້ນທີ່ກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກທີ່ສອງກໍາລັງກະຊວງປ້ອງກັນ ປະເທດລາວ-ຣັດເຊຍ ປະຕິບັດໃນ ໄລຍະຜ່ານມາແມ່ນນອນຢູ່ໃນ ແຜນພັດທະນາເສດຖະກິດ-ສັງ ຄົມຂອງລັດຖະບານ70% ໃນ ນັ້ນເປັນກຳມະສິດນຳໃຊ້ທີ່ດິນ ຂອງປະຊາຊົນ ເຊິ່ງມີເປົ້າໝາຍ ນໍາໃຊ້ເຂົ້າໃນການຜະລິດກະ ສິກຳ, ປຸກສ້າງບ້ານເຮືອນ, ໂຮງ ຮຽນ, ໂຮງໝໍ ແລະ ກໍ່ສ້າງພື້ນ ຖານໂຄງລ່າງທາງດ້ານເສດຖະ ກິດ-ສັງຄົມ ເຊິ່ງເນື້ອທີ່ທັງໝົດ ນັ້ນ ແມ່ນມາຈາກຜົນກະທົບຈາກ ສົງຄາມເຊິ່ງມີລະເບີດບໍ່ທັນແຕກ ຕົກຄ້າງ, ມີສະເກັດລະເບີດເປັນ ຈຳນວນຫຼວງຫຼາຍ ຈຶ່ງຈຳເປັນ ຕ້ອງໄດ້ ດຳເນີນການກວດກູ້ ແລະ ທຳລາຍ ລະເບີດກ່ອນການນໍາໃຊ້ ເຊິ່ງ ໃນໄລຍະ 4 ປີຜ່ານມາກະຊວງ ປ້ອງກັນປະເທດແຫ່ງ ສ .ຣັດ ເຊຍໄດ້ຈັດຕັ້ງຊ່ຽວຊານ ແລະ ພະນັກງານ, ວິຊາການນຳເອົາ ເຄື່ອງຈັກກວດກູ້ລະເບີດ ແລະ ອຸປະກອນທໍາລາຍລະເບີດມາ ຊ່ວຍເຫຼືອ ສປປ ລາວ ດັ່ງນັ້ນຈຶ່ງ ໄດ້ດຳເນີນການກວດກູ້ລະເບີດອອກຈາກພື້ນທີ່ທີ່ໄດ້ຮັບຜົນກະ ທົບໃນ3 ແຂວງ (ຄຳມ່ວນ, ຊຽງ ຂວາງ , ບໍລິຄຳໄຊ) ເວົ້າລວມ ເວົ້າສະເພາະເມືອງນາກາຍ ແຂວງຄຳມ່ວນ ສາມາດກວດ ກູ້ລະເບີດບໍ່ທັນແຕກຢູ່ສະໜາມ ເທດສະບານເມືອງນາກາຍໄດ້ 25 ເຮັກຕາ, ທໍາລາຍລະເບີດໄດ້ ທັງໝົດ 91 ໜ່ວຍ ໃນນີ້ລະເບີດ ບົ່ມບີ້ 51 ໜ່ວຍ, ໂບມ 500 ປອນ 1 ໜ່ວຍ, ສະເກັດລະເບີດຕ່າງໆ 4.190 ສິ້ນສ່ວນ, ໂລຫະຕ່າງໆ 1.402 ສິ້ນສ່ວນໃນໄລຍະ 4 ປີ ຜ່ານມາ ສອງກະຊວງປ້ອງກັນ ປະເທດລາວ-ຣັດເຊຍ ໄດ້ຮ່ວມ ມືກັນກວດກູ້ລະເບີດ ແລະ ທຳ ລາຍລະເບີດອອກຈາກພື້ນທີ່ທຳ ການຜະລິດ ແລະ ພື້ນທີ່ປຸກສ້າງ ຕ່າງໆຈາກ 3 ແຂວງໄດ້ທັງໝົດ 142 ເຮັກຕາ, ກວດກູ້ ແລະ ທຳ ລາຍລະເບີດທັງໝົດ 2.314 ໜ່ວຍ, ບົ່ມບີ້ 490 ໜ່ວຍ, ບົ່ມ ໃຫຍ່ 3 ໜ່ວຍ ແລະ ລະເບີດ ບໍ່ທັນ ແຕກຊະນິດຕ່າງໆໄດ້ 1.821 ໜ່ວຍ. ພ້ອມນີ້ ສະຫາຍ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງ ການຄະນະກຳມະການຄຸ້ມຄອງ ແຫ່ງຊາດເພື່ອການແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຂຶ້ນກ່າວມອບພື້ນ ທີ່ກວດກູ້ລະເບີດໃຫ້ເຈົ້າເມືອງ ເມືອງນາກາຍໃນເນື້ອທີ່ 23,76 ເຮັກຕາ ເພື່ອນຳໃຊ້ພື້ນທີ່ດັ່ງກ່າວ ເຂົ້າໃນການດຳລົງຊີວິດໃຫ້ມີ ຄວາມປອດໄພຈາກລະເບີດທີ່ບໍ່ ທັນແຕກ ເຊິ່ງຂຶ້ນກ່າວຮັບໂດຍ ສະຫາຍ ນາງ ບົວກາ ແກ້ວມະ ນີ ເຈົ້າເມືອງເມືອງນາກາຍ ແຂວງ ຄຳມ່ວນ.

ຈາກນັ້ນກໍໄດ້ມີພິທີມອບ ຫຼຽນໄຊພິລາດອາດຫານຊັ້ນ III ໃຫ້ຄະນະຊ່ຽວຊານ ຣັດເຊຍ ຈຳນວນ 28 ສະຫາຍ, ມອບ ຫຼຽນກາມິດຕະພາບກອງທັບປະ ຊາຊົນລາວຈຳນວນ 7 ສະຫາຍ, ມອບຫຼຽນກາມິດຕະພາບແຫ່ງສ.ຣັດເຊຍ ໃຫ້ພະນັກງານ-ນັກ ຮົບ ກອງທັບປະຊາຊົນລາວຈຳນວນ 24 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ໜ່ວຍງານສູນກວດກູ້ມິນສາກົນແຫ່ງສ.ຣັດເຊຍ ພ້ອມດ້ວຍ ນາຍ ແລະ ພົນທະຫານ ກອງທັບ ຣັດເຊຍ ທີ່ມາປະຕິບັດໜ້າທີ່ສາ ກົນຢູ່ລາວ ໃນການຮ່ວມມືແກ້ ໄຂບັນຫາລະເບີດບໍ່ທັນແຕກທີ່ ຕົກຄ້າງແຕ່ປາງສົງຄາມ ການ ຮ່ວມມືກວດກູ້ ແລະ ທຳລາຍລະ ເບີດບໍ່ທັນແຕກເພື່ອມະນຸດສະ ທຳລະຫວ່າງກະຊວງປ້ອງກັນປະເທດກອງທັບປະຊາຊົນລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ໃນຄັ້ງນີ້ເປັນ ການປະກອບສ່ວນອັນໃຫຍ່ຫຼວງ ສະແດງເຖິງຄວາມເປັນຫ່ວງ ເປັນໄຍຕໍ່ຊີວີດ, ຊັບສິນຂອງປະ ຊາຊົນລາວບັນດາເຜົ່າໃຫ້ຫຼຸດພົ້ນ ຄວາມສ່ຽງອັນຕະລາຍຈາກບັນ ຫາລະເບີດບໍ່ທັນແຕກ, ສະນັ້ນຈົ່ງ ຮ່ວມມືກັນແກ້ໄຂບັນຫາລະເບີດ ທີ່ບໍ່ທັນແຕກໃຫ້ນັບມື້ໝົດໄປ ບົນ ຈິດໃຈການເສີມຂະຫຍາຍຄວາມ ສາມັກຄີຮັກແພງທີ່ເປັນມູນເຊື້ອ, ການພົວພັນຮ່ວມມືຍຸດທະສາດ ຮອບດ້ານໃຫ້ເຂົ້າສູ່ລວງເລິກເວົ້າ ລວມເວົ້າສະເພາະສອງກຳລັງ ປະກອບອາວຸດລາວ-ຣັດເຊຍ ໃຫ້ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ແຫຼ່ງຂ່າວ: Lao people’s Army News

ຍັງຕໍ່ເນື່ອງ! ຜູ້ຕິດເຊື້ອບາງແຂວງເພີ່ມຂຶ້ນຢ່າງໄວວາ

ຕາມສູນຂ່າວສານການແພດສຸຂະສຶກສາວັນທີ 29 ມີນາ 2022

ວັນທີ 28 ມີນາ 2022  ໄດ້ກວດວິເຄາະທັງໝົດ 4,658 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 2,183 ຄົນ (ຕິດເຊື້ອພາຍໃນ 2,175 ຄົນ ແລະ ນໍາເຂົ້າ 8 ຄົນ).

ຂໍ້ມູນໂດຍຫຍໍ້ ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 2,175 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

ຕິດເຊື້ອທົ່ວປະເທດມີດັ່ງນີ້

  1. ນະຄອນຫຼວງ 1,132 ຄົນ
  2. ໄຊຍະບູລີ 150 ຄົນ
  3.  ສະຫວັນນະເຂດ 138 ຄົນ
  4. ວຽງຈັນ 117 ຄົນ
  5. ຄຳມ່ວນ 97 ຄົນ
  6. ອຸດົມໄຊ 92 ຄົນ
  7. ຊຽງຂວາງ 87 ຄົນ
  8. ອັດຕະປື 63 ຄົນ
  9. ຜົ້ງສາລີ 55 ຄົນ
  10. ບໍ່ແກ້ວ 44 ຄົນ
  11. ສາລະວັນ 42​ ຄົນ
  12. ບໍລິຄຳໄຊ 40 ຄົນ
  13. ຫຼວງພະບາງ 33 ຄົນ
  14. ເຊກອງ 29 ຄົນ
  15. ຫຼວງນ້ຳທາ 23 ຄົນ
  16. ໄຊສົມບູນ 22 ຄົນ
  17. ຫົວພັນ 11 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 8 ຄົນ ຈາກ ນະຄອນຫຼວງ 2 ຄົນ, ສະຫວັນນະເຂດ 4 ຄົນ, ຄຳມ່ວນ 1 ຄົນ ແລະ ຫົວພັນ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 171,439 ຄົນ, ອອກໂຮງໝໍວານນີ້ 381 ຄົນ, ກຳລັງປິ່ນປົວ 6,527 ຄົນ ແລະ ເສຍຊີວິດທັງໝົດ 663 ຄົນ (ເສຍຊີວິດໃໝ່ 2 ຄົນ ຈາກ ນະຄອນຫຼວງ 1 ຄົນ ແລະ ແຂວງຄຳມ່ວນ 1 ຄົນ)

ວິວສະມິດ ອອກມາຂໍໂທດ ຄຣີສຣອກຄ໌ ຕໍ່ເຫດການຕົບໜ້າກາງເວທີອອສ໌ກ້າ

ວິວສະມິດ(Will Smith)ດາຣາຮໍລິວູດເຈົ້າຂອງລາງວັນອອສ໌ກ້າ ປະຈຳປີ 2022 (ວັນທີ 28 ມີນາ 2022) ໃນຖານະນັກສະແດງນໍາຊາຍດີເດັ່ນແຫ່ງປີໄດ້ກ່າວຄໍາຂໍໂທດຢ່າງເປັນທາງການຕໍ່ຄຣີສຣອກຄ໌ (Chris Rock).

ວິວສະມິດ ໄດ້ໂພສ໌ຂໍ້ຄວາມຜ່ານທາງອິນສຕາແກຣມ (ວັນທີ 29 ມີນາ 2022) ວ່າ “​ຄວາມ​ຮຸນ​ແຮງ​ທຸກ​ຮູບ​ແບບ​ແມ່ນ​ອັນ​ຕະ​ລາຍ ແລະ​ ເປັນ​ການ​ທຳລາຍພຶດທິກໍາຂອງຂ້ອຍຢູ່ເທິງເວທີອອສ໌ກ້າໃນຄືນທີ່ຜ່ານມາ ເຊິ່ງເປັນສິ່ງທີ່ບໍ່ສາມາດຍອມຮັບໄດ້ ແລະ ບໍ່ມີຂໍ້ແກ້ຕົວ. ການຫຼີ້ນມຸກຕະຫລົກທີ່ເຮັດໃຫ້ຂ້ອຍອັບອາຍແມ່ນສ່ວນຫນຶ່ງຂອງວຽກ ແຕ່ການຫຼີ້ນມຸກຕະຫລົກກ່ຽວກັບສຸຂະພາບທາງດ້ານຮ່າງກາຍຂອງພັນລະຍາຂອງຂ້ອຍ (ຈາດາ) ມັນເປັນເລື່ອງໃຫຍ່ເກີນໄປສໍາລັບຂ້ອຍທີ່ຈະຍອມຮັບ ແລະ ຂ້ອຍກໍ່ຕອບໂຕ້ເລື່ອງນີ້ດ້ວຍອາລົມ.”

“ຂ້ອຍຂໍກ່າວຂໍໂທດ ຄຣີສຣອກຄ໌ ຕໍ່ໜ້າສາທາລະນະຊົນ. ຂ້ອຍຂ້າມເສັ້ນ ແລະ ຂ້ອຍເຮັດຜິດພາດ. ຂ້ອຍມີຄວາມລະອາຍເພາະການກະທຳຂອງຂ້ອຍບໍ່ໄດ້ສະທ້ອນເຖິງຄວາມເປັນຜູ້ຊາຍທີ່ຂ້ອຍຢາກເປັນ. ໃນໂລກແຫ່ງຄວາມຮັກ ແລະ ຄວາມເມດຕານີ້ ບໍ່ມີພື້ນທີ່ສຳລັບຄວາມຮຸນແຮງ.”

“ຂ້ອຍຂໍໂທດ​ຕໍ່​ຜູ້​ຈັດ​ງານປະກາດຜົນ​ລາງ​ວັນອອສ໌ກ້າ, ຜູ້ທີ່ຢູ່ໃນງານທຸກຄົນ ແລະ ທຸກຄົນທົ່ວໂລກທີ່ເຂົ້າຮ່ວມຊົມພິທີປະກາດລາງວັນ. ຂ້ອຍຂໍກ່າວຂໍໂທດຄອບຄົວວິວລ້ຽມ ແລະ ຄອບຄົວຄິງຣີຊາດຂອງຂ້ອຍ. ຂ້ອຍເສຍໃຈທີ່ພຶດທິກໍາຂອງຂ້ອຍເຮັດໃຫ້ການເດີນທາງອັນມີກຽດຂອງພວກເຮົາທຸກຄົນຕ້ອງສະດຸດ.”

ສະຫຼຸບການປະຕິບັດວຽກງານ 5 ປີຜ່ານມາ ແລະ ວາງແຜນການ 5 ປີຕໍ່ໜ້າ

ໃນວັນທີ 25 ມີນາ 2022 ນີ້, ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ຈັດກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີຜ່ານມາ (2016-2021) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025) ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ, ປະທານ ຄຄອຊ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ຈາກທຸກພາກສ່ວນໃນຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ແກ້ວວີສຸກ ໂສລະພົມ ຫົວໜ້າສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທັງເປັນ ຫົວໜ້າກອງເລຂາ ຄຄອຊ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ ການຈັດຕັ້ງປະຕິບັດວຽກງານຂອງ ຄຄອຊ ມີຫລາຍໜ້າວຽກໄດ້ຮັບການພັດທະນາ, ຫັນເປັນທັນສະໄໝ ແລະ ປະສົບຜົນສຳເລັດ ໃນຫລາຍດ້ານ, ອັນພົ້ນເດັ່ນແມ່ນການຂຶ້ນທະບຽນເລກໝາຍໂທລະສັບ ເຊິ່ງໄດ້ກາຍເປັນພື້ນຖານໃຫ້ແກ່ຫລາຍວຽກງານ ເປັນຕົ້ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການທະນາຄານທັນສະໄໝ, ວຽກງານການຫັນເປັນດີຈິຕອນ.

ໃນ

ນອກນັ້ນ, ຄະນະ ຄຄອຊ ຍັງໄດ້ເອົາໃຈໃສ່ພິເສດ ໃນວຽກງານຄຸ້ມຄອງຫາງສຽງໃນສື່ສັງຄົມອອນລາຍ ເພື່ອຮັບປະກັນໄດ້ຄວາມສະຫງົບສຸກຢູ່ໃນສັງຄົມ ໂດຍສະເພາະແມ່ນບັນດາຫາງສຽງທີ່ສ້າງຂຶ້ນໂດຍກຸ່ມຄົນທີ່ບໍ່ດີ ທີ່ຫວັງສ້າງຄວາມປັ່ນປ່ວນໃນສັງຄົມ ແລະ ໃສ່ຮ້າຍປ້າຍສີ ຕໍ່ຕ້ານການນຳພາຂອງພັກ-ລັດ ແລະ ບັນດາຂ່າວທີ່ບໍ່ມີມູນຄວາມຈິງ ເຜີຍແຜ່ລົງອິນເຕີເນັດ ກໍ່ຄວາມວຸ້ນວາຍໃນສັງຄົມ ເຊິ່ງມີຜົນກະທົບໂດຍກົງຕໍ່ວຽກງານການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ.

ສຳລັບ ທິດທາງໃນຕໍ່ໜ້າ ຄຄອຊ ໄດ້ວາງທິດທາງແຜນການຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການຊີ້ນຳ ແລະ ປະສານງານກັບກະຊວງ ແລະ ອົງການຕ່າງໆ ກ່ຽວກັບວຽກງານອິນເຕີເນັດ, ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ, ເນື້ອໃນຂໍ້ມູນຂ່າວສານຜ່ານອິນເຕີເນັດ, ຄວາມປອດໄພດ້ານເຕັກໂນໂລຊີການສື່ສານ, ຂໍ້ມູນຂ່າວສານ ໃຫ້ມີຄວາມຮັບປະກັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໂດຍຈະສຸມໃສ່ສ້າງ ແລະ ປັບປຸງ ບັນດານິຕິກຳທີ່ຈຳເປັນ, ພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ເພື່ອສົ່ງເສີມ ແລະ ພັດທະນາ ໂຄງລ່າງພື້ນຖານທາງເຕັກໂນໂລຊີດີຈີຕອນ, ການຕິດຕາມກວດກາ ແລະ ຕອບຕ້ານຫາງສຽງໃນສື່ສັງຄົມອອນລາຍ, ການຫັນເປັນລັດຖະບານດີຈີຕອນ, ການຫັນເປັນເສດຖະກິດດີຈີຕອນ, ການຫັນການຈັດເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ ເປັນດີຈີຕອນ ແລະ ການຄຸ້ມຄອງຄວາມປອດໄພທາງດ້ານໄຊເບີ.

ຂໍ້ມູນຈາກ: ຄຄອຊ

ຈັດພິທີບາສີສູ່ຂວັນ ໃຫ້ແກ່ການນໍາຂອງເມືອງ ເນື່ອງໃນໂອກາດບຸນປີໃໝ່ຂອງເຜົ່າລາຫູຟຸ

ປະຊາຊົນບ້ານປຸ່ງຜາ ກຸ່ມພັດທະນາຫົວນໍ້າຄາ, ເມືອງເມິງ ຈັດພິທີບາສີສູ່ຂວັນ ໃຫ້ແກ່ການນໍາຂອງເມືອງ ເນື່ອງໃນໂອກາດບຸນປີໃໝ່ຂອງເຜົ່າລາຫູຟຸ

ໃນວັນທີ 25 ມີນາ 2022 ຜ່ານມານີ້ ຢູ່ທີ່ບ້ານປຸ່ງຜາ, ເມືອງເມິງ, ແຂວງບໍ່ແກ້ວ, ອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນບ້ານປຸ່ງ ໄດ້ຈັດພິທີບາສີສູ່ຂວັນໃຫ້ແກ່ການນໍາຂອງເມືອງ ເຊິ່ງນໍາໂດຍ ທ່ານ ສົມສັກ ປິ່ນແກ້ວ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆເມິງ, ມີບັນດາທ່ານ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ – ຮອງຫ້ອງ, ອົງການປົກຄອງບ້ານ, ອົງການຈັດຕັ້ງບ້ານ ຕະຫຼອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

ບ້ານປຸ່ງຜາ ຫ່າງຈາກເທດສະບານເມືອງເມິງປະມານ 12 ກິໂລແມັດ, ເປັນບ້ານໜຶ່ງທີ່ຂຶ້ນກັບກຸ່ມພັດທະນາຫົວນໍ້າຄາ, ເປັນຊົນເຜົ່າລາຫູຟຸ ຫຼື ມູເຊີຂາວ, ມີ 98 ຄອບຄົວ, ມີພົນລະເມືອງທັງໝົດ 406 ຄົນ, ຍິງ 202 ຄົນ. ອາຊີບຕົ້ນຕໍ ຂອງປະຊາຊົນແມ່ນເຮັດນາ, ເຮັດສວນ, ເຮັດໄຮ່ໝູນວຽນ, ອາຊີບສໍາຮອງ ແມ່ນລ້ຽງສັດ ແລະ ເກັບກູ້ເຄື່ອງປ່າຂອງດົງ ປະຊາຊົນ ແມ່ນເຊື່ອຖືຜີ; ພາຍໃນບ້ານ ແມ່ນຮັກສາໄດ້ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງເຜົ່າ ເຊິ່ງໄດ້ຮັບຮອງເປັນບ້ານວັດທະນະທໍາໃໝ່ ໃນວັນທີ 9 ກໍລະກົດ 2019. ເຊິ່ງໃນແຕ່ລະປີ ພາຍຫຼັງທີ່ຫຼິ້ນບຸນກີນຈຽງ ຫຼື ບຸນປະເພນີປີໃໝ່ຂອງເຜົ່າແລ້ວ ອົງການປົກຄອງບ້ານ ພ້ອມດ້ວຍເຖົ້າແກ່ແນວໂຮມ ແລະ ປະຊາຊົນພາຍໃນບ້ານ ແມ່ນຈະໄດ້ມາເຕົ້າໂຮມກັນ ຢູ່ທີ່ເຮືອນນາຍບ້ານ ຫຼື ໃຈກາງບ້ານ ເພື່ອຈັດພິທີບາສີສູ່ຂວັນ ໃຫ້ແກ່ຄະນະພັການນໍາຂອງບ້ານ, ຂອງເມືອງ ແລະ ເພື່ອອວຍພອນໄຊໃຫ້ພອນເຈົ້າບ້ານ – ເຈົ້າເມືອງ ມີສຸກຂະພາບແຂງແຮງ, ປົກປັກຮັກສາຄຸ້ມຄອງ ແລະ ເປັນສິລິມຸງຄຸນແກ່ບ້ານ ແລະ ປະຊາຊົນພາຍໃນບ້ານ ຕາມຄວາມເຊື່ອຖືຂອງເຜົ່າມາແຕ່ດົນນານ ພາຍຫຼັງທີ່ຫຼິ້ນບຸນປີໃໝ່ຂອງຕົນ ແລະ ກ່ອນທີ່ຈະລົງມືເຮັດການຜະລິດ ໃນລະດູການໃໝ່ ໂດຍສະເພາະ ແມ່ນການປູກ – ການລ້ຽງ ເພື່ອໃຫ້ຟ້າຝົນຕົກຖືກຕ້ອງຕາມລະດູການ ແລະ ເພື່ອໃຫ້ຜົນຜະຫຼິດຈະເລີນ ງອກງາມ ໄດ້ຮັບໝາກຮັບຜົນດີ

ການຈັດພິທີບາສີສູ່ຂວັນດັງກ່າວນີ້ ກໍ່ເພື່ອປະຕິບັດຕາມຮີດ 12 ຄອງ 14 ປະເພນີອັນດີງາມຂອງເຜົ່າ ທີ່ເຄີຍປະຕິບັດກັນມາແຕ່ດົນນານ, ທັງເປັນການປົກປັກຮັກສາວັດທະນະທໍາ, ຮີດຄອງປະເພນີ, ກິດຈະກໍາຕ່າງໆຂອງເຜົ່າ ເພື່ອໃຫ້ລຸ້ນລູກ – ລຸ້ນຫຼານ ໄດ້ສືບສານໃນການຈັດຕັ້ງປະຕິບັດຕໍ່ໆໄປ; ທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ການນໍາຂອງເມືອງ, ອົງການປົກຄອງບ້ານ ກໍ່ຄືປະຊາຊົນບັນດາເຜົ່າພາຍໃນເມືອງ ໃຫ້ເປັນປຶກແຜ່ນແໜ້ນໜາ.

ແຫຼ່ງຂ່າວ: ໜັງສືພິມບໍ່ແກ້ວ Bokeo Newspaper

ເຫດລົດໃຫຍ່ຕຳກັບລົດຈັກເສຍຊີວິດຄາທີ່ໜຶ່ງຄົນເຂດບ້ານທາດຂາວ

ລົດໃຫຍ່ໃນວັນທີ 28/03/2022 ເວລາ09:30 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີເຫດລົດໃຫຍ່ກັບລົດຈັກຕຳກັນ ເຂດບ້ານທາດຂາວ ເມືອງສີສັດຕະນາກ ແຂວງນະຄອນຫຼວງວຽງຈັນ.

ທີມກູ້ໄພນະຄອນຫຼວງ(ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 02ຄົນ ເປັນເພດຍິງ ຜູ້ບາດເຈັບຄົນທີ 1 ອາການເບື້ອງຕົ້ນແມ່ນ: ກະທົບຂາເບື້ອງຂວາ (ໄດ້ນໍາສົ່ງໂຮງໝໍມະໂຫສົດ)

ຜູ້ບາດເຈັບຄົນທີ2 ອາການເບື້ອງຕົ້ນແມ່ນ: ກະທົບຫົວ(ກະໂຫຼກຫົວແຕກ) ເສຍຊີວິດຄາທີ່

ດັ່ງນັ້ນ,ໜ່ວຍກູ້ໄພນະຄອນຫຼວງ1624ຈຶ່ງໄດ້ມ້ຽນສົບຜູ້ເສຍຊີວິດແລ້ວນໍາສົ່ງໄປໄວ້ວັດເພື່ອໃຫ້ພີ່ນ້ອງເຮັດພິທີທາງສາສະໜາ.

ແບ່ງຂັ້ນຄຸ້ມຄອງໂຮງງານອຸດສາຫະກໍາ ປຸງແຕ່ງກະສິກໍາຂັ້ນຕົ້ນ, ໄມ້ ແລະ ເຄື່ອງປ່າຂອງດົງ

ເມື່ອບໍ່ດົນມານີ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການ ເລກທີ 0346/ກປ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ໂຮງງານອຸດສາຫະກໍາປຸງແຕ່ງ ກະສິກໍາຂັ້ນຕົ້ນ, ໄມ້ ແລະ ເຄື່ອງປ່າຂອງດົງ ເພື່ອຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ບັນດາໂຮງງານອຸດສາຫະກໍາປຸງແຕ່ງກະສິກໍາຂັ້ນຕົ້ນ, ປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ໃຫ້ຖືກຕ້ອງ, ສອດຄ່ອງ ຕາມພາລະບົດບາດໃໝ່ ຂອງຂະແໜງກະສິກໍາ ແລະ ປ່າໄມ້.

ລັດຖະບານ ໄດ້ຕົກລົງມອບວຽກງານອຸດສາຫະກໍາປຸງແຕ່ງ ກະສິກໍາ ແລະ ປ່າໄມ້ ໃຫ້ຂະແໜງກະສິກໍາ ແລະ ປ່າໄມ້ ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ເຊິ່ງປະກອບມີ: ໂຮງສີເຂົ້າ, ໂຮງງານປຸງແຕ່ງແປ້ງມັນຕົ້ນ, ໂຮງງານປຸງແຕ່ງອ້ອຍ, ໂຮງງານຂ້າສັດ, ໂຮງງານຜະລິດອາຫານສັດ, ໂຮງງານຜະລິດວັກຊິນ, ຢາປາບສັດຕູພືດ, ຢາປົວພະຍາດ ເຄື່ອງມືສັດຕະວະແພດ, ໂຮງງານປຸງແຕ່ງໄມ້, ໂຮງເລື່ອຍ, ໂຮງຊອຍ, ໂຮງເຟີນີເຈີ ແລະ ໂຮງງານປຸງແຕ່ງເຄື່ອງປ່າຂອງດົງທຸກປະເພດ, ໂຮງງານປຸງແຕ່ງຢາງພາລາ, ໂຮງງານຜະລິດຝຸ່ນຊີວະພາບ ແລະ ອົງຄະທາດ, ໂຮງງານຄັດແຍກເມັດພັນ ແລະ ຫຸ້ມຫໍ່ ຜົນຜະລິດ ກະສິກໍາ ແລະ ໂຮງງານຜະລິດເຄື່ອງມື ແລະ ກົນຈັກກະສິກໍາ.

ດັ່ງນັ້ນເພື່ອສະກວດໃນການຄຸ້ມຄອງ, ກະຊວງກະສິກຳ ແລະ ປ່າໄມ້ຈຶ່ງມີຄຳສັ່ງແບ່ງຂັ້ນຄຸ້ມຄອງຄື: ກົມປູກຝັງ ຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງສີເຂົ້າ, ໂຮງງານປຸງແຕ່ງແປ້ງມັນຕົ້ນ, ໂຮງງານປຸງແຕ່ງອ້ອຍ, ໂຮງງານຜະລິດຢາປາບສັດຕູພືດ, ໂຮງງານຜະລິດເຄື່ອງມື ແລະ ກົນຈັກຮັບໃຊ້ການປູກຝັງ-ກະສິກໍາ, ໂຮງງານປຸງແຕ່ງພືດ ແລະ ຜະລິດຕະພັນພືດອື່ນໆໃນຂອບເຂດທົ່ວປະເທດ; ກົມລ້ຽງສັດ ແລະ ການ ປະມົງ ຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານຂ້າສັດ, ໂຮງງານຜະລິດອາຫານສັດ, ໂຮງງານຜະລິດຢາວັກຊິນ, ໂຮງງານຜະລິດຢາປົວສັດ ແລະ ເຄື່ອງມືສັດຕະວະແພດ, ໂຮງງານຜະລິດເຄື່ອງມື ແລະ ກົນຈັກຮັບໃຊ້ການລ້ຽງສັດ, ສັດຕະວະແພດ, ໂຮງປຸງແຕ່ງຜະລິດຕະພັນສັດ ແລະ ສັດນໍ້າ ໃນຂອບເຂດທົ່ວປະເທດ;ກົມປ່າໄມ້ ຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານປຸງແຕ່ງໄມ້, ໂຮງເລື່ອຍ, ໂຮງຊອຍ, ໂຮງງານເຟີນີເຈີ, ໂຮງງານຜະລິດເຈ້ຍໂດຍນໍາໃຊ້ໄມ້ ເປັນວັດຖຸດິບ, ໂຮງງານເຟີນີເຈີແບບຄອບຄົວ, ໂຮງງານປຸງແຕ່ງຢາງພາລາ, ໂຮງງານປຸງແຕ່ງເຄື່ອງປ່າຂອງດົງ ແລະ ໂຮງງານຜະລິດຖ່ານ ໃນຂອບເຂດທົ່ວປະເທດ; ກົມຄຸ້ມຄອງ ແລະ ພັດທະນາທີ່ດີນກະສິກໍາ ຮັບຜິດຊອບ ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານຜະລິດຝຸ່ນ (ຝຸ່ນຊີວະພາບ, ຝຸ່ນອົງຄະທາດ ແລະ ຝຸ່ນວິທະຍາສາດ) ໃນຂອບເຂດທົ່ວປະເທດ; ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານປຸງແຕ່ງກະສິກໍາຂະໜາດນ້ອຍ ລະດັບຄອບຄົວ, ກຸ່ມ, ສະຫະກອນ ພ້ອມທັງ ສົ່ງເສີມເຕັກນິກການອົບ, ການຕາກ, ໂຮງຄັດແຍກເມັດພັນ, ຈັດເກຣດ, ຫຸ້ມຫໍ່ ແລະ ແປຮູບ-ປຸງຣົດ ຜົນຜະລິດກະສິກໍາ ເພື່ອສ້າງມູນຄ່າເພີ່ມ ໃນຂອບເຂດທົ່ວປະເທດ

ພ້ອມນີ້, ໃຫ້ກົມປ່າໄມ້ ແລະ ກົມກວດກາປ່າໄມ້ ຄົ້ນຄ້ວາກໍານົດແຜນດຸ່ນດ່ຽງ ໃນການສະໜອງວັດຖຸດິບທີ່ສາມາດສະໜອງຈາກປ່າທໍາມະຊາດ ແລະ ປ່າປູກ ລວມທັງເຄື່ອງປ່າຂອງດົງ. ຈາກນັ້ນ, ກໍານົດທ່າແຮງໃນການພັດທະນາ ອຸດສາຫະກໍາປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ຄືນໃໝ່ ຢ່າງມີຈຸດສຸມ; ໃຫ້ກົມປ່າໄມ້ ແລະ ກວດກາປ່າໄມ້ ຄົ້ນຄວ້າກຳນົດແຜນດຸ່ນດ່ຽງ ໃນການສະໜອງວັດຖຸດິບ ທີ່ສາມາດສະໜອງຈາກປ່າທຳມະຊາດ ແລະ ປ່າປູກ ລວມທັງເຄື່ອງປ່າຂອງດົງ ຄືນໃໝ່ຢ່າງມີຈຸດສຸມ; ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາໂຮງງານ ແລະ ເຄື່ອງຄັດແຍກເມັດພັນ, ເຄື່ອງອົບເມັດພັນ, ສາງເຢັນເກັບເມັດພັນພືດ, ຄົ້ນຄວ້າ ແລະ ພັດທະນາເຕັກນິກ, ເຕັກໂນໂລຊີການປຸງແຕ່ງກະສິກຳ ແລະ ປຸງແຕ່ງໄມ້ ເພື່ອສະໜອງຂໍ້ມູນທາງດ້ານວິທະຍາສາດ, ເຕັກນິກໃໝ່ ແລະ ເຕັກໂນໂລຊີ ໃນການປຸ່ງແຕ່ງກະສິກຳ ແລະ ປຸງແຕ່ງໄມ້ ໃຫ້ໄດ້ຮັບຜົນດີຢ່າງມີປະສິດທິຜົນສູງ ແລະ ສຶກສາ, ຄົ້ນຄວ້າ, ວິເຄາະວິໄຈ ສະພາບການປຸ່ງແຕ່ງ ຂອງບັນດາໂຮງຈັກ ແລະ ໂຮງງານປຸງແຕ່ງກະສິກຳຂັ້ນຕົ້ນ, ປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນໄດ້ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວິທີທາງແກ້ໄຂ ພ້ອມທັງສະເໜີແຜນການໃນຕໍ່ໜ້າ ແລະ ທິດສີຂຽວ ແລະ ຍືນຍົງ.

ແຫຼ່ງຂ່າວ: ປະເທດລາວ

ສະກັດຈັບລົດຕ໊ອກໆບັນທຸກໂຄເຄນກຽມສົ່ງຂ້າມຊາຍແດນ

ເຈົ້າໜ້າທີ່ ປກຊ-ປກສ ສະກັດຈັບລົດຕ໊ອກໆບັນທຸກໂຄເຄນກຽມສົ່ງຂ້າມຊາຍແດນ

ວັນທີ 25 ມີນາ 2022, ໄດ້ມີກຸ່ມຄົນຈຳນວນໜຶ່ງ ໃຊ້ລົດຕ໊ອກໆ ຈຳນວນ 3 ຄັນ ບັນທຸກຢາເສບຕິດຫວັງສົ່ງຂ້າມຊາຍແດນ ແຕ່ເຈົ້າໜ້າທີ່ ປກຊ ແລະ ປກສ ປະຈຳດ່ານ ຕມ ດົງກະລໍ ສະກັດຈັບໄດ້.

ຕາມບົດລາຍງານຂອງເຈົ້າໜ້າທີ່ ປກສ ແຂວງຈຳປາສັກໃຫ້ຮູ້ວ່າ:

ໃນເວລາ 2:00 ( ກາງຄືນ ) ຂອງວັນທີ 25 ມີນາ 2022, ເຈົ້າໜ້າທີ່ຕຳຫຼວດ ຕມ ສົມທົບກັບເຈົ້າໜ້າທີ່ທະຫານ ຄໍ 526 ປະຈຳຢູ່ດ່ານດົງກະລໍ ເມືອງໂຂງ ໄດ້ພາກັນອອກລາດຕະເວນຕາມຂອບເຂດຊາຍແດນລາວ-ກຳປູເຈຍ ໄດ້ພົບເຫັນຄົນຂັບລົດຕ໊ອກໆຈຳນວນ 3 ຄັນ ຂີ່ມາຕາມເສັ້ນທາງແລວໄຟຟ້າແຮງສູງ ຢູ່ທາງຫຼັງດ່ານຊາຍແດນດົງກະລໍ ກຳລັງຈະມຸ່ງໜ້າໄປປະເທດກຳປູເຈຍ, ເຈົ້າໜ້າທີ່ ໄດ້ບອກໃຫ້ພວກກ່ຽວຢຸດລົດ ແລ້ວພວກກ່ຽວໄດ້ອາໃສຄວາມມືດຫຼົບໜີເຂົ້າປ່າ.

ຫຼັງຈາກນັ້ນ ເຈົ້າໜ້າທີ່ໄດ້ເຂົ້າກວດຄົ້ນລົດຕ໊ອກໆທັງ 3 ຄັນ ພົບເຫັນຢາເສບຕິດ ປະເພດໂຄເຄນ ຈຳນວນ 32 ກະສອບ ມີ 640 ຖົງ ນໍ້າໜັກ 640 ກິໂລກຼາມ. ເຈົ້າໜ້າທີ່ ຈຶ່ງໄດ້ຢືດລົດ ແລະ ຢາເສບຕິເສບຈຳນວນດັ່ງກ່າວໄວ້ເປັນຂອງກາງ, ສ່ວນຜູ້ຖືກຫາເຈົ້າໜ້າທີ່ກຳລັງເລັ່ງສືບສວນ-ສອບສວນ ເພື່ອນຳຈັບຕົວມາດຳເນີນຄະດີ.

ແຫຼ່ງຂ່າວ: ຄວາມສະຫງົບ

ເລີ່ມກໍ່ສ້າງທາງເບຕົງຜ່ານພູຊ້າງນ້ອຍເມືອງຍົມມະລາດ

ພິທີເລີ່ມການກໍ່ສ້າງທາງເບຕົງ ຜ່ານພູຊ້າງນ້ອຍ ເມືອງຍົມມະລາດ ແຂວງຄພມ່ວນ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 25 ມີນາ 2022 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆ ຄໍາມ່ວນ, ທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງໆ ຍົມມະລາດ ມີບັນດາທ່ານ ການນໍາຂັ້ນແຂວງ-ຂັ້ນເມືອງ ພະແນກການອ້ອມຂ້າງແຂວງ, ສະມາຄົມນັກທຸລະກິດໜຸ່ມ ຕະຫຼອດອົງການຈັດຕັ້ງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງເປັນຂະບວນ.

ທ່ານ ເຫຼັງຄໍາ ໄຊຄໍາຜັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຂຶ້ນລາຍງານ ໂຄງການກໍ່ສ້າງທາງເບຕົງເສີມເຫຼັກຜ່ານພູຊ້າງນ້ອຍ ບ້ານວຽງຫຼວງ ເມືອງຍົມມະລາດ ຄັ້ງນີ້ວ່າ: ເສັ້ນທາງດັ່ງກ່າວ ເປັນເສັ້ນທາງໜຶ່ງທີ່ມີຄວາມເປັນມາທາງດ້ານປະຫວັດສາດຂອງເມືອງ, ຂອງແຂວງ ເປັນເສັ້ນທາງເຂົ້າເຂດຈຸດສຸມພັດທະນາຂອງເມືອງ, ປະກອບມີ 4 ບ້ານໃຫຍ່ ມີພົນລະເມືອງຫຼາຍກວ່າ 4.000 ຄົນ, ແຜນການກໍ່ສ້າງເສັ້ນທາງນີ້ເລີ່ມແຕ່ຕີນພູຊ້າງນ້ອຍບ້ານຕາດ ຜ່ານສັນພູໄປຫາເຂດບ້ານວຽງຫຼວງ ໜ້າທາງປູດ້ວຍເບຕົງເສີມເຫຼັກ ທີ່ມີຄວາມຍາວ 1.180 ແມັດ, ຄວາມກວ້າງໜ້າທາງ 3,5 ແມັດ, ຄວາມໜາ 0,23 ແມັດ, ພ້ອມດ້ວຍລະບົບຮ່ອງລະບາຍນໍ້າ 2 ຂ້າງທາງ ແລະ ຈຸດຫຼີກລົດ ຈຳນວນ 5 ຈຸດ.

ຄາດວ່າຈະໄດ້ໃຊ້ງົບປະມານເຂົ້າໃນການກໍ່ສ້າງ ປະມານ 1 ຕື້ ກວ່າກີບ; ເປັນໂຄງການນຳໃຊ້ງົບປະມານ ແລະ ທ່າແຮງລະດົມຈາກພາກສ່ວນຕ່າງໆ ໃນທົ່ວສັງຄົມ, ໃນການປະຕິບັດວຽກງານຕົວຈິງ ມາຮອດປະຈຸບັນ ໄດ້ຮັບການປະກອບສ່ວນຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມ, ຫົວໜ່ວຍທຸລະກິດ ຄື: ຮັບການປະກອບສ່ວນ ທ່ານ ຖາວອນ ອາດສະໝຸດ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ປະທານກຸ່ມບໍລິສັດລ່ອງແຈ້ງພັດທະນາ ຈໍາກັດ ຈໍານວນ ເງິນສົດ 50.000.000 ກີບ, ຮັບຈາກການນໍາເມືອງຍົມມະລາດ ປະກອບສ່ວນເງິນສົດ 20.000.000 ກີບ ແລະ ບໍລິສັດຄໍາມະນີ ເຈເນີຣອນ ເຊີວິສ ( K.G.S) ເງິນສົດ 15.000.000 ກີບ ມາຮອດປະຈຸບັນ ເງິນທີ່ລະດົມໄດ້ ທັງໝົດ 85.000.000 ກີບ.

ຈາກນັ້ນ, ຍັງໄດ້ຮັບຟັງການປະກອບຄໍາຄິດເຫັນຈາກ ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆ ຄໍາມ່ວນ ເຊິ່ງທັງສອງທ່ານ ໄດ້ຕີລາຄ່າສູງຕໍ່ການສ້າງຂະບວນການຄັ້ງນີ້ ຖືວ່າເປັນຂະບວນການ ທີ່ມີສ່ວນຮ່ວມຂອງທົ່ວປວງຊົນ ທີ່ຈະປະກອບສ່ວນເຫື່ອແຮງສະຕິປັນຍາ ປຸກລະດົມຂົນຂວາຍທ່າແຮງບົ່ມຊ້ອນ ນໍາພາສ້າງຂະບວນການດ້ວຍຄວາມເປັນເຈົ້າການຮ່ວມກັນ ໃນທົ່ວສັງຄົມ ໂດຍສະເພາະ ກໍາລັງຊາວໜຸ່ມຕະລຸມບອນ ຈະເປັນທ່າແຮງກໍາລັງຫຼັກ ປະຈັນບານຂັບເຄື່ອນວຽກງານຂະບວນການໃຫ້ມີຜົນສໍາເລັດຕາມຄາດໝາຍ ທີ່ກໍານົດໄວ້ ເພາະຍາມໃດ ຊາວໜຸ່ມກໍ່ມີຄວາມສາມັກຄີ ຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງເປັນການປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໃຫ້ເກີດຜົນປະໂຫຍດສູງສຸດ ແກ່ສັງຄົມ ແລະ ປະເທດຊາດ ດັ່ງກັບຄໍາຂວັນຂອງຊາວໜຸ່ມ ທີ່ວ່າ: “ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ”.

ຕອນທ້າຍ ຍັງໄດ້ມີການມອບ-ຮັບ ການອຸປະຖໍາ ຕໍ່ຂະບວນການດັ່ງກ່າວ ໂດຍມີການອຸປະຖໍາ ຈາກພາກສ່ວນການນໍາພັກ-ລັດ, ພະແນກການອ້ອມຂ້າງແຂວງ, ນັກທຸລະກິດ ພໍ່ຄ້າຊາວຂາຍ ຕະຫຼອດ ທົ່ວສັງຄົມ ທີ່ໄດ້ເຫັນຄວາມສໍາຄັນ ຕໍ່ຂະບວນການຄັ້ງນີ້ ເປັນກຽດຮັບໂດຍ ທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງໆ ຍົມມະລາດ; ພ້ອມດຽວກັນນັ້ນ ກໍ່ໄດ້ເປີດໂຄງການກໍ່ສ້າງທາງເບຕົງເສີມເຫຼັກຜ່ານພູຊ້າງນ້ອຍ ບ້ານວຽງຫຼວງ ເມືອງຍົມມະລາດ ຢ່າງເປັນທາງການ.

ແຫຼ່ງຂ່າວ: Khammouane News

ນວ ສະຫຼຸບວຽກງານ ປະຈຳປີ 2021

ຄະນະກຳມະການຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ ສະຫຼຸບວຽກງານ ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022.

ຄະນະກຳມະການຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ, ຈັດກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດ ປະຈຳປີ 2021 ແລະ ວາງທິດທາງແຜນການ 2022 ຂຶ້ນໃນວັນທີ 18 ມີນາ 2022 ຜ່ານມາ, ຢູ່ຫ້ອງວ່າການ ສຳນັກງານອົງການປົກຄອງ ນະຄອນຫຼວງວຽງຈັນ, ໃຫ້ກຽດເປັນປະທານຂອງ ທ່ານ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນວ, ຮອງປະທານຄະນະກຳມະການຕ້ານການຄ້າມະນຸດ ນວ, ມີບັນດາທ່ານໃນຄະນະກຳມະການ, ຫົວໜ້າ ຮອງຫົວ ໜ້າກອງເລຂາ ຄະນະກຳມະການຕ້ານການຄ້າມະນຸດ ນວ, ຄະນະກໍາມະການຕ້ານການຄ້າມະນຸດ 09 ເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ທ່ານ ພັທ ທອງພັນ ທິລະສັກ ຫົວໜ້າຫ້ອງການກອງເລຂາ ຄະນະກໍາມະການຕ້ານການຄ້າມະນຸດ ນວ, ໄດ້ຜ່ານບົດສະຫຼຸບວຽກງານຕ້ານການຄ້າມະນຸດ ປະຈໍາປີ 2021 ແລະ ວາງທິດທາງແຜນການ 2022 ໃຫ້ຮູ້ວ່າ:

ໄລຍະ 1 ປີຜ່ານມາ, ຄະນະກຳມະການຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ ສາມາດແກ້ໄຂເປົ້າໝາຍຄ້າຂາຍປະເວນີໄດ້ 22 ຮ້ານ, ມີ 22 ຄົນ, ໃນນັ້ນ ສຶກສາອົບຮົມ 18 ຮ້ານ, ດຳເນີນຄະດີ 4 ຮ້ານ, ສຶກສາອົບຮົມສາວບໍລິການທາງເພດ 112 ຄົນ, ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ 6 ຄົນ, ຕໍ່າກວ່າ 18 ປີ ມີ 14 ຄົນ, ປະສານສົມທົບກັບສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ຂັ້ນ ນວ, ຂັ້ນເມືອງ, ຂັ້ນບ້ານ ລົງປະເມີນ ຄອບຄົວແມ່ຍິງທີ່ເປັນກຸ່ມສ່ຽງຈາກການຄ້າ ມະນຸດຈໍາ ນວນ 2 ຄັ້ງ ແລະ ມອບ-ຮັບກັບຄືນສູ່ຄອບຄົວຈໍານວນ 5 ຄົນ ( ຢູ່ເມືອງປາກງື່ມ), ສຶກສາ ອົບຮົມ ຄອບຄົວຂອງເດັກທີ່ໃຊ້ຄວາມຮຸນແຮງ 2 ຄັ້ງ, ໄດ້ຕິດຕາມຄະດີການຂົ່ມຂືນທຳສຳເລົາເດັກທີ່ສານປະຊາຊົນ ໄດ້ຕັດສິນໄປແລ້ວ ແຕ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຈຳນວນ 7 ຄັ້ງ; ໃຫ້ຄຳປຶກສາແຮງງານຖືກກັກຕົວ ຢູ່ຈັງຫວັດໜອງຄາຍ (ປະເທດໄທ) ຈໍານວນ 1 ຄັ້ງ, ໄດ້ລົງປະເມີນຄອບຄົວ ກຸ່ມສ່ຽງຈາກການຄ້າມະນຸດຢູ່ ເມືອງຫາດຊາຍຟອງ ແລະ ເມືອງໄຊທານີ ຈຳນວນ 4 ຄັ້ງ, ຮ່ວມກັບສູນກາງສະຫະພັນແມ່ຍິງລາວ ແລະ ປະສານກັບພາກສ່ວນກ່ຽວຂ້ອງ ມອບຮັບກຸ່ມສ່ຽງຈາກການຄ້າມະນຸດ ຈຳນວນ 8 ຄົນ, ປະສານງານກັບ ພາກສ່ວນກ່ຽວຂ້ອງຕິດຕາມຄະດີ ໃນການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ຈຳນວນ 15 ຄັ້ງ, ລົງໂຄສະນາເຜີຍແຜ່ວຽກງານຕ້ານການຄ້າມະນຸດ ຢູ່ເມືອງປາກງື່ມ, ເມືອງຫາດຊາຍຟອງ, ຕາມໂຮງງານ ໃນນະຄອນຫຼວງວຽງຈັນ ແລະ ອື່ນໆ.

ເພື່ອເປັນການຈັດຕັ້ງປະຕິບັດແຜນວຽກຂອງ ຄະນະກໍາມະການຕ້ານການຄ້າມະນຸດ ນວ ໃຫ້ມີບາດກ້າວໃໝ່ໃນປີ 2022, ທ່ານ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນວ, ຮອງປະທານ ຄະນະກໍາມະການຕ້ານການຄ້າມະນຸດ ນວ ໄດ້ມີຄຳເຫັນຊີ້ນຳໃຫ້ ຄະນະກໍາມະການ ຕ້ານການຄ້າມະນຸດ ນວ ເອົາໃຈໃສ່ 6 ເນື້ອໃນຈິດໃຈຄື:

1. ຮຽກຮ້ອງໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນ ນວ, ຄະນະກຳມະການຕ້ານການຄ້າມະນຸດ ຂັ້ນເມືອງ ເອົາໃຈໃສ່ຊຸກຍູ້, ຕິດຕາມການປະຕິບັດພາລະບົດບາດຂອງຕົນ ໃນການຈັດຕັ້ງເຄື່ອນໄຫວວຽກງານຕ້ານການຄ້າມະນຸດ;

2. ເພີ່ມທະວີ ນໍາພາຈັດຕັ້ງປະຕິບັດວຽກຈຸດສຸມ ໃນວຽກງານຕ້ານການຄ້າມະນຸດ ເປັນຕົ້ນແມ່ນ ວຽກງານໂຄສະນາ, ວຽກງານຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ຜູ້ທີ່ມີຄວາມສ່ຽງ, ວຽກງານສະກັດກັ້ນ ແລະ ແກ້ໄຂ

3. ຢາກເຮັດວຽກງານໄດ້ດີ ຕ້ອງເອົາໃຈໃສ່ປະສານງານກັນຢ່າງກົມກຽວ ລະຫວ່າງຂະແໜງການ ທີ່ກ່ຽວຂ້ອງ;

4. ເອົາໃຈໃສ່ ຫັນລົງສູ່ຮາກຖານ, ຝຶກອົບຮົມວຽກງານຕ້ານການຄ້າມະນຸດ ໃຫ້ແກ່ອຳນາດການປົກຄອງ ແລະ ກໍາລັງ ປກສ ກອງຫຼອນ ໃຫ້ມີຄວາມຮັບຮູ້ ເຂົ້າໃຈຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນ; 5. ມອບໃຫ້ກອງເລຂາ ຄະນະກຳມະການຕ້ານການຄ້າມະນຸດ ນວ ເປັນໃຈກາງໃນການຈັດຕັ້ງປະຕິບັດພາລະບົດບາດ ແລະ ເປັນເສນາທິການ ໃຫ້ແກ່ຄະນະກຳມະການຕ້ານການຄ້າມະນຸດ, ຕິດຕາມຊຸກຍູ້ ສັງລວມຂໍ້ມູນ;

6. ຕໍ່ກັບງົບປະມານ ໃຫ້ຂຶ້ນແຜນສະເໜີ ໃຫ້ປະທານຊີ້ນຳ, ສ່ວນການແກ້ໄຂຕົວຈິງ ໃຫ້ໝູນໃຊ້ ຮ່ວງວິຊາສະເພາະ.